ການໝູນວຽນທົ່ວໄປຂອງບັນຍາກາດແລະລົມ


  • ການໝູນວຽນທົ່ວໄປຂອງບັນຍາກາດ.

ບັນຍາກາດ ຫຼື ອາກາດ ຍາມໃດກໍ່ບໍຢຸດນີ້ງມັນມີການເຄື່ອນທີ່ຕະຫຼອດເວລາເຊີ່ງຈະເຄື່ອນທີ່ຕາມແນວນອນຫຼື

ແນວຕັ້ງຫຼືເຄື່ອນທີ່ໄປມາຕາມແນວນອນ ການເຄື່ອນທີ່ຂອງທັ້ງສອງຢ່າງນີ້ເຮົາເອີ້ນລວມກັນວ່າການໝູນວຽນທົ່ວໄປຂອງບັນຍາກາດ

  • ກົ້ກເຄົ້າຂອງການໝູນວຽນທົ່ວໄປຂອງບັນຍາກາດ

ຕາມຄວາມຈິງທີ່ຄົນເຮົາໄດ້ຮັບຮູ້ມານັ້ນອາກາດແມ່ນໄດ້ເຄື່ອນທີ່ຈາກເຂດຄວາມກົດດັນສູງຂອງອາກາດ

ເປັນເຂດທີ່ອາກາດເຄື່ອນທີ່ຈາກເທີງລົງລຸ່ມ ແລ້ວອາກາດກໍຈະເຄື່ອນທີ່ໄປຕາມແນວນອນໄປສູ່ເຂດຄວາມກົດດັນຕ່ຳເຊີ່ງເປັນເຂດທີ່ອາກາດເຄື່ອນທີ່ຈາກລຸ່ມໄປເທິງ ເຖິງວ່າຄົນເຮົາໄດ້ຮັບຮູ້ໄປແນວນັ້ນແຕ່ກຍັງມີຄຳຖາມຕັ້ງຂື້ນວ່າ ແມ່ນຫຍັງເປັນປັດໄຈຫຼືກຳລັງຊຸກດັນທີ່ເຮັດໃຫ້ອາກາດມີການເຄື່ອນທີ່ ເພື່ອຕອບບັນຫານີ້ຈື່ງມີທິດສະດີດັ່ງກ່າວຄື:

ກ. ທິດສະດີ ທໍ່ໄຟເຂດສູນສູດ

ແມ່ນທິດສະດີທີ່ເກົ່າແກ່ອະທິບາຍມາຕັ້ງແຕ່ສັດຕະວັນທີ 19 ທິດສະດີດັ່ງກ່າວຢັ້ງຍືນວ່າ ກຳລັງຊຸກດັນທີ່ພາໃຫ້ມີອາກາດມີການເຄື່ອນທີ່ນັ້ນແມ່ນອຸນຫະພູມແລະຈຸດເລີ່ມຕົ້ນຂອງການເຄື່ອນທີ່ນັ້ນແມ່ນເຂດສູນສູດ ຄົນເຮົາເຊື່ອວ່າ ເຂດສູນສູດມີອຸນຫະພູມທີ່ສູງກວ່າໝູ່ ຍ້ອນແສງຕາເວັນທີ່ຕັ້ງສາກໃສ່ຂົງເຂດນີ້ຢ່າງເປັນປົກກະຕິ ອາກາດເຂດດັ່ງກ່າວຈະປິວຂື້ນສູ່ທ້ອງຟ້າ ເມື່ອຂື້ນໄປໃນລະດັບສູງໃດໜື່ງແລ້ວອາກາດກໍ່ຈະແຜ່ກະຈາຍອອກແລ້ວເຄື່ອນໄປທາງເໜືອແລະໃຕ້

ຮູບ ສະແດງການເຄື່ອນທີ່ຂອງອາກາດຕາມທິດສະດີ ທໍ່ໄຟເຂດສູນສູດ

ການເຄື່ອນທີ່ຂອງອາກາດຕາມທິດສະດີຂ້າງເທິງນີ້ແມ່ນອີງໃສ່ແຕ່ອຸນຫະພູມພຽງຢ່າງດຽວເທົ່ານັ້ນເຫັນວ່າຍັງບໍ່ຖືກຕ້ອງ ເພາະໃນຕົວຈິງເຂດສູນສູດໍ່ແມ່ນເຂດທີ່ມີອາກາດຮ້ອນກວ່າໝູ່ໃນໂລກ ເນື່ອງຈາກເຂດນີ້ເປັນເຂດທີ່ມີອາຍນ້ຳຫຼາຍ ມີເມກປົກຄຸມ ແລະ ຝົນຕົກຕະຫຼອດປີ. ດັ່ງນັ້ນເຂດທີ່ມີອຸນຫະພູມສູງກວ່າໝູ່ນັ້ນແມ່ນເຂດໃກ້ເຂດຮ້ອນບ່ອນທີ່ມີທ້ອງຟ້າແຈ່ມໃສດີແລະໄດ້ຮັບແສງແດດຢູ່ຕະຫຼອດເຂດດັ່ງກ່າວເປັນເຂດທີ່ຮ້ອນກວ່າໝູ່ເພີ່ນພົບວ່າອາກາດໄດ້ເຄື່ອນທີ່ຈາກເທິງລົງລຸ່ມເຊີ່ງຈະກົງກັນຂ້າມກັນທິດສະດີທໍ່ໄຟເຂດສູນສູດທີ່ໄດ້ອະທິບາຍມານັ້ນ

ຂ. ທິດສະດີ ດີນາມິກ

ແມ່ນການເຄື່ອນທີ່ຂອງອາກາດແມ່ນມີກົ້ກເຄົ້າມາຈາກພະລັງດີນາມິກເຊີ່ງມາຈາກການໝູນປິ່ນອ້ອມຕົວມັນເອງຂອງໜ່ວຍໂລກເພີ່ນພົບວ່າຢູ່ຢ່ານສູງໆປະມານ 5ກມ. ຂື້ນໄປ ຈົນໄປເຖິງເຂດແບ່ງຊັ້ນອາກາດ tropopause ມີກະແສອາກາດທີ່ໝູນວຽນອ້ອມໜ່ວຍໂລກດ້ວຍຄວາມແຮງພໍສົມຄວນໃນລະດັບສູງດັ່ງກ່າວນີ້ເພີ່ນຍັງພົບວ່າອາກາດຍີ່ງຮ້ອນເທົ່າໃດຄວາມກົດດັນຂອງອາກາດຍີ່ງສູງຕາມລຳດັບ ດັ່ງນັ້ນອາກາດຢູ່ເຂດຮ້ອນລະຫວ່າງ2ເສັ້ນອາຍັນແລະບໍລິເວນໃກ້ຄຽງຈື່ງມີຄວາມກົດດັນສູງກວ່າອາກາດຢູ່ເຂດອົບອຸ່ນພ້ອມດຽວກັນນັ້ນກໍ່ເຮັດໃຫ້ເກີດອາກາດປັ່ນປ່ວນ ການປັ່ນປ່ວນຂອງາກາດບວກກັບການເຄື່ອນທີ່ຈາກຕາເວັນຕົກຫາຕາເວັນອອກເກີດຈາກການໝູນປີ່ນຂອງໜ່ວຍໂລກໄດ້ກໍ່ໃຫ້ເກີດກະແສລົມທີ່ແຮງທີ່ສູດຢູ່ບໍລິເວນທີ່ໃກ້ກັນເຂດທີ່ຮ້ອນທັ້ນສອງໄດ້ເຮັດໃຫ້ອາກາດຢູ່ເບື້ອງເທິງຖຶກກົດດັນລົງສູ່ໜ້າດິນເຊີ່ງການກົດລົງນັ້ນມັນກະກົດລົງທາງຂວາສຳລັບເຟື້ອງໂລກ

ເໜືອແລະທາງຊ້າຍສຳລັບເຟຶ້ອງໂລກໃຕ້

ຮູບ ການສະແດງການເຄື່ອນທີ່ຂອງອາກາດຕາມທິດສະດີ ດີນາມິກ

ຈາກເຂດອາກາດດັ່ງກ່າວນີ້ອາກາດໄດ້ເຄື່ອນທີ່ໄປເຂດຕ່ງໆຄື

vເບື້ອງສັ້ນສູນສູດ: ເຂດອາກາດກົດດັນສູງໄດ້ຍູ້ໃຫ້ມີລົມຕາເວັນອອກພັດໄປຫາເຂດສູນສູດລົມດັ່ງກ່າວເອີ້ນວ່າລົມພານິດ ເຂດຄົບກັນທັ້ງສອງເຟື້ອງໂລກແມ່ນເພີ່ນເອີ້ນວ່າ ແນວຄົບຂອງກະແສອາກາດຮ້ອນ ເຊີ່ງທາງອຸຕຸນິຍົມເພີ່ນເອີ້ນວ່າຮ່ອງມໍລະສຸມ ການຄົບກັນຂອງລົມດັ່ງກ່າວໄດ້ເຮັດໃຫ້ອາກາດເຄື່ອນທີ່ໄປທາງເບື້ອງເທິງຈື່ງເຮັດໃຫ້ເຂດສູນສູດເປັນເຂດທີ່ມີຄວາມກົດດັນຂອງອາກາດຕ່ຳ ເມື່ອຂື້ນໄປຍ່ານສູງອາກາດກໍໂຄ້ງຕົວແລ້ວເຄື່ອນໄປທາງເສັ້ນອາຍັນແລະເຂດໃກ້ຂດຮ້ອນບ່ອນທີ່ມັນຖືກກະແສລົມບັງຄັບໃຫ້ເຄື່ອນລົງສູ່ໜ້າດິນແລ້ວອາກາດກໍ່ຈະເຄື່ອນທີ່ຕາມແນວນອນໄປສູ່ເຂດສູນສູດອີກແລະຈະເປັນຮອບວຽນແນວນັ້ນຕໍ່ໆໄປ

vເບື້ອງຂົ້ວໂລກ: ເຂດອາກາດກົດດັນສູງດັ່ງກ່າວໄດ້ດັນໃຫ້ມີລົມຕາເວັນຕົກສ່ຽງໃຕ້ແລະລົມຕາເວັນຕົກສຽງເໜືອທີ່ພັດຈາກເຂດໃກ້ເຂດຮ້ອນໄປຫາເຂດຂົ້ວໂລກ ເມື່ອພັດໄປຮອດອົງສາຂະໜານສູງ ຂະໜາດພໍປານກາງ ກະແສອາກາດຮ້ອນໄດ້ປະທະກັບກະແສອາກາດໜາວເຂດຂົ້ວໂລກແລະເລື່ອນຂື້ນໄປຢອງເທິງອາກາດໜາວຈື່ງເຮັດໃຫ້ມີແນວປະທະຂອງອາກາດເອີ້ນວ່າແນວປະທະຂອງອາກາດເຂດຂົ້ວໂລກຍ້ອນແຮງພັກດັນຂອງອາກາດໜາວ ດັ່ງນັ້ນຂົງເຂດດັ່ງກ່າວຈື່ງກາຍເປັນອາກາດກົດດັນຕ່ຳທີ່ມີການປ່ຽນແປງຢູ່ເລື້ອຍໆເອີ້ນວ່າເຂດອາກາດກົດດັນຕ່ຳຂົ້ວໂລກ

ຄ. ທິດສະດີ ແທກໂມດີນາມິກ

ຄຳວ່າ ແຕກໂມດີນາມິກ ໝາຍເຖິງການປ່ຽນແປງທາງດ້ານຄວາມກົດດັນ ທີ່ເກີດຈາກການເຄື່ອນໄຫວຂອງມວນອາກາດຮ້ອນຫຼືມວນອາກາດໜາວ ທິດສະດີນີ້ຍັ້ງຢືນວ່າ ການເຄື່ອທີ່ຂອງອາກາດແມ່ນມີກົ້ກເຄົ້າມາຈາກກຳລັງກົນຈັກເຂດຂົ້ວໂລກໂດຍອາກາດທີ່ໄຫຼລົງໄປນັ້ນມີລັກສະນະເປັນຄື້ນໆແລະຂະຫຍາຍຕົວໃນຊັ້ນອາກາດທີ່ຮ້ອນກວ່າພາໃຫ້ເກີດກະແສລົມເທິງແລະກະແສລົມໃນລະດັບສູງເຊີ່ງເຄື່ອນໄຫວຢູ່ເຂດອົງສາພໍຂະໜານປານກາງຈື່ງພາໃຫ້ເກີດມີອາກາດໃກ້ເຂດອາກາດຮ້ອນໃນລະດັບສູງແລະກໃຫ້ເກີດລົມພານິດທີ່ພັດໄປສູ່ເຂດສູນສູດແລະເກີດມີລົມຕາເວວັນຕົກ ເວົ້າລວມແລ້ວການໝູນວຽນຂອງບັນຍາກາດຕາມທິດສະດີ ແຕກໂມນາມິກ ແມ່ມີກົ້ກເຄົ້າມາຈາກການປັ່ນປ່ວນຂອງບັນຍາກາດໃນເຂດອົບອຸ່ນເຊີ່ງເກີດຈາກການບຸກລຸກຂອງອາກາດເຂດຂົ້ວໂລກນັ້ນເອງ.

  • ການເຄື່ອນທີ່ຕາມແນວຕັ້ງຂອງອາກາດ
  • ການເຄື່ອນທີ່ຕາມແນວນອນຂອງອາກາດ.

ແມ່ນມີ 2 ຢ່າງຄື ການເຄື່ອນທີ່ຈາກໜ້າດິນຂື້ນສູ່ເບື້ອງເທິງແລະການເຄື່ອນທີ່ຈາກເບື້ອງເທິງລົງສູ່ໜ້າດິນ ການເຄື່ອນທີ່ຂອງອາກາດ ຂື້ນ ຫຼື ລົງ ຕາມແນວຕັ້ງນີ້ເກີດຈາກສາເຫດຫຼາຍປະການເຊັ່ນ

  • ເມື່ອກະແສອາກາດເຄື່ອນທີ່ໄປປະທະກັບສາຍພູມັນຈະເຄື່ອນຕົວຂື້ນສູ່ເບື້ອງເທິງເມື່ອພັດຂ້າມສັນພູໄປແລ້ວມັນກໍ່ຈະເຄື່ອນທີ່ລົງທີ່ຕ່ຳ
  • ຄວາມບຮາບພຽງຂອງໜ້າດິນກສາມາດເຮັດໃຫ້ອາກາດເຄື່ອນຕົວຂື້ນຕາມແນວຕັ້ງໄດ້ພ້ອມດຽວກັນກໍ່ເຮັດໃຫ້ອາກາດທີ່ມາຮອດຕາມຫຼັງຖືກສົ່ງຂື້ນເບື້ອງເທິງ ແລະ ພັດຜ່ານກາຍໄປ ຫຼື ອາດຕີກັບຄືນກໄດ້
  • ການຄົບກັນຂອງສອງມວນອາກາດປະເພດດຽວກັນເຊີ່ງເຄື່ອນທີ່ຕາມແນວນອນມາຈາກທິດກົງກັນຂ້າມກັນໄດ້ເຮັດໃຫ້ມວນອາກາດທັ້ງສອງນີ້ຍູ້ດັນກັນແລ້ວເຄື່ອນທີ່ຕາມແນວຕັ້ງຂື້ນສູ່ທ້ອງຟ້າ
  • ການເຫຼື່ອນຫຼືປ້ອງກັນຂອງສອງມວນອາກາດທີ່ມີຄວາມໜາແໜ້ນແລະອຸນຫະພູມແຕກຕ່າງກັນກໍ່ຈະເຮັດໃຫ້ອາກາດເຄື່ຶອນທີ່ື້ນສູ່ທ້ອງຟ້າໄດ້ ນັ້ນຄືອາກາດທີ່ເຢັນກວ່າຈະເລື່ອນເຂົ້າໄປຢູ່ທາງກ້ອງຂອງມວນອາກາດທີ່ຮ້ອນກວ່າແລ້ວອາກາດຮ້ອນນີ້ຈະຖືກດັນໃຫ້ເຄື່ອນໄປສູ່ທ້ອງຟ້າ
  • ການຖຶກແຜດເຜົາຢ່າງແຮງຂອງອາກາດນີ້ງຢູ່ບໍລິເວນທີ່ຮາບພຽງ ແລະ ກວ້າງຂວາງກຈະເຮັດໃຫ້ອາກາດເຄື່ອນຕົວຂື້ນຕາມແນວຕັ້ງໄດ້ ໃນກໍລະນີດັ່ງກ່າວຖ້າວ່າອຸນຫະພູມມີການຂື້ນໆລົງໆກຈະເຮັດໃຫ້ອາກາດຂື້ນໆລົງໆສະຫຼັບກັນ
  • ການຖຶກບັງຄັບຈາກພະລັງງານດີນາມິກຢູ່ເບື້ອງບົນກໍຈະເຮັດໃຫ້ອາກາດເຄື່ອນຕົວຕາມແນວຕັ້ງລົງສູ່ໜ້າດິນ
  • ການແຜ່ກະຈາຍຫຼືແຈກຍາຍອອກຂອງອາກາດຢູ່ໜ້າດິນພາຍລັງີ່ພັດຜ່ານຮ່ອມແຄບໆກໍສາມາດແກ່ດຶງເອົາອາກາດຢູ່ຍ່ານເທິງລົງມາສູ່ທີ່ຕ່ຳໄດ້ຈື່ງເຮັດໃຫ້ເກີດການເຄື່ອນທີ່ຂອງອາກາດລົງຕາມແນວຕັ້ງ
  • ການເຄື່ອນທີ່ຂອງອາກາດຕາມແນວຕັ້ງະເຮັດໃຫ້ຄວາມກົດດັນຂອງບັນຍາກາດລົດລົງແລະ ກົງກັນຂ້າມການເຄື່ອນທີ່ລົງຈະເຮັດໃຫ້ຄວາມກົດດັນຂອງອາກາດເພີ່ມຂື້ນຖ້າວ່າປະກົດການເຄື່ອນທີ່ດັ່ງກ່າວນີ້ຫາກກໄວຫຼາຍ ການລົດລົງຂອງຄວາມກົດດັນກໍຈະເຮັດໃຫ້ອຸນຫພູມຂອງອາກາດລົງຕ່ຳລົງອີກຍ້ອນວ່າເມື່ອຂື້ນໄປສູ່ຍ່ານສູງແລ້ວບັນດາແມັດໂມເລກູນຂອງອາກາດແລະອານຸພາກອື່ນໆໄດ້ຫ່າງອອກຈາກກັນຈື່ງບໍ່ແອອັດສຽດສີກັນຫຼາຍ
  • ການເຄື່ອນທີ່ຂື້ນຫຼືລົງຕາມແນວຕັ້ງຈະມີການປ່ຽນແປງຄວາມໜາແໜ້ນແລະອຸນຫະພູມຢູ່ເລືອຍໆ ອັດຕາການປ່ຽນແປງຂອງອຸນຫະພູມເຊີ່ງເກິດຈາກຄວາມປ່ຽນແປງຂອງຄວາມກົດດັນຖ້າວ່າມັນເພີ່ມຂື້ນຫຼາຍກໍຈະເຮັດໃຫ້ອາກາດປັ່ນປ່ວນແລະຂາດສະຖຽນລະພາບ
  • ອາກາດເຄື່ອນທີ່ຂື້ນຕາມແນວຕັ້ງແມ່ນອາກາດຊຸ່ມສຳພັດຂອງອາກາດເພີ່ມຂື້ນແລະຖ້າເພີ່ມຂື້ນຮອດ100% ອາຍນ້ຳໃນອາກາດຈະກັ່ນຕົວແລ້ວປະກອບເຂົ້າເປັນເມກເຮັດໃຫ້ເກີດມີຝົນຕົກຫຼືເກີດມີນ້ຳຟ້າຊະນິດອື່ນໆ ນອກຈາກນີ້ກໍລະນີທີ່ອາກາດເຄື່ອນທີ່ລົງຍ້ອນການຖຶກບັງຄັບດ້ວຍພະລັງດີນາມິກກໍພາໃຫ້ເກີດການແຫ້ງແລ້ງເຊັ່ນດຽວກັນ

ຮູບ ປະເພດຕ່າງໆຂອງການເຄື່ອນທີ່ຕາມແນວຕັ້ງຂອງອາກາດ ແລະ ສາເຫດຂອງມັນ

ຮູບ ການສະແດງການເກີດເປັນກລະນີເຟິນ

-ຍ້ອນການເຄື່ອນທີ່ຂອງອາກາດຂື້ນສູ່ເບື້ອງບົນຈື່ງພາໃຫ້ເກີດມີເມກຕ່າງໆໃນທ້ອງຟ້າຄືດ່ງໄດ້ກ່າວມາອັນໄດ້ເຮັດໃຫ້ພະລັງຄວາມຮ້ອນຂອງດວງຕາເວັນທີ່ແຜ່ມາຍັງໂລກຖຶກດູດກືນແລະສະທ້ອນກັບຄືນຈຳນວນໜື່ງຈື່ງກາຍເປັນປັດໄຈທີ່ເຮັດໃຫ້ນ່ວຍໂລກມີອຸນຫະພູມເໝາະສຳລັບການດຳລົງຊີວິດ

-ຍ້ອນການເຄື່ອນທີ່ຂອງອາກາດຂື້ນຫຼືລົງຕາມແນວຕັ້ງນີ້ເຮັດໃຫ້ຄົນເຮົາສາມາດພະຍາກອນໄດ້ລ່ວງນ້າຂອງສະພາບບັນຍາກາດ ຖ້າວ່າ ບຣາໂຣແມັດຫາກບອກວ່າຄວາມກົດດັນຂອງອາກາດສູງກວ່າເດີມເຮົາກໍຈະຮູ້ວ່າພາຍຸມູນອອກຫຼືມວນອາກາດທີ່ມີຄວາມກົດດັນສູງມາຮອດແລ້ວແລະກົງກັນຂ້າມ ຖ້າມັນບອກວ່າຄວາມກົດດັນຂອງອາກາດຕ່ຳລົງກໍຈະຮູ້ວ່າພາຍຸໝນເຂົ້າ

ແມ່ນການເຄື່ອນທີ່ຂອງອາກາດທີ່ຂະໜານກັບໜ້າໂລກໂດຍອາດຈະເຄື່ອນທີ່ໄປຕາມລວງຂອງເສັ້ນແວງ

ຈາກທິດເໜືອໄປຫາທິດໄຕ້ ການເຄື່ອນທີ່ຕາມແນວນອນນີ້ເກີດຈາກຄວາມແຕກຕ່າງທາງດ້ານຄວາມກົດດັນຂອງບັນຍາກາດຢູ່ເທິງໜ້າໂລກ ອາກາດຈະໄຫຼເຄື່ອນທີ່ຈາກເຂດຄວາມກົດດັນສູງ ບ່ອນໃດທີ່ແມ່ນເຂດຄວາມກົດດັນຕ່ຳເຮົາເອີ້ນວ່າກະແສອາກາດ ການເຄື່ອນທີ່ຂອງອາກາດຕາມແນວນອນນີ້ມີຜົນສະທ້ອນສຳຄັນຫຼາຍຢ່າງເປັນຕົ້ນມັນເຮັດໃຫ້ຄວາມຮ້ອນຄວາມເຢັນຢູ່ເທິງໜ້າໂລກຖືກກະຈາຍໄປສູ່ເຂດຕ່າງໆ ກົງກັນຂ້າມເຂດສູນສູດ ແລະ ເຂດຮ້ອນກໍຈະເປັນເຂດທີ່ຮ້ອນທີ່ສຸດຈົນບໍ່ມີສີ່ງທີ່ມີຊີວິດອາໄສຢູ່ໄດ້ ສ່ວນເຂດອົບອຸ່ນ ແລະ ເຂດຂົ້ວໂລກເປັນເຂດທີ່ໜາວທີ່ສຸດຈົນສີ່ງທີ່ມີຊີວິດອາໄສຢູ່ບໍ່ໄດ້ ແຕ່ໃນຕົວຈິງເຮົາສັງເກດໄດ້ວ່າເຂດຮ້ອນຂອງໂລກກໍບໍຮ້ອນຈົນເກີນໄປ ແລະເຂດອົບອຸ່ນ ແລະ ເຂດຂົ້ວໂລກ ກໍບໍໜາວຈົນເກີນໄປ ໝາຍຄວາມວ່າອາກາດທີ່ຖຶກເຜົາໄໝ້ແຮງຢູ່ເຂດສູນສູດແລະ ເຂດຮ້ອນໄດ້ເຄື່ອນທີ່ໄປຫາເຂດອົງສາຂະນານທີ່ສູງກວ່າພ້ອມທັ້ງນຳເອົາຄວາມຮ້ອນໄປດ້ວຍ ໃຂະນະດຽວກັນອາກາດໜາວຈາກເຂດຂົ້ວໂລກກໍໄດ້ເຄື່ອນທີ່ໄປຫາເຂດອົງສາຂະໜານຕ່ຳ ແລະສະກັກກັ້ນເຂດດັ່ງກ່າວບໃຫ້ອາກາດຖຶກເຜົາໄໝ້ແຮງ ຍ້ອນການເຄື່ອນທີ່ຕາມແນວນອນຂອງການກາດທີ່ກ່າວມານັ້ນ ຈື່ງພາໃຫ້ມວນອາກາດໜາວຫຼືຮ້ອນໄດ້ສັບປ່ຽນກັນປົກຄຸມແຫ່ງຕ່າງໆຂອງໂລກ ຕົວຢ່າງໄດ້ແກ່ປະເທດລາວ ຈື່ງໃນຍາມຮ້ອນແມ່ນໄດ້ຖຶກປົກຄຸມດ້ວຍມວນອາກາດຮ້ອນ ທີ່ມາຈາກທິດຕາເວັນຕົກສ່ຽງໃຕ້ ແລະ ໃນຍາມໜາວແມ່ນຖຶກປົກຄຸມດ້ວຍມວນອາກາດໜາວເຢັນທີ່ມາຈາກທິດຕາວັນອອກສ່ຽງເໜືອ

  • ວ່າດ້ວຍລົມ
  • ລົມແມ່ນຫຍັງ.
  • ກະດາຮຽງຄວາມດັນແລະ ຄວາມໄວຂອງລົມ

ລົມແມ່ນອາກາດທີ່ເຄື່ອນທີ່ຈາກທິດໜື່ງໄປຫາທິດໜື່ງຕາມແນວນອນເຊີ່ງຈະຂະໜານໄປກັບໜ້າໂລກ

ມັນແມ່ນສີ່ງທີ່ຄົນເຮົາຮູ້ສືກໄດ້ດ້ວຍການສຳພັດທາງກາຍະອິນຊີ ຫຼື ຮູ້ໄດ້ດ້ວຍການສັງເກດສີ່ງຕ່າງໆທີ່ເຄື່ອນໄຫວຍ້ອນກຳລັງຂອງລົມ ເຊັ່ນ ຂີ້ຝຸ່ນ ເສດເຈ້ຍ ໃບໄມ້ ເຄື່ອນໄຫວໄປຕາມລົມ ເຮົາສັງເກດເຫັນຫງ່າໄມ້ທີ່ໂອ່ນເອນ ລົມເກີດຂື້ນຍ້ອນມີຄວາມແຕກຕ່າງທາງດ້ານຄວາມກົດດັນຂອງອາກາດ ໝາຍຄວາມວ່າຫາກແຫ່ງໜື່ງເກີດມີຄວາມກົດດັນສູງ ແລະ ອີກແຫ່ງໜື່ງມີຄວາມກົດດັນຕ່ຳມັນກໍຈະເກີດມີລົມຂື້ນມາ ລົມແຕ່ລະຊະນິດນັ້ນໂດຍທົ່ວໄປແລ້ວມັນມັກມີຊື່ຕາມທິດທີ່ພັດມາ

ຕາມກົດເກນແລ້ວ ອາກາດຍາມໃດກໍຈະຕ້ອງເຄື່ອນທີ່ຈາກບໍລິເວນທີ່ມີຄວາມກົດດັນສູງ ໄປຫາບໍລິເວນທີ່

ມີຄວາມກົດດນຕ່ຳ ເສັ້ນທາງຂອງການເຄື່ອນທີ່ນັ້ນຖ້າບໍມີກຳລັງຈະຕ້ອງຕັ້ງສາກກັບເສັ້ນຂອງບັນດາເສັ້ນຄວາມດັນສະເໝີ ເສັ້ນທາງຂອງການເຄື່ອນທີ່ອາກາດ ເອີ້ນວ່າ ກະລາດຽງ ແລະ ການປ່ຽນແປງຂອງຄວາມກົດດັນອາກາດຕໍ່ໜ່ວຍໂລກໄລຍະທາງດັ່ງກ່າວນີ້ເອີ້ນວ່າຄວາມຊັນຫຼືຄວາມກົດດັນ ອາກາດຫຼືລົມມີການເຄື່ອນທີ່ໄວ ຫຼື ຊ້ານັ້ນ ແມ່ນມີການພົວພນໂດຍກົງ ກັບຄວາມຊັນຂອງຄວາມກົດດັນນີ້ ສະເພາະແມ່ນໃນຫ້ວງເວຫາທີ່ຫວ່າເປົ່າ ທີ່ບໍ່ມີອຸປະສັກອັນໄດກ້ນໄວ້ ຖ້າຄວາມຊັນຂອງອາກາດມີຄວາມກົດດັນຫຼາຍ ລົມກໍ່ຈະພັດແຮງແລະກົງກັນຂ້າມ

ຮູບ ສະແດງກະລາດຽງຄວາມດັນ

ເວົ້າລວມແລ້ວ ຖ້າວ່າບັນດາເສັ້ນຄວາມດັນສະເໝີ ຫາກຢູ່ໃກ້ກັນຫຼາຍລົມກໍ່ຈະພັດແຮງ ແລະ ກົງກັນຂ້າມຖ້າວ່າມັຢູ່ຫ່າງກັນລົມກໍຈະຄ່ອຍໆ ໃນເວລາສັງເກດແຜນທີ່ອາກາດຖ້າຢາກຮູ້ວ່າຄວາມໄວຂອງລົມມີໜ້ອຍຫຼາຍພຽງໃດນັ້ນເຮົາຕ້ອງສັງເກດເສັ້ນຄວາມດັນສະເໝີທີ່ສະແດງໃນແຜນທີ່ນັ້ນ

ເວົ້າສະເພາະຢູ່ຍ່ານທີ່ໃກ້ກັບໜ້າດິນຄວາມໄວຂອງລົມໄດ້ຫຼຸດຜ່ອນລົງແຕ່ 30 ຫາ 50%ຖ້າທຽບໃສ່ຄວາມໄວຂອງມັນໃນຍ່ານສູງ ນອກຈາກນີ້ດານປັ່ນປ່ວນຂອງອາກາດເຊີ່ງເກີດຈາກຄວາມແຄກຕ່າງກັນທາງດ້ານອຸນຫະພູມກໍສາມາດເຮັດໃຫ້ຄວາມໄວຂອງລົມລົດຜ່ອນລົງໄດ້ເຊ່ນດຽວກັນ ຍ້ອນອຸປະສັກຕ່າງໆທີ່ກ່າວມານີ້ເຖິງວ່າຈະນອນໃນສະພາບຄວາມກົດດັນແນວດຽວກັນແຕ່ຄວາມໄວຂອງລົມເທິງໜ້າດິນແລະໜ້ານ້ຳທະເລກໍມີຖານທີ່ແຕກຕ່າງກັນຢູ່ໃນເຂດທະເລ ແລະ ມະຫາສະໝຸດນັ້ນລົມຈະພັດໄດ້ສະດວກກວ່າຢູ່ເທິງໜ້າດິນ ດັ່ງນັ້ນຄວາມໄວມັນຕ້ອງສູງກວ່າ.

  • ທິດຂອງລົມ

ອາກາດ ຫຼື ລົມ ຈະຕ້ອງເຄື່ອນທີ່ຈາກບໍລິເວນທີ່ມີຄວາມກົດດັນສູງໄປຫາບໍລິເວນທີ່ມີຄວາມກົດດັນຕ່ຳ

ແຕ່ກໍບໍ່ໝາຍວ່າ ລົມຈະພດແບບຊື່ກົງ ໝາຍວ່າ ການເຄື່ອນທີ່ຂອງລົມບໍ່ໄດ້ຂື້ນກັບຄວາມຊັນຂອງຄວາມກົດດັນພຽງຢ່າງດຽວມັນຍັງຂື້ນກັບແຮງຊະນິດໜື່ງທີ່ວ່າ ແຮງຫວຽ່ງ ຫຼື ແຮງເສ ເຊີ່ງເກີດມາຈາກການໝູນປີ່ນອ້ອມຕົວມັນເອງຂອງໜ່ວຍໂລກ ແຮງດັ່ງກ່າວຖຶກຄົ້ນພົບແລະຄຳນວນໄດ້ຈາກນັກຄະນິດສາດຄົນຝຣັ່ງ ຊື່ວ່າ Coriolis ແລະເພີ່ນກໍ່ໄດ້ໃສ່ຊື່ກຳລັງລົມຕາມຊື່ຂອງນັກວິທະຍາສາດຜູ້ນີ້ ກຳລັງແຮງດັ່ງກ່າວນີ້ໄດ້ເຮັດໃຫ້ວັດຖຸຕ່າງໆທີ່ເປັນອງໄຫຼ ເຊ່ນ ອາກາດ ແລະ ນ້ຳ ມີການເຄື່ອນທີ່ອ໋ຍງໄປທາງຂວາ ແລະ ຊ້າຍແຕ່ການອ່ຽງດັ່ງກ່າວນີ້ບໍ່ເປັນເອກະພາບກັນໝົດມັນຈະມີການອ່ຽງຫຼາຍໃນເຂດຂົ້ວໂລກ ແລະ ເຂດອົບອຸ່ນ ນອກນີ້ຍັງມີການອ່ຽງຫຼາຍທີ່ສຸດຢູ່ຍ່ານສູງໆແຕ່ 3ກິໂລແມັດຂື້ນໄປ ແລະ ໃນເຂດທະເລ ຫຼື ມະຫາສະມຸດ ເຂດດັ່ງກ່າວນີ້ບໍ່ມີອຸປະສັກອັນໃດທີ່ຈະຂັດຂວາງການຜັດຜ່ານຂອງລົມ.

ສຳລັບກຳລັງແຮງ Coriolis ຖ້າເມື່ອໃດມັນຫາກສົມດູນກັບແຮງຄວາມຊັນຂອງຄວາມກົດດັນແລ້ວມັນກໍຈະເຮັດໃຫ້ລົມເຄື່ອນທີ່ຂະໜານໄປກັບບັນດດາຄວາມດັນສະເໝີແລະຕັ້ງສາກກັບທິດຂອງກະດາຣຽງຄວາມດັນເຊີ່ງໃນກຳລນີດັ່ງກ່າວເພີ່ນເອີ້ນວ່າ Vent geo etrophique

ຮູບ ລົມ Geoetrophique

ເມື່ອເບີ່ງຕາມຮູບແລ້ວເຮົາຈະສັງເກດໄດ້ວ່າພໍເຄື່ອນທີ່ກຳລັງ Coriolisກໍຈະເລີ່ມເຮັດໃຫ້ກະແສລົມອ່ຽງໄປທາງຂວາ ແລະ ລົມເຄື່ອນທີ່ໄວຍີ່ງມີກຳລັງຫຼາຍຂື້ນ ແລ້ວເຮັດໃຫ້ລົມເຄື່ອນທີ່ກັບບັນດາຄວາມດັນສະເໝີຄືດັ່ງກ່າວມານັ້ນ.

ເນື່ອງຈາກການໝູນປີ່ນອ້ອມຕົວມັນເອງຂອງໜ່ວຍໂລກ ແລະ ຜົນສະທ້ອນຂອງກຳລັງ Coriolisເຮົາສັງເກດໄດ້ວ່າ ຢູ່ເຟື້ອງໂລກເໜືອລົມຈະພັດໝູນວຽນອອກຈາກສູນຄວາມກົດດັນສູງຕາມທິດຂອງເຂັມໂມງເດີນ ແລະພັດໄປສູ່ຄວາມກົດດັນຕ່ຳຕາມທິດກົງກັນຂ້າມຫຼື ທວນກັບເຂັມໂມງເດີນ ສ່ວນເຟ້ອງໂລກໃຕ້ນັ້ນ ທິດທາງ

ຮູບ ສະແດງເຖິງທິດທາງຂອງລົມທີ່ພັດໝູນອອກຈາກເຂດຄວາມກົດດັນສູງແຕ່ລະເຟື້ອງໂລກ

ຮູບ ສະແດງເຖິງທິດທາງຂອງລົມທີ່ພັດໝູນວຽນເຂົ້າໄປຫາເຂດຄວາມກົດດັນຕ່ຳ ແຕ່ລະເຟືອງໂລກ

ການເຄື່ອນທີ່ຂອງລົມຈະເປັນໄປແບບກົງກັນຂ້າມກັບເຟື້ອງໂລກເໜືອ

ກ່ຽວກັບການອ່ຽງຂອງລົມນັ້ນຢູ່ແຕ່ລະຂົງເຂດຈະມີການເປັນໄປຄືດັ່ງນີ້:

-ຢູ່ເຂດສູນສູດ ແລະ ເຂດຮ້ອນ ເນື່ອງຈາກຄ່າຂອງກຳລັງ Coriolisຕ່ຳກວ່າເຂດອື່ນການອ່ຽງຂອງລົມກໍ່ມີນ້ອຍຫຼືບໍ່ມີເລຍໃນຂົງເຂດດັ່ງກ່າວນີ້ລົມຈາກສູນຄວາມດັນສູງຈະພັດເຂົ້າຢ່າງກົງຫາສູນຄວາມດັນຕ່ຳແລະຈະພັດຂະໜານກັບກະຣາດຽງອງຄວາມດັນ ດັ່ງນັ້ນທິດທາງຂອງລົມໃນເຂດນີ້ຈື່ງຕ້ອງຕັ້ງສາກກັບບັນດາເສັ້ນຄວາມດັນສະເໝີໂດຍທົ່ວໄປ

ຮູ ການໄຫຼຂອງອາກາດໃນເຂດເສັ້ນສູນສູດ ແລະ ເຂດຮ້ອນ

-ຢູ່ເຂດອົບອຸ່ນ ແລະ ເຂດໜາວຍ້ອນກຳລັງ Coriolisມີຄວາມແຮງກວ່າດັ່ງນັ້ນການອ່ຽງຂອງລົມຈື່ງມີຫຼາຍກວ່າເຂດຮ້ອນ ເວົ້າສະເພາະໃນຍ່ານຕ່ຳໆແລະ ເທິງແຜ່ນດິນບ່ອນທີ່ລົມຕ້ອງພົບກັບອຸປະສັກຫຼາຍຢ່າງນັ້ນ

ຮູບ ການໄຫຼຂອງອາກາດໃນເຂດອົບອຸ່ນ ແລະ ໜາວ ( ໃນຍ່ານຕ່ຳ ແລະ ເທິງແຜ່ນດິນ )

ຕາມທິດຂອງກະຣາດຽງຄວາມດັນ, ແຕ່ຕ້ອງພັດຄົດໂຄ້ງໄປລຽບເສັ້ນກະຣາ ດຽງນັ້ນ ໂດຍທີ່ສູນຄວາມດັນສູງຈະຢູ່ເບື້ອງຂວາຂອງມັນສຳລັບຢູ່ເຟື້ອງໂລກເໜືອ ແລະ ຈະຢູ່ທາງເບື້ອງຊ້າຍສຳລັບຢູ່ເຟື້ອງໂລກໃຕ້.

ຢູ່ໃນຢ່ານສູງໆ ແລະ ຢູ່ເທິງເຂດໜ້ານ້ຳທະເລ ຫຼືມະຫາສະມຸດ ບ່ອນທີ່ບໍ່ມີອຸປະສັກປານໃດກີດຂວາງທິດທາງຂອງລົມນັ້ນ,ເຫັນວ່າມັນມີການອ່ຽງຫຼາຍທີ່ສຸດຄືມັນຈະພັດຂະໜານໄປກັບເສັ້ນຄວາມດັນສະເໝີ ແລະ ວົງວຽນອ້ອມສູນຄວາມດັນສູງ ໂດຍບໍ່ຮ່າງໄກອອກຈາກບໍລິເວນດັ່ກ່າວນັ້ນເລີຍ ຫຼື ວ່າພັດວຽນອ້ອອມສູນຄວາມດັນຕ່ຳໂດຍບໍເຂົ້າໄປຫາຈຸດສູນກາງນັ້ນເຊັ່ນກັນ. ກໍລະນີດັ່ງກ່າວນີ້ໄດ້ແກ່ຈຳພວກສູນກົດດັນສູ ແລະ ຕ່ຳທີ່ມີລັກສະນະປະຈຳທີ່ເຊັ່ນ: ສູນຄວາມດັນສູງ Acores,ສູນຄວາມດັນສູງ Hawai,ສູນຄວາມດັນຕ່ຳ Islande, ສູນຄວາມດັນຕ່ຳ Aleotiennes…ເປັນຕົ້ນ.

ຮູບ 45:ການໄຫຼຂອງອາກາດຢູ່ເທິງເຂດມະຫາສະມຸດ ແລະ ຢູ່ຍ່ານສູງໆ

ບັນດາສູນຄວາມດັນຕ່າງໆເຫຼົ່ານີ້,ບັນດານັກຄົ້ນຄ້ວາພູມີສາດຫຼາຍທ່ານໄດ້ໃຫ້ຄຳເຫັນວ່າມັນອາດຈະມີການພົວພັນກັບການປ່ຽນແປງຂອງອຸນຫະພູມຢູ່ເທິງໜ້າໂລກນີ້ເລີຍກໍ່ເປັນໄດ້.

ເວົ້າລວມແລ້ວຍ້ອນຶດທິພົນຂອງກຳລັງ Coriolis ,ລົມຊະນິດຕ່າງໆທີ່ພັດຢູ່ເທິງໜ້າໂລກນີ້ຈະຕ້ອງມີການອ່ຽງໄປທາງດ້ານຊ້າຍ ຫຼື ທາງຂວາ,ຍົກເວັ້ນແຕ່ໃນບາງກໍລະນີທີ່ມັນບໍ່ອ່ຽງໄປຕາມກຳລັງແຮງຂອງກຳລັງ Coriolis ດັ່ງກ່າວເຊັ່ນ: ລົມທີ່ພັດຄ່ອຍໆ ລົມທີ່ພັດຢູ່ໃນຂົງເຂດອົງສາຂະໜານຕ່ຳ ລົມທ້ອງຖິ່ນ ຫຼື ລົມປະຈຳເວລາເຊັ່ນ: ລົມບົກ,ລົມທະເລ,ລົມພູ,ລົມຮ່ອມພູ… ໂດຍອີງຕາມທິດຂອງລົມນີ້,ເພື່ອຢາກຮູ້ວ່າສູນຄວາມກົດດັນສູງ ແລະ ຕ່ຳມີການຈັດວາງຢູ່ຄືແນວໃດນັ້ນ,ເພິ່ນໄອີງໃສ່ການອະທິບາຍຂອງກົດເກນບາຍສ໌ ແບນລອດ. ກົດເກນດັ່ງກ່າວນີ້ແມ່ນທ່ານ Buys Ballot ນັກອຸຕຸນິຍົມວິທະຍາຊາວໂຮນລັງເປັນຜູ້ຕັ້ງຂຶ້ນເຊຶ່ງມີເນື້ອໃນໃຈຄວາມວ່າ:” ຢູ່ເຟື້ອງໂລກເໜືອ,ເມື່ອເຮົາຫັນໜ້າໄປຕາມລົມ,ບໍລິເວນຄວາມກົດດັນຕ່ຳຂອງອາກາດຈະຢູ່ທາງດ້ານຊ້າຍມື,ສ່ວນບໍລິເວນຄວາມກົດດັນສູງນັ້ນຈະຢູ່ທາງດ້ານຂວາມືສະເໝີ ແລະ ຈະເປັນການກົງກັນຂ້າມ ສຳລັບຢູ່ເຟື້ອງໂລກໃຕ້ “.ປະຕິບັດຕາມກົດເກນດັ່ງກ່າວເຮົາຈະຮູ້ໄດ້ແນ່ນອນວ່າບັນດາສູນຄວາມດັນສູງ ແລະ ຕ່ຳນັ້ນມີການຈັດວາງຢູ່ຄືແນວໃດ. ການສຳຫຼວດ.

. ການສຳຫຼວດທິດລົມ.

ການສຳຫຼວດທິດລົມ ແມ່ນການສຳຫຼວດເພືຶອໃຫ້ຮູ້ທິດທີ່ລົມມາ.ທິດຂອງລົມນັ້ນ,ທົ່ວໄປກໍ່ມັກຈະຖືກເອີ້ນເປັນຊື່ຂອງລົມທີ່ພັດມາຈາກທິດນັ້ນເຊັ່ນ: ຖ້າວ່າລົມມາຈາກທິດເໜືອພັດເຂົ້າສູ່ສະຖານທີ່ສຳຫຼວດລົມ ກໍຈະເອີ້ນວ່າ ”ລົມທິດເໜືອ” ຫຼື ເອີ້ນວ່າ “ລົມເໜືອ” ກໍ່ໄດ້. ກ່ຽວກັບການເອີ້ນທິດລົມນີ້,ອາດຈະເອີ້ນຕາມທິດຂອງເຂັມທິດ ຫຼື ເອີ້ນເປັນອົງສາຈາກທິດເໜືອຂອງພູມີສາດ (ທິດເໜືອຈິງ) ກໍໄດ້ ຊຶ່ງປັດຈຸບັນນີ້ເພິ່ນນິຍົມໃຊ້ກັນທັງ 2 ແບບນີ້.

ທິດຂອງເຂັມນັ້ນໄດ້ແບ່ງອອກເປັນ 5 ທິດ ນຳກັນຄື: ທິດເໜືອ( N ),ທິດຕາເວັນອອກ( E ), ທິດຕາເວັນຕົກ( W ) ແລະ ທິດໃຕ້( S ).ແຕ່ບາງເທື່ອເພິ່ນກໍ່ຍັງແບ່ງເປັນທິດຍ່ອຍ ຫຼື ທິດສ່ຽງອອກໄປອີກ,ເຊິ່ງອາດຈະແບ່ງເປັນ 8 ທິດ, 16 ທິດ ຫຼື 32 ທິດ ແລະ ການເອີ້ນທິດຂອງລົມນັ້ນກໍ່ແມ່ນເອີ້ນໄປຕາມທິດຕ່າງໆເຫຼົ່າ. ແຕ່ວ່າໃນການບັນທຶກທິດລົມທົ່ວໄປແລ້ວເພິ່ນມັກບັນທຶກເປັນ 8 ທິດ ຫຼື 16 ທິດເທົ່ານັ້ນ.

ຮູບ 46 :ບັນດາທິດຕ່າງໆຢູ່ເທິງໜ້າໂລກ.

ສຳລັບການບອກທິດທາງຂອງລົມເປັນອົງສານັ້ນ,ເພິ່ນບອກຕາມມູມຂອງທິດລົມຈາກທິດເໜືອຂອງພູມີສາດແລ້ວວຽນໄປຕາມທິດຂອງເຂັມໂມງເດີນຕັ້ງແຕ່ 0 ອົງສາ - 360 ອົງສາ ເຊັ່ນ: ເພິ່ນບອກວ່າລົມທິດ 30 ອົງສາ ກໍ່ໝາຍຄວາມວ່າແມ່ນລົມທີ່ພັດຢູ່ລະຫວ່າງທິດເໜືອກັບທິດຕາເວັນອອກສ່ຽງເໜືອໂດຍສ້າງເປັນມູມ 30 ອົງສາກັບທິດເໜືອດັ່ງນີ້ເປັນຕົ້ນ.

ໃນການສຳຫຼວດທິດລົມນັ້ນ,ເພິ່ນນຳໃຊ້ອຸປະກອນແບບງ່າຍໆຊະນິດໜຶ່ງເອີ້ນວ່າ: ລູກສອນລົມ( Anemoscope ), ລູກສອນລົມນີ້ເຮັດດ້ວຍແທ່ງໂລຫະເບົາໆທີ່ມີແພນຫາງຕັ້ງຊື່( ບາງສະນິດກໍ່ມີແພນຫາງອັນດຽວ ແລະ ບາງສະນິດກໍ່ມີແພນຫາງ 2 ອັນ ), ຊຶ່ງຕັ້ງໄວ້ຢູ່ປາຍຫຼັກອັນໜຶ່ງ ໂດຍທີ່ສາມາດເຮັດໃຫ້ລູກສອນດັ່ງກ່າວປິ່ນໄປມາໄດ້ຕາມແນວນອນ.ຍ້ອນແພນຫາງດັ່ງກ່າວນັ້ນ,ລູກສອນລົມຈຶ່ງຢູ່ໃນແນວທີ່ຂະໜານກັບທິດທາງທີ່ລົມພັດ ແລະ ຖ້າວ່າຫົວລູກສອນນັ້ນຊີ້ໄປທາງໃດກໍ່ຈະຮູ້ໄດ້ໂລດວ່າລົມພັດມາຈາກທິດນັ້ນ.

ໂດຍອາໄສລູກສອນລົມດັ່ງກ່າວ,ເຮົາຈະຫາທິດລົມໄດ້ດ້ວຍການສັງເກດແນວຂອງລູກສອນກັບແທ່ງໂລຫະຊີ້ທິດຊຶ່ງຕິດຢູ່ກັບເສົາຂອງລູກສອນນັ້ນ. ສຳລັບລູກສອນລົມບາງຊະນິດ,ມັນຈະບອກໃຫ້ເຮົາຮູ້ທິດລົມໄດ້ຈາກການອ່ານໜ້າປັດຂອງມັນ ຫຼື ຈາກການບັນທຶກທິດລົມຢູ່ເທິງກະດາດກຣາຟ.

ຮູບ 57: ຮູບລູກສອນລົມ

ກ່ຽວກັບອຸປະກອນສຳຫຼວດທິລົມນີ້, ນອກຈາກລູກສອນລົມແລ້ວເພິ່ນຍັງນຳໃຊ້ອຸປະກອນອີກຊະນິດໜຶ່ງ ຊຶ່ງມີຮູບລັກສະນະຄ້າຍຄືຖົງຕອງກາແຟ,ອຸປະກອນຊະນິດນີ້ເອີ້ນວ່າ: “ ຖົງອາກາດ ”( Manche a Air ) ເຊິ່ງທົ່ວໄປແລ້ວເພິ່ນມັກໃຊ້ສຳຫຼວດທິດລົມຢູ່ຕາມສະໜາມບິນຕ່າງໆ. ຖ້າວ່າປາກຂອງຖົງອາກາດດັ່ງກ່າວນີ້ຫາກປິ່ນໄປທາງໃດກໍ່ຈະຮູ້ວ່າມີລົມພັດມາຈາກທິດດັ່ງກ່າວນັ້ນ.ແຕ່ຖົງອາກາດນີ້ຈະໃຊ້ໄດ້ຜົນສຸດກໍ່ໃນເມື່ອມີລົມພັດມາແຮງພໍສົມຄວນ

ຮູບ 58: ຮູບຖົງອາກາດ.

2. ການສຳຫຼວດຄວາມໄວຂອງລົມ.

ຄວາມໄວຂອງລົມໝາຍເຖິງຄວາມໄວຂອງກະແສອາກາດທ່ເຄື່ອນທີ່ຜ່ານຈຸດໃດຈຸດໜຶ່ງທີ່ກຳນົດໄວ້ຢູ່ເທິງໜ້າໂລກ.ຕາມທຳມະດານັ້ນ,ລົມທີ່ພັດຢູ່ໃນທີ່ສູງໆຍ່ອມຈະມີຄວາມໄວສູງເພາະວ່າບໍ່ມີສິ່ງໃດກີດຂວາງໄວ້.ນອກຈາກນັ້ນ,ລົມທີພັດຜ່ານທະເລ ຫຼື ມະຫາສະໝຸດກໍ່ມີຄວາມໄວສູງກ່ວາລົມທີ່ພັດຜ່ານແຜ່ນດິນ, ທັງນີ້ກໍ່ເພາະວ່າໜ້ານ້ຳທະເລນັ້ນຮາບພຽງກ່ວາໜ້າດິນ. ແຕ່ການທີ່ຈະຮູ້ວ່າລົມພັດມາດ້ວຍຄວາມໄວເທົ່າໃດນັ້ນເຮົາຕ້ອງໄດ້ວັດແທກດ້ວຍເຄື່ອງມືຊະນິດໜຶ່ງເອີ້ນວ່າ: ອາເນໂມແມດ( Anemometre ) ຊຶ່ງທົ່ວໄປເພິ່ນມັກຕັ້ງໄວບ່ອນສູງໆ ຫຼື ບໍ່ດັ່ງນັ້ນກໍ່ຕັ້ງໄວທີ່ກາງແຈ້ງເຊັ່ນ: ຢູ່ສະໜາມບິນ ແລະ ທົ່ງນາເປັນຕົ້ນ. ນອກຈາກນີ້ຢູ່ຕາມສະຖານີສຳຫຼວດອາກາດຕາງໆນັ້ນ, ເຮົາກໍ່ຈະເຫັນອາໂມແມດນີ້ຕັ້ງໄວ້ປະຈຳຢູ່ສະເໝີ.ອຸປະກອນສະນິດນີ້ມີລັກສະນະເປັນຖ້ວຍທີ່ຄ້າຍຄືລູກບານ ຫຼື ລູກປີ່ງປ່ອງເຄິ່ງໜ່ວຍ.ມັນປະກອບດ້ວຍ 3 - 4 ຖ້ວຍທີ່ສະແດງໄວ້ທີ່ປາຍຄານໂລຫະເບົາເຊິ່ງຕັ້ງໄວ້ຢູ່ປາຍຫຼັກເສົາອັນໜຶ່ງໂດຍທີ່ຄານດັ່ງກ່າວສາມດມູນປິ່ນໄປມາຕາມແນວນອນ.

ຮູບ 49: ອາເນໂມແມດ

ເມື່ອຖືກລົມພັດຖ້ວຍທີ່ຫັນດ້ານທີ່ເປັນໂກນ ຫຼື ປິ່ນປາກອອກຮັບລົມນັ້ນຈະຕ້ານລົມໄດ້ຫຼາຍກ່ວາຖ້ວຍທີ່ປິ່ນກົ້ນຂອງມັນໃສ່ທິດລົມ. ດັ່ງນັ້ນຈຶ່ງເຮັດໃຫ້ມັນມູນປິ່ນໄປອ້ອມແກນໄດ້. ຈຳນວນຮອບທີ່ຖ້ວຍຕ່າງໆນີ້ໝູນໄປນັ້ນແມ່ນມີຄວາມສຳພັນກັບໄລຍະທາງທີ່ລົມພັດມາຜ່ານອຸປະກອນວັດແທກຄວາມໄວຂອງລົມນີ້ໄປ. ເມື່ອຮູ້ຈຳນວນຮອບທີ່ຖ້ວຍປິ່ນອ້ອມແກນໃນຊ່ວງເວລາໃດໜຶ່ງເຮົາກໍ່ຈະຮູ້ວ່າໄລຍະທາງທີ່ລົມພັດຜ່ານໄປໃນຊ່ວງເວລາດັ່ງກ່າວນັ້ນແລ້ວ ເຮົາກໍ່ຈະຄຳນວນໄດ້ຄວາມໄວຂອງລົມ, ໂດຍເອົາເວລາໄປຫານໃຫ້ໄລຍະທາງທີ່ລົມພັດຜ່ານໄປນັ້ນ.

ມາເຖິງປັດຈຸບັນນີ, ອຸປະກອນຊະນິດດັ່ງກ່າວໄດ້ຮັບການດັດແປງໃຫ້ທັນສະໄໝຂຶ້ນກ່ວາເກົ່າຄື: ເພິ່ນໄດ້ນຳເອົາດີນາໂມນ້ອຍໆມາຕໍ່ໃສ່ກັບແກນປິ່ນຂອງຖ້ວຍແລ້ວຕໍ່ສາບໄຟໄປຍັງໂມງວັດແທກເຊິ່ງຢູ່ໜ້າປັດຂອງມັນນັ້ນມີຕົວເລກບອກຄວາມໄວຂອງລົມໄວ້, ເປັນນອດ( Knot ) ຫຼື ເນີ( Noeuds ) ຊຶ່ງເປັນການງ່າຍທີ່ສຸດສຳລັບການອ່ານຄ່າຄວາມໄວຂອງລົມ.

ໃນການວັດແທກຄວາມໄວຂອງລົມນີ້, ຫົວໜ່ວຍວັດແທກທີ່ນິຍົມໃຊ້ກັນໂດຍທົ່ວໄປນັ້ນມີຄື:

Km/h

ໄມ/ຊົ່ວໂມງ

ເນີ ຫຼື ນອດ(ຄວາມໄວຂອງລົມ 1 ນອດແມ່ນຄວາມໄວ 1 ໄມທະເລ / ຊົ່ວໂມງ)

ລຳດັບ

ຊື່ເອີ້ນຕາມລັກສະນະລົມ

ຄວາມໄວຂອງລົມຕາມຄວາມສູງມາດຕາຖານ 10 ແມັດ ເໜືອພື້ນດິນພຽງ

ລັກສະນະຂອງລົມທີ່ສັງເກດໄດ້ຈາກສີ່ງຕ່າງໆທີ່ເຄື່ອນໄຫວຍ້ອນກຳລັງລົມ

ນ໋ອດ

ກມ/ຊມ

ໄມ / ຊມ

0

ສະຫງັດລົມ

< 1

< 1

< 1

ບໍ່ມີລົມ, ຄວັນໄຟຂື້ນທ່ຽງ, ໃບໄມ້ຢູ່ນີ້ງ, ຄວັນໄຟອ່ຽງໄປຕາມລົມແຕ່ສອນລົມບໍ່ທັນັນໄປຕາມ. ໃບໜ້າເຍືອກເຍັນ, ປີ່ນລົມຫັນ, ສອນລົມປິ່ນ, ໃບໄມ້ເໜັງ. ທຸງປິວສະບັດຕາມລົມ,ໃບໄມ້ເໜັງຕີງຕະຫຼອດເວລາ. ຂີ້ຝຸ່ນຟົ້ງ, ເຈ້ຍປິວ, ນ້ຳເປັນຟອງ, ຫງ່າໄມ່ນ້ອຍແກ່ວງໄກວ. ນ້ຳຍວກ, ໃບໄມ້ນ້ອຍໂອນເອນໄປມາ. ໃບໄມ້ໃຫຍ່ເຟື່ອນ, ສາຍໂທລະສັບດັງຫວີດໆ. ກັ້ງຮົ່ມຍາກ. ຕົ້ນໄມ້ໃຫຍ່ໂຍກ. ງ່າໄມ້ຫັກ. ຍ່າງຕ້ານກັບລົມລຳບາກທີ່ສຸດ, ສີ່ງກໍ່ສ້າງຫັກພັງ. ຫຼັງຄາດິນມຸງຂໍເລີກ, ງ່າໄມ້ຫັກຫຼາຍຂື້ນ, ເຮືອນຫັກພັງ, ຕົ້ົ້ນໄມ້ໃຫຍ່ກົ່ນ, ສີ່ງກໍ່ສ້າງຫັກພັງເປັນບໍລິເວນກ້ວາງ

1

ລົມຕ້ອງ

1 - 3

1 - 5

1 - 3

2

ລົມເພີນ

4 - 6

6 - 11

4 - 7

3

ລົມອ່ອນ

7 - 10

12 - 19

8 - 12

4

ລົມລ່ວງ

11 - 16

20 - 28

13 - 18

5

ລົມໂບຍ

17 - 21

29 - 38

19 - 24

6

ລົມຫຼອນ

22 - 27

39 - 49

25 - 31

7

ລົມຫຼວງ

28 - 33

50 - 61

32 - 37

8

ລົມພາຍຸອ່ອນ

34 - 40

62 - 74

38 - 46

9

ລົມພາຍຸ

41 - 47

75 - 88

47 - 54

10

ລົມພາຍຸຫຼວງ

48 - 55

89 - 102

55 - 63

11

ລົມພາຍຸຈັດ

56 - 63

103 - 117

64 - 71

12

ລົມພາຍຸມານ

64 - 71

118 - 133

72 - 81

ມາດຕະຖານໂບຝອດ( Echell de Beaufort )ເຊິ່ງແມ່ນມາດຖານສາກົນທີ່ກະຕວງ ຫຼື ປະມານຄວາມໄວຂອງລົມດ້ວຍການສັງເກດວັດຖຸຕ່າງໆທີ່ເຄື່ອນໄຫວຍ້ອນກຳລັງຂອງລົມ.ມາດຖານໂບຝອດນີ້ໄດ້ແບ່ງກຳລັງແຮງຂອງລົມອອກເປັນ 12 ຂັ້ນຄືດັ່ງໄດ້ຈັດໄວ້ໃນຕາຕະລາງລຸ່ມນີ້:


5.ຜົນສະທ້ອນຂອງລົມຕໍ່ການເຄື່ອນໄຫວຂອງນ້ຳໃນມະຫາສະໝຸດ

ຫຼາຍຄົນຄົງເຄີຍເຫັນ ເມື່ອເຮົາເປົ່າລົມໃສ່ນ້ຳໃນອ່າງ ນ້ຳຈະເຄື່ອນທີ່ເປັນກະແສ ຫຼື ເກີດເປັນລູກ

ຄື້ນ ແລ່ນໄປຕາມໜ້ານ້ຳໃນອ່າງນັ້ນ ຍ້ອນອິດທິພົນຂອງລົມ ເຊີ່ງແມ່ນໜື່ງໃນບັນດາບັດໄຈທີ່ພາໃຫ້ມັນມີການເຄື່ອນໄຫວ ມັນຈື່ງເກີດປາກົດການຕ່າງໆ ໃນນັ້ນປາກົດການທີ່ສຳຄັນມີຄື:

-ຟອງ: ໜ້ານ້ຳມະຫາສະໝຸດຢາມໃດກໍ່ມີຟອງເປັນປະຈຳ ຟອງຈະນ້ອຍ ຫຼື ໃຫຍ່ ຈະສູງ ຫຼື ຕ່ຳ ແມ່ນຂື້ນ

ກັບຄວາມແຮງຂອງລົມ ຖ້າລົມພັດແຮງເທິງເນື້ອທີ່ກວ້າງຂວາງເທົ່າໃດ ຈອມຟອງຍີ່ງສູງຂື້ນ

-ກະແສນ້ຳ: ການທີ່ມີລົມພັດຢູ່ເທິງໜ້ານ້ຳມະຫາສະໝຸດນັ້ນ ໄດ້ພາໃຫ້ເກີດມີການເຄື່ອນທີ່ເປັນໄປ

ຕາມກະແສທິດຂອງລົມ ເຊິ່ງເຮົາສາມາດສັງເກດໄດ້ຄື: ໃນເຂດສູນສູດມີກະແສນ້ຳທີ່

ໄຫຼຈາກທິດຕາເວັນອອກ ໄປຫາທິດຕາເວັນຕົກຕາມທິດຂອງລົມພານິດ ໃນເຂດ

ອົບອຸ່ນມີກະແສນ້ຳທີ່ໄຫຼຈາກທິດຕາເວັນຕົກ ໄປຫາທິດຕາເວັນອອກ ຕາມທິດຂອງລົມ

ຕາເວັນຕົກ ຢູ່ພາກເໜືອຂອງມະຫາສະໝຸດອິນເດຍ ກະແສນ້ຳໄດ້ມີການໄຫຼໄປ

ແລະ ກັບຕາມທິດຂອງລົມມໍລະສຸມ ໃນແຕ່ລະລະດູ

-ກະແສນ້ຳຕາມແນວຕັ້ງ: ເມື່ອມີລົມພັດຢ່າງປົກກະຕິຈາກແຜ່ນດິນໄປສູ່ທະເລ ເຊັ່ນ ຢູ່ເຂດແຄມຝ່ງທະເລເບືອງຕາເວັນຕົກຂອງທະວີບ ໃນເຂດເຄື່ອນໄຫວຂອງລົມພານິດ ໄດ້ພາໃຫ້ເກີດກໍລະນີທີ່ນ້ຳເຢັນ ຢູ່ທາງພື້ນ ເຄື່ອນຂື້ນມາທົດແທນໃຫ້ ນ້ຳຢູ່ທາງໜ້ານ້ຳ ທີ່ເຄື່ອນທີ່ເປັນໄປຕາມກະແສທິດລົມ ກໍລະນີດັ່ງກ່າວນີ້ເອີ້ນວ່າ Upwelling ເຊີ່ງຖຶກພົບເຫັນໃນເຂດແຄມຝັ່ງທະເລ ຂອງປະເທດມາຣົກ ແລະ ປະເທດ ໂມຣິດາ ເຂດຝັ່ງທະເລພາກຕາເວັນຕົກສ່ຽງໃຕ້ຂອງທະວີບ ອາຟຣິກາ ເຂດຝັ່ງທະເລຂອງຈີເລ ເປຣູ ແລະ ຝັ່ງທະເລຂອງລັດຄາຣິຟໍເນຍ ສະຫາລັດອາເມຣິກາ

6.ປະເພດຕ່າງໆຂອງລົມ

ກ. ລົມປະຈຳເວລາ ຫຼື ລົມປະຈຳວັນ.

1.ລົມບົກ ແລະ ລົມທະເລ.

ລົມບົກ ແລະ ລົມທະເລແມ່ນລົມປະຈຳເວລາທີ່ປ່ຽນຜຽນກັນພັດຈາກແຜ່ນດິນໄປສູ່ທະເລ ແລະ ຈາກທະເລໄປສູ່ແຜນດິນຢ່າງສະໝ່ຳສະເໝີໃນແຕ່ລະວັນ.

ສາເຫດທີ່ພາໃຫ້ເກີດລົມທະເລນັ້ນໃນເວລາກາງເວັນແຜ່ນດິນໄດ້ຮັບຄວາມຮ້ອນຈາກດວງຕາເວັນໄວກ່ວານ້ຳທະເລ ຈຶ່ງພາໃຫ້ອຸນຫະພູມຂອງແຜ່ນດິນບໍລິເວນທີ່ຢູ່ໃກ້ທະເລສູງກ່ວາອຸນຫະພູມຂອງນ້ຳ. ໃນຂະນະນີ້ອາກາດຮ້ອນເທິງແຜ່ນດິນກໍ່ຂະຫຍາຍຕົວແລ້ວລອຍຂຶ້ນໄປສູ່ເບື້ອງບົນ,ແລ້ວອາກາດທີ່ເຢັນກ່ວາຈາກທະເລກໍ່ຈະພັດເຂົ້າມາແທນທີ່ຈຶ່ງພາໃຫ້ເກີດກະແສລົມທີ່ພັດມາຈາກໜ້າທະເລເຂົ້າສູ່ຝັງເອີ້ນວ່າ: ລົມທະເລ, ລົມທະເລນີ້ມັກຈະເລີ່ມມີຂຶ້ນຕັ້ງແຕ່ເວລາກ່ອນທ່ຽງວັນໄປຫາຫົວຄ່ຳ.

ຮູບ 51: ຮູບສະແດງການເກີດລົມທະເລ

ສ່ວນສາເຫດທີ່ພາໃຫ້ເກີລົມບົກນັ້ນກໍຄື ໃນເວລາລາກາງຄືນແຜ່ນດິນຄາຄວາມຮ້ອນອອກໄປໄດ້ໄວກ່ວານ້ຳທະເລ,ອຸນຫະພູມຂອງແຜ່ນດິນຈຶ່ງລົດລົງຕ່ຳກ່ວາອຸນຫະພູມຂອງນ້ຳທະເລ.ເມື່ອເປັນແນວນັ້ນຈຶ່ງມີລົມພັດມາຈາກແຜ່ນດິນອອກສູ່ທະເລເອີ້ນວ່າ: ລົມບົກ. ລົມດັ່ງກ່າວນີ້ຈະເລີ່ມພັດຕັ້ງແຕ່ກ່ອນທ່ຽງຄືນໄປຫາຕອນຮຸ່ງເຊົ້າ.

ຮູບ 52: ຮູບສະແດງການເກີດລົມ.

ລົມບົກ ແລະ ລົມທະເລນີ້ມີປະໂຫຍດຢ່າງຫຼວງຫຼາຍຕໍ່ຊາວປະມົງທີ່ຍັງໃຊ້ເຮືອໃບລົມອອກໄປຫາປາໃນທະເລຄື: ເຂົາເຈົ້າອາໃສລົມບົກໃນເວລາກາງຄືນເພື່ອເອົາເຮືອໃບອອກຈາກຝັງເພື່ອໄປຈັບປາ ແລະ ພໍເຖິງຕອນເຊົ້າກໍ່ອາໃສລົມທະເລເພື່ອນຳເຮືອເຂົ້າມາຫາຝັງ. ນອກຈາກນີ້ ລົມທະເລຍັງຊ່ວຍເຮັດໃຫ້ບໍລິເວນແຄມຝັງທະເລເຢັນສະບາຍໃນຍາມຮ້ອນເພາະລົມດັ່ງກ່າວນີ້ສາມາດພັດເຂົ້າສູ່ແຜ່ນດິນໄດ້ໄກເຖິງ 100 – 120 Km.

2.ລົມພູ ແລະ ລົມຮ່ອມພູ.

ລົມພູ ແລະ ລົມຮ່ອມພູກໍ່ແມ່ນລົມທ່ພັດເປັນເວລາໂດຍປ່ຽນຜຽນກັນພັດຢູ່ໃນແຕ່ລະວັນ.ການທີ່ເກີດລົມຮ່ອມພູນັ້ນກໍ່ເນື່ອງຈາກວ່າໃນເວລາກາງເວັນຄື: ພໍແຕ່ດວງຕາເວັນເລີ່ມພົ້ນຈາກຂອບຟ້າຂຶ້ນມານັ້ນ, ເຂດຈອມພູ ຫຼື ເປິ້ນພູຈະໄດ້ຮັບແສງແດດໂລດ. ຍ້ອນຖືກແຜດເຜົາຈາກແສງຕາເວັນ,ອາກາດຢູ່ເທິງພູຈຶ່ງຮ້ອນແລ້ວກໍ່ຂະຫຍາຍຕົວ ແລະ ລອຍຕົວຂຶ້ນໄປ. ແຕ່ໃນເວລາກາງເວັນນີ້,ຢູ່ເຂດຮ່ອມພູເຊິ່ງບໍ່ໄດ້ຮັບແສງແດດຫຼາຍປານໃດເພາະຖືກຈອມພູຕ່າງໆບັງໄວ້ນັ້ນ,ອາກາດຈຶ່ງເຢັນກ່າວ ແລະ ມີຄວາມກົດດັນສູງກ່າວ. ດັ່ງນັ້ນ ອາກາດຢູ່ເຂດຮ່ອມພູຈຶ່ງເຄື່ອນທີ່ຂຶ້ນໄປແທນໃຫ້ອາກາດຢູ່ເຂດຈອມພູທີ່ລອຍຂຶ້ນໄປສູ່ເບື້ອງບົນ,ຈຶ່ງພາໃຫ້ເກີດມີລົມທີ່ພັດຈາກເຂດຮ່ອມພູຂຶ້ນໄປສູ່ເຂດຈອມພູໃນເວລາກາງເວັນເອີ້ນວ່າ: ລົມຮ່ອມພູ.

ຮູບ 53: ຮູບສະແດງການເກີດລົມຮ່ອມພູ.

ສຳລັບລົມພູນັ້ນ ມັນແມ່ນລົມທີ່ເກີດຂຶ້ນໃນເວລາກາງຄືນໂດຍພັດຈາກເຂດຈອມພູລົງສູ່ເຂດຕີນພູ ຫຼື ຮ່ອມພູ. ລົມດັ່ງກ່າວນີ້ເກີດຂຶ້ນໄດ້ກໍ່ເນື່ອງດ້ວຍວ່າ, ພໍແຕ່ຕາເວັນຕົກລັບຂອບຟ້າໄປ, ບໍລິເວນເທິງພູ ຫຼື ຈອມພູ ໄດ້ຄາຍຄວາມຮ້ອນອອກໄວກ່ວາບໍລິເວນຮ່ອມພູຈຶ່ງພາໃຫ້ອາກາດຢູ່ເຂດຈອມພູເຢັນລົງ ແລະ ເຢັນກ່ວາເຂດຮ່ອມພູ.ດັ່ງນັ້ນໃນຍາມກາງຄືນຈຶ່ງມີລົມພັດຈາກເຂດເທິງພູລົງສູ່ເຂດຮ່ອມພູເອີ້ນວ່າ: ລົມພູ.

ຮູບ 54: ຮູບສະແດງການເກີດລົມພູ.

ລົມພູ ແລະ ລົມຮ່ອມພູນີ້ເປັນລົມທີ່ມີປະໂຫຍດໃນການເຮັດໃຫ້ອາກາດຢູ່ເຂດພູດອຍມີລັກສະນະປົກກະຕິດີຄື: ລົມຮ່ອມພູຈະຊ່ວຍໃຫ້ຄວມຮ້ອນໃນເຂດຈອມພູຜ່ອນຄາຍລົງໃນເວລາກາງເວັນ,ໂດຍສະເພາະແມ່ນເຂດຈອມພູ ຫຼື ເປິ້ນພູ ທີ່ປິ່ນຫຼັງໃສ່ທະເລ. ສວນລົມພູນັ້ນກໍ່ຊ່ວຍເຮັດໃຫ້ເຂດຮ່ອມພູເຢັນລົງໃນວລາກາງຄືນ.

ຂ. ລົມປະຈຳລະດູ, ລົມມໍລະສຸມ

3.ລົມມໍລະສຸມແມ່ນລົມແນວໃດ ?

ລົມມໍລະສຸມແມ່ນລົມປະຈຳລະດູຄື: ມັນເປັນລົມທີ່ມີການປ່ຽນທິດທາງໃນການພັດຕາມການປ່ຽນແປງຂອງທົ່ງຄວາມດັນໃນແຕ່ລະລະດູການ. ລົມດັ່ງກ່າວນີ້ເຄື່ອນໄຫວຢູ່ໃນເຂດຮ້ອນແລະເຂດອາຍັນ ຕັ້ງແຕ່ພາກຕາເວັນຕົກຂອງທະວີບອາຟະຣິກາ ໄປຫາເຂດໝູ່ເກາະທາງພາກຕາເວັນຕົກສ່ຽງເໜືອຂອງທະວີບໂອເຊອານີ. ແຕ່ເຂດທີ່ຈະແຈ້ງແງກວ່າໝູ່ແມ່ນຢູ່ພາກໃຕ້,ພາກຕາເວັນອອກສ່ຽງໃຕ້, ແລະພາກຕາເວັນອອກຂອງທະວີບອາຊີ.ທິດພັດຕົ້ນຕໍຂອງລົມມີດັ່ງນີ້: ໃນຍາມໜາວພັດຈາກທິດຕາເວັນອອກສ່ຽງເໜືອໄປຫາທິດຕາເວັນຕົກສ່ຽງໃຕ້ ແລະໃນຍາມຮ້ອນພັດຈາກທິດກົງກັນຂ້າມ.

ຄຳວ່າ ມໍລະສຸມ ແມ່ນໄດ້ຜັນຂະຫຍາຍມາຈາກຄຳວ່າ ໂມຊິມ ໃນພາສາອາຣັບ ຊຶ່ງແປວ່າລະດູການ ຫລືໝາຍຄວາມວ່າ ແມ່ນລົມປະຈຳລະດູນັ້ນເອງ.ລົມດັ່ງກ່າວແມ່ນມີກໍລະນີພິເສດຂອງອາກາດຢູ່ໃນເຂດຮ້ອນ ແລະເຂດອາຍັນ.ຕາມທຳມະດາຂົງເຂດເສັ້ນອາຍັນຫລືໃກ້ເສັ້ນອາຍັນຈະຕ້ອງເປັນເຂດອາກາດແຫ້ງແລ້ງຫລືຖ້າມີຝົນຕົກ ກໍຈະຕົກໃນປະລິມານນ້ອຍ. ແຕ່ກົງກັ້ນຂ້າມຍ້ອນມີລົມມໍລະສຸມບັນດາເຂດທີ່ກ່າວມາຈຶ່ງເປັນເຂດທີ່ມີຄວາມຊຸ່ມດີແລະເປັນເຂດທີ່ມີຝົນຕົກຫລາຍກວ່າໝູ່ໃນໂລກ.

ສາເຫດຂອງລົມມໍລະສຸມ

ກ່ຽວກັບສາເຫດຂອງລົມມໍລະສຸມ ນັກຄົ້ນຄວ້າຫລາຍທ່ານໄດ້ພະຍາຍາມອະທິບາຍຄວາມເຫັນຕ່າງໆທີ່ແຕກຕ່າງກັນໃນສະໄໝກ່ອນນັ້ນ ຄົນເຮົາເຂົ້າໃຈວ່າ:ລົມມໍລະສຸມແມ່ນລົມບົກຫລືລົມທະເລທຳມະດາກ ເຂົາເຈົ້າອະທິບາຍກັນວ່າ ສາເຫດທີ່ພາໃຫ້ເກີດມີລົມແມ່ນຍ້ອນມີຄວາມແຕກຕ່າງກັນຂອງອຸນຫະພູມແລະຄວາມກົດດັນຂອງອາກາດ ຢູ່ໃນແຕ່ລະດູລະຫວ່າງແຜ່ນດິນທີ່ກວ້າງໃຫ່ຍແລະປຶກແຜ່ນກັບມະຫາສະໝຸດອອ້ມຂ້າງ.ຄວາມແຕກຕ່າງນີ້ໄດ້ພາໃຫ້ເກີດມີການຖ່າຍເທກະແສລົມຕາມລະດູການຈາກແຜ່ນດິນໄປສູ່ມະຫາສະໝຸດ.ທ່ານ Edmun Halley ນັກດາລາສາດແລະພູມີສາດຊາວອັງກິດໄດ້ອະທິບາຍກ່ຽວກັບການກຳເນີດຂອງລົມມໍລະສຸມໃນທະວີບອາຊີວ່າ:ຍ້ອນທະວີບອາຊີຖືກປົກຄຸມດ້ວຍອາກາດໜາວເຂດຂົ້ວໂລກມັນຈຶ່ງມີອຸນຫະພູມຕ່ຳແລ້ວກາຍເປັນເຂດທີ່ມີຄວາມກົດດັນສູງ,ແຕ່ໃນເວລາດຍວກັນນີ້ເຂດມະຫາສະມຸດອອ້ມຂ້າງພັດມີອຸນຫະພູມສູງກ່ວາ,ດັ່ງນັ້ນໃນລະດູໜາວນີ້ຈຶ່ງມີລມພັດມາຈາກແຜ່ນດິນອອກສູ່ມະຫາສະໝຸດ, ເອີ້ນວ່າລົມມໍລະສຸມໜາວ. ກົງກັນຂ້າມໃນຍາມຮ້ອນແຜ່ນດິນທະວີບອາຊີ ໄດ້ຖືກແດດແຜດເຜົາແຮງ. ມັນຈຶ່ງມີອຸນຫະພູມສູງກ່ວາຢູ່ເຂດມະຫາສະໝຸດອອ້ມຂ້າງແລ້ວຈື່ງກາຍເປັນເຂດຄວາມກົດດັນຕ່ຳ,ແຕ່ພ້ອມດຽວກັນນີ້ ເຂດມະຫາສະໝຸດພັດເປັນເຂດຄວາມກົດດັນສູງ ຈຶ່ງມີລົມພັດຈາກເຂດມະຫາສະໝຸດເຂົ້າສູ່ທະວີບ ເອີ້ນວ່າລົມມໍລະສຸມຮ້ອນ.

ປັດຈຸບັນນີ້ ການອະທິບາຍກ່ຽວກັບສາເຫດທີ່ພາໃຫ້ເກີດມີລົມມໍລະສຸມຕາມທິດສະດີຂ້າງເທິງ ຊຶ່ງຖືວ່ແມ່ນອຸນຫະພູມເປັນປັດໄຈຕົ້ນຕໍນັ້ນຍັງບໍ່ທັນຄົບຖ້ວນແລະເໝາະສົມປານໃດ.ຕາມການຄົ້ນຄ້ວາແລະການສັງເກດຂອງບັນດານັກຊ່ຽວຊານ,ເພິ່ນຢືນຢັນວ່າສາເຫດທີ່ພາໃຫ້ມີລົມມໍລະສຸມລະດູຮ້ອນແມ່ນກະແສລົມ Jet streem ແລະສາຍພູຫິມະໄລ.

ກົນໄກການພັດທະນາຂອງລົມມໍລະສຸມ

ຄືດັ່ງໄດ້ກ່າວມາແລ້ວວ່າ ລົມມໍລະສຸມເປັນລົມທີ່ເຄື່ອນໄຫວຢູ່ໃນຂົງເຂດກ້ວາງຂວາງຂອງໂລກແຕ່ໃນທີ່ນີ້ຈະຂໍກ່າວສະເພາະແຕ່ລົມມໍລະສຸມທີ່ເຄື່ອນໄຫວຢູ່ໃນທະວີບອາຊີເພາະເປັນລົມທີ່ເຄື່ອນໄຫວແຮງແລະຈະແຈ້ງກວ່າລົມມໍລະສຸມໃນເຂດອື່ນ.

-ໃນລະດູໜາວ: ມວນອາກາດເຂດຂົ້ວໂລກ ໄດ້ເຄືຶ່ອນລົງມາປົກຄຸມພາກພື້ນຕ່າງໆຂອງທະວີບອາຊີພາກສ່ວນໃຫ່ຍມີອຸນຫະພູມຕ່ຳຫລາຍຄື:ຕ່ຳກວ່າຢູ່ທະວີບອື່ນໆທີ່ນອນຢູ່ເທິງເສັ້ນຂະໜານດຽວກັນຍ້ອນສະພາບຄວາມໜາ ແໜ້ນ

ຮູບ ການພັດຂອງລົມມລະສຸມໃນຍາມໜາວ

ຮູບ ການພັດຂອງລົມມໍລະສຸມໃນຍາມຮ້ອນ

ແລະຄວາມໜັກ.ມວນອາກາດໜາວນີ້ໄດ້ກໍ່ໃຫ້ເກີດຄວາມກົດດັນສູງຂອງອາກາດບໍລິເວນກວ່າງໃຫ່ຍເອີ້ນວ່າ:ເຂດຄວາມກົດດັນສູງຊີເບຣີ,ເປັນຄວາມດັນທີ່ມີລະດັບຄວາມດັນແຮງຫລາຍທີ່ສຸດຄື ສະເລ່ຍແລ້ວບໍ່ຕ່ຳກ່ວາ ມິນລີບາແລະໂດຍທົ່ວໄປແມ່ນຢູ່ໃນລະຫວ່າງມິນລີບາ

ໃນເວລາດຽວກັນນີ້ກະແສອາກາດຮ້ອນຊຶ່ງເຄື່ອນທີ່ລົງໄປທາງໃຕ້ການເຄື່ອນໄຫວຂອງດວງຕາເວັນນັ້ນກໍ່ໄດ້ກໍ່ໃຫ້ເກີດເຂດອາກາດຄວາມກົດດັນຕ່ຳຂຶ້ນໃນບໍລິເວນໃຕ້ເສັ້ນສູນສູດລົງໄປໜ້ອຍໜຶງ.

ຍ້ອນຄວສາມຜິດດ່ຽງກັນແຮງລະຫວ່າງ 2 ສູນຄວາມດັນສູງແລະຕ່ຳທີ່ກ່າວມາໄດ້ພາໃຫ້ມີລົມແຮງທີ່ເຄື່ອນໄຫວໃນຂອບເຂດກວ້າງຂວາງ ຈາກເຂດຊີເບຣີລົງໄປຫາເຂດທີ່ມີອົງສາຂະໜານຕ່ຳ ໂດຍພັດໂຄ້ງໄປຈາກທິດຕາເວັນອອກສ່ຽງເໜືອຫາທິດຕາເວັນຕົກສ່ຽງໃຕ້ຄືກັບລົມພານິດໂດຍທົ່ວໄປ. ລົມດັ່ງກ່າວນີ້ເປັນລົມໜາວ ແລະແຫ້ງ ເອີ້ນວ່າ:ລົມມໍລະສຸມລະດູໜາວຫຼືລົມມໍລະສຸມຕາເວັນອອກສ່ຽງເໜືອ.ຊຶ່ງພັດຜ່ານບັນດາປະເທດຕ່າງໆໃນຂົງເຂດອາຊີຕາເວັນອອກ,ຕາເວັນອອກສ່ຽງໃຕ້,ແລະອາຊີໃຕ້.ເຮັດໃຫ້ບັນດາຂົງເຂດເຫຼົ່ານີ້ໄດ້ຮັບຄວາມໜາວເຢັນ ແລະ ແຫ້ງແລ້ງ,ຍົກເວັ້ນເຂດຝັ່ງທະເລຕາເວັນອອກຂອງອິນເດຍ,ຝັ່ງທະເລຫວຽດນາມແລະຍີ່ປຸ່ນ ຊຶ່ງມີຝົນຕົກເພາະວ່າເຂດເຫຼົ່ານີ້ນອນຂວາງກັບທິດລົມ.

  • ໃນລະດູຮ້ອນ: ທະວີບອາຊີໄດ້ຖືກແດດແຜດເຜົາແຮງ ຈຶ່ງມີອຸນຫະພູມສູງໂດຍທົ່ທາງເໜືອໂດຍທົ່ວໄປ. ຂະນະດຽວກັນ,ມວນອາກາດກົດດັນສູງຊີເບຣີໄດ້ປົກຄຸມທະວີບອາຊີໃນລະດູໜາວກໍ່ໄດ້ຫຍັບຂຶ້ນໄປທາງເໜືອຈົນເຖິງເຂດຂົ້ວໂລກແລ້ວຖືກແທນດ້ວຍມວນອາກາດກົດດັນຕ່ຳແບບອຸນຫະວັດ.ໃນເວລາດຽວກັນນີ້ ກະແສລົມເທິງ Jet stream ຊຶ່ງໄດ້ຫຍັບລົງມາທາງໃຕ້ ແຕ່ໃນຍາມໜາວນັ້ນ,ກໍ່ໄດ້ເຄື່ອນໄປທາງເໜືອຕາມດວງຕາເວັນ,ແຕ່ເມືອມັນເຄື່ອນທີ່ເຂົ້າໄປພົບສາຍພູຫິມະໄລແລະເມື່ອມັນບໍ່ສາມາດພັດຜ່ານສັນພູດັ່ງກ່າວນີ້ໄປຢ່າງສະດວກ,ກະແສລົມເທິງດັ່ງກ່າວຈຶ່ງຕ້ອງພັດເຈືອກຂຶ້ນໄປທາງເໜືອຈົນກາຍຂອບເຂດດທີ່ມັນຕ້ອງພັດຕາມປົກກະຕິນັ້ນ ຍ້ອນໄດ້ແກ່ດຶງໃຫ້ລະບົບຄວາມກົດດັນຕ່ຳແລະສູງຢູ່ເຂດໃຕ້ຕ້ອງເຄື່ອນເຂົ້າມາຈົນກາຍເປັນຂອບເຂດປົກກະຕິຂອງມັນເຊັ່ນດຽວກັນ.ນັ້ນກໍ່ຄືມວນອາກາດກົດດັນຕ່ຳຈາກເຂດສູນສູດໄດ້ເຄື່ອນຂຶນມາປົກຄຸມເອົາສ່ວນຕ່າງໆຂອງທະວີບອາຊີ,ແຕ່ຈຸດໃຈກາງຂອງຄວາມກົດດັນຕ່ຳນີ້ແມ່ນທົ່ງພຽງອີຣັງແລະເຂດທະເລຊາຍທາຣະ ທາງພາກຕາເວັນຕົກສ່ຽງເໜືອຂອງອິນເດຍຊຶ່ງມີລະດັບຄວາມດັນສະເລ່ຍປານກາງເວົ້າສະເພາະຕັ້ງແຕ່ເຂດພາກກາງໄປຫາພາກຕາເວັ້ນອອກນັ້ນ,CTTໄດເຄື່ອນຂຶ້ນໄປທາງເໜືອຢ່າງຜິດປົກກະຕິຄື: ມັນໄດ້ເຄື່ອນຂຶ້ນໄປປົກຄຸມເອົາເຂດພາກເໜືອຂອງຈີນ ຈົນຮອດເຂດເສັ້ນຂະໜານທີ 40 ອົງສາເໜືອ,ຊຶ່ງຕາມປົກກະຕິແລ້ວຢູ່ແຫ່ງອື່ນນັ້ນມັນຈະບໍ່ເຄື່ອນທີ່ຂຶ້ນໄປຈົນກາຍເສັ້ນອາຍັນຈັກເທື່ອເລີຍ.ພ້ອມດຽວກັນນີ ມວນອາກາດກົດດັນສູງຈາກເຂດອາຍັນຂອງເຟື້ອງໂລກໃຕ້ໄດ້ເຄື່ອນທີ່ຂຶ້ນມາທາງເໜືອຈົນເກືອບຮອດເຂດສູນສູດ ຍ້ອນເປັນຄືແນວນັ້ນ,ໃນລະດູຮ້ອນຈຶ່ງມີລົມພັດຈາກເຂດຄວາມກົດດັນສູງທາງພາກໃຕ້ຂອງເຂດສູນສູດຂຶ້ນໄປຫາຂກດຄວາມກົດດັນຕ່ຳຢູ່ພາກຕາເວັນຕົກສ່ຽງໃຕ້ແລະພາກກາງຂອງແຜ່ນດິນໃຫຍ່ອາຊີ.ແຕ່ເນື່ອງດ້ວຍຜົນສະທ້ອນຈາກການໜູນປິ່ນອອ້ມຕົວເອງຂອງໜ່ວຍໂລກ,ກະແສລົມດັ່ງກ່າວນີ້ ຈຶ່ງຕ້ອງພັດລ້ຽວໄປທາງຂວາແລະພັດຈາກທິດຕາເວັນຕົກສ່ຽງໃຕ້ໄປຫາທິດຕາເວັນອອກສ່ຽງເໜືອ, ເອີ້ນວ່າ ລົມມໍລະສຸມລະດູຮ້ອນ,ລົມມໍລະສຸມສ່ຽງໃຕ້ລົມດັ່ງກ່າວນີ້ໄດ້ເປັນລົມຊຸ່ມ ເພາະມັນພັດຈາກມະຫາສະຫມຸດເຂົ້າມາຈຶ່ງເຮັດໃຫ້ບໍລິເວນທີ່ມັນພັດຜ່ານນີ້ໄດ້ຮັບຄວາມຊຸ່ມຊື່ນດີໃນນັ້ນເວົ້າສະເພາະຂົງເຂດເສັ້ນຂະໜານທີ22ອົງສາ,23ອົງສາ,24ອົງສາ…ຊຶ່ງຕາມປົກກະຕິນັ້ນຈະຕ້ອງເປັນເຂດແຫ້ງແລ້ງຫຼືເກືອບແຫ້ງແລ້ງແຕ່ພັດກັບເປັນເຂດມີຝົນຕົກຫຼາຍສົມຄວນ.
  • ຜົນເນື່ອງຈາກລົມມໍລະສຸມ

ລົມມໍລະສຸມ ເປັນລົມທີ່ມີອິດທິພົນຕໍ່ພູມີອາກາດໃນດິນແດນຕ່າງໆທີ່ມັນພັດຜ່ານຄື:

ລົມມໍລະສຸມໜາວໄດ້ນຳເອົາຄວາມໜາວເຢັນ ແລະ ແຫ້ງແລ້ງມາສູ່ເຂດຕ່າງໆທີ່ທັນພັດຜ່ານ,ຍົກເວັ້ນເຂດແຄມທະເລທີ່ຂວາງກັບທິດລົມຊຶ່ງມີຝົນຕົກໃນຍາມໜາວ.

ລົມມໍລະສຸມຮ້ອນຈະນຳເອົາຄວາມຊຸ່ມຊື່ນຈາກທະເລ ແລະ ມະຫາສະໝຸດເຂົ້າສູ່ແຜ່ນດິນ ເຮັດໃຫ້ມີຝົນຕົກໃນເຂດແຄມຝັ່ງທະເລແລະຂົງເຂດໃກ້ຄຽງ ອັນເປັນຜົນການເຄື່ອນໄຫວທາງດ້ານເສດຖະກິດ ສະເພາະແມ່ນກະສິກຳ ດັ່ງນັ້ນຢູ່ໃນເຂດອີດທິພົນຂອງລົມມໍລະສຸມນີ້ຈຶ່ງມີພົນລະເມືອງຢູ່ໜາແໜ້ນ.

ລົມມໍລະສຸມເປັນລົມທີ່ພັດແຮງ ຈຶ່ງມີອິດທິພົນຕໍ່ການເຄື່ອນໄຫວຂອງນ້ຳໃນມະຫາສະໝຸດຄື:ເຮັດໃຫ້ເກີດກະແສນ້ຳເຄື່ອນທີ່ໄປຕາມທິດຂອງລົມແລະມີອິດທິພົນຕໍ່ການເດີນເຮືອອີກດ້ວຍ.

ລົມມໍລະສຸມມີສ່ວນຊ່ວຍໃຫ້ການບິນມີຄວາມໄວ ຖ້າຫາກວ່າການບິນຫາກບິນໄປຕາມທິດທາງຂອງລົມ.

ເປັນລົມທີ່ມີອິດທິພົນຢ່າງໃຫຍ່ຫຼວງຕໍ່ການແບ່ງປັນລະດູການໃນຂົງເຂດທີ່ມັນເຄື່ອນໄຫວ

ຄ. ລົມປະຈຳປີ

  • ລົມພານິດ ຫຼືລົມສິນຄ້າ

ລົມພານິດແມ່ນລົມທີ່ພັດຢ່າງປົກກະຕິຢູ່ຕະຫລອດປີຢູ່ໃນເຂດຮ້ອນໂດຍພັດຈາກເຂດຄວາມກົດດັນສູງໃນເຂດເສັ້ນຂະໜານທີ 30ອົງສາເໜືອ ແລະ ໃຕ້ໄປສູ່ເຂດຄວາມກົດດັນຕ່ຳໃນເຂດສູນສູດ.ແຕ່ຍ້ອນໄດ້ຮັບຜົນສະທ້ອນຈາກການໜູນປິ່ນອອ້ມຕົວເອງຂອງໜ່ວຍໂລກ ຫຼື ຍ້ອນກຳລັງ Wriolis ຢູ່ທາງເຟື້ອງໂລກເໜືອແລະລົມດັ່ງກ່າວນີ້ໄດ້ພັດອ່ຽງໄປທາງຂວາ ຈຶ່ງກາຍເປັນລົມຕາເວັນອອກສ່ຽງເໜືອແລະຢູ່ທາງເຟື້ອງໂລກໃຕ້ໄດ້ພັດໄປທາງຊ້າຍ ກາຍເປັນລົມພານິດຕາເວັນອອກສ່ຽງໃຕ້. ແຕ່ເວົ້າລວມແລ້ວ ເພິ່ນໄດ້ເອີ້ນລົມພານິດທັງ 2 ເຟື້ອງໂລກນີ້ວ່າ: ລົມຕາເວັນອອກ

ລົມຕາເວັນອອກຂອງເຂດຮ້ອນທັງ 2 ກະແສນີ້ ແມ່ນລົທມທີ່ພັດຢ່າງເປັນປະຈຳຢູ່ຕະຫລອດປີ ໂດຍສະເພາະຢູ່ເຂດທະເລແລະມະຫາສະໝຸດ ຊຶ່ງມັນພັດດ້ວຍຄວາມໄວປະມານ 20 ຫາ 30 km/h . ລົມດັ່ກ່າວນີ້ມີປະໂຫຍດຫຼາບສຳລັບການເດີນເຮືອໃນສະໄໝກ່ອນ ເຊັ່ນນັກເດີນເຮືອໃບທັງຫລາຍເຄືຍນຳໃຊ້ລົມດັ່ງກ່າວນີ້ເປັນພະລັງງານເພື່ອເດີນເຮືອໃບຈາກທະວີບນີ້ໄປຫາທະວີບອື່ນ.

ລົມຕາເວັນຕົກ ຫຼື ລົມແວສເຕີລີ.

ລົມແວສເຕີລີ (westerlies) ແມ່ນລົມທີ່ພັດອອກຈາກເຂດຄວາມກົດດັນສູງໃນເຂດເສັ້ນຂະໜານທີ

30 ອົງສາໄປຫາເຂດຄວາມກົດດັນຕ່ຳໃນເຂດເສັ້ນຂະໜານທີ60ອົງສາຫາ65ອົງສາ. ຂອງທັງ2ເຟື້ອງໂລກແລະມັນແມ່ນລົມທີ່ພັດປະຈຳປີໃນເຂດອົບອຸ່ນ ຍ້ອນໄດ້ຮັບຜົນສະທ້ອນຈາກກຳລັງCoriolis,ລົມທັງ2ກະແສນີ້ມີການພັກດອ່ຽງໄປປທາງຂວາສຳລັບຢູ່ເຟື້ອງໂລກເໜືອແລະອ່ຽງໄປທາງຊ້າຍສຳລັບຢູ່ເຟື້ອງໂລກໃຕ້ແລະມີທິດພັດຕົວຈິງຄື ຢູ່ເຟື້ອງໂລກເໜືອພັດແຕ່ທິດຕາເວັນຕົກສ່ຽງໃຕ້ໄປຫາທິດຕາເວັນອອກສ່ຽງເໜືອ ແລະຢູ່ທາງເຟື້ອງໂລກໃຕ້ ແມ່ນພັດແຕ່ທິດຕາເວັນຕົກສ່ຽງເໜືອໄປຫາທິດຕາເວັນອອກສ່ຽງໃຕ້ ແຕ່ເພິ່ນເອີ້ນກັນລວມວ່າ: ລົມຕາເວັນຕົກ.

ຖ້າທຽບໃສ່ລົມພານິດແລ້ວເຫັນວ່າ ລົມຕາເວັນຕົກເປັນລົມທີ່ພັດບໍ່ແນ່ຄືລົມພານິດ, ປັນລົມທີ່ພັດແຮງກວ່າ ສະເພາະແລ້ວແມ່ນຢູ່ໃນຂົງເຂດອົງສາຂະໜານສູງແລະຍິ່ງພັດແຮງເມື່ອຢູ່ໃນເຂດທະເລແລະມະຫາສະໝຸດ. ລົມດັ່ງກ່າວນີ້ກໍ່ມີປະໂຫຍດຫຼາຍສຳລັບການເດີນເຮືອໃບໃນສະໄໝກ່ອນ ແຕ່ກໍ່ສ້າງຄວາມຢ້ານກົວບ່ໝ້ອຍຕໍ່ການເດີນເຮືອ ເພາະລົມດັ່ງກ່າວນີ່ພັດແຮງຈື່ງເຮັດໃຫທະເລມີຟອງຫລາຍ.

ລົມຂົ້ວໂລກ

ແມ່ນລົມທີ່ພັດອອກຈາກສູນຄວາມກົດດັນສູງເຂດຂົ້ວໂລກໄປຫາເຂດຄວາມກົດດັນຕ່ຳໃກ້ເຂດຂົ້ວໂລກໃນເຂດເສັ້ນຂະໜານທີ60-65ອົງສາ ຂອງທັງ2 ເຟື້ອງໂລກ ລົມດັ່ງກ່າວນີ້ ພັດໄປຕາມທິດດຽວກັນກັບລົມພານິດ ຄື ຢູເຟື້ອງໂລກເໜືອ ມັນພດຈາກທິດຕາເວັນອອກສ່ຽງເໜືອໄປຫາທິດຕາເວັນຕົກສ່ຽງໃຕ້ແລະຢູ່ເຟື້ອງໂລກໃຕ້ມັນພັດຈາກທິດຕາເວັນອອກສ່ຽງໃຕ້ໄປຫາທິດຕາເວັນຕົກສ່ຽງເໜືອ. ດັ່ງນັ້ນເພິ່ນຈຶ່ງເອີ້ນວ່າ: ລົມຕາເວັນອອກເຂດຂົ້ວໂລກ. ລົມດັ່ງກ່າວນີ້ ຍັງເປັນລົມໜາວຈັດເພາະພັດມາຈາກເຂດໜາວທີ່ສຸດ ແລະ ເປັນລົມທີ່ພັດແຮງແບບພາຍຸ ສເພາະແລ້ວແມ່ນຢູ່ເຂດຂົ້ວໂລກໃຕ້ຊຶ່ງມີຄວາມໄວເຖິງ220 ກິໂລແມັດ/ຊົ່ວໂມງ.

ນອກຈາກລົມປະຈຳປີຊຶ່ງພັດຢ່າງປົກກະຕິຢູ່ໃນພູມີພາກຕ່າງໆທີ່ໄດ້ກ່າວມານີ້ແລ້ວ ກໍ່ຍັງມີບາງບໍລິເວນທີ່ມີລົມຄຶອຍຫລືລົມສະຫງົບ ຢ່າງປົກກະຕິຢູ່ໃນຕະຫລອດປີເຊັ່ນດຽວກັນຊຶ່ງບໍລິເວນດັ່ງກ່າວນີ້ໄດ້ແກ່:

  • ເຂດລົມສະຫງົບບໍລິເວນສູນສູດ: ເຂດດັ່ງກ່າວນີ້ເພິ່ນເອີ້ນວ່າ ໂຖນດຣຳ ເປັນເຂດທີ່ມີອິດທິພົນສູງ ແລະມີຄວາມກົດດັນຕ່ຳຢ່ງເປັນປະຈຳ ອາກາດຢູ່ເຂດດັ່ງກ່າວນີ້ ທົ່ວໄປແມ່ນເຄື່ອນທີ່ຕາມແນວຕັ້ງຂຶ້ນສູ່ເບື້ອງບົນ, ເຮັດໃຫ້ບໍ່ມີລົມ ຫຼືຖ້ມີກໍ່ມີພຽງແຕ່ເລັກນ້ອຍເທົ່ານັ້ນ.
  • ເຂດລົມສະຫງົບບໍລິເວນອົງສາຂະໜານ: ເຂດນີ້ແມ່ນເຂດອາກາດກົດດັນສູງທີ່ຢູ່ລະຫວ່າງເສັ້ນຂະຫນານທີ30ອົງສາ ເໜືອແລະໃຕ້.ມັນແມ່ນເຂດທີ່ເຄື່ອນທີ່ລົງຕາມແນວຕັ້ງແລ້ວເຄື່ອນທີ່ໄປສູ່ເຂດຄວາມກົດດັນຕ່ຳໃນເຂດໃກ້ຂົ້ວໂລກ ແລະ ເຂດເສັ້ນສູນສູດ.ດັ່ງນັ້ນເຂດດັງກ່າວນີ້ ຈຶ່ງເປັນເຂດສະຫງົບລົມ, ທອງຟ້າແຈ່ມໃສຢູ່ຕະຫລອດໃນສະໄໝບູຮານັ້ນການເດີນເຮືອຜ່ານບໍລິເວນດັ່ງກ່າວນີ້ ແມ່ນມຄວາມຫຽງຍາກຫຼາຍທີ່ສຸດ. ຕາມການເລົ່າສືບຕໍ່ກັນມານັ້ນ, ເພິ່ນວ່າ ຍ້ອນບໍ່ມີລົມ ເຮືອໃບລົມຈື່ງຕ້ອງເສຍເວລາຫຼາຍທີ່ສຸດຢູ່ເທິງມ່ານນ້ຳໃນບໍລິເວນດັ່ງກ່າວນີ້. ຍ້ອນການເສຍເວລາຫຼາຍຄືດັ່ງກ່າວມານັ້ນ ນ້ຳຈືດສຳລັບຄື້ນທີ່ມີກໍ່ຕ້ອງໝົດໄປແລະສັດລ້ຽງທີ່ເອົານຳ ເຊັ່ນ ມ້າ ກໍຈຶ່ງຕາຍໝົດຕ້ອງໂຍນຖິ້ມລົງທະເລໄປ. ດັ່ງນັ້ນ, ເພິ່ນຈຶ່ງເອີ້ນຂົງເຂດດັ່ງກ່າວນີ້ວ່າອົງສາຂະໜານ

ລົມປະຈຳຖິ່ນແມ່ນລົມ ຫຼື ລົມເຢັນ ທີ່ເກີດຂື້ນສະເພາະໃນຂົງເຂດຫຼື ອານາບໍລິເວນໃດໜຶ່ງ ໂດຍມີຊື່ຕາມທິດທີ່ມັນພັດມາ ຫຼື ມີຊື່ສະເພາະຢ່າງອື່ນ ເຊັ່ນ ລົມຮ້ອນທີ່ພັດໃນເຂດເປີ້ນພູເບື້ອງຕາເວັນອອກຂອງສາຍພູ ຢູ່ສະຫາລັດອາເມລິການັ້ນມີຊື່ວ່າລົມ, ລົມຮ້ອນແຫ້ງທີ່ພັດຈາກທະເລຊາຍ ໄປຫາປະເທດອານເຊຣີນັ້ນເອີ້ນວ່າ ລົມແລະລົມເຢັນທີ່ພັດໄປຕາມລ້ອງແມ່ນ້ຳ ອອກສູ່ທະເລເມດີແຕຣາເນ ມີຊື່ວ່າ ລົມ ດັ່ງນີ້ເປັນຕົ້ນ.

ສາເຫດທີ່ພາໃຫ້ເກີດມີລົມປະຈຳຖິ່ນນັ້ນເວົ້າລວມກໍແມ່ນອັນດຽວກັນກັບສາເຫດທີ່ພາໃຫ້ເກີດລົມບົກ ແລະ ລົມທະເລຫຼື ລົມພູ ແລະ ລົມຮ່ອມພູ. ນັ້ນຄື ໃນເວລາທີ່ແຜ່ນດິນ ຢູ່ບໍລິເວນໃດໜຶ່ງຫາກໄດ້ຮັບຄວາມຮ້ອນຄວາມຮ້ອນສູງຈາກແສງຕາເວັນ, ອາກາດຮ້ອນໃນບໍລິເວນນັ້ນກໍຂະຫຍາຍຕົວ ແລະ ລອຍສູງຂຶ້ນ ເປັນເຫດໃຫ້ອາກາດຢູ່ບໍລິເວນອອ້ມຂ້າງທີ່ເຢັນກວ່າ ແລະ ມີຄວາມກົດດັນສູງກວ່າ ຕ້ອງເຂົ້າມາແທນທີ່ ຈຶ່ງເຮັດໃຫ້ເກີດມີລົມພັດຂຶ້ນ ແລະກໍລະນີ ດັ່ງກ່າວ ທົ່ວໄປແລ້ວແມ່ນມັກເກີດຂື້ນຢູ່ໃນບໍລິເວນທີ່ໃກ້ທະເລ ຫຼື ໃນໜອງໃຫ່ຍ.

ເວົ້າສະເພາະສາເຫດທີ່ພາໃຫ້ເປັນລົມຮ້ອນນັ້ນ, ແມ່ນຍ້ອນວ່າ ອາກາດທີ່ບໍ່ທັນອີ່ມຕົວ ເມືອໄຫຼລົງຈາກທີ່ສູງສູ່ທີ່ຕ່ຳ ເຊັ່ນ ຈາກເຂດຈອມພູລົງໄປສູເຂດຕີນພູຫຼື ສູ່ທົງພຽງ, ມັນຈະຖືກບີບຕົວເຂົ້າ ແລ້ວກໍຮ້ອນຂື້ນ(ປຽບຄືເຮົາສູບລົມເຂົ້າໃນຢ່າງລົດ) ສະເພາະຢ່າງຍີ່ງແມ່ນຢູ່ເຂດເປີ້ນພູທີ່ປິ່ນຫຼັງໃສທະເລຊຶ່ງເມືອເກິດເປັນພັດລົມລົງຈາກເປີ້ນພູດັ່ງກ່າວນີ້ໄປແລ້ວ,ມັນກໍຍິ່ງເປັນລົມຮ້ອນ ເຊັ່ນ: ລົມ(foehn) ເຊິ່ງພັດຢູ່ໃນເຂດເປີ້ນພູເບື້ອງເໝືອຂອງສາຍພູ alpes ໃນເຂດພາກໃຕ້ທະວີບ ເອີຣົບ ແລະ ລົມ chinook ເຊິ່ງພັດຢູ່ເຂດເປີ້ນພູພາກຕາເວັນອອກຂອງສາຍພູ rocky ໃນສະຫາລັດອາເມລິກາທີ່ໄດ້ກ່າວມາແລ້ວນັ້ນ.

ສາເຫດທີ່ພາໃຫ້ເກີດເປັນລົມເຢັນນັ້ນແມ່ນຍ້ອນວ່າອາກາດແມ່ນຍ້ອນວ່າອາກາດທີ່ບັນຈຸນ້ຳຫຼາຍຈົນອີ່ມຕົວ ເມື່ອເຄື່ອນທີ່ຈາກທີ່ຕ່ຳຂື້ນໄປທີ່ສູງ ເຊັ່ນເຂດເປີ້ນພູຫຼື ຈອມພູ ເຊິ່ງມີຄວາມກົດດັນຂອງອາກາດຕ່ຳກວ່ານັ້ນມັນກໍ່ຈະເຢັນລົງ ເພາະວ່າບັນດາໂມເລກຸນຂອງອາກາດໄລຍະຫ່າງອອກຈາກກັນຈື່ງບໍ່ສຽດສີກັນຫຼາຍ.ເມື່ອອາກາດເຢັນລົງ,ອາຍນ້ຳທີ່ເຫຼືອຄວາມສາມາດຊື່ງອາກາດເຢັນຈະເກັບໄວ້ໄດ້ນັ້ນ ກໍຈະກົນຕົວ ແລະ ທ້ອນໂຮມເຂົ້າກັນ ກາຍເປັນເມກໝອກ ຫຼື ຕົກເປັນຝົນ.

ຢູ່ບໍລິເວນແຕ່ພາກກາງຂອງລາວໄປຫາເຂດພາກກາງຂອງຫວຽດນາມ ກໍມີລົມປະຈຳຖິ່ນເຄື່ອນໄຫວຢູ່ເຊັ່ນກັນ ຄືໃນລະດູຮ້ອນ ຢູ່ແຄມທົ່ງພຽງທາງພາກກາງຂອງຫວຽດນາມນັ້ນ ໄດ້ເກີດຄວາມກົດດັນຕ່ຳຂອງອາກາດຂື້ນ ເວລານີ້ລົມໄດ້ພັດຈາກເຂດພູພຽງໄທລາວຜ່ານສາຍພູຫຼວງ ໄປຫາເຂດດັ່ງກ່າວນັ້ນ ເມື່ອກະທົບກັບສາຍພູຫຼວງ ລົມດັ່ງກ່າວກໍຕ້ອງປິວຂື້ນສູງ ແລະ ເມື່ອອຸ່ນຫະພູມຕ່ຳລົງ ຄວາມຊຸ່ມສຳພັດກໍຈະເພີ່ມຂື້ນ ແລ້ວລົມດັ່ງກ່າວກໍຈະປະທະອາຍນ້ຳທີ່ບັນຈຸໄວ້ນັ້ນ ໃຫ້ຕົກເປັນຝົນຢູ່ແຖບເປີ້ນພູຫຼວງກ້ຳລາວ ຈາກສາຍພູຫຼວງໄປ ລົມດັ່ງກ່າວໄດ້ພັດລົງສູ່ເຂດທົ່ງພຽງ ມັນຈະມີອຸ່ນຫະພູມສູງ ແລະອັດຕາຄວາມສຳພັດຕ່ຳລົງ. ດັ່ງນັ້ນ ມັນຈື່ງກາຍເປັນລົມຮ້ອນແລະແຫ່ງເພາະບໍ່ມີອາຍນ້ຳຊະນິດລົມຮ້ອນດັ່ງກ່າວນີ້ ຊາວຫວຽດນາມເອີ້ນວ່າລົມລາວ

ການເກີດມີລົມຮ້ອນ ແລະ ລົມເຢັນຄືດັ່ງກ່າວມານີ້ ກໍພາໃຫ້ເກີດມີຜົນສະທ້ອນທີ່ສຳຄັນຄື

ເມືອເກີດລົມເຢັນທີ່ພັດມາຈາກທະເລ ມັນກໍຈະນຳເອົາອາຍນ້ຳມານຳ ເຮັດໃຫ້ບໍລິເວນແຄມຝັ່ງທະເລ, ສະເພາະແມ່ນເຂດເປີ້ນພູທີ່ປີນໜ້າໃສທະເລນັ້ນ ໄດ້ຮັບຄວາມຊຸ່ມຊື່ນດີ

ເມືອເກີດລົມຮ້ອນພັດຜ່ານ, ສະເພາະແມ່ນພັດຜ່ານເຂດເປີ້ນພູທີ່ຫັນຫຼັງໃຫ້ທະເລ, ມັນຈະເຮັດໃຫ້ບໍ່ລິເວນດັ່ງກ່າວມີອຸ່ນຫະພູມສູງຂື້ນ ແລະຖ້າວ່າບໍລິເວນດັ່ງກ່າວຫາກມີຫິມະປົກກໍ່ຈະເຮັດໃຫ້ຫິມະນັ້ນລະລສຍໄວຂື້ນ ເຮັດໃຫ້ຫຍ້າປົ່ງໄດ້ໄວ ອັນຈະເປັນອາຫານໃຫ້ແກ່ສັດໃນເຂດພູດອຍນີ້

ເມື່ອເກີດລົມຮ້ອນພັດຈາກທະເລຊາຍໄປຫາເຂດປູກຝັງທີ່ຢູ່ໃກ້ຄຽງນັ້ນ, ມັນຈະຊ່ວຍໃຫ້ໝາກໄມ້ແກ່ ແລະ ສຸກໄວຂື້ນ

ຈ. ລົມພາຍຸ

ລົມພາຍຸແມ່ນລົມເຢັນປັ່ນປ່ວນ ທີ່ພັດດ້ວຍຄວາມແຮງ ຄືພັດແຮງກວ່າລົມທຳມະດາຕັ້ງຫຼາຍເທົ່າ. ມັນເປັນລົມເກີດຂື້ນຢ່າງກະທັນຫັ້ນຍ້ອນການປ່ຽນແປງຢ່າງໄວວາຂອງຄວາມກົດດັນຂອງອາກາດ, ເປັນຕົ້ນຄືເມື່ອມີຄວາມກົດດັນຕ່ຳຂອງອາກາດເກີດຂື້ນໃນທັນທີ່ທັນໃດນັ້ນກອແມ່ນເຮັດໃຫ້ເກີດມີລົມຈາກບໍລິເວນຮອບເຊິ່ງມີຄວາມກົດດັນຂອງອາກາດສູງກວ່າພັດເຂົ້າມາແທນເວລາລົມພາຍຸນີ້ມີຫຼາຍປະເພດ ຊຶ່ງມີຄວາມໄວ ແລະ ລັກສະນະແຕກຕ່າງກັນ, ແຕ່ລ້ວນແລ້ວມັນກໍ່ຢູ່ໃນປະເພດດຽວກັນຄື:

-ລົມພະຍຸຟ້າຄະນອງ ຫຼື ພາຍຸຝົນ

-ລົມພາຍຸໝູນເຂົ້າ ຫຼື ຊີກະໂລນ

-ລົມພະຍຸໝູນອອກ ຫຼື ອັງຕີຊີກະໂລນ

-ລົມພາຍຸຝົນຟ້າຄະນອງ.

ແມ່ນລົມພາຍຸ ທີ່ເກີດຂື້ນໃນບໍລິເວນໃດໜື່ງທີ່ບໍ່ກວ້າງປານໃດ ແລະເກີດຂື້ນໃນໄລຍະເວລາສັ້ນໆ. ມັນມີສາເຫດທີ່ອາກາດຢູ່ໃນບໍລິເວນໜື່ງຂອງໂລກ(ສະເພາະແມ່ນເຂດທົ່ງພຽງ) ມີອ່ນຫະພູ່ມສູງ ແລະມີຄວາມກົດດັນຕ່ຳ ໂດຍກະທັນຫັ້ນ ແລ້ວອາກາດຮ້ອນກໍ່ຍັງຂະຫຍາຍຕົວຂື້ນ ແລະ ລອຍຂື້ນສູ່ທ້ອງຟ້າຢ່າງໄວວ່າ ຈື່ງເຮັດໃຫ້ອາກາດຮ້ອນຊຸ່ມກວ່າ ແລະມີຄວາມກົດດັນສູງກວ່ານັ້ນ ເຄື່ອນທີ່ເປັນລົມແຮງພັດເຂົ້າມາແທນທີ່ໂດຍໄວ ສ່ວນອາກາດຮ້ອນທີ່ລອຍຂື້ນໄປນັ້ນກໍ່ຈະບານຕົວອອກພ້ອມຍັງມີອຸ່ນຫະພູມຕ່ຳລງ ແລະ ພ້ອມກັນນີ້ ອາຍນ້ຳໃນອາກາດກໍ່ບີບ ແລະ ກັນຕົວ ເປັນເມກຝົນແລະສຸດທ້າຍກໍຈະຕົກລົງມາເປັນຝົນ. ໃນຂະນະທີ່ຝົນຕົກນັ້ນ, ຈະມີລົມອູ້ໄປອູ້ມາເປັນໄລຍະ ເວົ້າສະເພາະພາຍໃນກ້ອນເມກນັ້ນ, ກະແສອາກາດຈະວົນຂື້ນທາງກາງ ແລະກະຈ່າຍລົງທາງດ້ານຂ້າງໂດຍຮອບ, ເມັດນ້ຳຈື່ງຖືກຕີແຕກກະຈ່າຍ ເຮັດໃຫ້ເກີດການສຽດສີກັນແຮງລະຫວ່າງໂມເລກູນຂອງອາກາດກັບເມັດນ້ຳຫຼືກ້ອນເມກນັ້ນ ແລ້ວພາໃຫ້ເກີດປະຈຸໄຟຟ້າ ຢ່າງຫຼວງຫຼາຍຝນອາກາດ. ເມືອມີຫຼາຍຂື້ນ ໄຟຟ້າສະຖິດທີ່ເກີດຂື້ນນັ້ນ ກໍ່ຈະກະໂດດເຕັ້ນຈາກກກ້ອນເມກກ້ອນໜື່ງໄປຍັງອີກກ້ອນໜື່ງ ເຮັດໃຫ້ເກີດເປັນແສງສະຫວ່າງ ເອີ້ນວ່າຟ້າແມບ ແລະມີສຽງດັງອຶກກະທຶກເຊີ່ງເອີ້ນວ່າຟ້າຮ້ອງ ແລະ ຖ້າວ່າຮ້າຍແຮງກວ່ານັ້ນມັນຈະພາໃຫ້ເກີດມີຟ້າຜ່າໄດ້ ລົມພາຍຸທີ່ເກີດຂື້ນໃນລັກສະນະດັ່ງກ່າວ ເຮົາເອີ້ນວ່າ ພາຍຸຝົນຟ້າຄະນອງເຮົາພໍແຕ່ສັງເກດໄດ້ວ່າ ກ່ອນຈະເກີດຝົນຟ້າຄະນອງນີ້ ອາກາດຮ້ອນອົບເອົ້າຜິດປົກກະຕິນັ້ນ ອາຍນ້ຳໄດ້ຄ້າຍຄວາມຮ້ອນອອກ, ແຕ່ວ່າເມື່ອພາຍຫຼັງຝົນຕົກແລ້ວ ອາກາດກໍຈະເຢັນລົງ.

ລົມພະຍຸໝູນເຂົ້າ ຫຼື ຊີກະໂລນ

(ໂດຍທົ່ວໄປແລ້ວເພິ່ນມັກເອີ້ນສັ້ນໆວ່າພາຍຸໝູນ) ນັ້ນແມ່ນລົມພະຍຸທີ່ເກີດຂື້ນໃນບໍລິເວນກວ້າງຂວາງ ທີ່ຢູ່ອອ້ມຮອບສູນາງຄວາມກົດດັນຕ່ຳຂອງອາກາດ, ເປັນພາຍຸທີ່ໝູນເຂົ້າສູ່ຈຸດສູນກາງຂອງລະບົບຄວາມດັນຕ່ຳຂອງອາກາດໂດຍໝູນຕາມທິດກົງກັນຂ້າມເຂັ້ມໂມງເດີນສຳລັບຢູ່ເຟື້ອງໂລກເໝືອແລະໄປຕາມທິດຂອງເຂັ້ມໂມງເດີນສຳລັບຢູ່ເຟື້ອງໂລກໃຕ້. ສາເຫດທີ່ພາໃຫ້ເກີດລົມພາຍຸໝູນດັ່ງກ່າວນີ້ແມ່ນເກີດລະບົບຄວາມດັນຕ່ຳເຄື່ອນທີ່ ຊື່ງມີຂື້ນໃນກໍລະນີບໍລິເວນໃດໜື່ງຂອງໂລກໃນເຂດຮ້ອນຫຼືເຂດອົບອຸ່ນສະເພາະແມ່ນເຂດໃກ້ທະເລ ຫຼື ມະຫາສະໝຸດມີຄວາມຮ້ອນສູງກວ່າເຂດອື່ນໆອອ້ມຂ້າງ ຍ້ອນມ່ວນອາກາດຮ້ອນໄດ້ປິວຂື້ນໄປໃນທ້ອງຟ້າຢ່າງໄວວາ ຈື່ງເຮັດໃຫ້ຄວາມກົດດັນຂອງອາກາດຕ່ຳລົງຢ່າງກະທັນຫັ້ນ ແລະໃນຂະນະດຽວກັນນີ້ ອາກາດຈາກຄວາມກົດດັນສູງຢູ່ເຂດອອ້ມຂ້າງກໍຈະເຄື່ອນທີ່ເປັນກະແສລົມແຮງ ພັດເຂົ້າສູ່ຈຸດສູນກາງຂອງຄວາມດັນຕ່ຳນີ້ຢ່າງວ່ອງໄວ ແລະພ້ອມກັນໃນທຸກດ້ານ. ແຕ່ກະເສລົມແຮງດັ່ງກ່າວນີ້ບໍ່ໄດ້ພັດເຂົ້າສູ່ຈຸດສູນກາງຂອງຄວາມກົດດັນຕ່ຳນີ້, ມັນຈະເຄື່ອນທີ່ໝູນວຽນເຂົ້າໄປຫາຈຸດສູນກາງດັ່ງກ່າວ ແລະຈະໝູນໄປຕາມທິດຕ່າງໆທີ່ໄດ້ກ່າວມາແລ້ວນັ້ນ. ທັງນີ້ກໍຍ້ອນວ່າ ໄດ້ຮັບຜົນສະທ້ອນຈາກການໝູນປີ່ນອອ້ມຕົວຂອງໜ່ວຍໂລກ ຫຼື ຍ້ອນອິດທິພົນຂອງກຳລັງນັ້ນການທີ່ເຮົາເອີ້ນວ່າລະບົບຄວາມກົດດັນຕ່ຳເຄື່ອນທີ່ນັ້ນກໍເພາະວ່າສູນຄວາມດັນຕ່ຳຂອງອາກາດດັ່ງກ່າວນີ້ມີການເຄື່ອນທີ່ເວົ້າສະເພາະລົມທີ່ເກີດຂື້ນໃນລະບົບດັ່ງກ່າວນີ້ທົ່ວໄປແລ້ວກໍເປັນລົມແຮງທີ່ມີຄວາມໄວສູງ ແລະກໍຈັດຢູ່ໃນຈຳພວກລົມທີ່ຮ້າຍແຮງ. ໂດຍອີງຕາມລັກສະນະແລະຄວາມໄວຂອງມັນ, ເພິ່ນຈັດແບ່ງລົມພະຍຸໝູນອອກເປັນ 5 ປະເພດຄື:

-ພາຍຸໃຕ້ຝຸ່ນ: ເປັນພະຍຸໝູນເຂົ້າທີ່ເກີດຂື້ນໃນແຄມທະເລຈີນຕອນໃຕ້ເປັນພາຍຸທີ່ຮ້າຍແຮງ ທີ່ຈັດຢູ່ໃນຈຳພວກພາຍຸມານ ເຊິ່ງມີຄວາມໄວໃນການເຄືຶ່ອນທີ່ ອອ້ມສູນກາງຂື້ນໄປຕັ້ງແຕ່ນອດຂື້ນໄປ. ເມື່ອເກີດພາຍຸດັ່ງກ່າວນີ້ ຈະພາໃຫ້ເກີດເມກຝົນໃນບໍລິເວນກ້ວາງ ເຮັດໃຫ້ຝົນຕົກໜັກ ແລະ ເກີດມີນ້ຳຖ້ວມຢ່າງຮ້າຍແຮງ

-ພາຍຸຊີກະໂລນ: ເປັນຊື່ສະເພາະຂອງພາຍຸໝູນເຂົ້າ ທີ່ເກີດຂື້ນໃນແຄມມະຫາສະໝຸດອິນເດຍ, ແມ່ນພາຍຸປະເພດດຽວກັນກັບພາຍຸໃຕ້ຝົນ

-ພາຍຸເຣີຣີເຄນ: ເປັນພາຍຸເຂົ້າທີ່ເກີດຂື້ນໃນເຂດໝູ່ເກາະອີນເດຍຕາເວັນຕົກ, ເປັນພາຍຸທີ່ມີຂະໜາດ, ລັກສະນະ, ຄວາມໄວ ແລະມີຜົນສະທ້ອນພໍປານກັນກັບພາຍຸໃຕຝຸ່ນ

-ພາຍຸບາກຽວ: ເປັນພາຍຸໝູນເຂົ້າປະເພດຊີກະໂລນ ທີ່ເກີດຂື້ນກັບບໍລິເວນໃກ້ໆກັບເກາະຟີລິບປິນ

-ພາຍຸທໍນາໂດ: ເປັນພາຍຸໝູນເຂົ້າຂະໜາດນ້ອຍ, ມີຄວາມໄວອອ້ມສູນກາງສູງຫຼາຍທີ່ສຸດຄື: ອາດຈະເຖິງ 140 ນອດ, ເປັນພາຍຸທີ່ມີຄວາມຮ້າຍແຮງທີ່ສຸດ, ຈັດຢູ່ໃນຈຳພວກພາຍຸມານທີ່ໂຫດຮ້າຍກວ່າໝູ່. ພາຍູດັ່ງກ່າວນີ້ ເກີດຂື້ນໃນເຂດພາກກາງ ແລະ ພາກຕາເວັນຕົກສ່ຽງ ຂອງສະຫະລັດອາເມລີກາ ແລະ ຢູ່ແຄມລຸ່ມແມ່ນ້ຳມິດຊີຊິບປີ. ມັນເປັນພາຍຸທີ່ມີຄວາມກົດດັນຢູ່ຈຸດສູງກາງຕ່ຳຫຼາຍ ແລະພັດຜ່ານໄປຢ່າງວອງໄວ.

-ຖ້າມັນພັດຜ່ານໄປທາງໃດກໍຈະເຮັດໃຫ້ຂົງເຂດນັ້ນຖືກທຳລາຍຢ່າງໜັກໜ່ວງພິເສດ ເມື່ອເກີດພາຍຸດັ່ງກ່າວນີ້ເຮົາຈະສັ່ງເກດເຫັນມັນ ເປັນຄືຈວຍສີດຳຍ່ອຍລົງມາຈາກເມກ.

ຖ້າອັດຕາສ່ວນຄວາມໄວໝູນເຂົ້ານີ້ ຫາກຕ່ຳກວ່ານອດ ຄືມີຄວາມໄວອອ້ມສູນກາງ ລະຫວ່າງຫານອດ, ເພິ່ນເອີ້ນວ່າພາຍຸໜູນເຂດຮ້ອນ, ຈັດຢູ່ໃນພາຍຸຂະໜາດປານກາງ ແຕ່ກໍເປັນພາຍຸທີ່ສາມາດສ້າງຄວາມເສຍຫາຍໃຫ້ແກ່ຊີວິດຊັບສິນຢ່າງຫຼວງຫຼາຍ. ຖ້າເກີດພາຍຸນີແລ້ວ ຈະພາໃຫ້ເກີດຝົນຕົກໜັກ ແລະ ຈະເກີດນ້ຳຖ້ວມຢ່າງຮ້າຍແຮງໄດ້.

ຖ້າອັດຕາສ່ວນຄວາມໄວຂອງລົມອອ້ມສູນກາງຫາກບໍ່ກາຍນອດ ເພິ່ນເອີ້ນວ່າພາຍຸໜູນເດປະເຣສຊີອົງ ຊຶ່ງຈັດຢູ່ໃນພາຍຸອອ່ນໆ ຫຼືປະເພດລົມຫຼວງເມື່ອພາຍຸເກີດຂື້ນມັນຈະເຮັດໃຫ້ທ້ອງຟ້າມືດຄືມຫຼາຍວັນແລະມີຝົນຕົກໃນບໍລິເວນກ້ວາງ ແຕ່ຫຼັງຈາກນັ້ນພາຍຸເດປະແຣສຊີອົງນີ້ຜ່າໄປ ທ້ອງຟ້າກໍຈະແຈ່ມໃສຂື້ນ ແລະ ມີແວດກ້າ

ບັນດາພະຍຸໝູນຊີກະໂລນຊະນິດຕ່າງໆທີ່ກ່າວມານີ້ ເປັນພາຍຸທີ່ມັກເກີດຂື້ນ ແລະ ເມືອມັນເກີດຂື້ນແລ້ວ ກໍຈະພາໃຫ້ເກີດຜົນສະທ້ອນຕ່າງໆ ເຊັ່ນ:

ຖ້າພາຍຸໝູນຊີກະໂລນຕ່າງໆດັ່ງກ່າວ ຫຼື ລະບົບຄວາມກົດດັນຕ່ຳເຄື່ອນທີ່ນີ້ຫາກໄປເຖິງບໍລິເວນໃດກໍຈະເຮັດໃຫ້ຄວາມກົດດັນຂອງອາກາດໃນບໍລິເວນນັ້ນຕ່ຳລົງ ເຮັດໃຫ້ທ້ອງຟ້າມຶດຄື້ມແລະມີລົມແຮງ ແລະ ມີຝົນຕົກໜັກຈົນມັນຈະຜ່ານພົ້ນໄປ

ຖ້າຂົງເຂດໃດຫາກຢູ່ໃນລັດສະໝີຂອງພາຍຸໃຕ້ຝຸ່ນໂດຍກົງ ໃນຂະນະທີ່ເກີດລົມພາຍຸນີ້ຈະເຮັດໃຫ້ອາກາດຮ້ອນອົບເອົ້າມາກ່ອນນັ້ນ ເຢັນລົງຢ່າງກະທັນຫັນ ແລະ ກ້ອນເມກຈະບິດກຽວສີດຳມືດລົງກຳລັງແຮງຂອງລົມ ອາດຈະທຳລາຍເຮືອນຊານບ້ານຊອງເປັນຕົ້ນໄມ້ເສົາໄຟຟ້າ ຫຼື ສິ່ງກໍ່ສ້າງອື່ນໆໃນເວລາທີ່ເກີດພາຍຸກໍຈະມີຝົນຕົກໜັກອີກດ້ວຍ ບາງທີກໍອາດຈະມີຟ້າແມບຟ້າຜ່າ ໝາກເຫັບຕົກກໍ່ໄດ້ ແຕ່ບໍລິເວນທີ່ມີລົມພາຍຸແຮງພັດຜ່ານໄປຫາກເປັນເຂດພູດອຍຫຼືເຂດພູມສັນຖານສູງກໍ່ຈະເຮັດໃຫ້ພາຍຸນີ້ອ່ອນກຳລັງລົງ

ຖ້າວ່າພາຍຸໝູນ ຊີກະໂລນ ຫາກເກີດໃທະເລຊາຍ ກໍຈະອູ້ມຫອມທະເລຊາຍໃຫ້ເປັນເລົາສູງ ແລະ ຖ້າເກີດໃນທະເລ ກໍຈະອູ້ມຫອບໃຫ້ທະເລເປັນເລົາສູງ

ຖ້າວ່າພາຍຸໝູນດັ່ງກ່າວນີ້ ຫາກເຄື່ອນທີ່ໄປຜ່ານເຂດທະເລຊາຍ ທີ່ຂ້ອນຂ້າງແຫ້ງແລ້ງ ກໍຈະເຮັດໃຫ້ເຂດເຫຼົ່ານັ້ນມີຄວາມຊູ່ມຊື່ນ

ຈ. ລົມພາຍຸໝູນອອກ ຫຼື ອັງຕີຊີກາໂລນ

ແມ່ນລົມພາຍຸທີ່ເກີດຂື້ນໃນລະບົບຄວາມກົດດັນສູງຂອງອາກາດຕາມທີດຂອງເຂັມໂມງເດີນທາງເຟື້ອງໂລກເໜືອ ແລະກົງກັນຂ້າມທາງເຟື້ອງໂລກໃຕ້ ລົມພາຍຸດັ່ງກ່າວນີ້ມັກເກິດໃນເຂດອາກາດທີ່ອົບອຸ່ນ ແລະ ໜາວ ເປັນລົມທີ່ບໍ່ຄ່ອຍຮ້າຍແຮງປານໃດ ເປັນລົມທີ່ເສັ້ນຜ່າສູນກາງຍາວປະມານ 1000ກິໂລແມັດ

ສ. ກະແສລົມເທິງ

ລົມຕ້ານສິນຄ້າ ຫຼື ລົມ ປະຕິພານິດ

ເປັນລົມທີ່ພັດຢ່າງປະຈຳຢູ່ຍ່ານສູງໆເໜືອຈາກດິນປະມານ 3000ແມັດຂື້ນໄປ ເປັນລົມທີ່ພັດຈາກເຂດເສັ້ນສູນສູດໄປຫາເສັ້ນຂະໜານທີ່ 30ອົງສາເໜືອ ແລະ ໃຕ້ ລົມດັ່ງກ່າວເມື່ອພັດໄປຮອດເສັ້ນຂະໜານປະມານ 30ອົງສາ

ເໜືອ ຫຼືໃຕ້ ມັນຈື່ງຖຶກກົດລົງໃຫ້ໂຄ້ງລົງສູ່ໜ້າດິນແລ້ວສືຕໍ່ໄປເຂດເສັ້ນສູນສູດກາຍເປັນລົມພານິດຕໍ່ໄປ

ລົມ ເຈຕ ສຕຣິມ

ແມ່ນກະແສລົມເທິງທີ່ພັດຈາກທິດຕາເວັນຕົກໄປຫາທິດຕາເວັນອອກຢູ່ລະຫວ່າເສັ້ນຂະໜານທີ 35 ຫາ 45

ອົງສາແລະພັດຢູ່ສູງຈາກໜ້າດິນ ແຕ່ 8 ຫາ 12 ກິໂລແມັດ ຫຼື ສູງກວ່ານັ້ນ ມັນເປັນລົມທີ່ພັດແຮງທີ່ສຸດ ມີຄວາມໄວປະມານ 100 ຫາ 500 ກິໂລແມັດຕໍ່ຊົ່ວໂມງ ສາເຫດທີ່ພາໃຫ້ເກີດກະແສລົມດັ່ງກ່າວນີ້ເຊື່ອກັນວ່າຍ້ອນຜົນສະທ້ອນຈາກການໝູນປີ່ນອ້ອມຕົວມັນເອງຂອງໜ່ວຍໂລກບວກກັບຄວາມແຕກຕ່າງກັນທາງດ້ານອຸະພູມແລະຄວາມກົດດັນຂອງອາກາດໃນເຂດປະທະກັນລະຫວ່າງມວນອາກາດເຂດຮ້ອນກັບມວນອາກາດເຂດໜາວເຂດເຫລື່ອມກັນຂອງຊັ້ນ Tropopau ກັບຊັ້ນ straposphere ຕາມທິດໝູນປີ່ນຂອງໜ່ວຍໂລກໄດ້ພາໃຫ້ເກີດກະແສລົມທີ່ພັດເປັນແນວກວ້າງດ້ວຍຄວາມໄວພໍສົມຄວນຢູ່ເທິງລະດັບສູງ ແຕ່ 5 ກິໂລແມັດຂື້ນໄປຕາມທິດໝູນປີ່ນຂອງໜ່ວຍໂລກນັ້ນຢູ່ໃນລະດັບສູງດັ່ງກ່າວນີ້ເພີ່ນຍັງພົບອີກວ່າມີການແຕກຕ່າງກັນທາງດ້ານອຸນຫະພູມ ແລະ ຄວາມກົດດັນຂອງອາກາດໃນແນວປະທະກັນລະຫວ່າງມວນອາກາດຮ້ອນ ແລະ ໜາວ ຈື່ງພາໃຫ້ເກີດການປັ່ນປ່ວນຂອງອາກາດດັ່ງກ່າວ ຍ້ອນໃນລະດັບສູງນັ້ນໆມວນອາກາດໄດ້ກໍໃຫ້ເກີດຄວາມກົດດັນຕ່ຳຄືກ່າວມາຈື່ງເຮັດໃຫ້ອາການເຄື່ອນທີ່ຈາກເດສູນສູດ ແລະ ເຂດອາຍັນ ໄປຫາເຂດເຍນກວ່າຈາກການສົມທົບປະສົມປະສານຂອງບັນດາບົດໄຈຕ່າງໆທີ່ກ່າວມານີ້ຈື່ງພາໃຫ້ເກີດການເຄື່ອນທີ່ຂອງອາກາດຈາກທິດຕາເວັນຕົກໄປຫາທິດຕາເວັນອອກດ້ວຍຄວາມໄວສູງທີ່ສຸດກະແສລົມດັ່ງກ່່າວນີ້ເປັນຕົ້ເຫດສຳຄັນທີ່ພາໃຫ້ເກີດສູນຄວາມກົດດັນສູງແບບພະລັງຈັກໃນລະຫວ່າງເສັ້ນຂະໜານທີ 30ອົງສາ ເໜືອ ແລະ ໃຕ້ ມັນເປັນກະແສລົມທີ່ມີປະໂຫຍດຫຼາຍສຳລັບການ

คำสำคัญ (Tags): #​ລົ​ມ#​ອາ​ກາດ
หมายเลขบันทึก: 628854เขียนเมื่อ 26 พฤษภาคม 2017 09:32 น. ()แก้ไขเมื่อ 26 พฤษภาคม 2017 09:32 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท