ຄວາມໝາຍຂອງວັດທະນາທຳ

ຄວາມໝາຍ ແລະ ຄວາມສຳຄັນຂອງວັດທະນະທຳ

1.   ຄວາມໝາຍ

ຄຳວ່າ “ ວັດທະນະທໍາ ” ແມ່ນຄໍາສະໝາດໃນພາສາບາລີ (Compound Word)“ວັດທະນະທຳ” ແປວ່າ ຄວາມຈະເລີນ, ຄວາມງອກງາມ, ສ່ວນຄໍາວ່າ “ ທໍາ ” ແປວ່າຄຸນຄວາມດີ, ຄວາມງາມ, ຄວາມບໍລິສຸດ, ຄວາມຖືກຕ້ອງດັ່ງນີ້ເປັນຕົ້ນ. ເມື່ອແປຕາມຄວາມໝາຍຂອງສັບ, ມີຄວາມໝາຍວ່າ “ ວັດທະນະທໍາ ” ຄວາມຈະເລີນ, ຄວາມໝັ້ນຄົງ ຫຼື ລັກສະນະທີ່ສະແດງເຖິງຄວາມດີ, ຄວາມງາມ, ຄວາມເປັນລະບຽບຮຽບຮ້ອຍ, ຄຸນນະທຳ.

“ ວັດທະນະທໍາ ” ແມ່ນຄຸນຄ່າອັນລວມຍອດຂອງການສະສົມບັນດາຜະລິດທະພັນທາງວັດຖຸ ແລະ ຈິດໃຈ ທີ່ມວນມະນຸດໄດ້ປະດິດສ້າງຂື້ນມາ ໂດຍຜ່ານຂະບວນວິວັດທາງປະຫັວດສາດ ຫຼື ເວົ້າອີກຢ່າງໜຶ່ງວ່າແມ່ນໝາກຜົນໝາກຜົນຂອງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມທີ່ສັງຄົມນັ້ນໆປະດິດສ້າງຂື້ນ ແລະ ສະສົມຖ່າຍທອດມາຮອດປັດຈຸບັດ.

ສະນັ້ນ “ ວັດທະນະທໍາ ” ຈິ່ງລວມເອົາທຸກສິ່ງທຸກຢ່າງທີ່ມວນມະນຸດປະດິດສ້າງໃນແຕ່ລະຍຸກສະໄໝ ອັນເກີດຈາກປະສົບການ, ບົດຮຽນຊີວິດ ແລະ ບັນດາຫົວຄິດປະດິດສ້າງຂອງຄົນໃນຊາດໜຶ່ງໆ ເຊັ່ນ: ພາສາປາກເວົ້າ, ກິລິຍາມາລະຍາດ, ການທໍາມາຫາກິນ, ນິໄສໃຈຄໍ, ທີ່ຢູ່ອາໄສຕະຫຼອດເຖິງວັດຖຸອຸປະກອນການຜະລິດຕ່າງໆ, ດ້ວຍເຫດນີ້ການສະສົມວັດທະນະທໍາ ຈິ່ງແມ່ນການສະສົມບັນດາປະສົບການ, ຄວາມຮູ້ຄວາມສາມາດ, ພູມປັນຍາຊາວບ້ານ ແລະ ຕະຫຼອດເຖິງໝາກຜົນຂອງການຄົ້ນຄິດວິທະຍາສາດອີກດ້ວຍ

2.   ປະເພດຂອງວັດທະນະທຳ

2.1     ວັດທະນະທໍາທີ່ເປັນວັດຖຸ  ( Material Culture)

ວັດທະນະທໍາທີ່ເປັນວັດຖຸ ໝາຍເຖິງສິ່ງວັດຖຸຕ່າງໆທີ່ມວນມະນຸດໃນຊາດໜຶ່ງໆ ປະດິດສ້າງຂື້ນມາໃນຂະບວນວິວັດຂອງຍຸກສະໄໝຕ່າງໆມີຄຸນຄ່າທາງດ້ານສິລະປະອັນເປັນທີ່ຍອມຮັບໃນສັງຄົມ ເຊິ່ງສາມາເບິ່ງເຫັນ, ຈັບບາຍໄດ້, ເຄື່ອນຍ້າຍໄດ້ ເຊັ່ນ: ປະຕິມາກຳ, ວິຈິດຕະກຳ, ເຄຫະສະຖານ, ອຸປະກອນ, ເຄື່ອງໃຊ້ສອຍ, ເຄື່ອງນຸ່ງຫົ່ມ, ເຄື່ອງເກົ່າແກ່, ວັດຖຸຍູຮານຕະຫຼອດເຖິງສິ່ງຂອງຕ່າງໆທີ່ມີຄຸນຄ່າທາງສິລະປະປະຈຳຊາດ.

   2.2  ວັດທະນະທໍາທາງດ້ານຈິດໃຈ (  Non material Culture )

ວັດທະນະທໍາທາງດ້ານຈິດໃຈ ແມ່ນການສະແດງອອກແບບນາມມະທໍາ, ບໍ່ເຫັນເປັນຮູບຮ່າງ, ບໍ່ສາມາດຈັບບາຍໄດ້ ເຊິ່ງແມ່ນຂະບວນການທີ່ເກີດຈາກຈິດສໍານຶກ ເຊັ່ນ: ພາສາປາກເວົ້າ, ແນວຄວາມຄິດ, ຄວາມເຊື່ອຖື, ສິລະທໍາ, ຄຸນນະທໍາ, ຈັນຍາບັນ, ມາລະຍາດ, ຈາຮີດປະເພນີ, ວັນນະຄະດີ, ສຽງດົນຕີ ແລະ ອື່ນໆ.

3.   ຄວາມສໍາຄັນຂອງວັດທະນະທໍາ

       ວດທະນະທໍາເປັນສິ່ງວັດແທກຄຸນຄ່າຂອງມະນຸດໃນຊາດ, ແມ່ນອົງປະກອບສ້າງທີ່ສໍາຄັນທາງດ້ານຄຸນຄ່າສິລະປະທີ່ຊ່ວຍພັດທະນາຈິດໃຈ, ເຝິກຝົນແນວຄິດ, ການປະພຶດປະຕິບັດ ເພື່ອສ້າງໃຫ້ຄົນໃນສັງຄົນກາຍເປັນພົນລະເມືອງດີ, ມີຄວາມຈະເລີນກ່າວໜ້າ ເຊິ່ງສາມາດດຳລົງຄົງຕົວຢູ່ຮ່ວມສັງຄົມໄດ້ຢ່າງໝັ້ນຄົງ.

 

ບົດທີ່ 2

  ຊົນເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດລາວ

ແລະ ສະພາບວັດທະນະທໍາລາວແຕ່ລະໄລຍະ

 

1.  ຊົນເຜົ່າຕ່າງໆທີ່ປະກອບເຂົ້າເປັນຊາດລາວ

      ຊາດລາວກໍແມ່ນຊາດໜຶ່ງທີ່ເກົ່າແກ່ ຊຶ່ງມີທີ່ຕັ້ງພູມລຳເນົາຢູ່ແຫຼມອິນດູຈີນແຫ່ງນີ້ມາຕັ້ງແຕ່ສະໄໝບູຮານ ຈົນຮອດສະໄໝປັດຈຸບັນກໍ່ບໍ່ຕໍ່າກ່ວາ 2500 ປີມາແລ້ວ. (ສີລາ ວິລະວົງ 1957:1) ໂດຍອີງຕາມທີ່ຕັ້ງພູມລໍາເນົາຂອງແຕ່ລະຊົນເຜົ່າໃຫ່ຍ ທີ່ຕັ້ງທໍາມາຫາກິນຢ່າງເປັນຫຼັກເປັນແຫຼ່ງນັ້ນ, ຈຶ່ງຈັດແບ່ງປະຊາຊົນລາວອອກເປັນ 3 ກຸ່ມໃຫ່ຍ ແລະ ມີຊື່ເອີ້ນກຸ່ມຕ່າງກັນ. ໃນ 3 ກຸ່ມໃຫ່ຍນີ້ປະກອບມີ 68 ເຜົ່າຊົນ, ແຕ່ຍ້ອນມີການສໍາຫຼວດ ແລະ ສຶກສາຄົ້ນຄ້ວາກ່ຽວກັບຊົນເຜົ່າຢູ່ໃນລາວມາໂດຍຕະຫຼອດ, ມາຮອດປີ 1985 ສະຖິຕິຈຶ່ງມີການປ່ຽນແປງຈາກ 68 ມາເປັນ 47 ເຜົ່າ. ແຕ່ຍັງເຫັນວ່າສະຖິຕິນີ້ຍັງບໍ່ທັນແນ່ນອນ ແລະ ກໍຍັງມີການຄົ້ນຄ້ວາໄປເລື້ອຍໆ. ຕໍ່ມາທາງອົງການກ່ຽວຂ້ອງຈຶ່ງມີການຄົ້ນຄ້ວາຊັບຊ້ອນ, ຈັດແບ່ງຊື່ເອີ້ນຂອງເຜົ່າຕ່າງໆຄືນອີກ ແລະ ອີງຕາມການຕົກລົງເຫັນດີຂອງກອງປະຊຸມຄົ້ນຄ້ວາປຶກສາຫາລື່ຊື່ເອີ້ນຂອງເຜົ່າໃນ ສ.ປ.ປ.ລາວ ໃນຄັ້ງວັນທີ່ 14-15/08/2000 ວ່າປະເທດລາວມີ 49 ເຜົ່າ ແລະ ມີ 4 ໝວດໃຫ່ຍ. ສ່ວນການຈັດແບ່ງອອກເປັນ 4 ໝວດໃຫ່ຍນັ້ນແມ່ນອີງຕາມໝວດທີ່ໃຊ້ພາສາທີ່ຄ້າຍຄືກັນ.

1.1   . ໝວດພາສາລາວ-ໄທ (ໄຕ)

      ເຜົ່າລາວ-ໄທ ແມ່ນພາກສ່ວນໜຶ່ງຂອງເຊື້ອສາຍອາຊີໃຕ້, ບັນດາເຜົ່າລາວ-ໄທ ໄດ້ເຂົ້າມາຢູ່ດິນແດນນີ້ແຕ່ເຫິງນານແລ້ວ. ໄລຍະຜ່ານມາພວກເຮົາເຄີຍເອີ້ນວ່າ “ລາວລຸ່ມ” ມາຮອດສັດຕະວັດທີ່ VIII ບັນດາເຜົ່າລາວ-ໄທໄດ້ກ້າວເຂົ້າສູ້ຖານະເປັນເຈົ້າປົກຄອງດິນແດນແຫ່ງນີ້ຢ່າງສິ້ນເຊີງ, ໂດຍແມ່ນຂຸນລໍ ເປັນເຈົ້າຊີວິດອົງທໍາອິດຂອງລາວຢູ່ເມືອງຊວາ. (ບໍ່ແສງຄໍາ ວົງດາລາ ພ້ອມດ້ວຍຄະນະ 1987:15).

      ໝວດລາວ-ໄທ ປະກອບມີ 8 ຊົນເຜົ່າເຊັ່ນ: ເຜົ່າລາວ, ເຜົ່າໄຕ, ເຜົ່າຜູ້ໄທ, ເຜົ່າລື້, ເຜົ່າຍວນ, ເຜົ່າຍັ້ງ, ເຜົ່າແຊກ ແລະ ເຜົ່າໄທເໜືອ. ບັນດາເຜົ່າທີ່ກ່າວມາຂ້າງເທິງນີ້ມີພາສາປາກເວົ້າ, ມີຮີດຄອງປະເພນີ, ມີສິລະປະວັດທະນະທໍາ, ຄວາມເຊື້ອຖື...ທີ່ແຕກຕ່າງກັນ; ແຕ່ກໍມີລັກສະນະທີ່ຄ້າຍຄືກັນເປັນຕົ້ນວ່າສາມາດເຂົ້າໃຈພາສາກັນໄດ້, ສາມາດຄົບຄ້າສະມາຄົມ, ສົນທະນາເຊິ່ງກັນ ແລະ ກັນ. ບັນດາຊົນເຜົ່າໃນໝວດພາສາລາວ-ໄທ ສ່ວນຫຼາຍແມ່ນເຄື່ອນຍ້າຍມາຈາກແຂວງ ເຫ້ງອານ ປະເທດຫວຽດນາມ. (ສູນກາງແນວລາວສ້າງຊາດ 2005:1-41).

1.2   . ໝວດພາສາມອນ-ຂະແມ

      ບັນດາເຜົ່າໝວດພາສາມອນ-ຂະແມ ເປັນພາກສ່ວນໜຶ່ງທີ່ສໍາຄັນໃນພົນລະເມືອງຂອງລາວເຮົາ. ໃນໄລບະຜ່ານມາເຄີຍເອີ້ນເຜົ່ານີ້ວ່າ: “ ລາວເທິງ ຫຼື ລາວກາງ  ” ເຂົາເຈົ້າເປັນຄົນເດີມ ໄດ້ທໍາມາຫາກິນໃນແຜ່ນດິນລາວ ແລະ ຢູ່ຫຼາຍແຫ່ງໃນເຂດອາຊີຕາເອັນອອກສ່ຽງໃຕ້ນີ້ມາແຕ່ດຶກດໍາບັນ. ບັນດາເຜົ່າເລົ່ານີ້ໄດສ້າງພື້ນຖານວັດທະນະທໍາອັນເກົ່າແກ່, ລືຊື່ ແລະ ມະຫັດສະຈັນເຊັ່ນ: ທາດເສົາຫີນ ທີ່ປາກອູ ແຂວງຫຼວງພະບາງ, ວັດພູທີ່ແຂວງຈຳປາສັກ, ຈຸ່ມຫຼັກຫີນ ເຂດເມືອງເປິນແຂວງຫົວພັນ, ໄຫຫີນຊຽງຂວາງ, ຄອງລາງ, ຄອງບັ້ງ...(ບໍ່ແສງຄໍາ ດາລາວົງ 1987:16-17).

1.3   . ໝວດພາສາຈີນ-ຕີເບດ

      ບັນດາເຜົ່າໃນໝວດພາສາຈີນ-ຕີເບດ ປະກອບດ້ວຍ 7 ຊົນເຜົ່າຄື: ຊົນເຜົ່າສິງຊິລິ, ເຜົ່າສີລາ, ເຜົ່າລາຫູ, ເຜົ່າໂລໂລ, ເຜົ່າຫໍ້, ເຜົ່າອາຄາ ແລະ ເຜົ່າຮ່າຍີ່. ຊົນເຜົ່າທັງ 7 ທີ່ກ່າວມາຂ້າງເທິງນີ້ມາພາສາປາກເວົ້າສະເພາະ, ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ທີ່ເປັນເອກະລັກປະຈໍາເຜົ່າຢ່າງຫຼວງຫຼາຍເຜົ່າຕ່າງໆໃນໝວດພາສາຈີນ-ຕີເບດ ມີຕົ້ນກຳເນີດ ແລະ ທີ່ຢູ່ດັ່ງເດີມແມ່ນປະເທດຈີນ, ມີແຕ່ຊົນເຜົ່າສິງສີລິ ມີຕົ້ນກຳເນີດຢູ່ປະເທດຫວຽດນາມ ແລະ ເຂົ້າມາລາວໃນສັດຕະວັດທີ່ XVI. (ສູນກາງແນວລາວສ້າງຊາດ 2005:121-257).

1.4   . ໝວດພາສາມົ້ງ-ອິວມຽນ

      ຊົນເຜົ່າໃນໝວດພາສາມົ້ງ-ອິວມຽນ ປະກອບດ້ວຍ 2 ຊົນເຜົ່າຄື: ຊົນເຜົ່າມົ້ງ ແລະ ຊົນເຜົ່າອິວມຽນແຕ່ຊົນເຜົ່າກໍຍັງມີແຊກ ຫຼື ຂະແໜງຍ່ອຍອອກໄປອີກເຊັ່ນ: ຊົນເຜົ່າມົ້ງມີ: ມົ້ງຂາວ, ມົ້ງລາຍ ແລະ ມົ້ງດໍາ; ຊົນເຜົ່າອິວມຽນມີ: ເຜົ່າອິວມຽນ, ເຜົ່າແລນແຕ, ເຜົ່າຢ້າວຂາວ ແລະ ເຜົ່າຢ້າວຜົນໄໝແດງເປັນຕົ້ນ. ເຜົ່າມົ້ງ ແລະ ເຜົ່າອິວມຽນມີພາສາປາກເວົ້າທີ່ແຕກຕ່າງກັນ ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື...ຊົນເຜົ່າມົ້ງໄດ້ເຄື່ອນຍ້າຍມາຈາກຕີເບດ, ຊີບີລີ ແລະ ມົງໂກລີ ເຂົ້າມາຈີນແລ້ວເຂົ້າມາສູ່ລາວ, ຫວຽດນາມ ແລະ ໄທເມື່ອປະມານສັດຕະວັດທີ່ XIX ສ່ວນຊົນເຜົ່າອິວມຽນມີຖິ່ນກໍາເນີດຢູ່ຕອນກາງປະເທດຈີນ ແລ້ວເຄື່ອນຍ້າຍລົງມາພາກໃຕ້ເຂົ້າສູ່ຫວຽດນາມ, ລາວ ແລະ ໄທ. (ສູນກາງແນວລາວສ້າງຊາດ 2005:262-267).

2.  ສະພາບວັດທະນະທໍາລາວໃນແຕ່ລະໄລຍະ

2.1. ໄລຍະກໍາເນີດ, ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຂອງວັດທະນະທໍາລາວ.

      ຄວາມຈິງແລ້ວວັດທະນະທໍາລາວ ໄດ້ກໍາເນີດມາກ່ອນສະໄໝອານາຈັກລາວລ້ານຊ້າງ ແຕ່ຍ້ອນວ່າກ່ອນກໍາເນີດອານາຈັກລ້ານຊ້າງນັ້ນບໍ່ມີຂໍ້ມູນບັນທຶກໄວ້ລະອຽດຄືຢູ່ໃນສະໄໝອານາຈັກລາວລ້ານຊ້າງສະນັ້ນເອກະສານສະບັບນີ້ ຈິ່ງນຳສະເໜີສພາບວັດທະນະທໍາລາວ ນັບແຕ່ອານາຈັກລາວລ້ານຊ້າງເອກະພາບໃນກາງສັດຕະວັດທີ່ XIV ເປັນຕົ້ນມາ.

   2.2. ໄລຍະຕົກເປັນຫົວເມືອງຂື້ນຂອງຕ່າງຊາດ

      2.2.1. ໄລຍະຕົກເປັນຫົວເມືອງຂື້ນຂອງສັກດີນາສະຫຍາມ

      ມາຮອດປີ 1713 ອານາຈັກລາວລ້ານຊ້າງຖືກແຍກອອກເປັນ 3 ອານາຈັກຄື: ອານາຈັກລ້ານຊ້າງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ສະພາບການດັ່ງກ່າວເຮັດໃຫ້ສັກດີນາສະຫຍາມຫາທຸກໂອກາດເພື່ອເຂົ້າມາແຊກແຊງ-ຮຸກຮານລາວ. ໃນທີ່ສຸດມາຮອດປີ 1778-1779, ລ້ານຊ້າງຖືກສະຫຍາມບຸກທໍາລາຍ. ໂດຍສະເພາະແມ່ນນະຄນຫຼວງວຽງຈັນ ພວກມັນໄດ້ກວາດຕ້ອນເອົາເຊື້ອພະວົງຂອງກະສັດລາວນັບທັງເຈົ້າອະນຸວົງ.

      ມາຮອດປີ 1804 ພະເຈົ້າອະນຸວົງ ກະສັດລາວຜູ້ຮັກຊາດສູງສົ່ງໄດ້ຂື້ນຄອງລາດຢູ່ນະຄອນຫຼວງວຽງຈັນ. ພະອົງໄດ້ປັບປຸງຄືນພື້ນຖານວັດທະນະທໍາທີ່ຄົງເຫຼືອໄວ້ໃຫ້ກັບສູ້ສະພາບເດີມເຊັ່ນ: ປັບປຸງ-ສ້າງພະລາຊະວັງ, ສ້າງວັດສີສະເກດ, ປົວແປງວັດວາອາຮາມ, ພະທາດເຈດີ, ສ້າງສະພານຂ້າມນໍ້າຂອງ ແລະ ອື່ນໆ. ຢູ່ທົ່ວລາຊະອານາຈັກລ້ານຊ້າງ. (ທັງ 3 ອານາຈັກ) ຕະຫຼອດ 20 ກ່ວາປີ ທີ່ພະອົງມີໂອກາດປັບປຸງ, ຟື້ນຟູປະເທດສ້າງວັດທະນະທໍາຄືນໃໝ່ນັ້ນ      ຊໍ້າພັດຖືກທໍາລາຍຈາກນໍ້າມືຂອງສັດີນາສະຫຍາມອີກເທື່ອທີ່ສອງພ້ອມກັບການສິ້ນສຸດລົງກັບຂະບວນການກອບກູ້ເອກະລາດຂອງເຈົ້າອະນຸວົງໃນປີ 1829 ເຮັດໃຫ້ສະພາບວັດທະນະທໍາລາວ ທັງວັດຖຸ ແລະ ຈິດໃຈ ຍິ່ງຖືກຕົກຕໍ່າ ແລະ ເສື່ອມໂຊມລົງຫຼາຍອີກກ່ວາເກົ່າ.

     2.2.2. ໄລຍະຕົກເປັນຫົວເມືອງຂື້ນຂອງຈັກກະພັດຝັຣງ

      ພວກຈັກກະພັດລ່າເມືອງຂື້ນຝັຣງເຂົ້າປົກຄອງລາວນັກແຕ່ປີ 1893-1954. ພວກມັນມີນະໂຍບາຍຈໍາກັດຕໍ່ລະບົບການສຶກສາ, ລົບລ້າງວັດທະນະທໍາລາວເຊັ່ນ:ບັງຄັບຄົນລາວຕ້ອງຮຽນພາສາຝັຣງແທນພາສາລາວ,ເອົາວັດທະນະທໍາຕາເວັນຕົກມາເຜີຍແຜ່ ແລະ ປະຕິບັດ, ພະຍາຍາມລົບລ້າງຮີດຄອງປະເພນີລາວທີ່ດີງາມ, ຈໍາກັດບໍ່ໃຫ້ຄົນລາວຮໍ່າຮຽນ ແລະ ເຮັດວຽກງານນໍາຝັຣງ ຊໍ້າບໍ່ໜໍາພວກມັນຍັງຢຶດ ແລະ ຄຸດຄົ້ນເອົາຊັບໃນດິນສິນໃນນໍ້າ, ເງິນຄຳ, ວັດຖຸບູຮານທີ່ມີຄ່າໄປປະເທດຂອງພວກມັນ, ເຮັດໃຫ້ມູນມໍລະດົກວັດທະນະທໍາທີ່ຍັງເຫຼືອໄວ້ບໍ່ຫຼາຍເທົ່າໃດກໍເຫຼືອໜ້ອຍລົງສະພາບການເຊັ່ນນີ້ໄດ້ກະທົບເຖິງແນວຄິດຈິດໃຈຂອງຄົນລາວ ແລະ ວັດທະນະທໍາລາວ.

    2.2.3. ໄລຍະຖືກແຊກແຊງ-ຮຸກຮານຂອງຈັກກະພັດອາເມລິກາ

      ໃນປີ 1955 ຈັກກະພັດອາເມລິກາເຂົ້າມາມີບົດບາດຢູ່ລາວແທນຝັຣງ ໂດຍອ້າງເຫດຜົນວ່າ “ຕ້າການຮຸກຮານຂອງຝ່າຍກອມມູນິດ” ໄລຍະນີ້ສະພາບສັງຄົມ, ວັດທະນະທໍາລາວຍິ່ງເພີ້ມຄວາມສັບສົນວຸ້ນວາຍຂື້ນຕື່ນເຮັດໃຫ້ວົງການໄວໜຸ່ມລາວບໍ່ໜ້ອຍຮຽນເອົາແນວຄິດ, ວັດທະນະທໍາແບບເສລີນິຍົມທີ່ບໍ່ສອດຄ່ອງກັບຮີດຄອງປະເພນີລາວ, ໂດຍສະເພາະແມ່ນແບບແຜນການດຳລົງຊີວິດທີ່ເສລີ, ເອົານອກປະເພນີ, ມີໂຮງໂສເພນີ, ເສບຢາເສບຕິດ, ແນວຄິດນຸ່ງຖືແບບຊາວຕາເວັນຕົກຫຼາຍຂື້ນ ພວກມັນແບ່ງແຍກຄົນລາວ, ຈຳແນກຊົນຊາດຊົນເຜົ່າ, ເຮັດໃຫ້ເສຍຄວາມສາມັກຄີ ນອກນີ້ພວກມັນຍັງຍຶດເອົາວັດຖຸມີຄ່າ, ພະພຸດທະຮູບ ແລະ ອື່ນໆໄປອີກ. ເຖິງວ່າອຳນາດການປົກຄອງ ແລະ ປະຊາຊົນລາວພະຍາຍາມສຼ້ຊົນຕໍ່ສູ້ປົກປັກຮັກສາໄວ້ຊຶ່ງວັດທະນະທໍາອັນດີງາມຂອງຊາດກໍຕາມ ແຕ່ກໍບໍ່ສາມາດສະກັດກັ້ນອິດທິພົນວັດທະນະທໍາເຫຼົ່ານັ້ນແຊກຊືມເຂົ້າວັດທະນະທໍາລາວ ທີ່ບໍ່ອາດປະຕິເສດໄດ້ໃນຍຸກສະໄໝຕໍ່ມາ.

   2.3. ສະພາບວັດທະນະທໍາລາວພາຍຫຼັງສ້າງຕັ້ງເປັນ ສ.ປ.ປ. ລາວ

      ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເປັນຕົ້ນມາ. ພັດ-ລັດຖະບານລາວຍາມໃດກໍເອົາໃຈໃສ່ວຽກງານແນວຄິດວັດທະນະທໍາສັງຄົມເປັນບັນຫາສຳຄັນໃນການພັດທະນາປະເທດຊາດ. ກ່າວໜ້າ ແລະ ທັນສະໄໝເປັນຂອງປວງຊົນລາວທັງຊາດ.

3.  ວັດທະນະທໍາຕ່າງໆປະເທດທີ່ມີອິດທິພົນຕໍ່ວັດທະນະທໍາລາວ

      ວັດທະນະທໍາລາວໄດ້ກຳເນີດ ແລະ ຂະຫຍາຍຕົວມາເປັນເວລາຍາວນານໂດຍຜ່ານຂະບວນການທາງປະຫັວດສາດຫຼາຍໄລຍະທີ່ລະອິດລະອ້ຽວ. ມາຮອດປັດຈຸບັນວັດທະນະທໍາລາວນັບມື້ນັບມີການພັດທະນາເປີດກ້ວາງ, ປັບປຸງ, ສົ່ງເສີມ ບໍ່ສະເພາະແຕ່ມູນເຊື້ອທີ່ຢູ່ພາຍໃນເທົ່ານັ້ນ. ແຕ່ມັນຍັງໄດ້ພົວພັນກັບຫຼາຍປະເທດຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງຍຸກສະໄໝ, ດັ່ງນັ້ນ ວັດທະນະທໍາລາວຈິ່ງມີການປະສົມປະສານກັບວັດທະນະທໍາໂລກທັງດ້ານໃນໂຕ ແລະ ນອກໂຕອີກດ້ວຍ.

    3.1. ວັດທະນະທໍາອິນເດຍ

      ວັດທະນະທໍາລາວ ໄດ້ຮັບອິດທິພົນຈາກວັດທະນະທໍາອິນເດຍມາແຕ່ສະໄໝບູຮານນະການໂດຍລະເພາະແມ່ນການຮັບເອົາການເຜີຍແຜ່ສາສະໜາພາມ, ສາສະໜາພຸດ ແລະ ຄວາມເຊື່ອຕ່າງໆຈາກອິນເດຍ. ຮີດຄອງປະເພນີ, ວິຖີຊີວິດຂອງຄົນລາວ ຈົນສຶບມາເຖິງຂູ່ມື້ນີ້ ແລະ ໄດ້ປະຕິບັດຢູ່ຮີດສິບສອງຄອງສິບສີ່ ເປັນຕົ້ນແມ່ນພາສາ ແລະ ຕົວອັກສອນ, ວັນນະຄະດີ, ເຖິງແມ່ນພາສາ ແລະ ອັກສອນບາລີ-ສັນສະກິດບໍ່ເປັນພາສາທີ່ບັນທຶກທາງການແລ້ກໍຕາມແຕ່ຄົນລາວຍັງໄດ້ຮຽນພາສາບາລີ. ສັບໃນພາສາບາລີ-ສັນສະກິດຍັງໄດ້ດັດແປງໃຊ້ເຂົ້າໃນການຂີດຂຽນ, ການເວົ້າຢູ່ໃນວົງການວິຊາການຢ່າງຫຼວງຫຼາຍ ວັນນະຄະດີອິນເດຍຖືກນຳມາຮຽນຢູ່ໃນໂຮງຮຽນຊັ້ນຕ່າງໆເຊັ່ນ: ເລື່ອງພະລັກພະລາມ, ນາງ ຕັນໄຕ ຕະຫຼອດເຖິງຮີດຄອງປະເພດນີ, ການເຮັດບຸນຕ່າງໆ ຫຼາຍຢ່າງກໍໄດ້ຮັບອິດທິພົນຈາກວັດທະນະມໍາອິນເດຍສະໄໝບູຮານເຊັ່ນກັນ. ອາດເວົ້າໄດ້ວ່າວັດທະນະທໍາອິນເດຍ, ສາສະໜາພຸດ ເປັນບໍ່ເກີດວັດທະນະທໍາ ແລະ ຮີດຄອງປະເພນີລາວອີກອັນໜຶ່ງ.

    3.2. ວັດທະນະທໍາບັນດາປະເທດໃກ້ຄຽງ

    ວັດທະນະທໍາບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັນ ເຊັ່ນ ກໍາປູເຈຍ, ພະມ້າ, ໄທ, ຫວຽດນາມ, ຈີນ, ພວກເຮົາຍອມຮັບວັດທະນະທໍາເຊິ່ງກັນແລະກັນຂອງບັນດາປະເທດເຫຼົ່ານີ້. ໃນເງື່ອນໄຂຕ່າງໆທີ່ບໍ່ອາດປະຕິເສດໄດ້ ເຊັ່ນ: ພາສາ, ການເມືອງ, ເສດຖະກິດ, ການສຶກສາ, ຂໍ້ມູນຂ່າວສານ, ເທັກໂນໂລຢີ, ການຄ້າ, ການແລກປ່ຽນວັດທະນະທໍາ, ການໄປມາຫາສູ່ ແລະ ອື່ນໆ. ເຊິ່ງບາງເງື່ອນໄຂກໍແມ່ນຄວາມຈຳເປັນໃນການພົວພັນກັບນານາປະເທດ ເພື່ອຄວາມມິດຕະພາບ ແລະ ຄວາມສາມັກຄີ. ແຕ່ບາງເງື່ອນໄຂກໍບໍ່ໄດ້ຮັບອິດທິພົນຍ້ອນຄວາມຈະເລີນຮຸ່ງເຮືອງຂອງປະເທດໃກ້ຄຽງທີ່ເຮັດໃຫ້ປະເທດອ້ອມຂ້າງໄດ້ຮັບຂໍ້ມູນຂ່າວ ຍ້ອນສືາຕ່າງໆ.

    3.3. ວັດທະນະທໍາຕາເວັນຕົກ ແລະ ວັດທະນະທໍາອຶ່ນໆໃນໂລກ

    ວັດທະນະທໍາລາວໄດ້ຮັບຜົນສະທ້ອນຈາກວັດທະນະທໍາຊາດຕາເວັນຕົກໃນບາງປະເທດ. ເປັນຕົ້ນແມ່ນ ວັດທະນະທໍາຝັຣງ, ອາເມລິກາ ຍ້ອນວ່າລາວໄດ້ຕົກເປັນຫົວເມືອງຂື້ນແກ່ 2 ປະເທດນີ້ມາກ່ອນເກືອບໜຶ່ງສັດຕະວັດ ພວກມັນເອົາວັດທະນະທໍາຕາເວັນຕົກມາເຜີຍແຜ່ຢູ່ລາວ ເຊັ່ນ: ການນຸ່ງຖື, ພາສາ, ອາຫານການກິນ, ຮີດຄອງປະເພນີບາງຢ່າງ.

                             ບົດທີ່ 3 

ລັກສະນະຂອງວັດທະນະທໍາລາວ

1. ສະເໜີລວມລັກສະນະຂອງວັດທະນະທໍາລາວ

    ລັກສະນະລວມຂອງວັດທະນະທໍາເປັນເຄື່ອງໝານບົ່ງບອກ, ເປັນສັນຍາລັກທີ່ໜັ່ນຄົງເຊິ່ງສະແດງໃຫ້ເຫັນວ່າບັນດາສິ່ງວັດຖຸຕ່າງໆຕະຫຼອດເຖິງແນວຄິດຈິດໃຈທັງໜົດເຫຼົ່ານັ້ນເປັນຂອງພາຍໃນຊາດໂດຍແມ່ນກຸ່ມຄົນຕ່າງໆ ຫຼື ແມ່ນສະມາຊິກສັງຄົມພ້ອມກັນຄົ້ນຄິດປະດິດສ້າງ, ດັດສ້າງ, ອະນຸລັກໄວ້ ແລະ ເສີມຂະຫຍາຍທຸກຄົນໃນຊາດກາຍເປັນເຈົ້າຂອງກໍາມະຊິດຕໍ່ຜະລິດຕະພັນທາງດ້ານວັດຖຸ ແລະ ຈິດໃຈ.

    ຄົນລາວມີແບບແຜນການດໍາລົງຊິວິດ ແລະ ຮິດຄອງປະເພນີອັນດີງາມທີ່ເປັນເອກະລັກປະຈໍາຊາດຂອງຕົນເອງມາແຕ່ດົນນານເຊັ່ນ: ທີ່ຢູ່ອາໄສເຄຫະສະຖານ, ອາຫານການກິນ, ການນຸ່ງຖື, ກິລິຍາມາລະຍາດ, ສິລະປະດົນຕິ, ພາສາລາວວັນນະຄະດີ

1.1 ລັກສະນະຊາດ

   ລັກສະນະຊາດ ແມ່ນການສັງຮວມທຸກຈຸດພິເສດສະເພາະ, ສິສັນ. ວິຖີຊິວິດ, ການທໍາມາຫາກິນນໍ້າໃຈເສຍສະຫຼະຮ່ວມກັນຂອງຄົນພາຍໃນຊາດແຕ່ຊາດລາວລ້ວນແຕ່ມີວັດທະນະທໍາເປັນຂອງຕົນເອງມາ ໂດຍກໍາເນີດການມີວັດທະນະທໍາເປັນຂອງຕົນເອງນັ້ນມັນເປັນສິ່ງທີ່ບົງບອກເຖິງຄວາມເປັນເອກະລັກ ໂດຍສະເພາະດ້ານວັດທະນະທໍາຂອງຊາດ.

 ລັກສະນະຊາດທີ່ສະແດງອອກໃນວັດທະນະທໍາ ແມ່ນບັນຜະລິດຕະພັນທາງດ້ານວັດຖຸ ແລະ ຈິດໃຈທັງໝົດທີ່ປະຊາຊົນທຸກຊົນເຜົ່າພາຍໃນຊາດພ້ອມກ້ນຜະລິດຂື້ນມາ.

ກ. ທີ່ຢູ່ອາໄສເຄຫະສະຖານທີ່

   ເຮືອນຂອງຄົນລາວເປັນເຮືອນຮ້ານ, ມີເສົາ, ມີຂື່ ແລະ ເຮືອນມີແປສູງມຸງດ້ວຍຫ້ຍາຄາ, ປູ ແລະ ແອັມດ້ວຍຝາໄມ່ປ່ອງ, ເສົາໄມ້ແກ່ນລ້ອນ, ມີເຊຍ ແລະ ຊານ ຫຼື ເຮືອນມຸງ ແລະ ແອັມດ້ວຍແປ້ນເຊຶ່ງສະແດງອອກໃນການແບ່ງເຂດແດນຂອງເຈົ້າຟ້າງຸ່ມໃນ ປີ 1351 ພົນລະເມືອງທີ່ຢູ່ເຮືອນມີຮ້ານກວ້ານມີເສົາ ( ຄືເຮືອນຍົກພື້ນ ) ໃຫ້ເປັນພົນລະເມືອງລາວ ( ສິລາ ວິລະວົງ 1957: 53 ).                                                    

ຂ ອາຫານການກິນ 

   ແຕ່ສະໄໝບູຮານຄົນລາວມີເຂົ້າໜຽວໂດຍໃຊ້ມືປັ້ນເຂົ້າຈໍ້າອາຫານ ຈົນມີຄໍາກ່າວຂານກັນສືບມາເຖິງທຸກວັນນີ້ວ່າ: ນອນເຮືອນຮ້ານເປົ່າແຄນ, ກິນເຂົ້າໜຽວຈໍ້າປາແດກ, ແກ້ງໜໍ່ໄມ້ໃສ່ຜັກຂະແຍງ, ຍາມມື້ແລງກິນປົນປາດຸກນາ ແລະ ສົ້ມປານັອຍ ລົມພັດເຢັນຈ້ອຍໆໃຕ້ຖຽນານັອຍຫົວນາ ຄົນລາວທຸກຄົນໄດ້ຍິນຄໍາເວົ້ານີ້ກໍ່ບໍ່ຈໍາເປັນບອກວ່ານີ້ແມ່ນອາຫານການກິນຂອງຄົນລາວຊາດ.

ຄ. ການນຸ່ງຖື

  ຄົນລາວຮູ້ຈັກປະດິດສ້າງເສຶ້ອຜ້າອາພອນມາແຕ່ສະໄໜບູຮານເຊັ່ນ: ເສຶ້ອ, ໂສ້ງ, ແຜ່ນແພເຮັດມາຈາກຝ້າຍ ໄໝມ້ອນທີ່ລຽ້ງເອົາເອງ ປັດຈຸບັນນີ້ເຖິງແມ່ນວ່າປະເທດຈະມີການພັດທະນາປ່ຽນແປງໄປຫຼາຍກໍ່ຕາມແຕ່ຄວາມເປັນລັກສະນະຊາດໃນການນຸ່ງຖືຄົນລາວຍັງຮັກສາໄວ້ຢູ່ຕະຫຼອດມາໂດຍສະເພາະແມ່ຍິງລາວຍັງເປັນຜູ້ຜະລິດເຄື່ອງນຸ່ງຫົ່ມ. ແຜນແພ ເປັນຜູ້ຮັກສາມູນເຊຶ້ອຂອງຊາດໄວ້ ເຊື່ງເຫັນແຈ້ງທີ່ສຸດໃນບຸນປະເພນີຕ່າງໆຂອງຊາດ.

 ງ. ການປາກເວົ້າກິລິຍາມາລະຍາດ

   ຄົນລາວເປັນຄົນມີນິດໄສໃຈຄໍຮຽບງ່າຍ, ນອບນອ້ມຖ່ອມໂຕ ບໍ່ມັກໃຊ້ຄວາມຮຸ່ນແຮງຕໍ່ກັນ ມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ ດັ່ງທີ່ສະແດງອອກໃນວັນນະຄະດີເລື່ອງ: ກາບປູ່ສອນຫຼານ- ຫຼານສອນປູ່, ອິນທິຍານສອນລູກ, ຄໍາສອນເລືອກເມຍ ວາຈາສອນໃຈ ແລະ ເລື່ອງອຶ່ນໆ. ບັນດາບົດວັນນະຄະດີດັ່ງກ່າວໄດ້ຮວບຮວມມາລະຍາດການປະພຶດຕົນຂອງລາວໃນສັງຄົມ.

ຈ. ສິລະປະດົນຕີ

   ຊາດລາວເປັນຊາດໜຶ່ງທີ່ເກົ່າແກ່ມີສິລະປະດົນຕີພື້ນເມືອງເປັນເອກະລັກປະຈໍາຊາດຂອງຕົນມາແຕ່ດົນນານແລັວເຊັ່ນ, ແຄນ, ລະໜາດ, ກອງ, ຄ້ອງ, ແສ່ງ, ບົດຂັບ, ບົດລໍາ, ບົດຟ້ອນ..ບັນດາສິລະປະດົນຕີທີ່ມີມູນເຊຶ້ອອັນດີງາມນີ້ລ້ວນແຕ່ໄດ້ອານຸລັກຮັກສາ ສືບທອດ ແລະ ສົ່ງເສີມໃຫ້ມີລັກສະນະຮູບປະທໍາໃນສັງຄົມລາວຢ່າງກວ້າງຂວາງເຊັ່ນ ເວທີກວດສອບສິລະປະພື້ນເມືອງ ແລະ ດົນຕີພື້ນເມືອງເປັນຕົ້ນ.

ສ. ພາສາວັນນະຄະດີ

    ຄົນລາວມີພາສາວັນນະຄະດີລາວຄຽງຄູ່ກັບຊາດຕົນມາແຕ່ສະໄໜຍູຮານນະການແລັວ ຄົນລາວໃຊ້ພາສາລາວເປັນພາຫະນະສື່ສານ, ບັນທຶກຈົດກ່າຍບົດວັນນະຄະດີປາກເປົ່າ ແລະ ວັນນະຄະດີຂຽນຮັບໃຊ້ສັງຄົມຕະຫຼອດມາ ພາສາວັນນະຄະດີລາວເປັນມໍ່ລະດົກວັດທະນະທໍາຂອງຊາດ, ບັນພະບຸລຸດລາວ. ພັກ-ລັດຖະບານໄດ້ພະຍາຍາມຕໍ່ສູ້ ເອົາພາສາລາວເປັນພາສາທາງລັດຖະການ ເຮັດໃຫ້ທຸກຊົນເຜົ່າໃນວົງຄະນະຍາດແຫ່ງຊາດລາວໄດ້ຮຽນຮູ້ພາສາລາວ ວັນນະຄະດີລາວ ແລະ ພ້ອມກ້ນປົກປັກຮັກສາໃຫ້ໜັ່ນຄົງ.

ຊ. ຮິດຄອງປະເພນີ

   ຄົນລາວມີຮີດຄອງປະເພນີອັນເກົ່າແກ່ດີງາມມາເປັນເວລາເຫືງນານ ເປັນວັດທະນະທໍາອັນລໍ້າຄ່າທີ່ຄົນລາວພາກັນປະຕິບັດສືບຕໍ່ກັນເຊັ່ນ: ປະເພນີບູຊາສິ່ງສັກສິດ ບູຊາຜີ ຂື້ນເຮືອນໃໝ່ ເສຍເຄາະກໍາ ບາສີສູ່ຂ້ວນ ຮິດ 12 ຄອງ 14... ຕາມປະເພນີຄວາມເຊຶ້ອຂອງຄົນລາວບູຮານ. ບັນດາຮີດຄອງປະເພນີດັ່ງກ່າວນີ້ ມີບາງສ່ວນຍັງໄດ້ສືບຕໍ່ປະຕິບັດຈົນມາເຖິງປັດຈຸບັນ ສິ່ງທີ່ພາໃຫ້ເກີດມີຮີດຄອງປະເພນີຍ້ອນພື້ນຖານຄວາມເຊຶ້ອຂອງຄົນລາວຈາກສາມສະມຸດຖານຄື: ສາສະໜາຜີ, ສາສະໜພາມ ແລະ ສາສະໜາພຸດ.

 1.2 ລັກສະນະຊົນເຜົ່າ

   ຊົນເຜົ່າແມ່ນກຸ່ມຄົນໜຶ່ງທີ່ມີຄວາມຄ້າຍຄືກ້ນທາງດ້ານພາສາປາກເວົ້າ ຮິດຄອງປະເພນີ, ວິຖີຊິວິດຢູ່ຮ່ວມກັນໃນສັງຄົມ ພາຍໃຕ້ກົດໜາຍຂອງປະເທດໃດໜຶ່ງມາໃນປະຫັວດສາດ. ຊາດລາວກໍ່ແມ່ນຊາດໜຶ່ງປະກອບດ້ວຍຫຼາຍຊົນເຜົ່າທີ່ດໍາລົງຊິວີດຢູ່ຮ່ວມກັນ.ແຕ່ລະເຜົ່າມີວັດທະນະທໍາສະເພາະຂອງເຜົ່າຕົນເຊັ່ນ: ພາສາ, ວັນນະຄະດີ ( ບົດເລື່ອງ ນິທານຈໍາປາເຜົ່າ ) ຮິດຄອງປະເພນີ, ເຄື່ອງໃຊ້ສອຍ, ອຸປະກອນການຜະລິດ, ເຄື່ອງນຸ່ງຫົ່ມ, ອາຫານການກິນ, ທີ່ຢູ່ອາໄສ, ສັນຍາລັກປະຈໍາເຜົ່າ ແລະ ອື່ນໆ. 

 ເຖິງວ່າແຕ່ລະຊົນເຜົ່າໃນລາວມີວັດທະນະທໍາທີ່ເປັນເອກະລັກປະຈໍາເຜົ່າຂອງເຜົ່າຂອງໃຜມັນກໍ່ຕາມແຕ່ບັນດາເຜົ່າກໍ່ພ້ອມກັນຕໍ່ສູ້ປົກປ້ອງປະເທດຊາດ, ກຽມ ແລະ ຊື່ສຽງ ວັດທະນະທໍາຂອງຕົນຮ່ວມກັບຄົນພາຍໃນຊາດດຽວກັນເພຶ່ອພ້ອມກ້ນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.                                                                             

1.3 ລັກສະນະທ້ອງຖິ່ນ    

    ລັກສະນະທ້ອງຖິ່ນໝາຍເຖິງສະພາບແວດລ້ອມທາງດິນຟ້າອາກາດຂອງແຕ່ລະເຂດແຂວງແຕກຕ່າງກັນບັນແຂວງປະເທດເຮົາມີທີຕັ້ງພູມລໍາເນົາຕ່າງກັນເຊັນ: ຢູ່ທາງພາກເໜຶອເປັນຂດພູຜ່າປ່າດົງ, ອາກາດໜາວທາງພາກກາງ ແລະ ພາກໃຕ້ເປັນເຂດພູພຽງ ແລະ ທົ່ງພຽງ ເປັນອູ່ເຂົ້າອ່ປາອູດົມສົມບູນຫຼາຍ. ສະນັ້ນ ແນ່ນອນແລ້ວວ່າຮີດຄອງປະເພນີນີໄສໃຈຄໍ, ອາຫານການກິນ ສິລະປະວັນນະຄະດີ ວາດການດໍາລົງຊິວີດຢູ່ແຕ່ລະທ້ອງຖິ່ນກໍ່ມີຄວາມໝາຍຫຼາຍແຕກຕ່າງກັນ.

   ພາກເໜຶອມັກກິນເອາະ, ແກງ, ຊຸບຜັກ, ລາບ, ແຈ່ວປາບໍ້າ... ສິລະປະທ້ອງຖິ່ນແມ່ນຂັບເປັນຕົ້ນຕໍເຊັນ: ຂັບທຸ້ມຫຼວງພະບາງ, ຂັບຊໍາເໜຶອ, ຂັບພວມ, ຂັບລຶ້, ຂັບງື່ມ... ສ່ວນອາຫານການກິນທາງພາກກາງ ແລະ ພາກໃຕ້ ມັກກິນປົ່ນ, ຕົ້ມ, ກ້ອຍ, ແກງສົ້ມ...ການປຸງອາຫານນິຍົມໃສ່ປາແດກ, ສິລະປະທ້ອງຖິ່ນແມ່ນລໍາເປ້ນຕົ້ນຕໍເຊັນ: ລໍາເຕີ້ຍ, ລໍາຄອນສະຫ້ວນ, ລໍາຜູ້ໄທ, ລໍາມະຫາໄຊ, ລໍາສະລະວັນ, ລໍາສິພັນດອນ, ລໍາໂສມ... ດັ່ງນັ້ນຈິ່ງມີຄໍາກ່າວຂານກັນວ່າ ອາຫານໄທເໜຶອ ຂັບໄທເໜຶອ, ອາຫານໄທໃຕ້ ລໍາໃຕ້ ຫຼື ຄໍາເວົ້າທີ່ວ່າ ໜາກພ້າວນາໄຊ, ປີ້ງໄກ່ນາປົ່ງ ເຫຼົາຂາວເມືອງຄົງ ລໍາວົງສາລະວັນ.

   ການຈໍາແນກວັດທະນະທໍາທ້ອງຖິ່ນບໍ່ແມ່ນການແບ່ງແຍກທ້ອງຖິ່ນໃຫ້ເສຍຄວາມສາມັກຄີ ແຕ່ຍົກຂື້ນມາໃຫ້ເຫ້ນວັດທະນະທໍາທ້ອງຖິ່ນ ເພຶ່ອສະດວກໃນການສຶກສາຮໍາຮຽນ, ປົກປ້ກຮ້ກສາ ແລະ ພັດທະນາຕະຫຼອດໄປ.

1.4 ລັກສະນະສືບທອດ

    ສືບທອດແມ່ນການປົກປັກຮ້ກສາບັນດາຜະລິດຕະພັນທາງດ້ານວັດຖຸ ແລະ ຈິດໃຈທີ່ເປັນມູນເຊື້ອວັດທະນະທໍາອັນເກົ່າແກ່, ອັນດີງາມຂອງບັນພະບູລຸດ ປູ່ຍ່າຕາຍາຍໄດສ້າງມາແຕ່ໃນສະໄໜກອ່ນຈົນເຖິງປັດຈຸບັນ ແລະ ຕໍ່ໄປໃນອະນາຄົດຢ່າງມີລັກສະນະຕັ້ງໜ້າ ແລະ ຜັນຂະຫຍາຍໃຫ້ສອດຄ່ອງກັບສະພາບສັງຄົມແຕ່ລະຍຸກ.

   ຄໍາວ່າ ສືບທອດບໍ່ແມ່ນທຸກປະກົດການທີ່ກໍາເນີດຂື້ນມາແຕ່ສະໄໜບູຮານແນວໃດ ສະໄໜປັດຈຸບັນຕ້ອງມີແນວນັ້ນ ສືບທອດມັນກໍ່ມີທັງຮັກສາສິ່ງກໍານົດໄວ້ ແລະ ກໍ່ມີທັງປະດິດສ້າງປະຍຸກໃຊ້ຕາມລະບອບສັງຄົມ. ຖ້າເຮົາບໍ່ສືບທອດເຮົາກໍ່ບໍ່ມີອັນຈະຢັ້ງຢືນ, ບໍ່ມີເອກະລັກຂອງຊາດ ໃນທີ່ສຸດເຮົາກໍ່ເສຍວັດທະນະທໍາ ຖ້າເຮົາບໍ່ປັບປຸງພັດທະນາໃຫ້ມັນທັນສະໄໜຂື້ນຊາດເຮົາກໍ່ຈະຫຼ້າຫຼັງບໍ່ທັນກັບຍຸກໄໜ ສະນັ້ນ ລັກສະນະສືບທອດຈິ່ງມີທັງຮັກສາ ແລະ ຜັນຂະຫຍາຍໃຫ້ຖືກຕ້ອງ.

2. ບາງບັນຫາກຽ່ວກັບວັດທະນະທໍາ

2.1 ສາສະໜາກັບວັດທະນະທໍາ

   ເມື່ອເວົ້າເຖິງສາສະໜາກ່ອນເຈົ້າຟ້າງຸ່ມມາຫາລາດທ້ອນໂຮມເປັນອານາຈັກລາວລ້ານຊ້າງເອກະພາບໃນກາງສັດຕະວັດທີXIV. ປະຊາຊົນລາວບູຮານພາກັນນັບຖືຜີເຊັ່ນ: ຜີຟ້າ, ຜີແຖນ,ພະອິນ, ເທວະດາ,ຜີພໍ່, ຜີແມ່, ຜີດໍາ...ມີການນັບຖືບູຊາດວງວິຍານບັນພະບູລຸດຜູ້ຕາຍໄປແລັວ. ຄວາມເຊຶ້ອຖືມີຜົນສະທ້ອນຕໍ່ພຶື້ນຖານວັດທະນະທໍາລາວໃນບັນດາຮິດຄອງປະເພນີບູຮານທ້ອງຖີ່ນບໍ່ໜ້ອຍເຊັ່ນ: ການບະຜີ, ການບວງສວງດວງວິນຍານ, ການໄລ່ຜີອອກຈາກຮ່າງກ່າຍຄົນ, ການກໍານົກໜໍຜີ,ໜໍເຍົາ,ໜໍເສັ່ນ, ໜໍດູ... ມາຮອດປັດຈຸບັນນີ້ປະຊາຊົນລາວຫຼາຍທ້ອງຖິ່ນບັງມີຄວາມເຊຶ້ອຖືຮິດຄອງປະເພນີເຫຼົ້ານີ້ຢູ່.

 2.2 ພາສາ-ອັກສອນລາວ

   ພາສາ-ອັກສອນລາວ ແມ່ນພາກສ່ວນໜື່ງທີ່ສໍາຄັນໃນວັດທະນະທໍາລາວ ວັດທະນະທໍາລາວມີສີສັນມີເອກະລັກທີ່ສະເພາະທີດີງາມຍ້ອນຄົນລາວມີພາສາລາວ ແລະ ອັກສອນລາວເປັນຂອງຕົນເອງມາແຕ່ດົນນານແລ້ວຄົນລາວໃຊ້ພາສາລາວເພຶ່ອຄົ້ນຄິດ, ສື່ສານແລກປຽ່ນຄວາມຮູ້, ປປະສົບການ ບັນທຶກ ແລະ ສົ່ງທອດມູນເຊຶ້ອສິລະປະວັນນະຄະດີ, ວັດທະນະທໍາ, ຮີດຄອງປະເພນີ ທຸກວັນນີ້ພວກເຮົາມີໂອກາດຮຽນຮູ້ວັດທະນະທໍາອັນດີຂອງຊາດກໍ່ຍ້ອນມີພາສາລາວ ແລະ ອັກສອນລາວທີ່ໄດ້ບັນທຶກຂໍ້ມູນສະໄໜບູຮານໄວ້ໃນໄລຍະປະຫັວດສາດທີ່ຜ່ານມາບັນພະບູລຸດລາວ ແລະ ປະຊາຊົນລາວໄດ້ພ້ອມກ້ນຕໍ້ສູ້ປົກປັກຮ້ກສາພາສາລາວໃຫ້ຄຽງຄູ່ກັບຄົນລາວແຕ່ໃນຕົວຈິງແລັວມັນກໍ່ແມ່ນການຕໍ່ສູ້ເພຶ່ອຮັກສາວັດທະນະທໍາຂອງຊາດໄວ້. ສະນັ້ນພາສາ-ອັກສອນລາວມັນແມ່ນຜະລິດຕະພັນທາງດ້ານວັດທະນະທໍາທາງຈິດໃຈທີ່ສໍາຄັນຂອງຊາດດັ່ງຄໍາວ່າ: ໄຣ້ພາສາ ໄຣ້ອັກສອນ ຄີຄົນໄຣ້ຊາດຕະກຸນເຊື້ອເກີດບໍ່ມີ.

3. ວັດທະນະທໍາທາງພິທິກໍາຕ່າງໆໃນຊິວິດຂອງຄົນລາວ

   ຄໍາວ່າ ພິທິກໍາ ແມ່ນແບບຢ່າງ ຫຼື ວິທີປະຕິບັດທີ່ເປັນກິດຈະກໍາໃນຊິວິດຂອງຄົນດຮົາຕາມຮູບແບບຂອງຄວາມເຊຶ້ອຖືຕ່າງໆຂອງບັນພະບູລຸດປູ່ຍ່າຕາຍາຍທີ່ນໍາມາປະຕິບັດສືບຕໍ່ກ້ນມາເພຶ່ອເປັນການສະໜອງຕໍ່ຄວາມມຸ່ງມາດປາຖະໜາອັນດີງາມເປັນຂ້ວນກໍາລັງໃຈຕໍ່ຄົນເຮົາເພຶ່ອໃຫ້ເກີດມີຄວາມເຊື້ອໜັ່ນໃນຊິວິດ

   ຄົນລາວມີວັດທະນະທໍາຮີດຄອງປະເພນີ ແລະ ວິທີກໍາຊິວິດຫຼາຍຢ່າງທີ່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ,ຊົນເຜົ່າ. ດັ່ງນັ້ນຈິງບໍສາມາດນໍາມາສະເໜີໃຫ້ຄົບຖ້ວນໄດ້ ໃນເອກະສານສະບັບນີ້ຈະນໍາມາສະເໜີບາງຮີດຄອງປະເພນີຂອງຊົນເຜົ່າລາວລຸ່ມທີ່ເຄີຍປະຕິບັດເປ້ນເອກະພາບກ້ນມາເຖິງຊູ່ມື້ນີ້ ເພາະວ່າເຜົ່າລາວລຸ່ມເປັນສ່ວນເຜົ່າສ່ວນໃຫ່ຍເຊິ່ງມີວັດທະນະທໍາຮິດຄອງປະເພນີເປ້ນລັກສະນະລວມຂອງຊາດຕົ້ນຕໍແມ່ນຮິດ12 ຄອງ 14 ແລະ ພິທີກໍາການເກີດ, ການບວດ, ການແຕ່ງດອງ ແລະ ການຕາຍເປັນຕົ້ນ.

3.1 ພິທິກໍາການເກີດ

  ການປະຕິສົນທິ ຫຼື ຖືການກໍາເນີດໂດຍທົ່ວໄປຄົນລາວນິຍົມເອີນວ່າ ເກີດ ເຊັ່ນເດັກເກີດໃໝ່, ຄົນເກີດລູກເປັນຕົ້ນທໍາອິດແມ່ນພໍ່ ແມ່ ( ບິດາ, ມານດາ ) ເປັນຜູ້ໃຫ້ກໍາເນີດ ແລະ ລ້ຽງດູ ການເກີດເປັນພິທິກໍາທີ່ສໍາຄັນ ແລະ ກໍ່ມີຫຼາຍຂັ້ນຕອນຄືດັ່ງນີ້:

3.1.1 ການຕັດສາຍບື

    ການເກີດ ແລະ ການຕັດສາຍບືສະໄໜບູຮານມີໜໍຕໍາແຍ ( ແມ່ຍິງ ຫຼື ຜູ້ມີຄວາມຮູ້ດ້ານການເກີດລູກ ) ມາຊ່ວຍໃນວລາເກີດ ແລະ ຕັດແຫ່ໃຫ້ເດັກແດງ, ການຕັດແຫ່ ຄົນລາວສະໄໜບູຮານໃສ່ໃຈພິເສດເພາະເຊຶ້ອວ່າການຕັດສາຍບື ຖ້າຕັດບໍ່ຖືກປ້ອງ ມັດບໍ່ແໜ້ນ ມີດຕັດບໍ່ດີ ຕັດບໍ່ຖືກວິທີ ສາຍບືຈະບໍ່ງາມ ເປັນບາດແຜບໍ່ເຊົາຍິງກວ່ານັ້ນຍັງເຊຶ້ອວ່າມີຜີໂພງ ຜີປອບມາເລ່ຍສາຍບືເດັກ ເຮັດໃຫ້ເຈັບໄຂໄດ້ປ່ອຍ ໃນທີ່ສຸດກໍ່ຈະເສຍຊິວິດໄປ.

3.1.2 ການເຜາະເດັກ

      ການເຜາະເດັກແມ່ນການນຳເອົາເດັກໄປທຳພິທີຕາມຄວາມເຊື່ອຂອງຄົນບູຮານ ຄົນບູຮານມີຄວາມເຊື່ອວ່າທາລົກທີ່ເກິດມານັ້ນບາງເທື່ອກໍ່ແມ່ນລູກແທ້, ແຕ່ບາງເທື່ອກໍ່ແມ່ນລູກຜີ ລູກແຖນມາເກິດນຳ. ສະນັ້ນເມື່ອຕັດສາຍແຫແລ້ວເຂົາເຈົ້າຈື່ງເອົາສິ້ນມາຕູ້ມເອົາ ເພາະເຊື່ອວ່າສິ້ນເປັນຂອງສັກສິດ ແລະ ກັນຜີຮ້າຍໄດ້. ຈາກນັ້ນຈື່ງອູ້ມເອົາເດັກໄປປາກປະຕູດ້ານຕາເວັນຕົກແລ້ວກໍ່ເອີ້ນຜີສາງ ຟ້າແຖນໃຫ້ມາເອົາດັ່ງຄຳທີ່ວ່າ “ ຕູຂ້ານີ້ຍັງມີລູກນ້ອຍຕີນແດງ ແພງຄຳຕີນປ້ອມມາເຜາະມາກ່າວເຖີງຜີ ຖ້າແມ່ນລູກຟ້າລູກແຖນກໍ່ດີ, ລູກຜີລູກເຜດຢູ່ພູເຂົາກ້າຟາກຟ້າເມືອງສະຫວັນໃຫ້ມາເອົາສາດຽວນີ້. ຄັນບໍ່ມາເອົາດຽວນີ້ໃຫ້ເປັນລູກຕູຂ້າ, ຜີທາງອື່ນບໍ່ໃຫ້ວ່າ ຮ່າທາງອທ່ນບໍ່ໃຫ້ມາຖາມ ” ( ຄໍາເວົ້າຂອງແມ່ຕູ້ແປະ ອາຍຸ 75 ປີ ) ຈາກນັ້ນກໍ່ຮຽກຂັວນເດັກໃຫ້ມາໂຮມໃນເນື້ອໃນກາຍແລ້ວຈື່ງເອົາໄປວາງໄວ້ບ່ອນນອນ.

3.1.3 ການຈ່ອມເດັກ

     ການຈ່ອມເດັກແມ່ນພິທີກຳອັນໜື່ງເພື່ອເຝິກຝົນແນວຄວາມຄິດໃຫ້ເດັກ ກາຍເປັນຄົນຮູ້ຜູ້ດີ, ມີນິໄສດຸໝັ່ນຕໍ່ການງານຕາມຄວາມເຊື່ອຖືຂອງຄົນບູຮານ, ຖ້າແມານເດັກຊາຍຈະມີ ແຫ, ພ້າ, ຂວານ, ໜັງສືຜູກ, ຖ້າແມ່ນເດັກຍິງຈະມີຫູກ, ຟືມ, ເຂັມຫຍິບ ມາວາງໄວ້ຢູ່ຂ້າງ ຫຼື ທາງຫົວບ່ອນນອນເດັກ ແລ້ວຈະມີຜູ້ອາວຸໂສ ຫຼື ໝໍຕຳແຍຜູ້ໜື່ງມາທຳພິທີວ່າ ຕື່ນໆ ຕື່ນມາເຮັດໄຮ່ເຮັດນາ, ຕ່ຳຫູກ, ທໍໄໝ, ຫຍິບປັກທັກແສ່ວ, ແລ້ວອ່ານໜັງສື....ທັງເຄາະຕີອຸປະກອນເຫຼົ່ານັ້ນ ເຮັດໃຫ້ຕື່ນມີສຽງໄຫ້ອອກມາ ສຸດທ້າຍຈື່ງຫຍ້ຳເຂົ້າແປະໃສ່ສົບເດັກພໍເປັນພິທີ, ເຮັດແນວນີ້ເດັກຈື່ງມີຄວາມຮູ້, ຄວາມສາມາດໃນໜ້າທີ່ການງານ, ທັງດຸໝັ່ນຂະຫຍັນພຽນ ແລະ ເປັນຢ້າວເປັນເຮືອນ

1.3.4 ການຢູ່ກໍາ ຫຼື ການອອກກໍາ

   ການຢູ່ກໍາແມ່ນການບໍາລຸງຮັກສາສຸຂະພາບຂອງແມ່ຜູ້ທີ່ໃຫ້ກໍາເນີດເດັກໃໝ່ໃນເວລາຢູ່ກໍາຈະດື່ມແຕ່ນໍ້າຮ້ອນ ອາບນໍ້າອຸ່ນ ນັ່ງຂາງເຕົາໄຟຖ່ານ ບໍ່ກິນອາຫານຊະຊາຍ ເຮັດແນວນີ້ເພຶ່ອໃຫ້ສຸຂະພາບແຂງແຮງປົກກະຕິ ມີນໍ້ານົມລຽ້ງລູກພຽງພໍ. ໃນຢູ່ກໍາຈະໄວ ຫຼື ຊ້າກໍ່ແລັວແຕ່ເງືອນໄຂຂອງໃຜມັນແຕ່ສະໄໝບູຮານຢ່າງໜ້ອຍ 15 ວັນ.

    ການອອກກໍາຫຼັງຈາກຢູ່ກໍາຕາມສົມຄວນແລັວກໍ່ຈະມີວິທີອອກກໍາຕາມປະເພນີ ມຽ້ນສະຖານທີ ແລະ ສິ່ງຂອງຢູ່ກໍາຕ່າງໆອອກຈາກບ່ອນ. ຜູ້ເປັນແມ່ກໍ່ຈະໄປອາບນໍ້າສະຜົມຢູ່ນອກເຮືອນ ຫຼື ຢູ່ທ່ານໍ້າ ແລະ ກ່ອນຈະລ້າງມືອາບນໍ້າສະຜົມເອົາມີດນັອຍແກ່ວງຕັດນໍ້າໄປມາສອງສາມຄັ້ງທັງຈົ່ມຄາຖາອາຄົມຢູ່ໃນໃຈວ່າ ຂັອຍເກີດລູກນັອຍໄດ້ລົງມາສ່ວຍຕີນ ອາບນໍ້າສະຜົມ. ລ້າງເຫື່ອໄຄເໜັນທາງຫຼັງເພິ່ນເບື່ອ ລ້າງໜ້າທາງໜ້າເພິ່ນຊັງ ແລັວຂື້ນໄປບ້ານໃຫ້ຮຸ່ງເຮືອງຖາວອນ ຂຶ້ນເມື່ອເຮືອນໃຫ້ຮຸ່ງເຮືອງທົ່ວຫ້ອງຝູງພີ່ນ້ອງຮັກຫໍ່ຕຸ້ມຕອມ ໂອມສະໂຫມເຄັດ ແລັວກໍ່ອາບນໍ້າສະຜົມປົກກະຕິ.

 3.1.5 ການຜູກແຂນໃຫ້ເດັກ ແລະ ແມ່

    ການຜູກແຂນໃຫ້ເດັກ ແລະ ແມ່ ແມ່ນພິທີກໍາສຸດທ້າຍສໍາລັບການເກີດເພິ່ນທາລຶກງາມຍາມດີຈັດພີທີບາສີສູ່ຂ້ວນ. ຮຽກເອົາຂ້ວນຂອງແມ່ ແລະ ລູກມາຢູ່ຮ່າງກ່າຍໃນເຮືອນໃນຢ້າວ ມີການຕັ້ງຊື່ໃຫ້ເດັກ ແລະ ຢາດນໍ້າສັກສິດໃສ່ປາກ ນໍ້າສັກສິດເອົາມາຈາກນໍ້າສ້າງເຈັດສ້າງ ຫຼື ນໍ້າເຈັດສາຍ ໃນສະໄໝບູຮານເພິນນິຍົມຈັດພິທີການຜູກແຂນໃນມື້ອອກກໍາໂລດ. ໃນພິທີອອກກໍາຜູ້ເປັນແມ່ເດັກຈະໄດ້ຍໍຂັນສົມມາຄາລະວະຕໍ່ພໍ່ແມ່ ແລະ ຜູ້ທີ່ໄດ້ຈັບບາຍຂອງຕໍ່ຕ້ອຍຖືກເລືອດຖືຢາງ ເມື່ອປະຕິບັດຄົບຖ້ວນຕາມຮິດຄອງແລັວແມ່ ແລະ ເດັກຈິງຢູ່ດີມີແຮງ.

3.2 ພິທີກໍາການບວດ

   ການບວດມີຫຼາຍປະເພດ ແລະ ຍັງຂື້ນກັບແຕ່ລະສາສະໜາຢູ່ໃນນີ້ແມ່ນການບວດຢູ່ໃນສາສະພຸດເຊິ່ງເປັນສາສະໜາທີ່ຄົນລາວຫຼາຍຄົນທີ່ນັບຖື. ການບວດກາຍເປັນຮິດຄອງປະເພນີທີ່ສໍາຄັນຢ່າງໜຶ່ງຂອງຄົນລາວໂດຍສະເພາະແມ່ນລາວລຸ່ມ ຜູ້ຊາຍຄົນລາວໃນສະໄໜບູຮານມີຄວາມນິຍົມໃນການບວດເມື່ອລູກ ແລະ ຫຼານຊາຍມີອາຍຸພໍບວດເພິ່ນກໍ່ຈັດພິທີການບວດໃຫ້ເພຶ່ອເປັນອະນີສົງຄຸນງາມຄວາມດີສະໜອງຄືນແກ່: ບິດາ, ມານດາ ອີງຕາມຄວາມເຊຶ້ອຖືຂອງຄົນລາວເພິ່ນວ່າເຮັດບຸນ ສີບ ຄັ້ງ ຮັອຍ ກໍ່ບໍ່ທໍ່ບວດ. ພ້ອມນັ້ນ ຍັງເຊຶ້ອຖືກັນວ່າການບວດເປັນການຊ່ວຍຄັດເກົາ ຂູດລ້າງໃຫ້ເປັນຄົນຜູ້ໃຫຍ່ທີ່ສົມບູນແບບ ເປັນຄົນຮູ້ຜູ້ດີ ມີລະບຽບວິໄນ ມີວິຊາຄວາມຮູ້ ຮູ້ຈັກທໍາມະຈະລິຍາເປັນຕົ້ນ.

3.3 ພິທີກໍາແຕ່ງດອງ

  ແຕ່ງດອງແມ່ນການຈັດແຈງແຕ່ງພິທີບາສິສູ່ຂັວນໃຫ້ແກ່ບາວສາວທີ່ມີຄວາມຮັກມັກການມາດົນນານແລັວໃຫ້ຜົວເປັນເມຍກັນ ແລະ ຢູ່ຮ່ວມກັນຕາມຮີດຄອງປະເພນີ ການແຕ່ງດອງແມ່ນການກົດແກນຂອງມະນຸດທຸກຄົນ ເມື່ອເຖິງອາຍຸກະສຽນແລັວກໍ່ຈະໄດ້ແຕ່ງດອງ ການແຕ່ງດອງຈະຈັດໃນລະດັບໃດແມ່ນອີງຕາມຖະນະຄອບຄົວ ຫຼື ການຕົກລົງການຂອງເຈົ້າໂຄດລຸງຕາ ແລະ ຍາດພີນ້ອງທັງສອງກໍ້າສອງຝ່າຍການແຕ່ງດອງທີ່ຖຶກຕ້ອງຕາມຮີດຄອງປະເພນີ.

3.4 ພີທີກໍາການຕາຍ

   ການເກີດ ແກ່ ເຈັບ ແລະ ຕາຍ ເປັນກົດເກນທໍາມະຊາດທີ່ມະນຸດທຸກຄົນທີ່ບໍ່ສາມາຫຼີກລຽງໄດ້ການຕາຍຂອງຄົນເຮົາເກີດຂື້ນຫຼາຍກໍລະນີ ແລະ ບໍ່ຮູ້ຈະເກີດຂື້ນເມື່ອໃດ. ດັ່ງນັ້ນພວກເຮົາຈິງແຍກການຕາຍອອກເປັນສອງກໍລະນີດັ່ງນີ້:

 1. ຕາຍຍ້ອນຄວາມເຈັບໄຂໄດ້ປ່ອຍເຊັ່ນ: ຕາຍຍ້ອນພະຍາດ, ຕາຍຍ້ອນເຖົ້າແກ່ຊະລາ, ໝົດອາຍຸສັງຂານກໍລະນີ້ຂ້າງເທິງນີ້ເອິ້ນວ່າຕາຍດີ.

2. ຕາຍຍ້ອນອຸປະຕິເຫດເຊັ່ນ: ຄວາຍຊົນ, ລົດຕໍາ ຕົກນໍ້າ..ແບບນີ້ເອີນວ່າຕາຍທຸງ

 4. ຮິດຄອງປະເພນີລາວບູຮານ

   ປະເພນີແມ່ນບັນດາຂະນົບທໍານຽມແບບແຜນທີ່ເປັນລັກສະນະເອກະລັກສະເພາະປະຈໍາຊາດມາແຕ່ບູຮານນະການຊາດໃດໆ ກໍຍອ່ມມີປະເພນີເປັນຂອງຊາດຕົນ. ຄົນລາວເຮົາກໍ່ມີປະເພນີ ມີວັດທະນະທໍາເຮົາອັນເປັນມໍລະດົກທີ່ປະເສີດເຊິ່ງໄດ້ໜິດຕິດພັນກັບຄົນລາວຈົນມາເຖິງປັດຈຸບັນ.

 4.1 ການກໍາເນີດຂອງຮີດຄອງປະເພນີລາວ

   ຮິດຄອງປະເພນີລາວໄດ້ກໍາເນີດມາແຕ່ສະໄໜບູຮານນະການ ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເພາະແມ່ນສະໄໜເຈົ້າຟ້າງຸ່ມມາຫາລາດເປັນຕົ້ນມາປະຊາຊົນລາວທຸກຊົນເຜົ່າສາມັກຄີກັນຮ່ວມແຮງຮ່ວມໃຈສ້າງສາປະເທດ ສ້າງພື້ນຖຖານວັດທະນະທໍາ.

 4.2 ຮີດ 12 ຄອງ 14

 4.2.1 ຮີດ 12 

 1. ເດືອນຈຽງ - ບຸນເຂົ້າກໍາ

 2. ເດືອນຍີ - ບຸນຄູນລານເຂົ້າ

 3. ເດືອນສາມ - ບຸນເຂົ້າຈີ

 4 ເດືອນສີ - ບຸນພະເວດ

 5. ເດືອນຫ້າ - ບຸນປີໃໝ່

 6. ເດືອນຫົກ - ບຸນບັ້ງໄຟ

 7. ເດືອນເຈັດ - ບຸນບູຊາມະເຫສັກຫຼັກເມືອງ( ບຸນເປິກຊໍາຣະ)

 8. ເດືອນແປດ - ບຸນເຂົ້າວັດສາ ( ພັນສາ )

 9. ເດືອນເກົ້າ - ບຸນຫໍ່ເຂົ້າປະດັບດິນ

 10. ເດືອນສິບ - ບຸນເຂົ້າສະຫລາກ ( ເຂົ້າສາກ )

 11. ເດືອນສິບເອັດ - ບຸນອອກວັດສາປະວໍລະນາ ( ປະວາລະນາ )

 12. ເດືອນສິບສອງ - ບຸນກະຖິນ ( ຖັນຖິນ ) ແລະ ບຸນໄຫວ້ທາດ 

4.2.2. ຄອງສິບສີ່

      ຄຳວ່າ “ ຄອງ ” ມີຄວາມໝາຍວ່າ: ແບບ, ແບບຢ່າງ, ທາງ, ຄອງບູຮານ, ຄອງໂລກ, ຄອງທໍາ. ໂດຍຄົນລາວທົ່ວໄປໃນສະໄໝບູຮານປະພຶດປະຕິບັດຢູ່ເປັນປະຈຳຕໍ່ຄອບຄົວ, ຊາວບ້ານ ແລະ ສາສະໜາ ເຊິ່ງມັນຄຽງຄູກັນຮີດຄອງປະເພນີ, ເຮົາມັກເອີ້ນວ່າ ຮີດ 12 ຄອງ 14 ປະເພນີລາວຄອງ 14 ມີດັ່ງນີ້:

1.    ເມື່ອພຶດໂພດເຂົ້າກ້າ ໝາກໄມ້ເປັນຮວງ, ເປັນໝາກ ຕົນຍ່າຟ້າວກິນກ່ອນ, ໃຫ້ເອົາໄປ

ທານແກ່ຜູ້ມີສິນສາກ່ອນແລ້ວຕົນຈິ່ງກິນພາຍລຸນ.

2.   ຢ່າໂລບລາຍຕາຊັ່ງ, ຢ່າຈ່າຍເງິນແດງ ແປງເງິນຄວ້າງ ແລະ ກ່າວຄຳຫຍາບຊ້າກ້າແຂງຕໍ່

ກັນ.

3.   ໃຫ້ພາກັນເຮັດຮົ້ວເຮັດຕ້າຍອ້ອມວັດ, ອ້ອມເຮືອນອ້ອມບ້ານ ແລ້ວປຸກຫໍບູຊາເທວະດາໄວ້ສີ່

ແຈອ້ອມເຮືອນ.

4.   ກ່ອນຈະຂື້ນເຮືອນໃຫ້ເອົານໍ້າລ້າງຕີນທັງສອງສາກ່ອນ.

5.   ຮອດວັນສິນເຈັດ, ສິນແປດ, ສິນສິບສີ່, ສິນສິບຫ້າຄໍ່າ ໃຫ້ສົມມາກ້ອນເສົ້າ, ແມ່ຄີໄຟ, ຂັ້ນ

ໄດ, ປະຕູເຮືອນທີ່ຕົນອາໄສຢູ່.

6.   ເມື່ອຈະເຂົ້າໄປບ່ອນນອນໃຫ້ເອົານໍ້າລ້າງຕີນສາມີແຫ່ງຕົນສາກ່ອນ.

7.   ຮອດມື້ວັນສິນໃຫ້ເອົາດອກໄມ້, ທູບທຽນສົມມາສາມີ, ພໍ່ແມ່ ແລະ ເຖົ້າແກ່ລຸງຕາຂອງຕົນ,

ເຖິງວັນອຸໂປສົດ (ວັນສິນໃຫ່ຍ) ໃຫ້ແຕ່ງຂັ້ນດອກໄມ້ໄປເຄນພະສັງຂະເຈົ້າ.

8.   ເຖິງວັນສິນດັບ, ສິນເພັງ ໃຫ້ນິມົນພະສັງຂະເຈົ້າມາສູດມຸງຄຸນເຮືອນ ແລະ ທຳບຸນໃສ່ບາດ

ຖວາຍທານ (ເວົ້າງ່າຍແມ່ນບຸນໃນວັນສິນ).

9.   ເມື່ອພິຂຸສົງ ມາບິນທະບາດຢ່າໃຫ້ເພິ່ນຄອຍຖ້າ, ໃສ່ບາດຢ່າໃຫ້ມືຊູນບາດ ແລະ ແຕະຕ້ອງ

ເນື້ອກາຍເພິ່ນ, ຍາມໃສ່ບາດບໍ່ໄດ້ຖືເກີບ, ໝວກ, ຄັນຫົ່ມ, ບໍ່ເອົາແພປົກຫົວ, ບໍ່ອ້ອມລູກຜູກດາ ແລະ ຖືຜາອາວຸດໃດໆ.

10.  ເມື່ອພິຂຸສົງອອກຈາກເຂົ້າກໍາແລ້ວ ໃຫ້ເອົາຂັນດອກໄມ້ທູບທຽນ ແລະ ເຄື່ອງອັດທະບໍລິ

ຂານ (ເຄື່ອງສະເພາະສົງ) ໄປຖວາຍ.

11.  ເມື່ອເຫັນພິຂຸສັງກະເຈົ້າກາຍມາໃຫ້ນັ່ງລົງ ແລະ ຍໍມືໄຫ້ວ ແລ້ວຈິ່ງເຈລະຈາ-ກ່າວເວົ້ານຳ

ເພິ່ນຕາມສົມຄວນ.

12.  ຢ່າຍ່າງຢຽບເງົາ ເຈົ້າພິຂຸ, ສາມະເນໃນຕົນມີສິນບໍລິສຸດໃນທໍາ.

13. ຢ່າເອົາອາຫານເງື່ອນທີ່ຕົນກິນແລ້ວ ໄປທານແກ່ພະສົງເປັນອັນຂາດ. ພ້ອມກັນນັ້ນກໍບໍ່ຄວນ

ເອົາໄວ້ໃຫ້ສາມີແຫ່ງຕົນກິນ (ສະໄໝໃໝ່ນີ້ ຜູ້ເປັນສາມີກໍຄວນປະຕິບັດຕໍ່ພັນລະຍາ ດັ່ງນີ້ ຈະເປັນການດີ).

14.  ຊາຍ-ຍິງຢ່າເສບສົມ ກາມະຄຸນກັນໃນວັນສິນ, ມື້ເຂົ້າພັນສາ-ອອກພັນສາ ແລະ ວັນມະຫາ

ສົງການຂື້ນປີໃໝ່.

ເຮືອນສາມ

1. ເຮືອນນອນ: ຕ້ອງມ້ຽນມັດຈັດການໃຫ້ເປັນລະບຽບຮຽບຮ້ອຍ, ຈົບງາມ, ເປັນໜ້າຢູ່ໜ້ານອນ.

2. ເຮືອນຄົວ: ຕ້ອງດຸໝັ່ນປັດກວາດໃຫ້ສະອາດ, ສັບຊ້ອນເຄື່ອງໃນເຮືອນໃຫ້ດີ.

3. ເຮືອນຜົມ: ຕ້ອງໝັ່ນສະ, ໝັ່ນຫວີໃຫ້ຮຽບຮ້ອຍງາມຕາ.

ນໍ້າສີ່

1. ນໍ້າໃຈ: ຈິດໃຈຕ້ອງບໍລິສຸດສັດຊື່, ກ້ວາງຂວາງ, ຮູ້ເອື້ອເຝື້ອເພື່ອແຜ່.

2. ນໍ້າດື່ມ: ນໍ້າກິນນໍ້າດື່ມຢູ່ໃນເຮືອນໃຫ້ພຽງພໍ, ເມື່ອແຂກຂື້ນເຮືອນມາໃຫ້ມີນໍ້າສູ່ແຂກ.

3. ນໍ້າໃຊ້: ຕ້ອງດຸໝັ່ນຕັກນໍ້າມາໄວ້ໃຊ້ໃຫ້ເຕັມອຸເຕັມແອ່ງຢູ່ສະເໝີ.

4. ນໍ້າບອກປຸນ: ນໍ້າຢູ່ໃນກະບອກປຸນບໍ່ໃຫ້ຂາດແຫ້ງເມື່ອຕ້ອງການຄ້ຽວກໍໃຫ້ໄດ້ຄ້ຽວ.

   5.ການນຸ່ງຫົ່ມ ແລະ ແຕ່ງກາຍ

   5.1. ການນຸ່ງຫົ່ມ ແລະ ການແຕ່ງກາຍຕາມປະເພນີບູຮານ

      5.1.1. ການນຸ່ງຫົ່ມໃນເວລາຢູ່ບ້ານ-ເຮືອນ

Ø  ຜູ້ຊາຍ: ນຸ່ງຜ້າສະໂຫຼງໄໝ ຫຼື ຝ້າຍ, ໂສ້ງຂາສັ້ນ ຫຼື ຂາຍາວສ່ວນເສຶື້ອແມ່ນເສື້ອຄໍ

ມົນ, ຄໍຕັ້ງຄໍເຊີດທີ່ເຮັດດ້ວຍຝ້າຍ ຫຼື ໄໝ.

Ø  ແມ່ຍິງ: ນຸ່ງສິ້ນມີຫົວມີຕີນ, ສິ້ນຝ້າຍ ຫຼື ໄໝ, ສ່ວນເສື້ອມີທັງແຂນສັ້ນ ຫຼື ແຂນ

ຍາວ, ເສື້ອໝາກກະແລ່ງ.

     5.1.2. ການນຸ່ງຫົ່ມໃນເວລາອອກງານ-ເພີ່ມພູນ

Ø  ຜູ້ຊາຍ: ນຸ່ງໂສ້ງ ແລະ ເສື້ອແຂາ-ຂາຍາວ ແຕ່ບໍ່ແມ່ນສີຂາວ, ຖືໝວກໃບ, ຜ້າຄຽນ

ຫົວ ຫຼື ມັດແອວເພື່ອເຊັດມື, ເຊັດເຫື່ອ.

Ø  ແມ່ຍິງ: ນຸ່ງສິ້ນ ແລະ ເສື້ອແຂນຍາວຍອມສີ, ຖືກຸບ ຫຼື ແພຄຽນຫົວ, ຜ້າພັນແຄ່ງ

ເພື່ອປ້ອງກັນຮີ້ນ, ຍຸງ ຫຼື ຖືກບາດເຈັບເພື່ອຮັກສາເນື້ອກາຍ.

     5.1.3. ການນຸ່ງຫົ່ມໃນເວລາໄປບຸນງານທາງປະເພນີຕ່າງໆ

Ø  ຜູ້ຊາຍ: ນຸ່ງໂສ້ງຂາຍາວ, ນຸ່ງຜ້າສະໂຫຼ່ງ, ເສື້ອແຂນຍາວ ຫຼື ແຂນສັ້ນ ບໍ່ຈຳກັດສີ

ແຕ່ສຸພາບຮຽບຮ້ອຍໃສ່ຜ້າບ່ຽງ ຫຼື ມັດແອວ. ຖ້າແມ່ນໄປງານຊາປະມະກິດສົບຜູ້ເປັນຍາດພີ່ນ້ອງຈະນຸ່ງເສື້ອຂາວ, ບໍ່ນຸ່ງເຄື່ອງສີເຈີດຈາດ ສະໄໝນີ້ເພິ່ນຍັງນິຍົມນຸ່ງເຄື່ອງດຳອີກ.

Ø  ແມ່ຍິງ: ນຸ່ງສິ້ນ, ເສື້ອແຂນສັ້ນ ຫຼື ຍາວສີໃດກໍໄດ້, ເກົ້າຜົນ, ບ່ຽງແພ, ບໍ່ນຸ່ງເຄື່ອງ

ບາງເກີນໄປ, ປະດັບກາຍໃຫ້ພໍດີພໍງາມເຊັ່ນ: ຕ້າງຫູ, ສາຍຄໍ, ສາຍແຂນ ແລະ ເຄື່ອງປະດັບກາຍອື່ນໆຕາມສົມຄວນ.

     5.1.4. ລັກສະນະຂອງການນຸ່ງຖື-ແຕ່ງກາຍຂອງແມ່ຍິງ

ü  ນຸ່ງສິ້ນມີຫົວ, ມີຕີນ, ນຸ່ງບໍ່ເຂີນ ແລະ ບໍ່ລ່າມໂພດ, ຫົວສິ້ນພຽງສາຍບື, ຕີນສີ້ນບີແຄ່ງ.

ü  ນຸ່ງເສື້ອປົກປິດກົກແຂນ ແລະ ສ່ວນເອິກ, ບໍ່ນຸ່ງບາງຈົນແປນກາຍ ຫຼື ເຫັນເນື້ອໜັງເຄື່ອງນຸ່ງບໍ່ລວດລາຍ, ແຫກໜ້າແຫກຫຼັງ, ເກົ້າຜົມ ຫຼື ມັດຜົມໃຫ້ຮຽບຮ້ອຍຈົບງາມ.

   5.2. ການນຸ່ງຫົ່ມ-ແຕ່ງກາຍຕາມຍຸກສະໄໝໃໝ່

       ການນຸ່ງຫົ່ມ-ແຕ່ງກາຍ ໃນສະໄໝປັດຈຸບັນນີ້ມີການປ່ຽນແປງໄປ ໂດຍສະເພາະແມ່ນຮຽນແບບ (Style) ຂອງການນຸ່ງຖື ແລະ ຄຸນນະພາບຂອງເຄື່ອງນຸ່ງຫົ່ມມັນມີຄວາມທັນສະໄໝ ແລະ ສາກົນໄປກ່ວາເດີມ. ຢູ່ມນເອກະສານນີ້ຈະຂໍເນັ້ນແຕ່ສະເພາະການນຸ່ງຖື-ແຕ່ງກາຍໃນຊຸປະຈຳການຂອງພົນລະເຮືອນ, ລັດຖະກອນຄື ການນຸ່ງຖືເວລາເຮັດວຽກຢູ່ຕາມຫ້ອງການ, ໂຮງຮຽນ, ສຳນັກງານ, ອົງການ, ຫ້ອງປະຊຸມເປັນຕົ້ນ.

   6. ສະຖານບູຮານລາວ ແລະ ບູຮານວັດຖຸ

      ແມ່ນບ່ອນ ຫຼື ສະຖານທີ່ແຫ່ງໃດແຫ່ງໜຶ່ງ ແລະ ວັດຖຸສິ່ງໃດສິ່ງໜຶ່ງທີ່ມີຢູ່ໃນປະເທດ, ເປັນວັດທະນະທໍາທາງວັດຖຸ ເຊິ່ງຄົນລາວໄດ້ເຄົາລົບນັບຖືມາເປັນເວລາດົນນານ.

    6.1. ບູຮານສະຖານ ແລະ ບູຮານວັດຖຸ

      ບູຮານສະຖານ: ແມ່ນຄຳນາມໃນພາສາບາລີ-ສັນສະກິດ ແປວ່າບ່ອນ ຫຼື ສະຖານທີ່

ທີ່ສຳຄັນຊຶ່ງສ້າງມາເປັນເວລາດົນນານ, ເປັນສະຖານທີ່ເກົ່າແກ່, ສະແດງເຖິງວັດທະນະທໍາໃນຍຸກໃດຍຸກໜຶ່ງທີ່ສົມຄວນແກ່ການອະນຸລັກເຊັ່ນ: ຜາສາດຫີນວັດພູຈຳປາສັກ, ກຸ່ມເສົາຫີນຢູ່ເມືອງຫົວເມືອງ ແຂວງຫົວພັນ, ກຸ່ມໄຫຫີນ ແຂວງຊຽງຂວາງເປັນຕົ້ນ.

      ບູຮານວັດຖຸ: ແມ່ນຄຳນາມໃນພາສາບາລີແປວ່າ ຂອງບູຮານເກົ່າແກ່, ແມ່ນສິ່ງຂອງ

ທີ່ມີອາຍຸດົນນານອັນເປັນສິລະປະ ແລະ ສີໄມ້ລາຍມືຂອງຄົນບູຮານທີ່ສ້າງຂື້ນມາໃນສະໄໝໃດໜຶ່ງເຊັ່ນ: ສີລາຈາລຶກ, ຄຳພີໃບລານ, ວັດທະນະທໍາຫີນ, ເຄື່ອງໃຊ້ຂອງສອຍ, ເຄື່ອງປະດັບອື່ນໆ.

    6.2. ປູຊະນິຍະສະຖານ ແລະ ປູຊະນິຍະວັດຖຸ

   ປູຊະນິຍະສະຖານ: ແມ່ນຄຳນາມໃນພາສາບາລີແປວ່າ ບ່ອນທີ່ຄວນເຄົາລົບບູຊາ ເປັນ

ສະຖານທີ່ ທີ່ສຳຄັນຊຶ່ງສ້າງຂື້ນເພື່ອເປັນສັນຍະລັກສິ່ງໃດສິ່ງໜຶ່ງ ຫຼື ເປັນມິ່ງບ້ານຂັວນເມືອງເປັນຕົ້ນ ແມ່ນສາສະໜາສະຖານເຊັ່ນ: ວັດສີເມືອງ, ວັດອົງຕື້, ວັດອິນແປງ, ຫໍພະແກ້ວ, ວັດສີສະເກດ, ພະທາດຫຼວງ, ທາດສີໂຄດຕະບອງ, ທາດອີງຮັງ...ສາສະໜາສະຖານເຫຼົ່ານີ້, ລ້ວນແຕ່ເປັນບ່ອນສັກສິດ, ແຕ່ລະປີປະຊາຊົນລາວມີບຸນສະຫຼອງ ເພື່ອທຳສັກກະລະບູຊາ.

  ປູຊະນິຍະວັດຖຸ: ແມ່ນຄຳນາມໃນພາສາບາລີແປວ່າ ສິ່ທີ່ຄວນແກ່ການເຄົາລົບບູຊາ ທີ່

ຄົນເຮົາພາກັນສ້າງ ຫຼື ຫຼໍ່ຫຼອມຂື້ນມາ ແລະ ຮັກສາໄວ້ຢູ່ສະຖານທີ່ທາງສາສະໜເເຊັ່ນ: ພະພຸດທພຮູບພະບາງ, ພະອົງຕື້, ພະແຊກຄຳ, ພະແກ້ວມໍລະກົດ...ວັດຖຸເຫຼົ່ານີ້ລ້ວນແຕ່ເປັນເຄື່ອງຄໍ້າຂອງຄູນ, ເປັນວັດຖຸມີຄ່າທີ່ຄົນລາວເຄົາລົບນົບໄຫ້ວ.

ບົດທີ່ 4

ຄຸນສົມບັດ ແລະ ນິໄສຂອງຄົນດີ

1.   ຄຸນສົມບັດ ( Qualification)

1.1.    ຄວາມໝາຍ

      ຄໍາວ່າ “ ຄຸນສົມບັດ ” ແມ່ນຄໍາທີ່ມາຈາກພາສາບາລີ ທີ່ປະສົມສອງຄໍາເຂົ້າກັນຄື: ຄຸນະ+ສຳປັດຕິ ໃນຄຳວ່າ: ຄຸນະ ແປວ່າ ດີ, ຄວາມເປັນໄປທີ່ດີ. ສ່ວນຄໍາວ່າ: ສໍາປັດຕິ ແປວ່າ ສິ່ງທີ່ມີຢູ່. ອີງຕາມຄວາມໝາຍສັບນີ້ຈິ່ງແປວ່າ ຄຸນງາມຄວາມດີ, ມີປະໂຫຍດອັນດີເລີດເຫຼົ່ານີ້ເປັນຕົ້ນ. ຍ້ອນແນວນັ້ນ ຈິ່ງເວົ້າໄດ້ວ່າ ຄົນດີກໍແມ່ນຄົນທີ່ມີຄຸນສົມບັດດີ, ມີຄວາມສໍານຶກ, ມີຄວາມປະພຶດ ແລະ ປະຕິບັດດີ ເຮັດແຕ່ສິ່ງທີ່ມີປະໂຫຍດແກ່ຕົນເອງ, ຕໍ່ສ່ວນລວມສັງຄົມ ແລະ ປະເທດຊາດ.

1.2.    ລັກສະນະຂອງຄຸນສົມບັດ

      ຄຸນສົມບັດ ແມ່ນລັກສະນະສະເພາະຢ່າງໜຶ່ງຂອງມະນຸດ, ມັນເກີດຢູ່ໃນສັງຄົມມະນຸດ ສ່ວນສັດເດຍລະສານ ແລະ ສິ່ງທີ່ມີຊີວິດທັງຫຼາຍທີ່ບໍ່ມີສະຕິປັນຍາ, ບໍ່ມີຈິດສຳນຶກຈະບໍ່ມີຄຸສົມບັດ, ຄຸນສົມບັດເກີດຂື້ນໃນຂະບວນການອອກແຮງງານ, ການສຶກສາ, ການດຳລົງຊີວິດ, ການເຊື່ອຖື, ຮີດຄອງປະເພນີ ແລະ ອື່ນໆ.

1.3.    ຄຸນສົມບັດຂອງຜູ້ດີໃນຍຸກສະໄໝໃໝ່

      ມາດຕະຖານການວັດແທກຄຸນຄ່າທາງດ້ານຄຸນສົມບັດຂອງຄົນແຕ່ລະຍຸກແຕ່ລະສະໄໝແຕກຕ່າງກັນ, ເຖິງຈະຢູ່ໃນສະໄໝໃດກໍຕາມຄົນທີ່ຈະຖຶກຍອມຮັບຈາກສັງຄົມວ່າເປັນຄົນດີມີຄຸນສົມບັດບໍ່ແມ່ນຕົນເປັນຜູ້ສະເໜີ ຫຼື ຍົກຍ້ອງ. ຕ້ອງແມ່ນຄົນອື່ນ ຫຼື ສັງຄົມເປັນຜູ້ຍອຍຮັບ. ຍ້ອນແນວນັ້ນເມື່ອເວົ້າເຖິງທັດສະນະຄຸສົມບັດຂອງຄົນໃນຍຸກສະໄໝນີ້.

2.   ນິໄສຂອງຄົນດີ

    ການສ້າງນິໄສທີ່ດີແມ່ນສິ່ທີ່ສໍາຄັນ ແລະ ຈໍາເປັນແກ່ທຸກຄົນ, ທຸກຂະແໜງການຮຽກຮ້ອງຕ້ອງການບຸກຄົນທີ່ມີນິໄສດີ, ສິ່ງທີ່ວັດແທກນິໄສດີຂອງຄົນເຮົາບໍ່ແມ່ນຕົນເອງເປັນຜູ້ວັດແທກເອງຕ້ອງແມ່ນຄົນອື່ນເປັນຜູ້ຍົກຍ້ອງ.

3.   ວັດທະນະທໍາກັບການພົວພັນສັງຄົມ

3.1.     ຄົນກັບການພົວພັນສັງຄົມ

      ຄົນແມ່ນອົງປະກອບທີ່ສຳຄັນຂອງສັງຄົມເປັນຜູ້ສ້າງສັງຄົມ ແລະ ວັດທະນະທໍາໃຫ້ມີຄວາມຈົບງາມແຕ່ລະຍຸກແຕ່ລະສະໄໝຄົນກໍມີການພົວພັນເຊິ່ງກັນແລະກັນ, ບໍ່ມີຜູ້ໃດສາມາດຢູ່ໂດດດ່ຽວໄດ້ຈຶ່ງກໍ່ໃຫ້ເກີດມີໝູ່ຄະນະ, ສະມາຄົມ ການຢູ່ຮ່ວມກັນຈໍາເປັນຕ້ອງມີວັດທະນະທໍາເປັນສິ່ງເສີມສ້າງໃຫ້ຄົນເຮົາດໍາລົງຊີວິດໃຫ້ຖືກຕ້ອງເພື່ອກ້າວເຂົ້າສູ່ຜົນສໍາເລັດ.

3.2.    ປັດໃຈການສ້າງສາຍພົວພັນສັງຄົມ

o   ຄວນວາງບຸກຄະລິກກະພາບທີ່ເປັນກາງໂດຍອີງຕາມສະຖານະພາບທາງສັງຄົມ.

o   ຄວນມີຄວາມພູມໃຈ-ພໍໃຈຕໍ່ວຽກງານ ແລະ ວິຊາຊີບຂອງຕົນເອງ.

o   ຄວນໃຫ້ຄວາມເຄົາລົບຕໍ່ຄົນອື່ນເໝືອນທີ່ຕົນເອງຕ້ອງການໃຫ້ຄົນອື່ນເຄົາລົບຕົນ.

o   ຄວນຖາມ-ຕອບ, ຟັງດ້ວຍຄວາມເປັນມິດ ແນວຄິດສ້າງສັນ ແລະ ປະຕິບັດຫຼາຍກ່ວາເວົ້າ

ມີກິລິຍາທ່າທາງເປັນທີ່ເຊື່ອໝັ້ນ ແລະ ໄວ້ວາງໃຈໄດ້.

o   ຄວນຍິ້ມແຍມແຈ້ມໃສ, ເບິ່ງໂລກໃນແງ່່ດີ ແລະ ບໍ່ຄວນເບິ່ງຄົນອື່ນໃນແງ່ລົບຢູ່ສະເໝີ ມີວິ

ຈາລະນາຍານຮິ່ນຕອງໃນການເບິ່ງບັນຫາ.

o   ຄວນເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ບຸກຄົນອ້ອມຂ້າງ: ສ້າງ, ສຶກສາ, ສົ່ງເສີມ

ຄວາມດີໃຫ້ແກ່ຄົນອື່ນ ແລະ ສັງຄົມ. ຈິງໃຈ ແລະ ຈິງຈັງໃນການຮັບ-ຕອນ ແລະ ຊ່ວຍເຫຼືອຄົນອື່ນ.

3.3.    ການສ້າງສາຍພົວພັນໃນວົງສັງຄົມລະດັບຕ່າງໆ

3.3.1.  ການສ້າງສາຍພົວພັນກັບຜູ້ບັນຊາການ

      ກ່ອນອື່ນຕ້ອງໄດ້ສຶກສາວ່າຜູ້ບັງຄັບບັນຊາມີຈຸດປະສົງແນວໃດ ແລະ ວຽກທີ່ຮັບຜິດຊອບນັ້ນແມ່ນວຽກຫັຍງໂດຍທົ່ວໄປແລ້ວຜູ້ບັງຄັບບັນຊາ ຫຼື ຫົວໜ້າມັກຄົນທີ່ມີຄວາມຮູ້ສາມາດ ແລະ ກ້າສະແດງອອກ ຮູ້ປະຕິບັດຕົວອັນໃດຄວນ ຫຼື ບໍ່ຄວນ. ແຕ່ສິ່ສໍາຄັນຄວນຄໍານຶງ ແລະ ປະຕິບັດຕາມລະບຽບການຂອງວຽກງານນັ້ນໆ, ຕັ້ງໃຈເຮັດວຽກໃຫ້ດີ, ຮູ້ເຄົາລົບເຈົ້ານາຍຕາມກາລະເທສະ, ບໍ່ສະແດງສີໜ້າທ່າທາງ ຫຼື ອະຄະຕິທີ່ບໍ່ມີເຫດຜົນ ບໍ່ຄວນລົບກວນເວລາທີ່ບໍ່ຈໍາເປັນ.

3.3.2.  ການສ້າງສາຍພົວພັນກັບເພື່ອນຮ່ວນງານ

      ກ່ອນອື່ນຄວນສຶກສາເພື່ອນຮ່ວນງານນັ້ນມີຈຸພິເສດແນວໃດ, ມີຄວາມຮູ້ໃນລະດັບໃດ ແລະ ໃນໄວອາຍຸໃດ. ແລ້ວຈິ່ງວາງຕົນໃຫ້ມີຄວາມເໝາະສົມກັບແຕ່ລະລະດັບຄົນດັ່ງກ່າວ. ຖ້າວ່າເຮົາຕ້ອງການໃຫ້ຕົນກາຍເປັນບຸກຄົນທີ່ໜ້າເຄົາລົບນັບຖືຈາກເພື່ອນຮ່ວມງານເຮົາພັດທະນາຕົນເອງຕໍ່ໜ້າທີ່ວຽກງານໃນທຸກດ້ານ.

      ຕ້ອງມີຄວາມຊື່ສັດ, ມີຄວາມຮັກແພງ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ຄວນເຫັນແກ່ຕົວຄວນຟັງຄໍາຄິດເຫັນຂອງເພື່ອນຮ່ວມງານພ້ອມທັງປຶກສາຫາລື,   ຮ່ວມເຮັດວຽກແບບປະຊາທິປະໄຕດ້ວຍຄວາມຮັບຜິດຊອບ, ຍົກຍ້ອງຜົນງານຂອງເພື່ອນຮ່ວມງານຕາມຄວາມເໝາະສົມ.

3.3.3.  ການສ້າງສາຍພົວພັນກັບບຸກຄົນທົ່ວໄປ

      ບຸກຄົນທົ່ວໄປໝາຍເຖິງບຸກຄົນທີ່ເຮົາມີສ່ວນກ່ຽວຂ້ອງ ຫຼື ມີການພົວພັນໃນການດໍາລົງຊີວິດຫຼາຍດ້ານເຊັ່ນ: ການສ້າງສາຍສໍາພັນທາງດ້ານຍາດພີ່ນ້ອງ, ເພື່ອນມິດສະຫາຍ.

      ອີກຢ່າງໜຶ່ງການສ້າງສາຍພົວພັນກັບບຸກຄົນອື່ນເພຶ່ອໃຫ່ເກີດຜົນດີນັ້ນ,    ຄວນຄໍານຶງເຖິງບັນຫາຫຼາຍຢ່າງເປັນຕົ້ນຄວນທໍາຕົນໃຫ້ເປັນຜູ້ມີຈິດໃຈກ້ວາງຂວາງພໍເໝາະພໍດີ, ມີສະຕິ ແລະ ອາລົມໝັ້ນທ່ຽງ, ເບິ່ງຄົນອື່ນໃນແງ່ດີ, ຟັງຄົນອື່ນດ້ວຍວິຈາລະນາຍານ, ຮູ້ຕໍານິຜູ້ອື່ນໃນທາງສ້າງສັນ ຮູ້ໃຫ້ອະໄພ ແລະ ໃຫ້ກໍາລັງໃຈຄົນອື່ນອີກດ້ວຍ.

ບົດທີ່ 5

ມາລະຍາດທາງສັງຄົມ ແລະ ການອະນຸລັກວັດທະນະທໍາລາວ

1.   ມາລະຍາດ

      “ ມາລະຍາດ ” ແມ່ນຄໍານາມໃນພາສາບາລີ: ກິລິຍາ, ວາຈາ, ການປະພຶດ ແລະ ປະຕິບັດຕົນ ທີ່ສະແດງອອກໃຫ້ເຫັນເຖິງຄວາມດີ, ຄວາມສຸພາບຮຽບຮ້ອຍ.

      ມາລະຍາດໃນສັງຄົມເປັນປາກົດການທີ່ສໍາຄັນທີ່ຢັ້ງຢືນເຖິງການເຄື່ອນໄຫວຂອງຄົນໃນສັງຄົມໃດໜຶ່ງອັນມີລະບຽບວິໄນ, ຫຼັກການ, ເປັນບັນທັດຖານ ແລະ ເຫັນແກ່ການຮຽນຮູ້-ສົ່ງເສີມໃຫ້ເປັນປະໂຫຍດ.

1.1.    ມາລະຍາດທາງກາຍ

      ມາຍເຖິງມາລະຍາດໃນຮູບນອກຂອງຄົນເຮົາທີ່ສະແດງອອກມາໃນການນຸ່ງຫົ່ມ, ການແຕ່ງຕົວ ຫຼື ການປະດັບກາຍ, ການຊໍາລະຮ່າງກາຍໃຫ້ຈົບງາມເປັນຕົ້ນວ່າການນຸ່ງຖືໃຫ້ຖືກກາລະເທສະ, ເໝາະສົມກັບໜ້າທີວຽກງານ, ຖືກຕາມສະຖານະການ ເຖິງວ່າຄົນບໍ່ງາມກໍໃຫ້ຮຽບຮ້ອຍ, ແຕ່ບໍ່ແມ່ນແຕ່ງກາຍໂລດໂຜນຈົນກາຍເປັນເປົ້າສາຍຕາຂອງຄົນຮອບຂ້າງ.

1.2.    ມາລະຍາດທາງຈິດ

      ໝາຍເຖິງຄວາມຄິດຈິດສໍານຶກ ຢູ່ໃນສ່ວນບຸກຄົນທີ່ຄິດສ້າງແຕ່ຄວາມດີມີປະໂຫຍດເທົ່ານັ້ນ, ສະນັ້ນມາລະຍາດໃນສ່ວນທີ່ເປັນຈິດໃຈມັນຈຶ່ງເປັນເລື່ອງຍາກທີ່ຈະຮັບຮູ້ ແລະ ເຂົ້າໃຈງ່າຍເໝືອນດັ່ງທີ່ເຮົາເຫັນຮູບນອກ. ບໍ່ແມ່ນວ່າຜູໃດແຕ່ງຕົວສຸພາບ, ງາມ, ມັກຍິ້ມ...ຈະເປັນຄົນມີມາລະຍາດດີທັງໝົດ ແລະ ບໍ່ແມ່ນວ່າຄົນຜູ້ຮູບຮ່າງໜ້າຕາຂີ້ຮ້າຍ, ແຕ່ງຕົວບໍ່ດີເປັນຄົນບໍ່ມີມາລະຍາດ ສະນັ້ນ ມາລະຍາດທາງຈິດໃຈສະແດງອອກຜ່ານທາງກາຍວາຈາ, ຄວາມຄິດຈິດສໍານຶກ ແລະ ພຶດຕິກໍາທີ່ສະແດງອອກໃນກາລະເທສະເຊັ່ນ: ສະຖານທີ່ສາທາລະນະຊົນ, ຫ້ອງເຮັດວຽກ, ຫ້ອງປະຊຸມ, ສາສະໜາສະຖານ, ການພົວພັນກັນ, ການເຄົາລົບຕໍ່ກັນ, ການຖາມການກ່າວອໍາລາ, ການສະແດງຄວາມຮູ້ສຶກນຶກຄິດໃນວາລະໃດໜຶ່ງ...ມາລະຍາດທາງວາຈາບາງຄັ້ງມັນກໍສະແດງຜ່ານພຶດຕິກໍາ ແລະ ການກະທໍາເປັນຂະບວນການຂອງສັງຄົມ ສະນັ້ນ ມາລະຍາດທາງວາຈາມັນສຸດທີ່ມີຄວາມສໍາຄັນບໍ່ໜ້ອຍຕໍ່ການດໍາລົງຊີວິດຢູ່ຮ່ວມກັນຂອງຄົນເຮົາຢ່າງມີຄວາມສຸກ.

2.   ການເຄົາລົບທົ່ວໄປໃນສັງຄົມລາວ

      ການເຄົາລົບນັບຖືສະແດງອອກທາງກາຍ ແລະ ຈິດໃຈຢູ່ໃນສັງຄົມລາວ ສະແດງເຖິງຄົນທີ່ມີລະດັບຄວາມຮູ້, ມີວັດທະນະທໍາ ທັງແທ່ນຄຸນສົມບັດຂອງຄົນເຮົາຊຶ່ງບອກເຖິງຄວາມມີມາລະຍາດອັນດີເລີດທີ່ໃຜໆ ກໍປາຖະໜາຈິ່ງຈໍາຕ້ອງມີການຮຽນຮູ້ ແລະ ປະຕິບັດ.

2.1.    ການສະແດງຄວາມເຄົາລົບ

·   ທໍາຄວາມເຄົາລົບດ້ວນການປະນົມມືນົບໄຫ້ວ, ການໝອບຄານ, ກົ້ມຫົວຄໍານັບ, ຖາມ

ສະບາຍດີ, ງຶດຫົວເບົາໆ, ສົ່ງຮອຍຍິ້ມ...ໂດຍອີງຕາມກາລະເທສະ ແລະ ສະຖານະການ.

·    ທໍາຄວາມເຄົາລົບດ້ວຍການບໍ່ລ່ວງເກີນ ສະຖານທີ່ທີ່ຫວງຫ້າມ, ບໍ່ລະເມີດຄໍາສັ່ງສອນ

ຂອງພໍ່ແມ່, ຄູອາຈານ, ຜູ້ບັງຄັບບັນຊາ, ເຄົາລົບຕໍ່ກົດໝາຍ, ຮີດຄອງປະເພນີ, ຕໍ່ໜ້າທີ່ວຽກງານ ການສະແດງຄວາມເຄົາລົບນັບຖືແມ່ນອີງຕາມສະຖານະພາບ, ໜ້າທີ່, ຕໍາແໜ່ງ, ໄວອາຍຸ, ຄຸນງາມຄວາມດີ.

      ບຸນຍະວຸດໂທ: ແມ່ນບຸກຄົນທີ່ສູງສົ່ງເຊັ່ນ: ພະພຸດທະເຈົ້າ, ບັນດາຜູ້ນໍາຂອງຊາດ, 

ຕະຫຼອດເຖິງພະທາດເຈດີຕ່າງໆ, ພວກເຮົາຈະໄດ້ມີໂອກາດສະອດງຄວາມເຄົາລົບໃນເວລາມີພິທີກໍາຕ່າງໆທາງສາສະໜາ, ງານບຸນປະເພນີ, ການຕ້ອນຮັບທ່ານຜູ້ນໍາ ແລະ ໂອກາດອື່ນໆ.

      ສິລະວຸດໂທ: ແມ່ນຜູ້ສົງສິນໄດ້ແກ່ພະສົງສາມະເນ, ພໍ່ຂາວ, ແມ່ຊີເປັນຕົ້ນ. ພວກ

ເຮົາຈະໄດ້ສະແດງຄວາມເຄົາລົບໃນເວລາທີ່ເຮັດພິທີກໍາທາງສາສະໜາເຊັ່ນ: ການເຮັດບຸນສິນກິນທານ, ການຮັບສິນ, ການຮັບພອນ, ການຟັງເທດ, ການຖວາຍສິ່ງຂອງ, ຮັບສິ່ງຂອງຈານເພິ່ນໃນເວລາບວດ ຫຼື ວາລະອື່ນໆ.

      ໄວຍະວຸດໂທ: ແມ່ນຜູ້ຈະເລີນດ້ວຍໄວ ໄດ້ແກ່ຜູ້ໃຫ້ກໍາເນີດ, ຍາດພີ່ນເອງ, ຄູອາ

ຈານຜູ້ສິດສອນຄວາມຮູ້, ຜູ້ຊົງຄຸນວຸດທິ ຕະຫຼອດເຖິງຜູ້ໃຫ້ອຸປະຄຸນແກ່ຕົນເອງ, ບຸກຄົນເຫຼົ່ານີ້ເຮົາຈະໄດ້ທໍາຄວາມເຄົາລົບໃນເວລາຖາມສະບາຍດີ, ໃນເວລາຊຸມນຸມ, ບຸນງານປະເພນີຕ່າງໆ, ການຮັບສິ່ງຂອງ, ການປົກປະສ້າງສັນ.

2.2.    ລັກສະນະຂອງການສະແດງຄວາມເຄົາລົບດ້ວຍການຍໍມືໄຫ້ວ

       ລັກສະນະຂອງການສະແດງຄວາມຄົາລົບ ດ້ວຍການຍໍມືນົບໄຫ້ວຄືຍໍມືຂື້ນທັງສອງພ້ອມກັນ, ນິ້ວມືທັງສອງເບື້ອງຕິດແປະກັນແບບເບົາໆ, ປາຍມືຈຸ້ມເຂົ້າ ແລະ ວາງທ່າຂອງຮ່າງກາຍດັ່ງນີ້:

      F ຖ້າເປັນການນົບໄຫ້ວພະພຸດທພຮູບ ຫຼື ພະສົງອົງຂະເຈົ້າໃນວາລະໃດໜຶ່ງຄື ປາຍມືຍົກສູງພຽງໜ້າຜາກ, ໂຕຢູ່ໃນທ່າຕັ້ງຊື່, ກົ້ມຫົວເບົາໆ ແລະ ກົ່ງໂຕພໍດີງາມ. ຖ້າຢູ່ວັດ, ເຮືອນ ຜູ້ທໍາຄວາມເຄົາລົບນັ່ງພັບແພບ, ນັ່ງຂູ້ເຂົ່າກົ້ມຫົວລົງໃສ່ພື້ນ ຖ້າຢູ່ສະຖານທີ່ທົ່ວໄປສະແດງຄວາມເຄົາລົບຕາມທໍາມະດາ.

      F ຖ້າເປັນການເຄົາລົບທ່ານຜູ້ນໍາ, ຜູ້ມີໜ້າທີ່ຕໍາແໜ່ງສູງກ່ວາ, ຜູ້ຊົງຄຸນວຸດທິ, ຜູ້ມີຖານະໃນສັງຄົມ, ບຸກຄົນສໍາຄັນ, ຄູອາຈານ ຍໍມືໄຫ້ວປາຍມືສູງພຽງດັງ, ທ່າຕັ້ງຊື່, ກົ້ມຫົວ ແລະ ກົ່ງໂຕລົງເບົາໆ ພໍດີງາມທັງທັກທາຍດ້ວຍຄວາມສຸພາບ, ສີໜ້າ ແລະ ຮອຍຍິ້ມຕາມສົມຄວນ.

      F  ໜ້າເປັນໝູ່ເພື່ອນ ຫຼື ຜູ້ທີ່ມີຖານະຕໍາແໜ່ງເທົ່າທຽມກັນ, ເປັນເພື່ອນຮ່ວມງານໃນສະຖາບັນ ຫຼື ຕ່າງສະຖາບັນ ໃນເວລາພົບກັນຢູ່ເທິງເວທີທີ່ເປັນທາງການ, ເວທີງານຕ່າງໆ ຫຼື ພົບກັນບາງຄັ້ງຍໍມືນົບໄຫ້ວພຽງເອິກ. ກິລິຍາບົດທາງຮ່າງກາຍຢູ່ໃນທ່າທໍາມະດາ, ສົ່ງຮອຍຍິ້ມເບົາໆ, ມີສາຍຕາດ້ວຍຄວາມເປັນມິດ.

      ສິ່ງທີ່ຄວນຄິດສະເໝີວ່າ ຖ້າເປັນການທັກທ້ານດ້ວຍການຍໍມືນົບໄຫ້ວ ແມ່ນບຸກຄົນທີ່ມີຕໍາແໜ່ງຕໍ່າກ່ວາເປັນຜູ້ຍໍມືໄຫ້ວກ່ອນ.  ຖ້າເປັນການທັກທ້າຍແບບການຍື່ນມືໄປຈັບຕາມວັດທະນະທໍາສາກົນຕ້ອງແມ່ນຜູ້ໃຫ່ຍເປັນຜູ້ຍື່ນມືມາຈັບ ຫຼື ສະແດງຄວາມຍິນດີນໍາກ່ອນ ຜູ້ນ້ອຍຈະບໍ່ໄດ້ໄປຈັບມືເພິ່ນກ່ອນມັນຈະເສຍມາລະຍາດ ຫຼື ເພິ່ນອາດຈະລັງກຽດກໍເປັນໄດ້.

2.3.    ບຸກຄົນສໍາຄັນເຊິ່ງຄວນເຄົາລົບດ້ວຍການກົ້ມຫົວຂໍ່ານັບ

      @  ກົ້ມຫົວຂໍ່ານັບ ທ່ານຜູ້ນໍາຂອງຊາດ, ນັກຮົບວິລະຊົນ, ພະນັກງານລັດຖະກອນ, ຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ, ດວງວິນຍານຂອງບັນພະບູລຸດ.

      @   ກົ້ມຫົວຂໍ່ານັບຜູ້ບັງຄັບບັນຊາ, ບັນດາທ່ານຂ້າລາຊະການຜູ້ໃຫ່ຍ, ຄູອາຈານໃນສະຖານທີ່ ຫຼື ໂອກາດໃນພິທີການໃດໜຶ່ງຕາມຄວາມເໝາະສົມ.

3.   ມາລະຍາດຕ່າງໆທີ່ຄວນປະຕິບັດ

3.1.    ມາລະຍາດໃນການຂື້ນລົດລົງເຮືອ ແລະ ການຊົມມະໂຫລະສົບ

      ?  ການຂື້ນລົດລົງເຮືອ: ຄວນໃຫ້ໂອກາດແກ່ພະສົງສາມະເນນ, ຄົນຊະລາ, ຄົນພິການແມ່ມານ, ເດັກນ້ອຍ, ແມ່ລູກອ່ອນ, ປະຕິບັດລະບຽບໃນການເດີນທາງໃຫ້ເຂັ້ມງວດ, ບໍ່ຖິ້ມຂອງເສດລົງໃສ່ລົດໃສ່ເຮືອ ຫຼື ຖິ້ມຊະຊາຍ, ບໍ່ລ່ວງເກີນຂອງຫວງຫ້າມໃນລັກສະນະຮູ້ແລ້ວແຕ່ພາໂລເຮັດບໍ່ຮູ້.

      ?  ການຊົມມະໂຫລະສົບ: ຮັກສາຄວາມສະຫງົບ, ມີລະບຽບ, ໄປຕົງເວລາ, ບໍ່ສູບຍາ, ດື່ມຂອງມຶນເມົາ, ບໍ່ກິນອາຫານ ແລະ ບໍ່ຖິ້ມຂອງເສດຊະຊາຍຕາມສະຖານທີ່, ທຸກຄົນຄວມເປັນເຈົ້າຕົນເອງຮັກສາຄວາມສະອາດ.

Version: Mobile | Web
Created with Weebly

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (0)