ບົດທີ 3
ການຂຽນຂໍ້ສອບປາລະໄນ ແລະ ອັດຕາໄນ
-
1.ການຂຽນຂໍ້ສອບແບບອັດຕາໄນ
-
1.1ຄວາມໝາຍຂອງຂໍ້ສອບແບບອັດຕາໄນ
- ຂໍ້ສອບອັດຕາໄນແມ່ນຂໍ້ສອບທີ່ມີສະເພາະແຕ່ຄຳຖາມແລ້ວເປີດໂອກາດໃຫ້ນັກຮຽນຕອບຢ່າງເສລີ ໂດຍການ
ຂຽນບັນລະຍາຍຕາມຄວາມຮູ້ ແລະ ຕາມຄວາມຄິດເຫັນຂອງຕົນເອງ .
-
1.2ຫຼັກການສ້າງຂໍ້ສອບແບບອັດຕາໄນ ແລະ ຫຼັກການໃຫ້ຄະແນນ
-
ຫຼັກການສ້າງຂໍ້ສອບແບບອັດຕາໄນ
- 1.ຂຽນຄຳອະທິບາຍໃຫ້ຊັດເຈນ ກ່ຽວກັບການຕອບຄຳຖາມ ເວລາທີ່ໃຊ້ສອບ ແລະ ຄະແນນເຕັມໃນແຕ່ລະຂໍ້
- 2.ຄວນໃຊ້ຄຳຖາມໃນສິ່ງທີ່ຂໍ້ສອບສາມາດວັດໄດ້ດີທີ່ສຸດ ເຊັ່ນ ການບັນລະຍາຍ, ການສະແດງຄວາມຄິດເຫັນ ແລະ ວິເຄາະວິຈານຕ່າງໆ ຄວນຫຼີກເວັ້ນຄຳຖາມທີ່ເປັນຄວາມຈຳ.
- 3.ຄວນຄຳນຶງຄວາມສຳຄັນຂອງຈຸດປະສົງທີ່ວາງໄວ້ໃນຕາຕະລາງວິເຄາະຫຼັກສູດໂດຍເລືອກເອົາສະເພາະຈຸດສຳຄັນທີ່ສຸດ.
- 4.ພະຍາຍາມສ້າງຂໍ້ສອບໃຫ້ເໜາະກັບເວລາທີ່ໃຊ້ໃນການສອບ.
- 5.ບໍ່ຄວນໃຫ້ນັກຮຽນເລືອກຕອບເປັນບາງຂໍ້ ເຊັ່ນ ມີ 5 ຂໍ້ ຕອບພຽງ 4 ຂໍ້ ເພາະອາດຈະມີ ການໄດ້ປຽບເສຍປຽບເພາະຂໍ້ສອບຈະມີຄວາມຍາກງ່າຍບໍ່ເທົ່າກັນ ເຮັດໃຫ້ຄະແນນທີ່ໄດ້ນັ້ນປຽບທຽບກັນບໍ່ໄດ້.
-
ຫຼັກການກວດໃຫ້ຄະແນນ
- 1.ສ້າງຂະໜານຕອບໃຫ້ສົມບູນ ແລະ ກຳນົດຄະແນນຂອງແຕ່ລະຄຳຕອບ
- 2.ຄວນໃຫ້ຄະແນນຄຳຕອບທີ່ເປັນການລວບລວມຄວາມຄິດ ລັກສະນະການຂຽນຊັດເຈນການອະທິບາຍຖືກຕ້ອງຂອງແຕ່ລະຕອນ.
- 3.ຄວນກວດຂໍ້ສອບຂອງຜູ່ສອບເທື່ອລະຂໍ້ພ້ອມກັນທຸກຄົນແລ້ວຈຶ່ງຄ່ອຍກວດຂໍ້ຕໍ່ໄປ
- 4.ຄວນປະເມີນຜົນຂອງຄຳຕອບຕາມທີ່ນັກຮຽນຕອບບໍ່ຄວນເອົາຄວາມຮູ້ສຶກດ້ານອື່ນໆໄປປະປົນ.
- 5.ຖ້າເປັນໄປໄດ້ຄວນມີຜູ່ກວດຢ່າງນ້ອຍ 2 ຄົນຂຶ້ນໄປໃນການກວດຂໍ້ສອບດຽວກັນ.
-
1.3ຕົວຢ່າງຂໍ້ສອບແບບອັດຕະໄນ
- 1.ຈົ່ງອະທິບາຍຄຳວ່າ “ ການຂາດດູນການຄ້າ” ຕາມຫຼັກເສດຖະສາດ ?
- 2.ຍ້ອນຫຍັງຢູ່ເຂດພູພຽງບໍລິເວນຈິ່ງມີຝົນຕົກຫຼາຍ ?
- 3.ຢາເສບຕິດມີຜົນຮ້າຍຕໍ່ສຸຂະພາບແນວໃດ ?
-
1.4ຈຸດດີ ແລະ ຈູດອ່ອນຂອງຂໍ້ສອບແບບອັດຕະໄນ
- ຈຸດດີ
| - ຈຸດອ່ອນ
|
- -ສາມາດວັດຂະບວນການຄິດ ແລະ ຄວາມສາມາດໃນການຂຽນ
- -ວັດຄວາມຄິດສ້າງສັນ ແລະ ຄວາມສາມາດໃນການປະເມີນຄ່າໄດ້ດີ
- -ສາມາດວັດທັດສະນະຄະຕິ ແລະ ຄວາມຄິດຄວາມເຫັນຕ່າງໆໄດ້ດີ.
- -ມີຄວາມສະດວກ ແລະ ງ່າຍໃນການອອກຂໍ້ສອບ
- -ຜູ່ຕອບມີອິດສະຫຼະໃນການສະແດງຄວາມຄິດຄວາມເຫັນໄດ້ຢ່າງເຕັມທີ່.
| - -ການໃຫ້ຄະແນນບໍ່ແນ່ນອນ ຄະແນນທີ່ໄດ້ຂຶ້ນຢູ່ກັບຜູ່ກວດ ເຊັ່ນ ອາລົມ, ທັດສະນະຄະຕິ, ຕົວໜັງສືເປັນຕົ້ນ.
- -ຂາດຄວາມທ່ຽງຕົງດ້ານເນື້ອໃນ ເພາະອອກຂໍ້ສອບໄດ້ໜ້ອຍຂໍ້ຈຶ່ງບໍ່ຄວບຄຸມທຸກ ເນື້ອໃນທີ່ຮຽນມາ.
- -ກວດໃຫ້ຄະແນນຍາກເສຍເວລາຫຼາຍ.
|
| |
| |
-
2.ການຂຽນຂໍ້ສອບແບບປາລະໄນ
-
2.1ຄວາມໝາຍຂອງຂໍ້ສອບແບບປາລະໄນ
- ຂໍ້ສອບແບບປາລະໄນຈະປະກອບດ້ວຍ 2 ພາກສ່ວນຄື ຄຳຖາມ ແລະ ຄຳຕອບ. ຄຳຖາມຂອງຂໍ້ສອບປາລະໄນແຕ່ລະຂໍ້ຈະເຈາະຈົງສະເພາະຈຸດນ້ອຍໆຂອງເນື້ອໃນບົດຮຽນ. ດັ່ງນັ້ນ, ຈຶ່ງມີຄຳຖາມຫຼາຍຂໍ້ ສ່ວນຄຳຕອບນັ້ນຜູ່ຕອບຕ້ອງໃຊ້ເວລາໃນການຄຶດ ແລ້ວຂຽນຕອບເປັນປະໂຫຍກສັ້ນໆ ຫຼື ຂີດເຄື່ອງໝາຍໃສ່ຄຳຕອບທີ່ຕ້ອງການເລືອກ. ດັ່ງນັ້ນ, ຜູ່ຕອບຕ້ອງປະຕິບັດດັ່ງນີ້:
- - ຕ້ອງອ່ານຂໍ້ສອບແຕ່ລະຂໍ້ພ້ອມທັງຄຳຖາມ ແລະ ຄຳຕອບທີ່ສົມບູນ
- - ເລືອກຄຳຕອບທີ່ຖືກທີ່ສຸດຈາກຕົວເລືອກທີ່ຜູ່ຂຽນກຳນົດມາແລ້ວ
- - ຕ້ອງຕ້ອງຄຳຖາມຈາກແບບທົດສອບຫຼາຍຂໍ້
-
2.2 ຮູບແບບຂອງຂໍ້ສອບແບບປາລະໄນ
-
ກ. ຂໍ້ສອບແບບຕອບສັ້ນໆ ( Short Answer Items )
-
ຂໍ້ສອບຈະປະກອບດ້ວຍຄຳຖາມທີ່ສົມບູນ ແລ້ວໃຫ້ຜູ່ຕອບສະແດງຄວາມສາມາດໃນການແກ້ບັນຫາດ້ວຍການຂຽນຕອບເປັນຄຳດຽວ ຫຼື ປະໂຫຍກສັ້ນໆ.
-
ຫຼັກການສ້າງ
- ຕັ້ງບັນຫາເປັນຮູບຄຳຖາມ ແລະ ຕ້ອງການຄຳຕອບພຽງສັ້ນ
- ຕ້ອງເປັນຄຳຖາມທີ່ມີຄຳຕອບຕາຍຕົວແນ່ນອນ
ຕົວຢ່າງ