ບົດທີ 1 ຄວາມຮູ້ເບື້ອງຕົ້ນກ່ຽວກັບການວັດຜົນ ແລະ ປະເມີນຜົນ

1.    ບົດທີ 1

ຄວາມຮູ້ເບື້ອງຕົ້ນກ່ຽວກັບການວັດຜົນ ແລະ ປະເມີນຜົນ

1.ຄວາມໝາຍຂອງການວັດຜົນ ແລະ ປະເມີນຜົນ

1.1ຄວາມໝາຍຂອງການວັດຜົນ

ການວັດຜົນແມ່ນຂະບວນການຊອກຫາປະລິມານ ຫຼື ຈຳນວນຂອງສິ່ງຂອງຕ່າງໆໂດຍໃຊ້ເຄື່ອງມືຢ່າງໃດ

ຢ່າງໜຶ່ງ ຜົນຂອງການວັດຜົນມັກຈະອອກມາເປັນຕົວເລກ ສັນຍາລັກ ຫຼື ຂໍ້ມູນ.

ການວັດຜົນການສຶກສາ ໝາຍເຖິງການເກັບກໍາລວບລວມຂໍ້ມູນຕ່າງໆ ຂອງຜູ້ຮຽນຢູ່ໃນຂະບວນການຮຽນ-ການສອນໂດຍໃຊ້ເຄື່ອງມືຢ່າງໃດຢ່າງໜຶ່ງມາປະຕິບັດ.

1.2ຄວາມໝາຍຂອງການປະເມີນຜົນ

ການປະເມີນຜົນແມ່ນການນຳເອົາຜົນຂອງການວັດຜົນມາພິຈາລະນາວິນິດໄສ, ຕັດສິນຄຸນຄ່າໂດຍ

ປຽບທຽບກັບເກນມາດຕະຖານທີ່ກຳນົດໄວ້.

ການປະເມີນຜົນການສຶກສາ ໝາຍເຖິງການນໍາເອົາຜົນຂອງການວັດຜົນການສຶກສາມາຕີລາຄາ ແລະ ວິນິດໄສ ແລ້ວຕັດສິນໃຈໂດຍອາໄສຫຼັກການຢ່າງໃດຢ່າງໜຶ່ງ.

2.ຈຸດປະສົງຂອງການວັດຜົນການສຶກສາ

ການວັດຜົນການສຶກສາມີຈຸດປະສົງທີ່ສຳຄັນຫຼາຍຢ່າງຕໍ່ການຮຽນ-ການສອນແຕ່ພໍສະຫຼຸບໄດ້ບາງບັນຫາທີ່

ສຳຄັນດັ່ງນີ້.

. ວັດຜົນເພື່ອພັດທະນາການຮຽນ-ການສອນ

ເປັນການວັດຜົນເພື່ອຊອກຮູ້ວ່ານັກຮຽນມີຄວາມບົກຜ່ອງ ຫຼື ບໍ່ເຂົ້າໃຈໃນບົດເລື່ອງໃດ ແລ້ວຈຶ່ງຄ່ອຍຫາວິທີການສອນເພື່ອແກ້ໄຂຂໍ້ບົກຜ່ອງເຫຼົ່ນັ້ນ ຈຸດປະສົງນີ້ຖືວ່າເປັນຈຸດປະສົງທີ່ສຳຄັນທີ່ສຸດ

ຂ. ວັດຜົນເພື່ອວິນິດໄສ

ເປັນການວັດຜົນເພື່ອຊອກຮູ້ວ່ານັກຮຽນມີຄວາມບົກຜ່ອງຢູ່ຈຸດໃດໃນບົດຮຽນໜຶ່ງຈາກນັ້ນກໍຫາທາງຊ່ວຍເເຫຼືອເພີ່ມໃຫ້ນັກຮຽນມີຄວາມເຂົ້າໃຈໃນຈຸດນັ້ນ.

ຄ. ວັດຜົນເພື່ອຈັດອັນດັບທີຂອງນັກຮຽນ

ເປັນການວັດຜົນເພື່ອປຽບທຽບວ່ານັກຮຽນຄົນໃດເກັ່ງ ຄົນໃດອ່ອນ ນັກຮຽນຄົນໃດຈະໄດ້ເປັນທີເທົ່າໃດ.

ງ. ວັດຜົນເພື່ອປຽບທຽບການພັດທະນາການຂອງນັກຮຽນ

ເປັນການວັດຜົນເພື່ອປຽບທຽບສະມັດຖະພາບຂອງນັກຮຽນວ່າມີຄວາມກ້າວໜ້າ ຫຼື ບໍ ເຊັ່ນ : ການປຽບທຽບກ່ອນຮຽນ ແລະ ຫຼັງຮຽນ ຫຼື ປຽບທຽບການຮຽນລະຫວ່າງ ພາກຮຽນທີ 1 ແລະ ພາກຮຽນທີ 2.

ຈ. ວັດຜົນເພື່ອພະຍາກອນ

ເປັນການວັດຜົນເພື່ອຄາດຄະເນລ່ວງໜ້າວ່ານັກຮຽນຄົນໃດຄວນຈະໄປຮຽນຕໍ່ໃນລາຍວິຊາໃດຈຶ່ງຈະມີຜົນສໍາເລັດອັນດີ ການວັດຜົນແບບນີ້ມີປະໂຫຍດໃນການແນະແນວການສຶກສາ.

ສ. ວັດຜົນເພື່ອປະເມີນຜົນ

ເປັນການວັດຜົນເພື່ອເອົາຜົນຂອງການວັດຜົນນັ້ນໄປໃຊ້ໃນການສະຫຼຸບຕີລາຄາວ່າການຈັດການສຶກສານັ້ນມີປະສິດທິພາບສູງ ຫຼື ຕໍ່າ ຫຼັກສູດເໜາະສົມ ຫຼື ບໍ່ຄວນປັບປຸງແກ້ໄຂຫຍັງແດ່ ແລະ ຈະຕັດສິນໃຈເຮັດແນວໃດໃນຂັ້ນຕໍ່ໄປ ຫຼື ອາດນຳໄປວິເຄາະເຄື່ອງມືທີ່ໃຊ້ໃນການວັດຜົນນັ້ນເໜາະສົມ ຫຼື ບໍ.

3.ຫຼັກການວັດຜົນການສຶກສາ

ການວັດຜົນການສຶກສາຈະມີປະສິດທິພາບດີ ຫຼື ບໍ່ນັ້ນຂຶ້ນຢູ່ກັບຫຼັກການ ແລະ ວິທີການວັດຜົນການວັດຜົນທີ່

ດີຕ້ອງຍຶດຖືຫຼັກການດັ່ງນີ້:

ກ. ຕ້ອງໃຫ້ຖືກກັບຈຸດປະສົງຂອງການຮຽນ-ການສອນ

ການວັດຜົນການສຶກສາເປັນການທົດສອບເບິ່ງວ່າ ຜົນຂອງການສອນຂອງຄູນັ້ນເຮັດໃຫ້ນັກຮຽນມີຄວາມຮູ້ຕາມຈຸດປະສົງທີ່ວາງໄວ້ ຫຼື ບໍ ຖ້າການວັດຜົນການສຶກສາບໍ່ຖືກກັບຈຸດປະສົງຂອງການຮຽນການສອນແລ້ວກໍຈະຖືວ່າ ບໍ່ມີປະໂຫຍດຫຍັງໝົດ.

ຂ. ພະຍາຍາມຊອກຫາເຄື່ອງມືວັດຜົນທີ່ດີ ແລະ ເໜາະສົມທີ່ສຸດ

ການວັດຜົນການສຶກສາເປັນການວັດທາງອ້ອມ, ດັ່ງນັ້ນ ຄູຄວນຊອກຫາເຄື່ອງມືວັດຜົນທີ່ມີຄຸນະພາບດີທີ່ສຸດ ເພື່ອໃຫ້ໄດ້ຜົນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືໄດ້.

. ພະຍາຍາມໃຫ້ມີຄວາມຜິດພາດໜ້ອຍທີ່ສຸດ

ການວັດຜົນການສຶກສານັ້ນຈະເກີດມີຄວາມຜິດພາດຢູ່ສະເໜີ, ດັ່ງນັ້ນຄູຄວນລະມັດລະວັງເພື່ອໃຫ້ຄວາມຜິດພາດນັ້ນມີໜ້ອຍທີ່ສຸດ ຖ້າຈະໃຊ້ເຄື່ອງມືວັດຊະນິດໃດກໍຄວນລະມັດລະວັງເຖິງດ້ານຈຳກັດຂອງເຄື່ອງມືຊະນິດນັ້ນ ແລະ ຄວນເຮັດການວັດຜົນຫຼາຍຄັ້ງ.

ງ. ຄວນຕີຄວາມໝາຍຂອງຜົນການວັດຜົນໃຫ້ຖືກຕ້ອງ.

ເມື່ອໄດ້ຜົນການວັດອອກມາເປັນຄະແນນແລ້ວ ຄວນຕີຄວາມໝາຍຂອງຄະແນນນັ້ນໃຫ້ຖືກຕ້ອງເໜາະສົມ ແລະ ຍຸດຕິທຳ.

ຈ. ຄວນໃຊ້ຜົນການວັດໃຫ້ເປັນປະໂຫຍດທີ່ສຸດ

ການວັດຜົນບໍ່ແມ່ນພຽງແຕ່ຈະຮູ້ວ່ານັກຮຽນຄົນໃດ ໄດ້ຄາດໝາຍ ຫຼື ບໍ ນັກຮຽນຄົນໃດເກັ່ງ ຫຼື ອ່ອນ ແຕ່ສິ່ງທີ່ດີທີ່ສຸດຄື ຕ້ອງພະຍາຍາມຄົ້ນຄວ້າເຖິງວ່າ ນັກຮຽນແຕ່ລະຄົນມີຈຸດດີ ແລະ ຈຸດອ່ອນຢູ່ບ່ອນໃດ ແລະ ຈະຊອກຫາວິທີແກ້ໄຂແນວໃດ ເພື່ອໃຫ້ການສອນບັນລຸຕາມຈຸດປະສົງທີ່ວາງໄວ້. ການວັດຜົນ ແລະ ການປະເມີນຜົນ ການສຶກສາມີການພົວພັນຢ່າງສະໜິດແໜ້ນກັບການຮຽນ-ການສອນ ແລະ ບໍ່ສາມາດທີ່ຈະແຍກອອກຈາກກັນໄດ້.

ດັ່ງນັ້ນ ຄູອາຈານຂອງພວກເຮົາຄວນຈະຊອກຮູ້ຮໍ່າຮຽນ ເລືອກເອົາວິທີການວັດຜົນທີ່ດີ ແລະ ແທດເໜາະກັບສະພາບການຕົວຈິງຄວນວັດຜົນຢ່າງເນື່ອງນິດລຽນຕິດ ເພື່ອຈະໄດ້ຮູ້ວ່າການສອນຂອງຕົນມີຄວາມຂາດຕົກບົກຜ່ອງຢູ່ບ່ອນໃດ ນັກຮຽນບໍ່ເຂົ້າໃຈບ່ອນໃດ ແລະ ຈະຊອກຫາວິທີແກ້ໄຂແນວໃດ ເພື່ອໃຫ້ນັກຮຽນກາຍເປັນນັກຮຽນດີ ນັກຮຽນເກັ່ງ ແລະ ກາຍເປັນກຳລັງແຮງອັນມີຄຸນຄ່າຂອງປະເທດຊາດໃນອະນາຄົດ.

4.ຊະນິດເຄື່ອງມືວັດຜົນການສຶກສາ

ເຄື່ອງມືທີ່ໃຊ້ໃນການວັດຜົນ ການສຶກສາໃນປັດຈຸບັນມີຫຼາຍວິທີ ແຕ່ລະວິທີສາມາດນຳໄປໃຊ້ວັດສະເພາະ

ດັ່ງນັ້ນ ຜູ່ໃຊ້ຄວນເລືອກໃຊ້ທີ່ເໝາະສົມກັບໂອກາດ ແລະ ສະຖານະການ, ເຄື່ອງມືວັດທີ່ເວົ້າເຖິງມີດັ່ງນີ້:

4.1ແບບທົດສອບ ( Test )

4.2ການສັງເກດ (Observation)

4.3ການສຳພາດ (Interview)

4.4 ແບບສອບຖາມ ( Questionnaire )

4.5ແບບກວດຕາມລາຍການ ( Checklist )

4.6ການປະຕິບັດຕົວຈິງ ( Performance Test )

4.7ການຈັດອັນດັບຄຸນະພາບ ( Rating )

4.8ແບບສັງຄົມມິຕິ ( Sociometry )

4.9ການສຶກສາລາຍກໍລະນີ ( Case study )

4.10ການໃຫ້ສ້າງຈິນຕະນາການ ( Projective Technique )

4.1 ແບບທົດສອບ ( Test )

ແບບທົດສອບໝາຍເຖິງ ຊຸດຂອງຂໍ້ຄໍາຖາມທີ່ສ້າງຂຶ້ນ ເພື່ອຊັກນໍາໃຫ້ຜູ່ຖືກທົດສອບສະແດງພຶດຕິກໍາ ຫຼື ປະຕິກິລິຍາໂຕ້ຕອບອອກມາ ເພື່ອໃຫ້ຜູ່ເຮັດການທົດສອບສາມາດສັງເກດໄດ້ ແລະ ວັດໄດ້ ດັ່ງນັ້ນ ຂະບວນການທົດສອບຈິ່ງຕອບປະກອບດ້ວຍສິ່ງທີ່ຫຼາຍກະຕຸ້ນ ແລະ ມີການຕອບສະໜອງ

4.1.1 ແບບທົດສອບຜົນສຳເລັດທາງວິຊາການ ( Achievement tests )

ແບບທົດສອບທີ່ສ້າງຂຶ້ນເພື່ອວັດຜົນສຳເລັດທາງການຮຽນວິຊາຕ່າງໆໃນໂຮງຮຽນເປັນແບບທົດສອບທີ່ວັດເນື້ອໃນວິຊາຕ່າງໆທີ່ມີການຮຽນ-ການສອນໃນໂຮງຮຽນ ເຊິ່ງ ສ່ວນໃຫຍ່ຈະວັດພຶດຕິກຳດ້ານພຸດທິພິໄສ ( Cognitive Domain ) ຄື : ວັດດ້ານຄວາມຮູ້, ຄວາມສາມາດ ແລະ ຖ້າໃຊ້ວັດພຶດຕິກຳດ້ານທັກສະພິໄສ ( Psychomotor Domain ) ຄື: ວັດດ້ານທັກສະປະຕິບັດຈະເອີ້ນວ່າ ແບບທົດສອບພາກປະຕິບັດ ເຊິ່ງນັກວັດຜົນທາງຈິດວິທະຍາທີ່ມີຊື່ສຽງຊາວອາເມລິກັນຊື່ : Benjamin S. Bloom ແຫ່ງມະຫາໄລຊີກາໂກເປັນຜູ່ຈັດແບ່ງພຶດຕິກຳດ້ານພຸດທິພິໄສອອກເປັນ 6 ລະດັບ.

4.1.2 ແບບທົດສອບພາກປະຕິບັດ ( Performance Test )

ການວັດ ແລະ ປະເມີນຜົນການຮຽນຮູ້ພາກປະຕິບັດ ຫຼື ດ້ານທັກສະພິໄສ ບໍ່ສາມາດທີ່ປະເມີນໄດ້ໂດຍການໃຊ້ແບບທົດສອບໃນລັກສະນະຂອງການສອບໃນວິຊາເນື້ອໃນທົ່ວໆໄປ ການປະເມີນຜົນການຮຽນຮູ້ດ້ານທັກສະພິໄສສາມາດທີ່ຈະແຍກລັກສະນະຂອງການປະເມີນອອກໄດ້ເປັນ 3 ລັກສະນະຄື:

4.1.2.1 ການປະເມີນໃບງານທີ່ສໍາເລັດ

4.1.2.2 ການປະເມີນຂະບວນການ

4.1.2.3 ການປະເມີນຂະບວນການ ແລະ ຜົນງານທີ່ເຮັດ

4.1.2.1 ການປະເມີນໃບງານທີ່ສໍາເລັດ

ຖ້າຄູໃຫ້ນັກຮຽນເຮັດກິດຈະກໍາມາສົ່ງເຊັ່ນ: ການປັ້ນເຕົ້າດອກໄມ້ ຄູບໍໍ່ຄວນຈະໃຊ້ລະບົບການໃຫ້ຄະແນນແບບເຕັມລວມ ເຊັ່ນ: ໃຫ້ 5 ສ່ວນ 10 ຫຼື 7 ສ່ວນ 10 ແຕ່ຄູຄວນຈະພັດທະນາແບບປະເມີນທີ່ມີລາຍລະອຽດເຖິງປະເດັນທີ່ແຍກໃຫ້ຄະແນນ.

ຕົວຢ່າງ:

ຜົນງານການປັ້ນເຕົ້າດອກໄມ້ຂອງ ທ້າວ ຫຼື ນາງ………………………………………………….

ປະເດັັນພັດທະນາ

ຄະແນນ

ຍັງຕ້ອງປັບປຸງ ( 0 )

ພໍໃຊ້ ( 1 )

ດີ ( 2 )

ຄວາມສົມຂອງຮູບຮ່າງ

ການຕົກແຕ່ງ

ຄວາມຄິດສ້າງສັນ

ລັກສະນະການໃຫ້ຄະແນນດັ່ງກ່າວນີ້ ຊ່ວຍໃຫ້ຄູໃຫ້ຄະແນນແກ່ຜົນງານຂອງນັກຮຽນແຕ່ລະຄົນໄດ້ຢ່າງມີລາຍລະອຽດຊ່ວຍໃຫ້ນັກຮຽນເຫັນເຖິງຂໍ້ດີ ແລະ ຂໍ້ທີ່ຄວນແກ້ໄຂໃນວຽກຂອງຕົນ.
ໃນສ່ວນຂອງການໃຫ້ຄະແນນອາດຈະໃຊ້ລະບົບເປັນ 0, 1 , 2 ຫຼື ລະບົບອື່ນໆໄດ້ຕາມຄວາມເໜາະສົມ.

ທັງນີ້ຄູຄວນຈະຕ້ອງຄໍາເນີງເຖິງປະການໜຶ່ງວ່າໃນການປະເມີນຜົນແບບນີ້ຄວນໃຊ້ໃນບາງກໍລະນີເທົ່ານັ້ນ ເພາະອາດຈະເກີດບັນຫາຂຶ້ນໄດ້ວ່າ ວຽກທີ່ນັກຮຽນເຮັດມາສົ່ງນັ້ນອາດຈະບໍ່ແມ່ນຜົນງານທີ່ນັກຮຽນເຮັດເອງກໍ່ໄດ້.

4.1.2.2 ການປະເມີນຂະບວນການ

ໃນການປະຕິບັດວຽກຂອງນັກຮຽນໃນບາງກິດຈະກໍາ ອາດຈະບໍ່ປະກົດ ຫຼື ບໍ່ມີ ຜົນງານເປັນໃບ, ເປັນອັນ ເຊັ່ນ:

ການຮ້ອງເພງ, ການລໍາ…

ການພັດທະນາແບບວັດໃນສ່ວນນີ້ສາມາດຍົກຕົວຢ່າງໃຫ້ເຫັນໄດ້ດັັ່ງນີ້:

ຕົວຢ່າງ:

ການປະເມີນການຮ້ອງເພງ

ປະເດັນພັດທະນາ

ຄະແນນ

0

1

2

ພຶດຕິກຳ

1.ນໍ້າສຽງ

2.ທ່າທາງປະກອບຄະນະຮ້ອງ

3.ບຸກຄະລິກ

4.ຈັງຫວະ ແລະ ທຳນອງ

ຄຸນລັກສະນະ

1.ຄວາມຕັ້ງໃຈໃນການຮ້ອງ

2. ຄວາມຮັບຜິດຊອບ

4.1.2.3ການປະເມີນຂະບວນການ ແລະ ຜົນງານທີ່ເຮັດ:

ໃນການປະຕິບັດວຽກຂອງນັກຮຽນໃນດ້ານທັກສະພິໄສສ່ວນໃຫຍ່ນັ້ນຄູຈະຕ້ອງປະເມີນຜົນງານທັງໃນ

ສ່ວນຂອງຂະບວນການ ແລະ ສ່ວນຂອງຜົນຈາກການປະຕິບັດວຽກນັ້ນເຊັ່ນ: ການປະກອບອາຫານ, ການເຮັດກະເສດ ເປັນຕົ້ນ ການປະເມີນໃນສ່ວນນີ້ສາມາດຍົກຕົວຢ່າງໄດ້ດັ່ງນີ້:
ຕົວຢ່າງ:

ການປະກອບອາຫານ

ປະເດັນພັດທະນາ

ຄະແນນ

0

1

2

ຂັ້ນກຽມ

1.ການກຽມການກ່ອນປຸງ

1.1 ການກຽມເຄື່ອງປຸງປະກອບອາຫານ

1.2 ກຽມເຄື່ອງໃຊ້ຕ່າງໆພ້ອມ

1.3 ກຽມອຸປະກອນໃຫ້ຄວາມຮ້ອນພ້ອມ

ຂັ້ນປະຕິບັດ

2.ຂະນະປຸງອາຫານ

2.1 ໃຊ້ຄວາມຮ້ອນພໍເໜາະ

2.2 ລໍາດັບຂັ້ນຕອນຂອງການປຸງຖືກຕ້ອງ

2.3 ຄຳເນີງເຖິງຄວາມສະອາດ

2.4 ຄໍາເນີງເຖິງຄວາມປອດໄພ

ຜົນງານ

3.ຜົນຂອງອາຫານທີ່ປຸງສຳເລັດ

3.1 ມີລົດຊາດດີ

3.2 ມີສີຊວນຮັບປະທານ

3.3 ຈັດໃສ່ອຸປະກອນ ຕົກແຕ່ງສວຍງາມ

ຄຸລັກສະນະ

4.ຄຸນລັກສະນະ

4.1 ເຮັດວຽກຢ່າງມີລະບົບ

4.2 ຮັບຜິດຊອບ ເກັບກວດຮຽບຮ້ອຍ

ຂໍ້ຄວນເອົາໃຈໃສ່ໃນການວັດ ແລະ ປະເມີນພາກປະຕິບັດ

1.ພື້ນຖານໃນການເກັບຂໍ້ມູນເພື່ອການປະເມີນລະດັບຄວາມສາມາດໃນການເຮັດວຽກຂອງນັກຮຽນຄືການສັງເກດ

ການເຮັດວຽກ ຫຼື ການສະແດງອອກໃນດ້ານຄວາມສາມາດຂອງນັກຮຽນເຊິ່ງໃນລະຫວ່າງການຈັດການຮຽນ-ການສອນຄູກໍຄວນໃຊ້ການສັງເກດຂອງຕົນໃຫ້ເກີດປະໂຫຍດ.

2.ຖ້າຄູພົບວ່ານັກຮຽນຄົນໃດຍັງບໍ່ມີຄວາມສາມາດໃນການເຮັດວຽກ ຫຼື ສະແດງພຶດຕິກຳການຮຽນຮູ້ໃນສ່ວນ

ໜຶ່ງ ສ່ວນໃດຕາມທີ່ຫວັງໄວ້ ຄູກໍຄວນຈະຖືເປັນໜ້າທີ່ຂອງຕົນໃນການທີ່ຈະຊ່ວຍໃຫ້ນັກຮຽນຄົນດັ່ງກ່າວນັ້ນໄດ້ເກີດການຮຽນຮູ້ ບໍ່ຄວນຈະຖືວ່າເປັນຄວາມຜິດ ຫຼື ຂໍ້ບົກຜ່ອງທີ່ຈະຕໍານິ ຫຼື ລົງໂທດນັກຮຽນ.

4.2ການສັງເກດ (Observation )

ການສັງເກດຄືການພິຈາລະນາປະກົດການຕ່າງໆທີ່ເກີດຂຶ້ນ ເພື່ອຄົ້ນຫາຄວາມຈິງບາງຢ່າງໂດຍອາໄສ

ປະສາດສຳພັດຂອງຜູ້ສັງເກດໂດຍກົງ. ການສັງເກດໄດ້ແບ່ງອອກເປັນ 2 ແບບດັັ່ງນີ້.

ກ. ການສັງເກດໂດຍຜູ່ສັງເກດເຂົ້າຮ່ວມໃນກິດຈະກຳ

ແມ່ນການສັງເກດໂດຍຜູ່ສັງເກດເຂົ້າຮ່ວມໃນກິດຈະກໍານັ້ນໂດຍກົງກັບຜູ່ຖືກສັງເກດອາດເຮັດກິດຈະກຳຮ່ວມກັນ ຫຼື ອາດເຂົ້າຮ່ວມໃນຖານະທີ່ເປັນສະມາຊິກຄົນໜຶ່ງຂອງການເຮັດກິດຈະກຳນັ້ນ.

ຂ. ການສັງເກດໂດຍຜູ່ສັງເກດບໍ່ໄດ້ເຂົ້າຮ່ວມໃນກິດຈະກຳ

ແມ່ນການສັງເກດໂດຍຜູ່ສັງເກດຢູ່ພາຍນອກຂອງຜູ່ຖືກສັງເກດຄື: ສັງເກດໃນຖານະທີ່ເປັນບຸກຄົນພາຍນອກບໍ່ໄດ້ເຂົ້າຮ່ວມເຮັດກິດຈະກຳກັບຜູ່ສັງເກດ ການສັງເກດໃນຮູບແບບນີ້ແບ່ງອອກເປັນ 2 ຢ່າງຄື:

oການສັງເກດທີ່ມີຮູບແບບແນ່ນອນ

ຄືການສັງເກດທີ່ຜູ່ສັງເກດໄດ້ກໍານົດເລື່ອງທີ່ຈະສັງເກດສະເພາະໄວ້ແລ້ວ ໂດຍຄາດວ່າພຶດຕິກຳທີ່ຈະສັງເກດນັ້ນ

ຈະເກີດຂຶ້ນໃນໄລຍະເວລາທີ່ຈະສັງເກດ ເຊັ່ນ ການສັງເກດຄວາມປະພຶດ ສັງເກດພຶດຕິກຳການຮຽນຂອງນັກຮຽນ ການສັງເກດແບບນີ້ຜູ່ສັງເກດຄວນຈະເຮັດໃຫ້ຜູ່ຖືກສັງເກດບໍ່ຮູ້ສຶກຕົວວ່າຖືກສັງເກດ ຈຶ່ງຈະໄດ້ຂໍ້ມູນທີ່ຖືກຕ້ອງຊັດເຈນໄດ້.

oການສັງເກດທີ່ບໍ່ມີຮູບແບບແນ່ນອນ

ແມ່ນການສັງເກດທີ່ຜູ່ສັງເກດບໍ່ໄດ້ເຈາະຈົງສະເພາະສິ່ງທີ່ຈະສັງເກດພຽງຢ່າງດຽວຕ້ອງສັງເກດເບິ່ງເລື່ອງຕ່າງໆທີ່

ກ່ຽວຂ້ອງອີກຕື່ມ ການສັງເກດແບບນີ້ມັກໃຊ້ກັບການສັງເກດເລື່ອງໃໝ່.

ຄ. ຫຼັກການໃນການສັງເກດ

- ຕ້ອງຕັ້ງຈຸດປະສົງຂອງການສັງເກດໃຫ້ແນ່ນອນວ່າ ຈະສັງເກດພຶດຕິກໍາໃດ.

- ຕ້ອງສັງເກດດ້ວຍຄວາມລະມັດລະວັງ ແລະ ພິຈາລະນາໃຫ້ຖີ່ຖ້ວນທັງດ້ານດີ ແລະ ດ້ານອ່ອນ ພ້ອມກັນນັ້ນກໍ

ຕ້ອງມີຄວາມຍຸຕິທຳທີ່ສຸດ.

-ໃນເວລາສັງເກດບໍ່ຄວນໃຫ້ຜູ່ຖືກສັງເກດຮູ້ວ່າເຮົາກຳລັງສັງເກດເຂົາຢູ່.

-ບັນທຶກຜົນຂອງການສັງເກດທັນທີ ແລະ ເປັນລະບົບ.

-ບັນທຶກສະເພາະແຕ່ສິ່ງທີ່ສັງເກດເຫັນເທົ່ານັ້ນບໍ່ຄວນຮີບຮ້ອນຕີຄວາມໝາຍໃນເວລາສັງເກດ ແລະ ບໍ່ຄວນບັນທຶກຄວາມຮູ້ສຶກສ່ວນຕົວ.

-ໄລຍະເວລາໃນການສັງເກດຄວນໃຫ້ຕໍ່ເນື່ອງກັນ ແລະ ຕ້ອງສັງເກດຫຼາຍໆຄັ້ງ ແລະ ຫຼາຍໆສະຖານະການ

-ການສັງເກດຄວນໃຊ້ຜູ່ສັງເກດຫຼາຍຄົນ.

ງ. ເຄື່ອງມືໃນການສັງເກດ

ແບບສັງເກດພຶດຕິກໍາຂອງປະຕິບັດວຽກຂອງນັກຮຽນ

ແບບສັງເກດທັກສະປະຕິບັດຂອງນັກຮຽນ

ວິຊາ………………….ເລື່ອງ………………………….ຊັ້ນຮຽນ…………………..

ແຜນການສອນ………………….ຄັ້ງທີ……….ວັນທີ…………….ເດືອນ……………ປີ………….

ລ/ດ

ຊື່ແລະນາມສະກຸນ

ພຶດຕິກຳທີ່ສັງເກດ

ການວາງແຜນແຜນເຮັດວຽກ

ການຈັດລະດັບຂັ້ນຕອນ

ການເຮັດວຽກຕາມຂັ້ນຕອນ

ການເຮັດວຽກເປັນກຸ່ມ

ເຮັດວຽກໄດ້ຄ່ອງແຄ້ວ ເຮັດວຽກໄດ້ຢ່າງຄ່ອງແຄ້ວ

ຄວາມຕັ້ງໃຈເຮັດວຽກ

ການໃຫ້ຄວາມຮ່ວມມື

ຄວາມຄິດສ້າງສັນ

ຄວາມເປັນລະບຽບ

ເຮັດວຽກສຳເລັດທັນເວລາ

ຄະແນນລວມ

2

2

2

2

2

2

2

2

2

2

20

ເກນການໃຫ້ຄະແນນ
ປະຕິບັດໄດ້ດີ ໃຫ້ 2 ຄະແນນ

ປະຕິບັດໄດ້ ໃຫ້ 1 ຄະແນນ

ປະຕິບັດບໍ່ໄດ້ ໃຫ້ 0 ຄະແນນ

ເກນການແປຄວາມໝາຍ

ຄະແນນ ຄວາມໝາຍ

ຄະແນນລວມ 15-20 ຄະແນນ ນັກຮຽນປະຕິບັດໄດ້ດີ

ຄະແນນລວມ 10-15 ຄະແນນ ນັກຮຽນປະຕິບັດໄດ້

ຄະແນນລວມ 0-9 ຄະແນນ ນັກຮຽນປະຕິບັດບໍ່ໄດ້

ຈ. ດ້ານດີ ແລະ ດ້ານຈຳກັດ

ດ້ານດີ

-ຊ່ວຍໃຫ້ໄດ້ຂໍ້ມູນທີ່ບໍ່ສາມາດລວບລວມໂດຍການໃຊ້ເຄື່ອງມື ຫຼື ເທັກນິກຢ່າງອື່ນ.

-ຊ່ວຍໃຫ້ໄດ້ຂໍ້ມູນໃນສະຖານະການຕ່າງໆຢ່າງແທ້ຈິງ

-ສາມາດບັນທຶກຄວາມຈິງໃນລະຫວ່າງທີ່ເກີດເຫດການນັ້ນໆ

-ການສັງເກດເປັນວິທີທີ່ເຮັດໄດ້ງ່າຍ ລະດວກ ແລະ ບໍລິ້ນເປືອງ

-ຊ່ວຍຜູ່ໃຫ້ສັງເກດ ມີເທັກນິກໃນການສັງເກດດີຂຶ້ນ

-ມີຄວາມລະບາຍໃຈທັງສອງຝ່າຍເນື່ອງຈາກຜູ່ຖືກສັງເກດບໍ່ຮູ້ສຶກວ່າຕົນເອງຖືກສັງເກດ

ດ້ານຈຳກັດ

-ສິ້ນເປືອງເວລາໃນການສັງເກດ

-ຖ້າຜູ່ສັງເກດມີເວລາໜ້ອຍອາດເຮັດໃຫ້ໄດ້ຂໍ້ມູນບໍ່ຄົບຖ້ວນ

-ການສັງເກດບາງຄັ້ງບໍ່ມີຄວາມສະດວກ ຖ້າຫາກສັງເກດເລື່ອງສ່ວນຕົວຂອງບຸກຄົນ

-ການສັງເກດບາງເຫດການເຮັດບໍ່ໄດ້ ຖ້າຫາກວ່າເຫດການນັ້ນບໍ່ເກີດຂຶ້ນໃນຊ່ວງເວລາທີ່ດຳເນີນການສັງເກດ

4.3ການສຳພາດ (Interview)

ການສຳພາດເປັນການສົນທະນາຢ່າງມີຈຸດໝາຍລະຫວ່າງຜູ່ສຳພາດ ແລະ ຜູ່ຖືກສຳພາດຕາມວັດຖຸປະສົງທີ່

ຜູ່ສຳພາດກຳນົດໄວ້.

ການສໍາພາດເປັນລວບລວມຂໍ້ມູນທີ່ນິຍົມໃຊ້ກັນຢ່າງກວ້າງຂວາງວິທີໜຶ່ງນອກຈາກ ການສັງເກດ ແລະ ການໃຊ້ແບບສອບຖາມ ການສຳພາດເປັນການສອບຖາມ ຫຼື ຊັກຖາມ ລະຫວ່າງບຸກຄົນໃນລັກສະນະຕົວຕໍ່ຕົວ ຫຼື ຜູ່ສຳພາດ 1 ຄົນ ກັບຜູ່ຖືກສຳພາດຫຼາຍຄົນ.

ການສໍາພາດດີກວ່າການສັງເກດທີ່ການສໍາພາດຕ້ອງໃຊ້ທັງຕາ, ຫູ ແລະ ປາກ ສ່ວນການສັງເກດໃຊ້ສະເພາະຕາ ແລະ ຫູ ເທົ່ານັ້ນ.

ກ. ປະເພດຂອງການສຳພາດ

1. ການສຳພາດແບບບໍ່ມີໂຄງສ້າງ: ໃຊ້ຄຳຖາມແບບເປີດເພື່ອໃຫ້ຜູ່ຖືກສໍາພາດຕອບໄດ້ຢ່າງອິດສະຫຼະ

ຕົວຢ່າງ

ຊື່ໂຮງຮຽນ……………………………………
ຊື່ນັກຮຽນ…………………………………….

1.ຊື່ຜູ່ໃຫ້ສໍາພາດ……………………………

2.ນັກຮຽນເລືອກເຂົ້າມາສຶກສາທີ່ໂຮງຮຽນນີ້ເພາະສາເຫດໃດ

2.ການສຳພາດແບບມີໂຄງສ້າງ : ໃຊ້ຄຳຖາມທີ່ກຽມໄວ້ຕາມລຳດັບ ເປັນຄຳຖາມແບບມີຄຳຕອບຕາຍຕົວ

ຕົວຢ່າງ

ຊື່ນັກຮຽນ……………………………………………………….

ຄຳຊີ້ແຈງ: ໃຫ້ຜູ່ສຳພາດບັນທຶກຄຳຕອບໂດຍການຂຽນເລກ 1-6 ລົງໃນໜ້າຂໍ້ຄວາມທີ່ກົງກັບຄວາມເປັນຈິງ

1.ນັກຮຽນມັກວິຊາໃດຫຼາຍທີ່ສຸດ ( ໃຫ້ລຽງລຳດັບຈາກຫຼາຍສຸດໄປຫານ້ອຍສຸດ)

o ຄະນິດສາດ o ພາສາອັງກິດ

o ວິທະຍາສາດທຳມະຊາດ o ວິທະຍາສາດສັງຄົມ

o ພາສາລາວ-ວັນຄະດີ o ຄອມເພີເຕີ

ຂ. ໂຄງຮ່າງຂອງແບບສຳພາດ
ແບບສຳພາດປະກອບດ້ວຍ 3 ພາກສ່ວນທີ່ສຳຄັນດັ່ງນີ້:

1.ພາກສ່ວນທີ່ໃຊ້ສຳຫຼັບບັນທຶກຂໍ້ມູນກ່ຽວກັບການສຳພາດ ເຊັ່ນ ຊື່ໂຄງການ ວັນ ເດືອນ ປີ ສຳພາດ ຊື່ຜູ່ສຳພາດ

ແລະ ລັກສະນະບາງຢ່າງຂອງກຸ່ມທີ່ຖືກສຳພາດ ເຊັ່ນ ສະພາບຄອບຄົວ ບ້ານ ເມືອງ ແຂວງ…

2.ລາຍລະອຽດສ່ວນຕົວຂອງຜູ່ຖືກສຳພາດ ເຊັ່ນ ເພດ ອາຍຸ ຈຳນວນລູກ ຈໍານວນຄົນໃນຄົວຄວບ ສາສະໜາ ອາຊີບ…

3.ລາຍລະອຽດກ່ຽວກັບການສຳພາດຄືຄຳຖາມ ແລະ ຄຳຕອບທີ່ກົງກັບຈຸດປະສົງຂອງການສຳພາດ.

ຄ. ຫຼັກການທົ່ວໄປຂອງການສຳພາດ

1. ການກະກຽມກ່ອນການສຳພາດ

- ຜູ່ສໍາພາດຕ້ອງເຂົ້າໃຈລະອຽດໃນເລື່ອງທີ່ຈະສໍາພາດ ເຊັ່ນ ຈຸດປະສົງ, ຄຳຖາມ, ຄຳຕອບ ປະເພດຕ່າງໆທີ່ກໍາ

ນົດໄວ້ລ່ວງໜ້າໃນແບບສຳພາດ

-ກ່ອນຈະສໍາພາດຜູ່ສໍາພາດຕ້ອງແນະນໍາຕົວເອງ ແລະ ສະເໜີຈຸດປະສົງຂອງການສຳພາດ ໃຫ້ຜູ່ຖືກສຳພາດພ້ອມທັງໂອ້ລົມກັບເຂົາເຈົ້າເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

2.ເວລາດຳເນີນການສຳພາດ

- ຜູ່ສຳພາດຕ້ອງສ້າງບັນຍາກາດອັນດີ ແລະ ສ້າງຄວາມເປັນກັນເອງກັບຜູ່ຖືກສໍາພາດ.

- ສໍາພາດແບບຕົວຕໍ່ຕົວເພື່ອເຮັດໃຫ້ເຂົາເຈົ້າມີຄວາມກ້າຫານຕອບຄໍາຖາມດ້ວຍຄວາມຈິງໃຈ

- ຜູ່ສໍາພາດຕ້ອງສັງເກດໃຫ້ຖີ່ຖ້ວນວ່າ ເວລາທີ່ຈະເຂົ້າສຳພາດນັ້ນເໜາະສົມ ຫຼື ບໍ່.

- ບໍ່ຄວນເລັ່ງລັດເອົາຄຳຕອບຈາກເຂົາເຈົ້າຄວນໃຫ້ເວລາແກ່ເຂົາເຈົ້າຢ່າງອິດສະລະຄວນຫຼີກເວັ້ນຄໍາຖາມທີ່ເປັນ

ການແນະນຳຄໍາຕອບ.

-ຄວນຫຼີກເວັ້ນຄຳຖາມທີ່ຜູ່ຖືກສຳພາດບໍ່ກ້າຕອບ ຫຼື ລັ່ງເລໃຈໃນການຕອບ ເຊັ່ນ ເລື່ອງ ສ່ວນຕົວ ເລື່ອງທີ່ສັງຄົມລັງກຽດ ເລື່ອງທີ່ເຂົາຈະເສຍຜົນປະໂຫຍດ…

-ຄວນຫຼີກເວັ້ນການວິພາກວິຈານ ຫຼື ສັ່ງສອນຜູ່ຖືກສຳພາດໃນເມື່ອຄຳຕອບຂອງເຂົາເຈົ້າຂັດກັບສິ່ງທີ່ສັງຄົມຍອມຮັບ.

-ໃນເມື່ອຜູ່ຖືກສຳພາດຕອບຄຳຖາມບໍ່ຊັດເຈນ ຫຼື ບໍ່ເພິ່ງພໍໃຈ ກໍຄວນຖາມຄືນໃໝ່ດ້ວຍວິທີການອັນແນບນຽນກວ່າເກົ່າ.

-ເມື່ອສຳພາດແລ້ວກໍຕ້ອງລະແດງຄວາມຂອບໃຈນຳເຂົາເຈົ້າ.

3.ການບັນທຶກຄຳຕອບໃນແບບສຳພາດ

- ຄວນບັນທຶກຄໍາຕອບທັນທີຫຼັງຈາກສໍາພາດແລ້ວ ເພື່ອບໍ່ໃຫ້ລົງລືມ

- ຄວນບັນທຶກສະເພາະເນື້ອໃນທີ່ສໍາພາດເທົ່ານັ້ນ ບໍ່ຄວນບັນທຶກຄວາມຄິດຄວາມເຫັນຂອງຜູ່ສໍາພາດອາດຈະ

ເກີດຄວາມຜິດພາດໄດ້

-ໃນການສຳພາດຖ້າບໍ່ໄດ້ຄຳຕອບໃນຂໍ້ໃດຄວນບັນທຶກເຫດຜົນໄວ້ພ້ອມ.

ໝາຍເຫດ

ການສຳພາດ ແລະ ການໃຊ້ແບບສອບຖາມມີລັກສະນະຄ້າຍຄືກັນໄດ້ຂໍ້ມູນຄືກັນ ແຕ່ໂອກາດ ແລະ ສະຖານະການທີ່ຈະໃຊ້ຕ່າງກັນ. ດັ່ງນັ້ນ, ກ່ອນຈະເລືອກໃຊ້ການສຳພາດ ຫຼື ແບບສອບຖາມນັ້ນຄວນພິຈາລະນາໃຫ້ລະອຽດ.

ງ. ດ້ານດີ ແລະ ກ້ານຈຳກັດ

ດ້ານດີ

-ສາມາດເກັບຂໍ້ມູນໄດ້ຈາກທຸກຄົນທີ່ເຂົ້າໃຈພາສາກັນ

-ສາມາດປ່ຽນຄຳຖາມໃຫ້ຊັດເຈນ ໃນກໍລະນີທີ່ຜູ່ຖືກສຳພາດບໍ່ເຂົ້າໃຈຄຳຖາມ

-ໄດ້ຂໍ້ມູນຈິງຈາກບຸກຄົນທີ່ຕ້ອງການ

ດ້ານຈຳກັດ

-ການເກັບຂໍ້ມູນບາງຄັ້ງຕ້ອງເດີນທາງໄກ ເສຍເວລາ ແລະ ຄ່າໃຊ້ຈ່າຍ

-ບາງຄັ້ງໄດ້ຂໍ້ມູນທີ່ບໍ່ເປັນຄວາມຈິງເນື່ອງຈາກວ່າຜູ່ຕອບບໍ່ຈິງໃຈໃນການຕອບເກີດຄວາມຢ້ານກົວ ຫຼື ອາຍ.

-ຂໍ້ມູນທີ່ໄດ້ຂຶ້ນຢູ່ກັບຄວາມສາມາດຂອງຜູ່ສຳພາດ ເຊິ່ງແຕ່ລະຄົນບໍ່ຄືກັ

4.4ແບບສອບຖາມ ( Questionnaire )

ແບບສອບຖາມໝາຍເຖິງຊຸດຂອງຄຳຖາມກ່ຽວກັບເລື່ອງໃດເລື່ອງໜຶ່ງ ເພື່ອໃຊ້ໃນການເກັບກຳລວບລວມ

ຂໍ້ມູນຈາກກຸ່ມຕົວຢ່າງທີ່ຕ້ອງການສຶກສາ ເຊັ່ນ ຄວາມຄິດເຫັນ ບຸກຄຄະລິກພາບ ແລະ ຄວາມສົນໃຈຕ່າງໆ.

ແບບສອບຖາມແບ່ງອອກເປັນ 2 ປະເພດຄື

ກ. ແບບສອບຖາມແບບປາຍເປີດ ( Open-end )

ເປັນແບບສອບຖາມທີ່ປະກອບດ້ວຍຄຳຖາມທີ່ບໍ່ໄດ້ກຳນົດຄຳຕອບໃຫ້ເລືອກແຕ່ເປີດໂອກາດໃຫ້ຜູ່ຖືກຖາມນັ້ນຕອບ ໂດຍໃຊ້ຄຳເວົ້າຂອງຕົນເອງ.

ຕົວຢ່າງ

ເປັນຫຍັງເຈົ້າຈຶ່ງເລືອກຮຽນໃນວິທະຍາໄລຄູແຫ່ງນີ້ ? …………………………………………………..

ເຫດຜົນໃນການເລືອກຮຽນຄະນິດສາດ-ວິທະຍາສາດ

ເພາະ…………………………………….

ຂ້າພະເຈົ້າຄິດວ່າ ການຈັດການຮຽນ-ການສອນວິຊາພາສາອັງກິດຄວນປັບປຸງ

1……………………………………………………………………………

2…………………………………………………………………………..

3……………………………………………………………………………

ຄໍາຖາມແບບປາຍເປີດນີ້ ໃຊ້ເວລາໃນການຕອບຫຼາຍ ແລະ ວິເຄາະຂໍ້ມູນຍາກ.

ຂ.ແບບສອບຖາມປາຍປິດ ( Close-end )

ເປັນແບບສອບຖາມທີ່ກຳນົດຄໍາຕອບໄວ້ໃຫ້ເລືອກ ຜູ່ຕອບຕ້ອງເລືອກຕອບຈາກຄໍາຕອບທີ່ມີໄວ້ໃຫ້ເລືອກເທົ່ານັ້ນ ຈະຕອບຢ່າງເສລີບໍ່ໄດ້.

ຕົວຢ່າງ

ຖ້າທ່ານມີໂອກາດສອບເຂົ້າຮຽນໃນວິທະຍາໄລຄູສາລະວັນໄດ້ ທ່ານຈະຮຽນສາຍໃດ ຈົ່ງໃສ່ອັນດັບທີ 1 ໃນໜ້າຊື່ສາຍທ່ານຢາກຮຽນຫຼາຍທີ່ສຸດ ອັນດັບທີ 2 ໃນໜ້າຊື່ສາຍທີ່ທ່ານຢາກຮຽນລອງລົງມາຕາມລຳດັບ ຈົນເຖິງຢາກຮຽນນ້ອຍສຸດ

o ສາຍຄະນິດສາດ

oສາຍວິທະຍາສາດທຳມະຊາດ

oສາຍພາສາອັງກິດ

oສາຍພາສາຫວຽດ

oວິທະຍາສາດສັງຄົມ

oພາສາລາວ-ວັນນະຄະດີ

ຄ.ໂຄງສ້າງຂອງແບບສອບຖາມ

ແບບສອບຖາມປະກອບດ້ວຍ 3 ພາກສ່ວນດັ່ງນີ້:

-ຄຳຊີ້ແຈງໃນການຕອບແບບສອບຖາມຄວນກຳນົດຈຸດປະສົງ ແລະ ຄວາມສຳຄັນຂອງການຕອບແບບສອບຖາມ ຈາກນັ້ນກໍອະທິບາຍລັກສະນະຂອງແບບສອບຖາມ ວິທີການຕອບພ້ອມຍົກຕົວຢ່າງມາປະກອບ ຜົນປະໂຫຍດທີ່ຈະໄດ້ຮັບມີຄຳຢັ້ງຢືນ ເພື່ອບໍ່ໃຫ້ຜູ່ຕອບເກີດຄວາມກັງວົນໃຈໃນການຕອບ ແລະ ບໍ່ໃຫ້ຜູ່ຕອບມີບັນຫາຕາມພາຍຫຼັງສຸດທ້າຍກໍຕ້ອງສະແດງຄວາມຂອບໃຈລ່ວງໜ້ານໍາຜູ່ຕອບ.

-ຂໍ້ມູນສ່ວນຕົວຂອງຜູ່ຕອບ ເຊັ່ນ ອາຍຸ, ເພດ, ລະດັບການສຶກສາອາຊີບ…

-ຄຳຖາມທີ່ກ່ຽວຂ້ອງກັບຈຸດປະສົງທີ່ຕ້ອງການວັດຜົນ.

ງ. ຫຼັກການສ້າງແບບສອບຖາມ

1. ສ້າງຄຳຖາມໃຫ້ກົງກັບຈຸດປະສົງທີ່ຕັ້ງໄວ້ ບໍ່ຄວນຖາມນອກຈາກຈຸດປະສົງທີ່ຕັ້ງໄວ້.

2. ສ້າງຄຳຖາມໃຫ້ກວດເອົາທຸກເນື້ອໃນທີ່ຕ້ອງການວັດຜົນຄວນແຍກເນື້ອໃນອອກເປັນຂໍ້ຍ່ອຍ ແລ້ວສ້າງຄໍາຖາມໄດ້

ຕາມຂໍ້ຍ່ອຍນັ້ນ.

3.ຄວນຈັດລຽງຄຳຖາມທີ່ມີການພົວພັນ ແລະ ຕໍ່ເນື່ອງກັນ.

4.ຄຳຖາມທີ່ດີຄວນມີລັກສະນະດັ່ງນີ້:

- ຄວນໃຊ້ປະໂຫຍກສັ້ນໆ ກະທັດຮັດ ແຕ່ຕ້ອງກົງກັບສິ່ງທີ່ຕ້ອງການວັດຜົນ.

- ຄວນໃຊ້ປະໂຫຍກທີ່ຊັດເຈນ ແລະ ເຂົ້າໃຈງ່າຍຫຼີກເວັ້ນປະໂຫຍກປະຕິເສດຄໍາວ່າເລື້ອຍໆສະເໜີ.

- ບໍ່ຄວນໃຊ້ຄໍາຖາມທີ່ແນະນໍາຄຳຕອບ

- ບໍ່ຄວນຖາມສິ່ງທີ່ເປັນຄວາມລັບ ຫຼື ເປັນເລື່ອງສ່ວນຕົວຈົນເກີນໄປ

- ບໍ່ຄວນຖາມສິ່ງທີ່ຮູ້ແລ້ວ ຫຼື ສິ່ງທີ່ສາມາດວັດໄດ້ດ້ວຍວິທີອື່ນ.

- ຄໍາຖາມຕ້ອງເໜາະສົມກັບລະດັບຂອງຜູ່ຕອບ

- ຄໍາຖາມແຕ່ລະຂໍ້ຄວນຖາມບັນຫາດຽວເທົ່ານັ້ນ

- ຄວນມີຫຼາຍຕົວເລືອກໃນຄໍາຕອບຂອງແຕ່ລະຂໍ້

- ຄໍາຕອບຂອງແບບສອບຖາມຄວນສາມາດແປອອກມາໃນຮູບຂອງສະຖິຕິໄດ້.

ຈ. ດ້ານດີ ແລະ ດ້ານຈຳກັດ

ດ້ານດີ

-ປະຢັດເວລາ ແລະ ແຮງງານເພາະສາມາດເກັບຂໍ້ມູນໄດ້ຈຳນວນຫຼາຍ ໂດຍໃຊ້ຜູ່ເກັບຂໍ້ມູນຈຳນວນໜ້ອຍ

-ຜູ່ຕອບມີເວລາໃນການຕອບ ແລະ ຕອບຢ່າງເປັນອິດສະຫຼະ

-ວິເຄາະຂໍ້ມູນໄດ້ງ່າຍເພາະໃຊ້ແບບສອບຖາມອັນດຽວກັນ.

-ໃຊ້ເວລາດຽວກັນ ເຮັດໃຫ້ຂໍ້ມູນກ່ຽວກັບຄວາມຄິດເຫັນຈາກຜູ່ຕອບໃກ້ຄຽງກັນ.

-ຂໍ້ມູນມີຄວາມຊັດເຈນຫຼາຍຂຶ້ນ.

ດ້ານຈຳກັດ

-ໃຊ້ໄດ້ສະພເພາະບຸກຄົນທີ່ຮູ້ໜັງສືເທົ່ານັ້ນ

-ຖ້າສົ່ງໄປທາງໄປສະນີ ຈະໄດ້ຮັບກັບຄືນມາໜ້ອຍ ເຮັດໃຫ້ເສຍເວລາ ແລະ ຄ່າໃຊ້ຈ່າຍ.

-ຖ້າຄຳຖາມມີໜ້ອຍຈະບໍ່ຄົບຕາມເນື້ອໃນທີ່ຕ້ອງການ ຖ້າຄຳຖາມມີຫຼາຍຜູ່ຕອບຈະເກີດມີຄວາມເບື່ອໜ່າຍໃນການຕອບ.

-ບໍ່ແນ່ໃຈວ່າຄຳຕອບຈະໄດ້ຈາກບຸກຄົນທີ່ຕ້ອງການໃຫ້ຕອບ ຫຼື ບໍ່ ເຊັ່ນ ຕ້ອງການຄຳຕອບຈາກຜູ່ບໍລິຫານ ແຕ່ຜູ່ບໍລິຫານອາດໃຫ້ຄົນອື່ນຕອບແທນ

4.5ແບບກວດຕາມລາຍການ ( Checklist )

ແບບກວດຕາມລາຍການເປັນເຄື່ອງມືເກັບກຳຂໍ້ມູນຊະນິດໜຶ່ງທີ່ປະກອບດ້ວຍຂໍ້ລາຍການຕ່າງໆແລ້ວໃຫ້ຜູ່

ຕອບເລືອກຕອບໃນລັກສະນະໃດໜຶ່ງ ເຊັ່ນ ມີ-ບໍ່ມີ, ມັກ-ບໍ່ມັກ, ແມ່ນ-ບໍ່ແມ່ນ ເປັນຕົ້ນ.

ແບບກວດຕາມລາຍການນີ້ມີຈຸດປະສົງ ເພື່ອກວດສອບເບິ່ງວ່າມີກິດຈະກໍາ ຫຼື ພຶດຕິກຳຕ່າງໆເກີດຂຶ້ນຕາມທີ່ໄດ້ກໍານົດໄວ້ໃນລາຍການ ຫຼື ບໍ. ໂດຍບໍ່ຄຳນຶງເຖິງຄຸນະພາບ ຫຼື ຈຳນວນເທື່ອທີ່ມີກິດຈະກຳເກີດຂຶ້ນ.

ຕົວຢ່າງ:

ພຶດຕິກຳຂອງຜູ່ສອນທີ່ສັງເກດໄດ້

ຈຳນວນຄັ້ງທີ່ເກີດຂຶ້ນ

1.ການເຄື່ອນໄຫວຂອງຄູຢ່າງມີຄວາມໝາຍຂະນະສອນ

I

2.ມີການຊັກຖາມນັກຮຽນເປັນລາຍບຸກຄົນ

III

3.ໃຫ້ການເສີມກຳລັງໃຈດ້ວຍວາຈາເມື່ອນັກຮຽນຕອບຖືກ

I

4.ໃຊ້ຄຳຖາມປະເພດຄວາມຄິດ

II

5.ມີວິທີຖາມເພື່ອຄວາມເຂົ້າໃຈຂອງຜູ່ຮຽນ

II

6.ໃຊ້ອຸປະກອນການສອນປະກອບການອະທິບາຍ

III

ແບບກວດຕາມລາຍການ ເລື່ອງການກິ່ງໄມ້

ລ/ດ

ເນື້ອໃນ

ມີ

ບໍ່ມີ

1

ການຕຽມກິ່ງພັນ

2

ການຕຽມຝອຍພ້່າວ

3

ການຕຽມຖົງຢາງ

4

4.6ການປະຕິບັດຈິງ ( Performance Test )

ການປະຕິບັດຕົວຈິງເປັນວິທີການວັດຜົນທີ່ໃຊ້ໃນພຶດຕິກຳດ້ານທັກສະທີ່ມີຢູ່ໃນລາຍວິຊາທີ່ມີພາກ

ປະຕິບັດຕົວຈິງ ເຊັ່ນ ພະລະສຶກສາ, ສິລະປະສຶກສາ, ເທັກໂນ, ຫັດຖະກຳເຊິ່ງເປັນການວັດຜົນສິ່ງທີ່ຮຽນແລ້ວນຳເອົາໄປປະຕິບັດຕົວຈິງເພື່ອໃຫ້ເກີດມີຄວາມຊໍານິຊໍານານ ແລະ ມີປະສິດທິພາບ
ກ. ລະດັບຂັ້ນໃນການປະຕິບັດຕົວຈິງ

ການປະຕິບັດຕົວຈິງແບ່ງອອກເປັນ 5 ຂັ້ນດັ່ງນີ້ :

1.ການຮຽນແບບ

2.ການເຮັດຕາມແບບຢ່າງ

3.ການເຮັດຢ່າງຖືກຕ້ອງ

4.ການເຮັດຢ່າງຕໍ່ເນື່ອງ

5.ການເຮັດຢ່າງທຳມະຊາດ

ຂ. ຂັ້ນຕອນໃນການວັດຜົນການປະຕິບັດຕົວຈິງ

1. ຂັ້ນກະກຽມ ຄູຄວນເຕືອນໃຫ້ນັກຮຽນຮູ້ລ່ວງໜ້າກ່ອນການວັດຜົນຈະຈັດຂຶ້ນໃນເວລາໃດ

2. ຂັ້ນປະຕິບັດຕົວຈິງ ແມ່ນລົງມືປະຕິບັດຕົວຈິງເພື່ອໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້ ແລະ ເປັນໄປຕາມລຳດັບ

ຂອງຂັ້ນຕອນ ຖືກຕ້ອງຕາມຫຼັກການ ແລະ ວິທີການວັດຜົນ.

3.ຂັ້ນຜົນງານເປັນຂັ້ນສຸດທ້າຍເມື່ອນັກຮຽນປະຕິບັດຕາມການວັດຜົນຢ່າງມີຄຸນະພາບ.

4.ເວລາໃນການຈັດການວັດຜົນຄວນເຮັດໃຫ້ສຳເລັດພາຍໃນເວລາທີ່ກຳນົດເອົາໄວ້.

ຄ. ຄຸນລັກສະນະຂອງການປະຕິບັດຈິງ

ໃນຂະບວນການຂອງການປະຕິບັດຕົວຈິງນັ້ນ ຄູຄວນເອົາໃຈໃສ່ຄຸນລັກສະນະລວມຂອງການປະຕິບັດຕົວຈິງດັ່ງນີ້

ຄວາມໄວ

ໃນການວັດຜົນພາກປະຕິບັດນັ້ນ ຄູຄວນເອົາໃຈໃສ່ໃນດ້ານຄວາມໄວໝາຍຄວາມວ່ານັກຮຽນຈະໃຊ້ເວລາ

ເທົ່າໃດໃນການປະຕິບັດຜູ່ທີ່ໄວທີ່ສຸດໃຊ້ເວລາເທົ່າໃດ ແລະ ຜູ່ທີ່ຊ້າທີ່ສຸດໃຊ້ເວລາເທົ່າໃດ.

ຄວາມຖືກຕ້ອງ

ຄູຈະຕ້ອງສັງເກດວ່າການກະທຳຂອງນັກຮຽນນັ້ນມີຄວາມຖືກຕ້ອງພຽງໃດ ຫຼື ມີຄວາມຜິດພາດຫຼາຍປານໃດ

ເຊິ່ງເປັນຄຸນລັກສະນະທີ່ສຳຄັນຂອງການປະຕິບັດ.

ການຈຳແນກ

ຄຸນລັກສະນະນີ້ມັກຈະກ່ຽວຂ້ອງກັບການວັດຜົນພາກປະຕິບັດທີ່ນຳໃຊ້ເຄື່ອງມືໃນການປະຕິບັດຄືຄູຈະຕ້ອງ

ສັງເກດວ່ານັກຮຽນໄດ້ກະກຽມ ແລະ ນຳໃຊ້ເຄື່ອງມືໃນການປະຕິບັດຖືກຕ້ອງ ຫຼື ບໍ່ ຖ້າເປັນວິຊາດົນຕີຄູຈະຕ້ອງໄດ້ສັງເກດວ່າ ນັກຮຽນສາມາດຈຳແນກສຽງ ຫຼື ລະດັບຂອງສຽງໄດ້ພຽງໃດ.

ການປະຢັດແຮງງານ

ການປະຢັດແຮງງານສາມາດວັດໄດ້ຈາການນັບຈຳນວນຄັ້ງຂອງການກະທຳທີ່ໄດ້ຮັບຜົນດີຕໍ່ຈຳນວນຄັ້ງທີ່ບໍ່ໄດ້

ຮັບຜົນ ຖ້າຈຳນວນຄັ້ງທີ່ໄດ້ຮັບຜົນດີສູງກວ່າກໍລະແດງວ່າມີການປະຢັດແຮງງານ.

ຄວາມແຮງ

ຄວາມແຮງແມ່ນຄຸນລັກສະນະທີ່ສຳຄັນອັນໜຶ່ງຂອງການປະຕິບັດ ເຊັ່ນ ການຫຼິ້ນເທັນນິດ, ບານສົ່ງ, ເຕະບານ

ແລະ ອື່ນໆ ຄວາມແຮງນີ້ຂຶ້ນກັບລັກສະນະຂອງການປະຕິບັດບາງຢ່າງກໍຕ້ອງໃຊ້ແຮງຫຼາຍບາງຢ່າງກໍຕ້ອງໃຊ້ແຮງໜ້ອຍ. ດັັ່ງນັ້ນ, ຄູຕ້ອງພິຈາລະນາໃຫ້ຖືກຕ້ອງໃນການໃຫ້ຄະແນນ.

ການຕໍ່ເນື່ອງເປັນອັນໜຶ່ງອັນດຽວ

ໃນການວັດຜົນຂອງການປະຕິບັດຕົວຈິງນັ້ນ ມີລະດັບຂັ້ນຂອງການປະຕິບັດຫຼາຍວິທີເຮົາບໍ່ສາມາດເລືອກໃຊ້

ວິທີໃດໜຶ່ງທີ່ສົມບຸນໄດ້. ດັ່ງນັ້ນ, ຄູຄວນຖືເອົາຄວາມຖືກຕ້ອງສອດຄ່ອງເໜາະສົມລະຫວ່າງແຕ່ລະຂັ້ນຕອນຂອງການປະຕິບັດເປັນຫຼັກໃນການໃຫ້ຄະແນນ.

4.7ການຈັດອັນດັບຄຸນະພາບ ( Rating )

ການຈັດລະດັບຄຸນະພາບໃຊ້ສຳຫຼັບຈັດອັນດັບຂອງຂໍ້ມູນ ຫຼື ຜົນງານຕ່າງໆ ຂອງນັກຮຽນ ແລ້ວ ຈຶ່ງໃຫ້

ຄະແນນຕາມພາຍຫຼັງ ຄູບໍ່ຄວນໃຫ້ຄະແນນໃນທັນທີເພາະຈະເຮັດໃຫ້ມີຄວາມຜິດພາດ ການຈັດອັນດັບຄຸນະພາບນີ້ ມັກໃຊ້ໃນບາງວິຊາທີ່ໃຫ້ຄະແນນຍາກ ຫຼື ບໍ່ຄວນໃຫ້ຄະແນນໂດຍກົງ ເຊັ່ນ ວິຊາຫັດແຕ່ງ, ຮ້ອງເພງ, ແຕ້ມຮູບ, ສິລະປະ, ການປະຕິບັດຕົວຈິງ… ສ່ວນວິທີການໃຫ້ຄະແນນນັ້ນໃຫ້ປະຕິບັດຄືກັນກັບກິດຈະກຳ.

ອັນດັບທີ - 0,5

ຕໍາແໜງອັດຕາສ່ວນຮ້ອຍຂອງຜົນງານ = X 100

ຈໍານວນຜົນງານທັງໝົດ

ຕົວຢ່າງ

ຮູບຂອງທ້າວມີ ຖືກຈັດຢູ່ໃນອັນດັບ 4 ໃນຈຳນວນ 15 ຮູບ ເຮົາສາມາດຄິດໄລ່ຕໍາແໜງອັດຕາສ່ວນຮ້ອຍຂອງຮູບທ້າວມີດັ່ງນີ້:

ຕໍາແໜ່ງອັດຕາສ່ວນຮ້ອຍຂອງຜົນງານ

ຈາກນັ້ນເອົາໄປທຽບກັບຕາຕະລາງປ່ຽນເປັນອັດຕາສ່ວນຮ້ອຍເປັນຄະແນນຊຶ່ງເຫັນວ່າ 23,33ອໃກ້ຄຽງ 23,88 ກົງກັບ 64 ຄະແນນ ສະແດງວ່າຮູບທ້າວມີໄດ້ 64 ຄະແນນ ( ຈົ່ງເບິ່ງຕາມຕາຕະລາງປ່ຽນອັດຕາສ່ວນຮ້ອຍຂອງຜົນງານເປັນຄະແນນ ) ດັ່ງລຸ່ມນີ້:

ຕາຕະລາງປ່ຽນອັນດັບຄຸນະພາບໃຫ້ເປັນຄະແນນ

ອັດຕາ
ສ່ວນຮ້ອຍ

ຄະແນນ

ອັດຕາ ສ່ວນຮ້ອຍ

ຄະແນນ

ອັດຕາ ສ່ວນຮ້ອຍ

ຄະແນນ

ອັດຕາ ສ່ວນຮ້ອຍ

ຄະແນນ

0,09

99

11,03

74

52,02

49

90,83

24

0,20

98

12,04

73

54,03

48

91,67

23

0,32

97

13,11

72

56,03

47

92,45

22

0,45

96

14,25

71

58,03

46

93,19

21

0,61

95

15,44

70

59,99

45

93,86

20

0,78

94

16,69

69

61,94

44

94,49

19

0,97

93

18,01

68

63,85

43

95,08

18

1.18

92

19,39

37

65,73

42

95,62

17

1,42

91

20,95

66

67,48

41

96,11

16

1,68

90

22,32

65

69,39

40

96,57

15

1,96

89

23,88

64

71,14

39

96,99

14

2.28

88

25,48

63

72,85

38

97,37

13

2,63

87

27,15

62

74,52

37

97,72

12

3,01

86

28,86

61

75,12

36

98,04

11

3,43

85

30,61

60

77,68

35

98,32

10

3,89

84

32,42

59

79,17

34

98,58

9

4,38

83

34,25

58

80,61

33

98,82

8

4,92

82

36,15

57

81,99

32

99,03

7

5,51

81

38,06

56

83,31

31

99,22

6

6,14

80

40,01

55

84,56

30

99,39

5

6,81

79

41,97

54

85,75

29

99,55

4

7,55

78

43,97

53

86,89

28

99,68

3

8,33

77

45,97

52

87,96

27

99,80

2

9,17

76

47,98

51

88,97

26

99,91

1

10,06

75

50,00

50

89,94

25

100,00

0

4.8ແບບສັງຄົມມິຕິ

ສັງຄົມມິຕິແມ່ນການສຶກສາສະພາບທາງດ້ານສັງຄົມຂອງນັກຮຽນວ່າ ເຂົາເຈົ້າຢູ່ໃນຖານະອັນໃດໃນສາຍຕາ

ຂອງເພື່ອນນັກຮຽນນຳກັນ ໂດຍໃຊ້ວິທີຖາມນັກຮຽນນຳກັນວ່າ ມີຄວາມຮູ້ສຶກແນວໃດຕໍ່ເພື່ອນນັກຮຽນໃນຫ້ອງດຽວກັນ ເຮັດໃຫ້ຄູໄດ້ຮູ້ຈັກສະພາບຂອງນັກຮຽນໃນຫ້ອງຮຽນຂອງຕົນໄດ້ດີ ແລະ ເປັນປະໂຫຍດໃນການຄຸ້ມຄອງນັກຮຽນ ແລະ ນຳໃຊ້ເຂົ້າໃນການແກ້ໄຂບັນຫາຕ່າງໆຂອງນັກຮຽນໄດ້.

ການສ້າງສັງຄົມມິຕິມີ 2 ວິທີຄື:

ກ. ການສຶກສາບຸກຄະລິກລັກສະນະ

ການສຶກສາບຸກຄະລິກລັກສະນະ ແມ່ນການໃຫ້ນັກຮຽນຂຽນຊື່ເພື່ອນພາຍໃນຫ້ອງຮຽນຂອງຕົນເອງແບບປິດລັບໃຫ້ກົງກັບຄຳຖາມຂອງຄູ ແລ້ວຄູເອົາຄໍາຕອບເລົ່ານັ້ນໄປຊອກຫາຄວາມຖີ່ ເພື່ອສຶກສາເບິ່ງວ່າ ການພົວພັນກັນພາຍໃນຫ້ອງຮຽນເປັນແນວໃດ.

ຕົວຢ່າງ

-ໃຜເປັນຄົນໃຈກວ້າງຂວາງຫຼາຍທີ່ສຸດ ?

-ໃຜຄວນຈະເປັນຫົວໜ້າຫ້ອງ ?

-ໃຜບໍ່ມັກເຄື່ອນໄຫວກິດຈະກຳຮ່ວມກັບໝູ່ ?

ການຕັ້ງຄຳຖາມ ບາງຄັ້ງອາດໃຫ້ນັກຮຽນຕັ້ງຄຳຖາມ ແລ້ວ ໃຫ້ໝູ່ຕອບ.

ຂ. ການສ້າງແຜນວາດຂອງສັງຄົມ

ການສ້າງແຜນວາດຂອງສັງຄົມ ແມ່ນການສຶກສາສະພາບທາງດ້ານສັງຄົມຂອງນັກຮຽນ ເຊັ່ນ ນັກຮຽນມັກນັ່ງໃກ້ໃຜ ມັກເຮັດວຽກຮ່ວມກັບໃຜ ຫຼື ຮັກໝູ່ເພື່ອນຜູ່ໃດຫຼາຍກວ່າໝູ່ວິທີນີ້ອາດຈະໃຫ້ນັກຮຽນຂຽນຊື່ໝູ່ທີ່ຕົນເອງມັກຫຼາຍມາ 1-3 ຄົນ ແລ້ວສົ່ງໃຫ້ຄູ ຈາກນັ້ນຄູກໍນຳເອົາຂໍ້ມູນທີ່ໄດ້ມານັ້ນໄປຊອກຫາຄວາມຖີ່ ຫຼື ສ້າງແຜນວາດການພົວພັນຂອງນັກຮຽນ ແຕ່ກໍຕ້ອງເກັບໄວ້ເປັນຕົວລັບ

ຄ. ຫຼັກການໃນການສ້າງສັງຄົມມິຕິ

1. ຄວນເຮັດໃນກຸ່ມນັກຮຽນທີ່ຮູ້ຈັກກັນມາແລ້ວພໍສົມຄວນ

2. ຄູຄວນເກັບໄວ້ເປັນຄວາມລັບ ຖ້າບໍ່ດັ່ງນັ້ນ ອາດຈະເຮັດໃຫ້ເກີດຄວາມແຕກແຍກກັນ ຫຼື ເຮັດໃຫ້ນັກຮຽນທີ່ມີ

ບັນຫາຢູ່ແລ້ວ ມີບັນຫາເພີ່ມຂຶ້ນອີກ.

3.ການພິຈາລະນາສັງຄົມມິຕິຂອງນັກຮຽນ ຄູຄວນສົນໃຈນັກຮຽນຜູ່ທີ່ບໍ່ໄດ້ຮັບການເລືອກຫຼາຍກວ່າ ແລະ ຕ້ອງສຶກ

ສາລາຍລະອຽດເພີ່ມອີກເພື່ອຊອກຫາວິທີແກ້ໄຂ ເພາະນັກຮຽນແຕ່ລະຄົນມີບັນຫາແຕກຕ່າງກັນ.

ໝາຍເຫດ: ສັງຄົມມິຕິຂອງນັກຮຽນຈະບໍ່ຄົງຕົວຕະຫຼອດ ບາງຄັ້ງມີການປ່ຽນແປງໄວ. ດັ່ງນັ້ນ, ຄວນສຶກສາສັງຄົມມິຕິຂອງນັກຮຽນໃໝ່ໃນຊ່ວງເວລາອັນເໝາະສົມ.

4.9ການສຶກສາລາຍກໍລະນີ ( Case study )

ການສຶກສາລາຍກໍລະນີເປັນການວັດຜົນທີ່ໃຊ້ສະເພາະກັບນັກຮຽນທີ່ມີບັນຫາເທົ່ານັ້ນເຊັ່ນ: ຂີ້ດື້, ຂາດ

ຮຽນເລື້ອຍໆ, ຜົນການຮຽນຕໍ່າຫຼາຍ, ນັກຮຽນທີ່ຮຽນເກັ່ງຜິດປົກະຕິ ບໍ່ສາມາດເຂົ້າກັບໝູ່ຄູ່ໄດ້ ເປັນການວັດຜົນເພື່ອສຶກສາລະພາບບັນຫາ ແລະ ຊອກຫາວິທີແກ້ໄຂໂດຍອາໄສເຄື່ອງມືຫຼາຍຊະນິດຄື ການສັງເກດການສຳພາດ, ແບບສອບຖາມ, ສັງຄົມມິຕິ…

ຫຼັກການໃນການສຶກສາລາຍກໍລະນີ

1.ເມື່ອສຶກສານັກຮຽນຄົນໃດ ຫຼື ກຸ່ມໃດ ຈະຕ້ອງສຶກສາຊີວະປະຫວັດຂອງນັກຮຽນຄົນນັ້ນ ຫຼື ກຸ່ມນັ້ນໃຫ້ລະອຽດຖີ່ຖ້ວນ ເພື່ອໃຊ້ເປັນຂໍ້ມູນໃນເບື້ອງຕົ້ນ.

2.ການສຶກສາລາຍກໍລະນີເປັນການສຶກສາຢ່າງລະອຽດ ເລິກເຊິ່ງ. ດັ່ງນັ້ນ, ຕ້ອງສຶກສາຢ່າງລະອຽດຖີ່ຖ້ວນ ແລະ

ໃກ້ສິດຕິດແທດ ຈຶ່ງຈະໄດ້ຂໍ້ມູນລະອຽດຄົບຖ້ວນ ແລະ ມີຄວາມທ່ຽງຕົງສູງ.

3.ໃນການວັດຜົນຕ້ອງຕິດຕາມນັກຮຽນຜູ່ທີ່ຈະວັດຢູ່ຕະຫຼອດເວລາຕາມຄວາມເໝາະສົມຄື ເມື່ອມາຮອດໂຮງຮຽນແລ້ວເຮັດຫຍັງແດ່ ມັກລົມກັບໃຜ ສົນໃຈໃນການຮຽນວິຊາຕ່າງໆແນວໃດ ຜົນການຮຽນເປັນແນວໃດ ມັກໄປຫຼິ້ນກັບໃຜ ຕອນແລງກັບບ້ານກັບຜູ່ໃດ ເວລາຢູ່ບ້ານເຮັດວຽກຫຍັງແດ່ ມະນຸດສຳພັນໃນບ້ານເປັນແນວໃດ.

4.ຜູ່ທີ່ຈະສຶກສາລາຍກໍລະນີມັກຈະແມ່ນຄູປະຈໍາຫ້ອງ.

5.ໃນການເກັບກໍາຂໍ້ມູນ ຫຼື ເວລາແກ້ໄຂບັນຫາ ຕ້ອງອາໄສຜູ່ທີ່ກ່ຽວຂ້ອງກັບນັກຮຽນຫຼາຍຄົນຄື ຜູ່ບໍລິຫານໂຮງຮຽນ ຜູ່ປົກຄອງ ໝູ່ເພື່ອນ ຈິດຕະແພດ ຕຳຫຼວດ

ໝາຍເຫດ

ການສຶກສາເພື່ອແກ້ໄຂບັນຫາບໍ່ໄດ້ໝາຍຄວາມວ່າຈະແກ້ໄຂບັນຫາໃຫ້ສໍາເລັດລຸລ່ວງໄປດ້ວຍດີຢູ່ສະເໜີ

ດັ່ງນັ້ນ, ຜູ່ສຶກສາຈະຕ້ອງທົດລອງເຮັດເສຍກ່ອນຢ່າຟ້າວຄຶດວ່າຈະບໍ່ສາມາດເຮັດໄດ້

4.10 ການໃຫ້ສ້າງຈິນຕະນາການ ( Projective Technique )

ການໃຫ້ສ້າງຈິນຕະນາການ ເປັນການສຶກສາຄົ້ນຄວ້າກ່ຽວກັບລັກສະນະຂອງບຸກຄະລິກພາບຄວາມຮູ້ສຶກນຶກຄຶດ

ອາລົມ ແຮງຈູງໃຈ ແລະ ສິ່ງທີ່ເຊື່ອງຊ້ອນຢູ່ພາຍໃນຕົວນັກຮຽນເພື່ອນຳເອົາຜົນຂອງການວັດໄປປັບປຸງແກ້ໄຂ. ດັ່ງນັ້ນ, ຈຶ່ງມີລັກສະນະຄ້າຍຄືກັບການສຶກສາລາຍກໍລະນີການວັດຜົນຊະນິດນີ້ ມັກຈະໃຊ້ກັບນັກຮຽນທີ່ມີບັນຫາ ຫຼື ມີສະພາບຈິດທີ່ບໍ່ປົກະຕິ.

ການໃຊ້ເຄື່ອງມືຊະນິດນີ້ມັກຈະໃຊ້ສິ່ງຂອງ ຫຼື ສ້າງສະຖານະການທີ່ມີຄວາມໝາຍເພື່ອໄປກະຕຸ້ນໃຫ້ນັກຮຽນສະແດງປະຕິກິລິຍາຕອບສະໜອງດ້ວຍການກະທໍາ ຫຼື ສະແດງຄວາມ ຮູ້ສຶກ ອອກມາ ຈາກນັ້ນຜູ່ວັດຈະນຳເອົາຄຳຕອບທີ່ໄດ້ມານັ້ນໄປຕີຄວາມໝາຍ ເພາະສະນັ້ນ ຈຶ່ງເປັນການວັດຜົນທີ່ຫຍຸ້ງຍາກສັບສົນ ໂດຍສະເພາະໃນການຕີຄວາມໝາຍ ຕ້ອງອາໄສຜູ່ທີ່ມີທັກສະອັນດີ ຖ້າບໍ່ດັ່ງນັ້ນ ຈະເຮັດໃຫ້ມີຄວາມຜິດພາດສູງ ການວັດຜົນຊະນິດນີ້ ມັກຈະໃຊ້ສະເພາະແຕ່ໃນກຸ່ມນັກຈິດຕະວິທະຍາເທົ່ານັ້ນ

ຕົວຢ່າງ

1.ການຕື່ມປະໂຫຍກໃຫ້ສົມບູນ ເຊັ່ນ ຕັ້ງຄຳຖາມວ່າ

ຂ້ອຍມັກຄົນທີ່…………………………………………..

ຖ້າຂ້ອຍມີເງິນ ຂ້ອຍຈະ………………………………………

5.ລັກສະນະຂອງເຄື່ອງມືທີ່ດີ

ກ ຄວາມທ່ຽງຕົງ ( Validity )

ແມ່ນຄຸນລັກສະນະຂອງແບບທົດສອບທີ່ຈະຕ້ອງວັດໄດ້ຖືກຕ້ອງໃນສິ່ງທີ່ຈະວັດແບ່ງອອກເປັນ 4 ປະເພດຄື:

-ຄວາມທ່ຽງຕົງຕາມເນື້ອໃນ ( Content validity) ຂໍ້ສອບແຕ່ລະຂໍ້ຕ້ອງສອດຄ່ອງກັບເນື້ອໃນຂອງຫຼັກສູດ.

-ຄວາມທ່ຽງຕົງຕາມໂຄງສ້າງ ( Construct validity ) ຂໍ້ສອບຕ້ອງສອດຄ່ອງກັບຄຸນລັກສະນະ ຫຼື ພຶດຕິກໍາທີ່ຈະວັດ.

-ຄວາມທ່ຽງຕົງຕາມສະພາບ ( Concurrent validity ) ຂໍ້ສອບຕ້ອງວັດໃຫ້ຕົງກັບສະພາວະຄວາມເປັນຈິງຂອງນັກຮຽນໃນເວລານັ້ນ.

-ຄວາມທ່ຽງຕົງດ້ານພະຍາກອນ ( Predictive validity ) ເມື່ອວັດແລ້ວຕ້ອງໃຫ້ສາມາດດຄາດຄະເນໄດ້ລ່ວງໜ້າວ່ານັກຮຽນຜູ່ນັ້ນ ຈະສາມາດຮຽນວິຊາໃດໄດ້ດີໃນອະນາຄົດ.

ຂ. ຄວາມເຊື່ອໜັ້ນ ( Reliability )

ໝາຍເຖິງແບບທົດສອບນັ້ນຖ້າເອົາໄປວັດກັບນັກຮຽນຫຼາຍໆເທື່ອກໍ່ຈະໄດ້ຜົນຄືກັບຄັ້ງທຳອິດ.

ຄ. ອຳນາດຈຳແນກ ( Discrimination )

ຄືຂໍ້ສອບນັ້ນສາມາດຈຳແນກນັກຮຽນຜູ່ເກັ່ງ ແລະ ຜູ່ອ່ອນ ອອກເປັນ 2 ກຸ່ມ ຄື ກຸ່ມເກັ່ງ ແລະ ກຸ່ມອ່ອນໄດ້

ງ. ຄວາມເປັນປາລະໄນ ( Objectivity )

ຄືຂໍ້ສອບທີ່ມີຄຸນລັກສະນະ 3 ປະການຄື:

-ຄຳຖາມຊັດເຈນ ຜູ້ສອບເຂົ້າໃຈໄດ້ຄືກັນ.

-ການກວດໃຫ້ຄະແນນໄດ້ຄືກັນບໍ່ວ່າຈະໃຫ້ໃຜກວດ

-ມີຄວາມຊັດເຈນໃນການແປຄວາມໝາຍຂອງຄະແນນ ໝາຍຄວາມວ່າແປຄວາມໝາຍຂອງຄະແນນທີ່ໄດ້ເປັນແບບດຽວກັນ.

ຈ. ຄວາມຍາກງ່າຍ ( Difficuity )

ໝາຍເຖິງອັດຕາສ່ວນຂອງຜູ່ຕອບຂໍ້ສອບຂໍ້ນັ້ນໄດ້ ກັບຈໍານວນຂອງຜູ່ເຂົ້າສອບເສັງທັງໝົດ.

ສ. ຄວາມມີປະສິດທິພາບ ( Efficiency )

ໝາຍເຖິງຂໍ້ສອບທີ່ປະຢັດທາງດ້ານເສດຖະກິດ ເຊັ່ນ ລົງທຶນໜ້ອຍລາຄາຖືກດຳເນີນການສອບງ່າຍພິມຊັດເຈນ

ອ່ານງ່າຍມີເນື້ອໃນຫຼາຍ ໃຊ້ເວລາກວດໜ້ອຍເປັນຕົ້ນ.

ຊ. ການວັດຢ່າງເລິກເຊິ່ງ ( Searching )

ແບບທົດສອບດ້ານຄວບຄຸມພຶດຕິກຳຫຼາຍດ້ານ ເຊັ່ນ ຄວາມຈຳ, ຄວາມເຂົ້າໃຈ, ການນຳໃຊ້, ການວິເຄາະ, ການສັງເຄາະ ແລະ ການປະເມີນຄ່າ.

ຍ. ຄວາມຍຸດຕິທຳ ( Fair )

ໝາຍຄວາມວ່າການດຳເນີນການສອບນັ້ນ ຈະບໍ່ເປີດໂອກາດໃຫ້ນັກຮຽນຜູ່ໃດຜູ່ໜຶ່ງໄດ້ປຽບ ຫຼື ເສຍປຽບ ແລະ ຄວນມີຂໍ້ສອບຫຼາຍຂໍ້ ເພື່ອໃຫ້ຄວບຄຸມຕາມຫຼັກສູດ.

ດ. ຄວາມສະເພາະເຈາະຈົງ ( Definite )

ຂໍ້ສອບຕ້ອງມີການຖາມ ການຕອບຢ່າງຊັດເຈນໃນແຕ່ລະຂໍ້ຄວນຖາມດ້ານດຽວ ບໍ່ຄວນຖາມຫຼາຍດ້ານ ເພາະຈະເຮັດໃຫ້ນັກຮຽນບໍ່ເຂົ້າໃຈຄຳຖາມ

ຕ. ການກະຕຸ້ນ ( Examplary )

ໝາຍຄວາມວ່າແບບທົດສອບນັ້ນຕ້ອງມີການຍົວະເຍົ້າໃຫ້ນັກຮຽນຕອບຢ່າງສະໜຸກສະໜານ ເຊັ່ນ ເອົາຂໍ້

ທີ່ງ່າຍໄວ້ທາງໜ້າ ແລະ ເອົາຂໍ້ທີ່ຍາກໄວ້ທາງຫຼັງ.

ແບບທົດສອບທີ່ມີຄົບຕາມ 10 ລັກສະນະດັ່ງກ່າວຈະເປັນຂໍ້ສອບທີ່ດີທີ່ສຸດ, ແຕ່ໂດຍທົ່ວໄປແລ້ວແບບທົດສອບໃດທີ່ມີຄົບ 5 ດ້ານຄື ຄວາມທ່ຽງຕົງ, ຄວາມເຊື່ອໜັ້ນ, ອຳນາດຈຳແນກ, ຄວາມຍາກງ່າຍ ແລະ ຄວາມມີປະສິດທິພາບແລ້ວກໍ່ຖືວ່າເປັນແບບທົດສອບທີ່ມີຄຸນະພາບແລ້ວ.

ໃຈຄວາມ

ການວັດຜົນການສຶກສາແມ່ນຂະບວນການໃຊ້ເຄື່ອງມືທີ່ມີປະສິດທິພາບເພື່ອໃຫ້ໄດ້ຕົວເລກ, ສັນຍາລັກທີ່ມີຄວາມໝາຍເພື່ອແທນຄຸນລັກສະນະ ຫຼື ຄຸນະພາບຂອງສິ່ງທີ່ຕ້ອງການວັດຜົນ.

ສ່ວນການປະເມີນຜົນການສຶກສາແມ່ນການສະຫຼຸບຕີລາຄາວິນິດໄສຄຸນຄ່າຂອງສິ່ງວັດຖຸ ເຫດການ ຫຼື ບຸກຄົນ ໂດຍເອົາຂໍ້ມູນຈາກການວັດຜົນມາປຽບທຽບກັບເກນມາດຕະຖານທີ່ຕັ້ງໄວ້ ດັ່ງນັ້ນ ການວັດຜົນ ແລະ ການປະເມີນຜົນການສຶກສາຈຶ່ງມີການພົວພັນກັນຢ່າງຕໍ່ເນື່ອງ ແລະ ສະນິດແໜ້ນ. ຈຸດປະສົງຂອງການວັດຜົນ ແລະ ປະເມີນຜົນການສຶກສາ ແມ່ນເພື່ອຢາກຮູ້ວ່າຜ່ານຂະບວນການການຮຽນ-ການສອນ ຫຼື ການຮຽນຮູ້ຈາກວິທີການຕ່າງໆ ນັກຮຽນໄດ້ເກີດມີພຶດຕິກຳໄປຕາມຈຸດປະສົງແລ້ວ ຫຼື ບໍ່.

ການວັດຜົນການສຶກສານັ້ນເຮົາບໍ່ສາມາດວັດໄດ້ໂດຍກົງ. ສະນັ້ນ, ເຮົາຕ້ອງເລືອກໃຊ້ເຄື່ອງມືວັດຜົນຫຼາຍຢ່າງທີ່

ເໜາະສົມເພື່ອຈະວັດພຶດຕິກຳທີ່ເປັນຕົວແທນໃຫ້ແກ່ຄຸນລັກສະນະຂອງສິ່ງທີ່ຕ້ອງການວັດຜົນ. ຈາກນັ້ນຈຶ່ງນຳເອົາຜົນຂອງການວັດຜົນມາຕີຄວາມໝາຍໃຫ້ຖືກຕ້ອງເພື່ອຈະຮູ້ວ່ານັກຮຽນມີຄວາມຮູ້ສາມາດໜ້ອຍຫຼາຍປານໃດ.

ການວັດຜົນການສຶກສາ ຕ້ອງໃຫ້ແທດເໜາະກັບຈຸດປະສົງຂອງການຮຽນ-ການສອນ, ໃຊ້ເຄື່ອງມືທີ່ມີຄຸນະພາບ, ມີຄວາມຍຸດຕິທຳ, ຕີຄວາມໝາຍຂອງການວັດຜົນໃຫ້ຖືກຕ້ອງ ແລະ ນຳເອົາຜົນທີ່ໄດ້ຈາກການວັດຜົນໄປໃຊ້ໃຫ້ກຸ້ມຄ່າ.

ເຄື່ອງມືວັດຜົນການສຶກສາທັງ 10 ຊະນິດຈະເຫັນວ່າ ເຄື່ອງມືແຕ່ລະຊະນິດໃຊ້ວັດພຶດຕິກຳທາງການສຶກສາທີ່ແຕກຕ່າງກັນ. ດັ່ງນັ້ນ, ຜູ່ໃຊ້ເຄື່ອງມືວັດຜົນຈະຕ້ອງເລືອກໃຊ້ໃຫ້ເໜາະສົມກັບພຶດຕິກຳທີ່ຕ້ອງການວັດຜົນ ແລະ ເຄື່ອງມືແຕ່ລະຊະນິດ ບໍ່ສາມາດວັດໄດ້ທຸກລັກສະນະຂອງພຶດຕິກຳບາງຄັ້ງອາດຈະໃຊ້ເຄື່ອງມືວັດຜົນຫຼາຍຊະນິດປະກອບເຂົ້າກັນເພື່ອຈະວັດພຶດຕິກຳລັກສະນະໃດໜຶ່ງເທົ່ານັ້ນ ຖ້າໃຊ້ເຄື່ອງມືວັດຜົນຫຼາຍຊະນິດປະກອບເຂົ້າກັນເພື່ອຈະວັດພຶດຕິກຳລັກສະນະໃດໜຶ່ງເທົ່ານັ້ນ ຖ້າໃຊ້ເຄື່ອງມືວັດຜົນຫຼາຍຊະນິດຈະຊ່ວຍໃຫ້ຄູເຮົາ ສາມາດວັດພຶດຕິກຳຂອງນັກຮຽນທັງ 3 ດ້ານ ຄື ດ້ານສະຕິປັນຍາ, ດ້ານຈິດຕະພິໄສ ແລະ ດ້ານທັກສະພິໄສ.

ໃນບັນດາເຄື່ອງມືວັດຜົນການສຶກສາຊະນິດຕ່າງໆນັ້ນແບບທົດສອບເປັນເຄື່ອງມືທີ່ດີ ແລະ ມີປະສິດທິພາບສູງກວ່າຊະນິດອື່ນໆ.

ແບບທົດສອບທີ່ດີມີລັກສະນະສໍາຄັນ 5 ຢ່າງຄື ຄວາມທ່ຽງຕົງ, ຄວາມເຊື່ອໜັ້ນ, ຄວາມເປັນປາລະໄນ ອຳນາດຈຳແນກ ແລະ ຄວາມຍາກງ່າຍເໝາະສົມ ໃນນັ້ນຄວາມທ່ຽງຕົງເປັນລັກສະນະທີ່ສຳຄັນທີ່ສຸດຂອງແບບທົດສອບຄວາມທ່ຽງຕົງ ແລະ ຄວາມເຊື່ອໜັ້ນມີຄວາມສຳພັນກັນ ແລະ ເປັນລັກສະນະຂອງແບບທົດສອບທັງຊຸດ ສ່ວນອຳນາດຈຳແນກ ແລະ ຄວາມຍາກງ່າຍເປັນລັກສະນະຂອງແຕ່ລະຂໍ້ຂອງແບບທົດສອບ.

หมายเลขบันทึก: 570873เขียนเมื่อ 23 มิถุนายน 2014 08:34 น. ()แก้ไขเมื่อ 23 มิถุนายน 2014 08:34 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:

ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท