ຄຳຖາມຄົ້ນຄວ້າບົດທີ 2


ບົດທົດສອບ

  1. ແບບທົດສອບມີລັກສະນະຢ່າງໃດ?

ກ. ຊຸດຂອງຄຳຖາມທີ່ສ້າງຂຶ້ນເພື່ອກະຕຸ້ນໃຫ້ຜູ້ຕອບສະແດງພຶດຕິກໍາໂຕ້ຕອບອອກມາເພື່ອໃຫ້ສັງເກດໄດ້ ຫຼື  

   ວັດຜົນໄດ້

ຂ. ຊຸດຂອງຄຳຖາມທີ່ຄູສ້າງຂຶ້ນເພື່ອກະຕຸ້ນໃຫ້ຜູ້ຕອບສະແດງພຶດຕິກໍາໂຕ້ຕອບອອກມາເພື່ອໃຫ້ສັງເກດໄດ້ ຫຼື 

    ວັດຜົນໄດ້

ຄ. ຊຸດຂອງຄຳຖາມທີ່ພວກເຮົາສ້າງຂຶ້ນເພື່ອກະຕຸ້ນໃຫ້ຜູ້ຕອບສະແດງພຶດຕິກໍາໂຕ້ຕອບອອກມາເພື່ອໃຫ້

    ສັງເກດໄດ້ ຫຼື ວັດຜົນໄດ້

  1. ແບບທົດສອບແບ່ງອອກຈັກປະເພດ ?

ກ​    2 ປະເພດ             ຂ.   3 ປະເພດ            ຄ.  ຫຼາຍປະເພດ

  1. ແບບທົດສອບອັດຕາໄນມີເນື້ອໃນວ່າຢ່າງໃດ ?

ກ. ແບບທົດສອບທີ່ຄູກຳນົດຄຳຖາມແລ້ວໃຫ້ຜູ່ຕອບຂຽນຍາວໆໂດຍທີ່ນັກຮຽນສາມາດສະແດງຄວາມຄິດ

    ຄວາມເຫັນໄດ້ຢ່າງເຕັມທີ່

ຂ. ແບບທົດສອບທີ່ມີຄຳຖາມແລ້ວໃຫ້ຜູ່ຕອບຂຽນຕອບຍາວໆໂດຍທີ່ນັກຮຽນສາມາດສະແດງຄວາມຄິດ

    ຄວາມເຫັນໄດ້ຢ່າງເຕັມທີ່

ຄ. ແບບທົດສອບທີ່ມີໃນຄັງຂໍ້ສອບແລ້ວໃຫ້ຜູ່ຕອບຂຽນຕອບຍາວໆໂດຍທີ່ນັກຮຽນສາມາດສະແດງຄວາມ

    ຄິດຄວາມເຫັນໄດ້ຢ່າງເຕັມທີ່

  1. ແບບທົດສອບແບບຕອບສັ້ນ, ແບບຕື່ມຄຳ, ຈັບຄູ່ ແມ່ນຈັດໃນບົດທົດສອບໃດ?

ກ. ແບບທົດສອບອັດຕາໄນ

ຂ. ແບບທົດສອບປາລະໄນ

ຄ. ແບບທົດສອບເລືອກຕອບ

    5.  ການສັງເກດໄດ້ແບ່ງອອກເປັນຈັກແບບ?

          ກ. 1 ແບບ         ຂ. 2 ແບບ        ຄ. 3 ແບບ

   6.  ຄູ-ອາຈານຢາກໄດ້ຂໍ້ມູນກ່ຽວກັບຄວາມຮູ້ສຶກຄວາມສົນໃຈຄວາມຄິດຄວາມເຫັນ ຫຼື ທັດສະນະຄະຕິຕ່າງໆເຮົາ 

        ຕ້ອງແນວໃດ ?

        ກ.  ສອບຖາມ        ຂ.  ສໍາພາດ            ຄ. ສັງເກດ

7. ເຮັດແນວໃດຄູຈິ່ງຈະຮູ້ວ່ານາງສຸພາພອນເປັນນັກຮຽນທີ່ໝູ່ເພື່ອນໃນຫ້ອງມັກທີ່ສຸດ ?

    ກ. ການສຶກສາລາຍບຸກຄົນ      ຂ. ແບບສອບຖາມ           ຄ. ສັງຄົມມິຕິ

 

8. ຄູເຮັດແນວໃດຈິ່ງຮູ້ວ່າທ້າວສົມພົງຫຼິ້ນດົນຕີເປັນແທ້ ?

   ກ. ແບບສອບຖາມ           ຂ. ການໃຫ້ປະຕິບັດຈິງ            ຄ. ການທົດສອບ

9. ກໍລະນີນັກຮຽນມີພຶດຕິກໍາບໍ່ດີແລ້ວຊອກຫາສາຍເຫດເພື່ອແກ້ໄຂໃນກໍລະນີນີ້ເພິ່ນໃຊ້ເຄື່ອງວັດຜົນຊະນິດໃດ ?

    ກ. ການສຶກສາລາຍກໍລະນີ

    ຂ. ການຈັດອັນດັບຄຸນະພາບ

    ຄ. ການສອບຕາມລາຍການ

10. ຄູເກັບກໍາຂໍ້ມູນໂດຍໃຫ້ຜູ້ຕອບ ຕອບລັກສະນະໃດໜຶ່ງເຊັ່ນ: ມີ-ບໍ່ມີ, ມັກ-ບໍ່ມັກ ແມ່ນເພິ່ນໃຊ້ເຄື່ອງມືວັດຜົນ

    ຊະນິດໃດ ?

    ກ. ສຶກສາລາຍກໍລະນີ

    ຂ. ກວດຕາມລາຍການ

    ຄ. ສັງເກດ

 

 

 

 

หมายเลขบันทึก: 552943เขียนเมื่อ 9 พฤศจิกายน 2013 08:41 น. ()แก้ไขเมื่อ 9 พฤศจิกายน 2013 08:41 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท