ການສ້າງກິດຈະກໍາເຂົ້າໃນ ການບວກຈຳນວນທົດສະນິຍົມຂອງນັກຮຽນຫ້ອງ ປ 5


1. ບົດນຳ

1.1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ໂຮງຮຽນປະຖົມສົມບູນບ້ານດາກຕຽມແມ່ນໂຮງຮຽນແຫ່ງໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງ ດາກຈຶງ ເຊິ່ງມີຄູສອນທັງໝົດ 5 ຄົນ, ຍິງ 1 ຄົນ, ໃນນັ້ນ ຄູຊັ້ນກາງ 4 ຄົນ, ຍິງ 1 ຄົນ, ຊັ້ນ ຕົ້ນ 1 ຄົນ, ຍິງ 0 ຄົນ ແລະ ມີ 5 ຂັ້ນຮຽນ ແຕ່ ປ 1 ຫາ ປ 5 ມີຈຳນວນນັກຮຽນທັງໝົດ 165 ຄົນ, ຍິງ 93 ຄົນ.          

ພວກເຮົາຮູ້ດີວ່າວິຊາຄະນິດສາດມີຄວາມສຳຄັນຫຼາຍໃນຊີວິດປະຈຳວັນຂອງຄົນເຮົາເພາະວ່າ: “ ວິຊາຄະນິດສາດສາມາດໃຊ້ເປັນສິ່ງທີ່ຮູບປະທຳຊ່ວຍອະທິບາຍສິ່ງທີ່ເປັນນາມມະທຳໄດ້,  ເຝິກໃຫ້ນັກຮຽນເກີດມີປະສົບການໃນການແກ້ໄຂບັນຫາທາງຄະນິດສາດ,  ເກີດທັກສະໃນການຄິດວິເຄາະເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດປະຈຳວັນ ແລະ ເຮັດໃຫ້ນັກຮຽນເຫັນຄວາມພົວພັນລະຫວ່າງຮຽນຄະນິດສາດໃນຫ້ອງຮຽນກັບຄະນິດສາດໃນຊີວິດປະຈຳວັນເຊັ່ນ: ສອກ, ຄີບ, ຫຼາ, ສະເໝີກັນ.. “.ເຫຼົ່ານີ້ເປັນຕົ້ນໂດຍສະເພາະແມ່ນການບວກເລກຈຳນວນທົດສະນິຍົມ ຍິ່ງມີຄວາມສຳຄັນຫຼາຍຕໍ່ນັກຮຽນຫ້ອງ ປ 5 ທີ່ມີຈຳນວນ 24 ຄົນ, ຍິງ 13 ຄົນ, ເພາະວ່າ ການບວກຈຳນວນທົດສະນິຍົມນີ້ ມັນສ້າງໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຈຳແນກລະຫວ່າງຕົວເລກ ແລະ ວັດຖຸອຸປະກອນຕົວຈິງ ເຊິ່ງ ເຮັດໃຫ້ຜູ້ຮຽນສາມາດສະແດງ ໃນກຸ່ມຈຳນວນໜຶ່ງທີ່ກວດສອບໄດ້ເຖິງຄວາມຖືກຕ້ອງ ແລະ ຈະແຈ້ງທີ່ສຸດ ແຕ່ວ່າການຈັດກິດຈະກຳການຮຽນ - ການສອນວິຊາຄະນິດສາດຂອງຄູຢູ່ໂຮງຮຽນປະຖົມສົມບູນບ້ານດາກຕຽມ ເມືອງດາກຈຶງ ແຂວງເຊກອງ ແມ່ນປະຕິບັດຕາມກິດຈະກຳທີ່ມີໃນປຶ້ມແບບຮຽນທັງນັ້ນ ແລະ ກ່າຍໃສ່ກະດານໃຫ້ນັກຮຽນບັນທຶກທຸກກິດຈະກຳ ອັນເນື່ອງມາຈາກຄູບໍ່ມີຍຸດທະວິທີໃນການສອນ, ບໍ່ຜະລິດ ແລະ ບໍ່ນຳໃຊ້ສື່ການຮຽນ-ການສອນ, ຂາດຄວາມສາມາດໃນການຄົ້ນຄິດຫາວິທີຈັດກິດຈະກຳເພື່ອເຮັດໃຫ້ຜູ້ຮຽນມີຄວາມຄິດຮ່ວມກັນ, ສອນແຕ່ລະຄັ້ງໄດ້ສັງເກດເຫັນວ່າ ຄູບໍ່ໄດ້ມີການກະກຽມສື່ການຮຽນ - ການສອນ ເຊິ່ງບໍ່ອໍານວຍຄວາມສະດວກໃນການສອນແຕ່ປະການໃດ ແລະ ກະໂຕນັກຮຽນເອງກໍບໍ່ມີຄວາມພ້ອມທີ່ຈະຮຽນນຳຄູ ໂດຍສະເພາະແມ່ນນັກຮຽນຫ້ອງ ປ 5 ຍ້ອນການຈັດກິດຈະກໍາການຮຽນ - ການສອນຂອງຄູບໍ່ສອດຄອງກັບເນື້ອໃນບົດຮຽນ ແລະ ຄູບໍ່ນໍາໃຊ້ສື່ການສອນໃນເວລາດຳເນີນກິດຈະກຳການຮຽນ - ການສອນ ຈິ່ງເຮັດໃຫ້ການຮຽນ - ການສອນບໍ່ມີບັນຍາກາດໃນຍາມຮຽນ; ເຊິ່ງເຮັດໃຫ້ນັກຮຽນບໍ່ສາມາດຈື່ຈຳບົດຮຽນໄດ້ງ່າຍ ຍ້ອນຄູສອນອະທິບາຍ ແລະ ຂຽນໃສ່ກະດານແຕ່ຢ່າງດຽວບໍ່ມີວັດຖຸອຸປະກອນທີ່ປະຈັກຕາໃຫ້ນັກຮຽນໄດ້ສັງເກດໄປນຳ ດັ່ງນັ້ນ ຈຶ່ງມີບັນຫາຕ່າງໆເກີດຂຶ້ນໃນເວລາດຳເນີນການສອນເຊັ່ນ: ນັກຮຽນບໍ່ມັກຕອບຄຳຖາມ, ນັກຮຽນວົນແຊວ, ການຄວບຄຸ້ມຫ້ອງຂອງຄູຍັງບໍ່ທັນດີຈຶ່ງເຮັດໃຫ້ນັກຮຽນຈຳນວນໜຶ່ງບວກເລກຈຳນວນທົດສະນິຍົມບໍ່ໄດ້; ຂ້າພະເຈົ້າຜູ້ເຮັດການວິໄຈມີຄວາມສົນໃຈສຶກສາຄົ້ນຄວ້າກ່ຽວກັບ ການນຳໃຊ້ສື່ການສອນເຂົ້າໃນການບວກຈຳນວນທົດສະນິຍົມ.

1.2. ຈຸດປະສົງຂອງການວິໄຈ

        - ເພືື່ອໃຫ້ນັກຮຽນສາມາດນໍາໃຊ້ສື່ການສອນເຂົ້າໃນການບວກເລກຈໍານວນທົດສະນິຍົມໄດ້.

          - ເພື່ອປັບປຸງກິດຈະກໍາການຮຽນ - ການສອນ ການນໍາໃຊ້ສື່ການສອນເຂົ້າການບວກຈໍາ

            ນວນທົດສະນິຍົມໄດ້.

2. ວິທີດຳເນີນການວິໄຈ

2.1. ສຶກສາສະພາບບັນຫາ

    ໃນການສຶກສາສະພາບບັນຫາຂ້າພະເຈົ້າໄດ້ຮ່ວມປຶກສາຫາລືກັບຄູ່ວິໄຈເພື່ອເຂົ້າສັງເກດການສອນ

ວິຊາຄະນິດສາດຢູ່ຫ້ອງ ປ 5 ເພື່ອສັງເກດວິທີການສອນ ແລະ ພຶດທິກໍາຕ່າງໆທີ່ສະແດງອອກທັງຄູ ແລະ ນັກຮຽນໃນເວລາດຳເນີນການຮຽນ-ການສອນໃນຫ້ອງ, ຂ້າພະເຈົ້າຜູ່ວິໄຈໄດ້ເຂົ້າຮ່ວມໂມງສອນໃນວິຊາຄະນິດສາດບົດທີ 5 ການບວກຈຳນວນທົດສະນິຍົມ ສອນໂດຍ ນາຍຄູ ບຸນແຍນ ເຍືອດນະພາ. ໃນເວລາດຳເນີນການຮຽນ-ການສອນຂອງຄູໄດ້ພົບເຫັນວ່າ: ຄູບໍ່ມີສື່ການສອນ ແລະ ກິດຈະກຳບໍ່ຫຼາກຫຼາຍ, ຄູຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລ້ວມອບກິດຈະກຳທີ່ມີໃນປຶ້ມແບບຮຽນບໍ່ມີການເພີ່ມບົດເລກ ນັກຮຽນສ່ວນຫຼາຍບໍ່ມີການຄົ້ນຄວ້າສົນທະນາ.

       ຈາກການສັງເກດໃນເວລາດໍາເນີນການຮຽນ-ການສອນຄັ້ງນີ້ສັງເກດເຫັນວ່າ: ນັກຮຽນສ່ວນຫຼາຍມີຄວາມຕັ້ງໜ້າ ແລະ ປະກອບສ່ວນໃນການຮຽນ. ມີຄວາມເປັນກັນເອງ, ນັກຮຽນມີການສົນທະນາຮ່ວມກັນແຕ່ມີນັກຮຽນຈຳນວນໜຶ່ງບໍ່ສົນໃຈຕໍ່ການຮຽນ, ຄູສອນຄວບຄຸ້ມຫ້ອງບໍ່ໄດ້ດີ, ນັກຮຽນບໍ່ຕັ້ງໃຈຟັງໃນເວລາຄູອະທິບາຍບົດຮຽນ, ນັກຮຽນບາງຄົນວົນແຊວພາຍໃນກຸ່ມ, ການຈັດແບ່ງກຸ່ມຖີ່ໂພດ, ນັກຮຽນບາງກຸ່ມບໍ່ໄດ້ລາຍງານກິດຈະກໍາກຸ່ມ, ບາງຄົນຂີ້ອາຍ, ບໍ່ກ້າປະກອບຄຳຄິດຄຳເຫັນ ແລະ ມີນັກຮຽນ 3 ຄົນ,ຍິງ 2 ຄົນ ບວກຈຳນວນທົດສະນິຍົມບໍ່ໄດ້.

      ຈາກການສໍາພາດຄູປະຈໍາຫ້ອງ ປ 5 ທ່ານໃຫ້ຄວາມເຫັນວ່າ: ຜ່ານການສິດສອນຕົວຈິງຂອງຂ້າພະເຈົ້າມີຄວາມກັງວົນຫຼາຍບັນຫາເປັນຕົ້ນແມ່ນນັກຮຽນມີຄວາມຮັບຮູ້ຊ້າກ່ຽວກັບການນຳໃຊ້ສື່ປະກອບເຂົ້າໃນການແກ້ບັນຫາການບວກຈຳນວນທົດສະນິຍົມໂດຍສະເພາະແມ່ນນັກຮຽນ 3 ຄົນ, ຍິງ 2 ຄົນ, ສະນັ້ນ ຄູຜູ້ສອນໄດ້ມີຄຳເຫັນວ່ານັກຮຽນ 3 ຄົນ, ຍິງ 2 ຄົນ, ບໍ່ຕັ້ງໃຈຮຽນ, ບໍ່ມັກຄົ້ນຄວ້າ, ບໍ່ມັກຕອບຄຳຖາມ ແລະ ບໍ່ໍ່ອອກມາແກ້ເລກຢູ່ກະດານເວລາຄູເອີ້ນ.

      ຈາກການສໍາພັດນັກຮຽນ 3 ຄົນ, ຍິງ 2 ຄົນໃນວັນທີ 8 /10 / 2012 ພົບເຫັນວ່າ: ໃນການຈັດກິດຈະກຳການຮຽນ-ການສອນທີ່ຄູມອບໃຫ້ເຮັດນັ້ນສ່ວນຫຼາຍແມ່ນອີງຕາມປຶ້ມແບບຮຽນທັງໝົດບໍ່ມີການປັບປ່ຽນ, ສະນັ້ນ, ຈຶ່ງເຮັດໃຫ້ນັກຮຽນພົບຄວາມຫຍຸ້ງຍາກໃນການເຮັດກິດຈະກຳເຊັ່ນ: ບໍ່ເຂົ້າໃນຄວາມໝາຍ

ຄູໃຫ້ການຊ່ວຍເຫຼືອໜ້ອຍ, ຄູບໍ່ໄດ້ກະກຽມກິດຈະກຳທີ່ຫຼາກຫຼາຍ ນັກຮຽນມີສ່ວນຮ່ວມກິດຈະກຳໜ້ອຍ, ການຍົກຕົວຢ່າງຂອງຄູແມ່ນອີງຕາມປຶ້ມແບບຮຽນ ຖ້າເປັນຄຳຖາມກໍເປັນຄຳຖາມທີ່ເວົ້າເຖິງຄວາມຈຳ( ຄໍາຖາມປິດ) ຄຳຖາມທີ່ນຳໄປໃຊ້ ແລະ ວິເຄາະນັ້ນ...ແມ່ນບໍ່ຄອຍນຳໃຊ້ປານໃດ, ເຫດຜົນຍ້ອນວ່າຄູບໍ່ໄດ້ກະກຽມບົດສອນ, ກິດຈະກຳການຮຽນ-ການສອນ. ພ້ອມກັນນັ້ນ, ຄູມີວຽກອື່ນເຮັດໃນເວລາດຳເນີນກິດຈະກຳການຮຽນ-ການສອນພຽງແຕ່ນັ່ງເບິ່ງ ຫຼື ຢືນເບິ່ງຢູ່ນອກຫ້ອງ, ດ້ານການນຳໃຊ້ສື່ການສອນສ່ວນຫຼວງຫຼາຍແມ່ນຄູແນະນຳໃຫ້ນັກຮຽນເບິ່ງໃນປຶ້ມແບບຮຽນເປັນສ່ວນໃຫຍ່, ສະນັ້ນ ນັກຮຽນຍັງຂາດທັກສະໃນການນຳໃຊ້ສື່ເຂົ້າໃນການຄິດໄລ່, ຂາດທັກສະໃນການນຳໃຊ້ຮູບພາບເຂົ້າໃນການຄິດໄລ່ເລກ ເຮັດໃຫ້ຜົນການຮຽນຂອງເຂົາເຈົ້າຂ້ອນຂ້າງຕໍ່າ.

     ສະນັ້ນ ເພື່ອຊອກວິທີແກ້ໄຂຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈິ່ງໄດ້ວາງແຜນຮ່ວມກັນໃນການດຳເນີນກິດຈະກຳການຮຽນ-ການສອນແມ່ນຕ້ອງໃຫ້ນັກຮຽນເປົ້າໝາຍໄດ້ລົງມືເຮັດ ແລະ ປະຕິບັດໃນກິດຈະກຳຕົວຈິງ ໂດຍຄູເປັນຜູ່ຕິດຕາມໃຫ້ຄໍາແນະນຳຊ່ວຍເຫຼືອ ພ້ອມ ນຳໃຊ້ສື່ປະກອບເຂົ້າໃນກິດຈະກຳການຮຽນ - ການສອນຕົກລົງກຳນົດເອົາຫົວຂໍ້ວິໄຈເພື່ອມາເຮັດວິໄຈ ”  ການສ້າງກິດຈະກໍາເຂົ້າໃນ

ການບວກຈຳນວນທົດສະນິຍົມຂອງນັກຮຽນຫ້ອງ ປ 5 “ ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄໍາຖາມວິໄຈວ່າ: “ພວກເຮົາຈະເຮັດແນວໃດ? ເພື່ອໃຫ້ນັກຮຽນຫ້ອງ ປ 5 ຈຳນວນ 3 ຄົນນຳໃຊ້ສື່ການສອນເຂົ້າໃນການບວກຈຳນວນທົດສະນິຍົມໄດ້ “ ?

2.2 ວາງແຜນ

    ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາທີ່ຮຽບຮ້ອຍແລ້ວ ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈຶ່ງໄດ້ປຶກສາຫາລືຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວໃຫ້ມີພຶດຕິກຳທີ່ດີຂຶ້ນເຊິ່ງໄດ້ກຳນົດແຜນດັ່ງນີ້:

       -  ແຕ່ງບົດສອນເນັ້ນຜູ້ຮຽນເປັນໃຈກາງ.

       -  ຜະລິດສື່ການຮຽນ-ການສອນການບວກຈຳນວນທົດສະນິຍົມ.

       -  ໃຫ້ນັກຮຽນກຸ່ມເປົ້າໝາຍແກ້ເລກຢູ່ກະດານພ້ອມທັງສາທິດກັບສື່ການສອນ.

       -  ແບ່ງນັກຮຽນອອກເປັນ 5 ກຸ່ມ, ກຸ່ມລະ 5 – 6 ຄົນ.

       -  ໃຫ້ແຮງຈູງໃຈນັກຮຽນດ້ວຍຄໍາເວົ້າຊົມເຊີຍ, ຍ້ອງຍໍ ຫຼື ໃຫ້ຄະແນນເມື່ອນັກຮຽນແກ້ເລກໄດ້.

2.3. ປະຕິບັດ ແລະ ສັງເກດຄັ້ງທີ1.

        ຫຼັງຈາກທີ່ໄດ້ວາງແຜນເປັນທີ່ຮຽບຮ້ອຍແລ້ວ ຜູ້ວິໄຈໄດ້ນໍາເອົາແຜນດັ່ງກ່າວໄປປະຕິບັດເຊິ່ງແມ່ນຄູ ບຸນແຍນ ເຢືອດນະພາ ສອນວິຊາຄະນິດສາດຫ້ອງ ປ 5 ບົດທີ 5 ການບວກເລກຈໍານວນທົດສະນິຍົມ. ຄູ ຈຶງອາທິດ ລິດທິເດດ ເປັນຜູ້ສັງເກດ, ການດຳເນີນການສອນຂັ້ນທຳອິດຄູໄດ້ທວນຄືນບົດຮຽນເກົ່າ ແລ້ວເຂົ້າສູ່ບົດຮຽນໃໝ່ ໃນນັ້ນໂດຍມີການວາງແຜນຢ່າງລະອຽດເຊິ່ງຄູໄດ້ສາທິດນຳໃຊ້ສື່ການສອນການບວກຈຳນວນທົດສະນິຍົມດ້ວຍການນຳໃຊ້ແຜ່ນພາບທີ່ແບ່ງອອກເປັນ10 ສ່ວນເທົ່າກັນ.

         ສ່ວນທາສີຮູບທີ 1 ເພິ່ນຂຽນໄດ້ , ສ່ວນຮູບທີ 2 ເພິ່ນຂຽນ  ແລະ ເທົ່າກັບ ໃນດັ່ງຮູບ

                                    +                   =            

                                      +                             =                          

 

 

                         

 

 

       ກ.      0,2      +         0,1             =         0,3

 

ດຳເນີນການອະທິບາຍໃຫ້ນັກຮຽນຢ່າງຈະແຈ້ງພ້ອມທັງສາທິດວິທີຄິດໄລ່ດ້ວຍການນໍາໃຊ້ແຜ່ນພາບຈາກນັ້ນຄູກໍ່ຕັ້ງບັ້ງເລກໃສ່ກະດານແລ້ວເອີ້ນນັກຮຽນກຸ່ມເປົ້າໝາຍອອກມາຄິດໄລ່ໃຫ້ໝູ່ໃນຫ້ອງເບິ່ງ

v  ຈົ່ງຄິດໄລ່ເລກພ້ອມທັງສະແດງແຜ່ນພາບໃຫ້ເບິ່ງ:

 

               0,1          +    0,3

                            +                    =                

 

    ຈາກນັ້ນຄູກໍໄດ້ແບ່ງນັກຮຽນອອກເປັນ 5 ກຸ່ມ ແລະ ແບ່ງນັກຮຽນກຸ່ມເປົ້າໝາຍເຂົ້າກຸ່ມຕ່າງກັນ ແຕ່ລະກຸ່ມໄດ້ແບ່ງໜ້າທີ່ແຕ່ລະຄົນແຕກຕ່າງກັນ ເຊິ່ງຄຳຖາມແຕ່ລະກຸ່ມຄືກັນມີຄຳຖາມດັ່ງນີ້:

v  ຈົ່ງສັງເກດຮູບພາບແລ້ວດຳເນີນການຄິດໄລ່:

                     

  1.

                                   +                        

 

 

                 = 

 

  2.                                   +

                            +

 

 

              =

 

ຈົ່ງຄິດໄລ່ເລກລຸ່ມນີ້ພ້ອມທັງແຕ້ມຮູບພາບປະກອບ

              0,5 + 0,4 =

              0,6 + 0,7 =

              0,9  + 0,1 =                                   

ເມື່ອນັກຮຽນແກ້ສຳເລັດຄູກໍ່ໄດ້ຕິດຕາມ ແລະ ກວດຄືນພ້ອມສະຫຼຸບກັບນັກຮຽນ. ຜ່ານການປະຕິບັດແຜນໃນຄັ້ງນີ້ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 3 ຄົນ, ນັ້ນໄດ້ຄ່ອຍໆປ່ຽນແປງພຶດຕິກຳດີຂຶ້ນ 2 ຄົນເທົ່ານັ້ນ ເຊິ່ງ ສາມາດແກ້ເລກບວກຈໍານວນທົດສະນິຍົມພ້ອມທັງສະແດງຮູບພາບໄດ້.

2.3  ສະທ້ອນຄັ້ງທີ 1.

     ຜ່ານການປະຕິບັດ ແລະ ສັງເກດໃນເວລາ 2 ຊົ່ວໂມງຜ່ານມາ, ຂ້າພະເຈົ້າໄດ້ນຳເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດໃນການຮຽນ-ການສອນເພື່ອປັບປຸງແກ້ໄຂການຮຽນຂອງນັກຮຽນໃຫ້ດີ. ຜ່ານການສັງເກດຂ້າພະເຈົ້າສະຫຼຸບໄດ້ວ່າ ການສອນທີ່ເນັ້ນຜູ່ຮຽນເປັນໃຈກາງ ມັນໄດ້ເຮັດໃຫ້ນັກຮຽນຄົ້ນພົບຄວາມຮູ້ດ້ວຍຕົນເອງພ້ອມກັນນັ້ນນັກຮຽນແຕ່ລະຄົນພາຍໃນກຸ່ມມີໜ້າທີ່ ແລະ ຮັບຜິດຊອບວຽກງານຂອງຕົນ. ຈາກການເຮັດກິດຈະກຳກຸ່ມເຮັດໃຫ້ນັກຮຽນຮູ້ຈັກແບ່ງໜ້າທີ່ກັນຢ່າງເໜາະສົມ ມີການຮ່ວມອະທິບາຍພາຍໃນກຸ່ມ  ເກີດປະຕິສຳພັນລະຫວ່າງຜູ່ຮຽນກັບຜູ່ສອນເຮັດໃຫ້ເກີດບັນຍາກາດແຫ່ງການຮຽນຮູ້ ຜູ່ຮຽນກ້າສະແດງອອກຫຼາຍຂຶ້ນ, ເຮັດໃຫ້ເກີດຄວາມສະໜຸກສະໝານໃນການຮຽນມີຄວາມກະຕືລືລົ້ນ. ໃນການປະຕິບັດກິດຈະກຳທີ່ໄດ້ນຳໃຊ້ສື່ນີ້ເຮັດໃຫ້ນັກຮຽນມີຄວາມສົນໃຈຢາກຮຽນ ເພາະວ່າສື່ນີ້ມັນໄດ້ຊ່ວຍການຮຽນຮູ້ເຂົາເພາະວ່າເຂົາໄດ້ເຮັດຕົວຈິງແລ້ວຕອບໃສ່ເຈ້ຍເມື່ອນັກຮຽນອອກລາຍງານໃຫ້ຄູຟັງສັງເກດເຫັນນັກຮຽນເປົ້າໝາຍກໍໄດ້ອະທິບາຍຮ່ວມກັນກັບໝູ່ໃນຫ້ອງຮຽນດີຂຶ້ນ ເຊັ່ນຄູພະຍາຍາມໃຊ້ສື່ປະກອບການສອນໃຫ້ໄດ້ຫຼາຍໆໃນເວລາດຳເນີນການສອນຈິ່ງຈະເຮັດໃຫ້ນັກຮຽນມີຄວາມເຂົ້າໃຈໄດ້ດີ.

2.4  ວາງແຜນຄັ້ງທີ 2

     ພາຍຫຼັງທີ່ໄດ້ປະຕິບັດ ແລະ ສັງເກດພົບເຫັນບັນຫາທີ່ຍັງຄົງຄ້າງຄື : ນັກຮຽນກຸ່ມເປົ້າໝາຍ 1 ຄົນຍັງບໍ່ທັນສາມາດເຂົ້າໃຈໃນການນຳໃຊ້ສື່ ສະນັ້ນ ຂ້າພະເຈົ້າຈິ່ງໄດ້ວາງແຜນໃໜ່ດັ່ງນີ້:

-  ຄູສອນບໍາລຸງແກ່ນັກຮຽນກຸ່ມເປົ້າໝາຍໃນຊົ່ວໂມງວ່າງ.

-  ຄູເອົາໃຈໃສ່ໃກ້ຊິດຕິດແທດ ແລະ ຕິດຕາມພຶດຕິກໍາຂອງນັກຮຽນໃຫ້ຫຼາຍຂຶ້ນ.

-  ໃຫ້ກໍາລັງໃຈດ້ວຍການຊົມເຊີຍ ແລະ ໃຫ້ຄະແນນສະສົມພ້ອມ.

-   ນໍາໃຊ້ສື່ການສອນທີ່ເໝາະສົມກັບການບວກຈໍານວນທົດສະນິຍົມແລ້ວຕິດໄວ້ໃນຫ້ອງຮຽນ.

      -  ຈັດນັກຮຽນ 3 – 4 ຄົນຕໍ່ກຸ່ມໜຶ່ງ

2.5  ປະຕິບັດ ແລະ ສັງເກດຄັ້ງທີ 2

           ພາຍຫຼັງໄດ້ວາງແຜນທີ່ຮຽບຮ້ອຍແລ້ວ ຂ້າພະເຈົ້າກໍ່ນໍາເອົາແຜນທີ່ໄດ້ວາງໄວ້ຂ້າງເທິງນັ້ນ ມາຈັດຕັ້ງປະຕິບັດ ໂດຍແມ່ນຄູ ບຸນແຍນ ເຍືອດນະພາ ມາປະຕິບັດກັບນັກຮຽນກຸ່ມເປົ້າໝາຍ. ສັງເກດການສອນຂອງຄູ ບຸນແຍນ ສອນວິຊາຄະນິດສາດ ບົດທີ 5 ( ຕໍ່ ) ການບວກຈຳນວນທົດສະນິຍົມ ແລະຄູ ຈຶງອາທິດ ລິດທິເດດ ເປັນຜູ້ສັງເກດການຮຽນ-ການສອນ ເຊິ່ງໄດ້ນຳເອົາແຜນມາປະຕິບັດເຊັ່ນ: ໃຫ້ຄວາມໃກ້ຊິດນັກຮຽນກຸ່ມເປົ້າໝາຍຫຼາຍຂຶ້ນ, ຈັດກຸ່ມ 3 – 4 ຄົນຕໍ່ກຸ່ມໜຶ່ງ ແລ້ວມອບກິດຈະກໍາໃຫ້ນັກຮຽນເຮັດດັ່ງນີ້:

 

 

 

 

 

 

 

     ຈົ່ງສັງເກດຕົວຢ່າງໃນຂໍ້ ກ ແລ້ວຄິດໄລ່ເລກຕໍ່ໄປ.

                           

   ກ.                                       

 

                                                             

 

                

   

   ຂ.                                            

 

                                                             

 

         

ຄ.                                               

 

                                                             

 

  

 

 

 

 

 

 ງ.  

                                              

ນັກຮຽນກຸ່ມເປົ້າໝາຍໃຫ້ເຂົ້າກຸ່ມທີ່ຕ່າງກັນ, ແຕ່ລະກຸ່ມໃຫ້ເລືອກຫົວໜ້າກຸ່ມ, ຜູ່ບັນທຶກ ແລະ ຜູ່ທີ່ຈະຂຶ້ນລາຍງານ ຄູໄດ້ມອບກິດຈະກຳໃຫ້ແຕ່ລະກຸ່ມພ້ອມທັງແນະນຳວິທີແກ້ຢ່າງລະອຽດ, ຮ່ວມກັນສົນທະນາຊ່ວຍເຫຼືອກັນ ເພື່ອໃຫ້ໄດ້ຄຳຕອບທີ່ຖືກຕ້ອງ.  ຄູຕິດຕາມໃນການເຮັດກິດຈະກຳຂອງນັກຮຽນຕາມແຕ່ລະກຸ່ມຢ່າງທົ່ວເຖິງ ແລ້ວຄູໃຫ້ນັກຮຽນແກ້ບົດເລກຕາມຄູມອບກິດຈະກຳໃຫ້ ໃນກິດຈະກຳທີ 2 ຕາມປື້ມແບບຮຽນວິຊາຄະນິດສາດຂັ້ນ ປ 5 ແລ້ວແນະນຳໃຫ້ນັກຮຽນແຕ່ລະກຸ່ມ ບວກຈຳນວນທົດສະນິຍົມໃຫ້ນັກຮຽນດ້ວຍກັນ ແລະ ຄູເບິ່ງ.  ຄູຕິດຕາມການເຮັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມ, ໃກ້ຊິດຕິດແທດກັບນັກຮຽນໂດຍສະເພາະ ແມ່ນນັກຮຽນກຸ່ມເປົ້າໝາຍກະຕຸ້ນໃຫ້ເຮັດວຽກຫຼາຍຂຶ້ນ ກຸ່ມໃດເຮັດແລ້ວຄູໃຫ້ນັກຮຽນກຸ່ມເປົ້າໝາຍນັ້ນ ຕາງໜ້າກຸ່ມອອກມາລາຍງານຢູ່ກະດານ.ຄູ ແລະ ນັກຮຽນພ້ອມກັນສັງເກດ ແຕ່ລະກຸ່ມຕ້ອງປະກອບຄຳເຫັນ ( ຖ້າມີ ). ຈາກນັ້ນຄູກວດເບິ່ງການແກ້ຂອງນັກຮຽນແຕ່ລະກຸ່ມ,  ແລ້ວຄູສະເຫຼີຍຄໍາຕອບໃສ່ກະດານໃຫ້ນັກຮຽນເບິ່ງ. ໃນການປະຕິບັດກິດຈະກໍາຜ່ານມາໄດ້ເຫັນວ່າ: ນັກຮຽນກຸ່ມເປົ້າໝາຍ 1 ຄົນ, ປ່ຽນແປງພຶດຕິກຳທາງທີ່ດີຂຶ້ນ, ເຊິ່ງມັນສະແດງອອກໃນການອອກມາລາຍງານກິດຈະກຳຢູູ່ກະດານ ແລະ ມີສ່ວນຮ່ວມໃນເວລາດຳເເນີນກິດຈະກຳການຮຽນ - ການສອນ ສາມາດບວກຈໍານວນທົດສະນິຍົມໄດ້ ແລະ ຍາມຫວ່າງກໍໄດ້ສອນເພີ່ມນັກຮຽນກຸ່ມເປົ້າໝາຍຕື່ມອີກ.

 

 

2.6. ສະທ້ອນຄືນຄັ້ງທີ 2.

     ຜົນການປະຕິບັດຕາມແຜນຄັ້ງທີ 2 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 1 ຄົນ, ທີ່ຍັງເຫຼືອມີການປ່ຽນແປງພຶດຕິກຳດີຂຶ້ນ. ນັກຮຽນສາມາດບວກຈຳນວນທົດສະນິຍົມໄດ້ດ້ວຍຕົນເອງ ແລະ ຈາກຜົນການທົດສອບໃນຄັ້ງນີ້ໄດ້ເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 2 ຄົນ, ໄດ້ຄະແນນໃນລະດັບຄາດໝາຍ.

     ຜ່ານການດໍາເນີນການວິໄຈໃນຫົວຂໍ້: “ ການສ້າງກິດຈະກໍາເຂົ້າໃນການບວກຈໍານວນທົດສະນິຍົມຂອງນັກຮຽນຫ້ອງ ປ 5 ” ຜົນຂອງການປະຕິບັດ ແລະ ສັງເກດຈາກການນຳໃຊ້ສື່ການສອນທັງສອງຄັ້ງໄດ້ສະທ້ອນໃຫ້ເຫັນວ່າ: ຜູ່ສອນກໍ່ໄດ້ເອົາໃຈໃສ່ຕິດຕາມການຮໍ່າຮຽນຂອງນັກຮຽນ, ໃກ້ຊິດຕິດແທດ ຊຸກຍູ້ຊ່ວຍເຫຼືອນັກຮຽນທຸກຄົນໃນຫ້ອງຮຽນໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍ, ໃນ 1 ຄົນສາມາດປຽ່ນແປງພຶດຕິກຳດີຂຶ້ນ, ຄືນັກຮຽນກຸ່ມເປົ້າໝາຍສາມາດເຂົ້າໃຈການນຳໃຊ້ສື່ການສອນການບວກຈຳນວນທົດສະນິຍົມໄດ້.

3. ສະຫຼຸບ

     ຜ່ານການວິໄຈໃນຄັ້ງນີ້ເຫັນວ່ານັກຮຽນສາມາດເຂົ້າໃຈນໍາໃຊ້ສື່ການສອນການບວກຈໍານວນທົດສະນິຍົມໄດ້ໃນລະດັບດີ 2 ຄົນ ແລະ ພໍໃຊ້ 1 ຄົນ. ທັງນີ້ອາດເປັນເພາະເຂົາເຈົ້າກຳວິທີການແກ້ການບວກຈຳນວນທົດສະນິຍົມ. ຈາກຜົນການວິໄຈຜ່ານມາສາມາດສັງເກດໄດ້ຕື່ມອີກວ່າ: ຄູຂາດຄວາມເອົາໃຈໃສ່ຕໍ່ການວັດ ແລະ ປະເມີນຜົນການຮຽນຂອງນັກຮຽນ, ເມື່ອຮຽນຈົບກິດຈະກໍາແລ້ວຄູຟ້າວຝັ່ງສະຫຼຸບບົດຮຽນ ແລະ ແນະນຳໃຫ້ນັກຮຽນບັນທຶກໃຈຄວາມຂອງບົດຮຽນໃສ່ປຶ້ມໃຜລາວ.

      ຜົນສໍາເລັດຈາກການວິໄຈໃນຄັ້ງນີ້ເຖິງແມ່ນວ່າບໍ່ບັນລຸຕາມຈຸດປະສົງທີ່ຕັ້ງໄວ້ ແຕ່ມັນບົ່ງບອກເຖິງຄວາມພະຍາຍາມຂອງຜູ້ວິໄຈທີ່ໄດ້ທຸ້ມເທເຫື່ອແຮງພ້ອມສະຕິປັນຍາ ທັງທຳຄວາມເຂົ້າໃຈການນຳໃຊ້ທິດສະດີໄປນຳໃຊ້ເຂົ້າໃນຕົວຈິງໄດ້ເປັນຢ່າງດີ.

  1. ຂໍ້ສະເໜີແນະ

4.1.ຂໍ້ສະເໜີແນະຂອງການວິໄຈ

       -  ຄວນນໍາເອົາຜົນຂອງການວິໄຈໃນຫົວຂໍ້ນີ້ໄປນໍາໄປໃຊ້ເຂົ້າໃນກິດຈະກໍາການຮຽນ-ການສອນ

         ໃຫ້ໄດ້ດີກວ່າເກົ່າ.

       - ຄວນໃຫ້ຄວາມໃກ້ຊິດຊວ່ຍເຫຼືອນັກຮຽນຜູ້ທີ່ແກ້ເລກຍັງບໍ່ທັນໄດ້ໃຫ້ຫຼາຍຂຶ້ນກວ່າເກົ່າ.

4.2. ຂໍ້ສະເໜີແນະຂອງການວິໄຈໃນຄັ້ງຕໍ່ໄປ.

       ຄວນດໍາເນີນການວິໄຈໃນຫົວຂໍ້ອື່ນໆທີ່ມີບັນຫາໃນຂັ້ນຮຽນນີ້ ແລະ ຂັ້ນຮຽນອື່ນໆອີກ.

 

 

 

 

 

 

 

 

1. ບົດນຳ

1.1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ໂຮງຮຽນປະຖົມສົມບູນບ້ານດາກຕຽມແມ່ນໂຮງຮຽນແຫ່ງໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງ ດາກຈຶງ ເຊິ່ງມີຄູສອນທັງໝົດ 5 ຄົນ, ຍິງ 1 ຄົນ, ໃນນັ້ນ ຄູຊັ້ນກາງ 4 ຄົນ, ຍິງ 1 ຄົນ, ຊັ້ນ ຕົ້ນ 1 ຄົນ, ຍິງ 0 ຄົນ ແລະ ມີ 5 ຂັ້ນຮຽນ ແຕ່ ປ 1 ຫາ ປ 5 ມີຈຳນວນນັກຮຽນທັງໝົດ 165 ຄົນ, ຍິງ 93 ຄົນ.          

ພວກເຮົາຮູ້ດີວ່າວິຊາຄະນິດສາດມີຄວາມສຳຄັນຫຼາຍໃນຊີວິດປະຈຳວັນຂອງຄົນເຮົາເພາະວ່າ: “ ວິຊາຄະນິດສາດສາມາດໃຊ້ເປັນສິ່ງທີ່ຮູບປະທຳຊ່ວຍອະທິບາຍສິ່ງທີ່ເປັນນາມມະທຳໄດ້,  ເຝິກໃຫ້ນັກຮຽນເກີດມີປະສົບການໃນການແກ້ໄຂບັນຫາທາງຄະນິດສາດ,  ເກີດທັກສະໃນການຄິດວິເຄາະເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດປະຈຳວັນ ແລະ ເຮັດໃຫ້ນັກຮຽນເຫັນຄວາມພົວພັນລະຫວ່າງຮຽນຄະນິດສາດໃນຫ້ອງຮຽນກັບຄະນິດສາດໃນຊີວິດປະຈຳວັນເຊັ່ນ: ສອກ, ຄີບ, ຫຼາ, ສະເໝີກັນ.. “.ເຫຼົ່ານີ້ເປັນຕົ້ນໂດຍສະເພາະແມ່ນການບວກເລກຈຳນວນທົດສະນິຍົມ ຍິ່ງມີຄວາມສຳຄັນຫຼາຍຕໍ່ນັກຮຽນຫ້ອງ ປ 5 ທີ່ມີຈຳນວນ 24 ຄົນ, ຍິງ 13 ຄົນ, ເພາະວ່າ ການບວກຈຳນວນທົດສະນິຍົມນີ້ ມັນສ້າງໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຈຳແນກລະຫວ່າງຕົວເລກ ແລະ ວັດຖຸອຸປະກອນຕົວຈິງ ເຊິ່ງ ເຮັດໃຫ້ຜູ້ຮຽນສາມາດສະແດງ ໃນກຸ່ມຈຳນວນໜຶ່ງທີ່ກວດສອບໄດ້ເຖິງຄວາມຖືກຕ້ອງ ແລະ ຈະແຈ້ງທີ່ສຸດ ແຕ່ວ່າການຈັດກິດຈະກຳການຮຽນ - ການສອນວິຊາຄະນິດສາດຂອງຄູຢູ່ໂຮງຮຽນປະຖົມສົມບູນບ້ານດາກຕຽມ ເມືອງດາກຈຶງ ແຂວງເຊກອງ ແມ່ນປະຕິບັດຕາມກິດຈະກຳທີ່ມີໃນປຶ້ມແບບຮຽນທັງນັ້ນ ແລະ ກ່າຍໃສ່ກະດານໃຫ້ນັກຮຽນບັນທຶກທຸກກິດຈະກຳ ອັນເນື່ອງມາຈາກຄູບໍ່ມີຍຸດທະວິທີໃນການສອນ, ບໍ່ຜະລິດ ແລະ ບໍ່ນຳໃຊ້ສື່ການຮຽນ-ການສອນ, ຂາດຄວາມສາມາດໃນການຄົ້ນຄິດຫາວິທີຈັດກິດຈະກຳເພື່ອເຮັດໃຫ້ຜູ້ຮຽນມີຄວາມຄິດຮ່ວມກັນ, ສອນແຕ່ລະຄັ້ງໄດ້ສັງເກດເຫັນວ່າ ຄູບໍ່ໄດ້ມີການກະກຽມສື່ການຮຽນ - ການສອນ ເຊິ່ງບໍ່ອໍານວຍຄວາມສະດວກໃນການສອນແຕ່ປະການໃດ ແລະ ກະໂຕນັກຮຽນເອງກໍບໍ່ມີຄວາມພ້ອມທີ່ຈະຮຽນນຳຄູ ໂດຍສະເພາະແມ່ນນັກຮຽນຫ້ອງ ປ 5 ຍ້ອນການຈັດກິດຈະກໍາການຮຽນ - ການສອນຂອງຄູບໍ່ສອດຄອງກັບເນື້ອໃນບົດຮຽນ ແລະ ຄູບໍ່ນໍາໃຊ້ສື່ການສອນໃນເວລາດຳເນີນກິດຈະກຳການຮຽນ - ການສອນ ຈິ່ງເຮັດໃຫ້ການຮຽນ - ການສອນບໍ່ມີບັນຍາກາດໃນຍາມຮຽນ; ເຊິ່ງເຮັດໃຫ້ນັກຮຽນບໍ່ສາມາດຈື່ຈຳບົດຮຽນໄດ້ງ່າຍ ຍ້ອນຄູສອນອະທິບາຍ ແລະ ຂຽນໃສ່ກະດານແຕ່ຢ່າງດຽວບໍ່ມີວັດຖຸອຸປະກອນທີ່ປະຈັກຕາໃຫ້ນັກຮຽນໄດ້ສັງເກດໄປນຳ ດັ່ງນັ້ນ ຈຶ່ງມີບັນຫາຕ່າງໆເກີດຂຶ້ນໃນເວລາດຳເນີນການສອນເຊັ່ນ: ນັກຮຽນບໍ່ມັກຕອບຄຳຖາມ, ນັກຮຽນວົນແຊວ, ການຄວບຄຸ້ມຫ້ອງຂອງຄູຍັງບໍ່ທັນດີຈຶ່ງເຮັດໃຫ້ນັກຮຽນຈຳນວນໜຶ່ງບວກເລກຈຳນວນທົດສະນິຍົມບໍ່ໄດ້; ຂ້າພະເຈົ້າຜູ້ເຮັດການວິໄຈມີຄວາມສົນໃຈສຶກສາຄົ້ນຄວ້າກ່ຽວກັບ ການນຳໃຊ້ສື່ການສອນເຂົ້າໃນການບວກຈຳນວນທົດສະນິຍົມ.

1.2. ຈຸດປະສົງຂອງການວິໄຈ

        - ເພືື່ອໃຫ້ນັກຮຽນສາມາດນໍາໃຊ້ສື່ການສອນເຂົ້າໃນການບວກເລກຈໍານວນທົດສະນິຍົມໄດ້.

          - ເພື່ອປັບປຸງກິດຈະກໍາການຮຽນ - ການສອນ ການນໍາໃຊ້ສື່ການສອນເຂົ້າການບວກຈໍາ

            ນວນທົດສະນິຍົມໄດ້.

2. ວິທີດຳເນີນການວິໄຈ

2.1. ສຶກສາສະພາບບັນຫາ

    ໃນການສຶກສາສະພາບບັນຫາຂ້າພະເຈົ້າໄດ້ຮ່ວມປຶກສາຫາລືກັບຄູ່ວິໄຈເພື່ອເຂົ້າສັງເກດການສອນ

ວິຊາຄະນິດສາດຢູ່ຫ້ອງ ປ 5 ເພື່ອສັງເກດວິທີການສອນ ແລະ ພຶດທິກໍາຕ່າງໆທີ່ສະແດງອອກທັງຄູ ແລະ ນັກຮຽນໃນເວລາດຳເນີນການຮຽນ-ການສອນໃນຫ້ອງ, ຂ້າພະເຈົ້າຜູ່ວິໄຈໄດ້ເຂົ້າຮ່ວມໂມງສອນໃນວິຊາຄະນິດສາດບົດທີ 5 ການບວກຈຳນວນທົດສະນິຍົມ ສອນໂດຍ ນາຍຄູ ບຸນແຍນ ເຍືອດນະພາ. ໃນເວລາດຳເນີນການຮຽນ-ການສອນຂອງຄູໄດ້ພົບເຫັນວ່າ: ຄູບໍ່ມີສື່ການສອນ ແລະ ກິດຈະກຳບໍ່ຫຼາກຫຼາຍ, ຄູຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລ້ວມອບກິດຈະກຳທີ່ມີໃນປຶ້ມແບບຮຽນບໍ່ມີການເພີ່ມບົດເລກ ນັກຮຽນສ່ວນຫຼາຍບໍ່ມີການຄົ້ນຄວ້າສົນທະນາ.

       ຈາກການສັງເກດໃນເວລາດໍາເນີນການຮຽນ-ການສອນຄັ້ງນີ້ສັງເກດເຫັນວ່າ: ນັກຮຽນສ່ວນຫຼາຍມີຄວາມຕັ້ງໜ້າ ແລະ ປະກອບສ່ວນໃນການຮຽນ. ມີຄວາມເປັນກັນເອງ, ນັກຮຽນມີການສົນທະນາຮ່ວມກັນແຕ່ມີນັກຮຽນຈຳນວນໜຶ່ງບໍ່ສົນໃຈຕໍ່ການຮຽນ, ຄູສອນຄວບຄຸ້ມຫ້ອງບໍ່ໄດ້ດີ, ນັກຮຽນບໍ່ຕັ້ງໃຈຟັງໃນເວລາຄູອະທິບາຍບົດຮຽນ, ນັກຮຽນບາງຄົນວົນແຊວພາຍໃນກຸ່ມ, ການຈັດແບ່ງກຸ່ມຖີ່ໂພດ, ນັກຮຽນບາງກຸ່ມບໍ່ໄດ້ລາຍງານກິດຈະກໍາກຸ່ມ, ບາງຄົນຂີ້ອາຍ, ບໍ່ກ້າປະກອບຄຳຄິດຄຳເຫັນ ແລະ ມີນັກຮຽນ 3 ຄົນ,ຍິງ 2 ຄົນ ບວກຈຳນວນທົດສະນິຍົມບໍ່ໄດ້.

      ຈາກການສໍາພາດຄູປະຈໍາຫ້ອງ ປ 5 ທ່ານໃຫ້ຄວາມເຫັນວ່າ: ຜ່ານການສິດສອນຕົວຈິງຂອງຂ້າພະເຈົ້າມີຄວາມກັງວົນຫຼາຍບັນຫາເປັນຕົ້ນແມ່ນນັກຮຽນມີຄວາມຮັບຮູ້ຊ້າກ່ຽວກັບການນຳໃຊ້ສື່ປະກອບເຂົ້າໃນການແກ້ບັນຫາການບວກຈຳນວນທົດສະນິຍົມໂດຍສະເພາະແມ່ນນັກຮຽນ 3 ຄົນ, ຍິງ 2 ຄົນ, ສະນັ້ນ ຄູຜູ້ສອນໄດ້ມີຄຳເຫັນວ່ານັກຮຽນ 3 ຄົນ, ຍິງ 2 ຄົນ, ບໍ່ຕັ້ງໃຈຮຽນ, ບໍ່ມັກຄົ້ນຄວ້າ, ບໍ່ມັກຕອບຄຳຖາມ ແລະ ບໍ່ໍ່ອອກມາແກ້ເລກຢູ່ກະດານເວລາຄູເອີ້ນ.

      ຈາກການສໍາພັດນັກຮຽນ 3 ຄົນ, ຍິງ 2 ຄົນໃນວັນທີ 8 /10 / 2012 ພົບເຫັນວ່າ: ໃນການຈັດກິດຈະກຳການຮຽນ-ການສອນທີ່ຄູມອບໃຫ້ເຮັດນັ້ນສ່ວນຫຼາຍແມ່ນອີງຕາມປຶ້ມແບບຮຽນທັງໝົດບໍ່ມີການປັບປ່ຽນ, ສະນັ້ນ, ຈຶ່ງເຮັດໃຫ້ນັກຮຽນພົບຄວາມຫຍຸ້ງຍາກໃນການເຮັດກິດຈະກຳເຊັ່ນ: ບໍ່ເຂົ້າໃນຄວາມໝາຍ

ຄູໃຫ້ການຊ່ວຍເຫຼືອໜ້ອຍ, ຄູບໍ່ໄດ້ກະກຽມກິດຈະກຳທີ່ຫຼາກຫຼາຍ ນັກຮຽນມີສ່ວນຮ່ວມກິດຈະກຳໜ້ອຍ, ການຍົກຕົວຢ່າງຂອງຄູແມ່ນອີງຕາມປຶ້ມແບບຮຽນ ຖ້າເປັນຄຳຖາມກໍເປັນຄຳຖາມທີ່ເວົ້າເຖິງຄວາມຈຳ( ຄໍາຖາມປິດ) ຄຳຖາມທີ່ນຳໄປໃຊ້ ແລະ ວິເຄາະນັ້ນ...ແມ່ນບໍ່ຄອຍນຳໃຊ້ປານໃດ, ເຫດຜົນຍ້ອນວ່າຄູບໍ່ໄດ້ກະກຽມບົດສອນ, ກິດຈະກຳການຮຽນ-ການສອນ. ພ້ອມກັນນັ້ນ, ຄູມີວຽກອື່ນເຮັດໃນເວລາດຳເນີນກິດຈະກຳການຮຽນ-ການສອນພຽງແຕ່ນັ່ງເບິ່ງ ຫຼື ຢືນເບິ່ງຢູ່ນອກຫ້ອງ, ດ້ານການນຳໃຊ້ສື່ການສອນສ່ວນຫຼວງຫຼາຍແມ່ນຄູແນະນຳໃຫ້ນັກຮຽນເບິ່ງໃນປຶ້ມແບບຮຽນເປັນສ່ວນໃຫຍ່, ສະນັ້ນ ນັກຮຽນຍັງຂາດທັກສະໃນການນຳໃຊ້ສື່ເຂົ້າໃນການຄິດໄລ່, ຂາດທັກສະໃນການນຳໃຊ້ຮູບພາບເຂົ້າໃນການຄິດໄລ່ເລກ ເຮັດໃຫ້ຜົນການຮຽນຂອງເຂົາເຈົ້າຂ້ອນຂ້າງຕໍ່າ.

     ສະນັ້ນ ເພື່ອຊອກວິທີແກ້ໄຂຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈິ່ງໄດ້ວາງແຜນຮ່ວມກັນໃນການດຳເນີນກິດຈະກຳການຮຽນ-ການສອນແມ່ນຕ້ອງໃຫ້ນັກຮຽນເປົ້າໝາຍໄດ້ລົງມືເຮັດ ແລະ ປະຕິບັດໃນກິດຈະກຳຕົວຈິງ ໂດຍຄູເປັນຜູ່ຕິດຕາມໃຫ້ຄໍາແນະນຳຊ່ວຍເຫຼືອ ພ້ອມ ນຳໃຊ້ສື່ປະກອບເຂົ້າໃນກິດຈະກຳການຮຽນ - ການສອນຕົກລົງກຳນົດເອົາຫົວຂໍ້ວິໄຈເພື່ອມາເຮັດວິໄຈ ”  ການສ້າງກິດຈະກໍາເຂົ້າໃນ

ການບວກຈຳນວນທົດສະນິຍົມຂອງນັກຮຽນຫ້ອງ ປ 5 “ ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄໍາຖາມວິໄຈວ່າ: “ພວກເຮົາຈະເຮັດແນວໃດ? ເພື່ອໃຫ້ນັກຮຽນຫ້ອງ ປ 5 ຈຳນວນ 3 ຄົນນຳໃຊ້ສື່ການສອນເຂົ້າໃນການບວກຈຳນວນທົດສະນິຍົມໄດ້ “ ?

2.2 ວາງແຜນ

    ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາທີ່ຮຽບຮ້ອຍແລ້ວ ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈຶ່ງໄດ້ປຶກສາຫາລືຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວໃຫ້ມີພຶດຕິກຳທີ່ດີຂຶ້ນເຊິ່ງໄດ້ກຳນົດແຜນດັ່ງນີ້:

       -  ແຕ່ງບົດສອນເນັ້ນຜູ້ຮຽນເປັນໃຈກາງ.

       -  ຜະລິດສື່ການຮຽນ-ການສອນການບວກຈຳນວນທົດສະນິຍົມ.

       -  ໃຫ້ນັກຮຽນກຸ່ມເປົ້າໝາຍແກ້ເລກຢູ່ກະດານພ້ອມທັງສາທິດກັບສື່ການສອນ.

       -  ແບ່ງນັກຮຽນອອກເປັນ 5 ກຸ່ມ, ກຸ່ມລະ 5 – 6 ຄົນ.

       -  ໃຫ້ແຮງຈູງໃຈນັກຮຽນດ້ວຍຄໍາເວົ້າຊົມເຊີຍ, ຍ້ອງຍໍ ຫຼື ໃຫ້ຄະແນນເມື່ອນັກຮຽນແກ້ເລກໄດ້.

2.3. ປະຕິບັດ ແລະ ສັງເກດຄັ້ງທີ1.

        ຫຼັງຈາກທີ່ໄດ້ວາງແຜນເປັນທີ່ຮຽບຮ້ອຍແລ້ວ ຜູ້ວິໄຈໄດ້ນໍາເອົາແຜນດັ່ງກ່າວໄປປະຕິບັດເຊິ່ງແມ່ນຄູ ບຸນແຍນ ເຢືອດນະພາ ສອນວິຊາຄະນິດສາດຫ້ອງ ປ 5 ບົດທີ 5 ການບວກເລກຈໍານວນທົດສະນິຍົມ. ຄູ ຈຶງອາທິດ ລິດທິເດດ ເປັນຜູ້ສັງເກດ, ການດຳເນີນການສອນຂັ້ນທຳອິດຄູໄດ້ທວນຄືນບົດຮຽນເກົ່າ ແລ້ວເຂົ້າສູ່ບົດຮຽນໃໝ່ ໃນນັ້ນໂດຍມີການວາງແຜນຢ່າງລະອຽດເຊິ່ງຄູໄດ້ສາທິດນຳໃຊ້ສື່ການສອນການບວກຈຳນວນທົດສະນິຍົມດ້ວຍການນຳໃຊ້ແຜ່ນພາບທີ່ແບ່ງອອກເປັນ10 ສ່ວນເທົ່າກັນ.

         ສ່ວນທາສີຮູບທີ 1 ເພິ່ນຂຽນໄດ້ , ສ່ວນຮູບທີ 2 ເພິ່ນຂຽນ  ແລະ ເທົ່າກັບ ໃນດັ່ງຮູບ

                                    +                   =            

                                      +                             =                          

 

 

                         

 

 

       ກ.      0,2      +         0,1             =         0,3

 

ດຳເນີນການອະທິບາຍໃຫ້ນັກຮຽນຢ່າງຈະແຈ້ງພ້ອມທັງສາທິດວິທີຄິດໄລ່ດ້ວຍການນໍາໃຊ້ແຜ່ນພາບຈາກນັ້ນຄູກໍ່ຕັ້ງບັ້ງເລກໃສ່ກະດານແລ້ວເອີ້ນນັກຮຽນກຸ່ມເປົ້າໝາຍອອກມາຄິດໄລ່ໃຫ້ໝູ່ໃນຫ້ອງເບິ່ງ

v  ຈົ່ງຄິດໄລ່ເລກພ້ອມທັງສະແດງແຜ່ນພາບໃຫ້ເບິ່ງ:

 

               0,1          +    0,3

                            +                    =                

 

    ຈາກນັ້ນຄູກໍໄດ້ແບ່ງນັກຮຽນອອກເປັນ 5 ກຸ່ມ ແລະ ແບ່ງນັກຮຽນກຸ່ມເປົ້າໝາຍເຂົ້າກຸ່ມຕ່າງກັນ ແຕ່ລະກຸ່ມໄດ້ແບ່ງໜ້າທີ່ແຕ່ລະຄົນແຕກຕ່າງກັນ ເຊິ່ງຄຳຖາມແຕ່ລະກຸ່ມຄືກັນມີຄຳຖາມດັ່ງນີ້:

v  ຈົ່ງສັງເກດຮູບພາບແລ້ວດຳເນີນການຄິດໄລ່:

                     

  1.

                                   +                        

 

 

                 = 

 

  2.                                   +

                            +

 

 

              =

 

ຈົ່ງຄິດໄລ່ເລກລຸ່ມນີ້ພ້ອມທັງແຕ້ມຮູບພາບປະກອບ

              0,5 + 0,4 =

              0,6 + 0,7 =

              0,9  + 0,1 =                                   

ເມື່ອນັກຮຽນແກ້ສຳເລັດຄູກໍ່ໄດ້ຕິດຕາມ ແລະ ກວດຄືນພ້ອມສະຫຼຸບກັບນັກຮຽນ. ຜ່ານການປະຕິບັດແຜນໃນຄັ້ງນີ້ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 3 ຄົນ, ນັ້ນໄດ້ຄ່ອຍໆປ່ຽນແປງພຶດຕິກຳດີຂຶ້ນ 2 ຄົນເທົ່ານັ້ນ ເຊິ່ງ ສາມາດແກ້ເລກບວກຈໍານວນທົດສະນິຍົມພ້ອມທັງສະແດງຮູບພາບໄດ້.

2.3  ສະທ້ອນຄັ້ງທີ 1.

     ຜ່ານການປະຕິບັດ ແລະ ສັງເກດໃນເວລາ 2 ຊົ່ວໂມງ

หมายเลขบันทึก: 552938เขียนเมื่อ 9 พฤศจิกายน 2013 08:21 น. ()แก้ไขเมื่อ 9 พฤศจิกายน 2013 08:21 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

โอ...ยาวใหญ่เลยนะครับอาจารย์

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท