ການປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1 “


    I.        ບົດນຳ

1.1          ຄວາມເປັນມາ  ແລະ  ຄວາມສໍາຄັນຂອງບັນຫາ 

    ໂຮງຮຽນມັດທະຍົມຕອນ​ຕົ້ນບ້ານ​ຫຸນຕັ້ງຢູ່ເມືອງຕາະໂອ້​ຍແຂວງສາລະວັນຫ່າງ​ຈາກ​ເທດສະບານເມືອງ​

ຕະໂອ້​ຍປະມານ 1  ມີຈໍານວນຄູອາຈານທັງໝົດ 10 ຄົນ, ຍິງ 5 ຄົນ, ຈໍານວນຫ້ອງຮຽນທັງໝົດ 4 ຫ້ອງ,ໃນນັ້ນຫ້ອງ ມ1ມີຈໍານວນນັກຮຽນທັງໝົດ 20 ຄົນ, ຍິງ 9 ຄົນ.

ອີງຕາມການລາຍງານສະພາບການຮຽນ-ການສອນ ຄູປະຈຳລາຍວິຊາຄະນິດສາດຫ້ອງ ມ1 ພົບວ່າເຄື່ອງມື ແລະ ອຸປະກອນຮັບໃຊ້ເຂົ້າໃນກິດຈະກໍາການຮຽນ-ການສອນ ທາງໂຮງຮຽນບໍ່ສາມາດຕອບສະໝອງຕາມຄວາມຮຽກຮ້ອງຕ້ອງການ ສະນັ້ນ, ຈິ່ງເຮັດໃຫ້ການຮຽນ-ການສອນພາກປະຕິບັດຕົວຈິງບໍ່ໄດ້ປະຕິບັດໄດ້ດັ່ງທີ່ຄວນຈິ່ງສົ່ງຜົນສະທ້ອນໃຫ້ແກ່ນັກຮຽນຄື: ຮຽນ​ອ່ອນ, ຂາດ​ຄວາມ​ສາມາດ​ໃນ​ການສະ​ແດງ​ອອກ, ​ແກ້​ເລກຈໍານວນ​ພື້ນສິບບໍ່​ໄດ້. ຈຶ່ງ​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ໃນ​ວິຊາ​ຄະນິດສາດພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ເຮັດ​ໃຫ້​ນັກຮຽນ​ຈຳນວນ​ໜຶ່ງ​ບໍ່​ສົນ​ໃຈ​ໃນ​ການ​ສຶກສາ​ຮໍ່າຮຽນ ​ເປັນ​ຕົ້ນ​ແມ່ນ​ໃນ​ລາຍ​ວິຊາ​ຄະນິດສາດຫ້ອງ​ ມ1 ​ເຊິ່ງມີ​ຈຳນວນ​ນັກຮຽນ 20 ຄົນ, ຍິງ 9 ຄົນ. ​ໃນ​ຂະນະ​ນ້ອງ​ສອນ​ທີ່​ໂຮງຮຽນ​ແຫ່ງ​ນີ້​ໄດ້​ສຶກສາ​ອົບຮົມ ​ແລະ ​ແນະ​ນໍາ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ຕໍ່​ບົດຮຽນ ​ເຫັນ​ວ່າ​ນັກຮຽນ​ສ່ວນ​ຫຼາຍ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ຮຽນ ​ແລະ ຮຽນ​ໄດ້​ດີ ​ແຕ່​ຍັງ​ມີ​ນັກຮຽນ​​ຈໍານວນ​ໜຶ່ງ​ທີ່​ບໍ່​ເອົາ​ໃຈ​ໃສ່​ຕໍ່​ການ​ຮຽນ​ວິຊາ​ຄະນິດສາດ, ​ໃນ​ເວລາ​ຄູ​ມອບ​ກິດຈະ​ກໍາ​ໃຫ້​ເຮັດ​ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ເຮັດ​ກິດຈະກໍານໍາ​ໝູ່, ບໍ່​ສົນ​ໃຈ​ຕໍ່​ການ​ຮຽນ, ບໍ່​ຕອບ​ຄໍາ​ຖາມ​ຄູ ​ແລະ ບໍ່​ແກ້​ວຽກບ້ານ​ທີ່​ຄູ​ມອບ​ໝາຍ​ໃຫ້ການ​ຮຽນ​ວິຊາ​ຄະນິດສາດ ​ໂດຍ​ສະ​ເພາະ​ການ​ແກ້​ເລກ​ພື້ນຖານສິບ​ ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ​ໃນ​ການ​ດໍາລົງ​ຊີວິດ​ປະຈໍາ​ວັນ​ເຊັ່ນ: ການ​ຄິດ​ໄລ່​ໃນ​ການ​ກໍ່ສ້າງ​ເຄຫາ​ສະຖານ-ການ​ຄົມມະນາຄົມ, ການ​ຄ້າຂາຍ, ການ​ແລກປ່ຽນ​ວັດຖຸ​ສິ່ງ​ຂອງ​ ແລະ ອື່ນໆ ​ແຕ່​ວ່າ​ຄູ​ສອນ​ພັດ​ບໍ່​ໄດ້​ຍົກ​ໃຫ້​ນັກຮຽນ​ໄດ້​ເຫັນ​ກ່ຽວ​ກັບ​ຄວາມ​ສໍາຄັນ​ໃນ​ການ​ຄິດ​ໄລ່​​ ແລະ ຄຸນ​ປະ​ໂຫຍ​ດຂອງເລກຈຳນວນໃນ​ພື້ນຖານ​ສິບ. 

ສະນັ້ນ, ຂ້າພະເຈົ້າຈິ່ງມີຄວາມສົນໃຈຢາກ​ເຮັດ​ການ​ວິ​ໄຈ​ກ່ຽວ​ກັບ​ເລື່ອງ​ນີ້ຄື: “ການປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1 “

1.2ຈຸດປະສົງ

        -  ​ເພື່ຶອ​ໃຫ້​ນັກຮຽນ​ສາມາດ​ແກ້​ເລກ​ຈໍານວນ​ໃນ​ພື້ນຖານ​ສິບໄດ້

        -  ​ເພື່ຶອ​ໃຫ້​ນັກຮຽນ​ສາມາດ​ນໍາ​ໃຊ້ເລກຈໍານວນໃນພື້ນຖານເຂົ້າໃນຊີວິດປະຈໍາວັນໄດ້

  1. ວິທີດໍາເນີນການວິໄຈ

2.1. ສຶກສາສະພາບບັນຫາ

  ໃນເບື້ອງຕົ້ນການສຶກສາສະພາບບັນຫາ ເພື່ອຄວາມສະດວກໃນການເກັບກຳຂໍ້ມູນຕ່າງໆ ທີ່ຈະມາຮັບໃຊ້ໃນການເຮັດການວິໄຈຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ງານ ອາຈານ ແກ້ວດອກໄມ້ ວໍລະສານ ກະກຽມເຄື່ອງມືອຸປະກອນ ແລະ ສ້າງເຄື່ອງມື, ສ້າງຮ່າງບັນທຶກການເຂົ້າຮ່ວມໂມງສອນສົນທະນາປຶກສາຫາລືກັບຄູສອນວິຊາຄະນິດສາດຄູປະຈຳຫ້ອງ​ມ 1, ເຂົ້າຮ່ວມໂມງສອນຄູສອນ​ຄະນິດສາດ .

ເມື່ອຮອດມື້ນັດໝາຍວັນທີ 2/10/2012 ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນອາຈານ ແກ້ວດອກໄມ້ ວໍລະສານ ຄູປະຈຳວິຊາປະຈຳຊັ້ນ ມ1 ວິຊາຄະນິດສາດ ບົດທີ8 ຈຳນວນ​ໃນ​ພື້ນຖານ​ຕ່າງໆ ຂ້າພະເຈົ້າເຂົ້າຮ່ວມສັງເກດຢູ່ຂ້າງຫຼັງເພື່ອບັນທຶກເຫດການຕ່າງໆໃນເວລາຄູດຳເນີນກິດຈະກຳການຮຽນ-ການສອນຜ່ານ​ການ​ສັງ​ເກດ​ເຫັນ​ວ່າ​ຄູ​ໄດ້​ເນັ້ນ​ໃຫ້​ນັກຮຽນ​ທ່ອງ​ແມ່​ບັ້ງ​ສູດ​ແຕ່ບັ້ງ​ສອງ​ຮອດ​ບັ້ງ​ສິບ​ເປັນ​ສໍາຄັນ, ສື່​ທີ່​ຄູ​ນໍາ​ໃຊ້​ປະກອບເຂົ້າ​ໃນ​ການ​ຮຽນ​-ການ​ສອນມີ​ພຽງ​ປຶ້​ມ​ແບບຮຽນ, ປຶ້​ມບັນ​ທຶກ​ນັກຮຽນ, ຄູ່​ມື​ຄູ ​ແລະ ຄູ​ໄດ້​ຂຽນ​ກິດຈະກໍາ​ໃສ່​ກະດານລະອຽດ​ລຸ່ມ​ນີ້:

ກິດຈະ​ກໍາ​ທີ 1

  • ຈົ່ງ​ຂຽນ​ຈຳນວນ​ຕໍ່​ໄປ​ນີ້ ​ເປັນ​ຈຳນວນ​ທຳ​ມະ​ຊາດ​ດ້ວຍ​ຕົວ​ເລກ​ກຣິດ
  1. MDXXXVII                      b.  CDLXXIII                     c.  MMCMVI

ກິດຈະກຳ​ທີ 2

  • ປ່ຽນ​ຈຳນວນ​ທຳ​ມະ​ຊາດ​ລຸ່ມ​ນີ້ ​ເປັນ​ຈຳນວນ​ພື້ນ​ຖານ

A = 132                            B = 17                             C = 280

ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:

-       ນັກຮຽນບໍ່ສົນໃຈຕໍ່ກິດຈະກໍາຂອງຄູ

-       ນັກຮຽນສົນທະນາກັນໃນເວລາຄູອະທິບາຍບົດຮຽນ

-       ນັກຮຽນອອກມາແກ້ເລກຫານຢຸ່ກະດານບໍ່ໄດ້

-       ນັກຮຽນບໍ່ອອກມາແກ້ເລກຢູ່ກະດານ

-       ນັກຮຽນ​ບໍ່​ຕອບ​ຄໍາ​ຖາມ​ຂອງ​ຄູ

ພາຍຫຼັງເຂົ້າຮ່ວມໂມງສອນຄູສຳເລັດແລ້ວ ຂ້າພະເຈົ້າຜູ້ວິໄຈໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນ ແລະ ໄດ້ພົບບັນຫາຫຼາຍຢ່າງ ບັນຫາທີ່ໄດ້ມາໃນຄັ້ງນີ້ ພວກເຮົາບໍ່ສາມາດສະຫຼຸບໄດ້ວ່າສາຍເຫດທີ່ແທ້ຈິງຂອງບັນຫາທີ່ເກີດຂຶ້ນກັບນັກຮຽນຂອງຂ້າພະເຈົ້າມັນແມ່ນຫຍັງແທ້ ສະນັ້ນ ຂ້າພະເຈົ້າຍັງບໍໍ່ທັງໄດ້ບັນຫາເຂົ້າໃນການຕັ້ງຫົວຂໍ້ວິໄຈ ຂ້າພະເຈົ້າຜູ້ວິໄຈຈິ່ງໄດ້ປຶກສາຫາລືກັນຄູ່​ຮ່ວມ​ງານ​ອາຈານ ​ແກ້ວ​ດອກ​ໄມ້ ວໍລະ​ສານ ວ່າຈະເຂົ້າຮ່ວມໂມງສອນໄດ້ຕົກລົງເຫັນດີກຳນົດວັນທີນັດ​ໝາຍ, ເມື່ອຮອດມື້ນັດໝາຍຄື ໃນວັນທີ 9/10/2012 ໄດ້ເຂົ້າຮ່ວມໂມງສອນອາຈານ ​ແກ້ວ​ດອກ​ໄມ້ ວໍລະ​ສານ ເປັນຜູ້ສອນຕົວຈິງໃນຫ້ອງ ມ1 ວິຊາຄະນິດສາດ ບົດທີ 8( ຕໍ່ ) ຈຳນວນ​ໃນ​ພື້ນຖານ​ຕ່າງ​ໆ

ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:

-       ນັກຮຽນບົນແຊວໃນເວລາຮຽນ

-       ນັກຮຽນບໍ່​ມີ​ສ່ວນ​ຮ່ວມ​ໃນ​ການ​ສອນ​ຂອງ​ຄູ

-       ນັກຮຽນ​ແກ້​ເລກ​ຄູ​ນຈໍານວນ​ຖ້ວນ​ມີ​ລັກສະນະ​ສັບ​ປ່ຽນ​ບ່ອນ​ບໍ່​ໄດ້

-       ນັກຮຽນບໍ່ຕອບຄຳຖາມຂອງຄູ

ຫຼັງ​ຈາກ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ໂມງ​ສອນ​ໃນ​ຄັ້ງ​ນີ້​ແລ້ວ ​ຂ້າພະ​ເຈົ້າຜູ້​ວິ​ໄຈ​ຍັງ​ບໍ່​ທັນ​ມີ​ຄວາມ​ແນ່ໃຈ​ເທື່ອ ​ແລະ​ ຂ້າ ພະເຈົ້າຜູ້​ວິ​ໄຈ​ໄດ້​ປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ງານ​ວິ​ໄຈ ​ເພື່ອ​ເກັບກຳຂໍ້ມູນຕື່ມອີກ ​ແລະ ຫາສາ​ເຫດ​ທີ່​ແທ້​ຈິງ​ຂອງ​ບັນຫາວ່າ​ມັນ​ເປັນ​ຍ້ອນ​ຫຍັງກັນ​ແທ້ ດັ່ງ​ນັ້ນ, ຈິ່ງກັບໄປຫາຕົ້ນເຫດຂອງບັນຫາ ໄດ້ລົງສຳພາດຄູສອນ ແລະ ນັກຮຽນກຸ່ມ ເປົ້າໝາຍ, ໃນ​ວັນ​ທີ 17/10/2012 ​ໄດ້​ສະພາດ​ຄູປະຈໍາວິຊາ​ຄະນິດສາດ ​ແລະ ​ໄດ້​ຂໍ້​ມູນ​ດັ່ງ​ນີ້: ເປັນຄົນມັກຂາດຮຽນ, ບໍ່ມີສ່ວນຮ່ວມໃນການປະຕິບັດກິດຈະກຳຂອງຄູ, ເອື້ອອີງໃສ່ແຕ່ໝູ່, ຄວາມຮັບຮູ້ຊ້າ

-       ທ້າວ ນ້ອຍ ​ເປັນ​ຄົນ​ບໍ່​ມັກ​ປາກ, ​​ເວລາ​ຄູ​ອະທິບາຍ​ບໍ່​ມັກ​ຕັ້ງ​ໃຈ​​ຟັງ, ​ເຂົ້າ​ໃຈ​ບົດຮຽນ​ຍາກ​ແຕ່​ລາວ​ໄດ້​ເຮັດກິດຈະກຳ​ກັບ​ໝູ່​ເພື່ອນ

-       ທ້າວ ອາກຽນ ​ມັກ​ຂາດ​ຮຽນ, ຮຽນ​ບໍ່​ໄດ້, ຄວາມ​ຮັບ​ຮູ້ຊ້າ, ບໍ່​ມີ​ສ່ວນຮ່ວມ​ນຳ​ໝູ່​ໃນ​ເວລາ​ຄູ​ມອບ​ກິດຈະກຳ

ໃນວັນທີ18/10/2012ໃຊ້ເວລາ 1 ຊົ່ວໂມງໄດ້ໄປຢ້ຽມຢາມທີ່ເຮືອນ ທ້າວ ນ້ອຍ ໄດ້ສໍາພາດແມ່ຂອງລາວເຊິ່ງເພິ່ນກໍ່ໃຫ້ການຮ່ວມມືເປັນຢ່າງດີເພິ່ນໃຫ້ຂໍ້ມູນວ່າ: ທ້າວນ້ອຍໄປໂຮງຮຽນແຕ່ເຊົ້າທຸກມື້, ບໍ່ໄດ້ຄົ້ນຄວ້າບົດຮຽນ, ມັກໄປທ່ຽວເບິ່ງໜັງຍາມກາງຄືນ, ບໍ່ມີປື້ມແບບຮຽນ.

ວັນທີ 19/10/2012ໃຊ້ເວລາ 1 ຊົ່ວໂມງໄປຢ້ຽມຢາມທີ່ເຮືອນ ທ້າວ ອາກຽນ ໄດ້ສໍາພາດພໍ່ແມ່ຂອງລາວເພິ່ນໃຫ້ຂໍ້ມູນວ່າ: ບ້ານໄກ, ພໍ່ແມ່ທຸກຍາກ, ບໍ່ໄດ້ຄົ້ນຄວ້າບົດຮຽນ, ບໍ່ມີປື້ມແບບຮຽນ, ບໍ່ມີໃຜຊ່ວຍວຽກພໍ່ແມ່.

ຫຼັງຈາກສຳເລັດການສຳພາດນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ຜ່ານການສຳພາດນັກຮຽນກຸ່ມເປົ້າໝາຍໃນຄັ້ງນີ້ຂ້າພະເຈົ້າຜູ້ວິໄຈໄດ້ຂໍ້ມູນ ແລະ ສາມາດຕີລາຄາລະອຽດລຸ່ມນີ້:

-       ບໍ່ມັກຮຽນວິຊາຄະນິດສາດ

-       ບໍ່ມີປື້ມແບບຮຽນໃນລາຍວິຊາຄະນິດສາດ

ເມື່ອ​ໄດ້​ຂໍ້​ມູນ​ຈາກ​ການ​ເຂົ້າ​ຮ່ວມ​ໂມງ​ສອນ​ຄູ​ປະຈໍາວິຊາຄະນິດສາດ, ສໍາພາດ​ນັກຮຽນ​ກຸ່ມ​ເປົ້າ​ໝາຍຄື​ແນວ​ນັ້ນ ​ຂ້າພະ​ເຈົ້າຜູ້ວິໄຈ ຈິ່ງ​ໄດ້​ປຶກສາ​ຫາລືກັບຄູ່ຮ່ວມງານ​ສ້າງ​ແຜນ​ດຳ​ເນີນ​ການ​ວິ​ໄຈ ​ໃນ​ຫ້ອງ ມ1 ​ຮູ້​ຄວາມ​ຈິງ​ທີ່​ຊັດ​ເຈນ​ຂຶ້ນ ​ແລະ ຂ້າພະເຈົ້າໄດ້​ຄັດ​ເລືອກ​ເອົາ​ໝຶ່ງບັນຫາ​ມາ​ເຮັດ​ການ​ວິ​ໄຈ ແລະ ຕັ້ງຫົວຂໍ້ວິໄຈຄື: “ການປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1 “.

         ຈາກ​ບັນຫາ​ທີ່​ໄດ້​ມາ​ຂ້າງ​ເທິງ​ນັ້ນ ​ຂ້າພະ​ເຈົ້າ​ຈິ່ງ​ໄດ້​ຕັ້ງ​ຄຳ​ຖາມ​ວິ​ໄຈຂຶ້ນມາ:

 ຄໍາຖາມ​ວິ​ໄຈ

  “ ໃນຖານະເປັນຄູພວກເຮົາຈະເຮັດແນວໃດ ເພື່ອໃຫ້ນັກຮຽນ​ສາມາດແກ້ເລກຈໍານວນໃນພື້ນຖານສິບໄດ້”

2.2 ວາງແຜນ 1

 ພາຍຫຼັງສຶກສາສະພາບບັນຫາເປັນທີ່ຮຽບຮ້ອຍແລ້ວໃນຄັ້ງວັນທີ 25/10/2012 ຂ້າພະເຈົ້າຜູ້ວິໄຈແລະຄູ່ຮ່ວມງານໄດ້ປຶກສາຫາລືຮ່ວມກັນວາງແຜນແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນກຸ່ມເປົ້າໝາຍ, ​ແລກປ່ຽນແນວຄວາມຄິດຮ່ວມກັນກັບຄູ່ຮ່ວມງານຖອດຖອນບົດຮຽນນໍາກັນເພື່ອເລັ່ງໃສ່ໃຫ້ການຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍໄດ້ພັດທະນາແນວຄວາມຄິດຂອງເຂົາເຈົ້າໃຫ້ມີການປ່ຽນແປງຢ່າງຮິບດ່ວນກໍານົດແຜນລະອຽດລຸ່ມນີ້:

-       ຮ່ວມກັນແຕ່ງບົດສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆ

-       ຄູໃຫ້ຄວາມ​​ໃກ້ຊິດຕິດແທດກັບນັກຮຽນຢ່າງທົ່ວເຖິງ

-       ຄູແນະນໍາ ຫຼື ອະທິບາຍບົດຮຽນໃຫ້ມີຄວາມຈະແຈ້ງ ແລະ ໃຫ້ມີຄວາມລະອຽດຖີ່ຖ້ວນ

-       ຄູແກ້ກິດຈະກໍາໃຫ້ນັກຮຽນໄດ້ສັງເກດເບິ່ງ 2-3 ຕົວຢ່າງເພື່ອໃຫ້ນັກຮຽນທໍາຄວາມເຂົ້າໃຈບົດຮຽນຫຼາຍຂຶ້ນ

2.3 ການປະຕິບັດ ແລະ ສັງເກດ 1

        ຫຼັງຈາກການສໍາເລັດການວາງແຜນແລະນໍາເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດຢູ່ຫ້ອງມ 1 ໃນຄັ້ງວັນທີ30/10/2012 ສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆ, ອາຈານແກ້ວອຸດອນເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:

  ກິດຈະກໍາທີ 1

  ໃນຍຸກສະໄໝເອເລັກໂຕຣນິກເພິ່ນໄດ້ນຳໃຊ້ເຄື່ອງຄິດໄລ່ເອເລັກໂຕຣນິກ ( ຄອມພິວເຕີ ) ເຂົ້າໃນການຄຳນວນຕ່າງໆແຕ່ເຄື່ອງເອເລັກໂຕຣນິກສາມາດອ່ານຕົວເລກໄດ້ສອງຕົວເທົ່ານັ້ນຄື: 0 ແລະ 1 ( ກະແສໄຟບໍ່ຜ່ານແມ່ນ 0, ກະແສໄຟຜ່ານແມ່ນ 1)

        ຈຳນວນທີ່ຂຽນແບບກະຈາຍໂດຍໃຊ້ 0 ແລະ 1  ເອີ້ນຈຳນວນວ່າຈຳນວນໃນພື້ນຖານສອງເຊັ່ນ:

ຈຳນວນໃນພື້ນຖານສິບ

ຈຳນວນໃນພື້ນຖານສິບ

11

101

1101

 

          ຈົ່ງຕື່ມຕາຕະລາງລຸ່ມນີ້ໃຫ້ຖືກຕ້ອງແລະຄົບຖ້ວນ

 

ຈຳນວນໃນພື້ນຖານສິບ

ຈຳນວນໃນພື້ນຖານສິບ

111

....

1111

....

110111

....

 

ຄູແບ່ງນັກຮຽນອອກເປັນ 5 ກຸ່ມຕາມຄວາມເໝາະສົມຂອງຫ້ອງຮຽນ, ຄູມອບໝາຍໃຫ້ນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ, ຄູຢາຍໃບກິດຈະກໍາໃຫ້ແຕ່ລະກຸ່ມໄດ້ປະຕິບັດກິດຈະກໍາ, ຄູຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມຢ່າງໃກ້ຊິດຕິດແທດຈາກນັ້ນ, ຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົົນ​​ເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງ​​ໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ.

        ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງ 1 ​ໃນຄັ້ງນີ້ເຫັນວ່ານັກຮຽນກູ່ເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ​ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານສາມາດເຮັດໄດ້ຖືກໆຜິດໆໂດຍໄດ້ຮັບການແນະນໍາຊ່ວຍເຫຼຶອຈາກຄູ-​ອາຈານແລະ ໝູ່ເພື່ອນຮ່ວມຫ້ອງແຕ່ເຂົາເຈົ້າກໍມີລັກສະນະເຂີນອາຍ, ອອກອາການ​​ເລັກໝ້ອຍແຕ່ສາມາດເອົາຕົວລອດໄດ້.

2.4 ການສະທ້ອນຄືນຄັັ້ງທີ 1

      ຜ່ານການປະຕິບັດ ແລະ ສັງເກດຄັ້ງທີ 1 ປະກົດເຫັນວ່າ ນັກຮຽນກຸ່ມກຸ່ມເປົ້າໝາຍຈໍານວນ 2 ຄົນ, ມີ 1 ຄົນ, ສາມາດແກ້ເລກຈຳນວນພື້ນຖານສິບໄດ້ ເຊິ່ງມັນສະແດງໃນການອອກມາແກ້ເລກຢູ່ກະດານ, ເຖິງວ່າ 1 ຄົນບໍ່ສາມາດແກ້ເລກຈຳນວນໃນພື້ນຖານໄດ້ກໍຈິງແຕ່ມັນສ່ອງແສງໃຫ້ເຫັນເຖິງການນຳໃຊ້ທິດສະດີການສອນທີ່ສອດຄ່ອງກັບຜູ່ຮຽນ ຫຼື ສອດຄ່ອງກັບຄວາມຕ້ອງການຂອງຜູ່ຮຽນເຊັ່ນວ່າ: ນັກຮຽນຍັງຕ້ອງການຄວາມຊ່ວຍເຫຼືອຈາກຄູ ແລະ ໜູ່ຄູ່ພາຍໃນຫ້ອງ, ການຈັດກິດຈະກໍາການຮຽນ-ການສອນທີ່ໃຫ້ນັກຮຽນຄິດຫາວິທີແກ້ບັນຫາດ້ວຍຕົນເອງໃນວິຊາຄະນິດສາດ ຫຼື ວິຊາອື່ນໆ ມັນແມ່ນສ້າງໃຫ້ນັກຮຽນມີຄວາມຮັບຮູ້ຄວາມສາມາດຂອງຕົນເອງ ເຖິງວ່າຈະຜິດ ຫຼື ຖືກ ກໍຍັງແມ່ນຄຸເປັນຜູ່ທີ່ໃຫ້ຄໍາປຶກສາແກ່ຜູ່ຮຽນ, ກິດຈະກຳທີ 1 ຈຶ່ງມີຄວາມເໝາະສົມສະເພາະນັກຮຽນເປັນຈຳນວນຫຼວງຫຼາຍ, ໃນຂະນະດຽວກັນນັ້ນ ມັນພັດບໍ່ສອງຄ່ອງກັບນັກຮຽນທີ່ມີຄວາມຮັບຮູ້ຊ້າ ໂດຍສະເພາະ ແມ່ນນັກຮຽນໃນກຸ່ມເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ  ເຊິ່ງບັນຫາແມ່ນ ຍັງບໍ່ຮູ້ການນຳໃຊ້ຄຸນລັກສະນະຂອງເລກຈຳນວນໃນພື້ນຖານຕ່າງໆ, ຈຳແນກຕົວເລກພື້ນຖານບໍ່ໄດ້, ສະນັ້ນ ຂ້າພະເຈົ້າຈິງວາງແຜນຄືນໃໝ່.

2.5 ການວາງແຜນຄັ້ງທີ 2

       ໃນວັນທີ 2 / 11 / 2012 ຜູ່ວິໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອມາປັບປຸງການວາງແຜນດັ່ງນີ້

-       ຮ່ວມກັນແຕ່ງແລະປັບປຸງບົດສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆໃຫ້ສອດຄ່ອງກັບຜູ້ຮຽນໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍໃຫ້ມີສ່ວນຮ່ວມໃນການປະຕິບັດກິດຈະກຳຫຼາຍຂຶ້ນ

-       ໃກ້ຊິດ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈໃນການຮຽນ

-       ໃຫ້ນັກຮຽນທຳຄວາມເຂົ້າໃຈກ່ຽວກັບໃຈຄວາມໃນບົດຮຽນ, ໃຫ້ນັກຮຽນໄດ້ເຮັດດ້ວຍຕົນເອງຫຼາຍຂຶ້ນເພື່ອໃຫ້ສອດຄ່ອງກັບຜຸ່ຮຽນ.

-       ຄູອະທິບາຍບົດຮຽນໃຫ້ຈະແຈ້ງ ຊັດເຈນ ແລະ ຍົກຕົວຢ່າງ ຫຼື ແກ້ໃຫ້ນັກຮຽນໄດ້ສັງເກດວິທີແກ້ຂອງຄູ 3-4 ຄັ້ງ

          ຂ້າພະ​ເຈົ້າຜູ້​ວິ​ໄຈ​ ​ແລະ ຄູ່​ຮ່ວມ​ງານ​ວິ​ໄຈ​ໄດ້​ວາງ​ແຜນ​ໄວ້​ແລ້ວ​ນຳ​ໄປຈັດ​ຕັ້ງ​ປະຕິບັດ ​ເພື່ອ​ໃຫ້​ນັກຮຽນ​ກຸ່ມ​ເປົ້າ​ໝາຍ​ຈຳນວນ 2 ຄົນ, ​ມີ​ການ​ປ່ຽ​ນແປງ​ພຶດຕິ​ກຳ​ ແລະ ຫັນ​ມາ​ສົນ​ໃຈ​ຕໍ່​ການ​ຮຽນ​ ໂດຍ​ສະ​ເພາະ​ໃຫ້​ນັກຮຽນ​ອະທິບາຍ​ວິທີີແກ້ກ່ຽວກັບເລກພື້ນຖານສິບ ​ເຊິ່ງມັນສະ​ແດງ​ອອກ​ລາຍ​ລະອຽດ​ຢູ່​ໃນ​ຂັ້ນ​ຕອນ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດຄື: ນັກຮຽນ​ກຸ່ມ​ເປົ້າ​ໝາຍ​ຈຳນວນ 2 ຄົນ​ ໄດ້​​ມີ​ການ​ປ່ຽນ​ແປງ​ພຶດຕິ​ກໍາ

2.6  ປະຕິບັດ ແລະ ສັງເກດຄັ້ງທີ 2

ໃນຄັ້ງວັນທີ 6 / 11 / 2012 ສອນວິຊາຄະນິດສາດບົດທີ8 ( ຕໍ່)ຈໍານວນໃນພື້ນຖານຕ່າງໆອາຈານແກ້ວອຸດອນເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:

ກິດຈະກໍາທີ 2

ຕົວຢ່າງ:

     ທຽບເທົ່າກັບ10ໃນພື້ນຖານສອງ

    ທຽບເທົ່າກັບ11ໃນພື້ນຖານສອງ

             ທຽບເທົ່າກັບ11011 ໃນພື້ນຖານສອງ

  ຈົ່ງຂຽນຈຳນວນໃນພື້ນຖານສິບລຸ່ມນີ້

  1. 8        b. 15             c. 21             d. 86            e. 1010                   f. 10110

ຄູໄດ້ເປີດໂອກາດໃຫ້ນັກຮຽນຕອບ, ສ່ວນນັກຮຽນກຸ່ມເປົ້າໝາຍກໍໄດ້ອອກມາແກ້ເລກຢູ່ກະດານ ແລະ ເຂົາເຈົ້າກໍສາມາດແກ້ໄດ້ດ້ວຍຕົນເອງແລະເຫັນວ່າມີການພັດທະນາໃນທາງທີ່ດີຂຶ້ນຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົນເບິ່ງກະດານ​​ເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງ​​ໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ.

ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງ 1 ​ໃນຄັ້ງນີ້ເຫັນວ່ານັກຮຽນກຸ່ເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ​ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານສາມາດໄດ້ຖືກຕ້ອງແລະມີຄວາມຄ່ອງແຄ້ວຂຶ້ນກວ່າເດີມພາຍຫຼັງສຳເລັດການລາຍງານ, ຄູໃຫ້ນັກຮຽນກຸ່ມອື່ນຕິດຕາມຄຳຕອບທັງມີຄຳເຫັນຕໍ່ຄຳຕອບ. ຄູສະຫຼຸບບົດຮຽນຕອນທ້າຍຊົ່ວໂມງຄູໄດ້ວັດຜົນການຮຽນດ້ວຍການຕັ້ງບົດຮຽນໃສ່ກະດານໃຫ້ນັກຮຽນແກ້ ເພື່ອເອົາຄະແນນລາຍບຸກຄົນ. ທົດສອບ (  ເອົາຄະແນນບຸກຄົນ ).

2.7      ສະທ້ອນຄືນຄັ້ງທີ 2

          ຜ່ານການປະຕິບັດ 2 ຊົ່ວໂມງຜ່ານໄປ ໄດ້ສັງເກດເຫັນວ່າ ຂ້າພະເຈົ້າໄດ້ໃຫ້ຄວາມໃກ້ຊິດ ແລະ ໃຫ້ກຳລັງ

ໃຈນັກຮຽນຈັດນັກຮຽນອອກເປັນກຸ່ມຍ່ອຍ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ນັກຮຽນຍັງມີຄວາມຕ້ອງການໃຫ້ກຳລັງໃຈການຊຸກຍູ້,  ການແນະນໍາ ແລະ ການຮຽນຮ່ວມກັນຈະເຮັດໃຫ້ນັກຮຽນມີກຳລັງໃຈທີ່ຢາກຮຽນຫຼາຍຂຶ້ນ, ອີກປະການໜຶ່ງຜົນການປະເມີນການຮຽນກໍຍັງເຮັດໃຫ້ຮູ້ເຖິງວິທີສອນ-ການຮຽນຂອງຄູ ແລະ ນັກຮຽນ ສາມາດນຳມາພັດທະນາທາງດ້ານການຮຽນຮູ້ວິຊາຄະນິດສາດ ເຊິ່ງເຮັດໃຫ້ຜູ່ຮຽນມີຄວາມພາກພູມໃຈຕໍ່ຕົນເອງ, ກ້າຄິດ ກ້າສະແດງອອກຫຼາຍຂຶ້ນຜູ່ຮຽນເກີດມີຄວາມກະຕືລືລົ້ນຢາກຮຽນ ແລະ ມີທັດສະນະທີ່ດີຕໍ່ຜູ່ຮຽນວິຊາຄະນິດສາດ ຜົນການທົດລອງດັ່ງກ່າວສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ, ສາມາດແກ້ເລກຈຳນວນໃນພື້ນຖານສິບໄດ້ .

     ຜ່ານຈາກການປະຕິບັດ ແລະ ສັງເກດ 2 ຄັ້ງ ສະທ້ອນໃຫ້ເຫັນວ່າ: ນັກຮຽນເປົ້າໝາຍທັງ 2 ຄົນ, ສາມາດແກ້ເລກຈຳນວນພື້ນຖານສິບໄດ້, ການດຳເນີນການຮຽນ-ການສອນຂອງຄູ ແລະ ນັກຮຽນວິຊາຄະນິດສາດຢູ່ຫ້ອງ ມ1 ມັດທະຍົມຕົ້ນບ້ານຫຸນຄ່ອຍໆໄດ້ຮັບການພັດທະນາດີຂຶ້ນ, ນັກຮຽນສ່ວນຫຼາຍພາຍໃນຫ້ອງ ມ1 ໄດ້ມີສ່ວນຮ່ວມໃນການຮຽນຢ່າງງມ່ວນຊື່ນ ອັນເນື່ອງມາຈາກການວາງແຜນດຳເນີນການວິໄຈມີຄວາມຄ່ອງກັບສະພາບຈິງຂອງຫ້ອງຮຽນ ແລະ ການນຳໃຊ້ກິດຈະກໍາເໝາະສົມເຊັ່ນ: ກິດຈະກໍາຍ່ອຍ ເຊິ່ງເປັນກິດຈະກຳທີ່ຊ່ວຍໃຫ້ນັກຮຽນໄດ້ມີການສົນທະນາແລກປ່ຽນຄວາມຮູ້

3. ສະຫຼຸບ

    ຜ່ານການປະຕິບັດວິໄຈພາກປະຕິບັດໃນຫົວຂໍ້ “ການປັບປຸງການແກ້ເລກຈໍານວນໃນພື້ນຖານສິບຂອງນັກຮຽນຫ້ອງມ1” ເປັນຜົນງານທີ່ໄດ້ບົ່ງບອກເຖິງຂະບວນການສຶກສາວິທີຮຽນ ແລະ ວິທີສອນວິຊາຄະນິດສາດ ເຊິ່ງ ຂະບວນການໃນການດໍາເນີນການວິໄຈແມ່ນປະຕິບັດຕາມຮອບວຽນການວິໄຈ . ສັງເກດເຫັນວ່າ: ນັກຮຽນໃນກຸ່ມເປົ້າໝາຍຫ້ອງມ1 ຈຳນວນ 2 ຄົນ, ຍິງ 0 ຄົນ, ໄດ້ມີການປ່ຽນແປງພຶດຕິກໍາ.

      ສິ່ງທີ່ເປັນໜ້າປະທັບໃຈໃນການດໍາເນີນການວິໄຈຄັ້ງນີ້ແມ່ນນັກຮຽນທີ່ນອນໃນກຸ່ມເປົ້າໝາຍມີຄວາມສາມາດຮັບຮູ້ເຂົ້າໃຈໃນການຈັດຕັ້ງນຳພາເຮັດກິດຈະກຳຕ່າງໆນັ້ນກໍໝາຍຄວາມວ່າເຂົາເຈົ້າມີຄວາມພໍໃຈຕໍ່ການສອນ ຫຼື ເວົ້າອີກຢ່າງໜຶ່ງວ່າ ເຂົາເຈົ້າມີຄວາມພ້ອມທີ່ຈະຮຽນວິຊານີ້ໃນບົດຕໍ່ໄປໃຫ້ໄດ້ ສະແດງອອກຢ່າງຈະແຈ້ງທີ່ສຸດແມ່ນເຂົາມີຄວາມຫ້າວຫັນໃນການສົນທະນາ ແລະ ໃຊ້ພາສາທາງຄະນິດສາດໄດ້ດີ, ເຂົາເຈົ້າມີຄວາມສາມາດໃນການເຄື່ອນໄຫວ ແລະ ມີສ່ວນຮ່ວມໃນຫ້ອງກັບໝູ່ຄູ່, ມີຄວາມສະໜິດສະໝົມກັັບໜູ່ຄູ່ ແລະ ອາຈານໄດ້ໃນ ລະດັບດີ ພ້ອມດຽວກັນນັ້ນ ໜູ່ຄູ່ກໍໃຫ້ຄວາມອົບອຸ່ນຕອບຮັບໃນຄວາມບົກຜ່ອງຂອງເຂົາເຈົ້າໃນຜ່ານມາ ແລະ ພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫຼືອການຮຽນໃນຕໍ່ໄປອີກ.

    ການຕອບຄໍາຖາມເພື່ອການວິໄຈ ກໍຄືການຊອກຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກຈໍານວນໃນພື້ນຖານບໍ່ໄດ້ທີ່ສາມາດແກ້ໄຂບັນຫາໄດ້ແມ່ນ “ ການສ້າງກິດຈະກໍາເພື່ອຝຶກທັກສະ“ ທີ່ໄດ້ປະຕິບັດໃນຄັ້ງທີ 1 ແລະ 2 ເຫັນວ່າມີຄວາມເໝາະສົມກັບເນື້ອໃນບົດຮຽນ ແລະ ຄວາມຕ້ອງການແຫ່ງການຮຽນຮູ້ຂອງຜູ່ຮຽນ ເພາະກິດຈະກຳທີ່ສ້າງຂຶ້ນໄດ້ລວມເອົາທັງແນວຄິດທາງຄະນິດສາດ, ການຄິດຄຳນວນ ແລະ ການສະຫຼຸບເປັນຫຼັກການທາງຄະນິດສາດ, ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳທີ່ຫຼາກຫຼາຍສາມາດນຳໃຊ້ ຫຼັກເກນ ແລະ ຄຸນລັກສະນະຂອງເລກຈຳນວນພື້ນຖານຕ່າງໆຢ່າງສອດຄ່ອງຖືກຕ້ອງເຮັດໃຫ້ນັກຮຽນໃນຫ້ອງ ແລະ ນັກຮຽນກຸ່ມເປົ້າໝາຍ ມີຄວາມສາມາດຄິດຄຳນວນຖືກຕ້ອງທີ່ສຸດ ດັ່ງທ່ານ ທອງເຄນ ຄໍາສຸກຖາວົງ ແລະ ພິມມະສອນ ວໍລະຍຸດໄດ້ຂຽນການສ້າງກິດຈະກຳໃນການຝຶກທັກສະວ່າ: “ ເມື່ອນັກຮຽນໄດ້ຮຽນຮູ້ເນື້ອໃນໃໝ່, ຄົ້ນພົບຫຼັກການ ແລະ ວິທີການແລ້ວ ກໍຕ້ອງຝຶກການນໍາເອົາສິ່ງທີ່ຄົ້ນພົບ ຫຼື ການສະຫຼຸບໄດ້ນັ້ນໄປໃຊ້ໃຫ້ມີຄວາມຄ່ອງແຄ້ວ, ວ່ອງໄວ, ຖືກຕ້ອງ ແລະ ຊັດເຈນ ເພື່ອສ້າງໃຫ້ຜູ່ຮຽນມີຄວາມຈື່ຈຳໄດ້ດົນຂອງບັນດາຫຼັກການ, ວິທີ ການຄໍານວນໃຫ້ເກີດມີຄວາມໜັ້ນໃຈໃນການແກ້ບົດເລກ “

4. ຂໍ້ສະເໜີແນະ

4.1 ຂໍ້ສະເໜີແນະຜົນການວິໄຈ

      ໂຮງຮຽນຄວນຈັດຕັ້ງເຜີຍແຜ່ຜົນການວິໄຈໃນຫ້ອງຮຽນເພື່ອນຳເອົາຜົນຂອງການວິໄຈໄປຈັດຕັ້ງປະຕິບັດໃນການຮຽນ-ການສອນໃຫ້ມີຄຸນະພາບດີຂຶ້ນ.

4.2 ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ

      ຄູຄວນສືບຕໍ່ດຳເນີນການວິໄຈຊັ້ນອື່ນ ແລະ ວິຊາອື່ນພາຍໃນໂຮງຮຽນ

 

 

 

 

 

 

หมายเลขบันทึก: 552939เขียนเมื่อ 9 พฤศจิกายน 2013 08:27 น. ()แก้ไขเมื่อ 9 พฤศจิกายน 2013 08:27 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท