ບົດທີ 2

ຄວາມເປັນມາຂອງສິດທິມະນຸດ

ສິດທິ​ມະນຸດ(Human Rights) ​ໄດ້​ປະກົດ​ແລະ​ເປັນ​ທີ່​ຮູ້ຈັກ​ກັນ​ຫຼາຍ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ສ້າງ​ຕັ້ງ​ອົງການ​ສປຊ​ເປັນ​ຕົ້ນ​ມາ ​ເປັນ​ທີ່​ຍອມຮັບ​ກັນ​ໂດຍ​ທົ່ວ​ໄປ​ວ່າ ສິດທິ​ທໍາ​ມະ​ຊາດ (Natural Law) ​ເປັນ​ບໍ່​ເກີດ​ຫຼື​ທີ່​ມາ​ຂອງ​ສິດທິ​ມະນຸດ​ໃນ​ປະຈຸ​ບັນ ຖ້າ​ຫາກ​ວ່າ​ສຶກສາ​ຍ້ອນ​ກັບ​ໄປ​ໃນ​ປະຫວັດສາດ​ຈະ​ພົບ​ເຫັນ​ວ່າ​ແນວ​ຄວາມ​ຕິດ​ເລື່ອງ​ສິດທິ​ທໍາ​ມະ​ຊາດ​ໄດ້​ເລີ່​ເກີດ​ຂື້ນ​ນັບ​ຕັ້ງ​ແຕ່​ໃນ​ສະ​ໄໝ​ເກັຣກ​ແລະ​ໂຣມັນ​ເປັນ​ຕົ້ນ​ມາ ບັນດາ​ນັກປາດ​ໃນ​ແຕ່​ລະ​ຍຸກ​ສະ​​ໄໝ​ຕ່າງ​ກໍ່​ເບິ່ງ​ສິດທິ​ທໍາ​ມະ​ຊາດ​ໄປ​ໃນ​ທາງທີ່​ແຕກ​ຕ່າງ​ກັນ ສິດທິ​ທໍາ​ມະ​ຊາດ​ໄດ້​ຖືກ​ຕີ​ຄວາມ​ແລະ​ຖືກ​ນໍາ​ໄປ​ໃຊ້​ຕາມ​ຄວາມ​ເຊື່ອ​ແລະ​ປຣັດຊະ​ຍາ​ຂອງ​ຍຸກ​ສະ​ໄໝ​ນັ້ນໆ ​ເຊິ່ງ​ໄດ້​ມີ​ການ​ພັດທະນາ​ຂື້ນ​​ເປັນ​ລໍາດັບ​ຈົນ​ກາຍ​ມາ​ເປັນ​ສິດທິ​ມະນຸດ​ໃນ​ປະຈຸ​ບັນ

     ​ໃນ​ບົດ​ນີ້​ຈະ​ໄດ້​ກ່າວ​ເຖິງ​ທີ່​ມາ​ແລະ​ວິວັດທະນາ​ການ​ຂອງ​ສິດທິ​ມະນຸດ​ນັບ​ຕັ້ງ​ແຕ່​ສະ​ໄໝຄຣາດສິດສ໌​ທີ່​ປະກົດ​ໃຫ້​ເຫັນ​ໃນ​ອາ​ລິ​ຍະ​ທໍາ​ຂອງ​ເກຣັກ​ແລະ​ໂຣມັນ​ທີ່​ມອງ​ສິດທິ​ທໍາ​ມະ​ຊາດ​ເປັນ​ແບບ (Objective) ພຶດຕິ​ກໍາ​ຂອງ​ມະນຸດ​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ທໍາ​ມະ​ຊາດ ອິດ​ທິພົນ​ຂອງ​ສາສະໜາ​ໃນ​ສະ​ໄໝ​ກາງ​ທີ່​ເຮັດ​ໃຫ້​ກົດ​ທໍາ​ມະ​ຊາດ​ຖືກ​ຕີ​ຄວາມ​ໄປ​ໃນ​ແນວທາງ​ຂອງ​ເທວະ​ວິທະຍາ ມະນຸດ​ຕົກ​ຢູ່​ພາຍ​ໃຕ້​ອໍານາດ​ກົດ​ມາຍ​ຂອງ​ຂອງລັດ​ແລະ​ກົດ​ຂອງ​ພະ​ເຈົ້າ ​ແລະ​ສິດທິ​ມະນຸດສະ​ໄໝ​ໃໝ່​ເຊິ່ງຍອມຮັບ​ໃນ​ເລື່ອງ​ເຫດຜົນ​ຂອງ​ມະນຸດ ​ແນວ​ຄວາມ​ຄິດ​ເລື່ອງ​ເອກະ​ຊົນ ລັດທິ​ປະຊາທິປະ​ໄຕ​ແລະ​ລັດ​ສັງຄົມ​ນິຍົມ ​ໂດຍ​ຈະ​ໄດ້​ສຶກສາ​ພິຈາລະນາ​​ໃນ​ຂັ້ນ​ຕໍ່​ໄປ

  1. ສິດທິມະນຸດໃນສະໄຫມຕົ້ນ

ຢ້ອນ​ໄປ​ໃນ​ປະຫວັດສາດ 500 ປີ​ກ່ອນ ຄສ ຈະ​ພົບ​ວ່າ​ແນວ​ຄວາມ​ຄິດ​ກ່ຽວກັບ​ສິດທິ​ມະນຸດ​ມີ​ມາ​ແຕ່​ສະ​ໄຫມ​ເກຣັກ ​ແລະ ສະ​ໄຫມ​ໂຣມັນ​ເປັນ​ຕົ້ນ​ມາ.

ກ. ສະ​ໄຫມ​ເກຣັກ

ສັງຄົມ​ໃນ​ສະ​ໄຫມ​ເກຣັກ​ໄດ້​ມີ​ການ​ແບ່ງ​ຊົນ​ຊັ້ນ​ໃນ​ສັງຄົມ​ຢ່າງ​ຊັດ​ເຈນ, ປະຊາຊົນ​ໃນ​ສະ​ໄຫມ​ນັ້ນ​ແບ່ງ​ອອກ​ເປັນ​ພົນ​ເມືອງ(ອາ​ແຕ໋ນ Athens) ​ແລະ ຂ້າ​ທາດ​ຊຶ່ງ​ສ່ວນ​ໃຫຍ່​ເປັນ​ສະ​ເລີຍ​ເສິກ, ມີ​ແຕ່​ຊາວ​ເມືອງ​ອາ​ແຕ໋ນ​ເທົ່າ​ນັ້ນ​ທີ່​ມີ​ສິດ​ອອກສຽງ​ໃນ​ທາງ​ການ​ເມືອງ​ສ່ວນ​ທາດ ​ແລະ ຜູ້ຍິງ​ຈະ​ບໍ່​ມີ​ສິດ​ອອກສຽງ ຫລື ​ເຮັດ​ວຽກ​ໃນໜ່ວຍງານ​ຂອງ​ລັດ. ຂ້າ​ທາດ​ຈະ​ເປັນ​ຜູ້​ຮັບ​ໃຊ້, ​ເປັນ​ກຳມະກອນ ຫລື ນາຍ​ຊ່າງ​ຂັ້ນ​ຕໍ່າ ພວກ​ຂ້າ​ທາດ​ຈະ​ຕ້ອງ​ເຮັດ​ວຽກໜັກ ​ໂດຍ​ບໍ່​ມີ​ສິດອອກສຽງ​ໃດໆ​ໃນ​ສັງຄົມ ມີ​ແຕ່​ຊາວ​ອາ​ແຕ໋ນ​ເທົ່າ​ນັ້ນ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ. ດັ່ງ​ນັ້ນ​ຈິ່ງ​ເກີດ​ມີ​ຄວາມ​ບໍ​ສະ​ເໝີພາບ​ໃນ​ສັງຄົມ.

ຂ. ສະ​ໄຫມ​ໂຣມັນ

ພວກ​ໂຣມັນ​ໄດ້​ໃຫ້ການ​ຍອມຮັບ​ໃນ​ເລື່ອງ​ສິດທິ​ຕ່າງໆຂອງ​ພົນລະ​ເມືອງ​ໂຣມັນ. ຊາ​ວ​ໂຣມັນທຸກ​ຄົນ​ຖື​ວ່າ​ມີຄວາມ​ສະ​ເຫມີ​ພາບ​ກັນ​ຕາມ​ກົດໝາຍ. ​ເນັ້ນ​ຄວາມ​ເທົ່າ​ທຽມກັນ​ຂອງ​ຊາຍ-ຍິງ ຕະຫລອດ​ຈົນ​ສົ່ງ​ເສີມ​ສິດທິ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ. ຢ່າງ​ໃດ​ກໍ​ຕາມ, ຂ້າ​ທາດ​ຍັງ​ບໍ່​ໄດ້​ຮັບ​ການ​ຍອມຮັບ​ໃຫ້​ມີ​ສິດ​ເທົ່າ​ທຽມຊາວ​ໂຣມັນ ​ແຕ່​ຍັງ​ຄົງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໃນ​ລັກສະນະ​ຂອງ​ຄວາມ​ເປັນ​ຂ້າທາດ​ເຊັ່ນ: ​ໄດ້​ຮັບ​ຄ່າ​ເສຍ​ຫາຍ​ໃນ​ກໍລະນີ​ທີ່​ໄດ້​ຮັບ​ການ​ປະຕິ​ເສດ​ທີ່​ບໍ່​ເປັນ​ທຳ, ການ​ທໍລະມານ​ຜູ້​ຕ້ອງ​ຫາ​​ເພື່ອ​ໃຫ້​ຮັບ​ສາລະພາບ​ເປັນ​ຕົ້ນ. (ຄັດ​ຈາກ​ກົດໝາຍ 12 ​ໂຕະ Law of the Twelve Tables) ເຊິ່ງຊາວ​ໂຣມັນ​ໄດ​ເຮັ​ດ​ເປັນ​ລາຍ​ລັກ​ອັກສອນ​ຂຶ້ນ ​ແລະ ປະກາດ​ໃຊ້​ໃນ 450 ປີ​ກ່ອນ ຄສ. ກົດໝາຍດັ່ງກ່າວ​ຖື​ວ່າ​ເປັນ​ກົດໝາຍສິດທິ​ມະນຸດ​ຂອງ​ຊາວ​ໂຣມັນ.

  1. ສິດທິ​ມະນຸດ​ໃນ​ສະ​ໄຫມ​ກາງ

ເປັນ​ຊ່ວງ​ທີ່​ສາສະໜາມີ​ບົດບາດ ​ແລະ ອິດ​ທິພົນ​ຕໍ່ຊີວິດ​ຂອງ​ມະນຸດ. ​ໂຄງ​ສ້າງ​ທາງ​ດ້ານ​ສັງຄົມ​ຂອງ​ມະນຸດ​ຖືກ​ແບ່ງ​ອອກ​ເປັນ 3 ຊົນ​ຊັ້ນ​ໄດ້​ແກ່:

ກ.) ພຣະ: ມີໜ້າທີ່​ທາງ​ສາສະໜາ, ທາງ​ພູມ​ປັນຍາ ​ແລະ ການ​ກຸສົນ.

ຂ.) ນັກຮົບ ​ແລະ ນັກ​ການ​ເມືອງ: ຊຶ່ງ​ໄດ້​ແກ່​ຂຸ​ນນາງ ​ແລະ ນັກ​ການ​ເມືອງ: ຊຶ່ງ​ໄດ້​ແກ່​ຂຸນ​ນາງ ​ແລະ ສັກ​ດີ​ນາ ມີໜ້າທີ່​ໃນ​ການ​ປົກ​ປ້ອງ​ພຣະ ​ແລະ ຜູ້​ໃຊ້​ແຮງ​ງານ.

ຄ.) ຜູ້​ອອກ​ແຮງ​ງານ: ມີຫນ້າ​ທີ່​ຜະ​ລິດ​ອາຫານ​ໃຫ້​ກັບ​ລັດ.

ການ​ປົກຄອງ​ໃນ​ຍຸກ​ກາງ​ມີ​ລັກສະນະ​ກະ​ແຈກ​ກະຈາ​ຍ ມີ​ການ​ສູ້​ຮົບ​ກັນ​ເກີດ​ຂຶ້ນ, ບໍ່​ເຄົາລົບ​ກົດໝາຍ, ມີ​ຄວາມ​ວຸ້ນວາຍ, ຖານະ​ຂອງ​ຄົນ​ໃນ​ສັງຄົມ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ, ຂ້າ​ທາດ ​ແລະ ຄົນ​ຍາກຈົນ​ຖືກ​ກົດ​ຂີ່, ​ເອົາ​ລັດ​ເອົາ​ປຽບ, ຜູ້​ຄົນໝົດຫວັງ​ໃນ​ຊີວິດ. ສາສະໜາຄຣິດກໍ​ໄດ້​ເກີດ​ຂຶ້ນ​ໃນ​ຍຸກ​ນີ້ ​ໂດຍ​ມີ​ຄຳ​ສອນ​ທີ່​ເນັ້ນ​ໃນ​ເລື່ອງ​ຄວາມ​ສະ​ເໝີພາບ​ຂອງ​ມະນຸດ ​ແລະ ຈຳກັດ​ອຳນາດ​ຂອງ​ລັດ.

  1. ສິດທິ​ມະນຸດ​ໃນ​ສະ​ໄຫ​ມ​ໃຫມ່

ເປັນ​ຊ່ວງ​ທີ່​ມີ​ການ​ປ່ຽນ​ແປງ​ໃນ​ຫລາຍໆດ້ານ, ​ໄດ້​ມີ​ການ​ຄົ້ນ​ພົບ​ທາງ​ວິທະຍາສາດ​ທີ່​ມີ​ຜົນ​ຕໍ່ການ​ພັດທະນາ​ການ​ຂອງ​ມະນຸດ, ຄວາມ​ເຊື່ອ​​ໃນ​ເລື່ອງ​ເຫດຜົນ​ເຂົ້າ​ມາ​ແທນ​ສັດທາ, ການ​ໃຊ້​ເຫດຜົນ​ທີ່​ເປັນ​ວິທະຍາສາດ​ເຮັ​ດ​ໃຫ້​ອິດ​ທິພົນ​ຂອງ​ສາສະໜາ​ເຊື່ອມ​ລົງ, ມະນຸດ​ມີ​ຄວາມ​ປັນ​ຕົວ​ເອງຫລາຍ​ຂຶ້ນ. ​ໃນ​ສະຕະວັດ​ທີ 17 ຄວາມ​ເຊື່ອ​ໃນ​ເລື່ອງ​ເຫດຜົນ​ຂອງ​ມະນຸດ​ມີ​ຫລາຍ​ກວ່າ​ກົດ​ເກນ​ຂອງ​ພະ​ເຈົ້າ, ກົດ​ທຳ​ມະ​ຊາດ​ເປັນ​ເລື່ອງ​ເຫດຜົນ​ໃນ​ທາງ​ໂລກ ​ແລະ​ ມີ​ໄວ້​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ບຸກຄົນ. (​ແນວ​ຄວາມ​ຄິດ​ຂອງ​ທ່ານ ກາກ​ມາກ, ນັກ​ປັດ​ຊະ​ຍາ​ຊາວ​ເຢຍລະ​ມັນ​ກ່ຽວກັບ​ສັງຄົມ​ນິຍົມ ຫລື ລັດທິ​ຄອມ​ມູນິດ (The Communist Manifesto) ກໍ​ໄດ້​ເກີດ​ຂຶ້ນ​ໃນ​ສະ​ໄຫມ​ນີ້)

  1. ສິດທິ​ມະນຸດ​ໃນ​ສະ​ໄຫມ​ປັດຈຸບັນ

ໃນຍຸກນີ້ເປັນຍຸກແຫ່ງອຸດົມການ ຫລື ລັດທິທາງການເມືອງເຊັ່ນວ່າໄດ້ມີລັດທິປະຊາທິປະໄຕ ຫລື ທຶນນິ ຍົມ ແລະ ສັງຄົມນິຍົມເກີດຂຶ້ນ.

ພາຍຫລັງການສ້າງຕັ້ງອົງການ ສປຊ ໃນວັນທີ 24 ຕຸລາ 1945. ໃນມາດຕາ 1 ຂອງກົດບັດ ສປຊ ໄດ້ຂຽນໄວ້ວ່າ “ຈຸດປະສົງໃນການສ້າງຕັ້ງອົງການ ສປຊ ແມ່ນເພື່ອການຮ່ວມມືລະຫວ່າງຊາດຕ່າງໆ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ, ສັງຄົມ, ວັດທະນາທຳ ແລະ ສິດທິມະນຸດໂດຍບໍ່ຈຳແນກເຊື້ອຊາດ, ເພດ, ພາສາ, ແລະ ສາສະໜາ.”

ຈາກບົດບັນຍັດດັ່ງກ່າວ ສປຊ ຈິ່ງມີຄວາມຮ່ວມມືກັນເຮັດຖະແຫລງການສາກົນວ່າດ້ວຍສິດທິມະນຸດຂຶ້ນໃນວັນທີ 10 ທັນວາ 1948 (Universal Declaration of Human Rights) ຊຶ່ງຖືກັນວ່າເປັນສິດທິມະນຸດຂອງ ສປຊ ນັບແຕ່ນັ້ເປັນຕົ້ນມາ.

ຖະແຫລງການສາກົນບໍ່ແມ່ນກົດໝາຍ ຈິ່ງຂາດສະພາບບັງຄັບໃນກໍລະນີທີ່ມີການລະເມີດສິດທິມະ ນຸດເກີດຂຶ້ນ. ແຕ່ເນື້ອໃນຂອງຖະແຫລງການສາກົນຖືໄດ້ວ່າເປັນມາດຕະຖານຂອງສິດທິມະນຸດທີ່ປະເທດຕ່າງໆຍອມຮັບ. ຫລາຍປະເທດໄດ້ນຳເອົາຫລັກການຂອງຖະແຫລງການດັ່ງກ່າວໄປໃຊ້ເປັນຕົ້ນແບບຂອງການສ້າງກົດໝາຍຂອງຕົນເປັນຕົ້ນ ລັດຖະທຳມະນູນຂອງ ສປປ ລາວໝວດທີ IV, ມາດຕາ 34-50.

ສຳລັບປະເທດລາວໄດ້ລົງນາມເປັນພາຄີຂອງສອງສົນທິສັນຍາດັ່ງກ່າວນີ້ໃນທ້າຍປີ 2000 ປັດຈຸບັນ ສະພາແຫ່ງຊາດກໍໄດ້ຕົກລົງອະນຸມັດໃຫ້ສັດຕະຍາບັນສົນທິສັນຍາແລ້ວ.

ສປປ ລາວເລີ່ມມີການເຄື່ອນໄຫວຢ່າງຕັ້ງໜ້າໃນວຽກງານສິດທິມະນຸດໃນເວທີສາກົນ ແລະ ພາກພື້ນນັບແຕ່ປີ 1998 ເປັນຕົ້ນມາ ໃນໂອກາດສະຫລອງວັນຄົບຮອບ 50​ປີຂອງສະແຫລງການສາກົນວ່າດ້ວຍສິດທິມະນຸດເປັນຕົ້ນມາ. ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດໄດ້ເປັນຈຸດປະສານງານເພື່ອສຶກສາຄົ້ນຄວ້າກ່ຽວກັບການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາສາກົນ ແລະ ເພື່ອອະທິບາຍຕໍ່ຕ່າງປະເທດກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ລາວ, ຕອຍໂຕ້ຖ້ອຍທຳນອງໃສ່ຮ້າຍປ້າຍສີຕ່າງໆຂອງອິດທິກຳລັງປໍລະປັກຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວກ່ຽວກັບສິດທິມະນຸດ ແລະ ໄດ້ດຳເນີນການເຜີຍແຜ່ຢ່າງກວ້າງຂວາງ ໃນໝູ່ພະນັກງານ ແລະ ນັກຮຽນຮູ້ເພື່ອກຳໄດ້ເນື້ອໃນຈິດໃຈ ແລະ ຄວາມໝາຍສຳຄັນຂອງບັນດາສົນທິສັນຍາທີ່ ສປປ ລາວເປັນພາຄີ. ເພື່ອເຮັດໃຫ້ວຽກງານເພື່ອແຜ່ກົດໝາຍສິດທິມະນຸດສາກົນໄດ້ດຳເນີນຢ່າງກວ້າງຂວາງ ແລະ ມີໝາກຜົນ, ໃນປີ 2001, ໂຄງການກົດໝາຍສາກົນໄດ້ຮັບການສ້າງຕັ້ນຂຶ້ນໂດຍໄດ້ຮັບການຊ່ວຍເຫລືອຈາກອົງການ ສປຊ  ແລະ ປະເທດແຟງລັງ, ແລະ ໃນໄລຍະສອງ ແຕ່ປີ 2005-2008 ມີການຊ່ວຍເຫລືອຂອງ EU ເຂົ້າມາສົມທົບໃສ່ຕື່ມ.

ປັດຈຸບັນລາວເຂົ້າຮ່ວມ 7 ສົນທິສັນຍາດ້ານສິດທິມະນຸດ

ເພື່ອເຮັດໃຫ້ບັນດາສິດທີ່ໄດ້ກຳນົດໄວ້ໃນຖະແຫລງການວ່າດ້ວຍສິດທິມະນຸດໃນປີ 1948 ໄດ້ຮັບການຈັດ ຕັ້ງປະຕິບັດ. ໃນປີ 1966 ສະມັດຊາໃຫຍ່ໄດ້ຮັບຮອງເອົາ 2 ສົນທິສັນຍາ ຄື: 1.) ສົນທີສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນາທຳ; 2.) ສົນທິສັນຍາວ່າດ້ວຍສິດທິທາງດ້ານການເມືອງ ແລະ ສິດທິພົນລະເມືອງ. ມາຮອດປັດຈຸບັນ, ສະມາຊິກ ສປຊ  150 ກວ່າປະເທດໄດ້ເຂົ້າເປັນພາຄີຂອງສອງສົນທິສັນຍາດັ່ງກ່າວ, ແລະສົນທິສັນຍາອື່ນໆ

20190327001859.ppt