ກົດບັດອາຊຽນ ປຽບເໝືອນ ທໍາມະນູນອາຊຽນ ແມ່ນກໍານົດວາງລະບຽບການທໍາງານການຈັດຕັ້ງສະຖາບັນແລະແນວທາງກົດໝາຍຂອງອາຊຽນ ແລະ ໂຄງສ້າງອົງກອນ ໃຫ້ກັບອາຊຽນ; ໂດຍນອກຈາກຈະປະມວນສິ່ງທີ່ຖືເປັນຄ່ານິຍົມ ຫຼັກການ ແລະ ແນວທາງປະຕິບັດໃນອາດີດຂອງອາຊຽນ ມາປະກອບກັນເປັນຂໍ້ປະຕິບບັດຢ່າງເປັນທາງການນ ຂອງສາມະຊິກແລ້ວ ຍັງມີການປັບປຸງແກ້ໄຂ ແລະ ສ້າງກົນໄກໄໝ່ຂື້ນ ພ້ອມກຳນົດຂອບເຂດ ໜ້າທີ່ຄວາມຮັບຜິດຊອບ ຂອງອົງກອນທີ່ສຳຄັນໃນອາຊຽນ ຕະຫຼອດຈົນຮອດ ຄວາມສຳພັນການດຳເນີນງານຂອງອົງກອນເຫຼົ່ານີ້ ໃຫ້ສອດຄ່ອງກັບການປ່ຽນແປງຂອງໂລກໃນປັນຈຸບັນເພີ້ມຂື້ນ, ກົດບັດອາຊຽນນນີ້ໂດຍມຸ່ງຫວັງໃຫ້ອາຊຽນເປັນອົງການທີ່ມີປະສິດທິພາບ ແລະມີປະສິດທິຜົນສູງຂື້ນ ໃຫ້ຄວາມສຳຄັນຕໍ່ປະຊາຊົນຫຼາຍຂື້ນ ແລະ ເຄົາລົບກະຕິກາຮ່ວມກັນຫຼາຍຂື້ນ ທັງຍັງເຮັດໃຫ້ມີສະຖານະທາງນິຕິບຸກຄົນເປັນອົງກອນນລະຫວ່າງລັດຖະບານ (Intergovernmental Organization) ໂດຍຜູ້ນຳອາຊຽນໄດ້ຮ່ວມກັນລົງຍາມໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 13 ວັນທີ 18-22.11.2007ທີ່ ສິງກະໂປ ໃນໂອກາດຄົບຮອບ 40 ປີ ຂອງການສ້າງຕັ້ງອາຊຽນ ແລະ ປະກາດໃຊ້ວັນທີ 15ທັນວາ 2008 ຢູ່ຈາກາຕາ ປະເທດ ອິນໂດນິເຊຍເປັນຕົ້ນມາ.
- ຄວາມສຳຄັນຂອງກົດບັດອາຊຽນ
- ຫຼັກການຂອງກົດບົດອາຊຽນ
ຄວາມສຳຄັນຂອງກົດບັດອາຊຽນດ້ານເສດຖະກິດ: ເພື່ອສ້າງຕະຫຼາດ ແລະພື້ນຖານການຜະລິດດຽວທີ່ມີສະຖຽນລະພາບ, ໝັ້ນຄົງ ແລະມີຄວາມສາມາດໃນການແຂ່ງຂັນສູງ ມີການຮວມຕົວທາງດ້ານເສດຖະກິດທີ່ມີການເຄື່ອນຍ້າຍເສລີຂອງສິນຄ້າ, ການບໍລິການ, ການລົງທຶນ ແລະແຮງງານ ການເຄື່ອນຍ້າຍທຶນເສລີຫຼາຍຂື້ນ
ດ້ານການເມືອງຄວາມໝັ້ນຄົງ: ເພື່ອປົກປັກຮັກສາ ສະຖຽນນະພາບທາງການເມືອງ ໃນພາກພື້ນໃຫ້ພົ້ນຈາກການປໍລະປັກ ລະຫວ່າງປະເທດມະຫາອຳນາດ ແລະ ເພື່ອເສີມສ້າງເນັ້ນຄຸ້ມຄອງສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານ ເສີມສ້າງປະຊາທິປະໄຕ ເພື່ອເພີ່ມພູນທຳາມາພິບານ ແລະ ຫຼັກນິຕິທໍາ ຕອບສະໜອງຕໍ່ສີ່ງທ້າທາຍຄວາມໝັ້ນຄົງເຊັ່ນ ການກໍ່ການຮ້າຍ, ປົກປັກຮັກສາອາຊີຕາເວັນອອກສຽງໃຕ້ໃຫ້ເປັນເຂດປອດອາວຸດນິວເຄຼຍ ແລະບໍ່ມີອາວຸດທີ່ມີອານຸພາບໃນການທໍາລາຍລ້າງສູງທຸກຊະນິດ.
ດ້ານຄວາມໝັ້ນຄົງຂອງມະນຸດ: ເພື່ອບັນເທົາຄວາມຍາກຈົນ ແລະຫຼຸດຊ່ອງວ່າງການພັດທະນາພາຍໃນອາຊຽນ ໂດຍຜ່ານຄວາມຊ່ວຍເຫຼືອເຊີ່ງກັນ ແລະກັນ ພ້ອມກັບການສົ່ງເສີມພັດທະນນາຊັບພະຍາກອນມະນຸດຜ່ານຄວາມຮ່ວມມືດ້ານການສຶກສາ, ດ້ານການຮຽນຮູ້ຕະຫຼອດຊີວິດໃນດ້ານວິທະຍາສາດ ແລະເຕັກໂນໂລຊີເພື່ອສ້າງພະລັງປະຊາຊົນແລະເສີມສ້າງຄວາມເຂັ້ມແຂງແຫ່ງປະຊາຄົມອາຊຽນ.
ດ້ານສັງຄົມ:ສົ່ງເສີມອາຊຽນທີ່ມີປະຊາຊົນເປັນສູນກາງສ້າງສັງຄົມທີ່ປອດໄພໝັ່ນຄົງຈາກຢາເສບຕິດ ເພີ່ມພູນຄວາມກິນດີຢູ່ດີຂອງປະຊາຊົນອາຊຽນ ຜ່ານໂອກາດທີ່ເທົ່າທຽມກັນໃນການເຂົ້າເຖິງການພັດທະນາມະນຸດ ແລະ ຄວາມຍຸຕິທຳ.
ດ້ານວັດທະນະທຳ: ສົ່ງເສີມເອກະລັກຂອງອາຊຽນໂດຍເຄົາລົບຄວາມຫຼາກຫຼາຍທາງວັດທະນະທໍາ ແລະ ມໍລະດົກຂອງພາກພື້ນ ລວມທັງຮ່ວມກັນອະນຸລັກມໍລະດົກທາງວັດທະນະທຳ.
ດ້ານສິ່ແວດລ້ອມ:ສະໜັບສະໜູນການພັດທະນາຢ່າງໝັນຄົງທີ່ຄຸ້ມຄຄອງສະພາບແວດລ້ອມຄວາມຍືນຍົງຂອງຊັບພະຍາກອນທຳມະຊາດ.
ກົດບັດອາຊຽນໄດ້ກໍານົດໃຫ້ການບັງຄັບໃຊ້ຢູ່ບົນພື້ນຖານຂອງກົດໝາຍລະຫວ່າງປະເທດ ຄື: ການບໍ່ແຊກແຊງວຽກງານພາຍໃນຕັດສິນຂໍ້ພິພາດໂດຍສັນຕິວິທີ ແລະ ເນັ້ນໜັກໃຫ້ມີການລວມສູນຄວາມສຳພັນ ກັບ ພາຍນອກຈຶ່ງເຮັດໃຫ້ກົດບັດກາຍເປັນເສົາຫຼັກຂອງການສ້າງປະຊາຄົມອາຊຽນ ແລະ ເນັ້ນໜັກເຖິງຂໍ້ຜູກພັນທາງກົດໝາຍຂອງຂໍ້ຕົກລົງອາຊຽນຕ່າງໆ.
ກົນໄກອາຊຽນທີ່ປະຊຸມສຸດຍອດອາຊຽນເປັນອົງກອນສູງສຸດໃນການກໍານົດນະໂຍນບາຍຂອງອາຊຽນໂດຍມີການປະຊຸມສຸດຍອດ ປີລະ 2 ຄັ້ງ ມີຄະນະລັດຖະມົມົນຕີປະສານງານອາຊຽນ ທີ່ມາຈາກລັດຖະມົນຕີ ລະຫວ່າງປະເທດເປັນຜູ້ບໍລິຫານງານທົ່ວໄປ ແລະ ຄະນະລັດຖະມົນຕີປ ະຊາຄົມອາຊຽນດຳເນີນຕາມພັນທະກໍລະນີໃນແຕ່ລະສາຂາ ເລຂາທິການເປັນຫົວໜ້າ ເຈົ້າໜ້າທີ່ບໍລິຫານສຳລັບ ຕິດຕາມກວດກາຄວາມຄືບໜ້າໃນກິນຈະການຕ່າງໆ ຂອງອາຊຽນ ລວມທັງມີຄະນະຜູ້ແທນຖາວອນປະຈຳອາຊຽນເພື່ອສະໜັບສະໜຸນການເຮັດວຽກຂອງຄະນະລັດຖະມົນຕີປະຊາຄົມອາຊຽນ
ເມື່ອເດືອນທັນວາ 1997 ໃນການປະຊຸມສຸດຍອດອາຊຽນ ທີ່ກົວລາລໍາເປີ ເຊິ່ງເປັນກອງປະຊຸມທີ່ບໍ່ເປັນທາງການ ບັນດາຜູ້ນໍາປະເທດສາມະຊິກອາຽນໄດ້ຮ່ວມປະກາດ ວິໄສທັດ 2ົ020 (Asean Vision 2010) ໂດຍກຳນົດເປົ້າໝາຍວ່າພາຍໃນປີ 2020 ອາຊຽນຈະມີຮູບແບບຄວາມຮ່ວມມືທີ່ພັນທະນາໄກ້ຊິດໃຫ້ຫຼາຍຂື້້ນກວ່າເກົ່າ.
ຕໍ່ມາໃນການປະຊຸມຜູ້ນຳອາຊຽນຄັ້ງທີ 9 ວັນທີ 7-8.10.2003ທີ່ບາຫຼີ ໄດ້ລົງນາມປະຕິນຍາວ່າດ້ວຍການຮ່ວມມືອາຊຽນເພື່ອໃຫ້ເກີດປະຊາຄົມອາຊຽນ ພາຍໃນປີ 2020ໂດຍຈະປະກອບ 3 ເສົາຫຼັກ(pillars) ຄື: ປະຊາຄົມຄວາມໝັ້ນຄົງອາຊຽນ(ASEAN Security Community–ASC), ປະຊາຄົມເສດຖະກິດອາຊຽນ(ASEAN Economic Community-AEC) ແລະ ປະຊາຄົມສັງຄົມ-ວັດທະນະທຳອາຊຽນ(ASEAN Socio-Cultural Community-ASCC).
ຕໍ່ມາໃນວັນທີ 29-30.11.2004 ໄດ້ມີການປະຊຸມຜູ້ນໍາອາຊຽນຄັ້ງທີ 10 ທີ່ວຽງຈັນ ອາຊຽນຊື່ງໄດ້ສະໜັບສະໜຸບການຈັດການກົດບັດເພື່ອຮອງຮັບການຈັດຕັ້ງປະຊາຄົມອາຊຽນໃນປີ 2020.
ໃນວັນທີ12-14.10.2005 ໄດ້ປະຊຸມອາຊຽນຄັ້ງທີ 11ທີ ກົວລາລຳເປີ ບັນດາຜູ້ນຳໄດ້ຮ່ວມກັນປະກາດ ຫຼັກການສຳຄັນໃນການຈັດທຳກົດບັດອາຊຽນມອບໝາຍໃຫ້ ຄະນະຜູ້ຊົງວຸດທິ ເຊີ່ງຄະນະຜູ້ຊົງວຸດທິກໍ່ໄດ້ປະຊຸມຫາລືຮ່ວມກັບພາກສ່ວນຕ່າງໆ.
ໃນວັນທີ 11-14.1.2006 ໄດ້ປະຊຸມອາຊຽນຄັ້ງທີ 12 ທີ ຊາບູ ບັນດາຜູ້ນໍາໄດ້ຮ່ວມກັນປະກາດຮັບຮອງລາຍງານຂອງຄະນະຜູ້ຊົງວຸດທິ ມອບໃຫ້ ຄະນະທຳງານລະດັບສູງທີ່ມີຄວາມຊ່ຽວຊານໃຫ້ພິຈະລະນາ.
ຕໍ່ມາວັນທີ18-22.11.2007 ກອງປະຊຸມຄັ້ງທີ 13 ທີ ສິງກະໂປ ບັນດາຜູ້ນໍາໄດ້ມີການກວດສອບ ຮັບຟັງຄວາມຄິດເຫັນ ແລ້ວລົງນາມ .
ກົດບັດອາຊຽນໄດ້ຖືກລົງນາມໃນວັນທີ 20 ພະຈິກ 2007 ໂດຍບັນດາປະມຸກລັດ ຫຼື ຫົວໜ້າລັດຖະບານຂອງ 10 ປະເທດສະມາຊິກອາຊຽນ ທີ່ສິງກະໂປ ໃນໂອກາດກອງປະຊຸມສຸດຍອດຄັ້ງທີ 13 ໄດ້ມີຜົນບັງຄັບໃຊ້ໃນວັນທີ 15 ທັນວາ 2008 .ໃນກົດບັດອາຊຽນປະກອບມີ 13 ໝວດ, 55 ມາດຕາ ແລະ 4 ເອກະສານຊ້ອນທ້າຍ
ບັນດາຜູ້ນຳແຕ່ລະປະເທດຕາງໜ້າເຂົ້າຮ່ວມລົງນາມໃນການກົດບັດອາຊຽນມີຄື:
- ຕາງໜ້າ ບຣູໄນ ດາຣູສະລາມ(ລົງນາມ) Haji Hassanal BOLKIAH
ຊຸນຕານ ແຫ່ງ ບຣູໄນ ດາຣູສະລາມ - ຕາງໜ້າລາຊະອານາຈັກກຳປູເຈຍ (ລົງນາມ) Samdech hun sen
ນາຍຍົກລັດຖະມົນຕີ - ຕາງໜ້າສາທາລະນະລັດ ອິນໂດນິເຊຍ (ລົງນາມ) Dr.Susilo Bambang yudhoyono ປະທານະທິບໍດີ
- ຕາງໜ້າ ມາເລເຊຍ (ລົງນາມ)Dato’seri abdullah ahmad badawi
ນາຍຍົກລັດຖະມົນຕີ - ຕາງໜ້າສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ລົງນາມ)
- ຕາງໜ້າ ສາທາລະນະລັດ ຟີລິບປິນ (ລົງນາມ)Gloria macapagal-arroyo
ປະທານາທິບໍດີ - ຕາງໜ້າ ສະຫະພາບ ມຽນມາ (ລົງນາມ) ພົນເອກ thein sien ນາຍຍົລັດຖະມົນຕີ
- ຕາງໜ້າ ຣາຊະອານາຈັກໄທ (ລົງນາມ) ພົນເອກ Surayud chulanont
ນາຍົກລັດຖະມົນຕີ - ຕາງໜ້າ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ລົງນາມ) Ngunyen tan dung ນາຍົກລັດຖະມົນຕີ
- ຕາງໜ້າ ສາທາລະນະລັດ ສິງກະໂປ (ລົງນາມ) Lee Hsien Loong
ນາຍົກລັດຖະມົນຕີ.
ພະນະທ່ານ ບົວສອນ ບຸບຜາວັນນາ ຍົກລັດຖະມົນຕີ
ໃນກົດບັດອາຊຽນປະກອບມີ 13 ໝວດ, 55 ມາດຕາ ແລະ 4 ເອກະສານຊ້ອນທ້າຍມີດັ່ງນີ້:
- ໝວດທີ 1 ເປົ້າໝາຍ ແລະ ຫຼັກການ
- ໝວດທີ 2 ຖານະນິຕິບຸກຄົນ
- ໝວດທີ 3 ການເປັນສະມາຊິກ
- ໝວດທີ 4 ບັນດາອົງກອນ
- ໝວດທີ 5 ບັນດາອົງກອນທີ່ມີການພົວພັນກັບອາຊຽນ
- ໝວດທີ 6 ອະພິສິດ ແລະ ເອກະສິດ
- . ໝວດທີ 7 ການກໍານົດຂໍ້ຕົກລົງ
- . ໝວດທີ 8 ການແກ້ໄຂຂໍ້ຂັດແຍ່ງ
- ໝວດທີ 9 ງົບປະມານ ແລະ ການເງິນ
- ໝວດທີ 10 ການບໍລິຫານ ແລະ ຂັ້ນຕອນດໍາເນີນການ
- ໝວດທີ 11 ເອກະລັກ ແລະ ສັນຍາ
- ໝວດທີ 12 ການພົວພັນກັບພາຍນອກ
- ໝວດທີ 13 ບົດບັນຍັດທົ່ວໄປ ແລະ ບັນຍັດສຸດທ້າຍ
- ເອກະສານຊ້ອນທ້າຍທີ່ 2:ບັນດາອົງກອນຕ່າງໆທີ່ພົວພັນກັບອາຊຽນ:
- ເອກະສານຊ້ອນທ້າຍ 3: ທຸງອາຊຽນ
- ມາດຕາ7 ກອງປະຊຸມສດຍອດອາຽນ
- ມາດຕາ8 ສະພາປະສານງານອາຊຽນ
- ມາດຕາ 8 ບັນດາສະພາປະຊາຄົມອາຊຽນມາດຕາ10ບັນດາອົງກອນລັດຖະມົນຕີ ຂະແໜງການຂອງອາຊຽນ
- ມາດຕາ11 ເລຂາທິການໃຫ່ຍ ແລະທກອງເລຂາອາຊຽນ
- ມາດຕາ 12 ຄະນະກໍາມະການຜູ້ຕ່າງໜ້າຖາວອນປະຈໍາອາຊຽນ
- ມາດຕາ13 ກອງເລຂາອາຊຽນແຫ່ງຊາດ
- ມາດຕາ14 ອົງກອນສິດທິມະນຸດອາຊຽນ
- ມາດຕາ15 ມູນນິທິອາຊຽນ.
- ມາດຕາ16 ບັນດາອົງກອນທີ່ມີການພົວພັນກັບອາຊຽນ
- ມາດຕາທີ່17 ອະພິສິດ ແລະ ເອກະສິດຂອງອາຊຽນ
- ມາດຕາ20 ການປຶກສາຫາລື ແລະ ການເຫັນດີເປັນເອກະສັນ
- ມາດຕາ21 ການຈັດຕັ້ງປະຕິບັດ ແລະ ຂັ້ນຕອນດຳເນີນການ
- ມາດຕາ22 ຫຼັກການທົ່ວໄປ
- ມາດຕາ23 ການປະສານງານ, ການປະນີປະນອມ ແລະ ການໄກ່ເກ່ຍ
- ມາດຕາ24 ກົນໄກການແກ້ໄຂຂໍ້ຂັດແຍ່ງໃນບັນດາເອກະສານສະເພາະ
- ມາດຕາ25 ການສ້າງຕັ້ງບັນດາກົນໄກການແກ້ໄຂຂໍ້ຂັດແຍ່ງ
- ມາດຕາ26 ຂໍ້ຂັດແຍ່ງທີ່ບໍ່ໄດ້ຮັບການແກ້ໄຂ
- ມາດຕາ27 ການປະຕິບັດຕາມ
- ມາດຕາ28 ບົດບັນຍັດຂອງກົດບັດ ແລະ ລະບຽບສາກກົນອື່ນທີ່ກ່ຽວຂ້ອງ.
ມາດຕາ18 ອະພິສິດ ແລະ ເອກະສິດ ຂອງເລຂາທິການໃຫຍ່ອາຊຽນແລະ ພະນັກງານຂອງກອງເລຂາອາຊຽນ
ມາດຕາ19 ອະພິສິດ ແລະເອກະສິດຂອງຜູ້ຕາງໜ້າຖາວອນ ແລະ ເຈົ້າໜ້າທີ່ທີ່ປະຕິບັດໜ້າທີ່ວງກງານອາຊຽນ.
- ມາດຕາ29 ຫຼັກການທົ່ວໄປ
- ມາດຕາ30 ງົບປະມານການບໍລິຫານ ແລະ ການເງິນຂອງກອງເລຂາອາຊຽນ
- ມາດຕາ31 ປະທານອາຊຽນ
- ມາດຕາ32 ບົດບາດຂອງປະທານອາຊຽນ
- ມາດຕາ33 ພິທີການ ແລະ ການປະຕິບັດທາງການທູດ
- ມາດຕາ34 ພາສາທີ່ໃຊ້ເຮັດວຽກງານຂອງອາຊຽນ
- ມາດຕາ35 ເອກະລັກຂອງອາຊຽນ
- ມາດຕາ36 ຄໍາຂວັນອາຊຽນ
- ມາດຕາ37 ທຸງອາ່ຊຽນ
- ມາດຕາ38 ກົດໝາຍອາຊຽນ
- ມາດຕາ 39 ວັນອາຊຽນ
- ມາດຕາ40 ເພງສັນລະເສີນອາຊຽນ
- ມາດຕາ41 ການດໍາເນີນການພົວພັນກັບພາຍນອກ
- ມາດຕາ42 ປະເທດປະສານງານກັບຄູ່ເຈລະຈາ
- ມາດຕາ43 ບັນດາຄະນະກໍາມະການອາຊຽນຢູ່ປະເທດທີສາມ ແລະ ບັນດາອົງການຈັດຕັ້ງອາຊຽນ
- ມາດຕາ44 ສະຖານະພາບ ຂອງຄູ່ຮ່ວມພາຍນອກ
- ມາດຕາ45 ການພົວພັນກັບລະບົບຂອງອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ ແລະ ສະຖາບັນສາກົນ
- ມາດຕາ46 ການໃຫ້ການຮັບຮອງຜູ້ຕ່າງໜ້າຂອງບັນດາປະເທດທີ່ບໍ່ແມ່ນສະມາຊິກອາຊຽນປະຈໍາອາຊຽນ.
- ມາດຕາ47 ການລົງນາມ, ການໃຫ້ສັດຕະຍາບັນ, ການເກັບຮັກສາ ແລະ ການມີຜົນບັງຄັບໃຊ້
- ມາດຕາ48 ການດັດແກ້
- ມາດຕາ49 ພາລະບົດບາດ ແລະຫຼັກການດໍາເນີນການ
- ມາດຕາ50 ການທົບທວນຄືນ
- ມາດຕາ51 ການຕີຄວາມໝາຍຂອງກົດບັດອາຊຽນ
- ມາດຕາ52 ຄວາມຕໍ່ເນື່ອງທາງດ້ານກົດໝາຍ
- ມາດຕາ53 ຕົ້ນສະບັບກົດບັດອາຊຽນ
- ມາດຕາ54 ການຂຶ້ນທະບຽນກົດບັດອາຊຽນ
- ມາດຕາ55 ຊັບສິນຂອງອາຊຽນ.
- ເອກະສານຊ້ອນທ້າຍ1: ບັນດາອົງກອນ ລັດຖະມົນຕີຂະ
ແໜງການອາຊຽນ.
- ມີປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (ASC)
- ປະຊາຄົມເສດຖະກິດອາຊຽນ ( AEC)
- ປະຊາຄົມສັງຄົມ-ວັດທະນາທໍາອາຊຽນ (ASCC)
- ລັດຖະສະພາ
- ອົງກອນພາກທຸລະກິດ.
- ສະຖາບັນຄົ້ນຄ້ວາ ແລະ ວິຊາການ.
- ອົງການຈັດຕັ້ງສັງຄົມພົນລະເຮືອນ
- ອົງການອື່ນໆທີ່ມີສ່ວນຮ່ວມໃນອາຊຽນ
ທຸງອາຊຽນທີ່ນໍາໃຊ້ເຂົ້ົ້າໃຊ້ໃນກອງປະຊຸມຕ່າງໆຂອງອາຊຽນມີ 4 ປະເພດຄື:ທຸງຕັ້ງໂຕະ, ທຸງປະດັບຫ້ອງ,ທຸງປະດັບລົດ ແລະ ທຸກພາກສະໜາມ ເຊິ່ງ ແຕ່ລະປະເພດມີສີຄືກັນ ແຕ່ມີຂະໜາດ ແລະ ວັດສະດຸທີ່ແຕກຕ່າງກັນ ທຸງອາຊຽນແມ່ນສະແດງເຖິງອາຊຽນ ທີ່ມີສະຖຽນລະພາບ, ສັນຕິພາບ, ເອກະພາບ ແລະ ຄວາມເຂັ້ມແຂງ
- ສີຟ້າ ໝາຍເຖິງສັນຕິພາບ ແລະ ສະຖຽນລະພາບ.
- ສີແດງ ໝາຍເຖິງຄວາມກ້າຫານ ແລະ ເຂັ້ມແຂງ
- ສີຂາວ ໝາຍເຖິງຄວາມສະອາດສົດໃສ
- ສີເຫຼືອງ ໝາຍເຖິງສັນຍາລັກແຫ່ງຄວາມອຸດົມສົມບູນ
- ຮວງເຂົ້າ ສະແດງເຖິງຄວາມຝັນຂອງບັນພະບູລຸດ ຜູ້ສ້າຕັ້ງອາຊຽນ ທີ່ປະກອບດ້ວຍບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ຜູກພັນກັນດ້ວຍມິດຕະພາບ ແລະ ຄວາມສາມັກຄີ
- ວົງກົມ ໝາຍເຖິງຄວາມເປັນເອກະພາບຂອງອາຊຽນ
- ເອກະສານຊ້ອນທ້າຍ4: ກາໝາຍອາຊຽນ
ກາໝາຍອາຊຽນແມ່ນ ຕົ້ນເຂົ້າສີເຫຼອງ 10 ຕົ້ນ ມັດລວມກັນໄວ້ ເຊິ່ງສະແດງເຖິງອາຊຽນລວວມກັນເປັນມິດຕະພາບ ,ຄວາມເປັນນ້ຳໜຶ່ງໃຈດຽວກັນ ທີ່ມີສະຖຽນລະພາບ, ສັນຕິພາບ, ເອກະພາບ ແລະ ຄວາມເຂັ້ມແຂງ
- ສີຟ້າ ໝາຍເຖິງສັນຕິພາບ ແລະ ສະຖຽນລະພາບ.
- ສີແດງ ໝາຍເຖິງຄວາມກ້າຫານ ແລະ ເຂັ້ມແຂງ
- ສີຂາວ ໝາຍເຖິງຄວາມສະອາດສົດໃສ
- ສີເຫຼືອງ ໝາຍເຖິງສັນຍາລັກແຫ່ງຄວາມອຸດົມສົມບູນ
- ຮວງເຂົ້າ ສະແດງເຖິງຄວາມຝັນຂອງບັນພະບູລຸດ ຜູ້ສ້າຕັ້ງອາຊຽນ ທີ່ປະກອບດ້ວຍບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ຜູກພັນກັນດ້ວຍມິດຕະພາບ ແລະ ຄວາມສາມັກຄີ
- ວົງກົມ ໝາຍເຖິງຄວາມເປັນເອກະພາບຂອງອາຊຽນ
- ແບບຕົວໜັງສືໃຊ້ສຳລັບຄຳວ່າ “ASEAN” ໃນກາໝາຍແມ່ນຂຽດ້ວຍແບບຕົວໜັງສື Helvetica ເປັນຕົວໜັງສືເຂັ້ມຢູ່ລຸ່ມຂອງຮວງເຂົ້າ.
- ກ່ອນມີການກົດບັດອາຊຽນ
- ຫຼັງມີການກົດບັດອາຊຽນ
- ອາຊຽນເນັ້ນຄວາມຮ່ວມມືລະຫວ່າງປະເທດສະມາຊິກໃນຄວາມສໍາພັນລະຫວ່າງລັດຕໍ່ລັດເປັນສໍາຄັນ.
- ຮູບແບບຄວາມຮ່ວມມືຂອງອາຊຽນມີມິດຕະພາບ ປະເທດສະມາຊິກໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະກັນ.
- ສ່ວນໃຫຍ່ບໍ່ມີການກໍານົດສິດທິໜ້າທີ່ ຕາມກົດໝາຍລະຫວ່າງປະເທດ ດ້ວຍເຫດນີ້ອາຊຽນຈື່ງບໍ່ໄດ້ສ້າງລັດຖະທໍາມະນູນ.
- ໂຄງສ້າງຂອງອາຊຽນ ມີກົນໄກຄວາມຮ່ວມມືພັດທະນາເປັນແບບຄ່ອຍໆເປັນຄ່ອຍໆໄປ.
ໃນໄລຍະທີ່ຍັງບໍ່ມີການກົດບັດອາຊຽນ ກອງປະຊຸມສຸດຍອດອາຊຽນບໍ່ໄດ້ຈັດຂື້ນຕໍ່ເນື່ອງ ແຕ່ຈະຈັດຂື້້ນບົນພື້ນຖານ ຄວາມພ້ອມຂອງບັນດາປະເທດສະມາຊິກ ຫຼື ເມື່ອມີບັນຫາຮີບດ່ວນ ທີ່ສົມຄວນຕ້ອງໄດ້ມີການຈັດກອງປະຊຸມຂື້ນ ດັ່ງທີ່ໄດ້ສະແດງອອກເມື່ອ ກອງປະຊຸມສຸດຍອດອາຊຽນຄັ້ງທຳອິດປີ 1976 ທີ່ມີພຽງ 5 ປະເທດທີ່ເປັນສະມາຊິກຄື: ອິນໂດເນເຊຍ,ມາເລຍເຊຍ,ຟິລິບປິນ,ສິງກະໂປ ແລະ ໄທ. ເຊິ່ງໄດ້ໝູນວຽນກັນເປັນເຈົ້າພາບຈັດກອງປະຊຸມ ແລະສັງເກດເຫັນວ່າ ໃນໄລຍະນີ້ຈຸດປະສົງຕົ້ນຕໍໃນການຈັດຄອງປະຊຸມ ແມ່ນເພື່ອເຮັດຮັດແໜ້ນຄວາມສາມະຄີພາຍໃນປະເທດສາມະຊິກ. ຕໍ່ມາເນື່ອງຈາກໄລຍະຫ່າງໃນການຈັດກອງປະຊຸມ ຄັ້ງທີ 2 ແລະ ຄັ້ງປີ 3 ແມ່ນຫ່າງໄກກັນ 10 ປີ. ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 3 ທີ່ ມະລິນາ; ປີ 1988 ບັນດາຜູ້ນຳອາຊຽນຂື້ນເປັນທຸກໆ 5 ປີ ເຖິງແນວໃດກໍ່ຕາມ; ໃນກອງປະຊຸມອາຊຽນຄັ້ງຕໍ່ມາທີ່ປະເທດ ສິງກະໂປ. ປີ 1992 ກໍໄດ້ສະເໜີໃຫ້ຈັດກອງປະຊຸມສຸດຍອດອາຊຽນເປັນທຸກໆ 3 ປີແທນ. ຕໍ່ມາປີ 2001 ບັນດາຜູ້ນຳອາຊຽນໄດ້ສະເໜີໃຫ້ຈັດກອງປະຊຸມ 1 ຄັ້ງຕໍ່ປີ ເພື່ອແກ້ໄຂ້ປະເດັນບັນຫາດ່ວນທີ່ສົ່ງຜົນກະທົບໃນພື້້ນທ່ີ່ ປະເທດສະມາຊິກທີ່ຈະໄດ້ຮັບເລືອກໃຫ້ເປັນເຈົ້າພາບ ຈັດກອງປະຊຸມຂືນໂດຍລຽງຕາມຕົວອັກສອນ ຍົກເວັ້ນປະເທດ ມຽນມ້າ ເຊິ່ງຖືກຍົກເຍິກເປັນເຈົ້າພາບກອງປະຊຸມໃນປີ 2006 ເນື່ອງຈາກວ່າບັນຫາ ທາງດ້ານສິດທິມະນຸດເຊີ່ງມີແຮງດັນ ຈາກສະຫະລັດອາເມລິກາ ແລະ ສະຫະພາບເອີລົບ ມາຕັ້ງແຕ່ປີ 2004 .
ອາຊຽນໄດ້ເພີ່ມໜ່ວຍງານຫຼາຍຂື້ນຄື:
- ກໍານົດກອງປະຊຸມສຸດຍອດອາຊຽນເປັນປີລະ 2 ຄັ້ງ.
- ຕັ້ງຄະນະລັດຖະມົນຕີປະຈໍາປະຊາຄົມອາຊຽນຕາມ3ເສົາຫຼັກ
- ຄື: ການເມືອງ,ເສດຖະກິດ, ວັດທະນາທໍາ-ສັງຄົມ.
- ແຕ່ງຕັ້ງທູດປະຈໍາອາຊຽນຂອງແຕ່ລະປະເທດໄປປະຈໍາທີ່
- ກຸງຈາກາຕາ.
- ເພີ່ມຄວາມແໜ້ນແພ້ນໂດຍການບໍ່ແຊກແຊງເຂົ້າໃນກິດຈະການພາຍໃນ.
ພາຍຫຼັງທີ່ມີການກົດບັດອາຊຽນໄດ້ປະກາດໃຊ້ຢ່າງເປັນທາງການໃນວັນທີ 15ທັນວາ 2008 ກົດບັດອາຊຽນໄດ້ກໍານົດໃຫ້ມີການຈັດກອງປະຊຸມສຸດຍອດອາຊຽນເປັນປີລະ 2 ຄັ້ງ ກໝູນວຽນກັນຈັດຕາມຕົວອັກສອນ ໂດຍລັດສາມະຊິກທີ່ດຳຕຳແໜ່ງປະທານອາຊຽນໃນປີນັ້ນໆ ເປັນເຈົ້າພາບຜູ້ຈັດກອງປະຊຸມ ແລະ ໃຫ້ລັດສະມາຊິກເປັນປະທານອາຊຽນໃນກອງປະຊຸມອີກດ້ວຍ ແຕ່ເຖີງວ່າປະເທດທີ່ເປັນເຈົ້າພາບເປັນຜູ້ກຳນົດວັນ ເວລາ ແລະ ສະຖາມທີ່ປະຊຸມເອງ ແຕ່ກໍຕ້ອງ ໝົດ ຫາກມີເຫດຕ້ອງຍົກເຍີກ ຫຼື ເລື່ອນກອງປະຊຸມ ລວມທັງຍ້າຍສະຖານທີ່ປະຊຸມກໍຕ້ອງໄດ້ຮັບໄດ້ຮັບສັນທາມະຕິຈາກລັດສາມະຊິກທັງໝົດ.
ເອກະສານອ້າງອິງ
- ກົດບັດອາຊຽນ ສະບັບພາສາລາວ
- ກົມອາຊຽນ,ກະຊວງການຕ່າງປະເທດ ປະຫວັດ ແລະ ຄວາມເປັນມາຂອງອາຊຽນ, 1997
- ສົມກຽດ ອ່ອນວິມົນ,ຄໍລຳບັນທຶກອາຊຽນ, ໂຄງຮ່າງ ແລະ ການເຮັດວຽກຂອງອາຊຽນ: ກອງປະຊຸມອາຊຽນ
- http://www.asean.org
- http://www.wiki.kpi.ac.th
- www.youtube.com กำนืดอาเชืยน
- www.thai-aec.com
- http://th.m.wikipedia.org
- www.mfa.go.th
ຢາກໄດ້ມາດຕາ 1-6 ເດ
ຢາກໄດ້ເປັນ PDF ປະກອບມີມາດຕາ1-6