ກໍລະນີ ການຄ້າມະນຸດ ເລື່ອງ: ນາງມິວ
ນາງມິວ ເດັກຍິງ ອາຍຸ 18 ປີ ລາວ ແມ່ນ ລູກຄົນທີ່ 7 ຂອງຄອບຄົວ ຊາວນາ ທຸກຈົນຄອບຄົວໜຶ່ງ ຂອງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ.
ມື້ໜຶ່ງ ເວລາ ລາວອາຍຸ 15ປີ, ໄດ້ມີ ຍິງຄົນໜຶ່ງທີ່ຊື່ວ່າ ນາງມາ, ອາຍຸ ປະມານ 30 ປີ ທີ່ຢູ່ໃນໝູ່ບ້ານດຽວກັນ ມາຊວນລາວ ໄປຂາຍເຄື່ອງຢູ່ ຊຽງຂອງ, ເງິນເດືອນ 2000 ບາດ,ຖ້າມີ ໝູ່ກໍໃຫ້ເອົາໝູ່ໄປນຳ. ຈາກນັ້ນ ນາງມິວ ໄດ້ໄປຊວນເອົາໝູ່ ທີ່ຮຽນຢູ່ຫ້ອງດຽວກັນ,ທີ່ຊື່ວ່າ ນາງດາ ໄປນຳ ພໍ່ແມ່ຂອງ ທັງສອງຄົນ ບໍ່ຄ່ອຍເຫັນປານໃດ. ຈາກນັ້ນ ນາງມາ ໄດ້ນັດໃຫ້ທັງສອງຄົນ ແຕ່ 6 ໂມງເຊົ້າ ໃຫ້ມາຂື້ນລົດໂດຍສານ, ແລ້ວເຂົາເຈົ້າ ທັງສາມຄົນ ກໍມາເຖິງທ່າດານ ຫ້ວຍຊາຍ, ນາງມາ ໄດ້ເວົ້າກັບຕຳຫຼວດວ່າ ຈະເປັນຢາມພີ່ນ້ອງ ແລ້ວກໍພາທັງສອງຄົນ ລົງເຮືອ ໄປຊຽຂອງ.
ເມື່ອໄປຮອດຊຽງຂອງ ປະມານ 5 ມື້ ແລ້ວກໍມີ ຊາຍຄົນໜຶ່ງ ມາຮັບໄປແມ່ສາຍ ໃນລະຫວ່າງນັ້ນ ນາງມາ ໄດ້ເອົາເງິນ 2.000 ບາດ ແລະ ສາຍຄໍ ໃຫ້ຕຳຫຼວດ ເພື່ອຫຼີກລ້ຽງການຈັບກຸມ ໃນຂໍ້ຫາ ບໍ່ມີໜັງສື ຜ່ານແດນ.
ຈາກນັ້ນ ນາງມາ ກໍກັບມາປະເທດລາວ, ສ່ວນເດັກຍິງທັງສອງຄົນ ກໍມີຜູ້ຊາຍ ອີກຜູ້ໜຶ່ງພາໄປຊຽງລາຍ, ທັງສອງຄົນຖືກຍັດໃສ່ ກ້ອງບ່ອນນັ່ງຂອງລົດເມ ແລະ ເອົາກະເປົາເຄ່ືອງອັດ. ທັງສອງຄົນບໍ່ຮູ້ວ່າເຂົາເຈົ້າພາໄປຮອດໃສ, ພາຍຫຼັງມາຈຶ່ງຮູ້ວ່າ ແມ່ນມາເຖິງບາງກອກ.ຊາຍຄົນນັ້ນ ໄດ້ພາທັງສອງຄົນ ມາຂາຍ ໃຫ້ທ້າວ ຊາ ຄິດເປັນເງິນ 30.000ບາດຕໍ່ຄົນ.
ທັງສອງຄົນ ພັກຢູ່ ຫໍພັກ ທີ່ຖືກຫ້າມບໍ່ໃຫ້ຄົນນອກເຂົ້າໄດ້ ແລະ ແຕ່ລະມື້ ມີລົດຮັບສົງ ໄປເຮັດວຽກຢູ່ ທີ່ໂຮງນວດ.ຢູ່ທີ່ນັ້ນ ມີຄົນເຮັດວຽກ ລະຫວ່າງ 100-200 ຄົນ ແລະ ກໍໄດ້ຮູ້ວ່າ ມີຄົນລາວມາ ຈາກ ວຽງຈັນ ປະມານ 10ກວ່າຄົນ ແລະ ມີຄົນພະມ້າຫຼາຍ. ທຳອິດເຂົາເຈົ້າພາທັງສອງຄົນ ໄປເສີມດັງ,ຂັດຜິວ, ແລະ ເປິດບໍລິສຸດ, ແລ້ວກໍພາໄປເຝິກແອບ ການນວດ ທີ່ເຂົາເຈົ້າເອີ້ນວ່າ ເຝິກງານ. ທຸກໆມື້ ພວກເຂົາ ເລີ່ມງານແຕ່ 12 ໂມງສວຍ ເຖີງ 1-2ໂມງເຊົ້າ, ພວກເຂົາຈໍາເປັນຕ້ອງແຕ່ງໜ້າ ແຕ່ງຕົວທຸກມື້ ແລ້ວ ນັ່ງຢູ້ຕູ້ ທີ່ມີກ-ມໄວ້ ເປັນແຖວ ເພື່ອລໍຖ້າໃຫ້ມີລູກຄ້າມາຊີ້ຕົວເອົາ, ຈໍານວນລູກຄ້າ ຕໍ່ຄົນ ອາດຈະເຖີງ 8-9 ຄົນຕໍ່ມື້.ລູກຄ້າ ຈະຈ່າຍ ປະມານ 1.500 ບາດຕໍ່ຄັ້ງ ແຕ່ເງິນຈຳນວນນັ້ນ ບັນດາຜູ້ຍິງເຫຼົ່ານັ້ນ ບໍ່ໄດ້ຮັບ.
ໃນເບື້ອງຕົນ ເຂົາເຈົ້າ ບໍ່ຖືກອະນຸຍາດໃຫ້ອອກໄປທາງໃດ ຈົນຮອດ ປະມານ 2-3 ເດືອນ ການກິນຢູ່ຂອງເຂົາເຈົ້າແມ່ນ ຈຳເປັນຕ້ອງໄດ້ເຊັນ ເບິກຈາກ ບໍລິສັດ ແລະ ຊື້ກິນເອງ.ຜູ້ຈັດການໄດ້ພາ ໄປເຮັດບັດຕ່າງດ້າວ ແຕ່ບັດນັ້ນ ແມ່ນຜູ້ຈັດການຮັກສາໄວ້. ຖ້າຈະມີຕຳຫຼວດມາກວດ ກໍຈະມີ ສາຍມາບອກ ບໍລິສັດ ລ່ວງໜ້າ ແລ້ວຜູ້ຈັດການ ກໍຈະບອກໃຫ້ຢຸດງານ ຫຼື ບໍ່ກໍຍ້າຍຄົນໄປບ່ອນອື່ນ. ປະມານ ສອງສາມເດືອນ ລາວຈະຖືກຍ້າຍໄປເຮັດວຽກ ຢູ່ບ່ອນໃໝ່, ທຸກໆທິດຈະມີ ແພດມາກວດ ສຸຂະພາບ ກັບທີ່ເຊິ່ງລວມມີ: ກວດສຸຂະພາບທົ່ວໄປ,ກວດເລືອດ, ແລະ ກວດມົດລູກ. ຖ້າໃຜບໍ່ສະບາຍຫຼາຍ ກໍຈະຢຸດງານ ຫຼື ພາໄປໂຮງໝໍ. ຖ້າຜູ້ໃດ ບໍ່ຢາກເຮັດວຽກ ກໍຈະມີ ຜູ້ທີ່ພາມາຂາຍນັ້ນ-ເອເຢັນ ມາຮ້າຍດ່າ ແລະ ບັງຄັບ. ຢູ່ມາມື້ໜຶ່ງ ນາງດາ ໄດ້ປະຕິເສດ ທີ່ຈະເຮັດວຽກ ແລະ ກໍຮ້ອງໃຫ້ ຢາກກັບບ້ານ, ແລ້ວກໍມີຕໍາຫຼວດ 2-3 ຄົນມາຈັບຕົວນາງໄປ, ແຕ່ນັ້ນມາ ນາງມິວ ກໍບໍ່ຮູ້ສະພາບ ຂອງໝູ່ລາວ ອີກເລີຍ.
ພາຍຫຼັງເຮັດວຽກຢູ່ ບາງກອກ ປະມານ 2 ປີ, ຂະນະທີ່ນາງໄປຕະຫຼາດ ນາງມິວໄດ້ ບັງເອີນ ພົບກັບໝູ່ ນາງຟອງ ທີ່ມາຈາກບ້ານດຽວກັນ ເຊິ່ງກໍາລັງເຮັດວຽກ ຢູ່ຮ້ານຂາຍເຄື່ອງກິນ ທີ່ມີຄອບຄົວ ເປັນຄົນໄທ. ນາງຟອງ ໄດ້ຊ່ວຍນາງມິວ ລັກອອກມາຈາກ ໂຮງນວດ ແລະ ນາງມິວ ກໍ່ໄດ້ມາຢູ່ນຳ ນາງຟອງ ປະມານ 5 ເດືອນ. ນາງຟອງໄດ້ພາ ນາງມິວ ເດີນທາງ ຈາກບາງກອກ ມາເຖີງ ຊຽງລາຍ ແລະ ພີ່ນ້ອງ ທີ່ເປັນຕໍາຫຼວດໄທ ກໍຊ່ວຍ ແລະ ນາງມິວ ກໍຫຼຸດພົ້ນ ຈາກການກວດ ຂອງຕຳຫຼວດ ຂ້າມແດນ ມາເຖີງລາວ ໃນໄລຍະຕົ້ນເດືອນ ມີນາ 2003.
ຈາກນັ້ນພໍ່ແມ່ຂອງ ນາງມິວ ກໍໄດ້ມາສະເໜີຕົວຕໍ່ ນາຍບ້ານ, ທາງນາຍບ້ານ ແລະ ພໍ່ແມ່ຂອງລາວໄດ້ສະເໜີ ຄະດີຕໍ່ຂັ້ນເມືອງ. ນາງມາ ເຖີງຕຳຫຼວດຈັບຕົວ ກໍປ່ອຍຕົວ ຍ້ອນວ່າ ມີພີ່ນ້ອງເປັນຕຳຫຼວດ. ຈາກນັ້ນມາ ທາງບ້ານ ກໍພະຍາຍາມ ໃຫ້ນາງມາ ເຊັນໜັງສື ເພື່ອປະຕິຍານວ່າ ຈະບໍ່ກະທຳແບບນີ້ອີກ.