​ຄວາມຮູ້ພື້ນຖານກ່ຽວກັບນິຕິກຳຂອງ ສປປ ລາວ


ຄວາມຮູ້ພື້ນຖານກ່ຽວກັບນິຕິກຳຂອງ ສປປ ລາວ

1. ຄວາມໝາຍນິຕິກຳ ຂອງ ສປປ ລາວ. ນິຕິກຳແມ່ນເອກະສານທາງດ້ານກົດໝາຍທີ່ວາງອອກໂດຍອົງການລັດ, ຊຶ່ງແບ່ງອອກເປັນສອງປະເພດ ຄື: ນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ນິຕິກຳທີ່ມີຜົນບັງຄັບສະເພາະ. ນິຕິກຳທີ່ມີຜົນບັງຄັບທົ່ວໄປ ແມ່ນນິຕິກຳທີ່ວາງອອກເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ ໂດຍບໍ່ໄດ້ເຈາະຈົງໃສ່ບຸກຄົນໃດໜຶ່ງ ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນ ແລະ ມີອາຍຸການນຳໃຊ້ຍາວນານ. ຕົວຢ່າງ: ກົດໝາຍວ່າດ້ວຍກຳມະສິດ. ນິຕິກຳມີຜົນບັງຄັບສະເພາະ ແມ່ນນິຕິກຳທີ່ວາງອອກເພື່ອຮັບໃຊ້ວຽກງານຄຸ້ມຄອງບໍລິຫານໂດຍເຈາະຈົງ ໃສ່ບຸກຄົນໃດໜຶ່ງ. ຕົວຢ່າງ: ລັດຖະດຳລັດຂອງປະທານປະເທດ ກ່ຽວກັບປະດັບຫຼຽນໄຊ, ດຳລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ. 2. ຄວາມສຳຄັນຂອງນິຕິກຳ. ແຕ່ໃດໆມາປະຊາຊົນບັນດາເຜົ່າເຄີຍດຳລົງຊີວິດຢູ່ຮ່ວມກັນ ແລະ ເຄື່ອນໄຫວຕາມຮີດຄອງປະເພນີ, ມີຄວາມເຊື່ອຖືທີ່ຄ້າຍຄືກັນໃນຊຸມຊົນ, ມີການເຄົາລົບ ແລະ ນັບຖືເຊິ່ງກັນ ແລະ ກັນ. ມາຮອດປະຈຸບັນນີ້ສັງຄົມ ໄດ້ຂະຫຍາຍໃຫຍ່ຂຶ້ນມີແຕ່ປະຕິບັດຕາມຮີດຄອງປະເພນີຢ່າງດຽວເທົ່ານັ້ນແມ່ນບໍ່ພຽງພໍ. ຖ້າມີບຸກຄົນ ຫຼື ການຈັດ ຕັ້ງໃນສັງຄົມຫາກເຮັດຕາມຄວາມມັກຂອງຕົນ ເຊິ່ງກໍ່ຄວາມເສຍຫາຍ ແລະ ແຕະຕ້ອງເຖິງສິດຜົນປະໂຫຍດຂອງ ບຸກຄົນ ຫຼື ສ່ວນລວມ, ສັງຄົມກໍ່ຈະເກີດຄວາມວຸ້ນວາຍ, ບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮ້ອຍ. ດັ່ງນັ້ນ ເພື່ອໃຫ້ຄົນເຮົາຢູ່ຮ່ວມກັນຢ່າງສັນຕິ, ມີຄວາມຍຸຕິທຳ ແລະ ສະເໝີພາບກັນນັ້ນຈຳເປັນຕ້ອງໄດ້ສ້າງກົດໝາຍ ແລະ ນິຕິກຳອື່ນໆ ເພື່ອຄວບຄຸມການປະພຶດຂອງຄົນໃນສັງຄົມ, ປົກປ້ອງສິດຜົນປະໂຫຍດຂອງບຸກຄົນ ແລະ ສ່ວນລວມ ພ້ອມທັງແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນໃນແຕ່ລະໄລຍະ. ນອກນີ້ນິຕິກຳຕ່າງໆ ຍັງມີຄວາມສຳຄັນໃນການກຳນົດເຖິງແນວທາງນະໂຍບາຍຂອງພັກ ແລະ ລັດທີ່ວາງ ອອກໃນແຕ່ລະໄລຍະ ແລະ ສອດຄ່ອງກັບຈຸດພິເສດ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດ ແລະ ຄວາມປາດຖະໜາດີຂອງປະຊາຊົນບັນດາເຜົ່າ. 3. ລະບົບນິຕິກຳຂອງ ສປປ ລາວ. ລະບົບນິຕິກຳຢູ່ ສປປ ລາວ ປະກອບດ້ວຍນິຕິກຳຫຼາຍປະເພດ ຊຶ່ງແຕ່ລະປະເພດມີລະດັບ ທີ່ແຕກຕ່າງ ກັນ ມີຂະບວນການພິຈາລະນາ, ຜູ້ຮັບຮອງ, ມີອຳນາດໃນການບັງຄັບໃຊ້ທີ່ແຕກຕ່າງກັນ. ແຕ່ນິຕິກຳຂັ້ນລຸ່ມ ຈະຕ້ອງສອດຄ່ອງກັບນິຕິກຳຂັ້ນສູງກວ່າ ແລະ ຕ້ອງສອດຄ່ອງກັບລັດຖະທຳມະນູນ ຊຶ່ງເປັນນິຕິກຳຂັ້ນສູງສຸດ. (ລັດຖະບັນຍັດ ຂອງປະທານປະເທດ 02/ສປປ, ມາດຕາ 11) 4. ຄວາມໝາຍຂອງນິຕິກຳໃນແຕ່ລະປະເພດ. ລັດຖະທຳມະນູນ. ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານທີ່ສຳຄັນທີ່ສຸດຂອງຊາດ ຊຶ່ງກຳນົດລະບອບການເມືອງ, ລະບອບເສດຖະກິດ ແລະ ສັງຄົມ, ສິດ ແລະ ພັນທະຂອງພົນລະເມືອງລາວ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກອຳນາດລັດ, ລັດຖະທຳມະນູນ ແມ່ນສະພາແຫ່ງຊາດເປັນຜູ້ຮັບຮອງເອົາ ດ້ວຍຄະແນນສຽງຢ່າງໜ້ອຍ ສອງສ່ວນສາມຂອງຈຳນວນສະມາຊິກສະພາທັງໝົດ (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 12). ກົດໝາຍ. ກົດໝາຍ ແມ່ນນິຕິກຳຂອງສະພາແຫ່ງຊາດເຊິ່ງກຳນົດຫຼັກການ, ນະໂຍບາຍ, ລະບຽບການ, ກົດຂໍ້ບັງຄັບ ແລະ ມາດຕະການແນ່ໃສ່ດັດປັບສາຍພົວພັນສັງຄົມ ໃນຂົງເຂດໃດໜຶ່ງທີ່ສຳຄັນ, ມີຜົນບັງຄັບໃນຂອບເຂດທົ່ວ ປະເທດ ແລະ ນຳໃຊ້ຍາວນານ; ກົດໝາຍແມ່ນສະພາແຫ່ງຊາດເປັນຜູ້ຮັບຮອງເອົາ ດ້ວຍຄະແນນສຽງສ່ວນຫຼາຍ ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 13). ມະຕິຕົກລົງຂອງສະພາແຫ່ງຊາດ. ມະຕິຕົກລົງຂອງສະພາແຫ່ງຊາດ ແມ່ນການຕົກລົງຮັບຮອງເອົາບັນຫາໃດໜຶ່ງ ທີ່ໄດ້ນຳມາພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ການຮັບຮອງເອົາກົດໝາຍ ແລະ ບັນຫາອື່ນໆທີ່ນອນຢູ່ໃນຂອບເຂດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 14). ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ. ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ແມ່ນການຮັບຮອງເອົາບັນຫາໃດໜຶ່ງ ທີ່ໄດ້ນຳມາພິຈາ ລະນາໃນກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາ ແຫ່ງຊາດ, ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ລວມທັງການຕີຄວາມໝາຍ ລັດຖະທຳມະນູນ, ກົດໝາຍ ແລະ ບັນຫາອື່ນໆທີ່ນອນຢູ່ໃນຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາ ແຫ່ງຊາດ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ15). ລັດຖະບັນຍັດຂອງປະທານປະເທດ. ລັດຖະບັນຍັດຂອງປະທານປະເທດ ແມ່ນບົດບັນຍັດທີ່ກຳນົດຫຼັກການ, ນະໂຍບາຍ, ລະບຽບການ, ກົດຂໍ້ບັງຄັບ ແລະ ມາດຕະການຖັດຈາກກົດໝາຍລົງມາ, ແນໃສ່ດັດປັບສາຍພົວພັນສັງຄົມໂດຍແມ່ນ ປະທານປະເທດເປັນຜູ້ວາງອອກ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ. (ລັດຖະບັນຍັດຂອງປະທານ ປະເທດ 02/ສປປ, ມາດຕາ 16). ລັດຖະດຳລັດຂອງປະທານປະເທດ. ລັດຖະດຳລັດຂອງປະທານປະເທດແມ່ນຄຳຕົກລົງທີ່ມີຜົນບັງຄັບສະເພາະເຊັ່ນ: ລັດຖະດຳລັດ ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ, ການໃຫ້ອະໄພຍະໂທດ, ການປະດັບຫຼຽນໄຊ, ການແຕ່ງຕັ້ງ, ເລື່ອນຊັ້ນ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແລະ ອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍແມ່ນ ປະທານປະເທດເປັນຜູ້ວາງອອກ ຕາມການສະເໜີຂອງລັດຖະບານ ຫຼື ພາກສ່ວນທີ່ກ່ຽວຂ້ອງ (ລັດຖະບັນຍັດ ຂອງປະທານປະເທດ 02/ສປປ, ມາດຕາ 17). ມະຕິຕົກລົງຂອງລັດຖະບານ. ມະຕິຕົກລົງຂອງລັດຖະບານ ແມ່ນການຕົກລົງຂອງກອງປະຊຸມລັດຖະບານ ກ່ຽວກັບບັນຫາໃດໜຶ່ງທີ່ໄດ້ ນຳມາພິຈາລະນາໃນກອງປະຊຸມລັດຖະບານ, ດ້ວຍຄະແນນສ່ຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກ ລັດຖະບານທີ່ເຂົ້າຮ່ວມກອງປະຊຸມ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 18). ດຳລັດຂອງລັດຖະບານ ແລະ ຂອງນາຍົກລັດຖະມົນຕີ. ດຳລັດຂອງລັດຖະບານ ແລະ ຂອງນາຍົກລັດຖະມົນຕີ ແມ່ນບົດບັນຍັດທີ່ກຳນົດຫຼັກການ, ລະບຽບການ, ນະໂຍບາຍ ແລະ ມາດຕະການຕ່າງໆແນໃສ່ດັດປັບສາຍພົວພັນສັງຄົມ ໃນຂົງເຂດໃດໜຶ່ງໂດຍແມ່ນ ລັດຖະບານ ຫຼື ນາຍົກລັດຖະມົນຕີ ເປັນຜູ້ວາງອອກໃນຂອບເຂດສິດ ແລະ ໜ້າທີ່ຂອງຕົນ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 19). ຂໍ້ຕົກລົງ. ຂໍ້ຕົກລົງແມ່ນບົດບັນຍັດທີ່ມີຜົນບັງຄັບທົ່ວໄປ ວາງອອກເພື່ອຜົນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳ ຂອງອົງການລັດຂັ້ນເທິງ ຫຼື ແມ່ນບົດບັນຍັດທີ່ມີຜົນບັງຄັບສະເພາະ ເພື່ອຮັບໃຊ້ວຽກງານການບໍລິຫານ, ຊຶ່ງຫົວໜ້າ ອົງການລັດທີ່ກ່ຽວຂ້ອງເປັນຜູ້ວາງອອກໃນຂອບເຂດສິດ ແລະ ໜ້າທີ່ຂອງຕົນ (ລັດຖະບັນຍັດຂອງປະທານ ປະເທດ 02/ສປປ, ມາດຕາ 20). ຄຳສັ່ງ. ຄຳສັ່ງ ແມ່ນບົດບັນຍັດທີ່ມີຜົນບັງຄັບທົ່ວໄປ ວາງອອກເພື່ອຈັດຕັ້ງປະຕິບັດແຜນການ ກົດໝາຍ, ລັດຖະບັນຍັດ, ລະບຽບການ ຫຼື ແມ່ນບົດບັນທຶກທີ່ມີຜົນບັງຄັບສະເພາະ ເພື່ອຮັບໃຊ້ວຽກງານບໍລິຫານ. (ລັດຖະ ບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 21). ຄຳແນະນຳ. ຄຳແນະນຳ ແມ່ນບັດບັນຍັດທີ່ມີຜົນບັງຄັບທົ່ວໄປວາງອອກເພື່ອ ຈັດຕັ້ງປະຕິບັດແຜນການພັດທະນາເສດ ຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ, ກົດໝາຍ, ລະບຽບການ, ແຜນການ ຫຼື ວຽກງານໃດໜຶ່ງໂດຍຊີ້ບອກ ກ່ຽວກັບຄວາມເຊື່ອໃຈ, ວິທີ, ຂັ້ນຕອນ, ການນຳໃຊ້ພາຫະນະອຸປະກອນ, ກຳນົດເວລາ ຂອງການປະຕິບັດ, ການ ປະສານງານ ແລະ ອື່ນໆ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 22) ແຈ້ງການ. ແຈ້ງການ ແມ່ນເອກະສານທີ່ອົງການລັດຂັ້ນຕ່າງໆ ວາງອອກເພື່ອແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບ ຫຼື ຈັດຕັ້ງປະຕິບັດວຽກງານໃດໜຶ່ງ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 23). ລະບຽບຂອງບ້ານ. ລະບຽບຂອງບ້ານ ແມ່ນບົດບັນຍັດທີ່ມີຜົນບັງຄັບໃຊ້ທົ່ວໄປ ຊຶ່ງບ້ານເປັນຜູ້ວາງອອກ ເພື່ອຈັດຕັ້ງປະຕິບັດ ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຂອງອົງການລັດຂັ້ນເທິງ ຫຼື ແມ່ນບົດບັນຍັດທີ່ມີຜົນບັງຄັບສະເພາະເພື່ອ ຮັບໃຊ້ວຽກງານບໍລິຫານໃນຂອບເຂດສິດ ແລະ ໜ້າທີ່ຂອງບ້ານຕົນ. ນາຍບ້ານເປັນຜູ້ສ້າງຮ່າງກົດລະບຽບ ແລ້ວນຳ ໄປຜ່ານກອງປະຊຸມບ້ານ ເພື່ອປະກອບຄຳເຫັນ ພາຍຫຼັງທີ່ໄດ້ປັບປຸງແລ້ວຈຶ່ງນຳມາສະເໜີເຈົ້າເມືອງ ເພື່ອພິຈາລະນາ ຮັບຮອງເອົາ. (ລັດຖະບັນຍັດຂອງປະທານປະເທດ 02/ສປປ, ມາດຕາ 24

คำสำคัญ (Tags): #political
หมายเลขบันทึก: 628026เขียนเมื่อ 28 เมษายน 2017 12:15 น. ()แก้ไขเมื่อ 6 พฤษภาคม 2017 21:59 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท