ຖະແຫຼງການອາຊຽນວ່າດ້ວຍສິດທິມະນຸດ

BOUNMY
ติดตาม ผู้ติดตาม 
ติดต่อ

<p “=””>ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ວັນທີ 18 ພະຈິກ 2012 </p>

ພວກເຮົາ, ປະມຸກລັດ ຫຼື ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເຊິ່ງປະກອບດ້ວຍ ບຣູໄນ ດາຣຸສະລາມ, ຣາຊະອານາຈັກກໍາປູເຈຍ, ສາທາສະນະລັດອິນໂດເນເຊຍ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ມາເລເຊຍ, ສາທາລະນະລັດສະຫະພາບມຽນມາ, ສາທາລະນະລັດຟີລິບປິນ, ສາທາລະນະລັດສິງກະໂປ, ຣາຊະອານາຈັກໄທ ແລະ ສາທາລະນະລັດແຫ່ງສັງຄົມນິຍົມຫວຽດນາມ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ່ 21 ທີ່ ກຸງພະນົມເປັນ, ປະເທດກໍາປູເຈຍ.

ໂດຍຢືນຢັນຄືນການຍຶດໝັ້ນຂອງພວກເຮົາຕໍ່ບັນດາຈຸດປະສົງ ແລະ ຫຼັກການຂອງອາຊຽນ ເຊິ່ງໄດ້ລະບຸໄວ້ໃນກົດບັດອາຊຽນ, ໂດຍສະເພາະການເຄົາລົບ ແລະ ການສົ່ງເສີມ ແລະ ການປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານ, ກໍຄື ບັນດາຫຼັກການປະຊາທິປະໄຕ, ລັດແຫ່ງກົດໝາຍ ແລະການປົກຄອງທີ່ດີ;.

ໂດຍຢືນຢັນຄືນອີກ ຄວາມໝາຍໝັ້ນຂອງພວກເຮົາຕໍ່ຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, ກົດບັດສະຫະປະຊາຊາດ, ຖະແຫຼງການ ແລະ ແຜນດໍາເນີນງານກຸງວຽນ ແລະ ບັນດາສົນທິສັນຍາສາກົນດ້ານສິດທິມະນຸດຊຶ່ງປະເທດສະມາຊິກອາຊຽນເປັນພາຄີ.

ໂດຍຢືນຢັນຄືນຕື່ມອີກ ຄວາມໝາຍສໍາຄັນຂອງຄວາມພະຍາຍາມຂອງອາຊຽນ ໃນການສົ່ງເສີມສິດທິມະນຸດ ໃນນັ້ນລວມມີຖະແຫຼງການວ່າດ້ວຍຄວາມກ້າວໜ້າຂອງແມ່ຍິງ ໃນພາກພື້ນອາຊຽນ ແລະ ຖະແຫຼງການວ່າດ້ວຍການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນພາກພື້ນອາຊຽນ;

ໂດຍເຊື່ອໝັ້ນ ວ່າຖະແຫຼງສະບັບນີ້ ຈະຊ່ວຍສ້າງຂອບວຽກ ສໍາລັບການຮ່ວມມືດ້ານສິດທິມະນຸດໃນພາກພື້ນ ແລະ ຈະປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ;

ດ້ວຍເຫດນັ້ນ, ຈຶ່ງມີການປະກາດດັ່ງຕໍ່ໄປນີ້:

ຫຼັກການທົ່ວໄປ

1. ບຸກຄົນເກີດມາລ້ວນແຕ່ມີຄວາມເປັນອິດສະຫລະ ແລະ ສາເໜີພາບໃນກຽດສັກສີ ແລະ ສິດທິ. ທຸກຄົນມີສະຕິສໍາປະສັນຍະ ແລະ ມະໂນທໍາ ແລະ ຄວນປະພຶດຕໍ່ກັນດ້ວຍນໍ້າໃຈມະນຸດສະທໍາ;

2. ບຸກຄົນທຸກຄົນມີສິດໄດ້ຊົມໃຊ້ສິດ ແລະ ເສລີພາບທີ່ໄດ້ລະບຸໄວ້ ໃນຖະແຫຼງການສະບັບນີ້ໂດຍປາສະຈາກການຈໍາແນກທຸກຮູບແບບ ສະເພາະຢ່າງຍິ່ງການຈໍາແນກ ເຊື້ອຊາດ, ເພດ, ອາຍຸ, ພາສາ, ສາສະໜາ, ຄໍາເຫັນທາງດ້ານການເມືອງ ຄໍາເຫັນອື່ນໆ, ສັນຊາດ ຫລື ສັງຄົມເດີມ, ສະຖານະທາງດ້ານເສດຖະກິດ, ການເກີດ, ພິການ ຫລຶສະພາບອື່ນໆ;

3. ທຸກຄົນ ມີສິດຖືກຖືເປັນບຸກຄົນຕາມກົດໝາຍ, ທຸກຄົນມີຄວາມສະເໝີພາບຕໍ່ໜ້າຕາມກົດໝາຍ ແລະ ມີສິດໄດ້ຮັບການປົກປ້ອງຈາກກົດໝາຍຢ່າງເທົ່າທຽມກັນໂດຍປາສະຈາກການຈໍາແນກ;

4. ສິດທິຂອງແມ່ຍິງ, ເດັກນ້ອຍ, ຜູ້ສູງອາຍຸ, ຄົນພິການ, ແຮງງານເຄຶ່ອນຍ້າຍ, ແລະ ກຸ່ມຄົນທີ່ອ່ອນໄຫວ ແລະດ້ອ ເຍໂອກາດ ເປັນສ່ວນປະກອບທີ່ບໍ່ສາມາດຕັດແຍກສິດທິມະນຸດ ແລະ ເສລີພາບພື້ນຖານ;

5. ທຸກຄົນ ມີສິດໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ ແລະ ບັງຄັບປະຕິບັດໄດ້ໂດຍການຕັດສິນຂອງສານ ຫລື ອົງການອື່ນໆ ທີ່ມີອຳນາດອໍານາດກ່ຽວຂ້ອງ ຕໍ່ການກະທໍາລະເມີດຕໍ່ສິດທິຂອງບຸກຄົນນັ້ນຕາມລັດຖະທຳມະນູນ ຫລື ກົດໝາຍ;

6. ການຊົມໃຊ້ສິດທິມະນຸດ ແລະ ເສລີພາບພື້ນຖານຈະຕ້ອງກໍ່າເກິ່ງກັບການປະຕິບັດໜ້າທີ່ທີ່ກ່ຽວຂ້ອງເພາະທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບຕໍ່ບຸກຄົນອື່ນດ ຊຸມຊົນແລະ ສັງຄົມທີ່ຕົນອາໄສຢູ່. ໃນທີ່ສຸດແລ້ວບັນດາປະເທດສະມາຊິກອາຊ່ຽນມີຄວາມຮັບຜິດຊອບຕົ້ນຕໍໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານທັງໝົດ;

7. ສິດທິມະນຸດທັງໝົດມີລັກສະນະຈັກກະວານ, ບໍ່ສາມາດແຍກອອກຈາກກັນໄດ້, ຂື້ນຕໍ່ກັນ ແລະ ພົວພັນເຊິ່ງກັນ ແລະກັນ. ທຸກໆສິດທິມະນຸດ ແລະ ເສລີພາບພື້ນໃນຖະແຫຼງການສະບັບນີ້ ຕ້ອງໄດ້ຮັບການປະຕິບັດຢ່າງຍຸຕິທຳ ແລະ ສະເໝີພາບ ບົນພື້ນຖານເທົ່າທຽມ ແລະ ມີຄວາມສຳຄັນຄືກັນ. ໃນຂະນະດຽວກັນ, ການປະຕິບັດສິິດທິມະນຸດ ຕ້ອງຖືກພິຈາລະນາໂດຍອີງໃສ່ສະພາບເງື່ອນໄຂຂອງພາກພື້ນ ແລະ ຂອງປະເທດ ໂດຍຄຳນຶງເຖິງຄວາມເປັນມາທີ່ແຕກຕ່າງກັນດ້ານການເມືອງ, ເສດຖະກິດ, ກົດໝາຍ, ສັງຄົມ, ວັດທະນະທຳ, ປະຫວັດສາດ ແລະ ສາສະໜາ;

8. ສິດທິມະນຸດ ແລະ ເສລີພາບພື້ນຖານທຸກໆຄົນ ຈະຕ້ອງໄດ້ຮັບການປະຕິບັດໂດຍມີການເຄົາລົບສິດທິມະນຸດ ແລະ ເສລີພາບພື້ນຖານ ຂອງຄົນອື່ນ. ການປະຕິບັດສິດທິມະນຸດ ແລະ ເສລີພາບພື້ນຖານ ຈະຕ້ອງຢູ່ໃນຂອບເຂດທີ່ກົດໝາຍກໍານົດໄວ້ເທົ່ານັ້ນ ໂດຍມີຈຸດປະສົງເພື່ອຮັບປະກັນການຮັບຮູ້ຕາມທາງທີ່ຄວນຕໍ່ສິດທິມະນຸດ ແລະ ຂອງການໄດ້ມາ ຊຶ່ງການຍອມຮັບສິດທິມະນຸດ ແລະ ເສລີພາບພື້ນຖານຂອງຜູ້ອື່ນ ແລະ ເພື່ອໃຫ້ຄວາມຈໍາເປັນທີ່ແທ້ຈິງຂອງການຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສາທາລະນະສຸກ, ຄວາມປອດໄພທາງສັງຄົມ, ສິນລະທໍາຂອງສັງຄົມກໍດີອັນດີ ສະຫວັດດີການທົ່ວໄປ ຂອງປະຊາຊົນໃນສັງຄົມປະຊາທິປະໄຕ;

9. ໃນການປະຕິບັດສິດທິມະນຸດ ແລະ ເສລີພາບ ຕາມຖະແຫຼງການສະບັບນີ້ຄວນຍຶດຖືຕໍ່ຫຼັກການບໍ່ລຳອຽງ, ພາວະວິໄສ, ບໍ່ເລືອກປະຕິບັດ, ບໍ່ຈໍາແນກ, ບໍ່ປະເຊີນໜ້າ, ແລະ ບໍ່ໃຊ້ມາດຕະຖານສອງໜ້າ ແລະ ບໍ່ມີການເມືອງແຊກຄຸມ. ໃນການປະຕິບັດສິດທິມະນຸດ ແລະ ເສລີພາບຈະຕ້ອງຄຳນຶງເຖິງຫລັກການມີສ່ວນຮ່ວມຂອງປະຊາຊົນ, ການບໍ່ຈໍາແນກ ແລະ ຄວາມຈຳເປັນໃນການຄວາມຮັບຮັບຜິດຊອບ.

ສິດທິພົນລະມືອງ ແລະ ສິດທິດ້ານການເມືອງ

10. ບັນດາປະເທດສະມາຊິກອາຊຽນ ຢືນຢັນທຸກໆສິດທິພົນລະເມືອງ ແລະ ສິດທິທາງການເມືອງໃນຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ. ສະເພາະຢ່າງຍິ່ງ ບັນດາສະມາຊິກອາຊຽນຢືນຢັນບັນດາສິດທິ ແລະ ເສລີພາບດັ່ງນີ້:

11. ບຸກຄົນທຸກ ຄົນມີສິດຊີວິດໃນຖານະເປັນມະນຸດ ທີ່ຈະຕ້ອງຖືກປົກປ້ອງໂດຍກົດໝາຍ. ຊີວິດຂອງບຸກຄົນໃດກໍຕາມຈະບໍ່ຖືກດັບມອດຢ່າງພາລະການ ຍົກເວັ້ນກໍລະນີທີ່ເປັນໄປຕາມຂະບວນການຂອງກົດໝາຍ;

12. ທຸກຄົນ ມີອິດສະຫລະພາບ ແລະ ຄວາມປອດໄພສ່ວນບຸກຄົນ. ບໍ່ມີບຸກຄົນໃດຈະຖືກຈັບກຸມ, ກວດຄົ້ນ, ກັກຂັງ, ລັກພາຕົວ ຫຼື ຖືກນໍາໃຊ້ຮູບແບບອື່ນຂອງການເສຍອິດສະຫລະພາບຢ່າງພາລະການ;

13. ບໍ່ມີບຸກຄົນຜູ້ໃດຈະຖືກເປັນທາດຮັບໃຊ້ ຫຼື ຂ້າທາດ ໃນຮູບແບບໃດກໍຕາມ ຫລື ເປົ້າໝາຍຂອງການຄ້າມະນຸດລວມທັງເພື່ອຈຸດປະສົງການຄ້າອະໄວຍະວະ;

14. ບໍ່ມີບຸກຄົນໃດຈະຖືກທໍລະມານ ຫຼື ລົງໂທດ ຫລື ປະຕິບັດຕໍ່ຢ່າງໂຫດຮ້າຍປ່າເຖື່ອນ, ໄຮ້ມະນຸດສະທໍາ ຫຼື ເສື່ອມຊາມ;

15. ທຸກຄົນ ມີສິດເສລີພາບໃນການສັນຈອນໄປມາ ແລະຕັ້ງຖິ່ນຖານຢູ່ພາຍໃນດິນແດນຂອງປະເທດ. ທຸກຄົົນ ມີສິດເດີນທາງອອກຈາກປະເທດໃດກໍໄດ້, ນັບທັງປະເທດຂອງຕົນ ແລະ ມີິສິດທີ່ຈະກັບຄືນເຂົ້າປະເທດຕົນ;

16. ທຸກຄົນ ມີສິດຂໍລີ້ໄພ ແລະໄດ້ຮັບອະນຸຍາດໃຫ້ລີ້ໄພຢູ່ໃນປະເທດອື່ນອີງຕາມກົດໝາຍຂອງປະເທດດັ່ງກ່າວ ແລະ ສົນທິສັນຍາສາກົນທີ່ມີຜົນບັງຄັບໃຊ້;

17. ທຸກຄົນ ມີສິດເປັນເຈົ້າຂອງ, ນໍາໃຊ້, ຊີ້ຂາດ ແລະ ໂອນມອບຊັບສົມບັດຂອງຕົນທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ໂດຍຕົນເອງ ຫລື ຮ່ວມກັບບຸກຄົນອື່ນ. ຊັບສົມບັດຂອງບຸກຄົນໃດກໍຕາມ ຈະບໍ່ຖືກຢຶດໄປຢ່າງພາລະການ;

18. ທຸກຄົນ ມີສິດຖືສັນຊາດໃດໜຶ່ງຕາມທີ່ກໍານົດໃນກົດໝາຍ ບໍ່ມີບຸກຄົນໃດຈະຖືກປົດສັນຊາດ ຫຼື ປະຕິເສດສິດທິໃນການປ່ຽນແປງສັນຊາດຂອງຕົນຢ່າງພາລະການ;

19. ຄອບຄົວ ໃນຖານະເປັນອົງປະກອບທາງທໍາມະຊາດ ແລະ ພື້ນຖານຂອງສັງຄົມ ແລະ ມີສິດໄດ້ຮັບການປົກປ້ອງຈາກສັງຄົມ ແລະ ປະເທດສະມາຊິກອາຊຽນ. ຊາຍ ແລະ ຍິງ ທີ່ບັນລຸນິຕິພາວະ ມີສິດໃນການສົມລົດບົນພື້ນຖານຄວາມສະໝັກໃຈ ແລະ ຄວາມເຫັນດີເຫັນພ້ອມຢ່າງເຕັມສ່ວນຂອງພວກກ່ຽວ, ໃນການສ້າງຄອບຄົວ ແລະ ໃນການຢ່າຮ້າງຕາມທີ່ກົດໝາຍກຳນົດໄວ້;

20. (1) ທຸກຄົນ ທີ່ຖືກຂໍ້ຫາກະທຳຜິດທາງອາຍາ ຈະຕ້ອງຖືກສັນນິຖານ ເປັນຜູ່ບໍລິສຸດ ຈົນກ່ວາຈະມີການພິສູດມີຄວາມຜິດຂອງຜູ້ກ່ຽວອີງຕາມກົດໝາຍ ໃນຂະບວນການພິຈາລະນາທຳ ແລະ ເປີດເຜີຍຂອງສານທີ່ມີສິດອຳນາດ, ມີຄວາມເປັນຄວາມເປັນເອກະລາດ ແລະ ບໍ່ລໍາອຽງ ໃນນັ້ນຜູ້ຖຶກກ່າວຫາຈະຕ້ອງໄດ້ຮັບການຄໍ້າປະກັນສິດຕໍ່ສູ້ຄະດີ;

(2) ບໍ່ມີບຸກຄົນໃດ ຈະຖືກຕັດສິນມີຄວາມຜິດທາງອາຍາ ຍ້ອນການກະທໍາ ຫຼື ການລະເວັ້ນ ຊຶ່ງບໍ່ເປັນຄວາມຜິດທາງອາຍາ ຕາມກົດໝາຍພາຍໃນປະເທດ ແລະ ກົດໝາຍສາກົນ ໃນເວລາກໍ່ການກະທຳນັ້ນ ແລະ ບໍ່ມີບຸກຄົນໃດ ຈະຖືກລົງໂທດ ໜັກກວ່າໂທດທີ່ກົດໝາຍກໍານົດໃສ່ຄວາມຜິດໃນເວລາ ກໍ່ການກະທຳຜິດນັ້ນ;

(3) ບໍ່ມີບຸກຄົນໃດ ຈະຖືກດໍາເນີນຄະດີ ຫຼື ລົງໂທດອີກຕໍ່ການກະທໍາຜິດ ຊຶ່ງຜູ້ກ່ຽວໄດ້ຖືກສານຕັດສິນລົງໂທດ ຫລື ປ່ອຍຕົວແລ້ວໂດຍສອດຄ່ອງກັບກົດໝາຍ ແລະ ຂັ້ນຕອນການດໍາເນີນຄະດີອາຍາ ຂອງແຕ່ລະປະເທດສະມາຊິກອາຊຽນ;

21. ທຸກຄົນ ມີສິດບໍ່ຖືກແຊກແຊງເຂົ້າຊີວິດສ່ວນຕົວ, ຄອບຄົວ, ລ່ວງລໍ້າເຮືອນຊານ ຫຼື ການຕິດຕໍ່ສື່ສານ ລວມທັງ ຂໍ້ມູນສ່ວນຕົວ ຫຼື ຖືກລົບລູ່ ແລະ ຊື່ສຽງຂອງຕົນ, ການດູໝິ່ນກຽດ ແລະ ຊື່ສຽງຂອງຕົນ. ທຸກຄົນ ມີສິດໄດ້ຮັບການປົກປ້ອງໂດຍກົດໝາຍຈາກການແຊກແຊງດ ລ່ວງລໍ້າ ຫລື ລົບລູ່ດັ່ງກ່າວ;

22. ທຸກຄົນມີສິດເສລີພາບໃນການນຶກຄິດ, ມະໂນທໍາ ແລະ ສາສະໜາ, ທຸກຮູບການບໍ່ອົດກັ້ນ, ການຈໍາແນກ ແລະ ການຍຸຍົງໃຫ້ມີຄວາມກຽດຊັງບົນພື້ນຖານທາງດ້ານສາສະໜາ ແລະ ຄວາມເຊື່ອຖືຈະຕ້ອງຖືກລົບລ້າງ;

23. ທຸກຄົນເສລີພາບໃນການຄິດເຫັນ ແລະ ສະແດງຄວາມຄິດເຫັນ ລວມທັງເສລີພາບໃນການຢຶດຖືຄວາມຄິດເຫັນ ໂດຍປາສະຈາກການແຊກແຊງ ແລະ ໃນການຊອກຫາ, ໄດ້ຮັບ ແລະ ເຜີຍແຜ່ ຂໍ້ມູນຂ່າວສານບໍ່ວ່າທາງປາກເປົ່າ, ເປັນລາຍລັກອັກສອນ ຫຼື ຜ່ານວິທີທາງອື່ນໃດໜຶ່ງທີ່ບຸກຄົນນັ້ນເລືອກ;

24. ທຸກຄົນມີສິດເສລີພາບໂຮມຊຸມນຸມ ໂດຍສັນຕິ;

25. (1) ທຸກຄົນທີ່ເປັນພົນລະເມືອງຂອງປະເທດຕົນມີສິດເຂົ້າຮ່ວມວຽກງານລັດຖະການຂອງປະເທດຕົນໂດຍທາງກົງ ຫລື ທາງອ້ອມ ໂດຍຜ່ານຜູ້ແທນ ທີ່ມາຈາກການເລືອກຕັ້ງຢ່າງປະຊາທິປະໄຕ ໂດຍສອດຄ່ອງກັບຕາມກົດໝາຍແຫ່ງຊາດຂອງປະເທດ;

(2) ພົນລະເມືອງທຸກຄົນ ມີສິດລົງຄະແນນສຽງໃນການເລືອກຕັ້ງແຕ່ລະໄລຍະ ແລະ ການເລືອກຕັ້ງຕົວຈິງ ເຊິ່ງການເລືອກຕັ້ງນັ້ນຄວນຈະຕ້ອງມີຂື້ນບົນພື້ນຖານຫລັກການທົ່ວໄປ, ສະເໜີພາບ ແລະ ລົງຄະແນນສຽງແບບປິດລັບ ແລະ ຮັບການປະກັນໃຫ້ມີການສະແດງເຈດຈໍານົງຂອງຜູ້ປ່ອນບັດເລືອກຕັ້ງຢ່າງອິດສະຫລະ ໂດຍສອດຄ່ອງກັບກົດໝາຍຂອງປະເທດ;

ສິດທິທາງເສດຖະກິດ-ສັງຄົມ ແລະ ວັດທະນະທໍາ

26. ບັນດາປະເທດສະມາຊິກອາຊຽນ ຢືນຢັນທຸກໆສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ທີ່ລະບຸໄວ້ໃນຖະແຫຼງການສາກົນວ່າດ້ວນສິດທິມະນຸດ. ສະເພາະຢ່າງຍິ່ງ ບັນດາປະເທດສະມາຊິກອາຊຽນຢືນຢັນດັ່ງລຸ່ມນີ້:

27. (1) ທຸກຄົນມີສິດທິໃນການເຮັດວຽກ, ໃນການເລືອກວຽກເຮັດງານທໍາຢ່າງອິດສະຫລະໃນເງື່ອໄຂ, ການເຮັດວຽກທທີ່ເປັນທໍາ, ເໝາະສົມ ເອື້ອອໍານວຍພ້ອມທັງມີສິດໃນການເຂົ້າເຖິງແຜນການຊ່ວຍເຫຼືອສໍາລັບຜູ້ຫວ່າງງານ;

(2) ທຸກຄົນມີສິດສ້າງຕັ້ງອົງການກໍາມະບານ ແລະ ເຂົ້າຮ່ວມໃນອົງການກໍາມະບານ ທີ່ຕົນເລືອກ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ ອີງຕາມກົດໝາຍ ແລະ ລະບຽບການພາຍໃນປະເທດ;

(3) ເດັກນ້ອຍ ຫຼື ຊາວໜຸ່ມຈະບໍ່ຖືກຂູດຮີດທາງດ້ານເສດຖະກິດ ແລະ ສັງຄົມ ຜູ້ທີ່ວ່າຈ້າງເດັກນ້ອຍ ແລະ ຊາວໜຸ່ມເຂົ້າເຮັດວຽກທີ່ມີຜົນຕໍ່ຈິດໃຈ ຫລື ສຸຂະພາບ, ເປັນອັນຕະລາຍຕໍ່ຊີວິດ ຫຼື ເປັນການກີດຂວາງການພັດທະນາແບບປົກກະຕິ ລວມທັງການສຶກສາຂອງເຂົາເຈົ້າ ຄວນຖືກລົງໂທດຕາມກົດໝາຍ. ບັນດາປະເທດສະມາຊິກອາຊຽນ ຄວນວາງຂອບເຂດອາຍຸການຈ້າງງານເພື່ອຫ້າມແລະລົງໂທດການຈ້າງງານຈໍ່າກວ່າອາຍຸທີ່ກໍານົດຕາມກົດໝາຍ;

28. ທຸກຄົນມີສິດທິ ໄດ້ຮັບມາດຕະຖານການດໍາລົງຊີວິດທີ່ພຽງພໍສໍາລັບຕົນເອງ ແລະ ຄອບຄົວ ເຊິ່ງປະກອບດ້ວຍ:

ກ.) ສິດທິໃນອາຫານທີ່ພຽງພໍ ແລະ ສາມາດຈ່າຍໄດ້, ເສລີພາບຈາກຄວາມອຶດຫິວ ແລະໄດ້ຮັບອາຫານທີ່ປອດໄພ ແລະ ມີໂພສະນາການ;

ຂ.) ສິດທິມີເຄື່ອງນຸ່ງຮົ່ມ;

ຄ.) ສິດທິມີທີ່ຢູ່ອາໄສທີ່ພຽງພໍ ແລະ ສາມາດຈ່າຍໄດ້;

ງ.) ສິດທິໄດ້ຮັບການປິ່ນປົວ ແລະ ການບໍລິການທາງສັງຄົມທີ່ຈໍາເປັນ;

ຈ.) ສິດທິມີນໍ້າດື່ມທີ່ປອດໄພ ແລະ ສຸຂະອະນາໄມ;

ສ.) ສິດທິມີສະພາບແວດລ້ອມທີ່ປອດໄພ, ສະອາດ ແລະ ຢັ້ງຢືນ.

29. (1) ທຸກຄົນມີສິດໄດ້ຮັບມາດຕະຖານດ້ານສຸຂະພາບສູງສຸດເທົ່າທີ່ເປັນໄປໄດ້ທາງດ້ານກາຍ, ຈິດໃຈ, ຈະເລີນພັນ, ການບໍລິການປິ່ນປົວສຸຂະພາບຂັ້ນພື້ນຖານ ແລະສາມາດຈ່າຍໄດ້ ແລະສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກທາງດ້ານການແພດ,

(2) ປະເທດສະມາຊິກອາຊຽນ ຄວນສ້າງສະພາບແວດລ້ອມທີ່ເອື້ອອໍານວຍເພື່ອແກ້ໄຂຄວາມອະຄະຕິ(stigma), ການບໍ່ຫົວຊາ, ການປະຕິເສດ ແລະ ການຈໍາແນກໃນການສະກັດກັ້ນ, ການປິ່ນປົວ, ການເບິ່ງແຍງ ແລະຊ່ວຍເຫຼືອຜູ້ທີ່ມີພະຍາດຕິດຕໍ່ລວມທັງ ເຊື້ອພະຍາດເອດສ໌ (HIV/AIDS).

30. (1) ທຸກຄົນມີສິດໄດ້ຮັບສະຫວັດດີການສັງຄົມ, ຖ້າມີ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າມີຊ່ອງທາງໃນການດໍາລົງຊີວິດດ້ວຍສັກສີ ແລະ ເໝາະສົມ;

(2) ຜູ້ເປັນແມ່ຄວນໄດ້ຮັບການປົກປ້ອງເປັນພິເສດ ໃນໄລຍະເວລາອັນສົມເຫດສົມຜົນ ກ່ອນ ແລະຫຼັງຈາກການຄອດລູກ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການພາຍໃນປະເທດ, ໃນຊ່ວງໄລຍະເວລາດັ່ງກ່າວ ແມ່ທີ່ເຮັດວຽກຄວນໄດ້ຮັບອະນຸຍາດໃຫ້ພັກວຽກໂດຍບໍ່ຕ້ອງຕັດເງິນເດືອນ ຫຼື ພັກວຽກໂດຍໄດ້ຮັບຜົນປະໂຫຍດຈາກການປະກັນສັງຄົມທີ່ພຽງພໍ,

(3) ແມ່ ແລະ ເດັກນ້ອຍ ຄວນໄດ້ຮັບການເບິ່ງແຍງ ແລະ ຊ່ວຍເຫຼືອເປັນການພິເສດ ເດັກນ້ອຍທຸກຄົນ ບໍ່ວ່າຈະເກີດຢູ່ໃນ ຫຼື ນອກການສົມລົດ ຄວນໄດ້ຮັບການປົກປ້ອງ ທາງສັງຄົມໃນລັກສະນະດຽວກັນ;

31. (1) ທຸກຄົນມີສິດໃນການສຶກສາ,

(2) ການສຶກສາຊັ້ນປະຖົມຄວນເປັນພາກບັງຄັບ ແລະ ສະໜອງໃຫ້ ໂດຍບໍ່ເສຍຄ່າ ສໍາລັບໝົດທຸກຄົນ. ຄວນມີການສຶກສາຊັ້ນມັດທະຍົມ ໃນຮູບແບບຕ່າງໆ ສາມາດເຂົ້າເຖິງໄດ້ສໍາລັບໝົດທຸກຄົນ ໂດຍນໍາໃຊ້ທຸກວິທີການທີ່ເໝາະສົມ, ການສຶກສາດ້ານເຕັກນິກ ແລະ ວິຊາຊີບ ໂດຍທົ່ວໄປແລ້ວ ຄວນສາມາດເຂົ້າເຖິງໄດ້ສໍາລັບທຸກຄົນ, ການສຶກສາຊັ້ນສູງກໍຄວນໃຫ້ທຸກຄົນສາມາດເຂົ້າເຖິງຢ່າງສະເໝີພາບໂດຍອີງໃສ່ຄວາມສາມາດຕົວຈິງ;

(3) ການສຶກສາ ຄວນນໍາໄປສູ່ການພັດທະນາຢ່າງເຕັມສ່ວນດ້ານບຸກຄະລິກພາບ ແລະ ກຽດສັກສີຂອງມະນຸດ, ການສຶກສາຄວນສ້າງຄວາມເຂັ້ມແຂງໃຫ້ແກ່ການເຄົາລົບສິດທິມະນຸດ ແລະ ເສລີພາບພື້ນຖານ ຢູ່ໃນປະເທດສະມາຊິກອາຊຽນ. ນອກຈາກນີ້ ການສຶກສາ ຄວນເຮັດໃຫ້ທຸກຄົນສາມາດເຂົ້າຮ່ວມຢ່າງມີປະສິດທິພາບໃນສັງຄົມຂອງຕົນ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ຄວາມອົດກັ້ນ ແລະ ມິດຕະພາບສະຫວ່າງປະຊາຊາດ, ເຊື້ອຊາດ ແລະ ສາສະໜາ ແລະ ເສີມຂະຫຍາຍການເຄື່ອນໄຫວຂອງອາຊຽນ ໃນການຮັກສາສັນຕິພາບ;

32. ທຸກຄົນມີສິດໂດຍຕົນເອງ ຫຼື ຮ່ວມກັບບຸກຄົນອື່ນ ເຂົ້າຮ່ວມຢ່າງມີອິດສະຫຼະໃນຊີວິດວັດທະນາທໍາຊົມໃຊ້ສິນລະປະ ແລະ ຜົນປະໂຫຍດຈາກຄວາມກ້າວໜ້າວິທະຍາສາດ ກໍຄື ການນໍາໃຊ້ຄວາມກ້າວໜ້າ ແລະໄດ້ການປົກປ້ອງຜົນປະໂຫຍດທາງຈິດໃຈ ແລະ ວັດຖຸ ທີ່ເກີດຈາກຜົນງານທາງດ້ານວິທະຍາສາດວັນນະກໍາ ຫຼື ສີລະປະ ທີ່ເໝາະສົມ ເຊິ່ງບຸກຄົນນັ້ນເປັນຜູ້ສ້າງຂື້ນ;

33. ບັນດາປະເທດສະມາຊິກອາຊຽນ ຄວນເອົາມາດຕະການໂດຍຕົນເອງ ແລະ ຜ່ານການຮ່ວມມື ແລະການຊ່ວຍເຫຼືອໃນລະດັບພາກພື້ນ ແລະ ສາກົນໂດຍສະເພາະທາງດ້ານເສດຖະກິດ ແລະ ວິຊາການ, ເພື່ອນໍາໃຊ້ຊັບຊັບພະຍາກອນທີ່ຕົນມີໃນລະດັບສູງສຸດເພື່ອຈັດຕັ້ງປະຕິບັດສິດທາງດ້ານເສດຖະກິດ ແລະ ວັດທະນາທໍາທີ່ຖືກຮັບຮູ້ຢູ່ໃນຖະແຫຼງການສະບັບນີ້ ເທື່ອລະກ້າວ;

34. ບັນດາປະເທດສະມາຊິກອາຊຽນ ອາດກໍານົດຂອບເຂດ ທີ່ຕົນຈະຄໍ້າປະກັນສິດທິທາງດ້ານເສດຖະກິດ ແລະ ສັງຄົມ ທີ່ໄດ້ກໍານົດໃນຖະແຫຼງການນີ້ ໃຫ້ແກ່ຜູ້ທີ່ບໍ່ເປັນພົນລະເມືອງຂອງຕົນ ໂດຍຄໍານຶ່ງເຖິງ ສິດທິມະນຸດ, ແລະ ໂຄງສ້າງ ແລະ ຊັບພະຍາກອນທາງດ້ານເສດຖະກິດຂອງແຕ່ລະປະເທດສະມາຊິກ;

ສິດທິໃນການພັດທະນາ

35. ສິດທິໃນການພັດທະນາ ແມ່ນສິດທິມະນຸດ ທີ່ບໍ່ສາມາດຕັດແຍກໄດ້ ເຊິ່ງມະນຸດທຸກຄົນ ແລະ ປະຊາຊົນໃນອາຊຽນ ມີສິດເຂົ້າຮ່ວມປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຢ່າງເປັນທໍາ ແລະ ຢືນຢົງຈາກການພັດທະນາທາງເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ການເມືອງ ສິດທິໃນການພັດທະນາ ຄວນໄດ້ຮັບການການຈັດຕັ້ງປະຕິບັດ ເພື່ອຕອບສະໜອງຄວາມຈໍາເປັນທາງດ້ານການພັດທະນາ ແລະ ຮັກສາສິ່ງແວດລ້ອມ ສໍາລັບຄົນລຸ້ນປັດຈະບັນ ແລະ ລຸ້ນຕໍ່ໆໄປຢ່າງສະເໝີພາບ, ໃນຂະນະທີ່ການພັດທະນາ ອໍານວຍຄວາມສະດວກ ແລະ ຈໍາເປັນສໍາລັບການໄດ້ຮັບທຸກໆສິດທິມະນຸດ, ການຂາດການພັດທະນາ ບໍ່ອາດຖືເປັນຂໍ້ອ້າງສໍາລັບສິດທິມະນຸດ ທີ່ຖືກຮັບຮູ້ໃນລະດັບສາກົນ;

36. ບັນດາປະເທດສະມາຊິກອາຊຽນ ຄວນຮັບຮອງເອົາແຜນພັດທະນາທີ່ແນໃສ່ປະຊາຊົນ ແລະ ຕອບສະໜອງດ້ານບົດບາດຍິງຊາຍ ເພື່ອລຶບລ້າງຄວາມທຸກຍາກ ສ້າງເງື່ອນໄຂຕ່າງໆ ລວມທັງການປົກປັກຮັກສາ ແລະຄວາມຢືນຢົງຂອງສິ່ງແວດລ້ອມ ເພື່ອໃຫ້ປະຊາຊົນໃນອາຊຽນ ໄດ້ຮັບສິດທິມະນຸດທັງໝົດ ທີ່ໄດ້ຖືກຮັບຮູ້ໃນຖະແຫຼງການສະບັບນີ້ ບົນພື້ນຖານຄວາມສະເໝີພາບ ແລະເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາພາຍໃນໃນອາຊຽນເທ່ືອລະກ້າວ;

37. ບັນດາປະເທດສະມາຊິກອາຊຽນ ຮັບຮູ້ວ່າການຈັດຕັ້ງປະຕິບັດສິດທິ ໃນການພັດທະນາ ຈໍາເປັນຕ້ອງມີນະໂຍບາຍການພັດທະນາ ທີ່ມີປະສິດທິພາບໃນລະດັບຊາດ ແລະການພົວພັນເສດຖະກິດການຮ່ວມມືສາກົນ ທີ່ສະເໝີພາບ ແລະ ສະພາບແວດລ້ອມເສດຖະກິດສາກົນທີ່ເອື້ອອໍານວຍ. ບັນດາປະເທດສະມາຊິກອາຊຽນ ຄວນເຊື່ອມສານສິດທິໃນການພັດທະນາທີ່ມີຫຼາຍແງ່ມຸມ ເຂົ້າໃນຂົງເຂດທີ່ກ່ຽວຂ້ອງຂອງການສ້າງປະຊາຄົມອາຊຽນ ແລະ ພາຍຫຼັງການສ້າງປະຊາຄົມອາຊຽນ ແລະ ຄວາມຮ່ວມມືຮ່ວມມືກັບວົງຄະນາຍາດສາກົນ ໃນການສົ່ງເສີມການພັດທະນາທີ່ເປັນທໍາ ແລະ ຢືນຢົງ, ການພົວພັນດ້ານການຄ້າທີ່ສະເໝີພາບ ແລະ ການຮ່ວມມືສາກົນທີ່ມີປະສິດທິພາບ;

ສິດທິໃນສັນຕິພາບ

38. ທຸກຄົນ ແລະ ປະຊາຊົນໃນອາຊຽນ ມີສິດສັນຕິພາບ ພາຍໃຕ້ຂອບແຫ່ງຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເປັນກາງ ແລະ ເສລີພາບຂອງອາຊຽນ ເພື່ອເຮັດໃຫ້ສິດຕ່າງໆໃນຖະແຫຼງການສະບັບນີ້ ສາມາດບັນລຸຜົນໄດ້ຢ່າງເຕັມສ່ວນ, ເພື່ອຈຸດປະສົງດັ່ງກ່າວ, ບັນດາປະເທດສະມາຊິກອາຊຽນຄວນສານຕໍ່ຮັດແໜ້ນມິດຕະພາບ ແລະ ການຮ່ວມມື ໃນການສືບຕໍ່ເສີມຂະຫຍາຍສັນຕິພາບ, ຄວາມກົມກຽວ ແລະ ສະຖຽນລະພາບໃນພາກພື້ນ;

ຄວາມຮ່ວມມືໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ

39. ບັນດາປະເທດສະມາຊິກອາຊຽນ ມີຜົນປະໂຫຍດ ແລະ ຄວາມໝາຍໝັ້ນຮ່ວມກັນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານ ເຊິ່ງຈະຕ້ອງບັນລຸໃຫ້ເປັນຮູບປະທໍາໂດຍຜ່ານການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ແລະ ການຮ່ວມມືກັບສະຖາບັນ ຫຼື ອົງການ ຈັດຕັ້ງລະດັບຊາດ, ພາກພື້ນ, ແລະສາກົນ ໂດຍສອດຄ່ອງກັບກົດບັດອາຊຽນ;

40. ບໍ່ມີຂໍ້ບັນຍັດໃດໃນຖະແຫຼງການສະບັບນີ້ ທີ່ອາດຈະຖືກຕີຄວາມໝາຍໄປໃນທາງທີ່ໃຫ້ສິດທິແກ່ລັດໃດລັດໜຶ່ງ, ກຸ່ມຄົນໃດໜຶ່ງ ຫຼື ບຸກຄົນໃດ ໃນການກະທໍາ ທີ່ແນໃສ່ຫຼຸດຄຸນຄ່າຂອງບັນດາຈຸດປະສົງ ແລະ ຫຼັກການຂອງອາຊຽນ ຫຼື ທໍາລາຍສິດທິ ແລະ ເສລີພາບພື້ນຖານໃດໜຶ່ງ ໃນຖະແຫຼງການສະບັບນີ້ ກໍຄືບັນດາສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ປະເທດສະມາຊິກອາຊຽນເປັນພາຄີ;

ຮັບຮອງໂດຍປະມຸກແຫ່ງລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ວັນທີ 18 ພະຈິກ 2012 ໂດຍເຮັດເປັນສະດຽວເປັນພາສາອັງກິດ.

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)