ກົດໝາຍລະຫວ່າງຊາດ ( ສະຫຼຸບເນື້ອໃນ)

Name : Sayasone KEOMONTY Political science NUOL

subjec: International Law ວິຊາ ກົດໝາຍລະຫວ່າງຊາດ

ບົດທີ1: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍລະຫວ່າງຊາດ

1.ຄວາມມາຍຂອງກົດໝາຍລະຫວ່າງຊາດ.

Fenwick:ກົດໝາຍລະຫວ່າງຊາດຄືກຸ່ມຂອງຫຼັກການທົ່ວໄປ ແລະ ຫຼັກການສະເພາະ ເຊິ່ງຜູກພັນລັດສະມາຊິກຂອງສັງຄົມລະຫວ່າງປະເທດໃນການພົວພັນເຊິ່ງກັນ ແລະ ກັນ.

Oppenheim:ກົດໝາຍລະຫວ່າງຊາດຄືກຸ່ມຂອງປະເພນີ ແລະ ສົນທິສັນຍາ ເຊິ່ງຖືວ່າຜູກພັນທາງດ້ານກົດໝາຍຕໍ່ລັດໃນການພົວພັນກັນ.

Lawrence:ກົດໝາຍລະຫວ່າງຊາດຄືຫຼັກການເຊິ່ງກຳນົດການປະພຶດຂອງກຸ່ມລັດໃນການຕິດຕໍ່ພົວພັນເຊິ່ງກັນ ແລະ ກັນ.

Akehurst:ກົດມາຍລະຫວ່າງຊາດຄືລະບົບກົດໝສຍທີ່ໃຊ້ບັງຄັບໃນການພົວພັນລະຫວ່າງລັດໃນອະດີດມີແຕ່ລັດເທົ່ານັັ້ນທີ່ຈະມີສະພາບເປັນບຸກຄົນ ເຊິ່ງມີສິດ ແລະ ໜ້າທີ່ພາຍໃຕ້ກົດໝາຍສາກົນ ແຕ່ໃນປັດຈຸບັນອົງການລະຫວ່າງປະເທດ ອົງການທຸລະກິດ ແລະ ເອກະຊົນທັງລາຍຕ່າງກໍມີສິດ ແລະ ໜ້າທີ່ພາຍໃຕ້ກົດໝາຍສາກົນ ເຖິງແນວໃດກໍຕາມໃນຄວາມເປັນຈິງລັດແມ່ນເປັນເຈົ້າກຳພາຍໃຕ້ກົດໝາຍສາກົນ.

Parry:ໄດ້ຂຽນຄວາມໝາຍຂອງກົດໝາຍສາກົນໄວ້ໃນໜັງສືທີ່ມີຊື່ວ່າ sorensen's Manual of pulic international law ກົດໝາຍສາກົນເປັນສິລະປະຮູບແບບໜຶ່ງ ເຊິ່ງສະແດງອອກເຖິງລະບົບກົດໝາຍທີ່ເຮັດໜ້າທີ່ບັງຄັບການພົວພັນລະຫວ່າງລັດໜຶ່ງຕໍ່ອີກລັດໜຶ່ງ ເນື່ອງຈ່ກລັດທັງຫຼາຍໄດ້ມີການລວມກຸ່ມກັບການຈັດຕັ້ງອົງການລະຫວ່າງປະເທດຂຶ້ນ ດັ່ງນັ້ນກົດມາຍສາກົນຈຶ່ງເປັນເລື່ອງທີ່ເຂ້າໄປກ່ຽວຂ້ອງກັບອົງການລະຫວ່າງປະເທດນຳ ແລະ ຈະເຂົ້າໄປກ່ຽວຂ້ອງຫຼາຍຂຶ້ນເພາະເປັນທີ່ຮູ້ກັນວ່າລັດທັງຫຼາຍມີນວໂນ້ມທີ່ຈະລວມຕົວກັນຈັດຕັ້ງເປັນສະມາຄົມຂອງລັດ ແລະ ເນືເອງຈາກລັດປະກອບດ້ວຍເອກະຊົນ ລັດຕ້ອງເຮັດໜ້າທີ່ໃຫ້ບໍລິການ ແລະ ຮັບໃຊ້ຄວາມຕ້ອງການຂອງບຸກຄົນ ກົດໝາຍສາກົນຈຶ່ງເຂ້າໄປກ່ຽວຂ້ອງສະເໝີກັບັານພົວພັນລະຫວ່າງບຸກຄົນບໍວ່າຈະເປັນລັດ ຫຼືບຸກຄົນຂອງລັດອື່ນ.

ນອກຈາກນີ້ສານຍຸດຕິທຳສາກົນຂອງສັນນິບາດຊາດກໍໄດ້ໃຫ້ຄຳຈຳກັດຄວາມຂອງກົດໝາຍສາກົນໄວ້ວ່າ: ກົດໝາຍສາກົນຄືກົດເກນທີ່ໃຊ້ບັງຄັບການພົວພັນລະຫວ່າງລັດເອກະລາດທັງຫຼາຍກົດເກນເຫຼ່ານີ້ຜູກພັນເໜືອລັດ ແລະນຳພາໃຫ້ລັດທັງຫຼາຍສະຫະອະທິປະໄຕຂອງຕົນເພື່ອຮ່ວມກັນເຮັດຂໍ້ຕົກລົງ (ສົນທິສັນຍາ) ຫຼື ຫຼັກປະຕິບັດຕ່າງໆເປັນທີ່ຍອມຮັບກັນທົ່ວໄປວ່າເປັນຫຼັກກົດໝາຍ ແລະ ເຮັດຂື້ນເພື່ອຈັດລະບຽບການພົວພັນລະຫວ່າງປະຊາຊາດລັດເອກກະລາດທັງຫຼາຍ ຫຼື ເພື່ອບັນລຸວັດຖຸປະສົງທີ່ຕັ້ງໄປຮ່ວມກັນ.

ບົດທີ່ 1 ຄວາມຮູ້ພື້ນຖານກຽ່ວກັບກົດໝາຍລະຫວ່າງຊາດ

I ຄວາມໝາຍຂອງກົດໝາຍລະຫວ່າງຊາດ.

ຄໍາວ່າ ກົດໝາຍລະຫວາ່ງຊາດ ແມ່ນໄດ້ມີຄວາມໝາຍຢາ່ງກວ້າງຂວາງເຊິ່ງໄດ້ມີຫຼາຍໆທາ່ນໄດ້ໃຫ້ຄວາມໝາຍຂອງກົດໝາຍລະຫວ່າງຊາດເອົາໄວ້ຄື:ກົດໝາຍລະຫວາ່ງຊາດແມ່ນກຸ່ມຂອງຫຼັກການທົ່ວໄປ ແລະ ຫຼັກການສະເພາະເຊິ່ງຜູກພັນລັດສະມາຊິກຂອງສັງຄົມລະຫວາ່ງປະເທດໃນການພົວພັນເຊິ່ງກັນແລະກັນ.

ກົດໝາຍລະຫວ່າງຊາດ ຄືກຸ່ມຂອງປະເພນີ ແລະ ສົນທິສັນຍາເຊິ່ງຖືວ່າຜູກພັນທາງກົດໝາຍຕໍ່ລັດໃນການພົວພັນກັນ.

ກົດໝາຍລະຫວາ່ງຊາດ ແມ່ນຫຼັກການເຊິ່ງກໍານົດການປະພຶດຂອງກຸ່ມລັດໃນການຕິດຕໍ່ຄວາມສໍາພັນລະຫວາ່ງກັນ

ກົດໝາຍລະຫວາ່ງຊາດ ຄືລະບົບກົດໝາຍທີ່ໃຊ້ບັງຄັບການພົວພັນລະຫວາ່ງລັດໃນອາດີດມີແຕ່ລັດເທົ່ານັ້ນທີ່ຈະມີສະພາບເປັນບູກຄົນເຊິ່ງມີສິດ ແລະໜ້າທີ່ພາຍໃຕ້ກົດໝາຍສາກົນ ແຕ່ໃນປັດຈຸບັນອົງການລະຫວາ່ງປະເທດ, ອົງການທຸລະກິດແລະ ເອກະຊົນ ທັງຫຼາຍຕາ່ງກໍ່ມີສິດ ແລະ ໜ້າທີ່ພາຍໃຕ້ກົດໝາຍສາກົນເຖິງແນວໃດກໍ່ຕາມໃນຄວາມເປັນຈິງລັດແມ່ນເປັນເຈົ້າກໍາໃນອັນດັບ 1 ພາຍໃຕ້ກົດໝາຍສາກົນ.

ກົດໝາຍສາກົນຍັງເປັນສີລະປະຮູບແບບໜຶ່ງເຊິ່ງສະແດງອອກເຖິງລະບົບກົດໝາຍທີ່ເຮັດໜ້າທີ່ບັງຄັບການພົວພັນລະຫວາ່ງລັດໜຶ່ງຕໍ່ອີກລັດໜຶ່ງເນື່ອງຈາກລັດທັງຫຼາຍໄດ້ມີການລວມກຸ່ມກັບການຈັດຕັ້ງເປັນອົງການລະຫວາ່ງປະເທດຂື້ນ. ດັ່ງນັ້ນກົດໝາຍສາກົນຈຶ່ງເປັນເລື່ອງທີ່ເຂົ້າໄປກຽ່ວຂອ້ງກັບອົງການລະຫວາ່ງປະເທດນໍາ ແລະຈະເຂົ້າໄປກຽ່ວຂອ້ງຫຼາຍຂຶ້ນ.

ນອກຈາກນີ້ສານຍຸຕິທໍາສາກົນຂອງສັນນິບາດຊາດໄດ້ໃຫ້ຄວາມໝາຍຂອງກົດໝາຍສາກົນໄວວ່າ:ກົດໝາຍສາກົນ ຄືກົດເກນທີ່ໃຊ້ບັງຄັບການພົວພັນລະຫວາ່ງລັດເອກະລາດທັງຫຼາຍກົດເກນເຫຼົ່ານີ້ຜູກພັນເໜື່ອລັດ ແລະ ນໍາພາໃຫ້ລັດທັງຫຼາຍສະລະອະທິປະໄຕຂອງຕົນເພື່ອຮວ່ມກັນເຮັດຂໍ້ຕົກລົງ(ສົນທິສັນຍາ) ຫຼືຫຼັກປະຕິບັດຕາ່ງໆເປັນທີ່ຍອມຮັບກັນທົ່ວໄປວ່າເປັນຫຼັກກົດໝາຍ ແລະເຮັດຂຶ້ນເພຶ້ອຈັດລະບຽບການພົວພັນລະຫວາ່ງປະຊາຊາດເອກະລາດທັງຫຼາຍ ຫຼືເພຶ່ອບັນລຸວັດຖຸປະສົງທີ່ຕັ້ງໄວ້ຮວ່ມກັນ.

ຈາກຄໍານິຍາມຕາ່ງໆທີ່ກາ່ວມາຂາ້ງເທິງນັ້ນ ຈຶ່ງພໍສະຫຼຸບໄດ້ວ່າ:

ກົດໝາຍລະຫວາ່ງຊາດ ຄືບັນດາຫຼັກການຕາ່ງທີ່ມີຢູ່ໂດຍປະເພນື ຫຼືໂດຍການສາ້ງຂຶ້ນໄວ້ໂດຍນາໆປະເທດ ຫຼື ໂດຍການຕົກລົງລະຫວາ່ງປະເທດໃຊ້ບັງຄັບການພົວພັນລະຫວາງລັດສະມາຊິກສັງຄົມລະຫວາ່ງປະເທດເຊິ່ງໝາຍເຖິງລັດ,ອົງການລະຫວາ່ງປະເທດ ແລະ ບຸກຄົນເຊິ່ງສະຖານະທາງກົດໝາຍຖືກກໍານົດໂດຍກົດໝາຍລະຫວາ່ງປະເທດ.

II ຄວາມເປັນມາຂອງກົດໝາຍລະຫວາ່ງຊາດ.

1. ຈາກອາດີດຈົນເຖິງສະໄໝກາງສັດຕະວັດທີ່ 16.

ເຊິ່ງເປັນຍຸກທີ່ຍັງບໍ່ທັນມີລັດສົມບູນແບບດັ່ງນັ້ນກົດໝາຍຈິ່ງມີລັກສະນະເປັນລະບຽບລະຫວາ່ງກຸ່ມ ຫືສັງຄົມທາງການເມືອງຕາ່ງໆ ຈາກອາດີດຈົນເຖິງປີຄສ 476 ເຊິ່ງເປັນປີທີ່ຈັກກະວັດໂຮມັນລົ້ມສະຫຼາຍ ປະຊາຄົມທາງການເມືອງໄດ້ແບ່ງອອກເປັນ 2 ພວກຄື :

- ຈັກກະວັດຊຶ່ງປະກອບດວ້ຍອານາບໍລິເວນທີ່ກວາ້ງຂວາງຂອງມະຫາອໍານາດເຊັ່ນ: ຈີນ,ເອຢິບ,ມາຍາ,ອິນຄາໂຮມັນ.

- ເມືອງໂດຍສະເພາະຂອງເກຮັກທີ່ມີຂະໜາດນອ້ຍກວ່າແຕ່ມີການຈັດອົງກອນຢາ່ງເປັນລະບົບປະຊາຊົນເຫຼົ່ານີ້ຂະຫຍາຍອໍານາດໄປທົ່ວໂລກໂດຍຕາ່ງກໍ່ຕັ້ງຕົນເປັນເມືອງໃຫຍ່.

ແຕ່ທີ່ສໍາຄັນກໍ່ຄື ອິດທິພົນຂອງສາສະໜາຄຣິດທີ່ມີຕໍ່ສະຖາບັນທາງການເມືອງ ແລະກົດເກນຕາ່ງໆເຊິ່ງມີສວ່ນຮວ່ມຕໍ່ການເກີດຂຶ້ນຂອງກົດໝາຍສາກົນໂດຍສະເພາະເລື່ອງ:ການເຄົາລົບຄໍາໝັ້ນສັນຍາ,ການກາ່ວປະນາມຮຸກຮານ,ການຄຸ້ມຄອງພົນລະເຮືອນໃນສະພາວະສົງຄາມແລະ ການເຮັດໃຫ້ສົງຄາມມີຄຸນນະທໍາ.

ສວ່ນການພົວພັນລະຫວາ່ງປະເທດປະກົດຂືຶ້ນໃໝ່ເມື່ອຕົ້ນສະຕະວັດທີ່ 11 ຈັກກະວັດຕາ່ງໆທັງຕາເວັນຕົກ ແລະຕາເວັນອອກຕາ່ງກໍມີສັດທາໃນສາສະໜາຄຣິດເຊັ່ນກັນຈິ່ງເຄົາລົບກົດເກນຮວ່ມກັນ.

ນອກຈາກນີ້ ຍັງມີການຊຸກຍູ້ແນວຄິດໃນເລື່ອງກົດໝາຍຂອງບຸກຄົນ ຫຼືກົດໝາຍທໍາມະຊາດ ເຖິງແມ່ນວ່າການພົວພັນລະຫວາ່ງຜູ້ທີ່ນັບຖືສາສະໜາຄຣິດແຜູ້ທີ່ສັດທາໃນສາສະໜາອິດສະລາມຈະມີລັກສະນະຂັດແຍ່ງກັນຈົນເກີດເປັນສົງຄາມສາສະໜາທີ່ຍາວນານ.

ກົດໝາຍສາກົນໄດ້ຫຼຸດພົ້ນອອກຈາກການຄອບງໍາທາງສາສະໜາ ແລະໄດ້ຮັບອິດທິພົນຈາກການຄ້າລະຫວາ່ງປະເທດມີການສົ່ງທູດ ແລະ ກົງສູນໄປຍັງຕາ່ງແດນແລະ ເຮັດຄວາມຕົກລົງທາງການຄ້າຕະຫຼອດຈົນເຖິງການແກ້ໄຂຂໍ້ຂັດແຍ່ງດວ້ຍອານຸຍາໂຕຕຸລາການ.

ໃນຕໍ່ມາກໍ່ໄດ້ເຮັດໃຫ້ແນວຄິດເລື່ອງລັດຊາດໄດ້ຮັບການຢັ້ງຢືນພອ້ມກັບເລື່ອງອໍານາດອະທິປະໄຕໃນຍຸກຕໍ່ໄປ.

2. ຈາກສັດຕະວັດທີ່ 16 ຈົນເຖິ່ງສົງຄາມໂລກຄັ້ງທີ່ 1.

ໄດ້ມີເຫດການຫຼາຍໆຢ່າງເກີດຂື້ນເປັນຕົ້ນແມ່ນຄວາມກາ້ວໜາທາງດ້ານເທັກໂນໂລຢີ ແລະ ວິທະຍາສາດທີ່ເຮັດໃຫ້ກົດໝາຍສາກົນໃນຍຸກນີ້ ເຊິ່ງຖືກັນວ່າເປັນກົດໝາຍສາກົນດັ້ງເດີມ .

ສໍາລັບກົດໝາຍສາກົນໃນຍຸກນີ້ເປັນກົດເກນທີ່ຖືກສ້າງຂື້ນໂດຍລັດຕ່າງໆທີ່ເປັນຜົນຈາກຄວາມຕົກລົງທີ່ສະແດງອອກເຖິ່ງຄວາມສົມດູນຂອງຜົນປະໂຫຍດຂອງລັດ.

ນອກຈາກນີ້ກໍ່ຍັງມີການຈັດຕັ້ງສະຖາບັນເພື່ອຄວາມຮວ່ມມືລະຫວາ່ງກັນຂຶ້ນເຊັ່ນ:ສະຫະພາບໂທລະເລກລະຫວາ່ງປະເທດ ປີຄ ສ 1865, ສະຫະພາບໄປສະນີ ປີຄ ສ 1874 ແລະຍັງມີການເຮັດສົນທິສັນຍາສະບັບກຽ່ວກັບການແກ້ໄຂຂໍ້ຂັດແຍ່ງ ເຊັ່ນ:ສານອານຸຍາໂຕຕຸລາການຖາວອນ ແລະ ລວມເຖິງກົດໝາຍພາກສົງຄາມ.

3. ຈາກສົງຄາມໂລກຄັ້ງທີ່ 1 ຈົນເຖິງປັດຈຸບັນ.

ບັນຫາຕ່າງໆຂອງໂລກໄດ້ກໍ່ໃຫ້ເກີດມີກົດໝາຍສາກົນຈຶ່ງເກີດມີອົງການສັນນິບາດຊາດຂຶ້ນທີ່ເຮັດໜ້າທີ່ເຮັດການເມືອງລະຫວ່າງປະເທດແລະ ເຮັດໜ້າທີ່ຍຸຕິທໍາຄື: ສານຍຸຕິທໍາລະຫວ່າງປະເທດ.

ຕໍ່ມາໃນປີ 1929 ເກີດມີບັນຫາວິສາຫະກິດ,ເກີດມີການລ່າອານານິຄົມ,ມີການກໍ່ສົງຄາມກໍຄືສົງຄາມໂລກຄັ້ງທີ່ 2. ເຊິ່ງໄດ້ເຮັດໃຫ້ອົງການສັນນິບາດຊາດຫຼົ້ມສະລາຍເພາະບໍສາມາດຮັກສາສັນຕິພາບໂລກໄວ້ໄດ້ ແລະຍ້ອນສະມາຊິກຂອງອົງການເປັນຜູ້ກໍສົງຄາມເອງ.

ເມື່ອສົງຄາມໂລກຄັ້ງທີ່ 2ສິ້ນສຸດລົງ ແລ້ວບັນດາປະເທດຕ່າງໆໄດ້ມີການລວມຕົວກັນ ເພື່ອສ້າງອົງການໃໝ່ຂຶ້ນແທນອົງການສັນນິບາດຊາດ.

ເປົ້າໝາຍສ້າງອົງການນີ້ຂຶ້ນມາກໍ່ເພຶ່ອປົກປັກຮັກສາສັນຕິພາບຮວ່ມກັນຕ້ອງໃຫ້ປະສົບຜົນສໍາເລັດ ບໍໃຫ້ຫຼົ້ມເຫຼວ.ເຊິ່ງກໍຄື ສປຊ ຈົນເຖິງທຸກວັນນີ້.

ບົດທີ່ 2 ທີ່ມາຂອງກົດໝາຍສາກົນ.

ເຊິ່ງຖືກກໍານົດໄວ້ຢູ່ໃນມາດຕາ 38 ຂອງລັດຖະທໍາມະນູນສານລະຫວ່າງປະເທດ

ກົດໝາຍສາກົນເກີດມາຈາກ:

1.ສົນທິສັນຍາສາກົນ.

2.ປະເພນີສາກົນ.

3.ຫຼັກການຂອງກົດໝາຍທົ່ວໄປ.

4.ຄໍາພິພາກສາຂອງສານ.

5.ຄວາມຄິດເຫັນຂອງນັກກົດໝາຍ ຫຼື ຜູ້ຊົງຄຸນວຸດທິ.

6.ເກີດຈາກການກະທໍາຂອງອົງການລະຫວ່າງປະເທດ.

7.ຫຼັກຄວາມທຽ່ງທໍາ(ຍຸຕິທໍາ).

*ອົງປະກອບທີ່ພາໃຫ້ປະເພນີສາກົນຈະຖືວ່າເປັນກົດໝາຍມີ 4 ອົງປະກອບຄື:

1.ການຖືປະຕິບັດກັນໂດຍທົ່ວໄປ.

2.ການປະຕິບັດກັນຢ່າງສະໝໍ່າສະເໝີ ແລະ ປະຕິບັດຄ້າຍຄືກັນ.

3.ໄລຍະເວລາ.

4.ຄວາມເຊື່ອທີ່ເຄີຍປະຕິບັດມານັ້ນຖືວ່າຖືກຕອ້ງ ແລະ ຖືເປັນກົດມາຍ.

ບົດທີ່ 3 ຄວາມສຳພັນລະຫວ່າງກົດໝາຍປະເທດກັບກົດໝາຍພາຍໃນ.

ສອງກົດໝາຍນີ້ຍອ່ມມີການພົວພັນເຊິ່ງກັນແລະກັນເຊິ່ງມີຫຼາຍລັກສະນະ,ຫຼາຍຮູບແບບ. ກົດໝາຍມີ 2 ທິດສະດີ: ກຸ່ມໜຶ່ງບອກວ່າກົດໝາຍມີການພົວພັນກັນ ແລະ ອີກກຸ່ມໜຶ່ງບອກວ່າ ກົດໝາຍບໍ່ມີການພົວພັນກັນ.

-ທິດສະດີທີ່1: ທິດສະດີທະວີນິຍົມ: ເພິ່ນເວົ້າວ່າ ກົດໝາຍພາຍໃນ ແລະ ກົດໝາຍລະຫວ່າງຊາດນີ້ມີຖານະເທົ່າທຽມກັນ ແລະ ເປັນອິດສະລະແຍກອອກຈາກກັນ.

-ທິິດສະດີທີ່2:ທິດສະດີເອກະນິຍົມ: ເພິ່ນເວົ້າວ່າ ກົດໝາຍສາກົນ ແລະກົດໝາຍພາຍໃນ ເປັນກົດໝາຍລະບົບດຽວກັນ,ມັນມີການພົວພັນເຊິ່ງກັນແລະກັນ ແລະເປັນອັນໜຶ່ງອັນດຽວກັນ.

ບົດທີ່ 4 ລັດ ແລະຮູບແບບຂອງລັດ.

ໃນຖານະຂອງກົດໝາຍສາກົນແມ່ນອົງການຈັດຕັ້ງທາງສັງຄົມ, ການເມືອງ. ແມ່ນເປັນເຈົ້າກຳທຳອິດທາງກົດໝາຍສາກົນລັດມີຄວາມສາມາດພົວພັນກັບຕ່າງປະເທດ, ກັບລັດອື່ນໆທາງດ້ານການເມືອງ,ເສດຖະກິດ, ທະຫານ ແລະອື່ນໆ. ລວມເຖິງສິດເຮັດຂໍ້ສັນຍາ, ຄວາມເປັນທຳອື່ນໆ.

* ອົງປະກອບຂອງລັດ: ປະກອບມີ

-ດິນແດນ: ກໍຄືດິນແດນທີ່ຢູ່ໃນຂອບເຂດອະທິປະໄຕຂອງລັດ ເຊິ່ງລວມໄປເຖິງທັງນ່ານນ້ຳ ແລະ ນານຟ້າ.

-ມີປະຊາກອນ :ກໍຄືປະຊາກອນພາຍໃນຊາດຢ່າງແທ້ຈິງ.

-ມີລັດຖະບານ:ແມ່ນເປັນຄະນະບຸກຄົນທີ່ໃຊ້ອຳນາດອະທິປະໄຕຂອງລັດໃນການບໍລິຫານກິດຈະການຕ່າງໆລວມທັງການພົວພັນກັບລັດອື່ນ.ແມ່ນປະຊາກອນທີ່ຢູ່ພາຍໃນຊາດນັ້ນຢ່າງແທ້ຈິງ.

-ມີອຳນາດອະທິປໄຕທີ່ສາມາດພົວພັນກັບຕ່າງປະເທດໄດ້:ກໍຄືລັດມີອຳນາດອະທິປະໄຕທີ່ຈະພົວພັນກັບນາໆປະເທດໄດ້ດ້ວຍຕົນເອງໂດຍບໍ່ຂຶ້ນກັບໃຜ.ນັ້ນກໍສະແດງເຖິງຄວາມເປັນເອກະລາດຂອງລັດທີ່ຈະໃຊ້ອຳນາດອະທິປະໄຕຂອງຕົນດວ້ຍການສະແດງາມຍິນຍອມໂດຍການເຮັດສົນທິສັນຍາຕ່າງໆ.

*ການຮັບຮອງລັດ: ມີ 2ແບບ :

-ການຮັບຮອງລັດແບບຊັດແຈ້ງ: ສະແດງອອກໂດຍຊັດເຈນເຊິ່ງເປັນຈຸດເລີ່ມຕົ້ນໃນການສ້າງສາຍທາງການທູດ, ເຮັດສົນທິສັນຍາ...

-ການຮັບຮອງລັດແບບປະລິນຍາຍ:ແມ່ນເປັນການຮັບຮອງລັດແບບບໍເປັນທາງການ ຫຼືຊັດແຈ້ງ, ເນືອ່ງຈາກບໍຮູ້ວ່າລັດນັ້ນມີຖານະຄວາມເປັນລັດຊັດເຈນແລ້ວຫຼືບໍໍ, ບໍມີສົນທິສັນຍາ.

* ຮູບແບບຂອງລັດ:

1. ລັດທີ່ມີເອກະລາດ:

ເປັນລັດທີ່ມີອຳນາດອະທິປະໄຕມີຄວາມສາມາດໃນການດຳເນີນກິດຈະການທັງພາຍໃນ ແລະ ຕ່າງປະເທດລວມທັງການພົວພັນກັບຕ່າງປະເທດ, ມີສິດອອກລະບຽບກົດໝາຍໃນການຄຸ້ມຄອງລັດ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ຊັບພະຍາກອນມະນຸດ ໃນດິນແດນປະເທດຕົນເອງ ແລະກໍເປັນລັດທີ່ບໍຂຶ້ນກັບປະເທດອື່ນ.

2. ລັດທີ່ບໍມີຄວາມເປັນເອກະລາດ:

ແມ່ນລັດທີ່ບໍມີຄວາມເປັນເອກະລາດ, ແມ່ນລັດທີ່ຕົກຢູ່ພາຍໃຕ້ອຳນາດຂອງລັດອື່ນ ເຊິ່ງປະກອບມີ: ລັດເມືອງຂຶ້ນ, ລັດໃນອາລັກຂາ, ລັດບໍລິວານ, ດິນແດນຮວ່ມກັນຂອງລັດ ແລະອຳນາດການປົກຄອງຮວ່ມກັນຂອງລັດ, ນະຄອນອິດສະລະ ແລະ ລັດທີ່ມີຂະໜາດນ້ອຍ.

3. ຮູບແບບອື່ນໆຂອງລັດ:

ນອກຈາກລັດທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວລັດກໍຍັງມີຮູບແບບອຶ່ນໆອີກ ຫຼື ຫົວໜວ່ຍການປົກຄອງອີກບາງູບແບບເຊັ່ນ: ຈຸລະລັດ, ດິນແດນສັກສິດ ແລະ ນະຄອນລັດວາຕີກັນ, ດິນແດນຂອງພວກກະບົດ ແລະ ພວກແຍກດິນແດນ.

ບົດທີ່ 5 ເຂດແດນ, ເຂດອຳນາດ ແລະ ຄວາມຮັບຜິດຊອບຂອງລັດ

1. ເຂດແດນ:

ແມ່ນເຄື່ອງສະແດງແລະ ຂອບເຂດຂອງການໃຊ້ອຳນາດອະທິປະໄຕ, ເສັ້ນເຂດແດນເປັນສິ່ງກຳນົດສິດຂອງລັດ.ລັດມີສິດໃຊ້ອຳນາດອະທິປະໄຕເໜືອດິນແດນທີ່ຕົນໄດ້ມາຂອບເຂດຂອງການໃຊ້ອຳນາດອະທິປະໄຕຂອງຕົນພາຍໃຕ້ກົດໝາຍສາກົນທີ່ກຳນົດໃຫ້.ລັດມີສິດໃຊ້ອຳນາດຕ່າງໆລວມເຖິງຊັບພະຍາກອນ.

*ກົດໝາຍທີ່ກຽ່ວຂ້ອງກັບການກຳນົດເສັ້ນເຂດແດນ ມີ:

- ສົນທິສັນຍາ.

- ສັນຍາ.

-ອະນຸສັນຍາແນບຕິດ.

- ຂໍ້ຕົກລົງຕ່າງໆ.

- ມີກົດບັດສະຫະປະຊາຊາດ.

- ສົນທິສັນຍາກຽ່ວກັບການສືບທອດລັດ.

*ຫຼັກການໃນການກຳນົດເສັ້ນເຂດແດນ ມີ 3 ຫຼັກການຄື:

1. ຫຼັກການການກຳນົດເສັ້ນເຂດແດນທາງບົກ.

2. ຫຼັກການການກຳນົດເສັ້ນເຂດແດນທາງນໍ້າ.

3. ຫຼັກການການກຳນົດເສັ້ນເຂດແດນທາງອາກາດ.

2. ຂອບເຂດສິດອຳນາດຂອງລັດ.

ໝາຍເຖິງອຳນາດທາງກົດໝາຍຂອງຕົນເພື່ອບໍລິຫານງານທີ່ກຽ່ວຂ້ອງກັບກິດຈະການພາຍໃນແລະ ກິດຈະການລະຫວ່າງປະເທດໃນຂອບເຂດທີ່ກົດໝາຍສາກົນຍອມຮັບ.ການໃຊ້ອຳນາດຂອງລັດມີ 2 ກໍລະນີຄື:

- ການໃຊ້ອຳນາດເພື່ອຜົນປະໂຫຍດພາຍໃນຂອງລັດ.

- ການໃຊ້ອຳນາດເພື່ອຜົນປະໂຫຍດລະຫວ່າງຊາດ.

3. ຄວາມຮັບຜິດຊອບຂອງລັດ.

ແມ່ນພາລະໜ້າທີ່ຂອງລັດທີ່ຕ້ອງປະຕິບັດເພື່ອແກ້ໄຂສະຖານະການຈາກສິ່ງທີ່ເກີດຂຶ້ນຈາກການກະທຳ ຫຼື ບໍກະທຳຂອງລັດ .ໃນເມື່ອລັດຫາກບໍປະຕິບັດຕາມ ຫຼື ລັດຫາກລະເມີດພັນທະຕາມກົດໝາຍສາກົນ ແລະເກີດຄວາມເສຍຫາຍຂຶ້ນກັບລັດອື່ນແລ້ວລັດທີ່ກໍຄວາມເສຍຫາຍນັ້ນຕ້ອງໄດ້ຮັບຜິດຊອບຊົດໄຊ້ຄ່າເສຍຫາຍ ແລະແກ້ໄຂປັບປຸງໃຫ້ຄືນສູ່ສະພາບເດີມ.

4. ອົງປະກອບຄວາມຮັບຜິດຊອບຂອງລັດ.

- ເປັນການກະທຳທີ່ຜິດກົດໝາຍ: ກໍຄືການບໍປະຕິບັດຕາມກົດໝາຍສາກົນ, ເປັນການລະເມີດກົດໝາຍທີ່ໄດ້ກຳນົດໄວ້.

- ເປັນການກະທຳທີ່ລະເມີດພັນທະ: ແມ່ນການບໍປະຕິບັດຕາມພັນທະພາຍໃຕ້ກົດໝາຍສາກົນຄືເມື່ອໄດ້ໃຫ້ສັນຍາຕໍ່ກັນແລ້ວບໍປະຕິບັດຕາມ.

- ເປັນການກະທຳທີ່ກໍໃຫ້ເກີດຄວາມເສຍຫາຍ: ຖ້າມີຄວາມເສຍຫາຍເກີດຂື້ນລັດຈະຕ້ອງໄດ້ຮັບຜິດຊອບ.

- ເປັນການກະທຳຂອງລັດ: ແມ່ນລັດເປັນຜູ້ກະທຳ, ອາດຈະສະແດງອອກໃນການກະທຳຂອງເຈົ້າໜ້າທີ່ລັດທີ່ໄດ້ຮັບມອບໝາຍຈາກລັດ, ອາດຈະປະຕິບັດໜ້າທີ່ເກີນຂອບເຂດ, ເໜື່ອກົດໝາຍ, ຈົງໃຈໃຫ້ເກີດເຊິ່ງອາດຈະເກີດຈາກອົງກອນຕ່າງໆຂອງລັດ.

5. ການກະທຳຂອງຝ່າຍເອກະຊົນທີ່ສ້າງຄວາມເສຍຫາຍ.

ກໍຄືແມ່ນປະຊາຊົນທີ່ສ້າງຄວາມເສຍຫາຍ ລັດກໍຕ້ອງມີຄວາມຮັບຜິດຊອບ.

ຕົວຢ່າງ: ມີປະຊາຊົນບຸກລຸກສະຖານທູດ, ຮ້າງຮ້ານ ລັດກໍຕ້ອງໄດ້ຮັບຜິດຊອບ.

6. ການກະທຳຂອງຝ່າຍກະບົດ.

ຖ້່າຝ່າຍກະບົດໄປທຳລາຍຊັບສິນຂອງຄົນຕ່າງປະເທດໂດຍທີ່ລັດບໍໃຫ້ການຄຸ້ຄອງລັດຈະຕ້ອງໄດ້ຮັບຜິດຊອບ.

* ຂໍ້ຍົກເວັ້ນທີ່ລັດບໍຮັບຜິດຊອບ.

- ການປ້ອງກັນຕົວເອງ.

- ການຕອບໂຕ້: ບໍ່ແມ່ນການຕອບໂຕ້ເກີນຂອບເຂດ ຫຼື ລວ່ງໜ້າຢ່າງໜັກໜ່ວງ.

- ເຫດສຸດວິໄສ: ແມ່ນເປັນສິ່ງທີ່ເກີດຂຶ້ນໂດຍທຳມະຊາດ ບໍ່ມີໃຜສາມາດຢັບຢັ້ງໄດ້.

ບົດທີ່ 6 ສົນທິສັນຍາ

1. ສົນທິສັນຍາ.

ແມ່ນໝາຍເຖິງຂໍ້ຕົກລົງລະຫວ່າປະເທດທີ່ເຮັດເປັນລາຍລັກອັກສອນລະຫວ່າງລັດກັບລັດພາຍໃຕ້ກົດໝາຍສາກົນ, ອາດຈະເຮັດສະບັບດຽວ ຫຼືຫຼາຍສະບັບຂັດແນບເຂົ້າກັນ ຈະເອີ້ນຊື່ແນວໃດກໍໄດ້ເຊັ່ນ: ສົນທິສັນຍາ, ສັນຍາ, ຂໍ້ຕົກລົງ.

ສົນທິສັນຍາແຍກອອກໄດ້ເປັນ 2 ຄວາມໝາຍຄື:

- ຄວາມໝາຍສະເພາະ:ແມ່ນການຕົກລົງເປັນລາຍລັກອັກສອນ ແລະ ເຮັດໃຫ້ເກີດສິດ ແລະພັນທະແກ່ຄູ່ພາຄີຂອງສົນທິສັນຍາ ແລະ ຈະລົງນາມໂດຍປະມຸກລັດ ຫຼື ຫົວໜ້າລັດຖະບານ.

- ຄວາມໝາຍທົ່ວໄປ: ແມ່ນຂໍ້ຕົກລົງທີ່ເຮັດຂຶ້ນລະຫວ່າງປະເທດ, ທີ່ເຮັດເປັນລາຍລັກອັກສອນລະຫວ່າງລັດຕໍ່ລັດພາຍໃຕ້ກົດໝາຍສາກົນ.ຈະເຮັດເປັນສະບັບດຽວ, ຫຼາຍສະບັບ ຂັດແນບເຂົ້າກັນຈະເອີ້ນຊື່ແນວໃດກໍໄດ້.

2. ປະເພດຂອງສົນທິສັນຍາ.

ສົນທິສັນຍາແບ່ງອອກເປັນ 2 ປະເພດຄື:

- ສົນທິສັນຍາທະວິພາຄີ: ໝາຍເຖິງສົນທິສັນຍາທີ່ເຮັດໂດຍ 2ຝ່າຍ ຫຼື 2 ລັດທີ່ກຽ່ວພັນກັບຜົນປະໂຫຍດສະເພາະຂອງ 2 ຝ່າຍເທົ່ານັ້ນ ເຊັ່ນ:ສົນທິສັນຍາກຽ່ວກັບເສດຖະກິດການຄ້າ, ສົນທິສັນຍາກຽ່ວກັບສົ່ງຜູ້ຮ້າຍຂ້າມແດນ, ສົນທິສັນຍາຜູກມັດໄມຕີ ແລະ ອື່ນໆ.

- ສົນທິສັນຍາພະຫຸພາຄີ: ແມ່ນສົນທິສັນຍາທີ່ເຮັດຂຶ້ນຫຼາຍກວ່າ 2 ລັດທີ່ເຂົ້າຮ່ວມເຈລະຈາ ອາດຈະເປັນສົນທິສັນຍາທີ່ກຽ່ວຂ້ອງກັບອາລິກນາໂຕ ຫຼືສົນທິສັນຍາອາຊຽນ.

3. ຮູບແບບ ແລະ ສ່ວນປະກອບຂອງສົນທິສັນຍາ.

ກົດໝາຍສາກົນນີ້ແມ່ນບໍໄດ້ກຳນົດສວ່ນປະກອບທີ່ຊັດເຈນເອົາໄວ້. ແຕ່ອີງຕາມທີ່ເພິ່ນເຄີຍເຮັດມາແລ້ວມີ 2 ຮູບແບບຄື:

- ສົນທິສັນຍາທີ່ເຮັດຂຶ້ນເປັນລາຍລັກອັກສອນ.

- ສົນທິສັນຍາທີ່ເຮັດຂຶ້ນໂດຍທາງປາກເປົ່າ.

ແຕ່ໂດຍສວ່ນໃຫຍ່ແລ້ວເພິ່ນຈະເຮັດເປັນລາຍລັກອັກສອນ.

ສວ່ນປະກອບຂອງສົນທິສັນຍາແມ່ນຍັງບໍມີກົດໝາຍກຳນົດຊັດເຈນມັນຂຶ້ນກັບສົນທິສັນຍາແລະ ຄວາມສຳຄັນທີ່ກຽ້ວໄປເຖິງການປຽ່ນແປງອຳນາດລັດ, ອະທິປະໄຕຂອງລັດສວ່ນໃຫຍ່ຈະເຂົ້າເຖິງຂະບວນການໃຫ້ສັດຕະຍາບັນ.

4. ຂັ້ນຕອນຂອງການເຮັດສົນທິສັນຍາ.

ມີ 3 ຂັ້ນຕອນຄື:

- ການເຈລະຈາຕໍ່ລອງ: ແມ່ນເພື່ອຜົນປະໂຫຍດ ຂອງລັດ, ຂອງປະຊາຊົນ.ໝາຍເຖິງຄວາມພ້ອມຂອງລັດທີ່ຈະເຂົ້າຮວ່ມສົນທິສັນຍາພ້ອມແລ້ວບໍ, ນັກລົງທຶນສວ່ນໃຫຍ່ທີ່ເຈລະຈາເຂົາຈະວິເຄາະຜົນໄດ້, ຜົນເສຍ ແລະສິ່ງທີ່ລືມຄຳນືງແມ່ນຜົນຕາມມາທາງກົດໝາຍ.

- ການລົງນາມຊົ່ວຄາວ: ແມ່ນເພື່ອໄປດັດແກ້ສົນທິສັນຍາຢູ່ພາຍໃນປະເທດຕົນເອງໃຫ້ມັນສົມບູນແບບ, ເພື່ອສ້າງຄວາມເປັນທຳຕ່າງໆຢູ່ພາຍໃນປະເທດຕົນເອງ.

- ການລົງນາມຂັ້ນສຸດທ້າຍ ຫຼື ຖາວອນ:ແມ່ນການຮັບຮອງຜົນຂອງການເຈລະຈາເພື່ອເອົາໄປປະຕິບັດ, ຄືຕ້ອງມີພັນທະໄດ້ປະຕິບັດອາດຈະລວມເຖິງການໃຫ້ສັດຕະຍາບັນ.

5. ການສິ້ນສຸດສົນທິສັນຍາ.

ສົນທິສັນຍາອາດສິ້ນສຸດລົງໄດ້ຫຼາຍວິທີດວ້ຍກັນເຊັ່ນ:

1 ສົນທິສັນຍາໄດ້ສິ້ນສຸດລົງຕາມໄລຍະເວລາ: ກໍຄືຖ້າຄົບກຳນົດເວລາກໍຖືວ່າສິ້ນສຸດລົງ.

2 ສົນທິສັນຍາຖືກຍົກເລີກໂດຍການຕົກລົງຂອງຄູ່ພາຄີ: ຖ້າຄູ່ພາຄີເຫັນວ່າສົນທິສັນຍາບໍເປັນທຳ, ເອົາລັດເອົາປຽບກໍຂໍຍົກເລີກໄດ້.

3 ການລະເມີດສົນທິສັນຍາ: ແມ່ນບໍ່ປະຕິບັດຕາມສົນທິສັນຍາ ແລ້ວເຮັດໃຫ້ຄູ່ພາຄີເສຍຜົນປະໂຫຍດ, ກໍຂໍຖອນຕົວໄດ້.

4 ສະຖານະການປຽ່ນແປງ: ອາດຈະມີການປຽ່ນແປງທາງດ້ານການເມືອງ, ເສດຖະກິດ ອາດຈະຂໍໂຈ໊ະຊົ່ວຄາວ ຫຼື ຖາວອນໄດ້.

5. ສົນທິສັນຍາບໍ່ໄດ້ປະຕິບັດ: ແມ່ນສົນທິສັນຍາທີ່ບໍ່ປະຕິບັດຕາມຄູ່ພາຄີ, ພັນທະທີ່ຖືກເຮັດໄວ້ພາຍໃນປະເທດບໍ່ສອດຄ່ອງກັບສົນທິສັນຍາ, ການເຮັດສົນທິສັນຍາດວ້ຍຄວາມຜິດພາດ, ສົນທິສັນຍາທີ່ເຮັດຂຶ້ນດວ້ຍການຕົວະຍົວະຫຼອກລວງ, ສົນທິສັນຍາທີ່ເຮັດຂຶ້ນດ້ວຍການບັງຄັບ...

6 ພາຄີໃດພາຄີໜຶ່ງໝົດສະພາບ:ອາດຈະມີການລວມດິນແດນ ຫຼືການເປັນອານານິຄົມຂຶ້ນກັບລັດອື່ນເພາະບໍ່ມີຄວາມເປັນລັດແລ້ວ.ສົນທິສັນຍາກໍຈະສິ້ນສຸດລົງ ຫຼື ລັດຖືກຫາຍສາບສູນ.

7. ເງື່ອນໄຂອື່ນໆ

ບົດທີ່7 ກົດໝາຍການທູດ ແລະກົງສູນ.

1. ການທູດສະໄໝບູຮານ: ໄດ້ເລີ່ມເກີດຂຶ້ນໃນສະໄໝເອຢິບບູຮານ ຫຼືສະໄໝກຳເນີດລັດ, ເກັຣກບູຮານ ເຊິ່ງຍັງບໍ່ມີການສົ່ງຕົວແທນທາງການທູດໄປຢູ່ຕ່າງປະເທດ.ແຕ່ກໍມີການຕິດຕໍ່ພົວພັນ, ເຮັດກິດຈະກຳຮວ່ມກັນ, ມີການສົ່ງຜູ້ແທນໄປປະຈຳແມ່ນເປັນບາງຄັ້ງຄາວສະເພາະກິດໃດໜຶ່ງ.ການທູດໃນສະໄໝນີ້ຍັງບໍ່ເປັນລາຍລັກອັກສອນ, ເປັນການພົວພັນແບບປະເພນີ.ໃນເມື່ອລັດມີການຂະຫຍາຍຕົວເພີ່ມຂື້ນ, ການພົວພັນທາງການທູດກໍເລີ່ມຂະຫຍາຍຕົວມີລັກສະນະກວ້າງຂວາງຂຶ້ນ.

2. ການທູດຍຸກກາງ: ເລີມແຕ່ສະຕະວັດທີ່ 15 ມີການຕັ້ງຄະນະທາງການທູດທີ່ຖາວອນມີການສົ່ງຜູ້ແທນໄປປະຈຳຢູ່ລັດອື່ນ ມີຄວາມກ້າວໝ້າໃນດ້ານຕ່າງໆສັດຕະວັດທີ່ 15-16 ທຸກລັດເກືອບມີຜູ້ແທນທົ່ວປະເທດ ມີການທູດ ແລະ ການໃຊ້ພາສາທາງການທູດສັດຕະວັດທີ່ 19 ມີການພັດທະນາເປັນຮູບເປັນຮ່າງເກີດມີກະຊວງການຕ່າງປະເທດ,ມີລັດຖະມົນຕີການຕ່າງປະເທດທີ່ເຮັດໝ້າທີ່ໃນການພົວພັນກັບຕ່າງປະເທດ,ເຊີ່ງເກີດຂື້ນກ່ອນໝູ່ຢູ່ປະເທດຢູໂຣບ.

3.ການທູດຍຸກປັດຈຸບັນ:ເລີມແຕ່ສົ່ງຄາມໂລກຄັ້ງທີ່2 ໄດ້ສີ້ນສຸດລົງການທູດໄດ້ມີການສ້າງຕັ້ງຂື້ນລະຫວ່າງບັນດາປະຊາຊາດເຊີ່ງໄດ້ພັດທະນາມາຈາກການທູດແບບປະເພນີເປັນລາຍລັກອັກສອນ,ເກີດມີອົງການສປຊມີຄະນະກຳມະການລະຫວ່າງປະເທດ,ມີການປະຊຸມຮັບຮອງເອົາສົນທີສັນຍາກຸງວຽນວ່າດ້ວຍການພົວພັນທາງການທູດ

I. ຄະນະຜູ້ແທນທາງການທູດ

ຜູ້ແທນທາງການທູດມີ 3 ປະເພດຄື:

1. ຫົວໜ້າຄະນະຜູ້ແທນ ຫຼື ຫົວໜ້າສະຖານທູດ:ໝາຍເຖີງບຸກຄົນທີ່ຖືກແຕ່ງຕັ້ງຈາກລັດທີສ້າງເພື່ອໄປປະຕິບັດເປັນຫົວໜ້າຂອງສະຖານທູດ,ບັນດາຫົວໜ້າສະຖານທູດໄດ້ແບ່ງອອກເປັນ3ຊັ້ນຄື:ຊັ້ນເອກອັກຄະລັດຖະທູດ,ທູດວິສາມັນ ແລະ ອຸປະທູດ

2. ສະມາຊີກສະຖານທູດ ແມ່ນໝາຍເຖີງຫົວໜ້າສະຖານທູດ ແລະ ພະນັກງານປະຈຳຢູ່ສະຖານເຊີ່ງມີຕຳແໜ່ງທາງການທູດ ໄດ້ແກ່ກະຊວງການຕ່າງປະເທດທີ່ໄປປະຈຳຢູ່ຕ່າງປະເທດເຊີ່ງມີຕຳແໜ່ງຄື:ລັດຖະທິປືກສາ,ເລຂານຸການ,ເລຂານຸການໂທ,ເລຂານຸການຕີ,ຜູ້ຊ່ວຍເລຂານຸການ

3. ພະນັກງານປົກຄອງ ແລະ ເຕັກນີກ:ໝາຍເຖີງພະນັກງານປະຈຳສະຖານທູດທີ່ໄດ້ຮັບວຽກງານປົກຄອງ ແລະເຕັກນີກຂອງສະຖານທູດ,ໄດ້ແກ່ເລຂາທົ່ວໄປເຊີ່ງເຮັດໜ້າທີ່ຮັກສາຄວາມເປັນລະບຽບໃນສະຖານທູດເຊັ່ນ:ພະນັກງານພິມດິດ,ພະນັກງານເກັບຮັກສາເອກະສານ ແລະ ພະນັກງານແປພາສາເປັນຕົ້ນ

ນອກຈາກນີ້ຍັງມີຄອບຄົວບຸກຄົນໃນຄະນະຜູ້ແທນ ແລະ ຄົນຮັບໃຊ້ສ່ວນຕົວຂອງຜູ້ແທນ ການ ທູດ

II. ເອກະສິດ ຫຼື ການຄຸ້ມກັນຜູ້ແທນທາງການທູດມີຄື:

1 ມີສິດເສລີພາບໃນການຄົມມະນາຄົມ: ຄືຜູ້ແທນໄດ້ຮັບສິດພີເສດລວມເຖີງການໄດ້ຮັບຂໍ້ມູນຂ່າວສານ.ການຕິດຕໍ່ສືສານຈາກລັດຜູ້ສົ່ງ,ສະຖານທູດສາມາດຕິດຕັ້ງເຄື່ອງສືສານໄດ້ແລະ ມີສິດປັກທຸງຊາດຕົນເອງຂື້ນເມື່ອສົ່ງເອກະສານທີ່ສຳຄັນກໍ່ຈະບໍ່ຖືກລະເມີດ,ຖົງເມ (ກະເປົາ)ຂອງນັກການທູດຈະຈະບໍ່ຖືກຄົ້ນຈາກພະນັກງານລັດໂດຍການຕິດກາເຄື່ອງໝາຍຈາກສະຖານທູດ

2. ເອກະສິດທີ່ຢູ່ອາໄສ:ຄືສະຖານທີ່,ສະຖານທູດ,,ບ້ານເຮືອນຂອງຜູ້ແທນການທູດຈະໄດ້ຖືກຄຸ້ມຄອງຈະບໍ່ໄດ້ຖືກກວດຄົ້ນ ເຄຫະສະຖານ, ນັກການທູດ,ຄອບຄົວຜູ້ແທນການທູດຈະບໍ່ຖືກຈັບກຸມຄຸມຂັງ,ທຳຮ້າຍຮ່າງກາຍຢ່າງເດັດຂາດ, ຄະນະຜູ້ແທນຈະບໍ່ຖືກແຊກແຊງ,ກວດຄົ້ນຈາກເຈົ້າໜ້າທີ່ທ້ອງຖີ່ນ

3. ເອກະສິດໃນທາງສານ (ການດຳເນີນຄະດີ)ຄືຄະນະຜູ້ແທນທາງການທູດຈະບໍ່ໄດ້ຖືກດຳເນີນຄະດີ,ຮ້ອງຟ້ອງຂື້ນສານຈາກລັດຜູ້ຮັບບໍ່ວ່າຈະເປັນຄະດີທາງແພ່ງຫຼື ທາງອາຍາແມ່ນຈະຖືກປົກປ້ອງຄຸ້ມຄອງຈາກສົນທິສັນຍາ 1969 ຖ້າຄະນະການທູ ຫຼືຄອບຄົວປະພືດຕົນບໍ່ເໝາະສົມລັດຜູ້ຮັບຈະສະເໜີມາຍັງລັດຜູ້ສົງພິຈາລະນາ

4 .ເອກະສິດທາງດ້ານພາສີອາກອນ:ຄືຄະນະຜູ້ແທນທາງການທູດຈະຖືກຍົກເວັ້ນພາສີອາກອນ,ຊັບສິນ,ວັດຖຸຂອງການທູດສາມາດນຳເຂົ້າ-ສົງອອກໄດ້ໂດຍບໍ່ໄດ້ເສຍຄາພາສີທາງຜ່ານ ໂດຍສະເພາະແມ່ນລົດຮັບໃຊ້

III. ການລີ້ໄພທາງການທູດ.

ໝາຍເຖີງການທີ່ລັດຜູ້ສົ່ງຍີນຍ່ອມໃຫ້ບຸກຄົນເຂົ້າລີ້ໄພໃນສະຖານທູດຂອງຕົນເຊີ່ງຕັ້ງຢູ່ດິນແດນຂອງລັດຜູ້ຮັບໂດຍບຸກຄົນຜູ້ຂໍລີ້ໄພໃນສະຖານທູດດັ່ງກ່າວມັນຈະເປັນຜູ້ຂໍລີ້ໄພທາງການເມື່ອງແລະ ລັດຜູ້ສົ່ງຈະຕ້ອງໃຊຄວາມລະມັດລະວັງໃນການອະນຸຍາດໃຫ້ມີການລີ້ໄພດັ່ງກ່າວເພາະອາດ ຈະກໍໃຫ້ເກີດຄວາມຂັດແຍ່ງ ແລະຂໍ້ຜິດພາດກັບລັດຜູ້ຮັບໄດ້.ສະຖານທູດມີສິດອະນຸຍາດໃຫ້ລີ້ໄພໂດຍສະເພາະຍຸກຄົນທີ່ກ່ຽວຂ້ອງທາງການເມືອງ,ເຊີ່ງສະຖານທູດຕ້ອງເປີດຮັບເອົາບຸກຄົນດັ່ງກ່າວເຂົ້າລີ້ໄພຊົ່ວຄາວໄດ້ແລ້ວທູດກໍ່ຈະສົ່ງໄປລັດທີ່3 ເພື່ອລີ້ໄພ,ແຕ່ຖ້າເປັນຄະດີແພ່ງ,ອາຍາແລ້ຄະນະຜູ້ແທນຕ້ອງບໍ່ອະນຸຍາດໃຫ້ລີ້ໄພໄດ້,ໃນການລີ້ໄພຕ້ອງໄປລີ້ຢູ່ກັບສະຖານທູດທີ່ມີລະບອບການເມືອງທີ່ແຕກຕ່າງຈາກຕົນຈືງຈະລອດ

IV. ການພົວພັນທາງກົງສູນ

1 ສະຖານກົງສູນ

ແມ່ນບ່ອນອຳນວຍຄວາມສະດວກ ແລະຊ່ວຍເຫຼືອຄົນສັນຊາດຂອງຕົນທີ່ຢູ່ໃນຕ່າງປະເທດ,ກົງສູນແມ່ນພະນັກງານຂອງລັດທີ່ຖືກໄປປະຈຳຢູ່ໃນດິນແດນແຫ່ງໃດແຫ່ງໜືງຂອງລັດຕ່າງປະເທດໂດຍສະເພາະເມືອງທີ່ມີທ່າເຮືອເມືອງທີ່ເປັນສູນກາງການຄ້າເພື່ອປົກປ້ອງຄຸ້ມຄອງ,ຕິດຕໍ່ພະນັກງານທ້ອງຖີ່ນກ່ຽວກັບການຄ້າເສດຖະກິດແລະການເດີນເຮືອ,ກົງສູນບໍ່ແມ່ນຕົວແທນທາງການທູດ,ກົງສູນເປັນຂອງຕົວແທນທາງການທີ່ລັດໜືງສົງໄປປະຕິບັດງານສະເພາະກິດໃນທ້ອງຖີນໃດໜືງເທົ່ານັ້ນໃນການອອກບັດ visa,ເຮັດໜັງສືເດີນທາງ ແລະ ອື່ນໆ.

2. ກົງສູນແບ່ງອອກເປັນ 2 ປະເພດຄື:

1 ກົງສູນອາຊີບ:ເປັນພະນັກງານຂອງລັດ,ຕົວແທນຂອງລັດທີ່ສົ່ງໄປປະຈຳຢູ່ລັດຜູ້ຮັບທີ່ເຮັດໜ້າທີ່ປົກປ້ອງຄຸ້ມຄອງຄົນປະເທດຕົນເອງໄດ້ຮັບຄວາມຄຸ້ມກັນທາງດ້ານກົດໝາຍເຊີ່ງປະກອບມີຫົວໜ້າກົງສູນ,ພະນັກງານກົງສູນ, ພະນັກງານກ່ຽວຂ້ອງ ແລະອາດຈະລວມເຖີງຄົນຮັບໃຊ້ບຸກຄົນເຫຼົ່ານັ້ນກໍ່ໄດ້ຮັບການຄຸ້ມຄອງທາງດ້ານກົດໝາຍຄືກັນ

2 ກົງສູນກິດຕີມະສັກ:ຜູ້ທີ່ຈະມາເຮັດວຽກໃນກົງສູນນີ້ຈະຕ້ອງໄດ້ສັງຫາຜູ້ທີ່ເປັນພໍ່ຄ້າ,ນັກທຸລະກິດທີ່ມີຊືສຽງຂອງນາໆປະເທດທີ່ມີຄວາມຊືສັດເຫດຜົນທີ່ຕ້ອງເລືອກກໍ່ເພາະວ່າເພື່ອເປັນການປະຍັດລາຍຈ່າຍຂອງລັດຜູ້ສົ່ງ,ປະຍັດງົບປະມານເພາະເປັນຕືກອາຄານເຂົາເຈົ້າກໍຈະສ້າງເອງ.ການເຮັດວຽກແມ່ນຈະບໍ່ມີເງີນເດືອນເພາະເຮັດດ້ວຍຄວາມສະໝັກໃຈ

3. ໜ້າທີ່ຂອງກົງສູນ:

1. ປົກປັກຮັກສາຜົນປະໂຫຍດຂອງປະເທດຕົນ, ບຸກຄົນ ແລະ ນິຕິບຸກຄົນທີ່ມີສັນຊາດຕົນ.

2. ສົ່ງເສີມການພົວພັນການຄ້າ, ເສດຖະກິດ ແລະ ວັດທະນະທຳ, ວິທະຍາສາດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ.

3. ເກັບກຳຂ່າວກຽ່ວກັບການຄ້າ, ເສດຖະກິດ ແລະ ວັດທະນະທຳ, ວິທະຍາສາດ ແລ້ວລາຍງານໃຫ້ລັດຂອງຕົນ.

4. ອອກໜັງສືຜ່ານແດນ ໜັງສືເດີນທາງອື່ນໆໃຫ້ບຸກຄົນທີ່ເດີນທາງໄປປະເທດຕົນ, ອອກvisa ແລະ ອອກເອກະສານອື່ນໆ.

5. ໃຫ້ການຊວ່ຍເຫຼືອແກ່ບຸກຄົນ ຫຼືນິຕິບຸກຄົນທີ່ແມ່ນສັນຊາດຕົນ.

6. ຕາງໜ້າໃຫ້ຄົນສັນຊາດຕົນເຂົ້າສູ້ຄະດີໃນສານ.

7. ກວດກາກຳປັ່ນ, ເຮືອ ແລະ ເຮືອບິນທີ່ຂຶ້ນທະບຽນປະເທດຕົນ ແລະ ໃຫ້ການຊວ່ຍເຫຼືອໃນດ້ານອຶ່ນໆ.

8. ປະຕິບັດໜ້າທີ່ອື່ນໆທີ່ລັດຖະບານຂອງຕົນມອບໝາຍໃຫ້ຊຶ່ງບໍ່ຂັດກັບລະບຽບກົດໝາຍຂອງປະເທດຜູ້ຮັບ.

4. ເອກະສິດ ແລະ ການຄຸ້ມກັນ.

1. ສະຖານກົງສູນມີສິດໃຊ້ທຸງຊາດ ແລະ ເຄື່ອງໝາຍຊາດຂອງຕົນໄດ້.

2. ສະຖານກົງສູນຈະບໍ່ຖືກລ່ວງລະເມີດ.

3. ບັນນະສານ ແລະ ເອກະສານທາງກົງສູນຈະບໍ່ຖືກລະເມີດ.

4. ສະຖານທີ່ກົງສູນຈະຖືກຍົກເວັ້ນການເກັບພາສີ ແລະ ອາກອນ.

5. ສະຖານທີ່ກົງສູນມີເສລີພາບໃນການສື່ສານ.

6. ພະນັກງານຝ່າຍກົງສູນຈະບໍ່ຖືກລ່ວງລະເມີດ.

7. ພະນັກງານສຳນັກງານກົງສູນຈະບໍ່ຖືກຈັບກຸມຄຸມຂັງ.

8. ພະນັກງານກົງສູນຈະຖືກຍົກເວັ້ນພາສີ ແລະ ອາກອນ.

9. ການຍົກເລີກເອກະສິດ ແລະ ການຄຸ້ມກັນມີແຕ່ລັດຖະບານຂອງຜູ້ກຽ່ວເປັນຜູ້ຍົກເລີກ.

10. ສວ່ນເອກະສິດຂອງກົງສູນກິດຕິມະສັກຕາມປະເພນີທີ່ສືບຕໍ່ກັນມາ ແມ່ນມີຫຼາຍປະເທດທີ່ປະຕິບັດຕໍ່ກົງສູນກິດຕິມະສັກຄືກັນກັບກົງສູນອາຊີບ.

ບົດທີ່ 8 ຄວາມຮັບຮູ້ພື້ນຖານຂອງອົງການສະຫະປະຊາຊາດ.

1. ຄວາມເປັນມາຂອງອົງການສະຫະປະຊາຊາດ.

ແມ່ນເລີ່ມເກີດຂື້ນພາຍຫຼັງສົງຄາມໂລກຄັ້ງທີ່2. ແຕ່ກ່ອນແມ່ນມີອົງການສັນນິບາດຊາດທີ່ເກີດຂຶ້ນກ່ອນ, ທີ່ເຮັດໜ້າທີ່ທາງການເມືອງລະຫວ່າງປະເທດແຕ່ວ່າເຄື່ອນໄຫວໄດ້ບໍ່ດົນກໍ່ລົ້ມສະລາຍລົງເນື່ອງຈາກເກີດສົງຄາມໂລກຄັ້ງທີ່2 ຂຶ້ນ ເພາະວ່າບໍ່ສາມາດປົກປັກຮັກສາສັນຕິພາບໄວ້ໄດ້.ສະນັ້ນບັນດາປະເທດເອີລົບໄດ້ມີແນວຄວາມຄິດທີ່ຢາກຈະສ້າງຕັ້ງອົງກອນໃໝ່ຂຶ້ນມາໂດຍສະເພາະແມ່ນປະເທດອັງກິດໄດ້ມີແນວຄວາມຄິດລິເລີ່ມທີ່ຢາກຈະໃຫ້ມີຂຶ້ນເພື່ອເຮັດໜ້າທີ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງຊາດເພື່ອເປັນການແທນອົງກອນສັນນິບາດຊາດ. ດັ່ງນັ້ນປະເທດອັງກິດຈຶ່ງໄດ້ໄປເຈລະຈາກັບສະຫະລັດອາເມລິກາ ແລ້ວໄປຂົນຂວາຍກັບປະເທດພັນທະມິດຕ່າງໆ ແລະແລ້ວກໍ່ມີ ຝຣັ່ງ, ຈີນ ແລະ ຣັດເຊຍຕົກລົງເຫັນດີນຳ.ແລ້ວປະເທດອັງກິດກໍ່ໄດ້ຂົນຂວາຍເອົາບັນດາປະເທດຕ່າງໆທີ່ຢູ່ໃນໂລກ ລວມທັງໝົດໄດ້ 50 ປະເທດ ແລ້ວມາລວມຕົວກັນກໍຕັ້ງອົງການສະຫະປະຊາຊາດຂຶ້ນ.ມີປະເທດສະມາຊິກສະພາຄວາມມັນຄົງຖາວອນ5 ປະເທດຄື: ປະເທດອັງກິດ, ສະຫະລັດອາເມຣິກາ,ປະເທດຝຣັ່ງ, ປະເທດຣັດເຊຍ ແລະ ປະເທດຈີນ.ມີປະເທດສະມາຊິກສະພາຄວາມໝັ້ນຄົງບໍ່ຖາວອນ10 ປະເທດ.

2. ຄວາມສຳຄັນຂອງອົງການສະຫະປະຊາຊາດ.

ເປັນອົງການທີ່ມີຄວາມສຳຄັນໃນການປົກປັກຮັກສາສັນຕິພາບໂລກ, ເຮັດໃຫ້ໂລກມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ໃນການຕິດຕໍ່ພົວພັນກັນຢ່າງເສລີຢ່າງຖືກກົດໝາຍໃນພື້ນຖານຫຼັກການຕ່າງຝ່າຍຕ່າງສະເໝີພາບກັນ, ເພື່ອໃຫ້ສັງຄົມລະຫວ່າງປະເທດມີຄວາມໝັ້ນຄົງ, ບໍ່ເອົາລັດເອົາປຽບກັນເພື່ອຈຳກັດການປັດເປົ່າ, ການຮຸກຮານຈາກປະຊາຊາດດ້ວຍກັນເພື່ອໃຫ້ສອດຄ່ອງກັບຫຼັກການແຫ່ງຄວາມຍຸຕິທຳ ແລະກົດໝາຍລະຫວ່າງປະເທດໃຫ້ນຳໄປສູ່ຄວາມສັນຕິສຸກ, ເປັນກຸນແຈສຳຄັນເພື່ອພັດທະນາຄວາມສຳພັນລະຫວ່າງປະເທດ.

3. ຄວາມໝາຍຂອງອົງການສະຫະປະຊາຊາດ.

ແມ່ນໝາຍເຖິງອົງການຈັດຕັ້ງສາກົນທີ່ສ້າງຂຶ້ນໂດຍກົດບັດສະຫະປະຊາຊາດເຊິ່ງໄດ້ເຊັນກັນຢູ່ທີ່ເມືອງຊານຟຣານຊິດສ໌ໂກ ໃນວັນທີ່26 ພຶດສະພາ 1945. ອົງກາສະຫະຊາດຖືກສ້າງຕັ້ງຂື້ນແທນອົງກອນສັນນິບາດຊາດເຊິ່ງເຮັດໜ້າທີ່ປົກປັກຮັກສາສັນຕິພາບໂລກ, ພັດທະນາສາຍສຳພັນລະຫວ່າງປະເທດບົນພື້ນຖານການເຄົາລົບສິດ ແລະເສລີພາບຂອງບັນດາປະຊາຊາດ ແລະສິດຂອງປະຊາຊົນພ້ອມທັງເປັນອົງກອນທີ່ສົ່ງເສີມການຮວ່ມມືລະຫວ່າງຊາດ, ທາງດ້່ານເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ທາງດ້ານມະນຸດສະທຳ.

4. ເປົ້າໝາຍຂອງອົງການສະຫະປະຊາຊາດ.

- ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງຊາດ.

- ເພື່ອພັດທະນາສາຍພົວພັນມິດຕະພາບລະຫວ່າງຊາດບົນພື້ນຖານສິດສະເໝີພາບຂອງບັນດາປະຊາຊາດ ແລະ ສິດຂອງປະຊາຊົນໃນການຄຸ້ມຄອງຕົນເອງພ້ອມທັງເອົາມາດຕະການທີ່ເໝາະສົມອື່ນໆເພື່ອເຮັດໃຫ້ຄວາມໝັ້ນຄົງຂອງສັນຕິພາບໂລກ.

-ເພື່ອເສີມສ້າງຄວາມຮວ່ມມືລະຫວ່າງຊາດດວ້ຍການແກ້ໄຂບັນຫາສາກົນດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ຫຼືມະນຸດສະທຳ, ດ້ວຍການພັດທະນາ ແລະສົ່ງເສີມການເຄົາລົບນັບຖືສິດທິມະນຸດ ແລະ ອິດສະລະພາບອັນພື້ນຖານຂອງທຸກໆຄົນ.

-ເພື່ອເປັນສູນກາງເຮັດໃຫ້ຄວາມພະຍາຍາມຂອງບັນດາປະຊາຊາດທັງປວງມີຄວາມກົມກຽວກັນ ເພື່ອບັນລຸຈຸດປະສົງຮວ່ມກັນທີ່ໄດ້ກ່າວມານັ້ນ.

5.ຫຼັກການຂອງສະຫະປະຊາຊາດ.

-ສະຫະປະຊາຊາດຖືກສ້າງຕັ້ງຂຶ້ນບົນພື້ນຖານຂອງຫຼັກການສະເໝີພາບດ້ານອະທິປະໄຕ ຂອງສະມາຊິກທັງປວງ.

-ເພື່ອຮັບປະກັນສິດແລະ ຜົນປະໂຫຍດໃຫ້ແກ່ທຸກປະເທດໃນຖານະເປັນສະມາຊິກຈະຕ້ອງໄດ້ປະຕິບັດພັນທະທີ່ຕົນຕ້ອງໄດ້ເຮັດຕາມກົດບັດຂອງສະຫະປະຊາຊາດດວ້ຍຄວາມບໍລິສຸດໃຈ.

-ບັນດາສະມາຊິກຂອງສະຫະປະຊາຊາດຈະຕ້ອງແກ້ໄຂຂໍ້ຂັດແຍ່ງສາກົນລະຫວ່າງຕົນດ້ວຍວິທີທາງອັນສັນຕິວິທີເຊິ່ງບໍ່ເປັນອັນຕະລາຍຕໍ່ສັນຕິພາບ ແລະຄວາມໝັ້ນຄົງລະຫວ່າງຊາດກໍ່ຄືຄວາມຍຸຕິທຳ.

-ໃນການພົວພັນລະຫວ່າງຊາດສະມາຊິກສະຫະປະຊາຊາດຈະຕ້ອງບໍ່ໃຊ້ການຂົ່ມຂູ່ຫຼືໃຊ້ກຳລັງຕ້ານເຂດນໍ້າດິນແດນອັນຄົບຖ້ວນ ຫຼືເອກະລາດດ້ານການເມືອງຂອງແຕ່ລະລັດຫຼືການກະທຳອື່ນໆທີ່ບໍ່ສອດຄອ່ງກັບເປົ້າໝາຍຂອງສະຫະປະຊາຊາດ.

-ສະມາຊິກສະຫະປະຊາຊາດຈະຕ້ອງໃຫ້ການຊວ່ຍເຫຼືອທຸກປະການ ແກ່ອົງການສະຫະປະຊາຊາດໃນທຸກການປະຕິບັດງານ.

-ອົງການສະຫະປະຊາຊາດຈະຕ້ອງເຮັດແນວໃດເພື່ອເຮັດໃຫ້ບັດດາລັດທີ່ບໍ່ແມ່ນສະມາຊິກຂອງສະຫະປະຊາຊາດປະຕິບັດເທົ່າທີ່ຈະປະຕິບັດໄດ້ໃນຫຼັກການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງລະຫວ່າງຊາດ.

-ບໍ່ມີບົດບັນຍັດຂໍ້ໃດໃນກົດບັດສະຫະປະຊາຊາດ ທີ່ຈະອະນຸຍາດໃຫ້ສະຫະປະຊາຊາດເຂົ້າໄປແຊກແຊງກິດຈະການພານໃນ, ສິດອຳນາດແຫ່ງຊາດຂອງລັດໃດໜື່ງ.

6. ໜ້າທີ່ຂອງສະຫະປະຊາຊາດ.

- ເປັນອົງການທີ່ມີບົດບາດໃນດ້ານວຽກງານການພັດທະນາ.

- ເປັນສູນກາງສຳລັບການປະສານງານຂອງນາໆຊາດທັງປວງ ໃນການດຳເນີນງານເພື່ອບັນລຸຈຸດປະສົງຂອງອົງການ.

- ເປັນອົງການທີ່ມີບົດບາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ຄວາມປອດໄພລະຫວ່າງປະເທດ ພ້ອມນັ້ນກໍ່ຮວ່ມມືກັນດຳເນີນມາດຕະການປ້ອງກັນ ແລະປາບປາມການກໍ່ການຮ້າຍ.

-ສົ່ງເສີມຄວາມສຳພັນລະຫວ່າງປະເທດໂດຍຶດຖືຫຼັກການແຫ່ງຄວາມສະເໝີພາບ ແລະ ສິດທິໃນການເລືອກວິທີການປົກຄອງຂອງຕົນເອງເປັນຫຼັກ.

- ເປັນອົງການທີ່ເຮັດໜ້າທີ່ເພື່ອສະກັດກັ້ນບໍ່ໃຫ້ເກີດສົງຄາມ, ສ້າງສາຍພົວພັນມິດຕະພາບລະຫວ່າງປະເທດໃນໂລກ ເພື່ອຮວ່ມມືແກ້ໄຂບັນຫາຕ່າງໆ.

- ນອກຈາກນັ້ນອົງການສະຫະປະຊາຊາດ ຍັງເຮັດໜ້າທີ່ເບິ່ງແຍ່ງດ້ານສິດທິມະນຸດທຸກປະເທດໃນໂລກ.

ໂຄງປະກອບການຈັດຕັ້ງຂອງອົງການສະຫະປະຊາຊາດ ມີຄື:

1. ສະມັດຊາໃຫຍ່.

ປະກອບດວ້ຍສະມາຊິກທັງໝົດຂອງອົງການສະຫະປະຊາຊາດ, ສະມາຊິກແຕ່ລະປະເທດຈະມີຜູ້ແທນໃນສະມັດຊາໃຫຍ່ຢ່າງຫຼາຍບໍ່ເກີນ5 ຄົນ.ເຊິ່ງປະກອບດວ້ຍ6 ຄະນະກຳມະການຕົ້ນຕໍຄື:

- ຮັບຜິດຊອບວຽກງານດ້ານການຫຼຸດຜ່ອນອາວຸດ ແລະ ຄວາມໝັ້ນຄົງສາກົນ.

- ຮັບຜິດຊອບວຽກງານທາງດ້ານເສດຖະກິດການເມືອງ.

- ຮັບຜິດຊອບວຽກງານທາງດ້ານວັດທະນະທຳ-ສັງຄົມ ແລະ ມະນຸດສະທຳ.

- ຮັບຜິດຊອບວຽກງານທາງດ້ານການເມືອງພິເສດ ແລະ ປົດປ່ອຍທາງດ້ານການລ່າເມືອງຂຶ້ນ.

-ຮັບຜິດຊອບວຽກງານທາງດ້ານບໍລິຫານ ແລະ ງົບປະມານ.

- ຮັບຜິດຊອບທາງດ້ານກົດໝາຍ.

2. ສະພາຄວາມໝັ້ນຄົງ.

ປະກອບດ້ວຍສະມາຊິກຂອງສະຫະປະຊາຊາດ15 ປະເທດ, ໃນໃນັ້ນປະກອບມີ5 ປະເທດທີ່ເປັນສະມາຊິກຖາວອນ ມີຄື້: ສະຫະລັດອາເມຣິກາ, ປະເທດສາທາລະນະລັດຝ ຮັ່ງ, ປະເທດສະຫະລາດຊະນາຈັກອັງກິດ, ປະເທດຣັດເຊຍ, ປະເທດສາທາລະນະລັດປະຊາຊົນຈີນ. ສະມາຊິກທີ່ບໍ່ຖາວອນມີ10 ປະເທດ.

3. ສະພາເສດຖະກິດສັງຄົມ.

ປະກອບດ້ວຍສະມາຊິກສະຫະປະຊາຊາດ45 ປະເທດ, ໜຶ່ງໃນສາມຈະຖືກເລືອກຕັ້ງຈາກສະມັດຊາໃຫຍ່ທຸກໆປີ ແລະ ມີອາຍຸການ3 ປີ. ປະກອບດ້ວຍ 6 ຄະນະຄື:

- ຄະນະກຳມະທິການສະຖິຕິ.

- ຄະນະກຳມະທິການພົນລະເຮືອນ.

- ຄະນະກຳມະທິການສັງຄົມ.

- ຄະນະກຳມະທິການສິດທິມະນຸດ.

- ຄະນະກຳມະທິການເພື່ອແມ່ຍິງ.

- ຄະນະກຳມະທິການຢາເສບຕິດ.

4. ສະພາອາລັກຂາ.

ປະກອບດ້ວຍສະມາຊິກຂອງອົງການສະຫະປະຊາຊາດຄື:ສະມາຊິກທີ່ປົກຄອງດິນແດນພາຍໃຕ້ອາລັກຂາ, ສະມາຊິກທີ່ກຳນົດຊື່ໄວ້ໃນມາດຕາ23 ຂອງກົດບັດສະຫະປະຊາຊາດ ຊຶ່ງບໍ່ໄດ້ເປັນຜູ້ປົກຄອງດິນແດນພາຍໃຕ້ອາລັກຂາ ແລະສະມາຊິກອື່ນໆທີ່ສະມັດຊາໃຫຍ່ໄດ້ເລືອກຕັ້ງຂຶ້ນໃນກຳນົດເວລາ3 ປີ.

5. ສານໂລກ(ສານຍຸຕິທຳລະຫວ່າງຊາດ).

ແມ່ນອົງການຕຸລາການທີ່ສຳຄັນຂອງອົງການສະຫະປະຊາຊາດ, ສານຈະດຳເນີນໂດຍສອດຄ່ອງກັບທຳມະນູນສານວ່າດ້ວຍສານຍຸຕິທຳລະຫວ່າງປະເທດ ແລະໄດ້ຈັດເຂົ້າເປັນພາກສ່ວນໜຶ່ງຂອງກົດບັດສະຫະປະຊາຊາດ.

6. ສຳນັກງານເລຂາທິການ.

ປະກອບດ້ວຍສຽ່ວສານສາກົນທີ່ປະຕິບັດງານປະຈຳວັນທີ່ຮັບໃຊ້ການເຄື່ອວໄຫວຂອງອົງການວິຊາສະເພາະຕ່າງໆຂອງອົງການສະຫະປະຊາຊາດ.ແມ່ນສູນກາງເຕົ້ເໂຮມຂອງຂໍ໊ສະເໜີນຳຂອງນາໆຊາດເພື່ອນຳສະເໜີພິຈາລະນາແກ້ໄຂກອງປະຊຸມສະຫະປະຊາຊາດ, ຂໍ້ສະເໜີຕ່າງໆນັ້ນອາດຈະແມ່ນຄຳຮຽກຮ້ອງຂອງມວນມະນຸດທີ່ຕອ້ງການໃຫ້ສະຫະປະຊາຊາດວາງລະບຽບສະກັດກັ້ນ ແລະຍຸດຕິການທົດລອງອາວຸດຍຸດທະສາດທຸກປະເພດ.

ອົງກອນຊວ່ຍວຽກຂອງອົງການສະຫະປະຊາຊາດ ມີຄື:

- ກອງທຶນຊວ່ຍເຫຼືອເດັກ.

- ອົງການອາຫານ ແລະ ການກະເສດ.

- ໂຄງການຄວບຄຸມຢາເສບຕິດຂອງອົງການສະຫະປະຊາຊາດ.

- ໂຄງການສະຫະປະຊາຊາດເພື່ອການພັດທະນາ.

- ອົງການຂ້າຫຼວງໃຫຍ່ຂອງສະຫະປະຊາຊາດເພື່ອຊາວອົບພະຍົບ.

- ອົງການອະນາໄມໂລກ WHO.

- ອົງການອາຫານໂລກ WFP.

- ທະນາຄານໂລກ WB.

- ກອງທຶນການເງິນລະຫວ່າງປະເທດ ຫຼື IMF.

- ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ.

- ກອງທຶນເພື່ອປະຊາກອນຂອງອົງການສະຫະປະຊາຊາດ.

- ອົງການການບິນພົນລະເຮືອນສາກົນ.

- ສະຫະພາບໄປສະນີສາກົນ.

- ສະຫະພາບຄົມມະນາຄົມລະຫວ່າງຊາດ.

- ອົງການອຸຕຸນິຍົມວິທະຍາສາດໂລກ.

- ອົງການເດີນທະເລລະຫວ່າງຊາດ.

- ກອງທືນສາກົນເພື່ອການພັດທະນາດ້ານກະເສດ.

- ອົງການພັດທະນາອຸດສາຫະກຳ.

- ອົງການແຮງງານສາກົນ.

- ອົງການຊັບສິນທາງປັນຍາໂລກ.

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (1)

[email protected]
IP: xxx.84.116.165
เขียนเมื่อ 

Good jop