ບົດທົດສອບຍ່ອຍ

ວິຊາ: ຫຼັກການສອນມັດທະຍົມຕົ້ນ 1 ເວລາ 60 ນາທີ

ຊື່ແລະນາມສະກຸນ....................... ລະບົບ 12+4 ສາຍອັງກິດ ຫ້ອງ A

  • 1.ເຫດໃດການສຶກສາຈິ່ງມີຄວາມສຳຄັນ?
  • ກ. ການສຶກສາແມ່ນຂໍກຸນແຈເພື່ອໄຂທາງໃຫ້ຄົນເຮົາສາມາດແກ້ໄຂບັນຫາຊີວິດໄດ້ ແລະ ສາມາດນຳເອົາຄວາມ
  • ຮູ້ນີ້ໄປພັດທະນາໃນທຸກຂົງເຂດວຽກງານ
  • ຂ. ການສຶກສາແມ່ນເຮັດໃຫ້ຄົນເຮົາມີຄວາມຮູ້ໄປພັດທະນາປະເທດຊາດ ແລະ ສາມາດນຳເອົາຄວາມຮູ້ນີ້ໄປ
  • ພັດທະນາຄອບຄົວຕົນເອງ
  • ຄ. ການສຶກສາແມານການຖ່າຍທອດວິຊາຄວາມຮູ້ຕ່າງໆທີ່ໄດ້ລວບລວມໄວ້ຢ່າງເປັນລະບຽບໃຫ້ຄົນລຸ້ນໃໝ່ໄດ້
  • ສຶກສາ
  • 2.ເນື້ອໃນການສຶກສາສຳຄັນທີ່ສຸດແມ່ນ:
  • ກ. ການພັດທະນາການສຶກສາຕ້ອງໃຫ້ສອດຄ່ອງ ແລະ ຕິດພັນກັບການພັດທະນາເສດຖະກິດສັງຄົມທີ່
  • ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ
  • ຂ. ການສຶກສາແມ່ນຂະບວນການສົ່ງເສີມບຸກຄົນໃຫ້ຈະເລີນເຕີບໂຕ ແລະ ມີຄວາມງອກງາມທາງກາຍ, ອາລົມ
  • ສັງຄົມ ແລະ ສະຕິປັນຍາຈະກາຍເປັນສະມັກຊິກທີ່ດີຂອງສັງຄົມທີ່ມີຄຸນນະທຳສູງ
  • ຄ. ການສຶກສາກາຍເປັນໃຈກາງຂອງການພັດທະນາຊັບພະຍາກອນມະນຸດເປັນພາລະກິດຂອງທົ່ວປວງຊົນ
  • ແລະ ໃຫ້ໝົດທຸກຄົນມີສ່ວນຮ່ວມເຂົ້າໃນການພັດທະນາການສຶກສາ
  • 3.ທິດທາງລວມຂໍ້ໃດທີ່ເປັນປະໂຫຍດຕໍ່ການສຶກສາ ?
  • ກ. ການສຶກສາແມ່ນຂະບວນການສົ່ງເສີມບຸກຄົນໃຫ້ຈະເລີນເຕີບໂຕ
  • ຂ. ການພັດທະນາປະເທດຊາດນັ້ນກໍ່ບໍ່ຕ່າງຫຍັງກັບຊາວນາຢາກເຮັດນາແຕ່ບໍ່ມີຄວາມ
  • ຄ. ການພັດທະນາການສຶກສາຕ້ອງຮັບປະກັນໃຫ້ຄົນໄດ້ຂະຫຍາຍຕົວຢ່າງຮອບດ້ານ ແລະ ມີໂອກາດໄດ້ຮຽນຮູ້
  • ຕະຫຼອດຊີວິດ
  • 4.ເປັນຫຍັງຈິ່ງມີຈຸດໝາຍລວມການສຶກສາ ?
  • ກ. ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ມີອຸດົມການສັງຄົມນິຍົມ, ມີໂລກະທັດ
  • ວິທະຍາສາດ, ມີຄວາມຮູ້ຄວາມສາມາດ, ມີແນວຄິດຄຸນສົມບັດດີ, ມີສະຕິຕໍ່ກົດໝາຍ, ມີລະບຽບວິໄນ, ມີ
  • ຄວາມດຸໜັ່ນຂະຫຍັນພຽງ, ມີສຸຂະພາບແຂງແຮງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ
  • ຂ.ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ວິທະຍາສາດ, ມີຄວາມຮູ້ຄວາມສາມາດ, ມີແນວຄິດຄຸນສົມບັດດີ, ມີ
  • ສະຕິຕໍ່ກົດໝາຍ, ມີລະບຽບວິໄນ, ມີຄວາມດຸໜັ່ນຂະຫຍັນພຽງ, ມີສຸຂະພາບແຂງແຮງ ແລະ ມີຄວາມ
  • ສີວິໄລທາງດ້ານຈິດໃຈ
  • ຄ. ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ມີອຸດົມການສັງຄົມນິຍົມ, ມີໂລກະທັດ
  • ວິທະຍາສາດ, ມີຄວາມຮູ້ຄວາມສາມາດ, ມີລະບຽບວິໄນ, ມີຄວາມດຸໜັ່ນຂະຫຍັນພຽງ, ມີສຸຂະພາບ
  • ແຂງແຮງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ
  • 5.ສິ່ງໃດກ່ຽວຂ້ອງກັບຫຼັກການສຶກສາ ?
  • ກ. ການສຶກສາຕ້ອງສົມທົບລະຫວ່າງທິດສະດີກັບພຶດຕິກຳຕົວຈິງ
  • ຂ. ການສຶກສາຕ້ອງສົມທົບລະຫວ່າງການຮຽນຮູ້ກັບປະຕິບັດຕົວຈິງ
  • ຄ. ການສຶກສາຕ້ອງສົມທົບລະຫວ່າງຄູກັບນັກຮຽນ

6. ຈຸດປະສົງ, ອົງປະກອບຂອງການຮຽນ-ການສອນທີ່ດີຕ້ອງປະກອບມີຫຍັງ?

ບົດທົດສອບຍ່ອຍ

ວິຊາ: ຫຼັກການສອນມັດທະຍົມຕົ້ນ 1 ເວລາ 60 ນາທີ

ຊື່ແລະນາມສະກຸນ....................... ລະບົບ 12+4 ສາຍອັງກິດ ຫ້ອງ A

ຄໍາຊີ້ແຈງ: ໃຫ້ເອົາເຄື່ອງໝາຍ ( √ ) ທີ່ນັກສຶກສາເຫັນວ່າຖືກຕ້ອງທີ່ສູດພຽງຄໍາຕອບດຽວ.

  • 1.ຜົນສຳເລັດໃນການສຶກສາຮໍ່ຮຽນຂອງນັກຮຽນນອກຈາກຂຶ້ນກັບສະພາບແວບລ້ອມຕົວຈິງແລ້ວ ມັນຍັງຂຶ້ນກັບຫຍັງ?
  • ກ. ເສີມແຮງຈູງໃຈ
  • ຂ. ແຮງຈູງໃຈ
  • ຄ. ການສ້າງແຮງຈູງໃຈ

2. ຜູ້ຮຽນແຕ່ລະຄົນມີປະສົບການ ແລະ ພື້ນຖານຄວາມຮັບຮູ້ແຕກຕ່າງກັນ ການຮຽນ ຈະເກີດຂຶ້ນຈາກການທີ່ຜູ້ຮຽນສ້າງການພົວພັນລະຫວ່າງສິ່ງທີ່ພົບໃໜ່ກັບປະສົບການ ແລະ ມີຄວາມໝາຍໃໝ່ ທິດສະດີການຮຽນຮູ້ຂອງໃຜ ?

ກ. ທິດສະດີການຮຽນຮູ້ພຶດຕິກຳນິຍົມ

ຂ. ທິດສະດີການຮຽນຮູ້ແບບເງື່ອນໄຂຄະລາລິກ

ຄ. ທິດສະດີການຮຽນຮູ້ຂອງບລູມ

3. ຂໍ້ໃດໝາຍເຖິງການຮຽນຮູ້ແນວຄວາມຄິດ ?

ກ. ສິ່ງກະທົບ ການສຳພັດ ການຮັບຮູ້ ການຈື່ຈຳ ການແຍກຄວາມແຕກຕ່າງ

ການສະຫຼຸບລວມຍອດ ແນວຄວາມຄິດລວມຍອດ

ຂ. ການສຳພັດ ການຮັບຮູ້ ການຈື່ຈຳ ການແຍກຄວາມແຕກຕ່າງ

ຄ. ການຮັບຮູ້ ການຈື່ຈຳ ການສະຫຼຸບລວມຍອດ ແນວຄວາມຄິດລວມຍອດ

4. ຕ້ອງການກົນໄກ, ແຫ່ງຄວາມສາມາດໃນການທີ່ຈະອ້າງອີງ ແລະ ຈຳແນກປະເພດຂອງສິ່ງກະທົບ, ປະສົບການຮັບຮູ້ຕ່າງໆ ເປັນປັດໃຈສຳຄັນຫຼາຍຂອງຂະບວນການໄດ້ຈັດປະເພດອັນນຳໄປສູ່ການຕອບສະໜອງຂັ້ນສຸດທ້າຍ

ເນື້ອໃນເທິງນີ້ແມ່ນການຮຽນຮູ້ຫຍັງ?

ກ. ການຮຽນຮູ້ຫຼັກການ

ຂ. ການຮຽນຮູ້ດ້ວຍການແກ້ໄຂບັນຫາ

ຄ. ການຮຽນຮູ້ແນວຄວາມຄິດ

5. ການບໍລິຫານຂໍ້ມູນຂ່າວສານຈິ່ງມີຄວາມສາມາດຕໍ່ນັກຮຽນມັດທະຍົມຕົ້ນມີຈັກປະການ ?

ກ. 4 ປະການ ຂ. 5 ປະການ ຄ. 6 ປະການ

6. ການບໍລິການໃຫ້ຄຳປຶກສາມີຄວາມໝາຍວ່າແນວໃດ?

ກ. ຂະບວນການຊ່ວຍເຫຼືອທີ່ເກີດຈາກການພົວພັນຮ່ວມມືລະຫວ່າງ 2 ຄົນຂຶ້ນໄປ

ຂ.ຂະບວນການຊ່ວຍເຫຼືອທີ່ເກີດຈາກການພົວພັນຮ່ວມມືລະຫວ່າງ 3 ຄົນ

ຄ.ຂະບວນການຊ່ວຍເຫຼືອທີ່ເກີດຈາກການພົວພັນຮ່ວມມືລະຫວ່າງຄົນກັບຄົນ

6. ວິຊາແນະແນວໄດ້ເປັນຕົ້ນກຳເນີດ ແລະ ຂະຫຍາຍຕົວຢູ່ປະເທດໃດ ?

ກ. ອົດສະຕາລີ ຂ. ອາເມລິກາ ຄ . ອັງກິດ

7. ເປັນຫຍັງຈິ່ງມີການແນະແນວ ?

ກ. ຂະບວນການທີ່ຊ່ວຍໃຫ້ບຸກຄົນໄດເຮັບເຖິງຄວາມສາມາດ, ຄວາມຖະໜັດ ແລະ ຄວາມສົນໃຈລວມທັງຄວາມ

ສາມາດທາງດ້ານສະຕິປັນຍາ ແລະ ຄວາມມຸ້ງຫວັງ.

ຂ. ຂະບວນການທີ່ເຮັດໃຫ້ຄົນເຮົາຮັບຮູ້ເຖິງຄວາມສາມາດ, ຄວາມຖະໜັດ ແລະ ຄວາມສັງລວມທັງສາມາດ, ຕັດສິນໃຈຫາແນວທາງແກ້ໄຂບັນຫາ

ຄ. ຂະບວນການເຂົ້າໃຈຕົວເອງໃນທຸກດ້ານເຂົ້າໃຈຄົນອື່ນໃນສັງຄົມ ແລະ ເຂົ້າໃຈສັງຄົມ

8. ຄຳວ່າ : ການແນະແນວການສຶກສາໝາຍວ່າຢ່າງໃດ?

ກ. ລັກສະນະຊ່ວຍໃຫ້ບຸກຄົນມີການປັບປຸງ ແລະ ປັບຕົນເອງໃຫ້ດີທີ່ສຸດ

ຂ. ຂະບວນການທີ່ປະກອບດ້ວຍການບໍລິຫານອັນໜຶ່ງເຊິ່ງບໍລິການໃຫ້ແກ່ບຸກຄົນ

ຄ. ຂະບວນການຊ່ວຍເຫຼືອນັກຮຽນ ແລະ ບູກຄົນໃນທາງການສຶກສາ ເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈໃນການເລືອກ

ວິຊາຮຽນຕາມຄວາມຕ້ອງການຄວາມສາມາດ ແລະຄວາມຖະໜັດຂອງຕົນເອງ

9. ຄຳວ່າ: ການແນະແນວອາຊີບໝາຍຄວາມວ່າຢ່າງໃດ ?

ກ. ໃຫ້ຮູ້ຈັກເລືອກວິຊາຮຽນ ຫຼື ໂປຼແກຼມການຮຽນເຊັ່ນ: ຮູ້ຈັກນຳໃຊ້ຫຼັກສູດ

ຂ. ການວາງແຜນຊີວິດ ດ້ານການສຶກສາໃນອານາຄົດ

ຄ. ຂະບວນການຊ່ວຍເຫຼືອບຸກຄົນໃຫ້ຮູ້ຈັກເລືອກວິທີດຳເນີນຊີວິດໄດ້ຢ່າງເໝາະສົມ

10. ໃຫ້ນັກສຶກສາອ່ານຂໍ້ມູນລົງນີ້ ແລະ ພ້ອມທັງໃສ່ຊື່ເປັນໜ້າສົນໃຈ

ການແນະແນວເປັນການບໍລິການໃຫ້ແກ່ນັກຮຽນທຸກຄົນ ພັດທະນາເສີມສ້າງນັກຮຽນແຕ່ລະຄົນມີຄວາມສາມາດເຂົ້າໃຈຕົນເອງຮູ້ຈັກສະພາບແວບລ້ອມຕົວ, ຮູ້ແກ້ໄຂບັນຫາຂອງຕົນເອງໄດ້ຕົນເອງ.

ກ. ການແນະແນວຈັດຂຶ້ນເພື່ອປ້ອງກັນບັນຫາເບື້ອງຕົ້ນ

ຂ. ການແນະແນວເປັນການບໍລິການໃຫ້ແກ່ນັກຮຽນທຸກຄົນ

ຄ. ການແນະແນວເປັນການບໍລິການຕໍ່ເນື່ອງ ແລະ ແນະແນວໃນທູກຂັ້ນຮຽນ

11. ຄຳວ່າ: ຄູ ໝາຍຄວາມຢ່າງໃດ?

ກ. ຄູໝາຍຄວາມວ່າເປັນແມ່ທີສອງຂອງເດັກ

ຂ. ຄູໝາຍຄວາມວ່າເປັນເຮືອຮັບຈ້າງ

ຄ. ຄູໝາຍຄວາມວ່າເປັນຜູ້ມີຄວາມໝັກແໜ້ນ, ເປັນຜູ້ໄດ້ຮັບການເຄົາລົບຈາກນັກຮຽນ, ນັກສຶກສາ, ເປັນຜູ້ສັ່ງສອນເປັນຜູ້ຖ່າຍທອດຄວາມຮູ້

12. ເປັນຫຍັງຄູຈິ່ງມີໜ້າທີ່ຮັບຜິດຊອບ?

ກ. ຄຸ້ມຄອງ ແລະ ດູແລຄວາມທຸກສຸກຂອງນັກຮຽນ

ຂ. ຊ່ວຍເຫຼືອນັກຮຽນເມື່ອມີບັນຫາ

ຄ. ຊ່ວຍເຫຼືອນັກຮຽນໃນຍາມຕ້ອງການຄຳປຶກສາ

13. ຄຳວ່າ: ບຸກຄະລິກະພາບຄູ ໝາຍເຖິງຫຍັງ?

ກ. ຄຸນລັກສະນະທຸກສິ່ງທຸກຢ່າງທັງພາຍນອກ ແລະ ພາຍໃນ ເຊິ່ງລວມຢູ່ຕົວບຸກຄົນໃດບຸກຄົນໜຶ່ງ

ຂ. ຄຸນລັກສະນະທັງພາຍນອກ ແລະ ພາຍໃນ ເຊິ່ງລວມຢູ່ຕົວບຸກຄົນ

ຄ. ຄຸນລັກສະນະພາຍໃນຂອງບຸກຄົນໃດບຸກຄົນໜຶ່ງ

14. ມະນຸດສຳພັນໝາຍເຖິງຫຍັງ?

ກ. ຄູອາຈານຕ້ອງປະພຶດໃຫ້ເປັນຜູ້ມີນໍ້າໃຈຮັກຫອມນັກຮຽນ

ຂ. ຄູອາຈານຕ້ອງປະພຶດໃຫ້ເປັນຜູ້ມະນຸດສຳພັນອັນດີ

ຄ. ຄູອາຈານຕ້ອງປະພຶດໃຫ້ຄວາມຊ່ວຍເຫຼືອ ໝູ່ຄູ່ດ້ວຍກັນ

15. ຊີວິດຂອງຄົນເຮົາແມ່ນຫຍັງ ?

ກ. ດຳລົງຊີວິດຢູ່ໃນດົນໂລກນີ້

ຂ. ດຳລົງຊີວິດຢູ່ໃນບົນພື້ນຖານອັນດີງາມ

ຄ. ດຳລົງຊີວິດຢູ່ໃນສະພາບແວບລ້ອມຂອງວັດຖູສິ່ງຂອງ

16.ການຮັບຮູ້ກ່ຽວກັບຄວາມສາມາດ ແລະ ຈະລິຍະທຳກ່ຽວກັບຕົນເອງ ແລະ ເປັນການຮັບຮູ້ວ່າຄົນອື່ນຮັບຮູ້ຕົນເອງຄືແນວໃດການຮັບຮູ້ຕົນເອງອາດປ່ຽນແປງໄປຕາມເຫດ ແລະ ຜົນ ແມ່ນການຮັບຮູ້ຫຍັງ?

ກ. ຮັບຮູ້ກ່ຽວກັບຕົນເອງ

ຂ. ຮັບຮູ້ກ່ຽວກັບຜູ້ອື່ນ

ຄ. ຮັບຮູ້ສະພາບແວບລ້ອມ

17. ເປັນຫຍັງຈິ່ງຈຳເປັນຂອງການວາງແຜນການສອນ?

ກ. ຄູຜູ້ທີ່ມີຄວາມສຳເລັດສູງ ໃນການສອນສ່ວນຫຼວງຫຼາຍ ຈະແມ່ນຄູທີ່ມີການກະກຽມແຜນການສອນເປັນຢ່າງດີ

ຂ. ຄູຜູ້ທີ່ມີຄວາມສຳເລັດສູງ ໃນການສອນສ່ວນຫຼວງຫຼາຍຈະແມ່ນຄູທີ່ບໍມີການກະກຽມແຜນການສອນເປັນຢ່າງດີ

ຄ.ຄູຜູ້ທີ່ມີຄວາມສຳເລັດສູງ ໃນການສອນສ່ວນຫຼວງຫຼາຍຈະແມ່ຮຄູທີ່ມີການແຕ່ງບົດສອນລະອຽດ

18.ຄຸນປະໂຫຍດຂອງການວາງແຜນການສອນ

ກ. ຄູສອນສະດວກສະບາຍໃນການສອນ

ຂ. ສ້າງຄວາມໜັ້ນໃຈໃຫ້ແກ່ຄູ ແລະ ມີຄວາມຮູ້ສຶກສະບາຍໃຈໃນການສອນ

ຄ. ໃຫ້ຜູ້ອື່ນສອນຕ່າງເຮົາໄດ້ໃນຍາມຄາວຽກ

19. ການແຕ່ງບົດສອນເປັນແນວໃດ ?

ກ. ການແຕ່ງບົດສອນແມ່ນກຳນົດແບບຢ່າງຕາຍຕົວ

ຂ. ບໍແຕ່ງບົດສອນກໍ່ສອນນັກຮຽນໄດ້

ຄ. ການແຕ່ງບົດສອນບໍ່ໄດ້ກຳນົດໄວ້ຕາຍຕົວ ມັນຂຶ້ນກັບເນື້ອໃນຂອງແຕ່ລະຫົວຂໍ້ແຕ່ລະບົດ.

20. ວິທີສອນລວມມີຈັກວິທີ?

ກ . 1 ວິທີ ຂ. 2 ວິທີ ຄ. 3 ວິທີ