ຄວາມສົງຈຳ

ປີໃໝ່ເລີ່ມແຕ່ວັນທີ 13 - 15 ແລະ ພັກຊົດເຊີຍສອງວັນເພາະວ່າຖືກວັນເສົາແລະວັນອາທິດ

ປີໃໝ່ປີນີ້ແມ່ນຂ້າພະເຈົ້າໄດ້ກັບບ້ານເກີດຕົນເອງ ມື້ທຳອິດແມ່ນບໍ່ໄດ້ໄປຫລິ້ນໃສ

ມື້ທີສອງແມ່ນໄປຫລິ້ນເຮືອນອາຈານ ພູເງິນ ພາກັນກິນຢູ່ເຮືອນ ແລ້ວຮອດ

ສອງໂມງໄດ້ພາກັນໄປທ່ຽວຜາສ້ວມ ກັບຄອບຄົວລາວ ຈົນຮອດເຮືອນຄໍ່າ

ປີໃໝ່ປີນີ້ຂ້າພະເຈົ້າແມ່ນໄດ້ໄປນອນນຳເຮືອນນະສາວທູນ ເປັນເວລາ

ສາມມື້ ແລະ ໄປນອນເຮືອນໝູ່ ຫນຶ່ງມື້ ຫມູ່ກ່ອໃຫ້ຄວາມຄິດຫຼາຍຢ່າງເຊັ່ນວ່າ

ການແຕ່ງຕົວໃຫ້ມັນງາມ ເປັນຄົນເຂັ້ມກ້າຕັດສິນໃຈເດັດດຽວຂ້າພະເຈົ້າ

ກໍ່ຈະພະຍາຍາມໃຫ້ການປັບຕົວໃຫ້ສູງໄປທາງທີ່ດີ ແລ້ວກໍ່ໄປນໍາຫມູ່ອຍູ່ຄົງນ້ອຍ

ນຳອາຈານລືຊາຜົວ ນາງແກ້ວລາສີ ຈົນເມົາແລ້ວກໍ່ມາເຮືອນລູງດວນ,ທ້າວກອດ

ແລ້ວຈິງເມືອ ນອກຈາກນີ້ກໍ່ເຮັດຕົນນຳແມ່ ,ແມ່ເຖ້າ 

ແລ້ວຂ້າພະເຈ້າໄປຂາຍເຂົ້າໄດ້ເງິນຈຳນວນຫ້າແສນ

ພໍໄດ້ເງິນກັບມາໂຮງຮຽນ ສະຫຼຸບໄດ້ວ່າປີໃໝ່ປີນີ້ຂ້າພະເຈົ້າກັບເມືອຫລິ້ນຢູ່ບ້ານດ້ວຍຄວາມມ່ວນຊື່ນແລ້ວໄປຫລິ້ນວົງດົນຕີສາມຊາມື້ຫນຶ່ງແຕ່ຝົນຕົກແຮງຫລິ້ນກໍ່ບໍ່ມ່ວນປານໃດ