ແຜນງົບປະມານສົກປີ 2014-2015


ແຜນງົບປະມານສົກປີ 2014-2015

ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 23.793,17 ຕື້ກີບ.

ອີງຕາມບົດລາຍງານຂອງກະຊວງການເງິນ ຄາດໝາຍລວມຂອງແຜນງົບປະມານແຫ່ງລັດ ສົກປີ 2014-2015 ແມ່ນຈະສູ້ຊົນປະຕິບັດລາຍຮັບທັງໝົດໃຫ້ໄດ້ 23,03% ຂອງ GDP ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາເພີ່ມຂຶ້ນ 4,07%, ໃນນັ້ນສະເພາະລາຍ ຮັບພາຍໃນໃຫ້ໄດ້ 18,19% ຂອງ GDP ທຽບໃສ່ການຄາດຄະເນປະຕິບັດຂອງປີຜ່ານມາ ເພີ່ມຂຶ້ນ 5.99%; ປະຕິບັດລາຍຈ່າຍປະມານໃຫ້ຢູ່ໃນລະດັບ 30,20% ຂອງ GDP ທຽບໃສ່ການຄາດຄະເນປະຕິບັດຂອງປີຜ່ານມາເພີ່ມຂຶ້ນ 4,90% ແລະ ການຂາດດຸນງົບປະມານຢູ່ໃນລະດັບບໍ່ເກີນ 5% ຂອງ GDP.
ສຳລັບຄາດໝາຍສູ້ຊົນ ດ້ານລາຍຮັບມີດັ່ງນີ້:
ໃນສົກປີ 2014-2015 ຕ້ອງສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 23.793,17 ຕື້ກີບ, ທຽບໃສ່ການຄາດຄະເນປະຕິບັດຂອງສົກປີ 2013-2014 ເພີ່ມຂຶ້ນ 4,90% ຫຼື ເທົ່າກັບ 30,20% ຂອງ GDP; ໃນນັ້ນ ລາຍຮັບພາຍໃນ 18.793,17 ຕື້ກີບ, ທຽບໃສ່ການຄາດຄະເນປະຕິບັດຂອງສົກປີ 2013-2014 ເພີ່ມຂຶ້ນ 5.99% ຫຼື ເທົ່າກັບ18,19% ຂອງ GDP (ມູນຄ່າຂອງ GDP 103.300 ຕື້ກີບ). ລາຍລະອຽດຂອງແຕ່ລະປະເພດລາຍຮັບມີດັ່ງລຸ່ມນີ້:
+ ສ່ວຍສາອາກອນ 9.997,96 ຕື້ກີບ, ເພີ່ມຂຶ້ນ 13,61% ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາ, ໃນນັ້ນ:
ລາຍຮັບອາກອນປົກກະຕິ 9.879,46 ຕື້ກີບ.
ລາຍຮັບພາສີທີ່ດິນ 118,50 ຕື້ກີບ.
+ ພາສີຂາອອກ-ຂາເຂົ້າ 5.680,50 ຕື້ກີບ, ເພີ່ມຂຶ້ນ 12% ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາ, ໃນນັ້ນ:
ລາຍຮັບຈາກຄ່າຊັກພິເສດ 99,81 ຕື້ກີບ.
ລາຍຮັບຈາກນ້ຳມັນເຊື້ອໄຟ 1.744,31 ຕື້ກີບ.
ລາຍຮັບຈາກພາຫະນະ 2.574,44 ຕື້ກີບ.
ລາຍຮັບຈາກເຄື່ອງກໍ່ສ້າງ 113,05 ຕື້ກີບ.
ລາຍຮັບຈາກເຄື່ອງໄຟຟ້າ 66,20 ຕື້ກີບ.
ລາຍຮັບຈາກອຸປະໂພກ ບໍລິໂພກ 751,99 ຕື້ກີບ.
ລາຍຮັບຈາກ ນຳເຂົ້າເພື່ອສົ່ງອອກ 132,44 ຕື້ກີບ.
ລາຍຮັບຈາກຄ່າທຳນຽມຕ່າງໆ 148,02 ຕື້ກີບ.
ລາຍຮັບຈາການປັບໄໝ, ຂາຍເຄື່ອງຮິບ 50,23 ຕື້ກີບ.
+ ຄຸ້ມຄອງລັດວິສາຫະກິດ 1.229,03 ຕື້ກີບ., ເພີ່ມຂຶ້ນ 2,42% ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາ, ໃນນັ້ນ:
ລາຍຮັບຈາກຄ່າເຊົ່າວິສາຫະກິດ 3,55 ຕື້ກີບ.
ລາຍຮັບຈາກ ເງິນປັນຜົນກຳໄລ 937,08 ຕື້ກີບ
ລາຍຮັບຈາກດອກເບ້ຍເງິນກູ້ຢືມ 97,70 ຕື້ກີບ.
ລາຍຮັບຈາກບັນຊີຕົ້ນທຶນເງິນກູ້ຢືມ 190,70 ຕື້ກີບ.
+ ຊັບສິນຂອງລັດ 1.885,68 ຕື້ກີບ, ເທົ່າກັບ 71,97% ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາ, ໃນນັ້ນ:
ລາຍຮັບຊັບສິນປົກກະຕິ 1.725,79 ຕື້ກີບ.
ລາຍຮັບຈາກການຂາຍໄມ້ 159,89 ຕື້ກີບ.
+ ຊ່ວຍເຫຼືອລ້າຈາກຕ່າງປະເທດ 5.000,00 ຕື້ກີບ, ເທົ່າກັບ 97,44% ທຽບໃສ່ການຄາດຄະເນປະຕິບັດຂອງສົກປີຜ່ານມາ, ໃນນັ້ນ: (ອີງຕາມທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII 2011-2015)
ຊ່ວຍເຫຼືອລ້າເປັນໂຄງການ ທີ່ກະຊວງການເງິນຄຸ້ມຄອງ 1.268,88 ຕື້ກີບ, ເພີ່ມຂຶ້ນ 5.19% ທຽບໃສ່ຄາດຄະເນ ປະຕິບັດຂອງສົກປີຜ່ານມາ.
– ຊ່ວຍເຫຼືອລ້າເປັນໂຄງການທີ່ກະຊວງແຜນການ ແລະ ການລົງທຶນ 3.651,12 ຕື້ກີບ, ເພີ່ມຂຶ້ນ 1.60% ທຽບໃສ່ຄາດຄະເນ ປະຕິບັດຂອງສົກປີຜ່ານມາ.
ຊ່ວຍເຫຼືອລ້າດັດແກ້ມະຫາພາກ 80 ຕື້ກີບ. ເທົ່າກັບ 34.78% ທຽບໃສ່ສົກປີຜ່ານມາ.
ຄາດໝາຍລາຍຮັບ ທີ່ສະເໜີຂ້າງເທິງນັ້ນ ແມ່ນອີງຕາມຂໍ້ມູນຈາກຖານລາຍຮັບຕົວຈິງ, ຕາມຄວາມອາດສາມາດຈັດເກັບຕົວຈິງ ແລະ ຕາມທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII 2011-2015) ແຕ່ຍັງມີແຫຼ່ງລາຍຮັບຈໍານວນໜຶ່ງ ທີ່ຍັງບໍ່ທັນມີຖານຂໍ້ມູນອັນແນ່ນອນເທື່ອ, ແຕ່ດ້ວຍຈິດໃຈສູ້ຊົນບຸກບືນຈຶ່ງບັນຈຸເຂົ້າໃນແຜນລາຍຮັບ ເພື່ອເປັນຄາດໝາຍສູ້ຊົນ.

คำสำคัญ (Tags): #ງົບປະມານ
หมายเลขบันทึก: 629583เขียนเมื่อ 10 มิถุนายน 2017 13:58 น. ()แก้ไขเมื่อ 10 มิถุนายน 2017 13:58 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท