ກົດເຫລັກ 11 ຂໍ້ຂອງປະທານປະເທດຈີນ


ກົດເຫລັກ 11 ຂໍ້ຂອງປະທານປະເທດຈີນ ສີຈິ້ນຜິງເພື່ອປາບປາມພຶດຕິກໍາສໍ້ລາດບັງຫລວງ, ການໃຊ້ຈ່າຍທີ່ຟູມເຟືອຍເກີນໂຕ ແລະ ກົນໂກງທຸກໆຮູບແບບ ເຊິ່ງຂໍ້ຫ້າມທັງໝົດນີ້ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຄະນະກໍາມະການກົມການເມືອງຢ່າງເອກະພາບ. 1. ຫ້າມຂຶ້ນປ້າຍ, ປູພົມແດງ ຫລື ມອບຊໍ່ດອນໄມ້ແກ່ກຸ່ມຄົນໃນຄະນະລັດຖະບານ, ພະນັກງານ ແລະ ນາຍ ແລະ ທະຫານລະດັບສູງບໍ່ວ່າຈະໃນໂອກາດໃດ, 2. ຫ້າມໃຊ້ຈ່າຍເງິນຫລວງຢ່າງຟູມເຟືອຍໂດຍສະເພາະໃນລະຫວ່າງໄປກວດກາ ແລະ ເຮັດວຽກທາງລັດຖະການ ບໍ່ຕ້ອງພັກໂຮງແຮມຫລູຫລາເກີນໂຕ, 3.ຫ້າມຈັດງານລ້ຽງດ້ວຍອາຫານທີ່ແພງ ຫລື ສັ່ງອາຫານຈົນລົ້ນໂຕະ ເຖິງແມ່ນວ່າຈະເຄີຍປະຕິບັດຈົນກາຍປະເພນີກໍຕາມ, 4. ຫ້າມມີເຄື່ອງດື່ມສິ່ງມືນເມົາໃນທຸກໆງານລ້ຽງ,5. ຫ້າມຄົນໃນຄະນະລັດຖະບານ, ພະນັກງານ, ນັກງານເມືອງ ແລະ ທະຫານລະດັບສູງໃຊ້ໄຟສັນຍາເພື່ອຂໍທາງເອື້ອຍອໍານວຍສະດວກໃຫ້ແກ່ຕົນ, 6.ໃຫ້ເຈົ້າໜ້າທີ່, ພະນັກງານ ແລະ ນາຍທະຫານ-ຕໍາຫລວດລະດັບສູງທຸກໆຄົນອົບຮົມບົ່ມສອນພັນລະຍາ ແລະ ລູກໃຫ້ປະຕິບັດເປັນແບບຢ່າງໃນການຮັບໃຊ້ລັດຖະການດ້ວຍຈົ່ງຮັກພັກດີ, ບໍ່ຂີ້ລັກ, ບໍ່ສໍ້ໂກງທັງໃນໜ້າບ້ານ, ໃນເຮືອນ ແລະ ຫລັງບ້ານ, 7.ທຸກໆຄົນທີ່ກິນເງິນເດືອນລັດຕ້ອງໃຊ້ຊຸດລັດຖະການຕັດໃຫ້,8. ຫ້າມເຈົ້າໜ້າທີ່, ພະນັກງານ ແລະ ພົນທະຫານ-ຕໍາຫລວດລະດັບສູງເດີນທາງໄປຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ, ສໍາລັບ 3 ຂໍ້ທີ່ເຫລືອນີ້ສຸດທ້າຍຕໍ່ໄປນີ້ໃຊ້ກັບຊົນຊັ້ນສູງໃນສູນກາງອໍານາດໄດ້ແກ່:

9. ໃຊ້ເວລາຫາຫລັກຖານພິສູດວ່າລົດຫລູຫລາລາຄາແພງກັບໂມງຢູ່ແຂນຫຍີ່ຫໍ້ໂດ່ງດັງທີ່ໃສ່ຢູ່ມືຂອງທ່ານໄດ້ມາຈາກໃສ່? ເພາະເຫດໃດ?, 10. ບັນຊີເງິນຝາກໃນຕ່າງປະເທດໃຫ້ເອົາກັບມາຝາກໃນປະເທດ ແລະ 11. ລູກຫລານທີ່ຮຽນຢູ່ຕ່າງປະເທດຕ້ອງກັບມາຮຽນໃນປະເທດໃຫ້ໝົດ

คำสำคัญ (Tags): #chinese
หมายเลขบันทึก: 629531เขียนเมื่อ 9 มิถุนายน 2017 08:18 น. ()แก้ไขเมื่อ 9 มิถุนายน 2017 08:18 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท