ຄວາມສຳນຶກກ່ຽວກັບສີ່ງແວດລ້ອມ


ເມື່ອກ່າວເຖິງຄຳວ່າສີ່ງແວດລ້ອມ ຄົນເຮົາມັກວາດພາບໄປເຖິງພູຜາປ່າດົງ ຫ້ວຍນ້ຳລຳເຊ ອາກາດ ພູມອາກາດ ນ້ຳເປິເປື້ອນ ຂີ້ເຫຍື່ອຊະຊາຍຕາມຕົວເມືອງ ຄວັນຈາກທໍ່ຂອງໂຮງງານ ແຕ່ຄວາມເປັນຈິງແລ້ວສີ່ງແວດລ້ອມມີຄວາມມາຍທີ່ກວ້າງຂວາງ ແລະ ຍາກທີ່ຈະກຳນົດຂອບເຂດທີ່ແນ່ນອນໄດ້

ແຕ່ສີ່ງທີ່ນັກວິຊາການເຂົ້າໃຈກົງກັນຄື ສີ່ງແວດລ້ອມໝາຍເຖິງທຸກສີ່ງທຸກຢ່າງທີ່ຢູ່ອ້ອມຕົວຂອງມະນຸດນັບທັ້ງສີ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ສີ່ງທີ່ເປັນຮູບປະທຳ ແລະ ນາມມະທຳ ທັ້ງເກີດຂື້ນເອງຕາມທຳມະຊາດ ແລະ ມະນຸດສ້າງຂື້ນ ສີ່ງທີ່ຢູ່ໃກ້ຕົວເຮົາ ແລະ ຢູ່ໄກຕົວເຮົາ ສະນັ້ນສີ່ງແວດລ້ອມຈື່ງມີຂອບເຂດທີ່ກວ້າງໃຫຍ່ໄພສານ ເຊີ່ງເປັນການຍາກສຳລັບຄົນເຮົາທີ່ຈະກຳນົດວ່າອັນໃດເປັນສີ່ງແວດລ້ອມທີ່ແນ່ນອນ ແຕ່ທີ່ສຳຄັນຄື ຖ້າສີ່ງໃດມີສ່ວນກ່ຽວຂ້ອງເຖິວຕົວເຮົາ ບໍ່ວ່າທາງກົງ ແລະ ທາງອ້ອມ ເຮົາກໍ່ສາມາດເອີ້ນສີ່ງນັ້ນວ່າ ສີ່ງແວດລ້ອມໄດ້

ດັງນັ້ນເຮົາຈື່ງສະຫຼຸບວ່າ ສິ່ງແວດລ້ອມມາຍເຖິງທຸກສີ່ງຢ່າງທີ່ຢູ່ອ້ອມຕົວເຮົານັບທັ້ງສີ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ທັ້ງສີ່ງທີ່ເກີດຂື້ນເອງຕາມທຳມະຊາດແລະສີ່ງທີ່ມະນຸກເປັນຜູ້ສ້າງຂື້ນ ທັ້ງສີ່ງທີ່ມີລັກສະນະເປັນຮູບປະທຳ ແລະ ນາມມະທຳ ແຕ່ສີ່ງນັ້ນມີອິດທິພົນຕໍ່ມະນຸດໃນທາງກົງ ແລະ ທາງອ້ອມ

คำสำคัญ (Tags): #ສີ່ງແວດລ້ອມ
หมายเลขบันทึก: 625959เขียนเมื่อ 16 มีนาคม 2017 01:00 น. ()แก้ไขเมื่อ 16 มีนาคม 2017 01:00 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท