ຮັບຮອງ, ເປີດການລົງນາມ ແລະ ການໃຫ້ສັດຕະຍາບັນ ຕາມຍັດຕິຂອງສະມັດຊາໃຫຍ່.
ສະຫະປະຊາຊາດເລກທີ່ 2106 A (XX), ລົງວັນທີ່ 21 ທັນວາ 1965.
ເລີ່ມມີຜົນບັງຄັບໃຊ້ ວັນທີ່ 4 ມັງກອນ 1969 ໂດຍສອດຄ່ອງກັບມາຕາ 19.
ລາວເຂົ້າເປັນສະມາຊິກພາຄີ: 22 ກຸມພາ 1974
ອາລຳພະບົດ
ໂດຍເຫັນຄຳວ່າ: ກົດບັດສະຫະປະຊາຊາດ ໄດ້ສະຖາປານາ ບົນພື້ນຖານຫຼັກການ ແຫ່ງກຽດສັກສີ ແລະ ຄວາມສະເໜີພາບ ຂອງມະນຸດທຸກຄົນ ແລະ ທຸກໆລັດພາຄີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເອົາມາດຕະການດ້ວຍຕົນເອງ ຫຼື ຮ່ວມກັບລັດພາຄີອື່ນ, ໂດຍຮ່ວມມືກັບອົງການສະຫະປະຊາຊາດ ເດພື່ອບັນລຸເຖິງເປົ້າໝາຍ ຂອງສະຫະປະຊາຊາດ ເຊັ່ນ:ການສົ່ງເສີມ ແລະ ການເສີມຂະຫຍາຍການເຄົາລົບນັບຖື ຢດຍທົ່ວໄປ ຕໍ່ສິດທິມະນຸດ ແລະ ອິດສາລະພາບອັນເປັນພື້ນຖານ ຂອງທຸກຄົນຢ່າງບໍ່ມີຈຳແນກເຊື້ອຊາດ, ເພດ, ພາສາ ຫຼື ສາສະໜາ.
ໂດຍເຫັນວ່າ: ຖະແຫຼງການສາກົນ ວ່າດ້ວຍສິດທິມະນຸດ ໄດ້ປະກາດວ່າ ທຸກໆຄົນລ້ວນແຕ່ເກີດມາຢ່າງເສລີພາາບ, ມີສິດ ແລະ ກຽດສັກສີ ອັນສະເໝີພາບກັນ ສະນັ້ນ,ທຸກໆຄົນລ້ວນແຕ່ໄດ້ຮັບສິດ ແລະ ອິດສາລະພາບທັງໝົດ ທີ່ໄດ້ກຳນົດໄວ້ ໃນຖະແຫຼງການດັ່ງກ່າວນັ້ນ ໂດຍປາສະຈາກການຈຳແນກໃດໆທັງສິ້ນ. ສະເພາະຢ່າງຍິ່ງແມ່ນກ່ຽວກັບເຊື້ອຊາດ, ຜິວພັນ ຫຼື ສັນຊາດ.
ໂດຍເຫັນວ່າ:ທຸກຄົນສະເໝີພາບຕໍ່ໜ້າກົດໝາຍ ແລະ ມີສິດໄດ້ຮັບການປົກປ້ອງທາງດ້ານກົດໝາຍ ຢ່າງເທົ່າທຽມກັນ ຕ້ານກັບທຸການຈຳແນກ ແລະ ການຍຸຍົງສົ່ງເສີມໃຫ້ມີການຈຳແນກ.
ໂດຍເຫັນວ່າ: ສະຫະປະຊາດກ່າວປະນາມລັດທິລ່າເມືອງຂື້ນ ແລະ ທຸຸກການກະທຳ ທີ່ເປັນການແ່ບງແຍກ ແລະ ການຈຳແນກ ຊຶ່ງກ່ຽວພັນກັບລັດທິລ່າເມືອງຂື້ນດັ່ງກ່າວນັ້ນ, ຈະແມ່ນດ້ວຍຮູບການໃດ ແລະ ຈະເກີດຂື້ນຢູ່ໃສກໍ່ຕາມ, ແລະ ເຫັບວ່າຖະແຫຼງການ ວ່າດ້ວຍການມອບຄວາມເປັນເອກະລາດ ໃຫ້ແກ່ບັນດາປະເທດ ແລະ ປະຊາຊົນທີ່ຕົກເປັນຫົວເມືອງຂື້ນສະບັບ ລົງວັນທີ່ 14 ທັນວາ 1960 {ມັດຕິສະມັດຊາໃຫຍ່ ສະຫະປະຊາຊາດ ເລກທີ່ 1514 (XV)} ໄດ້ຢຶນຢັນ ແລະ ປະກາດຢ່າງເປັນທາງການ ເຖິງຄວາມຈຳເປັນເພື່ອຄວາມຍຸດຕິທຳດັ່ງກ່າວມານັ້ນ ໂດຍໄວ ແລະ ບໍ່ມີເງື່ອໄຂ.
ໂດຍເຫັນວ່າ: ຖະແຫຼງການສະຫະປະຊາຊາດ ວ່າດ້ວຍການກຳຈັດການຈຳແນກເຊື້ອຊາດ ໃນທຸກຮູບການ, ສະບັບ ລົງວັນທີ່ 20 ພະຈິກ 1963 {ມັດຕິສະມັດຊາໃຫຍ່ ສະຫະປະຊາຊາດ ເລກທີ 1904 (XVIII)} ໄດ້ຢຶນຢັນຢ່າງເຄັ່ງຂຶມ ເຖິງຄວາມຈຳເປັນ ເພື່ອການກຳຈັດໂດຍໄວທຸກຮູບການ ແລະ ປະກົດການ ການຈຳແນກເຊື້ອຊາດໃນທົ່ວໂລກ, ຮັບປະກັນຄວາມຮັບຮູ້ ແລະ ຄວາມເຄົາລົບ ຕໍ່ກຽດສັກສີຂອງມະນຸດ.
ໂດຍເຊື່ອໝັ້ນວ່າ: ທຸກທິດສະດີກ່ຽວກັບ ການຖືຕົວເປັນໃຫຍ່ ທີ່ອີງໃສ່ຄວາມແຕກຕ່າງທາງດ້ານເຊື້ອຊາດ ແມ່ນສິ່ງທີ່ບໍ່ຖືກຕ້ອງ ຕາມຫຼັກວິທະຍາສາດ, ໃນດ້ານສິນລະທຳ ກໍຖືກກ່າວປະນາມ, ໃນດ້ານສັງຄົມແມ່ນບໍ່ເປັນທຳ ແລະ ອັນຕະລາຍ; ບໍ່ມີສິ່ງໃດ ທີ່ຈະເປັນຂໍ້ອ້າງກ່ຽວກັບການຈຳແນກເຊື້ອຊາດ ທັງດ້ານທິດສະດີ ແລະ ທັງດ້ານປະຕິບັດຕົວຈິງ ຢູ່ສະຖານໃດກໍ່ຕາມ.
ໂດຍຢືນຢັນອີກວ່າ: ການຈຳແນກລະຫວ່າງມະນຸດດ້ວຍກັນ ໂດຍເຫດຜົນທາງດ້ານເຊື້ອຊາດ, ຜິວພັນ ຫຼື ເຜົ່າຊົນນັ້ນ ເປັນອຸປະສັກຕໍ່ກສຍພົວພັນມິດຕະພາບ ແລະ ແບບສັນຕິລະຫວ່າງຊາດ ແລະ ອາດຈະກະທົບກະເທືອນຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະຊາຊົນ ພ້ອມທັງການຢູ່ຮ່ວມກັນດ້ວຍຄວາມປອງດອງ ລະຫວ່າງບຸກຄົນພາຍໃນລັດດຽວກັນ.
ໂດຍເຊື່ອແນ່ວ່າ: ການເກີດມີສິ່ງກິດຂວາງທາງດ້ານເຊື້ອຊາດນັ້ນ ເປັນປໍລະປັກຕໍ່ອຸດົມການຂອງສັງຄົມມະນຸດ.
ໂດຍສະດຸ້ງ ຈາກການສະແດງອອກ ຂອງການຈຳແນກເຊື້ອຊາດ ຊຶ່ງຍັງມີຢູ່ໃນບາງຂົງເຂດໃນໂລກ ແລະ ຈາກນະໂຍບາຍຂອງລັດຖະບານ ທີ່ອີງໃສ່ຄວາມຖືຕົວເປັນໃຫຍ່ ຫຼື ຄວາມກຽດຊັງ ທາງດ້ານເຊື້ອຊາດ, ຕົວຢ່າງ: ນະໂຍບາຍຂອງລະບອບອາປາເທດ ການແຍກກຸ່ມຄົນ ຫຼື ການແບ່ງແຍກ.
ດ້ວຍຄວາມຕັດສິນໃຈ ທີ່ຈະຮັບຮອງເອົາມາດຕະການທີ່ຈຳເປັນ ເພື່ອກຳຈັດ ທຸກຮູບການ ແລະ ປະກົດການຂອງການຈຳແນກເຊື້ອຊາດ ໂດຍໄວ ພ້ອມທັງສະກັດກັ້ນ ແລະ ຕ້ານທິດສະດີ ແລະ ພຶດຕິກຳຈຳແນກເຊື້ອຊາດ ແນໃສ່ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ລະຫວ່າງເຊື້ອຊາດ ທີ່ແຕກຕ່າງກັນ ແລະ ສະຖາປານາວົງຄະນຍາດສາກົນ ທີ່ປາສະຈາກທຸກຮູບການຈຳແນກເຊື້ອຊາດ ແລະ ການແຍກກຸ່ມຄົນໃນສັງຄົມ.
ໂດຍຄຳນຶງເຖິງ ສົນທິສັນຍາກ່ຽວຂ້ອງກັບການຈຳແນກ ໃນການຈັດຫາວຽກເຮັດງານທຳ ແລະ ການປະກອບອາຊີບ ຊຶ່ງໄດ້ຖືກຮັບຮອງເອົາ ໂດຍອົງການແຮງງານສາກົນ ໃນປີ 1958, ແລະ ສົນທິສັນຍາ ວ່າດ້ວຍການຕ້ານ ການຈຳແນກ ໃນການສຶກສາຊຶ່ງໄດ້ຮັບຮອງເອົາ ໂດຍອົງການການສຶກສາວິທະຍາສາດ ແລະ ວັດທະນະທຳ ຂອງອົງການສະຫະປະຊາຊາດ (ຢູແນັສໂກ) ໃນປີ 1960.
ດ້ວຍຄວາມປາຖະໜາ ທີ່ຢາກປະຕິບັດຫຼັກການ ທີ່ລະບຸໄວ້ຢູ່ໃນຖະແຫຼງການສະຫະປະຊາຊາດ ວ່າດ້ວຍການກຳຈັດ ທຸກຮູບການຈຳແນກເຊື້ອຊາດ ແລະ ຮັບປະກັນການເອົາມາດຕະການຕົວຈິງ ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນໂດຍໄວທີ່ສຸດ ເທົ່າທີ່ຈະໄວໄດ້.
ຫຼັກການທົ່ວໄປຂອງສົນທິສັນຍາວ່າດ້ວຍ: ການກຳຈັດ ການຈຳແນກເຊື້ອຊາດໃນທຸກຮູບການ.
ສົນທິສັນຍາວ່າດ້ວຍ ການກຳຈັດ ການຈຳແນກເຊື້ອຊາດໃນທຸກຮູບການ.ແມ່ນໄດ້ຮັບການສ້າງຕັ້ງຂື້ນທີ່ ນິວຢອກ ໃນວັນທີ 7 ມີນາ ປີ 1966 ພາຍໃຕ້ການຊີ້ນຳຂອງອົງການສະຫະປະຊາຊາດ ຊຶ່ງສົນທິສັນຍາສະບັບນີ້ ສ້າງຂື້ນເພື່ອກຳຈັດທຸກຮູບການ ແລະ ປະກົດກນຕ່າງໆທີ່ພາໃຫ້ມີການຈຳແນກເຊື້ອຊາດ ພ້ອມທັງສະກັດກັ້ນ ແລະ ຕ້ານແນວຄວາມຄິດ, ທິດສະດີ ແລະ ພຶດຕິກຳທີ່ມີລັກສະນະຂອງການຈຳແນກເຊື້ອຊາດ ແລະ ສົ່ງເສີມຮ່ວມມືກັບລັດພາຄີຕ່າງໆ ໃນທົ່ວໂລກເພື່ອ ແລະ ສະກັດກັ້ນການຈຳແນກເຊື້ອຊາດ ຢູ່ໃນຂອບເຂດປະເທດ ເພື່ອເຮັດໃຫ້ສັງຄົມ ມີຄວາມສະເໝີພາບ ແລະ ສົ່ງເສີມ, ເສີມຂະຫຍາຍສິດທິມະນຸດ, ສິດສະເໝີພາບ, ສິດເທົ່າທຽມກັນຂອງຄົນໃນສັງຄົມ.
ດັ່ງນັ້ນ, ອົງການສະຫະປະຊາຊາດ ແລະ ລັດພາຄີຕ່າງໆຈຶ່ງຮ່ວມມືກັນປົກປ້ອງສິດທິມະນຸດ ສົ່ງເສີມຜັນຂະຫຍາຍໃນທົ່ວໂລກ ໂດຍເຊື່ອໝັ້ນວ່າຈະເຮັດໃຫ້ທົ່ວໂລກ ປາສະຈາກ ຈາກການຈຳແນກເຊື່ອຊາດໃນທຸກຮູບການ.
ເນື້ອໃນສຳຄັນຂອງສົນທິສັນຍາວ່າດ້ວຍ: ການກຳຈັດ ການຈຳແນກເຊື້ອຊາດໃນທຸກຮູບການ.
ແມ່ນເພື່ອການຕ້ານ ແລະ ການສະກັດກັ້ນການຈຳແນກການເຊື້ອຊາດ ກໍ່ເພື່ອເຮັດໃຫ້ສັງຄົມເຮົາມີຄວາມສະເໝີພາບ, ເສລີພາບ ແລະ ມີຄວາມສະຫງົບສຸກໃນສັງຄົມເພື່ອບໍ່ໃຫ້ມີການຕໍ່ຕ້ານ ທີ່ກໍ່ໃຫ້ເກີດການແບ່ງແຍກ ຂອງຄົນໃນສັງຄົມ ສະນັ້ນຈຶ່ງໄດ້ອອກກົດໝາຍມາເພື່ອຄວບຄຸມ ເພື່ອເຮັດໃຫ້ມີຄວາມເທົ່າທຽມກັນ ແລະ ທຸກຄົນ,ທຸກຊົນຊາດ, ທຸກຊົນເຜົ່າໃຫ້ມີຄວາມສາມັກຄີພົວພັນເຊິ່ງກັນແລະກັນ.
ລັດພາຄີຂອງສົນທິສັນຍາສະບັບນີ້ ໄດ້ຕົກລົງກັນດັ່ງຕໍ່ໄປນີ້:
ພາກທີ I
ມາດຕາ 1
- ຢູ່ໃນສົນທິສັນຍານີ້ຄຳວ່າ“ການຈຳແນກເຊື່ອໍາດ”ໝາຍເຖິງທຸກການແບ່ງແຍກ, ການກີດກັ້ນບໍ່ໃຫ້ເຂົ້າຮ່ວມ, ການຈຳກັດ ຫຼື ການເລືອກຕາມເຊື້ອຊາດ, ຜິວພັນ, ກົກເຄົ້າເລົ່າກໍ ຫຼື ຕົ້ນກຳເນີດທາງເຊື້ອຊາດ, ເຜົ່າພັນ ເຊິ່ງມີຈຸດປະສົງ ຫຼື ມີຜົນສະທ້ອນຕໍ່ການຮັບຮູ້, ການຊົມໃຊ້ ຫຼື ການປະຕິບັດແບບສະເໝີພາບສິດທິມະນຸດ ແລະ ອິດສາລະພາພື້ນຖານໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ ຫຼື ຂົງເຂດອື່ນໆ ຂອງຊີວິດສັງຄົມ.
- ສົນທິສັນຍາສະບັບນີ້ຈະບໍ່ນຳໃຊ້ກັບການແບ່ງແຍກ, ການກີດກັ້ນ, ການຈຳກັດຫຼືການຈຳແນກລະຫວ່າງບຸກຄົນທີ່ເປັນພົນລະເມືອງ ແລະ ບໍ່ເປັນພົນລະເມືອງຂອງລັດພາຄີຂອງສົນທິສັນຍາສະບັບນີ້.
- ບໍ່ມີຂໍ້ບັນຍັດສະບັບໃດຂອງສົນທິສັນຍາສະບັບນີ້ທີ່ຈະຖຶກຕີຄວາມໝາຍໄປໃນທາງທີ່ຈະເປັນການແຕະຕ້ອງເຖິງຂໍ້ກນົດກົດໝາຍຂອງລັດພາຄີເຊິ່ງກ່ຽວກັບສັນຊາດຖ້າວ່າຂໍ້ກນົດກົດໝາຍເລົ່ານັ້ນບໍ່ຈຳແນກຕໍ່ສັນຊາດນັ້ນໃດໜຶ່ງຢ່າງເຈາະຈົງ.
4.ການເອົາມາດຕະການພິເສດແນໃສ່ຮັບປະກັນຄວາມກ້າວໜ້າຂອງກຸ່ມຊົນຊາດແລະຊົນເຜົ່າຫຼືບຸກຄົນຊຶ່ງຕ້ອງການໃຫ້ມີການປົກປ້ອງທີ່ຈຳເປັນເພື່ອຮັບປະກັນໃຫ້ແກ່ກຸ່ມຄົນຫຼືບຸກຄົນເລົ່ານັ້ນໄດ້ຊົມໃຊ້ແລະປະຕິບັດສິດທິມະນຸດແລະອິດສາລະພາບພື້ນຖານໃນເງື່ອນໄຂເທົ່າທຽມກັນນັ້ນຈະບໍ່ຖືວ່າເປັນມາດຕະການຈຳແນກເຊື້ອຊາດ. ເຖິງຢ່າງໃດກໍ່ຕາມ ມາດຕະການເລົ່ານັ້ນ ບໍ່ໃຫ້ເປັນເງື່ອນໄຂເພື່ອຮັກສາສິດທິ ທີ່ແຕກຕ່າງກັນ ແລະ ລະຫວ່າງກຸ່ມຊົນຊາດຕ່າງໆ ແລະ ມາດຕະການເລົ່ານັ້ນ ຈະຕ້ອງຍົກເລີກໃນເມື່ອບັນລຸເຖິງເປົ້າໝາຍທີ່ຮຽບຮ້ອຍແລ້ວ.
ມາດຕາ 2
- ລັດພາຄີກ່າວປະນາມການຈຳແນກເຊື້ອຊາດແລະຮັບຮອງວ່າຈະດຳເນີນດ້ວຍທຸກວິທີທາງ ເພື່ອຈຳກັດການຈຳແນກເຊື້ອຊາດ ໃນທຸກຮູບການ ແລະ ສົ່ງເສີມຄວາມເຂົ້າອົກເຂົ້າໃຈລະຫວ່າງເຊື້ອຊາດຕ່າງໆ ດ້ວຍທຸວິທີການທີ່ເໝາະສົມ ແລະ ເພື່ອຈຸດປະສົງດັ່ງກ່າວ:
(ກ). ທຸກໆລັດພາຄີຮັບປະກັນວ່າ ຈະບໍ່ກະທຳ ຫຼື ປະພຶດການຈຳແນກເຊື້ອຊາດຕ້ານບຸກຄົນ, ກຸ່ມຄົນ ຫຼື ສະຖາບັນຕ່າງໆ ແລະ ເຮັດແນວໃດໃຫ້ເຈົ້າໜ້າທີ່ ແລະ ສະຖາບັນຂອງລັດໃນລະດັບຊາດ ແລະ ທ້ອງຖິ່ນ ແລະ ປະຕິບັດໃຫ້ສອດຄ່ອງກັບຂໍ້ຜູກພັນດັ່ງກ່າວນີ້.
(ຂ). ທຸກໆລັດພາຄີ ຮັບປະກັນວ່າ ຈະບໍ່ອູ້ມຊູ, ປົກປ້ອງ ຫຼື ສະໜັບສະໜູນການຈຳແນກເຊື້ອຊາດຂອງບຸກຄົນ ຫຼື ຂອງອົງການຈັດຕັ້ງໃດໜຶ່ງ.
(ຄ). ທຸກໆລັດພາຄີ ຈະເອົາມາດຕະການທີ່ສັກສິດ ເພື່ອທົບທວນຄືນນະໂຍບາຍ ຂອງລັດຖະບານ ໃນລະດັບຊາດ ແລະ ທ້ອງຖິ່ນ ເພື່ອດັດແກ້ ແລະ ປະກາດລົບລ້າງ ທຸກກົດໝາຍ ແລະ ລະບຽບການຢູ່ແຫ່ງໃດກໍ່ຕາມ ທີ່ສົ່ງຜົນສະທ້ອນ ພາໃຫ້ສືບຕໍ່ມີການຕຳແນກເຊື້ອຊາດ.
(ງ). ທຸກໆລັດພາຄີ ຈະນຳໃຊ້ທຸກໆພາຫານະທີ່ເໝາະສົມ ໃນນັ້ນ, ລວມທັງລະບຽບກົດໝາຍ ຕາມຄວາມຮຽກຮຽກຮ້ອງຕ້ອງການ ຂອງສະພາບການ, ເພື່ອເກືອດຫ້າມ ແລະ ຍຸດຕິການຈຳແນກເຊື້ອຊາດ ທີ່ບຸກຄົນ, ກຸ່ມຄົນ ຫຼື ອົງການຈັດຕັ້ງໃດໜຶ່ງກໍ່ຂື້ນ.
(ຈ).ທຸກໆລັດພາຄີ ຮັບປະກັນວ່າ ຈະອຳນວຍຄວາມສະດວກໃນກໍລະນີທີ່ຈຳເປັນໃຫ້ອັງການຈັດຕັ້ງ ແລະ ຂະບອບຊາດຕ່າງໆ, ແລະ ບໍ່ສະໜັບສະໜູນສິ່ງໃດໆ ທີ່ມີລັກສະນະປຸກປັ່ນການແບ່ງແຍກເຊື້ອຊາດ.
2.ໃນເມື່ອສະພາບການບັງຄັບ, ລັດພາຄີຈະເອົາມາດຕະການພິເສດແລະຕົວຈິງໃນຂົງເຂດສັງຄົມ, ເສດຖະກິດ, ວັດທະນະທຳແລະຂົງເຂດອື່ນໆເພື່ອຮັບປະກັນຕາມຄວາມເໝາະສົມຂອງການພັດທະນາ ແລະ ການປົກປ້ອງກຸ່ມເຊື້ອຊາດ ຫຼື ບຸກຄົນທີ່ຢູ່ໃນກຸ່ມດັ່ງກ່າວ ເພື່ອແນໃສ່ຄ້ຳປະກັນສິດທິມະນຸດ ແລະ ອິດສາລະພາບພື້ນຖານ ໃນເງື່ອນໄຂເທົ່າທຽມກັນ; ໃນກໍລະນີໃດກໍ່ຕາມ, ມາດຕະການເລົ່ານີ້ ຈະບໍ່ເປັນເງື່ອນໄຂ ເພື່ອຮັກສາສິດທິ ທີ່ບໍ່ສະເໝີພາບ ຫຼື ແຕກຕ່າງກັນ ຂອງກຸ່ມຊົນຊາດຕ່າງໆ ໃນເມື່ອມາດຕະການເລົ່ານັ້ນໄດ້ບັນລຸຜົນສຳເລັດເປັນທີ່ຮຽບຮ້ອຍແລ້ວ.
ມາດຕາ 3
ລັດພາຄີ ກ່າວປະນາມທຸກການໂຄສະນາ ໂດຍສະເພາະການແບ່ງແຍກເຊື້ອຊາດ ແລະ ລະບອບອາປາເທດ ພ້ອມທັງຮັບປະກັນວ່າ ຈະສະກັດກັ້ນ, ເກຶອດຫ້າມ ແລະ ລົບລ້າງທຸກການກະທຳ ໃນລັກສະນະດັ່ງກ່າວ ບົນດິນແດນທີ່ຢູ່ພາຍໃຕ້ເຂດອຳນາດຂອງສານຕົນ.
ມາດຕາ 4
ລັດພາຄີ ກ່າວປະນາມທຸກການໂຄສະນາ ແລະ ທຸກການຈັດຕັ້ງ ທີ່ອີງໃສ່ແນວຄິດ ຫຼື ທິດສະດີ ທີ່ສົ່ງເສີມຄວາມຍິ່ງໃຫຍ່ຂອງຊາດໃດໝຶ່ງ ຫຼື ກຸ່ມຄົນໃດໝຶ່ງ ອິງຕາມຜິວພັນ ຫຼື ຕົ້ນກຳເນີດດ້ານເຜົ່າພັນ, ຊຶ່ງອ້າງເຫດຜົນໃຫ້ແກ່ກ່ານກຽດຊັງ ແລະ ການຈຳແນກເຊື້ອຊາດໃນທຸກຮູບການ ຫຼື ສົ່ງເສີມການກະທຳດັ່ງກ່າວ ໃຫ້ມີການຈຳແນກເຊື້ອຊາດ ຫຼື ເພື່ອຈຳກັດການກະທຳນັ້ນໆ. ເພື່ອອບັນລຸເປົ້າໝາຍດັ່ງກ່າວນັ້ນ, ລັດພາຄີຕ້ອງໄດ້ອີງໃສ່ຫຼັກການ ທີ່ໄດ້ບັນລຸໄວ້ໃນຖະແຫຼງການສາກົນວ່າດ້ວຍສິດທິມະນຸດ ແລະ ສິດທິຕ່າງໆ ທີ່ໄດ້ບັນລຸໄວ້ຢ່າງຈະແຈ້ງ ໃນມາດຕາ 5 ຂອງສົນທິສັນຍາສະບັບນີ້.
ລັດພາຄີຮັບຮອງວ່າ:
(ກ). ຈະຖືເປັນຄວາມຜິດ ທີ່ຈະຖືກລົງໂທດຕາມກົດໝາຍທຸກການເຜີຍແຜ່ແນວຄິດ ທີ່ອີງໃສ່ຄວາມຍິ່ງໃຫຍ່ ຫຼື ຄວາມກຽດຊັງຂອງຊາດ, ການຍຸຍົງສົ່ງເສີມໃຫ້ມີການຈຳແນກເຊື້ອຊາດ ກໍ່ຄືການກະທຳຮຸນແຮງ ຫຼື ການປຸກປັ່ນ ກໍ່ໃຫ້ເກີດມີຄວາມຮຸນແຮງ ຕ້ານກັບເຊື້ອຊາດໃດໜຶ່ງ ຫຼື ກຸ່ມຄົນໃດໜຶ່ງ ອີງຕາມຜິວພັນ ຫຼື ຕົ້ນກຳເນີດທາງດ້ານເຜົ່າພັນ, ຫຼື ການຊ່ວຍເຫຼືອການກະທຳຈຳແນກເຊື້ອຊາດ, ລວມທັງການຊ່ວຍເຫຼືອ ທາງດ້ານການເງິນ ເພື່ອຈຸດປະສົງດັ່ງກ່າວ.
(ຂ). ຈຖືວ່າຜິດກົດໝາຍ ແລະ ຈະເກືອດຫ້າມທຸກການຈັດຕັ້ງ ແລະ ການເຄື່ອນໄຫວເຜີຍແຜ່ ແລະ ໂຄສະນາໃນທຸກຮູບແບບ ທີ່ຍຸຍົງສົ່ງເສີມການຈຳແນກເຊື້ອຊາດ ແລະ ຈະຖືວ່າການເຂົ້າຮ່ວມຢູ່ໃນການຈັດຕັ້ງ ຫຼື ການເຄື່ອນໄຫວດັ່ງກ່າວນັ້ນ ເປັນຄວາມຜິດ ທີ່ຈະຖຶກຕ້ອງຖຶກລົງໂທດຕາມກົດໝາຍ.
(ຄ). ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ ຫຼື ສະຖາບັນຂອງລັດ ໃນລະດັບຊາດ ຫຼື ທ້ອງຖິ່ນ ທຳການຍຸຍົງສົ່ງເສີມການຈຳແນກເຊື້ອຊາດ.
ມາດຕາ 5
ໂດຍສອດຄ່ອງກັບພັນທະພື້ນຖານ ທີ່ໄດ້ກຳນັດໄວ້ໃນມາດຕາ 2 ຂອງສົມທ່ສັນຍາສະບັບນີ້, ລັດພາຄີຮັບຮອງວ່າ ຈະເກືອດຫ້າມ ແລະ ກຳຈັດການຈຳແນກເຊື້ອຊາດໃນທຸກຮູບການ ແລະ ຄ້ຳປະກັນສິດສະເໝີພາບ ຕໍ່ໜ້າກົດໝາຍໃຫ້ແກ່ບຸກຄົນໂດຍບໍ່ມີການຈຳແນກເຊື້ອຊາດ, ຜິວພັນ, ຕົ້ນກຳເນີດເຊື້ອຊາດ ແລະ ເຜົ່າພັນໂດຍສະເພາະແມ່ນການຳໃຊ້ສິດທິດັ່ງຕໍ່ໄປນີ້:
(ກ). ສິດທີ່ຈະໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ ຕໍ່ໜ້າສານ ແລະ ທຸກອົງການປົກປ້ອງຄວາມຍຸດຕິທຳ.
(ຂ). ສິດທີ່ຈະໄດ້ຮັບຄວາມປອດໄພທາງດ້ານຮ່າງກາຍ ແລະ ປົກປ້ອງຈາກລັດ ຕ້ານກັບຄວາມຮຸນແຮງ ຫຼືການທຳຮ້າຍຮ່າງກາຍ ທີ່ມາຈາກເຈົ້າໜາທີ່ຂອງລັດ, ກຸ່ມຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ.
(ຄ). ສິດທິທາງດ້ານການເມືອງໂດຍສະເພາະສິດເຂົ້າຮ່ວມການເລືອກຕັ້ງ ຄື: ສິດປ່ອນບັດ ແລະສິດສະໝັກເລືອກຕັ້ງຕາມຫຼັກການທົ່ວໄປ ແລະ ສະເໝີພາບ, ສິດເຂົ້າຮ່ວມໃນການປົກຄອງ ແລະ ວຽກງານລັດຖະການ ໃນທຸລະດັບ ແລະ ມີສິດເຂົ້າຮັບໜ້າທີ່ໃນລັດຖະການໃນເງື່ອນໄຂເທົ່າທຽມກັນ.
(ງ). ສິດທາງດ້ານພົນລະເຮືອນອື່ນໆ ໂດຍສະເພາະແມ່ນ:
(1). ສິດເສລີພາບໃນການສັນຈອນໄປມາ ແລະ ຕັ້ງພູມລຳເນົາ ຢູ່ໃນດິນແດນຂອງປະເທດ.
(2).ສິດໃນການອອກນອກປະເທດໃດໜຶ່ງ, ລວມທັງປະເທດຂອງຕົນ ແລະ ມີສິດໃນການກັບຄືນປະເທດຂອງຕົນ.
(3). ສິດໃນການໄດ້ຮັບສັນຊາດ.
(4). ສິດໃນການແຕ່ງງານ ແລະ ເລືອກຄູ່ສົມລົດ.
(5). ສິດໃນການມີກກຳມະສິດສ່ວນຕົວ ແລະ ລວມໝູ່ມ.
(6). ສິດໃນການສືບທອດມູນມໍລະດົກ.
(7). ສິດເສລີພາບໃນຄວາມຄິດ, ມະໂນທຳ ແລະ ການເຊື່ອຖືສາສະໜາ.
(8). ສິດເສລີພາບໃນຄວາມຄິດເຫັນ ແລະ ການສະແດງອອກ.
(9). ສິດເສລີພາບໃນການໂຮມຊຸມນຸມ ແລະ ການຈັດຕັ້ງສາມາຄົມແບບສັນຕິ.
(ຈ). ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ໂດຍສະເພາະແມ່ນ:
(1). ສິດໃນການອອກແຮງງານ, ໃນການເລືອກວຽກເຮັດງານທຳ ໃນເງື່ອນໄຂທີ່ຍຸດຕິທຳ ແລະ ເປັນທີ່ເພີ່ງພໍໃຈ, ໄດ້ຮັບການປົກປ້ອງຕໍ່ໄພວ່າງງານ, ໄດ້ຮັບເງິນເດືອນເທົ່າທຽມກັນ ໃນວຽກງານເທົ່າທຽມກັນ, ໄດ້ຮັບຄ່າຕອບແທນທີ່ຍຸດຕິທຳ ແລະ ເປັນທີ່ເພີ່ງພໍໃຈ.
(2). ສິດໃນການສ້າງຕັ້ງ ແລະ ເຂົ້າເປັນສາມາຊິກ ຂອງອົງການກຳມະບານ.
(3).ສິດໃນການໄດ້ຮັບທີ່ຢູ່ອາໄສ.
(4). ສິດໄດ້ຮັບການບໍລິຫານ ທາງດ້ານສາທາລະນະສຸກ, ປິ່ນປົວ, ການປະກັນໄພ ແລະ ການບໍລິການສັງຄົມຕ່າງໆ.
(5). ສິດໃນການໄດ້ຮັບການສຶສາ ແລະ ການຝຶກອົບຮົມ.
(6). ສິດໃນການເຂົ້າຮ່ວມ ການເຄື່ອນໄຫວທາງດ້ານວັດທະນະທຳ ໃນເງື່ອນໄຂເທົ່າທຽມກັນ.
(ສ). ສິດໃນການຊົມໃຊ້ສະຖານທີ່ ແລະ ບໍລິການສຳລັບມວນຊົນເຊັ່ນ: ການຂົນສົ່ງ, ໂຮງແຮມ,ຮ້ານອາຫານ, ຮ້ານກາເຟ, ເວທີສະແດງ ແລະ ສວນສາທາລະນະ.
ມາດຕາ 6
ລັດພາຄີ ຈະຕ້ອງຝຫ້ການຄຸ້ມຄອງແກ່ທຸກຄົນ ທີ່ອາໃສຢູ່ໃຕສິດອຳນາດຂອງຕົນ ແລະ ຮັບປະກັນການຟ້ອງຮ້ອງ ຕໍ່ໜ້າສານ ແລະ ອົງການຈັດຕັ້ງຂອງລັັດທີ່ກ່ຽວຂ້ອງ ເພື່ອຕ້ານກັບການຈຳແນກເຊື້ອຊາດ ທີ່ລະເມີດສິດທິດມະນຸດ ແລະ ອິດສາລະພາບພື້ນຖານຂອງເຂົາເຈົ້າ ອັນຂັດກັບສົນທິສັນຍາສະບັບນີ້, ພ້ອມທັງມີສິດຂໍຮ້ອງໃຫ້ສານດັ່ງກ່າວ ພິຈາລະານການຊົດເຊີຍຄ່າເສຍຫາຍ ຫຼື ໃຫ້ຄວາມເປັນທຳອັນສົມເຫດສົມຜົນ ແກ່ຕົນເອງ ຕໍ່ຄວາມເສຍຫາຍທີ່ເກີດຂື້ນຈາກການຈຳແນກດັ່ງກ່າວ.
ມາດຕາ 7
ລັດພາຄີຮັບປະກັນວ່າຈະເອົາມາດຕະການອັນຫີບດ່ວນ ແລະ ມີປະສິດທິພາບໂດຍສະເພາະ ໃນດ້ານການສິດສອນ, ການສຶກສາ, ວັດທະນະທຳ ແລະ ຂ່າວສານ ເພື່ອຕໍ່ສູ້ກັບອະຄະຕິທີ່ຈະນຳໄປສູ່ການຈຳແນກເຊື້ອຊາດ ແລະ ເພື່ອສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ການຜ່ອນສັ້ນ ຜ່ອນຍາວ ແລະ ມິດຕະພາບລະຫວ່າງປະຊາຊາດ ແລະ ລະຫວ່າງກຸ່ມຊົນຊາດ, ຊົນເຜົ່າ ພ້ອມດຽວກັນ ກໍ່ເພື່ອເຜີຍແຜ່ຈຸດປະສົງ ແລະ ຫຼັກການຂອງບັນດາສະຫະປະຊາຊາດ, ຖະແຫຼງການສາກົນ ວ່າດ້ວຍສິດທິມະນຸດ, ຖະແຫຼງການຂອງສະຫະປະຊາຊາດ ວ່າດ້ວຍການກຳຈັດການຈຳແນກເຊື້ອຊາດ ໃນທຸກຮູບການ ແລະ ຂຂອງສົນທິສັນຍາສະບັບນີ້.
ສະຫຼຸບພາກທີ 1
ແມ່ນເພື່ອເພີ່ມທະວີໃນການຕ້ານ ແລະ ສະກັດກັ້ນທຸກຮູບການທີ່ເປັນແນວຄິດ ແລະ ພຶດຕິກຳທີ່ມີລັກສະນະ ການຈຳແນກເຊື່ອຊາດ ການກີດກັ້ນການປະຕິບັດທາງສິດທິມະນຸດ ທີ່ມີຄວາມແຕກຕ່າງທາງດ້ານຜິວພັນ, ການເຊື່ອຖືສາສະໜາ ແລະ ອື່ນໆ
ພາກທີ II
ມາດຕາ 8
- ຈະໄດ້ມີການສ້າງຕັ້ງ ຄະນະກຳມະການ ເພື່ອກຳຈັດການຈຳແນກເຊື້ອຊາດ (ຕໍ່ໄປນີ້ເອີ້ນວ່າ: “ຄະນະກຳມະການ”) ທີ່ປະກອບດ້ວຍນັກຊ່ຽວຊານ 18 ຄົນ ທີ່ມີຊື່ສຽງທາງດ້ານສິນລະທຳ ແລະ ຄວາມທ່ຽງທຳ ທີ່ຖຶືກເລືອກຕັ້ງ ໂດຍລັດພາຄີ. ບຸກຕົນເລົ່ານີ້ຈະປະຕິບັດໜ້າທີ່ ໃນຖານະສ່ວນຕົວ.ຄະນະກຳມະການດັ່ງກ່າວຈະຖືກປະກອບສ້າງຂື້ນບົນພື້ນຖານການສະເລ່ຍຢ່າງເໝາະສົມ ຕາມພູມສາດ, ທັງເປັນຕົວແທນຂອງອະລິຍະທຳ ແລະ ຂອງລະບົບກົດໝາຍທີ່ສຳຄັນຕ່າງໆ.
- ສະມາຊິກ ຂອງຄະນະກຳມະການ ຈະຖືກເລືອກຕັ້ງດ້ວຍການລົງຄະແນນສຽງປິດລັບ ເອົາບຸກຄົນຕາມບັນຊີລາຍຊື່ ທີ່ລັດພາຄີສົ່ງເຂົ້າສະໝັກ. ລັດພາຄີສາມາດສົ່ງຜູ້ສະໝັກໄດ້ ລັດລະ 1 ຄົນ ຊຶ່ງແມ່ນພົນລະເມືອງຂອງຕົນ.
- ການເລືອກຕັ້ງຄັ້ງທຳອິດຈະຈັດໃຫ້ມີຂື້ນພາຍໃນ 6 ເດືອນ ຫຼັງຈາກສົນທິສັນຍາສະບັບນີມີຜົນບັງຄັບໃຊ້. ຢ່າງຊ້າທີ່ສຸດ 3 ເດືອນ ກ່ອນການເລືອກຕັ້ງແຕ່ລະຄັ້ງ ເລຂາທິການໃຫຍ່ຂອງສະຫະປະຊາຊາດ ຈະຕ້ອງໄດ້ສົ່ງຈົດໝາຍເຊື່ອເຊີນເຖິງລັດພາຄີ ໃຫ້ສະເໜີຜູ້ເຂົ້າສະໜັກຂອງຕົນພາຍໃນ 2 ເດືອນ. ເລຂາທິການໃຫຍ່ສະຫະປະຊາຊາດ ຈະຈັດລຽງລາຍຊື່ຕາມຕົວອັກສອນ ໂດຍບອກແຈ້ງລັດພາຄີທີ່ສົ່ງ, ແລ້ວຈະສົ່ງບັນຊີດັ່ງກ່າວ ໄປໃຫ້ລັດພາຄີ.
- ສະມາຊິກຄະນຄກຳມະການ ແມ່ນຖືກເລືອກຕັ້ງໂດຍກອງປະຊຸມລັດພາຄີ ທີ່ສຳນັກງານສະຫະປະຊາຊາດ ຊື່ງແມ່ນເລຂາທິການໃຫຍ່ສະຫະປະຊາຊາດ ເປັນຜູຮຽກໂຮມ. ໃນກອງປະຊຸມດັ່ງກ່າວອົງປະຊຸມຈະປະກອບດ້ວຍ 2 ສ່ວນ 3 ຂອງລັດພາຄີ, ບຸກຄົນທີ່ຖືກເລືອກຕັ້ງເຂົ້າໃນກຳມະການ ຈະຕ້ອງເປັນຜູ້ທີ່ໄດ້ຮັບຄະແນນສຽງຫຼາຍກ່າວໝູ່ ແລະ ເປັນສຽງສ່ວນຫຼາຍກາຍເຄິ່ວໜຶ່ງ ຂອງລັດພາຄີທີ່ມີໜ້າ ແລະ ລົງຄະແນນສຽງ.
- (ກ). ອາຍຸປະຈຳການ ຂອງສະມາຊິກຄະນະກຳມະການຊຸດລະ 4 ປີ. ແຕ່ເຖິງຢ່າງໃດກໍ່ຕາມອາຍຸຂອງສະມາຊິກ 9 ຄົນ ທີ່ຖືກເລືອກຕັ້ງໃນຄັ້ງທຳອິດນັ້ນ ຈະສິ້ນສຸດລົງໃນເມື່ອຄົບ 2 ປີ ສະມາຊິກ 9 ຄັນນີ້ຈະຖືກປະທານຄະນະກຳມະການ ເປັນຜູ້ຈັບສະຫຼາກເລືອກເອົາ ພາຍຫຼັງການເລືອກຕັ້ງຄັ້ງທຳອິດ.
- ລັດພາຄີທັງໝົດ ຕ້ອງຮັບຜິດຊອບການໃຊ້ຈ່າຍ ຂອງສະມາສິກຄະນະກຳມະການ ໃນການປະຕິບັດໜ້າທີ່ວຽກງານ ຂອງຄະນະກຳມະການດັ່ງກ່າວ.
(ຂ). ເພື່ອແທນຕຳແນ່ງທີ່ວ່າງ ໂດຍບັງເອີນ, ລັດພາຄີທີ່ສົ່ງຊ່ຽວຊານຄົນໃໝ່ ທີ່ເປັນພົນລະເມືອງຂອງຕົນ ເພື່ອໃຫ້ຄະນະກຳມະການຮັບເອົາເຂົ້າແທນຜູ້ເກົ່າ.
ມາດຕາ 9
- ລັດພາຄີຮັບປະກັນວ່າ ຈະສົ່ງບັດລາຍງານໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດ ເພື່ອໃຫຄະນະກຳມະການພິຈາລະນາ ກ່ຽວກັບມາດຕະການທາງດ້ານນິຕິບັນຍັດ, ຕຸລາການ, ບໍລິຫານ ແລະ ອື່ນໆ ທີ່ຕົນໄດ້ນຳໃຊ້ ເພື່ອເຮັດໃຫ້ບົດບັນຍັດຂອງສົນທິສັນຍາສະບັບນີ້ ໄດ້ຮັບການປະຕິບັດຄື:
- ຄະນະກຳມະການຈະຕ້ອງເຮັດລາຍງານປະຈຳປີ ໂດຍຜ່ານເລຂາທິການໃຫຍ່ ສະຫະປະຊາຊາດ ໄປຍັງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວກັບການເຄື່ອນໄຫວຕ່າງໆຂອງຕົນ ແລະ ຕ້ອງເຮັດຂໍ້ສະເໜີແນະ ແລະ ຄຳແນະນຳທົ່ວໄປໂດຍອີງໃສ່ການວິໄຈເບິ່ງບັດລາຍງານ ແລະ ຂໍ້ມູນທີ່ໄດ້ຮັບຈາກລັດພາຄີ ຂໍ້ສະເໜີແນະ ແລະ ຄຳແນະນຳທົ່ວໄປ ຈະຕ້ອງສົ່ງຂື້ນໄປຍັງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ພ້ອມໆກັບຄຳເຫັນດີຂອງລັດພາຄີ.
(ກ). ພາຍໃນ 1 ປີ ຫຼັງຈາກສົນທິສັນຍາສະບັບນີ້ ມີຜົນບັງຄັບໃຊ້ສຳລັດທີ່ກ່ຽວຂ້ອງ.
(ຂ). ຫຼັງຈາກນັ້ນ ທຸກໆ 2 ປີ ແລະ ໃນເມື່ອຄະນະກຳມະການ ສາມາດທວງຖາມເອົາຂໍ້ມູນເພີ່ມເຕີມນຳລັດພາຄີໄດ້.
ມາດຕາ 10
- ຄະນະກຳມະການ ຈະຮັບຮອງເອົາລະບຽບການຂອງຕົນ.
- ຄະນະກຳມະການ ຈະເລືອກຕັ້ງຄະນະບໍລິຫານ ຂອງຕົນຊຶ່ງມີອາຍຸ 2 ປີ.
- ເລຂາທິການໃຫຍ່ ສະຫະປະຊາຊາດ ຈະເປັນຜູ້ປະກອບກອງເລຂາໃຫ້ຄະນະກຳມະການ.
- ຕາມປົກກະຕິແລ້ວກອງປະຊຸມ ຂອງຄະນະກຳມະການຈະຈັດຂື້ນຢູ່ສຳນັກງານໃຫຍ່ຂອງສະຫະປະຊາຊາດ.
ມາດຕາ 11
- ຖ້າວ່າລັດພາຄີໃດໜຶ່ງ ຫາກເຫັນວ່າລັດພາຄີອື່ນ ບໍ່ປະຕິບັດຕາມຂໍ້ບັນຍັດ ຂອງສົນທິສັນຍາສະບັບນີ້ ລັດພາຄີນັ້ນ ສາມາດນຳບັນຫາດັ່ງກ່າວ ສະເໜີຕໍ່ຄະນະກຳມະການ. ຄະນະກຳມະການຈະແຈ້ງເລື່ອງນັ້ນ ໄປຍັງລັດພາຄີທີ່ກ່ຽວຂ້ອງ ພາຍໃນ 3 ເດືອນລັດພາຄີທີ່ໄດ້ຮັບການແຈ້ງ ຕ້ອງສົ່ງຄຳອະທິບາຍ ແລະ ຄຳຖະແຫຼງຂອງຕົນ ເປັນລາຍລັກອັກສອນ ໃຫ້ຄະນະກຳມະການ ເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາ ທີ່ຍົກຂື້ນມາ ພ້ອມທັງແຈ້ງມາດຕະການທີ່ຕົນໄດ້ປະຕິບັດ ເພພື່ອແກ້ໄຂບັນຫາ.
- ຖ້າວ່າບັນຫາ ຫາກບໍ່ຖືກແກ້ໄຂ ເປັນທີ່ເພິ່ງພໍໃຈລະຫວ່າງສອງຝ່າຍ, ຈະແມ່ນດ້ວຍວິທີການເຈລະຈາ ຫຼື ວິທີການອື່ນກໍ່ຕາມ, ພາຍໃນ 6 ເດືອນ ຫຼັງຈາກລັດພາຄີທີ່ກ່ຽວຂ້ອງນັ້ນ ໄດ້ຮັບການແຈ້ງແລ້ວ, ສອງຝ່າຍມີສິດສົ່ງບັນຫາດັ່ງກ່າວ ໄປຍັງຄະນະກຳມະການອີກເທື່ອໜຶ່ງ ດ້ວຍການແຈ້ງໃຫ້ຄະນະກຳມະການ ແລະ ຄູ່ຂັດແຍ່ງຮັບຊາບ.
- ຄະນະກຳມະການພິຈາລະນາບັນຫາທີ່ສົ່ງມາໃຫ້ຕົນ ຕາມວັກສອງຂອງມາດຕານີ້ ເມື່ອແນ່ໃຈວ່າ ມາດຕະການແກ້ໄຂພາຍໃນ ທີ່ສອດຄ່ອງກັບຫຼັກການທົ່ວ ຂອງກົດໝາຍສາກົນ ໄດ້ຖືກປະຕິບັດໝົດແລ້ວ. ຫຼັກການນີ້ ຈະບໍ່ຖືຕາຍຕົວການພິຈາລະນາຢູ່ພາຍໃນປະເທດ ຫາກແກ່ຍາວໄປຢ່າງບໍ່ມີເຫດຜົນ.
- ທຸກໆບັນຫາ ທີ່ສະເໜີຂື້ນມາ, ຄະນະກຳມະການສວາມາດທວງຖາມເອົາຂໍ້ມູນເພີ່ມເຕີມທີ່ຈຳເປັນ ຈາກລັດພາຄີທີ່ກ່ຽວຂ້ອງໄດ້.
- ໃນເມື່ອຄະນະກຳມະການພິຈາລະນາບັນຫາໃດໜຶ່ງ ຕາມມາຕະການນີ້ ລັດພາຄີທີ່ກ່ຽວຂ້ອງມີສິດສົ່ງຜູ້ຕາງໜ້າຂອງຕົນໄປຮ່ວມ ໃນຂະນະທີ່ພວມພິຈາລະນາບັນຫາ ໂດຍບໍ່ມີສິດລົງຄະແນນສຽງ.
ມາດຕາ 12
- (ກ). ພາຍຫຼັງທີ່ຄະນະກຳມະການໄດ້ສົ່ງຂໍ້ມູນທັງໝົດ ທີ່ເຫັນວ່າມີຄວາມຈຳເປັນ, ປະທານຈະແຕ່ງຕັ້ງ ຄະນະກຳມາທິການໄກ່ເກັ່ຍສະເພາະກິດຂື້ນ (ຊື່ງຕໍ່ໄປນີ້ເອ້ນວ່າ: “ຄະນະກຳມາທິການ”) ຊຶ່ງປະກອບດ້ວຍສະມາຊິກ 5 ຄົນ ຊຶງອາດຈະເປັນສະມາຊິກ ຂອງຄະນະກຳມາທິການ ຫຼື ບໍ່ກໍ່ໄດ້. ສະມາຊິກຂອງຄະນະກຳມາທິການແມ່ນໄດ້ຮັບການແຕ່ງຕັ້ງ ໂດຍການເຫັນດີເຫັນພ້ອມຢ່າງເປັນເອກະສັນກັນ ຂອງຄະນະລັດພາຄີ ທີ່ເປັນຄູ່ຂັດແຍ່ງ ແລະ ກຳມາທິການເຮັດໜ້າທີ່ໄກ່ເກັ່ຍ ໃຫ້ລັດກ່ຽວຂ້ອງໃນການແກ້ໄຂບັນຫາແບບຖານມິດ ໂດຍສອດຄ່ອງກັບສົນທິສັນຍາສະບັບນີ້.
- ສະມາຊິກຂອງຄະນະກຳມາທິການ ຈະປະຕິບັດໜ້າທີ່ຂອງຕົນໃນຖານະສ່ວນຕົວ ແລະ ຕ້ອງບໍ່ແມ່ນຄົນສັນຊາດຂອງລັດພາຄີ ທີ່ເປັນຄູ່ຂັດແຍ່ງ ຫຼື ຕ້ອງບໍ່ແມ່ນຄົນສັນຊາດຂອງລັດໃດໜຶ່ງ ທີ່ບໍ່ເປັນພາຄີຂອງສົນທິສັນຍາສະບັບນີ້.
- ຄະນະກຳມາທິການຈະຕ້ອງເລືອກເອົາປະທານ ແລະ ຮັບຮອງເອົາກົດລະບຽບພາຍໃນຂອງຕົນ.
- ກອງປະຊຸມຂອງຄະນະກຳມາທິການ ປົກກະຕິແລ້ວຈະຈັດຂື້ນຢູ່ສຳນັກງານໃຫຍ່ ຂອງອັງການສະຫະປາຊາຊາດ ຫຼື ສະຖານທີ່ອື່ນທີ່ເໝາະສົມ ໂດຍແມ່ນຄະນະກຳມາທິການເປັນຜູ້ກຳນົດເອົາ.
- ໃນເມື່ອມີຂໍ້ຂັດແຍ່ງ ລະຫວ່າງລັດພາຄີ ທີ່ພາໃຫ້ມີການສ້າງຕັ້ງ ຄະນະກຳມາທິການສະເພາະກິດ, ກອງເລຂາທີ່ໄດ້ບົ່ງໄວ້ ໃນມາດຕາ 10 ວັກທີ 3 ຂອງສົນທິສັນຍາສະບັບນີ້ ກໍຈະເຮັດໜ້າທີ່ຊ່ວຍວຽກ ໃຫ້ຄະນະກຳມາທິການເຊັ່ນດຽວກັນ.
- ລັດພາຄີທີ່ເປັນຄູ່ຂັດແຍ່ງ ຈະຕ້ອງຮ່ວມກັນອອກຄ່າໃຊ້ຈ່າຍທັງໝົດ ຢ່າງເທົ່າທຽມກັນສຳລັບສະມາຊິກຂອງຄະນະກຳມາທິການໂດຍອີງຕາມການປະເມີນຄ່າໃຊ້ຈ່າຍດັ່ງກ່າວ ຂອງເລຂາທິການໃຫຍ່ຂອງສະຫະປະຊາຊາດ.
- ຫາກມີຄວາມຈຳເປັນ ເລຂາທິການໃຫຍ່ສະຫະປະຊາຊາດ ຈະອອກຄ່າໃຊ້ຈ່າຍລ່ວງໜ້າໃຫ້ສະມາຊິກ ຂອງຄະນະກຳມາທິການກ່ອນ ໂດຍສອດຄ່ອງກັບວັກທີ 6 ຂອງມາດຕານີ້.
- ຂໍ້ມູນທີ່ຄະນະກຳມາທິການໄດ້ຮັບ ແລະ ຄົ້ນຄ້ວາແລ້ວນັ້ນ ຕ້ອງສົ່ງໃຫ້ຄະນະກຳມາທິການ ແລະຄະນະກຳມາທິການ ສາມາດທວງຖາມເອົາຂໍ້ມູນເພີ່ມເຕີມ ຈາກລັດພາຄີທີ່ກ່ຽວຂ້ອງ.
(ຂ). ຖ້າວ່າລັດພາຄີທີ່ເປັນທີ່ເປັນຄູ່ຂັດແຍ່ງ ບໍ່ສາມາດຕົກລົງ ກ່ຽວກັບໂຄງປະກອບຂອງຄະນະກຳມາທິການທັງໝົດ ຫຼື ສ່ວນໃດ ສ່ວນໜຶ່ງ ພາຍໃນ 3 ເດືອນ, ສະມາຊິກຂອງຄະນະກຳມາທິການ ຊຶ່ງບໍ່ໄດ້ຮັບຄວາມເຫັນດີຈາກລັດພາຄີ ທີ່ເປັນຄູ່ຂັດແຍ່ງ ຈະຖຶກຄະນະກກຳມາທິການເປັນຜູ້ເລືອກຕັ້ງເອົາ ໂດຍລົງຄະແນນສຽງແບບປິດລັບ ຜູ້ໄດ້ຮັບຄະແນນສຽງ 2 ສ່ວນ 3 ຈະໄດ້ເປັນສະມາຊິກຂອງຄະນະກຳມາທິການ.
ມາດຕາ 13
- ເມື່ອຄະນະກຳມາທິການໄດ້ພິຈາລະນາບັນຫາຢ່າງຄົບຖ້ວນແລ້ວ, ຄະນະກຳມາທິການຈະກະກຽມບົດລາຍງານ ແລະ ສົ່ງໄປຍັງປະທານກຳມະການ. ຊຶ່ງໃນນັ້ນມີຂໍ້ສະຫຼຸບ ກ່ຽວກັບບັນຫາທີ່ຂັດແຍ່ງລະຫວ່າງລັດພາຄີ, ພ້ອມດຽວກັນນັ້ນກໍ່ມີຂໍ້ສະເໜີແນະທີ່ເຫັນວ່າເໝາະສົມ ເພື່ອແກ້ໄຂບັນຫາແບບຖານມິດ.
- ປະທານຄະນະກຳມະການ ຈະສົ່ງບົດລາຍງານຂອງຄະນະກຳມາທິການ ໃຫ້ແຕ່ລະລັດທີ່ເປັນຄູ່ຂັດແຍ່ງ. ພາຍໃນ 3 ເດືອນ ລັດເລົ່ານີ້ຈະຕ້ອງແຈ້ງໃຫ້ຄະນະກຳມະການຊາບ ກ່ຽວກັບການຮັບ ຫຼື ບໍ່ຮັບຂໍ້ສະເໜີແນະ ທີ່ໄດ້ນຳສະເໜີຢູ່ບົດລາຍງານຂອງຄະນະກຳມາທິການດັ່ງກ່າວນັ້ນ.
- ຫຼັງຈາກໄລຍະເວລາທີ່ໄດ້ກຳນົດໄວ້ ໃນວັກ 2 ຂອງມາດຕານີ້, ແະທານຄະນະກຳມະການຈະສົ່ງບັດລາຍງານ ຂອງຄະນະກຳມາທິການ ແລະ ຄຳຖະແຫຼງຕ່າງໆ ຂອງລັດພາຄີທີ່ກ່ຽວຂ້ອງ ໃຫ້ແກ່ລັດພາຄີອື່ນໆ ຂອງສົນທິສັນຍາສະບັບນີ້.
ມາດຕາ 14
- ໃນເວລາໃດກໍ່ໄດ້ ລັດພາຄີສາມາດອອກຂໍ້ຖະແຫຼງ ກ່ຽວກັບການຍອມຮັບ ສິດອຳນາດຂອງຄະນະກຳມະການໃນການຮັບ ແລະ ພິຈາລະນາ ການຮ້ອງຮຽນ ຂອງບຸກຄົນ ຫຼື ກຸ່ມຄົນ ທີ່ຂຶ້ນກັບຂອບເຂດອຳນາດ ຂອງລັດພາຄີດັ່ງກ່າວ ໂດຍອ້າງວ່າ ຕົນເປັນຜູ້ຖຶກເຄາະຮ້າຍ ຈາກການລະເມີດສິດທິໃດໜຶ່ງ ທີລະບຸໄວ້ໃນສົນທິສັນຍາສະບັບນີ້ ໂດຍລັດພາຄີດັ່ງກ່າວ. ຄະນະກຳມະການ ຈະບໍ່ຮັບເອົາການຮ້ອງຮຽນໃດໆ ທີ່ກ່ຽວຂ້ອງກັບລັດພາຄີ ຊຶ່ງບໍ່ໄດ້ຖະແຫຼງຮັບຮູ້ສິດດັ່ງກ່າວ.
- ລັດພາຄີ ທີ່ໄດ້ຖະແຫຼງຕາມວັກທີ່ 1 ຂອງມາດຕານີ້ ອາດຈະແຕ່ງຕັ້ງ ຫຼື ມອບໝາຍ ໜ້າທີ່ໃຫ້ອົງການໃດໜຶ່ງທີ່ຢູ່ພາຍໃຕ້ອຳນາດສານແຫ່ງຊາດຂອງຕົນ ທີຈະມີສິດຮັບ ແລະ ພິຈາລະນາຄຳຮ້ອງທຸກຈາກບຸກຄົນ ຫຼື ບຸກຄົນ ຢູ່ພາຍໃນຂອບເຂດສິດອຳນາດສານຂອງລັດດັ່ງບກ່າວ ຊຶ່ງຖືວ່າຕົນເປັນຜູ້ຖືກເຄາະຮ້າຍຈາກການລະເມີດສິດໃດໜຶ່ງ ທີ່ໄດ້ບົ່ງໄວ້ໃນສົນທິສັນຍາສະບັບນີ້, ຊຶ່ງມີວິທີການແກ້ໄຊຢ່າງອື່ນ ຢູ່ໃນປະເທດບໍ່ໄດ້ຮັບຜົົນ.
- ຄຳຖະແຫຼງທີ່ເປັນໄປຕາມວັກ 1 ຂອງມາດຕານີ້ ແລະ ຊື່ຂອງອົງການ ທີ່ຖືກສ້າງຕັ້ງຂຶື້ນ ຫຼື ຊື່ຂອງອົງການທີ່ຖືກມອບໝາຍ ຕາມວັກ 2 ຂອງມາດຕານີ້ ຈະຕ້ອງສົ່ງເຖິງເລຂາທິການໃຫຍ່ ສະຫະປະຊາຊາດ, ຊຶ່ງສົ່ງສຳເນົາໃຫ້ລັດພາຄີອື່ນໆ. ຄຳຖະແຫຼງສາມາດຖອນຄືນໄດ້ທຸກໆເວລາ ດ່້ວຍການແຈ້ງໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດ ຊາບ, ເຖິງຢ່່າງໃດກໍ່ຕາມ ການຮ່ວມຄຳຖະແຫຼງຄືນ ຈະບໍ່ກະທົບກະເທືອນຕໍ່ຄຳຮ້ອງຮຽນ ທີ່ໄດ້ສົ່ງໃຫ້ຄະນະກຳມະການກ່ອນການຖອນຄຳຖະແຫຼງດັ່ງກ່າວ.
- ອົງການທີ່ຖຶກສ້າງຕັ້ງຂຶ້ນ ຫຼື ມອບໝາຍຕາມວັກ 2 ຂອງມາດຕານີ້ ຈະຕ້ອງມີບົດບັນທຶກ ແລະ ສຳເນົາຢັັ້ງຢຶນຖຶກຕ້ອງ ຂອງບົດບັນທຶກດັ່ງກ່າວ ຈະຖຶກສົ່ງໄປໃນແຕ່ລະປີ ໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດ ຕາມຄວາມເໝາະສົມ. ເນື້ອໃນສຳເນົາເອກະສານເຫຼົ່ານັ້ນ ຈະບໍ່ຖຶກເຜີຍແພ່ຕໍ່ສາທາລະນະຊົນ.
- ໃນກໍລະນີທີ່ຜູ້ຮ້ອງທຸກບໍ່ເພິ່ງພໍໃຈ ຕໍ່ອົງການທີ່ສ້າງຕັ້ງຂຶ້ນ ຫຼື ຖຶກມອບໝາຍ ຕາມວັກ 2 ຂອງມາດຕານີ້, ຜູ້ຮ້ອງທຸກມີສິດສົ່ງບັນຫາໄປຍັງຄະນະກຳມະການພາຍໃນ 6 ເດືອນ.
- (ກ). ຄະນະກຳມະການຈະສົ່ງຄຳຮ້ອງຮຽນໃດໜຶ່ງທີ່ປິດລັບ ໃຫ້ລັດພາຄີ ທີ່ຖຶກກ່າວຫາວ່າໄດ້ລະເມີດຂໍ້ບັນຍັດໃດໜຶ່ງ ຂອງສົນທິສັນຍາສະບັບນີ້, ແຕ່ວ່າ ບໍ່ໃຫ້ມີການເປີດເຜີຍ ກ່ຽວກັບ ຊື່ຂອງບຸກຄົນ ຫຼື ກຸ່ມຄົນທີ່ກ່ຽວຂ້ອງ ຖ້າວ່າບໍ່ໄດ້ຮັບຄວາມເຫັນດີພ້ອມຈາກພວກຜູ້ກ່ຽວ. ຄະນະກຳມະການ ຈະບໍ່ຮັບເອົາຂໍ້ຮ້ອງຮຽນ ທີ່ບໍ່ລະບຸຊື່ຂອງຜູ້ສົ່ງ.
- (ກ). ຄະນະກຳມະການ ຈະພິຈາລະນາຮ້ອງຮຽນ ໂດຍອີງໃສ່ຂໍ້ມູນ ທີ່ລັດພາຄີກ່ຽວຂ້ອງ ແລະ ຜູ້ຮ້ອງທຸກສົ່ງມາໃຫ້ ຄະນະກຳມະການ ຈະບໍ່ພິຈາລະນາຄຳຮ້ອງຮຽນ ຈາກຜູ້ຮ້ອງທຸກ ຖ້າວ່າຄະນະກຳມະການບໍ່ທັນແນ່ໃຈວ່າ ຜູ້ຮ້ອງທຸກໄດ້ໃຊ້ວິທີທາງການທີ່ຢູ່ພາຍໃນປະເທດນັ້ນແລ້ວ. ເຖິງຢ່າງໃດກໍ່ຕາມ, ຂໍ້ບັນຍັດນີ້ ຈະບໍ່ຖືເປັນຫຼັກການຕາຍຕົວຖ້າວ່າ ການພິຈາລະນາ ຢູ່ພາຍໃນ ຫາກແກ່ຍາວຢ່າງບໍ່ມີເຫດຜົນ.
- ໃນບົດລາຍງານປະຈຳປີ, ຄະນະກຳມະການຈະສັງລວມ ເອົາທັງຄຳຮ້ອງຮຽນ ເຂົ້ານຳພ້ອມດຽວກັນນັ້ນ ກໍຈະສັງລວມຄຳອະທິບາຍ ແລະ ຄຳຖະແຫຼງ ຂອງລັດພາຄີທີ່ກ່ຽວຂ້ອງ ທັງຄຳສະເໜີ ແລະ ຂໍ້ສະເໜີແນະຕ່າງໆ ຂອງຄະນະກຳມະການດັ່ງກ່າວ ເຂົ້ານຳດ້ວຍ.
- ຄະນະກຳມະການ ຈະມີສິດອຳນາດໃນການປະຕິບັດໜ້າທີ່ ຊຶ່ງໄດ້ກ່າວໄວ້ໃນມາດຕານີ້ ກໍ່ຕໍ່ເມື່ອຢ່າງໜ້ອຍ ສິບ ລັດພາຄີ ຂອງສົນທິສັນຍາສະບັບນີ້ ໄດ້ຖະແຫຼງຕາມວັກທີ 1 ຂອງມາດນີ້.
(ຂ). ພາຍໃນສາມເດືອນ, ລັດທີ່ໄດ້ຮັບຄຳຮ້ອງຮຽນ ຈະຕ້ອງສົ່ງຄຳອະທິບາຍ ແລະ ຄຳຖະແຫຼງຂອງຕົນ ໄປຍັງຄະນະກຳມະການ ໂດຍໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບບັນຫາ ແລະ ວິທີການແກ້້ໄຂ ທີ່ຕົນໄປປະຕິບັດ ເພື່ອແກ້ໄຂບັນຫາດັ່ງກ່າວ.
(ຂ). ຄະນະກຳມະການ ຈະສົ່ງຄຳສະເໜີ ແລະ ຂໍ້ສະເໜີແນະຂອງຕົນ ໄປຍັງລັດພາຄີ ທີ່ກ່ຽວຂ້ອງ ແລະ ຜູ້ຮ້ອງທຸກ.
ມາດຕາ 15
- ຂໍ້ບັນຍັດ ຂອງສົນທິສັນຍາສະບັບນີ້ ຈະບໍ່ຈຳກັດສິດການຮ້ອງທຸກ ຂອງປະຊາຊົົນຕາມສົນທິສັນຍາຕ່າງໆ ຫຼື ໄດ້ຮັບຈາກອົງການສະຫະປະຊາຊາດ ຫຼື ອົງການວິຊາສະເພາະ ຂອງສະຫະປະຊາຊາດ ຈົນກວ່າ ຈະບັນລຸເປົ້າໝາຍຂອງຖະແຫຼງການ ວ່າດ້ວຍການມອບເອກະລາດ ໃຫ້ແກ່ປະເທດ ແລະ ປະຊາຊົນທີ່ຕົກເປັນຫົວເມືອງຂຶ້ນ ຊຶ່ງລະບຸໄວ້ຢູ່ໃນມັດຕິຂອງສະຍັດຊາໃຫຍ່ຂອງສະຫະປະຊາຊາດ ເລກທີ 1514 (XV), ສະບັບ ລົງວັນທີ່ 14 ທັນວາ 1960.
- (ກ). ຄະນະກຳມະການທີ່ຖຶກສ້າງຕັ້ງຂຶ້ນຕາມມາດຕາ 8 ວັກ 1 ຂອງສົນທິສັນຍາສະບັບນີ້ ຮັບສຳເນົາຄຳຮ້ອງທຸກ ມາຈາກອົງກອນ ໃນໂຄງປະກອບ ຂອງສະຫະປະຊາຊາດ ທີ່ຮັບຜິດຊອບໂດຍກົງ ບັນຫາກ່ຽວກັບຫຼັກການ ແລະ ເປົ້າໝາຍ ຂອງສົນທິສັນຍາສະບັບນີ້. ຄະນະກຳມະການດັ່ງກ່າວ ຈະສະເໜີຄວາມຄິດເຫັນ ແລະ ຂໍ້ສະເໜີແນະ ກ່ຽວກັບຄຳຮ້ອງທຸກທີ່ມາຈາກປະຊາຊົນ ທີ່ອາໄສຢູ່ໃນດິນແດນທີ່ເປັນໄປຕາມຍັດຕິ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ເລກທີ່ 1514 (XV), ພ້ອມທັງບັນຫາທີ່ກ່ຽວຂ້ອງກັບສົນທິດສັນຍາສະບັບນີ້.
- ບົດລາຍງານຂອງຕົນ ທີ່ສະເໜີຕໍ່ມັດຊາໃຫຍ່ ສະຫະປະຊາຊາດ ນັ້ນ, ຄະນະກຳມະການ ຈະສັງລວມເອົາທັງຄຳຮ້ອງທຸກ ແລະ ບົດລາຍງານ ທີ່ຄະນະກຳມະການໄດ້ຈາກອົງກອນ ຂອງສະຫະປະຊາຊາດ ພ້ອມດ້ວຍຄວາມຄິດເຫັນ ແລະ ຂໍ້ສະເໜີແນະຂອງຕົນ ທີ່ພົວພັນເຖິງຄຳຮ້ອງທຸກ ແລະ ບົດລາຍງານເຫຼົ່ານັ້ນ.
- ຄະນະກຳມະການຈະຮ້ອງໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດ ສະໜອງຂໍ້ມູນທຸກຢ່າງທີ່ກ່ຽວຂ້ອງກັບເປົ້າໝາຍຂອງສົນທິສັນຍາສະບັບນີ້ ແລະ ພົວພັນເຖິງດິນແດນ ທີ່ກ່າວໄວ້ໃນວັກ 2 (ກ) ຂອງມາດຕານີ້.
(ຂ). ຄະນະກຳມະການຈະຕ້ອງໄດ້ຮັບສຳເນົາບົດລາຍງານ ຈາກອົງກອນ ທີ່ມີສິດອຳນາດກ່ຽວຂ້ອງ ຂອງສະຫະປະຊາຊາດ ທີ່ກ່າວເຖິງມາດຕະການນິຕິບັນຍັດ, ຕຸລາການ, ບໍລິຫານ ແລະ ມາດຕະການອື່ນໆ ທີ່ພົວພັນໂດຍກົງ ເຖິງຫຼັກການ ແລະ ເປົ້າໝາຍຂອງສົນທິສັນຍາສະບັບນີ້ ເຊິ່ງນຳໃຊ້ໂດຍອຳນາດບໍລິຫານ ຢູ່ພາຍໃນດິນແດນດັ່ງກ່າວ ຕາມຂໍ້ (ກ) ຂອງວັກນີ້, ແລະ ຈະສະແດງຄວາມຄິດເຫັນ ແລະ ເຮັດຂໍ້ສະເໜີແນະຕ່າງໆໄປຍັງອົງກອນເຫຼົ່ານີ້.
ມາດຕາ 16
ຂໍ້ບັນຍັດຂອງສົນທິສັນຍາສະບັບນີ້ ທີ່ພົວພັນເຖິງການແກ້ໄຂຂໍ້ຂັດແຍ່ງ ຫຼື ຄໍາຮ້ອງທຸກຕ່າງໆນັ້ນ ຈະຖຶກນຳໃຊ້ ໂດຍບໍ່ໃຫ້ກະທົບກະເທືອນຈາກລະບອບການອື່ນໆ ສຳລັບແກ້ໄຂຂໍ້ຂັດແຍ່ງ ຫຼື ຄຳຮ້ອງທຸກ ກ່ຽວກັບກໍລະນີມີການຈຳແນກ ທີ່ໄດ້ບົ່ງໄວ້ໃນສົນທິສັນຍາ ສະຫະປະຊາຊາດ ແລະ ອົງການຈັດຕັ້ງວິຊາສະເພາະ ຂອງສະຫະປະຊາຊາດ, ພ້ອມກັນນັ້ນ ກໍ່ຈະບໍ່ຂັດຂວາງລັດພາຄີ ໃນການແກ້ໄຂຂໍ້ຂັດແຍ່ງດ້ວຍວິທີອື່ນ ທີ່ສອດຄ່ອງກັບສົນທິສັນຍາທົ່ວໄປ ຫຼື ສະເພາະ ມີຜົນບັງຄັບໃຊ້ສຳລັບລັດພາຄີເຫຼົ່ານັ້ນ.
ສະຫຼຸບພາກທີ 2
ແມ່ນຈະໄດ້ມີການສ້າງຕັ້ງອົງການສິດທິມະນຸດ ຮ່ວມມືກັບສະຫະປະຊາຊາດ ມີການວາງແນວທາງໃນການແກ້ໄຂມາດຕະການ ຂອງການຈຳແນກເຊື້ອຊາດ ແລະ ວາງມາດຕະການ, ລະບຽບການ ທີ່ມີການລະບຸໄວ້ເປັນລາຍລັກອັກສອນ ເພື່ອປົກປ້ອງຄົນໃນສັງຄົມທີ່ມີການຈແນກເຊື້ອຊາດ.
ພາກທີ III
ມາດຕາ 17
- ສົນທິສັນຍາສະບັບນີ້ ເປີດຮັບການລົງນາມຂອງທຸກລັດສະມາຊິກ ອົງການສະຫະປະຊາຊາດ ຫຼື ສະມາຊິກ ອົງການວິຊາສະເພາະ ຫຼື ລັດພາຄີ ສານຍຸດຕິທຳສາກົນ ແລະ ລັດອື່ນໆ ທີ່ໄດ້ຮັບການເຊື້ອເຊີນ ຈາກສະມັດຊາໃຫຍ່ ສະຫະປະຊາຊາດ ໃຫ້ເຂົ້າເປັນພາຄີຂອງສົນທິສັນຍາສະບັບນີ້.
- ສົນທິສັນຍາສະບັບນີ້ ຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນ. ສານສັດຕະຍາບັນ ຈະຖຶກເກັບຮັກສາໄວ້ນຳເລຂາທິການໃຫຍ່ ສະຫະປະຊາຊາດ.
ມາດຕາ 18
- ສົນທິສັນຍາສະບັບນີ້ ເປີດຮັບເອົາການເຂົ້າຮ່ວມຂອງທຸກໆລັດ ທີ່ໄດ້ລະບຸໄວ້ໃນມາດຕາ 17 ວັກ 1 ຂອງສົນທິສັນຍາສະບັບນີ້.
- ການເຂົ້າຮ່ວມເປັນພາຄີຈະມີຜົນສັກສິດ ດ້ວຍການຍື່ນສານເຂົ້າຮ່ວມ ຕໍ່ເລຂາທິການໃຫຍ່ ສະຫະປະຊາຊາດ.
ມາດຕາ 19
- ສົນທິສັນຍາສະບັບນີ້ ຈະມີຜົນບັງຄັບໃຊ້ ໃນມື້ທີ່ ສາມສິບ ນັບແຕ່ມື້ໄດ້ມີການຍື່ນສານສັດຕະຍາບັນ ຫຼືສານເຂົ້າຮ່ວມເປັນລັດພາຄີ ສະບັບທີ່ ຊາວເຈັດ ຕໍ່ເລຂາທິການໃຫຍ່ ສະຫະປະຊາຊາດ.
- ສຳລັບທີ່ໃຫ້ຍື່ນສັດຕະຍາບັນ ຫຼື ເຂົ້າຮ່ວມເປັນພາຄີ ພາຍຫຼັງການຍື່ນສານສັດຕະຍາບັນ ຫຼື ສານເຂົ້າຮ່ວມເປັນພາຄີ ສະບັບທີ່ ຊາວເຈັດ ນັ້ນ, ສົນທິສັນຍາ ຈະເລີ່ມມີຜົນບັງຄັບໃຊ້ມື້ທີ່ ສາມສິບ ນັບແຕ່ມື້ທີ່ລັດດັ່ງກ່າວ ໄດ້ຍື່ນສານສັດຕະຍາບັນ ຫຼື ສານເຂົ້າຮ່ວມ.
ມາດຕາ 20
- ເລຂາທິການໃຫຍ່ ສະຫະປະຊາຊາດຈະໄດ້້ຮັບ ແລະ ແຈ້ງຂໍ້ສະຫງວນ ຂອງລັດຕ່າງໆ ທີ່ໄດ້ເຮັດຂຶ້ນໃນເວລາໃຫ້ສັດຕະຍາບັນ ຫຼື ເຂົ້າຮ່ວມເປັນພາຄີ ໄປຍັງທຸກໆລັດພາຄີ. ລັດໃດຫາກຄັດຄ້ານ ຕໍ່ຂໍ້ສະຫງວນດັ່ງກ່າວ ຕ້ອງແຈ້ງໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດຊາບ ພາຍໃນກຳນົດເວລາ 90 ວັນ ນັບແຕ່ມື້ໄດ້ຮັບແຈ້ງ.
- ຂໍ້ສະຫງວນທີ່ຂັດກັບຈຸດປະສົງ ແລະ ເປົ້າໝາຍ ຂອງສົນທິສັນຍາສະບັບນີ້ ຈະບໍ່ຖືກອະນຸຍາດ, ແລະ ຂໍ້ສະຫງວນທີ່ອາດຈະສົ່ງຜົນສະທ້ອນຕໍ່ການດຳເນີນວຽກງານ ຂອງອົງການທີ່ຖືກສ້າງຕັ້ງຂຶ້ນ ໂດຍສົນທິສັນຍາສະບັບນີ້ ກໍ່ບໍ່ຖຶກອະນຸຍາດເຊັ່ນດຽວກັນ. ຂໍ້ສະຫງວນຈະຖືກ ເປັນໂມຄະຖ້າວ່າຢ່າງໜ້ອຍ ສອງສ່ວນສາມ ຂອງລັດພາຄີ ຂອງສົນທິສັນຍາສະບັບນີ້ຄັດຄ້ານ.
- ຂໍ້ສະຫງວນ ສາມາດຖອນຄືນເວລາໃດກໍ່ໄດ້ ໂດຍແຈ້ງໃຫ້ເລຂາທິການໃຫຍ່ ສະຫະປະຊາຊາດຊາບ. ການແຈ້ງດັ່ງກ່າວຈະມີຜົນສັກສິດໃນມື້ທີ່ໄດ້ຮັບຮອງນັ້ນເອງ.
ມາດຕາ 21
ລັດພາຄີໃດໜຶ່ງສາມາດຖອນຕົວອອກຈາກສົນທິສັນຍາສະບັບນີ້ ດ້ວຍການແຈ້ງເປັນລາຍລັກອັກສອນ ໄປຍັງເລຂາທິການໃຫຍ່ ສະຫະປະຊາຊາດ, ການຖອນຕົວຈະມີຜົນສັກສິດ ຫຼັງຈາກ 1 ປີ ນັບແຕ່ມື້ທີ່ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮັບການແຈ້ງດັ່ງກ່າວ.
ມາດຕາ 22
ຂໍ້ຂັດແຍ່ງໃດໆ ລະຫວ່າງລັດພາຄີ ທີ່ກ່ຽວຂ້ອງກັບການຕີຄວາມໝາຍ ຫຼື ການປະຕິບັດສົນທິສັນຍາສະບັບນີ້ ຊຶ່ງບໍ່ສາມາດແກ້ໄຂໄດ້ດ້ວຍການເຈລະຈາ ຫຼື ວິທີການຕ່າງໆ ທີ່ໄດ້ບົ່ງໄວ້ໃນສົນທິສັນຍາສະບັບນີ້, ຈະຖືກສະເໜີໄປຍັງສານຍຸດຕິທຳສາກົນ ເພື່ອພິຈາລະນາ ຕາມຄຳສະເໜີຂອງສານຝ່າຍໃດຝ່າຍໜຶ່ງຂອງຄູ່ຂັດແຍ່ງດັ່ງກ່າວນັ້ນ, ເວັ້ນເສຍແຕ່ຄູ່ຂັດແຍ່ງ ຫາກຕົກລົງກັນດ້ວຍວິທີອື່ນ.
ມາດຕາ 23
- ລັດພາຄີສາມາດສະເໜີ ໃຫ້ມີການທົບທວນ ເພື່ອດັດແປງສົນທິສັນຍາສະບັບນີ້ໂດຍວິທີການແຈ້ງຢ່າງເປັນວລາຍລັກອັກສອນ ໄປຍັງເລຂາທິການໃຫຍ່ ສະຫະປະຊາຊາດ.
- ສະມັດຊາໃຫຍ່ ສະຫະປະຊາຊາດຈະຕົກລົງກ່ຽວກັບບາດກ້າວຕ່າງໆ ຖ້າຈຳເປັນເພື່ອດຳເນີນການ ຕໍ່ຄຳສະເໜີດັ່ງກ່າວນັ້ນ.
ມາດຕາ 24
ເລຂາທິການໃຫຍ່ ສະຫະປະຊາຊາດຈະຕ້ອງແຈ້ງໃຫ້ທຸກໆລັດ ທີ່ໄດ້ລະບຸໄວ້ໃນມາດຕາ 17 ວັກ 1 ຂອງສົນທິສັນຍາສະບັບນີ້ຊາບ ກ່ຽວກັບບັນຫາສະເພາະດັ່ງຕໍ່ໄປນີ້:
(ກ). ການເຊັນ, ການໃຫ້ສັດຕະຍາບັນ, ການເຂົ້າຮ່ວມຕາມມາດຕາ 17 ແລະ 18.
(ຂ). ເວລາທີ່ສົນທິສັນຍານີ້ ມີຜົນບັງຄັບໃຊ້ຕາມ ມາດຕາ 19
(ຄ). ຄຳຮ້ອງ ແລະ ຂໍ້ຖະແຫຼງຕ່າງໆ ທີ່ໄດ້ຮັບຕາມມາດຕາ 14, 20 ແລະ 23.
(ງ). ການຖອນຕົວອອກຈາກສົນທິສັນຍາ ຕາມມາດຕາ 21.
ມາຕາ 25
- ສົນທິສັນຍາສະບັບນີ້ ເຮັດເປັນພາສາຈີນ, ອັງກິດ. ຝຣັ່ງ, ຣັດເຊຍ ແລະ ແອັດສະປາຍ, ທຸກສະບັບມີຄຸນຄ່າເທົ່າທຽມກັນ ແລະ ເກັບຮັກສາໄວ້ຢູ່ສາລະບັນ ຂອງອົງການສະຫະປະຊາຊາດ.
- ເລຂາທິການໃຫຍ່ ສະຫະປະຊາຊາດ ຈະສົ່ງສຳເນົາທີ່ຢັ້ງຢືນ ຢ່າງຖືກຕ້ອງກັບສົນທິສັນຍາສະບັບນີ້ ໃຫ້ທຸກໆລັດທີ່ໄດ້ບົ່ງໄວ້ ຢູ່ໃນມາດຕາ 17 ວັກ 1 ຂອງສົນທິສັນຍາສະບັບນີ້.
ສະຫຼຸບພາກທີ 3
ແມ່ນມີຮ່ວມມືສົມທົບກັບສະມັດຊາໃຫຍ່ ແລະ ມີການຮ່ວມມືຈາກຫຼາຍໆປະເທດ ທີ່ມອງເຫັນເຖິງຄວາມໂຫດຮ້າຍປ່າເຖື່ອນຂອງກັ້ນຈຳແນກເຊື່ອຊາດ ດັ່ງນັ້ນ, ເພື່ອເຮັດໃຫ້ສັງຄົມມີຄວາມສະເໝີພາບເທົ່າທຽມກັນ ເຮັດໃຫ້ສັງຄົມມີຄວາມສະຫງົບສຸກໃນທົ່ວໂລກ ດັ່ງນັ້ນ, ທຸກໆລັດພາຄີ ຫຼື ຫຼາຍໆປະເທດຈຶ່ງໃຫ້ຄວາມຮ່ວມມືເປັນຢ່າງດີ.
II ຄວາມໝາຍ ແລະ ຈຸດປະສົງຂອງສົນທິສັນຍາວ່າດ້ວຍການກຳຈັດທຸກຮູບການຈຳແນກເຊືຶ້ອຊາດ.
- ຄວາມໝາຍ.
ໝາຍເຖິງການຕ້ານ ແລະ ສະກັດກັ້ນທຸກຮູບການຂອງການຈຳແນກເຊື້ອຊາດ ແລະ ມັນເປັນບັນຫາພືື້ນຖານຂອງສັງຄົມເຮົາໃນປັດຈຸບັນນັ້ນກໍ່ຄືແນວຄິດຂອງສັງຄົນເຮົາໃນສັງຄົມທີ່ມີການຈຳແນກ ແບ່ງປັນທາງດ້ານຖານະບົດບາດ, ທາງດ້ານເຊື້ອຊາດ, ສາສະໜາ, ທາງດ້ານພາສາ ແລະ ຊົນເຜົ່າຂອງຄົນເຮົາໃນແຕ່ລະປະເທດ.
2. ຈຸດປະສົງ.
ໃນເມື່ອກ່ອນ ສາເຫດທີ່ເປັນ ຂໍ້ຂັດແຍ່ງທາງດ້ານການເມືອງ ກໍ່ແມ່ນການຕໍ່ສູ້ກັນທາງດ້ານເຊື້ອຊາດ ທີ່ມີຄວາມຮຸນແຮງໃນບາງປະເທດໃນເມື່ອກ່ອນ. ເປັນຕົ້ນແມ່ນການຈຳແນກເຊື້ອຊາດ, ຜິວພັນ, ຊົນເຜົ່າ... ໃນສັງຄົມ ເຊັ່ນ: ຄົນຜິວຂາວມີສິດທາງດ້ານການເມືອງຫຼາຍກວ່າຄົນຜິວດຳ ເພາະພວກເຂົາຄິດວ່າຄົນຜິວດຳແມ່ນ ພວກທີ່ຕ້ອຍຕ່ຳ ແລະ ໄຮ້ຄ່າໃນສັງຄົມ.
ເພື່ອເຮັດໃຫ້ສັງຄົມມີຄວາມສະເໝີພາບ ຄວາມເທົ່າທຽມລະຫວ່າງຍິງຊາຍທາງດ້ານ ເຊື້ອຊາດ, ຊົນເຜົ່າ,ສາສະໜາ ພາສາປາກເວົ້າ ແລະ ຜິວພັນ. ທີ່ເຄີຍປະຕິບັດກັນມາ ເພື່ອຕໍ່ຕ້ານ ແລະ ສະກັດກັ້ນທຸກຮູບການທີ່ມີການຈຳແນກເຊື້ອຊາດ ສະເພາະຄົນແຕ່ລະຄົນ ທີ່ເກີດມາແມ່ນມີຄວາມເສລີພາບ, ມີກຽດສັກສີເທົ່າທຽມ ແລະ ສະເໝີພາບກັນ.
ປຽບທຽບກັບກົດໝາຍ ສ ປ ປ ລາວ
ສປປ ລາວເຂົ້າຮ່ວມສົນທິສັນຍາສະບັບນີ້ ໃນວັນທີ 22 ກຸມພາ 1974 ເພາະລັດຖະບານ ສປປ ລາວ ມອງເຫັນສົນທິສັນຍາວ່າດ້ວຍ ການກຳຈັດທຸກຮູບການຂຳແນກເຊື່ອຊາດ ແລະ ເຫັນວ່າມີຄວາມສອດຄ່ອງກັບນະໂຍບາຍຂອງພັກ - ລັດ ເພາະພັກ-ລັດໄດ້ເອົາໃຈໃສ່ ການພັດ ທະນາສິດທິມະນຸດ ສົ່ງເສີມ, ເສີມຂະຫຍາຍ ວາງມາດຕະການ, ລະບຽບການ ຂື້ນມາເພື່ອເຮັດໃຫ້ສັງຄົມມີຄວາມເປັນສະຖຽນລະພາບ ມີສິດເທົ່າທຽມກັນຂອງຄົນໃນຊາດ.
ດັງນັ້ນ, ກົດໝາຍ ສປປ ລາວຈຶ່ງມີລັກສະນະໃນການປປົກປັກຮັກສາສິດຕ່າງໆຂອງພົນລະເມືືອງ ເຮັດໃຫ້ທຸກຄົນເຄົາລົບໃນສິດຂອງຜູ້ອື່ນ ເພື່ອເຮັດໃຫ້ປະຊາຊົນມີຄວາມສາມັກຄີປອງດອງທົ່ວປວງຊົນ ດັ່ງງນັ້ນ, ກົດໝາຍຈຶ່ງເປັນຊື່ງກາງໃນການຮັບໃຊ້ປະຊາຊົນ , ເພື່ອປະຊາຊົນ ແລະ ເພື່ອປົກປ້ອງສິດຜົນປະໂຫຍດຂອງປະຊາຊົນບັນດາເປເຜົ່າ. ສະຫຼຸບແລ້ວ ເຫັນວ່າສົນທິສັນຍາສະບັບນີ້ ແມ່ນສອດກັບກົດໝາຍຂອງ ສປປ ລາວເຮົາ.
ສະຫຼຸບຄວາມຄິດເຫັນ
ສົນທິສັນຍາສະບັບນີ້ສ້າງຕັ້ງຂື້ນໂດຍ ອົງການສະຫະປະຊາຊາດ ຮ່ວມກັບຫຼາຍໆລັດພາຄີເພື່ອກຳຈັດທຸກຮູບການຈຳແນກເຊື່ອຊາດ ແລະ ເຫັນວ່າມີຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງມີສົນທິສັນຍານີ້ຢູ່ໃນສັງຄົມ ເຊິ່ງມີຜົນດີຕໍ່ກັບທຸກໆຄົນທີ່ຢູ່ໃນສັງຄົມ ໃນຫຼາຍໆ ປະເທດໃນທົ່ວໂລກ ແລະ ສົນທິສັນຍາສະບັບນີ້ກໍ່ ເພື່ອເຮັດທຸກຄົນທີ່ຢູ່ໃນສັງຄົມໃດໜຶ່ງມີການໃຫ້ກຽດ, ສິດສະເໝີພາບເຊິ່ງກັນ ແລະ ກັນ ໂດຍບໍ່ມີການຈຳແນກເຊື່ອຊາດ, ສາສະໜາ ແລະ ຊົນຊັ້ນວັນນະແຕ່ຢ່າງໃດເລີຍ ບົນພື້ນຖານການເຄົາລົບກົດໝາຍຂອງກັນ ແລະ ກັນ ແລະ ສິດເສລີພາບຂອງກັນ ແລະ ກັນ. ເຖິງຢ່າງໃດກໍ່ຕາມ ເຖິງວ່າສົນທິສັນຍາສະບັບນີ້ຈະມີຜົນສັກສິດ ແລະ ປະກາດໃຊ້ແລ້ວກໍ່ຕາມ ແຕ່ຍັງມີບາງຂົງເຂດສັງຄົມຍັງມີການ ເຄົາລົບນັນຖືຮີດຄອງປະເພນີທີ່ເປັນການຈຳແນກເຊື່ອຊາດ ທີ່ຂັດກັບສົນທິສັນຍາສະບັບນີ້.