ສົນທິສັນຍາວ່າດວ້ຍການກໍາຈັດການຈໍາແນກແມ່ຍິງໃນທຸກຮູບການ

BOUNMY
ติดตาม ผู้ติดตาม 
ติดต่อ

ຮັບຮອງເອົາແລະເປີດຮັບການລົງນາມ, ການໃຫ້ສັດຕະຍາບັນແລະ ການເຂົ້າຮວ່ມ

ຕາມຍັດຕິຂອງສະມັດຊາໃຫຍ່ເລກທີ່ 34|180 ລົງວັນທີ່ 18 ທັນວາ 1979

ມີຜົນບັງຄັບໃຊ້: 3ກັນຍາ 1981 ໂດຍສອດຄອງກັບມາດຕາ 27(1)

ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ລົງນາມ:17 ກໍລະກົດ 1980

ໃຫ້ສັດຕະຍາບັນ 14 ສິງຫາ 1981

ອາລໍາພະບົດ

ໂດຍຈົດຈໍາໄດ້ວ່າ ກົດບັດຂອງອົງການສະຫະປະຊາຊາດໄດ້ຍຶນຍັນຄຶນຄວາມເຫື່ອມໄສຕໍ່ສິດທິພື້ນຖານ ກຽດສັກສີແລະ ຄວາມປະເສີດ ຂອງຄວາມເປັນມະນຸດ ຕໍ່ ສິດສະເໝີພາບ ລະຫວາງຍິງ-ຊາຍ

ໂດຍຈົດຈໍາໄດ້ວ່າ: ຖະແຫຼງການສາກົນ ວ່າຄວາມສິດທິມະນຸດໄດ້ຢືນຢັນ ຫຼັກການບໍ່ຈໍ່າແນກ ບົ່ງໄວ້ວ່າມະນຸດທຸກຄົນ ລ້ວນແຕ່ເກີດມາຢ່າງເສລີແລະ ມີຄວາມສະເໝີພາບກັນໃນດ້ານສິດແລະກຽດສັກສີແລະ ທຸກຄົນມີສິດແລະ ອິດສະຫຼະພາບທຸກຢ່າງ ທີ່ໄດ້ບົ່ງໄວ້ໂດຍປາສະຈາກການຈໍາແນກໃດໆໂດຍສະເພາະກັບທາງເພດ.

ໂດຍຈົດຈໍາໄວ້ວ່າ:ລັດພາຄີ ຂອງສົນທິສັນຍາສາກົນ ວ່າດວ້ຍສິດທິຂອງມະນຸດ ມີພັນທະຮັບປະກັນ ສິດສະເໝີພາບ ລະຫວາງຍິງແລະ ຊາຍໃນການໄດ້ຮັບສິດທິດ້ານເສດຖະກິດ ສັງຄົມແລະ ວັດທະນະທໍາແລະ ສິດທິດ້ານຜົນລະເຮຶອນແລະ ການເມືອງ

ໂດຍເຫັນວ່າ ສົນທິສັນຍາສາກົນ ທີ່ສົ່ງເສີມຄວາມສະເໝີພາບ ທາງດ້ານສິດທິ ລະ ຫວາງຍິງແລະ ຊາຍເຊີງໄດ້ຮັບຮອງເອົາພາຍໃຕ້ອຸປະຖໍາ ຂອງອົງການສະຫະປະຊາຊາດແລະ ຂອງບັນດາອົງການວິຊາສະເພາະ

ໂດຍຈົດຈໍາອີກວ່າບັນດາຍັດຕິ ຖະແຫຼງການແລະ ຂໍສະເໝີແນະ ທີ່ອົງການສະຫະປະຊາຊາດແລະ ອົງການວິຊາສະເພາະ ຮັບຮອງເອົາເພື່ອສົ່ງເສີມຄວາມສະເໝີພາບ ດ້ານສິດທິ ລະຫວາງຍິງແລະ ຊາຍ

ດ້ວຍຄວາມຫວງໃຍວ່າເຖິງຈະມີເອກກະສານ ດ້ານກົດໝາຍເຫົ່ານີ້ກໍ່ຕາມແຕ່ການຈໍ່າແນກແມ່ຍິງ ກໍ່ຍັງສືບຕໍ່ມີຢູ່ຢ່າງໝັກໝ່ວງ

ໂດຍຄໍານຶງວ່າການຈໍ່າແນແມ່ຍິງ ການຈໍາແນກແມ່ຍິງແມ່ນລະເມິດຫຼັກການແຫ່ງຄວາມສະເໝີພາບທາງດ້ານສິດທິແລະ ຄວາມເຄົາຮົບນັບຖືກຽດສັກສີ ຂອງຄວາມເປັນມະນຸດນັ້ນເປັນອຸປະສັກໃຫ້ແກ່ແມ່ຍິງໃນການປະກອບສ່ວນເຄືອນໄຫວໃນຊິວິດດ້ານການເມືອງ, ສັງຄົມ, ເສດຖະກິດແລະ ວັດທະນະທໍາ ຂອງປະເທດຕົນໃນເງືອນໄຂອັນດຽວກັນກັບເພດຊາຍເປັນການຖວ່ງດືງຄວາມຢູ່ດີ-ກີນດີ ຂອງສັງຄົມແລະ ຄອບຄົວແລະ ກີດກັ້ນແມ່ຍິງໃນການຮັບໃຊ້ປະເທດ ຂອງຕົນແລະ ມວນມະນຸດ ຈົນສຸດຄວາມສາມາດຂອງພວກເຂົາ

ດ້ວຍຄວາມຫວງໃຍວ່າໃນສະພາບຄວມຍາກຈົນນັ້ນແມ່ຍິງຈະມີເງືອນໄຂໝ້ອຍທີສຸດໃນການໄດ້ຮັບອາຫານ,ການປີ່ນປົວສຸກຂະພາບ, ການສຶກສາ, ການຝຶກອົບຮົມແລະ ການລະໂອກາດໄດ້ຮັບວຽກເຮັດງານທໍາແລະ ການຕອບສະໝອງຄວາມຕ້ອງການອື່ນໆ

ໂດຍເຊື່ອໝັ້ນວ່າ ການສ້າງລະບຽບເສດຖະກິດສາກົນໃໝ່ ບົນພື້ນຖານຄວາມສະເໝີພາບແລະ ຄວາມຍຸດຕິທໍານັ້ນ ຈະປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງແລະ ຊາຍ

ໂດຍຍ້ໍາວ່າ ການລົບລ້າງ ລະບອບ ອາປາເທດ, ທຸກຮູບການຂອງ ລັດທິແບ່ງແຍກເຊື້ອຊາດ ການຢຶດຄອງແລະ ການຄອບງໍາ ຂອງຕ່າງປະເທດ ການແຊກແຊງເຂົ້າໃນວຽກງານພາຍໃນ ຂອງລັດອື່ນນັ້ນ ມີຄວາມຈໍາເປັນຢ່າງຍິງ ຕໍ່ການຊົມໃຊ້ສິດຢ່າງເຕັມສວ່ນ ຂອງ ຍິງແລະ ຊາຍ

ໂດຍຢືນຢັນວ່າ ການເພີ່ມທະວີ ສັນຕິພາບແລະ ຄວາມໝັ້ນຄົງສາກົນ ການຜອ່ຍຄ້າຍຄວາມເຄັ່ງຕຶງ ລະຫວ່າງປະເທດ, ການຮວ່ມມື້ກັນ ລະຫວ່າງລັດໂດຍບໍ່ຈໍ່າແນກລະບອບສັງຄົມແລະເສດຖະກິດ ການຫຼຸດຜອ່ນອາວຸດແບບທົ່ວໄປແລະແບບສີ້ນເຊີງໂດຍສະເພາະແມ່ນການຫຼຸດຜອ່ນອາວຸດນີວເຄຼຍ ພາຍໃຕ້ການກວດກາຢ່າງເຂັ້ມງວດແລະ ມີປະສິດຕິພາບ ຂອງ ສາກົນ, ການຢືນຢັນເຖິງຫຼັກການແຫ່ງຄວາມຍຸດຕິທໍາ, ສະເໝີພາບແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນການພົວພັນ ລະຫວາງປະເທດແລະການປະຕິບັດສິດ ຕັດສິນບັນຫາດ້ວຍຕົວເອງແລະ ສິດໄດ້ຮັບເອກກະລາດຂອງປະຊາຊົນ ທີ່ຕົກຢູ່ໃຕ້ການຄອບງໍາຂອງ ພວກລ່າເມືອງຂື້ນແລະ ການຢຶດຄອງ ຂອງ ຕ່າງຊາດ ພ້ອມທັງການເຄົາຮົບອະທິປະໄຕແຫ່ງຊາດແລະ ຜືນແຜ່ນດິນອັນຄົບຖວ້ນນັ້ນ ຈະສົ່ງເສີມການພັດທະນາແລະ ຄວາມກ້າວໝ້າທາງສັງຄົມແລະ ຈາກນັ້ນ ກໍ່ຈະປະກອບສ່ວນເຂົ້າໃນການສ້າງຄວາມສະເໝີພາບ ອັນເຕັມສ່ວນລະຫວ່າງ ຍິງແລະ ຊາຍ

ໂດຍເຊືອໝັ້ນວ່າ ການພັດທະນາ ຢ່າງເຕັມສ່ວນແລະ ຄົບຖວ້ນ ຂອງປະເທດໝື່ງ ຄວາມຢູ່ດີ-ກີນດີ ຂອງໂລກແລະ ອຸດົມຄະຕິສັນຕິພາບ ຮຽກຮອງໃຫ້ມີການເຂົ້າຮວ່ມ ຂອງແມ່ຍິງຫຼາຍທີ່ສຸດ ດ້ວຍເງືອນໄຂທີ່ສະເໝີພາບ ກັບເພດຊາຍໃນທຸກຂົງເຂດວຽກງານ

ໂດຍຄໍານຶງເຖິງການປະກອບສ່ວນອັນໃຫ່ຍຫຼວງ ຂອງແມ່ຍິງເຂົ້າໃນການຢູ່ດີ-ກີນດີ ຂອງຄອບຄົວແລະໃນການພັດທະນາສັງຄົມເຊິງຜ່ານມາບໍ່ໄດ້ຖຶກຍອມຮັບນັບຖຶຢ່າງເຕັມສ່ວນ ຄວາມສໍາຄັນທາງດ້ານສັງຄົມຂອງຄວາມເປັນແມ່ແລະ ບົດບາດຂອງພໍ່ແມ່ໃນຄອບຄົວແລະໃນການລ້ຽງດູລູກແລະເຫັນໄດ້ວ່າບົດບາດຂອງແມ່ຍິງໃນການໃຫ້ກໍາເນີດນັ້ນ ບໍ່ຄວນເປັນພື້ນຖານຂອງການຈໍາແນກແຕ່ວ່າການລ້ຽງດູລູກນັ້ນ ຮຽກຮ້ອງໃຫ້ມີການແບ່ງຄວາມຮັບຜິດຊອບ ລະຫວາງຍິງແລະ ຊາຍແລະ ທົ່ວສັງຄົມ

ໂດຍຮູ້ສຶກໄດ້ວ່າ ບົດບາດແບບເກົ່າຂອງ ທັງ ຍິງແລະ ຊາຍ ຢູ່ໃນຄອບຄົວແລະ ສັງຄົມ ຈະຕ້ອງມີການປ່ຽນແປງເພື່ອບັນລຸເຖິງຄວາມສະເໝີພາບ ຍ່າງເຕັມສ່ວນ ລະຫວາງຍິງແລະ ຊາຍ

ໂດຍຕັດສິນໃຈວ່າ ຈະປະຕິບັດບັນດາຫຼັກການ ທີ່ໄດ້ລະບຸໄວ້ໃນຖະແຫຼງການ ວ່າດວ້ຍການຈໍາກັດການຈໍາແນກແມ່ ຍິງແລະເພືອຈຸດປະສົງດັ່ງກ່າວນັ້ນ ຈື່ງໄດ້ຕັດສິນໃຈເອົາມາດຕະການທີ່ຈໍາເປັນ ສໍາລັບການກໍາຈັດການຈໍາແນກແລະ ສະແດງອອກໃນທຸກຮູບການ;

ລັດພາຄີ ຂອງສົນທິສັນຍາສະບັບນີ້ ຈື່ງໄດ້ຕົກລົງກັນດັ່ງຕໍ່ໄປນີ້:

ພາກທີ I

ມາດຕາ 1

ເພືອຈຸດປະສົງ ຂອງສົນທິສັນຍາສະບັບນີ້ ຄໍ່າວ່າ “ການຈໍາແນກແມ່ຍິງ” ໝາຍເຖິງທຸກການແບ່ງແຍກ ການກີດກັ້ນບໍ່ໃຫ້ເຂົ້າຮວ່ມ ຫ໌ື ການຈໍາກັດໂດຍເຫດຜົນທາງເພດ, ຊຶ່ງມີຜົນ ຫຼື ມີຈຸດປະສົງແຕະຕ້ອງ ຫຼືປະຕິເສດການຮັບຮູ້ ການຊົມໃຊ້ ຫຼື ການປະຕິບັດສິດທິມະນຸດແລະ ອິດສະຫຼະພາບພຶ້ນຖານ ຂອງແມ່ຍິງໃນດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ, ພົນລະເຮືອນ, ແລະ ດ້ານອື່ນໆໂດຍບໍ່ຖຶວ່າ ຈະເປັນໂສດ ຫຼື ບໍ່ກໍຕາມແລະ ບົນພີື້ນຖານຄວາມສະເໝີພາບຂອງຍິງແລະ ຊາຍ

ມາດຕາ2

ລັດພາຄີ ກ່າວປະນາມກາມຈໍາແນກແມ່ຍິງໃນທຸກຮູບການເຫັນດີດໍາເນີນນະໂຍບາຍກໍາຈັດການຈໍາແນກແມ່ຍິງ ດ້ວຍທຸກວິທີທີ່ເໝາະສົມໂດຍໄວເພື່ອຈຸດປະສົງດັ່ງກ່າວນີ້ ລັດພາຄີ ຮັບວ່າຈະ:

(ກ) ບັນຍັດຫັກການແຫ່ງຄວາມສະເໝີພາບ ລະຫວ່າງຍິງແລະຊາຍໄວ້ໃນລັດຖະທໍາມະນູນແຫ່ງຊາດ ຂອງຕົນ ຫຼືໃນນິຕິກໍາທີ່ເໝາະສົມ ຖ້າວ່າບັນດາກົດໝາຍດັ່ງກ່າວ ບໍ່ທັນໄດ້ລະບຸໄວ້ແລະ ຮັບປະກັນໃຫ້ມີການປະຕິບັດຫຼັກການນີ້ໃນພາກຕົວຈິງໂດຍຜ່ານກົດໝາຍແລະ ວິທີການອື່ນໆທີ່ເໝາະສົມ

(ຂ) ເອົາມາດຕະການທາງນິຕິບັນຍັດແລະ ມາດຕີການອື່ນໆ ທີ່ເໝາະສົມ ລວມທັງການລົງໂທດໃນນເມືອເຫັນວ່າຈໍາເປັນເພື່ອເກືອດຫ້າມທຸກການຈໍາແນກແມ່ຍິງ

(ຄ) ສ້າງໃຫ້ມີການປົກປອງສິດທິຂອງແມ່ຍິງ ດ້ວຍກົດໝາຍ ບົນພື້ນຖານ ຄວາມສະເໝີພາບ ກັບເພດຊາຍແລະ ຮັບປະກັນການປົກປອງແມ່ຍິງ ຢ່າງມີປະສິດຕິພາບ ຕ້ານກັບການກະທໍາແບບຈໍາແນກທຸກຢ່າງໂດຍຜ່ານສານຍຸດຕິທໍາແຫ່ງຊາດແລະສະຖາບັນອື່ນໆ ທີ່ມີສິດອໍານາດຕັດສິນ

(ງ) ບໍ່ມີການກໍານົດໃດໆ ຫຼື ພຶດຕິກໍາໃດໆ ທີ່ຈໍາແນກແມ່ຍິງແລະ ຈະຮັບປະກັນວ່າບັນດາອົງການແລະ ສະຖາບັນຂອງລັດ ຈະຕ້ອງເຄືອນໄຫວໂດຍຖຶກຕ້ອງຕາມພັນທະເຫົ່ານີ້

(ຈ) ເອົາທຸກມາດຕະການທິ່ເໝາະສົມເພືອກໍາຈັດການຈໍາແນກແມ່ຍິງ ຈະເປັນຂອງບຸກຄົນ ອົງການຈັດຕັ່ງ ຫຼື ວິສະຫະກິດໃດກໍຕາມ

(ສ) ເອົາທຸກມາດຕະການທີ່ເໝາະສົມ ລວມທັງການອອກກົດໝາຍເພືອດັດແກ້ ຫຼື ລົບລ້າງກົດໝາຍ ລະບຽບການ, ຮີດຄອງປະເພນີແລະ ພຶດຕິກໍາຕ່າງໆ ທີ່ມີຢູ່ເຊິງເປັນການຈໍາແນກແມ່ຍິງ;

(ຊ) ລົບລ້າງທຸກຂໍ້ບັນຍັດ ທາງດ້ານອາຍາເຊິງເປັນການຈໍາແນກແມ່ຍິງ

ມາດຕາ3

ລັດພາຄີ ຈະຕ້ອງເອົາທຸກມາດຕາການທີ່ເໝາະສົມໃນທຸກດ້ານໂດຍສະເພາະແລ້ວແມ່ນດ້ານການເມືອງ, ສັງຄົມ, ເສດຖະກິດແລະ ວັດທະນະທໍາ ລວມທັງມາດຕະການດ້ານນິຕິບັນຍັດເພືອຮັບປະກັນການພັດທະນາແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຢ່າງເຕັມສວ່ນເພືອຄໍ້າປະກັນໃຫ້ເຂົາເຈົ້າໄດ້ປະຕິບັດແລະ ຮັບໃຊ້ສິດທິມະນຸດແລະ ອິດສະຫຼະພາບ ບົນພື້ນຖານຄວາມສະເໝີພາບກັບເພດຊາຍ

ມາດຕາ4

  • ການທີ່ລັດພາຄີເອົາມາດຕະການພິເສດຊົ່ວຄາວແນ່ໃສ່ເລັ່ງລັດສົ່ງເສີມການຮັບຮູ້ສະຖານະພາບແຫ່ງຄວາມສະເໝີພາບ ລະຫວາງຍິງແລະ ຊາຍ ຈະບໍ່ໄດ້ຖຶວ່າເປັນການຈໍາແນກຕາມທີ່ໄດ້ນິຍາມໄວ້ ຢູ່ໃນສົນທິສັນຍາສະບັບນີແຕ່ວ່າໃນວິທີທາງໃດກໍ່ຕາມ ຈະຕ້ອງບໍ່ກໍ່ໃຫ້ເກີດມີຜົນຕາມມາ ຄືການຮັກສາມາດຕະຖານ ບໍ່ສະເໝີພາບຫຼື ມີລັກສະນະແຕກຕ່າງ ມາດຕະການເຫຼົ່ານີ້ ຈະບໍ່ຖຶກຮັກສາໄວ້ຕໍ່ໄປໃນເມືອເປົ່າໝາຍ ຂອງຄວາມສະເໝີພາບ ດ້ານໂອກາດແລະ ການປະຕິບັດນັ້ນໄດ້ບັນລຸເຖິງຄວາມສໍາເລັດແລ້ວ
  • ການທີ່ລັດພາຄີເອົາມາດຕະການພິເສດ ລວມທັງມາດຕະການ ທີ່ບັນຈຸໄວ້ໃນສົນທິສັນຍາສະບັບນີ້ ທີ່ແນໃສ່ປົກປ້ອງຄວາມເປັນແມ່ນັ້ນ ຈະບໍ່ຖຶວ່າເປັນການຈໍາແນກ

ມາດຕາ5

ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມເພື່ອ

(ກ) ດັດແກ້ຮູບການແລະແບບຢ່າງມາລະຍາດສັງຄົມແລະ ວັດທະນະທໍາ ຂອງທັງ ຍິງແລະ ຊາຍໂດຍແນ່ໃສ່ເພືອກໍາຈັດຄວາມອັກຄະຕິ, ຮີດຄອງປະເພນີ ແລະ ການປະພຶດອື່ນໆ ທີ່ເກີດມາຈາກພື້ນຖານຄວາມຄິດ ທີ່ຖືຕໍ່າຖືສູງ ລະຫວາງຍິງ-ຊາຍ ຫຼື ບົດບາດແບບຕາຍຕົວຂອງທັງສອງເພດ

(ຂ) ເພືອຮັບປະກັນໃຫ້ການສືກສາອົບຮົມໃນຄອບຄົວ ຊວ່ຍໃຫ້ເຂົາໃຈ ຢ່າງຖຶກຕ້ອງບົດບາດເປັນແມ່ ໃນໝ້າທີ່ດ້ານສັງຄົມອັນໝື່ງ ແລະເຮັດໃຫ້ຮັບຮູ້ຄວາມຮັບຜິດຊອບຮວ່ມກັນ ລະຫວ່າງ ຍິງແລະ ຊາຍໃນການລ້ຽງດູແລະພັດທະນາສົ່ງເສີມລູກຂອງຕົນ, ເຊິງເປັນທີ່ເຂົ້າໃຈວ່າ ຄວາມເອົາໃຈໃສ່ອັນພື້ນຖານແມ່ນເພືອຜົນປະໂຫຍດຂອງເດັກໃນທຸກກໍລະນີ

ມາດຕາ6

ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມ ລວມທັງນິຕິບັນຍັດ ເພືອປາບປາມທຸກຮູບການຄ້າຂາຍ ແລະ ການຂູດຮີດແມ່ຍິງ ຈາກການເປັນໂສເພນີຂອງເຂົາເຈົ້າ

ພາກທີ II

ມາດຕາ 7

ລັດພາຄີຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພືອກໍາຈັດ ການຈໍາແນກແມມ່ຍິງໃນຊີວິດການເມືອງແລະ ຊີວິດທາງລັດສະການໂດຍສະເພາະແລ້ວ ຈະຕ້ອງຮັບປະກັນແມ່ຍິງ ມີສິດເທົ່າທຽມກັບເພດຊາຍດັ່ງຕໍ່ໄປນີ:

(ກ) ລົງຄະແນນສຽງໃນທຸກການເລືອກຕັ່ງແລະ ການລົງປະຊາມັດຕິ ພອ້ມທັງມີສິດ ສະໝັກເລືອກຕັ້ງເຂົ້າໃນທຸກອົງການ ທີ່ມາຈາກການເລືອກຕັ້ງ ຂອງປະຊາຊົນ

(ຂ) ເຂົ້າຮ່ວມໃນການກໍານົດແລະ ຈັດຕັ່ງປປະຕິບັດນະໂຍບາຍ ຂອງລັດຖະບານ, ເຂົ້າຮັບຕໍາແໜ່ງທາງລັດຖະການແລະ ປະຕິບັດທຸກໜ້າທີ່ລັດຖະການໃນທຸກລະດັບຂອງອົງການບໍລິຫານລັດ

(ຄ) ເຂົ້າຮ່ວມໃນທຸກອົງການຈັດຕັ້ງແລະ ສະມາຄົມ ທີ່ບໍ່ແມ່ນຂອງລັດຖະບານເຊິງກ້ຽວຂ້ອງກັບຊີວິດສັງຄົມແລະ ການເມືງຂອງປະເທດ

ມາດຕາ8

ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພື່ອ ຮັບປະກັນໃຫ້ແມ່ຍິງ ມີໂອກາດເທົ່າທຽມກັບເພດຊາຍແລະ ປາສະຈາກການຈໍາແນກໃດໆໃນການເປັນຜູ້ຕຕ່າງໜ້າລັດຖະບານ ຂອງຕົນ ຢູ່ໃນເວທີ່ສາກົນແລະເຂົ້າຮວ່ມວຽກງານ ຂອງອົງການຈັດຕັ້ງສາກົນຕ່າງໆ

ມາດຕາ9

  • ລັດພາຄີ ຈະຕ້ອງໃຫ້ສິດແກ່ແມ່ຍິງ ມີຄວາມສະເໝີພາບກັບເພດຊາຍໃນການເອົາສັນຊາດ ການປ່ຽນແປງ ຫຼື ການຮັກສາສັນຊາດຂອງເຂາເຈ້າ ລັດພາຄີ ຈະຕ້ອງຮັບປະກັນໂດຍສະເພາະຢ່າງຍິ່ງ ບໍ່ໃຫ້ການສົມລົດກັບຄົນຕ່າງຊາດ ຫຼື ການປ່ຽນສັນຊາດຂອງຜົວໃນໄລຍະສົມລົດເຮັດໃຫ້ມີການປ່ຽນແປງສັນຊາດຂອງເມຍ ຢ່າງອັດຕະໂນມັດເຮັດໃຫ້ຜູ້ກ່ຽວເປັນຄົນບໍ່ມີສັນຊາເ ຫຼື ບັງຄັບໃຫ້ຜຼ້ກ່ຽວເອົາສັນຊາດຂອງຜົວ
  • ລັດພາຄີ ຈະຕ້ອງໃຫ້ສດແກ່ແມ່ຍິງ ສະເໝີພາບກັບເພດຊາຍໃນການເລືອກສັນຊາດຂອງລູກ

ພາກທີ່IIl

ມາດຕາ10

ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມເພື່ອກໍາຈັດການຈໍາແນກແມ່ຍິງແນ່ໃສ່ຮັບປະກັນເຂາເຈົ້າ ມີສິດສະເໝີພາບກັບເພດຊາຍໃນດ້ານການສຶກສາແລະ ບົນພື້ນຖານຄວາມສະເໝີພາບ ລະຫວ່າງຍິງແລະ ຊາຍໂດຍສະເພາະແລ້ວແມ່ນເພືອຮັບປະກັນ

(ກ) ໃນເງຶອນໄຂອັນດຽວກັນແມ່ຍິງໄດ້ຮັບການແນະນໍາ ກ້ຽວກັບອາຊີບແລະ ວີຊາຊີບ, ໄດ້ເຂົ້າຮັບການສຶກສາແລະ ຮັບປະກັນປະກາສະນີຍະບັດໃນສະຖາບັນການສຶກສາທກປະເພດ ທັງຢູ່ໃນຂົງເຂດຊົນນະບົນແລະ ຂົງເຂດຕົວເມືອງ. ຄວາມສະເໝີພາບນີ້ ຈະຕ້ອງຖຶກຮັບປະກັນຢູ່ໃນໂຮງຮຽນຂັ້ນຕ່າງໆເຊັ່ນ: ຂັ້ນອານຸບານສຶກສາ, ສາມັນສຶກສາ, ການຊ່າງ, ອາຊີວະສຶກສາແລະ ການສຶກສາ ດ້ານວິຊາການຊ່າງຊັ້ນ

(ຂ) ແມ່ຍິງໄດ້ຮັບການສຶກສາໃນຫຼັກສູດອັນດຽວກັນ, ການສອບເສັງອັນດຽວກັນ ຈາກຄູອາຈານທີ່ມີຄວາມສາມາດຖານດຽວກັນແລະໃນຕຶກໂຮງຮຽນດຽວກັນແລະ ດ້ວຍອຸປະກອນການສິດສອນ ທີ່ມີ ຄຸນນະພາບອັນດຽວກັນ

(ຄ) ການກໍາຈັດຄວາມຄິດເກົ່າແບບຕາຍຕົວ ກ່ຽວກັບບົດບາດຂອງ ຍິງແລະ ຊາຍ ຢູ່ໃນທຸກລະດັບແລະ ບັນລຸເຖິງເປົ້າໝາຍດັ່ງກ່າວນີ້ໂດຍສະເພາະແລ້ວແມ່ນດ້ວຍການດັດແປງປື່ມຕໍ່າລາໂຄງການສິດສອນ ພ້ອມທັງການປັບປຸງວິທີສິດສອນ

(ງ) ໃຫ້ໂອກາດອັນດຽວກັນແກ່ແມ່ຍິງໃນການຮັບທຶນການສຶກສາແລະເງີນອຸດໜູນການສຶກສາອື່ນໆ

(ຈ) ໃຫ້ໂອກາດອັນດຽວກັນແກ່ແມ່ຍິງໄດ້ເຂຂົ້າຮວ່ມໃນໂຄງການຕ່າງໆໃນການສືບຕໍ່ການສຶກສາ ລວມທັງໂຄງການປະຊາສຶກສາແລະ ບໍາລຸງວິຊາຊີບໂດຍສະເພາະແລ້ວແມ່ນໂຄງການ ທີ່ແນ່ໃສ່ຫຼຸດຜ່ອນຄວາມແຕກຕ່າງ ດ້ານລະດັບການສຶກສາ ລະຫວ່າງຍິງແລະ ຊາຍໃນເວລາອັນໄວເທົ່າທີ່ເປັນໄປໄດ້

(ສ) ການຫຼຸດຜ່ອນອັດຕາ ການອອກໂຮງຮຽນ ຂອງເດັກຍິງ ແລະການສ້າງໂຄງການສຶກສາ ສໍາລັບແມ່ຍິງທີ່ໄດ້ອອກໂຮງຮຽນກ່ອນຈົບການສຶກສາ

(ຊ) ໃຫ້ໂອກາດອັນດຽວກັນແກ່ແມ່ຍິງ ໄດ້ເຂົາຮ່ວມ ຢ່າງຫ້າວຫັນໃນການກິລາ ແລະ ກາຍຍະສຶກສາ

(ຍ) ການໄດ້ຮັບຂໍ້ມູນຂ່າວສານ ກ້ຽວກັບການສຶກສາສະເພາະ ເພື່ອຊ່ວຍໃຫ້ການແນະນໍາ ໃນການຮັກສາສຸກຂະພາບ ແລະ ເບິ່ງແຍງຄວາມຢູ່ດີ-ກີນດີ ຂອງຄອບຄົວ ລວມທັງຂ່າວສານ ແລະ ຄໍາແນະນໍາ ກ່ຽວກັບການວາງແຜນຄອບຄົວ

ມາດຕາ11

1. ບົນພື້ນຖານຄວາມສະເໝີພາບລະຫວ່າງ ຍິງແລະ ຊາຍ ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມເພືອກໍາຈັດການຈໍາແນກແມ່ຍິງໃນການປະກອບວຽກເຮັດງານທໍາ ທັງນີ້ ກໍເພືອຮັບປະກັນໃຫ້ແມ່ຍິງ ມີສິດອັນດຽວກັນກັບເພດຊາຍໂດຍສະເພາະແມ່ນ:

(ກ) ສິດເຮັດວຽກງານ ອັນເປັນສິດທີຂາດບໍ່ໄດ້ ຂອງມະນຸດທຸກຄົນ

(ຂ) ສິດໄດ້ຮັບໂອກາດອັນດຽວກັນໃນການປະກອບວຽກເຮັດງານທໍາ, ສິດເລືອນຊັ້ນ, ສິດໃນຄວາມໝັ້ນຄົງ ຂອງໜ້າທີ່ວຽກງານແລະ ສິດໄດ້ຮັບການຝຶກອົບຮົມແລະ ຍົກລະດັບດ້ານວິຊາຊີບ ລວມທັງການຝຶກງານ, ການຝຶກອົບຮົມວິຊາຊີບຊັ້ນສູງແລະ ຍົກລະດັບ;

(ງ) ສິດໄດ້ຮັບຄ່າແງຮງງານແລະເງີນອຸດໜູນອື່ນໆ ຢ່າງສະເໝີພາບແລະ ສິດໄດ້ຮັບການປະຕິຍັດແບບດຽວກັນໃນໜ້າທີ່ວຽກງານເທົ່າທຽມກັນໄດ້ຮັບຄວາມສະເໝີພາບໃນການຕີລາຄາຄຸນນະພາບຂອງວຽກງານ

(ສ) ສິດໄດ້ຮັບການປະກັນສັງຄົມໂດຍສະເພາະແມ່ນໃນກໍລະນີອອກ ບໍານານ, ວ່າງງານ, ເຈັບປ່ວຍ, ເສຍອົງຄະແລະໄວຊະລາແລະ ການຂາດຄວາມສາມາດໃນການອອກແຮງງານ ພອ້ມດ້ວຍສິດລາພັກໂດຍໂດ້ຮັບເງີນເດືອນ

(ຊ) ສິດໄດ້ຮັບການປິ່ນປົວສຸກຂະພາບແລະເງືອນໄຂເຮັດວຽກ ທິ່ມີຄວາມປອດໄພ ລວມທັງການປົກປ້ອງແມ່ຍິງ ບໍ່ໃຫ້ສູນເສຍຄວາມສາມາດໃນການໃຫ້ກໍາເນີດແກ່ເດັກ

2. ເພືອສະກັດກັ້ນການຈໍາແນກແມ່ຍິງ ຍອ້ນເຫດຜົນດ້ານສົມລລົດຫຼືເຫດຜົນ ຂອງຄວາມເປັນແມ່ແລະເພື່ອຮັບປະກັນສິດເຮັດວຽກ ຂອງເຂົາເຈົ້າ ຢ່າງມີປະສິດຕິພາບ ລັດພາຄີ ຈະຕ້ອງມາດຕະການທີ່ເໝາະສົມດັ່ງຕໍ່ໄປນີ້:

(ກ) ໂດຍມີການວາງມາດຕະການລົງໂທດ ຫ້າມໄລ່ແມ່ຍິງອອກຈາກການຍ້ອນ ຖືພາ ຫຼື ລາພັກເພື່ອເກີດລູກແລະເຫດຜົນດ້ານການສົມລົດ

(ຂ) ປະກາດນໍາໃຊ້ລະບອບການລ່າພັກເກີດລູກໂດຍບໍ່ຕັດເງີນເດືອນ ຫຼືໄດ້ຮັບອຸດໜູນດ້ານສັງຄົມທີ່ເໝາະສົມໂດຍປາສະຈາກການສູນເສຍວຽກງານ ຄວາມອາວຸໂສ ຫຼືເງີນຊວ່ຍເຫືອດ້ານສັງຄົມ

(ຄ) ຊຸກຍູ້ໃຫ້ມີການສະໜອງ ການບໍລິການສັງຄົມ ທິ່ຈໍາເປັນເພື່ອຊ່ວຍເຫຼືອພໍ່ແມ່ໃຫ້ສາມາດເຮັດຫຼອ້ນພັນທະໃນຄອບຄົວແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານແລະສາມາດປະກອບສວ່ນເຂົ້າໃນຊີວິດສັງຄົມໂດຍສະເພາະແລ້ວລັດຕ້ອງສົ່ງເສີມໃຫ້ມີການສ້າງຕັ້ງແລະ ພັດທະນາຕາໜ່າງສູນລ້ຽງເດັກ;

(ງ) ໃຫ້ການປົກປ້ອງພິເສດແກ່ແມ່ຍິງ ໃນໄລຍະການຖືພາ ຢູ່ໃນຂົງເຂດວຽກງານ ທີ່ມີຄວາມອັນຕະລາຍ

3. ລະຍຽບກົດໝາຍປົກປອ້ງ ເຊິງພົວພັນກັບບັນຫາທີ່ບົ້ງໄວໃນມາດຕານີ້ ຈະຕ້ອງໄດ້ຮັບຄວາມທົບທວນຢ່າງເປັນໄລຍະ ຕາມການຂະຫຍາຍຕົວດ້ານວິທະຍາສາດແລະເຕັກໂນໂລຊີແລະ ຈະຕ້ອງໄດ້ດັດແກ້ຄືນໃໝ່ ລົບລ້າງຫຼື ຕໍ່ອາຍຸຕາມຄວາມຈໍາເປັນ

ມາດຕາ12

ຍົນພື້ນຖານຂອງຄວາມສະເໝີພາບ ລະຫວາງຍິງແລະ ຊາຍ ລັດພາຄີຈະຕ້ອງເອົາ ທຸກມາດຕະການທີ່ເໝາະສົມເພື່ອກໍາຈັດການຈໍາແນກແມ່ຍິງໃນຂົງເຂດການຮັກສາສຸຂະພາບເພືອຮັບປະກັນໃຫ້ແມ່ຍິງໄດ້ຮັບ ການບໍລິການ ດ້ານການປິ່ນປົວສຸກຂະພາບ ຊື່ງລວມທັງການວາງແຜ່ນຄອບຄົວ

ເຖິງຈະມີຂໍບັນຍັດຂອງ ວັນທີ່ 1 ຂອງມາດຕານີແລ້ວກໍຕາມ ລັດພາຄີ ກໍຈະຕ້ອງຮັບປະກັນໃຫ້ແມ່ຍິງໄດ້ຮັບການດູແລ ທີ່ເໝາະສົມໃນເວລາຖືພາ ຄອດລູກແລະໄລຍະຫລັງຄອດເມື່ອຈໍາເປັນ ກໍໃຫ້ການເບີ່ງແຍງແບບບໍ່ໄດ້ເສຍຄ່າ ພອ້ມທັງການໃຫ້ອາຫານ ທີ່ພຽງພໍຕະຫລອດໄລຍະການຖືພາແລະ ການລ້ຽງດູລູກດ້ວຍນ້ໍານົມແມ່

ມາດຕາ13

ບົນພຶ້ນຖານ ຂອງຄວາມສະເໝີພາບ ລະຫວ່າງຍິງແລະ ຊາຍ ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພື່ອກໍາຈັດ ການຈໍາແນກແມ່ຍິງໃນຊີວິດດ້ານເສດຖະກິດແລະ ສັງຄົມໂດຍສະເພາະແມ່ນ

(ກ) ສິດໄດ້ຮັບຜົນປະໂຫຍດຄອບຄົວ

(ຂ) ສິດໄດ້ຮັບເງີນກູ້ຈາກທະນາຄານເງີນຈໍານອງແລະ ຮູບການສິນເຊື້ອອື້ນໆ

(ຄ) ສິດເຂົ້າຮວ່ມການເຄືອນໄຫວ ດ້ານການຜັກຜ່ອນ ຢ່ອນອາລົມ ກິລາແລະ ຊີວິດວັດທະນາທໍາຮອບດ້ານ

ມາດຕາ14

ລັດພາຄີ ຈະຕ້ອງຄໍານືງເຖິງ ບັນຫາຄວາມຫຍຸ້ງຫຍາກສະເພາະ ຂອງແມ່ຍິງຊົນນະບົດແລະ ບົດບາດສໍາຄັນ ຂອງເຂົາເຈັ້າໃນການຕໍ່ສູ້ເພື່ອເອົາຊີວິດຢູ່ລອດທາງດ້ານເສດຖະກິດ ຂອງຄອບຄົວ ລວມທັງວຽກງານ ຢູ່ໃນຂະແໜງການເສສດຖະກິດ ທີ່ບໍ່ສ້າງລາຍໄດ້ເປັນເງີນຕາແລະ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພື່ອຮັບປະກັນການຈັດຕັ້ງປະຕິບັດ ຂໍ້ບັນຍັດຂອງສົນທິສັນຍາສະບັບນີ້ ຕໍ່ແມ່ຍິງໃນຂົງເຂດຊົນນະບົດ

ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພື່ອກໍາຈັດ ການຈໍາແນກແມ່ຍິງ ຢູ່ໃນຂົງເຂດຊົນນະບົດ ບົນພື້ນຖານຄວາມສະເໝີພາບ ລະຫວ່າງຍິງແລະ ຊາຍ ລັດພາຄີ ຈະໄດ້ຮັບປະກັນໃຫ້ແມ່ຍິງເຂົ້າຮວ່ມແລະໄດ້ຮັບຜົນປະໂຫຍດ ຈາກການພັດທະນາຊົນນະບົດແລະໂດຍສະເພາະແລ້ວແມ່ນຈະຕ້ອງຮັບປະກັນ

(ກ) ສິດເຂົ້າຮ່ວມໃນການສ້າງແລະ ຈັດຕັ້ງປະຕິບັດແຜ່ນພັດທະນາໃນທຸກລະດັບ

(ຂ) ສິດຊົມໃຊ້ສິ່ງອໍານວຍຄວາມສະດວກທາງດ້ານການຮັກສາສຸຂະພາບທີ່ເໝາະສົມ ລວມທັງຂໍ້ມູນຂ່າວສານ, ຄໍາປຶກສາແລະ ການບໍລິການໃນຂົງເຂດການວາງແຜນຄອບຄົວ

(ຄ) ສິດໄດ້ຮັບຜົນປະໂຫຍດໂດຍກົງ ຈາກໂຄງການປະກັນໄພສັງຄົມ

(ງ) ສິດໄດ້ຮັບການຝຶກອົບຮົມແລະ ການສຶກສາໃນທຸກຮູບການ ທັງໃນລະບົບແລະ ນອກລະບົບ ລວມທັງປະຊາສຶກສາແລະ ການນບໍາລຸງວິຊາຊີບ ນອກຈາກນັ້ນ ກໍໄດ້ຮັບຜົນປະໂຫຍດ ການສຶກສາສໍາລັບຊຸມຊົນແລະ ການຂະຫຍາຍ ການບໍລິການ ການສຶກສາຕ່າງໆເພື່ອແນ່ໃສ່ຍົກລະດັບຄວາມຊໍານິຊໍານານທາງດ້ານເຕັກນິກ:

(ຈ) ສິດຈັດຕັ້ງໜວ່ຍຊ່ວຍເຫຼືອໂຕເອງແລະ ສະຫະກອນເພື່ອໃຫ້ແມ່ຍິງມີໂອກາດສະເໝີພາບ ດ້ານເສດຖະກິດໂດຍຜ່ານການປະກອບ ວຽກເຮັດງານທໍາ ຫຼື ການປະກອບກິຈະການສວ່ນຕົວ

(ສ) ສິດເຂົ້າຮ່ວມທຸກໆ ການເຄືອນໄຫວວຽກງານຂອງຊຸມຊົນ

(ຊ) ສິດໄດ້ຮັບສິນເຊືອແລະເງີນກູ້ສໍາລັບການກະສິກໍາ ສິ່ງອໍານວຍຄວາມສະດວກດ້ານການຕະຫຼາດເຕັກໂນໂລຊີທີ່ເໝາະສົມແລະ ປະຕິບັດເທົ່າທຽມກັນໃນການປະຕິຮູບທີ່ດິນແລະ ການກະເສດ ລວມທັງໂຄງການຈັດສັນ ທີ່ຢູ່ທໍາກີນຄືນໃໝ່

(ຍ) ສິດໄດ້ຮັບເງືອນໄຂດໍາລົງຊີວິດທີ່ດີໂດຍສະເພາະແລ້ວແມ່ນໃນສວ່ນທີ່ພົວພັນກັບວຽກງານຈັດສັນເຄຫາສະຖານ, ການອານາໄມ, ການສະໜອງໄຟຟ້າແລະ ນ້ໍາປາປາ ພາຫະນະການຂົນສົ່ງແລະ ຄົມມະນາຄົມ

ພາກທີ່IV

ມາດຕາທີ່15

  • ລັດພາຄີ ຈະຕ້ອງໃຫ້ສິດແກ່ແມ່ຍິງ ມີຄວາມສະເໝີພາບກັບເພດຊາຍ ຢູ່ຕໍ່ໍໜ້າກົດໜາຍ
  • ໃນບັນຫາທາງພົນລະເຮືອນ ລັດພາຄີ ຈະຕ້ອງໃຫ້ແກ່ແມ່ຍິງ ມີຖານະ ດ້ານກົດໜາຍ ອັນດຽວກັນ ກັບເພດຊາຍແລະ ກໍມີໂອກາດໃຊ້ຖານະດັ່ງກ່າວຄືກັນໂດຍສະເພາະແລ້ວ ລັດພາຄີ ຈະຕ້ອງໃຫ້ສິດສະເໝີພາບຕໍ່ແມ່ຍິງໃນການເຮັດສັນຍາແລະໃນການບໍລິຫານຄຸ້ມຄອງ ຊັບສິນແລະ ຈະຕ້ອງຖືແມ່ຍິງເປັນບຸກຄົນທີ່ສະເໝີພາບກັບເພດຊາຍ ໃນທຸກຂັ້ໜຕອນ ຂອງການດໍາເນີນຄະດີຢູ່ສານ
  • ລັດພາຄີເຫັນດີວ່າ ທຸກສັນຍາແລະເອກະສານຂອງເອກະຊົນທັງໝົດ ທີ່ມີຜົນດ້ານກົດໝາຍ ຊື່ງຈໍາກັດຖານະດ້ານກົດໝາຍ ຂອງແມ່ຍິງນັ້ນ ຈະຕ້ອງຖືວ່າໂມຄະ ແລະ ຖຶກລົບລ້າງ
  • ໃນກົດໝາຍທີ່ກ້ຽວຂ້ອງກັບການສັນຈອນໄປມາແລະ ອິດສະຫຼະພາບໃນການເລືອກທີ່ຢູ່ຊົວຄາວແລະ ຖາວອນ ລັດພາຄີ ຈະຕ້ອງໃຫ້ສິດສະເໝີພາບ ລະຫວາງຍິງ-ຊາຍ

ມາດຕາ16

  • ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມເພື່ອກໍາຈັດການຈໍາແນກແມ່ຍິງໃນທຸກບັນຫາ ທີ່ພົວພັນເຖິງການສົມລົດແລະ ສາຍພົວພັນຄອບຄົວແລະ ບົນພື້ນຖານຄວາມສະເໝີພາບ ລະຫວ່າງ ຍິງແລະ ຊາຍໂດຍສະເພາະຈະຕ້ອງຮັບປະກັນສິດລຸ່ມນີ້:

(ກ) ມີສິດທິອັນດຽວກັນໃນການສົມລົດ .

(ຂ) ມີສິດທິອັນດຽວກັນໃນການເລືອກຄູ່ສົມລົດ ຕາມໃຈຊອບແລະ ການສົມລົດມີຂື້ນໄດ້ກໍຕໍ່ເມື່ອໄດ້ຮັບການເຫັນດີເຫັນພ້ອມ ຢ່າງເຕັມສວ່ນແລະ ຄວາມສະມັກໃຈຂອງທັງຄູ່.

(ຄ) ມີສິດແລະ ຄວາມຮັບຜິດຊອບອັນດຽວກັນ ຕະຫຼອດໄລຍະຢູ່ຮ່ວມກັນແລະໃນເວລາຢ່າຮ້າງ.

(ງ) ມີສິດແລະ ຄວາມຮັບອັນດຽວກັນຕໍ່ລູກໃນຖານະເປັນພໍ່ແມ່ນໍາກັນໂດຍບໍ່ກ້ຽວກັບ ການທີ່ພວກເຂົາ ໄດ້ແຕ່ງງານນໍາກັນແລ້ວ ຫຼື ບໍ່ໃນທຸກກໍລະນີ ຜົນປະໂຫຍດຂອງລູກ ຕ້ອງສໍາຄັນເໜືອສິງອື່ນໃດ.

(ຈ) ມີສິດຕັດສິນ ຢ່າງມີຄວາມຮັບຜິດຊອບແລະ ຢ່າງເປັນອິດສະຫລະໃນການກໍານົດຈໍານວນແລະໄລຍະຫ່າງຂອງລູກແລະ ມີສິດໄດ້ຮັບຂ່າວສານຂໍ້ມູນ ການສຶກສາແລະ ວິທີການຊວ່ຍເຫຼືອໃຫ້ເຂົາເຈົ້າໃຊ້ສິດເຫົ່ານີ້ໄດ້.

(ສ) ມີສິດ ແລະ ຄວາມຮັບຜິດຊອບອັນດຽວໃນຖານະເປັນຜູ້ດູແລ ຮັກສາຜົນປະໂຫຍດ ແລະ ປົກຄອງເດັກ ແລະ ໃນການຮັບເອົາແປັນລູກລ້ຽງ ຫຼື ໃນສະຖາບັນທີ່ຄ້າຍຄືກັນນີ້ ສໍາລັບປະເທດທີ່ກໍານົດສິ່ງເຫົ່ານີ້ໄວ້ ໃນລະບ-ກົດໝາຍແຫ່ງຊາດ ໃນທຸກກໍລະນີ້ມີຜົນປປະໂຫດຂອງເດັກ ຈະຕ້ອງເປັນສິ່ງສໍາຄັນທີ່ສຸດ.

(ຊ) ໃນຖານະທີ່ເປັນຄູ່ສົມລົດນໍາກັນ ທັງສອງມີສິດເທົ່າທຽມກັນ ໃນການເລືອກນາມສະກຸນ ວິຊາສະເພາະແລະວິຊາອາຊີບ.

(ຍ) ຄູ່ສົມລົດ ມີສິດທີ່ຄືກັນ ໃນກໍາມະສິດ, ການຫາ, ການຄຸມຄອງ, ການບໍລິຫານ, ການຊົມໃຊ້ ແລະ ການຕົກລົງກ້ຽວກັບສັບສິນ ເຖິງແມ່ນວ່າຈະມີການຄິດມູນຄ່າ ຫຼື ບໍ່ກໍຕາມ.

2 ການໝັ້ນ ແລະ ການແຕ່ງງານ ໃຫ້ເດັກ ຈະບໍ່ມີຜົນທາງດ້ານກົດໝາຍ ແລະ ລັດຈະຕ້ອງເອົາທຸກມາດຕະການທີ່ຈໍາເປັນ ລວມທັງມາດຕະການ ທາງດ້ານນິຕິບັນຍັດ ເພື່ອກໍານົດລາຍລະອຽດອາຍຸກະສຽນຕໍ່າສຸດ ຂອງຜູ້ມີສິດແຕ່ງງານ ແລະເພື່ອເຮັດໃຫ້ ການຈົດທະບຽນສົມລົດ ຢູ່ຫ້ອງການທະບຽນສົມລົດນັ້ນ ເປັນກົດບັງຄັບ.

ພາກທີ່ V

ມາດຕາ17

  • ເພື່ອຈຸດປະສົງຂອງການພິຈາລະນາ ເບີ່ງຄວາມກ້າວໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາສະບັບນີ້ ຄະນະກໍາມະການ ວ່າດວ້ຍການກໍາຈັດການຈໍາແນກແມ່ຍິງ (ຕໍ່ໄປນີ້ເອີ້ນວ່າຄະນະກໍາມະການ) ຈະຕ້ອງໄດ້ສ້າງຕັ້ງຂື້ນ ຊື່ງໃນເວລາສົນທິສັນຍາ ເລີ່ມມີຜົນບັງຄັບໃຊ້ນັ້ນ ຈະປະກອບດ້ວຍສະບັບນີ້ ແລະ 23 ຄົນ ຫັງຈາກການໃຫ້ສັດຕະຍາບັນ ຫຼືການເຂົ້າຮ່ວມເປັນພາຄີ ຂອງລັດ 35 ພາຄີ ຈະເລືອກຕັ້ງເອົາສະມາສິກຄະນະ ກໍາມະການດັ່ງກ່າວນັ້ນ ຊື່ງແມ່ນຊ່ຽວຊານທີ່ເປັນພົນລະເມືອງ ຂອງຕົນ ແລະ ຈະຕ້ອງຮັບໃຊ້ໜ້າທີ່ ໃນຖານະສ່ວນຕົວ ໂດຍສະເລ່ຍຢ່າງເໝາະສົມ ທາງພູມສາດທັງເປັນຕົວແທນ ຂອງອະລິຍະທໍາ ແລະ ລະບົບກົດໝາຍທີ່ສໍາຄັນຕ່າງໆ.
  • ສະມາສິກຂອງຄະນະກໍາມະການ ຈະຕ້ອງ ຖຶກເລືອກຕັ້ງ ດ້ວຍການລົງຄະແນນສຽງປິດລັບ ເອົາບຸກຄົນ ຕາມບັນຊີລາຍຊື່ ທີ່ລັດພາຄີ ສົ່ງເຂົ້າສະໝັກ ລັດພາຄີ ສາມາດສົ່ງຜູ້ເຂົ້າສະໝັກໄດ້ລັດລະ 1 ຄົນ ເຊິ່ງເປັນຜົນລະເມືອງຂອງຕົນກ
  • ການເລືອກຕັ້ງຄັ້ງທໍາອິດ ຈະຈັດໃຫ້ຂື້ນມີພາຍໃນ ຫົກເດືອນຫັ່ງຈາກສົນທິສັນຍາສະບັບນີ້ ມີຜົນບັງຄັບໃຊ້ ຢ່າງຊ້າທີ່ສຸດສາມເດືອນ ກ່ອນການເລືອກຕັ້ງແຕ່ລະຄັ້ງ ເລຂາທິການໃຫ່ຍສະຫະປະຊາຊາດ ຈະຕ້ອງສົ່ງຈົດໝາຍເຊື່ນເຊີນ ເຖິງລັດພາຄີ ເພື່ອໃຫ້ສະເໝີຜູ້ສະໝັກຂອງຕົນ ພາຍໃນສອງເດືອນ ເລຂາທິການໃຫ່ຍ ສະຫະປະຊາຊາດ ຈະຈັດລ້ຽງລາຍຊື່ຜູ້ສະໝັກ ຕາມລໍາດັບຕົວອັກສອນ ໂດຍບອກແຈ້ງລັດພາຄີ ທີ່ໄດ້ສະເໝີຜູ້ສະໝັກດັ່ງກ່າວ ແລະລົງບັນຊີນັ້ນ ໄປໃຫ້ລັດພາຄີຊາບ.
  • ການເລືອກຕັ້ງເອົາສະມາສິກຂອງຄະນະກໍາມະການ ຈະຖຶກຈັດຂື້ນຢູ່ໃນກອງປະຊຸມລັດ ພາຄີ ເຊິງຮຽກໂຮມ ໂດຍເລຂາທິການໃຫ່ຍສະຫະປະຊາຊາດ ແລະ ຈັດຂື້ນສໍາໝັກງານໃຫ່ຍ ອົງການສະຫະປະຊາຊາດ ໃນກອງປະຊຸມດັ່ງກ່າວ ໂດຍມີສອງສ່ວນສາມຂອງລັດພາຄີເຂົ້າຮວ່ມເປັນອົງປະຊຸມນັ້ນ ບຸກຄົນທີ່ຖຶກເລືອກຕັ້ງເຂົ້າ ຢູ່ໃນຄະນະກໍາມະການ ແມ່ນຜູ້ສະໝັກ ທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດ ແລະ ເປັນສຽງຫຼາຍກ່ວາເຄີ່ງໝື່ງຂອງຜູ້ຕ່າງໜ້າ ຂອງລັດພາຄຄີທີ່ມີໜ້າເຂົ້າຮ່ວມ ແລະ ລົງຄະແນນສຽງດັ່ງກ່າວ.
  • ສະມາຊິກ ຂອງຄະນະກໍາມະການ ຈະຖຶກເລືອກຕັ້ງເຂົ້າດໍາລົງຕໍາແໝ່ງ ຊຸດລະສີ່ປີ ເຖິງຢ່າງໃດກໍດີ ອາຍຸການຂອງກໍາມະການ 9 ຄົນ ທີ່ຖືກເລືອກຕັ້ງໃນຄັ້ງທໍາອິດນັ້ນ ຈະສິ້ນສຸດລົງ ເມື່ອຄົບຈະເລືອກເອົາສະມາຊິກ 9 ຄົນນີ້ໂດຍການຈົກສະຫຼາກ.
  • ການເລືອກຕັ້ງເອົາສະມາຊິກເພື່ອອີກ 5 ຄົນ ຂອງຄະນະກໍາມະການນັ້ນ ຈະຕ້ອງຖືກຈັດຂື້ນ ຕາມຂໍບັນຍັດ ຂອງວັກ 2 3 ແລະ 4 ຂອງມາດຕານີ້ ຫັ່ງຈາກມີການໃຫ້ສັດຕະຍາບັນ ຫຼື ການເຂົ້າຮ່ວມເປັນພາຄີຂອງລັດທີ່ 35 ອາຍຸການຂອງສະມາຊິກເພີ່ມຕື່ມ 2 ຄົນທີ່ຖຶກເລືອກຕັ້ງໃນໂອກາດນີ້ ຈະສິ້ນສຸດລົງເມື່ອຄົບກໍານົດ 2 ປີ ປະທານຄະນະກໍາມະການ ຈະເລືອກເອົາສະມາຊິກ 2 ຄົນ ໂດຍການຈົກສະຫຼາກ.
  • ເພື່ອປ່ຽນແທນຕໍາແໝ່ງວ່າງ ທີ່ມີຂື້ນຜິດປົກະຕິ ລັດພາຄີທີ່ມີຊຽວຊານອອກຈາກໜ້າທີ່ເປັນສະມາຊິກ ຂອງຄະນະກໍາມະການ ຈະຕ້ອງແຕ່ງຕັ້ງຊຽວຊານຄົນໃໝ່ ທີ່ເປັນຜົນລະເມືອງຂອງຕົນ ເພື່ອໃຫ້ຄະນະກໍາມະການຮັບຮອງເອົາ.
  • ດ້ວຍການເຫັນດີຂອງສະມັດຊາໃຫ່ຍ ສະຫະປະຊາຊາດ ສະມາຊິກ ຂອງຄະນະກໍາມະການ ຈະໄດ້ຮັບເອົາເງີນເດືອນຈາກຄັ້ງງົບປະມານ ຂອງອົງການສະຫະປະຊາຊາດຕາມເງືອນໄຂ ທີ່ສະມັດຊາໃຫ່ຍ ສະຫະປະຊາຊາດ ຈະຕົກລົງ ຕາມຄວາມສໍາຄັນຂອງໜ້າທີ່ຮັບຜິດຊອບ.
  • ເລຂາທິການໃຫ່ຍ ສະຫະປະຊາຊາດ ຈະປະກອບພະນັກງານທີ່ຈໍາເປັນ ແລະ ອຸປະກອນອໍານວຍຄວາມສະດວກ ໃຫ້ຄະນະກໍາມະການປະຕິບັດໜ້າທີ່ຂອງຕົນ ຕາມສົນທິສັນຍາສະບັບນີ້ໄດ້ບົ່ງໄວ້ ໃຫ້ສໍາເລັດຜົນຢ່າງມີປະສິດຕິພາບ.

ມາດຕາ18

  • ລັດພາຄີຮັບປະກັນວ່າ ຈະສົ່ງບົດລາຍງານໄປຍັງເລຂາທິການໃຫ່ຍ ສະຫະປະຊາຊາດ ເພື່ອໃຫ້ຄະນະກໍາມະການພິຈາລະນາ ບົດລາຍງານດັ່ງກ່າວ ຈະລາຍງານກ້ຽວກັບມາດຕະການ ດ້ານນິຕິບັນຍັດ ຕຸລາການ ບໍລິຫານ ຫຼື ມາດຕະການດ້ານອື່ນໆ ທີ່ຕົນໄດ້ໃຊ້ເພື່ອເຮັດໃຫ້ຂໍບັນຍັດ ຂອງສົນທິສັນຍາສະບັບນີ້ເກີດຜົນ ແລະ ກ່ຽວກັບຄວາມຄືບໜ້າຂອງສົນທິສັນຍາສະບັບນີ້.
  • ບົດລາຍງານຈະຊີໃຫ້ເຫັນ ບັນດາປັດໃຈ ແລະ ຄວາມຫຍຸ້ງຫຍາກທີ່ສົ່ງຜົນກະທົບໃສ່ມາດຕະການ ໃນການຈັດຕັ້ງປະຕິບັດພັນທະ ຕາມສົນທິສັນຍາສະບັບນີ້.

(ກ) ພາຍໃນໜື່ງປີ ຫຼັ່ງຈາກສົນທິສັນຍາໄດ້ເລີ່ມມີຜົນບັງຄັບໃຊ້ ສໍາລັບລັດທີ່ກ່ຽວຂ້ອງ .

(ຂ) ຫັ້ງຈາກນັ້ນຢ່າງໜ່ອຍແມ່ນທຸກໆສີ່ປີ ແລະ ຕາມການທວງຂອງຄະນະກໍາມະການ.

ມາດຕາ19

  • ຄະນະກໍາມະການ ຈະຮັບຮອງເອົາລະບຽບການພາຍໃນຂອງຕົນ.
  • ຄະນະກໍາມະການ ຈະເລືອກຕັ້ງເອົາຄະນະປະຈໍາ ຂອງຕົນເຊິ່ງມີອາຍຸການສອງປີ.

ມາດຕາ 20

  • ຄະນະກໍາມະການຈະປະຊຸມກັນຢ່າງເປັນປົກະຕິ ໃນແຕ່ລະປີໂດຍໃຊ້ເວລາ ບໍ່ເກີນສອງອາທິດ ເພື່ອພິຈາລະນາບົດລາຍງານ ທີ່ຕົນໄດ້ຮັບຕາມມາດຕາ 18 ຂອງສົນທິສັນຍາສະບັບນີ້.
  • ປົກະຕິແລ້ວກອງປະຊຸມຕ່າງໆຂອງຄະນະກໍາມະການ ຈະຕ້ອງຖຶກຈັດຂື້ນຢູ່ສໍານັກງານໃຫ່ຍ ອົງການສະຫະປະຊາຊາດຫຼື ສໍານັກງານອື່ນ ທີ່ຄະນະກໍາມະການເຫັນວ່າສະດວກ.

ມາດຕາ 21

  • ໂດຍຜ່າສະພາບເສດຖະກິດ ແລະສັງຄົມ ຄະນະກໍາມະການ ຈະລາຍງານປະຈໍາປີ ໃຫ້ແກ່ສະມັດຊາໃຫ່ຍ ສະຫະປະຊາຊາດກ່ຽວກັບ ການເຄືອນໄຫວວຽກງານຂອງຕົນ ແລະ ອາດຈະໃຫ້ ຂໍ້ສະເໝີ ແລະຂໍ້ແນາະນໍາທົ່ວໄປ ບົນພື້ນຖານການຄົ້ນຄວ້າ ບັນດາບົນລາຍງານ ແລະ ຂໍ້ມູນ ທີ່ໄດ້ຮັບຈາກລັດພາຄີຂໍ້ສະເໝີ ແລະ ຂໍ້ແນະນໍາທົ່ໄປດັ່ງກ່າວ ຈະຕ້ອງຂຽນລົງ ໃນບົດລາຍງານ ຂອງຄະນະກໍາມະການ ພ້ອມຄວາມຄິດເຫັນຕ່າງໆ ຈາກລັດພາຄີ ຖ້າຫາກມີ.
  • ເລຂາ ທິການໃຫ່ຍ ສະຫະປະຊາຊາດ ຈະສົ່ງບົດລາຍງານຂອງ ຄະນະກໍາມະການ ໄປຍັງຄະນະກໍາມາທິການ ວ່າດວ້ຍຖານະຂອງແມ່ຍິງຊາບ.

ມາດຕາ 22

ບັນດາອົງການວິຊາສະເພາະ ຈະມີສິດສ່ງຜູ້ຕ່າງໜ້າ ຂອງຕົນ ໄປຮວ່ມພິຈາລະນາ ກ່ຽວກັບການປະ ຕິບັນຂໍ້ບັນຍັດຕ່າງ ຂອງສົນທິສັນຍານີ້ ຊື່ງນອນຢູ່ໃນຂົງເຂດການເຄື່ອນໄຫວ ວຽກງານຂອງຕົນ ຄະນະກໍາມະການ ອາດຈະຂໍໃຫ້ ອົງການວິຊາສະເພາະນັ້ນ ສົ່ງບົດລາຍງານກ່ຽວກັບ ການປະບັດສົນທິສັນຍານີ້ ໃນຂອບເຂດຂອງການເຄື່ອນນໄຫວ ຂອງອົງການເຫົ່ານັ້ນຮັບຜິດຊອບ.

ພາກທີ່VI

ມາດຕາ 23

ບໍ່ມີຂໍ້ບັນຍັດໃດ ໃນສົນທິສັນຍາສະບັບນີ້ທີ່ຈະຖຶກແຍ່ງກັບຂໍ້ບັນຍັດອື່ນ ທີ່ເໝາະສົມກວ່າໃນການເຮັດໃຫ້ຄວາມສະເໝີພາບ ລະຫວ່າງຍິງ ແລະ ຊາຍ ປະກົດຜົນເປັນຈິ່ງ ຊື່ງມີຢູ່.

(ກ) ໃນກົດໝາຍຂອງລັດພາຄີ.

(ຂ) ໃນສົນທິສັນຍາ ສັນຍາ ຫຼື ຂໍ້ຕົກລົງ ຫຼື ສາກົນອື່ນໆ ທີ່ມີຜົນບັງຄັບໃຊ້ ສໍາລັບລັດດັ່ງກ່າວ .

ມາດຕາ24

ລັດພາຄີ ຮັບປະກັນ ຈະເອົາທຸກມາດຕະການທີ່ຈໍາເປັນ ໃນລະດັບຊາດ ແນ່ໃສ່ເພື່ອບັນລຸການປະຕິບັດສິດທິທີ່ໄດ້ຖຶກຮັບຮູ້ໃນສົນທິສັນຍາສະບັບນີ້ ໃຫ້ປະກົດເປັນຈິງຢ່າງເຕັມສ່ວນ.

ມາດຕາ25

  • ສົນທິສັນຍາສະບັບນີ້ ຈະເປີດຮັບເອົາການລົງນາມ ຂອງໝົດທຸກລັດ.
  • ເລຂາທິການໃຫ້ຂອງສະຫະປະຊາຊາດໄດ້ຖຶກແຕ່ງຕັ້ງໃຫ້ເປັນຜູ້ຮັກສາສົນທິສັນຍາສະບັບນີ້ກ
  • ສົນທິສັນຍາສະບັບນີ້ ຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນ ສານໃຫ້ສັດຕະຍາບັນ ຈະຕ້ອງຍື່ນຕໍ່ເລຂາທິການໃຫ່ຍ ສະຫະປະຊາຊາດ.
  • ສົນທິສັນຍາສະບັບນີ້ ຈະເປີດຮັບເອົາການເຂົ້າຮວ່ມເປັນພາຄີ ຂອງໝົດທຸກລັດ ການເຂົ້າຮ່ວມ ຕໍ່ເລຂາທິການໃຫ່ຍ ສະຫະປະຊາຊາດ.

ມາດຕາ26

  • ທຸລັດພາຄີ ມຄສິດສະເໝີ ຂໍ້ດັດແກ້ສົນທິສັນຍາສະບັບນີ້ ໄດ້ທຸກເວລາ ໂດຍແຈ້ງເປັນລາຍລັກອັກສອນ ໄປຍັງເລຂາທິກ່ນໃຫ່ຍ ສະຫະປະຊາຊາດ.
  • ຖ້ເຫັນຈໍາເປັນ ສະມັດຊາໃຫ່ຍ ສະຫະປະຊາຊາດ ຈະດໍາເນີນບາດກ້າວຕ່າງໆ.

ມາດຕາ 27

1. ສົນທິສັນຍາສະບັບນີ້ ຈະເລີ່ມມີຜົນບັງຄັບໃຊ້ ໃນມື້ທີ່ສາມສິບ ນັບແຕ່ມື້ມີການຍື້ນສານ ໃຫ້ສັດຕະຍາບັນ ຫຼື ສານເຂົ້າຮ່ວມສະບັບທີ່ສາວ.

2 .ສໍາລັບລັດໃດທີ່ໃຫ້ສັດຕະຍາບັນ ຫຼື ເຂົ້າຮ່ວມເປັນພາຄີ ຂອງສົນທິສັນຍາສະບັບນີ້ ພາຍຫັ້ງການຍື່ນສານສັດຕະຍາບັນ ຫຼື ສານເຂົ້າຮ່ວມສະບັບທີ່ສາວນັ້ນ ສົນທິສັນຍາສະບັບນີ້ຈະເລີ່ມມີຜົນບັງຄັບໃຊ້ ໃນມື້ທີ່ສາມສິບ ໃຫ້ສັດຕະຍາບັນ ຫຼື ສານເຂົ້າຮ່ວມຂອງລັດດັ່ງກ່າວ.

ມາດຕາ28

  • ເລຂາທິການໃຫ່ຍສະຫະປະຊາຊາດ ຈະຕ້ອງໄດ້ຮັບ ແລະ ສົ່ງບົດບັນທຶກຂໍ້ສະຫງວນທີ່ລັດຕ່າງໆເຮັດຂື້ນ ໃນເວລາໃຫ້ສັນຕະຍາບັນ ຫຼື ສະເໝີເຂົ້າຮວ່ມເປັນພາຄີນັ້ນ ໄປໃຫ້ລັດອື່ນໆຊາບ.
  • ຂໍ້ສະຫງວນໃດ ທີ່ບໍ່ສອດຄອງກັບເປົ້າ ແລະ ຈູດປະສົງສົນທິສັນຍາສະບັບນີ້ ຈະບໍ່ອະນູຸຍາດໃຫ້ເຮັດໄດ້.
  • ຂໍ້ສະຫງວນຕ່າງໆ ສາມາດຖອນຄືນໄດ້ ໃນທຸກເວລາ ໂດຍແຈ້ງໄປຍັງເລຂາທິການໃຫ່ຍ ສະຫະປະຊາຊາດ ເຊິ່ງຈະເປັນຜູ້ແຈ້ງຕໍ່ ໄປໃຫ້ລັດທຸກລັດພາຄີ ຂອງສົນທິສັນຍາສະບັບນີ້ຊາບ ແຈ້ງການດັ່ງກ່າວຈະມີຜົນສັກສິດ ໃນເມື່ອປະເທດຕ່າງໆ ໄດ້ຮັບ.

ມາດຕາ29

  • ທຸກໆຂໍ້ແຍ່ງ ລະຫວ່າງ ລັດພາຄີ ກ່ຽວກັບການຕີຄວາມໝາຍ ຫຼື ການນໍາໃຊ້ສົນທິສັນຍາ ສະບັບນີ້ເຊິ່ງບໍ່ໄດ້ຖຶກແກ້ໄຂ ດວ້ຍການເຈລະຈານັ້ນ ຈະຕ້ອງຖຶກສົ່ງໄປແກ້ໄຂ ດວ້ຍອານຸຍາໂຕຕຸລາການ ຕາມຄໍາສະເໝີຂອງຝ່າຍໃດຝ່າຍໜື່ງ ຖ້າວ່າພາຍໃນຫົກເດືອນນັບແຕ່ມື້ສະເໝີ ຂໍໃຫ້ມີການແກ້ໄຂ ດ້ວຍອານຸຍາໂຕຕຸລາການນັ້ນ ສອງຝ່າຍບໍ່ສາມາດຕົກລົງກ່ຽວກັບການຈັດຕັ້ງອານຸຍາໂຕຕຸລາການໄດ້ ຄູ່ກໍລະນີຝ່າຍໃດຝ່າຍໜື່ງ ສາມາດສົ່ງຂໍ້ຂັດແຍ່ງ ໄປຍັງສານຍຸດຕິທໍາສາກົນ ໂດຍສົ່ງຄໍາຮອງທີ່ສອດຄອງກັບທໍາມະນູນ ຂອງສານດັ່ງກ່າວ .
  • ໃນເວລາລົງນາມ ຫຼື ໃຫ້ສັດຕະຍະບັນ ແກ່ສົນທິສັນຍາສະບັບນີ້ ຫຼື ສະເໝີເຂົ້າຮ່ວມເປັນພາຄີນັ້ນ ແຕ່ລະລັດພາຄີມີສິດຖະແຫ່ງວ່າ ຕົນຈະບໍ່ຖຶກຜູກມັດໂດຍວັກທີ່ໜື່ງ ຂອງມາດຕານີ້ ລັດພາຄີອື່ນຈະບໍ່ຖືວ່າ ວັກດັ່ງກ່າວຜູກມັດລັດ ທີ່ເຮັດໃຫ້ຂໍສະຫງວນນັ້ນ.
  • ລັດພາຄີໃດເຮັດຂໍສະຫງວນໂດຍສອດຄອງກັບວັກທີ່ສອງ ຂອງມາດຕານີ້ ສາມາດຜ່ອນຂໍສະຫງວນນັ້ນຄືນໄດ້ທຸກເວລາ ໂດຍແຈ້ງໄປຍັງເລຂາທິການໃຫ່ຍ ສະຫະປະຊາຊາດ.

ມາດຕາ 30

ສົນທິສັນຍາສະບັບນີ້ ເຮັດເປັນພາສາອາລັບ, ຈີນ, ອັງກິດ, ຝຮັ່ງເສດ, ຮັດເຊຍ ແລະ ແອັດສະປາຍ, ມີຄຸນຄ່າເທົ່າທຽມກັນ ແລະ ຈະຖຶກຮັກສາໄວ້ນໍາເລຂາທິການໃຫ່ຍ ສະຫະປະຊາຊາດ.

ເພື່ອເປັນຫັ້ກຖານ, ບັນດາຜູ້ຕ່າງໜ້າທີ່ໄດ້ຮັບການມອບສິດ ຢ່າງຖຶກຕ້ອງຈື່ງໄດ້ລົງນາມໃຫ້ສົນທິສັນຍາສະບັບນີ້.

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)