ຖະ​ແຫຼ​ງການ​ສາກົນ​ວ່າ​ດ້ວຍ ສິດທິ​ມະນຸດ 1948

BOUNMY
ติดตาม ผู้ติดตาม 
ติดต่อ
  • ຄວາມໝາຍ ແລະ ຄວາມສຳຄັນ
  • ເນື້ອໃນ

ການຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ໄດ້ຮັບການຮັບຮອງໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 10 ທັນວາ 1948, ແມ່ນເອກກະສານນິຕິກຳພື້ນຖານອັນໜຶ່ງທີ່ໄດ້ກຳນົດຂ້ອນຂ້າງຈະຄົົບຖ້ວນສົມບູນກ່ຽວກັບສິດ ແລະ ເສລິພາບພື້ນຖານຕ່າງໆ ຂອງມະນຸດທີ່ຕ້ອງໄດ້ຮັບການປົກປ້ອງ ແລະ ຮັບປະກັນ. ຖະແຫຼງການນີ້ໄດ້ຢືນຢັນເຖິງຄວາມຮັບຮູ້ລວມກ່ຽວກັບສິດທິ ແລະ ບໍ່ສາມາດລະເມີດໄດ້ຂອງມວນມະນຸດ, ເອົາສິ່ງດັ່ງກ່າວເປັນພື້ນຖານໃຫ້ອິດສາລະພາບ, ຄວາມສະເໜີພາບ, ຍຸດຕິທຳ ແລະ ສັນຕິພາບໂລກ. ທຸກໆການດູໝິ່ນ ແລະ ການລະເມີດສິດທິມະນຸດຕ່າງໆ ລ້ວນແຕ່ເປັນສາເຫດໃຫ້ແກ່ການກະທຳທີ່ໄຮ້ມະນຸດສະທຳ, ລະເມີດເຖິງຮ່າງກາຍ ແລະຈິດໃຈຂອງມະນຸດ ແລະ ສິ່ງທີ່ສຳຄັນທີ່ສຸດ, ສິດທິມະນຸດຈະຕ້ອງໄດ້ຮັບການປົກປ້ອງດ້ວຍກົດໝາຍ; ຄຳຖະແຫຼງການດັ່ງກ່າວແມ່ນ ມີຄວາມສຳຄັນຫຼາຍເຊິ່ງທຸກຄົນຈະຕ້ອງໄດ້ປະຕິບັດ ກ່ຽວກັບສິດທິ ແລະ ເສລິພາບພື້ນຖານ, ເສດຖະກິດ, ວັດທະນະທຳ ຂອງປະຊາຊົນ ຂອງຊາດຕ່າງໆ.

ຖະແຫຼງການໄດ້ຢືນຢັນວ່າ: ທຸກຄົນເກີດມາລ້ວນແຕ່ມີສິດເສລີພາບ ແລະ ສິດສະເໝີພາບທາງດ້ານກຽດສັກສີ ແລະ ສິດທິຕ່າງໆຂອງການເປັນມະນຸດ. ພວກເຮົາເກີດມາລ້ວນແລ້ວແຕ່ເປັນຄົນມີເຫດມີຜົນ ແລະ ມີຈິດໃຈສູງສົ່ງ. ສະນັ້ນ,ພວກເຮົາຕ້ອງປະພຶດນຳກັນດ້ວຍຄວາມເປັນທຳ ແລະ ຢູ່ຮ່ວມກັນດ້ວຍສັນຕິພາບ, ຖະແຫຼງການຍັງຢັ້ງຢືນອີກວ່າ ທຸກຄົນເກີດມາແມ່ນໄດ້ຮັບສິດ ແລະ ເສລີພາບຕ່າງໆໂດຍປາສະຈາກທຸກຮູບການຈຳແນກໃດໆຄື: ການຈຳແນກທາງດ້ານເພດໄວ, ຊົນເຜົ່າ, ສີຜິວ, ພາສາປາກເວົ້າ, ສາສະໜາ, ຄຳຄິດຄຳເຫັນ ຫຼື ແນວຄວາມຄິດທີ່ແຕກຕ່າງກັນ, ຕົ້ນກຳເນີດ ຫຼືວ່າ ສັງຄົມເດີມ, ຊັບສົມບັດ, ເຊື້ອຊາດ ຫຼື ບັນດາຮູບການຈຳແນກອື່ນໆ. ເຖິງແມ່ນວ່າຈະມີຄວາມຂັດແຍ່ງກັນໃນການຮັບຮູ້ ແລະ ການຍົກສູງບັນດາສິດ, ແຕ່ສະມັດຊາໃຫຍ່ສະຫະປະຊາຊາດໄດ້ມີຄວາມເປັນເອກະພາບນຳກັນໃນການກຳນົດເຖິງສິດທິທາງດ້ານການເມືອງ, ພົນລະເມືອງ, ເສດຖະກິດ, ສັງຄົມ ແລະວັດທະນະທຳ ຢູ່ໃນນິຕິກຳສະບັບດຽວ. ຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ໄດ້ກຳນົດແນວຄວາມຄິດທິດສະດີທີ່ສຳຄັນຄື: ແຕ່ລະຄົນລ້ວນແລ້ວແຕ່ມີພັນທະໃນສັງຄົມ ເປັນຕົ້ນແມ່ນຢູ່ໃນທາດແທ້ຂອງຕົນ ທີ່ສາມາດພັດທະນາ ແລະ ຂະຫຍາຍຕົວ, ການພັດທະນາເສລີພາບ ແລະ ອະທິປະໄຕ. ມັນແມ່ນທິດສະດີທີ່ມີຄວາມກ້າວໜ້າຫຼາຍກ່ວາຖ້າທຽບໃສ່ທຸກໆທິດສະດີທີ່ຍົກສູງແຕ່ສິດສ່ວນບຸກຄົນຢ່າງດຽວ ແລະ ຖະແຫຼງການຍັງໄດ້ກຳນົດຢ່າງຈະແຈ້ງວ່າ: ທຸກໆສິດເຫຼົ່ານີ້ ຈຳເປັນຕ້ອງໄດ້ຖືກເຄົາລົບ ແລະ ປະຕິບັດຕາມທົ່ວທຸກບ່ອນຂອງທຸກໆລັດທີ່ເປັນລັດພາຄີຂອງອົງການສະຫະປະຊາຊາດ.

ເຊິ່ງສະແດງອອກໃນແຕ່ລະມາດຕາດັ່ງລຸ່ມນີ້:

ມາດຕາ 1

ມະນຸດທຸກຄົນລ້ວນແຕ່ມີເສລີພາບມາແຕ່ກຳເນີດ ແລະ ມີຄວາມສະເໝີພາຕໍ່ໜ້າກົດໝາຍ ທຸກຄົນປະກອບດ້ວຍສະຕິສຳປະຊັນຍະ ແລະ ມະໂນທຳ ສົມຄວນຈະຕ້ອງປະພຶດຕໍ່ກັນ ແລະ ກັນດ້ວຍນ້ຳໃຈອັນເປັນພາລະດອນພາບ[1]ນຳກັນ.

ມາດຕາ 2

ທຸກຄົນມີສິດໄດ້ຮັບສິດ ແລະ ອິດສະຫຼະພາບທຸກປະການທີ່ໄດ້ລະບຸໄວ້ໃນຖະແຫຼງການສະບັບນີ້, ປາສະຈາກການຈຳແນກໃດໆ, ສະເພາະຢ່າງຍິ່ງແມ່ນແມ່ນການຈຳແນກເຊື້ອຊາດ, ຜິວພັນ, ເພດ, ພາສາ, ສາສະໜາ, ຄຳເຫັນທາງການເມືອງ ຫຼືຄຳເຫັນດ້ານອື່ນໆ, ສັນຊາດ ແລະ ສັງຄົມເດີມ, ຊັບສົມບັດ, ການກຳເນີດ ຫຼື ຖານະອື່ນໆ.

ຍິ່ງໄປກວ່ານັ້ນ ຫ້າມການຈຳແນກໃດໆ ທີ່ເກີດຈາກພື້ນຖານ ສະຖານະພາບທາງດ້ານການເມືອງ, ທາງດ້ານກົດໝາຍ ຫຼື ທາງດ້ານສາກົນ ຂອງປະເທດ ຫຼື ອານາເຂດທີ່ບຸກຄົນນັ້ນສັງກັດຢູ່. ເຖິງວ່າປະເທດ ຫຼື ອານາເຂດນັ້ນ ຈະເປັນເອກະລາດ, ພາຍໃຕ້ອາລັກຂາ, ບໍ່ທັັນໄດ້ຮັບການປົກຄອງຕົນເອງ ຫຼື ຢູ່ພາຍໃຕ້ຮູບການຈຳກັດອະທິປະໄຕແບບອື່ນໃດກໍຕາມ.

ມາດຕາທີ 3

ທຸກຄົນມີສິດ, ມີຊີວິດ, ມີເສລີພາບ ແລະ ຄວາມປອດໄພສ່ວນບຸກຄົນ.

ມາດຕາ 4

ບໍ່ມີບຸກຄົນໃດ ຈະຖືກບັງຄັບໃຫ້ເປັນຂ້າທາດ ຫຼື ທາດຮັບໃຊ້ ຈະແມ່ນຮູບການໃດກໍຕາມ; ຄວາມເປັນຂ້າທາດ ແລະ ການຄ້າຂ້າທາດ ແມ່ນຕ້ອງຖືກເກືອດຫ້າມໃນທຸກຮູບການ.

ມາດຕາ 5

ບໍ່ມີບຸກຄົນໃດ ຈະຖືກທໍລະມານ ຫຼື ຖືກລົງໂທດ ຫຼື ໄດ້ຮັບການກະທຳ ທີ່ໂຫດຮ້າຍປ່າເຖື່ອນ, ໄຮ້ມະນຸດສະທຳ ແລະ ເຊື່ອມຊາມ.

ມາດຕາ 6

ທຸກຄົນມີສິດ ຖືກຮັບຮູ້ຖານະນິຕິບຸກຄົນຂອງຕົນ ຢູ່ທຸກແຫ່ງຫົນ.

ມາດຕາ 7

ທຸກຄົນ ມີຄວາມສະເໝີພາບຢູ່ຕໍ່ໜ້າກົດໝາຍ ແລະ ມີສິດໄດ້ຮັບການປົກປ້ອງ ໂດຍກົດໝາຍຢ່າງເທົ່າທຽມກັນປາສະຈາກການຈຳແນກໃດໆ. ທຸກຄົນມີສິດໄດ້ຮັບການການປົກປ້ອງຢ່າງເທົ່າທຽມກັນ ຕໍ່ການຈຳແນກ ທີ່ເປັນການລະເມີດຕໍ່ຖະແຫຼງການສະບັບນີ້ ແລະ ຕໍ່ທຸກການຍຸໂຍງໃດໆ ເຊິ່ງຈະກໍ່ໃຫ້ເກີດການຈຳແນກດັ່ງກ່າວ.

ມາດຕາ 8

ທຸກຄົນ ມີສິດຮ້ອງຟ້ອງ ແລະ ໄດ້ຮັບການເອາໃຈໃສ່ທີ່ມີປະສິດທິພາບ ຈາກສານແຫ່ງຊາດທີ່ກ່ຽວຂ້ອງ ຕ້ານກັບການກະທຳ ທີ່ລະເມີດສິດທິພື້ນຖານຂອງຜູ້ກ່ຽວ ເຊິ່ງລັດຖະທຳມະນູນ ຫຼື ກົດໝາຍໄດ້ກຳນົດໄວ້.

ມາດຕາ9

ບໍ່ມີບຸກຄົນໃດ ທີ່ຈະຖືກຈັບກຸມ, ກັກຂັງ ຫຼື ເນລະເທດ ໂດຍພາລະການ.

ມາດຕາ 10

ດ້ວຍຄວາມສະເໝີພາບຢ່າງເຕັມສ່ວນ, ທຸກໆຄົນມີສິດໄດ້ຮັບການພິຈາລະນາ ຢ່າງຍຸຕິທຳ ແລະ ເປີດເຜີຍຂອງສານ ທີ່ເປັນເອກະລາດ ແລະ ບໍ່ລຳອຽງ ໃນການກຳນົດສິດ ແລະ ພັນທະຂອງຕົນ ແລະ ໃນການພິຈາລະນາຄວາມຈິງ ຂອງທຸກຂໍ້ກ່າວຫາທາງອາຍາ ຕໍ່ຕົນເອງ.

ມາດຕາ 11

  • ທຸກຄົນ ທີ່ຖືກກ່າວຫາວ່າ ໄດ້ມີການກະທຳຜິດທາງອາຍາ ຈະຖືກຖືວ່າເປັນຜູ້ບໍລິສຸດ ຈົນກວ່າຜູ້ກ່ຽວຈະຖືກພິສູດຕາມກົດໝາຍ ຢູ່ໃນການພິພາກສາຢ່າງເປີດເຜີຍ ຂອງສານວ່າໄດ້ກະທຳຜິດຢ່າງແທ້ຈິງ ເຊິ່ງໃນການພິພາກສານັ້ນຜູ້ກ່ຽວໄດ້ຮັບການຄ້ຳປະກັນທຸກຢ່າງທີ່ຈຳເປັນ ໃຫ້ແກ່ການຕໍ່ສູ້ຄະດີຂອງຕົນ.
  • ບໍ່ມີບຸກຄົນໃດ ທີ່ຈະຖືກຖືວ່າ ມີຄວາມຜິດທາງອາຍາດ້ວຍການກະທຳ ຫຼື ການລະເວັ້ນ ເຊິ່ງການກະທຳ ຫຼືການລະເວັ້ນນັ້ນ ບໍ່ຖືວ່າເປັນຄວາມຜິດທາງອາຍາຕາມກົດໝາຍພາຍໃນ ແລະ ກົດໝາຍສາກົນ, ໃນເວລານັ້ນ. ຂະນະດຽວກັນນັ້ນກໍຫ້າມຕັດສິນລົງໂທດຜູ້ກ່ຽວໜັກກ່ວາໂທດ ທີ່ກົດໝາຍໄດ້ກຳນົດໃສ່ຄວາມຜິດ ທີ່ໄດ້ກະທຳໃນເວລານັ້ນ.

ມາດຕາ 12

ທຸກຄົນ ຈະບໍ່ຖືກລ່ວງລ້ຳຊີວິດສ່ວນຕົວ, ຄອບຄົວ, ທີ່ຢູ່ອາໄສ ຫຼື ການສື່ສານ ໂດຍພາລະການເປັນອັນຂາດ ຫຼື ຈະບໍ່ຖືກລົບລູ່ກຽດສັກສີ. ທຸກຄົນມີສິດ ທີ່ຈະໄດ້ຮັບການປົກປ້ອງດ້ວຍກົດໝາຍຕໍ່ການລ່ວງລ້ຳ ຫຼື ການລົບລູ່ດັ່ງກ່າວ.

ມາດຕາ 13

  • ທຸກຄົນມີສິດເສລີພາບ ໃນການສັນຈອນໄປມາ ແລະ ຕັ້ງຖິ່ນຖານຢູ່ພາຍໃຕ້ເຂດແດນຂອງລັດໃດໜຶ່ງ.
  • ທຸກຄົນມີສິດ ທີ່ຈະເດີນທາງອອກຈາກປະເທດໃດກໍໄດ້, ນັບທັງປະເທດຂອງຜູ້ກ່ຽວເອງ ແລະ ມີສິດກັບຄືນປະເທດຂອງຕົນ.

ມາດຕາ 14

  • ທຸກຄົນມີສິດ ຊອກຫາທີ່ເພິ່ງ ແລະ ໄດ້ຮັບອະນຸຍາດໃຫ້ລີ້ໄພ ຢູ່ໃນປະເທດອື່ນໄດ້ ເພື່ອຫຼົບຫຼີກຈາກການບີບຄັ້ນ.
  • ຈະອ້າງສິດທິນີ້ບໍ່ໄດ້ ໃນກໍລະນີການບີບຄັ້ນນັ້ນ ແມ່ນເກີດຈາກຄວາມຜິດທີ່ບໍ່ແມ່ນດ້ານການເມືອງ ຫຼື ຈາການກະທຳທີ່ຂັດກັບຈຸດປະສົງ ແລະ ຫຼັກການຂອງສະຫະປະຊາຊາດ.

ມາດຕາ 15

  • ທຸກຄົນ ມີສິດຖືສັນຊາດໃດໜຶ່ງ.
  • ບໍ່ມີບຸກຄົນໃດ ທີ່ຈະຖືກປົດສັນຊາດ ໂດຍພາລະການ ຫຼື ປະຕິເສດສິດໃນການປ່ຽນສັນຊາດຂອງຕົນ.

ມາດຕາ 16

  • ໂດຍປາສະຈາກຂໍ້ຈຳກັດໃດໆ ຍ້ອນເຊື້ອຊາດ, ສັນຊາດ ຫຼື ສາສະໜາ; ຊາຍ ແລະ ຍິງ ທີ່ເຕັມກະສຽນແຕ່ງງານມີສິດສົມລົດ ແລະ ສ້າງຄອບຄົວໄດ້. ພວກເຂາເຈົ້າມີສິດສະເໝີພາບໃນການສົມລົດ, ໃນເວລາຢູ່ຮ່ວມກັນ ແລະ ໃນເວລາຢ່າຮ້າງ.
  • ທຸກການສົມລົດ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອຄູ່ບ່າວສາວມີຄວາມເຫັນດີເຫັນພ້ອມຢ່າງເຕັມສ່ວນ ແລະ ດ້ວຍຄວາມສະໝັກໃຈ.
  • ຄອບຄົວເປັນສ່ວນປະກອບໂດຍທຳມະຊາດ ແລະເປັນພື້ນຖານຂອງສັງຄົມ ແລະ ມີສິດທີ່ຈະໄດ້ຮັບການປົກປ້ອງຈາກສັງຄົມ ແລະ ລັດ.

ມາດຕາ 17

  • ທຸກຄົນ ມີສິດເປັນເຈົ້າຂອງຊັບສົມບັດສ່ວນຕົວ ຫຼື ລວມໝູ່.
  • ບໍ່ມີບຸກຄົນໃດ ທີ່ຈະຖືກຍຶດຊັບໂດຍພາລະການ.

ມາດຕາ 18

ທຸກຄົນມມີສິດມີອິດສະລະພາບ ໃນການນຶກຄິດ, ມະໂນທຳ ແລະ ເຊື່ອຖືສາສະໜາ; ສິດອັນນີ້ລວມທັງອິດສະລະພາບ ໃນການສະແດງອອກກ່ຽວກັບສາສະໜາ ຫຼື ປ່ຽນຄວາມເຊື່ອຖືຂອງຕົນ ແລະ ມີອິດສະລະພາບໃນການສະແດງອອກ ກ່ຽວກັບສາສະໜາ ຫຼື ຄວາມເຊື່ອຖືຂອງຕົນ ດ້ວຍການສິດສອນ, ການໄຫວ້ ຢູ່ໃນສະຖານທີ່ສ່ວນຕົວ ຫຼື ສາທາລະນະ ທັງດ້ວຍຕົນເອງ ຫຼື ລວມໝູ່.

ມາດຕາ 19

ທຸກຄົນມີສິດ ມີອິດສະລະພາບ ໃນການປະກອບຄຄຳເຫັນ ແລະ ໃນການປາກເວົ້າ; ສິດທິນີ້ລວມທັງອິດສະລະພາບ ທີ່ຈະຍຶດຖືຄຳຄິດຄຳເຫັນຂອງຕົນໂດຍປາສະຈາກການຢ້ານກົວໃດໆທັງສິ້ນ ແລະ ມີອິດສະລະພາບ ໃນການຊອກສະແຫວງຫາ, ໃນການຮັບ ແລະ ໃນການຜີຍແຜ່ຂໍ້ມູນຂ່າວສານ ແລະ ແນວຄວາມຄິດໂດຍວິທີໃດກໍໄດ້ຢ່າງບໍ່ມີພົມແດນ.

ມາດຕາ 20

  • ທຸກຄົນມີອິດສະລະພາບ ໃນການໂຮມຊຸມນຸມ ແລະ ເຂົ້າຮ່ວມສະມາຄົມ ຢ່າງສັນຕິວິທີ.
  • ບໍ່ມີບຸກຄົນໃດ ທີ່ຈະຖືກບັງຄັບໃຫ້ເຂົ້າສະມາຄົມໃດໜຶ່ງ.

ມາດຕາ 21

  • ທຸກຄົນ ມີສິດເຂົ້າຮ່ວມໃນກິດຈະກຳການປົກຄອງປະເທດຂອງຕົນໂດຍກົງ ຫຼື ຜ່ານຜູ້ແທນທີ່ມາຈາກການເລືອກຕັ້ງຢ່າງເສລີ.
  • ທຸກຄົນ ມີສິດເຂົ້າຮັບໃຊ້ວຽກງານລັດຖະການໃນປະເທດຂອງຕົນໃນເງື່ອນໄຂເທົ່າທຽມກັນ.
  • ຄວາມມຸ້ງມາດປາຖະໜາຂອງປະຊາຊົນ ບົນພື້ນຖານຂອງອຳນາດການປົກຄອງ; ຄວາມມຸ້ງມາດປາຖໜາອັນນີ້ຈະຕ້ອງໄດ້ສະແດງອອກຜ່ານການເລືອກຕັ້ງທີ່ບໍລິສຸດ ເຊິ່ງຈະຕ້ອງມີຂຶ້ນເປັນໄລຍະໄປ ໂດຍການລົງຄະແນນສຽງແບບທົ່ວໄປ, ສະເໝີພາບ ແລະ ປິດລັບ ຫຼື ໂດຍວິທີໃດໜຶ່ງ ເຊິ່ງຄ້ຳປະກັນເສລີພາບໃນການລົງຄະແນນສຽງ.

ມາດຕາ 22

ທຸກຄົນ ໃນຖານະເປັນສະມາຊິກຂອງສັງຄົມ ມີສິດໄດ້ຮັບສະຫວັດດີການສັງຄົມ ເພື່ອໄດ້ມາເຊິ່ງສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ຂອງທຸກຄົນທີ່ຈຳເປັນສຳລັບກຽດສັກສີ ແລະ ການຂະຫຍາຍຕົວດ້ານບຸກຄະລິກຂອງຕົນ ແມ່ນຈະຕ້ອງໄດ້ມີການສຸມກຳລັງພາຍໃນຊາດ ແລະ ການຮ່ວມມືສາກົນ ໂດຍອີງໃສ່ການຈັດຕັ້ງ ແລະ ເຫງົ້າພະລັງຂອງແຕ່ລະປະເທດ.

ມາດຕາ 23

  • ທຸກຄົນລ້ວນແຕ່ມີສິດໄດ້ຮັບວຽກງານ, ມີສິດເສລີພາບໃນການເລືອກວຽກເຮັດງານທຳ, ມີສິດໄດ້ຮັບເງື່ອນໄຂການອອກແຮງງານ ທີ່ຍຸຕິທຳ ແລະ ເພິ່ງພໍໃຈ ແລະ ມີສິດໄດ້ຮັບການປົກປ້ອງ ຈາກໄພວ່າງງານ.
  • ທຸກຄົນ ມີສິດໄດ້ຮັບຄ່າແຮງງານ ທີ່ເທົ່າທຽມກັນ ສຳລັບວຽກງານລະດັບດຽວກັນ ໂດຍປາສະຈາກການຈຳແນກໃດໆ
  • ທຸກຄົນທີ່ມີວຽກເຮັດງານທຳ ຈະຕ້ອງມີສິດໄດ້ຮັບຄ່າແຮງງານ ທີ່ຍຸຕິທຳ ແລະ ເພິ່ງພໍໃຈ ເພື່ອຮັບປະກັນໃຫ້ຜູ້ກ່ຽວ ແລະ ຄອບຄົວ ມີຊີວິດການເປັນຢູ່ທີ່ເໝາະສົມ ກັບກຽດສັກສີຂອງຄວາມເປັນມະນຸດ ແລະ ຖ້າເປັນໄປໄດ້ຈະໄດ້ຮັບການປົກປ້ອງຢ່າງອື່ນອີກຈາກສັງຄົມ.
  • ທຸກຄົນ ມີສິດສ້າງຕັ້ງ ແລະ ເຂົ້ຮ່ວມອົງການກຳມະບານ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ.

ມາດຕາ 24

ທຸກຄົນມີສິດພັກຜ່ອນ ແລະ ຢ່ອນອາລົມ ໂດຍສະເພາະການກຳນົດເວລາເຮັດວຽກ ທີ່ສົມເຫດສົມຜົນ ແລະ ການພັກປະຈຳປີໂດຍບໍ່ຖືກຕັດເງຶນເດືອນ.

ມາດຕາ 25

  • ທຸກຄົນມີສິດໄດ້ຮັບ ລະດັບຊີວິດການເປັນຢູ່ທີ່ເພິ່ງພໍໃຈ ເພື່ອຄ້ຳປະກັນສຸຂະພາບ ແລະ ຄວາມຢູ່ດີກິນດີຂອງຕົນ ແລະ ຄອບຄົວ, ໂດຍສະເພາະດ້ານອາຫານ, ເຄື່ອງນຸ່ງຫົ່ມ, ເຮືອນຊານບ້ານພັກ ແລະ ການປິ່ນປົວສຸຂະພາບ ພ້ອມທັງການ ບໍລິການທາງສັງຄົມ ທີ່ຈຳເປັນອື່ນໆ. ທຸກຄົນ ມີສິດໄດ້ຮັບການດູແລ ໃນກໍລະນີມີການວ່າງງານ, ມີການເຈັບເປັນ, ເສຍອົງຄະ, ເປັນໝ້າຍ, ເຖົ້າແກ່ ຫຼື ການຂາດປັດໃຈ ສຳລັບການດຳລົງຊິວິດເຊິ່ງເກີດຈາກສະພາບນອກຕົວຂອງຜູ້ກ່ຽວ.
  • ຄວາມເປັນແມ່ ແລະ ຄວາມເປັນເດັກລ້ວນແຕ່ມີສິດໄດ້ຮັບການດູແລ ແລະ ຊ່ວຍເຫຼືອເປັນພິເສດ. ເດັກນ້ອຍທຸກຄົນຈະເກີດໃນຄອບຄົວທີ່ມີການສົມລົດ ຫຼື ນອກການສົມລົດກໍ່ຈະໄດ້ຮັບການປົກປ້ອງເຊັ່ນດຽວກັນຈາກສັງຄົມ.

ມາດຕາ 26

  • ທຸກຄົນ ມີສິດໄດ້ຮັບການສຶກສາ. ການສຶກສາຈະຕ້ອງບໍ່ໄດ້ເສຍຄ່າ, ຢ່າງນ້ອຍໃນຂັ້ນປະຖົມ ແລະ ຂັ້ນພື້ນຖານ. ການສຶກສາຂັ້ນປະຖົມຈະຕ້ອງເປັນການສຶກສາພາກບັງຄັບ. ການສຶກສາດ້ານເຕັກນິກ ແລະ ວິຊາຊີບຈະຕ້ອງໃຫ້ມີຢູ່ທົ່ວໃປ ສວ່ນການສຶກສາຂັ້ນສູງຈະຕ້ອງເປີດໃຫ້ໝົດທຸກຄົນເຂົ້າຮຽນໄດ້ຢ່າງສະເໝີພາບ ໂດຍອີງຕາມຄວາມສາມາດຂອງເຂາເຈົ້າ.
  • ການສຶກສາຈະຕ້ອງມີຈຸດປະະສົງ ເສີມຂະຫຍາຍບຸກຄະລິກຂອງບຸກຄົນຢ່າງເຕັມສ່ວນ ແລະ ການເພີ່ມທະວີການເຄົາລົບສິທິມະນຸດ ແລະ ເສລີພາບອັນເປັນພື້ນຖານ ການສຶກສາຈະຕ້ອງສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ຄວາມຜ່ອນສັ້ນຜ່ອນວດ້ຍາວ ແລະ ມິດຕະພາບລະຫວ່າງປະຊາຊາດ, ລະຫວ່າງກຸ່ມຊົນຊາດ ຫຼື ສາສະໜາ ແລະ ພອມດຽວກັນ ກໍເພີ່ມທະວີການເຄື່ອນໄຫວ ຂອງສະຫະປະຊາຊາດ ໃນການປົກປັກຮັກສາສັນຕິພາບ.
  • ພໍ່ແມ່ ມີບຸລິມະສິດທີ່ຈະເລືອກເອົາການສຶກສາແບບໃດໃຫ້ລູກຂອງຕົນກໍໄດ້

ມາດຕາ 27

  • ທຸກຄົນມີສິດ ເຂົ້າຮ່ວມໃນການເຄື່ອນໄຫດ້ານວັດທະນະທຳຂອງຊຸມຊົນ, ມີສິດຊົມໃຊ້ສິລະປະ ວັດທະນະທຳ ແລະ ປະກອບສ່ວນເຂົ້າໃນຄວາມກ້າວໜ້າ ທາງວິທະຍາສາດພ້ອມທັງໄດ້ຮັບຜົນປະໂຫຍດທີ່ເກີດຈາກສິ່ງດັ່ງກ່າວ
  • ທຸກຄົນ ມີສິດທີ່ຈະໄດ້ຮັບການປົກປ້ອງຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈ ເຊິ່ງເນື່ອງມາຈາກໝາກຜົນທາງດ້ານວິທະຍາສາດ, ສິລະປະ ວັນນະຄະດີ ເຊິ່ງຜູ້ປະດິດຄິດແຕ່ງ

ມາດຕາ 28

ທຸກຄົນມີສິດ ໄດ້ຢູ່ໃນຄວາມເປັນລະບຽບຮຽບຮ້ອຍ ຂອງລສັງຄົມ ແລະ ສາກົນ ເຊິ່ງອຳນວຍໃຫ້ແກ່ການເສີມຂະຫຍາຍສິດ ແລະ ອິດສະລະພາບ ທີ່ໄດ້ກຳນົດໄວ້ໃນຖະແຫຼງການສະບັບນີ້ ໄດ້ຮັບການປະຕິບັດຢ່າງເຕັມສ່ວນ

ມາດຕາ 29

  • ທຸກຄົນມີພັນທະ ຕໍ່ວົງຄະນາຍາດທີ່ຕົນອາໄສຢູ່ ເຊິ່ງເປັນສັງຄົມອັນໜຶ່ງອັນດຽວເທົ່ານັ້ນທີ່ສາມາດເຮັດໃຫ້ການຂະຫຍາຍຕົວຂອງຕົນ ເປັນໄປໄດ້ຢ່າງເສລີ ແລະ ເຕັມສ່ວນ.
  • ໃນການໃຊ້ສິດ ແລະ ເສລີພາບຂອງຕົນ, ທຸກຄົນຈະຖືກຈຳກັດພຽງແຕ່ດ້ວຍກົດໝາຍ ທີ່ແນໃສ່ເພື່ອຮັບປະກັນການຮັບຮູ້ ແລະ ການເຄົາລົບສິດ ແລະ ອິດສາລະພາບ ຂອງບຸກຄົນອື່ນ ແລະ ເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທຳ ດ້ານຈັນຍາທຳ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມຢູ່ດີກິນດີ ຂອງສັງຄົມປະຊາທິປະໄຕ.
  • ຈະໃນກໍລະນີໃດກໍຕາມ, ບັນດາສິດທິ ແລະ ເສລີພາບເຫຼົ່ານີ້ ຈະບໍ່ຖືກໃຊ້ໄປໃນທາງທີ່ກົງກັນຂ້າມ ກັບຈຸດປະສົງ ແລະ ຫຼັກການຂອງສະຫະປະຊາຊາດ.

ມາດຕາ 30

ບໍ່ມີຂໍ້ບັນຍັດໃດໆ ໃນຂະຖະແຫຼງການນີ້ທີ່ອາດຈະຕີຄວາມໝາຍໄປໃນທາງທີ່ຈະເຂົ້າໃຈວ່າ ລັດໃດລັດໜຶ່ງ, ກຸ່ມຄົນໃດກຸ່ມຄົນໜຶ່ງ ຫຼື ບຸກຄົນໃດໜຶ່ງມີສິດໃນການເຄື່ອນໄຫວ ຫຼື ການກະທຳກິດຈະກຳໃດໜຶ່ງ ທີ່ຈະນຳໄປສູ່ການທຳລາຍສິດ ແລະ ອິດສະລະພາບທີ່ໄດ້ກ່າວມາຂ້າງເທິງນີ້.



[1] ພາລະດອນພາບ ໝາຍເຖິງຄວາມເທົ່າທຽມກັນ ແລະ ການປະຕິບັດຕໍ່ກັນໃຫ້ເໝືອນກັບພີ່ນ້ອງກັນ

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)