ສະຫຼຸບເນື້ອໃນສໍາຄັນຂອງຖະແຫຼງການວ່າດ້ວຍສຶດທິມະນຸດ 1948


  • ມາດຕາ1-5: ແມ່ນກ່າວເຖິງ ການຮັບຮູ້ສິດ, ເສລີພາບ ແລະ ຄວາມເທົ່າທຽມຂອງມະນຸດທຸກໆຄົນ ກໍຄືບັນດາລັດຕ່າງໆທີ່ເຂົ້າຮ່ວມເປັນພາຄີໃນສົນທິສັນຍາສະບັບນີ້.
  • ມາດຕາ6-11: ແມ່ນກ່າວເຖິງ ຄວາມສະເໝີພາບຂອງມະນຸດທຸກຄົນຢູ່ຕໍ່ໜ້າກົດໝາຍ, ທຸກຄົນມີສິດຮ້ອງຟ້ອງ ແລະ ມີສິດໄດ້ຮັບການປົກປ້ອງໂດຍກົດໝາຍຢ່າງເທົ່າທຽມກັນ. ສົນທິສັນຍາສະບັບນີ້ຈະປົກປ້ອງທຸກຄົນຈາກການການກະທຳຕ່າງໆທີ່ໄຮ້ມະນຸດສະທຳ.
  • ມາດຕາ12-14: ແມ່ນກ່າວເຖິງ ສິດສ່ວນຕົວຂອງມະນຸດທຸກຄົນ ໃນການດຳລົງຊີວິດປະຈຳວັນ,ທຸກຄົນມີສິດຊອກທີ່ຢູ່ອາໄສ, ຈັນຈອນໄປມາ, ທຳມາຫາກິນທີ່ຖືກຕ້ອງຕາມກົດໝາຍ ແລະ ມີສິດປົກປ້ອງຊັບສິນຂອງຕົນ.
  • ມາດຕາ15-18: ແມ່ນກ່າວເຖິງ ສິດໃນການເຊື່ອຖືທາງດ້ານສາສະໜາ ແລະ ສັນຊາດ ໃນນັ້ນລວມຮີດຄອງປະເພນີຂອງຕົນ ແລະ ກ່າວສິດໃນການເປັນເຈົ້າຂອງຊັບສົມບັດຂອງຕົນ ຫຼື ຂອງລວມໝູ່.
  • ມາດຕາ19-21: ແມ່ນກ່າວເຖິງ ສິດໃນການປາກເວົ້າ, ປະກອບຄຳຄິດຄຳເຫັນຂອງຕົນ ແລະ ອິດສະຫຼະພາບໃນການໂຮມຊຸມນຸມ ລື ສະມາຄົມ ໃດໜຶ່ງ ໂດຍປາສະຈາກການບັງຄັບໃດໆ.
  • ມາດຕາ22-24: ແມ່ນກ່າວຖິງ ສິດໃນການປະກອບອາຊີບໃດໜຶ່ງ,ສະຫວັດດີການທີ່ຄວນຈະໄດ້ລວມໄປເຖິງຊ່ວງເວລາ ຫຼື ຊົ່ວໂມງໃນການເຮັດວຽກທີ່ເໝາະສົມ, ການໄດ້ຮັບຄ່າແຮງງານ ທີ່ຍຸຕິທຳ ແລະ ເພິ່ງພໍໃຈ.
  • ມາດຕາ25-27: ໄດ້ກ່າວເຖິງ ສິດໃນການເສີມຂະຫຍາຍຄວາມຮູ້ນັ້ນກໍຄື ການໄດ້ຮັບການສຶກສາ ແລະ ການກິນຢູ່ທີ່ດີ ທຸກຄົນຈະໄດ້ຮັບການການປິ່ນປົວສຸຂະພາບ ແລະ ການບໍລິການທາງສັງຄົມອື່ນທີ່ຈຳເປັນ.
  • ມາດຕາ28-30: ແມ່ນກ່າວເຖິງ ພັນທະ ແລະ ການນຳໃຊ້ສິດເສລີພາບ ຂອງມະນຸດທຸກຄົນ ຈະຖືກຈຳກັດພຽງແຕ່ກົດໝາຍເພື່ອຮັບປະກັນການຮັບຮູ້ສິດ, ການເຄົາສິດ ແລະ ອິດສະຫຼະພາບຂອງບຸກຄົນອື່ນເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຖະແຫຼງການໄດ້ໄດ້ກ່າວຕື່ມອີກວ່າ: ຈະໃນກໍລະນີໃດກໍຕາມ ບັນດາສິດ ແລະ ເສລີພາບເຫຼົ່ານີ້ ຈະບໍ່ຖືກໃຊ້ໄປໃນທາງທີ່ກົງກັນຂ້າມກັບຈຸດປະສົງ ແລະ ຫຼັກການຂອງ ສະຫະປະຊາຊາດ.

ຄຳຖະແຫຼງການຂອງສາກົນວ່າດ້ວຍສິດທິມະນຸດ ປີ 1948 ແມ່ນສະແດງໃຫ້ເຫັນເຖິງຄວາມເປັນມະນຸດ, ຄວາມສາມາດຂອງບຸກຄົນໃນການກະທຳສິ່ງໃດສິ່ງໜຶ່ງ, ກ່າວເຖິງສິດຂອງແຕ່ລະຄົນທີ່ມີຢູ່ໃນໂຕເອງເຊິ່ງໄດ້ຮັບການປົກປ້ອງຈາກກົດໝາຍ ບຸກຄົນອື່ນບໍ່ສາມາດລ່ວງລະເມີດໄດ້.

ຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດສະບັບນີ້ເປັນອຸດົມຄະຕິລວມໃຫ້ປະຊາຊົນທຸກໆເຜົ່າ ແລະ ທຸກຊາດ ເພື່ອບັນລຸເປົ້າໝາຍທີ່ວ່າ: ທຸກໆຄົນ ແລະ ທຸກໆພາກສ່ວນຂອງສັງຄົມໂດຍຄຳນຶງເຖິງຖະແຫຼງການນີ້ ຈະພະຍາຍາມສົ່ງເສີມຄວາມເຄົາລົບສິດ ແລະ ອິດສະຫຼະພາບເຫຼົ່ານັ້ນດ້ວຍການສິດສອນ ແລະ ສຶກສາອົບຮົມ ພ້ອມດຽວກັນ ກໍຈະເອົາມາດຕະການເປັນຂັ້ນຕອນຕໍ່ໄປ ທັງໃນລະດັບຊາດ ແລະ ລະດັບສາກົນ ເພື່ອຄ້ຳປະກັນການຮຽນຮູ້ ແລະ ການປະຕິບັດສິດ ແລະ ອິດສາລະພາບ ດັ່ງກ່າວໂດຍທົ່ວໄປ ແລະ ມີປະສິດທິພາບ ໃນໝູ່ປະຊາຊົນຂອງລັດພາຄີ ກໍຄືໝູ່ປະຊາຊົນໃນອະນາເຂດຂອງການປົກຄອງຂອງລັດດັ່ງກ່າວ.

หมายเลขบันทึก: 622120เขียนเมื่อ 25 มกราคม 2017 22:22 น. ()แก้ไขเมื่อ 25 มกราคม 2017 22:22 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท