<p “=””> </p>

ຮັບຮອງເອົາ ແລະ ເປີດການລົງນາມ, ການໃຫ້ສັດຕະຍາບັນ ແລະ ການເຂົາຮ່ວມດ້ວຍຍັດຕິ ຂອງສະມັດຊາໃຫຍ່ ເລກທີ 44/25 ລົງວັນທີ 20 ພະຈິກ 1989

ເລີ່ມມີຜົນບັງຄັບໄຊ້: 2 ກັນຍາ 1990, ໂດຍສອດຄ່ອງກັບມາດຕາ 49

ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເຂົ້າເປັນພາຄີ: 8 ພຶດສະພາ 1991

ອາລຳພະບົດ

ໂດຍຖືວ່າ ການຮັບຮູ້ກຽດສັກສີບຸກຄົນ ແລະ ສິດສະເໝີພາບ ທີ່ບໍ່ສາມາດລົບລ້າງໄດ້ຂອງສະມາຊິກທຸກຄົນ ໃນວົງຂະນະຍາດແຫ່ງມວນມະນຸດ ໂດຍສອດຄ່ອງກັບຫຼັກການ ບົ່ງໄວ້ໃນກົດບັດສະຫະປະຊາຊາດນັ້ນ ເປັນພື້ນຖານຂອງອິດສະລະພາບ, ຄວາມຍຸຕິທຳ ແລະ ສັນຕິພາບໃນໂລກ;

ໂດຍຄຳນຶງເຖິງວ່າ ບັນດາປະຊາຊົນຂອງສະຫະປະຊາຊາດ ໄດ້ຢັ້ງຢືນຄືນ ຢູ່ໃນກົດບັດ ສະຫະປະຊາຊາດ ເຖີງຄວາມເຫຼື້ອມໃສຂອງຕົນ ຕໍ່ສິດທິອັນເປັນພື້ນຖານ ຂອງມະນຸດໃນກຽດສັກສີ ແລະ ຄວາມປະເສີດ ຂອງຄວາມເປັນມະນຸດ, ແລະ ມີເຈດຈຳນົງ ທີ່ຈະເສີມຂະຫຍາຍ ຄວາມກ້າວໜ້າທາງສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ ທີ່ມີອິດສະລະພາບນັ້ນໃຫ້ສູງຂື້ນ

ໂດຍຮັບຮູ້ວ່າ ໃນຖະແຫຼງການສາກົນ ວ່າດ້ວຍສິດທິມະນຸດ ແລະ ສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດນັ້ນນັ້ນ ອົງການສະຫະປະຊາຊາດໄດ້ປະກາດ ແລະ ໄດ້ເຫັນພ້ອມນຳກັນວ່າ ທຸກຄົນສົມຄວນໄດ້ຮັບທຸກສິດທິ ແລະ ອິດສະລະພາບ ທີ່ໄດ້ກຳນົດມານັ້ນ ໂດຍປາສະຈາກການຈຳແນກໃດໆ ໂດຍສະເພາະດ້ານ: ເຊື້ອຊາດ, ຜິວພັນ, ເພດ, ພາສາ, ສາດສະໜາ, ຄວາມເຫັນທາງດ້ານການເມືອງ ຫຼື ອື່ນໆ, ເຊື້ອຊາດ ແລະ ສັງຄົມ, ຊັບສົມບັດ, ຕົ້ນກຳເນີດ ແລະ ຖານະອື່ນໆ

ໂດຍຈົດຈຳໄດ້ວ່າ ອົງການສະຫະາຊາຊາດ ໄດ້ປະກາດ ຢູ່ໃນຖະແຫຼງການສາກົນ ວ່າດ້ວຍສິດທິມະນຸດນັ້ນວ່າ ເດັກນ້ອຍມີສິດ ທີ່ຈະໄດ້ຮັບການເອົາໃຈໃສ່ເບິ່ງແຍງ ແລະ ຊ່ວຍເຫຼືອເປັນພິເສດ;

ໂດຍເຊື່ອໝັ້ນວ່າໃນຖານະເປັນສ່ວນປະກອບພື້ນຖານຂອງສັງຄົມ ແລະ ເປັນສິ່ງແວດລ້ອມທຳມະຊາດ ສຳລັບການເຕີລໃຫຍ່ ແລະ ຄວາມຜາສຸກ ຂອງສະມາຊິກທຸກຄົນ ໂດຍສະເພາະຢ່າງຍິ່ງແມ່ນເດັກນ້ອຍ, ຄອບຄົວຄວນຈະໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອ ອັນຈຳເປັນ ເພື່ອໃຫ້ຄອບຄົວ ສາມາດປະຕິບັດບົດບາດຂອງຕົນຢ່າງເຕັມສ່ວນ ຢູ່ໃນຊຸມຊົນ.

ໂດຍຮັບຮູ້ວ່າ ເພື່ອການຂະຫຍາຍບຸກຄະລິກຂອງຕົນ ຢ່າງສົມບູນ ເດັກນ້ອຍຈະຕ້ອງເຕີບໃຫຍ່ ຢູ່ໃນສິ່ງແວດລ້ອມຂອງຄອບຄົວ, ໃນບັນຍາກາດອັນຜາສຸກ, ມີຄວາມຮັກ ແລະ ຄວາມເຂົ້າໃຈ;

ໂດຍເຫັນວ່າ ເດັກນ້ອຍຄວນມີການກະກຽມຢ່າງຮອບດ້່ານ ເພື່ອໃຫ້ເດັກນ້ອຍໄຊ້ຊີວິດສ່ວນບຸກຄົນໃນສັງຄົມ ແລະ ໄດ້ຮັບການລ້ຽງດູ ແລະ ອົບຮົມບົ່ມສອນໃຫ້ເຕີບໃຫຍ່ຂື້ນ ດ້ວຍຈິດໃຈ ແຫ່ງອຸດົມການ ທີ່ໄດ້ກ່າວໄວ້ຢູ່ໃນກົດບັດສະຫະປະຊາຊາດ, ໂດຍສະເພາະ ແມ່ນຈິດໃຈສັນຕິພາບ ກຽດສັກສີ, ຄວາມເມດຕາ, ອິດສະລະພາບ, ສະເໝີພາບ ແລະ ຄວາມສາມັກຄີ;

ໂດຍຈຳໄດ້ວ່າ ຄວາມຈໍາເປັນໃຫ້ການດູແລພິເສດຕໍ່ເດັກ ໄດ້ບົ່ງໄວ້ຢູ່ໃນຖະແຫຼງການ ເຊີແນວ ວ່າດດ້ວຍສິດທິເດັກນ້ອຍ ປີ 1924 ແລະ ໃນຖະແຫຼງການກ່ຽວກັບສິດທິເດັກນ້ອຍ ທີ່ໄດ້ຮັບຮອງເອົາໂດຍສະມັດຊາໃຫຍ່ ໃນວັນທີ 20 ພະຈິກ 1959 ແລະ ໄດ້ຖືກຮັບຮູ້ໃນຖະແຫຼງການສາກົນ ວ່າດ້ຍສິດທິມະນຸດ, ສົນທິສັນຍາສາກົນ ວ່າດ້ວຍສິດທິທາງພົນລະເຮືອນ ແລະການເມືອງ (ໂດຍສສະເພາະໃນມາດຕາ 23 ແລະ 24), ສົນທິສັນຍາສາກົນ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ (ໂດຍສະເພາະໃນມາດຕາ 10) ແລະ ໃນທໍາມະນູນ ແລະ ເອກະສານທີ່ກ່ຽວຂ້ອງ ຂອງອົງການວິຊາສະເພາະ ແລະ ອົງການຈັກຕັ້ງສາກົນ ທີ່ພົວພັນເຖີງຄວາມຜາສຸກ ຂອງເດັກນ້ອຍ;

ໂດຍຈຳໄດ້ວ່າ ດັ່ງໄດ້ລະບຸໄວ້ໃນຖະແຫຼງການ ວ່າດ້ວຍສິດທິເດັກນ້ອຍ, “ດ້ວຍເຫດຜົນທາງດ້ານຮ່າງກາຍ ແລະ ຈິດໃຈທີ່ຍັງອ່ອນນ້ອຍ, ເດັກນ້ອຍຈະຕ້ອງໄດ້ຮັບການເອົາໃຈໃສ່ ແລະປົກປ້ອງເປັນພິເສດ, ລວມທັງໄດ້ຮັບການປົກປ້ອງທາງດ້ານກົດໝາຍອັນເໝາະ ສົມດ ທັງກ່ອນ ແລະ ຫຼັງການເກີດ”;

ໂດຍຫວນຄືນເຖິງ ຂໍ້ບັນຍັດຂອງຖະແຫຼງການ ວ່າດ້ວຍຫຼັກການທາງດ້ານກົດໝາຍແລະສັງຄົມ ທີ່ພົວພັນເຖິງການປົກປ້ອງ ແລະ ຄວາມຢູ່ດີກິນດີຂອງເດັກ, ຊຶ່ງເບິ່ງສະເພາະໃນແງ່ຂອງການລ້ຽງເດັກໃນສູນລ້ຽງເດັກ ຫຼື ການຮັບເອົາເດັກນ້ອຍມາເປັນລູກລ້ຽງທັງຢູ່ພາຍໃນ ແລະ ຢູ່ຕ່າງປະເທດ; ລະບຽບມາດຕະຖານຕໍ່າສຸດ ຂອງສະຫະປະຊາຊາດ ສຳລັບການຄຸ້ມຄອງຄວາມຍຸຕິທຳໃຫ້ແກ່ເດັກ (ຫຼັກການປັກກິ່ງ); ແລະຖະແຫຼງການວ່າດ້ວຍກາຍປົກປ້ອງ ແມ່ຍິ່ງ ແລະ ເດັກນ້ອຍໃນພາວະສຸກເສີນ ແລະ ໃນກໍລະນີທີ່ປະທະກັນດ້ວຍອາວຸດ;

ໂດຍຮັບຮູ້ວ່າ ຢູ່ໃນທຸກປະເທດໃນໂລກຍັງມີເດັກນ້ອຍທີ່ພວມດຳລົງຊີວິດ ຢູ່ໃນສະພາບ ແລະ ເງື່ອນໄຂທີ່ຫຍຸ້ງຍາກທີ່ສຸດ, ແລະ ເຫັນວ່າ ເດັກເຫຼົ່ານັ້ນພວມຕ້ອງການ ການເບິ່ງແຍງດູແລເປັນພິເສດຢູ່;

ໂດຍຖືສຳຄັນປະເພນີ ແລະ ຄຸນຄ່າດ້ານວັດທະນະທຳຂອງປະຊາຊົນ ແຕ່ລະຊາດໃນການປົກປ້ອງ ແລະ ເສີມຂະຫຍາຍເດັກນ້ອຍຢ່າງກົມກຽວ

ໂດຍຮັບຮູ້ເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນການປັບປຸງສະພາບການດຳລົງຊີວິດຂອງເດັກ ນ້ອຍໃນແຕ່ລະປະເທດ, ໂດຍສະເພາະໃນບັນດາປະເທດ, ໂດຍສະເພາະໃນບັນດາປະເທດກຳລັງພັດທະນາ;

ບັນດາລັດພາຄີຂອງສົນທິສັນຍາສະບັບນີ້ໄດ້ຕົກລົງກັນດັ່ງຕໍ່ໄປນີ້

ພາກທີ I

ມາດຕາ 1

ເພື່ອຈຸດປະສົງ ຂອງສົນທິສັນຍາສະບັບນີ້, ເດັກນ້ອຍ ໝາຍເຖີງມະນຸດທຸກຄົນທີ່ມີອາຍຸຕໍ່າກວ່າ 18ປີ, ເວັ້ນເສຍແຕ່ວ່າ ກົດໝາຍໄດ້ກຳນົດໃຫ້ເດັກນ້ອຍພົ້ນກະສຽນ ອາສຽນໃນໄວອາຍຸຕໍ່າກວ່າ 18ປີ.

ມາດຕາ 2

  • ລັດພາຄີຈະຕ້ອງນັບຖື ແລະ ຮັບປະກັນສິດ ທີ່ໄດ້ກຳນົດໄວ້ ໃນສົນທິສັນຍາສະບັບນີ້ ໃຫ້ແກ່ເດັກນ້ອກແຕ່ລະຄົນ ໃນຂອບເຂດສິດອຳນາດຂອງຕົນ ໂດຍປາສະຈາກການຈຳແນກທາດ້ານເຊື້ອຊາດ, ຜິວພັນ, ເພດ, ພາສາ, ສາສະໜາ, ຄວາມຄິດເຫັນທາງດ້ານການເມືອງ ແລະ ອື່ນໆ ຂອງເດັກນ້ອຍ, ຂອງພໍ່ແມ່ ແລະ ຂອງຜູ້ປົກຄອງຕາມກົດໝາຍ, ສັນຊາດ, ເຜົ່າພັນ ຫຼື ສັງຄົມເດີມ, ຊັບສິນ ແລະ ຄວາມບົກພ່ອງ ທາງດ້ານຮ່າງກາຍ, ຖານະຕົ້ນກຳເນີດ ແລະ ຖານະອື່ນໆ
  • ລັດພາຄີຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມ ເພື່ອຮັບປະກັນ ໃຫ້ເດັກນ້ອຍ ໄດ້ຮັບການປົກປ້ອງ, ຕ້ານກັບທຸກການຈຳແນກ ຫຼື ການລົງໂທດ ເນື່ອງມາຈາກຖານະ ທາງກົດໝາຍ, ການເຄື່ອນໄຫວ, ການສະແດງຄຳຄິດເຫັນ, ຫຼື ການເຊື່ອຖືຂອງພໍ່ແມ່, ຂອງຜູ້ປົກຄອງຕາມກົດໝາຍ, ຫຼື ສະມາຊິກພາຍໃນຄອບຄົວຂອງເດັກນ້ອຍ.

ມາດຕາ 3

  • ທຸກການພິຈາລະນາ ທີ່ພົວພັນເຖິງເດັກນ້ອຍ ຈະຕ້ອງໃຫ້ບຸລິມະສິດ ແກ່ຜົນປະໂຫຍດສູງສຸດ ຂອງເດັກນ້ອຍ, ເຖິງຈະເປັນການພິຈາລະນາ ຂອງອົງການລັດ ຫຼື ເອກະຊົນ, ສານ, ອົງການບໍລິຫານ ຫຼື ອົງການນິຕິບັນຍັດ ກໍຕາມ
  • ລັດພາຄີ ຮັບຮອງວ່າ ຈະຮັບປະກັນການປົກປ້ອງ ແລະ ເບິ່ງແຍງຊີວິດການເປັນຢູ່ ຂອງເດັກນ້ອຍ, ໂດຍຄຳນຶງເຖິງສິດ ແລະ ໜ້າທີ່ຂອງພໍ່ແມ່, ຜູ້ປົກຄອງ ຫຼື ບຸກຄົນອື່ນໆ ທີ່ຮັບຜິດຊອບເຂົາເຈົ້າ ຕາມກດໝາຍ ເພື່ອຈຸດປະສົງດັ່ງກ່າວ, ລັດພາຄີຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມ ທາງນິຕິບັນຍັດ ແລະ ທາງບໍລິຫານ.
  • ລັດພາຄີ ຮັບປະກັນວ່າ ອົງການ, ພາກສ່ວນ ແລະ ສູນບໍລິການສັງຄົມ ທີ່ຮັບຜິດຊອບການລ້ຽງດູ ແລະ ປົກປ້ອງເດັກນ້ອຍ ຈະຕ້ອງເຄື່ອນໄຫວປົກປ້ອງເດັກນ້ອຍ ຕາມມາດຕະຖານ ທີ່ອົງການ ທີ່ມີສິດ ແລະ ອຳນາດໄດ້ວາງອອກ, ໂດຍສະເພາະຢ່າງຍິ່ງ ຢູ່ໃນຂົງເຂດຄວາມປອດໄພດ ສຸຂະອານາໄມ, ໃນດ້ານຈຳນວນ ແລະ ຄວາມເໝາະສົມ ຂອງບຸກຄະລາກອນ ພ້ອມທັງການກວດກາ ທີ່ເໝາະສົມ

ມາດຕາ 4

ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມ ທາງດ້ານນິຕິບັນຍັດ, ບໍລິຫານ ແລະ ມາດຕະການອື່ນໆ ເພື່ອຈັດຕັ້ງປະຕິບັດສິດ ທີ່ຖືກຮັບຮູ້ ຢູ່ໃນສົນທິສັນຍາສະບັບນີ້. ສຳລັບສິດ ທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ, ລັດພາຄີ ກໍຕ້ອງເອົາມາດຕະການດັ່ງກ່າວ ໃນຂອບເຂດຄວາມສາມາດ ທາງດ້ານຊັບພະຍາກອນ ແລະ ໃນກອບຂອງການຮ່ວມມືສາກົນ ໃນກໍລະນີ ທີ່ມີຄວາມຕ້ອງການ.

ມາດຕາ 5

ລັດພາຄີ ຈະຕ້ອງເຄົາຮົບຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ ຂອງພໍ່ແມ່ ຫຼື ຂອງຍາດພີ່ນ້ອງ ຫຼ ຂອງຊຸມຊົນ ຕາມປະເພນີທ້ອງຖິ່ນທີ່ເຄີຍປະຕິບັດມາ, ຜູ້ປົກຄອງ ຫຼື ບຸກຄົນອື່ນທີ່ຮັບຜິດຊອບ ເດັກນ້ອຍຕາມກົດໝາຍ ໃນການໃຫ້ທິດທາງ ແລະ ຄຳແນະນໍາອັນເໝາະສົມແກ່ເດັກນ້ອຍ ໃນການຊົມໄຊ້ສິດທິ ທີ່ຖືກຮັບຮູ້ໃນສົນທິສັນຍາສະບັບນີ້

ມາດຕາ 6

  • ລັດພາຄີຮັບຮູ້ວ່າ ເດັກນ້ອຍຄົນ ລ້ວນແຕ່ມີສິດມີຊີວິດ ໂດຍບໍ່ອາດລົບລ້າງໄດ້
  • ລັດພາຄີ ຮັບປະກັນ ຈະເອົາທຸກມາດຕະການ ທີ່ເປັນໄດ້ ເພື່ອການຢູ່ລອດ ແລະການພັດທະນາຂອງເດັກນ້ອຍ.

ມາຕາ7

  • ເດັກນ້ອຍທຸກຄົນ ຈະຕ້ອງຖືກຂື້ນທະບຽນທັນທີ ພາຍຫຼັງການເກີດ ແລະ ຈະຕ້ອງມີໄດ້ຮັບການຕັ້ງຊື່, ໄດ້ຮັບສັນຊາດ ແລະມີສິດໄດ້ຮູ້ຈັກ ແລະ ໄດ້ຮັບການລ້ຽງດູ ຈາກພໍ່ແມ່ຂອງຕົນ ເທົ່າເປັນໄປໄດ້.
  • ລັດພາຄີ ຮັບປະກັນ ການຈັດຕັ້ງປະຕິບັດສິດ ທີ່ກ້າວມານີ້ ໂດຍສອດຄ່ອງ ກັບກົດໝາຍພາຍໃນ ແລະພັນທະຂອງຕົນ ທີ່ລະບຸໄດ້ ໃນກົດໝາຍສາກົນ, ໂດຍສະເພາະຢ່າງຍິ່ງແມ່ນໃນກໍລະນີຜິດພາດ ທີ່ພາໃຫ້ເດັກນ້ອຍບໍ່ມີສັນຊາດ.

ມາຕາ8

  • ລັດພາຄີຮັບປະກັນວ່າຈະເຄົາລົບສິດທິ ຂອງເດັກ ໃນການຮັກສາຂໍ້ມູນ ກ່ຽວກັບຕົນເອງ, ລວມທັງຊາດ,ຊື່ ແລະສາຍພົວພັນຄອບຄົວ ຕາມທີ່ກົດໝາຍຮັບຮູ້ປາສະຈາກການແຊກແຊງ ທີ່ຜິດກົດໝາຍ.
  • ໃນກໍລະນີທີ່ເດັກນ້ອຍ ຫາກຖືກປິດບັງ ຂໍ້ມູນທັງໝົດ ຫຼື ສ່ວນໃດສ່ວນໝຶ່ງ ກ່ຽວກັບຕົນເອງ ຢ່າງຜິດກົດໝາຍ,ລັດພາຄີ ຈະຕ້ອງໃຫ້ການຊ່ວຍເຫຼືອ ແລະ ການປົກປ້ອງທີ່ເໝາະສົມ ເພື່ອນໍາເອົາຂໍ້ມູນເຫຼົ່ານັ້ນ ຄືນມາໃຫ້ເຂົາໂດຍໄວ.

ມາຕາ9

  • ລັດພາຄີ ຈະຕ້ອງຮັບປະກັນບໍ່ໃຫ້ ເດັກນ້ອຍຖືກແຍກຕົວ ຈາກພໍ່ແມ່ ຊຶ່ງຝືນກັບຈິດໃຈຂອງເຂົາເຈົ້າ, ເວັ້ນເສຍແຕ່ເມື່ອອົງການມີສິດອຳນາດ ພິຈາລະນາຄຳອຸທອນ ຫາກຕັດສິນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ວ່າການແຍກຕົວດັ່ງກ່າວ ແມ່ນຈຳເປັນສຳລັບຜົນປະໂຫຍດສູງສຸດ ຂອງເດັກນ້ອຍກ. ການພິຈາລະນາແຍກຕົວເດັກ ຄືແນວນັ້ນ ອາດຈຳເປັນໃນກໍລະນີໃດໜຶ່ງ ສະເພາະເທົ່ານັ້ນ ເຊັ່ນ: ການທຳຮ້າຍຮ່າງກາຍ ຫຼື ການປ່ອຍປະລະເລີຍ ຂອງພໍ່ແມ່,ຫຼືໃນກໍລະນີພໍ່ແມ່ ແຍກກັນຢູ່ ຊຶ່ງຈະຕ້ອງມີການຕັດສິນກ່ຽວກັບທີ່ພັກອາໃສຂອງເດັກ
  • ໃນການພິຈາລະນາໃດກໍຕາມ ອີງຕາມວັກ 1 ຂອງມາດຕານີ້, ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການພິຈາລະນາ ແລະ ສະເໝີຄຳຄິດເຫັນຂອງຕົນ.
  • ລັດພາຄີ ຈະຕ້ອງເຄົາຮົບ ສິດຂອງເດັກນ້ອຍ ຜູ້ທີ່ຖືກແຍກຕົວຈາກພໍ່ແມ່ ໃນການຮັກສາຄວາມສຳພັນສ່ວນຕົວ ຕາມປົກກະຕິ ແລະ ການຕິດຕໍ່ໂດຍກົງຂອງພໍ່ແມ່ ເວັ້ນເສຍແຕ່ວ່າຈະເປັນການຂັດກັບສິດຜົນປະໂຫຍດສູງສຸດຂອງເດັກ
  • ເມື່ອໃດການແຍກຕົວຫາກເກີດຂື້ນ ເນື່ອງຈາກການກະທຳຂອງລັດພາຄີ ທີ່ໄດ້ປະຕິບັດຕໍ່ພໍ່ແມ່ ຫຼື ຕໍ່ເດັກນ້ອຍນັ້ນເອງ ເຊັ່ນ: ການກັກຕົວ, ການຄຸມຂັງ, ການເນລະເທດ ຫຼື ການຕາຍ (ລວມທັງການຕາຍທີ່ເກີດຂື້ນຈາກສາຍເຫດໃດໜຶ່ງ ໃນຄະນະທີ່ບຸກຄົນນັ້ນ ຖືກກັກຂັງ) ລັດພາຄີຈະປະກອບຂໍ້ມູນ ຕາມການຮ້ອງຂໍໃຫ້ແກ່ພໍ່ແມ່, ເດັກນ້ອຍ ຫຼື ຖ້າເໝາະສົມ ກໍໃຫ້ແກ່ສະມາຊິກຄອບຄົວ ຜູ້ອື່ນໆ ກ່ຽວກັບບ່ອນຢູ່ ຂອງສະມາຊິກຄອບຄົວ ຜູ້ທີ່ບໍ່ມີໜ້າທີ່ໃນຄອບຄົວ, ເວັ້ນເສຍແຕ່ການໃຫ້ຂໍ້ມູນນັ້ນ ຫາກແຕະຕ້ອງເຖິງຄວາມຢູ່ດີ-ກິນດີຂອງເດັກ. ລັດພາຄີຮັບປະກັນອິກວ່າ ການຍື່ນຄຳຮ້ອງຂໍດັ່ງກ່າວນັ້ນ ຈະບໍ່ເປັນຜົນສະທ້ອນ ອັນບໍ່ດີ ຕໍ່ບຸກຄົນທີ່ກ່ຽວຂ້ອງ

ມາດຕາ 10

  • ໂດຍສອດຄ່ອງກັບພັນທະຂອງລັດພາຄີ ຕາມມາດຕາ 9, ວັກ 1, ຄຳຮ້ອງຂອງເດັກນ້ອຍ ຫຼື ຂອງພໍ່ແມ່ ໃນການຂໍເຂົ້າ ຫຼື ອອກຈາກ ລັດພາຄີໃດໜຶ່ງ ເພື່ອເຕົ້າໂຮມຄອບຄົວຄືນໄໝ່ນັ້ນ ຈະຕ້ອງໄດ້ຕອບສະໝອງ ໂດຍລັດພາຄີນັ້ນ ໃນທາງບວກຢ່າງວອ່ງໄວ, ບົນຈິດໃຈມະນຸດສະທຳ. ລັດພາຄີຈະຕ້ອງຮັບປະກັນຕື່ມວ່າ ການຮ້ອງຂໍດັ່ງກ່າວ ຈະບໍ່ນຳຜົນສະທ້ອນອັນບໍ່ດີ ມາສູ່ຜູ້ຮ້ອງຂໍ ແລະ ສະມະຊິກຄອບຄົວ.
  • ເດັກນ້ອຍ ທີ່ມີພໍ່ແມ່ ຕັ້ງພູມລຳເນົາຢູ່ໃນຕ່າງລັດ ມີສິດໃນການຮັກສາສາຍພົວພັນສ່ວນຕົວ ແລະ ການຕິດຕໍ່ໂດຍກົງຂອງກັບພໍ່ແມ່ ຂອງຕົນ ຢ່າງເປັນປົກກະຕິ, ຍົກເວັ້ນແຕ່ໃນເງື່ອນໄຂພິເສດ. ເພື່ອຈຸດປະສົງນີ້ ແລະ ສອດຄ່ອງກັບພັນທະ ຂອງລັດພາຄີ ຕາມມາດຕາ 9 ວັກ 1, ລັດພາຄີຈະຕ້ອງເຄົາຮົບສິດ ຂອງເດັກຮ້ອຍ ແລະ ພໍ່ແມ່ ໃນການອອກຈາກປະເທດໃດໜຶ່ງ, ລວມທັງປະເທດຂອງຕົນ ແລະ ໃນການກັບຄືນປະເທດ. ສິດໃນການອອກຈາກປະເທດໃດໜຶ່ງ ຈະບໍ່ຖືກຈຳກັດ ເວັ້ນເສຍແຕ່ວ່າ ຂໍ້ຈຳກັດນັ້ນ ໄດ້ບົ່ງໄວ້ໃນກົດໝາຍ ຊື່ງຈຳເປັນສຳການສຶກສາ ຄວາມປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາລະນະສຸກ ແລະ ສິນນະທຳ ຂອງສັງຄົມ ຫຼື ສິດ ແລະ ອິດສະລະພາບຂອງບຸກຄົນອື່ນ ແລະ ປົກປ້ອງສິດທິອື່ນໆ ຊື່ງຖືກຮັບຮູ້ໃນສົນທິສັນຍາສະບັບນີ້

ມາດຕາ 11

  • ລັດພາຄີ ຈະຕ້ອງເອົາມາດຕະການ ເພື່ອຕໍ່ສູ້ກັບການລັກລອບເຄື່ອນຍ້າຍຢ່າງຜິດກົດໝາຍ ໄປຕ່າງປະເທດ ແລະ ບໍ່ສາມາດກັບຄືນປະເທດ ຂອງຕົນ
  • ເພື່ອຈຸດປະສົງດັ່ງກ່າວ, ລັດພາຄີ ຈະຕ້ອງສົ່ງເສີມໃຫ້ມີການເຊັນສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ຫຼື ເຂົ້າຮ່ວມເປັນພາຄີ ຂອງສັນຍາ ທີ່ມີຢູ່ແລ້ວ.

ມາດຕາ 12

  • ລັດພາຄີ ຈະຕ້ອງຄໍ້າປະກັນໃຫ້ເດັກນ້ອຍ ຜູ້ທີ່ສາມາດສ້າງຄວາມເຫັນດ້ວຍຕົນເອງໄດ້ນັ້ນມີສິດສະແດງ ຄວາມຄິດເຫັນ ຂອງຕົນ ຢ່າງເສລີ ໃນທຸກບັນຫາ ທີ່ມີຜົນກະທົບຕໍ່ເຂົາ, ຄວາມຄິດເຫັນຂອງເດັກນ້ອຍ ຈະຕ້ອງໄດ້ຮັບການຊັ່ງຊາ ຢ່າງຖືກຕ້ອງກັບອາຍຸ ແລະ ກະສຽນຂອງເຂົາ
  • ເພື່ອຈຸດປະສົງດັ່ງກ່າວ, ເດັກນ້ອຍຈະຕ້ອງໄດ້ຮັບໂອກາດ ເຂົ້າຮ່ວມ ແລະ ປະກອບຄວາມເຫັນ ໃນການພິຈາລະນາຄະດີຢູ່ສສານ ແລະ ອົງການບໍລິຫານ ທີ່ມີສ່ວນກ່ຽວຂ້ອງ ກັບຕົນເອງ ຈະເປັນທາງກົງ ຫຼື ທາງອ້ອມ ໂດຍຜ່ານບຸກຄົນ ຫຼື ອົງການຕົວແທນ ທີ່ເໝາະສົມຕາມວິທີການ ທີ່ສອດຄ່ອງກັບລະບຽບການ ຂອງກົດໝາຍພາຍໃນ

ມາດຕາ 13

  • ເດັກນ້ອຍ ຈະຕ້ອງມີສິດເສລີພາບໃນການສະແດງຄວາມເຫັນ ຂອງຕົນ, ຊື່ງລວມທັງອິດສະລະພາບ ໃນການຊອກສະແຫວງຫາ, ຮັບ ແລະ ເຜີຍແຜ່ຂໍ້ມູນ ແລະ ແນວຄິດທຸກຢ່າງໂດຍບໍ່ຄຳນຶງເຖີງພົມແດນ; ທັງ ໂດຍປາກເປົ່າ ຫຼື ເປັນລາຍຫຼັກອັກສອນ ໃນຮູບການສິນລະປະກຳ ຫຼື ຜ່ານພາຫະນະຊື່ສານອື່ນໆ ຕາມທີ່ເຂົາເຈົ້າເລືອກເອົາ.
  • ການໄຊ້ສິດນີ້ຈະບໍ່ຖືກຈຳກັດ ເວັ້ນເສຍແຕ່ຂໍ້ຈຳກັດນັ້ນໄດ້ບົ່ງໄວ້ໃນກົດໝາຍ ແລະ ຈຳເປັນສຳລັບ:

(ກ). ການເຄົາຮົບສິດ ແລະ ຊື່ສຽງຂອງບຸກຄົນອື່ນ; ຫຼື(ຂ). ການປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຫຼື ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ, ຫຼື ສາທາລະນະສຸກ ແລະ ສິນລຳຂອງສັງຄົມ.

ມາດຕາ 14

  • ລັດພາຄີ ຈະຕ້ອງເຄົາຮົບເສລິພາບ ຂອງເດັກນ້ອຍໃນການຄົ້ນຄິດ, ໃນດ້ານມະໂນທຳ ແລະ ສາດສະໜາ.
  • ລັດພາຄີ ຈະຕ້ອງເຄົາຮົບສິດ ແລະ ໜ້າທີ່ຂອງພໍ່ແມ່ ຫຼື ຂອງຜູ້ປົກຄອງຕາມກົດໝາຍ ໃນການແນະນຳເດັກ ກ່ຽວກັບການຊົມໄຊ້ສິດຂອງຕົນ ໂດຍສອດຄ່ອງກັບຄວາມສາມາດຂອງເຂົາທີ່ນັບມື້ນັບຈະເລີນເຕີບໂຕ.
  • ເສລີພາບໃນການນັບຖືສາສະໜາ ແລະ ຄວາມເຊື່ອຖືຂອງເດັກ ຈະບໍ່ມີຄວາມຈຳກັດ, ນອກຈາກຂໍຈຳກັດ ທີ່ໄດ້ກຳນົດໃນກົດໝາຍ ແລະ ມີຄວາມຈຳເປັນສຳລັບ ໃນການປົກປັກຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສຸກກະພາບ ແລະ ຈາລິຍະທຳ ຂອງສັງຄົມ ເພື່ອປົກປ້ອງເສລີພາບ ແລະ ສິດທິພື້ນຖານ ຂອງບຸກຄົນອື່ນ.

ມາດຕາ 15

  • ລັດພາຄີ ຮັບຮູ້ສິດ ຂອງເດັກນ້ອຍກ່ຽວກັບເສລີພາບ ໃນການສ້າງຕັ້ງສະມາຄົມ ແລະ ເສລີພາບ ໃນການໂຮມຊຸມນຸມ ແບບສັນຕິ
  • ການຊົມໄຊ້ສິດດັ່ງກ່າວ ຈະບໍ່ຖືກຈຳກັດ, ເວັ້ນເສຍແຕ່ ຂໍຈຳກັດນັ້ນໄດ້ຖືກກຳນົດໄວ້ໃນກົດໝາຍ ຊື່ງມີຄວາມຈຳເປັນໃນສັງຄົມ ປະຊາທິປະໄຕ ເພື່ອຜົນປະໂຫຍດ ທາງດ້ານຄວວາມໝັ້ນຄົງແຫ່ງຊາດ ຫຼື ຄວາມປອດໄພ ຫຼື ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ການປົກປັກຮັກສາ ສາທາລະນະສຸກ ແລະ ຈາລິຍະທຳ ຂອງສັງຄົມ ຫຼື ສິດ ແລະ ເສລີພາບຂອງຜູ້ອື່ນ.

ມາດຕາ 16

  • ບໍ່ມີເດັກນ້ອຍຄົນໃດ ທີ່ຈະຖືກລ່ວງລໍ້າ ຫຼື ແຊກແຊງ ຢ່າງຜິດກົດໝາຍ ຫຼື ໂດຍພາລະການ ເຂົ້າໃນຊີວິດສ່ວນຕົວ,ຄອບຄົວ, ເຮືອນຊານ ຫຼື ເອກະສານ; ກຽດ ແລະ ຊື່ສຽງຂອງເດັກ ກໍບໍ່ຖືກລົບລູ່ຄືກັນ.
  • ເດັກນ້ອຍ ມີສິດໄດ້ຮັບການປົກປ້ອງ ດ້ວຍກົດໝາຍ ຕ້ານກັບການແຊກແຊງ ຫຼື ການລົບລູ່ດັ່ງກ່າວ

ມາດຕາ 17

ລັດພາຄີ ຮັບຮູ້ໜ້າທີ່ອັນສຳຄັນ ຂອງສື່ມວນຊົນ ແລະ ຈະຮັບປະກັນວ່າ ເດັກນ້ອຍສາມາດ ໄດ້ຮັບຂໍມູນ ແລະ ເອກະສານຈາກຫຼາຍແຫຼ່ງຂໍມູນ ທັງພາຍໃນ ແລະ ສາກົນ, ໂດຍສະເພາະ ແມ່ນຂໍ້ມູນທີ່ແນໃສ່ ສົ່ງເສີມຊີວິດການເປັນຢູ່ ທາງດ້ານສັງຄົມ, ຈິດໃຈ ແລະ ຈາລິຍະທຳ ພ້ອມດ້ວຍ ສຸກຂະພາບທາງດ້ານຮ່າງກາຍ ແລະ ຈິດປະສາດຂອງເດັກ ເພື່ອຈຸດປະສົງນີ້ລັດພາຄີ ຈະຕ້ອງ:

(ກ). ຊຸກຍູ້ໃຫ້ຊື່ມວນຊົນເຜີຍແຜ່ຂໍ້ມູນຂ່າວສານ ແລະ ເອກະສານທີ່ເປັນຜົນປະໂຫຍທາງດ້ານສັງຄົມ ແລະ ວັດທະນະທຳ ໃຫ້ແກ່ເດັກ ໂດຍສອດຄ່ອງກັນເນື້ອໃນຈິດໃຈ ຂອງມາດຕາ 29;

(ຂ). ຊຸກຍູ້ການຮ່ວມມືສາກົນໃນການຜະລິດ, ການແລກປ່ຽນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ເອກະສານຈາກຫຼາຍແຫຼ່ງຂໍ້ມູນທາງດ້ານວັດທະນະທຳທັງພາຍໃນແລະ ສາກົນ;

(ຄ). ຊຸກຍູ້ການຜະລິດ ແລະ ເຜີຍແຜ່ປື້ມອ່ານສໍາລັບເດັກນ້ອຍ

(ງ). ຊຸກຍູ້ສື່ມວນຊົນໃຫ້ເອົາໃຈໃສ່ໂດຍສະເພາະຕໍ່ພາສາທີ່ເດັກນ້ອຍໃນກຸ່ມຊຸມຊົນສ່ວນນ້ອຍ ຫຼື ເດັກນ້ອຍຊາວພື້ນເມືອງ ຕ້ອງການ;

(ຈ).ສົ່ງເສີມການຂະຫຍາຍຕົວ ໃນການສ້າງທິດທາງແຜນການອັນເໝາະສົມ ສໍາລັບການປົກປ້ອງເດັກ ບໍ່ໃຫ້ໄດ້ຮັບຂໍ້ມູນຂ່າວສານ ແລະ ເອກະສານທີ່ເປັນໄພຕໍ່ຊີວິດການເປັນຢູ່ຂອງເດັກ, ໂດຍຈື່ຈຳຂໍ້ບັນຍັດ ຂອງມາດຕາ 13 ແລະ18.

ມາດຕາ 18

  • ລັດພາຄີ ໃຊ້ທຸກຄວາມພະຍາຍາມ ເພື່ອຮັບປະກັນໃຫ້ມີຄວາມຮັບຮູ້ ໃນດ້ານຫຼັກການວ່າ ພໍ່ແມ່ມີໜ້າທີ່ຮັບຜິດຊອບຮ່ວມກັນ ໃນການລ້ຽງດູ ພັດທະນາລູກ. ພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍ ມີຄວາມຮັບຜິດຊອບຕົ້ນຕໍໃນການລ້ຽງດູ ແລະ ພັດທະນາເດັກນ້ອຍ. ຜົນປະໂຫຍດສູງສຸດຂອງເດັກນ້ອຍ ແມ່ນຄວາມຫ່ວງໄຍພື້ນຖານຂອງພໍ່ແມ່.
  • ເພື່ອຮັບປະກັນ ແລະ ສົ່ງເສີມສິດທິ ທີ່ໄດ້ກຳນົດ ໃນສົນທິສັນຍາສະບັບນີ້, ລັດພາຄີຕ້ອງໃຫ້ການຊ່ວຍເຫຼືອທີ່ເໝາະສົມ ແກ່ພໍ່ແມ່ ຫຼື ຜູ້ປົກຄອງທີ່ຖືກຕ້ອງຕາມກົດໝາຍ ໃນການປະຕິບັດຄວາມຮັບຜິດຊອບ ລ້ຽງເດັກ. ລັດພາຄີຈະຕ້ອງຮັບປະກັນ ໃຫ້ມີການສ້າງສະຖາບັນ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການ ສຳລັບເບິ່ງແຍງລ້ຽງດູເດັກ.
  • ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມ ເພື່ອຮັບປະກັນໃຫ້ແກ່ເດັກນ້ອຍ ທີ່ພໍ່ແມ່ ເຮັດການ ມີສິດຊົມໄຊ້ ການບໍລິການເບິ່ງແຍງລ້ຽງດູເດັກນ້ອຍ ແລະ ສະຖານທີ່ອຳນວຍຄວາມສະດວກ ທີ່ເຂົາເຈົ້າສົມຄວນຈະໄດ້ຮັບ.

ມາດຕາ 19

  • ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມ ທາງດ້ານນິຕິບັນຍັດ, ບໍລິຫານ, ສັງຄົມ ແລະ ສຶກສາ ເພື່ອປົກປ້ອງເດັກນ້ອຍ ຕ້ານກັບຄວາມຮຸນແຮງ ໃນທຸກຮູບການ, ທັງທາງກາຍ ແລະ ຈິດໃຈ, ເຊັ່ນ: ການທາລຸນ ຫຼື ທຳຮາຍ, ການປ່ອຍປະລະເລີຍ, ການປະຕິບັດຕໍ່ເດັກທີ່ບໍ່ຖືກຕ້ອງ ຫຼື ຂູດຮີດ, ລວມທັງການຂົ່ມຂືນສຳລັບທາງເພດ, ໃນຂະນະທີ່ຢູ່ພາຍໃຕ້ການລ້ຽງດູ ຂອງພໍ່ແມ່, ຜູ້ປົກຄອງຕາມກົດໝາຍ, ຫຼືບຸກຄົນອື່ນ ທີ່ມີຄວາມຮັບຜິດຊອບ ຕໍ່ການເບິ່ງແຍງລ້ຽງດູເດັກນ້ອຍ.
  • ຕາມຄວາມເໝາະສົມ, ມາດຕະການປົກປ້ອງດັ່ງກ່າວນັ້ນ ຄວນຈະປະກອບດ້ວຍລະບຽບການ ທີ່ມີປະສິດທິພາບ ເພື່ອສ້າງແຜນການ ທາງດ້ານສັງຄົມ ແນ່ໃສ່ການຊ່ວຍເຫຼືອທີ່ຈຳເປັນແກ່ເດັກ ແລະ ແກ່ຜູ້ທີ່ເບິ່ງແຍງເດັກ, ກໍຄືແນໃສ່ປົກປ້ອງໃນຮູບການອື່ນໆ ແລະ ແນໃສຊອກເຫັນ, ລາຍງານ, ອ້າງອີງ, ສືບສວນ, ປະຕິບັດ ແລະ ຕິດຕາມການປະພຶດທີ່ບໍ່ຖືກຕ້ອງຕໍ່ເດັກ ທີ່ໄດ້ລະບຸໄວ້ຂ້າງເທີງນີ້ ແລະ ແນໃສ່ດຳເນີນການດ້ານຕຸລາການຕາມຄວາມເໝາະສົມ.

ມາດຕາ 20

  • ເດັກນ້ອຍ ທີ່ໄດ້ຖືກຕັດແຍກ ຈາກຄອບຄົວຊົ່ວຄາວ ຫຼື ຖາວອນ ຫຼື ບໍ່ໄດ້ຮັບການອະນຸຍາດໃຫ້ຢູ່ໃນຄອບຄົວ ເພື່ອຜົນປະໂຫຍດອັນຊອບທຳທີ່ສຸດ ຂອງເຂົາ ມີສິດໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອ ແບບພິເສດຈາກລັດ
  • ຕາມກົດໝາຍພາຍໃນຂອງຕົນ ລັດພາຄີ ຈະຕ້ອງຮັບປະກັນວ່າ ເດັກ ຜູ້ທີ່ຖືກຕັດແຍກຈາກຄອບຄົວ ຈະໄດ້ຮັບການເບິ່ງແຍງດູແລ ຈາກລັດ.
  • ການລ້ຽງເດັກຄືດັ່ງກ່າວນັ້ນ ກໍ່ມີ: ການລ້ຽງເດັກໃນສູນລ້ຽງເດັກ, ກາຟາລາ ຂອງຄົນອິດສະລາມ, ການຮັບເອົາເປັນລູກລ້ຽງ ຫຼື ກໍລະນີ ຈໍາເປັນ ກໍແມ່ນ ຝາກໄຫ້ລ້ຽງດູ ໃນສະຖານທີ່ ທີ່ເໝາະສົມ. ເພື່ອພິຈາລະນາວິທີທາງແກ້ໄຂ,ລັດຈະຕ້ອງໄດ້ຄໍານຶງເຖິງ ຄວາມປາຖະໜາ ຂອງຊຸມຊົນ ໃນການສຶກສາອົບຮົມ ລ້ຽງດູເດັກນ້ອຍ ແລະ ຄໍານຶງເຖິງ ເຜົ່າພັນ, ສາດສະໜາ,ວັດທະນະທໍາ ແລະ ພາສາຂອງເດັກ.

ມາດຕາ 21

ລັດພາຄີທີ່ຮັບຮູ້ ແລະ/ຫຼື ອະນຸຍາດ ໃຫ້ມີລະບົບຮັບເອົາລູກລ້ຽງ ຈະຕ້ອງຮັບປະກັນວ່າ ຜົນປະໂຫຍດສູງສຸດຂອງເດັກ ຈະຖືເປັນບຸລິມະສິດ. ລັດພາຄີຈະຕ້ອງ:

(ກ). ຮັບປະກັນວ່າການຮັບເອົາລູກລ້ຽງ ຕ້ອງໄດ້ຮັບການອະນຸຍາດ ຈາກອົງການທີ່ມີສິດ ອຳນາດກ່ຽວຂ້ອງ. ໂດຍສອດຄ່ອງ ກັບກົດໝາຍ ລະບຽບການພາຍໃນ ກ່ຽວຂ້ອງ ແລະ ບົນພື້ນຖານຂໍ້ມູນທີ່ເຊືອຖືໄດ້ ແລະ ຖືກຕ້ອງ, ອົງການທີ່ມີສິດອຳນາດດັ່ງກ່າວນັ້ນ ຈະຕັດສິນວ່າ ຖານະຂອງເດັກຈະດີຂື້ນ ຖ້າສົມທຽບ ກັບຖານະຂອງເຂົາ ເວລາຢູ່ກັບພໍ່ແມ່, ຍາດຕິພີ່ນ້ອງ ແລະ ຜູ້ປົກຄອງຕາມກົດໝາຍ ແລະ ຖ້າຈຳເປັນ ກໍຈະຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມ ຈາກບຸກຄົນທີ່ກ່ຽວຂ້ອງ.

(ຂ). ຮັບຮູ້ວ່າ ການຮັບເອົາເປັນລູກລ້ຽງລະຫວ່າງຕ່າງປະເທດ ອາດຈະພິຈາລະນາ ເປັນວິທີທາງເລື່ອງຢ່າງໜຶ່ງ ໃນການເບິ່ງແຍງລ້ຽງດູເດັກ ຖ້າວ່າບໍ່ສາມາດຝາກເດັກຄົນນັ້ນ ໃນສູນລ້ຽງເດັກ ຫຼື ໃນຄອບຄົວທີ່ຮັບລ້ຽງໃດໜຶ່ງ ຫຼື ບໍ່ສາມາດໃຫ້ການລ້ຽງດູໃດໆ ທີ່ເໝາະສົມ ຢູ່ໃນປະເທດຖິ່ນກຳເນີດຂອງເຂົາ

(ຄ). ຮັບປະກັນວ່າ ເດັກນ້ອຍ ທີ່ຮັບເອົາເປັນລູກລ້ຽງ ຂອງຄົນຕ່າງປະເທດເທົ່ານັ້ນ ຕ້ອງໄດ້ຮັບການປົກປ້ອງ ແລະ ການລ້ຽງດູ ດ້ວຍມາດຖານເທົ່າທຽມກັນ ກັບມາດຖານ ແລະ ການປົກປ້ອງ ໃນກໍລະນີການຮັບເອົາເປັນລູກລ້ຽງ ຢູ່ພາຍໃນປະເທດ;

(ງ). ເອົາທຸກມາດຕະການທີ່ເໝາະສົມ ເພື່ອຮັບປະກັນວ່າ ໃນກໍລະຮັບເອົາເປັນລູກລ້ຽງ ລະຫວ່າງປະເທດ, ການມອບຮັບເດັກ ຈະບໍ່ເປັນການສວຍໂອກາດ ຊອກຫາຜົນປະໂຫຍດ ທາງດ້ານການເງິນ ຂອງບຸກຄົນ ທີ່ມີສ່ວນກ່ຽວຂ້ອງ;

(ຈ). ຖ້າເຫັນເໝາະສົມ, ເສີມຂະຫຍາຍເປົ້າໝາຍ ຂອງມາດຕານີ້ ດ້ວຍການເຮັດສັນຍາ ຫຼື ຂໍ້ຕົກລົງສອງຝ່າຍ ຫຼື ຫຼາຍຝ່າຍ, ໃນກອບຂອງຂໍ້ຕົກລົງນັ້ນ ພະຍາຍາມເພື່ອຮັບປະກັນວ່າ ການມອບຮັບເດັກ ລະຫວ່າງປະເທດ ຕ້ອງໄດ້ຮັບການດູແລຈາກອົງການ ຫຼື ພາກສ່ວນ ທີ່ມີສິດອຳນາດກ່ຽວຂ້ອງ

ມາດຕາ 22

  • ລັກພາຄີ ຈະຕ້ອງເອົາມາດຕະການທີ່ເໝາະສົມ ເພື່ອຮັບປະກັນວ່າ ເດັກນ້ອຍທີ່ກຳລັງສະແຫວງຫາສະຖານະພາບ ຂອງອົບພະຍົບ ຫຼື ຜູ້ທີ່ຖືວ່າ ເປັນອົບພະຍົບແລ້ວ ຕາມລະບຽບການ ກົດໝາຍພາຍໃນ ຫຼື ກົດໝາຍສາກົນ ເຖີງວ່າ ຜູ້ກ່ຽວມີພໍ່ແມ່ ຫຼື ຜູ້ອື່ນໆ ຕິດຕາມ ຫຼື ບໍ່ກໍຕາມ ກໍຕ້ອງຈະໄດ້ຮັບການປົກປ້ອງອັນເໝາະສົມ ແລະ ການຊ່ວຍເຫຼືອ ດ້ານມະນຸດສະທຳ ເພື່ອໃຫ້ເຂົາໄດ້ຊົມໄຊ້ສິດຂອງເຂົາ ຕາມທີ່ໄດ້ບົ່ງໄວ້ ໃນສົນທິສັນຍາສະບັບນີ້ ແລະ ສົນທິສັນຍາ ວ່າດ້ວຍສິດທິມະນຸດ ຫຼື ມະນຸດສະທຳອື່ນໆ ຊື່ງລັດທີ່ກ່າວມານັ້ນ ໄດ້ເປັນພາຄີ.
  • ເພື່ອຈຸດປະສົງນີ້ ລັດພາຄີ ຈະໃຫ້ການຮ່ວມມື ກັບອົງການສະພາແຫ່ງຊາດ, ອົງການຈັດຕັ້ງສາກົນ ຫຼື ອົງການທີ່ບໍ່ແມ່ນຂອງລັດຖະບານ ທີ່ໄດ້ໃຫ້ການຮ່ວມມືກັບອົງການສະຫະປະຊາຊາດ ຕາມທີ່ຕົນເຫັນເໝາະສົມ ໃນຄວາມພະຍາຍາມ ເພື່ອປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍດັ່ງກ່າວ ແລະ ເພື່ອຕິດຕາມຊອກພໍ່ແມ່ ສະມາຊິກຄອບຄົວຂອງເດັກອົບພະຍົບ ແນໃສ່ ໃຫ້ໄດ້ຮັບຂ່າວຄາວອັນຈຳເປັນ ສຳລັບ ການເຕົ້າໂຮມຄອບຄົວຂອງເຂົາເຈົ້າ. ໃນກໍລະນີ ທີ່ບໍ່ພົບເຫັນພໍ່ແມ່ ຫຼື ສະມາຊິກຄົນອື່ນໆ ທີ່ພັດພາກຈາກຄອບຄົວ ຂອງຕົນ ບໍ່ວ່າ ຈະດ້ວຍເຫດຜົນໃດກໍຕາມ, ເປັນການຊົ່ວຄາວ ຫຼື ຖາວອນ ຄືດັ່ງທີ່ໄດ້ກຳນົດໄວ້ ໃນສົນທິສັນຍາສະບັບນີ້.

ມາດຕາ 23

  • ລັດພາຄີຮັບຮູ້ວ່າ ເດັກນ້ອຍພິການທາງກາຍ ຫຼື ຈິດໃຈ ຄວນຈະໄດ້ດຳລົງຊີວິດ ທີ່ເໝາະສົມຢ່າງເຕັມສ່ວນ ໃນເງື່ອນໄຂທີ່ຮັບປະກັນກຽດສັກສີ, ສົ່ງເສີມການເພິ່ງຕົນເອງ ແລະ ອຳນວຍຄວາມສະດວກ ໃນການຕາງໜ້າເຂົ້າຮ່ວມ ການເຄື່ອນໄຫວ ຂອງຊຸມຊົນ.
  • ລັດພາຄີຮັບຮູ້ສິດ ຂອງ ເດັກພິການ ໃນການທີ່ຈະໄດ້ຮັບ ການເບິ່ງແຍງດູແລເປັນພິເສດ ລັດພາຄີຈະຕ້ອງຊຸກຍູ້ ແລະ ຮັບປະກັນໃຫ້ເດັກນ້ອຍທີ່ມີສິດໄດ້ຮັບ ແລະ ຜູ້ທີ່ຮັບຜິດຊອບຕໍ່ການເບິ່ງແຍງພວກເຂົາ ໄດ້ຮັບການຊ່ວຍເຫຼືອ ຕາມຄວາມສາມາດ ທາງດ້ານຊັບພະຍາກອນ ທີ່ມີຕາມຄຳຮ້ອງຂໍ ແລະ ຕາມຄວາມເໝາະສົມ ກັບເງື່ອນໄຂຂອງເດັກ ແລະ ສະພາບຂອງພໍ່ແມ່ ຫຼື ຜູ້ທີ່ໃຫ້ການເບິ່ງແຍງເດັກນ້ອຍ.
  • ໂດຍຮັບຮູ້ ເຖີງຄວາມຮຽກຮ້ອງຕ້ອງການພິເສດ ຂອງເດັກນ້ອຍພິການ, ການຊ່ວຍເຫຼືອທີ່ຕອບສະໝອງໃຫ້ຕາມວັກ 2 ຂອງມາດຕານີ້ ເປັນການຊ່ວຍເຫຼືອລ້າ ເມື່ອໃດເປັນໄປໄດ້ ໂດຍຄຳນຶງເຖີງຊັບສິນ ຂອງພໍ່ແມ່ ຫຼື ບຸກຄົນອື່ນ ທີ່ເບິ່ງແຍງລ້ຽງດູເດັກ, ການຊ່ວຍເຫຼືອນັ້ນຈະຕ້ອງຮັບປະກັນ ໃຫ້ເດັກນ້ອຍພິການ ໄດ້ຮັບການສຶກສາ, ການຝຶກອົບຮົມ, ການປິ່ນປົວ ແລະ ການຟື້ນຟູສຸກຂະພາບ, ການຝຶກອົບຮົມວິຊາຊີບ ເພື່ອໃຫ້ມີວຽກເຮັດງານທຳ ແລະ ໂອກາດພັດຜ່ອນຢ່ອນໃຈ ໃນທາງທີ່ຊ່ວຍໃຫ້ເດັກນ້ອຍສາມາດ ເຂົ້າຮ່ວມການດຳເນີນຊີວິດໃນສັງຄົມໄດ້ຢ່າງເຕັມສ່ວນ ພ້ອມທັງ ການພັດທະນາຂອງຕົນເອງ ທັງທາງດ້ານວັດທະນະທຳ ແລະ ຈິດໃຈ
  • ບົນຈິດໃຈການຮ່ວມມືສາກົນ, ລັດພາຄີ ຈະຕ້ອງສົ່ງເສີມ ການແລກປ່ຽນຂໍ້ມູນ ທີ່ເໝາະສົມໃນຂະແໜງກາຍປົກປ້ອງ ແລະ ການປິ່ນປົວສຸກກະພາບທົ່ວໄປ, ການປິ່ນປົວທາງດ້ານຈິດໃຈ ແລິ ທາງດ້ານການເຄື່ອນໄຫວ ຂອງອະໄວຍະວະ ຂອງເດັກນ້ອຍພິການ, ລວມທັງ ການເຜີຍແຜ່ ແລະ ການໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບວິທີການຟື້ນຟູສຸກກະພາບ, ການສຶກສາ ແລະ ການບໍລິການດ້ານວິຊາຊີບ, ໂດຍແນໃສ່ເຮັດໃຫ້ລັດພາຄີ ສາມາດເປັນປຸກຄວາມສາມາດ ແລະ ຄວາມຊຳນິຊຳນານ ແລະ ມີປະສົບການອັນກວ້າງຂວາງ ໃນຂົງເຂດນີ້. ເພື່ອພິຈາລະນາບັນຫາດັ່ງກ່າວນີ້ ຄວາມຮຽກຮ້ອງຕ້ອງການ ຂອງປະເທດກຳລັງພັດທະນາ ຈະຕ້ອງໄດ້ຮັບການເອົາໃຈໃສ່

ມາດຕາ 24

  • ລັດພາຄີຮັບຮູ້ວ່າ ເດັກນ້ອຍມຮສິດ ມີສຸກຂະພາບແຂງແຮງ ແລະ ໄດ້ຮັບການປິ່ນປົວ ແລະ ຟື້ນຟູສຸກກະພາບ ຕາມມາດຕະຖານສູງສຸດເທົ່າທີ່ຈະເຮັດໄດ້. ລັດພາຄີຈະຕ້ອງໄຊ້ຄວາມພະຍາຍາມ ເພື່ອຮັບປະກັນບໍ່ໃຫ້ມີເດັກນ້ອຍຄົນໃດ ຖືກຕັດສິດໃນການຊົມໄຊ້ສິດ ການບໍລິການ ດ້ານການຮັກສາສຸຂະພາບດັ່ງກ່າວ
  • ລັດພາຄີ ຈະຕ້ອງຈັດຕັ້ງປະຕິບັດສິດດັ່ງກ່າວ ຢ່າງເຕັມສ່ວນ ແລະ ໂດຍສະເພາະແລ້ວຈະຕ້ອງເອົາມາດຕະການທີ່ເໝາະສົມດັ່ງລຸ່ມນີ້ ເພື່ອ:
  • ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມ ແລະ ມີປະສິດທິພາບ ເພື່ອລົບລ້າງພຶດຕິກຳອັນເກົ່າແກ່ ທີ່ເປັນອັນຕະລາຍສຸກຂະພາບຂອງເດັກນ້ອຍ.
  • ລັດພາຄີ ຮັບປະກັນທີ່ຈະຊຸກຍູ້ ແລະ ສົ່ງເສີມການຮ່ວມມືສາກົນ ໂດຍແນໃສຮັບປະກັນການກ້າວໜ້າຂອງການປະຕິບັດສິດທີ່ຖືກຮັບຮູ້ໃນມາດຕານີ້ ໃຫ້ປະກົດຜົນເປັນຈິງ. ຄວາມຮຽກຮ້ອງຕ້ອງການ ຂອງປະເທດກຳລັງພັດທະນາ ໃນດ້ານນີ້, ຈະຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ.

(ກ). ລົດອັດຕາການຕາຍຂອງເດັກເກີດໄໝ່ ແລະ ເດັກນ້ອຍ

(ຂ). ຮັບປະກັນການຊ່ວຍເຫຼືອ ທາງດ້ານການແພດ ແລະ ການຮັກສາສຸກຂະພາບ ທີ່ຈຳເປັນແກ່ເດັກນ້ອຍທຸກຄົນ ໂດຍເນັ້ນໜັກໃສ່ ການພັດທະນາປະຖົມສຸຂະພິບານ

(ຄ). ຕ້ານພະຍາດ ແລະ ການຂາດອາຫານ, ຊື່ງລວມໃນກອບ ຂອງການປະຖົມສຸຂາພິບານ, ໂດຍຜ່ານການນຳໄຊ້ ເຕັກໂນໂລຊີ ທີ່ມີຢູ່ແລ້ວ ແລະ ຜ່ານການຕອບສະໜອງ ດ້ານອາຫານ ທີ່ທາດບຳລຸງພຽງພໍ ແລະ ນໍ້າດື່ມທີ່ສະອາດ ໂດຍຄຳນຶງເຖີງຄວາມອັນຕະລາຍ ແລະ ຄວາມສ່ຽງໄພ ຕໍ່ຄວາມເປິເປື້ອນ ຂອງສະພາບແວດລ້ອມ; ແລະ ຜ່ານວິທີການຮັກສາສຸຂະພາບແບບອື່ນໆ.

(ງ). ຮັບປະກັນການເບິ່ງແຍງສຸຂະພາບຂອງແມ່ ກ່ອນ ແລະ ຫຼັງຄອດ;

(ຈ). ຮັບປະກັນວ່າ ທຸກພາກສ່ວນຂອງສັງຄົມ, ໂດຍສະເພາະແມ່ນພໍ່ແມ່ ແລະ ເດັກນ້ອຍ, ໃຫ້ໄດ້ຮັບຂໍ້ມູນຂ່າວສານ ແລະ ການສຶກສາກ່ຽວກັບການຮັກສາສຸຂະພາບ, ອາຫານການກິນຂອງເດັກນ້ອຍ ແລະ ໄດ້ຮັບການສະໜັບສະໜູນ ຈາກການນຳໄຊ້ ຄວາມຮູ້ພື້ນຖານ ກ່ຽວກັບສຸກກະພາບ ແລະ ໂພສະນາການຂອງເດັກ, ຜົນດີຂອງການລ້ຽງລູກ ດ້ວຍນົມແມ່, ຂອງການອານາໄມ ແລະ ຂອງສະພາບແວດລ້ອມທີ່ສະອາດ ແລະ ຂອງການປ້ອງກັນອຸປະຕິເຫດ;

(ສ). ພັດທະນາ ການປ້ອງກັນສຸຂະພາບ, ການແນະນຳແກ່ພໍ່ແມ່ ພ້ອມທັງການສຶກສາ ແລະ ການບໍລິການດ້ານການວາງແຜນຄອບຄົວ

ມາດຕາ 25

ລັດພາຄີຮັບຮູ້ວ່າ ສິດຂອເດັກນ້ອຍ ຜູ້ທີ່ຖືກມອບໝາຍໂດຍເຈົ້າໜ້າທີ່ ທີ່ມີສິດອຳນາດ

ກ່ຽວຂ້ອງ ເພື່ອລ້ຽງດູ, ປົກປ້ອງ ແລະ ປິ່ນປົວສຸຂະພາບ ມາງກາຍ ແລະ ຈິດໃຈ, ມີສິດໄດ້ຮັບການກວດກາຄືນ ເປັນໄລຍະ ກ່ຽວກັບການປິ່ນປົວ ແລະ ທຸກສະພາບການ ທີ່ພົວພັນເຖິງການມອບຮັບເດັກດັ່ງກ່າວມານັ້ນ.

ມາດຕາ 26

  • ລັດພາຄີ ຈະຕ້ອງຮັບຮູ້ສິດຂອງເດັກທຸກຄົນ ໃນການໄດ້ຮັບສະຫວັດດີການສັງຄົມ, ລວມທັງການປະຕິບັດໄພສັງຄົມ ແລະ ຈະຕ້ອງເອົາມາດຕະການ ທີ່ຈຳເປັນ ເພື່ອປະຕິບັດສິດດັ່ງກ່າວນັ້ນ ໃຫ້ປະກົດຜົນເປັນຈິງ ຢ່າງເຕັມສ່ວນ ຕາມກົດໝາຍພາຍໃນຂອງຕົນ.
  • ຕໍ່ຜູ້ທີ່ມີເງື່ອນໄຂທີ່ເໝາະສົມ, ຜົນປະໂຫຍດດັ່ງກ່າວມາຂ້າງເທີງ ຄວນມອບໃຫ້ຕາມຄວາມ ເໝາະສົມ ກັບເງື່ອນໄຂດ້ານຊັບສິນ ແລະ ສະພາບຂອງເດັກນ້ອຍ ແລະ ຜູ້ທີ່ມີຄວາມຮັບຜິດຊອລໃນການລ້ຽງດູເດັກ, ພ້ອມດ້ວຍການພິຈາລະນາດ້ານຕ່າງໆ ທີ່ກ່ຽວຂ້ອງກັບການ ຮ້ອງຂໍການຊ່ວຍເຫຼືອ ດ້ານສະຫວັດດີການແກ່ເດັກນ້ອຍ ຫຼື ໃຫ້ແກ່ຜູ້ຕາງໜ້າຂອງເຂົາ

ມາດຕາ 27

  • ລັກພາຄີ ຮັບຜູ້ວ່າ ເດັກນ້ອຍທຸກຄົນມີສິດ ມີເງື່ອນໄຂຊີວິດການເປັນຢູ່ ທີ່ສົມເຫດສົມຜົນ ກັບການພັດທະນາທາງ ຈິດປະສາດ, ຈິດໃຈ, ຈັນຍາທຳ ແລະ ສັງຄົມຂອງຕົນ.
  • ພໍ່ແມ່ ຫຼື ບຸກຄົນອື່ນ ທີ່ຮັບຜິດຊອບເດັກ ມີພາລະຕົ້ນຕໍໃນການຮັບປະກັນໃຫ້ເດັກນ້ອຍມີເງື່ອນໄຂດຳລົງຊີວິດ ທີ່ຈຳເປັນສຳລັບການພັດທະນາຂອງເດັກ ຕາມຄວາມສາມາດ ແລະ ເງື່ອນໄຂ ທາງດ້ານເງິນຂອງຕົນ.
  • ໂດຍສອດຄ່ອງກັບເງື່ອນໄຂພາຍໃນ ແລະ ດ້ວຍວິທີການຂອງຕົນ,ລັດພາຄີ ຈະຕ້ອງເອົາມາດຕະການທີ່ເໝາະສົມ ເພື່ອຊ່ວຍເຫຼືອພໍ່ແມ່ ຫຼື ບຸກຄົນທີ່ຮັບຜິດຊອບເດັກ ໃນການຈັດຕັ້ງປະຕິບັດສິດດັ່ງກ່າວນີ້ ແລະ ໃນກໍລະນີທີ່ຈຳເປັນ ຈະຕ້ອງໃຫ້ການຊ່ວຍເຫຼືອ ທາງດ້ານວັດຖຸ ແລະ ໂຄງການໃຫ້ການສະໜັບສະໜູນ ໂດຍສະເພາະ ກ່ຽວກັບການຕອບສະໜອງດ້ານສະບຽງອາຫານ, ເຄື່ອງນຸ່ງຮົ່ມ ແລະ ທີ່ພັກອາໃສ.
  • ລັດພາຄີ ຈະຕ້ອງເອົາມາດຕະການທີ່ເໝາະສົມ ເພື່ອຮັບປະກັນໃຫ້ພໍ່ແມ່ ຫຼື ບຸກຄົນທີ່ມີຄວາມຮັບຜິດຊອບ ດ້ານການເງິນຕໍ່ເດັກ ໄດ້ໃຫ້ການເບິ່ງແຍງດູແລເດັກ ທັງຢູ່ພາຍໃນລັດພາຄີ ແລະ ຕ່າງປະເທດ. ໂຍຍສະເພາະແລ້ວໃນເມື່ອບຸກຄົນ ທີ່ມີຄວາມຜິດຊອບທາງ ດ້ານການເງິນຕໍ່ເດັກນ້ອຍທີ່ອາໄສຢູ່ຕ່າງລັດ, ລັດພາຄີ ຈະຕ້ອງສົ່ງເສີມການເຂົ້າຮ່ວມເປັນພາຄີ ຫຼື ເຊັນສັນຍາສາກົນ ພ້ອມດ້ວຍຂໍ້ຕົກລົງອື່ນໆທີ່ເໝາະສົມ

ມາດຕາ 28

  • ລັດພາຄີ ຮັບຮູ້ສິດຂອງເດັກນ້ອຍໃນການສຶກສາ. ເພື່ອຮັບປະກັນການປະຕິບັດສິດດັ່ງກ່າວໃຫ້ມີຄວາມຄືບໜ້າ ແລະ ພື້ນຖານການໃຫ້ໂອກາດເທົ່າທຽມກັນ, ໂດຍສະເພາະຢ່າງຍິ່ງ ລັດພາຄີ ຈະຕ້ອງ:
  • ລັດພາຄີ ຈະຕ້ອງເອົາມາດຕະການທີ່ເໝາະສົມ ເພື່ອຮັບປະກັນໃຫ້ ລະບຽບຄຸ້ມຄອງການສຶກສາ ສອດຄ່ອງກັບກຽດສັກສີ ແຫ່ງຄວາມເປັນມະນຸດຂອງເດັກ ແລະ ສອດຄ່ອງກັບສົນທິສັນຍາສະບັບນີ້.
  • ລັດພາຄີ ຈະຕ້ອງຊຸກຍູ້ ແລະ ສົ່ງເສີມການຮ່ວມມືສາກົນ ໃນດ້ານການສຶກສາ, ໂດຍສະເພາະແລ້ວ ແມ່ນເພື່ອປະກອບສ່ວນເຂົ້າໃນການລົບລ້າງ ການກືກໜັງສື ແລະ ຄວາມໂງ່ຈ້າຫຼ້າຫຼັງໃນຂອບເຂດທົ່ວໂລກ ແລະ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການໄດ້ຮຽນຮູ້ວິທະຍາາດ ແລະ ເຕັກນິກ ແລະ ຮຽນຮູ້ວິທີການສິດສອນ ທີ່ທັນສະໄໝ. ເພື່ອພິຈາລະນາບັນຫານີ້, ຄວາມຮຽກຮ້ອງຕ້ອງການ ຂອງປະເທດພວມພັດທະນາ ຈະຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

(ກ). ເຮັດໃຫ້ການສຶກສາຂັ້ນປະຖົມ ເປັນພາກບັງຄັບ ແລະ ບໍ່ໃຫ້ເສຍຄ່າສຳລັບທຸກຄົນ;

(ຂ). ຊຸກຍູ້ໃຫ້ມີການພັດທະນາ ມັດທະຍົມສຶກສາ ໃນຫຼາຍຮູບແບບ ລວມທັງສາມັນສຶກສາ ແລະ ອາຊີວະສຶກສາ ໂດຍສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກທຸກຄົນ ໄດ້ເຂົ້າຮຽນຢ່າງທົ່ວເຖິງ ພ້ອມດຽວກັນ ກໍຕ້ອງເອົາມາດຕະການທີ່ເໝາະສົມ ເຮັດໃຫ້ການສຶກສາທີ່ບໍ່ໄດ້ເສຍຄ່າ ແລະ ໃຫ້ການຊ່ວຍເຫຼືອ ທາງດ້ານການເງິນ ໃນກໍລະນີທີ່ຈຳເປັນ;

(ຄ). ດ້ວຍທຸກວິທີທາງທີ່ເໝາະສົມ, ເຮັດໃຫ້ການສຶກສາຂັ້ນສູງ ເປັນທີທຸກຄົນສາມາດເຂົ້າຮຽນໄດ້ ບົນພື້ນຖານຄວາມສາມາດຂອງນັກຮຽນ;

(ງ). ເຜີຍແຜ່ຂໍ້ມູນຂ່າວສານ ແລະ ທິດທາງກ່ຽວກັບການສຶກສາ ແລະ ວິຊາຊີບເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຊາບຢ່າງທົ່ວເຖິງ;

(ຈ). ເອົາມາດຕະການ ປຸກລະດົມ ເດັກນັກຮຽນຂື້ນຫ້ອງຮຽນ ຢ່າງເປັນປົກກະຕິ ແລະ ຫຼຸດຜ່ອນອັດຕາການອອກໂຮງຮຽນກ່ອນກຳນົດ.

ມາດຕາ 29

  • ລັດພາຄີເຫັນດີເຫັນພ້ອມນຳກັນວ່າ ການສຶກສາຂອງເດັກ ຈະຕ້ອງແນໃສ່:
  • ບໍ່ມີບົດບັນຍັດໃດ ໃນມາດຕານີ້ຫຼືມາດຕາ 28 ທີ່ຈະຖືກຕີຄວາມໝາຍວ່າເປັນການແຊກແຊງເສລີພາບທາງກາຍ ແລະ ຈິດໃຈ ຂອງບຸກຄົນຫຼືອົງການຈັດຕັ້ງໃນການສ້າງຕັ້ງແລະຄຸ້ມຄອງສະຖາບັນການສຶກສາ ຕາມຫຼັກການ ທີ່ບົ່ງໄວ້ ໃນວັກ 1 ຂອງມາດຕານີ້ ແລະ ຕອບສະໜອງ ຕາມລະດັບຄາດໝາຍທີ່ວ່າ ການສຶກສາໃນສະຖາບັນຄືດັ່ງກ່າວນັ້ນຈະຕ້ອງຮັບປະກັນ ໃຫ້ໄດ້ຕາມມາດຕະຖານຕໍ່າສຸດ ທີ່ລັດໄດ້ກຳນົດໄວ້.

(ກ).ພັດທະນາບຸກຄະລິກ,ພອນສະຫວັນ, ກຳລັງວັງຊາແລະສະຕິປັນຍາຂອງເດັກຈົນເຕັມຄວາມສາມາດຂອງເຂົາ;

(ຂ).ພັດທະນາານເຄົາຮົບນັບຖືສິດທິມະນຸດ ແລະ ອິດສະລະພາບພື້ນຖານ ຂອງມະນຸດ ແລະ ຫຼັກການ ທີ່ໄດ້ກຳນົດໄວ້ ໃນກົດບັດສະຫະປະຊາຊາດ;

(ຄ). ສ້າງໃຫ້ເດັກນ້ອຍເຄົາຮົບນັບຖືພໍ່ແມ່,ເອກະລັກທາງດ້ານວັດທະນະທຳ, ພາສາ ແລະ ຄ່ານິຍົມແຫ່ງຊາດຂອງຕົນ, ເປັນການເຄົາຮົບນັບຖືຄ່ານິຍົມ ທີ່ເຂົາເຈົ້າພັກອາໃສຢູ່, ຂອງປະເທດຕົ້ນກຳເນີດ ແລະ ມີຄວາມເຄົາຮົບນັບຖືອະລິຍະທຳ ທີ່ແຕກຕ່າງຈາກອະລິຍະທຳຂອງຕົນ;

(ງ).ເຮັດໃຫ້ການກຽມພ້ອມຂອງເດັກ ທີ່ຈະດຳລົງຊີວິດທີ່ມີຄວາມຮັບຜິດຊອບຢູ່ໃນສັງຄົມທີ່ມີເສລີພາບບົນຈິດໃຈແຫ່ງຄວາມເຂົ້າອົກເຂົ້າໃຈ, ສັນຕິພາບ, ການປະນີປານອມ, ສະເໝີພາບລະຫວ່າງເພດ ແລະ ສະເໝີພາບລະຫວ່າງປະຊາຊົນທຸກຊາດ,ທຸກຊົນຊາດ ຊົນເຜົ່າ, ທຸກກຸ່ມສາດສະໝາ ແລະ ກຸ່ມຄົນພື້ນຖານປະຊາຊົນ, ບັນດາຊົນຊ່ດຊົນເຜົ່າແລະສາສະໝາ ແລະ ກຸ່ມຄົນພື້ນເມືອງ;

(ຈ). ພັດທະນາເດັກໃຫ້ມີຄວາມຮັກ ແລະ ຫວງແຫນສິ່ງແວດລ້ອມທຳມະຊາດ.

ມາດຕາ 30

ໃນລັດ ທີ່ມີກຸ່ມສາສະໜາ ຫຼື ພາສາ ຫຼື ກຸ່ມຊົນເຜົ່າສ່ວນນ້ອຍ ຫຼື ກຸ່ມຊົນພື້ນເມືອງອາໃສຢູ່, ເດັກນ້ອຍໃນກຸ່ມຄົນສ່ວນນ້ອຍ ຫຼື ຊາວພື້ນເມືອງດັ່ງກ່າວມານັ້ນ ຈະຕ້ອງມີສິດ ທີ່ຈະອະນຸລັກວັດທະນະທຳ, ເປີດເຜີຍ ແລະ ເຮັດພິທີທາງສາສະໜາ ຂອງຕົນ ຫຼື ໄຊ້ພາສາ ຂອງຕົນຮ່ວມກັບຊຸມຊົນຂອງຕົນ.

ມາດຕາ 31

  • ລັດພາຄີ ຮັບຮູ້ສິດຂອງເດັກນ້ອຍ ໃນການພັກຜ່ອນຢ່ອນອາລົມ, ເຂົ້າຮ່ວມໃນກິດຈະກຳກິລາ ແລະ ບັນເທີງ ທີ່ເໝາະສົມກັບອາຍຸຂອງເດັກ ແລະ ປະກອບສ່ວນເຂົ້າໃນຊີວິດວັດທະນະທຳ ແລະ ສິນລະປະກຳ ຢ່າງມີອິດສະລະພາບ.
  • ລັດພາຄີ ຈະຕ້ອງເຄົາຮົບ ແລະ ສົ່ງເສີມສິດ ຂອງເດັກນ້ອຍ ໃນການປະກອບສ່ວນ ຢ່າງເຕັມສ່ວນເຂົ້າໃນຊີວິດວັດທະນະທຳ ແລະ ສິນລະປະກຳ ພ້ອມກັນນັ້ນ ກໍຕ້ອງຊຸກຍູ້ ໃຫ້ມີການສ້າງໂອກາດທີ່ເໝາະສົມ ແລະ ສະເໝີພາບ ສຳລັບການເຄື່ອນໄຫວທາງດ້ານວັດທະນະທຳ, ສິນລະປະ, ກິລາກາຍຍະກຳ, ພັກຜ່ອນຢ່ອນອາລົມ.

ມາດຕາ 32

  • ລັດພາຄີ ຮັບຮູ້ສິດຂອງເດັກນ້ອຍ ໃນການໄດ້ຮັບການປົກປ້ອງ ບໍ່ໃຫ້ຖືກຂູດຮີດ ດ້ານເສດຖະກິດ ແລະ ຖືກໄຊ້ເຮັດວຽກທີ່ເປັນອັນຕະລາຍ ຫຼື ເປັນການກະທົບ ຕໍ່ການສຶກສາ, ຫຼືເປັນຜົນເສຍຫາຍ ແກ່ສຸຂະພາບ ຫຼື ແກ່ການພັດທະນາທາງຮ່າງກາຍ, ຈິດປະສາດ, ຈິດໃຈ, ຈັນຍາທຳ ຫຼື ທາງດ້ານສັງຄົມຂອງເດັກ.
  • ລັກພາຄີ ຈະຕ້ອງມາດຕະການທາງດ້ານກົດໝາຍ, ບໍລິຫານ, ສັງຄົມ ແລະ ການສຶກສາ ເພື່ອຮັບປະກັນການປະຕິບັດມາດຕານີ້. ເພື່ອຈຸດປະສົງດັ່ງກ່າວ, ແລະ ໂດຍສອດຄ່ອງກັບຂໍ້ບັນຍັດ ຂອງສັນຍາສາກົນອື່ນໆ, ລັດພາຈະຕ້ອງ:

(ກ). ກໍານົດອາຍຸຕໍ່າສຸດ ສໍາລັບການຮັບເອົາເຮັດວຽກ;

(ຂ).ນົດລະບຽບການທີ່ເໝາະສົມກ່ຽວກັບໂມງເວລາແລະເງື່ອນໄຂໃນການອອກແຮງງານ

(ຄ). ບັນຍັດການລົງໂທດທີ່ເໝາະສົມ ຫຼື ເອົາມາດຕະການອື່ນໆ ເພື່ອຮັບປະກັນການປະຕິບັດມາດຕານີ້ ຢ່າງມີປະສິດທິພາບ.

ມາດຕາ 33

ລັດພາຄີ ຈະຕ້ອງທຸກມາດຕະການທີ່ເໝາະສົມ, ລວມທັງມາດຕະການ ທາງນິຕິບັນຍັດ, ບໍລິຫານ, ສັງຄົມ ແລະ ການສຶກສາ ເພື່ອປ້ອງກັນເດັກນ້ອຍ ບໍ່ໃຫ້ໄຊ້ຢາເສບຕິດ ແລະ ສານອອກລິດຕໍ່ຈິດປະສາດ ຢ່າງຜິດກົດໝາຍ ດັ່ງທີ່ໄດ້ກຳນົດໄວ້ ໃນສົນທິສັນຍາສາກົນທີ່ກ່ຽວຂ້ອງ ແລະ ປ້ອງກັນເດັກນ້ອຍ ບໍ່ໃຫ້ຖືກສວຍໄຊ້ ເຂົ້າໃນການຜະລິດ ແລະ ຊື້ຂາຍສານດັ່ງກ່າວ ແບບຜິດກົດໝາຍ.

ມາດຕາ 34

ລັດພາຄີ ຈະຕ້ອງເອົາມາດຕະການ ປົກປ້ອງເດັກນ້ອຍ ບໍ່ໃຫ້ຖືກຂູດຮີດທາງເພດ ແລະ ຖືກຂົ່ມຂືນສຳເລົາ. ເພື່ອຈຸດປະສົງດັ່ງກ່າວ, ລັດພາຄີ ຈະຕ້ອງເອົາທຸກມາດຕະການ ທີ່ເໝາະສົມ ໂດຍສະເພາະແມ່ນມາດຕະການລະດັບຊາດ, ສອງຝ່າຍ ຫຼື ຫຼາຍຝ່າຍ ເພື່ອສະກັດກັ້ນ:

(ກ). ການຍົວະເຍົ້າ ຫຼື ການຂູ່ໃຫ້ເດັກ ເຂົ້າໄປພົວພັນ ໃນກິດຈະການທາງເພດ ແບບຜິດກົດໝາຍ

(ຂ). ການໄຊ້ເດັກນ້ອຍ ແບບຂູດຮີດ ໃນການຄ້າປະເວນີ ຫຼື ພຶດຕິກໍາທາງເພດ ແບບຜິດກົດໝາຍ;

(ຄ). ການໄຊ້ເດັກນ້ອຍ ແບບຂູດຮີດ ໃນການສະແດງຮູບພາບ ແລະ ໜັງສືລາມົກຕ່າງໆ

ມາດຕາ 35

ລັດພາຄີ ຈະຕ້ອງເອົາມາດຕະການທີ່ເໝາະສົມ ໃນລະດັບຊາດ, ສອງຝ່າຍ ແລະຫຼາຍຝ່າຍ ເພື່ອປ້ອງກັນການລັກພາຕົວ, ຫຼື ລັກລອບຄ້າຂາຍເດັກ ບໍ່ວ່າຈະດ້ວຍຈຸດປະສົງໃດ ຫຼື ຮູບການໃດກໍ່ຕາມ.

ມາດຕາ 36

ລັດພາຄີ ຈະຕ້ອງປົກປ້ອງເດັກ ບໍ່ໃຫ້ຖູກຂູດຮີດໃນຮູບການຕ່າງໆ ທີ່ຜິດກົດໝາຍ ຊື່ງແຕະຕ້ອງເຖີງສະຫວັດດີພາບ ຂອງເດັກ.

ມາດຕາ 37

ລັດພາຄີຈະຕ້ອງຮັບປະກັນວ່າ:

(ກ). ບໍ່ມີເດັກນ້ອຍຄົນໃດ ຈະຖືກທໍລະມານ ຫຼື ຖືກລົງໂທດ ຫຼື ໄດ້ຮັບການກະທໍາ ທີ່ ຮ້າຍປ່າເຖື່ອນໄຮ້ມະນຸດສະທຳ ເຊື່ອມຊາມ. ເດັກທີ່ຖືກຕ້ອງຫາມີອາຍຸຕໍ່າ ກວ່າສີບແປດປີຈະບໍ່ຖືກຕັດສິນລົງໂທດປະຫານຊີວິດຫຼື ຈຳຄຸກຕະຫຼອດຊີວິດ ໂດຍບໍ່ມີເງື່ອນໄຂ ທີ່ຈະຕ້ອງປ່ອຍຕົວ

(ຂ). ບໍ່ມີເດັກນ້ອຍຄົນໃດ ຈະຖືກຕັດອິດສະລະພາບ ຢ່າງຜິດກົດໝາຍ ຫຼື ໂດຍພາລະການ. ການຈັບກຸມ, ກັກຕົວ ຫຼື ຈຳຄຸກເດັກນ້ອຍຈະຕ້ອງປະຕິບັດຕາມກົດໝາຍແລະ ຕ້ອງເປັນມາດຕະການສຸດທ້າຍ, ປະຕິບັດໃນໄລຍະເວລາສັ້ນເທົ່ານັ້ນ;

(ຄ).ເດັກນ້ອຍທຸກຄົນ ທີ່ຖືກຕັດອິດສະລະພາບ ຈະຕ້ອງໄດ້ຮັບການດູແລ ຢ່າງມີມະນຸດສະທຳ ແລະ ເຄົາຮົບກຽດສັກສີ ຂອງຄວາມເປັນມະນຸດ ໂດຍຄຳນຶງເຖີງຄວາມຕ້ອງການຂອງຄົນທີ່ຢູ່ໃນໄວອາຍຸຂອງເຂົາ. ໂດຍສະເພາະ, ເດັກນ້ອຍທີ່ຖືກຕັດອິດສະລະພາບ ຈະຕ້ອງຖືກແຍກອອກຈາກຜູ້ໃຫຍ່, ເວັ້ນເສຍແຕ່ວ່າ ການກັກຂັງເດັກນ້ອຍຢູ່ນຳຜູ້ໃຫຍ່ ເປັນຜົນປະໂຫຍດອັນສູງສຸດ ຂອງເດັກນ້ອຍ ແລະ ເດັກນ້ອຍຈະຕ້ອງມີສິດ ຕິດຕໍ່ພົວພັນກັບຄອບຄົວ ໂດຍທາງຈົດໝາຍ ແລະ ດ້ວຍການຢ້ຽມຢາມ, ເວັ້ນເສຍແຕ່ໃນກໍລະນີພິເສດ;

ມາດຕາ 38

  • ລັດພາຄີຮັບຮັບຮອງທີ່ຈະເຄົາຮົບ ແລະ ຮັບປະການເຄົາຮົບ ລະບຽບການຂອງກົດໝາຍສາກົນ ວ່າດ້ວຍມະນຸດສະທຳ ຊື່ງແນໃສ່ປົກປ້ອງເດັກນ້ອຍ ແລະ ມີຜົນບັງຄັບໄຊ້ຕໍ່ລັດພາຄີ ຂອງສົນທິສັນຍາສະບັບນີ້ ໃນກໍລະນີມີການປະທະອາວຸດ.
  • ລັດພາຄີ ຈະຕ້ອງເອົາມາດຕະການ ທີ່ສາມາດເຮັດໄດ້ ເພື່ອຮັບປະກັນການບໍ່ໃຫ້ ບຸກຄົນທີ່ມີອາຍຸຕໍ່າກວ່າ 15ປີ ມີສ່ວນຮ່ວມໂດຍກົງໃນການເປັນປໍລະປັກກັນ.
  • ລັດພາຄີ ຈະບໍ່ເກັບເກນເດັກ ທີ່ມີອາຍຸຕໍ່າກວ່າ 15 ປີ ແຕ່ຕໍ່າກວ່າ 18ປີ ລັດພາຄີຕ້ອງເລືອກຜູ້ທີ່ມີອາຍຸສູງກວ່າໝູ່
  • ໂດຍສອດຄ່ອງກັບພັນທະຂອງຕົນ ພາຍໃຕ້ກົດໝາຍສາກົນ ກ່ຽວກັບມະນຸດສະທຳ ໃນການປົກປ້ອງພົນລະເຮືອນ ໃນກໍລະນີມີການປະທະກັນດ້ວຍກຳລັງອາວຸດ, ລັດພາຄີ ຕ້ອງເອົາມາດຕະການທີ່ສາມາດເຮັດໄດ້ ເພື່ອຮັບປະກັນການປົກປ້ອງ ແລະ ເບີ່ງແຍງເດັກນ້ອຍທີ່ໄດ້ຮັບຜົນກະທົບ ຈາກການປະທະດັ່ງກ່າວ.

ມາດຕາ 39

ລັດພາຄີ ຈະຕ້ອງເອົາທຸກມາດຕະການທີ່ເໝາະສົມ ເພື່ອສົ່ງເສີມ ການຟື້ນຟູສະພາບຈິດໃຈ ແລະ ຮ່າງກາຍ ຂອງເດັກນ້ອຍ ຜູ້ທີ່ຕົກເປັນເຫຍື່ອ ຂອງການປະຕິບັດອັນບໍ່ຖືກຕ້ອງຕໍ່ເດັກນ້ອຍເຊັ່ນ: ການປ່ອຍປະລະເລີຍ, ການຂູດຮີດ ຫຼື ການທຳຮ້າຍ; ການທໍລະມານ ຫຼື ການກະທຳທີ່ປ່າເຖື່ອນ, ລົງໂທດຢ່າງໄຮ້ມະນຸດສະທຳ ຫຼື ເຊື່ອມຊາມ ຫຼື ການປະທະກັນດ້ວຍກຳລັງອາວຸດ, ພ້ອມດຽວກັນນັ້ນ ກໍ່ເພື່ອໃຫ້ເດັກເຫຼົ່ານັ້ນ ປັບຕົວເຂົ້າກັບສັງຄົມ. ການຟື້ນຟູ ແລະ ການປັບຕົວດັ່ງກ່າວ ຈະຕ້ອງມີຂື້ນ ໃນສະພາບແວດລ້ອມ ທີ່ມີການດູສຸກກະພາບ, ຮູ້ຈັກກຽດສັກສີ ຂອງຕົນ.

ມາດຕາ 40

  • ລັດພາຄີ ຮັບຮູ້ວ່າ ເດັກນ້ອຍ ທີ່ຖືກກ່າວຫາວ່າ ໄດ້ລະເມີດ ຫຼື ຕ້ອງຄະດີອາຍາ ມີສິດຖືກປະຕິບັດ ໃນລັກສະນະສົ່ງເສີມກຽດສັກສີ ແລະ ຄຸນຄ່າແຫ່ງຄວາມເປັນມະນຸດ ຂອງເດັກນ້ອຍ, ຊື່ງຈະເປັນການສົ່ງເສີມໃຫ້ເດັກ ມີຄວາມເຄົາຮົບຕໍ່ສິດທິມະນຸດ ແລະ ເສລີພາບພື້ນຖານຂອງຄົນອື່ນ ແລະ ການປະຕິນັ້ນ ຈະຕ້ອງຄຳນຶງເຖິງ ອາຍຸຂອງເດັກ ແລະ ຄວາມມຸ້ງມາດປາຖະໜາ ທີ່ຢາກສົ່ງເສີມການປັບຕົວ ແລະ ມີບົດບາດອັນສ້າງສັນຂອງເດັກນ້ອຍໃນສັງຄົມ.
  • ເພື່ອຈຸດປະສົງດັ່ງກ່າວ ແລະ ໂດຍຄຳນຶງເຖິງຂໍ້ບັນຍັດ ຂອງສົນທິສັນຍາສາກົນ, ລັດພາຄີຈະຕ້ອງຮັບປະກັນ ໂດຍສະເພາະ ແມ່ນວ່າ:
  • ລັດພາຄີ ຈະຕ້ອງສົ່ງເສີມການສ້າງກົດໝາຍ, ລະບຽບການ, ອົງການ ແລະ ສະຖາບັນສະເພາະ ສຳລັບເດັກທີ່ຖືກກ່າວຫາ, ຕ້ອງຫາ ແລະ ຖືກຮັບຮູ້ວ່າ ໄດ້ລະເມີດກົດໝາຍ ໂດຍສະເພາະແມ່ນ:
  • ເພື້ອຮັບປະກັນການປະຕິບັດຕໍ່ເດັກນ້ອຍ ໃຫ້ເປັນໄປຕາມຫຼັກສະນະ ກັບຊີວິດການເປັນຢູ່ ແລະ ສົມດຸນກັບສະພາບ ແລະ ຄວາມຜິດຂອງເດັກນ້ອຍ, ລັດພາຄີ ຈະຕ້ອງມີການຈັດສັນຕ່າງໆ, ເຊັ່ນ: ການລ້ຽງດູເບິ່ງແຍງ, ລະບຽບການຄຸ້ມຄອງ ແລະ ການແນະນຳ; ການໃຫ້ຄຳປຶກສາຫາລື; ການຝາກໂທດ, ການຮັບລ້ຽງດູເດັກ; ໂຄງການສຶກສາ ແລະ ການຝຶກອົບຮົມວິຊາຊີບ ຫຼື ການລ້ຽງດູແບບອື່ນໆ ນອກຈາກການລ້ຽງດູໃນສະຖາບັນ.

(ກ). ບໍ່ມີເດັກນ້ອຍຄົນໃດ ຈະຖືກກ່າວຫາ ຫຼືຕ້ອງຫາ ວ່າໄດ້ລະເມີດ ຫຼື ຖືກຮັບຮູ້ວ່າໄດ້ລະເມີດກົດໝາຍອາຍາ ຍ້ອນການກະທຳ ຫຼື ການລະເວັ້ນ ທີ່ກົດໝາຍພາຍໃນ ຫຼື ກົດໝາຍສາກົນ ບໍ່ໄດຫ້າມ ໃນເວລາທີ່ມີການກະທຳ ຫຼື ລະເວັ້ນນັ້ນ.

(ຂ). ເດັກທຸກຄົນທີ່ຖືກກ່າວຫາ ຫຼື ຕ້ອງຄະດີວ່າ ໄດ້ລະເມີດກົດໝາຍອາຍາ ຢ່າງໜ້ອຍຕ້ອງໄດ້ຄໍ້າປະກັນດັ່ງຕໍ່ໄປນີ້:

  • ຖືວ່າບໍ່ມີຄວາມຜິດ ຈົນກວ່າຈະຫາຂໍ້ພິສູດໄດ້ວ່າ ໄດ້ມີຄວາມຜິດຕໍ່ກົດໝາຍຢ່າງແທ້ຈິງ;
  • ໄດ້ຮັບແຈ້ງຂໍ້ກ່າວຫາ ຂອງຕົນໂດຍກົງທັນທີ ຖ້າເໝາະສົມ ກໍ່ໃຫ້ແຈ້ງຜ່ານພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍ, ພ້ອມດຽວກັນນັ້ນກໍມີສິດໄດ້ຮັບການຊ່ວຍເຫຼືອ ດ້ານກົດໝາຍ ຫຼື ດ້ານອື່ນໆ ທີ່ເໝາະສົມໃນການກະກຽມ ແລະ ສູ້ຄະດີຢູ່ສານ;
  • ຄະດີ ຈະຕ້ອງໄດ້ຮັບການຕັດສິນຢ່າງໄວ ໂດຍອົງການທີ່ມີສິດອຳນາດກ່ຽວຂ້ອງ, ເອກະລາດ ແລະ ທ່ຽງທຳ ຫຼື ອົງການຕຸລາການ ໃນການດຳເນີນຄະດີ ທີ່ບໍລິສຸດ ແລະ ຖືກຕ້ອງຕາມກົດໝາຍ ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ຫຼື ດ້ານອື່ນໆທີ່ເໝາະສົມ, ແລະ ບໍ່ຝືນກັບຜົນປະໂຫຍດອັນສູງສຸດຂອງເດັກ ຕາມອາຍຸ ແລະ ສະພາບຂອງເດັກ, ຂອງພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍ;
  • ບໍ່ຖືກບັງຄັບໃຫ້ເປັນພະຍານ ລື ສາລະພາບຜິດ, ມີສິດ ສອບປາກຄຳ ຫຼື ໃຫ້ຜູ້ຕາງໜ້າຂອງຕົນສອບປາກຄຳ ພະຍານຝ່າຍກົງກັນຂ້າມ ແລະ ພ້ອມດຽວກັນ ກໍມີສິດສົ່ງພະຍານຂອງຕົນ ໄປໃຫ້ການ ຢູ່ສານແທນຕົນຕົນ ໃນເງື່ອນໄຂເທົ່າທຽມກັນ.
  • ຖ້າຫາກຖືກຕັດສິນວ່າ ມີການລະເມີດກົດໝາຍອາຍາ, ຄຳຕັດສິນ ຫຼື ທຸກມາດຕະການລົງໂທດ ທີ່ຄຳຕັດສິນນັ້ນ ໄດ້ກຳນົດໄວ້ ສາມາດອຸທອນຕໍ່ອົງການ ຫຼື ສານຂັ້ນເທີງ ທີ່ເປັນເອກະລາດ ແລະ ທ່ຽງທຳ ໂດຍຖືກຕ້ອງຕາມກົດໝາຍ.
  • ໄດ້ຮັບການຊ່ວຍເຫຼືອຈາກນາຍພາສາ ໂດຍບໍ່ຕ້ອງຈ່າຍຄ່າ ຖ້າວ່າເດັກນ້ອຍຜູ້ນັ້ນ ບໍ່ເຂົ້າໃຈ ຫຼື ເວົ້າພາສາທີ່ນຳໄຊ້ໃນສານບໍ່ໄດ້;
  • ໃນທຸກຂັ້ນຕອນຂອງການດຳເນີນຄະດີ, ຊີວິດສ່ວນຕົວຂອງເດັກ ຈະບໍ່ຖືກເປີດເຜີຍ.

(ກ).ການກໍານົດອາຍຸຕໍ່າສຸດ ຂອງເດັກນ້ອຍ ທີ່ມີຄວາມຮັບຜິດຊອບທາງອາຍາ;

(ຂ). ເມື່ອໃດເຫັນວ່າ ເໝາະສົມ ແລະ ຕ້ອງການ, ການເອົາມາດຕະການເດັກນ້ອຍ ທີ່ຕ້ອງຄະດີອາຍາ ຄືດັ່ງກ່າວ ໂດຍບໍ່ຕ້ອງດຳເນີນຄະດີທາງ ຕຸລາການ, ມີແຕ່ວ່າ ຈະຕ້ອງເຄົາຮົບສິດທິມະນຸດ ແລະ ປົກປ້ອງກົດໝາຍຢ່າງເຕັມສ່ວນ.

ມາດຕາ 41

ບໍ່ມີຂໍ້ບັນຍັດໃດ ໃນສົນທິສັນຍາສະບັບນີ້ ຈະສົ່ງຜົນກະທົບຕໍ່ຂໍ້ບັນຍັດ ທີ່ເປັນຜົນດີກວ່າ ໃນການປະຕິບັດສິດ ຂອງເດັກນ້ອຍ ໃຫ້ປະກົດຜົນເປັນຈິງ, ຊື່ງອາດຈະຖືກບົ່ງໄວ້ໃນ:

(ກ). ກົດໝາຍຂອງລັດພາຄີ ຫຼື

(ຂ). ກົດໝາຍສາກົນ ທີ່ມີຜົນບັງຄັບໄຊ້ສໍາລັບລັດດັ່ງກ່າວ.

ພາກທີII

ມາດຕາ 42

ດ້ວຍວິທີການອັນເໝາະສົມ ແລະ ຕັ້ງໜ້າ, ລັດພາຄີຮັບປະກັນຈະເຜີຍແຜ່ ຫຼັກການ ແລະ ຂໍ້ບັນຍັດຂອງສົນທິສັນຍາສະບັບນີ້ ໃຫ້ຜູ້ໃຫຍຍ່ ແລະ ເດັກນ້ອຍທຸກຄົນ ຮູ້ຈັກຢ່າງກວ້າງຂວາງ.

ມາດຕາ 43

  • ເພື່ອສັງເກດ ແລະ ຕີລາຄາຄວາມຄືບໜ້າ ຂອງການປະຕິບັດພັນທະ ຂອງລັດພາຄີທີ່ໄດ້ກຳນົດໃນສົນທິສັນຍາສະບັບນີ້ໃຫ້ປະກົດຜົນເປັນຈິງ, ຄະນະກຳມະການ ວ່າດ້ວຍສິດທິເດັກນ້ອຍ ຈະໄດ້ສ້າງຕັ້ງຂື້ນ ໂດຍມີໜ້າທີ່ດັ່ງຕໍ່ໄປນີ້
  • ຄະນະກຳມະການນີ້ ຈະປະກອບດ້ວຍຊ່ຽວຊານ 10ຄົນ ຊຶ່ງເປັນຜູ້ມີຈັນຍາທຳສູງ ແລະ ເປັນທີ່ຍອມຮັບຢ່າງກ້ວາງຂວາງວ່າ ມີຄວາມສາມາດໃນວຽກງານທີ່ກ່ຽວຂ້ອງກັບ ສົນທິສັນຍາສະບັບນີ້. ສະມາຊິກຂອງຄະນະກຳມະການດັ່ງກ່າວ ຈະຕ້ອງຖືກເລືອກຕັ້ງ ໂດຍລັດພາຄີ ແລະ ເປັນພົນລະເມືອງຂອງລັດເລົ່ານັ້ນ ໂດຍສະເລັ່ຍ ຢ່າງເໝາະສົມ ຕາມພູມສາດ ແລະ ລະບົບກົດໝາຍຕົ້ນຕໍ. ສະມາຊິກແຕ່ລະຄົນ ຈະຮັບໄຊ້ໜ້າທີ່ ໃນຖານະສ່ວນຕົວ.
  • ສະມາຊິກຂອງຄະນະກຳມະການນີ້ຈະຖືກເລືອກຕັ້ງດ້ວຍການລົງຄະແນນສຽງແບບປິດລັບ ເອົາບຸກຄົນ ຕາມລາຍຊື່ ຜູ້ທີ່ສົ່ງເຂົ້າສະໝັກ ໂດຍລັດພາຄີ. ແຕ່ລະລັດພາຄີສາມາດ ສົ່ງຜູ້ສະໝັກເຂົ້າແຂ່ງຂັນໄດ້ 1ຄົນ.
  • ການເລືອກຕັ້ງຄັ້ງທຳອິດ ຈະຕ້ອງມີຂື້ນພາຍໃນ 6 ເດືອນ ຫຼັງຈາກມື້ສົນທິສັນຍາສະບັບນີ້ ມີຜົນບັງຄັບໄຊ້ ແລະ ຫຼັງຈາກນັ້ນ ຈະມີຂື້ນໃນທຸກສອງປີ. ຢ່າງໜ້ອຍ 4 ເດືອນ ກ່ອນການເລືອກຕັ້ງແຕ່ລະຄັ້ງ, ເລຂາທິການໃຫຍ່ສະຫະປະຊາຊາດ ຈະຕ້ອງສົ່ງຈົດໝາຍໄປຍັງລັດພາຄີ ເພື່ອໃຫ້ແຈ້ງລາຍຊື່ຜູ້ສະໝັກ ພາຍໃນ 2 ເດືອນ. ຫຼັງຈາກນັ້ນ ເລຂາທິການໃຫຍ່ ສະຫະປະຊາຊາດ ຈະຈັດລຽງລາຍຊື່ ຂອງຜູ້ສະໝັກເລືອກຕັ້ງ ຕາມລຳດັບຕົວອັກສອນ ພ້ອມທັງບອກຊື່ ຂອງລັດພາຄີ ທີ່ສົ່ງຜູ້ເຂົ້າສະໝັກ, ແລ້ວ ຈັດສົ່ງບັນຊີລາຍຊື່ດັ່ງກ່າວໄປຍັງລັດພາຄີ ຂອງສົນທິສັນຍາສະບັບນີ້.
  • ການເລືອກຕັ້ງ ຈະຕ້ອງມີຂື້ນໃນກອງປະຊຸມ ຂອງລັດພາຄີ ຊື່ງຮຽກໂຮມ ໂດຍເລຂາທິການໃຫຍ່ ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ. ໃນກອງປະຊຸມຂອງລັດພາຄີ ຊື່ງສອງສ່ວນສາມຂອງລັດພາຄີ ຈະປະກອບເປັນອົງປະຊຸມ. ຜູ້ທີ່ຖືກເລືອກຕັ້ງເຂົ້າໃນຄະນະກຳມະການດັ່ງກ່າວ ຈະຕ້ອງແມ່ນຜູ້ທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດ ແລະ ເປັນສຽງສ່ວນຫຼາຍກາຍເຄີ່ງໜຶ່ງ ຂອງລັດພາຄີ ທີ່ມີໜ້າເຂົ້າຮ່ວມ ແລະ ລົງຄະແນນສຽງໃນກອງປະຊຸມ.
  • ຄະນະກຳມະການແຕ່ລະຊຸດມີອາຍຸ 4 ປີ. ສະມາຊິກຂອງຄະນະກຳມະການຊຸດເກົ່າ ມີສິດລົງສະໝັກເລືອກຕັ້ງຄືນຊຸດໄໝ່ໄດ້ ຕາມການສະເໜີຂອງລັດພາຄີທີ່ກຽ່ວຂ້ອງ. ອາຍຸປະຈຳການຂອງສະມາຊິກ 5 ຄົນ ຂອງຄະນະກຳມະການຊຸດທຳອິດ ຈະຈົບລົງເມື່ອຄົບ 2 ປີ. ຄະນະກໍາມະການ 5 ຄົນນີ້ ຈະຖືກປະທານກອງປະຊຸມເລືອກເອົາທັນທີ ພາຍໃຕ້ການເລືອກຕັ້ງ ຄັ້ງທຳອດິ ໂດຍຜ່ານການຈົກສະຫຼາກ.
  • ຖ້າຫາກວ່າສະມາຊິກຄົນໃດຫາກເສຍຊີວິດ ຫຼື ລາອອກຈາກຕຳແໜ່ງ ຫຼື ປະກາດວ່າຕົນບໍ່ສາມາດປະຕິບັດໜ້າທີ່ ຂອງຄະນະກຳມະການຕໍ່ໄປໄດ້ອີກ ຈະແມ່ນຍ້ອນເຫດຜົນໃດກໍ່ຕາມ, ລັດພາຄີ ທີ່ສົ່ງຜູ້ກ່ຽວເຂົ້າສະໝັກ ຈະຕ້ອງແຕ່ງຕັ້ງຊ່ຽວຊານຄົນໄໝ່ ຂອງຕົນເພື່ອໃຫ້ຄະນະກຳມະການ ຮັບເອົາເຂົ້າດຳລົງຕຳແໜ່ງແທນ ຈົນໝົດອາຍຸປະຈຳການ ທີ່ຍັງເຫຼືອ.
  • ຄະນະກຳມະການຕ້ອງກຳນົດລະບຽບການພາຍໃນ ຂອງຕົນ.
  • ຄະນະກຳມະການດັ່ງກ່າວ ຈະເລືອກຕັ້ງເອົາຄະນະປະຈຳ ຂອງຕົນ ໂດຍມີອາຍຸປະຈຳການຊຸດລະ 2 ປີ
  • ກອງປະຊຸມຄະນະກຳມະການ ປົກກະຕິຈະຈັດຂື້ນ ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ຫຼື ສະຖານທີ່ໃດໜຶ່ງທີ່ເໝາະສົມ ຊື່ງກຳນົດໂດຍຄະນະກຳມະການ. ຄະນະກຳມະການຈະປະຊຸມກັນ ເປັນປົກກະຕິ ໃນແຕ່ລະປີ. ໄລຍະດຳເນີນກອງປະຊຸມ ຂອງຄະນະກຳມະການຈະຖືກກຳນົດ ຫຼື ປ່ຽນແປງ, ຖ້າວ່າມີຄວາມຈຳເປັນ, ໂດຍກອງປະຊຸມ ຂອງລັດພາຄີ ຂອງສົນທິສັນຍາສະບັບນີ້ ຕາມການເຫັຮດີ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ.
  • ເລຂາທິການໃຫຍ່ ສະຫະປະຊາຊາດ ຈະປະກອບພະນັກງານ ແລະ ສິ່ງອຳນວຍຄວາມສະດວຍອັນຈຳເປັນ ສຳລັບການປະຕິບັດໜ້າທີ່ ຢ່າງມີປະສິດທິພາບ ຂອງຄະນະກຳມະການ ຕາມສົນທິສັນຍາສະບັບນີ້.
  • ໂດຍການເຫັນດີຂອງສະມັດຊາໃຫຍ່, ສະມາຊິກ ຂອງຄະນະກຳມະການທີ່ຖືກສ້າງຕັ້ງຂື້ນພາຍໃຕ້ສົນທິສັນຍາສະບັບນີ້ ຈະຕ້ອງໄດ້ຮັບເງິນເດືອນ ແລະ ເງິນອຸດໜູນ ຈາກງົບປະມານຂອງສະຫະປະຊາຊາດ ຕາມເງື່ອນໄຂທີ່ສະມັດຊາໃຫຍ່ຕົກລົງ.

ມາດຕາ 44

  • ລັດພາຄີຮັບປະກັນທີ່ຈະສົ່ງບົດລາຍງານຂອງຕົນໃຫ້ຄະນະກຳມະການໂດຍຜ່ານເລຂາທິການໃຫຍ່ ສະຫະປະຊາຊາດ, ຊື່ງໃນນັ້ນ ຈະມີການລາຍງານກ່ຽວກັບມາດຕະການທີ່ໄດ້ເອົາ ເພື່ອປະຕິບັດສິດ ທີ່ຖືກຮັບຮູ້ ໃນສົນທິສັນຍາສະບັບນີ້ ໃຫ້ມີຜົນສັກສິດ ແລະ ຄວາມຄືບໜ້າຕົວຈິງ ຂອງການໄຊ້ສິດດັ່ງກ່າວ ຕາມກຳນົດຄື:
  • ບົດລາຍງານ ທີ່ໄດ້ຂຽນຂື້ນ ຕາມມາດຕານີ້ ຈະຕ້ອງສະແດງໃຫ້ເຫັນເຖີງປັດໃຈ ແລະ ຂໍ້ຫຍຸ້ງຍາກ, ຖ້າມີ, ທີ່ຜົນກະທົບຕໍ່ການປະຕິບັດພັນທະ ຂອງລັກພາຄີ ຕາມສົນທິສັນຍາສະບັບນີ້. ບົດລາຍງານດັ່ງກ່າວ ຈະຕ້ອງມີຂໍ້ມູນຄົບຖ້ວນ ເພື່ອໃຫ້ຄະນະກຳມະການເຂົ້າໃຈຢ່າງກວ້າງຂວາງ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາສະບັບນີ້ ຢູ່ໃນປະເທດທີ່ກ່ຽວຂ້ອງ.
  • ອີງຕາມ ວັກ 1 ຂໍ້ (ຂ) ຂອງມາດຕານີ້ ລັດພາຄີໃດ ຫາກສົ່ງບົດລາຍງານເບື້ອງຕົ້ນ ທີ່ມີຂໍ້ມູນຄົບຖ້ວນ ໃຫ້ຄະນະກຳມະການແລ້ວນັ້ນ, ໃນບົດລາຍງານຄັ້ງຕໍ່ໆໄປ ບໍ່ຈຳເປັນຈະຕ້ອງຢໍ້າຄືນ ຂໍ້ມູນພື້ນຖານ ທີ່ໄດ້ລາຍງານໄປແລ້ວນັ້ນ.
  • ຄະນະກຳມະການ ອາດຈະທວງຖາມເອົາຂໍ້ມູນເພີ່ມເຕີມ ກ່ຽວກັບການປະຕິບັດ ສົນທິສັນຍາສະບັບນີ້ ນຳລັດພາຄີ.
  • ຄະນະກຳມະການ ຈະຕ້ອງສົ່ງບົດລາຍງານ ກ່ຽວກັບການເຄື່ອນໄຫວຂອງຕົນ ໄປຍັງສະມັດຊາໃຫຍ່ ສະຫະປະຊາຊາດ ໃນທຸກໆສອງປີ ໂດຍຜ່ານສະພາເສດຖະກິດ ແລະ ສັງຄົມ.
  • ລັດພາຄີຈະຕ້ອງເຜີດແຜ່ ບົດລາຍງານ ຂອງຕົນໃຫ້ປະຊາຊົນໃນຊາດຂອງຕົນຊາບ ຢ່າງກວ້າງຂວາງ.

(ກ). ພາຍໃນໄລຍະ 2 ປີ ນັບແຕ່ມື້ ສົນທິສັຮຍາສະບັບນີ້ ມີຜົນບັງຄັບໄຊ້ ຕໍ່ລັດພາຄີ

ທີ່ກ່ຽວຂ້ອງ

(ຂ). ຫຼັງຈາກນັ້ນກໍຕ້ອງສົ່ງທຸກໆ 5 ປີ.

ມາດຕາ 45

ເພື່ອເພີ່ມທະວີ ການຈັດຕັ້ງປະຕິບັດສົນສິສັນຍາສະບັບນີ້ ໃຫ້ມີປະສິດທິພາບ ແລະ ເພື່ອລະດົມ ການຮ່ວມມືສາກົນໃນຂົງເຂດ ທີ່ຢູ່ໃນກອບ ຂອງສົນທິສັນຍາສະບັບນີ້:

(ກ) ອົງການວິຊາສະເພາະ,ກອງທຶນສະຫະປະຊາຊາດສໍາລັບເດັກ, ແລະ ອົງການອື່ນໆໃນໂຄງປະກອບຂອງສະຫະປະຊາຊາດ ມີສິດໃນການເປັນຕົວແທນເຂົ້າໃນການພິຈາລະນາກ່ຽວກັບການປະຕິບັດຂໍ້ບັນຍັດ ຂອງສົນທິສັນຍາສະບັບນີ້ ໃນຂອບເຂດສິດຄວາມຮັບຜິດຊອບຂອງຕົນ ທີ່ໄດ້ຮັບມອບໝາຍ. ຄະນະກຳມະການດັ່ງກ່າວສາມາດສະເໜີໃຫ້ອົງການວິຊາສະເພາະ, ກອງທຶນເດັກຂອງສະຫະປະຊາຊາດແລະອົງການ ທີ່ມີສິດອຳນາດອື່ນໆ ຕາມທີ່ເຫັນວ່າເໝາະສົມ ເພື່ອສະໜອງຊ່ຽວຊານໃຫ້ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສະບັບນີ້ໃນຂອບເຂດ ຄວາມຮັບຜິດຊອບ ຕາມການມອບໝາຍ. ຄະນະກຳມະການສາມາດ ສະເໜີໃຫ້ອົງການວິຊາສະເພາະ, ກອງທຶນເດັກນ້ອຍ ຂອງສະຫະປະຊາຊາດແລະອົງການອື່ນໆໃນໂຄງປະກອບຂອງສະຫະປະຊາຊາດເພື່ອລາຍງານກ່ຽວກັບການຈັດຕັ້ງສົນທິສັນຍາສະບັບນີ້ໃນຂອບການເຄື່ອນໄຫວຂອງອົງການເຫຼົ່ານັ້ນ;

(ຂ). ຖ້າເຫັນວ່າເໝາະສົມ, ຄະນະກໍາມະການ ຈະສົ່ງບົດລາຍງານ ຂອງລັດພາທີ່ມີຄໍາຮ້ອງຂໍ ຫຼື ຄວາມຕ້ອງການຂອງຄໍາແນະນໍາ ແລະ ການຊ່ວຍເຫຼືອ ດ້ານເຕັກນິກພ້ອມທັງຂໍ້ສັງເກດ ແລະ ຂໍ້ສະເໜີ ກ່ຽວກັບຄໍາຮ້ອງຂໍ ແລະ ຄວາມຕ້ອງການຂອງລັດພາຄີ ໄປຍັງອົງການວິຊາສະເພາະ, ກອງທຶນສໍາລັບເດັກ ຂອງອົງການສະຫະປະຊາຊາດ ແລະ ອົງການທີ່ມີສິດອຳນາດອື່ນໆ.

(ຄ).ຄະນະກໍາມະການສາມາດສະເໜີ ໃຫ້ສະມັດຊາໃຫຍ່ ສະຫະປະຊາຊາດ ເພື່ອຮ້ອງຂໍໃຫ້ເລຂາທິການໃຫຍ່ ດໍາເນີນການ ໃນນາມຄະນະກໍາມະການ ເພື່ອສຶກສາບັນຫາສະເພາະໃດໜຶ່ງ ທີ່ພົວພັນເຖີງສິດທິຂອງເດັກນ້ອຍ;

(ງ). ຄະນະກໍາມະການດັ່ງກ່າວສາມາດໃຫ້ຄໍາຄິດເຫັນ ແລະ ຂໍ້ສະເໜີທົ່ວໄປ ບົນພື້ນຖານຂໍ້ທີ່ໄດ້ຮັບ ຕາມມາດຕາ 44 ແລະ 45 ຂອງສົນທິສັນຍາສະບັບນີ້. ຄໍາຄິດເຫັນ ແລະ ຂໍ້ສະເໜີດັ່ງກ່າວ ຈະຕ້ອງສົ່ງໄປຍັງລັດພາຄີທີ່ກ່ຽວຂ້ອງ ແລະ ລາຍງານໄປຍັງສະມັດຊາໃຫຍ່ ສະຫະປະຊາຊາດ ພ້ອມທັງຄໍາຄິດເຫັນຂອງລັດພາຄີ ຖ້າມີ.

ມາດຕາ 46

ສົນທິສັນຍາສະບັບນີ້ ຈະເປີດການລົງນາມສໍາລັບທຸກໆລັດ.

ມາດຕາ 47

ສົນທິສັນຍາສະບັບນີ້ ຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນ. ສານສັດຕະຍາບັນ ຈະຖືກເກັບຮັກສາໄວ້ນຳເລຂາທິການໃຫຍ່ ສະຫະປະຊາຊາດ.

ມາດຕາ 48

ສົນທິສັນຍາສະບັບນີ້ ຍັງຈະສືບຕໍ່ເປີດຮັບການເຂົ້າຮ່ວມຂອງທຸກໆລັດ. ສານເຂົ້າຮ່ວມຈະຖືກເກັບຮັກສາໄວ້ນຳເລຂາທິການໃຫຍ່ ສະຫະປະຊາຊາດ.

ມາດຕາ 49

  • ສົນທິສັນຍາສະບັບນີ້ ມີຜົນບັງຄັບໄຊ້ ໃນມືທີສາມສິບ ນັບແຕ່ມື້ຍື່ນສານສັດຕະຍາບັນ ຫຼື ສານເຂົ້າຮ່ວມສະບັບທີ 20 ຕໍ່ເລຂາທິການໃຫຍ່ ສະຫະປະຊາຊາດ.
  • ສຳລັບລັດ ທີ່ໃຫ້ສັດຕະຍາບັນ ຫຼື ເຂົ້າຮ່ວມສົນທິສັນຍາສະບັບນີ້ ຫຼັງຈາກການຍື່ນສານໃຫ້ສັດຕະຍາບັນ ຫຼື ສານເຂົ້າຮ່ວມ ສະບັບທີ 20, ສົນທິສັນຍາສະບັບນີ້ ຈະເລີມມີຜົນບັງຄັບໄຊ້ຕໍ່ລັດດັ່ງກ່າວໃນມື້ທີ່ສາມສິບ ນັບມື້ແຕ່ລັດດັ່ງກ່າວ ໄດ້ຍື່ນສານໃຫ້ສັດຕະຍາບັນ ຫຼື ສານເຂົ້າຮ່ວມ

ມາດຕາ 50

  • ລັດພາຄີໃດໜຶ່ງ ສາມາດສະເໜີ ຂໍດັດແກ້ ສົນທິສັນຍາສະບັບນີ້ໄດ້ ໂດຍຍື່ນຂໍສະເໜີນັ້ນ ຕໍ່ເລຂາທິການໃຫຍ່ ສະຫະປະຊາຊາດ. ຫຼັງຈາກນັ້ນ, ເລຂາທິການໃຫຍ່ ຈະແຈ້ງຂໍ້ສະເໜີດັດແກ້ດັ່ງກ່າວ ໄປຍັງລັດພາຄີ ເພື່ອຂໍຄໍາເຫັນວ່າ ສົມຄວນຈັດກອງປະຊຸມ ຂອງລັດພາຄີ ເພື່ອພິຈາລະນາ ແລະ ລົງຄະແນນສຽງ ຕໍ່ຂໍ້ສະເໜີດັດແກ້ດັ່ງກ່າວ ຫຼື ບໍ່. ໃນກໍລະນີທີ່ວ່າ ພາຍໃນ 4 ເດືອນ ຫຼັງຈາກການແຈ້ງຂໍ້ສະເໜີດັ່ງກ່າວນັ້ນ, ຢ່າງໜ້ອຍ ໜຶ່ງສ່ວນສາມ ຂອງລັດພາຄີ ສະໜັບສະໜູນ ການຈັດກອງປະຊຸມ, ເລຂາທິການໃຫຍ່ ຈະຮຽກໂຮມກອງປະຊຸມນັ້ນຂື້ນ ພາຍໃຕ້ການອຸປະຖໍາ ຂອງສະຫະປະຊາຊາດ. ຂໍ້ດັດແກ້ຫ ທີ່ໄດ້ຮັບການເຫັນດີ ໂດຍສຽງສ່ວນຫຼາຍ ຂອງລັດພາຄີທີ່ເຂົ້າຮ່ວມ ແລະ ລົງຄະແນນສຽງໃນກອງປະຊຸມ ຈະຖືກນໍາສະເໜີຕໍ່ສະມັດຊາໃຫຍ່ ເພື່ອຮັບຮອງເອົາ
  • ຂໍ້ດັດແກ້ໃດທີ່ໜຶ່ງ ທີ່ຖືກຮັບຮອງເອົາ ຕາມວັກ 1 ຂອງມາດຕານີ້ ຈະເລີ່ມມີຜົນບັງຄັບໄຊ້ເມື່ອສະມັດຊາໃຫຍ່ ສະຫະປະຊາຊາດ ຮັບຮອງເອົາ ແລະ ຮັບຮູ້ໂດຍສຽງສ່ວນຫຼາຍ ຂອງບັນດາລັດພາຄີ.

ມາດຕາ 51

  • ເລຂາທິການໃຫຍ່ສະຫະປະຊາຊາດ ຈະຕ້ອງໄດ້ຮັບຂໍ້ສະຫງວນ ແລະ ເຮັດຈົດໝາຍວຽນໄປຍັງລັດພາຄີ ກ່ຽວກັບ ຂໍ້ສະຫງວນດັ່ງກ່າວ ທີ່ລັດພາຄີໃດໜຶ່ງໄດ້ເຮັດຂື້ນ ໃນເວລາ ທີ່ໃຫ້ສັດຕະຍາບັນ ຫຼື ເຂົ້າຮ່ວມສົນທິສັນຍາສະບັບນີ້.
  • ຂໍ້ສະຫງວນທີ່ບໍ່ສອດຄ່ອງກັບເປົ້າໝາຍ ແລະ ຈຸດປະສົງຂອງສົນທິສັນຍາສະບັບນີ້ ຈະບໍ່ໄດ້ຮັບການອະນຸຍາດ.
  • ຂໍ້ສະຫງວນ ສາມາດຖອນໄດ້ທຸກເວລາ ດ້ວຍການແຈ້ງ ຢ່າງເປັນລາຍຫຼັກອັກສອນ ໄປຍັງເລຂາທິການໃຫຍ່ ສະຫະປະຊາຊາດ, ເພື່ອແຈ້ງຕໍ່ໄປຍັງທຸກລັດພາຄີ. ແຈ້ງການດັ່ງກ່າວ ຈະມີຜົນສັກສິດ ໃນມື້ທີ່ເລຂາທິການໃຫຍ່ ສະຫະປະຊາຊາດໄດ້ຮັບ.