ການພັດທະນາການບວກເວັກເຕີໂດຍນຳໃຊ້ວິທີສອນແບບແກ້ໄຂບັນຫາ ເນັ້ນການໃຊ້ຄຳຖາມສຳລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ທີ່ໂຮງຮຽນມັດທະຍົມຕອນຕົ້ນສາມັກຄີໄຊ ເມືອງສາມັກໄຊ ແຂວງອັດຕະປື ສົກຮຽນ 2015-2016

ບົດທີ 1

ບົດນໍາ

ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ

ຜ່ານວິວັດທະນາການຂອງມະນຸດນັບເວລາຫຼາຍພັນປີເຖິງປະຈຸບັນຄະນິດສາດໄດ້ກຳເນີດຂຶ້ນພ້ອມໆກັບມະນຸດເມຶ່ອມະນຸດມີການອອກແຮງງານຈຶ່ງເຮັດໃຫ້ເຂົາເຈົ້າມີຫົວຄິດປະດິດສ້າງອັນໃໝ່ເກີດ

ຂຶ້ນມີເທັກນິກວິທະຍາສາດທີ່ທັນສະໄໝຈຶ່ງເຮັດໃຫ້ສັງຄົມມະນຸດມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຊິ່ງມັນສະແດງອອກໃຫ້ເຫັນວ່າ:ໃນເມຶ່ອກ່ອນມະນຸດບໍ່ສາມາດຂຽນເປັນລາຍລັກອັກສອນແຕ່ພວກເຂົາຈະສັງ

ເກດຈາກຕົວຈິງເຊັ່ນ: ຄົນເຮົາມີສອງແຂນ, ສອງຂາ, ສອງຕາ, ຫີນໜຶ່ງກ້ອນ ... ດັ່ງນັ້ນ ທຸກປະເທດຈຶ່ງໃຫ້ຄວາມສຳຄັນວິຊາຄະນິດສາດທີ່ມີຕໍ່ການພັດທະນາຊັບພະຍາກອນມະນຸດຄືໄດ້ຈັດວິຊາຄະນິດສາດເຂົ້າໃນລະດັບຊັ້ນຮຽນ.

ວິຊາຄະນິດສາດເປັນວິຊາໜຶ່ງທີ່ມີລັກສະນະນາມມະທໍາ ແລະ ເປັນການຍາກທີ່ສອນໃຫ້ຜູ້ອື່ນມີຄວາມເຂົ້າໃຈໄດ້ງ່າຍ. ຄູສອນຈະຕ້ອງໄດ້ຊອກຮູ້ເຕັກນິກ ແລະ ວິທີສອນເຮັດໃຫ້ນັກຮຽນຄິດໄດ້, ເຮັດເປັນ ແລະ ແກ້ໄຂບັນຫາໄດ້. ຄູສອນຈະຕ້ອງໄດ້ເອົາໃຈໃສ່ຜູ້ຮຽນເປັນສຳຄັນ ໃນທຸກດ້ານເຝິກໃຫ້ຜູ້ຮຽນເກີດມີຄວາມຮູ້, ຄວາມສາມາດໃນການແກ້ໄຂບັນຫາໄດ້ຢ່າງຄ່ອງແຄ້ວມີປະສິດທິພາບ ແລະ ມີປະສິດທິຜົນເຝິກໃຫ້ນັກຮຽນໄດ້ສຶກສາຄົ້ນຄວ້າຫາຄວາມຮູ້ດ້ວຍຕົນເອງ ແລະ ຮ່ວມກັບໝູ່ຄູ່ພ້ອມທັງເກີດຄວາມມ່ວນຊື່ນມີຄວາມພາກພູມໃຈໃນວິຊາຄະນິດສາດ ແລະ ທັງຄິດນຳໄປໃຊ້ອີກດ້ວຍ.( ອ ຈ ສົມຈິດ ເພັງສຸວັນນະວົງ 2010: 3)

ກະຊວງສຶກສາທິການ ( 2009 : 1 ) ການໃຫ້ການສຶກສາທາງດ້ານວິຊາ ເລຂາຄະນິດຖືວ່າເປັນບັນຫາທີ່ສຳຄັນທີ່ສຸດສຳລັບປະເທດເຮົາ ເພາະຈະເປັນການປຸກຈິດສຳນຶກເຮັດໃຫ້ຜູ້ຮຽນຮູ້ຈັກໂຄງສ້າງຂອງຮູບຕ່າງໆໃນທຳມະຊາດ, ຈະເສີມສ້າງ ແລະ ເພີ່ມເຕີມສີ່ງທີ່ບໍ່ພຽງພໍໃຫ້ແກ່ນັກຮຽນວິຊາເລຂາຄະນິດມີຄວາມຈຳເປັນ ແລະ ສຳຄັນຕໍ່ຄົນເຮົາທັງໃນສ່ວນລວມ ແລະ ສ່ວນຕົວດ້ວຍເຫດຜົນນັ້ນໃນການຈັດການສຶກສາຈຶ່ງບັນຈຸວິຊາຄະນີດສາດໄວ້ໃນຫຼັກສູດແຕ່ລະດັບປະຖົມຈົນຮອດມັດທະຍົມສຶກສາໂດຍມີການປັບປຸງຫຼັກສູດເພື່ອໃຫ້ເໝາະສົມກັບສະພາບ ແລະ ຄວາມຕ້ອງການຂອງສັງຄົມຍິ່ງຂຶ້ນເປັນໄລຍະ.

ຫຼັກສູດຊັ້ນມັດທະຍົມສຶກສາ ( ກະຊວງສຶກສາ 2008: 20 ) ນັ້ນກໍ່ໄດ້ມີການກຳນົດວິຊາເລຂາຄະນິດເປັນວິຊາບັງຄັບຢູ່ກຸ່ມລັກສະນະທີ່ເຄື່ອງມືການຮຽນຮູ້ ເພື່ອໃຫ້ຄວາມຮູ້ ແລະ ປະສົບການແກ່ຜູ້ຮຽນຕະຫຼອດຈົນສາມາດນຳໃຊ້ຄວາມຮູ້ທາງເລຂາຄະນິດໄປໃຊ້ເປັນປະໂຫຍດ ແລະ ສະແຫວງຫາຄວາມຮູ້ຕາມທີ່ນັກຮຽນຕ້ອງການ. ດັ່ງນັ້ນ ຫຼັກສູດມັດທະຍົມສຶກສາຈຶ່ງໄດ້ຈັດເນື້ອໃນເລຂາຄະນິດໃຫ້ມີຄວາມສຳພັນ ແລະ ສອດຄ່ອງກັບຊີວິດປະຈຳວັນໂດຍເນັ້ນຂະບວນການໃຫ້ນັກຮຽນເກີດມີຄວາມຄິດ ຄວາມເຂົ້າໃຈຈາກກິດຈະກຳ ແລະ ປະສົບການຕົວຈິງ.

ຜ່ານການລົງເຝິກຫັດໃນໄລຍະ 3 ເດືອນ ແລະ ຈາກການສອບຖາມອາຈານສອນວິຊາຄະນິດສາດຊັ້ນ ມ4 ເຫັນວ່ານັກຮຽນຍັງບໍ່ສາມາດແກ້ເລກໄດ້ເຊີ່ງມັນສະແດງອອກໃນຜົນການສອບເສັງປະຈໍາເດືອນຄະແນນສະເລ່ຍຂອງນັກຮຽນເດືອນທີ10 ຮ້ອຍລະ 14.30, ເດືອນທີ 11 ຄະແນນສະເລ່ຍຂອງນັກຮຽນຮ້ອຍລະ13.10, ເດືອນທີ 12 ຄະແນນສະເລ່ຍຂອງນັກຮຽນຮ້ອຍລະ12.20.ຈາກຄະແນນດັ່ງກ່າວຈະເຫັນວ່ານັກຮຽນມີຜົນສຳເລັດທາງການຮຽນຄະນິດສາດໃນແຕ່ລະເດືອນລຸດລົງເລຶ້ອຍໆ ດັ່ງນັ້ນພວກເຮົາຄວນທີ່ຈະປັບປູງການຈັດກິດຈະກຳການຮຽນ - ການສອນວິຊາຄະນິດສາດໃຫ້ດີຂຶ້ນເພື່ອທີ່ຈະເຮັດໃຫ້ນັກຮຽນມີຜົນສຳເລັດທາງການຮຽນດີຍິ່ງຂຶ້ນການຈັດການຮຽນ-ການສອນຄະນິດສາດຕ້ອງໃຊ້ທັກສະເຊິ່ງເນຶ້ອໃນສ່ວນໃຫຍ່ເປັນເລື່ອງທີ່ກ່ຽວຂ້ອງກັບນາມມະທຳຍາກແກ່ການອະທິບາຍ ແລະ ຍົກຕົວຢ່າງໃຫ້ເຫັນຢ່າງຊັດເຈນເຮັດໃຫ້ການສອນບາງຄັ້ງບໍ່ບັນລຸຕາມຈຸດປະສົງ ແລະ ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ດັ່ງນັ້ນ ການຈັດການຮຽນ - ການສອນທີ່ສົ່ງຜົນໃຫ້ນັກຮຽນມີຜົນສຳເລັດທາງດ້ານການຮຽນວິຊາຄະນິດສາດສູງ ຫຼື ຕໍ່ານັ້ນຍ່ອມມີປັດໃຈທີ່ເປັນສາເຫດຫຼາຍປະການປັດໃຈທີ່ສຳຄັນປະການທຳອິດຄື: ການສອນຂອງຄູຖ້າຄູມີຄວາມສາມາດ ແລະ ທັກສະໃນການໃຊ້ຂະບວນການສອນໄດ້ຖືກຕ້ອງແທ້ຈິງກໍເຊື່ອໄດ້ວ່າຈະເປັນມາດຕະການສຳຄັນຫຼາຍສຸດ ແລະ ທັກສະການໃຊ້ຂະບວນການສອນໄດ້ຖືກຕ້ອງກໍເຊື່ອໄດ້ວ່າຈະເປັນມາດຕະການສຳຄັນຫຼາຍທີ່ສຸດທາງໜຶ່ງທີ່ສາມາດຊ່ວຍໃຫ້ນັກຮຽນມີຜົນສຳເລັດທາງການຮຽນທີ່ດີໄດ້ຄູຈຶ່ງຕ້ອງປ່ຽນພຶດຕິກຳການຮຽນ-ການສອນ ແລະ ເທັກນິກ, ວິທີສອນໃຫ້ມີຄວາມຫຼາກຫຼາຍໂດຍປັບໃຊ້ໃຫ້ເໝາະສົມກັບນັກຮຽນແຕ່ລະລັກສະນະ.

ເວັກເຕີເປັນປະໂຫຍດໃຊ້ໃນການສຶກສາ ເລື່ອງ ການເຄື່ອນທີ່ຄວາມໄວ ແລະ ຄວາມເລັ່ງແລ້ວ ເວັກເຕີຍັງເປັນປະໂຫຍດໃນການສຶກສາວິຊາຄະນິດສາດອື່ນໆ ເຊັ່ນ:ເລຂາຄະນິດ,ພຶດຊະຄະນິດ ເປັນຕົ້ນ ແນວທາງໃນການສຶກສາແບື້ອງຕົ້ນຄືການສຶກສາໃນເລື່ອງ ເລຂາຄະນິດໂດຍໃຫ້ນິຍາມວ່າ ເວັກເຕີເປັນປະລິມານທີ່ມີທັງຂະໜາດ ແລະ ທິດທາງ ແລະ ໃຊ້ລູກສອນແທນເວັກເຕີ ເວັກເຕີມີທັງເວັກເຕີສອງມິຕິ ແລະ ສາມມິຕິຄວາມຮູ້ກ່ຽວກັບເວັກເຕີສາມາດນໍາໄປໃຊ້ເປັນປະໂຫຍດໃນດ້ານຕ່າງໆໄດ້ຫຼາກຫຼາຍທັງໃນຊີວິດປະຈໍາວັນ ແລະ ການວາງແຜນການເຮັດວຽກໃນອະນາຄົດ ເຊັ່ນ:

  • ໃຊ້ໃນການຫາໄລຍະຫ່າງລະຫວ່າງຕົ້ນທາງກັບປາຍທາງໃນແຜ່ນທີ່
  • ເວລາບອກທາງໃຫ້ຄົນຍ່າງ ຫຼື ລົດທີ່ກໍາລັງແລ່ນມາໃຫ້ລ້ຽວຊ້າຍ - ລ້ຽວຂວາຄືການບອກທິດເວັກເຕີອີກຢ່າງໜຶ່ງ
  • ເວລາທີ່ເຮົາຂຶ້ນລົງຕຶກໂດຍໃຊ້ລິບກໍ່ເປັນການເຄື່ອນທີ່ຂອງເວັກເຕີອີກຢ່າງໜຶ່ງ
  • ເວລາທີ່ເຮົາໂຍນເສດເຈ້ຍ ຫຼື ສີິ່ງຂອງໃຫ້ໄປຕົກລົງໃນຖັງຂີ້ເຫຍື່ອທີ່ຫ່າງຈາກຕົວເຮົາກໍ່ອາໄສເວັກເຕີໄລຍະການໂຍນເພື່ອໃຫ້ລົງຖັງຂີ້ເຫຍື່ອ
  • ການອອກແບບໂຄງສ້າງຂອງອາຄານ, ສໍານັກງານຕ່າງໆ ແລະ ທີ່ຢູ່ອາໄສ
  • ການແກ້ໄຂບັນຫາໂຈດຄະນິດສາດທີ່ຍາກໆການນໍາມາສ້າງສູດທາງຟິຊິກຕ່າງໆ

ດັ່ງນັ້ນ ທີມງານເຮົາຈຶ່ງມີຄວາມສົນໃຈຢາກເຮັດການວິໄຈໃນການຮຽນ-ການສອນວິຊາຄະນິດສາດເລື່ອງ: “ ພັດທະນາການບວກເວັກເຕີ “ ໂດຍນໍາໃຊ້ວິທີສອນແບບແກ້ໄຂບັນຫາ ເນັ້ນການໃຊ້ຄໍາຖາມສຳລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ທີ່ໂຮງຮຽນມັດທະຍົມສົມບູນສາມັກຄີໄຊ ເມືອງ ສາມັກຄີໄຊ ແຂວງ ອັດຕະປື.

ຈຸດປະສົງຂອງການສຶກສາ.

  • ເພື່ອພັດທະນາທັກສະໃນການບວກເວັກເຕີ
  • ເພື່ອປຽບທຽບຜົນສໍາເລັດທາງການຮຽນ ວິຊາຄະນິດສາດຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 4

ສົມມຸດຕິຖານ

  • ຄວາມສາມາດໃນການບວກເວັກເຕີ
  • ຜົນການຮຽນຫຼັງການສອນສູງກວ່າຜົນການຮຽນກ່ອນສອນ

ຂອບແນວຄິດຂອງການວິໄຈ


ຕົວປ່ຽນຕົ້ນ ຕົວປ່ຽນຕາມ


ການໃຊ້ວິທີສອນແບບ ຄວາມສາມາດໃນການບວກເວັກເຕີ

ແກ້ໄຂບັນຫາໂດຍເນັ້ນ

ການໃຊ້ຄໍາຖາມ


ປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກການວິໄຈ

  • ນັກຮຽນສາມາດນຳເອົນການບວກເວັກເຕີເຂົ້າໃນການແກ້ບົດເຝີກຫັດປະຈຳບົດໄດ້ຢ່າງຄ່ອງແຄ້ວ.
  • ພັດທະນາການສອນຂອງຄູໃນຮູບແບບການສອນແກ້ໄຂບັນຫາໃຫ້ດີຂຶ້ນກວ່າເກົ່າ.
  • ເປັນແນວທາງສຳລັບໜ່ວຍງານໃນການພັດທະນາຫຼັກສູດຄະນິດສາດໃຫ້ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບການສອນບວກເວັກເຕີ.

ຂອບເຂດຂອງການວິໄຈ.

ປະຊາກອນ

ປະຊາກອນ ຄື ນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ໃນພາກຮຽນທີ 2 ສົກຮຽນ 2015-2016ໂຮງຮຽນມັດທະຍົມສົມບູນສາມັກຄີໄຊ ເມືອງສາມັກຄີໄຊ ແຂວງອັດຕະປື .ຈຳນວນ 1 ຫ້ອງ, ນັກຮຽນທັງໝົດ 25 ຄົນ, ຍິງ 12 ຄົນ

ກຸ່ມຕົວຢ່າງ

ສໍາລັບກຸ່ມຕົວຢ່າງນໍາວິໄຈໃນຄັ້ງນີ້ແມ່ນນັກຮຽນຊັ້ນມັດທະຍົມສຶກສາປີທິ4 ຈໍານວນ 25 ຄົນ, ຍິງ12ຄົນ ຂອງໂຮງຮຽນມັດທະຍົມສົມບູນສາມັກຄີໄຊ ເມືອງ ສາມັກຄີໄຊ ແຂວງອັດຕະປື

ເນື້ອໃນທີ່ໃຊ້ໃນການວິໄຈ

ເນື້ອໃນທີ່ມາສຶກສາວິໄຈ ແມ່ນໄດ້ນໍາໃຊ້ແບບຮຽນຄະນິດສາດຊັ້ນ ມ4 ພາກທີ IV ບົດທີ 31

ການບວກເວັກເຕີ ໜ້າທີ 144-149 ເຊີ່ງມີເນື້ອໃນຕົ້ນຕໍຄື:

  • ການບວກເວັກເຕີ
  • ການພົວພັນຊານ

ຕົວປ່ຽນທີ່ໃຊ້ໃນການວິໄຈ

ຕົວປ່ຽນຕົ້ນ: ວິທີການສອນແກ້ໄຂບັນຫາໂດຍເນັ້ນການໃຊ້ຄຳຖາມ.

ຕົວປ່ຽນຕາມ: ຄວາມສາມາດໃນການບວກດວັກເຕີ.

ນິຍາມຄໍາສັບສະເພາະ

ພັດທະນາ ໝາຍເຖິງ ການເຮັດໃຫ້ເກີດການປ່ຽນແປງຈາກສະພາບໜຶ່ງໄປສູ່ອີກສະພາບໜຶ່ງຢ່າງເປັນລະບົບ ຫຼື ການເຮັດໃຫ້ດີຂຶ້ນຈາກສະພາບເກົ່າ.

ເວັກເຕີ ໝາຍເຖິງ ປະລິມານທີ່ມີທັງຂະໜາດ, ທິດ ແລະ ລວງ

ການສອນແບບແກ້ໄຂບັນຫາ ໝາຍເຖິງ ການສອນທີ່ຜູ້ສອນກະຕູ້ນໃຫ້ຜູ້ຮຽນແກ້ບັນຫາຢ່າງເຫດຜົນໂດຍອາໄສມະໂນພາບກົດເກນຂໍ້ສະຫຼຸບ,ປະສົບການ,ຄວາມສຳນິສຳນານທີ່ກ່ຽວກັບເລື່ອງນັ້ນ. ໃນການພິຈາລະນາບັນຫານັ້ນຈະຕ້ອງມີຂັ້ນຕອນ,ຜູ້ສອນຈະຕ້ອງພະຍາຍາມຊ່ວຍຜູ້ຮຽນໃຫ້ຜູ້ຮຽນເຂົ້າໃຈບັນຫານັ້ນໄດ້ຢ່າງຈະແຈ້ງເສຍກ່ອນວ່າໂຈດບອກອັນໃດ,ໂຈດຕ້ອງການຊອກຫາອັນໃດ,ເມື່ອພິຈາລະນາບັນຫາແລ້ວນັ້ນກໍ່ແຍກບັນຫາອອກມາເປັນຂໍ້ຍ່ອຍດ້ວຍການວິເຄາະຈາກຂໍ້ມູນຕ່າງໆທີ່ໂຈດບອກກໍ່ຈະເປັນທາງໃນການຕອບບັນຫາ ແລະ ສະຫຼຸບບັນຫານັ້ນໄດ້ ເມຶ່ອໄດ້ຜົນອອກມາແລ້ວຜູ້ສອນຄວນຈະໃຫ້ຜູ້ຮຽນຮູ້ຈັກກວດເບິ່ງວ່າຜົນທີ່ໄດ້ຮັບຖືກຕ້ອງຕາມຂໍ້ມູນທີ່ກຳນົດໃຫ້ມາ ຫຼື ບໍ່ອາດຈະກວດຄືນຈາກຜົນໄປສູ່ເຫດ ຫຼື ກວດຈາກເຫດໄປສູ່ຜົນກໍໄດ້ ແລ້ວແຕ່ຄວາມເໜາະສົມຂອງເນື້ອໃນ.

ບົດທີ 2

ເອກກະສານ ແລະ ງານວິໄຈທີ່ກ້ຽວຂ້ອງ

ໃນການວິໄຈຄັ້ງນີ້ ທີມງານວິໄຈໄດ້ສຶກສາຄົ້ນຄວ້າແນວຄິດທິດສະດີ ແລະ ງານວິໄຈທີ່ກ່ຽວຂ້ອງກັບຫົວຂໍ້ວິໄຈການພັດທະນາການບວກເວັກເຕີໂດຍນຳໃຊ້ວິທີສອນແບບແກ້ໄຂບັນຫາເນັ້ນການໃຊ້ຄຳຖາມສຳລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ທີ່ໂຮງຮຽນມັດທະຍົມສົມບູນສາມັກຄີໄຊ ເມືອງ ສາມັກຄີໄຊ ແຂວງ ອັດຕະປື.ເຊິ່ງທີມງານວິໄຈສະເໜີຕາມລຳດັບຫົວຂໍ້ດັ່ງຕໍ່ໄປນີ້:

  • ຄວາມໝາຍ ແລະ ຄວາມສໍາຄັນຂອງເວັກເຕີ
    • ຄວາມໝາຍຂອງເວັກເຕີ
    • ຄວາມສໍາຄັນຂອງເວັກເຕີ
    • ການບວກເວັກເຕີ
  • ຫຼັກສູດຄະນິດສາດຊັ້ນມັດທະຍົມຕົ້ນ ປີ 2010
  • ວິຊາຄະນິດສາດຊັ້ນມັດທະຍົມສຶກສາ
  • ທິດສະດີການສອນຄະນິດສາດ
  • ວິທີສອນແບບແກ້ໄຂບັນຫາ
  • ຫຼັກການສອນຄະນິດສາດ
  • ຂໍ້ສອບດ້ານພຶດຕິກໍາ ແລະ ສະຕິປັນຍາ
  • ປະເພດແບບທົດສອບ
  • ລັກສະນະຂໍ້ສອບທີ່ດີ
  • ການສ້າງແບບທົດສອບ

ຄວາມໝາຍ ແລະ ຄວາມສຳຄັນຂອງເວັກເຕີ

ຄວາມໝາຍຂອງເວັກເຕີ

ສ່ວນປະລິມານທີ່ມີທັງຂະໝາດ, ທິດ ແລະ ລວງ ເອີ້ນວ່າປະລິມານເວັກເຕີ ຫຼື ເອີ້ນສັ້ນໆວ່າ ເວັກເຕີ

ສ່ວນປະລິມານເວັກເຕີໃນທາງເລຂາຄະນິດແທນໄດ້ດ້ວຍທ່ອນຊື່ທີ່ລະບຸທິດທາງໂດຍລວງຍາວຂອງທ່ອນຊື່ບອກຂະໝາດຂອງເວັກເຕີ ແລະ ຫົວລູກສອນບອກທິດ ແລະ ລວງຂອງເວັກເຕີ.

ຮູບທີ 1

ສະແດງເວັກເຕີຈາກໄປ ອ່ານວ່າ ເວັກເຕີ ອາເບ( ເອບີ )ຂຽນແທນດ້ວຍ ເອີ້ນ ວ່າເມັດຕົ້ນ ແລະ ເອີ້ນ ວ່າເມັດປາຍ ຂອງເວັກເຕີ ລວງຍາວຂອງທ່ອນຊື່ ຫຼື ແມ່ນ ຂະໝາດຂອງເວັກເຕີຂຽນແທນດ້ວຍ

ໃນກໍລະນີທີ່ຕ້ອງການເວົ້າເຖິງເວັກເຕີໃດໜຶ່ງ ໂດຍບໍ່ຕ້ອງການລະບຸເມັດເລີ່ມຕົ້ນ ແລະ ເມັດປາຍຈະໃຊ້ອັກສອນຕົວດຽວເຊັ່ນ: ຫຼື ຖ້າ ເປັນເວັກເຕີທີ່ແທນໄດ້ດ້ວຍທ່ອນຊື່ຈາກ ໄປຫາ ດັ່ງຮູບທີ 2 ຈະຂຽນແທນ ແລະ ໃຊ້ສັນຍາລັກ ແທນຂະໜາດຂອງ

ຮູບທີ 2

ເວັກເຕີທີ່ມີທິດ ແລະ ລວງດຽວກັນເປັນເວັກເຕີທີ່ຢູ່ຕາມເສັ້ນຊື່ດຽວກັນ ຫຼື ເສັ້ນຊື່ທີ່ຂະໜານກັນ ແລະ ມີຫົວລູກສອນໄປທິດດຽວກັນ. ຈາກຮູບ 3 ແລະ ມີທິດ ແລະ ລວງດຽວກັນ

ສ່ວນເວັກເຕີກົງກັນຂ້າມກັນເປັນເວັກເຕີທີ່ຢູ່ຕາມເສັ້ນຊື່ດຽວກັນ ຫຼື ເສັ້ນຊື່ທີ່ຂະໜານກັນແຕ່ຫົວລູກສອນໄປທິດກົງກັນຂ້າມຈາກຮູບທີ 3. ກັບ ແລະ ກັບ ລ້ວນແຕ່ມີທິດກົງກັນຂ້າມກັນ.


ຮູບທີ 3

ເວັກເຕີຂະໜານກັນ

ແລະ ຂະໜານກັນ ແມ່ນເວັກເຕີທັງສອງມີທິດດຽວກັນ ຫຼື ທິດກົງກັນຂ້າມກັນຂຽນແທນດ້ວຍ// ( ຮູບທີ 4 , ຮູບທີ 5 , ຮູບທີ 6 )


ຮູບທີ 4 ຮູບທີ 5 ຮູບທີ 6

ເວັກເຕີເທົ່າກັນ

ເທົ່າກັບ ແມ່ນເວັກເຕີທັງສອງມີຂະໜາດເທົ່າກັນ, ທິດ ແລະ ລວງດຽວກັນຂຽນແທນດ້ວຍ

( ດັ່ງຮູບ 4)

ເວັກເຕີກົງກັນຂ້າມກັນ

ເວັກເຕີກົງກັນຂ້າມຂອງ ແມ່ນເວັກເຕີທີ່ມີຂະໜາດເທົ່າກັບຂະໜາດຂອງ ແຕ່ທິດກົງກັນຂ້າມກັບທິດຂອງ ຂຽນແທນດ້ວຍ - (ຮູບທີ 6 )

ຄວາມສໍາຄັນຂອງເວັກເຕີ

ໃນການຊອກຫາເຄື່ອນທີ່, ຄວາມແຮງ, ຄວາມໄວ, ອັດຕາເລັ່ງ ປະລິມາດເລົ່ານີ້ຈຳເປັນຕ້ອງບອກທັງຂະໝາດ ແລະ ທິດທາງເຊັ່ນ: ຜູ້ຊາຍຄົນໝຶ່ງຍ່າງໄປທາງທິດໃຕ້ເປັນໄລຍະທາງ 3 ກິໂລແມັດ, ລົດຄັນໜຶ່ງແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງເປັນຕົ້ນ.

ການບວກເວັກເຕີ

ໃຫ້ ແລະ ເປັນເວັກເຕີທົ່ວໄປ. ເລື່ອນໃຫ້ເມັດຕົ້ນຂອງ ຢູ່ເມັດປາຍຂອງ ຜົນບວກຂອງ ແລະ ຂຽນແທນດ້ວຍ “ ”ແມ່ນເວັກເຕີທີ່ມີເມັດຕົ້ນຢູ່ເມັດຕົ້ນຂອງ ແລະ ເມັດປາຍຢູ່ທິ່ເມັດປາຍຂອງ (ດັ່ງຮູບທີ 7)



ຮູບທີ 7

ນອກຈາກວິທີການຜ່ານມາ ເຮົາອາດຈະຊອກຫາຜົນບວກຂອງ ແລະ ໂດຍໃຊ້ວິທີການທີ່ເອີ້ນວ່າ ກົດຂອງຮູບສີ່ແຈຂ້າງຂະໜານ ດັ່ງຕໍ່ໄປນີ້: ເລືອກເມັດ ເປັນເມັດຕົ້ນ ຊອກຫາເມັດ ທີ່ເຮັດໃຫ້ ແລ້ວຊອກຫາເມັດ ທີ່ເຮັດໃຫ້ ຈາກນັ້ນສ້າງຮູບສີ່ແຈຂ້າງຂະໜານ ແລະ ອີງໃສ່ນິຍາມຂອງການບວກເວັກເຕີຈະໄດ້ ເປັນເວັກເຕີເຊີ່ງແທນດ້ວຍເສັ້ນເນັ່ງຂອງຮູບສີ່ແຈຂ້າງຂະໜານນັ້ນ ໂດຍເວັກເຕີນີ້ຈະມີເມັດຕົ້ນດຽວກັບເມັດຕົ້ນຂອງ ແລະ ດັ່ງຮູບທີ 8


ຮູບທີ 8

ການພົວພັນຊານ

ສໍາລັບທຸກເມັດຢູ່ເທິງໜ້າພຽງເຮົາໄດ້

ເມື່ອ


ເວັກເຕີສູນ ແມ່ນເວັກເຕີທີ່ມີຂະໜາດເປັນສູນ ຂຽນແທນດວ້ຍ

ຂໍ້ສັງເກດ:

  • ກໍລະນີເວັກເຕີສູນບໍ່ຈໍາເປັນຕ້ອງເວົ້າເຖິງທິດ ຫຼື ລວງຂອງເວັກເຕີ ແຕ່ຖ້າເວົ້າເຖິງກໍ່ມີຂໍ້ຕົກລົງກັນວ່າຈະລະບຸທິດທາງຂອງເວັກເຕີສູນເປັນແບບໃດກໍ່ໄດ້
  • ເມັດຕົ້ນ ແລະ ເມັດປາຍຂອງເວັກເຕີສູນເປັນເມັດດຽວກັນດັ່ງຕົວຢ່າງດັ່ງຮູບທີ 3 (ກ) ຫຼື (ຂ)

(ກ)

ຮູບທີ 9 (ຂ)

ຫຼັກສູດມັດທະຍົມຕົ້ມສຶກສາ 2010

ກະຊວງສຶກສາທິການ (2010:1-2) ຊັ້ນມັດທະຍົມສຶກສາຕອນຕົ້ນ ແມ່ນການສຶກສາຖັດຈາກຊັ້ນປະຖົມສຶກສາຂຶ້ນໄປ ແລະ ເປັນການສຶກສາຂັ້ນພື້ນຖານ ເຊິ່ງມີກຳນົດເວລາ 4 ປີ .

ຫຼັກການ

  • ຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນເປັນຫຼັກສູດທີ່ນຳໃຊ້ເປັນເອກະພາບກັນໃນທົ່ວປະເທດ.
  • ເປັນຫຼັກສູດທີ່ຮັບປະກັນການສ້າງຄົນຮຸ່ນໃໝ່ໄປຕາມທິດ ທີ່ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ມີລັກສະນະຊາດ, ວິທະຍາສາດ ແລະ ທັນສະໄໝ, ມີລັກສະນະມະຫາຊົນ ແລະ ຫຍັບມໍ່ເຂົ້າກັບມາດຕະຖານຂອງສາກົນເທື່ອລະກ້າວ.
  • ສົ່ງເສີມໃຫ້ຜູ້ຮຽນໄດ້ພັດທະນາ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ໂດຍຖືຜູ້ຮຽນມີຄວາມສຳຄັນທີ່ສຸດ ແລະ
  • ການຮຽນທິດສະດີຕ້ອງໄປຄຽງຄູ່ກັບພາກປະຕິບັດຕົວຈິງ
  • ເນື້ອໃນຫຼັກສູດຕ້ອງກວມເອົາ 5 ຫຼັກມູນການສຶກສາຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພາລະສຶກສາ ແລະ ສິລະປະສຶກສາ, ເນື້ອໃນການຮຽນຕ້ອງມີຄວາມສຳຄັນ, ມີປະໂຫຍດ ແລະ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດຕົວຈິງໄດ້.

ຮັບປະກັນໃຫ້ຜູ້ຮຽນໄດ້ເສີມຂະຫຍາຍການຮຽນຂອງຕົນຕາມຄວາມສາມາດ ໃນການສຶກສາຕໍ່ໃນ

ໃນລະດັບສູງຂຶ້ນໄປ ຫຼື ປະກອບອາຊີບ.

ຈຸດໝາຍຫຼັກສູດ

ບົນພື້ນຖານຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນຢູ່ຊັ້ນປະຖົມສຶກສາ, ຈຸດໝາຍສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນແມ່ນ ເນັ້ນການສຶກສາໃຫ້ນັກຮຽນມີຄວາມຮູ້ພື້ນຖານ, ມີຄວາມສາມາດ ແລະ ທັກສະທີ່ຈຳເປັນສຳລັບການຮຽນຕໍ່ ແລະ ການດຳລົງຊີວິດ ຫຼື ປະກອບອາຊີບ, ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນພົນລະເມືອງດີຂອງຊາດດັ່ງນີ້:

  • ສົ່ງເສີມນັກຮຽນໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ສົມສ່ວນ ທັງທາງດ້ານຮ່າງກາຍແລະ ຈິດໃຈ; ມຸ່ງໃຫ້ນັກຮຽນເກີດຄວາມຄິດ, ຄວາມເຂົ້າໃຈ ແລະ ຮູ້ຈັກຕົນເອງໃນດ້ານຄວາມສາມາດ ແລະ ຄວາມຖະໝັດ ເພື່ອກຽມຕົວເຂົ້້າສູ່ອາຊີບ
  • ຊ່ວຍໃຫ້ນັກຮຽນໄດ້ພັດທະນາຄວາມສາມາດພື້ນຖານໃນການແກ້ບັນຫາໃນການຮຽນ ແລະ ການດຳລົງຊີວິດປະຈຳວັນ; ມີທັກສະໃນການຮຽນ ແລະ ມີປະສົບການໃນການສື່ສານ, ການສະແດງອອກກ່ຽວກັບຄວາມຮູ້ສຶກ ແລະ ຄວາມຄິດຂອງຕົນຢ່າງມີຫົວຄິດປະດິດສ້າງ
  • ມີຄວາມຮູ້ ແລະ ທັກສະພື້ນຖານທາງດ້ານພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ລະບຽບກົດໝາຍ, ເຕັກໂນໂລຊີຂໍ້ມູນຂ່າວສານ ( ICT ).
  • ຮູ້ຮັກສາສຸຂະພາບໃຫ້ແຂງແຮງ, ຮັກສາຄວາມສະອາດ ແລະ ປົກປັກຮັກສາສິ່ງແວບລ້ອມ; ມີຄວາມສິວິໄລ ທາງດ້ານຈິດໃຈ ແລະ ມີສິລະປະ
  • ມີຄວາມພູມໃຈ ແລະ ເຫັນຄຸນຄ່າຂອງພາສາລາວ, ສິລະປະ ວັດທະນະທຳລາວ ແລະ ຮີດຄອງປະເພນີແລະ ວັດທະນະທໍາລາວ, ມີມາລະຍາດທີ່ດີ, ມີລະບຽບວິໄນ ແລະ ມີຄຸນສົມບັດສິນທໍາປະຕິບັດ.
  • ຮັກບ້ານເກີດເມືອງນອນ, ຮັກຊາດລາວ ແລະ ຮັກລະບອບປະຊາທິປະໄຕປະຊາຊົນ; ປູກຝັງໃຫ້ນັກນັກຮຽນມີຄ່ານິຍົມເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂຄງສ້າງຫຼັກສູດ

ໂຄງສ້າງຫຼັກສຸດຊັ້ນມັດທະຍົມສຶກສາຕອນຕົ້ນປະກອບດ້ວຍວິຊາຮຽນ, ກິດຈະກຳຂອງຫ້ອງ ແລະ ໂຮງຮຽນ, ກິດຈະກຳນອກຫຼັກສູດ ແລະ ກິດຈະກຳແນະນຳອາຊີບ.

ວິຊາຮຽນ ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນປະກອບດ້ວຍ 9 ກຸ່ມວິຊາຄື: ພາສາລາວ ແລະ ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ສຶກສາພົນລະເມືອງ, ເຕັກໂນໂລຊີ, ສິລະປະສຶກສາ, ພະລະສຶກສາ ແລະ ພາສາຕ່າງປະເທດ. ໃນ 9 ກຸ່ມວິຊາດັ່ງກ່າວຍັງແບ່ງອອກເປັນ 14 ວິຊາດັ່ງນີ້: ພາສາລາວ, ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ, ປະຫັວດສາດ. ພູມສາດ, ສຶກສາພົນລະເມືອງ, ພື້ນຖານວິຊາຊີບ, ເຕັກໂນໂລຊີຂໍ້ມູນຂ່າວສານການສື່ສານ, ສິລະປະດົນຕີ, ສິລະປະກຳ, ພະລະສຶກສາ, ພາສາອັງກິດ ແລະ ພາສາຝຣັ່ງ. ນອກນັ້ນ ຍັງມີວິຊາພາສາຕ່າງປະເທດທີ 2 ອື່ນໆຕື່ມອີກເຊັ່ນ: ພາສາຫວຽດນາມ, ພາສາຈີນ ແລະ ພາສາຍີ່ປຸ່ນເປັນຕົ້ນ.

ກິດຈະກໍາຂອງຫ້ອງ ແລະ ໂຮງຮຽນ ໝາຍເຖິງ ກິດຈະກໍາຕ່າງໆທີ່ກ່ຽວກັບສຶກສາອົບຮົມແນວຄິດຄຸນສົມບັດການຈັດຕັ້ງ ແລະ ລະບຽບວິໄນເຊັ່ນ: ສະຫຼຸບປະຈຳອາທິດ, ປະຈຳເດືອນ, ການເຄົາລົບທຸງຊາດໃນວັນຈັນເປັນຕົ້ນ.

ກິດຈະກໍານອກຫຼັກສູດ ໝາຍເຖິງ ກິດຈະກຳຕ່າງໆທີ່ເຄື່ອນໄຫວນອກເວລາຮຽນເຊັ່ນ: ການສະຫຼອງວັນສຳຄັນຕ່າງໆທາງປະຫວັດສາດ, ການເຄື່ອນໄຫວຂອງອົງການຈັດຕັ້ງເຍົາວະຊົນ, ຊາວໝຸ່ມ, ແມ່ຍິງ, ການເຝິກແອບ ແລະ ແຂ່ງຂັນສິລະປະ, ກິລາ, ຖາມ-ຕອບວິທະຍາສາດ, ການອອກແຮງງານລວມເພື່ອທຳຄວາມສະອາດຫ້ອງຮຽນ, ໂຮງຮຽນ, ກິດຈະກຳປົກປັກຮັກສາສິ່ງແວດລ້ອມ, ການເຄື່ອນໄຫວເພື່ອສາທາລະນະປະໂຫຍດ ແລະ ອື່ນໆ.

ກິດຈະກໍາແນະນໍາອາຊີບ ໝາຍເຖິງກິດຈະກໍາການເຝິກອົບຮົມ ເພື່ອໃຫ້ນັກຮຽນມີຄວາມຮູ້ ແລະ ປະສົບການໃນການຊອກຮູ້ຂໍ້ມູນຂ່າວສານກ່ຽວກັບອາຊີບ, ຮູ້ທິດທາງໃນການຄັດເລືອກອາຊີບທີ່ເໝາະສົມກັບຕົນເອງໃນອະນາຄົດ ແລະ ຮັກການອອກແຮງງານ. ເນື້ອໃນຂອງການເຝິກອົບຮົມແນະນຳອາຊີບລວມມີຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ທ້ອງຖິ່ນ ໃນປັດຈຸບັນກໍຄືອະນາຄົດ, ອາຊີບຕ່າງໆ, ສະຖານທີ່ສຶກສາວິຊາຊີບ ແລະ ອື່ນໆ. ພ້ອມກັນນັ້ນກໍ່ສະໜອງຄວາມຮູ້ຕ່າງໆເພື່ອຊ່ວຍໃຫ້ນັກຮຽນສາມາດປະເມີນຕົນເອງ, ກະກຽມຄວາມພ້ອມໃຫ້ຕົນເອງເພື່ອເລືອກອາຊີບທີ່ເໝາະສົມກັບຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນຂອງຕົນເອງ ພ້ອມທັງສອດຄ່ອງກັບຄວາມມຸ່ງຫວັງຂອງຕົນເອງ ແລະ ຄອບຄົວ.

  • ວິຊາຄະນິດສາດຊັ້ນມັດທະຍົມສຶກສາ

ການຮຽນຄະນິດສາດໃນຊັ້ນມັດທະຍົມຕອນຕົ້ນແມ່ນແນໃສ່ ເພື່ອໃຫ້ນັກຮຽນມີຄວາມຮູ້ຄວາມເຂົ້າໃຈ ແລະ ທັກສະທາງດ້ານຄະນິດສາດພື້ນຖານ, ພັດທະນາຄວາມຮູ້ ແລະ ທັກສະທາງຄະນິດສາດເຂົ້າໃນການຮຽນວິຊາອື່ນໆ ແລະ ນຳໃຊ້ເຂົ້າຮຽນຕໍ່ໃນຊັ້ນມັດທະຍົມຕອນປາຍ.

ການຮຽນຄະນິດສາດຢູ່ຊັ້ນມັດທະຍົມຕອນຕົ້ນ ແມ່ນແນໃສ່ເພື່ອໃຫ້ນັກຮຽນໄດ້ພັດທະນາ:

ດ້ານຄວາມຮູ້

  • ເຂົ້າໃຈກ່ຽວກັບວິທີການພື້ນຖານທາງຄະນິດສາດ ເຊັ່ນ: ເລກຄະນິດ, ພຶດຊະຄະນິດ, ເລຂາຄະນິດ ແລະ ສະຖິຕິພື້ນຖານ
  • ເຂົ້າໃຈພາສາຄະນິດສາດພື້ນຖານ ລວມທັງການອ່ານ ແລະ ການຂຽນ
  • ຄຳນວນເລກສ່ວນ, ເລກກຳລັງ ແລະ ເລກຮາກ, ແກ້ສົມຜົນ, ອະສົມຜົນ, ລະບົບສົມຜົນ ແລະ ລະບົບອະສົມຜົນພຶດຊະຄະນິດພື້ນຖານ ແລະ ສາມາດແກ້ສົມຜົນມູນຖານໄຕມຸມມິຕິ.
  • ແຕ້ມ ແລະ ອ່ານເສັ້ນສະແດງຂອງຕໍາລາຂັ້ນໜຶ່ງ ແລະ ຂັ້ນສອງ
  • ແກ້ບັນຫາພື້ນຖານຂອງເລາຂາຄະນິດແຜ່ນພຽງ ແລະ ຄິດໄລ່ບໍລິມາດຂອງຮູບກ້ອນພື້ນຖານ
  • ສະເໜີຂໍ້ມູນດ້ວຍແຜນວາດຕ່າງໆ ແລະ ຄິດໄລ່ຄ່າສະຕິຖິພື້ນຖານ.
  • ນຳໃຊ້ຄວາມຮູ້ພື້ນຖານທາງຄະນິດສາດ ເພື່ອເຂົ້າໃຈສະຖານະການບັນຫາທາງວິທະຍາສາດພື້ນຖານ.
  • ນຳໃຊ້ຂະບວນການພື້ນຖານທາງຄະນິດສາດ ເຂົ້າໃນການແກ້ໂຈດ ແລະ ບັນຫາໃນຊີວິດປະຈຳວັນ.
  • ສື່ສານໂດຍນຳໃຊ້ສັນຍາລັກທາງຄະນິດສາດຢ່າງຈະແຈ້ງ ແລະ ຊັດເຈນ
  • ໃຫ້ເຫດຜົນຕໍ່ວິທີການແກ້ໂຈດບັນຫາ ແລະ ຕໍ່ຄຳຕອບ.
  • ມີຄວາມເຂົ້າໃຈ, ສະຫງວນມັກແກ້ບັນຫາຄະນິດສາດ ທີ່ມີລັກສະນະທ້າທ້າຍທາງດ້ານສະຕິປັນຍາ ແລະ ຮູ້ຄຸນຄ່າຂອງຄະນິດສາດ
  • ມີຄວາມເຊື່ອໜັ້ນຕົນເອງ ແລະ ຮັບຟັງຄຳຄິດເຫັນ ຢ່າງມີເຫດຜົນ
  • ມີວິທີການແກ້ບັນຫາຢ່າງເປັນລະບົບ, ມີຄວາມອົດທົນ ຕະຫຼອດເຖິງເຫດຜົນ ແລະ ມີແນວຄິດສ້າງສັນ.

ດ້ານທັກສະ

ດ້ານທັດສະນະຄະຕິ ແລະ ຄ່ານິຍົມ

ເວລາຮຽນ: ຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນ ໄດ້ກໍານົດເວລາຮຽນປະຈໍາອາທິດ ແລະ ສົກຮຽນ ວິຊາຄະນິດສາດ

ກຸ່ມວິຊາ

ຈໍານວນຊົ່ວໂມງຮຽນຕໍ່ອາທິດ ແລະ ສົກຮຽນ

ມ. 1

ມ. 2

ມ. 3

ມ. 4

ອາທິດ

ສົກຮຽນ

ອາທິດ

ສົກຮຽນ

ອາທິດ

ສົກຮຽນ

ອາທິດ

ສົກຮຽນ

ຄະນິດສາດ

4

132

4

132

4

132

4

132

ກິດຈະກຳນອຫຼັກສູດ

4 ຊົ່ວໂມງ / ເດືອນ

ກິດຈະກຳແນະນອາຊີບ

( ສໍາລັບ ມ. 4 ) 2 ຊົ່ວໂມງ / ເດືອນ

ຕາຕະລາງ 1 : ຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນ ກຳນົດເວລາຮຽນປະຈຳອາທິດ ແລະ ສົກຮຽນ

ວິຊາຄະນິດສາດ ຊັ້ນມັດທະຍົມສຶກສາປີທີ 4

ວິຊາຄະນິດສາດຊັ້ນມັດທະຍົມສຶກສາປີທີ 4 ປະກອບມີ ວິຊາ ພຶດຊະຄະນີດ, ເລຂາຄະນິດ, ໄຕມຸມມິຕິ ແລະ ສະຖິຕິ. ເຊິ່ງມິລາຍລະອຽດດັ່ງນີ້:

ພຶດຊະຄະນິດ ປະກອບດ້ວຍ 24 ບົດ ເວລາຮຽນ 64 ຊົ່ວໂມງ

ເລຂາຄະນິດ ປະກອບດ້ວຍ 10 ບົດ ເວລາຮຽນ 38 ຊົ່ວໂມງ

ໄຕມຸມມິຕິ ປະກອບດ້ວຍ 5 ບົດ ເວລາຮຽນ 20 ຊົ່ວມງ

ສະຖິຕິ ປະກອບດ້ວຍ 5 ບົດ ເວລາຮຽນ 12 ຊົ່ວໂມງ

ໃນການວິໄຈຄັ້ງນີ້ ທີມງານວິໄຈຈະສະເໜີພາກສ່ວນທີ່ກ່ຽວຂ້ອງກັບການວິໄຈຄື: ພາກທີ 4 ເວັກເຕີ, ບົດທີ 31 ການບວກເວັກເຕີ

ບົດທີ 31 ການບວກເວັກເຕີ

ສະມັດຖະພາບການຮຽນ

  • ກຳນົດຕົວປະສານຂອງເວັກເຕີ
  • ຄິດໄລ່ຕົວປະສານຂອງຜົນບວກຂອງສອງເວັກເຕີ
  • ນຳໃຊ້ການພົວພັນຊານເຂົ້າໃນການແກ້ບັນຫາ

ຈຸດປະສົງການຮຽນ:

ເພື່ອໃຫ້ນັກຮຽນສາມາດຊອກຜົນບວກ

ທິດສະດີການສອນຄະນິດສາດ ( ກະຊວງສຶກສາທິການ,2008:110-111)

ໃນການສອນຄະນິດສາດຕ້ອງອາໄສທິດສະດີການສອນຄະນິດສາດມາເປັນແນວທາງໃນການຈັດກິດຈະກຳການຮຽນ-ການສອນເພື່ອໃຫ້ນັກຮຽນໄດ້ຮັບຄວາມສຳເລັດຕາມຈຸດມຸ່ງໝາຍຂອງຫຼັກສູດມີຜົນສຳເລັດທາງການຮຽນສູງຂຶ້ນຕ້ອງນຳທິດສະດີດັ່ງຕໍ່ໄປນີ້ມາໃຊ້ໃຫ້ເໝາະສົມກັບຜູ້ຮຽນ.

ທິດສະດີຂອງ ທ່ານ ພີອາເຈັດ (PIAGET) ສະແດງໃຫ້ເຫັນວ່າ:

ມະໂນພາບທາງຄະນິດສາດ ສາມາດສ້າງຂຶ້ນດ້ວຍຕົວຂອງເດັກເອງ ຈາກການກະທຳຕາມທຳມະຊາດໂດຍມີວັດຖຸເປັນສື່.

ເດັກສາມາດເຂົ້າໃຈຄວາມໝາຍຂອງຂະບວນການທາງຄະນິດສາດຫຼັງຈາກທີ່ເດັກສາມາດ ເຂົ້າໃຈໃນສັນຍາລັກ ແລະ ເຄື່ອງໝາຍ.

ເດັກຄວນຈະໄດ້ເຂົ້າໃຈມະໂນພາບຕ່າງໆ ໃນລັກສະນະທີ່ເປັນຮູບປະທໍາ.

ທິດສະດີຂອງ ຈອນບຣູເນີ

ທິດສະດີ ຫຼື ແນວຄິດຂອງບຣູເນີ ສະໜັບສະໜູນຢ່າງແຂງແຮງຕໍ່ການຮຽນດ້ວຍການຄົ້ນພົບ ແລະ ມີຄວາມເຊື່ອວ່າ: ຂະບວນການແກ້ບັນຫາຄວນເປັນສິ່ງສໍາຄັນຕໍ່ການສຶກສາຫຼາຍກວ່າການໃຊ້ຄໍາຕອບທີ່ຖືກຕ້ອງການທີ່ເດັກຈະຮຽນຮູ້ຢ່າງມີປະສິດທິພາບເຂົາຄວນຈະໄດ້ຮ່ວມໃນການຄົ້ນພົບຫຼືຂະບວນການແກ້ບັນຫາດ້ວຍຕົນເອງ,ການຈົດຈຳຄວາມຈິງ ຫຼື ກົດເກນຕ່າງໆໃນຄະນິດສາດມີຄວາມຈຳເປັນໃນບາງກໍລະນີເທົ່ານັ້ນ ເຊັ່ນ ກໍລະນີສິ່ງເຫຼົ່ານັ້ນຈຳເປັນຕ້ອງໃຊ້ ເພື່ອໃຫ້ໄດ້ຄຳຕອບຂອງບັນຫາ.

ການທີ່ເດັກໄດ້ສໍາຫຼວດ,ຈັບຕ້ອງສິ່ງຂອງໃນສິ່ງແວດລ້ອມເປັນສິ່ງຈໍາເປັນຕໍ່ການສ້າງມະໂນ

ພາບ ຫຼື ການພັດທະນາຄວາມຄິດຕາມລຳດັບຊັ້ນ.

ລະດັບການຮຽນຮູ້ຕາມທິດສະດີຂອງບຣູເນີ ມີ 3 ລະດັບໄດ້ແກ່:

ລະດັບທີ 1 ຂັ້ນປະຕິບັດຈິງ

ຂັ້ນນີ້ເປັນການເລີ່ມຕົ້ນຂອງການສ້າງມະໂນພາບກ່ຽວກັບສິ່ງທີ່ຮຽນ, ນັກຮຽນຄວນຈະໄດ້ຫຼິ້ນ, ໄດ້ສຳພັດວັດຖຸຂອງຈິງ ເພື່ອໃຫ້ເກີດຈິນຕະນາການ ນຳໄປສູ່ຄວາມເຂົ້າໃຈມະໂນພາບ

ລະດັບທີ 2 ຂັ້ນໃຊ້ພາບໃນໃຈແທນວັດຖຸ

ຂັ້ນນີ້ເປັນຂັ້ນຕອນທີ່ນັກຮຽນຄ່ອຍໆສ້າງພາບຂອງການໃຊ້ວັດຖຸຈິງ ແທນສັນຍາລັກທີ່ເຂົາໄດ້ເຫັນ

ລະດັບທີ 3 ຂັ້ນຕອນໃຊ້ສັນຍະລັກ

ໃນຂັ້ນຕອນນີ້ນັກຮຽນຈະສາມາດໃຊ້ສັນຍະລັກແທນຂອງຈິງ ແລະ ຈິນຕະນາການພາບຂອງຈິງລະດັບການຮຽນຮູ້ທັງສາມລະດັບນີ້ມີປະໂຫຍດໂດຍກົງຕໍ່ການຈັດກິດຈະກຳການສອນຄະນິດສາດຈາກປະສົບການ, ຮູບປະທຳໄປສູ່ນາມມະທຳ.

ລະດັບການຮຽນຮູ້ທັງສາມລະດັບນີ້ມີປະໂຫຍດຕໍ່ການຈັດກິດຈະກໍາການສອນຄະນິດສາດຈາກປະສົບການຈາກຮູບປະທຳໄປສູ່ນາມມະທຳ.

ສະຫຼຸບແລ້ວທິດສະດີຂອງ ບູຣເນີ ມີລັກສະນະທີ່ເນັ້ນຕົວນັກຮຽນເຊັ່ນດຽວກັບພີອາເຈັດເຊິ່ງເພິ່ນສະເໜີການຮຽນຮູ້ດ້ວຍການຄົ້ນພົບ ໂດຍທີ່ຄູໃຫ້ຄຳແນະນຳໜ້ອຍທີ່ສຸດໃຫ້ນັກຮຽນທົດລອງດ້ວຍຕົນເອງຫຼາຍທີ່ສຸດ.

ທິດສະດີຂອງ ດິ໋ນ

ໃນການສອນຄູຄວນເລີ່ມດ້ວຍອຸປະກອນ ຫຼື ສິ່ງຂອງໃຫ້ນັກຮຽນໄດ້ຫຼິ້ນ, ໄດ້ສໍາຜັດດ້ວຍຕົນເອງ, ໄດ້ສັງເກດ, ໄດ້ສຳຫຼວດແລ້ວຕັ້ງບັນຫາໃຫ້ນັກຮຽນຄິດ ຈາກນັ້ນນັກຮຽນຈະຫາທາງແກ້ບັນຫາເຫຼົ່ານັ້ນເອງ, ຄູມີໜ້າທີ່ຈັດສິ່ງແວດລ້ອມໃຫ້ເໜາະສົມ ແລະ ໃຫ້ຄຳແນະນຳໜ້ອຍທີ່ສຸດ

ຫຼັກການສອນຄະນິດສາດ

ຫຼັກການພື້ນຖານສຳລັບການສອນນີ້ ໄດ້ມີນັກການສຶກສາຫຼາຍໆຄົນສະແດງທັດສະນະຕ່າງໆດັ່ງນີ້:

  • ການກຽມຕົວນັກຮຽນກ່ອນການສອນ
  • ການໃຫ້ແບບຢ່າງ ຫລື ໃຫ້ເຫັນຜົນງານທີ່ຕ້ອງການໃຫ້ນັກຮຽນເຮັດເມື່ອຈົບບົດຮຽນ
  • ການໃຊ້ແຮງຈູງໃຈ
  • ການໃຫ້ນັກຮຽນມີສ່ວນຮ່ວມຢ່າງເຕັມສ່ວນໃນການຮຽນ
  • ການແນະນຳແນວທາງໃຫ້ນັກຮຽນ
  • ການຝຶກຜົນ, ຝຶກຫັດຕົນເອງ
  • ການຮູ້ຕີລາຄາຕົນເອງ
  • ການຈັດລຳດັບຂັ້ນຕອນຂອງສິ່ງທີ່ຮຽນ
  • ຄວາມແຕກຕ່າງລະຫວ່າງບຸກຄົນ
  • ການສອນຂອງຄູ

ຫຼັກການສອນແບບແບບໃໝ່

ກະຊວງສຶກສາທິການ(2008:104) ມີຫຼັກການຈຳນວນໜຶ່ງເຊິ່ງສ້າງພື້ນຖານຂອງການສອນທີ່ດີ ເພື່ອຈະຊ່ວຍນັກຮຽນໃຫ້ຮຽນວິຊາຄະນິດສາດໄດ້ດີຄື:

ກ. ຫຼັກການນໍາໃຊ້ກິດຈະກໍາ

ນັກຮຽນຈະສ້າງບົດຮຽນຂຶ້ນດ້ວຍຕົນເອງໂດຍຜ່ານກິດຈະກຳ ໝາຍຄວາມວ່າບັນດາບົດຮຽນທີ່ອີງໃສ່ການກະທຳຂອງນັກຮຽນຈະຊຸກຍູ້ໃຫ້ມີປະສິດທີຜົນດີຂຶ້ນ. ສິ່ງນີ້ຮຽກຮ້ອງໃຫ້ຄູອາຈານຈະຕ້ອງຈັດກຽມບັນດາກິດຈະກຳ ທີ່ນັກຮຽນສາມາດຖອດຖອນຄວາມໝາຍຫຼັກອອກມາໄດ້. ການຈັດກຽມຢ່າງດຽວນັ້ນຈະບໍ່ພໍ ແຕ່ຍັງຈຳເປັນຕ້ອງເປີດໂອກາດໃຫ້ຜູ້ຮຽນ ໄດ້ອະທິບາຍຄວາມຄິດຄວາມເຫັນ ທີ່ພົວພັນນັ້ນອອກມາເປັນຄຳເວົ້າ ຫຼື ຄຳຢືນຢັນ.

ຂ. ຫຼັກການນໍາໃຊ້ສື່ການສອນ

ນັກຮຽນຈະຮຽນຄະນິດດສາດໄດ້ດີໂດຍການໃຊ້ອຸປະກອນ ຫຼື ສື່ການຮຽນ-ການສອນຢູ່ໃນຮູບລັກສະນະເປັນວັດຖຸຈິງ ຫຼື ວັດຖຸຈຳລອງ ຫຼື ຮູບປະກອບຕາຕະລາງການນຳໃຊ້ການສອນນັ້ນແມ່ນໄດ້ອີງໃສ່ວິທີຈັດກິດຈະກຳປະສົມປະສານກັນ.

ຄ. ຫຼັກການນຳໃຊ້ຄຳຖາມ

ນັກຮຽນຈະຮຽນຮູ້ຄະນິດສາດ ແມ່ນຄວາມຄິດທີ່ເກີດຂຶ້ນຈາກການຕັ້ງຄຳຖາມ ເພາະມັນເປັນສິ່ງທີ່ທ້າທາຍໃຫ້ນັກຮຽນຄົ້ນຄິດ ລະດົມສະໜອງ ເພື່ອຊອກຫາຄຳຕອບທີ່ດີ ແລະ ຖືກຕ້ອງເຊິ່ງແມ່ນຂໍ້ສະຫຼຸບທີ່ເຂົາສາມາດສ້າງເປັນຄວາມຮູ້ລວມຍອດດ້ວຍຕົນເອງ ນອກນັ້ນຍັງເປັນການປ່ຽນຄວາມຄິດຂອງພວກເຂົາເຈົ້າ ໃນສິ່ງທີ່ຈຳເປັນຕ້ອງປ່ຽນບົນພື້ນຖານຄວາມຮູ້ອັນໃໝ່

ງ. ຫຼັກການ ຮຽນຮູ້ເປັນກຸ່ມ

ຜູ້ຮຽນຈະຮຽນຄະນິດສາດໄດ້ດີທີ່ສຸດກໍຕໍ່ເມື່ອເຂົາເຈົ້າໄດ້ເຂົ້າຮ່ວມເປັນການຈັດຕັ້ງແບບຮ່ວມມືກັນ, ໃຊ້ສະໝອງຄົ້ນຄິດຮ່ວມກັນ ສະນັ້ນ ການນຳໃຊ້ການຮຽນເປັນກຸ່ມແມ່ນມີປະໂຫຍດຫຼາຍໃນການສອນ-ການຮຽນຄະນິດສາດ ໂດຍສົມທົບຫຼັກການນຳໃຊ້ກິດຈະກຳການສອນ-ການຮຽນເປັນພື້ນຖານ ແລ້ວຈັດຜູ້ຮຽນເປັນກຸ່ມໆເພື່ອສັງເກດ, ຄິດຄົ້ນ ແລ້ວຖອດຖອນເອົາຄວາມຮູ້ລວມຍອດຮ່ວມກັນ. ການໃຊ້ຫຼັກການ, ການຮຽນເປັນກຸ່ມຍັງສາມາດນຳໃຊ້ຊັບພະຍາກອນບຸກຄົນ ແລະ ວັດຖຸໄດ້ດີທີ່ສຸດ

ຈ. ຫຼັກການ ການສອນ-ການຮຽນຄວນພົວພັນກັບຊີວິດປະຈຳວັນ

ຖ້າເນືອໃນບົດຮຽນບົດໃດ ມີການພົວພັນກັບຊີວິດປະຈຳວັນຫຼາຍເທົ່າໃດ ຜູ້ຮຽນກໍຈະຮຽນຄະນິດສາດໄດ້ດີຢ່າງມີປະສິດທິຜົນຂຶ້ນເທົ່ານັ້ນ ເພາະວິຊາຄະນິດສາດ ໄດ້ຖືກນຳໃຊ້ໃນທຸກຂົງເຂດວຽກງານ ເຊັ່ນ ເສດຖະກິດ,ການຕະຫຼາດ, ການຄ້າ, ອຸດສະຫະກຳ, ອອກແບບ, ປ້ອງກັນຊາດ, ຄາດການລ່ວງໜ້າ.

ດັ່ງນັ້ນໃນເວລາສອນ ຄູຄວນໃຊ້ຫຼັກການນີ້ໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ ກໍຈະເຮັດໃຫ້ນັກຮຽນເຂົ້າໃຈໄດ້ໄວ ແລະ ຈື່ໄດ້ດີທີ່ສຸດ.

ສ. ການພົວພັນລະຫວ່າງຫຼັກການຮຽນ ກັບຫຼັກການສອນ

ຫຼັກການຮຽນຮູ້ກັບຫຼັກການສອນມີຄວາມສຳພັນກັນ, ຖ້າຜູ້ສອນເຂົ້າໃຈຫຼັກການຮຽນຮູ້ກໍຈະຈັດການສອນໃຫ້ສອດຄ່ອງກັນໄດ້ ການສອນທີ່ຄຳນຶງເຖິງຫຼັກຈິດຕະສາດໃນການຮຽນຮູ້ຈະຊ່ວຍໃຫ້ຜູ້ຮຽນເກີດການຮັບຮູ້ໄດ້ສະດວກ, ງ່າຍດາຍຂຶ້ນ ແລະ ເກີດຄວາມຄິດທີ່ດີຕໍ່ການຮໍ່າຮຽນ. ດັ່ງນັ້ນຜູ້ສອນຈິ່ງຕ້ອງນຳຫຼັກຮຽນຮູ້ມາເປັນປະໂຫຍດຕໍ່ການຮຽນຮູ້ໃຫ້ດີ ເຊິ່ງຈະປຽບທຽບໃຫ້ເຫັນຄວາມສຳພັນຂອງຫຼັກການຮຽນຮູ້ ກັບຫຼັກການສອນ.

ຕາຕະລາງທີ 2 ການພົວພັນລະຫວ່າງຫຼັກການຮຽນ ກັບຫຼັກການສອນ

ຫຼັກການຮຽນຮູ້

ຫຼັກການສອນ

  • ຜູ້ຮຽນຈະເກີດການຮຽນຮູ້ໄດ້ດີ ເມື່ອເຂົາມີວຸດທິພາວະເຖິງລະດັບ ແລະ ມີຄວາມພ້ອມທີ່ຈະຮຽນບໍ່ວ່າທາງດ້ານສະຕິປັນຍາ, ຮ່າງກາຍ
  • ຜູ້ຮຽນຈະຮຽນໄດ້ດີ ເມື່ອເຂົາມີເປົ້າໝາຍ ແລະ ຮູ້ຂອບເຂດໂຄງຮ່າງຂອງເນື້ອໃນທີ່ຮຽນ
  • ຜູ້ຮຽນຈະເກີດການຮຽນຮູ້ໄດ້ດີ ຖ້າເຂົາມີສ່ວນຮ່ວມໃນກິດຈະກຳການຮຽນຮູ້ ຢ່າງແທ້ຈິງ ແລະ ໄດ້ໃຊ້ປະສາດສຳຜັດຫຼາຍດ້ານຮ່ວມກັນ

ອາລົມ ແລະ ສັງຄົມ

  • ສອນໃຫ້ສອດຄ່ອງກັບວຸດທິພາວະ ແລະ ຄວາມພ້ອມຂອງຜູ້ຮຽນ ຖ້າຜູ້ຮຽນຍັງບໍ່ທັນກຽມພ້ອມຈຳເປັນຕ້ອງກຽມພ້ອມໃຫ້ຜູ້ຮຽນກ່ອນ ໂດຍສຳຫຼວດຄວາມຮູ້ ແລະ ປະສົບການເດີມຂອງຜູ້ຮຽນ, ສຳຫຼວດຄວາມສາມາດ ແລະ ທັກສະຕ່າງໆ, ຖ້າຍັງຂາດ ຫຼື ບົກຜ່ອງ ກໍຕ້ອງປັບປຸງພື້ນຖານທີ່ຈຳເປັນເສຍກ່ອນ.
  • ສອນໂດຍແຈ້ງຈຸດປະສົງການຮຽນ ແລະ ຂອບເຂດເນື້ອໃນທີ່ຮຽນໃຫ້ຜູ້ຮຽນ ໄດ້ຮັບຮູ້ຢ່າງຊັດເຈນ
  • ສອນໂດຍໃຫ້ຜູ້ຮຽນມີສ່ວນຮ່ວມ ໃນກິດຈະກຳການຮຽນ-ການສອນ, ໃຫ້ຜູ້ຮຽນໄດ້ລົງເຮັດຕົວຈິງ

ການປະຕິບັດຫຼັກການສອນໄດ້ດີເປັນການສອນທີ່ດີ

( ກະຊວງສຶກສາທິການ: 2008:105) ການສອນທີ່ດີເຮັດໃຫ້ມີປະສິດທິພາບຂອງການຮຽນຮູ້ດີ. ການສອນລັກສະນະໃດກໍຕາມທີ່ເຮັດໃຫ້ເກີດການຮຽນຮູ້ໄດ້ດີ ຈັດເປັນການສອນທີ່ດີທັງໝົດ. ການສອນທີ່ດີຈະມີລັກສະນະດັ່ງນີ້:

  • ການສອນທີ່ດີຕ້ອງມີການກຽມການສອນເປັນຢ່າງດີ.
  • ການສອນຈະເຮັດໃຫ້ຜູ້ຮຽນເກີດການພັດທະນາ ທາງດ້ານຄວາມຄິດ, ດ້ານເຈຕະຄະຕິ ແລະ ດ້ານທັກສະ.
  • ຜູ້ສອນຕ້ອງຈັດກິດຈະກຳການຮຽນ-ການສອນ ໃຫ້ສອດຄ່ອງກັບເນື້ອໃນ ແລະ ສອດຄ່ອງກັບຜູ້ຮຽນ
  • ການສອນຕ້ອງໃຫ້ຜູ້ຮຽນໄດ້ລົງມືປະຕິບັດກິດຈະກຳດ້ວຍຕົນເອງ ຫຼື ໄດ້ມີສ່ວນຮ່ວມໃນກິດຈະກຳການຮຽນ-ການສອນ
  • ການສອນທີ່ສອດຄ່ອງກັບຈຸດປະສົງ ແລະ ເນື້ອໃນຂອງຫຼັກສູດ
  • ການສອນທີ່ຄຳນຶງເຖິງປະໂຫຍດຂອງຜູ້ຮຽນ ຈະນຳໃຊ້ໃນຊີວິດປະຈຳວັນ
  • ການສອນທີ່ກະຕຸກຄວາມສົນໃຈຂອງຜູ້ຮຽນ ເຮັດໃຫ້ຜູ້ຮຽນສົນໃຈ
  • ການສອນທີ່ມີບັນຍາກາດແຫ່ງການສົ່ງເສີມການຮຽນຮູ້ທັງບັນຍາກາດດ້ານວັດຖຸ ແລະ ດ້ານຈິດໃຈ
  • ການສອນທີ່ດີ ຜູ້ສອນຕ້ອງຮູ້ຈັກໃຊ້ຈິດຕະສາດການຮຽນຮູ້ໃຫ້ເໝາະສົມ
  • ການສອນທີ່ດີ ຕ້ອງສົ່ງເສີມລະບອບປະຊາທິປະໄຕ
  • ການສອນທີ່ມີຂະບວນ, ເປັນລະບົບ, ມີລະດັບຂັ້ນຕອນບໍ່ສັບສົນ
  • ການສອນທີ່ດີ ຕ້ອງມີການວັດຜົນ ແລະ ປະເມີນຜົນກ່ອນຮຽນ ແລະ ຫຼັງການຮຽນ
  • ການສອນທີ່ດີຜູ້ສອນຕ້ອງສອນດ້ວຍຄວາມຕັ້ງໃຈ ແລະ ມີຫົວຄິດປະດິດສ້າງ.

ການສອນຄະນິດສາດທີ່ດີ

1.ຕ້ອງອະທິບາຍໃຫ້ຈະແຈ້ງເຖິງຄວາມແຕກຕ່າງລະຫວ່າງນິຍາມ ແລະ ຫລັກເກນ

2.ບໍ່ພຽງແຕ່ອະທິບາຍແຕ່ຄຳຕອບເທົ່ານັ້ນ ແຕ່ຕ້ອງອະທິບາຍເຖິງຂະບວນການ

3.ຕ້ອງໃຫ້ນັກຮຽນຮູ້ຈັກພິຈາລະນາເຫດຜົນດ້ວຍເຫດໃດຈຶ່ງເປັນແນວນັ້ນ

4.ສັງລວມ ຫລື ດຶງເອົາແນວຄວາມຄິດທີ່ຫລາກຫລາຍຂອງນັກຮຽນ

5. ປະໃຫ້ນັກຮຽນພັດທະນາອຸປະກອນການສິດສອນ ແລະ ເຄື່ອງມືດ້ວຍຕົນເອງ

ວິທີສອນແບບແກ້ໄຂບັນຫາ

ຄວາມໝາຍຂອງການສອນແບບແກ້ໄຂບັນຫາ

ວິທີສອນແບບແກ້ໄຂບັນຫາ ເປັນວິທີສອນທີ່ຜູ້ສອນກະຕຸ້ນຜູ້ຮຽນແກ້ບັນຫາຢ່າງມີເຫດຜົນ ໂດຍອາໄສມະໂນພາບກົດເກນຂໍ້ສະຫຼຸບ, ປະສົບການ, ຄວາມຮູ້ ຄວາມຊຳນິຊຳນານທີ່ກ່ຽວຂ້ອງກັບເລື່ອງນັ້ນ. ໃນການພິຈາລະນາບັນຫານັ້ນຈະຕ້ອງມີຂັ້ນຕອນ ຜູ້ສອນຈະຕ້ອງພະຍາຍາມຊ່ວຍຜູ້ຮຽນໃຫ້ຜູ້ຮຽນເຂົ້າໃຈບັນຫານັ້ນຢ່າງຈະແຈ້ງເສຍກ່ອນວ່າໂຈດບອກອັນໃດ, ໂຈດຕ້ອງການອັນໃດ ເມື່ອພິຈາລະນາບັນຫານັ້ນແລ້ວ ກໍ່ແຍກບັນຫານັ້ນອອກມາເປັນຂໍ້ຍ່ອຍດ້ວຍການວິເຄາະຂໍ້ມູນຕ່າງໆທີ່ໂຈດບອກກໍ່ຈະເປັນແນວທາງໃນການຕອບບັນຫາ ແລະ ສະຫຼຸບບັນຫານັ້ນໄດ້ ເມື່ອໄດ້ຜົນອອກມາແລ້ວຜູ້ສອນຄວນຈະໃຫ້ຜູ້ຮຽນຮູ້ຈັກກວດສອບເບີ່ງວ່າ ຜົນທີ່ໄດ້ຮັບຖືກຕ້ອງຕາມຂໍ້ມູນທີ່ກຳນົດໃຫ້ມາ ຫຼື ບໍ່ ອາດຈະກວດຄືນຈາກຜົນໄປສູ່ເຫດ ຫຼື ກວດຈາກເຫດໄປສູ່ຜົນກໍ່ໄດ້ ແລ້ວແຕ່ຄວາມເໝາະສົມຂອງເນື້ອໃນ.

ຂັ້ນຕອນການສອນ

ວິທີສອນແບບແກ້ໄຂບັນຫາສາມາດແບ່ງເປັນຂັ້ນຕອນໄດ້ດັ່ງນີ້:

  • ຂັ້ນກໍານົດບັນຫາ
  • ຂັ້ນຕັ້ງສົມມຸດຕິຖານ
  • ຂັ້ນວາງແຜນແກ້ບັນຫາ
  • ຂັ້ນຕອນການເກັບ ແລະ ລວບລວມຂໍ້ມູນ
  • ຂັ້ນວິເຄາະຂໍ້ມູນ ແລະ ທົດສອບສົມມຸດຕິຖານ
  • ຂັ້ນສະຫຼຸບຜົນ

ຜູ້ສອນແລະຜູ້ຮຽນອາດຮ່ວມກັນຕັ້ງບັນຫາ ບັນຫາທີ່ນໍາມານັ້ນອາດມາຈາກແຫຼ່ງຕ່າງໆເຊັ່ນ: ບັນຫາທີ່ມາຈາກຄວາມສົນໃຈຂອງຜ້ຮຽນສ່ວນໃຫຍ່ບັນຫາທີ່ມາຈາກບົດຮຽນໂດຍຜູ້ສອນກໍານົດຂື້ນມາເອງໂດຍພິຈາລະນາຈາກບົດຮຽນເນື້ອໃນເໝາະສົມທີ່ຈະນໍາມາເປັນບັນຫາໃນການຕັ້ງບັນຫາເພື່ອນໍາໄປສູ່ການຮຽນຮູ້ ບັນຫາທີ່ກ່ຽວກັບສັງຄົມເປັນບັນຫາທີ່ພົບເຫັນທົ່ວໄປໃນສະພາບແວດລ້ອມຂອງໂຕຜູ້ຮຽນການນໍາເອົາມາເປັນບັນຫາໃນການສຶກສາຍ່ອມຈະເປັນສະພາບທີ່ເຮັດໃຫ້ຜູ້ຮຽນກໍາລັງພົບກັບບັນຫາໃນຊີວິດຈິງບັນຫາທີ່ເກີດຂື້ນຈາກປະສົບການຂອງຜູ້ຮຽນໄດ້ແກ່ບັນຫາກົດໝາຍ, ບັນຫາຊີວິດ, ບັນຫາສິ່ງແວດລ້ອມ ເມື່ອກໍານົດບັນຫາແລ້ວຜູ້ສອນເນັ້ນໃຫ້ຜູ້ຮຽນເຂົ້າໃຈບັນຫາທີ່ພົບໃນເຫດການຕ່າງໆເຊັ່ນ: ບັນຫາຖາມວ່າຫຍັງມີຂໍ້ມູນໃດແດ່ຕ້ອງການຂໍ້ມູນຫຍັງເພີ່ມເຕີມການເຝິກໃຫ້ຜູ້ຮຽນວິເຄາະບັນຫາຈະເຮັດໃຫ້ມີຄວາມເຂົ້າໃຈບັນຫາຫຼາຍຂຶ້ນການຈັດກິດຈະກໍາການຮຽນ - ການສອນໃນຂັ້ນນີ້ຜູ້ສອນອາດຕັ້ງບັນຫາຕັ້ງຄໍາຖາມໃຫ້ຜູ້ຮຽນເກີດຂໍ້ສົງໃສເຊັ່ນ: ການໃຊ້ຄໍາຖາມ, ການເລົ່າປະສົບການ ຫຼື ການສ້າງສະຖານະການໃຫ້ເກີດບັນຫາ, ການໃຫ້ຜູ້ຮຽນຄິດຄໍາຖາມ ຫຼື ບັນຫາ ແລະ ການສາທິດເພື່ອກໍ່ໃຫ້ເກີດບັນຫາ

ການຕົ້ງສົມມຸດຕິຖານເປັນການຄາດຄະເນຄໍາຕອບຂອງບັນຫາ ໂດຍໃຊ້ຄວາມຮູ້ ແລະ ປະສົບການຊ່ວຍໃນການຄາດຄະເນຂັ້ນຕອນນີ້ຈະເປັນຂັ້ນຕອນການໃຊ້ເຫດຜົນໃນການວິເຄາະບັນຫາ ແລະ ຄາດຄະເນຄໍາຕອບພິຈາລະນາແຍກບັນຫາໃຫ່ຍອອກເປັນບັນຫາຍ່ອຍແລ້ວຄິດຢ່າງເປັນລະບົບຜູ້ຮຽນຈະພະຍາຍາມໃຊ້ຄວາມຮູ້ຄວາມເຂົ້າໃຈປະສົບການຜ່ານມາຄິດແກ້ໄຂບັນຫາຄາດຄະເນຄໍາຕອບແລ້ວຈຶ່ງຫາທາງພິສູດວ່າຄໍາຕອບນັ້ນມີຄວາມຖຶກຕ້ອງ ຫຼື ບໍ ແນວທາງການຄິດເພື່ອຕັ້ງສົມມຸດຕິຖານ ເຊັ່ນ: ບັນຫານັ້ນມີສາເຫດມາຈາກໃສ ຫຼື ວິທີການແກ້ບັນຫານັ້ນຈະແກ້ໄຂດ້ວຍວິທີໃດ

ຂັ້ນນີ້ຈະເປັນຂັ້ນທີ່ມີການວາງແຜນ ຫຼື ອອກແບບວິທີການຫາຄໍາຕອບຈາກສົມມຸດຕິຖານທີ່ຕັ້ງໄວ້ໂດຍສຶກສາສາເຫດທີ່ເກີດບັນຫາຂຶ້ນ ແລະ ໃຊ້ເຫດຜົນໃນການຄິດຫາວິທີການແກ້ໄຂບັນຫາໃຫ້ຖຶກກັບສາເຫດໂດຍວິທີການແກ້ບັນຫາຫຼາຍໆວິທີແລ້ວພິຈາລະນາເລືອກວິທີແກ້ບັນຫາທີດີທີ່ສຸດ ໃນກໍລະນີທີ່ມີບັນຫານັ້ນຕ້ອງກວດສອບດ້ວຍການທົດລອງ ກໍຕ້ອງດໍາເນີນວິທີການທົດລອງ ຫຼື ກວດສອບກຽມອຸປະກອນເຄື່ອງມືທີ່ໃຊ້ໃຫ້ພ້ອມ

ຂັ້ນການເກັບ ແລະ ລວບລວມຂໍ້ມູນນີ້ເປັນຂັ້ນທີ່ຜູ້ຮຽນຈະສຶກສາຄວາມຮູ້ຈາກບ່ອນຕ່າງໆ ເຊັ່ນ: ຫ້ອງສະໝຸດ, ອິນເຕີເນັດ, ປື້ມແບບຮຽນ, ການສັງເກດດ ການທົດລອງ, ການໄປທັດສະນະສຶກສາ ແລະ ອື່ນໆໃນຂັ້ນນີ້ຜູ້ຮຽນຈະໃຊ້ວິທີການຈົດບັນທຶກຂໍ້ມູນຢ່າງເປັນລະບົບເພື່ອນໍາຂໍ້ມູນມາທົດສອບສົມມຸດຕິຖານ

ເມຶ່ອໄດ້ຂໍ້ມູນທີ່ລວບລວມມາແລ້ວ ຜູ້ຮຽນກໍ່ນໍາຂໍ້ມູນນັ້ນ ມາພິຈາລະນາວ່າຈະເຊື່ອຖຶ ຫຼື ບໍ ເພື່ອນໍາຂໍ້ມູນໄປວິເຄາະ ລະ ທົດສອບສົມມຸດຕິຖານທີຕັ້ງໄວ້ວ່າເປັນໄປຕາມທີ່ກໍານົດ ຫຼື ບໍ

ເປັນຂັ້ນທີ່ນໍາຂໍ້ມູນມາພິຈາລະນາແປຄວາມໝາຍລະຫວ່າງສາເຫດກັບຜົນທີ່ເກີດຂຶ້ນຜູ້ຮຽນປະເມີນຜົນວິທີການແກ້ບັນຫາ ຫຼື ວິທີການທີ່ໄດ້ຜົນດີທີ່ສຸດໃນການແກ້ບັນຫາ ຫຼື ເປັນການສະຫຼຸບສົມມຸດຕິຖານທີ່ກໍານົດໄວ້ນັ້ນ ເຊິ່ງອາດຈະສະຫຼຸບໃນຮູບແບບຂອງຫຼັກການທີ່ຈະນໍາໄປອະທິບາຍເປັນຄໍາຕອບ ແລະ ວິທີການນໍາຄວາມຮູ້ໄປໃຊ້ໃນການສະຫຼຸບຜົນນັ້ນ ເມື່ອໄດ້ຂໍ້ສະຫຼຸບເປັນຫຼັກການແລ້ວ ຄວນນໍາພິຈາລະນາກວດສອບອີກຄັ້ງໜຶ່ງວ່າເຊື່ອຖືໄດ້ ຫຼື ບໍ

ຈຸດປະສົງ:

- ເພື່ອໃຫ້ຜູ້ຮຽນຮູ້ຈັກແກ້ບັນຫາໂຈດຄະນິດສາດ.

- ເພື່ອໃຫ້ຜູ້ຮຽນຫາວິທີການແປກໃໝ່ມາໃຊ້ຊ່ວຍໃນການແກ້ບັນຫາ.

ຄຸນປະໂຫຍດ:

- ເປັນວີທີການສອນທີ່ສອດແຊກໃນທຸກວິທີ ເພາະແຕ່ລະວິທີການສອນນັ້ນກໍ່ຈະຕ້ອງມີການແກ້ບັນຫາທັງສິ້ນ.

- ສົ່ງເສີມໃຫ້ຜູ້ຮຽນຮູ້ຈັກວິເຄາະ ແລະ ຄິດແກ້ບັນຫາ.

- ສົ່ງເສີມໃຫ້ຜູ້ຮຽນມີໂອກາດສະແດງອອກດ້ວຍການຄິດທີ່ຫຼາກຫຼາຍ.

- ສົ່ງເສີມໃຫ້ຜູ້ຮຽນມີສ່ວນຮ່ວມໃນການສອນ-ການຮຽນ.

ຂໍ້ຈຳກັດ:

- ຜູ້ສອນຕ້ອງໄດ້ໃຊ້ເວລາຫຼາຍໃນບາງໂຈດ ແລະ ຈະຕ້ອງອົດທົນເມື່ອຜູ້ຮຽນແກ້ໂຈດບັນຫາບໍ່ເປັນ.

- ຜູ້ສອນທີ່ບໍ່ມີຄວາມຮູ້ແນ່ນອນ ຈະເຮັດໃຫ້ຜູ້ຮຽນບໍ່ໝັ້ນໃຈວ່າບັນຫາທີ່ຕົນແກ້ນັ້ນຖືກຕ້ອງພຽງໃດ.

- ຜູ້ສອນທີ່ຂາດວິທີ ແລະ ເທັກນິກການສອນມັກຈະບໍ່ເນັ້ນຈຸດສຳຄັນ ແລະ ລະດັບຂັ້ນຕອນການແກ້ບັນຫາ.

ການຂຽນຂໍ້ສອບດ້ານພຶດຕິກຳ ແລະ ສະຕິປັນຍາ

ພຶດຕິກຳດ້ານສະຕິປັນຍາ

ບຼູມ(bloom) ແລະ ຄະນະໄດ້ແບ່ງພຶດຕິກຳດ້ານສະຕິປັນຍາອອກເປັນ 6 ດ້ານຄື:ຄວາມຮູ້ຄວາມຈຳ,ຄວາມເຂົ້າໃຈ,ການນຳໄປໃຊ້,ການວິເຄາະ,ສັງເຄາະ ແລະ ການປະເມີນຜົນ.

ການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ

ການຂຽນຂໍ້ສອບວັດຄວາມຮູ້-ຄວາມຈຳກ່ຽວກັບການຄິດຄຳນວນ

ລະດັບນີ້ເປັນການວັດກ່ຽວກັບທັດສະນະໃນການຄິດຄຳນວນໃດ້ແກ່ການວັດຄວາມຮູ້ ຄວາມຈຳແບບງ່າຍກ່ຽວກັບສິ່ງທີ່ຜູ້ຮຽນໄດ້ຮຽນຜ່ານໄປແລ້ວເຊັ່ນລະນຶກເຖິງແບບຝຶກຫັດທີ່ເຮັດໄປແລ້ວໂດຍບໍ່ມີຂະບວນການຕັດສີນໄຈພຶດຕິກຳລະດັບນີ້ແບ່ງອອກເປັນ 3 ຂັ້ນ.

ຄວາມຮູ້ຄວາມຈຳກ່ຽວກັບຂໍ້ແທ້ຈິງ

ໝາຍເຖິງການຖາມເພື່ອຈະວັດຄວາມຮູ້ - ຄວາມຈຳກ່ຽວກັບເນື້ອໃນຮູບ ຫຼື ແບບດຽວກັນທີ່ຜູ້ຮຽນໄດ້ຮັບຈາກການຮຽນ - ການສອນມາແລ້ວນອກຈາກນີ້ຍັງລວມເຖິງຄວາມຮູ້ພື້ນຖານຊິ່ງຜູ້ຮຽນຈະໄດ້ນຳມາໃຊ້ສະເໝີ.

ຄວາມຮູ້ຄວາມຈຳກ່ຽວກັບສັບ ແລະ ນິຍາມ

ໝາຍເຖິງການຖາມເພື່ອໃຫ້ຜູ້ຮຽນບອກຄວາມໝາຍຂອງຄຳສັບ ແລະ ນິຍາມຕ່າງໆຕາມທີ່ໄດ້ຮຽນຜ່ານມາແລ້ວໂດຍບໍ່ຕ້ອງອາໄສການຄິດໄລ່ຄຳນວນແຕ່ຢ່າງໃດ ແລະ ບໍ່ຕ້ອງການຫາຄວາມຮູ້ອື່ນມາຊວ່ຍ.

ຄວາມຮູ້ຄວາມຈຳກ່ຽວກັບການໃຊ້ການຄິດຄຳນວນ

ໝາຍເຖິງການທີ່ຜູ້ຮຽນສາມາດນຳຂະບວນສິ່ງທີ່ໂຈດກຳນົດໃຫ້ມາດຳເນີນການຕາມກະບວນການຂອງການຄິດຄຳນວນໃນແບບທີ່ເຄີຍຮຽນແລ້ວໃນຂັ້ນນີ້ໄດ້ມຸ້ງໝາຍໃຫ້ຜູ້ຮຽນຄິດຫາຂະບວນການຄິດຄຳນວນແບບໃໝ່ດ້ວຍຕົນເອງ ເຊັ່ນ : ລຳດັບຂັ້ນຕອນໃນການຫານ , ລຳດັບຂັ້ນຕອນໃນການຫາອຸປະຄູນໃຫຍ່ສຸດ , ນອ້ຍສຸດ.

ການຂຽນຂໍ້ສອບວັດຄວາມເຂົ້າໃຈ

ໝາຍເຖິງຄວາມສາມາດໃນການນຳຄວາມຮູ້ທີ່ຮູ້ແລ້ວມາສຳພັນກັບໂຈດ ຫຼື ບັນຫາໃໝ່ຕະຫຼອດຈົນສາມາດຕີຄວາມ,ແປຄວາມ,ສະຫຼຸບຄວາມ ແລະ ຂະຫຍາຍຕົວໄດ້ການວັດພຶດຕິກຳໃນລະດັບນີ້ແບ່ງອອກເປັນ 6 ຂັ້ນ.

ຄວາມຮູ້ກ່ຽວກັບມະໂນພາບ.

ຄວາມຮູ້ກ່ຽວກັບຫຼັກການ,ກົດ ແລະ ການເຮັດໃຫ້ເປັນກໍລະນີທົ່ວໄປ.

ຄວາມຮູ້ກ່ຽວກັບໂຄງສ້າງທາງຄະນິດສາດ.

ຄວາມສາມາດໃນການແປ່ງສ່ວນປະກອບຂອງບັນຫາຈາກແບບໜຶ່ງໄປອີກແບບໜຶ່ງ.

ຄວາມສາມາດໃນການດຳເນີນຕາມເຫດຜົນ.

ຄວາມສາມາດໃນການອ່ານ ແລ ະຕີຄວາມໂຈດບັນຫາທາງຄະນິດສາດ.

ການຂຽນຂໍ້ສອບວັດຄວາມສາມາດໃນການນຳໄປໃຊ້

ເປັນການນຳຄວາມຮູ້,ກົດ,ຫຼັກການຂໍ້ແທ້ຈິງ ແລະ ອື່ນທີ່ໄດ້ຮຽນຮູ້ມາແລ້ວໄປແກ້ບັນຫາໃໝ່ໃຫ້ເປັນຜົນສຳເລັດທັງນີ້ໂຈດບັນຫາທີ່ໃຊ້ວັດໃນລະດັບນີ້ຈະຕ້ອງບໍ່ແມ່ນໂຈດຂໍ້ເດີມທີ່ບໍ່ໄດ້ຢູ່ໃນແບບຝຶກຫັດຫຼຶ ເຄີຍເຮັດມາແລ້ວ ການວັດພຶດຕິກຳໃນລະດັບນີ້ແບ່ງເປັນ 4 ຂັ້ນ.

ຄວາມສາມາດໃນການແກ້ບັນຫາທຳມະດາ.

ຄວາມສາມາດໃນການປຽບທຽບ.

ຄວາມສາມາດໃນການວິເຄາະຂໍ້ມູນ.

ຄວາມສາມາດໃນການເບິ່ງເຫັນຮູບແບບລັກສະນະໂຄງສ້າງທີ່ເໝືອນກັນ ແລະ ການດຸ່ນດ່ຽງ.

ການຂຽນຂໍ້ສອບວັດຄວາມສາມາດໃນການວິເຄາະ

ພຶດຕິກຳໃນຂັ້ນນີ້ຖືວ່າພຶດຕິກຳຂັ້ນສູງສຸດຂອງການຮຽນ-ການສອນຄະນິດສາດໃນດ້ານວັດພຶດຕິກຳສະຕິປັນຍາຜູ້ຮຽນທີ່ຕອບບັນຫາທີ່ວັດພຶດຕີກຳຂັ້ນນີ້ໄດ້ຕ້ອງມີຄວາມສາມາດໃນລະດັບສູງຈະເປັນການແກ້ໄຂບັນຫາທີ່ແປກກວ່າທຳມະດາ ຫຼື ໂຈດບັນຫາທີ່ບໍ່ຮູ້ມາກ່ອນ ແຕ່ທັງນີ້ກໍ່ບໍ່ມີຄວາມໝາຍວ່າໂຈດບັນຫານັ້ນຈະຢູ່ນອກຂອບຂ່າຍໃນວິຊາທີ່ເຄີຍຮຽນມາ ດັ່ງນັ້ນ ການແກ້ບັນຫານີ້ຈຶ່ງຄອບຄຸມຄວາມຮູ້ຄວາມສາມາດໃນສາມຂັ້ນທີ່ກ່າວມາລວມທັງມີຄວາມຄິດລິເລີ່ມສ້າງສັນເພື່ອສາມາດຄົ້ນພົບວິທີການ ຫຼື ແນວທາງການແກ້ໄຂໂຈດບັນຫານັ້ນໄດ້ພຶດຕິກຳໃນຂັ້ນນີ້ແບ່ງອອກເປັນ 5 ຂັ້ນຍ່ອຍຄື:

ຄວາມສາມາດໃນການແກ້ໄຂບັນຫາທີ່ແປກກວ່າທຳມະດາ.

ຄວາມສາມາດໃນການຄົ້ນພົບຄວາມສຳພັນ.

ຄວາມສາມາດໃນການສະແດງພິສູດ.

ຄວາມສາມາດໃນການວິພາກວິຈານ.

ຄວາມສາມາດໃນການສ້າງ ແລະ ສະແດງຄວາມສົມເຫດສົມຜົນຂອງການເຮັດໃຫ້ເປັນກໍລະນີທົ່ວໄປ.

ການຂຽນຂໍ້ສອບວັດຄວາມສາມາດໃນການສັງເຄາະ

ການສັງເຄາະຄືຄວາມສາມາດໃນການລວມສິ່ງຕ່າງໆຕັ້ງທີ່ສອງສິ່ງໄປເຂົ້າດ້ວຍກັນເພື່ອໃຫ້ເປັນສິ່ງໃໝ່ອີກຮູບໜຶ່ງມີຄຸນລັກສະນະໂຄງສ້າງ ຫຼື ໜ້າທີ່ໃໝ່ແປກແຕກຕ່າງໄປຈາກເດີມກ່ອນນຳມາລວມກັນການນຳເອົາຜ້າເສດທີ່ເຂົາຖີ້ມມາຫຍີບ ຫຼື ປະກອບຂຶ້ນເປັນຜ້າເຊັດຕີນສະຫຼັບສີຢ່າງສວຍງາມຂາຍໄດ້ລາຄາແພງສະແດງວ່າຄົນຄິດເຮັດແບບນີ້ມີຄວາມສາມາດດ້ານສັງເຄາະນັ້ນເອງ.

ການຂຽນຄຳຖາມໂດຍທົ່ວໄປຈຶ່ງຕ້ອງນິຍາມການສັງເຄາະໃຫ້ດີກ່ອນວ່າຢູ່ໃນຮູບໃດແດ່ບຼູມໄດ້ແບ່ງການສັງເຄາະອອກເປັນ 3 ດ້ານຄື:

ການສັງເຄາະບົດຄວາມ.

ການສັງເຄາະແຜນງານ.

ການສັງເຄາະຄວາມສຳພັນ.

ການຂຽນຂໍ້ສອບວັດຄວາມສາມາດໃນການປະເມີນຜົນ

ການປະເມີນໝາຍເຖິງຄວາມສາມາດໃນການພິຈາລະນາຕັດສິນກ່ຽວກັບຄຸນຄ່າຂອງຄວາມຄີດທຸກຊະນິດເພຶ່ອປຽບທຽບກັບເກນມາດຕະຖານທີ່ກຳນົດໃຫ້ການປະເມີນເປັນການສະແດງຄວາມຄິດເຫັນທີ່ນຳເກນມາໃຊ້ບໍ່ແມ່ນຄິດຊື່ໆການພິຈາລະນາຕັດສິນອາດຈະເປັນຮູບຂອງປະລິມານ ຫຼື ຄຸນນະພາບກໍ່ໄດ້ເກນທີ່ກຳນົດອາດຈະເປັນນັກຮຽນ ຫຼື ຜູ້ອື່ນກໍ່ໄດ້.

ປະເພດແບບທົດສອບ

ແບບທົດສອບສະບັບໜຶ່ງສາມາດເອີ້ນຊື່ໄດ້ຫຼາຍຊື່,ມີການແບ່ງປະເພດ,ການແບ່ງປະເພດແບບທົດສອບຫຼາຍລັກສະນະດັ່ງຕໍ່ໄປນີ້:

ແບ່ງປະເພດຕາມສິ່ງທີ່ຕ້ອງການວັດ

ແບບທົດສອບວັດຜົນສຳເລັດ ໝາຍເຖິງ ແບບທົດສອບທີ່ວັດສະມັດຖະພາບດ້ານຕ່າງໆຫຼັງຈາກທີ່ໄດ້ຮັບປະສົບການແລ້ວ, ໂດຍແນໃສ່ວັດຄວາມຮູ້ ແລະ ທັກສະທາງດ້ານວິຊາການຊຶ່ງໃນການສືກ

ສາທົ່ວໄປ.

ແບບທົດສອບວັດຄວາມຊຳນິຊຳນານ ໝາຍເຖິງ ແບບທົດສອບທີ່ແນໃສ່ວັດຄວາມສາມາດແລະ ຄຸນລັກສະນະຕ່າງໆຊຶ່ງອາດມີຕິດຕົວມາແຕ່ກຳເນີດ ຫຼື ໄດ້ຮັບການເຝິກຜົນຂຶ້ນເພື່ອໃຫ້ບຸກຄົນໄດ້ສະແດງຄວາມສາມາດທີ່ຈະຮຽນ ຫຼື ພັດທະນາໄດ້ເປັນຢ່າງດີຖ້າໄດ້ຮັບການສອນ ຫຼື ເຝິກອົບຮົມທີ່ເໝາະສົມ. ແບບທົດສອບຄວາມຊຳນິຊຳນານສາມາດແບ່ງອອກເປັນ 4 ປະເພດຄື:

ແບບທົດສອບວັດຄວາມສາມາດທາງການຮຽນ

ເປັນແບບທົດສອບທີ່ວັດຄວາມສາມາດຂອງບຸກຄົນວ່າຈະສາມາດຮຽນຮູ້ສິ່ງໃດສິ່ງໜຶ່ງໄດ້ສຳເລັດ ຫຼື ບໍ່ຕາມທິດສະດີວັດຜົນສຳເລັດກ່ຽວກັບສະມັດຖະພາບທາງສະໝອງໄດ້ແກ່ສະມັດຖະພາບທາງດ້ານພາສາ, ຈຳນວນ, ຄວາມຈຳ, ເຫດຜົນ, ມີສະຕິສຳພັນ, ການຮັບຮູ້ ແລະ ຄວາມຄ່ອງແຄ້ວໃນການໃຊ້ຄຳສັບ.

ແບບທົດສອບວັດຄວາມສາມາດສະເພາະ

ເປັນແບບທົດສອບທີ່ວັດຄວາມສາມາດສະເພາະແຕ່ລະດ້ານອອກໄປເຊັ່ນ: ຄວາມສາມາດດ້ານດົນຕີ, ຄວາມສາມາດດ້ານສີລະປະ, ຄວາມສາມາດດ້ານກົນຈັກ.

ແບບທົດສອບວັດສະມັດຖະພາບທາງສະໝອງ

ເປັນແບບທົດສອບທີ່ໃຊ້ວັດສະຕິປັນຍາແບບທົດສອບທີ່ນິຍົມໃຊ້ກັນໄດ້ແກ່ເຊິ່ງມີການພັດທະນາ ແລະ ປັບປຸງເປັນຫຼາຍແບບທົດສອບ.

ແບບທົດສອບວັດບຸກຄະລິກະພາບ ແລະ ການປັບຕົວ

ເປັນແບບທົດສອບທີ່ໃຊ້ວັດທາງດ້ານຈິດຕະວິທະຍາເຊັ່ນ: ວັດບຸກຄະລະພາບຂອງບຸກຄົນ, ຄວາມຮຸນແຮງ, ຄວາມວິຕິກາງວົນ, ແບບທົດສອບປະເພດນີ້ອາດສ້າງໃນຮູບແບບມາດຕາປະເມີນຄ່າການສຳພາດ ຫຼື ເຄື່ອງມືວັດອື່ນໆ.

ແບບທົດສອບວັດຄວາມສົນໃຈ

ເປັນແບບທົດສອບຄວາມສົນໃຈສະເພາະເຊັ່ນ :ຄວາມສົນໃຈໃນອາຊີບ, ຄວາມສົນໃຈໃນວິຊາໃດໜຶ່ງ. ແບບທົດສອບວັດຄວາມສົນໃຈມີບາງຂໍ້ຈຳກັດບາງປະການ. ຜູ້ສອບເສັງອາດບໍ່ມີຄວາມສົນໃຈເລື່ອງນັ້ນແຕ່ແກ້ງຕອບອອກມາໃນລັກສະນະວ່າຕົນເອງມີຄວາມສົນໃຈກໍ່ໄດ້.

ການແບ່ງປະເພດຕາມຂະບວນສ້າງ

ແບບທົດສອບທີ່ຄູສ້າງຂຶ້ນ.

ເປັນແບບທົດສອບທີ່ຄູສ້າງຂຶ້ນມາເພື່ອໃຊ້ວັດຜົນການສຶກສາໃນຊັ້ນຮຽນໂດຍການສ້າງແນໃສ່ຈຸດປະສົງການຮຽນ-ການສອນເປັນຫຼັກ, ໃນການສ້າງຄຳຖາມອາດຈະໃຊ້ເພື່ອວັດວ່ານັກຮຽນມີການປ່ຽນແປງໄປຕາມຈຸດປະສົງທີ່ວາງໄວ້ ຫຼື ບໍ່ ? ໃຊ້ເພື່ອກະຕຸ້ນຄວາມສົນໃຈຂອງນັກຮຽນ ຫຼື ເພື່ອເບິ່ງຄວາມພ້ອມຂອງນັກຮຽນກ່ອນທີ່ຈະສອບບົດຮຽນໃໝ່ຕໍ່ໄປ.

ແບບທົດສອບມາດຕະຖານ

ເປັນແບບທົດສອບທີ່ສ້າງຂຶ້ນໂດຍຜູ້ຊ່ຽວຊານດ້ານເນື້ອໃນວິຊາ ແລະ ທາງດ້ານການວັດຜົນຕ້ອງຜ່ານການທົດລອງ ແລະ ການວິເຄາະຫົວຂໍ້ສອບເສັງເປັນແຕ່ລະຂໍ້ຫຼາຍໆຄັ້ງ ແລະ ວິເຄາະເປັນສະບັບເພື່ອຫາຄວາມຖືກຕ້ອງ ແລະ ຊັດເຈນແບບທົດສອບນີ້ເອີ້ນວ່າ: ແບບທົດສອບມາດຖານ.

ການແບ່ງປະເພດຕາມຮູບແບບຄຳຖາມ ແລະ ວີທີການຕອບ

ການແບ່ງປະເພດຕາມຮູບແບບຄຳຖາມ ແລະ ວີທີການຕອບມີ 2 ປະເພດດັ່ງນີ້:

ແບບທົດສອບແບບອັດຕະໄນຫຼືແບບທົດສອບແບບລຽງຄວມ.

ແບບທົດສອບແບບປາລາໄນ.

ການແບ່ງປະເພດຕາມເວລາທີ່ກຳນົດໃຫ້ຕອບ

ແບບທົດສອບວັດຄວາມໄວ.

ແບບທົດສອບວັດຄວາມສາມາດສູງສຸດ.

ການແບ່ງປະເພດລັກສະນະການຕອບ

ການແບ່ງປະເພດລັກສະນະການຕອບມີ 3 ປະເພດດັ່ງນີ້:

ແບບທົດສອບຂຽນຕອບ.

ແບບທົດສອບປາກເປົ່າ.

ແບບທົດສອບພາກປະຕິບັດ

ການແບ່ງປະເພດຕາມຈຸດປະສົງ ແລະ ການໃຊ້ຜົນສອບເສັງ

ການແບ່ງປະເພດຕາມຈຸດປະສົງ ແລະ ການໃຊ້ຜົນສອບເສັງມີ 2 ປະເພດດັ່ງນີ້:

ແບບທົດສອບຍ່ອຍ

ແບບທົດສອບຊະນິດນີ້ແມ່ນແບບທີ່ໃຊ້ທົດສອບເປັນໄລຍະຫຼັງຈາກທີ່ການສອນໄປຊ່ວງໄລຍະເວລາໜຶ່ງເພື່ອວັດວ່ານັກຮຽນບັນລຸຈຸດປະສົງທີ່ວາງໄວ້ ຫຼື ບໍ່ ແລະ ຈະນຳໄປປັບປຸງການຮຽນ-ການສອນ,ການຮຽນເພື່ອແກ້ໄຂບົກຜ່ອງຂອງນັກຮຽນ.

ແບບທົດສອບລວມ

ເປັນແບບທົດສອບທີ່ໃຊ້ວັດຫຼັງຈາກສອນແລ້ວ,ການຮຽນຈົບແຕ່ລະວິຊາເພື່ອປະເມີນວ່ານັກຮຽນສອບເສັງໄດ້ ຫຼື ຕົກ,ຜ່ານ ຫຼື ບໍ່ຜ່ານຂໍ້ສອບເສັງຈະຕ້ອງຄອບຄຸມເນື້ອໃນທັງໝົດທີ່ໄດ້ຮຽນມາ,ມັກຈະໃຊ້ວັດໃນທ້າຍພາກຮຽນ ຫຼື ທ້າຍປີ.

ລັກສະນະຂອງແບບທົດສອບທີ່ດີ

ຊວາສ ແພລັດຕະກຸນ( 2518:123-136) ກ່າວວ່າ ແບບທົດສອບທີ່ຄວນມີລັກສະນະ 10 ປະການ

  • ຕ້ອງທ່ຽງຕົງ ( Validity) ໝາຍເຖິງ ຄຸນສົມບັດທີ່ຈະເຮັດໃຫ້ຜູ້ໃຊ້ບັນລຸເຖິງວັດຖຸປະສົງແບບ
  • ຕ້ອງຍຸດຕິທຳ(Fair) ຄື ໂຈດຄໍາຖາມທັງຫຼາຍບໍ່ມີຊ່ອງທາງແນະນໍາໃຫ້ນັກຮຽນເດົາຄໍາຕອບໄດ້ບໍມີໃຫ້ນັກຮຽນຂີ້ຄ້ານທີ່ຈະເບິ່ງບົດຮຽນແຕ່ຕອບໄດ້ດີ
  • ຄຳຖາມເລີກ ( Searching) ວັດຄວາມເລີກຂອງວິທະຍາການຕາມແນວດຶງຫຼາຍກວ່າທີ່ຈະຄິດ
  • ຕ້ອງຍົວຍຸ (Exemplary) ຄຳຖາມມີລັກສະນະທ້າທາຍໃຫ້ຄິດ ນັກຮຽນສອບແລ້ວມີຄວາມຢາກຮູ້ເລື່ອງໃຫ້ກວ້າງຂວາງຫຍິ່ງຂຶ້ນ
  • ຕ້ອງຈຳເພາະເຈາະຈົງ( Difficulty) ນັກຮຽນອ່ານຄຳຖາມແລ້ວຕ້ອງເຂົ້າໃຈຊັດເຈນວ່າຄູຖາມເຖິງຫຍັງບໍ່ຖາມຄຸມເຄືອ
  • ຕ້ອງເປັນປາລະໄນ (Objective) ໝາຍເຖິງຄຸນລັກສະນະ 3 ປະການ
    • ແຈ່ມແຈ້ງໃນຄວາມໝາຍຂອງຄໍາຖາມ
    • ແຈ່ມແຈ້ງໃນວິທີການກວດ ຫຼື ມາດຕະຖານການໃຫ້ຄະແນນ
    • ແຈ່ມແຈ້ງໃນການແປຄວາມຂອງຄະແນນ
  • ຕ້ອງມີປະສິດທິພາບ ( Efficiency ) ຄື ຄວາມສາມາດໃຫ້ຄະແນນທີ່ທ່ຽງຕົງ ແລະ ເຊື່ອຖືໄດ້
  • ຄວາມຍາກພໍເໝາະ ( Difficulty)
  • ຕ້ອງມີອຳນາດຈຳແນກ ( Discrimination) ຄື ສາມາດແຍກນັກຮຽນອອກເປັນປະເພດໄດ້ທຸກລະດັບຕັ້ງແຕ່ອ່ອນ ເຖິງ ເກັ່ງສຸດ
  • ຕ້ອງເຊື່ອໜັ້ນໄດ້ (Reliability ) ຄືຂໍ້ສອບນັ້ນສາມາດໃຫ້ຄະແນນໄດ້ຄົງທີ່ແນ່ນອນບໍ່ແປຜັນ
    • ຂຽນຂໍ້ຄຳຖາມ ຂັ້ນນີ້ຈະຕ້ອງຂຽນຂໍ້ຄຳຖາມໃຫ້ສອດຄ່ອງກັບເນື້ອໃນ ແລະ ພຶດຕິກຳທີ່ຈະວັດ ຫຼື ໃຫ້ສອດຄ່ອງກັບຕາຕະລາງວິເຄາະຫຼັກສູດນັ້ນເອງ
    • ພິຈາລະນາເລືອກຂໍ້ຄຳຖາມທີ່ເໝາະສົມ ແລະ ວັດໄດ້ຕາມທີ່ຕ້ອງການຈະວັດ ແລະ ຂໍ້ຄຳຖາມ ຫຼື ຂໍ້ສອບຄວນຈະເປັນຕົວແທນ ( sample ) ຂອງສິ່ງທີ່ໄດ້ສອນໄປແລ້ວໃນການອອກຂໍ້ສອບນັ້ນເຮົາບໍ່ຈຳເປັນທີ່ຈະຖາມທຸກຢ່າງທຸກຄໍາທີ່ສອນໄປແຕ່ຈະຖາມພຽງບາງຕອນ ຫຼື ບາງສ່ວນທີ່ເປັນຕົວແທນໃນເນື້ອໃນ ແລະ ພຶດຕິກຳເທົ່ານັ້ນ
    • ຈັດເຮັດເປັນຮູບເຫຼັ້ມບາງຕອນຂອງແບບທົດສອບຄວນຈະມີຄໍາຊີ້ແຈງໃນການເຮັດໃຫ້ຊັດເຈນພ້ອມທັງພິມເປັນຮູບເຫຼັ້ມຂຶ້ນມາ
    • ເຮັດຄຳຕອບເພື່ອເປັນການກວດຄວາມຖືກຕ້ອງຂອງຂໍ້ສອບ ກ່ອນທີ່ຈະນໍາຂໍ້ສອບໄປໃຊ້ຈິງ
    • ຈັດກຽມແບບທົດສອບໃຫ້ພຽງພໍກັບຈຳນວນນັກຮຽນທີ່ໃຊ້ສອບ

ທົດສອບທີ່ມີຄວາມທ່ຽງຕົງສູງຄື ແບບທົດສອບທີ່ສາມາດເຮັດໜ້າທີ່ວັດສິ່ງທີ່ເຮົາຈະວັດໄດ້ຢ່າງຖືກຕ້ອງຕາມຄວາມມຸ່ງໝາຍ

ຕາມແນວກວ້າງວ່າຮູ້ຫຼາຍນ້ອຍພຽງໃດ

ຫຼາຍທີ່ສຸດພາຍໃນເວລາແຮງງານ ແລະ ເງິນນ້ອຍທີ່ສຸດດ້ວຍ

ການສ້າງແບບທົດສອບ

ຂັ້ນນີ້ເປັນຂັ້ນຂອງການຂຽນຂໍ້ຄຳຖາມ ແລະ ດຳເນີນການສ້າງເພື່ອໃຫ້ແບບທົດສອບມີຄຸນະພາບດັ່ງນີ້:

  • ການກວດຄຸນະພາບຂອງຂໍ້ສອບ
  • ການຄັດເລືອກ ແລະ ປັບປຸງຂໍ້ສອບ

ຂັ້ນນີ້ເປັນຂັ້ນຂອງການນຳຄະແນນຈາກການສອບມາກວດສອບຄຸນະພາບຂອງແບບທົດສອບເຊັ່ນ: ຄວາມທ່ຽງຕົງ, ຄວາມເຊື່ອໜັ້ນ ອຳນາດຈຳແນກ ແລະ ຄວາມຍາກງ່າຍຂອງແບບທົດສອບ ເພື່ອປັບປຸງແກ້ໄຂແບບທົດສອບໃຫ້ມີຄຸນະພາບດີຍິ່ງຂຶ້ນ

ຜົນການກວດສອບຈະມີຄວາມເຊື່ອໜັ້ນ ແລະ ໄວ້ວາງໃຈໄດ້ນັ້ນ ຂຶ້ນຢູ່ກັບອົງປະກອບໃນຂະບວນການກວດສອບຫຼາຍປະການນັບແຕ່ຮູບແບບ, ລັກສະນະຂອງແບບກວດສອບ, ການດຳເນີນການສອບ, ເວລາທີ່ກຳນົດໃຫ້ໃນການສອບ, ລັກສະນະຂອງການສະເໜີຂໍ້ສອບແກ່ຜູ້ສອບ, ເງື່ອນໄຂໃນການສອບ, ການລຽງລຳດັບຂໍ້ສອບ ແລະ ສ່ວນປະກອບອື່ນໆອີກຫຼາຍຢ່າງ.

ເມື່ອຜູ້ສ້າງຂໍ້ສອບອອກຂໍ້ສອບເປັນລາຍຂໍ້ສຳເລັດຮຽບຮ້ອຍແລ້ວກໍຈະຕ້ອງນຳເອົາຂໍ້ສອບນັ້ນມາຈັດລຽງ. ການຈັດລຽງຂໍ້ສອບຄວນມີຫຼັກການດັ່ງນີ້:

ກ. ຂໍ້ສອບປະເພດດຽວກັນເຊັ່ນ: ຖືກຜິດ, ຕື່ມຄໍາ, ຈັບຄູ່, ເລືອກຕອບ, ລຽງຄວາມຄວນຈະຈັດໄວ້ເປັນໜວດເປັນໜູ່

ຂ. ຄວນລຽງຂໍ້ສອບປາລະໄນໄວ້ກ່ອນ ແລ້ວຈຶ່ງເອົາຂໍ້ສອບອັດຕະໄນໄວ້ຕາມຫຼັງ

ຄ. ຂໍ້ສອບໃນໜວດໜູ່ໜຶ່ງໆ ຄວນຈະລຽງຕາມລຳດັບເນື້ອໃນທີ່ມີໃນການຈັດການຮຽນ-ການສອນ

ງ. ໃນບົດສອບໜຶ່ງໆ ຄວນຈະຈັດລຽງຈາກ ຂໍ້ທີ່ງ່າຍໄປຫາຂໍ້ທີ່ຍາກ, ຈາກສັ້ນໄປຫາຍາວ.

+ ຂໍ້ແນະນໍາໃນການລຽງຂໍ້ສອບແຕ່ລະຊະນິດມີ 4 ວິທີຄື:

1.ຈັດລຽງລຳດັບຄວາມຍາກງ່າຍ( Arrangement in orderdifficulty )

ວິທີນີ້ເປັນວິທີການຈັດລຽງຂໍ້ສອບແບບທຳມະດາທົ່ວໄປ. ການຈັດລຽງຂໍ້ສອບແບບວິທີນີ້ ແມ່ນເຮັດໃຫ້ນັກສອບຈະໄດ້ພົບຂໍ້ສອບງ່າຍໆກ່ອນແລ້ວ ຈຶ່ງພົບຂໍ້ຍາກ ແລະ ບໍ່ເກີດຄວາມເບື່ອໜ່າຍໃນເມື່ອພົບຂໍ້ຍາກແຕ່ຖ້າບໍ່ຈັດລຽງຂໍ້ສອບແບບນີ້ຈະມີຂໍ້ເສຍຢູ່ 2 ປະການຄື:

ປະການທີ 1 : ການລຽງຂໍ້ສອບແຕ່ງ່າຍຫາຍາກນັ້ນ ຖ້າຂໍ້ຄຳຖາມທີ່ມີເນື້ອໃນດຽວກັນຫາກຖືກກະຈາຍກັນອອກໄປຄວາມຍາກງ່າຍນີ້ມີຜົນເຮັດໃຫ້ຄວາມຄິດຂອງນັກສອບປ່ຽນແປງງຢູ່ເລື້ອຍໆ.

ປະການທີ 2 : ການລຽງຂໍ້ສອບແບບນີ້ຖ້ານັກຮຽນພົບຂໍ້ທີ່ຍາກໆກ່ອນແລ້ວໃນຕອນຕົ້ນກໍຈະເຮັດໃຫ້ເກີດຄວາມຖໍ້ຖອຍໃຈຈະເຮັດຂໍ້ສອບຕໍ່ໄປເນື່ອງຈາກນັກຮຽນຮູ້ວ່າຂໍ້ສອບຈະຍິ່ງຍາກຂຶ້ນໄປອີກ.

2.ຈັດລຽງຄວາມຍາກງ່າຍແບບຮອບວຽນ(Arrangementin cyclic order of difficullty )

ເປັນການຫຼີກລຽງຂໍ້ບົກພ່ອງປະການທີ 1 ຂອງການຈັດລຽງຂໍ້ສອບຕາມລຳດັບຄວາມຍາກງ່າຍ ຈຶ່ງໃຊ້ວິທີການລຽງຈາກງ່າຍໄປຫາຍາກແລ້ວເລີ່ມຂຶ້ນໃໝ່ເປັນງ່າຍໄປຍາກອີກໜູນວຽນໄປ ຊຶ່ງວິທີການນີ້ ເປັນການກະຕຸ້ນໃຫ້ນັກຮຽນອ່ານຂໍ້ສອບໃຫ້ໝົດທຸກຂໍ້. ເພາະນັກຮຽນຮູ້ວ່າຖ້າເຮັດຂໍ້ສອບໄປລະຍະໜຶ່ງ ກໍຈະພົບຂໍ້ງ່າຍອີກວິທີນີ້ຈຶ່ງມີແຕ່ຂໍ້ດີ ແຕ່ກໍມີຈຸດອ່ອນທີ່ນັກສອບຈະຕ້ອງປ່ຽນຄວາມຄິດໃນການແກ້ບັນຫາໄວເກີນໄປ.

  • ການຈັດລຽງຕາມກຸ່ມເນື້ອໃນວິຊາ (Arrangementaccording to subject matter area )
  • ການຈັດລຽງຂໍ້ສອບຕາມຈຸດປະສົງຂອງການວັດຜົນ (Arrangement according to the goalsmeasured )

ການຈັດລຽງໂດຍວິທີນີ້ ຈະລຽງຂໍ້ສອບທີ່ມີເນື້ອໃນດຽວກັນເຂົ້າໄວ້ນຳກັນແລ້ວ ຈັດລຽງຂໍ້ຄຳຖາມຈາກງ່າຍໄປຫາຍາກ ຊຶ່ງສາມາດຊ່ວຍໃຫ້ນັກຮຽນໄດ້ໃຊ້ຄວາມຄິດຢ່າງເຕັມສ່ວນໃນການແກ້ບັນຫາໃນເນື້ອໃນກ່ອນທີ່ຈະປ່ຽນໄປຄິດໃນເນື້ອໃນອື່ນໆ.

ໃນການຈັດລຽງຂໍ້ສອບຜູ້ອອກຂໍ້ສອບບາງຄົນນິຍົມລຽງຂໍ້ສອບໂດຍລວມພຶດຕິກໍາທີ່ຕ້ອງການວັດປະເພດດຽວກັນເຊັ່ນ ( Co-operative test ) ລຽງຂໍ້ຄໍາຖາມທີ່ວັດກ່ຽວກັບຄໍາສັບ ແລະ ຄວາມຄິດລວມຍອດເຂົ້າໄວ້ເປັນກຸ່ມດຽວກັນ, ສ່ວນການວັດດ້ານຄວາມເຂົ້າໃຈນັ້ນ ກໍແຍກໄວ້ເປັນອີກພາກສ່ວນໜຶ່ງ ການລຽງຂໍ້ສອບວິທີນີ້ມີປະໂຫຍດສຳລັບຄູໃນການກວດສອບວ່າ ກົງກັນກັບຈຸດປະສົງທີ່ຕ້ອງການ ຫຼື ບໍ ແຕ່ມີຂໍ້ເສຍຄື ບໍ່ສາມາດຈະລວບລວມເນື້ອໃນດຽວກັນ ຫຼື ທີ່ຄ້າຍຄືກັນເຂົ້າໄວ້ນຳກັນໄດ້.

ນອກຈາກວິທີລຽງຂໍ້ສອບທັງ 4 ວິທີດັ່ງກ່າວນັ້ນແລ້ວ ຍັງມີວິທີການອື່ນໆອີກທີ່ມີຜູ້ນຳໃຊ້ເຊັ່ນ: ການລຽນ

ຂໍ້ສອບແບບເລືອກເອົາ ( a random arrangement ) ການລຽງຂໍ້ສອບຕາມລໍາດັບຂອງເນື້ອໃນການຮຽນຮູ້ ການລຽງລໍາດັບຂໍ້ສອບຕາມລະດັບຂອງພຶດຕິກໍາທາງດ້ານຄວາມຮູ້-ຄວາມຄິດ ( Cognitive domain )

ບົດທີ 3

ວິທີດໍາເນີນການວິໄຈ

ໃນການວິໄຈເລື່ອງ: ພັດທະນາການບວກເວັກເຕີ ໂດຍໃຊ້ວິທີສອນແບບແກ້ໄຂບັນຫາ ເນັ້ນການໃຊ້ຄໍາຖາມ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ທີ່ໂຮງຮຽນສາມັກຄີ ເມືອງສາມັກຄີໄຊ ແຂວງອັດຕະປື ສົກຮຽນ 2015 – 2016 ໃນສອງດ້ານໄດ້ແກ່: ດ້ານວິທີສອນ ແລະ ດ້ານຄວາມເພີ່ງພໍໃຈຂອງນັກຮຽນຕໍ່ການຮຽນຄະນິດສາດໂດຍໄດ້ປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

  • ປະຊາກອນ ແລະ ກຸ່ມຕົວຢ່າງ
  • ເຄື່ອງມືທີ່ໃຊ້ໃນການເກັບກໍາ ແລະ ເກັບກໍາຂໍ້ມູນ
  • ການສ້າງ ແລະ ຫາຄຸນະພາບຂອງເຄື່ອງມື
  • ວິທີເກັບລວບລວມຂໍ້ມູນ
  • ການວິເຄາະຂໍ້ມູນ
  • ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ

ປະຊາກອນ.

ປະຊາກອນທີ່ໃຊ້ໃນການວິໄຈຄັ້ງນີ້ແມ່ນນັກຮຽນທັງໝົດໃນຊັ້ນມ4ຂອງໂຮງຮຽນມັດທະຍົມຕອນຕົ້ນສາມັກຄີໃນພາກຮຽນທີ II ຈໍານວນ 1 ຫ້ອງເຊີ່ງມີຈໍານວນປະຊາກອນທັງໝົດ 25 ຄົນ, ຍິງ 12 ຄົນຂອງສົກຮຽນ 2015 – 2016.

ກຸ່ມຕົວຢ່າງ.

ໃນການເລືອກກຸ່ມຕົວຢ່າງທີ່ຜູ້ວິໄຈໄດ້ໃຊ້ເຂົ້າໃນການວິໄຈຄັ້ງນີ້ໂດຍທີມງານພວກຂ້າພະເຈົ້າໃນນໍາໃຊ້ການເລືອກຕົວຢ່າງແບບເຈາະຈົງນັກຮຽນຊັ້ນມັດທະຍົມປີທີ 4 ຫ້ອງ 4/1ເຊີ່ງມີຈໍານວນນັກຮຽນທັງໝົດ 25 ຄົນ, ຍິງ 12 ຄົນ

ເຄື່ອງມືທີ່ໃຊ້ໃນການເກັບກໍາ ແລະ ລວບລວມຂໍ້ມູນ

ເຄື່ອງມືທີ່ໃຊ້ໃນການເກັບກໍາ ແລະ ລວບລວມຂໍ້ມູນຄັ້ງນີ້ທີມງານວິໄຈໃນມີເຄື່ອງມືດັ່ງນີ້:

  • ບົດສອນວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາປີທີ 4 ຈໍານວນ 1 ບົດ, ເວລາສອນ 4 ຊົ່ວໂມງ
  • ບົດທົດສອບກ່ອນຮຽນ ແລະ ຫຼັງຮຽນປະກອບມີ 1 ພາກສ່ວນຄື: ພາກປະລາໄນຊະນິດເລືອກຕອບ 3 ຕົວເລືອກ ຈໍານວນ 10 ຂໍ້
  • ແບບສອບຖາມຄວາມເພີ່ງພໍໃຈຂອງນັກຮຽນຊະນິດແບບປະເມີນຄ່າ ( Rating Scale )ໂດຍໃຊ້ເກນກໍານົດນໍ້າໜັກຄະແນນ ແລະ ມາດຕາສ່ວນປະມານຄ່າຈັດລໍາດັບ 5 ລໍາດັບ, ຈໍານວນ 20 ຂໍ້

ການສ້າງ ແລະ ການຫາຄຸນະພາບເຄື່ອງມື

ບົດສອນ ວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາ ປີທີ 4 ມີການສ້າງ ແລະ ການຫາຄຸນນະພາບເຄື່ອງມືດໍາເນີນການຕາມຂັ້ນຕອນລຸ່ມນີ້:

  • ສຶກສາເອກະສານວິທີສອນ, ເຕັກນິກການສອນຕ່າງໆ ແລະ ງານວິໄຈທີ່ກ່ຽວຂ້ອງ
  • ສຶກສາປຶ້ມແບບຮຽນຄະນິດສາດ, ຄູ່ມືຄູຄະນິດສາດ
  • ກໍານົດຈຸດປະສົງ ແລະ ເນື້ອໃນບົດຮຽນແລ້ວຮຽບຮຽງເປັນບົດສອນໄດ້ດັ່ງນີ້
    • ຈຸດປະສົງການຮຽນຮູ້ ວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາ ປີທີ 4
      • ເພື່ອໃຫ້ນັກຮຽນສາມາດຊອກຜົນບວກ ແລະ ຜົນລົບຂອງເວັກເຕີ
    • ວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາ ປີທີ 4
  • ບົດສອນໄດ້ສ້າງຂຶ້ນໃຫ້ສອດຄ່ອງກັບຈຸດປະສົງ ໄປຕາມຂັ້ນຕອນການສອນ ຈໍານວນ 1 ບົດ, ບົດສອນ ສອນ 3 ຊົ່ວໂມງ, ຊົ່ວໂມງໜຶ່ງ 50 ນາທີ ມີຂໍ້ກໍານົດດັ່ງນີ້:
  • ນໍາບົດສອນທີ່ສ້າງຂຶ້ນສະເໜີຕໍ່ຄູທີ່ປຶກສາເພື່ອກວດສອບຄວາມເໝາະສົມ ແລ້ວນໍາຂໍ້ບົກຜ່ອງມາປັບປຸງກິດຈະກໍາການສອນ, ເວລາໃນແຕ່ລະກິດຈະກໍາ ປັບກິດຈະກໍາການຮຽນ - ການສອນໃຫ້ເໝາະສົມ
  • ນໍາບົດສອນມາປັບແກ້ຕາມຄໍາແນະນໍາຂອງຄູທີ່ປຶກສາ ໂດຍໄດ້ປັບດ້ານກິດຈະກໍາການຮຽນ - ການສອນເປັນຕົ້ນ ຄື ຕັດກິດຈະກໍາຂັ້ນສອນອອກກິດຈະກໍາໜຶ່ງ ແລະ ແນະນໍາການນໍາໃຊ້ສື່
  • ນໍາບົດສອນທີ່ຜ່ານການປັບປຸງແລ້ວໄປໃຊ້ເປັນເຄື່ອງມືໃນການວິໄຈ

ເວລາຮຽນທັງໝົດ 4 ຊົ່ວໂມງ

ສອບກ່ອນຮຽນ 25 ນາທີ

ການບວກ ແລະ ການລົບເວັກເຕີ 3 ຊົ່ວໂມງ

ສອບຫຼັງຮຽນ 25 ນາທີ

ບົດສອນ 1 ບົດໃຊ້ຈຸດປະສົງຂໍ້ທີ 3.1.1

ບົດທົດສອບມີລະດັບຂັ້ນການສ້າງ ແລະ ຫາຄຸນະພາບດັ່ງນີ້

  • ສຶກສາຫຼັກການໃນການສ້າງແບບທົດສອບ, ເຕັກນິກການຂຽນຂໍ້ສອບຈາກປຶ້ມແບບຮຽນ ການວັດ ແລະ ການປະເມີນຜົນ ແລະ ປຶ້ມອື່ນໆທີ່ກ່ຽວຂ້ອງ
  • ວິເຄາະຈໍານວນຂໍ້ສອບໂດຍພິຈາລະນາຈາກຄວາມສໍາຄັນຂອງຈຸດປະສົງວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາ ປີທີ 4 ເຊິ່ງມີຈຸດປະສົງດັ່ງນີ້:
  • ສ້າງແບບທົດສອບຈໍານວນ 10 ຂໍ້, ຂໍ້ສອບປາລະໄນ ຈໍານວນ 10 ຂໍ້, ກວດໃຫ້ຄະແນນຄື: ຕອບຖືກໃຫ້ 1 ຄະແນນ, ຕອບຜິດ ຫຼື ບໍ່ຕອບໃຫ້ 0 ຄະແນນ
  • ນໍາແບບທົດສອບສະເໜີຕໍ່ຄູທີ່ປຶກສາກວດພິຈາລະນາດ້ານຄວາມທ່ຽງຕົງຕາມເນື້ອໃນ, ຈຸດປະສົງ, ພາສາ ແລະ ຄວາມເໝາະສົມຂອງຂໍ້ຄວາມ ແລ້ວປັບປຸງແກ້ໄຂຂໍ້ບົກຜ່ອງ ກວດພິຈາລະນາຄວາມທ່ຽງຕົງຕາມເນື້ອໃນ, ຈຸດປະສົງ, ພາສາ ແລະ ຄວາມເໝາະສົມຂອງຕົວເລືອກແລ້ວນໍາມາປັບປຸງແກ້ໄຂຂໍ້ບົກຜ່ອງ
  • ນໍາແບບທົດສອບທີ່ໄດ້ຄືນມາຫາຄ່າດັດສະນີຄວາມສອດຄ່ອງລະຫວ່າງຂໍ້ຄໍາຖາມກັບຈຸດປະສົງ ( Index of ltem Objective congruence. IOC ) ຫາດັດສະນີຄວາມສອດຄ່ອງຂອງແບບທົດສອບຄໍານວນດ້ວຍສູດ ( ລ້ວນ ສາຍຍຸດ ແລະ ອັງຄະນາ ສາຍຍຸດ, 2538:249 )

ຕາຕະລາງທີ 1 ການກໍານົດຂໍ້ສອບ

ຈຸດປະສົງ

ຈໍານວນຂໍ້

ຂໍ້ທີ 1

10

ລວມ

10

ແທນ ດັດສະນີຄວາມສອດຄ່ອງ

ແທນ ຜົນລວມຂອງຄະແນນຄວາມຄິດເຫັນຂອງຜູ້ຊຽ່ວຊານ

ແທນ ຈໍານວນຜູ້ຊຽ່ວຊານ

ມີເກນໃຫ້ຄະແນນໃນການກວດດັ່ງນີ້:

ຄະແນນ +1 ສໍາລັບຂໍ້ສອບທີ່ສອດຄ່ອງຕາມຈຸດປະສົງ

ຄະແນນ 0 ສໍາລັບຂໍ້ສອບທີ່ບໍ່ແນ່ໃຈວ່າສອດຄ່ອງຕາມຈຸດປະສົງ

ຄະແນນ -1 ສໍາລັບຂໍ້ສອບທີ່ບໍ່ສອດຄ່ອງຕາມຈຸດປະສົງ

ຈາກນັ້ນເລືອກຂໍ້ສອບທີ່ມີຄ່າດັດສະນີຄວາມສອດຄ່ອງຕັ້ງແຕ່ 0,66 ຂຶ້ນໄປ ຜົນປະກົດວ່າມີຂໍ້ສອບທີ່ຕ້ອງປັບປຸງມີທັງໝົດ 3 ຂໍ້ ຄື: 4, 7, 2 ແລະ ໄດ້ຄ່າ IOC ເທົ່າ 0,65 ປັບປຸງຄໍາເວົ້າໃໝ່ ແລະ ເນື້ອໃນຕົວລວງ

ແບບສອບຖາມຄວາມເພີ່ງພໍໃຈຂອງນັກຮຽນເປັນແບບລີເຄີຣ ສະແກ ( Likert Scale ) ຊະນິດ 5 ລະດັບຄວາມຄິດເຫັນເຊີ່ງມີລະດັບຂັ້ນການສ້າງ ແລະ ຄຸນນະພາບດັ່ງນີ້:

  • ສຶກສາຫຼັກການໃນການສ້າງແບບທົດສອບ, ເທັກນິກການຂຽນຂໍ້ສອບ ຈາກປຶ້ມແບບຮຽນການວັດ ແລະ ການປະເມີນຜົນ ແລະ ປຶ້ມອື່ນໆທີ່ກ່ຽວຂ້ອງແບບສອບຖາມຄວາມເພີ່ງພໍໃຈຂອງນັກຮຽນ
  • ກໍານົດຈຸດມຸ່ງໝາຍຂອງການສຶກສາເພື່ອສອບຖາມຄວາມເພີ່ງພໍໃຈຂອງນັກຮຽນຕໍ່ ວິຊາ ຄະນິດສາດ ໂດຍວິທີຂອງ ລີເຄີຣ ( Likert )ໂດຍໃຊ້ແບບປະເມີນຄ່າ ( Rating Scale ) ໂດຍໃຊ້ເກນກໍານົດນໍ້າໜັກຄະແນນ ແລະ ມາດຕາສ່ວນ
  • ນໍາແບບສອບຖາມຄວາມເພີ່ງພໍໃຈທີ່ສ້າງສະເໜີຕໍ່ຄູທີ່ປຶກສາກວດພິຈາລະນາດ້ານຄວາມເໝາະສົມຂອງຂໍ້ຄວາມແລ້ວປັບປຸງແກ້ໄຂຂໍ້ບົກຜ່ອງ

ຄ່າຈັດລະດັບ 5 ລະດັບ ເຊີ່ງມີ ຂໍ້ດັ່ງນີ້:

ຫຼາຍທີ່ສຸດ ໃຫ້ 5 ຄະແນນ

ຫຼາຍ ໃຫ້ 4 ຄະແນນ

ປານກາງ ໃຫ້ 3 ຄະແນນ

ໜ້ອຍ ໃຫ້ 2 ຄະແນນ

ໜ້ອຍທີ່ສຸດ ໃຫ້ 1 ຄະແນນ

ການວິໄຈຄັ້ງນີ້ທີມງານວິໄຈໃຊ້ເກນແປຜົນ ( ຊູສີວົງ ລັດຕະນະ, 2553:69) ເປັນແນວທາງໃນການແປຄວາມໝາຍຂອງຜົນຈາກການສັງເກດນີ້

ຄ່າສະເລ່ຍ 4.50 – 5.00 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍສຸດ

ຄ່າສະເລ່ຍ 3.50 – 4.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍ

ຄ່າສະເລ່ຍ 2.50 – 3.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບປານກາງ

ຄ່າສະເລ່ຍ 1.50 – 2.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍ

ຄ່າສະເລ່ຍ 1.00 – 1.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍສຸດ

  • ນໍາແບບສອບຖາມຄວາມເພີ່ງພໍໃຈຂອງນັກຮຽນກວດພິຈາລະນາຄວາມສອດຄ່ອງລະຫວ່າງຄໍາຖາມ ກັບຈຸດປະສົງ ( Index of ltem Objective congruence. IOC ) ຫາດັດສະນີຄວາມສອດຄ່ອງຂອງແບບທົດສອບຄໍານວນດ້ວຍສູດ ( ລ້ວນ ສາຍຍຸດ ແລະ ອັງຄະນາ ສາຍຍຸດ, 2538:249 )

ແທນ ດັດສະນີຄວາມສອດຄ່ອງ

ແທນ ຜົນລວມຂອງຄະແນນຄວາມຄິດເຫັນຂອງຜູ້ຊຽ່ວຊານ

ແທນ ຈໍານວນຜູ້ຊຽ່ວຊານ

ມີເກນໃຫ້ຄະແນນໃນການກວດດັ່ງນີ້:

ຄະແນນ +1 ສໍາລັບຂໍ້ສອບທີ່ສອດຄ່ອງຕາມຈຸດປະສົງ

ຄະແນນ 0 ສໍາລັບຂໍ້ສອບທີ່ບໍ່ແນ່ໃຈວ່າສອດຄ່ອງຕາມຈຸດປະສົງ

ຄະແນນ -1 ສໍາລັບຂໍ້ສອບທີ່ບໍ່ສອດຄ່ອງຕາມຈຸດປະສົງ

ຈາກນັ້ນເລືອກຂໍ້ສອບທີ່ມີຄ່າດັດສະນີຄວາມສອດຄ່ອງຕັ້ງແຕ່ 0,66 ຂຶ້ນໄປ ຜົນປະກົດວ່າມີຂໍ້ສອບທີ່ຕ້ອງປັບປຸງມີທັງໝົດ 3 ຂໍ້ ຄື: 3, 6, 10 ແລະ ໄດ້ຄ່າ IOC ເທົ່າ 0,65 ປັບປຸງຄໍາເວົ້າໃໝ່

ການເກັບກໍາຂໍ້ມູນ

ທີມງານວິໄຈດໍາເນີນການເກັບຂໍ້ມູນຕາມລໍາດັບຕໍ່ໄປນີ້:

  • ເຮັດໃບສະເໜີຕໍ່ຜູ້ອໍານວຍການໂຮງຮຽນມັດທະຍົມຕົ້ນ ສາມັກຄີ ເມືອງ ສາມັກຄີ ແຂວງ ອັດຕະປື
  • ດຳເນີນການສອນໂດຍທີມງານວິໄຈ ໄດ້ພາກັນສອນຫ້ອງ ມ 4/1 ຊັ້ນ ມັດທະຍົມປີທີ 4 ໂຮງຮຽນມັດທະຍົມຕົ້ນ ສາມັກຄີ ເມືອງ ສາມັກຄີໄຊ ແຂວງ ອັດຕະປື
  • ທົດສອບດ້ວຍບົດທົດສອບຜົນສໍາເລັດທາງການຮຽນເລື່ອງ: ການບວກເວັກເຕີ ຈໍານວນ 20 ຂໍ້ ກັບນັກຮຽນກຸ່ມຕົວຢ່າງຫ້ອງ ມ 4/1 ຊັ້ນມັດທະຍົມປີທີ 4 ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໂດຍໃຊ້ເວລາໃນການທົດສອບ 25 ນາທີ
  • ດໍາເນີນການສອນໂດຍໃຊ້ ບົດສອນ, ຈໍານວນ 1 ບົດ, ເລື່ອງ: ການບວກເວັກເຕີ, ຊັ້ນ ມ 4 ໂດຍກ່ອນຮຽນຜູ້ສອນໄດ້ທົດສອບຍ່ອຍໂດຍໃຊ້ເວລາ 25 ນາທີ ທີມງານວິໄຈໄດ້ດໍາເນີນການສອນໃນຫ້ອງຮຽນຊັ້ນ ມ4 ຕາມຂັ້ນຕອນຂອງບົດສອນທີ່ສ້າງຂຶ້ນ
  • ເມື່ອສີ້ນສຸດການຮຽນດ້ວຍບົດຮຽນແລ້ວ ຜູ້ວິໄຈໃຫ້ກຸ່ມຕົວຢ່າງເຮັດແບບທົດສອບຫຼັງການຮຽນ ( Posttest ) ໂດຍໃຊ້ແບບທົດສອບວັດຜົນການຮຽນ ເພື່ອເບິ່ງຜົນສໍາເລັດທາງການຮຽນຂອງນັກຮຽນ
  • ເມື່ອທີມງານວິໄຈດໍາເນີນການສອນສໍາເລັດແລ້ວນໍາແບບສອບຖາມຍາຍໃຫ້ນັກຮຽນຕອບ
  • ກວດຜົນການທົດສອບ ແລ້ວນໍາຜົນທີ່ໄດ້ມາວິເຄາະທາງສະຖິຕິເພື່ອທົດສອບສົມມຸດຕິຖານ

ການວິເຄາະຂໍ້ມູນ

  • ຜົນສໍາເລັດທາງການຮຽນ ຫຼັງການຮຽນດ້ວຍບົດຮຽນໂດຍໃຊ້ ຄ່າສະເລ່ຍ ( Mean) ແລະ ຄ່າບຽ່ງເບນມາດຖານ ( Standard Deviation )
  • ສອບຖາມຄວາມຄິດເຫັນ / ຄວາມເພີ່ງພໍໃຈຂອງນັກຮຽນທີ່ຮຽນດ້ວຍບົດຮຽນໂດຍໃຊ້ຮ້ອຍລະ ( Percentage ), ຄ່າສະເລ່ຍ ( Mean) ແລະ ຄ່າບ່ຽງເບນມາດຖານ ( Standard Deviation )

ສະຖິຕິທີ່ໃຊ້

P ແມ່ນ ສ່ວນຮ້ອຍ ຫຼື ເປີເຊັນ

f ແມ່ນຄວາມຖີ່

N ແມ່ນຈຳນວນຂໍ້ມູນທັງໝົດ


  • ເປີເຊັນ:
  • ຄ່າສະເລ່ຍ
  • ຄ່າດັດສະນີຄວາມສອດຄ່ອງ
  • ສ່ວນບ່ຽງເບນມາດຕະຖານ

ຄ່າສະເລ່ຍຂອງຄະແນນ

ຜົນບວກຂອງຄະແນນ

N ຈຳນວນ

ເຊິ່ງ

ດັດສະນີຄວາມສອດຄ່ອງ

ຜົນລວມຄະແນນຄວາມຄິດເຫັນຂອງຜູ້ຊ່ຽວຊານ

ຈຳນວນຜູ້ຊ່ຽວຊານ

ສ່ວນບ່ຽງເບນມາອຕະຖານ

ຜົນລວມຂອງຄະແນນ ລົບ ດ້ວຍຄະແນນສະເລ່ຍ

ບົດທີ 4

ຜົນຂອງການສຶກສາ

ໃນການວິໄຈຄັ້ງນີ້ທາງທິມງານວິໄຈໄດ້ດຳເນີນການພັດທະນາການບວກເວັກເຕີ ໂດຍໃຊ້ວິທີສອນແບບແກ້ໄຂບັນຫາ ເນັ້ນການໃຊ້ຄໍາຖາມສຳລັບນັກຮຽນຊັ້ນມັດທະຍົມປີທີ 4 ໂຮງຮຽນມັດທະຍົມຕອນຕົ້ນ ສາມັກຄີສົກຮຽນ 2015 - 2016 ເຊິ່ງເປັນການສອນທົດລອງ, ສອບກ່ອນຮຽນ ແລະ ຫຼັງຮຽນ , ສອບຖາມກ່ຽວກັບຄວາມເພິ່ງພໍໃຈ ຫຼື ຄວາມຄິດເຫັນຂອງນັກຮຽນຈຳນວນ 25 ຄົນ.

ຂໍ້ມູນສ່ວນຕົວຂອງນັກຮຽນ

ຂໍ້ມູນສ່ວນຕົວຂອງນັກຮຽນທິມງານວິໄຈໄດ້ຈຳແນກອອກດັ່ງນີ້: ເພດ, ອາຍຸລະອຽດລຸ່ມນີ້:

ຕາຕະລາງທີ 1: ສະແດງເຖິງຂໍ້ມູນຈໍາແນກຕາມເພດ

ລ/ດ

ເພດ

ຈຳນວນກຸ່ມຕົວຢ່າງ

ຄິດໄລ່ເປີເຊັນ(%)

1

ຍິງ

12

48%

2

ຊາຍ

13

52%

ລວມ

25

100%

ຈາກຕາຕະລາງທີ 2: ສັງເກດເຫັນວ່າ ຈໍານວນນັກຮຽນໃນຊັ້ນມັດທະຍົມປີທີ 4 ທີ່ນໍາມາເປັນກຸ່ມຕົວຢ່າງຄັ້ງນີ້ເພດຊາຍຫຼາຍກວ່າເພດຍິງເຊິ່ງເພດຊາຍລວມມີທັງໝົດ 13 ຄົນ ຄິດເປັນເປີເຊັນເທົ່າກັັບ 52% ແລະ ເພດຍິງມີ 12 ຄົນ ຄິດເປັນເປີເຊັນເທົ່າກັບ 48 % ຂອງຈໍານວນກຸ່ມຕົວຢ່າງທັງໝົດ.

ຕາຕະລາງທີ 2: ຂໍ້ມູນກ່ຽວກັບອາຍຸ

ລ/ດ

ອາຍຸ

ຈຳນວນກຸ່ມຕົວຢ່າງ

ຄິດໄລ່ເປີເຊັນ (%)

1

14 - 15

1

4 %

2

16 - 17

24

96%

3

18 ປີຂຶ້ນໄປ

0

0%

ລວມ

25

100%

ຈາກຕາຕະລາງທີ 3: ສັງເກດເຫັນວ່າຈໍານວນນັກຮຽນທີ່ມີອາຍຸ 16– 17 ປີ ກວມຫຼາຍກວ່າໝູ່ໃນຈໍານວນນັກຮຽນທັງໝົດ 96% ແລະ ຮອງລົງມາແມ່ນນັກຮຽນທີ່ມີອາຍຸຢູ່ລະຫວ່າງ 14 – 15 ປີ4 % ແລະ ໜ້ອຍກວ່າໝູ່ແມ່ນອາຍຸ 18 ປີຂຶ້ນໄປ 0% ຂອງຈໍານວນກຸ່ມຕົວຢ່າງທັງໝົດ.

ຄວາມເພິ່ງພໍໃຈຂອງນັກຮຽນທີ່ມີຕໍ່ການສອນ

ຄວາມໝາຍຂອງຄ່າທີ່ວັດໄດ້ຜູ້ສຶກສາໄດ້ກໍານັດເກນທີ່ໃຊ້ໃນການໃຫ້ຄວາມໝາຍໂດຍການໃຫ້ຄ່າສະເລ່ຍເປັນລາຍດ້ານ ແລະ ລາຍຂໍ້ດັ່ງນີ້:

ຄ່າສະເລ່ຍ 4.50 – 5.00 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍສຸດ

ຄ່າສະເລ່ຍ 3.50 – 4.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍ

ຄ່າສະເລ່ຍ 2.50 – 3.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບປານກາງ

ຄ່າສະເລ່ຍ 1.50 – 2.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍ

ຄ່າສະເລ່ຍ 1.00 – 1.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍທີ່ສຸດ

ຕາຕະລາງທີ 3: ຂໍ້ມູນກ່ຽວກັບຄວາມເພິ່ງພໍໃຈຂອງນັກຮຽນ

ລ/ດ

ລາຍການປະເມີນ

ຄວາມໝາຍ

1

ຂຶ້ນຫ້ອງສອນຖືກຕໍ່ເວລາ

4,64

0,26

ຫຼາຍສຸດ

2

ຄູຜູ້ສອນແຕ່ງຕົວສຸພາບຮຽບຮ້ອຍ

4,76

0,26

ຫຼາຍສຸດ

3

ກະກຽມບົດສອນກ່ອນຂຶ້ນຫ້ອງສອນ

4,64

0,26

ຫຼາຍສຸດ

4

ທວນຄືນບົດຮຽນເກົ່າ ກ່ອນຈະເຂົ້າບົດຮຽນໃໝ່

4,40

0,26

ຫຼາຍ

5

ຄູຕັ້ງໃຈສອນ ແລະ ໃຫ້ຄຳແນະນຳນັກຮຽນເຮັດກິດຈະກຳໃນຫ້ອງຮຽນ

5,00

0,00

ຫຼາຍສຸດ

6

ກິດຈະກຳສອດຄ່ອງກັບເນື້ອໃນບົດຮຽນ

4,12

0,24

ຫຼາຍ

7

ຄູໃຫ້ຄວາມສົນໃຈແກ່ນັກຮຽນຢ່າງທົ່ວເຖິງໃນເວລາສອນໃນຫ້ອງຮຽນ

4,92

0,23

ຫຼາຍສຸດ

8

ຄູອະທິບາຍບົດຮຽນຈະແຈ້ງ ແລະ ຊັດເຈນດີ

4,96

0,21

ຫຼາຍສຸດ

9

ການໃຊ້ສຽງຂອງຄູໃນເວລາສອນເໝາະສົມ

4,44

0,15

ຫຼາຍ

10

ມີສື່ການສອນເໝາະສົມກັບເນື້ອໃນສອນ

4,32

0,16

ຫຼາຍ

11

ຄູເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນການເຮັດກິດຈະກຳໃນຫ້ອງຮຽນ

4,40

0,16

ຫຼາຍ

12

ຄູໃຫ້ຄວາມສົນໃຈ ແລະ ເປັນກັນເອງກັບນັກຮຽນໃນເວລາສອນ

4,60

0,17

ຫຼາຍສຸດ

13

ມີການປະສານສາຍຕາກັບນັກຮຽນໃນເວລາສອນໃນຫ້ອງຮຽນ

4,40

0,17

ຫຼາຍ

14

ຄູຍອມຮັບຟັງຄວາມຄິດເຫັນຂອງນັກຮຽນ

4,40

0,18

ຫຼາຍ

15

ຄູອະທິບາຍບົດຮຽນກົງປະເດັນ ແລະ ມີການຍົກຕົວຢ່າງປະກອບຢ່າງຊັດເຈນ

4,56

0,19

ຫຼາຍສຸດ

16

ບັນຍາກາດໃນການຮຽນການສອນຕຶງຄຽດ

4,00

0,19

ຫຼາຍ

17

ຄູເປີດໂອກາດໃຫ້ນັກຮຽນຖາມໃນສິ່ງທີ່ນັກຮຽນບໍ່ເຂົ້າໃຈ

4,32

0,09

ຫຼາຍ

18

ຄູມີການວັດ ແລະ ປະເມີນຜົນທີ່ເໝາະສົມກັບເນື້ອໃນບົດຮຽນ

4,32

0,09

ຫຼາຍ

19

ຄູປະເມີນຜົນຢ່າງຍຸດຕິທຳ

4,48

0,02

ຫຼາຍ

20

ລົງຫ້ອງສອນຕາມເວລາ

4,48

0,02

ຫຼາຍ

ລວມ

4,51

0,08

ຫຼາຍສຸດ

ຈາກຕາຕະລາງທີ 3: ສັງເກດເຫັນວ່າ ຄວາມເພີ່ງພໍໃຈຂອງນັກຮຽນມີຕໍ່ການສອນຂອງຄູມີດັ່ງນີ້:

  • ການຂຶ້ນຫ້ອງສອນຂອງຄູກົງກັບເວລາມີຄວາມເພີ່ງພໍໃຈໃນລະດັບຫຼາຍສຸດ, ຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,26
  • ການແຕ່ງຕົວຂອງຄູສຸພາບຮຽບຮ້ອຍມີຄວາມເພີ່ງພໍໃຈໃນລະດັບຫຼາຍສຸດ, ຄ່າສະເລ່ຍ 4,76 ແລະ ຄ່າບ່ຽງເບນມາດຕະຖານ 0,26
  • ການກະກຽມບົດສອນກ່ອນຂື້ນຫ້ອງສອນມີຄວາມເພິ່ງພໍໃຈໃນລະດັບຫຼາຍສຸດ , ຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,26
  • ຄູທວນຄືນບົດຮຽນເກົ່າ ກ່ອນຈະເຂົ້າບົດຮຽນໃໝ່ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,26
  • ຄູຕັ້ງໃຈສອນ ແລະ ໃຫ້ຄຳແນະນຳນັກຮຽນເຮັດກິດຈະກຳໃນຫ້ອງຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 5,00 ແລະ ຄ່າບ່ຽງເບນມາດຕະຖານ 0,00
  • ກິດຈະກຳສອດຄ່ອງກັບເນື້ອໃນບົດຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,12 ແລະ ຄ່າບ່ຽງເບນມາດຕະຖານ 0,24
  • ຄູໃຫ້ຄວາມສົນໃຈແກ່ນັກຮຽນຢ່າງທົ່ວເຖິງໃນເວລາສອນໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ 4,92 ແລະ ຄ່າບ່ຽງເບນມາດຕະຖານ 0,23
  • ຄູອະທິບາຍບົດຮຽນຈະແຈ້ງ ແລະ ຊັດເຈນດີແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍສຸດ ເຊິ່ງມີຄ່າສະເລ່ຍ 4,96 ແລະ ຄ່າບ່ຽງເບນມາດຕະຖານ 0,21
  • ການໃຊ້ສຽງຂອງຄູໃນເວລາສອນເໝາະສົມແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,44 ແລະ ຄ່າບ່ຽງເບນມາດຕະຖານ 0,15
  • ມີສື່ການສອນເໝາະສົມກັບເນືອໃນສອນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,16
  • ຄູເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນການເຮັດກິດຈະກຳໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,16
  • ຄູໃຫ້ຄວາມສົນໃຈ ແລະ ເປັນກັນເອງກັບນັກຮຽນໃນເວລາສອນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,60 ແລະ ຄ່າບ່ຽງເບນມາດຕະຖານ 0,17
  • ຄູມີການປະສານສາຍຕາກັບນັກຮຽນໃນເວລາສອນໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,17
  • ຄູຍອມຮັບຟັງຄວາມຄິດເຫັນຂອງນັກຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,18
  • ຄູອະທິບາຍບົດຮຽນກົງປະເດັນ ແລະ ມີການຍົກຕົວຢ່າງປະກອບຢ່າງຊັດເຈນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,56 ແລະ ຄ່າບ່ຽງເບນມາດຕະຖານ 0,19
  • ບັນຍາກາດໃນການຮຽນການສອນຕຶງຄຽດແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,00 ແລະ ຄ່າບ່ຽງເບນມາດຕະຖານ 0,19
  • ຄູເປີດໂອກາດໃຫ້ນັກຮຽນຖາມໃນສິ່ງທີ່ນັກຮຽນບໍ່ເຂົ້າໃຈແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,09
  • ຄູມີການວັດ ແລະ ປະເມີນຜົນທີ່ເໝາະສົມກັບເນື້ອໃນບົດຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,09
  • ຄູປະເມີນຜົນຢ່າງຍຸດຕິທຳແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,48 ແລະ ຄ່າບ່ຽງເບນມາດຕະຖານ 0,02
  • ຄູລົງຫ້ອງສອນຕາມເວລາ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,48 ແລະ ຄ່າບ່ຽງເບນມາດຕະຖານ 0,02

ສະຫຼຸບແລ້ວ: ເຫັນວ່ານັກຮຽນມີຄວາມເພິ່ງພໍໃຈຕໍ່ກັບການສອນຂອງຄູ ໃນການນໍາໃຊ້ວິທີການສອນແບບແກ້ໄຂບັນຫາຢູ່ໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,51 ແລະ ຄ່າບ່ຽງເບນມາດຕະຖານ 0,08

ແບບສອບຖາມນັກຮຽນ

ຄວາມໝາຍຂອງຄ່າທີ່ວັດໄດ້ຜູ້ສຶກສາໄດ້ກໍານັດເກນທີ່ໃຊ້ໃນການໃຫ້ຄວາມໝາຍໂດຍການໃຫ້ຄ່າສະເລ່ຍເປັນລາຍດ້ານ ແລະ ລາຍຂໍ້ດັ່ງນີ້:

ຄ່າສະເລ່ຍ 4.50 – 5.00 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍສຸດ

ຄ່າສະເລ່ຍ 3.50 – 4.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບຫຼາຍ

ຄ່າສະເລ່ຍ 2.50 – 3.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບປານກາງ

ຄ່າສະເລ່ຍ 1.50 – 2.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍ

ຄ່າສະເລ່ຍ 1.00 – 1.50 ໝາຍເຖິງ ເໝາະສົມ / ເຫັນດີ / ເພີ່ງພໍໃຈໃນລະດັບໜ້ອຍທີ່ສຸດ

ຕາຕະລາງທີ 4: ຂໍ້ມູນກ່ຽວກັບແບບສອບຖາມຂອງນັກຮຽນ

ລ/ດ

ເນື້ອໃນການສອບຖາມ

ຄວາມໝາຍ

1

ພວກນ້ອງມັກຮຽນວິຊາຄະນິດສາດບໍ?

4,28

0,21

ຫຼາຍ

2

ຜ່ານມາພວກນ້ອງຮຽນຄະນິດສາດຄູໃຫ້ພວກນ້ອງມີສ່ວນຮ່ວມຫຼາຍ-ໜ້ອຍພຽງໃດ

4,56

0,21

ຫຼາຍສຸດ

3

ພວກນ້ອງມີຄວາມຮູ້ກ່ຽວກັບເວັກເຕີຫຼາຍ-ໜ້ອຍພຽງໃດ

4,08

0,21

ຫຼາຍ

4

ພວກນ້ອງເຂົ້າໃຈເລິກພຽງໃດກ່ຽວກັບການບວກເວັກເຕີ

4,04

0,19

ຫຼາຍ

5

ພວກນ້ອງວ່າເວັກເຕີມີຄວາມສຳຄັນບໍ

4,64

0,12

ຫຼາຍສຸດ

6

ພວກນ້ອງມ່ວນບໍທີ່ຄູສອນແບບໃຫ້ພວກນ້ອງຄິດເອງ, ປະຕິບັດເອງນີ້

4,52

0,11

ຫຼາຍສຸດ

7

ຄູສອນແບບໃຫ້ພວກນ້ອງມີສ່ວນຮ່ວມນີ້ພວກນ້ອງເຂົ້າໃຈພຽງໃດ

4,52

0,12

ຫຼາຍສຸດ

8

ພວກນ້ອງມີຄວາມສົນໃຈຕໍ່ບົດຮຽນນີ້ພຽງໃດ

4,36

0,12

ຫຼາຍ

9

ພວກນ້ອງຢາກຮຽນແບບນີ້ອີກບໍ

4,60

0,15

ຫຼາຍສຸດ

10

ຄວາມເຂົ້າໃຈຂອງພວກນ້ອງຫຼັງຈາກຮຽນ

4,32

0,05

ຫຼາຍ

ລວມ

4,39

0,05

ຫຼາຍ

ຈາກຕາຕະລາງທີ 4: ສັງເກດເຫັນວ່າ ການສອບຖາມນັກຮຽນທີ່ມີຕໍ່ການສອນຂອງຄູກ່ຽວການບວກເວັກເຕີມີດັ່ງນີ້:

  • ພວກນ້ອງມັກຮຽນວິຊາຄະນິດສາດໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,28 ແລະ ຄ່າບ່ຽງເບນມາດຕະຖານ 0,21
  • ຜ່ານມາພວກນ້ອງຮຽນຄະນິດສາດຄູໃຫ້ພວກນ້ອງມີສ່ວນຮ່ວມຫຼາຍ-ໜ້ອຍໃນລະດັບຫຼາຍສຸດ ເຊິ່ງມີຄ່າສະເລ່ຍ 4,56 ແລະ ຄ່າບ່ຽງເບນມາດຕະຖານ 0,21
  • ພວກນ້ອງມີຄວາມຮູ້ກຽ່ວກັບເວັກເຕີຫຼາຍ-ໜ້ອຍ ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,08 ແລະ ຄ່າບ່ຽງເບນມາດຕະຖານ 0,21
  • ພວກນ້ອງເຂົ້າໃຈເລິກພຽງໃດກຽ່ວກັບການບວກເວັກເຕີໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,04 ແລະ ຄ່າບ່ຽງເບນມາດຕະຖານ 0,19
  • ພວກນ້ອງວ່າເວັກເຕີມີຄວາມສຳຄັນໃນລະດັບຫຼາຍສຸດເຊິ່ງມີຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,12
  • ພວກນ້ອງມ່ວນທີ່ຄູສອນແບບໃຫ້ພວກນ້ອງຄິດເອງ, ປະຕິບັດເອງນີ້ໃນລະດັບຫຼາຍສຸດເຊິ່ງມີຄ່າສະເລ່ຍ 4,52 ແລະ ຄ່າບ່ຽງເບນມາດຕະຖານ 0,11
  • ຄູສອນແບບໃຫ້ພວກນ້ອງມີສ່ວນຮ່ວມພວກນ້ອງເຂົ້າໃຈ ໃນລະດັບຫຼາຍສຸດເຊິ່ງມີຄ່າສະເລ່ຍ 4,52 ແລະ ຄ່າບ່ຽງເບນມາດຕະຖານ 0,12
  • ພວກນ້ອງມີຄວາມສົນໃຈຕໍ່ບົດຮຽນໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,36 ແລະ ຄ່າບ່ຽງເບນມາດຕະຖານ 0,12
  • ພວກນ້ອງຮຽນແບບນີ້ ໃນລະດັບຫຼາຍສຸດເຊິ່ງມີຄ່າສະເລ່ຍ 4,60 ແລະ ຄ່າບ່ຽງເບນມາດຕະຖານ 0,15
  • ຄວາມເຂົ້າໃຈຂອງພວກນ້ອງຫຼັງຈາກຮຽນ ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,05

ສະຫຼຸບແລ້ວການສອບຖາມນັກຮຽນທີ່ມີຕໍ່ການສອນຂອງຄູກ່ຽວການບວກເວັກເຕີ ໃນການວິໄຈຄັ້ງນີ້ໃນລະດັບຫຼາຍສຸດ ເຊິ່ງມີຄ່າສະເລ່ຍ ແລະ ຄ່າບ່ຽງເບນມາດຖານ

ແບບທົດສອບຜົນສຳເລັທາງການຮຽນ

ຕາຕະລາງທີ 5: ຂໍ້ມູນກ່ຽວກັບການສອບກ່ອນຮຽນ ແລະ ຫຼັງຮຽນ

ຄົນທີ

ຄະແນນ

ກ່ອນການຮຽນ

ຫຼັງການຮຽນ

1

5

7

2

4

2

6

7

1

1

3

7

9

2

4

4

6

8

2

4

5

7

8

1

1

6

6

8

2

4

7

6

7

1

1

8

7

8

1

1

9

6

7

1

1

10

6

7

1

1

11

4

6

2

4

12

6

7

1

1

13

5

6

1

1

14

4

6

2

4

15

5

6

1

1

16

6

9

3

9

17

5

6

1

1

18

5

6

1

1

19

3

5

2

4

20

5

6

1

1

21

6

7

1

1

22

5

7

2

4

23

5

6

1

1

24

4

6

2

4

25

5

6

1

1

ລວມ

135

171

36

58

5,40

6,84

1,44

2,32

1,00

1,03

ຈາກຕາຕະລາງທີ 5:ສັງເກດເຫັນວ່າຜົນການສອບກ່ອນການຮຽນມີຄະແນນສະເລ່ຍ ແລະ ຄ່າຜັນປ່ຽນ ແລະ ຜົນການສອບຫຼັງການຮຽນ ມີຄະແນນສະເລ່ຍ ແລະ ຄ່າບຽ່ງເບນມາດຖານ

ສະຫຼຸບແລ້ວ ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງໃຫ້ເຫັນໃນຜົນການສອບກ່ອນການຮຽນມີຄະແນນສະເລ່ຍ ແລະ ຄ່າຜັນປ່ຽນ ແລະ ຜົນການສອບຫຼັງການຮຽນ ມີຄະແນນສະເລ່ຍ ແລະ ຄ່າບ່ຽງເບນມາດຖານ

ບົດທີ 5

ສະຫຼຸບຜົນການວິໄຈ, ການອະພີປາຍຜົນແລະຂໍ້ສະເໜີແນະ

ການວິໄຈຄັ້ງນີ້ມີຈຸດມຸ່ງໝາຍພັດທະນາຄວາມສາມາດການບວກເວັກເຕີ ໃຊ້ວິທີສອນແບບແກ້ໄຂບັນຫາ ໂດຍເນັ້ນການໃຊ້ຄໍາຖາມສໍາລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 4 ທີ່ໂຮງຮຽນມັດທະຍົມຕອນຕົ້ນສາມັກຄີ ເມີອງ ສາມັກຄີໄຊ ແຂວງ ອັດຕະປື ສົກຮຽນ 2015 - 2016 . ປະຊາກອນໃນການວິໄຈຄັ້ງນີ້ ໄດ້ແກ່ ນັກຮຽນຊັ້້ນ ມ 4 ຈຳນວນ 25 ຄົນ, ຍິງ 12 ຄົນ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈໄດ້ແກ່ນັກຮຽນຊັ້ນ ມ 4 ຈໍານວນ 25 ຄົນ, ຍິງ 12 ຄົນ. ກຸ່ມຕົວຢ່າງດັ່ງກ່າວໄດ້ຈາກວິທີສຸ່ມຕົວຢ່າງແບບເຈາະຈົງ. ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນໄດ້ແກ່, ບົດສອນ 1 ບົດ, ແບບສອບຖາມຄວາມເພິ່ງພໍໃຈຈຳນວນ 20 ຂໍ້, ບົດທົດສອບກ່ອນ ແລະ ຫຼັງຈຳນວນ 10 ຂໍ້, ສະຖິຕິທີ່ໃຊ້ໃນການວິໄຈໄດ້ແກ່ ຄວາມຖີ່, ເປີເຊັນ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ.

ສະຫຼຸບຜົນການວິໄຈ

1.ຂໍ້ມູນສ່ວນຕົວ

ການວິໄຈພົບວ່າ ຜູ້ຕອບແບບສອບຖາມທີ່ເປັນນັກຮຽນກຸ່ມຕົວຢ່າງຈຳນວນ 25 ຄົນ, ເພດຊາຍ 52%,ເພດຍິງ 48%, ອາຍຸ: ຈໍານວນນັກຮຽນທີ່ມີອາຍຸ 16 - 17 ປີ ກວມຫຼາຍກວ່າໝູ່ໃນຈໍານວນນັກຮຽນທັງໝົດ 96 %ແລະ ຮອງລົງມາແມ່ນນັກຮຽນທີ່ມີອາຍຸ 14 - 15 ປີ 4 % ແລະ ໜ້ອຍກວ່າໝູ່ແມ່ນນັກຮຽນທີ່ມີອາຍຸ 17 ປີ 0% ຂອງຈໍານວນກຸ່ມຕົວຢ່າງທັງໝົດ.

  • ຄວາມເພີ່ງພໍໃຈຂອງນັກຮຽນຕໍ່ການຮຽນວິຊາຄະນິດສາດ
  • ແບບສອບຖາມນັກຮຽນ

ການວິໄຈພົບວ່າຜູ້ຕອບແບບສອບຖາມທີ່ເປັນນັກຮຽນກຸ່ມຕົວຢ່າງຈຳນວນ 25 ຄົນພົບວ່າ: ການຂຶ້ນຫ້ອງສອນຂອງຄູກົງກັບເວລາມີຄວາມເພີ່ງພໍໃຈໃນລະດັບຫຼາຍທີ່ສຸດ, ຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,26, ການແຕ່ງຕົວຂອງຄູສຸພາບຮຽບຮ້ອຍມີຄວາມເພີ່ງພໍໃຈໃນລະດັບຫຼາຍທີ່ສຸດ, ຄ່າສະເລ່ຍ 4,76 ແລະ ຄ່າບ່ຽງເບນມາດຕະຖານ 0,26, ການແຕ່ງຕົວຂອງຄູສຸພາບຮຽບຮ້ອຍມີຄວາມເພີ່ງພໍໃຈໃນລະດັບຫຼາຍທີ່ສຸດ, ຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,26, ຄູທວນຄືນບົດຮຽນເກົ່າ ກ່ອນຈະເຂົ້າບົດຮຽນໃໝ່ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,26, ຄູຕັ້ງໃຈສອນ ແລະ ໃຫ້ຄຳແນະນຳນັກຮຽນເຮັດກິດຈະກຳໃນຫ້ອງຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 5,00 ແລະ ຄ່າບ່ຽງເບນມາດຕະຖານ 0,00, ກິດຈະກຳສອດຄ່ອງກັບເນື້ອໃນບົດຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,12 ແລະ ຄ່າບ່ຽງເບນມາດຕະຖານ 0,24,ຄູໃຫ້ຄວາມສົນໃຈແກ່ນັກຮຽນຢ່າງທົ່ວເຖິງໃນເວລາສອນໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,92 ແລະ ຄ່າບ່ຽງເບນມາດຕະຖານ 0,23, ຄູອະທິບາຍບົດຮຽນຈະແຈ້ງ ແລະ ຊັດເຈນດີແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,96 ແລະ ຄ່າບ່ຽງເບນມາດຕະຖານ 0,21, ການໃຊ້ສຽງຂອງຄູໃນເວລາສອນເໝາະສົມແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,44 ແລະ ຄ່າບ່ຽງເບນມາດຕະຖານ 0,15, ມີສື່ການສອນເໝາະສົມກັບເນືອໃນສອນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,16, ຄູເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນການເຮັດກິດຈະກຳໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,16, ຄູໃຫ້ຄວາມສົນໃຈ ແລະ ເປັນກັນເອງກັບນັກຮຽນໃນເວລາສອນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,60 ແລະ ຄ່າບ່ຽງເບນມາດຕະຖານ 0,17 , ຄູມີການປະສານສາຍຕາກັບນັກຮຽນໃນເວລາສອນໃນຫ້ອງຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,17 , ຄູຍອມຮັບຟັງຄວາມຄິດເຫັນຂອງນັກຮຽນ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ 4,40 ແລະ ຄ່າບ່ຽງເບນມາດຕະຖານ 0,18, ຄູອະທິບາຍບົດຮຽນກົງປະເດັນ ແລະ ມີການຍົກຕົວຢ່າງປະກອບຢ່າງຊັດເຈນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,56 ແລະ ຄ່າບ່ຽງເບນມາດຕະຖານ 0,19, ບັນຍາກາດໃນການຮຽນການສອນຕຶງຄຽດແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,00 ແລະ ຄ່າບ່ຽງເບນມາດຕະຖານ 0,19, ຄູເປີດໂອກາດໃຫ້ນັກຮຽນຖາມໃນສິ່ງທີ່ນັກຮຽນບໍ່ເຂົ້າໃຈແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,09, ຄູມີການວັດ ແລະ ປະເມີນຜົນທີ່ເໝາະສົມກັບເນື້ອໃນບົດຮຽນແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,09, ຄູປະເມີນຜົນຢ່າງຍຸດຕິທຳແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,48 ແລະ ຄ່າບ່ຽງເບນມາດຕະຖານ 0,02, ຄູລົງຫ້ອງສອນຕາມເວລາ ແມ່ນນັກຮຽນມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,48 ແລະ ຄ່າບ່ຽງເບນມາດຕະຖານ 0,02

ສະຫຼຸບແລ້ວ: ເຫັນວ່ານັກຮຽນມີຄວາມເພິ່ງພໍໃຈຕໍ່ກັບການສອນຂອງຄູ ໃນການນໍາໃຊ້ວິທີການສອນແບບແກ້ໄຂບັນຫາຢູ່ໃນລະດັບຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ 4,51 ແລະ ຄ່າບ່ຽງເບນມາດຕະຖານ 0,08

ການສອບຖາມນັກຮຽນທີ່ມີຕໍ່ການສອນຂອງຄູກ່ຽວການບວກເວັກເຕີມີດັ່ງນີ້:ພວກນ້ອງມັກຮຽນວິຊາຄະນິດສາດ ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ 4,28 ແລະ ຄ່າບ່ຽງເບນມາດຕະຖານ 0,21, ຜ່ານມາພວກນ້ອງຮຽນຄະນິດສາດຄູໃຫ້ພວກນ້ອງມີສ່ວນຮ່ວມຫຼາຍ-ໜ້ອຍ ໃນລະດັບຫຼາຍສຸດ ເຊິ່ງຄ່າສະເລ່ຍ 4,56 ແລະ ຄ່າບ່ຽງເບນມາດຕະຖານ 0,21 , ພວກນ້ອງມີຄວາມຮູ້ກຽ່ວກັບເວັກເຕີຫຼາຍ-ໜ້ອຍ ໃນລະດັບຫຼາຍ ເຊິ່ງຄ່າສະເລ່ຍ 4,08 ແລະ ຄ່າບ່ຽງເບນມາດຕະຖານ 0,21, ພວກນ້ອງເຂົ້າໃຈເລິກກຽ່ວກັບການບວກເວັກເຕີໃນລະດັບຫຼາຍ ເຊິ່ງຄ່າສະເລ່ຍ 4,04 ແລະ ຄ່າບ່ຽງເບນມາດຕະຖານ 0,19 , ພວກນ້ອງວ່າເວັກເຕີມີຄວາມສຳຄັນ ໃນລະດັບຫຼາຍສຸດ ເຊິ່ງຄ່າສະເລ່ຍ 4,64 ແລະ ຄ່າບ່ຽງເບນມາດຕະຖານ 0,12 , ພວກນ້ອງມ່ວນທີ່ຄູສອນແບບໃຫ້ພວກນ້ອງຄິດເອງ, ປະຕິບັດເອງນີ້ໃນລະດັບຫຼາຍສຸດ ເຊິ່ງຄ່າສະເລ່ຍ 4,52 ແລະ ຄ່າບ່ຽງເບນມາດຕະຖານ 0,11 , ຄູສອນແບບໃຫ້ພວກນ້ອງມີສ່ວນຮ່ວມນີ້ພວກນ້ອງເຂົ້າໃຈ ໃນລະດັບຫຼາຍສຸດ ເຊິ່ງຄ່າສະເລ່ຍ 4,52 ແລະ ຄ່າບ່ຽງເບນມາດຕະຖານ 0,12 , ພວກນ້ອງມີຄວາມສົນໃຈຕໍ່ບົດຮຽນນີ້ ໃນລະດັບຫຼາຍ ເຊິ່ງຄ່າສະເລ່ຍ 4,36 ແລະ ຄ່າບ່ຽງເບນມາດຕະຖານ 0,12 , ພວກນ້ອງຮຽນແບບນີ້ ໃນລະດັບຫຼາຍສຸດ ເຊິ່ງຄ່າສະເລ່ຍ 4,60 ແລະ ຄ່າບ່ຽງເບນມາດຕະຖານ 0,15 , ຄວາມເຂົ້າໃຈຂອງພວກນ້ອງຫຼັງຈາກຮຽນ ໃນລະດັບຫຼາຍ ເຊິ່ງຄ່າສະເລ່ຍ 4,32 ແລະ ຄ່າບ່ຽງເບນມາດຕະຖານ 0,05

ສະຫຼຸບແລ້ວການສອບຖາມນັກຮຽນທີ່ມີຕໍ່ການສອນຂອງຄູກ່ຽວການບວກເວັກເຕີ ໃນການວິໄຈຄັ້ງນີ້ໃນລະດັບຫຼາຍສຸດ ເຊິ່ງມີຄ່າສະເລ່ຍ ແລະ ຄ່າບຽ່ງເບນມາດຖານ

ຜົນການວິໄຈພົບວ່າ:

ນັກຮຽນມີຄວາມສາມາດໃນການຊອກຜົນບວກຂອງເວັກເຕີເຊິ່ງສະແດງອອກດ້ວຍຄະແນນສະເລ່ຍ ແລະ ຄ່າບ່ຽງເບນມາດຖານ

ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງດ້ວຍຄະແນນສະເລ່ຍ ແລະ ຄ່າບຽ່ງເບນມາດຖານ, ຄະແນນສະເລ່ຍແລະ ຄ່າບ່ຽງເບນມາດຖານ

ອະພິປາຍຜົນການວິໄຈ

ຈາກຜົນການວິໄຈພົບວ່ານັກຮຽນທີ່ໄດ້ຮັບການສອນແບບແກ້ໄຂບັນຫາມີຜົນສຳເລັດທາງການຮຽນສູງກວ່າສະແດງວ່າ ຜົນການຮຽນຂອງນັກຮຽນທີ່ໄດ້ໃຊ້ວິທີສອນການແກ້ໄຂບັນຫາໄດ້ຮັບຜົນດີເຊິ່ງເປັນໄປຕາມສົມມຸດຕິຖານທີ່ຕັ້ງໄວ້ ສະນັ້ນ ການສອນແບບແກ້ໄຂບັນຫາເປັນວິທີການພັດທະນາຄວາມຄິດຂອງນັກຮຽນໃຫ້ເປັນລະບົບ ແລະ ມີແບບແຜນໃນການປະຕິບັດວຽກງານມີການພິຈາລະນາບັນຫາຢ່າງມີຂັ້ນຕອນນັກຮຽນສາມາດບອກໄດ້ວ່າໂຈດນັ້ນບອກຫຍັງ, ໂຈດຕ້ອງການຫຍັງ ອອກມາເປັນຂໍ້ຍ່ອຍໆດ້ວຍການວິເຄາະຈາກຂໍ້ມູນທີ່ກໍານົດ ສະນັ້ນ ນັກຮຽນສາມາດແກ້ໄຂບັນຫາດ້ວຍຕົນເອງເຊິ່ງມັນສະແດງອອກໃນການຄິດໄລ່ຜົນບວກຂອງເວັກເຕີເຊິ່ງນັກຮຽນສາມາດວິເຄາະບົດເລກໄດ້ ໃນເວລາສອນຄູກະຕຸ້ນນັກຮຽນດ້ວຍຄໍາຖາມທີ່ຫຼາກຫຼາຍເຮັດໃຫ້ນັກຮຽນສາມາດພັດທະນາໃນການແກ້ໄຂບັນຫາໄດ້ດີ ເຊິ່ງມັນສອດຄ່ອງກັບທິດສະດີ ຫຼື ແນວຄິດຂອງບຣູເນີ ສະໜັບສະໜູນຢ່າງແຂງແຮງຕໍ່ການຮຽນດ້ວຍການຄົ້ນພົບ ແລະ ມີຄວາມເຊື່ອວ່າ ຂະບວນການແກ້ບັນຫາຄວນເປັນສິ່ງສໍາຄັນຕໍ່ການສຶກສາ ຫຼາຍກວ່າການໃຊ້ຄໍາຕອບທີ່ຖືກຕ້ອງ, ການທີ່ເດັ່ນຈະຮຽນຮູ້ຢ່າງມີປະສິດທິພາບ ເຂົາຄວນຈະໄດ້ຮ່ວມໃນການຄົ້ນພົບ ຫຼື ຂະບວນການແກ້ບັນຫາດ້ວຍຕົນເອງ, ການຈົດຈຳຄວາມຈິງ ຫຼື ກົດເກນຕ່າງໆໃນຄະນິດສາດມີຄວາມຈຳເປັນໃນບາງກໍລະນີເທົ່ານັ້ນ ເຊັ່ນ ກໍລະນີສິ່ງເຫຼົ່ານັ້ນຈຳເປັນຕ້ອງໃຊ້ ເພື່ອໃຫ້ໄດ້ຄຳຕອບຂອງບັນຫາ.ໃນການໃຫ້ບັນຫານັກຮຽນແກ້ໄຂເລື້ອຍໆເຮັດໃຫ້ນັກຮຽນເຄີຍມີປະສົບການຂອງຕົນເອງເປັນສ່ວນໜຶ່ງຂອງການຮຽນຮູ້ພ້ອມກັບການວິເຄາະ,ໄຕ່ຕອງປະສົບການຂອງຕົນເອງເປັນການສ້າງຄວາມໜັ້ນໃຈໃນການຮຽນ, ເຮັດໃຫ້ນັກຮຽນເກີດຄວາມສົນໃຈ ແລະ ມີເປົ້າໝາຍໃນການຮຽນ,ນັກຮຽນໄດ້ສະຫຼຸບຄວາມຄິດລວມຍອດໂດຍການວິເຄາະປະສົບການ ບູລະນະປະສົບການກັບສິ່ງທີ່ຕ້ອງການຮຽນ ເພື່ອໃຫ້ໄດ້ຂໍ້ຫຼຸບທີ່ຖືກຕ້ອງ ເຮັດໃຫ້ນັກຮຽນມີຄວາມໜັ້ນໃຈທີ່ຈະຮຽນໃນເນື້ອໃນທີ່ຍາກຂຶ້ນ ນັກຮຽນໄດ້ສາມາດແກ້ບັນຫາດ້ວຍຕົນເອງ, ນັກຮຽນໄດ້ຄົ້ນຄິດວິທີການເຮັດວຽກ ການໄດ້ລົງມືເຮັດຈົນມີປະສົບການທີ່ເປັນຮູບປະທຳ ທາງການວິເຄາະເຊື່ອມໂຍງກັບສະຖານະການໃນຊີວິດຈິງໄດ້ ແລະ ນັກຮຽນຍັງສາມາດນໍາປະສົບການໄປປະຍຸກໃຊ້ໃນຊີວິດປະຈຳເຮັດໃຫ້ຜູ້ຮຽນມີວິທີການທີ່ຫຼາກຫຼາຍໃນການແກ້ບັນຫາດ້ວຍຕົນເອງໄດ້, ນັກຮຽນໄດ້ພັດທະນາຄວາມຄິດ ຮູ້ຈັກຄິດວິເຄາະຢ່າງມີເຫດຜົນ, ຍອມຮັບຄວາມຄິດເຫັນຂອງຜູ້ອື່ນ ແລະ ອະພິປາຍຮ່ວມກັນທັງຫ້ອງເກີດປະຕິສຳພັນລະຫວ່າງນັກຮຽນ ກັບ ຄູສອນເຮັດໃຫ້ເກີດບັນຍາກາດແຫ່ງການຮຽນຮູ້ ນັກຮຽນກ້າສະແເດງຫຼາຍຂຶ້ນເຮັດໃຫ້ເກີດຄວາມມ່ວນຊື່ນໃນການຮຽນ ໃຊ້ຄວາມຮູ້ທີ່ໄດ້ຮຽນມາຮັບໃຊ້ເຂົ້າຮຽນວິຊາອື່ນ ການຈັດກິດຈະກຳການຮຽນ-ການສອນແບບແກ້ໄຂບັນຫາໄດ້ສົ່ງເສີມໃຫ້ນັກຮຽນໄດ້ປະຕິບັດກິດຈະກຳຕ່າງໆຢ່າງເໝາະສົມມີຄວາມຮັບຜິດຊອບມີການອະພິປາຍບັນຫາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ເຮັດໃຫ້ເກີດຄວາມຄິດກວ້າງຂວາງເປັນການເປີດໂອກາດໃຫ້ນັກຮຽນໄດ້ຮູ້ຈັກຄິດວິເຄາະໄດ້ນິຍາມ ຫຼື ລະບຸບັນຫາອະພິປາຍເຖິງສາຍເຫດຕ່າງໆຂອງບັນຫານັ້ນຢ່າງມີເຫດຜົນ ຈະເຫັນໄດ້ວ່າການຮຽນແບບແກ້ໄຂບັນຫາ ໄດ້ມີການເຝິກໃຫ້ນັກຮຽນຮູ້ຂະບວນການການພັດທະນາໃນການແກ້ໄຂບັນຫາຊ່ວຍກັນ ແລ້ວຫາຂໍ້ສະຫຼຸບ.

ນອກຈາກນີ້ຍັງສອດຄ່ອງກັບງານວິໄຈຂອງ (ສີລິພອນ ທິບຄົງ, 2545 ) ທີ່ກ່າວວ່າ ບັນຍາກາດທີ່ຊ່ວຍສົ່ງເສີມຄວາມຄິດສ້າງສັນໄດ້ແກ່ການເປີດໂອກາດໃຫ້ຜູ້ຮຽນຄິດ ແລະ ນໍາສະເໜີແນວຄິດຂອງຕົນເອງຢ່າງອິດສະຫຼະພາຍໃຕ້ການໃຫ້ຄໍາປືກສາ ແລະ ແນະນໍາຈາກຜູ້ສອນການຈັດກິດຈະກໍາການຮຽນຮູ້ ຄວນເລີ່ມຈາກການນໍາສະເໜີບັນຫາທີ່ໜ້າສົນໃຈເໝາະສົມກັບໄວຂອງຜູ້ຮຽນ ທ້າທາຍຄວາມຄິດ ໃຫ້ຜູ້ຮຽນໄດ້ຮ່ວມກັນແກ້ບັນຫາ ສະແດງຄວາມຄິດເຫັນ ຮ່ວມກັນອະພິປາຍໃຫ້ໄດ້ແນວຄິດໃນການແກ້ໄຂບັນຫາທີ່ສົມບູນ ແລະ ຫຼາກຫຼາຍຂະບວນການສອນຂອງຄູເປັນລະບົບເຮັດໃຫ້ນັກຮຽນເຂົ້າໃຈຄວາມຄິດລວມຍອດທາງຄະນິດສາດ ນັກຮຽນໄດ້ມີໂອກາດໃນການຄິດແກ້ໄຂບັນຫາ, ນັກຮຽນແຕ່ລະຄົນນັ້ນສາມາດເຂົ້າໃຈເນື້ອໃນທີ່ສຳຄັນຂອງເລື່ອງທີ່ຮຽນໄດ້ດີຂຶ້ນຕົວຢ່າງໃນການຈັດການຮຽນ-ການສອນການບວກເວັກເຕີໂດຍທີມງານວິໄຈພວກຂ້າພະເຈົ້າໄດ້ໃຊ້ຮູບແບບການຕັ້ງຄໍາຖາມສັງເກດເຫັນວ່ານັກຮຽນມີຄວາມກະຕືລືລົ້ນໃນການຕອບຄໍາຖາມຂອງຄູ ສະນັ້ນ ເຮັດໃຫ້ນັກຮຽນສາມາດຮຽນເລື່ອງການບວກເວັກເຕີໄດ້ດີຂຶ້ນ

ນັກຮຽນທີ່ໄດ້ຮັບການສອນແບບແກ້ໄຂບັນຫາສູງກວ່າກ່ອນຮຽນ ເຊິ່ງເປັນໄປຕາມສົມມຸດທິຖານທີ່ຕັ້ງໄວ້ທີ່ເປັນເຊັ່ນນີີ້ກໍ່ອາດມາຈາກການຈັດກິດຈະກຳການຮຽນ - ການສອນແບບແກ້ໄຂບັນຫາໂດຍເນັ້ນການໃຊ້ຄໍາຖາມ, ນັກຮຽນກ້າສະແດງຄວາມຄິດເຫັນຢ່າງເຕັມທີ່ ນັກຮຽນໄດ້ໃຊ້ຄວາມຄິດຮ່ວມກັນ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມຄິດຢ່າງເອກະລາດ ນັກຮຽນໄດ້ພາກັນສະແດງຄວາມຄິດເຫັນຂອງຕົນອອກ , ມີການລະດົມສະໜອງ ແລະ ເປີດກວ້າງ ຍອມຮັບຟັງຄວາມເຫັນຂອງເພື່ອນພາຍໃນຫ້ອງ ເຮັດໃຫ້ນັກຮຽນເກີດປະຕິສຳພັນທີ່ດີເຊິ່ງກັນ ແລະ ກັນ ນັກຮຽນທີ່ເກັ່ງກວ່າສາມາດອະທິບາຍໃຫ້ເພື່ອນທີ່ຮຽນອ່ອນ ພາຍໃນກຸ່ມດຽວກັນໄດ້ບັນຍາກາດການຮຽນ-ການສອນມີຄວາມມ່ວນຊື່ນໃນການຮຽນຜ່ານການສອນວິຊາຄະນິດສາດຈາກການກວດສອບການເຂົ້າຮຽນສົ່ງຜົນໃຫ້ນັກຮຽນມີຜົນສຳເລັດ ແລະ ນັກຮຽນມີຄວາມກະຕື້ລືລົ້ນທີ່ຈະມາຮຽນ ແລະ ນັກຮຽນບໍ່ໄດ້ຂາດຮຽນ ສົ່ງຜົນການຮຽນສູງຂຶ້ນ.

ຈາກຜົນການວິໄຈຄັ້ງນີ້ພໍສະຫຼຸບໄດ້ວ່າການສອນທີ່ນໍາໃຊ້ແບບແກ້ໄຂບັນຫາໂດຍເນັ້ນການໃຊ້ຄໍາຖາມເປັນການສອນທີ່ມີຄວາມເໝາະສົມ ວິທີໜຶ່ງທີ່ສາມາດນຳມາໃຊ້ສອນກັບວິຊາຄະນິດສາດ ຈາກການຈັດຂະບວນການຮຽນຮູ້ສອດຄ່ອງກັບຮູບແບບການຮຽນຮູ້ຂອງນັກຮຽນ ແລະ ພັດທະນາການແກ້ໄຂບັນຫາຂອງນັກຮຽນດີຂຶ້ນ ແລະ ລວມເຖິງນັກຮຽນມີຜົນການຮຽນດີ.

ຂໍ້ສະເໜີແນະ

ຂໍ້ສະເໜີແນະທົ່ວໄປ

1. ການສອນແບບແກ້ໄຂບັນຫາເປັນການຈັດກິດຈະກໍາຮຽນທີ່ພັດທະນາຄວາມຄິດຂອງນັກຮຽນຢ່າງສົມດູນ ແລະ ຄໍານຶງເຖິງຄວາມແຕກຕ່າງລະຫວ່າງບຸກຄົນ ດັ່ງນັ້ນ ຄູສອນຕ້ອງມີການວາງແຜນ ແລະ ກຽມຕົວໃຫ້ພ້ອມກ່ອນທີ່ຈະຂຶ້ນຫ້ອງສອນເຊັ່ນ: ສຶກສາບົດສອນກຽມສື່ ແລະ ກິດຈະກໍາ ເພື່ອໃຫ້ການດໍາເນີນການຈັດກິດຈະກໍາດໍາເນີນໄປຢ່າງມ່ວນຊື່ນ.

2. ຄວນມີການຄວບຄຸມເວລາໃນການຈັດກິດຈະກໍາການຮຽນ - ການສອນ ເນື່ອງຈາກນໍາໃຊ້ວິທີສອນແບບແກ້ໄຂບັນຫາມີທັງໝົດ 6 ຂັ້ນຕອນ ຄູຄວນຈັດໃຫ້ມີເວລາພຽງພໍໃນການຈັດກິດຈະກໍາຕ່າງໆບໍ່ຄວນຈັດກິດຈະກໍາຫຼາຍເກີນໃນການສອນແຕ່ລະຂັ້ນຕອນ.

ຂໍ້ສະເໜີແນະໃນການເຮັດວິໄຈຄັ້ງຕໍ່ໄປ

1. ຄວນເຮັດການວິໄຈທີ່ໃຊ້ວິທີສອນແບບແກ້ໄຂບັນຫາເຂົ້າກັບວິຊາອື່ນ

2. ຄວນຈະມີການຈັດກິດຈະກໍາການຮຽນ-ການສອນທີ່ຫຼາກຫຼາຍ ແລະ ສອດຄ່ອງກັບວິທີສອນແບບແກ້ໄຂບັນຫາໃນທຸກກິດຈະກໍາ ແລະ ຄວນກໍາກິດຈະກໍາຕ່າງໆໃຫ້ສອດຄ່ອງກັບການກໍານົດເວລາໃນຊົ່ວໂມງຮຽນ

3. ຄວນຈະມີການປຽບທຽບຂະບວນການແກ້ໄຂບັນຫາຂອງນັກຮຽນກັບວິຊາອື່ນ



ບົດວິໄຈ-ນິດອານົງ.docx

บันทึกนี้เขียนที่ GotoKnow โดย  ใน ວິໄຈພາກປະຕິບັດ



ความเห็น (1)

เขียนเมื่อ 

หายไปนานมาก

สบายดีไหมครับอาจารย์