ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ ”ການບວກເລກມີຈື່” ໂດຍເນັ້ນວິທີສອນແບບກຸ່ມສຳລັບນັກຮຽນ ຂັ້ນ ປ 3 ທີ່ໂຮງຮຽນມູນລະປະຖົມ ບ້ານ ເລິງນົກທາ ເມືອງ ​ລະ​ຄອນ​ເພັງແຂວງ​ສາ​ລະ​ວັນ ສົກຮຽນ 2014-2015.

ບົດນໍາ

1. ຄວາມເປັນມາແລະ ຄວາມສຳຄັນຂອງບັນຫາ.

ການຈັດກິດຈະກໍາການຮຽນ-ການສອນໃນຂັ້ນປະຖົມເລັ່ງໃສ່ເຮັດໃຫ້ນັກຮຽນມີຄວາມຮູ້ແລະ ປະສົບການທີ່ຫຼາກຫຼາຍ, ສົ່ງເສີມໃຫ້ຜູ້ຮຽນໄດ້ມີການພັດທະນາແລະ ຮຽນຮູ້ຢ່າງຕໍ່ນື່ອງໂດຍການຖືເອົາຜູ້ຮຽນເປັນສໍາຄັນທີ່ສຸດ, ພ້ອມດຽວກັນນັ້ນກໍຮັບປະກັນໃຫ້ຜູ້ຮຽນໄດ້ເສີມຂະຫຍາຍການຮຽນຂອງຕົນເອງຕາມຄວາມສາມາດໃນການສຶກສາຮໍ່າຮຽນໃນລະດັບທີ່ສູງຂຶ້ນ, ມີຄວາມສົມສ່ວນລະຫວ່າງການພັດທະນາທາງດ້ານຮ່າງກາຍແລະ ຈິດໃຈ; ຊ່ວຍໃຫ້ນັກຮຽນໄດ້ພັດທະນາຄວາມສາມາດພື້ນຖານໃນການຈື່ຈໍາ, ມີຄວາມເຂົ້າໃຈ, ມີການຄົ້ນຄິດແລະແກ້ໄຂບັນຫາໃນຊີວິດປະຈໍາວັນ. ນອກຈາກນີ້, ການຮຽນຄະນິດສາດໃນຊັ້ນປະຖົມແມ່ນແນໃສ່ເພື່ອໃຫ້ນັກຮຽນໄດ້ພັດທະນາຄວາມເຂົ້າໃຈກ່ຽວກັບແນວຄິດພື້ນຖານທາງຄະນິດສາດເຊັ່ນ:ຈໍານວນ, ເລຂາຄະນິດແລະ ການວັດແທກພ້ອມທັງການນໍາໃຊ້ແນວຄວາມຄິດດັ່ງກ່າວເຂົ້າໃນການແກ້ໄຂບັນຫາໃນຊີວິດປະຈໍາວັນ. ເພາະສະນັ້ນ, ໃນຕະຫຼອດຊີວິດທຸກຄົນລ້ວນແຕ່ມີສ່ວນຮ່ວມໃນກິດຈະກໍາທາງຄະນິດສາດ,ເພາະວ່າຄະນິດສາດແມ່ນຄົ້ນຄວ້າກ່ຽວກັບຮູບແບບ, ລະບຽບການແລະ ມີສາຍກ່ຽວພັນກັບວິຊາຕ່າງໆເຊັ່ນ: ເສດຖະກິດ, ວິສະຫະກຳສາດ,ສະຖາປັດ ແລະ ອື່ນໆ ລ້ວນແຕ່ນຳໃຊ່ຄະນິດສາດເຂົ້າຊ່ວຍ”(1).

ສະພາບການຈັດການຮຽນ-ການສອນທີ່ຜ່ານມາໃນໂຮງຮຽນມູນລະປະຖົມ ບ້ານ ເລີງນົກທາ ເມືອງ ລະຄອນເພັງ ແຂວງ ສາລະວັນແມ່ນໄດ້ເອົາຄູເປັນໃຈກາງອັນເນື່ອງມາຈາກວ່າອຸປະກອນການຮັບໃຊ້ໃນການຮຽນ-ການສອນບໍ່ພຽງພໍກັບຈຳນວນນັກຮຽນເຊັ່ນ: ປຶ້ມຕຳລາ, ປຶ້ມຄູ່ມືຄູ ຊຶ່ງຫຍຸ້ງຍາກໃນການຮຽນ-ການສອນໂດຍສະເພາະແມ່ນວິຊາຄະນິດສາດຊຶ່ງເປັນວິຊາສຳຄັນຫຼາຍໃນຊີວິດປະຈຳວັນ ແລະ ເວລາດຳເນີນການຮຽນ-ການສອນໄດ້ນຳໃຊ້ຫຼັກການສອນແບບດາວ 5 ແຈເຊັ່ນ: ການໃຊ້ຄຳຖາມ, ການຈັດກິດຈະກຳ, ການຈັດກຸ່ມ, ການສອນທີ່ຕິດພັນກັບຊີວິດປະຈຳວັນ ແລະ ການນຳໃຊ້ອຸປະກອນທັງໝົດທີ່ກ່າວມາຂ້າງເທິງນີ້ເຫັນວ່າມີຄວາມຈຳເປັນ ແລະ ສຳຄັນໃນການສອນວິຊາຄະນິດສາດໂດຍສະເພາະກໍ່ແມ່ນການບວກເລກມີຈື່ເພາະການບວກເລກເປັນການນຳໃຊ້ໃນຊີວິດປະຈຳວັນ.

ສະພາບການແລະ ບັນຫາການສອນບົດນີ້ອີງໃສ່ປະສົບການໃນໄລຍະການສອນຜົນຂອງການສຳພາດນັກຮຽນໃນກຸ່ມຕົວຢ່າງແລະ ການຕິດຕາມການຮຽນ-ການສອນຂອງຄູໃນເວລາດຳເນີນການສອນເຫັນວ່ານັກຮຽນຂັ້ນ ປ 3 ຂາດຄວາມສາມາດໃນການບວກເລກມີຈື່, ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ, ຕາມກິດຈະກໍາຕ່າງໆທີ່ຄູກໍານົດໃຫ້ແລະ ຍິ່ງໄປກວ່ານັ້ນ, ກໍບໍ່ມີຄວາມກະຕືລືລົ້ນຕໍ່ການຮຽນວິຊາຄະນິດສາດ, ນັກຮຽນບໍ່ໄດ້ມີໂອກາດໃນການສົນທະນາກັນແລະ ການສ້າງກິດຈະກຳຂອງຄູເພື່ອເຮັດໃຫ້ຜູ້ຮຽນໄດ້ສຶກສາຄົ້ນຄວ້າຮ່ວມກັນບໍ່ໄດ້ດີ, ຄູບໍ່ໄດ້ສ້າງສື່ປະກອບການສອນ, ການນຳໃຊ້ວິທີສອນຂອງຄູບໍ່ສອດຄ່ອງກັບຫົວຂໍ້ນີ້ ເພາະວ່າຄູບໍ່ໄດ້ໃຫ້ໂອກາດນັກຮຽນໃນການສົນທະນາ, ຄູກ່າຍບົດຮຽນໃສ່ກະດານໃຫ້ນັກຮຽນຈົດເອົາ.

ບົດຮຽນທີ 9 ”ເຕັກນິກການບວກ” ຂັ້ນຮຽນ ປ 3 ໜ້າທີ 34-35 ກໍຍິ່ງມີຄວາມສໍາຄັນ ແລະ ຕິດພັນໃນຊີວິດປະຈໍາວັນເຊັ່ນ: ການຄິດຄໍານວນໃນການຄ້າຂາຍ, ການຜະລິດວັດຖຸອຸປະກອນ,ການແລກປ່ຽນ,ການກໍ່ສ້າງເຄຫາສະຖານຕ່າງໆແລະ ອື່ນໆ;ພ້ອມດຽວກັນນັ້ນ, ມັນມີຄວາມຈໍາເປັນແລະ ສໍາຄັນທີ່ຈະຕ້ອງສອນເພື່ອເຮັດໃຫ້ນັກຮຽນສາມາດຄິດເປັນ, ເຮັດເປັນແລະແກ້ບັນຫາດ້ວຍຕົນເອງໄດ້. ເພາະສະນັ້ນ, ຜູ້ສອນຕ້ອງຕັ້ງໜ້າສົ່ງເສີມແລະ ພັດທະນາຜູ້ຮຽນໃນທຸກດ້ານເຊັ່ນ: ການເຝິກແອບນັກຮຽນໃຫ້ເກີດມີຄວາມຮູ້-ຄວາມສາມາດໃນການແກ້ໄຂບັນຫາຢ່າງຄ່ອງແຄ້ວ, ເຝິກແອບໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດ ຫຼື ປະດິດຄິດຄົ້ນສິ່ງຕ່າງໆດ້ວຍຕົນເອງໃຫ້ເກີດມີຄວາມສະໜຸກສະໜານ, ມີຄວາມເບີກບານມ່ວນຊື່ນ, ມີຄວາມພູມໃຈແລະ ຮັກຫອມຕໍ່ສິ່ງທີ່ຕົນເອງໄດ້ຮຽນມາ”(2).

ຈາກສາຍເຫດທີ່ກ່າວມາຂ້າງເທິງນີ້ຜູ້ວິໄຈເລືອກເອົາໜຶ່ງສາຍເຫດຄື:ນັກຮຽນບວກເລກມີຈື່ບໍ່ໄດ້ມາເປັນສາຍເຫດຂອງການວິໄຈໃນຄັ້ງນີ້ຍ້ອນວ່າສາເຫດດັ່ງກ່າວເປັນສາຍເຫດທີ່ເຮັດໃຫ້ການພັດທະນາການຮຽນຄະນິດສາດຂອງນັກຮຽນບໍ່ໄດ້ດີເທົ່າທີ່ຄວນ, ດັ່ງນັ້ນ ຜູ້ວິໄຈຈິ່ງຄິດຫາແນວທາງແກ້ໄຂບັນຫາດັ່ງກ່າວ ເພາະສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ກຳນົດເອົາຫົວຂໍ້ວິໄຈວ່າ: ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ ”ການບວກເລກມີຈື່” ໂດຍເນັ້ນວິທີສອນແບບກຸ່ມສຳລັບນັກຮຽນ ຂັ້ນ ປ 3 ທີ່ໂຮງຮຽນມູນລະປະຖົມ ບ້ານ ເລິງນົກທາ ເມືອງ ລະຄອນເພັງແຂວງສາລະວັນ ສົກຮຽນ 2014-2015.

2. ຈຸດປະສົງຂອງການວິໄຈ

- ເພື່ອປຽບທຽບຜົນການຮຽນກ່ອນແລະຫຼັງການສອນກ່ຽວກັບບວກເລກມີຈື່.

- ເພື່ອໃຫ້ນັກຮຽນສາມາດບວກເລກມີຈື່ໂດຍຜ່ານກິດຈະກໍາທີ່ສ້າງໄດ້.

- ເພື່ອພັດທະນາທັກສະການບວກມີຈື່ໂດຍວິທີການສອນແບບສາທິດ

3. ຂອບເຂດຂອງການວິໄຈ

3.1. ປະຊາກອນແລະກຸ່ມຕົວຢ່າງ

. ປະຊາກອນ : ນັກຮຽນປະຖົມສຶກສາ ຂັ້ນ ປ 3 ຂອງໂຮງຮຽນມູນລະປະຖົມ ບ້ານ ເລິງນົກທາ ເມືອງລະຄອນເພັງ ແຂວງສາລະວັນ ຈຳນວນ 17 ຄົນ, ຍິງ 8 ຄົນ.

. ກຸ່ມຕົວຢ່າງ : ນັກຮຽນປະຖົມສຶກສາ ຂັ້ນ ປ 3 ຂອງໂຮງຮຽນມູນລະປະຖົມ ບ້ານ ເລິງນົກທາ ເມືອງລະຄອນເພັງ

ແຂວງສາລະວັນ ຈຳນວນ 2 ຄົນ, ຍິງ 1 ຄົນ.

3.2. ເນື້ອໃນທີ່ມາສອນ

ການເຮັດການວິໄຈໃນຄັ້ງນີ້ແມ່ນຜູ້ວິໄຈໄດ້ເລືອກເອົາວິຊາຄະນິດສາດຂັ້ນ ປ 3 ບົດທີ: 9 ຫົວຂໍ້: ເຕັກນິກການບວກໃນບົດນີ້ປະກອບມີ 1 ກິດຈະກຳ, ມີ 4 ຂໍ້ຍ່ອຍແລະ ມີເນື້ອໃນລວມຍອດດັ່ງນີ້:

  • ທ້າວ ຄຳດີ ຂຸດຮ່ອງໄດ້ 7 ແມັດ, ທ້າວ ຄຳແດງ ຂຸດຕໍ່ອີກໄດ້ 5 ແມັດ ແລະ ນາງ ອາລີ ຂຸດຕໍ່ອີກໄດ້ 4 ແມັດ. ຖາມວ່າ ເຂົາເຈົ້າທັງສາມ ຄົນຂຸດຮ່ອງໄດ້ທັງໝົດຈັກແມັດ.
  • ຈົ່ງບວກເລກລຸ່ມນີ້ແລ້ວຈັດລຽນລຳດັບຈຳນວນຜົນບວກ ແຕ່ໜ້ອຍ ຫາ ຫຼາຍ. ຖ້າເຮັດຖືກເຮົາຈະໄດ້ຄຳທີ່ມີຄວາມໝາຍ

0 1 2 3 4 5 6 7 8 9 10 11 12 13 14 15 16


ທ້າວ ຄໍາດີ

7 ແມັດ + ....... ແມັດ +........ ແມັດ = .......ເເມັດ

22

14

17

28


9+3 = 10+7 = 11+11 = 15+13 =

ເຮົາໄດ້ຄຳວ່າ : ຄວາຍ

44+20= 20+20 = 40+36 =

3.ຈົ່ງສັງເກດຕົວຢ່າງແລ້ວຄິດໄລ່

ຕົວຢ່າງ: 1. 24 + 25 + 85

110

134

ກ. 30 + 11 + 99 =

ຂ. 112 + 25 + 228

ຄ. 343 + 117 + 50 =

4. ຈົ່ງສັງເກດການບວກເລກລຸ່ມນີ້

ຕົວຢ່າງ: 247 + 165

ຂັ້ນຕອນທີ 1

ຂັ້ນຕອນທີ 2

ຂັ້ນຕອນທີ 3

ບວກຫຼັກຫົວໜ່ວຍ

1

2 4 7

+

1 6 5

2

7 ບວກ 5 ເທົ່າ 12

ຂຽນ 2 ໃສ່ຫຼັກຫົວໜ່ວຍຈື່ 1 ສິບ

ບວກຫຼັກຫົວສິບ

1 1

2 4 7

+

1 6 5

1 2

1 ບວກ 4 ເທົ່າ 6

ເທົ່າ 11 ຂຽນ 1 ໃສ່ຫຼັກຫົວສິບຈື່

1 ຮ້ອຍ

ບວກຫຼັກຫົວຮ້ອຍ

1 1

2 4 7

+

1 6 5

4 1 2

1 ບວກ 2 ບວກ 1

ເທົ່າ 4 ຂຽນ 4 ໃສ່ຫຼັກຫົວຮ້ອຍ

  • ຈົ່ງຄິດໄລ່ເລກຕໍ່ໄປນີ້:

354 368 471

+ + +

178 245 169


ການບວກເລກເຮົາຕ້ອງຂຽນຈຳນວນທີ່ເອົາມາ ບວກໄວ້ລຸ່ມໂດຍ ໃຫ້ຕົວເລກແຕ່ລະຫຼັກຢູ່ໃນຖັນດຽວກັນ.ເຮົາບວກເລກຈາກຂວາຫາຊ້າຍ ເລີ່ມບວກຫຼັກຫົວໜ່ວຍກ່ອນແລ້ວຈຶ່ງບວກຫຼັກຫົວສິບ,ບວກຫຼັກຫົວຮ້ອຍ ແລະ ບວກຫຼັກຕໍ່ໆໄປ.ຖ້າຜົນບວກໃນຫຼັກໃດຫາກເຖິງ 10 ຫຼື ກາຍ10 ຂຶ້ນໄປໃຫ້ຂຽນຈຳນວນທີ່ຢູ່ຫຼັກໜ່ວຍໃສ່ຫຼັກນັ້ນແລ້ວຈື່ຈຳນວນທີ່ຢູ່ຫຼັກສິບ, ຕົວເລກທີ່ຈື່ໃຫ້ບວກໃສ່ຫຼັກຖັດໄປທາງກໍ້າຊ້າຍຂອງຫຼັກນັ້ນ.

3.3. ເຕັກນິກ ແລະ ວິທີການສອນຫຼັກທີ່ນໍາໃຊ້ສິດສອນ.

ວິທີສິດສອນທີ່ນໍາມາທົດລອງໃຊ້ເຂົ້າໃນການວິໄຈໃນເລື່ອງ: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ” ການບວກເລກມີຈື່” ແມ່ນນຳໃຊ້ວິທີການສອນດ້ວຍການນຳໃຊ້ການຮຽນເປັນກຸ່ມ ເປັນວິທີການໂດຍເນັ້ນກິດຈະກຳຂອງຜູ້ຮຽນໂດຍອີງໃສ່ສາມວິທີດັ່ງນີ້ ວິທີສອນແບບທົດລອງ, ວິທີສອນແບບອະພິປາຍ ແລະ ວິທີສອນແບບໂຄງການ ການນຳໃຊ້ການຮຽນເປັນກຸ່ມເປັນວິທີການສອນໂດຍການແບ່ງກຸ່ມທີ່ເນັ້ນກິດຈະກຳກຸ່ມຜູ້ຮຽນ ໂດຍຜູ້ຮຽນຈະຕ້ອງຮຽນເປັນກຸ່ມຕັ້ງແຕ່ສອງຄົນຂຶ້ນໄປ ການຈັດກຸ່ມນັ້ນຕ້ອງພິຈາລະນາໃຫ້ເໜາະສົມກັບຈຳນວນນັກຮຽນໃນຂັ້ນຮຽນ ການຈັດກຸ່ມ 2 ຄົນ ອາດຈະໜ້ອຍເກີນໄປ, ການຈັດກຸ່ມ 3 ຄົນກໍອາດຈະເກີດບັນຫາຂຶ້ນໄດ້ວ່າຜູ້ຮຽນສອງຄົນອາດຈະປຶກສາກັນ ແລະ ປະໃຫ້ອີກຄົນໜຶ່ງໂດດດ່ຽວ ນັກຄົ້ນຄວ້າຕ່າງໆຢັ້ງຢືນວ່າການຈັດກຸ່ມ 4 ຄົນຈະໄດ້ຜົນດີທີ່ສຸດ ແຕ່ຄູພວກເຮົາກໍຕ້ອງອີງໃສ່ວັດຖຸອຸປະກອນ ຫຼື ສື່ການສອນທີ່ຫາມາໄດ້ເພື່ອໃຫ້ນັກຮຽນສັງເກດ ຫຼື ອະພິປາຍ, ຖ້າຈຳເປັນແທ້ກໍອາດຈະເປັນ 5 ຄົນ ຫຼື 6 ຄົນ ຖ້າຈັດກຸ່ມຫຼາຍເກີນໄປ ນອກຈາກຈະບໍ່ໄດ້ຮັບຜົນແລ້ວ ຍັງເຮັດໃຫ້ເສຍເວລາ ຫຼື ເຮັດໃຫ້ຫ້ອງມີຄວາມສັບສົນ ແລະ ບໍ່ມີຄວາມເອົາໃຈໃສ່ຕໍ່ໜ້າທີ່ຂອງນັກຮຽນ [1]

4. ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

  • ຕໍ່ກັບຕົນເອງ(ຄູສອນ):
  • ຕໍ່ກັບນັກຮຽນ:

- ຊ່ວຍໃຫ້ຄູມີຄວາມຮູ້ ແລະ ຄວາມເຂົ້າໃຈການສອນແບບກຸ່ມດີຂຶ້ນໄປເລື້ອຍໆ

- ຊ່ວຍພັດທະນາວິທີສອນແບບກຸ່ມຂອງຄູໃຫ້ດີຂຶ້ນກວ່າເກົ່າ.

- ຊ່ວຍໃຫ້ຜູ້ສອນກ່ຽວກັບການບວກເລກມີຈື່ໄດ້ມີບັນດາເອກະສານທີ່ກ່ຽວຂ້ອງກັບການສຶກສາແລະ ວິທີສອນທີ່ກໍານົດໄວ້ເພື່ອນໍາໃຊ້ເຂົ້າໃນການສອນຫົວຂໍ້ນີ້ແລະ ຫົວຂໍ້ອື່ນໆ ທີ່ຈະນໍາມາສຶກສາໃນຄັ້ງຕໍ່ໄປ

- ຊ່ວຍພັດທະນາການຈັດກິດຈະກໍາການຮຽນ-ການສອນກ່ຽວກັບການບວກເລກມີຈື່ໄດ້ດີຂຶ້ນ.

- ຊ່ວຍໃຫ້ນັກຮຽນສາມາດບວກເລກມີຈື່ໄດ້ແລະ ຊ່ວຍໃຫ້ນັກຮຽນສາມາດເຮັດກິດຈະກໍາການບວກໄດ້ດີຂຶ້ນ

-ເຝິກພື້ນຖານໃຫ້ນັກຮຽນສາມາດບວກເລກມີຈື່ ແລະ ຊ່ວຍໃຫ້ນັກຮຽນສາມາດເຮັດກິດຈະກຳບວກເລກໄດ້ດີ

ຂຶ້ນ

5.ລາຍງານສະພາບການສອນຕົວຈິງ

wຂັ້ນນຳເຂົ້າສູ່ບົດຮຽນ.

- ເຮັດການທົດສອບກ່ອນການຮຽນ 10 ນາທີໃສ່ກະດານເພື່ອປະເມີນເບິ່ງຜົນການຮຽນຂອງນັກຮຽນໂດຍສະເພາະແມ່ນນັກຮຽນໃນກຸ່ມຕົວຢ່າງ

1). ຈົ່ງຊອກຫາຜົນບວກເລກດັ່ງຕໍ່ໄປນີ້ໃຫ້ຖືກຕ້ອງ

ກ.

ຂ.

ຄ.

wຂັ້ນສອນ.

- ຄູແບ່ງນັກຮຽນອອກເປັນ4 ກຸ່ມ, ກຸ່ມລະ 4-5 ຄົນ ( ນັກຮຽນໃນກຸ່ມຕົວຢ່າງເຂົ້າກຸ່ມທີ່ແຕກຕ່າງ

ກັນ ) ແລະແນະນໍາໃຫ້ນັກຮຽນແບ່ງໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນ.

- ຄູແນະນໍາໃຫ້ແຕ່ລະກຸ່ມຢ່າງລະອຽດກ່ຽວກັບການບວກເລກມີຈື່ໃສ່ກະດານໃຫ້ແຕ່ລະກຸ່ມສັງເກດເບິ່ງ.

ກິດຈະກໍາທີ 1:

- ຄູຢາຍໃບງານໃຫ້ແຕ່ລະກຸ່ມເພື່ອຄົ້ນຄ້ວາເພືຶ່ອຊອກຫາຄຳຕອບເຊິ່ງກິດຈະກຳດັ່ງນີ້:

ຈົ່ງສັງເກດຕົວຢ່າງແລ້ວຄິດໄລ່

ຕົວຢ່າງ: 1. 24 + 25 + 85

110

134

1.

2.

3.

4. 354+178=

- ຄູແຕ່ງຕັ້ງນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ

- ຄູເລາະຕິດຕາມການຄົ້ນຄວ້າຂອງແຕ່ລະກຸ່ມ

- ພາຍຫຼັງແຕ່ລະກຸ່ມເຮັດສໍາເລັດຄູສະເໜີໃຫ້ແຕ່ລະກຸ່ມອາສາສະໝັກຂຶ້ນລາຍງານ 4 ກຸ່ມແລະ ກຸ່ມໃດທີ່ມີນັກຮຽນໃນກຸ່ມຕົວຢ່າງແມ່ນໃຫ້ເຂົາຕາງໜ້າຂຶ້ນລາຍງານ. ສ່ວນກຸ່ມທີ່ຍັງເຫຼືອຕິດຕາມ-ສອບຖາມ(ຖ້າມີບັນຫາ). ຜົນການລາຍງານເຫັນໄດ້ວ່າແຕ່ລະກຸ່ມແກ້ໄດ້ຖືກຕ້ອງດີ. ຄູມີຄຳເຫັນຕໍ່ຄຳຕອບ ແລະ ກ່າວຄໍາຂອບໃຈພ້ອມເຊີນຊວນທຸກຄົນຕົບມືຊົມເຊີຍໃຫ້ກັນແລະກັນ

wຂັ້ນສະຫຼຸບ.

- ຜ່ານຈາກການດໍາເນີນການສອນໃນກິດຈະກໍາເພື່ອເຮັດໃຫ້ນັກຮຽນສາມາດບວກເລກມີຈື່ໄດ້,ຄູ ແລະ ນັກຮຽນພ້ອມກັນສະຫຼຸບບົດຮຽນຈາກນັ້ນໃຫ້ນັກຮຽນຈົດເອົາໃຈຄວາມບົດຮຽນຢູ້ໜ້າ 36 ໃສ່ປຶ້ມໃຜລາວ:

wຂັ້ນວັດແລະ ປະເມີນຜົນການຮຽນ.

- ຄູຢາຍບົດທົດສອບຫຼັງການຮຽນໂດຍໃຊ້ເວລາ 10 ນາທີແລ້ວເກັບເອົາບົດທົດສອບໄປກວດເຊິ່ງບົດເລກດັ່ງນີ້

ກ.

ຂ.

ຄ.

wຂັ້ນຕັກເຕືອນ/ມອບວຽກບ້ານ.

- ຄູຕັກເຕືອນນັກຮຽນທຸກຄົນໃຫ້ມີຄວາມດຸໝັ່ນໃນການຮໍ່າຮຽນແລະ ຊ່ວຍວຽກຄອບຄົວຂອງຕົນເອງ

- ຄູແນະນຳໃຫ້ນັກຮຽນແກ້ບົດເຝິກຫັດໜ້າທີ 36-37 ຢູ່ເຮືອນໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍ.

6. ສະຫຼຸບຜົນການດຳເນີນການວິໄຈ:

ການດໍາເນີນການວິໄຈໃນຫົວຂໍ້: ການຈັດການຮຽນ-ການສອນວິຊາຄະນິດສາດເລື່ງ: ”ການບວກເລກມີຈື່”ໂດຍເນັ້ນວິທີສອນແບບກຸ່ມສຳລັບນັກຮຽນ ຂັ້ນ ປ 3 ທີ່ໂຮງຮຽນມູນລະປະຖົມ ບ້ານເລິງນົກທາ, ເມືອງລະຄອນເພັງ, ແຂວງສາລະວັນສົກຮຽນ 2014-2015; ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຮັດໃຫ້ການວິໄຈປະສົບຄວາມສໍາເລັດເຖິງວ່າການວິໄຈໃຊ້ເວລາທີ່ສັ້ນ ແລະ ວິໄຈໃນຂັ້ນຮຽນແຕ່ມັນແມ່ນໝາກຜົນຂອງຂ້າພະເຈົ້າທີ່ໄດ້ຮຽນຮູ້ແລະເຂົ້າໃຈທີ່ໄດ້ສ້າງກິດຈະກໍາໃນການຮຽນ-ການສອນແບບກຸ່ມ, ຮູ້ແລະເຂົ້າໃຈໃນການປະຕິບັດຂັ້ນຕອນຂອງການເຮັດການວິໄຈ, ການເກັບກໍາຊອກຮູ້ຂໍ້ມູນທີ່ກ່ຽວຂ້ອງກັບການວິໄຈຮູ້ແລະເຂົ້າໃຈໃນການສ້າງເຄື່ອງມືເກັບກໍາຂໍ້ມູນແລະ ນໍາຂໍ້ມູນມາສຶກສາວິເຄາະເພື່ອຂຽນບົດລາຍງານໄດ້ທ່ວງທັນເວລາຕາມແຜນທີ່ກໍານົດໄວ້.

ຜົນຂອງການວິໄຈທີ່ນໍາໃຊ້ການຮຽນແບບກຸ່ມ ແລະ ຄຳຖາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່ານັກຮຽນມີຄວາມກະຕືລືລົ້ນຕໍ່ການຮຽນຫຼາຍກວ່າຜ່ານມາ, ນັກຮຽນມີຄວາມມ່ວນຊື່ນແລະ ພູມໃຈຕໍ່ຜົນງານຂອງກຸ່ມນັກຮຽນທີ່ໄດ້ຄົ້ນຄວ້າຮ່ວມກັນໂດຍສະເພາະນັກຮຽນໃນກຸ່ມຕົວຢ່າງມີຄວາມສາມາດບວກເລກມີຈື່ໄດ້ຖືກຕ້ອງຊັດເຈນທີ່ສຸດ. ສິ່ງໜຶ່ງທີ່ມີຄວາມປະທັບໃຈເປັນພິເສດແມ່ນນັກຮຽນໄດ້ມີຄວາມສາມັກຄີຮັກແພງກັນ, ເຄົາລົບນັບຖືຄວາມຄິດເຫັນເຊິ່ງກັນແລະ ກັນ, ມີຄວາມຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນແລະ ຂຶ້ນລາຍງານຜົນງານການຄົ້ນຄວ້າຕາມຄວາມຮູ້ຄວາມສາມາດແທ້ໆພ້ອມດຽວກັນນັ້ນ, ນັກຮຽນທຸກຄົນສາມາດບວກເລກມີຈື່ໄດ້.

ສິ່ງທີ່ປະກົດໃຫ້ເຫັນຢ່າງຈະແຈ້ງອີກອັນໜຶ່ງແມ່ນຜົນຂອງການທົດສອບກ່ອນແລະຫຼັງການຮຽນນັກຮຽນໃນກຸ່ມຕົວຢ່າງ 2 ຄົນ, ຍິງ 2 ຄົນ, ເຊິ່ງຜົນການວິເຄາະຄະແນນຈາກແບບທົດສອບກ່ອນ ແລະ ຫຼັງ ໂດຍນໍາຄະແນນຈາກແບບທົດສອບຂອງນັກຮຽນທັງ 2 ຄັ້ງ ມາວິເຄາະຜົນສະຫຼຸບດັ່ງຕາຕະລາງລຸ່ມນີ້:

ຕາຕະລາງ 1 ການບວກເລກມີຈື່ໂດຍການຈັດການຮຽນ-ການສອນແບບແບບກຸ່ມ

ຄົນທີ

ຄະແນນຄວາມສາມາດການຮຽນກ່ອນສອນ

( 10 ຄະແນນ )

ຄະແນນຄວາມສາມາດການຮຽນຫຼັງສອນ

( 10 ຄະແນນ )

ຄະແນນທີ່ເພີ່ມຂຶ້ນ

1

4

7

3

2

2

6

4

3

1

6

5

4

3

8

5

5

4

9

5

6

2

5

3

ລວມ

16

41

27

ສະເລ່ຍ

2,66

6.83

4.5

ຈາກຕາຕະລາງ 1 ພົບວ່າ ຄະແນນສະເລ່ຍກ່ອນຮຽນຂອງນັກຮຽນເທົ່າກັບ 2.66 ຄະແນນສະເລ່ຍຫຼັງຮຽນເທົ່າກັບ 6.83 ດັ່ງນັ້ນ ນັກຮຽນມີຄະແນນສະເລ່ຍເພີ່ມຂຶ້ນເທົ່າກັບ 4,5 ສະແດງວ່າ ພາຍຫຼັງການຈັດການຮຽນການສອນໂດຍໃຊ້ວິທີສອນແບບກຸ່ມນັກຮຽນກຸ່ມຕົວຢ່າງສາມາດບວກເລກມີຈື່ໄດ້.ເຊິ່ງເໝາະສົມກັບທິດສະດີຂອງຫຼາຍທ່ານດັ່ງລຸ່ມນີ້:

ສະໜອງອິນລະຄອນໄດ້ຂຽນທິດສະດີຂອງການນໍາໃຊ້ການຮຽນ-ການສອນເປັນກຸ່ມໄວ້ວ່າ: ” ການສອນແບບກຸ່ມເປັນການສອນທີ່ນັກຮຽນທຸກຄົນມີສ່ວນຮ່ວມໃນການເຮັດກິດຈະກໍາ, ຮ່ວມວິເຄາະ ຫຼື ອະພິປາຍແລກປ່ຽນຄວາມຄິດກັນພາຍໃນກຸ່ມເພື່ອໃຫ້ເກີດການຮຽນຮູ້. ເພາະສະນັ້ນ, ນັກຮຽນທຸກຄົນຕ້ອງມີສ່ວນຮ່ວມໃນການເຮັດກິດຈະກໍາຢ່າງຈິງຈັງ, ກິດຈະກໍາທີ່ຈະຈັດຕ້ອງມີຈຸດມຸ້ງໝາຍສອດຄ່ອງກັບເນື້ອໃນທີ່ຈະສອນ; ໃນການຈັດກິດຈະກໍານັ້ນຄູສອນເປັນຜູ້ກະຕຸ້ນແລະ ສ້າງແຮງຈູງໃຈໃຫ້ນັກຮຽນໄດ້ສະແດງຄວາມຮູ້ສຶກນຶກຄິດອອກມາແຕ່ບໍ່ແມ່ນຄູເປັນຜູ້ບອກຫຼື ອອກຄໍາສັ່ງທີ່ມີລັກສະນະບົງການໃຫ້ເຮັດ; ໃຫ້ນັກຮຽນມີບົດບາດໃນການເຮັດກິດຈະກໍາ, ມີບົດບາດໃນການວິເຄາະ ຫຼື ອະພິປາຍເພື່ອແລກປ່ຽນຄວາມຄິດລະຫວ່າງກຸ່ມກັບກຸ່ມ(1).

ທິດສະໜາ ແຂມມະນີ ໄດ້ຂຽນທິດສະດີການຮຽນຮູ້ແບບຮ່ວມມືເຊິ່ງມີບາງຕອນວ່າ ” ກຸ່ມການຮຽນຮູ້ແບບຮ່ວມມື ຈະຕ້ອງເນັ້ນໜັກວ່າ ສາມາຊິກກຸ່ມທຸກຄົນມີຄວາມສຳຄັນ ແລະ ຄວາມສຳເລັດຂອງກຸ່ມ ຂຶ້ນກັບສາມຊິກທຸກຄົນໃນກຸ່ມໃນຂະນະດຽວກັນສາມາຊິກທຸກຄົນຈະປະສົບຄວາມສໍາເລັດໄດ້ກໍຕໍ່ເມື່ອຄວາມສຳເລັດຂອງບຸກຄົນ ແລະ ຂອງກຸ່ມຂຶ້ນຢູ່ກັບກັນ ແລະ ກັນ. ດັ່ງນັ້ນ, ແຕ່ລະຄົນຕ້ອງຮັບຜິດຊອບໃນບົດບາດໜ້າທີ່ຂອງຕົນເອງ ແລະ ໃນຂະນະດຽວກັນກໍຕ້ອງຊ່ວຍເຫຼືອສາມາຊິກຄົນອື່ນໆ ເພື່ອຈະໄດ້ຜົນປະໂຫຍດຮ່ວມກັນ...”(2).

ອີງຕາມທິດສະດີທີ່ກ່າວມາຂ້າງເທິງນັ້ນ, ການຈັດກິດຈະກໍາການຮຽນ-ການສອນແບບກຸ່ມ, ຈຶ່ງມີບົດບາດສໍາຄັນຫຼາຍທີ່ສຸດໃນວົງການສຶກສາຂອງລາວແລະໂດຍສະເພາະໃນວິທະຍາໄລຄູສາລະວັນທີ່ເປັນບ່ອນກໍ່ສ້າງຄູໄປສູ່ໂຮງຮຽນກໍຍິ່ງມີຄວາມສໍາຄັນແລະໄດ້ຖືກນໍາໃຊ້ຢ່າງກວ້າຂວາງເລິກເຊິ່ງແລະ ທັງເປັນເກນການປະເມີນການຮຽນຂອງນັກຮຽນຄູນໍາອີກ. ເພາະສະນັ້ນ, ຂ້າພະເຈົ້າຈິ່ງໄດ້ນໍາໃຊ້ວິທີສອນແບບກຸ່ມມາທົດລອງໃຊ້ເຂົ້າໃນການວິໄຈໃນຫົວຂໍ້: ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ ” ການບວກເລກມີຈື່” ໂດຍເນັ້ນວິທີສອນແບບກຸ່ມສຳລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນມູນລະປະຖົມ ບ້ານເລິງນົກທາ, ເມືອງລະຄອນເພັງແຂວງສາລະວັນຈົນບັນລຸຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈທີ່ສຸດ.

7.ຂໍ້ສະເໜີແນະ.

- ຕໍ່ກັບຜົນຂອງການວິໄຈ: ຄວນນໍາໄປເຜີຍແຜ່ໃຫ້ຄູ-ອາຈານໃນໂຮງຮຽນບ່ອນທີ່ສອນພ້ອມທັງມີການຖອດຖອນບົດຮຽນໃຫ້ເລິກເຊິ່ງ.

- ຕໍ່ກັບບົດຮຽນໃນການວິໄຈ: ຄວນມີການຈັດຕັ້ງການດໍາເນີນການວິໄຈໃນໂຮງຮຽນສາມັນເພື່ອເຮັດໃຫ້ຫຼັກສູດສ້າງຄູ ແລະ ສາມັນເຊື່ອມໂຍງກັນ.

8.ເອກະສານອ້າງອີງ

1. ທອງເຄນ ຄຳສຸກຖາວົງ ແລະ ຄະນະ, (2008), ວິທີສອນຄະນິດສາດ 1 ,ພິມທີ່ Nhan Dan Printin House HCMC,

2. ສະໜອງອິນລະຄອນ,(2546) ເຕັກນິກວິທີການແລະ ນະວັດຕະກໍາທີ່ໃຊ້ຈັດກິດຈະກໍາການຮຽນ-ການສອນທີ່ເນັ້ນນັກຮຽນເປັນສູນກາງ, ສຶກສານິເທດກົມສາມັນສຶກສາອຸບົນຣາຊະທານີ້,

3. ທິດສະໜາ ແຂມມະນີ, (2552),ສາດການສອນ, ຈຸລາລົງກອນມະຫາວິທະຍາໄລ, ປ

4. ສີມຸງຄຸນ ວົງຈໍາປາ ( ສ.ວ.ສ) ແລະ ຄະນະ,(2009), ແບບຮຽນຄະນິດສາດຊັ້ນປະຖົມປີທີ 3, ພິມທີ່ວິສາຫະກິດໂຮງພິມສຶກສາຕາມ ລທບ 286 ພຈ 280.

5.ສີມຸງຄຸນ ວົງຈຳປາ ( ສ.ວ.ສ) ແລະ ຄະນະ, (2009) .ຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 3, ພິມທີ່ໂຮງພິມ Eastern printing public Co Ltd 51/29 Moo 3 soi Saimsamakee W iphawadee Rangsit Road Talad Bangkhen Laksi Bangkok 10210



(1)ກະຊວງສຶກສາທິການ,2010,ຫຼັກສູດຊັ້ນປະຖົມສຶກສາ, ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ, ໜ້າ 27.

(2)ທອງເຄນຄຳສຸກຖາວົງແລະຄະນະ,2008 ວິທີສອນຄະນິດສາດ1ສ້າງຄູມັດທະຍົມຕົ້ນ,ພິມທີ່Nhan Dan Printin House HCMC,ໜ້າ12.

ທອງເຄນ ສຸກຖາວົງ ແລະ ຄະນະ 2009 , ວິທີສອນຄະນິດສາດ 1 ສ້າງຄູມັດທະຍົມຕົ້ນ,ພິມທີ່ Nhan Dan Printin House HCMC, ໜ້າ66[1]

(1)ສະໜອງອິນລະຄອນເຕັກນິກວິທີການແລະນະວັດຕະກໍາທີ່ໃຊ້ຈັດກິດຈະກໍາການຮຽນ-ການສອນທີ່ເນັ້ນນັກຮຽນເປັນສູນກາງ,ສຶກສານິເທດກົມສາມັນສຶກສາອຸບົນຣາຊະທານີ້, 2546, ໜ້າ101.

(2)ທິດສະໜາ ແຂມມະນີ, ສາດການສອນ, ຈຸລາລົງກອນມະຫາວິທະຍາໄລ, 2552, ໜ້າ 99.

บันทึกนี้เขียนที่ GotoKnow โดย  ใน ວິໄຈພາກປະຕິບັດ

คำสำคัญ (Tags)#chanthavixay#venephachan#salavan TTC

หมายเลขบันทึก: 593957, เขียน: 26 Aug 2015 @ 14:12 (), สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลง, ดอกไม้: 2, ความเห็น: 1, อ่าน: คลิก


ความเห็น (1)

เขียนเมื่อ 

สะบายดีไหมครับ