ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ “ການແກ້ໂຈດບັນຫາ” ໂດຍເນັ້ນວິທີສອນແບບສືບສວນສອບສວນຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນ ບ້ານ ຕະຫຼຸງລະລາວ ເມືອງ ຕະໂອ້ຍ ແຂວງສາລະວັນ ສົກຮຽນ 2014-2015.


ບົດນຳ

  • ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດແມ່ນວິຊາໜຶ່ງທີ່ສຶກສາກ່ຽວກັບການຄິດໄລ່ຕ່າງໆເຊັ່ນ: ການຄຳນວນ ການນັບຈຳນວນ, ວັດແທກ, ການແຕ້ມຮູບເລຂາຄະນິດ, ການຄິດໄລ່ເລກ 4 ປະການຄື: ບວກ, ລົບ, ຄູນ ແລະ ຫານ ... ຈຶ່ງເວົ້າໄດ້ວ່າຄະນິດສາດແມ່ນການສ້າງຄວາມຮູ້ ແລະ ຂະບວນການທົດລອງ ຄຳວ່າ ຄະນິດສາດແມ່ນໝາຍເຖິງການນັບ, ການຄຳນວນ ເປັນເຄື່ອງມືອັນດັບໜຶ່ງວິທະຍາສາດຕ່າງໆ ໂຄງສ້າງຕ່າງໆທີ່ນັກຄະນິດສາດສົນໃຈ ແລະ ພິຈາລະນານັ້ນເປັນຕົ້ນກຳເນີດມາຈາກທຳມະຊາດ ແລະ ວິທະຍາສາດສັງຄົມໂດຍສະເພາະແມ່ນວິຊາ: ຄະນິດສາດ, ຟິກຊິກສາດ, ເສດຖະກິດ ແລະ ຂະແໜງການອື່ນລ້ວນແຕ່ນຳໃຊ້ຄະນິດສາດເຂົ້າໃນການແກ້ໂຈດຂອງບັນຫາໃນສາຂາວິຊານັ້ນ ໃນປັດຈຸບັນຍັງກ່ຽວຂ້ອງກັບການປະຍຸກໃຊ້ໃນສາຂາວິທະຍາສາດຄອມພີວເຕີ ແລະ ທິດສະດີການສື່ສານເຊິ່ງເຮັດໃຫ້ກິດຈະກຳທຸກຢ່າງຊັດເຈນເຮົາຈຶ່ງສາມາດພິຈາລະນາທຸກຢ່າງວ່າເປັນລະບົບທີ່ຊັດເຈນ.

ດັ່ງນັ້ນ ເຮົາຄວນຈະປັບປຸງການຮຽນ-ການສອນວິຊາຄະນິດສາດໃຫ້ດີຂຶ້ນເພື່ອເຮັດໃຫ້ນັກຮຽນມີຜົນການຮຽນດີ,ການຈັດການຮຽນ-ການສອນຄະນິດສາດຕ້ອງໃຊ້ທັກສະ ເຊິ່ງ ເນື້ອໃນສ່ວນໃຫຍ່ເປັນເລື່ອງທີ່ກ່ຽວຂ້ອງກັບນາມມະທຳຍາກແກ່ການອະທິບາຍ ແລະ ຍົກຕົວຢ່າງໃຫ້ເຫັນຢ່າງຊັດເຈນ ເຮັດໃຫ້ການສອນບາງຄັ້ງບໍ່ບັນລຸຕາມຈຸດປະສົງ ແລະ ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ດັ່ງນັ້ນ ການຈັດການຮຽນ-ການສອນທີ່ສົ່ງຜົນໃຫ້ນັກຮຽນມີຜົນການຮຽນຄະນິດສາດຕໍ່າ ຫຼື ສູງ ນັ້ນ ຍ່ອມມີປັດໃຈ ແລະ ຫຼາຍສາຍເຫດ ປັດໃຈທີ່ສຳຄັນ ປະການທຳອິດຄືການສອນຂອງຄູ ຖ້າຄູມີຄວາມສາມາດ ແລະ ທັກສະ ໃນການໃຊ້ຂະບວນການສອນຖືກຕ້ອງແທ້ຈິງກໍຍ່ອມເຊື່ອໄດ້ວ່າຈະເປັນມາດຖານສຳຄັນຫຼາຍທີ່ສາມາດຊ່ວຍໃຫ້ນັກຮຽນມີຜົນການຮຽນທີ່ດີ ຄູຈິ່ງຕ້ອງປ່ຽນການຮຽນ-ການສອນ, ເທັກນິກ, ວິທີສອນໃຫ້ມີຄວາມຫຼາກຫຼາຍ ໂດຍປັບໃຊ້ໃຫ້ເໝາະສົມກັບນັກຮຽນ ແລະ ຫົວຂໍ້ບົດຮຽນ.

ຜ່ານການສຳພາດນັກຮຽນເປັນລາຍບຸກຄົນຊ່ອງໜ້າກັນຕາມຄຳຖາມທີ່ຜູ້ວິໄຈກຽມມາໃບແບບສຳພາດ,ຈາກຜົນຂອງການລວບລວມຂໍ້ມູນໃນແບບສຳພາດໄດ້ພົບບັນຫາຄື: ນັກຮຽນຍັງບໍ່ເຂົ້າໃຈວິເຄາະຄວາມໝາຍຂອງໂຈດບັນຫາ ແລະ ນຳໃຊ້ຫຼັກການຄຳນວນເລກບໍ່ໄດ້ ອາດຈະເປັນສາເຫດມາຈາກຄູຂາດວິທີສອນ ແລະ ເຕັກນິກການສອນທີ່ສົ່ງເສີມໃຫ້ນັກຮຽນໄດ້ຄິດ ສະນັ້ນ ໂຈດບັນຫາມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການວິເຄາະບັນຫາ, ການແກ້ໄຂບັນຫາໂດຍອີງໃສ່ປະສົບການໃນຊີວິດປະຈຳວັນ...ໄດ້ເຮັດໃຫ້ນັກຮຽນຈົດບັນທຶກໄດ້ຢ່າງສະດວກ ຈຸດສຸມໃສ່ຜົນການຮໍ່າຮຽນທີ່ຄາດໝາຍໄວ້ ທີ່ນັກຮຽນຕ້ອງບັນລຸເຖິງ,ຄູສາມາດເນັ້ນໜັກຈຸດສຳຄັນຕ່າງໆໃຫ້ນັກຮຽນໄດ້ຮັບຜົນດີສຳລັບການສົ່ງຂໍ້ມູນຂ່າວສານ ຈາກສາຍເຫດດັ່ງກ່າວຜູ້ວິໄຈຈິ່ງເລືອກເອົາໜຶ່ງສາຍເຫດມາເປັນສາຍເຫດຂອງບັນຫາໃນການວິໄຈຄັ້ງນີ້ຍ້ອນຄູຂາດວິທີສອນ ແລະ ເຕັກນິກການສອນທີ່ສົ່ງເສີມໃຫ້ນັກຮຽນຄິດ ເມື່ອຮູ້ບັນຫາ ແລະ ສາຍເຫດຂອງບັນຫາເປັນທີ່ຮຽບຮ້ອຍແລ້ວຜູ້ວິໄຈຈິ່ງກຳນົດວິທີແກ້ໄຂບັນຫາດັ່ງກ່າວໂດຍກຳນົດເອົາວິທີສອນແບບສືບສວນສອບສວນເພາະວ່າມັນເໜາະສົມທີ່ຈະນຳໃຊ້ໃນການຮຽນ-ການສອນວິຊາຄະນິດສາດມັນເປັນຮູບແບບທີ່ໃຫ້ນັກຮຽນໄດ້ນຳໃຊ້ຂະບວນການຄົ້ນຄິດ, ຂະບວນການແກ້ບັນຫາເພື່ອຫາຄວາມຮູ້, ຂໍ້ສະຫຼຸບ, ຫຼັກການ, ຫຼັກເກນ, ສູດ ຫຼື ຄິດໄລ່ຕາມຄວາມຈິງທາງດ້ານຄະນິດສາດຈະເຮັດໃຫ້ເກີດມີການພັດທະນາການຮຽນຮູ້ ແລະ ພັດທະນາຄວາມສາມາດຂອງນັກຮຽນແຕ່ລະຄົນໄດ້ເຕັມສັກກະຍະພາບຂອງເຂົາ.

ດ້ວຍເຫດນີ້ຂ້າພະເຈົ້າຜູ້ວິໄຈໄດ້ກໍານົດຫົວຂໍ້ຂອງການວິໄຈຄື: ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ “ການແກ້ໂຈດບັນຫາ” ໂດຍເນັ້ນວິທີສອນແບບສືບສວນສອບສວນຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນ ບ້ານ ຕະຫຼຸງລະລາວ ເມືອງ ຕະໂອ້ຍ ແຂວງສາລະວັນ ສົກຮຽນ 2014-2015.

2.ຈຸດປະສົງຂອງການວິໄຈ

-ໃຫ້ນັກຮຽນສາມາດແກ້ໂຈດບັນຫາໂດຍອີງໃສ່ບັນຫາຂໍ້ມູນທີ່ໂຈດໃຫ້ມາ

-ເພື່ອປັບປຸງແກ້ໄຂການຮຽນ-ການສອນກ່ຽວກັບການແກ້ໂຈດບັນຫາໃຫ້ດີຂຶ້ນ

-ໃຫ້ນັກຮຽນເຫັນຄວາມສຳຄັນໃນການແກ້ໂຈດບັນຫາ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ

3. ຂອບເຂດຂອງການວິໄຈ

ກ.ປະຊາກອນ ຄື ນັກຮຽນປະຖົມສຶກສາ ຂັ້ນ ປ 5 ຂອງໂຮງຮຽນປະຖົມສົມບູນຕະຫຼຸງລະລາວ, ເມືອງຕະໂອ້ຍ ແຂວງສາລະວັນ ຈຳນວນ 32 ຄົນ, ຍິງ 15 ຄົນ.

ຂ.ກຸ່ມຕົວຢ່າງ: ນັກຮຽນປະຖົມສຶກສາ ຂັ້ນ ປ 5 ຂອງໂຮງຮຽນປະຖົມສົມບູນຕະຫຼຸງລະລາວ, ເມືອງຕະໂອ້ຍ ແຂວງສາລະວັນ ຈຳນວນ 2 ຄົນ, ຍິງ 1 ຄົນ.

4. ເນື້ອໃນທີ່ນໍາມາສອນ

ການເຮັດການວິໄຈໃນຄັ້ງນີ້ແມ່ນຜູ້ວິໄຈໄດ້ເລືອກວິຊາຄະນິດສາດ ຂັ້ນ ປ 5 ບົດທີ 19 ຫົວຂໍ້ ການແກ້ໂຈດບັນຫາ ໃນບົດປະກອບມີ 1 ກິດຈະກຳ, ມີ 6 ຂໍ້ຍ່ອຍ ແລະ ມີເນື້ອໃນລວມຍອດດັ່ງນີ້:

ໃນການແກ້ໂຈດບັນຫາໃດໜຶ່ງ ກ່ອນອື່ນໝົດຕ້ອງອ່ານບົດໂຈດບັນຫາໃຫ້ເຂົ້າໃຈ,ຊອກຮູ້ຈຸດປະສົງຂອງບົດໂຈດ

( ສິ່ງທີ່ໂຈດກຳນົດໃຫ້, ສິ່ງທີ່ໂຈດຕ້ອງການຢາກຮູ້ ) ຈາກນັ້ນຈຶ່ງຊອກຫາວິທີການແກ້.

5. ວິທິສອນແບບສືບສວນ-ສອບສວນ

ວິທີສອນແບບສືບສວນ-ສອບສວນ ແມ່ນແບບວິທີການສອນ ທີ່ໃຫ້ນັກຮຽນ ໄດ້ນຳໃຊ້ຂະບວນການຄົ້ນຄິດ, ຂະບວນການແກ້ບັນຫາເພື່ອຄົ້ນຫາຄວາມຮູ້,ຂໍ້ສະຫຼຸບ, ຫຼັກການ, ຫຼັກເກນ, ສູດ ຫຼື ຄິດໄລ່ຕາມຄວາມຈິງທາງດ້ານຄະນິດສາດໂດຍປະຕິບັດຕາມ 5 ຂັ້ນຕອນຄື:.

  • ໂດຍການສ້າງສະຖານະການເພື່ອກະຕຸ້ນໃຫ້ນັກຮຽນເກີດການຄົ້ນຄິດຫາຄວາມຮູ້
  • ກໍານົດບັນຫາຈາກເນື້ອໃນບົດຮຽນ
  • ຕັ້ງຄໍາຖາມໄປສູ່ການຊອກຫາຄໍາຕອບ
  • ນໍາໃຊ້ຄໍາຖາມເພື່ອຄົ້ນຄວ້າຊອກຫາຄໍາຕອບ
  • ໃຊ້ຄໍາຖາມເພື່ອນໍາໄປສູ່ການສະຫຼຸບ[1]

6.ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

- ເປັນແນວທາງສໍາລັບຄູຜູ້ສອນ ແລະ ຜູ້ຮຽນໃນການຈັດກິດຈະກໍາການຮຽນ-ການສອນວິຊາຄະນິດສາດເພື່ອໃຫ້ນັກຮຽນມີຜົນສຳເລັດທາງການຮຽນທີ່ດີຂຶ້ນ.

- ເປັນແນວທາງໃນການປັບປຸງ ແລະ ເພີ່ມປະສິດທິພາບການຈັດການຮຽນ-ການສອນວິຊາຄະນິດສາດ

- ເປັນແນວທາງໃນການພັດທະນາຜູ້ຮຽນຕາມສັກກະຍະພາບໄດ້.

7. ວິທີການດຳເນີນການສອນໃນໄລຍະການເຮັດການວິໄຈ

ໃນການດໍາເນີນການສິດສອນຕົວຈິງຂອງຂ້າພະເຈົ້າທີ່ໂຮງຮຽນປະຖົມສົມບູນບ້ານຕະຫຼຸງລະລາວ ເມືອງຕະໂອ້ຍ ແຂວງສາລະວັນ ເປັນການສອນທີ່ປະກອບກັບການເຮັດວິໄຈໃນຫ້ອງຮຽນໄປພ້ອມ ການປະຕິບັດການຈັດການຮຽນ - ການສອນແມ່ນດໍາເນີນຕາມຕາຕະລາງທີ່ໂຮງຮຽນວາງອອກແລະ ຄູຜູ້ສອນໄດ້ມີການກະກຽມບົດສອນ, ສື່ການສອນ, ອຸປະກອນແລະສຶກສາເອກະສານອື່ນໆທີ່ກ່ຽວຂ້ອງກັບບົດຮຽນເພື່ອສະດວກໃນການຈັດກິດຈະກໍາການຮຽນ - ການສອນຂອງຄູແລະ ນັກຮຽນ. ໃນການສອນຂອງຂ້າພະເຈົ້າແມ່ນເຮັດການວິໄຈພາກປະຕິບັດໃນຫ້ອງຮຽນໄປພ້ອມ ເພື່ອເປັນການປັບປຸງ ແລະ ພັດທະນາການຮຽນ - ການສອນຂອງຄູໃຫ້ດີຂຶ້ນ ແລະ ເພື່ອພັດທະນາວິຊາຊີບຄູໃຫ້ດີຂຶ້ນກາຍເປັນຄູທີ່ມີຄວາມຊຳນານງານ ແລະ ເພື່ອປະຕິບັດຕາມຫຼັກສູດການເຊື່ອມຕໍ່ (ພັກແລ້ງ) ຂອງວິທະຍາໄລຄູວາງອອກ ເຊິ່ງວ່ານັກຮຽນຄູປີສຸດທ້າຍຕ້ອງໄດ້ເຮັດບົດວິໄຈ ເພື່ອປ້ອງກັນບົດຈົບຊັ້ນ ດັ່ງນັ້ນ. ຂ້າພະເຈົ້າຈຶ່ງໄດ້ກະກຽມ ແລະ ວາງແຜນການສອນດັ່ງນີ້:

ຂ້າພະເຈົ້າໄດ້ວາງແຜນການສອນຕາມໂຄງຮ່າງແຜນການສອນແລະ ບາດກ້າວຂັ້ນຕອນຂອງການຈັດກິດຈະກຳການຮຽນ - ການສອນໂດຍສະເພາະແມ່ນປະຕິບັດຕາມຂັ້ນຕອນຂອງການສອນແບບສືບສວນ-ສອບສວນ

  • ສຶກສາເນື້ອໃນບົດຮຽນໃຫ້ຊັດເຈນເພື່ອກຽມໃນການສອນການແກ້ໂຈດບັນຫາໃຫ້ນັກຮຽນເບິ່ງ
  • ກຽມອຸປະກອນແລະ ສື່ການສອນຕ່າງໆຕາມເນື້ອໃນບົດຮຽນເພື່ອນຳໃຊ້ໃນເວລາສອນ
  • ແຕ່ງບົດສອນຕາມວິທີສອນແບບສືບສວນ-ສອບສວນ
  • ເຝິກສອນທົດລອງຕາມວິທີສອນແບບສືບສວນ-ສອບສວນ

ລາຍງານສະພາບການສອນ

7.1 ຂັ້ນນຳເຂົ້າສຸ່ບົດຮຽນ

ໃນການສອນບົດນີ້ຄູໄດ້ນຳເຂົ້າສູ່ບົດຮຽນດ້ວຍການທວນຄືນບົດຮຽນເກົ່າດ້ວຍການຕັ້ງບົດເລກ

ຈົ່ງຫານເລກຕໍ່ໄປນີ້.

ກ.

ຂ.

ຄ.

ແລະ ລ້ຽວເຂົ້າສູ່ບົດຮຽນໃໝ່ດ້ວຍການຕັ້ງຄຳຖາມ

7.2 ຂັ້ນສອນບົດໃໝ່

ຄູໄດ້ສອບເສັງນັກຮຽນກ່ອນການຮຽນປະມານ 10 ນາທີ ແລ້ວເລີ່ມສອນກິດຈະກຳທຳອິດແມ່ນໄດ້ສ້າງສະຖານະການເພື່ອກະຕຸ້ນນັກຮຽນເກີດການຄົ້ນຄິດຫາຄວາມຮູ້,ໃນການດຳເນີນກິດຈະກຳທຳອິດຂ້າພະເຈົ້າໄດ້ນຳເອົາອຸປະກອນຮູບແບບຄືເຊິງສອງເບື້ອງໃຫ້ນັກຮຽນສັງເກດ ທຳອິດຂ້າພະເຈົ້າໄດ້ເອົາກ້ອນຫີນ 1 ກ້ອນໃສ່ເບື່ອງໜຶ່ງ ແລ້ວຕັ້ງຄຳຖາມ ເອົາຈະເອົາປຶ້ມໃສ່


ຈັກຫົວຈິ່ງຈະເທົ່າກັບກ້ອນຫີນເບື້ອງນັ້ນ ແລ້ວໃຫ້ນັກຮຽນພາກັນທົດລອງເຮັດເບິ່ງ ຄູເປັນຜູ້ສັງເກດນັກຮຽນດຳເນີນກິດຈະກຳຄູໄດ້ແນະນຳເອົາອຸປະກອນໃໝ່ເຊັ່ນ: ປຶ້ມ ກັບ ຖົງ , ຈອກ ກັບ ປຶ້ມ ຫຼື ອຸປະກອນອ້ອມຂ້າງໃນຫ້ອງຮຽນ.

ຄູແບ່ງນັກຮຽນອອກເປັນ 6 ຈຸ,ຈຸລະ 5-6 ຄົນ,ໂດຍນັກຮຽນເກັ່ງ,ກາງ,ອ່ອນປົນກັນແບ່ງໜ້າທີ່ກັນເຮັດວຽລະອຽດ ແລ້ວເອົາໃບງານໃຫ້ມີຄຳຖາມດັ່ງນີ້

  • ຈົ່ງຕື່ມຈຳນວນໃສ່ບ່ອນຈຳ້ເມັດ.

ກ. 1, 4, 7, 10, 13,...................22, 25

ຂ. 1, 2, 4, 8, 16, 32, 64,.................

ຄ. 20, 18, 16, 14, 12,....................

ຄູອະທິບາຍກິດຈະກໍາໃຫ້ນັກຮຽນຟັງ

ຄູໃຫ້ນັກຮຽນພາກັນປະຕິບັດກິດຈະກຳ

ຄູໃຫ້ນັກຮຽນອອກຕິດໃສ່ກະດານ

ຄູກັບນັກຮຽນສົນທະນາກັນໝົດຫ້ອງ ໂດຍຄູຕັ້ງຄຳຖາມ ນັກຮຽນແຕ່ລະກຸ່ມທີ່ຕົນເອງຕື່ມໃສ່ ພ້ອມທັງໃຫ້ເຫດຜົນ

ຄູຕັ້ງຄຳຖາມ ຂໍ້ ກ

  • 1 ຫາ 4 ຫາ 7 ຫາ 10 ຫາ 13 ຫ່າງກັນ ຈັກຕົວເລກ?
  • 1 ຫາ 4 ຫາ 7 ຫາ 10 ຫາ 13 ມັນຕື່ມຂຶ້ນ ຈັກຕົວເລກ?
  • 1 ຫາ 4 ຫາ 7 ຫາ 10 ຫາ 13 .......ໃຫ້ນັກຮຽນອະທິບາຍພ້ອມທັງໃຫ້ເຫດຜົນວ່າເລກຂໍ້ນີ້ເປັນແນວໃດ ?
    • ຫາ 2 ຫາ 4 ຫາ 8 ຫາ 16 ຫ່າງກັນ ຈັກຕົວເລກ?

ຂໍ້ ຂ

3.1 ຫາ 2 ຫາ 4 ຫາ 8 ຫາ 16 .......ໃຫ້ນັກຮຽນອະທິບາຍພ້ອມທັງໃຫ້ເຫດຜົນວ່າເລກຂໍ້ນີ້ເປັນແນວໃດ?

ຄ. 20, 18, 16, 14, 12,....................

ຄູຕັ້ງຄຳຖາມ

ແຕ່ລະຕົວເລກຫຼຸດລົງຈັກຕົວເລກ ?

ເຮົານໍາໃຊ້ຫຼັກການຫຍັງ ?

ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ

ຄູພານັກຮຽນໝົດຫ້ອງເຮັດກິດຈະກຳທີ 1 ຂໍ້ 2 ເຊິ່ງມີຄຳຖາມລຸ່ມນີ້

ຈົ່ງຊອກຫຼັກການແລ້ວນຳໃຊ້ຫຼັກການດັ່ງກ່າວເພື່ອຕື່ມຈຳນວນໃສ່ບ່ອນວ່າງໃນຮູບສາມແຈລຸ່ມນີີ້


11

4 7

1 3 4 2

ຄູອະທິບາຍແລ້ວໃຫ້ນັກຮຽນອອກມາຕື່ມໃສ່ແຕ່ລະບ່ອນ

ຖ້ານ້ອງໃດຕື່ມຕົວຖືກຄູຍ້ອງຍໍຊົມເຊີຍ

ຖ້ານ້ອງໃດແກ້ຕິດຄູແນະນຳ

ພານັກຮຽນຫຼິ້ນເກມ ຊື່ ເກມ 3 ແຈ ແພ້ສະໜອງ

ອຸປະກອນ: ຝານໍ້າຫວານ, ຝາເບຍ 6 ຝາ ໝາຍເລກໃສ່ ແຕ່ 2, 12, 10, 6,8, 4 ຫຼື ໝາຍເລກໃສ່ແຕ່ 1-6

ວິທີຫຼິ້ນ ໃຫ້ນັກຮຽນປະກອບເປັນຮູບສາມແຈ ແລ້ວໃຫ້ຜົນບວກແຕ່ລະຂ້າງເທົ່າ 18 ຫຼື 12, 11...

7.3 ຂັ້ນສະຫຼຸບ

ຄູຖາມຂໍ້ຂ້ອງໃຈຂອງນັກຮຽນຄືນກ່ຽວກັບການວິທີແກ້ໂຈດບັນຫາຈາກນັ້ນຄູສະຫຼຸບຄືນກ່ຽວກັບໃນການແກ້ໂຈດບັນຫາໃດໜຶ່ງ ກ່ອນອື່ນໝົດຕ້ອງອ່ານໂຈດບັນຫາໃຫ້ເຂົ້າໃຈ, ຊອກຮູ້ຈຸດປະສົງຂອງບົດໂຈດ ( ສິ່ງທີ່ໂຈດກຳນົດໃຫ້, ສິ່ງທີ່ໂຈດຕ້ອງການຢາກຮູ້ ) ຈາກນັ້ນຈຶ່ງຊອກຫາວິທີການແກ້

7.4 ຂັ້ນວັດ ແລະ ປະເມີນຜົນ

ຄູໄດ້ໃຊ້ເຄື່ອງມືບັນທຶກຕາມເຫດການທີ່ມັນເກີດຂຶ້ນແຕ່ລະກິດຈະກຳຕາມການສັງເກດນອກຈາກນັ້ນຄູກໍ່ໄດ້ຕັ້ງບົດເລກໃສ່ກະດານແລ້ວເອີ້ນນັກຮຽນມາແກ້ໃຫ້ໝູ່ເບິ່ງ, ເລກທັງໝົດມີ 1 ຂໍ້ ໃຫ້ນັກຮຽນຈໍານວນ 2 ຄົນ, ອອກມາແກ້, ໃນການແກ້ສັງເກດເຫັນວ່ານັກຮຽນ 2 ຄົນແມ່ນແກ້ຖືກ ຄູໄດ້ອະທິບາຍວິທີແກ້ຕື່ມໃຫ້ນັກຮຽນເຂົ້າໃຈ ແລະ ສຸດທ້າຍຄູຢາຍບົດກວດກາໃຫ້ນັກຮຽນເຮັດອີກຫຼັງຈາກຮຽນແລ້ວ ( ຫົວບົດດຽວກັນ ), ທົດສອບຫຼັງການຮຽນ

7.5 ຂັ້ນຕັກເຕືອນ / ມອບວຽກບ້ານ

ຄູໄດ້ສຶກສາອົບຮົບແນວຄິດຂອງເດັກເມື່ອຢູ່ເຮືອນພະຍາຍາມເບິ່ງບົດຮຽນຄືນໂດຍເນັ້ນໃສ່ຈໍານວນນັກຮຽນ 2 ຄົນ, ຄູຢາຍບົດເຝິກຫັດໃຫ້ນັກຮຽນເມືອເຮັດຢູ່ເຮືອນຊົ່ວໂມງໜ້າເອົາມາກວດ.

8.ສະຫຼູບຜົນຂອງການວິໄຈ

ຜ່ານການດຳເນີນການວິໄຈພາກປະຕິບັດໃນຫ້ອງຮຽນໃນຫົວຂໍ້: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ການແກ້ໂຈດບັນຫາ ໂດຍເນັ້ນວິທີສອນແບບສືບສວນສອບສວນ ຂັ້ນ ປ 5 ໂຮງຮຽນປະຖົມສົມບູນບ້ານຕະຫຼຸງລະລາວ ເມືອງ ຕະໂອ້ຍ ແຂວງສາລະວັນ ສົກຮຽນ2014-2015. ເຊິ່ງໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈໃນແຕ່ລະຂັ້ນຕອນສັງເກດເຫັນວ່າ: ນັກຮຽນໃນກຸ່ມຕົວຢ່າງຂັ້ນ ປ 5 ຈໍານວນ 2 ຄົນ, ຍິງ 1 ຄົນ, ສາມາດວິເຄາະບົດໂຈດ, ແປບົດໂຈດ, ນັກຮຽນມີຄວາມເຂົ້າໃຈໃນຄຳເວົ້າຂອງບົດໂຈດ,ໂຈດນີ້ຕ້ອງການຊອກຫາຫຍັງ,ສາມາດໄຈ້ແຍກວ່າ ບົດໂຈດມີຂໍ້ມູນຫຍັງທີ່ຮູ້ແລ້ວ ແລະ ຂໍ້ມູນທີ່ຕ້ອງການຊອກ,ເຮົາສາມາດນຳໃຊ້ການຄຳນວນເຂົ້າໃນການແກ້ບົດເລກຕ່າງໆຈາກນັ້ນນັກຮຽນຍັງສາມາດນຳໃຊ້ວິທີການສືບສວນສອບສ່ວນເຂົ້າຊີວິດປະຈຳວັນເຊັ່ນວ່າ: ການໃຫ້ສິ່ງຂອງ, ການໃຊ້ຈ່າຍເງິນ ແລະ ນັກຮຽນ ສາມາດຄຳນວນບົດເລກຕ່າງໆໄດ້ເຊິ່ງສະແດງອອກໃນບົດທົດສອບຂອງນັກຮຽນກຸ່ມຕົວຢ່າງສາມາດແກ້ບົດເລກຖືກ ແລະ ຜ່ານເກນ 2 ຄົນ, ຍິງ 1 ຄົນດ້ວຍຄະແນນສະເລ່ຍ 7,5.

ສະນັ້ນ, ຂ້າພະເຈົ້າໃນນາມຜູ້ເຮັດວິໄຈຈຶ່ງມີຄວາມພາກພູມໃຈໃນການເຮັດວິໄຈຄັ້ງນີ້ທີ່ໄດ້ນຳບັນຫາດັ່ງກ່າວມາປັບປຸງ, ແກ້ໄຂທາງດ້ານການຮຽນຮູ້ຂອງນັກຮຽນຂັ້ນ ປ 5 ຈໍານວນ 2 ຄົນ, ຍິງ 1 ຄົນ, ເພາະວ່າເປັນພື້ນຖານທີ່ຂາດບໍໄດ້ ແລະ ມີການນຳໃຊ້ ຫຼື ຈັດການຮຽນ-ການສອນໃນຂັ້ນຮຽນຕໍ່ໄປ.

ໃນການດໍາເນີນການການວິໄຈພາກປະຕິບັດໃນຂັ້ນຮຽນ ຄັ້ງນີ້ ຂ້າພະເຈົ້າຖືວ່າ: ເປັນບົດຮຽນທີ່ສຳຄັນ ແລະ ຂ້າພະເຈົ້າຈະນຳໃຊ້ວິທີສອນສືບສວນສຶບສວນເຂົ້າໃນການປັບປຸງການຮຽນ-ການສອນໃຫ້ມີຄຸນະພາບໃນອານາຄົດຕໍ່ໜ້າ.

9. ຂໍ້ສະເໜີແນະ

9.1 ຂໍ້ສະເໜີແນະຜົນການວິໄຈ

- ສະເໜີໃຫ້ຄູທີ່ເຮັດການວິໄຈຄັ້ງຕໍ່ໄປຈົ່ງໃຫ້ຄວາມໃກ້ຊິດ, ຕິດຕາມ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ນັກຮຽນທີ່ຢູ່ໃນກຸ່ມຕົວຢ່າງ.

9.2 ຂໍ້ສະເໜີແນະການວິໄຈຕໍ່ໜ້າ

- ຄວນດຳເນີນການວິໄຈໃນຂັ້ນຮຽນອື່ນໆໃນວິຊາຄະນິດສາດ

- ສະເໜີໃຫ້ຄູທັງໝົດໃນແຕ່ລະຂັ້ນຮຽນໃນໂຮງຮຽນປະຖົມສົມບູນບ້ານຕະຫຼຸງລະລາວ, ເມືອງຕະໂອ້ຍ, ແຂວງສາລະວັນ ເຮັດການວິໄຈ.

10. ເອກະສານອ້າງອີງ

ຮສ.ດຣ ພັນ ຈຳປາທອງ ແລະ ຄະນະ,(2009) ວິໄຈພາກປະຕິບັດ,ພິມທີ່ Nhan Dan Printing House HCMC

ສຸກຂະສະຫວາດ ວົງຫາຈັກ ແລະ ຄໍາຢາດ ເຄືອງຄໍາສີ, (2009) ວິທີສອນຄະນິດສາດ 1 ພິມທີ່

Nhan Dan Printing House HCMC

ອຸທິດ ທິບມະນີ ( ສ.ວ.ສ ) ພ້ອມດ້ວຍຄະນະ,(2011) ແບບຮຽນຄະນິດສາດຊັ້ນປະຖົມປີທີ 5 ພິມທີ່ໂຮງພິມ ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ເລກທະບຽນ 154 ພຈ 18052011 ຂະໜາດ ຊມ

ອຸທິດ ທິບມະນີ ( ສ.ວ.ສ ) ພ້ອມດ້ວຍຄະນະ, (2011) ປຶ້ມຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 5

ພິມທີ່ໂຮງພິມ ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ເລກທະບຽນ 154 ພຈ 18052011 ຂະໜາດ ຊມ



[1] ສຸຂະສະຫວາດ ວົງຫາຈັກ ພ້ອມຄະນະ. (2008). ວິທີສອນຄະນິດສາດ 1 ກະຊວງສຶກສາທິການ, ກົມສ້າງຄູ, ສູນພັດທະນາຄູ. ໜ້າທີ 43-48

คำสำคัญ (Tags): #chanthavixay#venephachan#salavan TTC
หมายเลขบันทึก: 593955เขียนเมื่อ 26 สิงหาคม 2015 14:05 น. ()แก้ไขเมื่อ 26 สิงหาคม 2015 14:05 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท