ການພັດທະນາທັກສະການ​ແກ້​ເລກ​ໂຈດ​ບັນຫາໂດຍນຳໃຊ້ວິທີ​ສອນ​ແບບ​ໂດຍ​ກົງ. ຂອງນັກຮຽນຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນດາກ​ວໍ ​ເມືອງ​ດາກ​ຈຶງ ​ແຂວງ​ເຊ​ກອງສົກຮຽນ 2014-2015.

ບົດນຳ

1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດແມ່ນວິຊາໜຶ່ງທີ່ສຶກສາກ່ຽວກັບການຄິດໄລ່ຕ່າງໆເຊັ່ນ: ການນັບຈໍານວນ, ວັດແທກ, ການແຕ້ມຮູບເລຂາຄະນິດ, ການຄຳນວນຄື: ບວກ, ລົບ, ຄູນ ແລະ ຫານ ... ຈຶ່ງເວົ້າໄດ້ວ່າຄະນິດສາດແມ່ນການສ້າງຄວາມຮູ້ ແລະ ຂະບວນການທົດລອງ ຄຳວ່າ ຄະນິດສາດແມ່ນໝາຍເຖິງການນັບ, ການຄຳນວນ ເປັນເຄື່ອງມືສຳລັບໜຶ່ງວິທະຍາສາດຕ່າງໆ ໂຄງສ້າງຕ່າງໆທີ່ນັກຄະນິດສາດສົນໃຈ ແລະ ພິຈາລະນານັ້ນເປັນຕົ້ນກຳເນີດມາຈາກທຳມະຊາດ ແລະ ວິທະຍາສາດສັງຄົມໂດຍສະເພາະແມ່ນວິຊາ: ຄະນິດສາດ, ຟິຊິກສາດ, ເສດຖະກິດ ໃນປັດຈຸບັນຍັງກ່ຽວຂ້ອງກັບການປະຍຸກໃຊ້ໃນສາຂາວິທະຍາສາດຄອມພີວເຕີ ແລະ ທິດສະດີການສື່ສານເຊິ່ງເຮັດໃຫ້ກິດຈະກຳທຸກຢ່າງມີຄວາມຊັດເຈນ ສະນັ້ນ ເຮົາຈຶ່ງສາມາດພິຈາລະນາທຸກຢ່າງວ່າເປັນລະບົບທີ່ຊັດເຈນ.

ການຈັດການຮຽນ-ການສອນໃນໂຮງຮຽນສາມັນໂດຍສະເພາະໂຮງຮຽນປະຖົມສົມບູນ ຕ້ອງໄດ້ມີການຈັດການຮຽນ-ການສອນໄປຕາມຫຼັກສູດ ແລະ ການນຳໃຊ້ວິທີການສິດສອນແບບເອົາຜູ້ຮຽນເປັນໃຈກາງ, ຫຼັກການພື້ນຖານໃນການຈັດການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງວ່າ: ຜູ້ຮຽນມີບົດບາດຄວາມຮັບຜິດຊອບຕໍ່ການຮຽນຂອງຕົນເອງ, ຜູ້ຮຽນຈະຕ້ອງເລືອກ ແລະ ວາງແຜນໃນເລື່ອງທີ່ຕົນຈະຮຽນ ຫຼື ມີສ່ວນຮ່ວມໃນການເລືອກແລະ ເລີ່ມຕົ້ນການຮຽນຮູ້ດ້ວຍຕົນເອງໃນການສຶກສາຄົ້ນຄວ້າ, ປະດິດຄິດຄົ້ນ, ປະຕິບັດ ຫຼື ເຮັດກິດຈະກໍາຮຽນຮູ້ແລະ ປະເມີນຜົນການຮຽນຮູ້ດ້ວຍຕົນເອງຫາກຜູ້ຮຽນມີສ່ວນຮ່ວມໃນກິດຈະກໍາການຮຽນ-ການສອນຈະຊ່ວຍໃຫ້ເກີດຄວາມຈະເລີນງອກງາມ ແລະ ຊ່ວຍສົ່ງເສີມການແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນຄູຄືຜູ້ທີ່ໃຫ້ອໍານວຍຄວາມສະດວກ ແລະ ເປັນແຫຼ່ງຮຽນຮູ້, ເປັນຜູ້ຄອຍແນະນໍາ ແລະ ສາມາດຄົ້ນຄວ້າຈັດຫາວັດສະດຸອຸປະກອນຂະບວນການຮຽນທີ່ເໝາະສົມໃຫ້ກັບນັກຮຽນເຮັດໃຫ້ຜູ້ຮຽນມີໂອກາດແນມເຫັນຄວາມສາມາດຂອງຕົນເອງ, ມີຄວາມໝັ້ນໃຈຕໍ່ຕົນເອງ, ຄວບຄຸມຕົນເອງຕະຫຼອດຈົນປັບປ່ຽນພຶດຕິກໍາຂອງຕົນເອງໃຫ້ມີຄວາມສອດຄ່ອງກັບສິ່ງແວດລ້ອມ. ຄຽງຄູ່ກັບການຮັບປະກັນຄຸນະພາບການຮຽນ-ການສອນ, ພະແນກສຶກສາແຂວງກໍໄດ້ຕິດຕາມຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອໃນການຈັດການຮຽນ-ການສອນ ເພື່ອແນ່ໃສ່ປັບປຸງຄຸນະພາບ ແລະ ການຈັດການຮຽນ-ການສອນຂອງຄູໃຫ້ສອດຄ່ອງກັບຫຼັກສູດ ແລະ ສະພາບຄວາມເປັນຈິງຂອງທ້ອງຖິ່ນເພື່ອຮັບປະກັນຄຸນະພາບຂອງການຈັດການຮຽນ-ການສອນຂອງນັກຮຽນຊັ້ນປະຖົມໃຫ້ມີປະສິດທິພາບສູງຂຶ້ນ.

ດັ່ງນັ້ນ ເຮົາຄວນຈະປັບປຸງການຮຽນ-ການສອນວິຊາຄະນິດສາດໃຫ້ດີຂຶ້ນເພື່ອເຮັດໃຫ້ນັກຮຽນມີຜົນການຮຽນດີ ການຈັດການຮຽນ-ການສອນຄະນິດສາດຕ້ອງໃຊ້ທັກສະ ເຊິ່ງ ເນື້ອໃນສ່ວນໃຫຍ່ເປັນເລື່ອງທີ່ກ່ຽວຂ້ອງກັບນາມມະທຳຍາກແກ່ການອະທິບາຍ ແລະ ຍົກຕົວຢ່າງໃຫ້ເຫັນຢ່າງຊັດເຈນ ເຮັດໃຫ້ການສອນບາງຄັ້ງບໍ່ບັນລຸຕາມຈຸດປະສົງ ແລະ ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ດັ່ງນັ້ນ ການຈັດການຮຽນ-ການສອນທີ່ສົ່ງຜົນໃຫ້ນັກຮຽນມີຜົນການຮຽນຄະນິດສາດຕໍ່າ ຫຼື ສູງ ນັ້ນ ຍ່ອມມີປັດໃຈ ແລະ ຫຼາຍສາຍເຫດ ປັດໃຈທີ່ສຳຄັນ ປະການທຳອິດຄືການສອນຂອງຄູ ຖ້າຄູມີຄວາມສາມາດ ແລະ ທັກສະ ໃນການໃຊ້ຂະບວນການສອນຖືກຕ້ອງແທ້ຈິງກໍຍ່ອມເຊື່ອໄດ້ວ່າຈະເປັນມາດຖານສຳຄັນ,ທີ່ສາມາດຊ່ວຍໃຫ້ນັກຮຽນມີຜົນການຮຽນທີ່ດີ ຄູຈິ່ງຕ້ອງປ່ຽນການຮຽນ-ການສອນເທັກນິກ, ວິທີສອນໃຫ້ມີຄວາມຫຼາກຫຼາຍ ໂດຍປັບໃຊ້ໃຫ້ເໝາະສົມກັບນັກຮຽນ.

ວິທີສອນຈຶ່ງມີຄວາມສໍາຄັນທີ່ສຸດໃນການຮຽນຄະນິດສາດນອກຈາກຜູ້ຮຽນຈະຕ້ອງຮຽນເພື່ອເກີດຄວາມຮູ້, ຄວາມເຂົ້າໃຈແລ້ວຈະຕ້ອງມີທັກສະໃນການແກ້ໄຂທາງຄະນິດສາດຈຶ່ງຈະເກີດຜົນປະໂຫຍດເພາະສາມາດນໍາຄວາມຮູ້ນັ້ນໄປໃຊ້ໄດ້ທຸກເມື່ອທຸກເວລາ ຈົງຈິດພັນນະສິນ ( 2547:3 ) ກ່າວໄວ້ວ່າ: ວິທີສອນຄະນິດສາດທີ່ເໝາະສົມ ແລະ ສອດຄ່ອງກັບແນວທາງການປະຕິຮູບການຮຽນຮູ້ໂດຍເນັ້ນຜູ້ຮຽນເປັນໃຈກາງຫຼາຍທີ່ສຸດຄື: ວິທີຫຼິ້ນ, ຮຽນ, ສະຫຼຸບ ແລະ ເຝິກທັກສະເພາະເປັນວິທີສອນທີ່ເນັ້ນຜູ້ຮຽນເປັນຜູ້ສ້າງຄວາມຮູ້ຂຶ້ນມາເອງຈາກການຫຼິ້ນກັບສື່ທີ່ເປັນຮູບປະທໍາຄູເປັນພຽງຜູ້ທີ່ໃຫ້ຄໍາປຶກສາ, ຜູ້ຮຽນສາມາດຄົ້ນພົບຫຼັກການຄວາມຄິດລວມຍອດທາງຄະນິດສາດ, ມີປະຕິສໍາພັນກັນກັບໝູ່ເພື່ອນພາຍໃນກຸ່ມ, ມີສ່ວນຮ່ວມໃນການຄົ້ນຄິດ, ຄູຈະເປັນຜູ້ກະຕຸກຊູ້ຍູ້ຜູ້ຮຽນດ້ວຍການນໍາໃຊ້ຄໍາຖາມໃຫ້ຜູ້ຮຽນໄດ້ຮູ້ຈັກຄິດ, ວິເຄາະ, ອະພິປາຍຮ່ວມກັນຈຶ່ງເຮັດໃຫ້ຜູ້ຮຽນ ແລະ ຜູ້ສອນມີຄວາມສໍາພັນກັນຂັ້ນສະຫຼຸບນັ້ນຜູ້ຮຽນສາມາດສະຫຼຸບແນວຄິດຂອງຕົນເອງມີຂະບວນການໃນການຄິດ ແລະ ສະແດງວິທີປະຕິບັດທີ່ຖືກຕ້ອງຕາມຫຼັກການທາງຄະນິດສາດຜູ້ຮຽນຈະເກີດມີຄວາມຮູ້-ຄວາມເຂົ້າໃຈ ແລະ ສາມາດນໍາໄປໃຊ້ໃນຊີວິດປະຈໍາວັນໄດ້ຢ່າງມີປະສິດທິພາບ.

ສຳລັບການຈັດການຮຽນ-ການສອນຂອງຄູໃນໂຮງຮຽນປະຖົມສົມບູນດາກວໍ ເມືອງດາກຈຶງ ແຂວງເຊກອງເພື່ອໃຫ້ຜູ້ຮຽນເກີດມີທັກສະ ຫຼື ເກີດຂະບວນການຮຽນຮູ້ໃນການແກ້ໄຂບັນຫາທາງຄະນິດສາດຄູໄດ້ໃຫ້ນັກຮຽນມີສ່ວນຮ່ວມໃນການດໍາເນີນການຮຽນ-ການສອນເປັນຕົ້ນແມ່ນການຈັດການຮຽນ-ການສອນໂດຍເນັ້ນນັກຮຽນເປັນໃຈກາງ, ການສອນແບບນີ້ແມ່ນຄູມອບໝາຍໃຫ້ນັກຮຽນເຮັດວຽກເປັນໝູ່ຄະນະ, ຊ່ວຍກັນແກ້ໄຂບັນຫາ ຫຼື ເຮັດກິດຈະກຳຕາມຄວາມສາມາດ, ຕາມຄວາມຖະນັດ, ຄວາມສົນໃຈ ແລະ ເຝິກນັກຮຽນເຮັດວຽກຮ່ວມກັນຕາມຄູມອບໝາຍໃຫ້,ໄດ້ປະສົບການ,ໄດ້ຮຽນຮູ້ນຳໝູ່ເພື່ອນຕາມຄຳແນະນຳຂອງຄູທີ່ກຳນົດໃຫ້ລະອຽດມາແລ້ວນັ້ນ. ຈຸດປະສົງການສອນແບບນີ້ ເພື່ອໃຫ້ນັກຮຽນເກີດການຮຽນຮູ້,ຈັກໜ້າທີ່ ແລະ ຄວາມຮັບຜິດຊອບ, ເຮັດວຽກຮ່ວມກັບເພື່ອນ,ຊ່ວຍເຫຼືອກັນ, ແກ້ໄຂບັນຫາຕາມວິທະຍາສາດ, ມັກຊອກຮູ້ດ້ວຍຕົນເອງ ຕາມການແນະນຳຂອງຄູ.

ຈາກປະສົບການທີ່ໄດ້ສອນຜ່ານມາ ພົບວ່ານັກຮຽນບາງພາກສ່ວນຍັງຂາດຄວາມຮັບຜິດຊອບຕໍ່ການຮຽນຂອງຕົນ, ບໍ່ມີຄວາມສົນໃຈໃນການສຶກສາຮໍ່າຮຽນ ແຕ່ຖ້ານັກຮຽນຄົນໃດມີຄວາມສົນໃຈໃນການສຶກສາຮໍ່າຮຽນນັກຮຽນຄົນນັ້ນຈະຮຽນຮູ້ໄດ້ດີ, ມີແນວຄິດວ່ອງໄວ ພ້ອມທັງຮຽນຮູ້ວິຊານັ້ນໄດ້ດີນໍາອີກ ນອກຈາກນີ້ນັກຮຽນຍັງບໍ່ເຂົ້າໃຈຄວາມໝາຍຂອງບົດໂຈດ,ແປໂຈດ, ວິເຄາະໂຈດ ແລະ ນຳໃຊ້ປະສົບການໃນຊີວິດເຂົ້າໃນການແກ້ໂຈດບັນຫາເລືອກຫຼັກການເຂົ້າໃນການຄິດໄລ່ເຂົ້າໃນບົດໂຈດບັນຫາຍັງບໍ່ທັນໄດ້ດີ.

ການແກ້ໂຈດບັນຫາມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການຄ້າຂາຍ, ການໃຊ້ຈ່າຍ,ຜົນໄດ້ຮັບ ແລະ ຜົນເສຍ ແລະ ສາມາດຄາດຄະເນລ່ວງໜ້າຂອງບັນຫາທີ່ເກີດຂຶ້ນໃນອະນາຄົດ ເຮັດໃຫ້ຄົນເຮົາມີຄວາມຄິດຮອບຄອບ ເປັນລະບົບໃນການປະຕິບັດໜ້າທີ່ວຽກງານ ສະນັ້ນ ຂ້າພະເຈົ້າຢາກພັດທະນາໃຫ້ນັກຮຽນສາມາດເລືອກຫຼັກການທີ່ເໝາະສົມເຂົ້າໃນການແກ້ໂຈດບັນຫາ.

ຈາກການສຶກສາວິທີສອນແບບໂດຍກົງນີ້ໃນຂັ້ນຕົ້ນພົບວ່າເໝາະສົມທີ່ຈະນຳໄປໃຊ້ໃນການຮຽນ-ການສອນຄະນິດສາດມັນເປັນວິທີສອນທີ່ກະຕຸ້ນໃຫ້ນັກຮຽນໄດ້ຮຽນຮູ້ຕະຫຼອດເວລາໃນການສ້າງຄວາມຮູ້ຄວາມເຂົ້າໃຈດ້ວຍຕົນເອງເຊິ່ງຈະເຮັດໃຫ້ເກີດມີການພັດທະນາການຮຽນຮູ້ ແລະ ພັດທະນາຄວາມສາມາດຂອງນັກຮຽນແຕ່ລະຄົນໄດ້ເຕັມສັກກະຍະພາບຂອງເຂົາ.

ດ້ວຍເຫດນີ້ຜູ້ວິໄຈມີຄວາມສົນໃຈທີ່ນໍາວິທີການສອນແບບໂດຍກົງມານຳໃຊ້ເຂົ້າໃນການສອນກ່ຽວກັບໂຈດບັນຫາເພື່ອປັບປຸງ ແລະ ພັດທະນາຜົນການຮຽນຂອງນັກຮຽນຂັ້ນ ປ 5 ເພື່ອໃຫ້ເກີດການຮຽນຮູ້ກັບຜູ້ຮຽນທີ່ແຕກຕ່າງກັນ ແລະ ຊ່ວຍພັດທະນານັກຮຽນໃຫ້ເກີດການຮຽນຮູ້ໃນເລື່ອງໂຈດບັນຫາຕາມສັກກະຍະພາບໂດຍຮຽນຢ່າງມີຄວາມສຸກ ແລະ ສາມາດນຳຄວາມຮູ້ທີ່ໄດ້ໄປໃຊ້ໃຫ້ເກີດປະໂຫຍດໃນຊີວິດປະຈຳວັນໄດ້ຢ່າງມີປະສິດທິພາບອີກດ້ວຍ.

ດັ່ງນັ້ນ ຜູ້ວິໄຈຈຶ່ງໄດ້ສົນທະນາປຶກສາກັນກັບຜູ້ຮ່ວມງານກຳນົດເອົາບັນຫາຄື: ນັກຮຽນແກ້ເລກໂຈດບັນຫາບໍ່ໄດ້ ເພື່ອມາເປັນບັນຫາໃນການດຳເນີນການວິໄຈເຊິ່ງກົງກັບຫົວຂໍ້ວິໄຈວ່າ: ການພັດທະນາທັກສະການແກ້ເລກໂຈດບັນຫາໂດຍນຳໃຊ້ວິທີສອນແບບໂດຍກົງ. ຂອງນັກຮຽນຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນດາກວໍ ເມືອງດາກຈຶງ ແຂວງເຊກອງສົກຮຽນ 2014-2015.

2.ຈຸດປະສົງຂອງການວິໄຈ

  • ເພື່ອພັດທະນາທັກສະການແກ້ໂຈດບັນຫາ
  • ເພື່ອໃຫ້ນັກຮຽນສາມາດຕີຄວາມໝາຍຂອງໂຈດບັນຫາ

3.ຂອບເຂດຂອງການວິໄຈ

ກ. ປະຊາກອນ ຄື: ນັກຮຽນຂັ້ນ ປ 5 ໂຮງຮຽນປະຖົມສົມບູນດາກວໍ ເມືອງດາກຈຶງ ແຂວງເຊກອງ ຈຳນວນ 1 ຫ້ອງ ລວມນັກຮຽນທັງໝົດ 20 ຄົນ, ຍິງ 10 ຄົນ .

ຂ. ກຸ່ມຕົວຢ່າງ ຄື: ນັກຮຽນຂັ້ນປ 5 ໂຮງຮຽນປະຖົມສົມບູນດາກວໍ ເມືອງດາກຈຶງ ແຂວງເຊກອງ ຈຳນວນ 3 ຄົນ, ຍິງ 2 ຄົນ

4. ເນື້ອໃນນຳມາສອນ

ການເຮັດການວິໄຈໃນຄັ້ງນີີ້ແມ່ນຜູ້ວິໄຈໄດ້ເລືອກເອົວິຊາຄະນິດສາດຂັ້ນ ປ 5 ບົດທີ 20 ຫົວຂໍ້ ການແກ້ໂຈດບັນຫາ ( ຕໍ່ )ໃນບົດນີ້ປະກອບມີ 1 ກິດຈະກຳ, ມີ 3 ຂໍ້ຍ່ອຍ ແລະ ມີເນື້ອໃນລວມຍອດດັ່ງນັ້ນ:

  • ຈົ່ງຕື່ມຈຳນວນ 1,2,3,4 ແລະ 5 ໃສ່ໃນຮູບຈະຕຸລັດລຸ່ມນີ້ເພື່ອໃຫ້ຜົນບວກຕາມຖັນ ແລະ ແຖວເທົ່າກັບ 10


2 ຖ້າໂມງນີ້ສະແດງເຖິງເວລາປະຈູບັນໃນການເດີນທາງ ລົດກຳລັງຈະເດີນທາງຫາເມືອງໃດ?

ເວລາລົດອອກ

ເມືອງທີ່ລົດໄປ

11:20

ເມືອງ A

12:01

ເມືອງ B

12:10

ເມືອງ C

12:55

ເມືອງ D

3.ຈົ່ງປຽບທຽບເນື້ອທີ່ຂອງຮູບລຸ່ມນີ້: ແລ້ວຂຽນຊື່ຕາມລຳດັບເນື້ອທີ່ແຕ່ໜ້ອຍຫາຫຼາຍໃສ່ບ່ອນຈໍ້າເມັດ

ການແກ້ໂຈດບັນຫາ ບໍ່ພຽງແຕ່ຊອກຮູ້ຂໍ້ມູນທີ່ຈຳເປັນເທົ່ານັ້ນ. ແຕ່ຕ້ອງຊອກຮູ້ຕື່ມອີກວ່າຂໍ້ມູນໃດບໍ່ທັນພຽງພໍ ຈະຊອກໄດ້ຢູ່ໃສ ແລະ ດ້ວຍວິທີການແບບໃດ ? .

5. ວິທີສອນທີ່ນຳມາໃຊ້ເຂົ້າໃນການສອນຄື: ວິທິສອນແບບໂດຍກົງ

ໃນການສອນຄັ້ງນີ້ຂ້າພະເຈົ້າໄດ້ນຳໃຊ້ວິທີການສອນແບບໂດຍກົງເຊິ່ງເປັນວິທີສອນໂດຍຄູເປັນຜູ້ນຳພາການສະແດງໃຫ້ນັກຮຽນເບິ່ງ ຫຼື ຄູ ແລະ ນັກຮຽນສະແດງໄປພ້ອມໆກັນ. ການສະແດງຈະນຳໃຊ້ສື່ການສອນປະກອບ ຫຼື ສະແດງດ້ວຍວິທີຕ່າງໆ ເຊັ່ນ ອະທິບາຍຫຼັກການ, ຫຼັກເກນ, ແນວຄວາມຄິດ ຫຼື ວິທີແກ້ບັນຫາທາງຄະນິດສາດຕາມຈຸດປະສົງທີ່ວາງໄວ້ ແລະ ສອນຖືກຕ້ອງຕາມ 4 ຂັ້ນຕອນຂອງການສອນຄະນິດສາດແບບໂດຍກົງຄື :

- ຂັ້ນກຽມການສອນ

- ຂັ້ນຕອນສະແດງໂດຍກົງ

- ຂັ້ນສະຫຼຸບ

- ຂັ້ນປະເມີນຜົນ [1]

ການນຳໃຊ້ເຕັກນິກການຮຽນເປັນກຸ່ມແມ່ນມີປະໂຫຍດຫຼາຍໃນການສອນ-ການຮຽນຄະນິດສາດ ໂດຍສົມທົບກັບຫຼັກການນຳໃຊ້ກິດຈະກຳການສອນ-ການຮຽນເປັນພື້ນຖານ ແລ້ວຈັດຜູ້ຮຽນເປັນກຸ່ມໆເພື່ອສັງເກດ, ຄິດຄົ້ນ ແລ້ວຖອດຖອນເອົາຄວາມຮູ້ລວມຍອດຮ່ວມກັນ. ການໃຊ້ເຕັກນິກການຮຽນເປັນກຸ່ມຍັງສາມາດນຳໃຊ້ຊັບພະຍາກອນບຸກຄົນ ແລະ ວັດຖຸໄດ້ດີທີ່ສຸດ[2]

ການນຳໃຊ້ເຕັກນິກການຮຽນເປັນກຸ່ມເປັນວິທີການໂດຍການແບ່ງກຸ່ມ, ການຈັດກຸ່ມນັ້ນຕ້ອງພິຈາລະນາເຖິງຄວາມເໝາະສົມກັບຈຳນວນນັກຮຽນໃນຂັ້ນຮຽນ, ບໍ່ຄວນຈັດກຸ່ມໜ້ອຍເກີນໄປ ແລະ ຫຼາຍເກີນໄປ ເພາະຖ້າໜ້ອຍເກີນໄປຈະສິ້ນເປືອງອຸປະກອນ, ຖ້າຈັດກຸ່ມຫຼາຍເກີນໄປຈະເຮັດໃຫ້ຄວບຄຸມກຸ່ມລຳບາກ, ຈະມີການບົນແຊວ, ສະນັ້ນ ດີທີ່ສຸດຄວນຈັດກຸ່ມໜຶ່ງລະຫວ່າງ 4-6 ຄົນ.[3]

6.ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

+ ຕໍ່ຕົນເອງ :

- ເປັນແນວທາງສໍາລັບຄູຜູ້ສອນ ແລະ ຜູ້ຮຽນໃນການຈັດກິດຈະກໍາການຮຽນ-ການສອນວິຊາຄະນິດສາດເພື່ອໃຫ້ນັກຮຽນມີຜົນສຳເລັດທາງການຮຽນທີ່ດີຂຶ້ນໃນອະນາຄົດຂ້າງໜ້າ.

+ ຕໍ່ຄົນອື່ນ :

- ເປັນແນວທາງໃນການປັບປຸງ ແລະ ເພີ່ມປະສິດທິພາບການຈັດການຮຽນ-ການສອນວິຊາຄະນິດສາດ

- ເປັນແນວທາງເຮັດໃຫ້ຜູ້ຮຽນມີແນວຄິດທີ່ຫຼາກຫຼາຍ.

7. ວິທີການດຳເນີນການສອນ

ໃນການດຳເນີນການສິດສອນຕົວຈິງຂອງຂ້າພະເຈົ້າທີ່ໂຮງຮຽນປະຖົມສົມບູນດາກວໍ,ເມືອງດາກຈຶງ ແຂວງເຊກອງ ເປັນການສອນທີ່ປະກອບກັບການເຮັດວິໄຈໃນຫ້ອງຮຽນໄປພ້ອມ ການປະຕິບັດການຈັດການຮຽນ-ການສອນແມ່ນດຳເນີນຕາມຕາຕະລາງທີ່ໂຮງຮຽນວາງອອກ ແລະ ຄູຜູ້ສອນໄດ້ມີການກະກຽມບົດສອນ,ສື່ການສອນ,ອຸປະກອນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບບົດຮຽນ ເພື່ອສະດວກໃນການຈັດກິດຈະກຳການຮຽນ-ການສອນຂອງຄູ ແລະ ນັກຮຽນ ໃນການສອນຂອງຂ້າພະເຈົ້າແມ່ນເຮັດການວິໄຈພາກປະຕິບັດໃນຫ້ອງຮຽນໄປພ້ອມເພື່ອເປັນການປັບປຸງ, ພັດທະນາການຮຽນ-ການສອນຂອງຄູໃຫ້ດີຂຶ້ນ ແລະ ເພື່ອພັດທະນາວິຊາຊີບຄູກາຍເປັນຜູ້ທີ່ມີຄວາມຊຳນານງານ,ປະຕິບັດຕາມຫຼັກສູດການເຊື່ອມຕໍ່ ( ພັກແລ້ງ ) ຂອງວິທະຍາໄລຄູວາງອອກ ເຊິ່ງວ່ານັກຮຽນຄູປີສຸດທ້າຍຕ້ອງໄດ້ເຮັດບົດວິໄຈ ເພື່ອປ້ອງກັນບົດຈົບຊັ້ນ ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກະກຽມ ແລະ ວາງແຜນການສອນດັ່ງນີ້:

-ສຶກສາເນື້ອໃນບົດຮຽນໃຫ້ຊັດເຈນເພື່ອກຽມໃນການສອນ

-ກຽມອຸປະກອນ ແລະ ສື່ການສອນຕ່າງໆຕາມເນື້ອໃນບົດຮຽນເພື່ອນຳໃຊ້ໃນເວລາສອນ

-ແຕ່ງບົດສອນຕາມວິທີສອນແບບໂດຍກົງ

-ເຝິກສອນທົດລອງຕາມວິທີສອນແບບໂດຍກົງ

ສະພາບການສອນຕົວຈິງ

  • ຂັ້ນນໍາເຂົ້າສູ່ບົດຮຽນ
  • ຂັ້ນສອນບົດໃໝ່
  • ຂັ້ນສະຫຼຸບ
  • ຂັ້ນວັດ ແລະ ປະເມີນຜົນ
  • ຂັ້ນຕັກເຕືອນ / ມອບວຽກບ້ານ

ໃນການດຳເນີນການຮຽນ-ການສອນແມ່ນໄດ້ຕັ້ງບົດເລກໃສ່ກະດານ ແລະ ເອີ້ນນັກຮຽນອອກມາແກ້ເລກຢູ່ກະດານ 1-2 ຄົນສັງເກດເຫັນວ່ານັກຮຽນສາມາດແກ້ໄດ້.

ຄູໄດ້ທົດສອບໃຫ້ນັກຮຽນແກ້ບົດເລກກ່ອນການຮຽນປະມານ 5 ນາທີ ແລ້ວເລີ່ມສອນກິດຈະກໍາທໍາອິດ

ແມ່ນໄດ້ສ້າງສະຖານະການໃນການເລົ່າສະພາບຄວາມເປັນຈິງໃນຊີວິດປະຈຳວັນໃຫ້ນັກຮຽນຟັງພ້ອມທັງຕັ້ງຄຳຖາມໄປພ້ອມ, ຄູສອນໂດຍກົງດ້ວຍການອະທິບາຍໃຫ້ນັກຮຽນເອົາບັດໃສ່ຮູບຈະຕຸລັດໂດຍໃຫ້ຜົນບວກຕາມຖັນ, ແຖວເທົາ່ກັບ 10 ແລ້ວຄູໃຫ້ນັກຮຽນພາກັນແຂ່ງຂັນ ຖ້າແຖວໃດຕື່ມຖືກຕ້ອງແຖວນັ້ນຊະນະ.

ກິດຈະກຳ: 1

  • ຈົ່ງຕຶ່ມຈຳນວນ1,2,3,4,5 ໃສ່ຮູບຈະຕູລັດໃຫ້ຖືກຕ້ອງໂດຍໃຫ້ຜົນບວກຕາມຖັນ,ແຖວເທົ່າກັບ 10
  • ຖ້າໂມງນີ້ສະແດງເຖິງເວລາປະຈູບັນໃນການເດີນທາງ ລົດກຳລັງຈະເດີນທາງຫາເມືອງໃດ?
  • ຈົ່ງປຽບທຽບເນື້ອທີ່ຂອງຮູບລຸ່ມນີ້: ແລ້ວຂຽນຊື່ຕາມລຳດັບເນື້ອທີ່ແຕ່ໜ້ອຍຫາຫຼາຍໃສ່ບ່ອນຈໍ້າເມັດ


ຄູສະຫຼຸບຄືນກິດຈະກໍາ 1 ກັບນັກຮຽນໂດຍຜ່ານການເຮັດກິດຈະກຳນີ້ແມ່ນເຮົາໄດ້ຄວາມຮູ້ກ່ຽວກັບການນຳໃຊ້ຫຼັກການບວກເລກ.

ຄູພານັກຮຽນເຮັດຈະກໍາທີ 2 ໂດຍເຮົາຮູບພາບໂມງ ແລະ ແຜ່ນພູມຕິດຂຶ້ນໃສ່ກະດານພ້ອມອະທິບາຍໃຫ້ນັກຮຽນໝົດຫ້ອງ ໂດຍການນຳໃຊ້ຄຳຖາມເຈາະຈີ້ມນັກຮຽນໂດຍເນັ້ນນັກຮຽນກຸ່ມຕົວຢ່າງ

ເວລາລົດອອກ

ເມືອງທີ່ລົດໄປ

11:20

ເມືອງ A

ແ12:01

ເມືອງ B

12:10

ເມືອງ C

12:55

ເມືອງ D

ຄູແບ່ງນັກຮຽນອອກເປັນ 5 ກຸ່ມ, ກຸ່ມລະ 5 ຄົນໂດຍຢາຍກິດຈະກຳທີ 3 ໃຫ້ນັກຮຽນພາກັນເຮັດໂດຍ

ນັກຮຽນກຸ່ມຕົວຢ່າງປົນກັບນັກເກັ່ງ.

ຄູໄດ້ອະທິບາຍໃຫ້ນັກຮຽນຟັງຢ່າງຈະແຈ້ງ ແລ້ວໃຫ້ນັກຮຽນແຕ່ລະກຸ່ມພາກັນດຳເນີນ ແລ້ວເອີ້ນຕາງໜ້າກຸ່ມນັກຮຽນອອກມາອະທິບາຍຢູ່ເທິງກະດານແຕ່ການອອກມາອະທິບາຍຢູ່ກະດານແມ່ນເນັ້ນໃສ່ນັກຮຽນກຸ່ມຕົວຢ່າງທີ່ຍັງແກ້ໂຈດບັນຫາບໍ່ທັນໄດ້ອອກມາ, ໃນໄລຍະທີ່ນັກຮຽນພວມກຳລັງອະທິບາຍນັ້ນຄູໄດ້ເອົາໃຈໃສ່ຕິດຕາມນັກຮຽນໃຫ້ຄວາມຊ່ວຍເຫຼືອແນະນຳ, ໃຫ້ນັກຮຽນໄດ້ສັງເກດວິເຄາະບົດໂຈດເພື່ອຄິດໄລ່ດ້ວຍຕົນເອງ, ຄູເປີດໂອກາດໃຫ້ນັກຮຽນຕາງໜ້າກຸ່ມອອກແກ້ຢູ່ກະດານນັ້ນໄດ້ຖາມບ່ອນທີ່ຍັງບໍ່ທັນເຂົ້າໃຈ, ຄູສະຫຼຸບຄຳຕອບຂອງຜູ້ທີ່ອອກມາແກ້, ຜູ້ຍັງບໍ່ທັນແກ້ເລກໄດ້ນັ້ນຄູໃຫ້ຄວາມຊ່ວຍເຫຼືອ ແລະ ໝູ່ຄູ່, ໃນກິດຈະກຳຂໍ້ທີ 3 ຄູໄດ້ເນັ້ນຄືນໃນການເຮັດກິດຈະກຳກຸ່ມດ້ວຍເນັ້ນໃສ່ນັກຮຽນກຸ່ມຕົວຢ່າງ.

ຄູຖາມຂໍ້ຂ້ອງໃຈຂອງນັກຮຽນຄືນກ່ຽວກັບການແກ້ໂຈດບັນຫາ ຈາກນັ້ນຄູສະຫຼຸບຄືນກ່ຽວກັບການແກ້ໂຈດບັນຫາ ບໍພຽງແຕ່ຊອກຫາຂໍ້ມູນທີ່ຈຳເປັນເທົ່ານັ້ນ ແຕ່ຕ້ອງຮູ້ຕຶ່ມອີກວ່າ ຂໍ້ມູນໃດບໍ່ພຽງພໍ ຈະຊອກໄດ້ຢູ່ໃສ ແລະ ດ້ວຍວິທີການແບບໃດ? ຈາກນັ້ນຄູແນະນຳໃຫ້ນັກຮຽນຈົດເອົາເນື້ອໃນບົດຮຽນໃສ່ປື້ມຂອງໃຜລາວ.

ຄູໄດ້ໃຊ້ເຄື່ອງມືບັນທຶກຕາມເຫດການເກີດຂຶ້ນແຕ່ລະກິດຈະກຳຕາມການສັງເກດ ຈາກນັ້ນຄູກໍ່ໄດ້ຕັ້ງບົດເລກໃສ່ກະດານ ຄື:ຈົ່ງແກ້ເລກດັ່ງລຸ່ມນີ້:

  • ລຸງທອງດີລ້ຽງໄກ່ 114 ໂຕ ແລະ ລ້ຽງເປັດ 245 ໂຕ ຖາມວ່າລຸງທອງດີມີເປັດຫຼາຍກວ່າໄກ່ຈັກໂຕ?
  • ນາງ ນາດີລ້ຽງເປັດ 145 ໂຕ ແລະ ລ້ຽງແບ້ 45 ໂຕ ຖາມວ່ານາງ ນາລີມີແບ້ໜ້ອຍກວ່າເປັດຈັກໂຕ?

ຄູເອີ້ນນັກຮຽນມາແກ້ໃຫ້ໝູ່ເບິ່ງ, ຖ້ານັກຮຽນແກ້ຖືກຄູຍ້ອງຍໍ,ຖ້ານັກຮຽນແກ້ຜິດຄູແນະນຳຕື່ມໃນຈຳນວນ ນັກຮຽນ 3 ຄົນ, ອອກມາແກ້, ສັງເກດເຫັນວ່ານັກຮຽນ 2 ຄົນ, ແກ້ຖືກ ແລະ ຍັງອີກນັກຮຽນ 1 ຄົນ ແກ້ເລກບໍ່ທັນໄດ້ດີປານໃດຄູໄດ້ອະທິບາຍວິທີແກ້ຕື່ມໃຫ້ນັກຮຽນ 1 ຄົນນັ້ນແລະ ໄດ້ທົດສອບນັກຮຽນໝົດຫ້ອງຄືນອີກ.

ຄູໄດ້ສຶກສາອົບຮົບແນວຄິດຂອງເດັກເມື່ອຢູ່ເຮືອນພະຍາຍາມເບິ່ງບົດຮຽນຄືນໂດຍເນັ້ນໃສ່ນັກຮຽນ 2 ຄົນ, ທີ່ຍັງບໍ່ທັນແກ້ເລກໄດ້ນັ້ນໃຫ້ພະຍາຍາມຕື່ມ, ຄູໃຫ້ບົດເຝິກຫັດ ໜ້າທີ 55 , ຂໍ້ 1, 2 ໃຫ້ນັກຮຽນຈົດເອົາເມືອແກ້ຢູ່ເຮືອນຊົ່ວໂມງໜ້າເອົາມາກວດ.

8.ສະຫຼູບ

ຜ່ານການດຳເນີນການວິໄຈພາກປະຕິບັດໃນຫ້ອງຮຽນໃນຫົວຂໍ້: ການພັດທະນາທັກສະການແກ້ໂຈດບັນຫາໂດຍນຳໃຊ້ວິທີສອນແບບໂດຍກົງຂອງນັກຮຽນ ຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນດາກວໍ ເມືອງດາກຈຶງ ແຂວງເຊກອງ.ເຊິ່ງໄດ້ປະຕິບັດ ຕາມຂັ້ນຕອນຂອງການວິໄຈໃນແຕ່ລະຂັ້ນຕອນສັງເກດເຫັນວ່າ: ນັກຮຽນໃນກຸ່ມເປົ້າໝາຍຫ້ອງ ປ 5 ຈໍານວນ 3 ຄົນ, ຍິງ 2 ຄົນ, ສາມາດບອກຄວາມໝາຍຂອງໂຈດບັນຫາ,ແປໂຈດ,ວິເຄາະໂຈດ ແລະ ນຳໃຊ້ຫຼັກການຕ່າງໆມາແກ້ບັນຫາໂຈດໂດຍໄດ້ພັດທະນາການຄິດໃນການຕອບຄຳຖາມຄູ ແລະ ການຊ່ວຍເຫຼືອໜູ່ຄູ່ໃນຫ້ອງຮຽນເຊິ່ງມັນສະແດງໃນການເຮັດກິດຈະກຳກຸ່ມນັກຮຽນໄດ້ມີການຮ່ວມມືກັນໃຊ້ສະໜອງຄົ້ນຄິດຮ່ວມກັນ ສະນັ້ນການຮຽນເປັນກຸ່ມແມ່ນມີຄຸນປະໂຫຍດຫຼາຍໃນການສອນ-ການຮຽນຄະນິດສາດ, ນັກຮຽນມີຄວາມເຂົ້າໃຈວິທີການແກ້ເລກໂຈດບັນຫາ ວ່າຊອກຫາຂໍ້ມູນ, ຂໍ້ມູນໃດບໍ່ພຽງພໍ ຈະຊອກໄດ້ຢູ່ໃສ ແລະ ດ້ວຍວິທີການແບບໃດ ຈາກຜົນການປະຕິບັດສັງເກດເຫັນວ່ານັກຮຽນກຸ່ມຕົວຢ່າງຈຳນວນ 3 ຄົນ,ຍິງ 2 ຄົນສາມາດປ່ຽນແປງພຶດຕິກຳໄດ້ 2 ຄົນແລະ ອີກ 1 ຄົນແມ່ນບໍ່ທັນປ່ຽນແປງເຖິງວ່າການເຮັດວິໄຈໃນຄັ້ງນີ້ນັກຮຽນກຸ່ມຕົວຢ່າງບໍ່ປ່ຽນແປງໝົດທຸກຄົນກໍ່ຕາມ ແຕ່ມັນກໍ່ເປັນບົດຮຽນໃຫ້ແກ່ຜູ້ວິໄຈເພື່ອນຳໄປພັດທະນາການຮຽນ - ການສອນ ແລະ ການເຮັດວິໄຈໃນຕໍ່ໜ້າ.

ສະນັ້ນ, ຜູ້ວິໄຈຈຶ່ງມີຄວາມພາກພູມໃຈໃນການເຮັດວິໄຈຄັ້ງນີ້ທີ່ໄດ້ນຳບັນຫາດັ່ງກ່າວມາປັບປຸງ, ແກ້ໄຂທາງດ້ານການຮຽນຮູ້ຂອງນັກຮຽນຂັ້ນ ປ 5 ຈໍານວນ 3 ຄົນ, ຍິງ 2 ຄົນ, ເພາະວ່າເປັນພື້ນຖານທີ່ຂາດບໍໄດ້ ແລະ ມີການນຳໃຊ້ ຫຼື ຈັດການຮຽນ-ການສອນໃນຂັ້ນຮຽນຕໍ່ໄປ.

ໃນການດໍາເນີນການການວິໄຈພາກປະຕິບັດໃນຫ້ອງຮຽນ ຄັ້ງນີ້ຜູ້ວິໄຈຖືວ່າ: ເປັນບົດຮຽນທີ່ສຳຄັນ ແລະ ຂ້າພະເຈົ້າສັນຍາວ່າຈະນຳໃຊ້ໃນການປັບປຸງການຮຽນ-ການສອນໃຫ້ມີຄຸນະພາບໃນອານາຄົດຕໍ່ໜ້າອັນໃກ້ນີ້.

9. ຂໍ້ສະເໜີແນະ

9.1ຂໍ້ສະເໜີແນະຜົນການວິໄຈ

-ຖ້າເຮັດວິໄຈໃນຄັ້ງຕໍ່ໄປຄວນເອົາໃຈໃສ່ສຶກສາສະພາບບັນຫາໃຫ້ລະອຽດ

-ເອົາໃຈໃສ່ຊ່ວຍເຫຼືອໃກ້ຊິດກັບນັກຮຽນກຸ່ມຕົວຢ່າງຫຼາຍຂຶ້ນ

-ຄວນມີການຈັດຕັ້ງການດຳເນີນການວິໄຈໃນໂຮງຮຽນປະຖົມສາມັນ

9.2ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ

-ຖ້າເຮັດວິໄຈໃນຄັ້ງໜ້າຂໍສະເໜີໃຫ້ນັກວິໄຈເຮັດວິໄຈຫົວຂໍ້ ( ການພັດທະນາທັກສະກ່ຽວກັບການແກ້

ເລກໂຈດບັນຫາຂອງນັກຮຽນຫ້ອງ ປ 5 ໂດຍນຳໃຊ້ແບບເຝິກທັກສະ )

-ສະເໜີໃຫ້ຄູໃນໂຮງຮຽນສືບຕໍ່ປະຕິບັດວິໄຈນັກຮຽນກຸ່ມຕົວຢ່າງຈຳນວນ 1 ຄົນ ທີ່ຍັງແກ້ໄຂບໍ່ທັນໄດ້

-ໃຫ້ມີການຜະລິດສຶ່ການສອນທີ່ຫຼາກຫຼາຍ,ຄວນໃກ້ຊິດຕິດແທດກັບນັກຮຽນກຸ່ມຕົວຢ່າງ ແລະ ສືບຕໍ່ດຳ

ເນີນການວິໄຈໃນຫ້ອງຢ່າງຕໍ່ເນື່ອງຂອງທຸກໆວິຊາຮຽນ



ສຸຂະສະຫວາດ ວົງຫາຈັກ ພ້ອມຄະນະ. ( 2008). ວິທີສອນຄະນິດສາດ 1 ກະຊວງສຶກສາທິການ, ກົມສ້າງຄູ, ສູນພັດທະນາຄູ. ໜ້າທີ 35-40[1]

ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ. (2009). ວິທີສອນຄະນິດສາດ 1 ກະຊວງສຶກສາທິການ, ກົມສ້າງຄູ, ສູນພັດທະນາຄູ. ໜ້າ 104 [2]

ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ. (2009). ວິທີສອນຄະນິດສາດ 1 ກະຊວງສຶກສາທິການ, ກົມສ້າງຄູ, ສູນພັດທະນາຄູ. ໜ້າ 80[3]

บันทึกนี้เขียนที่ GotoKnow โดย  ใน ວິໄຈພາກປະຕິບັດ

คำสำคัญ (Tags)#chanthavixay#venephachan#salavan TTC

หมายเลขบันทึก: 593956, เขียน: 26 Aug 2015 @ 14:07 (), สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลง, อ่าน: คลิก


ความเห็น (0)