i t


Utrabook ແມ່ນຫຍັງ? ຫຼືວ່າຈະມາແທນ Notebook?

 

ປັດຈຸບັນ ຕ້ອງຍອມຮັບວ່າ ກະແສ Tablet ນັ້ນມາແຮງ ຫຼື ວ່າຈະໝົດຍຸກຂອງ Notebook ແລ້ວ ແຕ່ກໍ່ມີບາງກະແສຄິດວ່າ ນີ້ເປັນພຽງ
ການແບ່ງແຍກສິນຄ້າຂອງຕະຫຼາດໃຫ້ສັດເຈນຂຶ້ນຫຼາຍກວ່າ ໂດຍສ່ວນແບ່ງການຕະຫຼາຍຂອງ Tablet ມີການຂະຫຍາຍຕົວຂຶ້ນ
ເລື້ອຍໆ ໃນຂະນະທີ່ຕະຫຼາດຂອງ Notebook ແລະ PC ຍັງຄົງທີ ແລະ ມີທ່າອຽງຫຼຸດລົງ.
ຢ່າງໃດກໍ່ຕາມ ຖ້າເບິ່ງເຖິງການໃຊ້ງານແລ້ວ Tablet ເອງ ກໍ່ຍັງບໍ່ສາມາດແທນບ່ອນ PC ແລະ Notebook ໄດ້ທັງໝົດ ໂດຍຈຸດແຂງ
ຂອງ Tablet ແມ່ນຢູ່ໃນສ່ວນຂອງຜູ້ບໍລິໂພກຫຼາຍກວ່າ ເຊັ່ນ ດ້ານຂໍ້ມູນຂ່າວສານ ການຄົ້ນຫາຂໍ້ມູນ ຄວາມສະດວກໃນການພົກພາ
ແລະ ການເຂົ້າເຖິງລະບົບເຄື່ອຂ່າຍ ລວມທັງຄວາມງ່າຍໃນການໃຊ້ງານແບບໜ້າຈໍສຳຜັດ (Touch screen).
ແຕ່ຍ້ອນໄປເບິ່ງກ່ອນໜ້ານີ້ ໃນໄລຍະດຽວກັນກັບ Tablet (iPad) ຂອງ Apple ຈະເປີດໂຕ ຊຶ່ງເປັນໄລຍະຮຸ່ງເຮືອງເຖິງຈຸດສຸດຍອດ
ຂອງ Notebook ພໍດີ ຊຶ່ງຜູ້ຜະລິດຫຼາຍລາຍກໍ່ເລີ່ມຊອກຫາເຕັກໂນໂລຊີໃນຍຸກຖັດໄປ ແລະນັ້ນກໍ່ແມ່ນຈຸດເລີ່ມຕົ້ນຂອງ Ultrabook
ໂດຍເງື່ອນໄຂຂອງ Ultrabook ມີຄື 1.ຕ້ອງບາງກວ່າ Notebook 2.ນ້ຳໜັກເບົາ 3.ທຳງານໄດ້ໃກ້ຄຽງກັບ Notebook ຕອນນັ້ນ
ຍັງບໍ່ທັນຊັດເຈນໃນສ່ວນຂອງໜ້າຈໍສຳຜັດ ແຕ່ກໍ່ຍັງບໍ່ມີຜູ້ຜະລິດລາຍໃດສ້າງຜົນງານໃຫ້ເປັນຮູບເປັນຮ່າງອອກມາ... ຈົນ iPad ເຂົ້າ
ມາເປີດຕະຫຼາດ ແລະ ປິດກະແສຂອງ Ultrabook ໄປໃນທີ່ສຸດ.
ການເປີດໂຕແບບງຽບຂອງ Ultabook ໃນໄລຍະຜ່ານມາ ກໍ່ພໍມີສຽງຕອບຮັບຢູ່ ແຕ່ກໍ່ໜ້ອຍ ປັດຈຸບັນ Ultrabook ໄດ້ຂໍ້ສະຫຼຸບໃໝ່
ໂດຍມີການປ່ຽນແປງໂສມໜ້າ ດ້ວຍການລວມລະຫວ່າງ Notebook ແລະ Tablet ເຂົ້າກັນ ນັ້ນກໍ່ຄື 1.ຕ້ອງບາງໃກ້ຄຽງກັບ Tablet
2.ນ້ຳໜັກເບົາໃກ້ຄຽງກັບ Tablet 3.ທຳງານໄດ້ໃກ້ຄຽງກັຍ Notebook 4.ມີແປ້ນພິມ (keyboard) 5.ເນື່ອງຈາກມີຄວາມບາງ
ຫຼາຍ ລະບົບ Harddisk ອາດຈະເປັນແບບບໍ່ໃຊ້ຈານໝູນ ຫຼື SSD ແທນ 6.ຈໍສຳຜັດ (Multi Touch) ແບບດຽວກັບ Tablet.
ເບິ່ງຄືວ່າ Ultrabook ເລີ່ມມີແນວທາງຂອງຕົນເອງທີ່ຊັດເຈນຂຶ້ນ ແລະ ອາດຈະແມ່ນຍຸກຕໍ່ໄປຂອງ Notebook ກໍ່ເປັນໄດ້ ແຕ່ກໍ່ມີ
ຫຼາຍຄົນອາດຄິດວ່າ ສຸດທ້າຍແລ້ວກໍ່ຈະໝົດຄວາມນິຍົມເໝືອນກັບ Netbook ຫຼືບໍ ແຕ່ຖ້າເບິ່ງໃຫ້ດີໆ ໃນສ່ວນຂອງການນຳໄປໃຊ້
ງານແລ້ວ Ultrabook ຍັງມີຈຸດແຂງຫຼາຍປະການ ໃນຂະນະທີ Netbook ມີຂໍ້ຈຳກັດຫຼາຍເກີນໄປ.
ການທີ່ Ultrabook ຈະເຂົ້າມາແຊກຊຶມໃນຊ່ອງຫວ່າງທີ່ເຫຼືອຢູ່ ສຳລັບຜູ້ທີ່ຕ້ອງການໃຊ້ຄອມພິວເຕີແບບພົກພາ ສາມາດໃຊ້ງານໄດ້
ສະດວກແບບດຽວກັບ Tablet ນ້ຳໜັກເບົາກວ່າ Notebook ແລະ ຂໍ້ຈຳກັດຂອງ battery... ສຸດທ້າຍແລ້ວ ຜູ້ບໍລິໂພກກໍ່ຈະເປັນຜູ້
ເລືອກເຕັກໂນໂລຊີເອງ.
 
 
Office 2013 ບໍ່ສະໜັບສະໜູນ XP ແລະ Vista

 

ທ່ານໃດທີ່ຍັງໃຊ້ Windows XP ຫຼື Windows Vista ຢູ່ ອາດສົມຄວນແກ່ເວລາແລ້ວ ທີ່ທ່ານຈະຕ້ອງໄດ້ Upgrade ລະບົບປະຕິບັດ
ການດັ່ງກ່າວ ໃຫ້ເປັນ Windows 7 ຫຼືເຮັດໃຫ້ທັນສະໄໝໄປໂລດ ເປັນ Windows 8 ບໍ່ດັ່ງນັ້ນ ທ່ານຈະບໍ່ສາມາດໃຊ້ຊຸດ Software
ຂອງ Microsoft Office 2013 ໄດ້ ໂດຍບໍລິສັດ Microsoft ໝັ້ນໃຈວ່າ ທ່ານຈະຕ້ອງມັກ Office ຮຸ່ນນີ້ ຢ່າງແນ່ນອນ.
ລາຍງານຂ່າວຫຼ້າສຸດຈາກ Microsoft ໄດ້ປະກາດເຖິງຄວາມຕ້ອງການຂອງລະບົບ ສຳລັບການໃຊ້ຊຸດຊອບແວ Office 2013 ຊຶ່ງຂໍ້
ກຳນົດດັ່ງກ່າວ ໄດ້ເປີດເຜີຍຊັດເຈນວ່າ ບໍ່ສະໜັບສະໜູນລະບົບປະຕິບັດການຮຸ່ນເກົ່າ ເຊັ່ນ Windows XP ຫຼື Windows Vista ດັ່ງ
ນັ້ນ ຖ້າຫາກຕ້ອງການໃຊ້ຄຸນສົມບັດໃໝ່ທີ່ເກັ່ງກວ່າເກົ່າຂອງ Office 2013 ທາງເລືອກຂອງທ່ານກໍ່ຄື ການ Upgrade OS ໃຫ້ເປັນ
Windows 7 ຫຼືບໍ່ກໍ່ແມ່ນ Windows 8 ກໍ່ຍິ່ງດີ ສ່ວນຄວາມຕ້ອງການທາງດ້ານ Hardware ປະກອບມີ Processor ຂອງຄອມພິວເຕີ
ຕ້ອງມີຄວາມໄວຢ່າງໜ້ອຍ 1GHz ໜ່ວຍຄວາມຈຳ 1GB ສຳລັບເວີເຊິນ 32 bit ແລະ 2GB ສຳລັບເວີເຊິນ 64 bit ລະບົບຈະສະໜັບ
ສະໜູນຄວາມລະອຽດຂອງໜ້າຈໍຢ່າງໜ້ອຍຕ້ອງ 1024 x 576 pixels ຖ້າຈະໃຫ້ດີຄວນໃຊ້ VGA card ທີ່ເລັ່ງ Graphic ແລະ ເຂົ້າ
ກັນໄດ້ກັບ DirectX 10 ນອກຈາກນີ້ ຈະຕ້ອງມີພື້ນທີ່ຫວ່າງຂອງ Storage ຢ່າງໜ້ອຍ 3GB ເພື່ອນຕິດຕັ້ງ Software.
ສຳລັບຜູ້ທີ່ໃຊ້ Windows Vista ສ່ວນໃຫຍ່ຈະ Upgrade ເປັນ Windows 7 ແລ້ວ ແຕ່ໃນຂະນະດຽວກັນ ຜູ້ທີ່ໃຊ້ໃນທຸລະກິດ ສ່ວນ
ໃຫຍ່ກໍ່ຍັງຄົງໃຊ້ Windows XP ເປັນຈຳນວນຫຼາຍເຊັ່ນກັນ ປັດຈຸບັນຍັງມີ OS Windows XP ຢູ່ໃນຕະຫຼາດປະມານ 40% ແລະ ມີ
ອາຍຸຫຼາຍກວ່າທົດສະວັດແລ້ວ ເຖິງວ່າ Microsoft ຈະຢຸດໃຫ້ການສະໜັບສະໜູນລະບົບປະຕິບັດການຮຸ່ນນີ້ແລ້ວກໍ່ຕາມ ຢ່າງໃດກໍ່
ຕາມ Windows 8 ຊຶ່ງເປັນລະບົບປະຕິບັດການຮຸ່ນໃໝ່ ທີ່ໄດ້ເປີດໂຕໃນທ້າຍເດືອນຕຸລານັ້ນ ຈະທຳງານໄດ້ດີກັບ Office 2013 ໂດຍ
Microsoft ຫວັງວ່າ ບັນດາຜູ້ໃຊ້ຈະຕັດສິນໃຈ Upgrade Software ທັງສອງໃນທີ່ສຸດ.
 
 
 
 
ສະເປັກຄອມພິວເຕີຂັ້ນຕ່ຳ ສຳລັບຕິດຕັ້ງ Windows 8

 

ເພື່ອຕ້ອນຮັບການເປີດໂຕຂອງWindows 8 (ວັນສຸກ ທີ 26 ຕຸລາ ນີ້) ແລະສຳລັບຄົນທີ່ກັງວົນໃນເລື່ອງຂອງສະເປັກຄອມພິວເຕີ ທີ່ຈະຮອງຮັບWindows 8 ນັ້ນ... ມື້ນີ້ມີຂໍ້ມູນຈາກເວບໄຊຂອງMicrosoft ໃຫ້ຮູ້ກ່ຽວກັບເລື່ອງດັ່ງກ່າວດັ່ງນີ້:

ສະເປັກເຄື່ອງຂັ້ນຕ່ຳສຳລັບຕິດຕັ້ງWindows 8

* Processor (CPU): 1 gigahertz (GHz) ຫຼືສູງກວ່າ

* RAM: 1 gigabyte (GB) ສຳລັບຄອມພິວເຕີ(32-bit) ຫຼື2 GB ສຳລັບຄອມ(64-bit)

* Hard disk space: ມີພື້ນທີ່ຫວ່າງ16 GB ສຳລັບຄອມ(32-bit) ຫຼື20 GB ສຳລັບຄອມ(64-bit)

* Graphics card: ຕ້ອງສາມາດຮອງຮັບການທຳງານຂອງDirectX 9 ໄດ້

ລາຍລະອຽດຄວາມຕ້ອງການອື່ນໆ

 * ການໃຊ້ງານແບບສຳຜັດຈຳເປັນຕ້ອງມີອຸປະກອນຄອມພິວເຕີ ທີ່ຮອງຮັບລະບົບສຳຜັດ(multitouch).

 * ການເຂົ້າໄປເພື່ອດາວໂຫຼດແອັບພລິເຄເຊິນໃນWindows Store ຈຳເປັນຕ້ອງມີການເຊື່ອມຕໍ່ອິນເຕີເນັດແລະຄວາມລະອຽດຂອງໜ້າຈໍຄອມພິວເຕີຕ້ອງສູງກວ່າ1024 x 768.

 * ການຖ່າຍພາບ(snap) ໜ້າຈໍນັ້ນຕ້ອງມີຄວາມລະອຽດຂອງໜ້າຈໍເກີນ1366 x 768.

คำสำคัญ (Tags): #(snap)
หมายเลขบันทึก: 562405เขียนเมื่อ 21 กุมภาพันธ์ 2014 22:17 น. ()แก้ไขเมื่อ 21 กุมภาพันธ์ 2014 22:17 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท