ທ່ານ​ພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ


ໄອຊີທີ ຕ້ອງເນັ້ນພັດທະນາອັກສອນລາວ ໃນລະບົບຄອມພິວເຕີ ແລະ ໂທລະສັບ

ທ່ານ​ພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ຜູ້​ຊີ້​ນຳ​ວຽກ​ງານ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ກອງ​ປະຊຸມ​ວຽກ​ງານ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ປະຈຳ​ປີ 2013 ແລະ ກອງ​ປະຊຸມ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ (ICT) ໃນ​ຕອນ​ບ່າຍ​ວັນ​ທີ 18 ກຸມພາ 2014 ຢູ່​ທີ່​ສູນ​ການ​ຮ່ວມ​ມື​ສາກົນ​ລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ຂະແໜງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ຕ້ອງ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ຊຸກຍູ້-ສົ່ງເສີມ​ວຽກ​ງານ​ດັ່ງກ່າວ ໃຫ້​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໄລຍະ​ໃໝ່ ເປັນຕົ້ນ​ແມ່ນ​ວຽກ​ງານ​ພັດທະນາ​ອັກສອນ​ລາວ​ໃນ​ລະບົບ​ຄອມ​ພິວ​ເຕີ ແລະ ໂທລະສັບ​ມື​ຖື ການ​ບໍລິຫານ​ລັດ​ດ້ວຍ​ເອ​ເລັກ​ໂຕຣ​ນິກ ການ​ກໍ່ສ້າງ​ບຸກ​ຄະລາ​ກອນ ການ​ຄຸ້ມ​ຄອງ​ບໍລິສັດ​ຜູ້​ປະກອບ​ການ ການ​ຄຸ້ມ​ຄອງ​ອຸປະກອນ​ໄອ​ຊີ​ທີ ແລະ ການ​ຈຳກັດ​ດ້ານ​ຫຍໍ້ທໍ້​ຂອງ​ສັງຄົມ​ອອນ​ລາຍ ພ້ອມ​ນີ້​ຍັງ​ຕ້ອງ​ໄດ້​ເອົາໃຈໃສ່​ປັບປຸງ ແລະ ສ້າງ​ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງ ໃຫ້​ມີ​ຄວາມ​ແທດເໝາະ ແລະ ຮັດກຸມ​ຍິ່ງ​ຂຶ້ນ ທັງ​ນີ້​ເພື່ອ​ຕອບ​ສະໜອງ​ໄດ້​ແນວທາງ​ນະໂຍບາຍ​ຂອງ​ພັກ ທີ່​ມີ​ເປົ້າ​ໝາຍ​ສົ່ງເສີມ​ລະບົບ​ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ໃຫ້​ຄວບ​ຄຸມ​ທຸກ​ພື້ນ​ທີ່ ເຊິ່ງ​ປັດຈຸບັນ ​ສປປ ລາວ ມີ​ລະບົບ​ໂທລະສັບ​ໃຊ້​ໄດ້​ເຖິງ 78% ຂອງ​ຈຳນວນ​ບ້ານ​ທົ່ວ​ປະເທດ ໃນ​ນີ້ ບໍລິການ​ໂທລະສັບ​ມື​ຖື​ລະບົບ 3G ຄວບ​ຄຸມ​ໄດ້ 17 ແຂວງ 140 ເມືອງ ທຽບໃສ່​ແຜນການ​ປະຕິບັດ​ໄດ້​ລື່ນ​ແຜນ 8 ເມືອງ.

ສຳລັບ​ກອງ​ປະຊຸມ​ວຽກ​ງານ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ປະຈຳ​ປີ 2013 ແລະ ກອງ​ປະຊຸມ​ໄອ​ຊີ​ທີ ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 17-18 ກຸມພາ 2014 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການ​ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ເຊິ່ງ​ກອງ​ປະຊຸມ​ໄດ້​ຫາລື​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລວມ​ສູນ ລະບົບ​ການ​ສື່ສານ ການ​ຄຸ້ມ​ຄອງ​ຄື້ນ​ຄວາມ​ຖີ່ ການ​ຄຸ້ມ​ຄອງ​ລະບົບ​ສາຍ​ສົ່ງ (ສາຍ​ໄຍ​ແກ້ວ) ການ​ຄຸ້ມ​ຄອງ​ລວມ​ສູນ​ບັນດາ​ໂຄງການ​ດາວ​ທຽມ ວຽກ​ງານ​ນະໂຍບາຍ​ຊຸກຍູ້​ບັນດາ​ຜູ້​ປະກອບ​ການ ລວມ​ທັງ​ວຽກ​ງານ​ປັບປຸງ-ສ້າງ​ນິຕິ​ກຳ​ກ່ຽວຂ້ອງ.

หมายเลขบันทึก: 562402เขียนเมื่อ 21 กุมภาพันธ์ 2014 22:12 น. ()แก้ไขเมื่อ 21 กุมภาพันธ์ 2014 22:12 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท