ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ແມ່-ເດັກ ໃນ​ສົກ​ປີ 2012-2013 ຜ່ານ​ມາ


ແມ່ຍິງຖືພາຫຼາຍສິບພັນຄົນ ຍັງບໍ່ໄດ້ຝາກທ້ອງ

ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ແມ່-ເດັກ ໃນ​ສົກ​ປີ 2012-2013 ຜ່ານ​ມາ ເຖິງ​ແມ່ນ​ວ່າການ​ບໍລິການ ກິດຈະການ​ດ້ານ​ສຸຂະພາບ​ໄປ​ເຖິງ​ທ້ອງຖິ່ນ​ຕ່າງໆ​ແລ້ວ​ກໍ່​ຕາມ ແຕ່​ມາ​ເບິ່ງ​ອັດຕາ​ການ​ຝາກ​ທ້ອງ​ຂອງ​ແມ່ຍິງ​ທີ່​ຖືພາ ເຫັນ​ໄດ້​ວ່າ​ຍັງ​ມີ​ຈຳນວນ​ປະມານ​ເຄິ່ງ​ແສນ​ຄົນ ທີ່​ບໍ່​ໄດ້​ເຂົ້າ​ຝາກ​ທ້ອງ​ຈັກ​ຄັ້ງ ແລະ ແມ່ຍິງ​ຖືພາ​ທີ່​ເຂົ້າ​ຝາກ​ທ້ອງ 1 ຄັ້ງ ຍັງ​ບໍ່​ສືບຕໍ່​ຝາກ​ໃຫ້​ຄົບ 4 ຄັ້ງ.

ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮັກສາ​ສຸຂະພາບ​ແມ່-ເດັກ ໃນ​ສົກ​ປີ 2012-2013 ຜ່ານ​ມາ ເຫັນ​ໄດ້​ວ່າ​ຂະແໜງການ​ສາທາລະນະ​ສຸກ ແຕ່​ສູນ​ກາງ​ລົງ​ໄປ​ເຖິງ​ທ້ອງຖິ່ນ ໄດ້​ເອົາໃຈໃສ່​ປັບປຸງ ແລະ ຂະຫຍາຍ​ຕາ​ໜ່າງ​ບໍລິການ​ສຸຂະພາບ​ແມ່-ເດັກ​ໃຫ້​ກວ້າງຂວາງ ແລະ ການ​ບໍລິການ​ກໍ່​ມີ​ຫຼາຍ​ປະເພດ ມີ​ນະໂຍບາຍ​ວ່າ​ດ້ວຍ​ການ​ອຸດ​ໜູນ​ການ​ເກີດ​ລູກ ການ​ປິ່ນປົວ​ເດັກ​ອາຍຸ​ລຸ່ມ 5 ປີ ຢູ່​ບໍ່​ເສຍ​ຄ່າ ແລະ ກິດຈະກຳ​ອື່ນໆ.

ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ກ່າວ​ວ່າ: ຄຽງ​ຄູ່​ກັບ​ໝາກຜົນ​ທີ່​ຍາດ​ມາ​ໄດ້ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສຸຂະພາບ​ແມ່-ເດັກ ນັ້ນ ພວກ​ເຮົາ​ຍັງ​ມີ​ຫຼາຍ​ບັນຫາ ແລະ ຂໍ້​ຫຍຸ້ງຍາກ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່​ແກ້​ໄຂ​ໃນຕໍ່ໜ້າ ເປັນຕົ້ນ​ແມ່ນ ການ​ໃຫ້​ບໍລິການ​ແມ່ຍິງ ແລະ ເດັກນ້ອຍ ຊຶ່ງ​ເຫັນ​ໄດ້​ວ່າ​ຍັງ​ມີ​ແມ່ຍິງ​ຖືພາ​ປະມານ 50.000 ຄົນ ຍັງ​ບໍ່​ທັນ​ໄດ້​ຝາກ​ທ້ອງ​ຈັກ​ຄັ້ງ ແລະ ໃນ​ຈຳນວນ​ແມ່ຍິງ​ຝາກ​ທ້ອງ 1 ຄັ້ງ ກໍ່​ຍັງ​ບໍ່​ທັນ​ໄດ້​ສືບຕໍ່​ຝາກ​ໃຫ້​ຄົບ 4 ຄັ້ງ ໃນ​ສະຖານທີ່​ບໍລິການ​ຍັງ​ບໍ່​ທັນ​ບັນລຸ​ຕາມ​ຄາດໝາຍ ຊຶ່ງ​ປະຕິບັດ​ໄດ້​ພຽງ​ແຕ່ 46% ຂອງ​ແມ່ຍິງ​ຖືພາ​ທັງ​ໝົດ ການ​ສັກ​ຢາ​ກັນ​ພະຍາດ​ເຖິງ​ຈະ​ບັນລຸ 87% ສຳລັບ​ຄໍ​ຕີບ ໄອ​ໄກ່ ບາດ​ທະ​ຍັກ (DTP-HepB-Hip3) ແຕ່​ຍັງ​ສັງເກດ​ເຫັນ​ໄດ້​ວ່າ ອັດຕາ​ການ​ປົກ​ຄຸມ​ການ​ສັກ​ຢາ​ກັນ​ພະຍາດ​ແຕ່​ລະ​ແຂວງ ແມ່ນ​ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນ ບາງ​ແຂວງ​ປະຕິບັດ​ໄດ້​ດີ ແລະ ບາງ​ແຂວງ​ປະຕິບັດ​ບໍ່​ໄດ້​ດີ ແລະ ແຂວງ​ທີ່​ປະຕິບັດ​ໄດ້​ດີ ກໍ່​ຍັງ​ມີ​ບາງ​ເມືອງ​ພາຍ​ໃນ​ແຂວງ​ທີ່​ບໍ່​ສາມາດ​ປະຕິບັດ​ໄດ້ ຊຶ່ງ​ໃນ​ປີ 2013 ມີ 79 ເມືອງ ທີ່​ບໍ່​ສາມາດ​ສັກ​ຢາ​ກັນ​ພະຍາດໝາກແດງ ບັນລຸ 85% ມີ​ແມ່ຍິງ​ຖືພາ​ເສຍ​ຊີວິດ ຈຳນວນ 122 ຄົນ ການ​ເສຍ​ຊີວິດ​ແມ່ນ​ເກີດ​ຂຶ້ນ​ໃນ​ເວລາ​ເກີດ​ລູກ ແລະ ຫຼັງ​ການ​ເກີດ​ລູກ​ເປັນ​ສ່ວນ​ໃຫຍ່ ສ່ວນ​ການ​ເສຍ​ຊີວິດ​ຂອງ​ເດັກ​ລຸ່ມ 5 ປີ​ນັ້ນ ຕາມ​ການ​ລາຍ​ງານ​ໃນ​ຈຳນວນ 8 ແຂວງ ມີ​ຈຳນວນ 786 ຄົນ.

ດັ່ງນັ້ນ ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ຈະ​ໄດ້​ປຶກສາ​ຫາລື​ຄົ້ນຄວ້າ ວິທີ​ທາງ​ໃນ​ການ​ແກ້​ໄຂ​ບັນຫາ ໃນ​ແຕ່​ລະ​ແຂວງ​ເມືອງ​ຕ່າງໆ ຊຶ່ງ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 20-21 ກຸມພາ 2014 ທີ່​ສູນ ICTC ຫຼັກ 5 ໂດຍ​ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ ຕາງໜ້າ​ອົງ​ການຈັດຕັ້ງ ແລະ ພາ​ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

หมายเลขบันทึก: 562400เขียนเมื่อ 21 กุมภาพันธ์ 2014 22:09 น. ()แก้ไขเมื่อ 21 กุมภาพันธ์ 2014 22:09 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท