v ຂອບເຂດຂອງກົດໝາຍລະຫວ່າງຊາດ
+ Anglo - saxon ໄດ້ໃຫ້ຄວາມສຳຄັນໃນການສືກສາກົດໝາຍລະຫວ່າງຊາດສ່ວນບຸກຄົນມີ3ເລື່ອງໃຫຍ່ຄື:
1)ກ່ຽວກັນການຂັດກັນທາງກົດໝາຍ confliet of law
2)ການຂັດກັນເຂດອຳນາດສານ confliet of jurisdiction
3)ການຮັບຮອງ ແລະ ການປະຕິບັດຄຳຕັດສິນຂອງສານ
+ ກຸ່ມທີ່ໃຊ້ຕາມຝຣັ່ງໃຫ້ຄວາມສຳຄັນຂອງການສືກສາກົດໝາຍລະຫວ່າງຊາດສ່ວນບຸກຄົນ
- ສັນຊາດ
- ສິດຂອງຄົນຕ່າງດ້າວ
- ການຂັດກັນທາງກົດໝາຍ
- ການຮັບຮອງ ແລະ ການປະຕິບັດຕາມຄຳຕັດສິນຂອງສານຕ່າງປະເທດ
+ລະບົບຂອງເເຢຍລະມັນ
ໃຊ້ກ່ຽວກັບບັນຫາເລື່ອງກົດໝາຍລະຫວ່າງຊາດສ່ວນບຸກຄົນ ເພີ່ນໄດ້ກຳນົດໄວ້ສະເພາະເລື້ອງບັນຫາຂອງ ຊາດ,ໂດຍສະເພາະກ່ຽວກັບສັນຊາດ,ສິດທິຂອງຄົນຕ່າງດ້າວ ການຈະໃຫ້ສິດຫຼືບໍ່ໃຫ້ສິດແມ່ນໜ້າທີ່ ຂອງລັດ
ບົດທີ່ 2 ຂໍ້ທີ່ 3 ບໍ່ເກີດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ 1) ເກີດຈາກກົດໝາຍພາຍໃນຂອງລັດ - ກົດໝາຍທີເປັນລາຍລັກອັກສອນ: ປະກອບມີ ກົດໝາຍທີ່ມີລັກສະນະສະເພາະ ແລະ ກົດໝາຍແບບປະມວນ - ກົດໝາຍປະເພນີ - ຄຳຕັດສິນຂອງສານ - ຄວາມຄິດເຫັນຂອງນັກກົດໝາຍ ຫຼື ຜູ້ຊົງຄຸນນະວຸດທິ 2) ເກີດຈາກກົດໝາຍລະຫວ່າງຊາດ - ເກີດຈາກສົນທິສັນຍາ - ເກີດຈາກປະເພນີລະຫວ່າງປະເທດ - ຄຳຕັດສິນຂອງສານ ໝາຍເຖີງສານຍຸຕິທຳລະຫວ່າງປະເທດ ຫຼື ສານໂລກ
ບົດທີ່ 3 ສັນຊາດ
I ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍລະຫວ່າງຊາດ
ເພື່ອໃຫ້ຮູ້ວ່າບຸກຄົນຜູ້ໜື່ງ ເປັນຄົນປະເທດໃດ,ເປັນຄົນຂອງລັດໃດ, ໃນຊາດໃດໜື່ງປະກອບມີບຸກ ຄົນຫລາຍປະເພດເຊັ່ນວ່າ: ຄົນໃນຊາດ,ຄົນຕ່າງຊາດ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ຄົນຕ່າງດ້າວ... ເພີ່ນໄດ້ອິງໃສ່ສອງລັກສະນະຄື: ສັນຊາດ ແລະ ພູມລຳເນົາ
1.ຄວາມໝາຍຂອງສັນຊາດ
ສັນຊາດແມ່ນເປັນສະຖະນະຂອງຂອງບຸກຄົນທີ່ມີສາຍພົວພັນສະໜິດແໜ້ນໄວ້ກັບລັດໃດລັດໜື່ງ ເປັນສີ່ງທີ່ ສະແດງເຖີງຄວາມຈົງຮັກພັກດີຕໍ່ລັດ
ແນວຄວາມຄິດກ່ຽວກັບຂອບເຂດຂອງກົດໝາຍທີ່ໃຊ້ກັບກໍລະນີເອກະຊົນລະຫວ່າງປະເທດ ຂອງແຕ່ລະສໍານັກກົດໝາຍນັ້ນ ແຕກຕ່າງກັນໄປໃນແຕ່ລະປະເທດ ພວກນັກກົດໝາຍຂອງກຸ່ມ Anglo-Saxons(ສະຫະຣາຊະອານາຈັກ, ສະຫະລັດອາເມລິກາ, ຄານາດາ, ອົດສະເຕເຣຍ ແລະເຄືອຈັກກະພົບອັງກິດ) ໄດ້ໃຫ້ຄວາມສໍາຄັນກັບກໍລະນີການຂັດກັນທາງກົດໝາຍ ຫຼາຍກວ່າປັນຫາທີ່ຢູ່ໃນຂອບເຂດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ ໂດຍມີກົດເກນສໍາຫຼັບການແກ້ໄຂຄະດີບຸກຄົນທີ່ເອີ້ນວ່າ “ກົດໝາຍຂັດກັນ(Conflictual Law or Law on conflict of laws)” ການຂັດກັນແຫ່ງອໍານາດຂອງສານ(conflict of jurisdiction) ການຮັບຮອງແລະການປະຕິບັດຄໍາຕັດສິນຂອງສານຕ່າງປະເທດ(recognition and enforcement of foreign judgment) ພວກກຸ່ມແອງໂກນ-ແຊກຊອນບໍ່ໄດ້ບັນຈຸເລື່ອງສັນຊາດແລະສະຖານະຂອງຄົນຕ່າງດ້າວໄວ້ໃນກົດໝາຍຂັດກັນຂອງຕົນ ໂດຍຖືເປັນເລື່ອງຂອງກົດໝາຍມະຫາຊົນພາຍໃນຂອງແຕ່ລະລັດ
ສໍາຫຼັບພວກທີ່ເດີນຕາມທິດສະດີຂອງສໍານັກກົດໝາຍຝຣັ່ງເສດນັ້ນ ຈະໃຊ້ກົດໝາຍລະຫວ່າງຊາດສ່ວນບຸກຄົນມີຂອບເຂດຄວບຄຸມໃນ 4 ເລື່ອງເຊັ່ນ: ເລື່ອງສັນຊາດ, ສິດຂອງຄົນຕ່າງດ້າວ, ການຂັດກັນຂອງກົດໝາຍ(ການເລືອກໃຊ້ກົດໝາຍ)ແລະເລື່ອງສຸດທ້າຍກໍ່ຄື ການຮັບຮອງແລະການນຳເອົາຄຳຕັດສິນຂອງສານຕ່າງປະເທດມາປະຕິບັດໃນປະເທດ
ສ່ວນປະເທດເຢຍລະມັນນັ້ນ ກົດໝາຍລະຫວ່າງຊາດສ່ວນບຸກຄົນຈະກໍາໜົດໄວ້ສະເພາະເລື່ອງກົດໝາຍຂັດກັນ ໂດຍສະເພາະເລື່ອງສັນຊາດ ແລະກົດເກນກ່ຽວກັບສິດແລະໜ້າທີ່ທີ່ຄົນຕ່າງດ້າວນັ້ນ ຈະໄປຢູ່ໃນກົດໝາຍການປົກຄອງ ສ່ວນເລື່ອງການປະຕິບັດຄໍຕັດສິນຂອງສານຕ່າງປະເທດນັ້ນ ຈະໄປຢູ່ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ
ສ່ວນໃນກໍລະນີຂອງລາວແມ່ນມີທ່າອ່ຽງໄປໃນແນວທາງຕາມແນວຄວາມຄິດຂອງສໍານັກກົດໝາຍຝຣັ່ງເສດ ເຊິ່ງຈະມີເນື້ອຫາສາລະສໍາຄັນຄວບຄຸມໃນ 4 ເລື່ອງໃຫຍ່ເຊັ່ນ: ເລື່ອງສັນຊາດ, ສິດຂອງຄົນຕ່າງດ້າວ, ການຂັດກັນຂອງກົດໝາຍ(ການເລືອກໃຊ້ກົດໝາຍ)ແລະເລື່ອງສຸດທ້າຍກໍ່ຄື ການຮັບຮອງແລະການນຳເອົາຄຳຕັດສິນຂອງສານຕ່າງປະເທດມາປະຕິບັດໃນປະເທດ
ສະຫຼຸບແລ້ວຂອບເຂດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນເນື້ອໃນທີ່ສໍາຄັນຈະມີຢູ່ 5 ເລື່ອງດັ່ງຕໍ່ໄປນີ້
ກ. ການຈັດສັນເອກະຊົນໃນທາງລະຫວ່າງປະເທດ ວ່າດ້ວຍເລື່ອງສັນຊາດ - ພູມລໍາເນົາ ແລະບັນຫາທີ່ກ່ຽວຂ້ອງ ເຊິ່ງເປັນຫຼັກການທີ່ສໍາຄັນໃນການໃຈ້ແຍກປະເພດຂອງບຸກຄົນຕ່າງໆອອກຈາກກັນ
ຂ. ສະຖານະຂອງເອກະຊົນໃນທາງລະຫວ່າງປະເທດ ວ່າດ້ວຍເລື່ອງສະຖານະຂອງບຸກຄົນແຕ່ລະປະເພດ ທີ່ກໍ່ໃຫ້ເກີດສະຖານະພາບທີ່ແຕກຕ່າງກັນ ໂດຍສະເພາະໃນເລື່ອງສິດແລະໜ້າທີ່ຂອງຄົນຊາດ ແລະຄົນຕ່າງດ້າວ ລວມເຖິງບົດບາດ ຄວາມຮັບຜິດຊອບຂອງລັດໃນການຄຸ້ມຄອງດູແລເອກະຊົນ ທັງພາຍໃນ ແລະພາຍນອກປະເທດ
ຄ. ການຂັດກັນທາງກົດໝາຍ ກ່ຽວກັບຫຼັກການໃນການເລືອກໃຊ້ກົດໝາຍ (ຕ່າງປະເທດ) ທີ່ເໝາະສົມມາປັບໃຊ້ຕໍ່ກໍລະນີທີ່ມີສາຍພົວພັນກັບເອກະຊົນລະຫວ່າງປະເທດທີ່ເກີດບັນຫາຈາກການມີກົດໝາຍຫຼາຍປະເທດເຂົ້າມາກ່ຽວຂ້ອງກັບຂໍ້ເທັດຈິງໃນກໍລະນີດຽວກັນ
ງ. ການຂັດທາງອໍານາດສານວ່າດ້ວຍຫຼັກການໃນການເລືອກສານຕັດສິນຄະດີລວມໄປເຖິງການຮ່ວມມືລະຫວ່າງປະເທດທາງດ້ານຕຸລາການ ເພື່ອໃຫ້ເກີດການຮັບຮອງ ແລະການປະຕິບັດຄໍຕັດສິນຂອງສານຕ່າງປະເທດ
ຈ. ການຂັດກັນໃນການໃຊ້ອໍານາດທາງໜ້າທີ່ເປັນກໍລະນີຂອງການໃຊ້ອໍານາດໜ້າທີ່ທາງບໍລິຫານຂອງແຕ່ລະລັດທີ່ມາຂັດກັນ ເຮັດໃຫ້ເກີດບັນຫາຂື້ນວ່າ ເຈົ້າໜ້າທີ່ຂອງລັດໃດ ຈະມີອໍານາດໃນການດໍາເນີນການໃນເລື່ອງບັນຫາທີ່ຂັດກັນນັ້ນ
ກົດໝາຍລະຫວ່າງຊາດສ່ວນບຸກຄົນ ໝາຍເຖິງກົດເກນໃນທາງປະຕິບັດທີ່ໃຊ້ບັງຄັບທາງສາຍພົວພັນລະຫວ່າງບຸກຄົນກັບບຸກຄົນຫຼືກັບນິຕິບຸກຄົນທີ່ເປັນເອກະຊົນທີ່ມີສັນຊາດຕ່າງກັນແລະມີສາຍພົວພັນທີ່ມີລັກສະນະລະຫວ່າງປະເທດ
ຈາກຄໍານິຍາມທີ່ກ່າວມາຂ້າງເທິງເຊິ່ງຜູ້ຂຽນສາມາດວິເຄາະສາຍພົວພັນທາງກົດໝາຍອອກໄດ້ສອງປະການຄື:
ປະການທໍາອິດ ຈະຕ້ອງເປັນສາຍພົວພັນທີ່ກ່ຽວຂ້ອງກັບເອກະຊົນ(Private affairs) ຫືຼເປັນບຸກຄົນ (Individuals) ໂດຍອາດເປັນການພົວພັນລະຫວ່າງບຸກຄົນກັບບຸກຄົນດ້ວຍກັນເອງ ຫຼືຢ່າງໜ້ອຍຕ້ອງມີເອກະຊົນເປັນຄູ່ກໍລະນີຝ່າຍໜຶ່ງສະເໜີ ໃນທີ່ໃນກໍລະນີທີ່ເຮົາເບິ່ງໃນແງ່ຂອງຜູ້ມີສິດຕາມກົດໝາຍ(Subject of Law)
ປະການທີ ສອງ ການພົວພັນດັ່ງກ່າວມີ ມີລັກສະນະລະຫວ່າງປະເທດ (Internationality ຫຼື International Character ) ເປັນເງື່ອນໄຂສໍາຄັນໂດຍມີປັດໃຈຕ່າງປະເທດ (foreign factors) ການທີ່ເຂົ້າມາກ່ຽວຂ້ອງມັນເປັນການພິຈາລະນາທາງດ້ານເນື້ອໃນ(substance) ວ່າເປັນເລື່ອງທີ່ກ່ຽວຂ້ອງກັບພາຍນອກ(external) ບໍ່ໄດ້ມີແຕ່ສະເພາະອົງປະກອບພາຍໃນ (internal factore)
ຄຳວ່າເອກະຊົນໃນທີ່ນີ້ ໝາຍເຖິງບຸກຄົນ ຕາມກົດໝາຍພາຍໃນຂອງລັດ ເຊຶ່ງອາດຈະເປັນບຸກຄົນທຳມະດາ (individual) ຫຼື ນິຕິບຸກຄົນ(juristic person) ບໍສັດ, ຫ້າງຫຸ້ນສ່ວນ, ສະມາຄົມ, ມູນນິທິ, ສະຖາບັນຫຼືອົງກອນເຫລົ່ານີ້ ເປັນໜ່ວຍງານທີ່ມີລັກສະນະເປັນເອກະຊົນແລະກົງກັນຂ້າມກັບຄວາມໝາຍຄຳວ່າລັດ(state) ເຊິ່ງເປັນບຸກຄົນຕາມກົດໝາຍສາກົນພາກລັດ
ຈາກປັນຫາດັ່ງກ່າວຈິ່ງສາມາດສະຫລຸບໄດ້ວ່າ ລັດ ແລະ ເອກະຊົນ ຕ່າງກໍ່ເປັນບຸກຄົນຕາມກົດໝາຍລະຫວ່າງຊາດ ການພົວພັນຂອງພາກເອກະຊົນ ທີ່ມີລັກສະນະລະຫວ່າງປະເທດ ກໍ່ຈະຕົກຢູ່ພາຍໃຕ້ ກົດໝາຍລະຫວ່າງຊາດຫຼືກົດໝາຍສາກົນເອກະຊົນ ສ່ວນກໍລະນີລັດ ຫຼືກຸ່ມລັດ(ອົງການລະຫວ່າງປະເທດ ການພົວພັນທີ່ເກີດຂື້ນຈະເປັນສາຍກ່ຽວພັນລະຫວ່າງລັດ ໂດຍຢູ່ພາຍໃຕ້ກົດເກນຂອງກົດໝາຍລະຫວ່າງຊາດ(ຫຼື ກົດໝາຍສາກົນພາກລັດ)
ຕົວຢ່າງ ປະເທດລາວໄດ້ເຮັດສົນທິສັນຍາ ຫຼື ຄວາມຕົກລົງໃນຄວາມຮ່ວມທາງດ້ານຕ່າງໆກັບປະເທດຫວຽດນາມ ຫຼືກັບປະເທດໃດໜ່ຶງ ສາຍພົວພັນທີ່ເກີດຂື້ນເປັນການຕົກລົງລະຫວ່າງ 2 ລັດ ແລະມີລັກສະນະລະຫວ່າງປະເທດ ອັນເປັນຄະດີລະຫວ່າງລັດ ແລະບໍ່ກ່ຽກັບບຸກຄົນ(ເອກະຊົນ) ມັນຈິ່ງບໍ່ໄດ້ຢູ່ພາຍໃຕ້ກົດໝາຍລະຫວ່າງຊາດສ່ວນບຸກຄົນ ແຕ່ຖ້າຫາກເປັນກໍລະນີທີ່ມີການຢ່າຮ້າງລະຫວ່າງຄູ່ຜົວເມຍ(ສາມີພັນລະຍາ)ທີ່ມີສັນຊາດຕ່າງກັນ ຫຼືມີການຮ້ອງຟ້ອງທາງຄະດີທາງແພ່ງລະຫວ່າງໂຈດແລະຈຳເລີຍທີ່ຢູ່ຄົນລະປະເທດ ຖືວ່າເປັນສາຍພົວພັນຂອງບຸກຄົນ(ເອກະຊົນ) ມັນກໍ່ຕົກຢູ່ພາຍໃຕ້ກົດໝາຍສາກົນເອກະຊົນ
ຄໍາວ່າ ລັກສະນະລະຫວ່າງປະເທດ (International Character) ໝາຍຄວາມວ່າການທີ່ມີອົງປະກອບຕ່າງຊາດ (foreign elements) ຫຼືມີປັຈໃຈຈາກນອກປະເທດ(external factors) ເຂົ້າມາກ່ຽວຂ້ອງຫຼືພົວພັນກັບກໍລະນີໃນທາງໃດທາງໜຶ່ງເຊັ່ນ: ຄູ່ສັນຍາລະຫວ່າງ ທ້າວ ກ ແລະທ້າວ ຂ ມີສັນຊາດຕ່າງກັນ ຫຼື ມີພູມລຳເນົາຢູ່ຄົນລະປະເທດ ສັນເຮັດທີ່ລັດທ້າວ ກ ແລະມີຂໍ້ຂັດແຍ່ງກັນທີ່ມີຊັບສິນຢູ່ປະເທດ ຄ ແລະ ຄູ່ສັນຍາສັນຍາມີຄວາມຕົກລົງກັນໃຊ້ຫຼືໄປຂື້ນສານຂອງປະເທດ ງ ນີ້ກໍ່ເປັນລັກສະນະລະຫວ່າງປະເທດທີ່ມີເງື່ອນໄຂແລະມີປັດໃຈຈາກພາຍນອກທີ່ເຂົ້າມາກ່ຽວຂ້ອງ