ກົດໝາຍ


I ຄວາມຮູ້ພື້ນຖານກ່ຽວກັບກົດໝາຍລະຫລ່າງຊາດສ່ວນບຸກຄົນ

      ກົດໝາຍລະຫວ່າງຊາດສ່ວນບຸກຄົນເປັນກົດໝາຍຂະແໜງໜື່ງ ຂອງກົດໝາຍ              ລະ ຫວ່າງທົ່ວໄປເພາະວ່າເປັນກົດໝາຍທີ່ມີຂໍ້ບັງຂັບໃຊ້ໃນການປະຕິບັດໃນການພົວ            ພັນ ລະຫວ່າງບຸກຄົນກັບບຸກຄົນໃນທາງລະຫວ່າງ ປະເທດທີ່ມີສັນຊາດຕ່າງກັນ ກົດເກນ ດັ່ງກ່າວມີລັກສະນະສະເພາະຂອງມັນ ມັນມີລັກສະນະທີ່ແຕກຕ່າງກັບກົດໝາຍກຸ່ມ ອື່ນເຊັ່ນ: ກົດໝາຍລະຫວ່າງຊາດສ່ວນສາທາລະນະ

II ຄວາມໝາຍຂອງກົດໝາຍລະຫວ່າງຊາດ

     ກົດໝາຍລະຫວາງຊາດໃນຍຸກກ່ອນຫຼືສະໄໝຕົ້ນ ເພີ່ນກໍ່ຖືວ່າເປັນກົດໝາຍທີ່ມີການລວມກຸ່ມ ເປັນອັນດຽວກັນເນື່ອງຈາກມີຂໍ້ຈຳກັດ ເນື່ອງຈາກມີຂໍ້ຈຳກັດຢູ່ສະເພາະເລື່ອງເຊັ່ນ: ເລື່ອງທາງການຄ້າ, ການເດີນເຮືອ,ການເຮັດສົງຄາມກ່ຽວກັບບັນຫາສັນຕິພາບ ແລະ ການກຳນົດ ເຂດເສັ້ນ    ແດນ ( ເມື່ອກ່ອນແມ່ນບໍ່ມີການແຍກຄືປະຈຸບັນ ) ແຕ່ປະຈຸບັນສັງຄົມມີການຂະຫຍາຍ ຕົວເພີນຈື່ງໄດ້ແຍກອອກເປັນສ່ວນໆ ແລະ ຕໍ່ມາກໍ່ໄດ້ມີການຂະຫຍາຍຕົວ                ຂອງລັດ ໄດ້ເກີດມີອົງ ການສະຫະປະຊາຊາດ

ກ) ກົດໝາຍລະຫວ່າງຊາດສ່ວນສາທາລະນະ

    ແມ່ນກົດເກນທີ່ໃຊ້ບັງຂັບ ໃນການພົວພັນລະຫວ່າງລັດ ທີ່ມີເອກະລາດທັງຫຼາຍ ຫຼື ໃຊ້ບັງ ຂັບສາຍພົວພັນລະຫວ່າງລັດກັບອົງການລະຫວ່າງປະເທດກົດເກນດັ່ງກ່າວແມ່ນມີຂໍ້ຜູກພັນ ເໜືອລັດ ແລະ ນຳພາໃຫ້ລັດທີ່ມີອຳນາດອະທິປະໄຕທັງຫຼາຍຍອມສະຫຼະ ອຳນາດອະທິປະໄຕ ຂອງຕົນເພື່ອຮ່ວມກັນເຮັດສົນທິສັນຍາ ເຊີງຫຼັກການດັ່ງກ່າວເປັນການຍອມຮັບໂດຍທົ່ວໄປແລະ ຖືວ່າເປັນຫຼັກການກົດໝາຍທີ່ເຮັດຂື້ນເພື່ອລະບຽບການໃນການພົວພັນລະຫວ່າງປະຊາຊາດ ເອກະລາດທັງຫຼາຍ ແລະ ເພື່ອບັນລຸຈຸດປະສົງທີ່ຕັ້ງໄວ້ຮ່ວມກັນ.

ຂ) ຄວາມໝາຍຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ.

     ໝາຍເຖີງກົດເກນທີ່ໃຊ້ໃນທາງປະຕິບັດທາງສາຍພົວພັນລະຫວ່າງບຸກຄົນກັບບຸກຄົນຫຼືນິຕິ ບຸກຄົນ ທີ່ເປັນເອກະຊົນທີ່ມີສັນຊາດຕ່າງກັນ ແລະ ມີສາຍພົວພັນລັກສະນະລະຫວ່າງປະເທດ ຈາກຄຳນິຍາມດັ່ງກ່າວຈື່ງສາມາດແຍກອອກເປັນ 2 ປະການຄື

1)ຈະຕ້ອງເປັນສາຍພົວພັນທີ່ກ່ຽວກັບເອກະຊົນ ຫຼື ນິຕິບຸກຄົນໂດຍອາດຈະເປັນການພົວພັນ ລະຫວ່າງບຸກຄົນກັບບຸກຄົນດ້ວຍກັນເອງ ເຊີງມີສັນຊາດຕ່າງກັນ ແລະ ມີສິດທາງດ້ານກົດໝາຍ

2)ຈະຕ້ອງເປັນສາຍພົວພັນທີ່ມີລັກສະນະລະຫວ່າງປະເທດຫຼືເປັນເງືອນໄຂສຳຄັນທີ່ມີປັດໃຈຕ່າງປະ ເທດເຂົ້າມາກ່ຽວຂ້ອງ ຫຼື ມີອົງປະກອບຕ່າງປະເທດ.

คำสำคัญ (Tags): #ຮຽນ
หมายเลขบันทึก: 562389เขียนเมื่อ 21 กุมภาพันธ์ 2014 21:30 น. ()แก้ไขเมื่อ 21 กุมภาพันธ์ 2014 21:30 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท