ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນ​ກຸມພາ 2014


ສະພາແຫ່ງຊາດ ຄົ້ນຄວ້າ ແລະ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນ​ກຸມພາ 2014 ໄດ້​ຈັດ​ຂຶ້ນ​ວັນ​ທີ 20 ກຸມພາ​ນີ້ ທີ່​ສະພາ​ແຫ່ງ​ຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ຊຶ່ງ​ມີ​ບັນດາ​ຄະນະ​ປະຈຳ​ພັກ ແລະ ຫົວໜ້າ​ກຳມາ​ທິ​ການ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ຄົ້ນ​ຄວ້າ ແລະ ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ​ຂອງ​ຊາດ ເປັນຕົ້ນ ຮັບ​ຟັງ​ລາຍ​ງານ​ແຜນ​ການຈັດຕັ້ງ​ກອງ​ປະຊຸມ ຄະນະ​ກຳມະການ​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ​ຂອງ​ສະມັດຊາ​ລະຫວ່າງ​ຊາດ​ອາ​ຊຽນ ເພື່ອ​ຕ້ານ​ກັບ​ໄພ​ຄຸກ​ຄາມ​ຂອງ​ຢາ​ເສບ​ຕິດ (ໄອ​ໂຟ​ຄອມ ຄັ້ງ​ທີ 11) ທີ່​ສະພາ​ແຫ່ງ​ຊາດ​ລາວ​ເປັນ​ເຈົ້າພາບ ລາຍ​ງານ​ຜົນ​ການ​ທາບ​ທາມ​ລະດົມ​ຄວາມ​ຄິດ​ເຫັນ ຈາກ​ບັນດາ​ການ​ນຳ​ກຳມາ​ທິ​ການ​ຕ່າງໆ ກະຊວງ ແລະ ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ກຳນົດ​ຫົວຂໍ້ ມະຕິ​ກອງ​ປະຊຸມ​ໄອ​ໂຟ​ຄອມ ຄັ້ງ​ທີ 11 ແລະ ກອງ​ປະຊຸມ​ໄອ​ປາ ຄັ້ງ​ທີ 35 ທີ່ ​ສປປ ລາວ ລາຍ​ງານ​ຜົນສຳເລັດ​ການ​ຮຽບ​ຮຽງ​ກົດໝາຍ ຈຳນວນ 14 ສະບັບ ທີ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ຮັບຮອງ​ເອົາ​ລາຍ​ງານ​ຜົນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ ທົບ​ທວນ​ກວດກາ​ແຜນການ​ສ້າງ ແລະ ປັບປຸງ​ກົດໝາຍ​ສຳລັບ​ສົກ​ປີ 2014-2015 ຈັດ​ໂດຍ​ກະຊວງ​ຍຸຕິ​ທຳ ລາຍ​ງານ​ຄືນ​ການ​ພິຈາລະນາ​ໂຄງ​ປະກອບ​ການຈັດຕັ້ງ​ຂັ້ນ​ກົມ ແລະ ພະ​ແນກ​ຂອງ​ກຳມາ​ທິ​ການ ​ປກຊ-​ປກສ ພິຈາລະນາ​ຈັດ​ສັນ​ງົບປະມານ ສຳລັບ​ໂຄງການ​ອອກ​ແບບ ແລະ ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ສຳລັບ​ສົກ​ປີ 2013-2014 ຈຳນວນ 60 ຕື້​ກີບ ພິຈາລະນາ​ໃຫ້​ສັດຕະຍາບັນ​ແກ່​ສັນຍາ​ວ່າ​ດ້ວຍ​ການ​ສົ່ງເສີມ ແລະ ປົກ​ປ້ອງ​ການ​ລົງທຶນ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ລັດຖະບານ ສ.ຟິ​ລິບ​ປິນ ລາຍ​ງານ​ກ່ຽວ​ກັບ​ການ​ຂໍ​ເອົາ​ຊ່ຽວຊານ​ຈາກ​ທະນາຄານ​ໂລກ ຈຳນວນ 1 ທ່ານ ເພື່ອ​ມາ​ໃຫ້​ຄຳ​ປຶກສາ ໃນ​ການ​ກະກຽມ​ຮ່າງ​ເອກະສານ​ນິຕິ​ກຳ​ຈຳນວນ​ໜຶ່ງ​ຂອງ​ກຳມາ​ທິ​ການ​ເສດຖະກິດ​ແຜນການ ແລະ ການ​ເງິນ ພິຈາລະນາ​ອະນຸມັດ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ເຂື່ອນ​ໄຟຟ້າ​ນ້ຳ​ກົງ 2 ແລະ ຜົນ​ການ​ຄົ້ນຄວ້າ​ໜັງສື​ຂອງ​ລັດຖະບານ ໃນ​ການ​ພິຈາລະນາ​ອະນຸມັດ ອອກ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ 1 ລາຍ​ງານ​ແຜນ​ຈັດ​ກອງ​ປະຊຸມ​ວຽກ​ງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ທົ່ວ​ປະເທດ ປະຈຳ​ປີ 2013 ແລະ ວຽກ​ງານ​ສຳຄັນ​ອື່ນໆ​ຈຳນວນ​ໜຶ່ງ.

หมายเลขบันทึก: 562399เขียนเมื่อ 21 กุมภาพันธ์ 2014 22:08 น. ()แก้ไขเมื่อ 21 กุมภาพันธ์ 2014 22:08 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท