ມ ຊ


ປະຫວັດໂດຍຫຍໍ້

 

 

                 

 

 

 

 

 

 

 

ມະຫາວິທະຍາໄລແຫ່ງຊາດ(ມຊ)ເຊີ່ງເປັນມະຫາວິທະຍາໄລເຕັມຮູບແບບແຫ່ງທຳອິດໃນປະຫວັດສາດຂອງຊາດລາວໄດ້ຮັບການສ້າງຕັ້ງ ຂື້ນໃນວັນທີ 5 ພະຈິກ 1996 ຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 50/ນຍ,ລົງວັນທີ 09/06/1995, ໂດຍການເຕົ້າໂຮມເອົາບັນດາສະຖາບັນ ການສຶກສາຊັ້ນສູງ, ເຊີ່ງເມື່ອ ກ່ອນຂື້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລເອກະພາບ. ບັນດາສະຖາບັນດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູ ວຽງຈັນ, ມະຫາ ວິທະຍາໄລສັບພະວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ,  ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຂົນສົ່ງຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກ ໂຕຣນິກ ແລະ ສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.

                                                                                                                              

ນັບແຕ່ນັ້ນມາ, ມະຫາວິທະຍາໄລແຫ່ງຊາດໄດ້ເລີ່ມດຳເນີນວຽກການຮຽນການສອນຢ່າງເປັນລະບົບ, ໃນເບື້ອງຕົ້ນ ມະຫາວິທະຍາໄລແຫ່ງຊາດ ມີ 7 ຄະນະວິຊາ ແລະ ວິທະຍາໄລວິທະຍາສາດພື້ນຖານ. ໃນປັດຈຸບັນ ມະຫາວິທະຍາໄລແຫ່ງຊາດ ປະກອບມີ 11 ຄະນະວິຊາ, 2 ສະຖາບັນ, 1 ຫໍສະໝຸດກາງ, 5 ສູນ, 10 ຫ້ອງການ, ໂຮງໝໍ, ໂຮງຮຽນພອນສະຫວັນ ແລະ ຊົ່ນເຜົ່າກຽມ ມະຫາວິທະຍາໄລ.

คำสำคัญ (Tags): #ດີ
หมายเลขบันทึก: 562396เขียนเมื่อ 21 กุมภาพันธ์ 2014 21:59 น. ()แก้ไขเมื่อ 21 กุมภาพันธ์ 2014 21:59 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท