ທະນາຄານ​ເອ​ຊີ​ລີ​ດາ​ລາວ ຈຳກັດ


ມີ 17 ພັນຄອບຄົວທີ່ເປັນລູກຄ້າເງິນກູ້ຂອງ ທະນາຄານເອຊີລີດາລາວ

ທະນາຄານ​ເອ​ຊີ​ລີ​ດາ​ລາວ ຈຳກັດ ເປັນ​ທະນາຄານ​ໜຶ່ງ​ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໄວ​ພໍ​ສົມຄວນ ພາຍຫຼັງ​ທີ່​ໄດ້​ມາ​ດຳເນີນ​ທຸລະ​ກິດ​ຢູ່ ​ສປປ ລາວ ພຽງ​ແຕ່ 5 ປີ​ກວ່າ​ເທົ່າ​ນັ້ນ ຄື​ນັບ​ແຕ່​ເດືອນ​ກໍລະກົດ 2008 ເປັນຕົ້ນ​ມາ ໂດຍ​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ​ມາ​ຮອດ​ປັດຈຸບັນ​ນີ້ ໄດ້​ຂະຫຍາຍ​ສຳນັກງານ​ສາຂາ​ໜ່ວຍ​ບໍລິການ​ໄປ​ເກືອບ​ທຸກໆ​ແຂວງ ແລະ​ຕົວ​ເມືອງ​ໃຫຍ່ໆ​ທົ່ວ​ປະເທດ ບໍ່​ວ່າ​ຈະ​ຢູ່​ພາກ​ໃຕ້ ພາກ​ກາງ ແລະ​ພາກ​ເໜືອ ຍັງ​ເຫຼືອ​ພຽງ​ແຕ່ 2 ແຂວງ​ທີ່​ຍັງ​ບໍ່​ທັນ​ໄປ​ຮອດ​ຄື: ແຂວງ​ຜົ້ງ​ສາລີ ແລະ​ແຂວງ​ຫົວພັນ ຄາດ​ວ່າ​ຕື່ມ​ອີກ 2 ປີ​ຂ້າງ​ໜ້າ​ຈະ​ຂະຫຍາຍ​ໄປ​ຮອດ.

ທ່ານ ນາ​ຣິນ​ພອນ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ເອ​ຊີ​ລີ​ດາ​ລາວ ຈຳກັດ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 19 ກຸມພາ 2014 ນີ້​ໄດ້​ກ່າວ​ວ່າ: ມາ​ຮອດ​ປັດຈຸບັນ​ນີ້ ທະນາຄານ​ຂອງ​ພວກ​ເຮົາ​ແມ່ນ​ມີ​ການ​ຂະຫຍາຍຕົວ​ໄວ ມີ​ສຳນັກງານ​ທັງ​ໝົດ 41 ແຫ່ງ ຕູ້ ATM ມີ 45 ຕູ້ ສຳລັບ​ຮັບ​ໃຊ້​ລູກ​ຄ້າ ທີ່​ຕິດ​ຕັ້ງ​ຢູ່​ຕໍ່ໜ້າ​ສຳນັກງານ​ເອ​ຊີ​ລີ​ດາ​ລາວ ແລະ ສະຖານທີ່​ສາທາລະນະ​ທຸກໆ​ແຂວງ ມີ​ເຄື່ອງ​ຮູດ​ບັດ​ແທນ​ເງິນສົດ 100 ເຄື່ອງ ມີ​ພະນັກງານ 900 ກວ່າ​ຄົນ ດ້ານ​ເງິນ​ກູ້​ມີ​ລູກ​ຄ້າ​ຍອດ​ເຫຼືອ 17.000 ຄອບຄົວ​ທີ່​ຍັງ​ໃຊ້​ເງິນ ມີ​ເງິນ​ກູ້​ທັງ​ໝົດ​ປະມານ 720 ຕື້​ກີບ ໃນ​ນີ້​ເປັນ​ເງິນ​ກີບ 54% ເງິນ​ໂດ​ລາ​ສະຫະລັດ 38% ແລະ​ບາດ (ໄທ) 8% ດ້ານ​ເງິນ​ຝາກ​ມີ​ບັນຊີ​ທັງ​ໝົດ 36.000 ບັນຊີ ເງິນ​ຝາກ​ຫຼາຍ​ກວ່າ 620 ຕື້​ກີບ ແລະ​ມີ​ຊັບ​ສິນ​ທັງ​ໝົດ​ຫຼາຍ​ກວ່າ 1.000 ຕື້​ກີບ ມີ​ຜະລິດ​ຕະ​ພັນ​ຂອງ​ທະນາຄານ ແລະ​ການ​ບໍລິການ​ທຸກໆ​ປະເພດ​ປ່ອຍ​ກູ້​ໃຫ້​ທຸກ​ເປົ້າ​ໝາຍ ນັບ​ແຕ່​ທຸລະ​ກິດ​ຂະໜາດ​ນ້ອຍ ຂະໜາດ​ກາງ ແລະ​ຂະໜາດ​ໃຫຍ່ ປ່ອຍ​ກູ້​ແຕ່ 5 ແສນ​ກີບ​ຫາ 8 ຕື້​ກີບ ແລະ​ນັບ​ແຕ່​ປີ 2011 ເປັນຕົ້ນ​ມາ ທະນາຄານ​ເອ​ຊີ​ລີ​ດາ​ລາວ ເລີ່ມ​ມີ​ກຳໄລ​ຈາກ​ການ​ດຳເນີນ​ທຸລະ​ກິດ​ຄື: ປີ 2011 ມີ​ກຳໄລ 9,6 ຕື້​ກີບ ປີ 2012 ມີ​ກຳໄລ 17,6 ຕື້​ກີບ ແລະ​ປີ 2013 ມີ​ກຳໄລ 13,6 ຕື້​ກີບ.

ສຳລັບ​ປີ 2014 ນີ້ ທະນາຄານ​ເອ​ຊີ​ລີ​ດາ​ລາວ ຍັງ​ມີ​ແຜນ​ຂະຫຍາຍ​ສຳນັກງານ​ໃຫ້​ໄດ້​ຕື່ມ 4 ແຫ່ງ ຢູ່​ແຂວງ​ໄຊ​ສົມບູນ ນະຄອນຫຼວງ​ວຽງ​ຈັນ ແລະ​ແຂວງ​ສະຫວັນ​ນະ​ເຂດ ສ້າງ​ພະນັກງານ​ໃຫ້​ໄດ້​ຕື່ມ 110 ຄົນ ຈາກ​ທີ່​ມີ​ແລ້ວ 900 ຄົນ ພ້ອມ​ທັງ​ຈະ​ເອົາໃຈໃສ່​ກໍ່ສ້າງ​ພະນັກງານ ດ້ວຍ​ການ​ເຝິກອົບຮົມ​ວິຊາ​ສະເພາະ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຮັບ​ໃຊ້​ວຽກ​ງານ​ໄດ້​ດີ ເພື່ອ​ກະກຽມ​ຕົວ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ປີ 2015 ສຳລັບ​ເງິນ​ກູ້​ໃຫ້​ໄດ້ 125 ລ້ານ​ໂດ​ລາ ຫຼື​ປະມານ 1.000 ຕື້​ກີບ ເພີ່ມ​ຈາກ​ທີ່​ມີ​ໃນ​ປັດຈຸບັນ​ແລ້ວ 720 ຕື້​ກີບ ເພີ່ມ​ຂຶ້ນ​ປະມານ 280 ຕື້​ກີບ ໃນ​ນັ້ນ​ເງິນ​ກູ້​ທີ່​ໄດ້​ຈາກ​ແຫຼ່ງ​ທຶນ​ອົງການ​ສາກົນ​ຕ່າງປະເທດ 160 ຕື້​ກີບ ຫຼື​ປະມານ 20 ລ້ານ​ໂດ​ລາ ແລະ​ລະດົມ​ຝາກ​ພາຍ​ໃນ​ໃຫ້​ໄດ້ 40 ຕື້​ກີບ ເພື່ອ​ໃຫ້​ມີ​ທຶນ​ໝູນວຽນ​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ທີ່​ມີ​ຄວາມ​ຕ້ອງການ​ທຶນ​ໄປ​ດຳເນີນ​ທຸລະ​ກິດ​ໃນ​ທຸກ​ຂົງເຂດ.

หมายเลขบันทึก: 562401เขียนเมื่อ 21 กุมภาพันธ์ 2014 22:11 น. ()แก้ไขเมื่อ 21 กุมภาพันธ์ 2014 22:11 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท