ວັນ​ທີ 14 ກຸມ­ພາ ກຳ­ລັງ​ຈະ​ມາ​ເຖິງ


ໂດຍ: ດັ້ນ​ກີບ​ເມກ

ວັນ​ທີ 14 ກຸມ­ພາ ກຳ­ລັງ​ຈະ​ມາ​ເຖິງ ເຊິ່ງ​ຫຼາຍຄົນ​ໃນ​ສັງ­ຄົມ​ຮັບ​ຮູ້​ດີ​ຢູ່​ວ່າ ມັນ​ກ່ຽວ­ຂ້ອງ​ກັບ​ຄວາມ​ຮັກ ແລະ ຄູ່​ຮັກ ເຊິ່ງ​ບາງ​ຄູ່​ກໍ່​ຕັດ­ສິນ​ໃຈ​ແຕ່ງ­ດອງ​ກັນ​ວັນ​ນີ້ ແລະ ໂດຍ​ຄວາມ​ຈິງ​ຄົນ​ໃດ​ກໍ່​ຕາມທີ່​ມີ​ຄວາມຮັກ​ ກໍ່​ບໍ່​ໝາຍ​ຄວາມວ່າ ຈະ​ມາ​ສະ­ແດງ​ຄວາມ​ຮັກ​ໃຫ້​ຄູ່​ຮັກ​ໄດ້​ຮູ້​ເຫັນ​ໃນ​ວັນ​ດຽວນີ້​ດອກ ແລະ ການ­ສະ­ແດງ​ອອກ​ເຊິ່ງ​ຄວາມ​ຮັກ​ກໍ່​ມີ​ຫຼາຍ​ທາງ ເຊັ່ນ: ດ້ວຍ​ການ​ບອກ​ຮັກ ແລະ ຜ່ານ​ພຶດ­ຕິ​ກຳ​ຂອງ​ຄູ່​ຮັກ​ຝ່າຍກົງ­ກັນ­ຂ້າມ​ທີ່​ຫ່ວງ​ໃຍ ແລະ ເອົາ­ໃຈ­ໃສ່​ມີ​ການ​ຊ່ວຍ­ເຫຼືອວຽກ​ງານ ​ທັງ​ໃນ​ຍາມ​ປົກ­ກະ­ຕິ ແລະ ຍາມ​ຈຳ­ເປັນ.

ການ​ກວດ​ສຸ­ຂະ­ພາບ​ກ່ອນ​ແຕ່ງ­ດອງ ​ກໍ່​ຈຶ່ງ​ມີ​ຄວາມ​ສຳ­ຄັນ ຍິ່ງ​ຕໍ່​ຄູ່​ຮັກ​ທີ່​ຈະ​ຕັດ­ສິນ​ໃຈ​ຢູ່​ຮ່ວມ​ກັນ​ໄປຕະ­ຫຼອດ​ຊີ­ວິດ ເຊິ່ງບາງ​ຄູ່​ຖ້າ​ບໍ່​ກວດ​ສຸ­ຂະ­ພາບ​ກ່ອນ ເມື່ອ​ແຕ່ງ­ດອງ​ກັນ​ໄປ​ແລ້ວຈຶ່ງ​ຮູ້​ທີ​ຫຼັງ​ມັນ​ກໍ່​ສວຍເກີນ​ແກ້​ໄຂ​ແລ້ວ ເຊັ່ນ: ຖ້າ​ຄູ່​ຮັກ​ທັງຝ່າຍ​ຊາຍ ແລະ ຝ່າຍ​ຍິງ​ບໍ່​ກວດ­ເບິ່ງ​ສຸ­ຂະ­ພາບ ​ກໍ່​ບໍ່​ຮູ້​ວ່າຜູ້­ກ່ຽວ​ມີພະ­ຍາດ​ຫຍັງ​ແນ່ ເຊິ່ງ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່ຝ່າຍ​ກົງ­ກັນ­ຂ້າມ ຄື​ບາງ​ຄົນ​ກໍ່​ມີ​ເຊື້ອ​ພະ­ຍາດ​ໜອງ​ໃນ ພະຍາດ​ຕັບ​ອັກ­ເສບ ຫຼື ຕິດ­ເຊື້ອ​ພະ­ຍາດ HIV ມັນ​ເປັນ​ອັນ​ຕະລາຍເຖິງ​ຊີ­ວິດ​ຂອງ​ຄູ່​ແຕ່ງ­ດອງ (ຄູ່​ຮັກ).

ໃນ​ກໍ­ລະ­ນີ​ກວດ​ພະ­ຍາດ​ກ່ອນ​ຈະ​ຕັດ­ສິນ​ໃຈ​ເອົາ​ລູກ​ຂອງ​ຄູ່ຜົວ​ເມຍ ແພດ​ກໍ່​ຈະ​ກວດ­ເບິ່ງ​ວ່າ​ແຕ່​ລະຝ່າຍ​ມີ​ພະ­ຍາດ​ຫຍັງແດ່ທີ່​ເປັນ​ອັນ­ຕະ­ລາຍ​ ສົ່ງ​ຜົນ​ກະ­ທົບ​ຕໍ່​ລູກ​ທີ່​ຈະ​ເກີດ​ມາ​ໃນອະ­ນາ­ຄົດ ເພາະ­ວ່າພະ­ຍາດ​ບາງ​ຊະ­ນິດ​ອາດ​ສົ່ງ​ຜົນ​ໃຫ້​ລູກເກີດ​ມາ​ນັ້ນ ຫູ­ໜວກ ແລະ ຕາ­ບອດ​ໄດ້ ເຊິ່ງ​ວີ​ທີ​ການ​ວິ­ນິດໄສພະ­ຍາດ​ສາ­ມາດ​ກວດ​ໄດ້​ຈາກ​ການ​ກວດ​ເລືອດ ແລະ ກວດ​ພາຍ​ໃນ ເຊິ່ງ​ບໍ່​ຈຳ­ເປັນ​ຕ້ອງ​ອົດ​ອາ­ຫານ ຖ້າ​ຫາ​ກວ່າແພດ​ກວດ​ພົບ​ພະ­ຍາດ​ກໍ່​ຈະ​ຫາ​ວິ­ທີ​ປິ່ນ­ປົວ ຫຼື ສ້າງ​ພູມ​ຄຸ້ມກັນ​ເຊື້ອ​ພະ­ຍາດ​ທີ່​ຈະ​ຖ່າຍທອດ​ໄປ​ສູ່​ລູກ ເຊັ່ນ: ສັກ​ຢາ​ປ້ອງກັນ​ພະ­ຍາດ ຕົວ­ຢ່າງ ໄວ​ລັດ​ຕັບ​ອັກ­ເສບ ​ເອ ແລະ ບີ.

ເມື່ອ​ຮູ້​ແນວ​ນີ້​ແລ້ວ ຄູ່​ຮັກ​ທີ່​ກຽມ​ຈະ​ແຕ່ງ­ດອງ ຫຼື ກຳ­ລັງວາງ​ແຜນ​ຢູ່​ ກໍ່​ບໍ່​ຄວນ​ວາງ​ເສີຍ​ທີ່​ຈະ​ກວດ​ສຸ­ຂະ­ພາບ ເພື່ອຄວາມ​ປອດ​ໄພ​ໃນ​ສຸ­ຂະ­ພາບ​ທັງ​ຄູ່​ຄອງ ແລະ ລູກ​ທີ່​ຈະ​ເກີດຕາມ​ມາ​ພາຍ­ຫຼັງ ໝາຍຄວາມວ່າ ­ການ​ວາງ​ແຜນ​ກ່ອນສ້າງ​ຄອບ­ຄົວ​ນັ້ນ ແມ່ນ​ບອກ​ເຖິງ​ຄວາມ​ພ້ອມ​ຂອງ​ຄູ່​ຄອງ​ທີ່ຄິດ​ຈະ​ຢູ່​ຮ່ວມ​ກັນ ເປັນ­ຕົ້ນ​ວ່າ ແຜນ​ເງິນ ແຜນ​ງານ ແລະ ແຜນ​ໃນ​ການ​ທີ່​ຈະ​ມີ​ລູກ​ ວ່າເວ­ລາ​ໃດ​ເໝາະ​ສົມ ເຊິ່ງ​ໃນ​ກໍລະນີນີ້ ຖ້າ​ວາງ​ແຜນ​ດີ​ກໍ່​ເຮັດ​ໃຫ້​ຄູ່​ຜົວ​ເມຍ​ມີ​ຄວາມ­ສຸກ​ໄດ້​ ດັ່ງນັ້ນ ການ​ກວດ​ໝວດ​ເລືອດ HIV ພະ­ຍາດ​ເລືອດ​ຈາງ ແລະ ພະ­ຍາດ​ຕິດ­ຕໍ່​ທາງ​ເພດ​ສຳ­ພັນ ​ຈຶ່ງ​ເປັນ​ສິ່ງ​ທີ່​ຄູ່​ຄອງ​ຕ້ອງ­ການ ຄວາມ​ສຳ­ເລັດ​ໃນ​ຊີ­ວິດ​ຄູ່​ບໍ່​ຄວນ​ເບິ່ງ​ຂ້າມ.

ສະ­ຫຼຸບ​ໄດ້​ວ່າ ການ​ກວດ​ສຸ­ຂະ­ພາບ​ເປັນ​ສິ່ງ​ຈຳ­ເປັນ ເຊັ່ນ: ຄົນ​ຕິດ HIV ສາ­ມາດ​ມີ​ຄູ່​ໄດ້ ແຕ່​ຕ້ອງ​ຮູ້­ຈັກ​ປ້ອງ​ກັນ ຝ່າຍຄູ່​ກົງ­ກັນ­ຂ້າມ​ຕ້ອງ​ສັກ​ຢາ​ປ້ອງ​ກັນ​ດັ່ງ​ທີ່​ທາງ ດຣ.ພຸດ​ທະສອນ ພອນ​ປະ­ເສີດ ວິ­ຊາ​ການຢູ່​ພະ​ແນກ​ຊຶມ​ເຊື້ອ ໂຮງ­ໝໍ 150ຕຽງ ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ສຳ­ຄັນ​ຂອງ​ການ​ກວດ​ສຸ​ຂະພາບ​ກ່ອນການ​ແຕ່ງ­ດອງ ແລະ ວາງ​ແຜນ​ຄອບ­ຄົວ ເພື່ອ​ວ່າຊີ­ວິດ​ຄູ່​ຈະ​ມີ​ຄວາມ­ສຸກ ​ທັງ​ພໍ່​ແມ່ ແລະ ລູກ​ທີ່​ຈະ​ເກີດມາ​ເປັນພະ­ຍານ​ຮັກ ແລະ ມີ​ອະ­ນາ­ຄົດ​ອັນ​ສົດ­ໃສ​ໃນ​ສັງ­ຄົມ ສ່ວນວັນ​ທີ 14 ກຸມ­ພາ ນັ້ນ ​ແມ່ນ​ຮູບ​ການຟື້ນ​ຟູ​ສິດ­ທິ​ມະ­ນຸດ​ທີ່​ຖືກເຊື່ອມ​ໂຊມ​ໃນ​ຍຸກ​ກ່ອນ​ຢູ່​ຕ່າງ­ປະ­ເທດ​ເພິ່ນ ສ່ວນ​ປະ­ເພ­ນີບ້ານ​ເຮົາ​ບັນ​ພະ​ບູລຸດພໍ່​ແມ່​ຂອງ​ພວກ​ເຮົາ​ເພິ່ນ​ເຄີຍ​ສັ່ງ­ສອນໃຫ້​ມີ​ຄວາມ​ຮັກ​ຢ່າງ­ຮອບ­ດ້ານ​ມາ​ດົນ​ນານ​ແລ້ວ ເພາະ​ຄົນລາວ​ເຮົາ​ແມ່ນ​ຊາດ​ທີ່​ມີ​ອະ­ລິ­ຍະ​ທຳ ​ທີ່​ຊາວ​ໂລກ​ຍົກ­ຍ້ອງ​ມາແຕ່​ດຶກ​ດຳ​ບັນ ຊາວ​ໜຸ່ມໄວ​ໜຸ່ມ​ຢ່າ​ໄປຕົກ​ເລ່­ກົນ​ຂອງ​ວັນ​ດັ່ງກ່າວ ເພາະ​ຜິດ​ຮີດ­ຄອງ​ປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ອັນ​ດີງາມ​ຂອງ​ຊາດ​ເຮົາ.

 

 

หมายเลขบันทึก: 562403เขียนเมื่อ 21 กุมภาพันธ์ 2014 22:14 น. ()แก้ไขเมื่อ 21 กุมภาพันธ์ 2014 22:14 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท