ການ​ຄຸມ​ງານ​ເປັນ​ໜ້າ​ວຽກ​ໜຶ່ງ​ທີ່​ສຳ­ຄັນ


ການ​ຄຸມ​ງານ​ເປັນ​ໜ້າ​ວຽກ​ໜຶ່ງ​ທີ່​ສຳ­ຄັນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ມີ​ຄຸນ​ນະ​ພາບ ແລະ ປະ­ສິດ­ທິ­ພາບ ທັງ​ທັນ​ກຳ­ນົດ​ເວ­ລາ ເພາະ​ວຽກ​ດ່ວນ​ໃຫຍ່ໆ​ທີ່​ມີ​ຄາດ­ໝາຍ​ເປັນ​ຕົວ​ເລກ​ຄວາມ​ຕ້ອງ­ການ​ສູງ ຫຼື ຕໍ່­ໜ້າ​ວຽກ​ງານ​ທີ່​ຈຳ­ເປັນ​ຕ້ອງ​ເຮັດ​ໃຫ້​ສຳ­ເລັດ​ຕາມ​ຄາດ­ໝາຍ​ນັ້ນ ມີ​ຄວາມ​ສຳ­ຄັນ​ຫຼາຍ​ຕໍ່​ການ​ນັດ​ໝາຍ ທັງ​ມີ​ບົດ­ບາດ​ຕັດ­ສິນ​ເຖິງ​ການ​ຄົງ​ຕົວ ແລະ ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ ຫຼື ວຽກ​ງານ​ນັ້ນໆ ດັ່ງ­ນັ້ນ ຜູ້​ຄຸມ​ງານ​ຈຶ່ງ​ເປັນ​ໄມ້​ມື​ສຳ­ຄັນ​ໃນ​ການ​ຕາງ­ໜ້າ​ບໍ­ລິ­ສັດ ເພື່ອ​ກະ​ຕຸ້ນ​ໜ່ວຍ​ງານ ກຳ­ມະ­ກອນ ໃຫ້​ເຮັດ​ວຽກ​ມີ​ປະ​ສິດ­ທິ​ຜົນ​ຕາມ​ຄາດ­ໝາຍ​ທີ່​ເຮົາ​ຢາກ​ໄດ້.

ທຳ​ມະ​ຊາດ​ຄົນ​ເຮົາ​ມັກ​ເຮັດ​ວຽກ​ຢ່າງ​ເປັນ​ອິດ­ສະ­ຫຼະ ແລະ ມີ​ຄວາມ​ຂີ້­ຄ້ານ​ມັກ­ງ່າຍ ເຊັ່ນ: ຢາກ​ເຮັດ​ວຽກ​ງ່າຍໆ ແຕ່​ໄດ້​ເງິນ­ເດືອນ​ຫຼາຍ ຢາກ​ເຮັດ​ວຽກ​ເບົາໆ ແຕ່​ໄດ້​ເງິນ­ເດືອນ​ລື່ນ​ໝູ່ ຍ້ອນ​ມີ​ບາງ​ແນວ​ຄິດ​ຄື​ແນວ​ນັ້ນ ຈຶ່ງ​ເກີດ​ມີ​ຕຳ­ແໜ່ງ​ການ​ຄຸມ​ງານ​ເກີດ​ຂຶ້ນ ເພື່ອ​ຄອຍ​ກະ​ຕຸ້ນ​ຜູ້​ອອກ­ແຮງ​ງານ​ໃຫ້​ມີ​ຄວາມ​ຈູບ​ຈ້າວ​ຫ້າວ­ຫັນ​ຕໍ່­ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ບາງ​ຄັ້ງ​ເມື່ອ​ມາ​ຢູ່​ໃນ​ຕຳ­ແໜ່ງ​ງານ​ນີ້​ມັກ​ຈະ​ເຮັດ​ລາມ​ປາມ​ໄປ​ຕາມ­ໃຈ​ຕົນ​ເອງ ເພື່ອ​ຮັບ­ປະ­ກັນ​ການ​ຢາກ​ໄດ້​ວຽກ​ຕາມ​ຄາດ­ໝາຍ ໂດຍ​ໃນ​ບາງ​ຄັ້ງ​ເມື່ອ​ເບິ່ງ​ທາງ​ນອກ​ຄ້າຍ​ກັບ​ວ່າ: ບີບ​ບັງ­ຄັບ​ຜູ້​ຮ່ວມ​ງານ​ເກີນ​ໄປ ຈິດ­ໃຈ​ຄັບ­ແຄບ​ເກີນ​ໄປ ທະ​ນົງ​ຕົວ​ໃນ​ຄວາມ​ເປັນ​ຜູ້​ຄຸມ​ເກີນ​ໄປ ຂາດ​ພື້ນ­ຖານ​ຂອງ​ພາ­ວະ​ຄວາມ​ເປັນ​ຜູ້­ນຳ ກົງ­ກັນ­ຂ້າມ​ໃນ​ສາຍ­ຕາ​ຂອງ​ຜູ້​ຮ່ວມ​ງານ​ພັດ​ເບິ່ງ​ຕ່າງ​ມຸມ​ວ່າ “ເກີດ​ມີ​ຝີ​ໃສ່​ຂີ້­ແຮ້” ແລະ ມີ​ສິ່ງ​ຂາດ​ເຫຼືອ​ແນວ​ອື່ນ ຈຶ່ງ​ເຮັດ​ໃຫ້​ບໍ່​ສົມ­ປະ­ກອບ.

ເພື່ອ​ເຮັດ​ໃຫ້­ການ​ຄຸມ​ງານ​ເປັນ​ໄປ​ຕາມ​ຂະ​ບວນ​ການ​ຂອງ​ມັນ ຕ້ອງ​ເອົາ­ໃຈ­ໃສ່​ຕໍ່​ບາງ​ບັນ­ຫາ​ດັ່ງ­ນີ້:

ກ. ຕ້ອງ​ກຳ­ນົດ​ເວ­ລາ​ໃນ​ການ​ຄຸມ​ງານ​ຢ່າງ​ຈະ­ແຈ້ງ ດ້ວຍ​ການ​ຄິດ­ໄລ່​ໜ້າ​ວຽກ ບໍ​ລິ​ມາດ​ວຽກ ກຳ­ລັງ​ແຮງ​ງານ​ທີ່​ໃຊ້​ໃນ​ການ​ຜະ­ລິດ ໄລ­ຍະ​ເວ­ລາ​ໃຫ້​ຖືກ­ຕ້ອງ ພ້ອມ​ກັບ​ການ​ຕິດ­ຕາມ​ກວດ­ກາ ແລະ ອື່ນໆ.

ຂ. ສັງ­ເກດ​ເບິ່ງ​ຢູ່​ຫ່າງໆ.

ຜູ້​ຄຸມ​ງານ​ສະ­ໄໝ​ໃໝ່​ຕ້ອງ​ຖື​ວ່າ ກຳ­ມະ­ກອນ​ຄື​ເພື່ອນ​ຮ່ວມ​ງານ ຕ້ອງ​ຄຸມ​ຢູ່​ຫ່າງໆ ແລະ ມີ​ສາຍ­ຕາ​ເບິ່ງ​ໃຫ້​ເຂົ້າ­ໃຈ​ວ່າ ພະ­ນັກ­ງານ​ຄົນ​ໃດ​ມີ​ບັນ­ຫາ ເວ­ລາ​ເຂົາ​ເຮັດ​ວຽກ​ຕາມ​ແຜນ​ປົກ­ກະ­ຕິ ກໍ່​ບໍ່​ຄວນ​ໄປ​ຢືນ​ເບິ່ງ​ທາງ​ຂ້າງ​ເລື້ອຍໆ ເພາະ​ຈະ​ເຮັດ​ໃຫ້​ມີ​ຄວາມ​ກົດ​ດັນ​ບາງ​ຢ່າງ​ກໍ່​ເປັນ​ໄດ້ ແລ້ວ​ຈະ​ສົ່ງ​ຜົນ​ກະ­ທົບ​ໄປ​ສູ່​ຄຸນ​ນະ​ພາບ ແລະ ປະ­ສິດ­ທິ­ພາບ​ຂອງ​ງານ.

ຄ. ກະ​ຕຸ້ນ​ຕາມ​ໂອ­ກາດ​ເໝາະ​ສົມ.

ສິ່ງ​ທີ່​ຜູ້​ຄຸມ​ງານ​ຄວນ​ລະ­ວັງ​ນັ້ນ ເມື່ອ​ເວ­ລາ​ມອບ​ວຽກ​ໃຫ້ ແລ້ວ​ຕັດ​ຫາງ​ປ່ອຍ​ເລີຍ ບໍ່​ສົນ­ໃຈ​ຕິດ­ຕາມ​ກວດ­ກາ ນັ້ນ​ຖື​ວ່າ​ຜິດ­ພາດ ບາງ​ຄັ້ງ​ພະ­ນັກ­ງານ​ມີ​ບັນ­ຫາ​ລຳ­ບາກ​ຍາກ­ແຄ້ນ ກໍ່​ໃຫ້​ເຂົາ​ແກ້​ເອົາ​ເອງ ນັ້ນ​ເຫັນ​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ຄວນ​ເຮັດ ຕ້ອງ​ຕິດ­ຕາມ​ເອົາ­ໃຈ­ໃສ່​ແກ້​ໂດຍ​ໄວ ບໍ່​ແກ່­ຍາວ ຫ້າມ​ຫາ​ຄົນ​ອື່ນ​ມາ​ແກ້​ແທນ​ເຮົາ ໂດຍ​ທີ່​ເຮົາ​ຜູ້​ຄຸມ​ບໍ່​ທັນ​ຮ້ອງ​ຂໍ ບໍ່​ດັ່ງ­ນັ້ນ ຕຳ­ແໜ່ງ​ຜູ້​ຄຸມ​ອາດ​ຈະ​ຕົກ​ເປັນ​ຂອງ​ຜູ້​ມາ​ແກ້​ແທນ​ໃນ​ໂອ­ກາດ​ຕໍ່​ໄປ​ກໍ່​ອາດ​ເປັນ​ໄດ້.

ງ. ຢັບ​ຢັ້ງ​ໄວ້​ກ່ອນ.

ໃນ​ການ​ເຮັດ​ວຽກ​ນັ້ນ ມີ​ບາງ​ຄັ້ງ​ກໍ່​ຖືກ­ຕ້ອງ ມີ​ບາງ​ຄັ້ງ​ກໍ່​ຜິດ­ພາດ ຜູ້​ຄຸມ​ງານ​ຕ້ອງ​ມີ​ສາຍ­ຕາ ຫຼື ສະ­ຕິ​ໃນ​ການ​ຕິດ­ຕາມ​ກວດ­ກາ ເມື່ອ​ພົບ​ເຫັນ​ຂໍ້​ຜິດ­ພາດ​ຕ້ອງ​ຢັບ​ຢັ້ງ ຫຼື ຕັດ​ໄຟ​ແຕ່​ຕົ້ນ​ລົມ​ທັນ­ທີ ເພື່ອ​ຊອກ​ຫາ​ສາ­ເຫດ ແກ້​ໄຂ ແລ້ວ​ຈຶ່ງ​ເດີນ​ຕໍ່ ບໍ່​ຄວນ​ປ່ອຍ­ປະ​ລະ­ເລີຍ ເຊິ່ງ​ຈະ​ເປັນ​ເງື່ອນ­ໄຂ​ໃຫ້​ຄວາມ​ຫາຍ­ຍະ­ນະ​ມາ​ເຖິງ.

ຈ. ບໍ່​ຄວນ​ມີ​ອາ­ລົມ​ສັບ­ສົນ.

ຜູ້​ຄຸມ​ງານ​ຄວນ​ມີ​ອາ­ລົມ​ໝັ້ນ​ທ່ຽງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ເມື່ອ​ເກີດ​ມີ​ບັນ­ຫາ​ຕ້ອງ​ຕັດ­ສິນ​ດ້ວຍ​ເຫດ­ຜົນ ແລະ ຄວາມ​ເປັນ​ວິ­ຊາ​ການ ບໍ່​ຄວນ​ວູ່​ວາມ​ຕັດ­ສິນ​ຖິ້ມ​ໂທດ​ໃສ່​ຜູ້​ເຮັດ ໂດຍ​ປາ­ສະ­ຈາກ​ການ​ສືບ­ສວນ-ສອບ​ສວນ ຖ້າ​ຢາກ​ເປັນ​ຜູ້​ຄຸມ​ງານ​ທີ່​ເຮັດ​ໃຫ້​ລູກ​ນ້ອງ ຫຼື ເພື່ອນ​ຮ່ວມ​ງານ​ເຮັດ​ວຽກ​ດີ​ຂຶ້ນ ຕ້ອງ​ມີ​ຂໍ້​ທີ່​ພວກ​ເຂົາ​ເຊື່ອ​ຖື ແລະ ຍອມ­ຮັບ​ໄດ້ ໂດຍ​ສະ­ເພາະ​ອຸ­ປະ​ນິ­ໄສ ທ່າ​ທີ​ການ​ເຮັດ​ວຽກ​ຂອງ​ຕົນ​ເອງ ຮູ້​ເອົາ­ໃຈ​ເຂົາ​ມາ​ໃສ່­ໃຈ​ເຮົາ ຄວນ​ມີ​ອາ­ລົມ​ດີ ມີ​ສີ​ໜ້າ​ເບີກ­ບານ​ຢູ່​ຕະ­ຫຼອດ ຄື​ຫຼັກ​ສຳ­ຄັນ​ຂອງ​ການ​ເອົາ​ຊະ­ນະ​ໃຈ​ຄົນ.

ສ. ບໍ່​ຄວນ​ອະ​ລຸ່ມ​ອະ​ຫຼ້ວຍ​ກັນ.

ຖ້າ​ຢາກ​ເປັນ​ຄົນ​ຄຸມ​ງານ​ຄົນ​ເຮັດ​ວຽກ​ທີ່​ດີ ບໍ່​ຄວນ​ມີ​ນິ­ໄສ​ອະ​ລຸ່ມ​ອະ​ຫຼ້ວຍ​ກັບ​ເພື່ອນ​ຮ່ວມ​ງານ​ໄປ​ທຸກ​ເລື່ອງ ເພາະ​ນອກ­ຈາກ​ຈະ​ກະ­ທົບ­ກະ­ເທືອນ​ຕໍ່​ຕົນ​ເອງ​ແລ້ວ ເພື່ອນ​ຮ່ວມ​ງານ​ກໍ່​ຈະ​ບໍ່​ເອົາ​ສາຍ­ຕາ​ເບິ່ງ​ເຊັ່ນ​ກັນ ຄົນ​ທີ່​ເຮັດ​ວຽກ​ງານ​ຢ່າງ​ຈິງ​ຈັງ ໂດຍ​ສະ­ເພາະ​ກັບ​ວຽກ​ງານ​ບໍ­ລິ­ສັດ​ນັ້ນ​ຕ້ອງ​ມີ​ແບບ​ວິ­ທີ ເນັ້ນ​ໃສ່​ຈຸດ​ມຸ່ງ​ໝາຍ​ທີ່​ວຽກ​ງານ​ໂດຍ​ກົງ ແຕ່​ບໍ່​ແມ່ນ​ຄົນ​ຄວາມ​ຕ້ອງ­ການ​ຄົນ​ແມ່ນ​ຢູ່​ບ່ອນ​ໃຫ້​ລູກ​ນ້ອງ​ເຮັດ​ວຽກ​ໄດ້​ດີ​ທີ່​ສຸດ ມີ​ປະ­ສິດ­ທິ­ພາບ​ທີ່​ສຸດ ຈຶ່ງ​ຈະ​ເປັນ​ຫົວ­ໜ້າ​ທີ່​ທົນ​ທານ​ຕໍ່​ການ​ທົດ​ສອບ​ທຸກ​ປະ­ການ​ໄດ້.

หมายเลขบันทึก: 562404เขียนเมื่อ 21 กุมภาพันธ์ 2014 22:16 น. ()แก้ไขเมื่อ 21 กุมภาพันธ์ 2014 22:16 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท