ລາວເທິງ ຫຼຶ ຂະມຸ


ຮີດ 12 ຄອງ 14 ປະເພນີການແຕ່ງດອງຂອງເຜົ່າກຶມມຸ ແຂວງໄຊຍະບູລີ

Date of News ວັນທີ 06/07/2012 - ເວລາ 11:41:41 ເບິ່ງ 413

ໂດຍ: ວົງວິໄລ

 ເຜ່ົາກຶມມຸຫລືຂະມຸແມ່ນຊົນເຜ່ົາຫນຶ່ງທີ່ມີຮີດຄອງປະເພນີແລະວັດທະນະທຳທີ່ມີມູນເຊື້ອສະເພາະຂອງຕົນ ເອງ, ເຊັ່ນ: ປະເພນີການແຕ່ງດອງ, ປະເພນີການເກີດລູກ, ປະເພນີການເປັນຜົວ-ເມຍດຽວກັນ, ປະເພນີການພົວພັນສັງຄົມ, ການພົວພັນພາຍໃນແລະພາຍນອກ, ຄອບຄົວຕໍ່ຄອບຄົວມີຄວາມຈົ່ງຮັກພັກດີ, ມີຄວາມສາມັກຄີກັນເປັນອັນ ຫນຶ່ງອັນ ດຽວກັນໃນວົງຄະນາຍາດແຫ່ງຊາດລາວເຮົາປຽບເຫມືອຄອບຄົວໃຫຍ່ທີ່ສຸດແລະມີຊີວິດການເປັນຢູ່ອັນອຸດົມສົມບູນ ດ້ວຍຊັບພະຍາກອນທຳມະຊາດເຊິ່ງປະກອບດ້ວຍທີ່ຕັ້ງແລະພູມສັນຖານແຕກຕ່າງກັນ, ເຜົ່າກຶມມຸສ່ວນຫລາຍ ມັກຈະ ຕັ້ງຢູ່ພູດອຍເປັນສ່ວນຫລາຍ, ເຜົ່າກຶມມຸສ່ວນຫລາຍແມ່ນມັກດຳລົງຊີວິດແບບທຳມະຊາດເຄື່ອງນຸ່ງ, ເຄື່ອງຖື, ເຄື່ອງຢູ່ຂອງກິນແບບທຳມະຊາດ, ສະເພາະຮີດຂອງປະເພນີການແຕ່ງດອງເຜ່ົາກຶມມຸນັ້ນໄດ້ສະແດງອອກ ດັ່ງນີ້ຜູ້ຊາຍ ຖ້າຫາກໄດ້ແຕ່ງດອງກັບແມ່ຍິງຄົນໃດຄົນຫນຶ່ງແລ້ວຈະຕ້ອງໄດ້ແຕ່ງເມືອເຮືອນຂອງເຈົ້າບ່າວໃນມື້ນັ້ນທັນທີ່ ໂລດສ່ວນຜູ້ເປັນລູກໃພ້ນັ້ນຈະຕ້ອງໄດ້ໄປຢູ່ ເຮືອນເຈົ້າບ່າວເພື່ອຈະໄດ້ດູແລເບິ່ງແຍງ ພໍ່ປູ່ແມ່ຍ່າພ້ອມ ທັງນ້ອງນຸ່ງອີກດ້ວຍ.

 ດ້ານຮີດຄອງປະເພນີການແຕ່ງດອງຂອງຊົນເຜ່ົາກຶມມຸສ່ວນຫລາຍຈະຕ້ອງໄດ້ແຕ່ງດອງລະຫວ່າງເດືອນຈຽງແລະເດືອນຍີ່ ຕາມຮີດຄອງທີ່ເກົ່າແກ່ເຊັ່ນ: ປູ່ຍ່າຕາຍາຍເພິ່ນເຄີຍມີມາແຕ່ກ່ອນຖ້າຫາກຄູ່ບ່າວສາວຫາກມີຄວາມັກຮັກ, ເຖິງອາຍຸກະສຽນແລະມີຄວາມເຂົ້າໃຈທັງສອງຝ່າຍນັ້ນຈະຕ້ອງໄດ້ແຕ່ງດອງໃນລະຫວ່າງເດືອນຈຽງ-ເດືອນຍີ່ນັ້ນເປັນ ເດືອນດີທີ່ສຸດສຳລັບເຜົ່າກຶມມຸຖ້າຫາກກາຍເດືອນນັ້ນແລ້ວຈະຕ້ອງໄດ້ມີການໂຈະກ່ອນຈົນກວ່າຈະມາຄົບຮອບລະ ຫວ່າງເດືອນນັ້ນຈິ່ງຈະສາມາດເອົາກັນໄດ້. ຄຳສຸພາສິດເພິ່ນເວົ້າວ່ານີ້ເປັນຮີດ 12 ຄອງ 14 ຮີດຍີ່ຄອງຈຽງເປັນ ມື້ລຳເລີດ, ເກີດມາມີໂຊກມີລາບອັນຍິ່ງໃຫຍ່, ຜູ້ຊາຍແລະແມ່ຍິງໃນເມື່ອເຖິ່ງກະສຽນໄວຫນຸ່ມແລ້ວກໍ່ຈະ ເກີດ ມີ ຄວາມມັກຄວາມຮັກຄວາມປາຖະຫນາຈິ່ງຢາກມີຊູ້ຮັກແຟນແພງແລະຕ້ອງການຢາກໄດ້ຄູ່ຊີວິດ, ອີກອັນຫນຶ່ງກໍ່ ເພື່ອຊ່ວຍວຽກພໍ່ແມ່ໃນຍາມຈຳເປັນສ່ວນຫລາຍຈະເປັນຄອບຄົວທີ່ດ້ອຍພັດທະນາ.

  ການສະແດງອອກຂອງຜູ້ບ່າວ,  ຜູ້ສາວມີຄວາມມັກຄວາມຮັກແລ້ວກໍ່ຈະມີການຕິດຕາມກັນໃຊ້ເວລາແລະຄວາມພະຍາຍາມ ຕິດຕາມສັງເກດການເຄື່ອນໄຫວຢູ່ຕາມສະຖານທີ່ການອອກແຮງງານຕ່າງໆນັບທັງບ້ານດຽວກັນແລະຕ່າງບ້ານກໍ່ເຊັ່ນ ກັນ ໂດຍສະເພາະການສັງເກດບິ່ງໃນນາມຜູ້ສາວລົງໄປເຮັດວຽກເຮັດງານຢູ່ໄຮ່, ຢູ່ສວນ, ຢູ່ນາ, ເຮືອນຊານບ້ານຊ່ອງ, ໄປມາ ຫາກິນ, ມີຄວາມດຸຫມັ່ນຂະຫຍັນພຽນຕື່ນເດິກລຸກເຊົ້າ, ຫນຶ້ງເຂົ້າເປົ່າໄຟ, ຕຳເຂົ້າເອົາຮຳ, ເປ້ຟືນ, ແຕ່ງຢູ່ ຄົວກິນຫລືການປະພຶດຕ່າງໆກໍ່ເຊັ່ນດຽວກັນ, ດ້ານຮີດຄອງ:  ໃນເວລາຜູ້ບ່າວຈະໄປຂໍຜູ້ສາວຕ້ອງມີການສູ່ຂໍນຳ ພໍ່ແມ່ລຸງຕານ້າບ່າວສາກ່ອນຈັກຫນຶ່ງຫລືສອງຄັ້ງການສູ່ຂໍບາດທຳອິດເວົ້າແບບຄອບຄົວທັງສອງຝ່າຍສອງດ້ານ ກ່ອນ, ບາດທີສອງແມ່ນເວົ້າເຖິງຮີດຄອງຫລືຄ່າສິນສອດຄ່າດອງ, ຄ່າດອງຕ້ອງມີເງິນຫມັນປະມານ40 ຫາ50 ຫມັນ (ເງິນກີບເກົ່າ) ຈາກນັ້ນກໍ່ມີເງິນເຈ້ຍຈຳນວນຫນຶ່ງ ພ້ອມທັງເຄື່ອງນຸ່ງຂອງຖືເປັນຊຸດແລະຂັນຫມາກ, ຫມູ1  ໂຕ, ແລ້ວເອົາຍາດຕິພີ່ນ້ອງເຖົ້າແກ່ແນວໂຮມມາຂໍ, ສ່ວນຫມູນັ້ນແມ່ນໃຫ້ພໍ່ແມ່ລຸງຕາຂອງເຈົ້າສາວກິນພ້ອມ ທັງມອບເງິນຈຳນວນຫນຶ່ງໃຫ້ຝ່າຍເຈົ້າສາວເພື່ອເປັນຫລັກຖານພິຍານທັງສອງຝ່າຍ, ຕໍ່ຈາກນັ້ນມາຜູ້ເປັນ ເຈົ້າ ບ່າວນັ້ນຕ້ອງໄດ້ແບ່ງເຄື່ອງຢູ່ຂອງກິນໃຫ້ຝ່າຍຍິງເປັນປະຈຳພ້ອມທັງດູແລເບິ່ງແຍງຈົນກວ່າ ຈະຮອດ ມື້ແຕ່ງ ດອງຈາກມື້ນັ້ນມາພໍ່ແມ່ຂອງເຈົ້າບ່າວພ້ອມທັງພໍ່ແມ່ຂອງເຈົ້າສາວຕ້ອງໄດ້ລົມກັນອີກເທື່ອຫນຶ່ງ ເພື່ອຈະໄດ້ຫາມື້ງາມຍາມດີປະມານສອງຫາສາມເດືອນຂຶ້ນໄປເພື່ອຈະໄດ້ກະກຽມຫນຶ້ງເຫລົ້າໄຫ,ເຫລົ້າໄຫແມ່ນຮີດ ຄອງສຳລັບເຜົ່າກຶມມຸໃນເວລາມີງານດອງ, ງານສ້າງສັນແລະງານອື່ນໆ, ພວກຊາວບ້ານມັກຈະເອົາເຫລົ້າ ໄຫລນັ້ນມາຕ້ອນ ຮັບແຂກຄົນຖ້າຫາກຜູ້ໄດ້ດູດເຫລົ້າໄຫຖືວ່າແຂກຜູ້ນັ້ນເຂົາເຈົ້າຮັກທີ່ສຸດຫລືຮັກຫລາຍ, ຖັດຈາກນັ້ນມາ ພໍ່ແມ່ເຈົ້າບ່າວແລະເຈົ້າສາວພ້ອມທັງຍາດຕິພີ່ນ້ອງທັງສອງຝ່າຍຈະໄດ້ກຽມຈິດກຽມໃຈຕ້ອນຮັບລູກເຂີຍແລະລູກ ໃພ້, ພໍ່ແມ່ເຈົ້າສາວພ້ອມທັງຍາດພີ່ນ້ອງທັງສອງຝ່າຍໄດ້ກຽມຈິດກຽມໃຈຕ້ອນຮັບລູກເຂີຍແລະລູກໃພ້ພໍ່ແມ່ ເຈົ້າບ່າວພ້ອມທັງຍາດຕິພີ່ນ້ອງກໍ່ຈະໄດ້ກະກຽມວັດຖຸປັດໄຈທີ່ຈະຮັບປະທານແລະການໃຊ້ຈ່າຍໃນມື້ແຕ່ງດອງຕາມ ປະເພນີທີ່ເຄີຍປະຕິບັດກັນມາ, ໃນຄ່ຳຄືນມື້ທີ່ຈະກິນດອງນັ້ນເຈົ້າບ່າວຕ້ອງໄດ້ຂ້າຫມູ1 ໂຕໃຫ້ເຖົ້າແກ່ ແນວໂຮມກິນກ່ອນແລ້ວເອົາເງິນຈຳນວນນັ້ນໄປມອບໃຫ້ພໍ່ແມ່ລຸງຕາຂອງເຈົ້າສາວຕາມຈຳນວນພ້ອມທັງ ງົວຫລື ຄວາຍ1 ໂຕ,  ຂ້າກິນເວລາຫລັງພາຂວັນແລະ  ຮັບປະທານອາຫານເພື່ອເປັນສີລິມຸງຄຸນແກ່ຄູສົມລົດໃຫມ່ຈາກນັ້ນພໍ່ແມ່ ຍາດພີ່ ນ້ອງທັງເຈົ້າບ່າວຕ້ອງໄດ້ຮັບແຂກພ້ອມທັງພໍ່ແມ່ແລະລຸງຕານ້າບ່າວຝ່າຍຍິງພ້ອມກັນມ່ວນຊື່ນຢ່າງ ຄຶກຄື້ນມີສຽງເສບ, ສຽງດົນຕີ, ສຽງເພງ, ສຽງຂັບ, ສຽງລຳ, ຂັບເຕີມຜູ້ເຖົ້າຜູ້ແກ່ໄວຫນຸ່ມຊຸມສາວພ້ອມທັງດູດ ເຫລົ້າໄຫຢ່າງເບີກບານມວນຊື່ນມື້ຫນຶ່ງຄືນຫນຶຶ່ງ  ເມື່ອສຳເລັດເປັນທີ່ຮຽບຮ້ອຍແລ້ວລູກສະໃພ້ ພ້ອມ ດ້ວຍພໍ່ແມ່ລຸງຕານ້າບ່າວພ້ອມທັງຍາດຕິພີ່ນ້ອງທັງເຈົ້າສາວຈະຕ້ອງໄດ້ເມືອສົ່ງລູກທີ່ເຮືອນຂອງເຈົ້າບ່າວ ທັນທີ່ມີຫຍັງໃຫ້ລູກສາວແລະລູກເຂີຍຂອງຕົນເອງແມ່ນໄດ້ໃຫໃນມື້ດຽວກັນນັ້ນເລີຍ.

ຄຳເຫັນຂອງທ່ານ:
ແຈ້ງ! ເຖິງຜູ້ອ່ານທຸກທ່ານທີ່ຕ້ອງການໃຫ້ຄໍາເຫັນໃນບົດ ຫລື ຂ່າວຂອງທາງເວັບໄຊພວກເຮົາ ກະລຸນາພິມເປັນພາສາລາວ ເພື່ອເປັນການເຂົ້າໃຈເຖິງຈຸດປະສົງຂອງທ່ານທີ່ຈະໃຫ້ຄໍາແນະນໍາຕ່າງໆ ແລະ ພວກເຮົາຈະສະແດງຂໍ້ຄວາມຂອງທ່ານອອກ ທາງຫນ້າເວັບໄຊ (ພາສາອື່ນໆພວກເຮົາຈະບໍ່ສະແດງໃນຫນ້າເວັບໄຊ)
คำสำคัญ (Tags): #ດີ
หมายเลขบันทึก: 560525เขียนเมื่อ 30 มกราคม 2014 10:10 น. ()แก้ไขเมื่อ 30 มกราคม 2014 10:10 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท