ເຜົ່າຕ່າງໆ


ຊົນເຜົ່າຕ່າງໆ ໃນ ສປປ ລາວ

ສປປ ລາວ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນເເຫຼມອິນດູຈີນ ແຫ່ງພາກພື້ນອາຊີອາຄະເນ, ມີຊາຍ ແດນຕິດກັບ 5 ປະເທດ ເຊັ່ນ :
ທິດເໜືອຕິດກັບ ສ ປ ຈີນ, ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ,ທິດຕາເວັນຕົກ
ຕິດກັບລາຊະອານາຈັກໄທ ແລະ ສະຫະພາບມຽນມາ. ມີເນື້ອທີ່ 236.800 ຕາຕະລາງກິໂລຕາແມັດ,ມີພົນລະເມືອງ 5,6 ລ້ານ
ກວ່າຄົນ, ພາສາ ແລະອັກສອນລາວເປັນພາສາ ແລະອັກສອນທີ່ໃຊ້ເປັນທາງການ.ດ້ານການປົກຄອງທ້ອງຖິ່ນໄດ້ແບ່ງອອກເປັນ
3 ຂັ້ນຄື:ຂັ້ນແຂວງມີ 16 ແຂວງ 1 ນະຄອນຫຼວງ,ຂັ້ນເມືອງມີ 140 ເມືອງ.

ປະເທດລາວປະຈຸບັນແມ່ນບັນພະບູລຸດຂອງຊາດລາວໄດ້ພ້ອມກັບປະຊາຊົນ ບັນດາເຜົ່າດຳເນີນການຕໍ່ສູ້ເພື່ອການດຳລົງຄົງຕົວ
ແລະຂະຫຍາຍຕົວ ບົນດິນແດນອັນແສນຮັກແຫ່ງນີ້.ຜ່ານຫຼາຍສະຕະວັດ,ບັນ ພະບູລຸດຂອງພວກເຮົາໄດ້ທ້ອນໂຮມກົກ - ເຫຼົ່າ
ຕ່າງໆໃນແຕ່ລະເຂດ ເຂົ້ເປັນເຜົ່າຕ່າງໆແລະໄດ້ສ້າງເມືອງຖິ່ນເດີມຂຶ້ນແຕ່ລະກ້າວ.ບາດ ກ້າວກະໂດດຂັ້ນໃນຂະບວນວິວັດແຫ່ງ
ການທ້ອນໂຮມຂອງບັນພະບູລຸດ ແມ່ນການກຳເນີດປະເທດລາວລ້ານຊ້າງໄດ້ເປີດສາກໃຫ້ແກ່ການທ້ອນໂຮມ ປະເທດຊາດເປັນ
ເອກະພາບ ເຮັດໃຫ້ການສ້າງສາພັດທະນາ ປະເທດຊາດ ນັບມື້ເຕີບໃຫຍ່ເຂັ້ມແຂງ,ຊົນ ເຜົ່າຕ່າງໆ ມີການພົວພັນນັບມື້ນັບໜັກ
ແໜ້ນ.ປະເທດລາວເປັນປະເທດ ໜຶ່ງທີ່ປະກອບດ້ວຍຫຼາຍກຸ່ມວົງຄະນາຍາດຄົນ ທີ່ມີພາສາປາກ ເວົ້າ, ປະຫວັດສາດຄວາມເປັນ
ມາທີ່ຕິດພັນເຖິງຊື່ເອີ້ນ,ມີຮີດຄອງປະເພນີ ແລະວັດທະນະທຳ ທີ່ເປັນເອກະລັກ,ມີ ລະບົບແນວຄິດຈິດຕະສາດທີ່ສະແດງອອກໃນ
ວົງຄະນາຍາດວັດທະນະທຳ ແລະອື່ນໆ. ໃນຂະບວນວິວັດແຫ່ງ ການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ ແລະ ເຮັດໃຫ້
ວົງຄະນາຍາດແຫ່ງຊາດເປັນຮູບເປັນຮ່າງຂຶ້ນນັ້ນ,ບັນພະບູລຸດຂອງພວກເຮົາໄດ້  ຕໍ່ສູ້ຢ່າງຕໍ່ເນື່ອງເພື່ອຕ້ານກັບ ການຮຸກຮານ,
ຄອບງຳ,ການກົດຂີ່ຂຸດຮີດ  ແລະ ການແບ່ງແຍກຊາດເຮົາຈາກພວກສັກດີນາ ແລະ ຈັກກະພັດຕ່າງດ້າວຫຼາຍຍຸກຫຼາຍສະໄໝ.
ຜ່ານຂະບວນວິວັດດັ່ງກ່າວ, ບັນດາກຸ່ມວົງຄະນາຍາດຄົນໃນປະເທດເຮົາ ຈິ່ງມີຊື່ເອີ້ນແຕກຕ່າງກັນລວມທັງ ບັນດາຊື່ເອີ້ນທີ່ມີລັກ
ສະນະເຢາະເຢີ້ຍ,ສຽດຊີ,ດູຖູກ, ໝິ່ນປະໝາດ ເຊັ່ນ: ຂ້າ ( ຂ້າມຸ, ຂ້າແມ້ວ,ຂ້າຕອງເຫລືອງ,ຂ້າແຂ້ວຕັດ, ຂ້າບອງຫູ,ຂ້າສອງ
ຫາງ,ຂ້າສາມຫາງຂ້ອຍຂ້າ ແລະ ອື່ນໆ) ຊຶ່ງໄດ້ກາຍເປັນຊື່ເອີ້ນຂອງບາງກຸ່ມຄົນຕໍ່ບາງຊົນເຜົ່າ ໃນທຸກມື້ນີ້. ນອກຈາກນັ້ນຍັງມີ
ຊື່ເອີ້ນຈຳນວນໜຶ່ງທີ່ບໍ່ແມ່ນ ຊື່ດັ້ງເດີມຂອງເຂົາເຈົ້າຊຶ່ງຈຳເປັນຕ້ອງສືບຕໍ່ຄົ້ນຄວ້າເພື່ອ ໃຫ້ຊັດເຈນຕື່ມ.
    
ເພື່ອກຳນົດໂຄງປະກອບແລະ ສັບ ຊ້ອນຊື່ຊົນເຜົ່າໃຫ້ຖືກຕ້ອງກັບຫຼັກການຊົນເຜົ່າວິທະຍາ ແລະ ສະພາບຈຸດພິເສດຂອງບັນດາ
ຊົນເຜົ່າໃນ ສ ປ ປ ລາວບົນພື້ນຖານທີ່ຊົນເຜົ່າ ເຂົາເຈົ້າມັກພ້ອມກັນນີ້ກໍ່ເພື່ອຈຳ ກັດ, ແກ້ໄຂ ແລະກ້າວໄປເຖິງການລຶບລ້າງຊື່
ຊົນເຜົ່າ ທີ່ມີຄວາມຫມາຍ ສຽດສີ ແລະ ດູຖູກໝິ່ນປະໝາດເພື່ອເພີ່ມທະວີຄວາມ ສາມັກຄີ, ຄວາມສະເໜີພາບ ລະຫວ່າງເຜົ່າ
ຕ່າງໆ, ສ້າງຈິດສຳ ນຶກໃຫ້ແຕ່ລະຊົນເຜົ່າມີຄວາມພູມໃຈໃນຊົນເຜົ່າຂອງຕົນເອງ ທີ່ຢູ່ໃນວົງຄະນາຍາດ ແຫ່ງຊາດລາວ, ປັບປຸງ
ສະຕິຊາດ ແລະປະເທດຊາດເປັນເອກະພາບອັນໜຶ່ງ ອັນດຽວ; ຕ້ານກົນອຸບາຍແບ່ງແຍກຂອງພວກອິດທິກຳລັງປໍລະປັກ,ລຶບລ້າງ
ຮ່ອງ ຮອຍຂອງຄວາມລະແວງສົງໄສ ລະຫວ່າງເຜົ່າຕ່າງໆ ທີ່ປະຫວັດສາດປະໄວ້,ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດ
ຊາດໃຫ້ເຂັ້ມແຂງ ແລະໜັກແໜ້ນ.

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມຂະນົບທຳນຽມ, ຮີດຄອງປະເພນີກໍຄື ວັດທະນະ ທຳອັນດີງາມ ທີ່ເປັນເອກະລັກຂອງແຕ່
ລະຊົນເຜົ່າ. ເພື່ອຈຳກັດ, ແກ້ໄຂ ແລະ ລຶບລ້າງສິ່ງຕ່າງໆທີ່ບໍ່ດີ, ສິ່ງກີດກ້ັນການຂະຫຍາຍຕົວ ກໍຄືຄວາມສາມັກຄີຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນບັນດາເຜົ່າ.

ເພື່ອປະກອບສ່ວນ ສະໜອງບັນດາຂໍ້ມູນກ່ຽວກັນຊົນເຜົ່າ ໃຫ້ແກ່   ພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາເຂົ້າ
ໃນການວາງ ແລະຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍ ບາຍ,ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຖືກຕ້ອງ
ກັບສະພາບຈຸດພິເສດ ແລະຄວາມເປັນຈິງຂອງຊົນເຜົ່າໃນແຕ່ລະທ້ອງຖິ່ນ.

ສາມາດກຳນົດ ແລະ ຮັບຮູ້ໃນເບື້ອງຕົ້ນວ່າຢູ່ປະເທດເຮົາ ມີຈັກຊົນເຜົ່າແທ້, ແຕ່ລະຊົນເຜົ່າປະກອບມີແຊງ ຫຼື ຂະແໜງໃດແດ່.
ການເອີ້ນຊື່ຊົນເຜົ່າ ຈະຮັບປະກັນໄດ້ດ້ານຫຼັກການຊົນເຜົ່າ ວິທະຍາໂດຍພື້ນຖານ ແລະຊື່ທີ່ຊົນເຜົ່າເຂົາເຈົ້າມັກ.ພ້ອມກັນນີ້ກໍສາ
ມາດຈຳກັດ,ແກ້ໄຂ ແລະລຶບລ້າງໄດ້ກຽ່ວກັບຊື່ເອີ້ນຂອງຊົນເຜົ່າທີ່ມີລັກສະນະເຢາະເຢ້ີຍ,ສຽດສີ, ດູຖູກ,ໝິ່ນປະໝາດ ແລະ
ຊື່ ເອີ້ນອື່ນໆທີ່ມີຄວາມໝາຍບໍ່ດີ.

ຊ່ວຍຍົກຖານະບົດບາດຂອງບັນດາຊົນເຜົ່າໃຫ້ສູງຂຶ້ນເຮັດໃຫ້ບັນດາຊົນ ເຜົ່າມີຄວາມພູມໃຈ ໃນຄວາມເປັນຊົນເຜົ່າຂອງຕົນເອງ
ທີ່ຢູ່ໃນວົງ ຄະນາຍາດແຫ່ງຊາດລາວເອກະພາບ. ຄວາມສາມັກຄີ ແລະສິດສະເໝີພາບລະຫວ່າງຊົນເຜົ່າໃນຄອບຄົວໃຫຍ່ແຫ່ງ
ຊາດລາວໄດ້ ຮັບການປະຕິບັດ ແລະ ມີຄວາມໜັກແໜ້ນ,ສິດເປັນເຈົ້າຂອງປະເທດຊາດ ນັບທັງເອກະລັກດ້ານຕ່າງໆ ຂອງຊົນ
ເຜົ່າ ແລະຂອງຊາດໄດ້ຮັບການສົ່ງເສີມ; ຕ້ານກັບກົນອຸບາຍແບ່ງແຍກຊົນເຜົ່າຂອງພວກອິດທິກຳລັງປໍລະປັກ, ແກ້ໄຂຮ່ອງຮອຍ
ຂອງຄວາມລະແວງສົງໄສ,ຄວາມອາຄາດບາດໝາງລະຫວ່າງເຜົ່າຕ່າງໆທີ່ປະຫວັດສາດປະໄວ້.  
 
ສາມາດຮັບຮູ້ ແລະເຂົ້າໃຈກ່ຽວກັບຮີດຄອງປະເພນີ ກໍຄືວັດທະນະທຳອັນດີງາມຂອງ ບັນດາຊົນເຜົ່າເພື່ອອະນຸລັກຮັກສາ ແລະ
ສົ່ງເສີມ,ແກ້ ໄຂສິ່ງທີ່ກີດຂວາງການຂະຫຍາຍຕົວ ແລະຄວາມສາມັກຄີລະຫວ່າງຊົນເຜົ່າ ໃນຂະບວນການປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ.ປະກອບຂໍ້ມູນທີ່ເປັນປະໂຫຍດໃຫ້ ແກ່ພັກ - ລັດຖະບານ ແລະພາກສ່ວນຕ່າງໆ ເພື່ອພິຈາລະ
ນາເຂົ້າໃນການວາງ ແລະຈັດຕັ້ງປະຕິບັດແນວທາງ,ແຜນນະໂຍບາຍ,ນະໂຍບາຍ ແລະແຜນການພັດທະນາເສດຖະກິດ-ສັງຄົມ
ໃຫ້ຖືກຕ້ອງ ແລະສອດຄ່ອງກັບຈຸດພິເສດຂອງແຕ່ລະຊົນເຜົ່າແຕ່ລະທ້ອງຖິ່ນ.

ການກຳເນີດ,ຄົງຕົວ ແລະຂະຫຍາຍຕົວຂອງມວນມະນຸດຊາດ ແມ່ນໄດ້ຜ່ານຂະບວນວິວັດແຫ່ງການອອກແຮງງານຫລາຍຮ້ອຍ
ລ້ານປີ,ສັງຄົມສະຫະຊີບປະຖົມບູຮານໄດ້ຂະຫຍາຍຕົວກາຍເປັນສັງຄົມ ທີ່ມີການຈັດຕັ້ງ ຊຶ່ງພວກເຮົາເອີ້ນວ່າ: ກົກ, ເຫລົ່າ,ຊົນ
ເຜົ່າ,ຊາດ,ສັນຊາດ,ເຊື້ອຊາດ ແລະປະເທດຊາດ.

      ໜຶ່ງ : ກົກ  ແມ່ນກຸ່ມຄົນທີ່ມີເລືອດເນື້ອເຊື້ອສາຍດຽວກັນ,ແຕ່ ລະກົກມີຫົວໜ້າ ເພື່ອຄຸ້ມຄອງ ແລະ ບັນຊາ.ຄົນໃນກົກ
ນັບມື້ນັບອອກແມ່ແຜ່ລູກ ເຮັດໃຫ້ຄວາມຕ້ອງການໃນການດຳລົງຊີວິດເປັນຕົ້ນແມ່ນຂອບເຂດການທຳ ມາຫາກິນກໍເພີ້ມຂຶ້ນ ພາ
ໃຫ້ຕ້ອງໄດ້ແຍກອອກເປັນຫຼາຍກົກ. ບັນດາກົກດັ່ງກ່າວພັດລວມຕົວ ກັນເຂົ້າເປັນວົງຄະນາຍາດໃຫມ່ທີ່ໃຫຍ່ກວ່າເກົ່າ ເອີ້ນວ່າ
ເຫຼົ່າ.
      ສອງ : ເຫຼົ່າ ແມ່ນການລວມຕົວກັນ ຫລື ການສຳພັນຂອງຫຼາຍໆກົກ ທີ່ມີສາຍເລືອດດຽວກັນເພ່ືອສະດວກໃນການດຳ
ລົງຊີວິດແລະການຜະລິດ .ເຫຼົ່າມີພື້ນຖານການຜະລິດ ແລະທີ່ດິນລວມຂອງຕົນ.ເຫຼົ່າ ມີການຈັດຕັ້ງສັງຄົມຂອງຕົນເອີ້ນວ່າສະພາ
ຊຶ່ງປະກອບດ້ວຍຫົວໜ້າຂອງກົກຕ່າງໆເປັນຜູ້ຮັບຜິດຊອບ ແລະບັນຊາລວມ.
      ກົກ-ເຫຼົ່າແມ່ນການຈັດຕັ້ງສັງຄົມຂອງວົງຄະນາຍາດຄົນສະຫະຊີບປະຖົມບູຮານ,ບໍ່ມີຄວາມຫມັ້ນທ່ຽງ ແລະປົກກະຕິ,ການ
ພົວພັນກໍບໍ່ແໜ້ນແຟ້ນ.ໃນບັນດາປະເທດທີ່ດ້ອຍພັດທະນາ ຍັງມີຮ່ອງຮອຍເສດເຫລືອຂອງສັງຄົມ ກົກ-ເຫຼົ່າ ເຊັ່ນ: ການພົວພັນ
ຮັກແພງກັນຕາມສາຍເລືອດ,ການເຊື່ອຖື ແລະ ບູຊາຜີສາງນາງໄມ້ຮ່ວມກັນ, ການແຈກຢາຍແບບສະເລ່ຍ,ຈິດຕະສາດເຊື້ອສາຍ
ລາຍລ່ອງ,ການສົມລົດແບບປະຖົມບູຮານ ແລະອື່ນໆດັ່ງນີ້ເປັນຕົ້ນ.
      ສາມ: ປະຈຸບັນ,ຍັງມີຫລາຍທັດສະນະແຕກຕ່າງກັນກ່ຽວກັບ ຊົນເຜົ່າ ເຊັ່ນ:
      - ຊົນ ເຜົ່າ ແມ່ນກຸ່ມວົງຄະນາຍາດຄົນ ເຊິ່ງກຳເນີດເກີດຂຶ້ນໃນສະໄໝສັງຄົມກົກ- ເຫຼົ່າແຕກສະລາຍ ອັນເນື່ອງມາຈາກ
ສັງຄົມມີການພົວພັນກວ້າງຂວາງກວ່າເກົ່າ,ການຜະລິດມີການຂະຫຍາຍຕົວ ເຮັດໃຫ້ສັງຄົມເກີດມີຊົນຊັ້ນ.
      - ບັນດານັກຄົ້ນຄວ້າຊົນເຜົ່າ ຂອງອາເມລິກາ,ອະດີດ ສສສຊ,ເຢຍລະມັນ ມີທັດສະນະວ່າ:ຊົນເຜົ່າ ມີຈຸດພິເສດລວມດັ່ງ
ນີ້:  ມີພາສາປາກເວົ້າ,ຂອບເຂດດິນແດນ,ການດຳເນີນຊີວິດທາງເສດຖະກິດ ແລະຮີດຄອງປະເພນີ ກໍຄືວັດທະນະທຳ,ແຕ່ບໍ່ໜັກ
ແໜ້ນ.
       - ສ່ວນ ທັດສະນະຂອງນັກຄົ້ນຄ້ວາຊົນເຜົ່າວິທະຍາຂອງ ສປປ ລາວ: ຊົນເຜົ່າ ແມ່ນກຸ່ມວົງຄະນາຍາດຄົນທີ່ສ້າງຂຶ້ນ
ໂດຍປະຫວັດສາດເຊິ່ງປະກອບ ດ້ວຍເອກະລັກທາງດ້ານ ພາສາປາກເວົ້າ,ປະຫວັດສາດ, ກົກເຄົ້າຕົ້ນກຳເນີດທີ່ຕິດພັນເຖິງຊື່ເອີ້ນ
ຂອງຊົນເຜົ່າ ແລະເອກະລັກກ່ຽວກັບການປະກອບສ້າງທາງດ້ານລະບົບແນວຄິດ,ຈິດຕະສາດ ທີ່ສະແດງອອກໃນວົງຄະນາຍາດ
ວັດທະນະທຳ.
      - ທ່ານ ສາດສະດາຈານ ດຣ. ຟານຮືວເຢິດ,ນັກ ຄົ້ນຄ້ວາ ຊົນຊາດຂອງ ສສ ຫວຽດນາມ ໄດ້ຢືນຢັນວ່າ: ຊົນເຜົ່າ
ແມ່ນ ວົງຄະນາຍາດຄົນໜຶ່ງທີ່ປະກອບເປັນຮູບເປັນຮ່າງຂຶ້ນໃນປະຫວັດ ສາດເຊິ່ງປະກອບດ້ວຍສາມມາດຖານຕົ້ນຕໍຄື:ມີພາສາ
ປາກເວົ້າລວມ,ມີ ສະຕິຄວາມຕື່ນຕົວທາງຊົນເຜົ່າ ເຊິ່ງສະແດງໃນຊື່ລວມ ແລະມີປັດໄຈວັດທະນະທຳເອກະພາບ.ຊົນເຜົ່າ ແມ່ນ
ມາດຕະເກນໜຶ່ງຂອງປະຫວັດສາດ ທີ່ມີການກຳເນີດເກີດຂຶ້ນ,ມີການຂະຫຍາຍຕົວ ແລະມີການສູນຫາຍໄປ.
      ຊົນເຜົ່າ ມີບາງຈຸດພິເສດດັ່ງນີ້:
      -ແຕ່ລະຊົນເຜົ່າ ອາດກາຍເປັນພື້ນຖານຂອງການກຳເນີດເປັນຊາດໜຶ່ງ ນີ້ແມ່ນກໍລະນີຊາດ ໂອຕຣິສ,ຮົງກາຣີ,ຣັດເຊຍ,
ຕວກກີ; ຊົນເຜົ່າຈຳນວນໜຶ່ງຢູ່ໃນປະເທດໜຶ່ງໆອາດຈະເຕົ້າໂຮມກັນເຂົ້າເປັນຊາດດຽວ ນີ້ແມ່ນກໍລະນີຊາດຕ່າງໆເຊັ່ນ: ຝຣັ່ງ,
ເຢຍລະມັນ,ອີຕາລີ,ອັງກິດ... ຍ້ອນປະເທດເຫຼົ່ານັ້ນມີຂະບວນວິວັດແຫ່ງຄວາມເປັນເອກະພາບ ດ້ານຜືນແຜ່ນດິນ; ກໍລະນີຊົນ
ເຜົ່າຕ່າງໆຢູ່ໃນບັນດາປະເທດຫົວເມືອງ ຂຶ້ນໄດ້ຮ່ວມສຳພັນກັນ ເຂົ້າເພື່ອຕ້ານການຮຸກຮານຂອງລັດທິ ຈັກກະພັດນິຍົມ ເພື່ອ
ຍາດເອົາເອກະລາດ,ອິດ ສະລະພາບ ແລະໄດ້ກາຍເປັນຊາດໜຶ່ງ ທີ່ເປັນເອກະພາບ ເຊັ່ນ: ບັນດາປະເທດຢູ່ໃນຂົງເຂດອາຊີ-
ອາຝຣິກກາ ໃນປະຫວັດສາດຂອງໂລກຍຸກປະຈຸບັນ
      - ມີພາສາປາກເວົ້າຕ່າງຫາກຂອງໃຜລາວ ແຕ່ພາສາປາກເວົ້າດັ່ງກ່າວ ຍັງບໍ່ທັນເປັນເອກະພາບກັນໃນແຕ່ລະເຂດ,ບາງ ເທື່ອກໍແຕກຕ່າງກັນຢ່າງຂາດຂັ້ນກໍຍ້ອນວ່າໄດ້ມີຫລາຍຊົນເຜົ່າອື່ນອົບພະຍົບເຂົ້າມາຢູ່ສະຫລັບຊັບຊ້ອນກັນ.
      - ເສດຖະກິດຂອງຊົນເຜົ່າແມ່ນກຸ້ມຕົນເອງເພີ່ງຕົນເອງ,ການແລກປ່ຽນເສດຖະກິດ-ວັດທະນະທຳບໍ່ຂະຫຍາຍຕົວ ແລະ
ບໍ່ແໜ້ນແຟ້ນ ຊຶ່ງເປັນມູນເຫດໜຶ່ງພາໃຫ້ພາສາປາກເວົ້າບໍ່ທັນເປັນເອກະພາບ ໃນຊົນເຜົ່າດຽວກັນ.
      - ແຕ່ລະຊົນເຜົ່າ ມີຈິດຕະສາດ ແລະວັດທະນະທຳລວມກັນໃນລະດັບໃດໜຶ່ງທີ່ແນ່ນອນ.
ໃນບາງປະເທດ,ບາງຊົນເຜົ່າມີດິນແດນສະເພາະຂອງຕົນ.
     ສີ່: ຊາດ ປະກົດຕົວຂຶ້ນໂດຍບໍ່ແມ່ນຄວາມມຸ່ງມາດປາຖະໜາຂອງຄົນເຮົາ ບໍ່ແມ່ນໂດຍມາ ນະຈິດຂອງອຳນາດການປົກ
ຄອງເລີຍ, ຫາກແມ່ນເນື່ອງມາຈາກຜົນແຫ່ງການກະທົບຂອງບັນດາກົດເກນທາງດ້ານເສດຖະກິດ-ສັງ ຄົມນັ້ນເອງ.ດັ່ງນັ້ນ,ຄວາມ
ໝາຍທີ່ວ່າຊາດແມ່ນ: ກຸ່ມວົງຄະນາຍາຄົນໜຶ່ງທີ່ປົກກະຕິ ເຊິ່ງສ້າງຂຶ້ນໂດຍປະຫວັດສາດ ໂດຍອີງໃສ່ບົນພື້ນຖານວົງຄະນາຍາດ
ດ້ານພາສາປາກເວົ້າ, ດ້ານຜືນແຜ່ນດິນ, ດ້ານການດຳເນີນຊີວິດທາງດ້ານເສດຖະກິດແລະດ້ານການປະກອບສ້າງທາງດ້ານລະບົບ ແນວຄິດ,ຈິດຕະສາດທີ່ສະແດງອອກໃນວົງຄະນາຍາດວັດທະນະທຳ ເຊັ່ນ:ວັດທະນະທຳດ້ານວັດຖຸແລະວັດທະນະທຳ-ສັງຄົມ.

      ຫ້າ: ເຊື້ອຊາດ ແມ່ນມີຄວາມແຕກຕ່າງກັນຢ່າງຂາດຂັ້ນກັບຊາດ, ເຊື້ອຊາດແມ່ນລວມມີ ຜູ້ຄົນທີ່ມີຈຸດພິເສດ ຮ່ວມກັນ
ທາງດ້ານຮູບຊົງທາງນອກເຊັ່ນ: ຜົມ,ຕາ,ດັງ,ສົບ,ຜີວພັນ ແລະອ່ືນໆ.ຈຸດພິເສດຂອງເຊື້ອຊາດ ແມ່ນເນື່ອງມາຈາກຜູ້ຄົນດຳລົງຊີ
ວິດຢ່າງຍາວນານ,ເງື່ອນ ໄຂພູມປະເທດແຕກຕ່າງກັນ.ຄວາມແຕກຕ່າງດັ່ງກ່າວນັ້ນແມ່ນໄດ້ມີມາ ກ່ອນ ບັນດາເຫຼົ່າຕ່າງໆ ກຳ
ເນີດເກີດຂຶ້ນພຸ້ນ. ມະນຸດເຮົາແຕ່ຫົວທີ,ໄດ້ແບ່ງອອກເປັນ 3 ເຊື້ອຊາດໃຫຍ່ຄື: ເຊື້ອຊາດຜີວເຫຼືອງ,ເຊື້ອຊາດຜີວດຳ ແລະເຊື້ອ
ຊາດຜີວຂາວ.ຕໍ່ມາ,ຍ້ອນການໄປ ມາຫາສູ່ກັນນັບມື້ນັບມີຄວາມສະດວກຄົນເຊື້ອຊາດຕ່າງກັນກໍເອົາກັນເປັນຜົວ-ເ ມຍ.ດັ່ງນັ້ນ,
ຈຶ່ງ ຮັກສາເຊື້ອຊາດເດີມຂອງຕົນເອງໄວ້ຄື ເກົ່າບໍ່ໄດ້ອີກແລ້ວ ແລະນັບມື້ແບ່ງອອກເປັນຫຼາຍເຊື້ອຊາດ ສັບປົນ ແລະສືບເນື່ອງ
ກັນໄປເລື້ອຍໆ. ບັນດານັກວິທະຍາສາດໄດ້ຄາດຄະເນວ່າ ປັດຈຸບັນໃນໂລກມີປະມານ 150 ກວ່າເຊື້ອຊາດ.ຄົນຢູ່ໃນ ປະເທດ
ດຽວກັນຫຼື ຊາດດຽວກັນອາດຈະມີຫຼາຍເຊື້ອຊາດຕ່າງກັນກໍອາດເປັນໄປໄດ້.

      ຫົກ : ສັນຊາດ ແມ່ນກຸ່ມຄົນທີ່ເປັນສະມາຊິກຂອງປະເທດດຽວກັນ ແລະໝາຍເຖິງການກາຍເປັນສະມາຊິກຂອງປະເທດ
ນັ້ນໆຕາມກົດໝາຍໂດຍມີ ລັກສະນະທາງກາຍຍະພາບ ແລະວັດທະນະທຳອາດແຕກຕ່າງກັນ.(ບາງປະເທດ,ກົດໝາຍອານຸຍາດ
ໃຫ້ຄົນຜູ້ໜຶ່ງສາມາດມີຫຼາຍສັນຊາດໄດ້ ).
      ເຈັດ : ປະເທດຊາດ ມີຄວາມແຕກຕ່າງກັນຢ່າງຂາດຂັ້ນກັບເຊື້ອຊາດ,ສັນຊາດ ແລະ ຊາດ.ເພາະສະນັ້ນ,ຄຳທີ່ວ່າ ປະ
ເທດຊາດແມ່ນລວມມີຫຼາຍວົງຄະນາຍາດ ທີ່ມີຈຸດພິເສດແຕກຕ່າງກັນ ຫຼື ຄືກັນ,ມີໂຊກຊະຕາກຳແຫ່ງປະຫວັດສາດອັນດຽວກັນ,
ພວກເຂົາເຈົ້າມີຄວາມສະໝັກໃຈດຳລົງຊີວິດຢູ່ບົນຜືນແຜ່ນດິນອັນດຽວກັນ,ມີລະບອບການເມືອງ-ການປົກຄອງອັນດຽວກັນ,ມີລັດ
ຖະທຳມະນູນ ແລະກົດໝາຍອັນດຽວກັນ.ປະເທດຊາດໜຶ່ງໆອາດມີພຽງແຕ່ຊາດດຽວເທົ່ານັ້ນເຊັ່ນ: ປະເທດເກົາຫລີ,ສະຫະພັນ
ເຢຍລະມັນ,ຍ່ີປຸນ....ປະເທດຊາດໜຶ່ງໆອາດຈະລວມມີຫຼາຍຊາດ ແລະຫຼາຍຊົນເຜົ່າ ເຊັ່ນ : ຫຼາຍປະເທດໃນທະວີບອາຊີ, ອາ
ຝຣິກກາ.ຈາກປະຫວັດສາດແຫ່ງການກໍ່ຕັ້ງ,ການປົກປັກຮັກສາ ແລະພັດທະນາປະເທດຊາດຂອງຕົນ,ວົງຄະນາຍາດ ແຫ່ງຊາດ
ລາວ ມີບາງຈຸດເດັ່ນ ຄື: ເດັດຂາດບໍ່ອ່ອນຍອມຕໍ່ສັດຕູ,ປາຖະໜາຢ່າງແຮງກ້າໃນສັນຕິພາບ,ຮັກແພງຊື່ສັດຕໍ່ເພື່ອນມິດ,  ປອງ
ດອງກັນພາຍໃນຊາດ ແລະຍາມໃດກໍເບີກບານສົດຊື່ນຮັກຊີວິດ,ຮັກສິລະປະ,ຂະຫຍັນພາກພຽນໃນການອອກແຮງງານ,  ດຳລົງ
ຊີວິດຢ່າງກະທັດຮັດງ່າຍດາຍ.

ປະເທດເຮົາ ແມ່ນປະເທດໜຶ່ງທີ່ມີຫລາຍຊົນເຜົ່າ,ຊົນ ເຜົ່າໃດກໍມີຈຸດພິເສດລວມຂອງວົງຄະນາຍາດແຫ່ງຊາດລາວ ໃນດ້ານອື່ນ
ກໍມີຈຸດພິເສດສະເພາະຂອງຕົນ.ຜ່ານຂະບວນວິວັດແຫ່ງ ການປະຕິວັດ,ຊົນເຜົ່າຕ່າງໆ ໄດ້ສະຫມັກໃຈຜູກພັນກັນເປັນແຕ່ລະພາກ
ສ່ວນແຫ່ງຊາດ  ຊຶ່ງເມື່ອກ່ອນ  ພວກເຮົາເຄີຍເອີ້ນກັນຕາມຄວາມຫມາຍການເມືອງວ່າ: ຊົນຊາດ ລາວລຸ່ມ,ຊົນຊາດ ລາວເທິງ
ແລະຊົນຊາດ ລາວສູງ ທັງຫມົດປະກອບມີ 68 ຊົນເຜົ່າ ດ້ວຍກັນ.

      ພາຍຫລັງ ກົມການເມືອງສູນກາງພັກ ໄດ້ມີມະຕິ ກ່ຽວກັບວຽກງານຊົນເຜົ່າ ໂດຍສະເພາະແມ່ນທິດຊີ້ນຳໃນການຄົ້ນ
ຄວ້າ,ກຳນົດຊື່ເອີ້ນແລະຈຳນວນຊົນເຜົ່າໃນໄລຍະໃຫມ່,ສູນກາງແນວລາວສ້າງຊາດໂດຍສືບຕໍ່ຈາກຄະນະກຳມະການບັນດາເຜົ່າ
ສູນກາງຈິ່ງໄດ້ຄົ້ນຄວ້າ,ກຳນົດຊື່ເອີ້ນ ແລະຈຳນວນຊົນເຜົ່າ ໃນ ສປປ ລາວ ຄືນໃຫມ່,ໄດ້ຈັດບັນດາຊົນເຜົ່າໃນລາວເຂົ້າໃນ 4
ຫມວດພາສາຄື: ຫມວດພາສາ ລາວ-ໄຕ,ຫມວດພາສາ ມອນ-ຂະແມ,ຫມວດພາສາ ຈີນ-ຕີເບດ ແລະຫມວດພາສາ ມົ້ງ-ອີວ-
ມຽນ ຊຶ່ງລວມທັງຫມົດມີ 49 ຊົນເຜົ່າ ແລະມີບາງຈຸດພິເສດດັ່ງນີ້:
      -   ຊົນເຜົ່າຕ່າງໆໃນປະເທດເຮົາໄດ້ມີມູນເຊື້ອສາມັກຄີໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດ,ມີຄວາມ
ປອງດອງກັນ ໂດຍສະເພາະຢ່າງຍິ່ງແມ່ນເມື່ອມີພັກນຳພາເປັນຕົ້ນມາ,ການພົວພັນລະຫວ່າງເຜົ່ານັບມື້ນັບໜັກແໜ້ນ, ການປອງ
ດອງຊາດໄດ້ເປັນໄປຢ່າງໄວວາ.
      - ຊົນເຜົ່າຕ່າງໆໃນປະເທດເຮົາໄດ້ດຳລົງຊີວິດຢ່າງສະຫຼັບສັບຫວ່າງກັນ,ບໍ່ ມີຊົນເຜົ່າໃດໜຶ່ງດຳລົງຊີວິດ ຫລື ຕັ້ງພູມລຳ
ເນົາຕ່າງຫາກຢູ່ບໍລິເວນໜຶ່ງທີ່ກວ້າງໃຫຍ່ຄືບາງປະເທດໃນໂລກ.
      - ຊົນເຜົ່າຕ່າງໆໃນປະເທດເຮົາ ມີພື້ນຖານເສດຖະກິດສັງຄົມຮ່ວມກັນ,ແຕ່ ລະຫວ່າງຊົນເຜົ່າຕ່າງໆພັດມີການຂະຫຍາຍ
ຕົວບໍ່ສະໝ່ຳສະເໝີກັນ ເປັນຕົ້ນແມ່ນລະດັບການຜະລິດ ແລະລະດັບວັດທະນະທຳ.
     - ວັດທະນະທຳຂອງຊາດລາວ ແມ່ນວັດທະນະທຳລວມຂອງທຸກຊົນເຜົ່າ,ແມ່ນ ການປະສານສົມທົບຢ່າງກົມກຽວສິ່ງຍອດ
ຍິ່ງທາງດ້ານວັດທະນະທຳຂອງ ທຸກໆຊົນເຜົ່າອ້າຍນ້ອງ.ພາສາ ແລະຕົວອັກສອນລາວແມ່ນພາສາ ແລະ ຕົວອັກສອນທີ່ໃຊ້ເປັນ
ທາງການຂອງທຸກຊົນເຜົ່າ.ເຖິງຢ່າງໃດກໍ່ ຕາມ ແຕ່ລະຊົນເຜົ່າ ກໍຍັງຄົງຮັກສາພາສາປາກເວົ້າ,ຍັງມີຮີດຄອງປະເພນີ,ຂະນົບທຳ
ນຽມຕ່າງຫາກຢູ່.
      - ບາງ ຊົນເຜົ່າຢູ່ປະເທດເຮົາ ໄດ້ມີການພົວພັນກ່ຽວກັບກົກເຄົ້າເຫຼົ່າກໍກັບບາງຊົນເຜົ່າ ຢູ່ບັນດາປະເທດໃກ້ຄຽງເຊັ່ນ:
ຊົນເຜົ່າລາວ,ມົ້ງ,ອີວມຽນ,ອາຄາ,ລື້,ຍວນ,ຢັ້ງ,ກຶມມຸ,ໄຕ ແລະຊົນເຜົ່າອື່ນໆ.
      - ບັນດາຊົນເຜົ່າໃນປະເທດເຮົາລ້ວນແຕ່ໄດ້ຮັບການຄຸ້ມຄອງ ແລະປົກຄອງເປັນເອກະພາບໃນທົ່ວປະເທດດ້ວຍລະບອບ
ການເມືອງ,ເສດຖະກິດ ແລະກົດຫມາຍດຽວ ພາຍໃຕ້ການນຳພາທີ່ຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ.
      ຈຸດພິເສດຕ່າງໆດັ່ງກ່າວ ມີການຄອບງຳເຖິງການວາງນະໂຍບາຍ ແລະການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດ
ເຮົາ.
      " ຢູ່ໃນຊາດລາວຂອງພວກເຮົາ,ຕັ້ງແຕ່ໃດໆມາ ບໍ່ເຄີຍມີຊົນເຜົ່າໜຶ່ງໄປກົດຂີ່, ຄອບຄອງອີກ ຊົນເຜົ່າ.ທຸກໆ ຊົນເຜົ່າ
ລ້ວນແຕ່ຮ່ວມທຸກຮ່ວມສຸກນຳກັນ ແລະໃນເມື່ອຖືກພວກສັກດິນາ ແລະຈັກກະພັດຕ່າງດ້າວມາຮຸກຮານ ກໍລ້ວນແຕ່ຕົກເປັນຂ້ອຍ
ຂ້າຂອງພວກເຂົາຄືກັນ " ທຸກ ຊົນເຜົ່າຈິ່ງໄດ້ສາມັກຄີກັນພາຍໃຕ້ການນຳພາຂອງພັກຕ້ານກັບພວກ ຮຸກຮານຕ່າງດ້າວເພື່ອຍາດ
ເອົາເອກະລາດ ແລະອິດສະລະພາບມາໃຫ້ປະເທດຊາດຢ່າງສົມບູນ,ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ ເມື່ອວັນທີ 2 ທັນວາ ປີ 1975.
      ເຖິງຢ່າງໃດກໍຕາມ,ໃນລະບອບການປົກຄອງຂອງສັກດິນາ ແລະຈັກກະພັດ ພິເສດແມ່ນເລ່ຫລ່ຽມ "ແບ່ງ ແຍກເພື່ອປົກ
ຄອງ" ທີ່ເລີກແລບທີ່ສຸດຂອງພວກເຂົາໄດ້ປະຜົນຮ້າຍໄວ້ໃຫ້ພວກເຮົາຄືບາງ ຊົນເຜົ່າ ມີການລະແວງສົງໃສຊຶ່ງກັນ ແລະກັນ,ຊົນ
ເຜົ່າຕ່າງໆມີການຂະຫຍາຍດ້ານຕ່າງໆ ບໍ່ສະຫມ່ຳສະເຫມີກັນ.ດັ່ງນັ້ນ,ເນື້ອ   ແທ້ກ່ຽວກັບບັນຫາຊາດ  ຢູ່ໃນປະເທດເຮົາ ປະຈຸ
ບັນນີ້ແມ່ນລົບລ້າງ ຮອງຮອຍຂອງ ຄວາມລະແວງສົງໄສກັນລະຫວ່າງ ຊົນເຜົ່າຕ່າງໆທີ່ປະຫວັດສາດປະໄວ້,ເພີ່ມທະວີຄວາມສາ
ມັກຄີ,ສະເໝີພາບລະຫວ່າງຊົນເຜົ່າຕ່າງໆ,ປັບປຸງສະຕິຊາດ ແລະປະເທດຊາດ ເປັນເອກະພາບ ອັນໜຶ່ງອັນດຽວກັນ, ຕ້ານກົນອຸ
ບາຍແບ່ງແຍກຂອງສັດຕູ,ລຶບລ້າງການໂຕນກັນດ້ານຕ່າງໆລະຫວ່າງຊົນເຜົ່າ ຕິດພັນກັບການປັບປຸງ ແລະເສີມຂະຫຍາຍລະບອບ
ປະຊາທິປະໄຕ ປະຊາຊົນ, ສ້າງປະຖົມປັດໄຈທີ່ໜັກແໜ້ນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ເຂັ້ມ
ແຂງ.
      ໂດຍເລີ່ມຈາກຈຸດເດັ່ນ ແລະຈຸດພິເສດຂອງຊົນເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດລາວ ພັກເຮົາຈິ່ງໄດ້ມີທັດສະນະໃນການແກ້ໄຂບັນຫາຊົນເຜົ່າຢູ່ປະເທດເຮົາ ຊຶ່ງລະອຽດມີດັ່ງນີ້:
      - ປະເທດຊາດເປັນເອກະພາບ,ອັນນີ້ແມ່ນບັນຫາກົດເກນ,ແມ່ນບັນຫາຄວາມມຸ່ງມາດປາດ
ຖະໜາ ແລະກໍແມ່ນບັນຫາຫລັກໝັ້ນທີ່ເປັນຫລັກການຂອງພວກເຮົາ.
      - ບັນດາຊົນເຜົ່າດຳລົງຄົງຕົວ ແລະຂະຫຍາຍຕົວເລື້ອຍໆ,ບໍ່ມີເຜົ່າໃດສູນຫາຍໄປ;ການ ຄົ້ນຄວ້າ ແລະຢືນຢັນກ່ຽວກັບ
ເຜົ່ານັ້ນແມ່ນອີງໃສ່ບົນພື້ນຖານການຕ່ືນຕົວ ແລະສະໝັກໃຈຂອງມະຫາຊົນ.
      -  ສະເໝີພາບລະຫວ່າງເຜົ່າຕ່າງໆ, ຕ້ອງເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບຄວາມສະເໝີພາບລະຫວ່າງເຜົ່າຕ່າງໆໃນປະເທດ
ຂອງພວກເຮົາ,ຄວາມສະເໝີພາບນີ້ຕ້ອງຢູ່ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດ,ຜົນປະໂຫຍດອັນ
ເປັນຕາຍ ແລະຊອບທຳຂອງແຕ່ລະຊົນເຜົ່າ,ບໍ່ຄວນເຂົ້າໃຈວ່າສະເໝີພາບແມ່ນສະເລ່ຍເທົ່າກັນ.
      -ສາມັກຄີ,ຮັກຫອມຕອມຕູ້ມ,ຊ່ວຍເຫຼືອກັນລະຫວ່າງເຜົ່າຕ່າງໆ.ເສີມຂະຫຍາຍສິດເປັນເຈົ້າ
ລວມໝູ່ ຕິດພັນກັບຄວາມສະເໝີພາບ ແລະ ສາມັກຄີລະຫວ່າງຊົນເຜົ່າຕ່າງໆ.
      ພັກ ໄດ້ມີທັດສະນະຢ່າງຈະແຈ້ງວ່າ:ຖ້າຫາກມີຄວາມລະແວງສົງໃສຊົນ ເຜົ່າໃດໜຶ່ງແລ້ວເຮັດແນວໃດຈຶ່ງຈະປະຕິບັດ
ຄວາມສະເຫມີພາບ,ສາມັກຄີ ແລະພ້ອມກັນເປັນເຈົ້າໄດ້.
      ໃນປື້ມທີ່ມີຫົວຂໍ້ວ່າ: ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີລະຫວ່າງເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດ ທີ່ເປັນ
ເອກະພາບ,ເດັດດ່ຽວປົກປັກຮັກສາປະເທດຊາດໄວ້ໃຫ້ຫມັ້ນຄົງ ແລະກໍ່ສ້າງສັງຄົມນິຍົມໃຫ້ສຳເລັດຜົນ, ປະທານ ໄກສອນ ພົມ
ວິຫານ ໄດ້ໃຫ້ທັດສະນະ ກ່ຽວກັບລັກສະນະສຳຄັນຂອງບັນຫາຊົນເຜົ່າໃນລາວວ່າ: ຕ້ອງເຂົ້າໃຈໃຫ້ເລິກຊຶ່ງວ່າ ປະເທດເຮົາແມ່ນ
ວົງຄະນາຍາດລວມອັນປະກອບດ້ວຍຫລາຍຊົນ ເຜົ່າ;ໃນຫລາຍຊົນເຜົ່າກໍມີມີຫລາຍດ້ານທີ່ດີປຽບເຫມືອນດັ່ງດອກໄມ້ນາໆພັນຢູ່
ໃນສວນອຸທະຍານລວມ ອັນພາໃຫ້ມີຫລາຍຮູບຫລາຍສີ ແລະສົ່ງກິ່ນຫອມຫວນ; ແຕ່ຊ້ຳພັດມີດ້ານຫຍຸ້ງຍາກທີ່ແນ່ນອນ       
ຂອງມັນເພາະວ່າມີບັນດາປັດໃຈຈິດຕະສາດ ແລະ   ຄວາມ ຮັກແພງຕ່າງກັນ.ການດຳລົງຄົງຕົວຂອງຫລາຍເຜົ່າແມ່ນບັນຫາຍາວ
ນານ ວົງຄະນາຍາດແຫ່ງຊາດລາວນັບມື້ນັບໄດ້ຮັບການປັບປຸງ ແລະຂະຫຍາຍຕົວ,ບັນດາເຜົ່າກໍມີການຂະຫຍາຍຕົວເຊັ່ນດຽວກັນ.

      ມາດຕາ 8 ຂອງລັດຖະທຳມະນູນແຫ່ງ ສປປ ລາວກໍໄດ້ລະບຸແຈ້ງວ່າ: "  ລັດປະຕິບັດນະໂຍບາຍສາມັກຄີ ແລະສະ
ເຫມີພາບລະຫວ່າງ ຊົນເຜົ່າຕ່າງໆ.ທຸກຊົນເຜົ່າ ລ້ວນແຕ່ມີສິດປົກປັກຮັກສາ,ເສີມຂະຫຍາຍຮີດຄອງປະເພນີ ແລະວັດທະນະທຳ
ອັນດີງາມຂອງຕົນ ແລະຂອງຊາດ.ຫ້າມທຸກການກະທຳແບ່ງແຍກ ແລະການປະພຶດຈຳແນກລະຫວ່າງຊົນ.

     ລັດປະຕິບັດທຸກມາດຕະການເພື່ອຂະຫຍາຍ  ແລະຍົກລະດັບເສດຖະກິດ - ສັງຄົມຂອງທຸກຊົນເຜົ່າໃຫ້ສູງຂຶ້ນ
      ພັກໄດ້ຢືນຢັນຈະແຈ້ງວ່າແຕ່ລະຊົນເຜົ່າບໍ່ສາມາດດຳລົງຄົງຕົວຢູ່ຢ່າງໂດດດ່ຽວສະເພາະໃຜລາວໄດ້,ຫາກ ແມ່ນຕ້ອງດຳ
ລົງຄົງຕົວຢູ່ໃນປະເທດລາວທີ່ເປັນເອກະພາບ. ໃນເວລາພິຈາລະນາ ແກ້ໄຂບັນຫາໃດໆຈະແມ່ນຂອງເຜົ່າໃດເຜົ່າໜຶ່ງກໍດີ ຕ້ອງ
ໃຫ້ການຮັບປະກັນແກ່ການຂະຫຍາຍຕົວຂອງວົງຄະນາຍາດແຫ່ງຊາດລາວ ທັງໝົດ.ອັນນີ້ແມ່ນສາຍພົວພັນລະຫວ່າງ ອັນລວມ
ກັບອັນສະເພາະ.ການຄົ້ນຄວ້າຊົນເຜົ່າ ຢູ່ບັນດາປະເທດໃນທະວີບເອີລົບ,ອາເມລີກາ ແລະ ອາເມລິກາລາຕິນ ໄດ້ຮັບຄວາມສົນ
ໃຈມານານແລ້ວ,ແຕ່ ໃນຂົງເຂດທະວີບອາຊີໂດຍສະເພາະຢູ່ບັນດາປະດເທດກຳລັງພັດທະນາ ແລະດ້ອຍພັດທະນາຫາກໍໄດ້ຮັບ
ຄວາມສົນໃຈເມື່ອບໍ່ດົນເທົ່າໃດມາ ນີ້.

ສຳລັບຢູ່ປະເທດລາວເຮົາ,ການຄົ້ນຄວ້າກ່ຽວກັບບັນຫາ ຊົນເຜົ່າ ແມ່ນເລີ່ມແຕ່ໄລຍະມີພັກປະ ຊາຊົນປະຕິວັດລາວນຳພາເປັນຕົ້ນ
ມາ.ພັກເຮົາຖືບັນຫາຊົນເຜົ່າ ແມ່ນໜຶ່ງໃນບັນຫາຍຸດທະສາດຂອງການ ປະຕິວັດ.ສະນັ້ນ,ຍາມໃດພັກກໍໄດ້ເອົາ ໃຈໃສ່ຢ່າງຈົດຈໍ່ຕໍ່
ບັນດາຊົນເຜົ່າ,ສະແດງອອກຄື:
      ພາຍຫຼັງສ້າງຕັ້ງແນວລາວອິດສະຫຼະ(13.8.1950),ສູນ ກາງແນວລາວອິດສະຫລະກໍໄດ້ສ້າງຕັ້ງຄະນະຄົ້ນຄວ້າສັງຄົມ
ລາວຂຶ້ນ ເພື່ອດຳເນີນການຄົ້ນຄວ້າ ຊົນເຜົ່າ. ຄະນະດັ່ງກ່າວ ໄດ້ກຳນົດ,ສັບຊ້ອນຊື່ເອີ້ນ ແລະກຸ່ມຄົນຕ່າງໆໃນລາວເປັນ 3ຊົນ
ຊາດ ແລະ 68 ຊົນເຜົ່າ ໂດຍມີຈຸດປະສົງ ແລະເປົ້າຫມາຍ ເຕົ້າໂຮມຄວາມສາມັກຄີລະຫວ່າງຊົນເຜົ່າຕ່າງໆ  ແນໃສ່ຮັບໃຊ້
ໜ້າທີ່ການເມືອງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ.

      ຊົນຊາດລາວລຸ່ມ : ໝາຍເຖິງຜູ້ຄົນທີ່ໄດ້ດຳລົງຊີວິດ ແລະຕັ້ງພູມລຳເນົາຢູ່ຕາມທົ່ງພຽງ, ພູພຽງ ແລະແຄມແມ່ນ້ຳ. ປະ
ກອບດ້ວຍ 12 ຊົນເຜົ່າ ຄື: ຊົນເຜົ່າ ລາວ,ພວນ,ລື້,ຍວນ,ໄທດຳ, ໄທແດງ, ໄທຂາວ,ໄທເມີ້ຍ,ໄທເໜືອ,ໄທຍີ,ຢັ້ງ ແລະ ແຊກ.
      ຊົນ ຊາດລາວເທິງ : ໝາຍເຖິງພວກຜູ້ຄົນທີ່ດຳລົງຊີວິດ ແລະຕັ້ງພູມລຳເນົາຢູ່ຕາມເປີ້ນພູ ທີ່ມີຄວາມສູງເໜືອລະດັບນ້ຳ
ທະເລແຕ່ 700 ແມັດຂຶ້ນໄປ.ປະກອບມີ 36 ຊົນເຜົ່າ ຄື : ຊົນເຜົ່າ ຂະມຸ , ລະເມດ,ບິດ,ຜ້ອງ,ປວກ,ຢຣຸ,ຜູ້ນ້ອຍ,ກະເສັງ,ດອຍ,
ໄພ່,ມະກອງ,ກະຕ່າງ,ປະໂກ, ລະເວນ, ລະແວ, ຍະເຫີນ,ຕຣູຍ,ສຸ,ສະປວນ,ສອກ,ຕຼີວ,ຕະລຽງ,ຕະໂອ້ຍ,ອາລັກ,ກະຕູ,ແຢະ,ສ່ວຍ,
ເຈັງ,ດາກກັງ,ລະວີ,ລະວັກ,ໂອຍ,ຕອງເຫຼືອງ,ກາໂດ,ຖິ່ນ ແລະສາມຕ່າວ.
      - ຊົນຊາດລາວສູງ : ໝາຍເຖິງຜູ້ຄົນທີ່ດຳລົງຊີວິດ ແລະຕັ້ງພູມລຳເນົາຢູ່ເຂດພູສູງ ແຕ່ 1000 ແມັດຂຶ້ນໄປ.ປະກອບມີ
20 ຊົນເຜົ່າ ຄື: ມົ້ງຂາວ,ມົ້ງລາຍ,ມົ້ງດາໍ,ຢ້າວ,ແລນແຕນ,ກໍປານາ, ກໍສີດາ,ກໍມູຈີ,ກໍປູລີ,ກໍເຟ,ກໍພູຊາງ,ກໍພູດອຍ,ກໍມູເຕີນ,ກໍຈີ
ຈາມ,ກົງສາດ,ຮາຍີ,ລາຫູ,ມູເຊີດຳ, ມູເຊີຂາວ ແລະກຸຍ.
      ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ,ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງວັນ ທີ1 - 2 ທັນວາ ປີ 1975,
ກອງ ປະຊຸມໄດ້ຮັບຮອງເອົາ ຄະນະກຳມະການຊົນຊາດສູນກາງເຂົ້າໃນກົງຈັກຂອງລັດຖະບານ ເພື່ອເປັນເສນາທິການໃຫ້ແກ່ຄະ
ນະບໍລິຫານງານສູນກາງພັກ ແລະລັດຖະບານແຫ່ງ ສປປ ລາວ ໃນການຄົ້ນຄວ້າຊົນເຜົ່າ ແລະນະໂຍບາຍຊົນເຜົ່າ.

       ໃນວາລະກອງປະຊຸມຄົ້ນຄວ້າມະຕິ ກົມການເມືອງສູນກາງພັກ ກ່ຽວກັບວຽກງານຊົນເຜົ່າ ຕ່າງໆໃນວັນທີ6-16 / 06
/1981.ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ :  " ເຜົ່າໃດກໍລ້ວນແຕ່ ມີຈຸດພິເສດລວມຂອງວົງຄະນາຍາດແຫ່ງຊາດລາວ
,    ໃນດ້ານອື່ນກໍມີຈຸດພິເສດສະເພາະຂອງຕົນ.ຜ່ານຂະບວນວິວັດແຫ່ງປະຕິວັດ,  ເຜົ່າຕ່າງໆໄດ້ສະໝັກໃຈເປັນແຕ່ລະພາກ
ສ່ວນແຫ່ງຊາດເຊິ່ງແຕ່ກ່ອນເຄີຍເອີ້ນຕາມຄວາມໝາຍການເມືອງ ວ່າ: ຊົນຊາດລາວລຸ່ມ, ຊົນຊາດລາວເທິງ ແລະ ຊົນຊາດ
ລາວສູງ. ຄະນະກຳມະການຊົນຊາດສູນກາງ  ຄວນ ປະສານສົມທົບກັບຂະແໜງການຕ່າງໆ ແລະອ້າຍນ້ອງພະນັກງານເຜົ່າ
ຕ່າງໆ ເພື່ອພ້ອມກັນຄົ້ນຄວ້າ ປຶກສາຫາລືກັນເບິ່ງຄວນເອີ້ນວ່າ ແນວໃດ ແລະ ຂຶ້ນບັນຊີລາຍຊື່ຊົນເຜົ່າ ເພື່ອໃຫ້ເປັນຂໍ້ກຳນົດ
ລວມຂອງລັດເຮົາ ".
      ປະຕິບັດຕາມແນວທາງ ແລະນະໂຍບາຍຂອງພັກໂດຍສະເພາະແມ່ນທິດຊີ້ນຳຂອງປະທານໄກສອນ  ພົມວິຫານ, ຄະ
ນະກຳມະການຊົນຊາດສູນກາງ ໄດ້ປ່ຽນຊື່ເປັນ ຄະນະກຳມະການບັນດາເຜົ່າສູນກາງ ມີພາລະບົດບາດເປັນເສນາທິການໃຫ້ແກ່
ຄະນະບໍລິຫານງານສູນກາງພັກ ແລະສະພາລັດຖະມົນຕີໃນການສືບຕໍ່ຄົ້ນຄວ້ານະໂຍບາຍຊົນເຜົ່າ ແລະຊົນເຜົ່າວິທະຍາ. ຄະນະ
ດັ່ງກ່າວໄດ້ລົງເລີກຄົ້ນຄວ້າ ແລະເກັບກຳຂໍ້ມູນກ່ຽວກັບ ພາສາປາກເວົ້າ,ປະຫວັດຄວາມເປັນມາ, ວັດທະນະທຳ-ສັງຄົມ,ດ້ານຈິດ
ຕະສາດ ແລະຄວາມໝາຍຂອງຊື່ເອີ້ນແຕ່ລະຊົນເຜົ່າໃນທົ່ວປະເທດ.

      ປີ 1984 ,ຄະນະ ກຳມະການບັນດາເຜົ່າສູນກາງ ສາມາດກຳນົດ,ສັບຊ້ອນຊື່ເອີ້ນ ແລະຈຳນວນຊົນເຜົ່າໃນເບື້ອງຕົ້ນວ່າ
ຢູ່ລາວມີ 47 ຊົນເຜົ່າ ແລະມີຫຼາຍກວ່າ 90 ແຊງ.ເຖິງວ່າ 47 ຊົນ ເຜົ່າດັ່ງກ່າວຍັງບໍ່ທັນໄດ້ຖືກຮັບຮອງຢ່າງເປັນທາງການກໍ
ຕາມ ແຕ່ກໍໄດ້ເປັນຂໍ້ມູນ ແລະເປັນບ່ອນອີງໃຫ້ແກ່ການເດີນສຳຫຼວດພົນລະເມືອງຄັ້ງທີ I ປີ 1985 ແລະຄັ້ງທີ II ປີ  1995.
      ຜ່ານການສຳລວດພົນລະເມືອງ 2ຄັ້ງໂດຍສະເພາະແມ່ນຄັ້ງທີ II,ພວກເຮົາໄດ້ຮັບຂໍ້ມູນເພີ່ມຈຳນວນໜຶ່ງເຊັ່ນ: ມີປະຊາ
ກອນ10 ພັນກວ່າຄົນບໍ່ນອນໃນ 47 ຊົນເຜົ່າ ແລະ24 ພັນກວ່າຄົນບໍ່ຍອມບອກຊື່ຊົນເຜົ່າຂອງຕົນເອງ, ຈຳ ນວນໜຶ່ງເຫັນວ່າຊື່
ຊົນເຜົ່າຂອງຕົນເອງ ທີ່ໄດ້ພີມໃນປື້ມຂອງສູນສະຖິຕິແຫ່ງຊາດນັ້ນ ບໍ່ຖືກກັບຊື່ຊົນເຜົ່າຕົນເອງ ແລະອື່ນໆ.

ພາຍຫລັງໄດ້ຮັບຂໍ້ມູນດັ່ງກ່າວ,ປະ ທານສູນກາງແນວລາວສ້າງຊາດ ໄດ້ຊີ້ນຳໃຫ້ກົມຊົນເຜົ່າ ລົງຄົ້ນຄວ້າ ແລະ ເກັບກຳຂໍ້ມູນ
ຂອງບາງຊົນເຜົ່າທີ່ບໍ່ທັນແຈ້ງ ເພື່ອປັບປຸງຄືນ.
ບົນພື້ນຖານທິດຊີ້ນຳດັ່ງກ່າວ,ເລີ່ມແຕ່ເດືອນ7 ປີ 1999 ເຖິງປີ 2000,ກົມ ຊົນເຜົ່າ ຂອງສູນກາງແນວລາວສ້າງຊາດ ໄດ້ສົມ
ທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະທ້ອງຖິ່ນເພື່ອຄົ້ນຄວ້າ ແລະເກັບກຳຂໍ້ມູນຕ່າງໆ ຂອງບັນດາ ຊົນເຜົ່າໃນ ທົ່ວປະ
ເທດ.ຜ່ານການ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ,ຄະ ນະວິຊາການຂອງ ກົມຊົນເຜົ່າ ສາມາດຄົ້ນຄວ້າ ແລະມີຂໍ້ມູນໃຫມ່ ຈຳນວນ
ໜຶ່ງ ພ້ອມທັງໄດ້ຈັດກອງປະຊຸມສຳມະນາຮ່ວມກັບທຸກແຂວງ ແລະບາງເມືອງ ເພື່ອຄວາມເປັນເອກະພາບກ່ຽວກັບຊື່ເອີ້ນ ແລະ
ຈຳນວນຊົນເຜົ່າຂອງແຕ່ລະທ້ອງຖິ່ນ.

      ຈາກນັ້ນ,ວັນທີ14-16 ເດືອນ 8 ປີ 2000, ສູນ ກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມເພື່ອຫາລື ກ່ຽວກັບຊື່ເອີ້ນ
ແລະຈຳນວນຊົນເຜົ່າໃນ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາທ່ານນັກປະຕິວັດອາວຸໂສ,  ຕົວແທນບັນດາຂະແໜງການ
ແລະອົງການອ້ອມຂ້າງສູນກາງ, ອົງການສື່ມວນຊົນ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ,ສະຖາບັນການສຶກສາ ແລະ ຕົວ
ແທນຂອງບາງຊົນເຜົ່າ.
      ຜ່ານການປຶກສາຫາລື ບົນພື້ນຖານບັນດາຂໍ້ມູນ ທີ່ວິຊາການຂອງກົມຊົນເຜົ່າໄດ້ຍົກຂຶ້ນນັ້ນ, ກອງປະຊຸມໄດ້ເຫັນດີເປັນ
ເອກະພາບວ່າ: ປະເທດລາວ ມີແຕ່ຊາດລາວຊາດດຽວ ຊຶ່ງປະກອບດ້ວຍ 49 ຊົນເຜົ່າ,ບາງຊົນເຜົ່າ ກໍປະກອບດ້ວຍຫຼາຍແຊງ
( ມີຫຼາຍກວ່າ 90 ແຊງ ).ພ້ອມກັນນັ້ນ,ກອງປະຊຸມຍັງໄດ້ເຫັນດີໃຫ້ປ່ຽນແປງຊື່ເອີ້ນຂອງບາງຊົນເຜົ່າ ແລະເປັນເອກະພາບສະ
ເໜີໃຫ້ລຶບລ້າງ:
      - ຊື່ບາງຊົນເຜົ່າທີ່ມີລັກສະນະດູຖຸກ,ໝິ່ນປະໝາດ,ເຢາະເຢີ້ຍ ແລະສຽດສີ...ນັບທັງຊື່ມີຈິງ ແລະບໍ່ມີຈິງ.
      - ຊື່ສາມຊົນຊາດ(ລາວລຸ່ມ,ລາວເທິງ ແລະລາວສູງ),ສາມຊົນເຜົ່າ ຫຼື ສາມຊົນເຜົ່າໃຫຍ່ (ລາວລຸ່ມ,ລາວເທິງ ແລະລາວ
ສູງ)ໃຫ້ຫັນມາເອີ້ນວ່າ: ບັນດາເຜົ່າ ຫລື ຊົນເຜົ່າຕ່າງໆ.
      - ຊື່ ຊົນເຜົ່າສ່ວນໃຫຍ່ ແລະຊົນເຜົ່າສ່ວນໜ້ອຍ ໃຫ້ຫັນມາເອີ້ນວ່າ:ຊົນເຜົ່າທີ່ມີພົນລະເມືອງຫຼາຍ ແລະຊົນເຜົ່າ ທີ່ມີ
ພົນລະເມືອງໜ້ອຍ.
      ຈາກນັ້ນ,ກົມວິຊາການ ກໍໄດ້ສັບຊ້ອນບັນດາຊົນເຜົ່າໃນລາວ ເຂົ້າໃນ 4 ໝວດພາສາ ຄື : ໝວດ ພາສາລາວ-ໄຕ  ມີ
8 ຊົນເຜົ່າ,ໝວດ ພາສາມອນ-ຂະແມ ມີ 32 ຊົນເຜົ່າ,ໝວດ ພາສາຈີນ - ຕິເບດມີ 7 ຊົນເຜົ່າ ແລະໝວດ ພາສາມົ້ງ-ອີວມຽນ
ມີ 2 ຊົນເຜົ່າ.
            (ມີເອກະສານສະເໜີຊື່ຂອງ 49 ຊົນເຜົ່າ ສະເພາະ)
      ບົນພື້ນຖານຜົນສຳເລັດຂອງກອງປະຊຸມດັ່ງກ່າວ, ຄະນະປະຈຳ ສູນກາງແນວລາວສ້າງຊາດໄດ້ມີໜັງສືສະເໜີ  ເລກທີ
205/ສນຊ,ລົງວັນທີ 07 / 11 / 2000 ເພື່ອ ໃຫ້ບັນດາທ່ານກຳມະການກົມການເມືອງສູນກາງພັກ ແລະທ່ານອື່ນໆ ພິຈາລະ
ນາ ແລະມີທິດຊີ້ນຳ ກ່ຽວກັບບັນຫາດັ່ງກ່າວ.
      ວັນ ທີ18 /12/ 2000  ກົມ ການເມືອງສູນກາງພັກ ໄດ້ຕອບ ແລະໃຫ້ທິດຊີ້ນຳວ່າ: " ກົມການເມືອງໄດ້ເຫັນດີຕາມ
ການສະເໜີຂອງສູນກາງ ແນວລາວສ້າງຊາດເຊິ່ງມີ 49 ຊົນເຜົ່າ. ແຕ່ຊື່ບາງຊົນເຜົ່າໃຫ້ພິຈາລະນາຕື່ມ. ໃຫ້ປະກາດລຶບລ້າງຊື່
ລາວເທິງ,ລາວສູງ ແລະລາວລຸ່ມ.ໃຫ້ເອີ້ນວ່າ ຊາດລາວອັນດຽວມີ 49 ຊົນເຜົ່າ.( ຕາມກອງປະຊຸມກົມການເມືອງ ສູນກາງພັກ
ຄັ້ງວັນທີ 16 / 12 / 2000 ).
ເພື່ອເຮັດໃຫ້ທິດຊີ້ນຳດັ່ງກ່າວກາຍເປັນຮູບປະທຳ,ໃນວັນທີ 04/07/2001,ກຳມາທິການບັນດາ ເຜົ່າແລະສູນກາງແນວລາວສ້າງ
ຊາດໄດ້ຈັດກອງປະຊຸມຮ່ວມເພື່ອປຶກສາ ຫາລືກ່ຽວກັບຊື່ເອີ້ນຂອງບັນດາຊົນເຜົ່າ ໃນ ສປປລາວ. ຜ່ານການປຶກສາຫາລື, ກອງ
ປະຊຸມໄດ້ເປັນເອກະພາບວ່າ: ໂດຍພື້ນຖານແມ່ນເຫັນດີຕາມການສະເໜີຂອງສູນກາງ ແນວລາວສ້າງຊາດ ເພາະເຫັນວ່າການ
ພິຈາລະນາ,ຕົກລົງຮັບຮອງເອົາຊື່ເອີ້ນ ແລະຈຳນວນຊົນເຜົ່າແມ່ນຄວາມຈຳເປັນພາວະວິໄສ,ຖ້າ ກຳນົດແຈ້ງກ່ຽວກັບຊື່ເອີ້ນ ຂອງ
ຊົນເຜົ່າຕ່າງໆໃນ ສປປລາວ ຈະອຳນວຍຄວາມສະດວກໃຫ້ແກ່ພັກ-ລັດຖະບານ ໃນການວາງນະໂຍບາຍລະອຽດ ເພື່ອພັດທະ
ນາ ບັນດາຊົນເຜົ່າ.ກອງປະຊຸມ ໄດ້ສະເໜີໃຫ້ ສູນກາງແນວລາວສ້າງຊາດ ກວດກາຄືນ ກ່ຽວກັບການຈັດຊື່ ແລະ ແຊງແຕ່ລະ
ຊົນເຜົ່າເຂົ້າບັນດາໝວດພາສາ ໃຫ້ຖືກຕ້ອງ ແລະຮັດກຸມຕື່ມ,ໃຫ້ມີປະຫວັດໂດຍຫຍໍ້ຂອງແຕ່ລະຊົນເຜົ່າເພື່ອສະດວກໃນເວລາ
ຄົ້ນຄວ້າ,ພິຈາລະນາ ແລະຮັບຮອງ.

ໃນວັນທີ 30 ກັນຍາ 2002, ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ມີໜັງສືສະເໜີເລກທີ 203/ສນຊ ເຖິງທ່ານນາ
ຍົກລັດຖະມົນຕີ ກ່ຽວກັບການຂໍໃຫ້ລັດຖະບານພິຈາລະນາຊື່ເອີ້ນແລະຈຳນວນຊົນເຜົ່າໃນລາວ.ຈາກນັ້ນ,ກອງປະຊຸມ ຄະນະລັດຖະບານຄັ້ງວັນທີ 26-27/11 / 2002ໄດ້ໃຫ້ທັດສະນະ ແລະຕົກລົງຕໍ່ບັນຫາດັ່ງກ່າວວ່າ:
      - ຮັບຮອງການກຳນົດຊື່ເອີ້ນ ແລະຈຳນວນຊົນເຜົ່າໃນ ສປປ ລາວ ປະກອບມີ 49 ຊົນເຜົ່າ.
      - ເຫັນດີຮັບຮອງເອົາການປ່ຽນແປງຊື່ບາງຊົນເຜົ່າ,ໃຫ້ລຶບລ້າງສາມຊົນຊາດໃຫຍ່ ຫຼືສາມຊົນເຜົ່າໃຫຍ່(ລາວລຸ່ມ,ລາວເທິງ
ແລະລາວສູງ).ບໍ່ໃຫ້ເອີ້ນວ່າ ຊົນເຜົ່າສ່ວນໃຫຍ່ ແລະສ່ວນໜ້ອຍ, ໃຫ້ເອີ້ນວ່າຊົນເຜົ່າ ທີ່ມີພົນລະເມືອງຫຼາຍ ແລະ ຊົນເຜົ່າທີ່ມີ
ພົນລະເມືອງໜ້ອຍ.
      - ລຶບລ້າງບັນດາຊື່ຂອງບາງຊົນເຜົ່າທີ່ບໍ່ສອດຄອງ ເປັນຕົ້ນຊື່ທີ່ມີຄວາມໝາຍດູຖູກໝິ່ນປະໝາດ,ເຢາະເຢີ້ຍ ແລະສຽດສີ
ທີ່ປະຫວັດສາດປະໄວ້.
      ກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ V ໄດ້ນຳເອົາຊື່ເອີ້ນ ແລະຈຳນວນ49 ຊົນເຜົ່າ ມາພິ
ຈາລະນາຕາມການສະເໜີຂອງນາຍົກລັດຖະມົນຕີ,ສະບັບເລກທີ12/ນຍ,ລົງວັນທີ 4/2/2003 ແຕ່ບໍ່ໄດ້ຮັບຮອງຍ້ອນກອງປະຊຸມ
ເຫັນວ່າໃນໄລຍະນີ້ຍັງບໍ່ທັນສົມຄວນຈະປ່ຽນແປງຊື່ເອີ້ນຂອງຊົນເຜົ່າຕ່າງໆເທື່ອ.
ເພື່ອເຮັດໃຫ້ບັນຫານີ້ກາຍເປັນທີ່ ຮັບຮູ້ຢ່າງກວ້າງຂວາງໃນສັງຄົມ,ກຳ ມາທິການບັນດາເຜົ່າສະພາແຫ່ງຊາດ ແລະສູນກາງແນວ
ລາວສ້າງຊາດ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາວິຊາການ ກ່ຽວກັບຊື່ເອີ້ນ ແລະຈຳນວນຊົນເຜົ່າໃນ ສປປລາວຂຶ້ນໃນວັນທີ
9-10 ຕຸລາ 2007 ຊຶ່ງມີບັນດາທ່ານສະມາຊິກສະພາແຫ່ງຊາດ,ຕົວແທນພະນັກງານປະຕິວັດອາວຸໂສຂອງບາງຊົນເຜົ່າ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຜ່ານການດຳເນີນກອງປະຊຸມ,ຜູ້ແທນໄດ້ເປັນເອກະພາບດັ່ງນີ້:
      - ເຫັນດີຮັບຮອງເອົາການກຳນົດ ແລະສັບຊ້ອນຊື່ເອີ້ນຊົນເຜົ່າໃນ ສປປ ລາວໂດຍພື້ນຖານ,ປະເທດລາວ ມີແຕ່ຊາດ
ລາວ ຊາດດຽວ ຊຶ່ງປະກອບມີ 49 ຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດ.
      - ໃຫ້ລຶບລ້າງຊື່ສາມ ຊົນຊາດ ຫຼື ສາມຊົນເຜົ່າໃຫຍ່ຄື: ລາວລຸ່ມ,ລາວສູງ ແລະລາວເທິງ, ບໍ່ໃຫ້ເອີ້ນວ່າ ຫມວດຊົນເຜົ່າ
ແລະໃຫ້ເອີ້ນວ່າ ບັນດາເຜົ່າ ຫຼື ຊົນເຜົ່າຕ່າງໆ.
      - ເຫັນດີໃຫ້ປ່ຽນແປງຊື່ຊົນເຜົ່າສິງສີລິ ມາເປັນຊົນເຜົ່າ ພູນ້ອຍ ເໝືອນເດີມ.
      - ໃຫ້ລຶບລ້າງຊື່ຊົນເຜົ່າສ່ວນໃຫຍ່,ສ່ວນໜ້ອຍ ແລະ ໃຫ້ເອີ້ນວ່າ:ຊົນເຜົ່າທີ່ມີພົນລະເມືອງຫຼາຍ,ຊົນເຜົ່າທີ່ມີພົນລະເມືອງ
ໜ້ອຍ.
      - ເຫັນດີໃຫ້ລຶບລ້າງຊື່ເອີ້ນຂອງບາງຊົນເຜົ່າ ທີ່ມີລັກສະນະເຢາະເຢີ້ຍ,ສຽດສີ,ດູຖຸກ,ໝິ່ນປະໝາດ ໃນປະເທດເຮົາ ເຊັ່ນ:
ຊົນເຜົ່າເທິງນ້ຳ,ເທິງບົກ,ເທິງໂຄກ,ຂ້າ(ຂ້າມຸ,ຂ້າແມ້ວ,ຂ້າແຂ້ວຕັດ,ຂ້າບອງຫູ,ຂ້າສອງຫາງ,ຂ້າສາມຫາງ,ຂ້າຕອງເຫລືອງ ແລະ
ອື່ນໆ.
      - ສຳລັບຊື່ເອີ້ນ ບຣູ ນັ້ນ,ພາຍຫຼັງກອງປະຊຸມ ແລະມີການປຶກສາຫາລືຄືນໃໝ່,ບັນດາທ່ານຜູ້ແທນຈາກແຂວງສະຫວັນ
ນະເຂດໄດ້ຕົກລົງເຫັນດີຕາມການຈັດຂອງຄະນະວິຊາການ.
      - ກອງ ປະຊຸມໄດ້ມອບໃຫ້ຄະນະວິຊາການສົມທົບກັບພາກສ່ວນ ແລະທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອສືບຕໍ່ຄົ້ນຄວ້າຄືນບາງ
ຊົນເຜົ່າໃຫ້ຊັດເຈນຕື່ມ ເຊັ່ນ: ມູຈີ, ພູຊາງ, ເຄີ,ປານາ,ກົງສາດ,ຕົງ,ຢີນຣ,ກະໂດ, ກາໄນ ແລະກາຢ້ອງ.
      ສຳລັບບາງຊົນເຜົ່າ ຂອງບາງເຊື້ອຊາດທີ່ດຳລົງຊີວິດຢູ່ໃນ ສປປ ລາວນັ້ນ,ນອກຈາກຊົນເຜົ່າກິງແລ້ວຍັງມີຊົນເຜົ່າອື່ນໆ
ທີ່ບໍ່ມີຊື່ໃນບັນຊີນີ້, ສູນກາງແນວລາວສ້າງຊາດ ຄວນປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເປັນເອກະພາບກັນ; ຮີບຮ້ອນ
ປັບປຸງບົດລາຍງານໃຫ້ລະອຽດ ແລະຮັດກຸມ,ໃຫ້ນິຍາມຄຳວ່າ: ກົກ,ເຫຼົ່າ,ຊົນເຜົ່າ,ເຊື້ອຊາດ,ຊາດ ແລະປະເທດຊາດໃຫ້ຖືກຕາມ
ຫລັກການວິທະຍາສາດ ເພື່ອນຳສະເໜີອົງການທີ່ມີສິດອຳນາດພິຈາລະນາ.
ເພື່ອບັນລຸຕາມຈຸດປະສົງທີ່ໄດ້ວາງໄວ້ນັ້ນ,ວິຊາການ ໄດ້ມີບ່ອນອີງ ແລະມາດຖານ ເພື່ອນົດ ແລະສັບຊ້ອນຊື່ເອີ້ນ
ຂອງຊົນເຜົ່າໃນລາວດັ່ງນີ້:
ອີງໃສ່ແນວທາງ,ແຜນນະໂຍບາຍ ແລະນະໂຍບາຍຂອງພັກ ໂດຍສະເພາະແມ່ນ:
- ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານເຜົ່າຕ່າງໆເວົ້າສະເພາະຊົນເຜົ່າມົ້ງ ປີ1981.
 -ມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບວຽກງານຊົນເຜົ່າໃນໄລຍະໃໝ່ ສະບັບລົງວັນທີ 20 ພຶດສະພາ  1992.
- ບັນດາມະຕິຂອງກອງປະຊຸມໃຫຍ່ ເປັນຕົ້ນແມ່ນມະຕິ 5 ສະໄຫມທີ VIII ຂອງພັກ.
- ແລະບັນດາເອກະສານທັງພາຍໃນ ແລະຕ່າງປະເທດ ທີ່ກ່ຽວຂ້ອງກັບຊົນເຜົ່າໃນນັ້ນ.
    
ການ ຈັດຕັ້ງປະຕິບັດໜ້າທີ່ຂອງ ວິຊາການຊົນເຜົ່າວິທະຍາ ໃນນາມຜູ້ຢູ່ເຄິ່ງກາງລະຫວ່າງຂໍ້ມູນ ວິທະຍາສາດກັບຂໍ້ມູນທ້ອງຖິ່ນ,
ລະຫວ່າງເຕັກໂນໂລຊີກັບພູມປັນຍາຊາວບ້ານ,ນອກຈາກນັ້ນໄດ້ ກຳແໜ້ນແນວທາງ ແລະແຜນນະໂຍບາຍຂອງພັກ ກ່ຽວກັບ
ວຽກງານຊົນເຜົ່າ ແຕ່ລະຊົນເຜົ່າຍັງຕ້ອງໄດ້ກຳແໜ້ນ ແລະຢືດຫມັ້ນໃນຫລັກການວິຊາການຊົນເຜົ່າວິທະຍາ ເພື່ອຮັບປະກັນຜົນ
ຂອງການຄົ້ນຄ້ວາມີລັກສະນະຖືກຕ້ອງ ແລະສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະຊົນເຜົ່າ.
ໃນປະຈຸບັນ,ຊົນເຜົ່າຕ່າງໆໃນທົ່ວປະເທດລ້ວນແຕ່ໃຊ້ພາສາລາວເປັນພາສາທາງການເພື່ອພົວພັນປະສານຊຶ່ງກັນ ແລະກັນ. ໃນ
ດ້ານອື່ນ,ຊົນເຜົ່າຕ່າງໆ ກໍຍັງມີການຮັກສາພາສາປາກເວົ້າເດີມຂອງຕົນເອງ ເຊັ່ນ:ພາສາກຶມມຸ,ພາສາມົ້ງ,ພາສາລື້,ພາສາຍວນ,
ພາສາຕະໂອ້ຍ,ພາສາກະຕາງ ແລະອື່ນໆ ແຕ່ຢູ່ໃນລະບົບພາສາຂອງຊົນເຜົ່ານັ້ນຍັງມີຫລາຍອັນທີ່ຄືກັນ ແລະຫລາຍອັນທີ່ແຕກ
ຕ່າງກັນ.ຖ້າ ວ່າລະບົບພາສາຂອງຊົນເຜົ່ານັ້ນຄືກັນຫມາຍຄວາມວ່າແມ່ນນອນຢູ່ ໃນຫມວດພາສາ ຫລືຕະກຸນດຽວກັນ ກົງກັນ
ຂ້າມຖ້າຫາກມີຄວາມແຕກຕ່າງກັນ ກໍຖືວ່າແມ່ນຢູ່ໃນຫມວດພາສາ ຫລື ຕະກຸນຕ່າງກັນ.
ໂດຍອິງໃສ່ລະບົບ ຫລື ຕະກຸນພາສາດັ່ງກ່າວ,ພວກເຮົາຈິ່ງຈັດບັນດາຊົນເຜົ່າຢູ່ໃນລາວ ເຂົ້າໃນ 4 ໝວດພາສາ ຄື: ໝວດພາ
ສາລາວ-ໄຕ, ໝວດພາສາມອນ-ຂະແມ ( ໃນນີ້ມີພາສາຫວຽດເມືອງ ), ໝວດພາສາມົ້ງ-ອີວມຽນ ແລະ ໝວດພາສາຈີນ - ຕີ
ເບດ (ໃນນີ້ມີພາສາຫໍ້).ໂດຍອີງໃສ່ສະພາບຈຸດພິເສດ ຂອງບັນດາຊົນເຜົ່າໃນລາວ ຊຶ່ງໄດ້ດຳລົງຊີວິດ ຢູ່ຢ່າງສະສັບຫວ່າງກັນແຕ່
ເໜືອ ຮອດໃຕ້ໃນຜືນ ແຜ່ນດີນດຽວກັນ,  ມີລະບອບການເມືອງ - ການປົກຄອງ ແລະ ກົດຫມາຍ ອັນດຽວກັນ. ຕັ້ງແຕ່ໃດໆມາ
ບໍ່ເຄີຍມີຊົນເຜົ່າໃດຊົນເຜົ່າໜຶ່ງຢູ່ເປັນບໍລິເວນທີ່ກວ້າງ ໃຫຍ່ ຫລືເປັນເຂດປົກຄອງຕົນເອງຕ່າງຫາກ. ໝາຍຄວາມວ່າ ແຕ່ດຶກດຳ
ບັນເຖິງປະຈຸບັນກໍເປັນຊາດລາວເອກະພາບຕະຫລອດມາ ເຊິ່ງຕ່າງກັນກັບບັນດາປະເທດອື່ນໆ ໃນໂລກ ເຊັ່ນ ຈີນ,ລັດເຊັຍ,ອິນ
ເດັຍ... ຊຶ່ງບັນດາປະເທດເຫລົ່ານີ້ມີບາງ ຊົນເຜົ່າຢູ່ເປັນເຂດປົກຄອງຕົນ ເອງ ແລະ ມີບາງຊົນເຜົ່າກໍ່ຂະຫຍາຍຕົວເປັນຊາດ ຫລື
ລັດໜຶ່ງຕ່າງຫາກບັນດາຊົນເຜົ່າຢູ່ໃນ ລາວລ້ວນແຕ່ດຳລົງຊີວິດດ້ວຍຮູບຖານ ເສດຖະກິດແບບດຽວກັນ ນັ້ນຄືເສດຖະກິດກະສິກຳ
(ການປູກຝັງ,ລ້ຽງສັດ ແລະຫັດຖະກຳ ) ແບບເພິ່ງຕົນເອງກຸ້ມຕົນເອງ,ບໍ່ທັນມີຮູບຖານ ແລະ ການຜະລິດເສດຖະກິດທີ່ເປັນເອກະ
ລັກ ຫລື ສັນຍາລັກສະເພາະຂອງຊົນເຜົ່າໃຜ ຊົນເຜົ່າລາວ,ບໍ່ສາມາດຈະເອົາເອກະລັກທາງດ້ານເສດຖະກິດ ຂອງຊົນເຜົ່າໃດໜື່ງ
ເປັນມາດຖານລວມໄດ້.

ຊົນເຜົ່າຕ່າງໆໃນລາວລ້ວນແຕ່ມີ ວັດທະນະທຳລາວເອກພາບ ຊຶ່ງຊົນເຜົ່າໃດກໍ່ລ້ວນແຕ່ຖືວ່າຕົນເອງແມ່ນພາກສ່ວນໜຶ່ງຂອງວົງ
ຄະນະຍາດແຫ່ງຊາດລາວ,ລ້ວນແຕ່ຖືວ່າຕົນເອງແມ່ນຄົນລາວ, ຢູ່ດີນລາວ,ມີ ຂະນົບທຳນຽມປະເພນີແບບລາວ ແລະຖືເອົາພາ
ສາລາວເປັນພາສາກາງ. ແຕ່ພ້ອມກັນນັ້ນ ແຕ່ລະຊົນເຜົ່າກໍຍັງມີຈິດຕະສາດ,ຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນອກະ
ລັກສະເພາະຂອງຊົນເຜົ່າຕົນເອງ ຊຶ່ງສະແດງອອກໃນຄວາມມັກ,ຄວາມເຄີຍຊີນ,ແບບແຜນການດຳລົງຊີວິດ  ດ້ານວັດຖຸ ແລະ
ຈິດໃຈແລະອື່ນໆ.

      ເວົ້າລວມແລ້ວທັງໝົດບັນດາຈິດຕະສາດ,ຮີດ ຄອງປະເພນີ ແລະວັດທະນະທຳ ຂອງບັນດາຊົນເຜົ່າໂດຍພື້ນຖານແລ້ວ
ແມ່ນສອດຄ່ອງກັບຈິດຕະສາດ ແລະ ວັດທະນະທຳລວມຂອງວົງຄະນະຍາດແຫ່ງຊາດລາວ ທັງເປັນສ່ວນປະກອບສ້າງ ອັນສຳ
ຄັນ ແລະເພີ່ມຄວາມອຸດົມຮັ່ງມີຫລາຍຮູບຫລາຍສີ ໃຫ້ແກ່ວັດທະນະທຳລວມຂອງຊາດອີກດ້ວຍ. ພ້ອມກັນນີ້ການເຄົາລົບນັບຖື
ຄຸນຄ່າວັດທະນະທຳຂອງແຕ່ລະຊົນ ເຜົ່າ ແລະ ສິດສະເໝີພາບລະຫວ່າງຊົນເຜົ່າໃນວົງຄະນະຍາດແຫ່ງຊາດລາວ ແມ່ນນະໂຍ
ບາຍພື້ນຖານຂອງພັກ ແລະລັດຖະບານລາວ.ເຖິງວ່າຍັງມີການຂະຫຍາຍຕົວທີ່ບໍ່ສະໝ່ຳສະ ເໝີກັນທາງດ້ານເສດຖະກິດ-ວັດທະ
ນະທຳ ລະຫວ່າງຊົນເຜົ່າ, ລະຫວ່າງທົ່ງພຽງກັບພູດອຍ,ຕົວເມືອງກັບຊົນນະບົດກໍຕາມ,ແຕ່ກໍບໍ່ໄດ້ເປັນອຸປະສັກໃຫ້ແກ່ການກໍ່ສ້າງ
ແລະ ພື້ນຖານວັດທະນະທຳແຫ່ງຊາດເອກະພາບແຕ່ຢ່າງໃດເລີຍ.

      ຈາກການວິໄຈ 4 ມາດຖານຂ້າງເທິງ, ພວກ ເຮົາສາມາດສະຫລຸບໄດ້ວ່າ ປະເທດລາວມີພຽງແຕ່ຊາດລາວ ຊາດດຽວ
ຊຶ່ງປະກອບມີຫລາຍຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດລາວ.
      ສະເພາະຢູ່ປະເທດລາວເຮົາ,ຖ້າຫາກເອົາມາດຖານດ້ານຜືນແຜ່ນດີນ ເພື່ອມາກຳນົດ,ສັບ ຊ້ອນຊື່ເອີ້ນ ແລະຈຳນວນຊົນ
ເຜົ່າເຫັນວ່າບໍ່ສອດຄ່ອງ ແລະຖືກຕ້ອງກັບສະພາບຈຸດພິເສດຕົວຈິງຂອງຊົນເຜົ່າຢູ່ໃນລາວ. ເພາະສະນັ້ນ,ວິ ຊາການດ້ານຊົນເຜົ່າ
ວິທະຍາ ຈິ່ງໄດ້ເລືອກເອົາບາງມາດຖານຂອງຊາດໜຶ່ງໆ ແລະອີງໃສ່ຈຸດພິເສດກໍຄືສະພາວະ ຄວາມເປັນຈິງຂອງຊົນເຜົ່າຕ່າງໆ
ຢູ່ໃນລາວເພື່ອກຳນົດມາດຖານ ແລ ເປັນບ່ອນອີງໃນການຄົ້ນຄວ້າ ເຊັ່ນ:
ເຖິງ ວ່າແຕ່ລະຊົນເຜົ່າ ຍັງຮັກສາພາສາປາກເວົ້າເດີມ ຂອງຕົນເອງຢູ່ ແຕ່ຢູ່ໃນພາສາຂອງແຕ່ລະຊົນເຜົ່ານັ້ນ ພັດມີອັນຄ້າຍຄືກັນ
ແລະແຕກຕ່າງກັນ ເຊັ່ນ: ພາສາຂອງຊົນເຜົ່າລາວແຕກຕ່າງກັບພາສາຂອງຊົນເຜົ່າມົ້ງ, ພາສາຂອງຊົນເຜົ່າກຶມມຸແຕກຕ່າງກັບພາ
ສາຂອງຊົນເຜົ່າ ອາຄາ (ຊົນເຜົ່າກໍ) ,ພາສາຊົນເຜົ່າຕະໂອ້ຍ ແຕກຕ່າງກັບພາສາຊົນເຜົ່າລື້ ແລະ ອື່ນໆ, ຄວາມແຕກຕ່າງກັນ
ດ້ານພາສາປາກເວົ້າລະຫວ່າງຊົນເຜົ່າ ໝາຍຄວາມວ່າ ບໍ່ໄດ້ຢູ່ໃນໝວດຕະກຸນພາສາດຽວກັນ. ຄຽງຄູ່ກັນນັ້ນມີຫລາຍຊົນເຜົ່າທີ່ມີ
ພາສາປາກເວົ້າຄ້າຍຄືກັນ,ເຂົາເຈົ້າສາມາດໂອ້ລົມ,ສົນທະນາ ແລະເຂົ້າໃຈກັນໄດ້ ເຊັ່ນ: ພາສາຊົນເຜົ່າຕຣຽງກັບພາສາ ຊົນເຜົ່າ
ແຢະ,ພາສາຊົນເຜົ່າເຈັງກັບພາສາ ຊົນເຜົ່າໂອຍ,ພາສາຊົນເຜົ່າອາຄາກັບພາສາຊົນເຜົ່າລາຫູ, ພາສາຊົນເຜົ່າລາວ ກັບພາສາຊົນ
ເຜົ່າລື້ ແລະອື່ນໆເປັນຕົ້ນ.  ຄວາມ ຄ້າຍຄືກັນລະຫວ່າງພາສາຂອງຊົນເຜົ່ານັ້ນ ໝາຍຄວາມວ່າພາສາຢູ່ໃນໝວດຕະກຸນດຽວກັນ
. ຍ້ອນຄວາມຄ້າຍຄືກັນ ແລະແຕກຕ່າງກັນໃນພາສາປາກເວົ້າຂອງລະຫວ່າງຊົນເຜົ່າ,ພວກເຮົາຈິ່ງຈັດຊົນ  ເຜົ່າຕ່າງໆໃນລາວ
ເຂົ້າໃນ 4 ໝວດພາສາ ຄື: ໝວດພາສາລາວ-ໄຕ, ໝວດພາສາມອນ-ຂະແມ (ໃນນີ້ມີພາສາຫວຽດເມືອງ),ໝວດພາສາຈີນ¬ຕີ
ເບດ (ໃນນີ້ມີພາສາຫໍ້) ແລະ ໝວດພາສາມົ້ງ-ອີວມຽນ.

      ມາດ ຖານທາງດ້ານພາສາຢ່າງດຽວບໍ່ສາມາດກຳນົດວ່າເປັນຊົນເຜົ່າໜຶ່ງ ໄດ້ເພາະວ່າຊົນເຜົ່າໜຶ່ງໆສາມາດເວົ້າໄດ້ຫຼາຍ
ພາສາໃນ ດ້ານນີ້ໄດ້ສະແດງໃຫ້ເຫັນວ່າ ບັນດາຊົນເຜົ່າ ທີ່ຢູ່ໃນໝວດພາສາດຽວກັນ ລ້ວນແຕ່ມີປະຫວັດຄວາມເປັນມາ ແລະ
ຕົ້ນກຳເນີດຄ້າຍຄືກັນ, ແຕ່ຍ້ອນການຍົກຍ້າຍໃນແຕ່ລະໄລຍະ, ແຕ່ ລະເສັ້ນທາງໄດ້ຮັບອິດຕິພົນ ແລະສະພາບແວດລ້ອມບໍ່ຄື
ກັນເຮັດໃຫ້ເກີດມີການປ່ຽນແປງຂຶ້ນໃນ ສັງຄົມຂອງບັນດາຊົນເຜົ່າ. ບາງຊົນເຜົ່າກໍຄົງຕົວ ແລະຂະຫຍາຍຕົວອອກເປັນຫລາຍ
ແຊກຫລາຍແຊງ ຫລືຂະແໜງແລ້ວຮັບເອົາຊື່ເອີ້ນໃໝ່.ດັ່ງນັ້ນ,ຊົນເຜົ່າໜຶ່ງໆຈະມີຫລາຍຊື່ເອີ້ນຕ່າງກັນ ໃນນີ້ມີທັງຊື່ທີ່ຊົນເຜົ່າເອີ້ນ
ຕົນເອງ,ຊື່ທີ່ຊົນເຜົ່າອື່ນເອີ້ນໃຫ້, ຊື່ທີ່ເອີ້ນຕາມບ່ອນຢູ່ອາໃສເຊັ່ນ: ຊື່ບ້ານ-ຊື່ເມືອງ, ຊື່ເອີ້ນຕາມພາສາປາກເວົ້າ, ຊື່ເອີ້ນຕາມແບບ
ແຜນການດຳລົງຊີວິດ, ຊື່ເອີ້ນຕາມການນຸ່ງຫົ່ມ, ຊື່ເອີ້ນຕາມເຈົ້າກົກເຈົ້າເຫລົ່າ, ຊື່ເອີ້ນຕາມທຳມະຊາດ ເຊັ່ນ: ຊື່ພູຜາປ່າໄມ້, ຊື່
ຫ້ວຍໜອງຄອງບຶງ, ຊື່ແມ່ນ້ຳລຳເຊ,ຊື່ກົກໄມ້ ແລະຊື່ອື່ນໆດັ່ງນີ້ເປັນຕົ້ນ ຊຶ່ງຊື່ເອີ້ນຂອງຊົນເຜົ່າຕ່າງໆ ນັ້ນຈະມີທັງຊື່ທີ່ມີຄວາມ
ໝາຍດີ ແລະ ບໍ່ດີ, ມີທັງຊື່ເອີ້ນແບບລັກສະນະສຽດສີ,ດູຖູກ ແລະ ໝິ່ນປະໝາດນຳອີກດ້ວຍ.

ການຄົ້ນຄ້ວາ ແລະປຽບທຽບຊື່ເອີ້ນຈະສາມາດ ໃຫ້ເຮົາຮູ້ໄດ້ຊື່ແທ້ຂອງຊົນເຜົ່ານັ້ນ,ຮູ້ ໄດ້ຊື່ທີ່ເຂົາເຈົ້າເອີ້ນເອງ ຫລື ຊື່ທີ່ຊົນເຜົ່າ
ອື່ນເອີ້ນໃຫ້ ເພື່ອຮັກສາຊື່ທີ່ມີຄວາມໝາຍທີ່ດີໂດຍແມ່ນເຂົາເຈົ້າເອີ້ນຕົນ ເອງຊຶ່ງສອດຄອ່ງກັບປະຫວັດຄວາມເປັນມາ ແລະຕົ້ນ
ກຳເນີດ;ເພື່ອຄົ້ນຄວ້າ ແລະລຶບລ້າງຊື່ເອີ້ນທີ່ມີຄວາມໝາຍບໍ່ດີ,ມີລັກສະນະສຽດສີ,ດູຖູກ ແລະໝີ່ນປະໝາດ ເຊັ່ນ: ແມ້ວ, ໂສ້,
ຂ້າສອງຫາງ,ຂ້າບ່ອງຫູ,ຂ້າແຂ້ວຕັດ ແລະອື່ນໆ. ໃນເວລາດຽວກັນກໍເຫັນວ່າຍັງມີຫລາຍຊື່ເອີ້ນເມື່ອເອົາມາດຖານທາງດ້ານພາ
ສາປາກເວົ້າ,ດ້ານຮີດຄອງປະເພນີ ແລະວັດທະນະທຳມາປຽບທຽບໃສ່ແລ້ວ ຍັງບໍ່ສາມາດຈັດເປັນຊົນເຜົ່າໜຶ່ງຕ່າງຫາກໄດ້  ຈື່ງ
ຈັດເປັນແຊກ ເປັນແຊງ ຫຼື ຂະແໜງໜື່ງຂອງຊົນເຜົ່ານັ້ນ.

ເພາະສະນັ້ນ,ເມື່ອສົມທຽບກັບຂໍ້ມູນ 68 ຊົນ ເຜົ່າ ຂອງຄະນະຄົ້ນຄວ້າສັງຄົມລາວໃນສະໄໝຂອງແນວລາວຮັກຊາດ ຈິ່ງເຫັນວ່າ
ໃນຈຳນວນຊື່ເອີ້ນດັ່ງກ່າວ ຍັງມີຫຼາຍຊື່ ທີ່ມີລັກສະນະເຫຼືອບໍ່ພໍ,ຕົວຢ່າງຊື່ເອີ້ນບໍ່ພໍ ມີ:ໄທຍີ,ກະເສັງແລະອື່ນໆ ແລະຊື່ເອີ້ນທີ່ເຫຼືອ
ມີ: ສຸ,ລະເວນ,ຢຣຸ ( ແມ່ນຊົນເຜົ່າດຽວຄື ຢຣຸ ); ສະປວນ,ສອກ ແລະໂອຍ (ແມ່ນຊົນເຜົ່າດຽວຄື ໂອຍ); ຕຣູຍ ແລະມັງກອນ
(ແມ່ນຊົນເຜົ່າດຽວຄື ມັງກອນ);ມົ້ງຂາວ,ມົ້ງລາຍ ແລະມົ້ງດຳ( ແມ່ນຊົນເຜົ່າດຽວຄື ມົ້ງ);ກໍປານາ,ກໍມູຈີ, ກໍປູລີ, ກໍເພ,ກໍພູຍອດ,
ກໍມູເຕີນ,ກໍຈີຈາມ,ກໍພູຊາງ ( ແມ່ນຊົນເຜົ່າດຽວຄື ອາຄາ); ລາຫູ,ມູເຊີດຳ,ມູເຊີຂາວ ແລະ ກຸຍ ( ແມ່ນ ຊົນເຜົ່າດຽວ ຄື ລາຫູ).
ແຕ່ລະຊົນເຜົ່າ ກໍຍັງມີຂະນົບທຳນຽມ,ຮີດຄອງປະເພນີ ແລະວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ ຊຶ່ງສະແດງ
ອອກໃນດ້ານຄວາມມັກ, ຄວາມເຄີຍຊີນ,ຄວາມເຊື່ອຖື ແລະ ການດຳເນີນຊີວິດທາງດ້ານວັດຖຸ ແລະດ້ານຈິດໃຈ. ການວິໄຈສະ
ແດງໃຫ້ເຫັນວ່າຊົນເຜົ່າ ທີ່ຢູ່ໃນໝວດພາສາດຽວກັນ  ມີຮີດຄອງປະເພນີ ແລະວັດທະນະທຳຄ້າຍຄືກັນ.ກົງກັນຂ້າມຊົນເຜົ່າທີ່ຢູ່
ໃນໝວດພາ ສາທີ່ແຕກຕ່າງກັນກໍຈະມີປະເພນີ ແລະວັດທະນະທຳ ແຕກຕ່າງກັນ. ແຕ່ວ່າຢູ່ໃນແຕ່ລະຊົນເຜົ່ານັ້ນມີທັງປັດໃຈໃນ
ຕົວ ແລະນອກຕົວ.ໝາຍຄວາມວ່າຊົນເຜົ່າຕ່າງໆໄດ້ມີການປະສົມກົມກືນ, ມີ ການຢືມປະເພນີ ແລະວັດທະນະທຳເຊິ່ງກັນ ແລະ
ກັນທັງນີ້ກໍ່ຍ້ອນວ່າເຂົາເຈົ້າໄດ້ ດຳລົງຊີວິດຢູ່ຢ່າງສະ ຫລັບສັບຫວ່າງກັນ,ມີການພົວພັນສາມັກຄີຊ່ວຍເຫລືອຊຶ່ງກັນ ແລະ ກັນ
ໂດຍສະເພາະແມ່ນຊົນເຜົ່າທີ່ຢູ່ໃກ້ຄຽງກັນ.

ນອກຈາກ 3 ມາດຖານຂ້າງເທິງແລ້ວ,ວິ ຊາການດ້ານຊົນເຜົ່າວິທະຍາກໍຍັງຢຶດໝັ້ນໃນທັດສະນະຂອງພັກ ໂດຍສະເພາະແມ່ນ
ທັດສະນະຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ວ່າ:   ການຄົ້ນຄ້ວາ ແລະ ຢືນຢັນບັນຫາໃດໜຶ່ງກ່ຽວກັບຊົນເຜົ່ານັ້ນແມ່ນ
ອິງໃສ່ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈຂອງຊົນເຜົ່າ.

      -  ພວກເຮົາໄດ້ຮີບໂຮມເອົາບັນດາເອກະສານທີ່ຂຽນເຖິງຊົນເຜົ່າຕ່າງໆ ຢູ່ໃນລາວ ລວມທັງບັນຊີລາຍຊື່ຊົນເຜົ່າ ທີ່ໄດ້
ຄົ້ນຄ້ວາ ແລະຂຽນອອກມາກ່ອນແລ້ວ ຂອງນັກຄົ້ນຄ້ວາທັງພາຍໃນແລະຕ່າງປະເທດ( ພາສາລາວ ແລະາຕ່າງປະເທດ ) ເພື່ອ
ມາສົມທຽບໃສ່ຂໍ້ມູນຕົວຈິງ  ທີ່ພວກເຮົາເກັບກຳໄດ້ຢູ່ແຕ່ລະຊົນເຜົ່າ ແຕ່ລະທ້ອງຖິ່ນ.ບັນດາເອກະສານສຳຄັນມີຄື: ປື້ມພົງສາວະ
ດານລາວ, ປື້ມປະຫວັດການແຂວງຜົ້ງສາລີ,ຂຽນໂດຍ ເຈົ້າຄຳໝັ້ນ ວົງກົດລັດຕະນະ ປີພ.ສ 2513,ປື້ມເສີມຂະຫຍາຍມູນເຊື້ອ
ແຫ່ງຄວາມສາມັກຄີລະຫວ່າງຊົນເຜົ່າຕ່າງໆ ໃນວົງຄະນາຍາດແຫ່ງຊາດລາວ ທີ່ເປັນເອະພາບ,ເດັດດ່ຽວປົກປັກຮັກສາປະເທດ
ຊາດໄວ້ໃຫ້ໝັ້ນຄົງ ແລະ ກໍ່ສ້າງສັງຄົມນິຍົມໃຫ້ສຳເລັດຜົນຂອງປະທານປະທານ ໄກສອນ ພົມວິຫານ ປີ 1981, ປື້ມປະເທດ
ລາວ ແລະຄົນລາວ ຂອງທ່ານພອນຈັນ ແລະສີວິໄລ,ປື້ມຄູ່ມື ປະຕິທິນ 200 ປີ ຂອງທ່ານ ດວງໄຊ ຫລວງພະສີ, ປື້ມປະຕິທິນ
ຂອງທ່ານອາຈານ ບົວຄຳ ວໍລະເພັດ,  ບັນຊີລາຍຊື່ຊົນເຜົ່າ ຂອງຄະນະຄົ້ນຄ້ວາສັງຄົມລາວ ປີ 1970-1972, ຂໍ້ມູນການສຳ
ຫລວດພົນລະເມືອງທົ່ວປະເທດຄັ້ງທີ່ / ປີ 1985, ຂໍ້ມູນຂອງສະຖາບັນເຜົ່າພັນວິທະຍາ ປີ 1986, ຂໍ້ມູນການສຳຫລວດພົນລະ
ເມືອງທົ່ວປະເທດຄັ້ງທີ່ // ປີ 1995 ແລະເອກະສານຂອງນັກຄົ້ນຄ້ວາຕ່າງປະເທດ ເຊັ່ນ: ທ່ານ Laurent Chazee , J. R.
Chamberlain, ນອກຈາກນີ້ກໍ່ຍັງມີເອກະສານສຳຄັນອື່ນໆ ອີກ.
      -  ລົງຄົ້ນຄວ້າ ແລະເກັບກຳຂໍ້ມູນຕົວຈິງຢູ່ທ້ອງຖິ່ນ ໂດຍສົມທົບກັບອຳນາດການປົກຄອງ ແຕ່ລະຂັ້ນເພື່ອລົງເລີກເກັບ
ກຳ ເອົາ:ປະຫວັດການເປັນມາ,ການເຄື່ອນຍ້າຍ ແລະວິວັດການຂະຫຍາຍຕົວ ລວມທັງບັນດາຊື່ເອີ້ນ ຂອງແຕ່ລະຊົນເຜົ່າຕາມ
ທ້ອງຖິ່ນ,ຊື່ເກົ່າ ແລະຊື່ໃໝ່, ຊື່ທີ່ຊົນເຜົ່າເຂົາເຈົ້າເອີ້ນຕົນເອງ ແລະຊື່ທີ່ຊົນເຜົ່າອື່ນເອີ້ນໃຫ້ເຂົາເຈົ້າ;ເກັບກຳດ້ານພາສາປາກເວົ້າ
ລວມທັງລຳດັບການນັບ,ຮີດຄອງປະເພນີ, ວັດທະນະທຳທາງດ້ານວັດຖຸກໍຄືດ້ານ ຈິດໃຈຂອງຊົນເຜົ່າຕ່າງໆ.ພ້ອມກັນນີ້ຍັງໄດ້ມີ
ການຄົ້ນຄ້ວາ,ປຶກສາຫາລື ແລະຂໍຄຳຄິດເຫັນຈາກຊົນເຜົ່າກ່ຽວຂ້ອງໃນການກຳນົດ ແລະສັບຊ້ອນຕາມສະພາບຕົວຈິງ.

      - ນຳເອົາຂໍ້ມູນທັງໝົດມາສຶກສາ,ຄົ້ນຄ້ວາ ແລະວິໄຈໂດຍອີງໃສ່ 3 ມາດຖານ ຂອງຊົນເຜົ່າໜຶ່ງໆທີ່ໄດ້ກຳນົດໄວ້.
      - ຈັດ ກອງປະຊຸມປຶກສາຫາລື ແລະສຳມະນາກ່ຽວກັບຊື່ເອີ້ນ ແລະຈຳນວນຊົນເຜົ່າຢູ່ແຕ່ລະແຂວງໃນທົ່ວປະເທດແລະຢູ່
ຂັ້ນສູນກາງ ໂດຍໄດ້ຮັບການຢັ້ງຢືນເຫັນດີຈາກຜູ່ທີ່ເຂົ້າຮ່ວມກອງປະຊຸມແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ.
      - ໄດ້ ຮັບການຊີ້ນຳຢ່າງໄກ້ສິດຈາກການນຳຂອງ ສູນກາງແນວລາວສ້າງຊາດ ແລະຂັ້ນເທິງໃນການຈັດຕັ້ງປະຕິບັດໜ້າ
ທີ່ແຕ່ລະໄລຍະ. ຜ່ານການຄົ້ນຄ້ວາບົນພື້ນຖານຂໍ້ມູນ,ມາດຖານ ແລະຈຸດພິເສດຂອງບັນດາຊົນເຜົ່າ ຢູ່ໃນລາວ,ພວກເຮົາສາມາດ
ກຳນົດ,ສັບຊ້ອນຊື່ເອີ້ນ ແລະຈຳນວນຊົນເຜົ່າຄືນໃໝ່ສຳເລັດໃນຂັ້ນພື້ນຖານຊຶ່ງປະຈຸບັນປະເທດລາວເຮົາມີ 49 ຊົນເຜົ່າ(ບາງຊົນ
ເຜົ່າ ຍັງປະກອບດ້ວຍແຊກ ຫລື ແຊງ ຫລື ຂະ ແໜງລວມມີຫຼາຍກວ່າ 90 ແຊງຊົນເຜົ່າ ແລະຫຼາຍກວ່າ 200 ຊື່ເອີ້ນຕາມ
ທ້ອງຖິ່ນ). ໃນຈຳນວນ 49 ຊົນເຜົ່ານີ້ ຄະນະວິຊາການພວກເຮົາໄດ້ຈັດເຂົ້າຢູ່ໃນ 4 ໝວດພາສາ ຄື: ໝວດພາສາລາວ-ໄຕ,
ໝວດພາສາມອນ-ຂະແມ,ໝວດພາສາມົ້ງ-ອີວມຽນ ແລະໝວດພາສາຈີນ-ຕີເບດ. ( ລາຍລະອຽດໃຫ້ເບິ່ງ ຕາຕະລາງຂັດຕິດມາ
ພ້ອມນີ້ ).
      ໂດຍຢຶດໝັ້ນແນວທາງ,ນະໂຍບາຍ ແລະທັດສະນະຂອງພັກໃນການແກ້ໄຂບັນຫາຊົນເຜົ່າ,ຜົນສຳເລັດໃນການຄົ້ນຄວ້າ
ເພື່ອກຳນົດ,ສັບ ຊ້ອນຊື່ເອີ້ນ ແລະຈຳນວນຊົນເຜົ່າເທື່ອນີ້ ຈະຊ່ວຍເຮັດໃຫ້ພວກເຮົາຮັບຮູ້ ກ່ຽວກັບພື້ນຖານໂຄງປະກອບ ຊົນ
ເຜົ່າ ໃນປະເທດເຮົາ.ຄວາມຫລາກຫລາຍຂອງ ຊົນເຜົ່າໃນປະເທດເຮົາມັນບໍ່ພຽງແຕ່ມີຄວາມໝາຍທາງວິທະຍາສາດ ເທົ່ານັ້ນ
ຫາກຍັງມີຄວາມໝາຍສຳຄັນໃນການວາງ ແລະຈັດຕັ້ງປະຕິບັດແນວທາງ,ນະໂຍບາຍ,ໂຄງການ,ແຜນງານ ແລະແຜນພັດທະນາ
ເສດຖະກິດ-ສັງຄົມ ແນໃສ່ພາປະເທດເຮົາຫລຸດພົ້ນອອກຈາກຄວາມທຸກຍາກ ແລະດ້ອຍພັດທະນາອີກດ້ວຍ.

   

ຊັບພະຍາກອນທີ່ກ່ຽວຂ້ອງ

  ເລືອກ
 
 

 

   name-article ສະແດງວັນທີ
   450 ປີນະຄອນຫຼວງວຽງຈັນ 8: ໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ 10/26/12
   450 ປີນະຄອນຫຼວງວຽງຈັນ 7: ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໃນ​ລາຊະການ​ເຈົ້າ​ອານຸວົງ : 10/26/12
   450 ປີນະຄອນຫຼວງວຽງຈັນ 6: ສະ​ໄໝ​ ລາຊະກາ​ນຂອງ​ເຈົ້າ​ ສີ​ລິ​ບຸ​ນຍະ​ສານ (ປີ 1730) 10/26/12
   450 ປີນະຄອນຫຼວງວຽງຈັນ : ສະ​ໄໝ​ລາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ 10/26/12
   450 ປີນະຄອນຫຼວງວຽງຈັນ: ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ​ ຄົບຮອບ 450 ປີ (1560-2010) 10/26/12
   450 ປີນະຄອນຫຼວງວຽງຈັນ: ເມືອງ​ວຽງ​ຈັ​ນ ສະ​ໄໝ​ອານາຈັກ​ລາວລ້າ​ນ ຊ້າງ (​ແຕ່​ປີ 1353 -1560) 10/26/12
   450 ປີນະຄອນຫຼວງວຽງຈັນ: ເມືອງ​ວຽງ​ຈັ​ນສະ​ໄໝ ​ຊາຍ​ຟອງ (​ເມືອງ​ຫາດຊາ​ຍຟອງ) ໃນສະຕະວັດ​ທີ 12 10/26/12
   450 ປີນະຄອນຫຼວງວຽງຈັນ: ໃ​ນສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ ຫຼື​ ສີ​ໂຄດ​ຕະບູນ 10/26/12
   ປະຫວັດຄວາມເປັນມາຂອງນະຄອນຫຼວງວຽງຈັນໂດຍຫຍໍ້ 10/23/12
   ລະນຶກວັນສ້າງຕັ້ງພັກ ຄົບຮອບ 57 ປີ 10/15/12
   ໂຄງປະກອບການຈັດຕັ້ງຂອງລັດຖະບານ ແຫ່ງ ສປປ ລາວ 10/15/12
   ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ IX 10/15/12
   ລະບົບການເມືອງ ຂອງ ສປປ ລາວ 10/15/12
   ບັນດາຟີມເອກະສານຕ່າງໆ ທີ່ທາງກົມຮູບເງົາເຜີຍແຜໃນ ອີນເຕີເນັດ 10/7/12
   ນະຄອນຫຼວງວຽງຈັນ 450 ປີ 10/7/12
   ປະຫວັດຄວາມເປັນມາຂອງບຸນປີໃຫມ່ລາວ 10/3/12
   ສື່ພີມຕ່າງໆ ໃນ ສປປ ລາວ 10/3/12
   ໂຄງປະກອບຂອງເສດຖະກິດ ຂອງ ສປປ ລາວ 10/3/12
   ການທ່ອງທ່ຽວ ​ໃນ ສປປ ລາວ 10/3/12
   ລັດຖະທຳມະນູນ ຂອງ ສປປ ລາວ 10/3/12
   ສາສະໜາ ສປປ ລາວ 10/3/12
   ຄວາມເປັນມາຂອງພາສາລາວ 10/3/12
   ປະຫວັດຄວາມເປັນມາ 10/2/12
   ທີ່ຕັ້ງ ແລະພູມສັນຖານຂອງ ສປປ ລາວ 10/2/12

คำสำคัญ (Tags): #ດີ
หมายเลขบันทึก: 560518เขียนเมื่อ 30 มกราคม 2014 09:33 น. ()แก้ไขเมื่อ 30 มกราคม 2014 09:33 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท