ການເປັນອັດຕາສ່ວນພົວພັນຂອງນັກຮຽນຫ້ອງປ.5 .


I.   ບົດນຳ

1.1  ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ.

           ການສຶກສາຂັ້ນພື້ນຖານແມ່ນມີຄວາມສຳຄັນໃນການດຳລົງຊີວິດ ເພາະການສຶກສາໄດ້ຊ່ວຍພັດທະນາຄົນໃຫ້ມີຄວາມຈະເລີນທາງດ້ານວັດຖຸ ແລະ ຈິດໃຈ, ສາມາດນຳໄປປະກອບອາຊີບ ສ້າງຄວາມໜັ້ນຄົງ ແລະ ຄວາມເຂັ້ມແຂງໃຫ້ແກ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

      ການສອນ-ການຮຽນຄະນິດສາດໃນໂຮງຮຽນປະຖົມ ແມ່ນແນໃສ່ພັດທະນາຄວາມຮູ້ຄວາມສາມາດໃນການຄົ້ນຄິດ, ຄຳນວນ, ຮູ້ໄຕ່ຕອງຫາເຫດຫາຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນ, ທັງເຮັດໃຫ້ນັກຮຽນສາມາດສະແດງແນວຄິດ ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດເຫຼົ່ານີ້ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເປັນເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດຳລົງຊີວິດປະຈຳວັນ ໃຫ້ມີຄຸນະພາບດີ. ນອກຈາກນີ້ແລ້ວການສອນ-ການຮຽນຄະນິດສາດຢູ່ໂຮງຮຽນປະຖົມຍັງແນ່ໃສ່ປູກຝັງ ແລະ ສົ່ງເສີມເຈຕະຄະຕິທີ່ດີຕໍ່ຄະນິດສາດ.

         ໂຮງຮຽນປະຖົມສົມບູນບ້ານ​​​ເກົ່າ ແມ່ນໜຶ່ງທີ່ນອນໃນຈຳນວນໂຮງຮຽນປະຖົມ 64ແຫ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງດາກຈຶງເຊິ່ງ​ໄດ້​​ສ້າງ​ຂຶ້ນ​ໃນ​ປີ 2004 ​ໂດຍ​ໄດ້​ຮັບ​ທຶນ​ຈາກ​ໂຄງການ ອີ​ດີ​ຟີ​ສອງ ມີ​ອາຄານ 1 ຫຼັງ, ມີ 5 ຫ້ອງ. ​ເຊິ່ງຕັ້ງ​ຢູ່​ລະຫວ່າງ​ກາງຂອງ​ສອງກຸ່ມ​ບ້ານຄື: ບ້ານເກົ່າແລະບ້ານດາກບອງ,ສົກຮຽນ 2012 – 2013 ມີຄູສອນທັງໝົດ6ຄົນ,ຍິງ4ຄົນ.  ​ນັກຮຽນ​ລວມທັງໝົ103ຄົນ,ຍິງ49  ຄົນ.

      ການຈັດການຮຽນ-ການສອນໃນໂຮງຮຽນແມ່ນດຳເນີນການສອນໄປຕາມຫຼັກສູດ ແລະ ການສິດສອນແບບໃໝ່, ບັນດາຄູໃນໂຮງຮຽນນີ້ກໍໄດ້ມີການຝຶກອົບຮົມວິທີສອນແບບໃໝ່ສ່ວນໃດໜຶ່ງ, ຄຽງຄູ່ກັບການຮັບປະກັນຄຸນະພາບການຮຽນ-ການສອນແບບໃໜ່ນີ້ ກະຊວງສຶກສາທິການກໍໄດ້ສ້າງຄູສຶກສານິເທດໃນຊັ້ນປະຖົມເພື່ອລົງຕິດຕາມຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອການຈັດກິດຈະກຳການຮຽນ-ການສອນໃນໂຮງຮຽນປະຖົມຂອບເຂດຄວາມຮັບຜິດຊອບຂອງເມືອງ ແລະ ແຂວງ ເພື່ອແນໃສ່ປັບປຸງຄຸນະພາບ ແລະ ວິທີການຈັດການຮຽນ-ການສອນຂອງຄູໃຫ້ສອດຄ່ອງກັບຫຼັກສູດ ແລະ ສະພາບຄວາມເປັນຈິງຂອງທ້ອງຖິ່ນເພື່ອຮັບປະກັນຄຸນະພາບຂອງການຈັດການຮຽນ-ການສອນຂອງນັກຮຽນໃນຊັ້ນປະຖົມໃຫ້ມີປະສິດທິພາບສູງຂຶ້ນ.

    ຜ່ານການຈັດຕັ້ງດຳເນີນກິດຈະກຳການຮຽນ-ການສອນ​​ໃນ​ໂຮງຮຽນສ່ວນຫຼາຍຄູ​ເປັນ​ໃຈກາງ​ເນື່ອງຈາກ​ວ່າ​ອຸປະກອນ​ຮັບ​ໃຊ້​ໃນ​ການ​ຮຽນ-ການ​ສອນ​ຍັງ​ບໍ່ທັນ​ພຽງພໍ​ເຊັ່ນ: ປຶ້ມຕຳລາ, ປຶ້ມຄູ່ມື​ຄູ,​ ເຈ້ຍ​ດາມ ​ແລະ ອຸປະກອນ​ອື່ນໆ. ສະ​ນັ້ນ, ການຈັດ​ການ​ຮຽນ-ການ​ສອນ​ໄດ້​ພົບ​ຄວາມ​ຫຍຸ້ງຍາກ ​ໂດຍ​ສະ​ເພາະແມ່ນຫ້ອງປ.5 ເຊິ່ງມີຈໍານວນັກຮຽນທັງໝົດ 30 ຄົນ, ຍິງ 16 ຄົນ, ​ການດຳ​ເນີນ​ການ​ຮຽນ-ການ​ສອນແມ່ນ​ໄດ້​ນຳ​ໃຊ້​ຕາມຫຼັກການ​ສອນ​ແບບ​ດາວ 5 ​ແຈ​ເຊັ່ນ: ການຮຽນຮູ້ຈາກການເຮັດກິດຈະກໍາ, ການ​ຕັ້ງຄຳຖາມເຂົ້າສູ່ການສອນ, ການ​ໃຊ້ສື່ການສອນ, ການສອນເປັນກຸ່ມ ການ​ສອນທີ່​ຕິດ​ພັນ​ກັບ​ການນຳໄປໃຊ້ໃນຊີວິດ​ປະຈຳ​ວັນ. ທັງໝົດທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ​ແລະ ສຳຄັນຫຼາຍ​ໃນ​ການ​ສອນ​ວິຊາ​ຄະນິດສາດ.

     ​ສະພາບການຮຽນ-ການສອນໂດຍລວມແລ້ວແມ່ນຄູສອນແບບເອົາຄູເປັນໃຈກາງເນື່ອງຈາກວ່າສະພາບຂອງຫ້ອງຮຽນມີຄວາມແອອັດຫຼາຍ ເພາະວ່າ ນັກຮຽນມີຈຳນວນຫຼວງຫຼາຍເຮັດໃຫ້ການສົ່ງຄວາມຮູ້ຂອງຄູນັ້ນບໍ່ທົ່ວເຖິງໂດຍສະເພາະແມ່ນວິຊາຄະນິດສາດຫ້ອງ ປ 5.

    ທັກສະການຄິດຄໍານວນມີຄວາມສໍາຄັນຕໍ່ການຮຽນຮູ້ໃນວິຊາຄະນິດສາດເປັນຢ່າງຫຼາຍນັກຮຽນສ່ວນຫຼາຍຍັງຂາດທັກສະໃນການຄິດຄຳນວນ ເຊິ່ງມີສາເຫດຫຼາຍຢ່າງເຊັ່ນ:

1.   ພື້ນຖານການຮຽນຮູ້ຂອງນັກຮຽນໃນໄລຍະທຳອິດເລີ່ມຕົ້ນບໍ່ດີພໍ

2.   ນັກຮຽນຂາດການຝຶກຜົນໃນການຄິດທີ່ຕໍ່ເນື່ອງ

3.   ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ

ຈາກສາເຫດທີ່ກ່າວມາຂ້າງເທິງນີ້ເຮັດໃຫ້ພັດທະນາການໃນການຮຽນວິຊາຄະນິດສາດຂອງນັກຮຽນບໍໍ່ດີ

ເທົ່າທີ່ຄວນ ດັ່ງນັ້ນ ຜູ່ວິໄຈຈິງຄິດຫາທາງແກ້ບັນຫາດັ່ງກ່າວ ເຊິ່ງຈາກການຈັດການຮຽນ-ການສອນແລ້ວຍັງພົບເຫັນວ່າທັກສະການຄຳນວນຂອງນັກຮຽນປະຖົມຫ້ອງ ປ 5 ຈໍານວນ 3 ຄົນ, ຍັງມີຂໍ້ບົກຜ່ອງຢູ່ຫຼາຍດ້ານ.

    ດັ່ງ​ນັ້ນ​ ຂ້າພະ​ເຈົ້າ​ຜູ່ເຮັດ​ການ​ວິ​ໄຈ​ ຈຶ່ງ​ມີ​ຄວາມ​ສົນ​ໃຈ ​ແລະ ​ເປັນຫ່ວງເປັນໃຍຈຳເປັນ​ຕ້ອງ​ໄດ້​ປັບປຸງ​ຂະ​ບວນການ​ຮຽນ-ການ​ສອນ​ຂອງ​ຄູ ​ແລະ ນັກຮຽນ​ໃຫ້​ດີ​ຂຶ້ນ..

1.2 ຈຸດປະສົງ

  -  ເພື່ອໃຫ້ນັກຮຽນເປົ້າໝາຍສາມາດແກ້ບົດເລກກ່ຽວກັບອັດຕາສ່ວນພົວພັນໄດ້.

  -  ເພື່ອພັດທະນາດ້ານການຄິດໄລ່ການເປັນອັດຕາສ່ວນພົວພັນໃນຊີວິດປະຈຳວັນໄດ້.

II.ວິທີດຳເນີນການວິໄຈ    

2.1 ສຶກສາສະພາບບັນຫາ.

   ເພື່ອເຮັດໃຫ້ການສຶກສາສະພາບບັນຫາແລະການເກັບກໍາຂໍ້ມູນຕ່າງໆໃນຫ້ອງຮຽນ ປ.5 ຂອງ​ໂຮງຮຽນປະຖົມ​ສົມບູນ​ບ້ານ​ເກົ່າມີຄວາມຊັດເຈນ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ດີຍິ່ງຂຶ້ນ; ຂ້າພະ​ເຈົ້າ​ຜູ້​ເຮັດ​ການ​ວິ​ໄຈຈຶ່ງຈໍາເປັນຕ້ອງໄດ້ປຶກສາ​ຫາລື​ ກັບ ຄູ ມອນສະຫັວນ ດວງພູມີ  ເພື່ອວາງແຜນ ການລົງສຶກສາສະພາບບັນຫາດັ່ງນີ້.

 

 

 

 

 ຄັ້ງ​ທີ 1:

    ວັນທີ19 / 3 / 2013 ຊົ່ວໂມງທີ 1-2 ໄດ້ເຂົ້າຮ່ວມໂມງສອນຂອງຄູ ມອນສະຫັວນ ດວງພູມີ ທີ່ສອນຢູ່ໃນຫ້ອງ.5 ວິຊາ ຄະນິດສາດ  ບົດທີ 43  ຫົວ​ບົດ ການເປັນອັດຕາສ່ວນພົວພັນ ໃນເວລາ 2 ຊົ່ວໂມງ ( ກິດຈະກຳ 1 )  ຜ່ານຈາກການ​ເຂົ້າ​ຮ່ວມສັງເກດ​ ຂ້າພະເຈົ້າໃນນາມຜູ້ເຮັດການວິໄຈສາມາດພົບເຫັນວ່າ:ຄູບໍ່ມີ​ບົດ​ສອນ ​ແລະ​ ບໍ່ມີສື່ການຮຽນ-ການ​ສອນພຽງ​ແຕ່ແນະນຳ​ໃຫ້​ນັກຮຽນ​ເປີດ​ປື້​ມ​ແບບຮຽນ, ບົດ​ທີ 43 ຫົວ​ບົດ ການ​ເປັນ​ອັດຕາ​ສ່ວນ​ພົວພັນ, ​ໄດ້​ແນະນຳ​ວິ​ທີ​ການແກ້ໃຫ້​ນັກຮຽນຟັງ ​ແລ້ວ ​​ກຳນົດເວລາ 10 ນາທີ ຫຼັງຈາກນັ້ນ ຄູເອີ້ນນັກຮຽນອາສະໝັກອອກ​ມາແກ້​ຢູ່​ກະດານ ​ເຫັນ​ວ່ານັກຮຽນ​ບາງຄົນ​ກໍ່​ເອົາ​ໃຈ​ໃສ່​ດີ ​​ຈາກນັ້ນຄູ​ໄດ້​ສະຫຼຸບກິດຈະກຳ​ໃຫ້​ນັກຮຽນ ແຕ່​ນັກຮຽນຈຳນວນ​ໜຶ່ງ​ຍັງນັ່ງ​ຊື່ໆບໍ່​ໄດ້​ເຮັດ​ຫຍັງ, ຈໍານວນໜຶ່ງຍັງວົນ​ແຊວ​ບໍ່ຕັ້ງ​ໃຈຮຽນ ​ໃນ​ນັ້ນກໍ່​ແມ່ນຈຳນວນນັກຮຽນເປົ້າໝາຍ 3 ຄົນ, ຍິງ 2 ຄົນ, ບໍ່ຕັ້ງໃຈຕໍ່ການຮຽນ, ຢອກໃຍກັນເວລາຮຽນ, ບໍ່​ມັກ​ຕອບ​ຄໍາ​ຖາມ​ຂອງຄູ, ແກ້ເລກການເປັນອັດຕາສ່ວນພົວພັນບໍ່ໄດ້.

 ຄັ້ງທີ 2:

     ວັນທີ21 / 3 / 2013 ຊົ່ວໂມງທີ 3-4  ໄດ້ເຂົ້າຮ່ວມໂມງສອນຂອງຄູ  ມອນ​ສະຫວັນ ດວງ​ພູມີ ທີ່​ກຳລັງ​ສອນຢູ່ໃນຫ້ອງ ປ.5 ວິຊາ ຄະນິດສາດ  ບົດທີ 43  ຫົວ​ບົດ ການ​ເປັນ​ອັດຕາ​ສ່ວນ​ພົວພັນ ( ຕໍ່ ) ( ກິດຈະກຳ​ທີ 2 ).  ຜ່ານການເຂົ້າຮ່ວມໂມງສອນຄັ້ງ​ນີ້ ຂ້າພະ​ເຈົ້າ​ສາມາດສັງເກດ​ເຫັນບັນຫາ​ຂອງ​ຄູ ​ແລະ ນັກຮຽນກຸ່ມ​ເປົ້າໝາຍ 3 ຄົນ, ​ຍິງ 2 ຄົນ​ ມີ​ດັ່ງນີ້:

     ຄູມີ​ບົດ​ສອນແຕ່ບໍ່ມີ​ສື່ການ​ຮຽນ-ການ​ສອນ, ກ່ອນ​ອື່ນ​ແມ່ນ​ຄູ​ໄດ້​ທວນຄືນ​ກິດຈະກຳ​ເກົ່າ ​ແລ້ວ ມອບ​ກິດຈະກຳ​​ໃໝ່ ​​ເຊິ່ງ​ໄດ້​ແນະນຳ​ໃຫ້​ນັກຮຽນ​ເປີດ​ປຶ້ມ​ແບບຮຽນ, ບົດ​ທີ 43 ຫົວ​ບົດ ການ​ເປັນ​ອັດຕາ​ສ່ວນ​ພົວພັນ, ຄູຂຽນກິດຈະກຳ​ທີ 2​ ໃສ່​ກະດານ ​ແລ້ວ ຄູ​ໄດ້​ແນະນຳ​ວິ​ທີ​ການໃຫ້​ນັກຮຽນຟັງ  ​​ຈາກ​ນັ້ນ ​ຄູ​​​ໃຫ້​ນັກຮຽນ​​ແຕ່​ລະ​ຄົນແກ້ກິດຈະກຳ​ທີ່​ຄູ​ຂຽນຢູ່​ກະດານ​ນັ້ນ​ກັບ​ທີ່​ຢູ່​ໂຕະ​ໃຜ​ລາວ​ ກໍານົດ​ເວລາ 10 ນາທີ, ຄູ​ມີ​ແຕ່​ເວົ້າ​ວ່າ: ຖ້າ​ຜູ້​ໃດ​ແກ້​ແລ້ວ ​ໃຫ້​ອອກ​ມາລາ​ຍງານ​ຢູ່​ກະດານ ​ເມື່ອມີ​ນັກຮຽນ​ເກັ່ງ​ຜູ້ໜຶ່ງ​ແກ້​ແລ້ວ​ກໍ່ອອກ​ຂຶ້ນ​ມາ​ຂຽນຢູ່​ກະດານ ຈາກ​ນັ້ນ ຄູ​ໄດ້​ເອີ້ນນັກຮຽນກຸ່ມ​ເປົ້າໝາຍ 3 ຄົນ​, ຍິງ 2 ຄົນ ອອກ​ມາ​ຂຽນຢູ່​ກະດານ ​ເຫັນ​ວ່າ​ເຂົາ​​ເຈົ້າ​ຢືນ​ເບິ່ງໜ້າກັນ​ຊື່ໆບໍ່​ໄດ້​ຂຽນຫຍັງ ​ແລະ ບໍ່ຈັກວິທີ​ແກ້​ເລກ​ການ​ເປັນ​ອັດຕາ​ສ່ວນ​ພົວພັນ​ໄດ້. ຫຼັງຈາກ​ນັ້ນຄູກໍ່ອະທິບາຍ​ວິທີ​ການ​ຕ່າງໆ​ໃຫ້​ນັກຮຽນຕິດຕາມ​ເບິ່ງ ​ແລ້ວ ​ໃຫ້​ນັກຮຽນຈົດ​ເນື້ອ​ໃນ​ບົດຮຽນ ແຕ່​​ມີຈຳນວນນັກຮຽນເປົ້າໝາຍ 3 ຄົນ, ຍິງ 2 ຄົນ, ນັ່ງຢູ່ຊື່ໆບໍ່ເຮັດຫຍັງໃນເວລາຮຽນ, ບໍ່ຕັ້ງໃຈຟັງ​ຄຳ​ອະທິ​ບາຍ​ຂອງ​ຄູ, ມີແຕ່ຢອກກັນ, ບໍ່​ມີ​ຄວາມ​ກ້າຫານ, ບໍ່​ມັກ​ສອບ​​ຖາມ​ໝູ່ຄູ່​ ແລະ ຄູອາຈາ​ນສອນ, ສະ​ນັ້ນ​ ຈຶ່ງ​ເຮັດ​ນັກຮຽນກຸ່ມ​ເປົ້າໝາຍ 3 ຄົນ, ​ຍິງ 2 ຄົນ ບໍ່ສາມາດແກ້ເລກການເປັນອັດຕາສ່ວນພົວພັນໄດ້.

       ຜ່ານຈາກການສັງເກດໄລຍະຜ່ານມາເຫັນວ່າໃນແຕ່ລະຄັ້ງສະພາບການເຄື່ອນໄຫວຂອງນັກຮຽນກຸ່ມເປົ້າໝາຍຖືກຕ້ອງ ກັບ ການລາຍງານສະພາບເບື້ອງຕົ້ນ, ຊຶ່ງນັກຮຽນກຸ່ມເປົ້າໝາຍມີ 3 ຄົນ, ຍິງ 2 ຄົນ. ສະນັ້ນ, ຂ້າພະເຈົ້າໄດ້ປຶກສາຫາລື ກັບ ​ຜູ້​ຮ່ວມງານການເຮັດ​​ວິ​ໄຈ​ ເພື່ອຊອກຫາທິດທາງປັບປຸງແກ້ໄຂຈໍານວນນັກຮຽນກຸ່ມເປົ້າໝາຍໃຫ້ມີພຶດຕິກໍາປ່ຽນແປງໃນທາງທີ່​ດີຂຶ້ນເທື່ອລະກ້າວ. ດັ່ງນັ້ນ, ພວກເຮົາພ້ອມກັນຕົກລົງຄັດເລືອກເອົາບັນຫາໜຶ່ງມາເຮັດການວິໄຈ ເຊິ່ງໄດ້ຫົວຂໍ້ວິໄຈດັ່ງນີ້:} ການເປັນອັດຕາສ່ວນພົວພັນຂອງນັກຮຽນຫ້ອງປ.5 ~.

    @ ຄຳຖາມການວິໄຈຄື:} ພວກເຮົາຈະເຮັດແນວໃດ? ເພື່ອໃຫ້ນັກຮຽນກຸ່ມ​ເປົ້າ​ໝາຍແກ້ເລກການເປັນອັດຕາສ່ວນພົວພັນໄດ້ ~.

2.2  ວາງແຜນຄັ້ງ​ທີ 1:

        ຂ້າພະເຈົ້າກຳນົດຫົວຂໍ້  ​ແລະ  ສຶກສາສະພາບບັນຫາ​​ທີ່​ເກີດ​ຂຶ້ນ​ເຊິ່ງສາມາດຮູ້ສາເຫດໄດ້ແລ້ວກໍ່ໄດ້ປຶກສາຫາລືເພື່ອ​​ວາງແຜນແລະຊອກວິທີທາງແກ້ໄຂບັນຫາ.

1.     ແຕ່ງບົດສອນ ແລະ ຜະລິດສື່ການສອນ.

2.    ໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນເປົ້າໝາຍ

3.    ຄູແນະນຳວິທີການແກ້ເລກໃຫ້ນັກຮຽນເປົ້າໝາຍເຂົ້າໃຈຢ່າງຈະແຈ້ງ, ຊັດເຈນ

4.    ຄູສອນ​​ໄດ້​ໃກ້ຊິດຕິດແທດກັບນັກຮຽນ​ເປົ້າ​ໝາຍ​ໃຫ້​ຫຼາຍ​ຂຶ້ນ.

5.    ຄູ​​ນຳໃຊ້ສື່ການສອນໃຫ້ເໝາະສົມກັບກິດຈະກຳຂອງບົດ.

      6.  ໃຫ້ນັກຮຽນເປົ້າໝາຍອອກມາລາຍງານຄຳຕອບກິດຈະກຳກຸ່ມຂອງຕົນເອງຫຼາຍຂຶ້ນ.

      7.  ໃຫ້​ກໍາລັງໃຈແກ່ນັກຮຽນ

2.3

หมายเลขบันทึก: 549263เขียนเมื่อ 25 กันยายน 2013 19:42 น. ()แก้ไขเมื่อ 25 กันยายน 2013 19:42 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท