ປັບປຸງການບວກເລກມີຈື່ຂອງນັກຮຽນຫ້ອງ ປ 4


1. ບົດນຳ

1.1 ຄວາມເປັນມາແລະ ຄວາມສຳຄັນຂອງບັນຫາ.

      ຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ, ການຄໍານວນ, ຮູ້ໄຕ່ຕອງຫາເຫດຜົນສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ  ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດນີ້ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຂັ້ນປະຖົມຍັງແນໃສ່ປູກຝັງ ແລະ ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ. [1]

​​      ໂຮງຮຽນປະຖົມສົມບູນໄຊຊະນະແມ່ນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງດາກຈຶງເຊິ່ງມີຄວາມຍາວປະມານ 20 ກິໂລແມັດ,ເປັນໂຮງຮຽນຕັ້ງທາງທິດຕາເວັນຕົກຂອງບ້ານ, ​ຄູອາຈານທັງໝົດ 4 ຄົນ, ຍິງ 3 ຄົນ, ມີ 5 ຂັ້ນຮຽນແຕ່1-5. ຈໍານວນນັກຮຽນທັງໝົດ 67 ຄົນ, ຍິງ 32 ຄົນ.

ສະພາບການຈັດການຮຽນ-ການສອນທີ່ຜ່ານມາໃນໂຮງຮຽນປະຖົມໄຊຊະນະແມ່ນໄດ້​​ເອົາຄູເປັນໃຈກາງອັນເນື່ອງມາຈາກວ່າອຸປະກອນການຮັບໃຊ້ໃນການຮຽນ-ການສອນບໍ່ພຽງພໍກັບຈຳນວນນັກຮຽນເຊັ່ນ: ປຶ້ມຕຳລາ, ປຶ້ມຄູ່ມືຄູຊຶ່ງມີຄວາມຫຍຸ້ງຍາກໃນການຮຽນ-ການສອນໂດຍສະເພາະແມ່ນວິຊາຄະນິດສາດຊຶ່ງເປັນວິຊາສຳຄັນຫຼາຍໃນຊີວິດປະຈຳວັນ ແລະ ເວລາດຳ​​ເນີນການຮຽນ-ການສອນໄດ້ນຳໃຊ້ຫຼັກການສອນແບບດາວ 5ແຈເຊັ່ນ: ການໃຊ້ຄຳຖາມ, ການຈັດກິດຈະກຳ, ການຈັດກຸ່ມ, ການສອນທີ່ຕິດພັນກັບຊີວິດປະຈຳວັນ ແລະ ການນຳໃຊ້ອຸປະກອນທັງໝົດທີ່ກ່າວມາຂ້າງເທິງນີ້ເຫັນວ່າມີຄວາມຈຳເປັນ ແລະ ສຳຄັນໃນການສອນວິຊາຄະນິດສາດໂດຍສະເພາະກໍ່ແມ່ນການບວກເລກມີຈື່ເພາະການບວກເລກເປັນການນຳໃຊ້ໃນຊີວິດປະຈຳວັນ.

      ຫ້ອງ 4ເຊິ່ງມີຈຳນວນນັກຮຽນທັງໝົດ 17 ຄົນ, ຍິງ 6 ຄົນ, ແມ່ນໄດ້ພົບເຫັນບັນຫາຫຼາຍຢ່າເຊັ່ນ:

1.    ນັກຮຽນບໍ່ມັກສົນໃຈຕໍ່ການຮຽນ

2.   ນັກຮຽນວົນແຊວໃນຫ້ອງເວລາຄູສອນ

3.   ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ

4.   ນັກຮຽນແກ້ເລກບວກມີຈື່ບໍ່ໄດ້

5.   ນັກຮຽນບໍ່ຕອບຄຳຖາມຂອງຄູ ແລະ ນັກຮຽນບໍ່ຕັ້ງໃຈບໍ່ໄດ້ຮ່ວມກິດຈະກຳນຳໝູ່

       ຈາກສາຍເຫດທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ພັດທະນາການໃນການຮຽນຄະນິດສາດຂອງນັກຮຽນບໍ່ດີເທົ່າທີ່ຄວນ ດັ່ງນັ້ນ ຜູ່ວິໄຈຈິ່ງຄິດຫາແນວທາງແກ້ໄຂບັນຫາດັ່ງກ່າວ ເຊິ່ງຈາກການຈັດການຮຽນ-ການສອນແລ້ວພົບວ່າ: ທັກສະຄິດຄຳນວນຂອງນັກຮຽນຊັ້ນປະຖົມສຶກສາຫ້ອງ ປ 4 ຈໍານວນ 2 ຄົນ, ຍັງມີຂໍ້ບົກພ່ອງຢູ່ຫຼາຍ ຜູ່ວິໄຈຈິ່ງມີແນວຄິດທີ່ຈະພັດທະນາທັກສະການຄິດຄໍານວນຂອງນັກຮຽນກຸ່ມນີ້ເພື່ອເປັນແນວທາງໃນການແກ້ບັນຫາ.

1.2 ຈຸດປະສົງ

     - ​ເພື່ອໃຫ້ນັກຮຽນກຸ່ມເປົ້າໝາຍສາມາດບວກເລກມີຈື່​​ໄດ້.

     - ເພື່ອໃຫ້ການຈັດກິດຈະກຳການຮຽນ-ການສອນຂອງການບວກເລກມີຈື່ໃຫ້ດີ

หมายเลขบันทึก: 549261เขียนเมื่อ 25 กันยายน 2013 19:30 น. ()แก้ไขเมื่อ 25 กันยายน 2013 19:30 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

อาจารย์จันครับ ตัวนี้  "ເລກມີຈື່"   อ่านและหมายความว่าอย่างไร

 

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท