ການປັບປຸງທັກສະການຄູນຈຳນວນທົສະນິຍົມຂອງນັກຮຽນຫ້ອງ ປ 5


I.      ບົດນໍາ

1.1.     ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ.                                               

        ການສອນຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ, ການຄຳນວນ, ຮູ້ໄຕ່ຕອງຫາເຫດຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດນີ້ ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຊັ້ນປະຖົມຍັງແນໃສ່ປູກຝັງ ແລະ ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ.

           ສະພາບການຈັດການຮຽນ - ການສອນຜ່ານມາໃນໂຮງຮຽນປະຖົມບ້ານນາກໃຫຍ່ແມ່ນສອນຕາມຫຼັກສູດຂອງກະຊວງການສຶກສາທິການວາງອອກ, ຄູສອນທຸກຄົນພາຍໃນໂຮງຮຽນລ້ວນແຕ່ໄດ້ຜ່ານຫຼັກສູດວິຊາຄູ, ໃນສົກຮຽນ 2012 – 2013 ມີນັກຮຽນທັງໝົດ 88 ຄົນ, ຍິງ 48 ຄົນ, ມີຄູສອນທັງໝົດ 3 ຄົນ, ຍິງ 2 ຄົນ.

  ໃນສົກຮຽນ 2012-2013  ທາງໂຮງຮຽນໄດ້ພົບຄວາມຫຍຸ້ງຍາກໃນການຈັດການຮຽນ - ການສອນໂດຍສະເພາະປຶ້ມຕໍາລາຮຽນບໍ່ພຽງພໍ, ສ່ວນຄູສອນກໍ່ບໍ່ພຽງພໍເຊັ່ນດຽວກັນ, ດັ່ງນັ້ນ ຈິ່ງເປັນອຸປະສັກໃນການຈັດການຮຽນ - ການສອນໂດຍສະເພາະແມ່ນ ວິຊາຄະນິດສາດຊັ້ນປະຖົມປີທີ 5 ເຊິ່ງມີນັກຮຽນທັງໝົດ 10 ຄົນ, ຍິງ 6 ຄົນ.

ຈາກປະສົບການເປັນຄູສອນທີ່ຂ້າພະເຈົ້າໄດ້ສິດສອນຢູ່ໂຮງຮຽນປະຖົມບ້ານບາກໃຫຍ່ ແລະ ໄດ້ເປັນຄູສອນຢູ່ຊັ້ນ ປ.3, ປ.4, ແລະ ປ.5, ຈາກປະສົບການໃນການສອນທີ່ຜ່ານມາເຫັນວ່ານັກຮຽນຂາດການເອົາໃຈໃສ່ໃນການຮຽນຄະນິດສາດ, ພື້ນຖານການຮຽນຮູ້ຄະນິດສາດໃນໄລຍະທໍາອິດຍັງບໍ່ດີ, ນັກຮຽນເລົ່າບັ້ງສູດບໍ່ໄດ້ໝົດ,  ນັກຮຽນຄູນຈໍານວນທົດສະນິຍົມບໍ່ໄດ້.ສໍາລັບການສອນຂອງຄູສ່ວນຫຼາຍແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ຍ້ອນວ່າ ອຸປະກອນໃນການຮຽນ - ການສອນບໍ່ພຽງພໍເຊັ່ນ:  ຄູສອນບໍ່ຄົບຕາມຂັ້ນຮຽນ ເຮັດໃຫ້ຄູສອນຄວບຂັ້ນຮຽນ ດັ່ງນັ້ນ, ມັນຈິ່ງເຮັດໃຫ້ການສົ່ງຄວາມຮູ້ ແລະ ອະທິບາຍບົດຮຽນຍັງບໍ່ທັນທົ່ວເຖິງໂດຍສະເພາະແມ່ນການຮຽນ-ການສອນ ວິຊາຄະນິດສາດ.

 ການຄູນຈຳນວນທົດສະນິຍົມກໍ່ມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດປະຈຳວັນ ເພາະທຸກສິ່ງຢ່າງຢູ່ໃນສະພາບແວດລ້ອມ ຫຼື ຂໍ້ມູນຕ່າງໆທີ່ນຳໃຊ້ອາດຈະບໍ່ເປັນຈຳນວນຖ້ວນສະເໝີໄປ. ສະນັ້ນການຄູນຈຳນວນທົດສະນິຍົມຢູ່ໃນຊັ້ນປະຖົມນີ້ຈິ່ງເປັນສິ່ງຈຳເປັນພື້ນຖານໃນການສຶກສາກ່ຽວກັບຄະນິດສາດແລະ ວິຊາອື່ນໆທີ່ອາໄສຄະນິດສາດ. ຍ້ອນເຫດຜົນທີ່ກ່າວມານັ້ນຕົນເອງຈຶ່ງມີຄວາມສົນໃຈເຮັດການວິໄຈໃນຫົວຂໍ້ທີ່ວ່າ: ການປັບປຸງທັກສະການຄູນຈຳນວນທົສະນິຍົມຂອງນັກຮຽນຫ້ອງ ປ 5 .

1.2. ຈຸດປະສົງຂອງການວິໄຈ

-       ເພື່ອໃຫ້ນັກຮຽນໃນກຸ່ມເປົ້າໝາຍຄູນຈຳນວນທົດສະນິຍົມໄດ້

-       ເພື່ອໃຫ້ຄູສາມາດສ້າງກິດຈະກໍາທີ່ຫຼາກຫຼາຍເຮັດໃຫ້ນັກຮຽນຄູນຈໍານວນທົດສະນິຍົມໄດ້

 

II.      ວິທີດໍາເນີນການວິໄຈ.

ໃນການເຮັດການວິໄຈໃນຄັ້ງນີ້ ແມ່ນການວິໄຈພາກປະຕິບັດແບບມີສ່ວນຮ່ວມ, ຜູ້ວິໄຈໄດ້ໃຊ້ວິທີການຮຽນ-ການສອນແບບການເອົານັກຮຽນເປັນໃຈກາງຄວບຄູ່ກັນໄປ, ການຈັດກິດຈະກໍາທີ່ເຮັດໃຫ້ຜູ້ຮຽນມີສ່ວນຮ່ວມ, ໂດຍສະເພາະໃນເວລາສອນ ວິຊາຄະນິດສາດ ຂັ້ນ ປ.5 ເຊິ່ງມີນັກຮຽນທັງໝົດ 10ຄົນ, ຍິງ 6 ຄົນ. ການດໍາເນີນການວິໄຈໄດ້ເລີ່ມຕົ້ນດ້ວຍການ: ສຶກສາສະພາບບັນຫາ, ການວາງແຜນໃນການແກ້ໄຂບັນຫາ, ການປະຕິບັດ ແລະ ສັງເກດ, ການສະທ້ອນຄືນ ແລະ ສະຫຼຸບຜົນ.

2.1.  ການສຶກສາສະພາບບັນຫາ

ໃນການສຶກສາສະພາບບັນຫາຕົນເອງໄດ້ຖືເປັນບັນຫາສໍາຄັນໃນການສັງເກດການຮຽນ-ການສອນຂອງນັກຮຽນຢູ່ໃນຫ້ອງ ແລະ ການປະຕິບັດກິດຈະກໍາຂອງນັກຮຽນຫ້ອງ ປ.5 ໂດຍສະເພາະແມ່ນ ວິຊາຄະນິດສາດ ໄດ້ມີບັນຫາທີ່ເກີດຂຶ້ນໃນການຈັດກິດຈະກໍາການສິດສອນກ່ຽວກັບການຄູນຈຳນວນທົດສະນິຍົມ ຄູສັງເກດເຫັນວ່ານັກຮຽນໃນຈໍານວນ 3 ຄົນ.  ຄູນຈໍານວນທົດສະນິຍົມບໍ່ໄດ້. ເມື່ອພົບບັນຫາດັ່ງກ່າວນັ້ນຕົນເອງຈິ່ງໄດ້ຊອກຫາສາເຫດທີ່ແທ້ຈິງວ່າບັນຫາດັ່ງກ່າວນັ້ນ ມີຕົ້ນເຫດມາຈາກໄສແທ້, ບາງເທື່ອອາດເກີດຈາກຄູຜູ້ສອນ ຫຼື ເກີດມາຈາກຕົວນັກຮຽນເອງ. ຜູ້ວິໄຈຈິງໄດ້ເຊີນໃຫ້ຄູພາຍໃນໂຮງຮຽນເຂົ້າຮ່ວມຊົ່ວໂມງສອນຂອງຕົນ ໃນຄັ້ງວັນທີ 28. 9. 2012, ວິຊາຄະນິດສາດການສອນສ່ວນຫຼາຍແມ່ນຈັດນັກຮຽນເປັນກຸ່ມ,ມອບກິດຈະກຳໃຫ້ແຕ່ລະກຸ່ມ,ໃຊ້ຄຳຖາມ,ໃຫ້ແຕ່ລະກຸ່ມຂຶ້ນລາຍງານແລ້ວສະຫຼຸບຮ່ວມກັບນັກຮຽນໃຫ້ນັກຮຽນຈົດເອົາບົດຮຽນໃນປຶ້ມແບບຮຽນແຕ່ນັກຮຽນ 3 ຄົນ ດັ່ງກ່າວນັ້ນປ່ຽນແປງບໍ່ໄດ້ອຍ້ອນວ່າການອະທິບາຍບົດຮຽນຂອງຄູຍັງສັບສົນຈຶ່ງເຮັດໃຫ້ການຈັດກິດຈະກຳການຮຽນ - ການສອນ, ນັກຮຽນຍັງບໍ່ທັນເຂົ້າໃຈຄຳຖາມໃນເວລາປະຕິບັດກິດຈະກຳໂດຍສະເພາະແມ່ນການຄູນຈຳນວນທົດສະນິຍົມ,ການໝາຍຈຸດຜົນຄູນຂອງຈຳນວນທົດສະນິຍົມ.

ຂ້າພະເຈົ້າໄດ້ຂໍ້ມູນຈາກຂ້າງເທິງນີ້ຍັງບໍ່ແນ່ໃຈຂໍ້ມູນໄດ້ມານັ້ນແມ່ນແທ້ ຫຼື ບໍ ?, ດັ່ງນັ້ນ ຂ້າພະເຈົ້າໄດ້ທົດສອບ ແລະ ສໍາພາດນັກຮຽນກຸ່ມເປົ້າໝາຍ ຈິ່ງໄດ້ຮູ້ສາເຫດທີ່ແທ້ຈິງວ່າ: ນັກຮຽນຂາດການເອົາໃຈໃສ່ໃນການຮຽນຄະນິດສາດ,  ມັກສົນທະນາກັນເລື່ອງອື່ນ, ຢອກກັນ ເວລາຄູອະທິບາຍບົດຮຽນບໍ່ຕັ້ງໃຈຟັງ. ສໍາລັບການສອນຂອງຄູແມ່ນໄດ້ສອນຕາມເນື້ອໃນບົດ, ການສອນສ່ວນຫຼາຍແມ່ນການຈັດນັກຮຽນອອກເປັນກຸ່ມ, ແລ້ວມອບກິດຈະກໍາໃຫ້ນັກຮຽນແຕ່ລະກຸ່ມເປັນຜູ່ເຮັດ, ໃຫ້ແຕ່ລະກຸ່ມອອກມາລາຍງານຄໍາຕອບຂອງກິດຈະກໍາ ແລ້ວສະຫຼຸບຮ່ວມກັນກັບນັກ ຮຽນສຸດທ້າຍໃຫ້ນັກຮຽນຈົດເອົາເນື້ອໃນບົດຮຽນໃສ່ປື້ມຂຽນຂອງໃຜລາວ, ນັກຮຽນເປົ້າໝາຍ 3 ຄົນ, ຍັງບໍ່ທັນເຂົ້າ ໃຈລະອຽດກ່ຽວກັບການຄູນເລກທົດສະນິຍົມ. ດັ່ງນັ້ນ, ຜູ້ວິໄຈມີຄຳຖາມວິໄຈວ່າ '’ຂ້ອຍຈະເຮັດແນວໃດເພື່ອໃຫ້ນັກຮຽນ 3 ຄົນ, ສາມາດຄູນຈໍານວນທົດສະນິຍົມໄດ້ ’’

 

 

 

 

2.2.ວາງແຜນ

ພາຍຫຼັງທີ່ໄດ້ສຶກສາສະພາບບັນຫາກ່ຽວກັບ ‘’ການຄູນຈໍານວນທົດສະນິຍົມ’’ ຂອງນັກຮຽນທີ່ບໍ່ສາມາດແກ້ໄດ້. ສິ່ງທີ່ຈະຊ່ວຍໃຫ້ການແກ້ໄຂບັນຫາດັ່ງກ່າວໄດ້ນັ້ນ. ຖືເປັນບັນຫາສໍາຄັນໃນການນໍາເອົາວິທີການສອນໂດຍເອົານັກຮຽນເປັນໃຈກາງ, ການຍົກຕົວຢ່າງ ແລະ ການອະທິບາຍກິດຈະກໍາໃຫ້ນັກຮຽນຢ່າງໃກ້ຊິດ, ໂດຍສະເພາະແມ່ນນັກຮຽນເປົ້າໝາຍ, ເຊິ່ງລາຍລະອຽດຂອງການວາງແຜນມີດັ່ງນີ້:

·         ຜະລິດສື່ການສອນຄົບຖ້ວນ.

·         ແຕ່ງແຜນການສອນທີ່ເນັ້ນໃຫ້ຜູ້ຮຽນເປັນຈຸດໃຈກາງ,( ສ້າງກິດຈະກໍາໃຫ້ຜູ້ຮຽນມີສ່ວນຮ່ວມ )

·         ມອບບົດເລກ ແລະ ແນະນໍາວິທີແກ້ລະອຽດ.

·         ສໍາພາດນັກຮຽນເປົ້າໝາຍ 3 ຄົນ.

·         ສັງເກດພຶດຕິກໍາການປະຕິບັດໃນການຮຽນດ້ວຍການຕິດຕາມບັນທຶກປະຈໍາວັນຂອງນັກຮຽນໃນກຸ່ມເປົ້າໝາຍ.

2.3.ການປະຕິບັດ ແລະ ການສັງເກດ

ການວິໄຈໄດ້ນໍາເອົາແຜນດັ່ງກ່າວໄປປະຕິບັດຕາມທີ່ໄດ້ກໍານົດໄວ້ໃນເວລາດໍາເນີນກິດຈະກໍາການສອນ. ການສິດສອນຂອງຄູກ່ອນເຂົ້າບົດຮຽນໃໝ່ ຄູໄດ້ທວນຄືນບົດຮຽນເກົ່າໂດຍການຕັ້ງຄໍາຖາມດັ່ງນີ້:

1.     ເພື່ອຢາກບວກ ຫຼື ລົບຈໍານວນທົດສະນິຍົມພວກນ້ອງຈະເຮັດແນວໃດ ?

2.    ການບວກ ຫຼື ລົບຈໍານວນທົດສະນິຍົມຜົນທີ່ໄດ້ຮັບເຮົາຈະໝາຍຈຸດໄດ້ແນວໃດ ?

ສໍາລັບການສ້າງຄໍາຖາມໃຫ້ນັກຮຽນຕອບນັ້ນມັນຈະຊ່ວຍໃຫ້ນັກຮຽນມີການຄົ້ນຄິດຄືນໃນບົດຮຽນທີ່ຜ່ານມາໃນບົດທີ 5 ໂດຍໃຊ້ເວລາ 5 ນາທີ, ຄູໃຫ້ນັກຮຽນຕອບໂດຍສະເພາະນັກຮຽນກຸ່ມເປົ້າໝາຍ 3 ຄົນ. ຈາກນັ້ນ ຄູນໍາພານັກຮຽນເຂົ້າສູ່ບົດຮຽນໃໝ່ ໂດຍການສະເໜີຫົວຂໍ້ ແລະ ຈຸດປະສົງໃຫ້ແກ່ນັກຮຽນຮັບຮູ້ແລ້ວຂຽນຫົວບົດໃສ່ກະດານ. ຄູໃຫ້ນັກຮຽນແຕ່ລະຄົນອ່ານເບິ່ງເນື້ອໃນກິດຈະກໍາເທື່ອລະຂໍ້ ເພື່ອທໍາຄວາມເຂົ້າໃຈຈາກນັ້ນຄູຈັດນັກຮຽນອອກເປັນ 3 ກຸ່ມ, ໂດຍຄູຈັດນັກຮຽນກຸ່ມເປົ້າໝາຍ 3 ຄົນ, ຢູ່ສັບກັນກັບຜູ້ທີ່ຮຽນໄດ້. ຄູວາງກິດຈະກໍາໃຫ້ແຕ່ລະກຸ່ມໂດຍໃຫ້ນັກຮຽນເບິ່ງຢູ່ປຶ້ມແບບຮຽນໜ້າທີ 20-21 ຄູຊີ້ແຈງ ແລະ ອະທິບາຍແຕ່ລະກິດຈະກໍາໃຫ້ແຕ່ລະກຸ່ມໄດ້ຮັບຟັງຢ່າງລະອຽດ, ຄູເປັນຜູ້ຕິດຕາມສັງເກດເບິ່ງການປະຕິບັດກິດຈະກໍາໃນແຕ່ລະກຸ່ມ, ຖ້າຫາກກຸ່ມໃດຍັງບໍ່ທັນເຂົ້າໃຈ ຄູກໍ່ໄດ້ໃຫ້ຄໍາອະທິບາຍເພີ່ມເຕີມໃຫ້ກັບກຸ່ມນັ້ນ ແລະ ຊຸກຍູ້ໃຫ້ນັກຮຽນເປົ້າໝາຍ 3 ຄົນໃຫ້ມີຄວາມຫ້າວຫັນ ແລະ ມີສ່ວນຮ່ວມໃນການເຮັດກິດຈະກໍາຕ່າງໆຢ່າງຕັ້ງໜ້າສໍາລັບການຈັດກຸ່ມໄດ້ເຮັດໃຫ້ນັກຮຽນເປົ້າໝາຍ ແລະ ນັກຮຽນທີ່ຮຽນໄດ້ມີໂອກາດສົນທະນາເພື່ອແລກ ປ່ຽນບົດຮຽນຢ່າງເປັນຂະບວນຟົດພື້ນ, ເມື່ອເປັນດັ່ງນັ້ນມັນໄດ້ເຮັດໃຫ້ນັກຮຽນເປົ້າໝາຍມີຄວາມສົນໃຈຕໍ່ບົດຮຽນຍິ່ງຂຶ້ນ.

          ພາຍຫຼັງທີ່ໄດ້ປະຕິບັດກິດຈະກໍາຕາມເວລາທີ່ຄູໄດ້ກໍານົດໃຫ້ແລ້ວ ຄູໃຫ້ແຕ່ລະກຸ່ມຂຶ້ນລາຍງານຢູ່ກະດານດ້ວຍການຂຽນຄໍາຕອບໃສ່ກະດານ, ຈາກນັ້ນ ຄູໃຫ້ແຕ່ລະກຸ່ມປະກອບຄໍາຄິດຄໍາເຫັນຕື່ມ

 ( ໂດຍແມ່ນແນໃສ່ນັກຮຽນເປົ້າໝາຍ 3 ຄົນ ). ນັກຮຽນວ່າມີກໍ່ໃຫ້ໂອກາດເຂົາເຈົ້າສະເໜີແນວຄວາມຄິດ ແລະ ວິທີການຂອງເຂົາ, ຄູຖາມຕື່ມອິກວ່າພວກນ້ອງເຂົ້າໃຈແລ້ວບໍ ? ( ນັກຮຽນມິດ ) ຄູກໍ່ໄດ້ອະທິບາຍຄືນກ່ຽວກັບການປະຕິບັດກິດຈະກໍາກຸ່ມຂອງນັກຮຽນ, ຈາກນັ້ນ ຄູຍົກຕົວຢ່າງເພື່ອຊີ້ແຈງບົດຮຽນໃຫ້ມີຄວາມເຂົ້າໃຈຕື່ມ.

ຕົວຢ່າງ:        

                  

ຄູເຮັດຕົວຢ່າງໃຫ້ນັກຮຽນໄດ້ເບິ່ງພ້ອມທັງອະທິບາຍໃຫ້ນັກຮຽນໄດ້ມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບການຄູນຈໍານວນທົດສະນິຍົມວ່າ: ການຄູນຈໍານວນຖ້ວນກັບຈໍານວນທົດສະນິຍົມ ຫຼື ການຄູນຈໍານວນທົດສະນິຍົມກັບຈໍານວນທົດສະນິຍົມ, ຈາກນັ້ນ ຈິ່ງໝາຍຈຸດໃສ່ຜົນຄູນໂດຍໃຫ້ຈໍານວນຕົວເລກພາກ ສ່ວນທົດສະນິຍົມຂອງຜົນຄູນ ຫຼື ຕົວເລກຫຼັງຈຸດເທົ່າກັບຜົນບວກຂອງຕົວເລກພາກສ່ວນທົດສະນີຍົມຂອງຕົວຕັ້ງ ແລະ ຕົວຄູນ, ຫຼັງຈາກນັ້ນຄູຖາມຄວາມເຂົ້າໃຈຂອງນັກຮຽນອີກຄັ້ງໜິ່ງໂດຍແນ່ໃສ່ນັກຮຽນເປົ້າໝາຍ  3 ຄົນ,  ນັກຮຽນເປົ້າໝາຍຕອບວ່າເຂົ້າໃຈແລ້ວ. ຄູເອົາຕົວຢ່າງໃຫ້ນັກຮຽນເປົ້າໝາຍ

ອອກແກ້ ຄູສັງເກດເບິ່ງພວກເຂົາແກ້, ຄູສະຫຼຸບບົດຮຽນ ແລະ ກິດຈະກໍາຄືນແລ້ວໃຫ້ນັກຮຽນຈົດເອົາໃຈຄວາມຂອງບົດຮຽນຢູ່ໜ້າທີ 21 ພ້ອມທັງອະທິບາຍບົດຮຽນໃຫ້ນັກຮຽນຟັງໃນແຕ່ລະຂໍ້ໂດຍສະເພາະແມ່ນຕົວຢ່າງການຄູນຈໍານວນທົດສະນິຍົມໃຫ້ນັກຮຽນເປົ້າໝາຍ 3 ຄົນ, ຫຼັງຈາກນັ້ນໃຫ້ນັກຮຽນເຮັດບົດເຝິກຫັດໂດຍສະເພາະຂໍ້ທີ 6 ແລະ ຂໍ້ທີ 10 ຄູໄດ້ອະທິບາຍບົດຮຽນໃຫ້ນັກຮຽນຟັງຢ່າງລະອຽດໂດຍສະເພາະແມ່ນນັກຮຽນເປົ້າໝາຍ.

·         ບົດເຝິກຫັດຂໍ້ທີ 6:

ຈົ່ງຕື່ມໝາຍຈຸດໃສ່ຜົນຄູນລຸ່ມນີ້ໃຫ້ຖຶກຕ້ອງ:

-      

-      

ໃນເວລານັກຮຽນເເກ້ບົດເຝິກຫັດ, ຄູໄດ້ອະທິບາຍຄືນຂັ້ນຕອນການຄູນຈໍານວນຖ້ວນກັບ ຈໍານວນທົດສະນິຍົມ ແລະ ການຄູນຈໍານວນທົດສະນິຍົມກັບຈໍານວນທົດສະນິຍົມໂດຍເນັ້ນໃສ່ນັກຮຽນເປົ້າໝາຍວ່າ: ການໝາຍຈຸດໃສ່ຜົນຄູນຂອງຈໍານວນທົດສະນິຍົມເຮົາຕ້ອງສັງເກດເບິ່ງຕົວເລກຂອງທົດສະນິຍົມ ຫຼື ຕົວເລກທີ່ຢູ່ຫຼັງຈຸດຂອງຕົວຕັ້ງຄືນ ແລະ ຕົວຄູນຖ້າຕົວເລກພາກສ່ວນທົດສະນິຍົມຫາກມີພຽງແຕ່ຢູ່ຕົວຕັ້ງຄູນ ຫຼື ຜົນຄູນເຮົາຕ້ອງສັງເກດເບິ່ງວ່າຕົວເລກພາກສ່ວນທົດສະນິຍົມມີຈັກຕົວເລກແລ້ວເຮົາກໍ່ໝາຍຈຸດຕາມນັ້ນ, ແຕ່ຖ້າຫາກວ່າຕົວເລກພາກສ່ວນທົດສະນິຍົມມີທັງຕົວຕັ້ງຄູນ ແລະ ຕົວຄູນເຮົາຕ້ອງບວກຈໍານວນຕົວເລກພາກທົດສະນິຍົມຂອງຕົວຕັ້ງຄູນ ແລະ ຕົວຄູນເສຍກ່ອນແລ້ວຈິ່ງໝາຍຈຸດເອົາ:

-      

-      

·         ບົດເຝິກຫັດຂໍ້ທີ 10: ຈົ່ງແກ້ເລກໂຈດບັນຫາລຸ່ມນີ້ໃຫ້ຖືກຕ້ອງ

ເຊຶອກເສັັ້ນໜຶ່ງຍາວ 6,75 ແມັດ, ຖ້າເອົາເຊືອກທີ່ຍາວເທົ່າກັນ 7 ເສັ້ນມາວາງຕໍ່ກັນມັນຈະຍາວເທົ່າໃດ? ຄູໃຫ້ນັກຮຽນອ່ານ ແລະ ອະທິບາຍຕື່ມເພື່ອທໍາຄວາມເຂົ້າໃຈຕໍ່ບົດໂຈດເພື່ອໃຫ້ນັກຮຽນຮູ້ວ່າໃນບົດນີ້ມີຂໍ້ມູນຫຍັງແດ່, ເປັນເລກແບບໃດຈາກນັ້ນຄູໃຫ້ນັກຮຽນເປົ້າໝາຍອອກຄິດໄລ່ຢູ່ກະດານໂດຍໄດ້ຮັບຄວາມຊ່ວຍເຫຼືອຈາກຄູ ແລະ ໝູ່ຮ່ວມຫ້ອງດຽວກັນທີ່ມີຄວາມເຂົ້າໃຈໃນບົດເລກ. ແລ້ວເຮົາຈະໄດ້ບົດເລກທີ່ໄດ້ຈາກບົດໂຈດດັ່ງນີ້:

-       ບົດແກ້

ຖ້າເອົາເຊຶອກຍາວ 6,75 ແມັດ, 7 ເສັ້ນມາວາງຕໍ່ກັນມັນຈະຍາວເທົ່ານີ້:

        

          ເມື່ອບົດເລກອອກມາເປັນເຊັ່ນນີ້,​ ຈະເຮັດໃຫ້ນັກຮຽນມີຄວາມຊໍານິຊໍານານໃນການຄູນເລກທົດສະນິຍົມຂຶ້ນກວ່າເກົ່າ ໃນຈຸດນີ້ນັກຮຽນເປົ້າໝາຍມີຄວາມເຂົ້າໃຈຢ່າງຕໍ່ເນື່ອງ. ຈາກການອະທິບາຍຂອງຄູແຕ່ລະຂັ້ນຕອນ​, ຈາກກິດຈະກໍາກ້າວເຂົ້າສູ່ໃຈຄວາມບົດຮຽນ ແລະ ບົດເຝິກຫັດ.

          ຜ່ານການສັງເກດໃນການສອນ ແລະ ການຮຽນຂອງນັກຮຽນໄດ້ເຫັນວ່ານັກຮຽນເປົ້າໝາຍ 3 ຄົນ, ມີຄວາມເອົາໃຈໃສ່ຕໍ່ການຮຽນ, ມີຄວາມຈູບຈ້າວຫ້າວຫັນສົນທະນາກັບຄູ ແລະ ໝູ່ຄູ່ ໃນການເຮັດກິດຈະກໍາ ແລະ ການຕອບຄໍາຖາມ, ການຄິດໄລ່ເລກຈໍານວນທົດສະນິຍົມໂດຍສະເພາະແມ່ນການຄູນເລກທົດສະນິຍົມໄດ້ຢ່າງຖືກຕ້ອງ.

2.4.ການສະທ້ອນຄືນ.

ຜ່ານການປະຕິບັດ ແລະ ສັງເກດໃນການດຳເດີນການວິໄຈໃນຫົວຂໍ້: ການປັບປຸງທັກສະການຄູນຈຳນວນທົດສະນິຍົມສໍາລັບນັກຮຽນຂັ້ນ ປ.5 ສິ່ງທີ່ສະທ້ອນໃຫ້ເຫັນໃນການສັງເກດການຮຽນຂອງນັກຮຽນ ແລະ ການສອນຂອງຄູ, ມັນໄດ້ເຮັດໃຫ້ນັກຮຽນມີຄວາມສົນໃຈໃນກິດຈະກໍາການຮຽນມີການຄົ້ນຄວ້າຮໍ່າຮຽນ, ໃນກຸ່ມເປົ້າໝາຍມີຄວາມຫ້າວຫັນ ແລະ ປ່ຽນແປງພຶດຕິກໍາອັນເກົ່າຫັນມາສົນໃຈຕໍ່ການປະຕິບັດກິດຈະກໍາເຮັດໃຫ້ນັກຮຽນ, ຮຽນໄດ້ດີ, ສາມາດເຂົ້າໃຈການຄູນເລກທົດສະນິຍົມ, ການຈັດການຮຽນ-ການສອນທີ່ເອົານັກຮຽນເປັນໃຈກາງມີຄວາມຄຶກຄື້ນ ແລະ ໄດ້ຮັບຄຸນະພາບດີຂຶ້ນ ເຮັດໃຫ້ນັກຮຽນມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນໄດ້ຫຼາຍຂຶ້ນກວ່າເກົ່າ.

ຄູມີການກະກຽມບົດສອນ ແລະ ອຸປະກອນການສອນ, ການຈັດກິດຈະກຳການສອນສອດຄ່ອງກັບເນື້ອໃນບົດສອນພ້ອມທັງດຳເນີນການສອນໄປຕາມບາດກ້າວ ມີການຈັດກິດຈະກຳຢ່າງຕໍ່ເນື່ອງໃນການສອນ ຄູມີຄວາມເປັນກັນເອງກັບນັກຮຽນເຮັດໃຫ້ນັກຮຽນບໍ່ຕຶງຄຽດ,ມີການຈັດການຮຽນເປັນກຸ່ມ,ມີການໃຫ້ກຳລັງໃຈນັກຮຽນດ້ວຍການຍ້ອງຍໍ ແລະ ໃຫ້ຄະແນນ.

ເຖິງວ່າການຈັດກິດຈະກຳການຮຽນ - ການສອນນັ້ນດຳເນີນໄປໄດ້ດີ ແຕ່ກໍ່ບໍ່ປາສະຈາກຂໍ້ຂາດຕົກບົກຜ່ອງຂອງການສົ່ງຄວາມຮູ້ຂອງຄູໃຫ້ນັກຮຽນຍັງບໍ່ທັນໄດ້ທົ່ວເຖິງເທົ່າທີ່ຄວນ,ການຈັດການຮຽນ - ການສອນຍັງຫຍຸ້ງຍາກ ຍ້ອນຄູບໍ່ຄົບຂັ້ນຮຽນ, ຈຳນວນນັກຮຽນແອອັດເພາະເປັນຫ້ອງຄວບ.

 ຜ່ານການດຳເດີນການວິໄຈໃນຄັ້ງນີ້ຕົນເອງໄດ້ມີຄວາມຮູ້ສຶກພາກພູມໃຈທີ່ໄດ້ເຫັນການຮຽນຂອງນັກຮຽນມີການພັດທະນາຂຶ້ນກວ່າເກົ່າ, ນັກຮຽນສົນໃຈຕໍ່ການຮຽນຫຼາຍຂຶ້ນ, ນັກຮຽນມີຄວາມສົນໃຈໃນການປະຕິບັດກິດຈະກຳ ແລະ ແລກປ່ຽນບົດຮຽນ  ໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍ 3 ຄົນ.

หมายเลขบันทึก: 549259เขียนเมื่อ 25 กันยายน 2013 19:19 น. ()แก้ไขเมื่อ 25 กันยายน 2013 19:19 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท