ການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5


   I.    ບົດນໍາ

1.1     ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ

        ຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ,  ການຄໍານວນ, ຮູ້ໄຕຕ່ອງຫາເຫດຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ ແລະ ພຶດຕິກໍາຂອງຕົນອອກຢ່າງຊັດເຈນ. ທັງໝັດນີ້ ແມ່ນເພື່ອໃຫ້ນັກຮຽນສາມາດນໍາໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດໍາລົງຊີວິດປະຈໍາວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຊັ້ນປະຖົມຍັງແນໃສ່ປູກຝັງ  ແລະ  ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ[1]

     ໂຮງຮຽນປະຖົມສົມບູນຕອກສະໝິງເປັນໂຮງຮຽນໜຶ່ງທີ່ຕັ້ງຢູ່ລະຫວ່າງກາງບ້ານຈຸງຫຸ່ງໃຕ້ກັບບ້ານຕອກສະໝິງຫ່າງຈາກຫ້ອງການສຶກສາທິການ ແລະ ກິລາເມືອງລະມາມ 36 Km ຊຶ່ງມີເນື້ອທີ່ທັງໝົດ 16000 ຕາຕະລາງແມັດ ໃນສົກຮຽນ 2012 – 2013 ມີພະນັກງານຄູ - ອາຈານທັງໝົດໃນໂຮງຮຽນ 7 ຄົນ, ຍິງ 5 ຄົນ ແລະ ຈຳນວນນັກຮຽນທັງໝົດ 144 ຄົນ, ຍິງ 79 ຄົນ.

     ສະພາບການຮຽນ - ການສອນທີ່ຜ່ານມາໃນໂຮງຮຽນປະຖົມສົມບູນຕອກສະໝິງແມ່ນໄດ້ເອົາຄູເປັນໃຈກາງເນື່ອງມາຈາກວ່າອຸປະກອນການຮັບໃຊ້ການຮຽນ - ການສອນບໍ່ທັນພຽງພໍເຊັ່ນ: ປຶ້ມຕໍາລາ, ປຶ້ມຄູ່ມືຄູ, ໂຕະ, ຕັ້ງ, ຫ້ອງຮຽນ ແລະ ຫໍສະໝຸດ ສະນັ້ນ ຈຶ່ງເຮັດໃຫ້ໃນການດໍາເນີນການຮຽນ - ການສອນວິຊາຄະນິດສາດນີ້ໄດ້ພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນນັກຮຽນຫ້ອງ ປ 5 ເຊິ່ງມີຈຳນວນຄົນທັງໝົດ 22 ຄົນ, ຍິງ 11 ຄົນ ສິ່ງທີ່ພົບເຫັນແມ່ນນັກຮຽນແມ່ນບໍ່ມີຄວາມກະຕືລືລົ້ນຕໍ່ການຮຽນໂດຍສະເພາະແມ່ນການຄິດໄລ່ເລກສ່ວນຮ້ອຍ ເຊິ່ງນັກຮຽນຂາດທັກສະການນຳໃຊ້ຄຸນະລັກສະນະອັດຕາສ່ວນພົວພັນ.

    ເລກສ່ວນຮ້ອຍແມ່ນມີຄວາມສໍາຄັນໃນການຮັບໃຊ້ໃນຊີວິດປະຈໍາວັນ ດັ່ງນັ້ນ ຜູ່ວິໄຈຈິ່ງຄິດຫາແນວທາງແກ້ໄຂບັນຫາດັ່ງກ່າວເພື່ອພັດທະນາທັກສະການຄຳນວນຂອງນັກຮຽນກຸ່ມນີ້ໂດຍການໃຫ້ນັກຮຽນໄດ້ຝິກຄິດຄຳນວນຕາມແບບຜູ່ວິໄຈສ້າງຂຶ້ນເພື່ອເປັນແນວທາງໃນການແກ້ໄຂບັນຫາ.

1.2     ຈຸດປະສົງ

-    ເພື່ອໃຫ້ນັກຮຽນກຸ່ມເປົ້າໝາຍສາມາດພັດທະນາທັກສະການຄິດໄລ່ເລກສ່ວນຮ້ອຍໄດ້

-    ເພື່ອໃຫ້ນັກຮຽນສາມາດນໍາຜົນຂອງການພັດທະນາທັກສະການຄິດໄລ່ເລກສ່ວນຮ້ອຍມານໍາໄປໃຊ້ໃນຊີວິດປະຈໍາວັນໄດ້.

-    ເພື່ອເປັນການປັບປຸງການຮຽນ - ການສອນຂອງຄູໃຫ້ມີປະສິດທິພາບຍິ່ງຂຶ້ນ

 

 

 

2. ວິທີດໍາເນີນການວິໄຈ.

 2.1 ສຶກສາສະພາບບັນຫາ.

 ຄັ້ງທີ 1

     ວັນທີ 15 ເດືອນ 1 ປີ 2013 ຂ້າພະເຈົ້າໄດ້ເຂົ້າຮ່ວມຊົ່ວໂມງສອນຂອງຄູປະຈໍາຫ້ອງທີ່ກໍາລັງສອນຢູ່ຫ້ອງປ 5 ວິຊາຄະນິດສາດ ບົດທີ 51 ຫົວຂໍ້: ການຄິດໄລ່ເລກສ່ວນຮ້ອຍ ເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າ: ບໍ່ມີການກະກຽມຍັງເລີຍທີ່ເປັນສື່ການສອນ, ສິ່ງທີ່ຄູນຳໃຊ້ຄືປຶ້ມແບບຮຽນວິຊາຄະນິດສາດ ປ 5 ແລະ ປຶ້ມຄູ່ມືຄູເທົ່ານັ້ນ, ກ່ອນດໍາເນີນການສອນຂອງຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາ.ຈາກນັ້ນກໍ່ໄດ້ເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ການຄິດໄລ່ເລກສ່ວນຮ້ອຍໃນການສອນບົດໃໝ່ນີ້ຂັ້ນຕອນທຳອິດການຄິດໄລ່ເລກສ່ວນຮ້ອຍໃນກິດຈະກໍາທີ 1 ມາເບິ່ງ, ຫຼັງຈາກຄູແແນະນຳນັກຮຽນແຕ່ລະຄົນເຮັດກິດຈະກໍາ ໂດຍອີງຕາມກິດຈະກໍາໃນປຶ້ມແບບຮຽນຈາກການເຮັດກິດຈະກໍານັ້ນເຫັນວ່າ:  ເຂົາເຈົ້າບໍ່ສົນໃຈເຮັດກິດຈະກໍານໍາໝູ່ມີແຕ່ນັ່ງຢູ່ລ້າໆ ອີກບາງຄົນທີ່ນັ່ງຢູ່ທາງຂ້າງກໍ່ຢອກໃຍກັນກັບໝູ່ຄູ່, ຄູສອນສະຫຼຸບເນື້ອໃນບົດຮຽນທີ່ຮຽນມານັ້ນ ພ້ອມທັງປະເມີນຜົນການຮຽນຂອງນັກຮຽນດ້ວຍຕັ້ງຄຳຖາມກຽ່ວກັບການຄິດໄລ່ເລກສ່ວນຮ້ອຍໃນຊີວິດປະຈຳວັນ, ຈາກນັ້ນໃຫ້ນັກຮຽນອາສາສະມັກຕອບ ຫຼື ບົ່ງຕົວເອົານັກຮຽນຕອບ.

    ຈາກການຮ່ວມຊົ່ວໂມງສອນໃນສອງຊົ່ວໂມງນີ້ ຂ້າພະເຈົ້າຄິດວ່າບັນຫານີ້ບໍ່ມີສື່ການສອນແລ້ວເຮັດໃຫ້ນັກຮຽນບໍ່ສົນໃຈຢາກຮຽນນຳສ່ວນນັກຮຽນບໍ່ສົນໃຈຕໍ່ການຮຽນ, ບໍ່ຕອບຄຳຖາມຂອງຄູ ນັ່ງຊື່ໆບໍ່ເຮັດເລີຍ, ສະນັ້ນ ເພື່ອພັດທະນາການຮຽນ-ການສອນຂອງຄູ ແລະ ນັກຮຽນ.  ດັ່ງນັ້ນ ຂ້າພະເຈົ້າຈຶ່ງມາປຶກສາຫາລືກັບຄູປະຈຳຫ້ອງຕົກລົງກັນຮ່ວມຊົ່ວໂມງສອນອີກ.

 ຄັ້ງທີ 2.

     ວັນທີ 31 / 1 / 2013 ຂ້າພະເຈົ້າໄດ້ເຂົ້າຮ່ວມຊົ່ວໂມງສອນຂອງຄູປະຈຳຫ້ອງສອນວິຊາຄະນິດສາດການຄິດໄລ່ເລກສ່ວນຮ້ອຍ ( ຕໍ່ ) ໃນຊົ່ວໂມງ 1-​2 ຂ້າພະເຈົ້າສັງເກດເຫັນວ່າຄູບໍ່ໄດ້ກະກຽມຍັງມີແຕ່ປຶ້ມແບບຮຽນ, ຄູ່ມືຄູ ວິຊາຄະນິດສາດຊັ້ນ ປ 5 ຂັ້ນຕອນ ແລະ ວິທີການສອນຂອງຄູກ່ອນຈະດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າຄິດໄລ່ເລກເປີເຊັນ: ຕາມປຶ້ມແບບຮຽນເປັນລາຍບຸກຄົນເຊິ່ງນັກຮຽນທຸກຄົນແມ່ນແກ້ເລກໃນຂໍ້ດຽວກັນໃນເວລານີ້ຂ້າພະເຈົ້າສັງເກດເຫັນບັນຫາທີ່ເກີດຂຶ້ນກັບນັກຮຽນກຸ່ມເປົ້າໝາຍ, ໃນເວລາຄູດໍາເນີນການສອນຄັ້ງນີ້ເຫັນວ່າ: ນັກຮຽນບາງຄົນບໍ່ຕັ້ງໃຈຟັງຄໍາອະທິບາຍຂອງຄູ, ນັກຮຽນບໍ່ມັກແກ້ເລກທີ່ຄູມອບໝາຍໃນເວລາຮຽນ, ນັກຮຽນຫັນໜ້າຫາກັນເວົ້າເລື່ອງອື່ນຄູບໍ່ມີການແນະນໍານັກຮຽນ ຄູພຽງໃຊ້ຄໍາເວົ້າວ່າ, ທຸກຄົນເຮັດແລ້ວບໍ ຫຼື ຍັງ ແລ້ວຄູກໍ່ໃຫ້ນັກຮຽນອາສາສະໜັກອອກມາແກ້ຢູ່ກະດານ 1 – 2 ຄົນ, ແຕ່ເຫັນວ່າແກ້ບໍ່ໄດ້. ຄູເອີ້ນ ນັກຮຽນກຸ່ມເປົ້າໝາຍ ອອກມາແກ້ ເຊິ່ງເປັນນັກຮຽນເກັ່ງໃນຫ້ອງເຫັນວ່າແກ້ໄດ້ ຈາກນັ້ນ ຄູແນະນຳໃຫ້ນັກຮຽນບັນທຶກໃສ່ປຶ້ມຂຽນຂອງໃຜລາວ ຫຼັງຈາກນັ້ນສັງເກດເຫັນວ່າທ້າຍຊົ່ວໂມງຄູໄດ້ມີການວັດ - ປະເມີນດ້ວຍການສ້າງບົດທົດສອບເພື່ອວັດຄວາມເຂົ້າໃຈຂອງນັກຮຽນ.

      ຜ່ານການສັງເກດດໍາເນີນການຮຽນ - ການສອນຂອງຄູຜູ້ສອນ ແລະ ດ້ວຍຕົວຂອງນັກຮຽນເອງໃນຄັ້ງນີ້ກໍ່ພົບພໍ້ບັນຫາຄືກັນກັບຄັ້ງກ່ອນ ສະນັ້ນ ຂ້າພະເຈົ້າຜູ້ສັງເກດກໍ່ໄດ້ປຶກສາຫາລືກັນກັບຄູຜູ້ສອນນັ້ນໄດ້ຕົກລົງເລືອກເອົາບັນຫາ. ແລະ ກໍານົດຫົວຂໍ້ວິໄຈວ່າ:ການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5 ແລະ ຕັ້ງຄຳຖາມວິໄຈວ່າ: ພວກເຮົາຈະເຮັດແນວໃດ ? ເພື່ອໃຫ້ນັກຮຽນກຸ່ມເປົ້າໝາຍຄິດໄລ່ເລກສວນຮ້ອຍໄດ້?

2.2   ການວາງແຜນ.

       ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາ ແລະ ກໍານົດຫົວຂໍ້ວິໄຈໄດ້ທີ່ຮຽບຮ້ອຍແລ້ວຂ້າພະເຈົ້າຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວມີພຶດຕິກຳປ່ຽນແປງໃນທາງທີ່ດີຂຶ້ນຊຶ່ງໄດ້ກຳນົດແຜນການລາຍລະອຽດດັ່ງນີ້:

2.3 ວາງແຜນຄັ້ງທີ 1

-    ແບ່ງນັກຮຽນອອກເປັນ 6 ກຸ່ມ ກຸ່ມລະ 6 – 7 ຄົນ

-    ແຕ່ງບົດສອນ ( ເນັ້ນຜູ່ຮຽນເປັນໃຈກາງ )

-    ສ້າງບົດທົດສອບຕອນທ້າຍຊົ່ວໂມງ

-    ຄູແກ້ບົດເລກຕົວຢ່າງໃຫ້ນັກຮຽນເບິ່ງກ່ອນແລ້ວຈຶ່ງໃຫ້ນັກຮຽນກຸ່ມເປົ້າໝາຍປະຕິບັດ

2.4    ການປະຕິບັດ ແລະ ສັງເກດ

     ຫຼັງຈາກໄດ້ວາງແຜນທີ່ຮຽບຮ້ອຍແລ້ວ ຂ້າພະເຈົ້າກໍ່ໃຫ້ຄູປະຈຳວິຊານຳໃຊ້ແຜນທີ່ວາງກັນໄວ້ເຂົ້າໃນການສິດສອນຕົວຈິງເຊິ່ງລາຍລະອຽດດັ່ງລຸ່ມນີ້:

2.5 ປະຕິບັດຄັ້ງທີ 1

      ຄູປະຈຳວິຊານຳເອົາແຜນທີ່ວາງໄວ້ໄປປະຕິບັດໃນເວລາດຳເນີນການຮຽນ - ການສອນວິຊາຄະນິດສາດ ບົດທີ 51 ຫົວຂໍ້: ການຄິດໄລ່ເລກສ່ວນຮ້ອຍຂ້າພະເຈົ້າເປັນຜູ້ສັງເກດກ່ອນດຳເນີນການສອນຂອງຄູ ເພື່ອໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍ. ສັງເກດເຫັນວ່າຄູຜູ້ສອນນັ້ນໄດ້ການກະກຽມບົດສອນ. ນອກຈາກນັ້ນ ຍັງມີປຶ້ມແບບຮຽນ, ຄູ່ມືຄູຢ່າງພຽງພໍ ແລະ ຍັງມີບົດຕົວຢ່າງການຄິດໄລ່ເລກສ່ວນຮ້ອຍໃນເຈ້ຍແຜນໃຫຍ່ ແລະ ມີເນື້ອໃນ ໃນການຄິດໄລ່ເລກສ່ວນຮ້ອຍເພື່ອເປັນບ່ອນອີງໃນເວລາຮຽນກ່ອນການດຳເນີນການສອນຂອງຄູໄດ້ທົບທວນຄືນບົດຮຽນເກົ່າທີ່ຮຽນຜ່ານມາ.  ເຫັນວ່າມີພຽງແຕ່ນັກຮຽນເກັ່ງຕອບໄດ້ ຈາກນັ້ນ ຄູກໍ່ໄດ້ລ້ຽວເຂົ້າສູ່ບົດຮຽນໃໝ່ ແລະ ຍັງນຳເອົາເຈ້ຍເນື້ອໃນບົດຮຽນການຄິດໄລ່ເລກສ່ວນຮ້ອຍມາຕິດໃສ່ກະດານ. ຄູໄດ້ໃຫ້ບົດເລກຕົວຢ່າງໃຫ້ນັກຮຽນວ່າ 25 ສ່ວນຮ້ອຍ =

     ຄູໃຫ້ນັກຮຽນຄິດໄລ່ເລກສ່ວນຮ້ອຍ ໂດຍໃຫ້ນັກຮຽນກຸ່ມເປົ້າໝາຍອອກມາແກ້.

 ສໍາລັບຜູ້ທີ 1

1.   5 ສ່ວນຮ້ອຍ =

15 ສ່ວນຮ້ອຍ =

ສໍາຜູ້ທີ 2

2.    50 ສ່ວນຮ້ອຍ =

3.    96 ສ່ວນຮ້ອຍ =

ສໍາຜູ້ທີ 3

4.    2% =

5.    15% =

6.    70% =

ຫຼັງຈາກນັ້ນຄູກໍແບ່ງນັກຮຽນອອກເປັນ 6 ກຸ່ມ, ກຸ່ມລະ 6-7 ຄົນ, ຄູຢາຍບົດຄຳຖາມໃຫ້ນັກຮຽນແຕ່ລະກຸ່ມຄົ້ນຄວ້າເຊິ່ງຄູກຳນົດເວລາໃຫ້ແລ້ວ ຄູອະທິບາຍຄຳຖາມຢ່າງຈະແຈ້ງ ແລະ ໄດ້ຕິດຕາມ, ສັງເກດ, ຊຸກຍູ້ຊ່ວຍເຫຼືອນັກຮຽນແຕ່ລະກຸ່ມເມື່ອເຮັດກິດຈະກຳໝົດເວລາແລ້ວຄູກໍໃຫ້ຕາງໜ້າກຸ່ມອອກມາລາຍງານແຕ່ລະຈຸ ແລ້ວນັກຮຽນກັບຄູກໍໄດ້ສະຫຼຸບເນື້ອໃນທີ່ສຳຄັນ ຫຼັງຈາກນັ້ນກໍໄດ້ສະຫຼຸບບົດຮຽນຄືນພ້ອມທັງບອກນັກຮຽນຈົດໃສ່ປຶ້ມໃຜມັນເມື່ອຮອດທ້າຍຊົ່ວໂມງຄູກໍ່ມີການທົດສອບນັກຮຽນ ພ້ອມທັງໃຫ້ວຽກບ້ານໄປເຮັດຢູ່ເຮືອນ.

2.6 ສະທ້ອນຄັ້ງທີ 1

ຜ່ານການປະຕິບັດ ແລະ ສັງເກດໃນເວລາ 2 ຊົ່ວໂມງຜ່ານມາຂ້າພະເຈົ້າໄດ້ນຳເອົາແຜນທີ່

ວາງໄວ້ໄປຈັດຕັ້ງປະຕິບັດໃນການຮຽນ-ການສອນເພື່ອປັບປຸງແກ້ໄຂການຮຽນຂອງນັກຮຽນໃຫ້ດີຂຶ້ນ. ຜ່ານການສັງເກດຂ້າພະເຈົ້າຜູ່ເຮັດການວິໄຈສາມາດສະຫຼຸບໄດ້ວ່າ: ຄູ່ວິໄຈໄດ້ຈັດການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນໃຈກາງ ຄູເປັນຜູ່ແນະນຳວິທີການເຮັດກິດຈະກຳ ໃຫ້ນັກຮຽນມີການປະກອບຄຳຄິດຄໍາເຫັນມີການສົນທະນາແລກປ່ຽນຍອມຮັບຄວາມຄິດເຫັນຂອງຜູ່ອື່ນ ມີຄວາມສຳພັນກັບເພື່ອນ ແລະ ຄູຜູ່ສອນ, ໃຫ້ນັກຮຽນຮູ້ຈັກແບ່ງໜ້າທີ່ເຮັດວຽກຢ່າງເໜາະສົມມີການຮ່ວມອະພິປາຍພາຍໃນກຸ່ມ ແລະ ອະພິປາຍຮ່ວມກັນໃນຊັ້ນຫ້ອງຮຽນ ເກີດປະຕິສຳພັນລະຫວ່າງຜູ່ຮຽນກັບຜູ່ສອນເຮັດໃຫ້ເກີດບັນຍາກາດແຫ່ງການຮຽນຮູ້ ຜູ່ຮຽນກ້າສະແດງຫຼາຍຂຶ້ນ ເຮັດໃຫ້ເກີດຄວາມສະໜຸກສະໜານໃນການຮຽນຢ່າງມີຄວາມສຸກ ມີຄວາມກະຕືລືລົ້ນທີ່ສະແດງອອກ, ການຈັດການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນໃຈກາງ ໄດ້ສົ່ງເສີມໃຫ້ນັກຮຽນໄດ້ປະຕິບັດກິດຈະກຳຕ່າງໆ   ຢ່າງເໝາະສົມມີຄວາມຮັບຜິດຊອບມີການອະທິ

ບາຍບັນຫາ ແລກປ່ຽນຄວາມຄິດເຫັນເຊິ່ງກັນລະກັນ ເຮັດໃຫ້ເກີດຄວາມຄິດກວ້າງຂວາງເປັນການເປີດໂອກາດໃຫ້ນັກຮຽນໄດ້ຮູ້ຈັກຄິດວິເຄາະ, ແຕ່ຍັງສັງເກດເຫັນວ່ານັກຮຽນບາງຄົນຍັງນັ່ງເສີຍໆບໍ່ສົນໃຈບົດຮຽນທີ່ໝູ່ເຮັດມີແຕ່ຖ້າຈົດເອົານຳໜູ່ ສັງເກດເບິ່ງພວກເຂົາຍັງບໍ່ໄດ້ເກີດການຮຽນຮູ້ຈັກໜ້ອຍ ຂ້າພະເຈົ້າຄິດວ່າມັນອາດຈະເກີດມາຈາກການຈັດກຸ່ມໃຫຍ່ໂພດ ແລະ ອາຈານຂາດຄວາມໃກ້ຊິດ ດັ່ງນັ້ນ ຂ້າພະເຈົ້າໄດ້ວາງແຜນກັນອີກຄັ້ງຮ່ວມກັບຄູ່ຮ່ວມງານ.

2.7 ວາງແຜນຄັ້ງທີ 2

       ເພື່ອຊອກຊ່ອງທາງວິທີການປັບປຸງແກ້ໄຂນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນແປງພຶດຕິກໍາດີຂຶ້ນຕ້ອງວາງແຜນຄືນໃໝ່ເຊິ່ງກໍານົດແຜນດັ່ງນີ້.

-    ສ້າງຕາຕະລາງກ່ຽວກັບການຄິດໄລ່ເລກສ່ວນຮ້ອຍ ຫຼື ເປີເຊັນຂອງເງິນຝາກ ແລະ ດອກເບ້ຍໃສ່ເຈ້ຍແຜ່ນໃຫຍ່.

-    ສອນເພີ່ມນັກຮຽນກຸ່ມເປົ້າໝາຍໃນເວລານອກໂມງຮຽນ.

-    ເອົາໃຈໃສ່ໃຫ້ຄວາມໃກ້ຊິດຕິດແທດ

2.8​ ປະຕິບັດແຜນຄັ້ງທີ 2

         ຂ້າພະເຈົ້າໄດ້ນໍາເອົາແຜນທີ່ວາງໄວ້ຂ້າງເທິງໂດຍແມ່ນໃຫ້ຄູປະຈໍາວິຊາໄປປະຕິບັດກັບນັກຮຽນກຸ່ມເປົ້າໝາຍ. ຂ້າພະເຈົ້າສັງເກດເຫັນວ່າຄູໄດ້ສອນເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍ. ສອນວິຊາຄະນິດສາດ ບົດທີ 51 ( ຕໍ່ ) ການຄິດໄລ່ເລກສ່ວນຮ້ອຍສັງເກດເຫັນວ່າ ຄູໄດ້ມີການກະກຽມປຶ້ມແບບຮຽນ. ຕາຕະລາງທີ່ແຕ້ມໃສ່ເຈ້ຍແຜ່ນໃຫຍ່ສະແດງເຖິງການຄິດໄລ່ເປີເຊັນຂອງເງິນຝາກ ແລະ  ດອກເບ້ຍແຕ່ລະປີ, ການຄິດໄລ່ເລກສ່ວນຮ້ອຍທີ່ຂຽນໃສ່ເຈ້ຍ. ເນື້ອໃນບົດຮຽນທີ່ເປັນບ່ອນອີງໃນເວລານັກຮຽນຄິດໄລ່ເລກສ່ວນຮ້ອຍໄດ້ສັງເກດ ແລະ ວິທີສອນຂອງຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຈາກນັ້ນຄູກໍເລີ່ມສອນກິດຈະກໍາທີ່ກຽມມາ, ຄູໄດ້ເອົາຕາຕະລາງການຄິດໄລ່ເລກສ່ວນຮ້ອຍທີ່ຂຽນໃສ່ເຈ້ຍແຜ່ນໃຫຍ່ມາຕິດໃສ່ກະດານ, ແນະນໍາວິທີການຄິດໄລ່ເລກສ່ວນຮ້ອຍເປັນຕົວຢ່າງໃຫ້ນັກຮຽນກຸ່ມເປົ້າໝາຍເບິ່ງ. 2 – 3 ຄັ້ງແລ້ວຄູເອີ້ນນັກຮຽນກຸ່ມເປົ້າໝາຍຄິດໄລ່ 1 ຄົນ. ສັງເກດເຫັນວ່ານັກຮຽນຈໍານວນ 1 ຄົນ, ແມ່ນສາມາດຄິດໄລ່ສ່ວນຮ້ອຍໄດ້ດ້ວຍຕົນເອງ.

2.9   ການສະທ້ອນຄືນຄັ້ງທີ 2

         ຜົນຂອງການປະຕິບັດຕາມແຜນຄັ້ງທີ 2 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈໍານວນ 1 ຄົນ, ທີ່ຍັງເຫຼືອມີການປ່ຽນແປງດີຂຶ້ນ. ນັກຮຽນສາມາດຄິດໄລ່ເລກສວນຮ້ອບໄດ້ດ້ວຍຕົນເອງ ແລະ ຈາກຜົນຂອງການທົດສອບໃນຄັ້ງນີ້ເຫັນວ່ານັກຮຽນກຸ່ມເປົ້າໃນຈໍານວນ 1 ຄົນ. ໄດ້ຄະແນນໃນລະດັບຄາດໝາຍ.

         ຜ່ານການດໍາເນີນການວິໄຈໃນຫົວຂໍ້: ການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5 ຜົນຂອງການປະຕິບັດສັງເກດ ແລະ ຈາກການທົດສອບທັງສອງຄັ້ງສະທ້ອນໃຫ້ເຫັນວ່າຄູຜູ້ສອນກໍ່ໄດ້ເອົາໃຈໃສ່ຕິດຕາມການສຶກສາຮໍ່າຮຽນຂອງນັກຮຽນ, ໃຫ້ການຊຸກຍູ້ຊ່ວຍເຫຼືອນັກຮຽນ, ມີຄວາມໃກ້ຊິດຕິດແທດກັບນັກຮຽນທຸກຄົນໃນຫ້ອງຮຽນໂດຍສະເພາະນັກຮຽນກຸ່ມເປົ້າໝາຍໃນການວິໄຈ, 2 ຄົນສາມາດປ່ຽນແປງພຶດຕິກໍາດີຂຶ້ນ, ຄື: ນັກຮຽນກຸ່ມເປົ້າໝາຍສາມາດຄິດໄລ່ເລກສ່ວນຮ້ອຍໄດ້.

       ຂ້າພະເຈົ້າຮູ້ສຶກດີໃຈຫຼາຍກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເຮັດ ເພາະວ່າ ການປັບປຸງການຮຽນຂອງນັກຮຽນໃຫ້ໄດ້ດີຂຶ້ນແມ່ນມີຄວາມສຳຄັນ. ຂ້າພະເຈົ້າພໍໃຈກັບສິ່ງທີ່ກຳລັງເຮັດ ແຕ່ຍັງມີບັນຫາວ່າຈະເຮັດແນວໃດເພື່ອຊ່ວຍໃຫ້ນັກຮຽນທີ່ມີບັນຫາໃນການຮຽນ ຂ້າພະເຈົ້າຄິດວ່າໄດ້ເຮັດວຽກປົກະຕິປະຈຳວັນມັນກໍຈະເຮັດໃຫ້ນັກຮຽນ ຮຽນໄດ້ດີຂຶ້ນເລື້ອຍໆ

3. ສະຫຼຸບ.

    ໃນການວິໄຈກ່ຽວກັບ ການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5 ໂຮງຮຽນປະຖົມສົມບູນຕອກສະໝິງເຄື່ອງມືການວິໄຈຄັ້ງນີ້: ແບບຟອມສັງເກດການສອນຂອງຄູ, ແຜນປະຕິບັດກິດຈະກຳ ແລະ ຮ່າງບັນທຶກປະຈຳວັນ.

      ຜ່ານການດໍາເນີນການວິໄຈພາກປະຕິບັດໃນຄັ້ງນີ້ເຫັນວ່າ: ການມີສ່ວນຮ່ວມໃນການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5 ມີຈຸດປະສົງເພື່ອຊ່ວຍເຫຼືອຈຳນວນນັກຮຽນ 3 ຄົນ ທີ່ຍັງຂາດການມີສ່ວນຮ່ວມໃນການຮຽນເພື່ອປັບປຸງການຮຽນ-ການສອນໃຫ້ດີ ຂຶ້ນເທື່ອລະກ້າວເຮັດໃຫ້ການວິໄຈໄດ້ປະຕິບັດໄປຕາມຮອບວຽນຂອງການວິໄຈຕາມຂັ້ນຕອນຄື: ສຶກສາສະພາບບັນຫາ, ສັງເກດການສອນ

2 ຄັ້ງ, ແລ້ວມີການວາງແຜນຈຳນວນ 2 ຄັ້ງ, ປະຕິບັດ ແລະ ສັງເກດ 2 ຄັ້ງ, ສະທ້ອນຄືນ 2 ຄັ້ງ

      ຜ່ານການປະຕິບັດການວິໄຈຄັ້ງນີ້ໃນສອງຮອບວຽນຂ້າງເທິງໃນຫົວຂໍ້ ການຄິດໄລ່ເລກສ່ວນຮ້ອຍຂອງນັກຮຽນຫ້ອງ ປ 5 ໃນຈໍານວນນັກຮຽນ 3 ຄົນ. ເຫັນວ່ານັກຮຽນສາມາດຄິດໄລ່ເລກສ່ວນຮ້ອຍໄດ້ໃນລະດັບດີຈໍານວນ 2 ຄົນ. ແລະ ອີກ 1 ຄົນ. ແມ່ນສາມາດຄິດໄລ່ເລກສ່ວນຮ້ອຍໃນລະດັບພໍໃຊ້ໄດ້. ສະນັ້ນໄດ້ເອົາໃຈໃສ່ຊອກຫາເຕັກນິກ. ວິທີການຕ່າງໆເພື່ອນໍາມາແກ້ໄຂໃນນັ້ນໄດ້ວາງແຜນ ແລະ ປະຕິບັດເຫັນວ່ານັກຮຽນກຸ່ມເປົ້າໝາຍຈໍານວນ 3  ຄົນ. ສາມາດປ່ຽນພຶດຕິກໍາໄດ້. ໃນການປະຕິບັດການວິໄຈຄັ້ງນີ້ຂ້າພະເຈົ້າໄດ້ມີບົດຮຽນ ແລະ ປະສົບການທີ່ໄດ້ຮຽນຮູ້ເປັນບົດຮຽນຫຼາຍຂຶ້ນເປັນຕົ້ນ: ຮູ້ຈັກວາງແຜນ, ຮູ້ຈັກແກ້ໄຂບັນຫາ, ຮູ້ບັນທຶກຂໍ້ມູນດ້ານຕ່າງໆເພື່ອປັບປຸງການຮຽນ-ການສອນຂອງຄູ ແລະ ນັກຮຽນ ເປັນບົດຮຽນສາມາດນຳໄປໃຊ້ໃນວຽກງານຕົວຈິງຂອງຕົນເອງໄດ້.

4. ຂໍ້ສະເໝີແນະ

   4. 1 ຂໍ້ສະເໝີແນະຜົນຂອງການວິໄຈທົ່ວໄປ

         ຄວນນໍາເອົາແຜນ ແລະ ວິທີການແກ້ໄຂບັນຫາຕ່າງໆໄປນໍາໃຊ້ ແລະ ເຜີຍແຜ່ຜົນງານດ້ານການວິໄຈ

    4. 2  ຂໍ້ສະເໝີໃນການວິໄຈຄັ້ງຕໍ່ໄປ

        - ຄວນດຳເນີນການວິໄຈໃນຂັ້ນຮຽນອື່ນໆ ໃນວິຊາ ຄະນິດສາດ

        - ສະເໜີໃຫ້ຄູຢູ່ໂຮງຮຽນປະຖົມສົມບູນຕອກສະໜິງໄດ້ເຮັດການວິໄຈໃນຫ້ອງຮຽນເພາະມັນ

          ເປັນຂະບວນການທີ່ດີໃນການປັບປຸງ ແລະ ພັດທະນາການຈັດກິດຈະກຳການຮຽນ-ການ

          ສອນເຮັດໃຫ້ການຮຽນ-ການສອນມີຄຸນະພາບດີຍິ່ງຂຶ້ນ.

 5. ເອກະສານອ້າງອີງ

       ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ ( 1998 ) ຫຼັກສູດ ແລະ ການສອນ

            ຄະນິດສາດ, ພິມທີ່ວິສາກິດໂຮງພິມສຶກສາ

 

 

 

 



ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ, ຫຼັກສູດ ແລະ ການສອນຄະນິດສາດ,ພິມທີ່ວິສາກິດໂຮມພິມສຶກສາ, ປີ 1998, ໜ້າ 1 [1]

หมายเลขบันทึก: 549262เขียนเมื่อ 25 กันยายน 2013 19:37 น. ()แก้ไขเมื่อ 25 กันยายน 2013 19:37 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท