5. ປະເພດຂອງການປະເມີນຜົນ
5.1 ການປະເມີນຜົນແບບອີງເກນ ( Criterion Referenced Evaluation )
ໝາຍເຖິງການປະເມີນລະດັບຄວາມຮູ້ ຄວາມສາມາດຂອງນັກຮຽນຄົນໜຶ່ງໆວ່າ ຮຽນເກັ່ງ ຫຼື ຮຽນອ່ອນ ໂດຍປຽບທຽບກັບເກນທີ່ໄດ້ກຳນົດໄວ້. ການປະເມີນຜົນປະເພດນີ້ ສ່ວນຫຼາຍໃຊ້ເພື່ອປັບປຸງການຮຽນ-ການສອນ
5.2 ການປະເມີນຜົນແບບອີງກຸ່ມ ( Norm Referenced Evaluation )
ໝາຍເຖິງການປະເມີນລະດັບຄວາມຮູ້ ຄວາມສາມາດຂອງນັກຮຽນ ເພື່ອຕັດສິນຜົນການຮຽນໂດຍປຽບທຽບ ກັບລະດັບຄວາມສາມາດຂອງນັກຮຽນຄົນອື່ນໆໃນກຸ່ມດຽວກັນ.