7. ປະໂຫຍດຂອງການປະເມີນຜົນການສຶກສາ
ການປະເມີນຜົນການສຶກສາມີປະໂຫຍດໃນດ້ານຕ່າງໆດັ່ງຕໍ່ໄປນີ້:
7.1 ປະໂຫຍດຕໍ່ນັກຮຽນ
ກ. ຊ່ວຍໃຫ້ນັກຮຽນແຕ່ລະຄົນຮູ້ວ່າຕົນເອງເກັ່ງ ແລະ ອ່ອນໃນເນື້ອໃນວິຊາໃດ.
ຂ. ຊ່ວຍໃຫ້ນັກຮຽນເຫັນຄວາມສາມາດ ແລະ ຊຳນິຊຳນານຂອງຕົນເອງ
ຄ. ຊ່ວຍເພີ່ມແຮງຈູງໃຈໃຫ້ນັກຮຽນໄດ້ຮຽນຮູ້ເພີ່ມຂຶ້ນ
ງ. ຊ່ວຍໃຫ້ການຕັດສິນໃຈເລືອກສາຂາວິຊາທີ່ຈະສຶກສາຕໍ່ ແລະ ການເລືອກວິຊາຊີບ.
ຈ. ຊ່ວຍໃຫ້ສາມາດສະແດງຄວາມຮູ້ ແລະ ຍັງສາມາດໃຊ້ຄວາມຮູ້ທີ່ໄດ້ຮຽນມາເພື່ອແກ້ບັນຫາ
7.2 ປະໂຫຍດຕໍ່ຄູອາຈານ
ກ. ຮູ້ພຶດຕິກໍາເບື້ອງຕົ້ນຂອງນັັກຮຽນ ເພື່ອຊ່ວຍໃນການຈັດການຮຽນການສອນໃຫ້ເໜາະສົມ
ຂ. ຊ່ວຍວິນິດໄສຂໍ້ບົກພ່ອງໃນການສອນຂອງຕົນເອງ
ຄ. ຊ່ວຍໃຫ້ສອນໄດ້ຖືກຕ້ອງສອດຄ່ອງກັບເນື້ອໃນ ແລະ ຈຸດມຸ້ງໝາຍຂອງຫຼັກສູດຕະຫຼອດ ຈຳນວນປັບປຸງຈຸດມຸ້ງ
ໝາຍໃຫ້ສອດຄ່ອງກັບຄວາມເປັນຈິງ.
ງ. ເຮັດໃຫ້ຮູ້ວ່າການຮຽນ-ການສອນບັນລຸຈຸດມຸ້ງໝາຍທີ່ວາງໄວ້ ຫຼື ບໍ່
ຈ. ຊ່ວຍໃຫ້ຮູ້ວ່າຈະຕ້ອງສອນບໍາລຸງໃຫ້ແກ່ຄົນໃດ
ສ. ໃຊ້ເປັນຂໍ້ມູນໃນການປຽບທຽບລະດັບຜົນສໍາເລັດທາງການຮຽນຂອງນັກຮຽນແຕ່ລະຄົນ
ຊ. ລາຍງານຜົນໃຫ້ຜູ່ປົກຄອງ ແລະ ອາຈານແນະແນວ ແລະ ຜູ່ບໍລິຫານສະຖາບັນໄດ້ຮູ້.
7.3 ປະໂຫຍດຕໍ່ຄວາມແນະແນວ
ກ. ໃຊ້ການແນະແນວທາງແກ້ບັນຫາສ່ວນຕົວ ເພາະການວັດຜົນຈະເຮັດໃຫ້ຄູແນະແນວຮູ້ວ່ານັກຮຽນມີບັນຫາໃນ
ເລື່ອງໃດ
ຂ. ໃຊ້ຜົນຈາກການວັດໃນການແນະນຳການສຶກສາຕໍ່ ແລະ ປະກອບອາຊີບ
ຄ. ຊ່ວຍໃນການແນະແນວທາງດ້ານຈິດຕະວິທະຍາເຊັ່ນ: ແກ້ໄຂບັນຫາສັງຄົມ ອາລົມ ແລະ ບຸກຄະລິກພາບ
7.4 ປະໂຫຍດຕໍ່ຜູ່ບໍລິຫານ
ກ. ຊ່ວຍໃນການວາງແຜນການສອນ ແລະ ບໍລິຫານໂຮງຮຽນໃຫ້ຖືກຕ້ອງ
ຂ. ຊ່ວຍໃນດ້ານການປັບປຸງຫຼັກສູດໃຫ້ເໝາະສົມ
ຄ. ຊ່ວຍໃນການຕັດສິນໃຈກ່ຽວກັບການຈັດການສຶກສາເຊັ່ນ: ການຈັດຊັ້ນຮຽນ, ການເລື່ອນຊັ້ນ...
ງ. ຊ່ວຍໃນການກວດສອບຄຸນະພາບການຮຽນການສອນ
ຈ. ນຳໄປສູ່ການວິໄຈທີ່ເປັນປະໂຫຍດຕໍ່ການສຶກສາ
7.5 ປະໂຫຍດຕໍ່ການວິໄຈ
ການສະແຫວງຫາຂໍ້ແທ້ຈິງກ່ຽວກັບການສອນ ການແນະແນວ ແລະ ການບໍລິຫານການສຶກສາຈໍາເປັນຕ້ອງອາໄສການວິໄຈ ການວັດເປັນສິ່ງສຳຄັນຢ່າງໜຶ່ງຂອງການວິໄຈ ທີ່ຊ່ວຍໃຫ້ຜົນການວິໄຈໄດ້ຜົນສາມາດນຳໄປໃຊ້ປະໂຫຍດໃນການສອນ ການແນະແນວ ແລະ ການບໍລິຫານການສຶກສາໄດ້.
มาหัดอ่านและแปลภาษาลาวเป็นไทยครับอาจารย์...บันทึกนี้ขออนุญาตแปลดังนี้นะครับ...
ประโยชน์ของการประเมินผลการศึกษา
7.ประโยชน์ของการประเมินผลการศึกษา
7.1ประโยชน์ต่อนักเรียน
7.2ประโยชน์ต่อครูอาจารย์
7.3ประโยชน์ต่อความ(การ)แนะแนว
7.4ประโยชน์ต่อผู้บริหาร
7.5ประโยชน์ต่อการวิจัย