ປະຫວັດຂອງຂ້ອຍນັບແຕ່ນ້ອຍຈົນຮອດປະຈຸບັນ


ບໍ່່ໃຫ້ລືມອາດີດ

 

 

 

 

 

ຂ້າພະເຈົ້າຊື່ ອາຈານ ຈັນທະວີໄຊ ແຫວນພະຈັນ ເກີດ 5 / 12 / 1976 ເກີດຢູ່ບ້ານ ຄົງຄຸ້ມໜຶ່ງ

ເມືອງ ຄົງເຊໂດນ ແຂວງສາລະວັນ ເປັນລູກຄົນດຽວຂອງແມ່ ສີສະຫວັນ ( ຕາຍ )

ເວົ້າເຖິງການສຶກສາຂອງຂ້ອຍມີດັ່ງນີ້ :

  1986 - 1987 ຮຽນຈົບຢູ່ໂຮງຮຽນປະຖົມສົມບູນເມືອງຄົງເຊໂດນ ແຂວງສາລະວັນ

 1991-1992 ຮຽນຈົບຢູ່ໂຮງຮຽນມັດທະຍົມຕອນຕົ້ນເມືອງຄົງເຊໂດນແຂວງສາລະວັນ

1994-1995 ຮຽນຈົບຢູໂຮງຮຽນມັດທະຍົມຕອນປາຍເມືອງຄົງເຊໂດນແຂວງສະວັນ

1998-1999 ຮຽນຈົບຢູ່ວິທະຍາໄລຄູແຫ່ງຊາດລາວ ( ດົງໂດກ ) ຮຽນຈົບ ປະລິນຍາຕຼີ ສາຍຄູຄະນິດສາດ

2006-2007 ຮຽນຈົບພາສາອັງກິດພິເສດຢູ່ທີ່ໂຮງຮຽນສ້າງຄູສາລະວັນ

2009-2010ຮຽນຈົບປະລິຍາໂທໃນສາຂາພັດທະນາຄູທີ່ປະເທດໄທຢູ່ມະຫາວິທະຍາໄລບູລະພາ

ວັນທີ 6 / 11  / 1999 ແມ່ນວັນເລີ່ມເຮັດວຽກຂອງຂ້ອຍຢູ່ທີ່ໂຮງຮຽນສ້າງຄູສາລະວັນເຊິ່ງໄດ້ຮັບຜິດຊອບເປັນຄູສອນ

ໄລຍະເປັນຄູສອນໄດ້ສອນລະບົບ8+3, 11+1, 11+2, 11+3 ໄດ້ອສອນຫຼາຍວິຊາເຊັ່ນ: ວິຊາຄະນິດສາດພື້ນຖານ,ວິທີສອນຄະນິດສາດ

2000-2003 ເປັນຄູສອນ ແລະ ເປັນຄູທີ່ປຶກສາ

2003-2008 ຮັບຜິດຊອບໝ່ວຍງານວັດ-ປະເມີນຜົນ ແລະ ເປັນຄູສອນ

2008-2009 ຮັບຜິດຊອບໝ່ວຍງານວັດ-ປະເມີນຜົນ,ຄູສອນ ແລະ ເປັນຄູທີ່ປຶກສາ

2009-2010 ຮັບຜິດຊອບໝ່ວຍງານວັດ-ປະເມີນຜົນ,ຄູທີ່ປຶກສາ

2010-ຈົນຮອດປະຈຸບັນນີ້ ແມ່ນເປັນຮອງການ ວັດ-ປະເມີນຜົນ

ໃນວັນທີ 5 /12/2011 ໄດ້ມາເປັນຮອງຫ້ອງການກິດຈະການນັກສຶກສາເຫດຜົນວ່າຮອງຫ້ອງການໄປຮຽນ

ທິດສະດີການເມືອງທາງໂຮງຮຽນກໍ່ໃຫ້ຂ້າພະເຈົ້າມາວ່າການແທນເປັນເວລາ 2 ປີ

ວັນທີ 22/2/2012 ຂ້າພະເຈົ້າກໍ່ໄດ້ຮັບລົດຕຳແໜ່ງທີ່ທາງວິທະຍາໄລຄູສາລະວັນໃຫ້ ເຊິ່ງເປັນລົດເກົ່າຂອງ

ຫົວໜ້າຂ້ອຍເຖິງລົດເກົ່າກໍ່ຢ່າທີ່ຂ້າພະເຈົ້ນກໍ່ພູມໃຈເອົາຍ້ອນວ່າພັກລັດໄດ້ໃຫ້ເຮົາ,ເຮົາເຮັດວຽກໃຫ້ພັກລັດ

   ໄລຍະເວລາທີ່ຂ້າພະເຈົ້າເຮັດວຽກຕອນທຳອິດແມ່ນໂຮງຮຽນມີຊື່ວ່າໂຮງຮຽນສ້າງຄູສາລະວັນທີ່ມີແຕ່ 5ຫ້ອງການແຕ່ປະຈຸບັນໂຮງຮຽນໄດ້ກາຍເປັນວິທະຍາໄລຄູສາລະວັນແລ້ວເຊິ່ງແບ່ງຫ້ອງການ 10 ຫ້ອງການ

  ການສຶກສອນຂອງຂ້າພະເຈົ້າໄດ້ສຸມທຸກເຮືອງແຮງຂອງຕົນເພື່ອພັດທະນານັກສຶກສາໃຫ້ກາຍເປັນບຸກຄະລະກອນທີ່

ສັງຄົມຍອມຮັບ ແລະ ໄດ້ພັດທະນາຕົນເອງໄປເລື້ອຍໆບໍ່ວ່າການສອນ ຫຼື ດ້ານການເຮັດວຽກ ຖ້າຄົນເຮົາບໍ່

ໃຫ້ໂອກາດກັນເຮົາກໍ່ບໍ່ສາມາດພັດທະນາຕົນເອງ ແລະ ພັດທະນາອົງກອນ ການພັດທະນາແມ່ນທຸກໆຄົນເປັນເຮັດ, ເຮັດຜູ້ໃດກໍ່ບໍ່ໄດ້ ໃນໄລຍະປະຈຸບັນນີ້ຂ້າພະເຈົ້າຄິດວ່າມີພັດທະນາ

ການສອນຂອງຕົນເອງໃຫ້ສັງຄົມຍອມຮັບ, ແລ້ວພູມໃຈໃນອາຊີບຄູຂອງຕົນ ເປັນຫຍັງຂ້ອຍຈິ່ງພູມໃຈ

ຍ້ອນວ່າ ພໍ່ແມ່ຂອງນັກສຶກສາທຸກຄົນໄດ້ມີຄວາມເຊື່ອໜັ້ນເອົາລູກມາຝາກນຳຂ້ອຍ,ໃຫ້ຂ້ອຍເປັນຜູ້ເຝິກໃຫ້ລູກເຂົາມີຄວາມຮູ້ແລ້ວອອກໄປຮັບໃຊ້ສັງຄົມ.

 ຕະຫຼອດໄລຍະທີ່ຂ້ອຍເປັນຄູ ຄວາມຄິດຂອງຂ້ອຍມັນແຕກຕ່າງກັບໜູ່ຫຼາຍນິໄສໃຈຄໍຂອ້ຍບໍ່ຄືຫມູ່ເປັນຄົນໃຈນ້ອຍ

ຢາກໃຫ້ຫມູ່ເອົາໃຈມັນກໍ່ເປັນໄປບໍ່ໄດ້ ແຕ່ມີມັກຜູ້ຊາຍຫລາຍກວ່າຜູ່ຍິງຂ້າພະເຈົ້າຄົບຜູ້ຊາຍມາ6ປີແລ້ວໄດ້ຜ່ານຜູ້ຊາຍຫລາຍຄົນແລ້ວໄດ້ຮູ້ຜູ້ຊາຍຫລາຍຮູບແບບຈົນເຮົາຈຳແນກໄດ້ຫລາຍຍ້ອນສາຍເຫດນັ້ນແລ້ວ

ພະເຈົ້າຈິງໄດ້ມີແນວຫນັກໃຈໃນຕົນເອງແຕ່ບັນຫານີ້ຂ້າພະເຈົ້າໄດ້ເຂົ້າໃຈດີຫລາຍແລ້ວຈະບໍໂທດໃຫ້ໃຜອີກ

ຍ້ອນຕົວເອງມັກແບບນີ້ຂ້າພະເຈົ້າເອງຈະຮັກສາສຸຂະພາບຂອງຕົນເອງໃຫ້ມັນໄດ້ຢູ່ນານໆໄປເທົ່າທີ່ຈະນານໄດ້ຂ້າພະເຈົ້າ

ຕາຍໄປສັງຄົມຄົງເວົ້າຂວັນຂ້າພະເຈົ້າວ່າເປັນຄົນບໍ່ດີ ມັກແບບນັ້ນກໍ່ເລີຍຕາຍ.ແຕ່ປະຈຸວັນນີ້ຂ້າພະເຈົ້າຈະ

ໂຄສະນາບັນນີ້ໃຫ້ສັງຄົມຮູ້ເລິກເຊິ່ງຫລາຍ ແລະ ເປັນຄວາມສຳຄັນ

ບົດບັນທຶກນີ້ໃນວັນທີ 22/2/2012 ໃນຕອນແລງຢູ່ທີ່ຫ້ອງການກິດຈະການ

ໃນວັນທີ 5/12/2013ຂ້າພະເຈົ້າກໍ່ໄດ້ກັບຄືນຫ້ອງການວັດ ແລະ ປະເມີນຜົນ ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບມາເຮັດວຽກທີ່ເຮົາມັກ ແຕ່ໜ້າເສຍດາຍຫົວໜ້າຫ້ອງການຂອງຂ້າພະເຈົ້າພັດເສຍຊີວິດໄປເຮັດຂ້າພະເຈົ້າກັບອາຈານ ສຸພັນ ເທບພະວົງສາ ຕ້ອງໄດ້ພາກັນເຮັດວຽກງານໜັກຂຶ້ນ

ແລະ ອາຈານ ເພັດສະໜອນ ດວງສີລິກໍໄດ້ໄປຮຽນໂທຢູ່ຫວຽດນາມອີກ ແລະ ອາຈານ ລັດສະໜີ ກໍໄປກຽມຮຽນໂທອົດສະຕາລີ ເຮັດໃຫ້ຫ້ອງການຂອງຂ້າພະເຈົ້າຕ້ອງເຮັດວຽກໜັກກວ່າເກົ່າເພາະວ່າຄົນມັນໜ້ອຍ

 

หมายเลขบันทึก: 479746เขียนเมื่อ 23 กุมภาพันธ์ 2012 14:14 น. ()แก้ไขเมื่อ 24 มิถุนายน 2013 13:06 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท