ແນວຄວາມຄິດກ່ຽວກັບຂອບເຂດຂອງກົດໝາຍທີ່ໃຊ້ກັບກໍລະນີເອກະຊົນລະຫວ່າງປະເທດ ຂອງແຕ່ລະສໍານັກກົດໝາຍນັ້ນ ແຕກຕ່າງກັນໄປໃນແຕ່ລະປະເທດ ພວກນັກກົດໝາຍຂອງກຸ່ມ Anglo-Saxons(ສະຫະຣາຊະອານາຈັກ, ສະຫະລັດອາເມລິກາ, ຄານາດາ, ອົດສະເຕເຣຍ ແລະເຄືອຈັກກະພົບອັງກິດ) ໄດ້ໃຫ້ຄວາມສໍາຄັນກັບກໍລະນີການຂັດກັນທາງກົດໝາຍ ຫຼາຍກວ່າປັນຫາທີ່ຢູ່ໃນຂອບເຂດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ ໂດຍມີກົດເກນສໍາຫຼັບການແກ້ໄຂຄະດີບຸກຄົນທີ່ເອີ້ນວ່າ “ກົດໝາຍຂັດກັນ(Conflictual Law or Law on conflict of laws)” ການຂັດກັນແຫ່ງອໍານາດຂອງສານ(conflict of jurisdiction) ການຮັບຮອງແລະການປະຕິບັດຄໍາຕັດສິນຂອງສານຕ່າງປະເທດ(recognition and enforcement of foreign judgment) ພວກກຸ່ມແອງໂກນ-ແຊກຊອນບໍ່ໄດ້ບັນຈຸເລື່ອງສັນຊາດແລະສະຖານະຂອງຄົນຕ່າງດ້າວໄວ້ໃນກົດໝາຍຂັດກັນຂອງຕົນ ໂດຍຖືເປັນເລື່ອງຂອງກົດໝາຍມະຫາຊົນພາຍໃນຂອງແຕ່ລະລັດ

      ສໍາຫຼັບພວກທີ່ເດີນຕາມທິດສະດີຂອງສໍານັກກົດໝາຍຝຣັ່ງເສດນັ້ນ ຈະໃຊ້ກົດໝາຍລະຫວ່າງຊາດສ່ວນບຸກຄົນມີຂອບເຂດຄວບຄຸມໃນ 4 ເລື່ອງເຊັ່ນ: ເລື່ອງສັນຊາດ, ສິດຂອງຄົນຕ່າງດ້າວ, ການຂັດກັນຂອງກົດໝາຍ(ການເລືອກໃຊ້ກົດໝາຍ)ແລະເລື່ອງສຸດທ້າຍກໍ່ຄື ການຮັບຮອງແລະການນຳເອົາຄຳຕັດສິນຂອງສານຕ່າງປະເທດມາປະຕິບັດໃນປະເທດ

       ສ່ວນປະເທດເຢຍລະມັນນັ້ນ ກົດໝາຍລະຫວ່າງຊາດສ່ວນບຸກຄົນຈະກໍາໜົດໄວ້ສະເພາະເລື່ອງກົດໝາຍຂັດກັນ ໂດຍສະເພາະເລື່ອງສັນຊາດ ແລະກົດເກນກ່ຽວກັບສິດແລະໜ້າທີ່ທີ່ຄົນຕ່າງດ້າວນັ້ນ ຈະໄປຢູ່ໃນກົດໝາຍການປົກຄອງ ສ່ວນເລື່ອງການປະຕິບັດຄໍຕັດສິນຂອງສານຕ່າງປະເທດນັ້ນ ຈະໄປຢູ່ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ

        ສ່ວນໃນກໍລະນີຂອງລາວແມ່ນມີທ່າອ່ຽງໄປໃນແນວທາງຕາມແນວຄວາມຄິດຂອງສໍານັກກົດໝາຍຝຣັ່ງເສດ ເຊິ່ງຈະມີເນື້ອຫາສາລະສໍາຄັນຄວບຄຸມໃນ 4 ເລື່ອງໃຫຍ່ເຊັ່ນ: ເລື່ອງສັນຊາດ, ສິດຂອງຄົນຕ່າງດ້າວ, ການຂັດກັນຂອງກົດໝາຍ(ການເລືອກໃຊ້ກົດໝາຍ)ແລະເລື່ອງສຸດທ້າຍກໍ່ຄື ການຮັບຮອງແລະການນຳເອົາຄຳຕັດສິນຂອງສານຕ່າງປະເທດມາປະຕິບັດໃນປະເທດ

       ສະຫຼຸບແລ້ວຂອບເຂດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນເນື້ອໃນທີ່ສໍາຄັນຈະມີຢູ່ 5 ເລື່ອງດັ່ງຕໍ່ໄປນີ້

       ກ. ການຈັດສັນເອກະຊົນໃນທາງລະຫວ່າງປະເທດ ວ່າດ້ວຍເລື່ອງສັນຊາດ - ພູມລໍາເນົາ ແລະບັນຫາທີ່ກ່ຽວຂ້ອງ ເຊິ່ງເປັນຫຼັກການທີ່ສໍາຄັນໃນການໃຈ້ແຍກປະເພດຂອງບຸກຄົນຕ່າງໆອອກຈາກກັນ

       ຂ. ສະຖານະຂອງເອກະຊົນໃນທາງລະຫວ່າງປະເທດ ວ່າດ້ວຍເລື່ອງສະຖານະຂອງບຸກຄົນແຕ່ລະປະເພດ ທີ່ກໍ່ໃຫ້ເກີດສະຖານະພາບທີ່ແຕກຕ່າງກັນ ໂດຍສະເພາະໃນເລື່ອງສິດແລະໜ້າທີ່ຂອງຄົນຊາດ ແລະຄົນຕ່າງດ້າວ ລວມເຖິງບົດບາດ ຄວາມຮັບຜິດຊອບຂອງລັດໃນການຄຸ້ມຄອງດູແລເອກະຊົນ ທັງພາຍໃນ ແລະພາຍນອກປະເທດ

      ຄ. ການຂັດກັນທາງກົດໝາຍ ກ່ຽວກັບຫຼັກການໃນການເລືອກໃຊ້ກົດໝາຍ (ຕ່າງປະເທດ) ທີ່ເໝາະສົມມາປັບໃຊ້ຕໍ່ກໍລະນີທີ່ມີສາຍພົວພັນກັບເອກະຊົນລະຫວ່າງປະເທດທີ່ເກີດບັນຫາຈາກການມີກົດໝາຍຫຼາຍປະເທດເຂົ້າມາກ່ຽວຂ້ອງກັບຂໍ້ເທັດຈິງໃນກໍລະນີດຽວກັນ

        ງ. ການຂັດທາງອໍານາດສານ ວ່າດ້ວຍຫຼັກການໃນການເລືອກສານຕັດສິນຄະດີລວມໄປເຖິງການຮ່ວມມືລະຫວ່າງປະເທດທາງດ້ານຕຸລາການ ເພື່ອໃຫ້ເກີດການຮັບຮອງ ແລະການປະຕິບັດຄໍຕັດສິນຂອງສານຕ່າງປະເທດ

        ຈ. ການຂັດກັນໃນການໃຊ້ອໍານາດທາງໜ້າທີ່ ເປັນກໍລະນີຂອງການໃຊ້ອໍານາດໜ້າທີ່ທາງບໍລິຫານຂອງແຕ່ລະລັດທີ່ມາຂັດກັນ ເຮັດໃຫ້ເກີດບັນຫາຂື້ນວ່າ ເຈົ້າໜ້າທີ່ຂອງລັດໃດ ຈະມີອໍານາດໃນການດໍາເນີນການໃນເລື່ອງບັນຫາທີ່ຂັດກັນນັ້ນ