ກົດໝາຍລະຫວ່າງຊາດສ່ວນບຸກຄົນ ໝາຍເຖິງກົດເກນໃນທາງປະຕິບັດທີ່ໃຊ້ບັງຄັບທາງສາຍພົວພັນລະຫວ່າງບຸກຄົນກັບບຸກຄົນຫຼືກັບນິຕິບຸກຄົນທີ່ເປັນເອກະຊົນທີ່ມີສັນຊາດຕ່າງກັນແລະມີສາຍພົວພັນທີ່ມີລັກສະນະລະຫວ່າງປະເທດ

      ຈາກຄໍານິຍາມທີ່ກ່າວມາຂ້າງເທິງເຊິ່ງຜູ້ຂຽນສາມາດວິເຄາະສາຍພົວພັນທາງກົດໝາຍອອກໄດ້ສອງປະການຄື:

      ປະການທໍາອິດ ຈະຕ້ອງເປັນສາຍພົວພັນທີ່ກ່ຽວຂ້ອງກັບເອກະຊົນ(Private affairs) ຫືຼເປັນບຸກຄົນ (Individuals) ໂດຍອາດເປັນການພົວພັນລະຫວ່າງບຸກຄົນກັບບຸກຄົນດ້ວຍກັນເອງ ຫຼືຢ່າງໜ້ອຍຕ້ອງມີເອກະຊົນເປັນຄູ່ກໍລະນີຝ່າຍໜຶ່ງສະເໜີ ໃນທີ່ໃນກໍລະນີທີ່ເຮົາເບິ່ງໃນແງ່ຂອງຜູ້ມີສິດຕາມກົດໝາຍ(Subject of Law)

      ປະການທີ ສອງ ການພົວພັນດັ່ງກ່າວມີ ມີລັກສະນະລະຫວ່າງປະເທດ (Internationality ຫຼື International Character ) ເປັນເງື່ອນໄຂສໍາຄັນໂດຍມີປັດໃຈຕ່າງປະເທດ (foreign factors) ການທີ່ເຂົ້າມາກ່ຽວຂ້ອງມັນເປັນການພິຈາລະນາທາງດ້ານເນື້ອໃນ(substance) ວ່າເປັນເລື່ອງທີ່ກ່ຽວຂ້ອງກັບພາຍນອກ(external) ບໍ່ໄດ້ມີແຕ່ສະເພາະອົງປະກອບພາຍໃນ (internal factore)

      ຄຳວ່າເອກະຊົນໃນທີ່ນີ້ ໝາຍເຖິງບຸກຄົນ ຕາມກົດໝາຍພາຍໃນຂອງລັດ ເຊຶ່ງອາດຈະເປັນບຸກຄົນທຳມະດາ (individual) ຫຼື ນິຕິບຸກຄົນ(juristic person) ບໍສັດ, ຫ້າງຫຸ້ນສ່ວນ, ສະມາຄົມ, ມູນນິທິ, ສະຖາບັນຫຼືອົງກອນເຫລົ່ານີ້ ເປັນໜ່ວຍງານທີ່ມີລັກສະນະເປັນເອກະຊົນແລະກົງກັນຂ້າມກັບຄວາມໝາຍຄຳວ່າລັດ(state) ເຊິ່ງເປັນບຸກຄົນຕາມກົດໝາຍສາກົນພາກລັດ

       ຈາກປັນຫາດັ່ງກ່າວຈິ່ງສາມາດສະຫລຸບໄດ້ວ່າ ລັດ ແລະ ເອກະຊົນ ຕ່າງກໍ່ເປັນບຸກຄົນຕາມກົດໝາຍລະຫວ່າງຊາດ ການພົວພັນຂອງພາກເອກະຊົນ ທີ່ມີລັກສະນະລະຫວ່າງປະເທດ ກໍ່ຈະຕົກຢູ່ພາຍໃຕ້ ກົດໝາຍລະຫວ່າງຊາດຫຼືກົດໝາຍສາກົນເອກະຊົນ ສ່ວນກໍລະນີລັດ ຫຼືກຸ່ມລັດ(ອົງການລະຫວ່າງປະເທດ ການພົວພັນທີ່ເກີດຂື້ນຈະເປັນສາຍກ່ຽວພັນລະຫວ່າງລັດ ໂດຍຢູ່ພາຍໃຕ້ກົດເກນຂອງກົດໝາຍລະຫວ່າງຊາດ(ຫຼື ກົດໝາຍສາກົນພາກລັດ)

      ຕົວຢ່າງ ປະເທດລາວໄດ້ເຮັດສົນທິສັນຍາ ຫຼື ຄວາມຕົກລົງໃນຄວາມຮ່ວມທາງດ້ານຕ່າງໆກັບປະເທດຫວຽດນາມ ຫຼືກັບປະເທດໃດໜ່ຶງ ສາຍພົວພັນທີ່ເກີດຂື້ນເປັນການຕົກລົງລະຫວ່າງ 2 ລັດ ແລະມີລັກສະນະລະຫວ່າງປະເທດ ອັນເປັນຄະດີລະຫວ່າງລັດ ແລະບໍ່ກ່ຽກັບບຸກຄົນ(ເອກະຊົນ) ມັນຈິ່ງບໍ່ໄດ້ຢູ່ພາຍໃຕ້ກົດໝາຍລະຫວ່າງຊາດສ່ວນບຸກຄົນ ແຕ່ຖ້າຫາກເປັນກໍລະນີທີ່ມີການຢ່າຮ້າງລະຫວ່າງຄູ່ຜົວເມຍ(ສາມີພັນລະຍາ)ທີ່ມີສັນຊາດຕ່າງກັນ ຫຼືມີການຮ້ອງຟ້ອງທາງຄະດີທາງແພ່ງລະຫວ່າງໂຈດແລະຈຳເລີຍທີ່ຢູ່ຄົນລະປະເທດ ຖືວ່າເປັນສາຍພົວພັນຂອງບຸກຄົນ(ເອກະຊົນ) ມັນກໍ່ຕົກຢູ່ພາຍໃຕ້ກົດໝາຍສາກົນເອກະຊົນ

     ຄໍາວ່າ ລັກສະນະລະຫວ່າງປະເທດ (International Character) ໝາຍຄວາມວ່າການທີ່ມີອົງປະກອບຕ່າງຊາດ (foreign elements) ຫຼືມີປັຈໃຈຈາກນອກປະເທດ(external factors) ເຂົ້າມາກ່ຽວຂ້ອງຫຼືພົວພັນກັບກໍລະນີໃນທາງໃດທາງໜຶ່ງເຊັ່ນ: ຄູ່ສັນຍາລະຫວ່າງ ທ້າວ ກ ແລະທ້າວ ຂ ມີສັນຊາດຕ່າງກັນ ຫຼື ມີພູມລຳເນົາຢູ່ຄົນລະປະເທດ ສັນເຮັດທີ່ລັດທ້າວ ກ ແລະມີຂໍ້ຂັດແຍ່ງກັນທີ່ມີຊັບສິນຢູ່ປະເທດ ຄ ແລະ ຄູ່ສັນຍາສັນຍາມີຄວາມຕົກລົງກັນໃຊ້ຫຼືໄປຂື້ນສານຂອງປະເທດ ງ ນີ້ກໍ່ເປັນລັກສະນະລະຫວ່າງປະເທດທີ່ມີເງື່ອນໄຂແລະມີປັດໃຈຈາກພາຍນອກທີ່ເຂົ້າມາກ່ຽວຂ້ອງ