ພາກສະເໜີ ວິຊາກົດໝາຍລະຫວ່າງຊາດສ່ວນບຸກຄົນ (ເປັນວິຊາໜຶ່ງທີ່ເປັນວິຊາບັງຄັບໃນຫຼັກສູດຂອງການສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ)


 

 ເປັນຫຍັງຈິ່ງກໍານົດເອົາກົດໝາຍລະຫວ່າງຊາດສ່ວນບຸກຄົນເປັນວິຊາໜຶ່ງທີ່ເປັນວິຊາບັງຄັບໃນຫຼັກສູດຂອງການສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ

       ຄໍາຕອບກໍ່ຄື ກົດໝາຍລະຫວ່າງຊາດສ່ວນບຸກຄົນເປັນກົດໝາຍທີ່ໃຊ້ບັງຄັບຕໍ່ກັບສາຍພົວພັນຂອງເອກະຊົນທີ່ມີລັກສະນະລະຫວ່າງປະເທດ ແລະໃນປະຈຸບັນ ສາຍພົວພັນປະເພດນີ້ກໍ່ເປັນເລື່ອງທີ່ເປັນ “ທໍາມະດາ” ເພາະມັນເກີດຂື້ນເປັນປະຈໍາໃນຊີວິດຂອງບຸກຄົນ ຊີວິດລະຫວ່າງປະເທດຂອງເອກະຊົນບໍ່ແມ່ນປະກົດການທີ່ຕ້ອງການຈະເຫັນຕໍ່ໄປ ໃນອາດີດກໍ່ໃນປະຈຸບັນພວກເຮົາຈະພົບເຫັນຄົນຕ່າງປະເທດ,ຄົນຕ່າງດ້າວແລະຄົນທີ່ບໍ່ມີສັນຊາດໃນສປປລາວເປັນຈໍານວນຢ່າງຫຼວງຫຼາຍ ແລະຄົນລາວທີ່ຢູ່ຕ່າງປະເທດກໍ່ມີຈໍານວນຢ່າງຫຼວງຫຼາຍເຊັ່ນກັນ ສາຍພົວພັນລະຫວ່າງຄົນຕ່າງສັນຊາດຫຼືຄົນຕ່າງພູມລໍາເນົາຫຼືສາຍພົວພັນລະຫວ່າງລັດກັບຄົນຕ່າງດ້າວ ຫຼື ສາຍພົວພັນທີ່ເກີດຂື້ນໃນປະເທດໜຶ່ງແຕ່ຈະຕ້ອງມີການປະຕິບັດໃນອີກປະເທດໜຶ່ງ ນັກກົດໝາຍຈິ່ງຕ້ອງພົບກັບບັນຫາກົດໝາຍທີ່ມີລັກສະນະລະຫວ່າງປະເທດຢ່າງຫຼີກລ້ຽງບໍ່ໄດ້ ສະນັ້ນ, ຫຼັກສູດຄະນະນິຕິສາດ ແລະ ລັດຖະສາດຈິ່ງຕ້ອງບັງຄັບໃຫ້ນັກກົດໝາຍຕ້ອງສຶກສາວິຊາກົດໝາຍລະຫວ່າງຊາດສ່ວນບຸກຄົນ ເພື່ອໃຫ້ນັກກົດໝາຍຈະໄດ້ມີຄວາມຮູ້ ຄວາມສາມາດທີ່ຈະແກ້ໄຂບັນຫາຂໍ້ຂັດແຍ່ງທາງກົດໝາຍໃຫ້ແກ່ເອກະຊົນທີ່ມີລັກສະນະລະຫວ່າງປະເທດໄດ້

       ກົດໝາຍລະຫວ່າງຊາດສ່ວນບຸກຄົນ ຈິ່ງເປັນວິຊາບັງຄັບໃນຫຼັກສູດຂອງການສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ຜູ້ຂຽນເຂົ້າໃຈວ່ານັກສຶກສາຄວນຈະຕ້ອງສຶກສາກົດໝາຍທຸກເລື່ອງທີ່ມີຜົນຕໍ່ໃນຊີວິດປະຈໍາວັນຂອງບຸກຄົນ ເພື່ອວ່າຈະມີນັກກົດໝາຍທຸກຄົນຈະມີຄວາມສາມາດທີ່ຈະແກ້ໄຂບັນຫາກົດໝາຍທຸກບັນຫາທີ່ເກີດຂື້ນໃນປະຈຸບັນຄືກັນກັບແພດທີ່ຈະຕ້ອງປິ່ນປົວຄົນເຈັບໃນທຸກພະຍາດທີ່ຫາກໍ່ເກີດຂື້ນຕໍ່ບຸກຄົນໄດ້

       ຄໍາຖາມທີ່ສອງຕາມມາກໍ່ຄືກົດໝາຍລະຫວ່າງຊາດສ່ວນບຸກຄົນມີຄວາມຈໍາເປັນຕໍ່ກັບຊີວິດຂອງບຸກຄົນໃນສັງຄົມປະຈຸບັນຄືແນວໃດ?

       ນັກກົດໝາຍບາງຄົນຍັງບໍ່ຄ່ອຍເຂົ້າຕໍ່ກັບບັນຫານີ້ພໍເທົ່າໃດແລະນັກສຶກສາຫຼາຍຄົນບໍ່ຄ່ອຍທີ່ຈະເຂົ້າຫ້ອງຮຽນໃນວິຊານີ້ພໍເທົ່າໃດຫຼືຂື້ນຫ້ອງຮຽນກໍ່ຮຽນແບບແປະໆບາງໆພໍບໍ່ໃຫ້ອາຈານໝາຍຂາດຮຽນເທົ່ານັ້ນມີຄວາມຄິດພຽງແຕ່ວ່າພໍໄດ້ສອບເສັງແລະພໍໍໄດ້ຄະແນນຜ່ານເທົ່ານັ້ນ

        ແຕ່ກ່ອນທີ່ຈະຕອບບັນຫານີ້ໄດ້ຢ່າງຊັດເຈນມັນມີຄວາມຈໍາເປັນທີ່ຈະຕ້ອງທໍາຄວາມເຂົ້າໃຈທໍາມະຊາດ ແລະຄວາມຮູ້ທົ່ວໄປຂອງກົດມາຍລະຫວ່າງຊາດສ່ວນບຸກຄົນເສຍກ່ອນ ເພື່ອຈະໄດ້ຮູ້ວ່າ “ກົດໝາຍນີ້ຄືກົດໝາຍອັນໃດ ແລະ ມັນມີສາຍພົວພັນອັນໃດແດ່ທີ່ຕົກຢູ່ພາຍໃຕ້ກົດໝາຍນີ້” ຫຼັງຈາກນັ້ນເຮົາຈິ່ງຈະສາມາດເບິ່ງເຫັນຄວາມສໍາຄັນຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນຕໍ່ກັບເອກະຊົນທີ່ມີຊີວິດລະຫວ່າງປະເທດ ແລະວິທີການດັດປັບກົດເກນຂອງກົດໝາຍຕໍ່ກັບສາຍພົວພັນຂອງເອກະຊົນທີ່ມີລັກສະນະລະຫວ່າງປະເທດທີ່ເປັນຈຸດປະສົງຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ

       ຜູ້ທີ່ມີສິດ(ເຈົ້າກໍາ)ຕາມຫຼັກກົດໝາຍລະຫວ່າງຊາດສ່ວນບຸກຄົນກໍ່ຄື ບຸກຄົນຕາມກົດໝາຍພາຍໃນຂອງລັດ ເພາະວ່າກົດໝາຍນີ້ເປັນເລື່ອງຂອງບຸກຄົນ(ຄະດີທີ່ກ່ຽວກັບບຸກຄົນ) ບໍ່ແມ່ນຄະດີທີ່ກ່ຽວກັບລັດເຊັ່ນ: ລັດ ຫຼືກຸ່ມຂອງລັດ ເຊິ່ງປະຈຸບັນເອີ້ນວ່າ “ອົງການລະຫວ່າງປະເທດ” ແຕ່ວ່າເອກະຊົນນັ້ນບໍ່ໄດ້ເປັນເອກະລາດຈາກລັດ ເພາະຄວາມເປັນລັດຍ່ອມໝາຍເຖິງອໍານາດອະທິປະໄຕທີ່ປົກຄອງດິນແດນທີ່ແນ່ນອນແລະມີປະຊາຊົນທີ່ເປັນພົນລະເມືອງໃນດິນແດນຕອນນັ້ນ ໝາຍຄວາມວ່າເອກະຊົນຍ່ອມຕົກຢູ່ພາຍໃຕ້ອໍານາດອະທິປະໄຕຂອງລັດ

        ດັ່ງນັ້ນ ໂດຍຫຼັກເອກະຊົນໜຶ່ງໆ ຍ່ອມຕົກຢູ່ພາຍໃຕ້ອໍານາດອະທິປະໄຕຂອງລັດໃນ 2 ລັກສະນະເຊັ່ນ: ອໍານາດອະທິປະໄຕເໜືອດິນແດນ(Territorial Sovereignty) ຫຼືອໍານາດອະທິປະໄຕເໜືອບຸກຄົນ(Peronal Sovereignty)

        ການທີ່ເອກະຊົນໄດ້ເຂົ້າໄປປະກົດຕົວຢູ່ໃນດິນແດນຂອງລັດໃດລັດໜຶ່ງ ເອກະຊົນນັ້ນກໍ່ຍ່ອມຈະຕົກຢູ່ພາຍໃຕ້ອໍານາດອະທິປະໄຕເໜືອດິນແດນຂອງລັດເຈົ້າຂອງດິນແດນນັ້ນເຂົາຈະຕ້ອງປະຕິບັດຕາມຂໍ້ກໍານົດຂອງກົດໝາຍທີ່ມາຈາກລັດອະທິປະໄຕນີ້ ເຂົາຈະຕ້ອງປະຕິບັດຕາມຄໍາສັ່ງຂອງອົງກອນຂອງລັດອະທິປະໄຕ

        ໃນດິນແດນຂອງລັດໜຶ່ງໆ ເຮົາຈະພົບເຫັນທັງບຸກຄົນທີ່ເປັນພົນລະເມືອງຂອງລັດເຈົ້າຂອງດິນແດນແລະບຸກຄົນທີ່ເປັນຄົນຕ່າງດ້າວໃນດິນແດນນັ້ນ ຄວາມເປັນພົນລະເມືອງຂອງລັດສະແດງເຖິງການພົວພັນໃນທາງການເມືອງລະຫວ່າງລັດແລະເອກະຊົນ ໂດຍຫຼັກສະຖານະພາບພົນລະເມືອງເກີດຈາກຄວາມຍິນຍອມຂອງລັດເຈົ້າຂອງອໍານາດອະທິປະໄຕ ໃນເມື່ອເອກະຊົນໜຶ່ງມີສະຖານະພາບເປັນພົນລະເມືອງຂອງລັດໜຶ່ງເຮົາຈະເອີ້ນວ່າເອກະຊົນນັ້ນມີ “ສັນຊາດ(nationality)” ຂອງລັດນັ້ນ ຫຼືເອີ້ນວ່າເອກະຊົນນັ້ນເປັນ “ຄົນຊາດ(national)” ຂອງລັດນັ້ນ ເອກະຊົນທີ່ບໍ່ມີສັນຊາດຂອງລັດທີ່ຕົນປະກົດຕົວຢູ່ນັ້ນ ກໍ່ຈະມີສະຖານະເປັນ “ຕ່າງປະເທດ(foreign)” ຫຼື “ຕ່າງດ້າວ(alien)” ໃນລັດນັ້ນ ໂດຍທົ່ວໄປແລ້ວ ຄົນຊາດຈະມີສະຖານະທາງກົດໝາຍທີ່ດີກວ່າຄົນຕ່າງດ້າວພາຍໃຕ້ກົດໝາຍຂອງລັດ ສັນຊາດຈິ່ງກາຍເປັນຈຸດປະສົງໃນການຈັດສັນເອກະຊົນລະຫວ່າງປະເທດທີ່ຈະຕ້ອງສຶກສາໃນວິຊາກົດໝາຍລະຫວ່າງຊາດສ່ວນບຸກຄົນ ເພາະວ່າສັນຊາດມີບົດບາດຫຼັກໃນການກໍານົດສະຖານະພາບຂອງບຸກຄົນພາຍໃຕ້ກົດໝາຍຂອງລັດ

       ຄວບຄູ່ໄປກັບສັນຊາດແລ້ວລັດຕ່າງໆກໍ່ຈະໃຊ້ “ພູມລໍາເນົາ” ເປັນວັດຖຸໃນການຈັດສັນເອກະຊົນລະຫວ່າງປະເທດອີກນໍາ ເອກະຊົນອາດຈະບໍ່ມີສັນຊາດຂອງລັດເຈົ້າຂອງດິນແດນ ແຕ່ກໍ່ມີສະຖານະພາບທາງກົດໝາຍທີ່ດີກວ່າຄົນຕ່າງດ້າວອື່ນໆ ພາຍໃຕ້ກົດໝາຍຂອງລັດເຈົ້າຂອງດິນແດນ ເພາະວ່າເອກະຊົນນັ້ນມີ “ພູມລໍາເນົາ” ຢູ່ໃນລັດນັ້ນ ດ້ວຍເຫດນີ້ທີ່ລັດຍອມຮັບໃຫ້ບຸກຄົນຕ່າງດ້າວທີ່ມີພູມລໍາເນົາໃນປະເທດໜຶ່ງຍ່ອມມີສະຖານະພາບທີ່ດີກວ່າບຸກຄົນຕ່າງດ້າວທີ່ເດີນທາງເຂົ້າມາເປັນພຽງແຕ່ຊົ່ວຄາວ ກໍ່ເພາະວ່າບຸກຄົນນັ້ນຍ່ອມມີການພົວພັນຊະນິດແໜ້ນກັບລັດນັ້ນຫຼາຍກວ່າບຸກຄົນທີ່ເຂົ້າເມືອງມາໂດຍເປັນການຊົ່ວຄາວ ພູມລໍາເນົາມີບົດບາດຫຼັກໃນການກໍານົດສະຖານະພາບຂອງບຸກຄົນພາຍໃຕ້ກົດໝາຍຂອງລັດເຊັ່ນກັນ

       ການສຶກສາດັ່ງກ່າວທັງໝົດຈະເຮັດໃຫ້ເກີດຄວາມເຂົ້າໃຈສາຍພົວພັນລະຫວ່າງລັດແລະເອກະຊົນທີ່ເປັນເຈົ້າກໍາໃນກົດໝາຍລະຫວ່າງ່ຊາດສ່ວນບຸກຄົນ ຈະເຫັນວ່າການສຶກສານີ້ຈະເຮັດໂດຍຜ່ານການສຶກສາການຈັດສັນເອກະຊົນລະຫວ່າງປະເທດຂອງລັດໂດຍສັນຊາດແລະໂດຍພູມລໍາເນົາ

       ຫຼັງຈາກການສຶກສາປະເພດການພົວພັນລະຫວ່າງລັດກັບເອກະຊົນແລ້ວກໍ່ຈະຕ້ອງດໍາເນີນການສຶກສາຕໍ່ໄປຄືສະຖານະພາບຂອງເອກະຊົນໃນທາງລະຫວ່າງປະເທດ ບັນຫານີ້ເປັນບັນຫາທາງປະຕິບັດຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນທີ່ສໍາຄັນຫຼາຍແຕ່ໃນສປປລາວໃນໄລຍະທີ່ຜ່ານມາກໍ່ຍັງບໍ່ໄດ້ເອົາຈິງເອົາຈັງພໍເທົ່າໃດຢ່າງເປັນຮູບປະທໍາຫຼືແທບຈະບໍ່ມີເລີຍແລະຫາກໍ່ໄດ້ລິເລີ່ມໃຫ້ການສຶກສາມາບໍ່ພໍເທົ່າໃດປີນີ້ເອງ ເຊັ່ນ: ການສຶກສາສະຖານະພາບຂອງຄົນຕ່າງດ້າວໃນສປປລາວແລະການສຶກສາສະຖານະພາບຂອງຄົນລາວໃນຕ່າງປະເທດ

       ໃນປະເດັນຕໍ່ມາ ເຮົາຄົງຈະຫຼີກລ້ຽງບໍ່ໄດ້ທີ່ຈະຕ້ອງສຶກສາກໍລະນີຂໍ້ຂັດແຍ່ງທີ່ກ່ຽວກັບເອກະຊົນໃນທາງລະຫວ່າງປະເທດ ຂໍ້ຂັດແຍ່ງຂອງເອກະຊົນທີ່ມີລັກສະນະລະຫວ່າງປະເທດຈະກ່ຽວຂ້ອງກັບລັດຕັ້ງແຕ່ສອງລັດຂື້ນໄປ ນັກນິຕິສາດໄດ້ເອີ້ນກັນວ່າ “ການຂັດກັນຂອງກົດໝາຍ(Conflict of Laws)” ບັນຫາໃນທາງປະຕິບັດທີ່ເກີດຂື້ນ ກໍ່ຄືເຮົາຈະໃຊ້ກົດໝາຍຂອງປະເທດໃດໃນການກໍານົດແລະແການແກ້ໄຂຂໍ້ຂັດແຍ່ງຂອງເອກະຊົນໃນທາງລະຫວ່າງປະເທດ ການຈະໃຊ້ກົດໝາຍຂອງລັດໜຶ່ງຍ່ອມເປັນໄປບໍ່ໄດ້ ເພາະວ່າອີກລັດໜຶ່ງຍ່ອມຈະບໍ່ຍິນຍອມ ຫຼືການທີ່ຈະໃຫ້ລັດແຕ່ລະລັດໃຊ້ກົດໝາຍຂອງຕົນຕາມອໍາເພີໃຈກໍ່ບໍ່ແມ່ນວິທີທີ່ດີທີ່ສຸດຕໍ່ທຸກຝ່າຍ ເພາະວ່າຂໍ້ຂັດແຍ່ງຍ່ອມບໍ່ອາດຈະຖືກແກ້ໄຂ(ຢຸດຕິ)ໄດ້ ແລະຄວາມຍຸຕິທໍາຍ່ອມບໍ່ອາດຈະເກີດຂື້ນໄດ້ເລີຍ ທາງອອກທີ່ດີທີ່ອາດເປັນໄປໄດ້ກໍ່ຄືການໃຊ້ກົດໝາຍລະຫວ່າງຊາດໃນການແກ້ໄຂຂໍ້ຂັດແຍ່ງອັນທີ່ຕົກຢູ່ພາຍໃຕ້ສະຖານະການທີ່ເອີ້ນວ່າ “ການຂັດກັນຂອງກົດໝາຍ”ນີ້ ຈະເຫັນໄດ້ວ່າບັນຫາການຂັດກັນຂອງກົດໝາຍນີ້ເອງເປັນໝາກຫົວໃຈຂອງການສຶກສາກົດໝາຍລະຫວ່າງຊາດສ່ວນບຸກຄົນ

       ເພື່ອສ້າງໃຫ້ມີຄວາມສະຖຽນລະພາບໃນທາງກົດໝາຍໃຫ້ແກ່ຊີວິດຂອງເອກະຊົນທີ່ມີລັກສະນະລະຫວ່າງປະເທດ ເຮົາກໍ່ຈະຕ້ອງຕອບບັນຫາໃນປະເດັນສຸດທ້າຍທີ່ທີ່ບໍ່ອາດຈະສາມຫຼີກລ້ຽງບໍ່ໄດ້ກໍ່ຄື ການແກ້ໄຂຂໍ້ຂັດແຍ່ງຂອງເອກະຊົນໃນທາງລະຫວ່າງປະເທດທີ່ຢູ່ພາຍໃຕ້ເຂດອໍານາດຂອງລັດໃດ ໂດຍທົ່ວໄປນັກນິຕິສາດຈະເອີ້ນກັນວ່າ “ການຂັດກັນຂອງອໍານາດລັດ(Conflict of Jurisdictions)” ເປັນທີ່ຊັດເຈນວ່າ ເມື່ອຂໍ້ຂັດແຍ່ງຂອງເອກະຊົນມີລັກສະນະລະຫວ່າງປະເທດ ເອກະຊົນກໍ່ຍ່ອມມີຄວາມສາມາດທີ່ຈະສະແຫວງຫາຄວາມຍຸຕິທໍາໄດ້ຈາກຫຼາຍລັດທີ່ກ່ຽວຂ້ອງ ແລະໃນບັນດາລັດທີ່ມີຄວາມກ່ຽວພັນກັບເອກະຊົນ ກໍ່ຍ່ອມມີລັດທີ່ມີຄວາມກ່ຽວພັນນໍາບໍ່ຫຼາຍກໍ່ໜ້ອຍ ຄວບຄູ່ກັນໄປໃນກໍລະນີນີ້ກໍ່ຈະຈ້ອງມີກົດເກນຂອງ     ກົດໝາຍລະຫວ່າງຊາດມາເປັນກະຕິກາກາງເພື່ອຊີ້ບອກວ່າຂໍ້ຂັດແຍ່ງຂອງເອກະຊົນໃນທາງລະຫວ່າງປະເທດນັ້ນໆ ຄວນຈະຕົກຢູ່ພາຍໃຕ້ເຂດອໍານາດຂອງລັດໃດ ແລະໃນກໍລະນີໃດທີ່ຈະໃຊ້ລັດຮ່ວມກັນ ແລະກໍອາດຈະມີບາງກໍລະນີທີ່ມີການໃຊ້ອໍານາດລັດຊ້ອນກັນ ການແກ້ບັນຫາການຂັດກັນຂອງອໍານາດລັດຈະຕ້ອງແຮັດແນວໃດໃນປະຈຸບັນ ບັນດາປະເທດຕ່າງໆກໍ່ພະຍາຍາມຮ່ວມມືກັນໃນການໃຫ້ຄວາມຍຸຕິທໍາລະຫວ່າງປະເທດຕໍ່ຊີວິດຂອງເອກະຊົນທີ່ມີລັກສະນະລະຫວ່າງປະເທດ ແນວຄວາມທີ່ວ່າ “ກົດໝາຍການດໍາເນີນຄະດີລະຫວ່າງປະເທດ” ຈິ່ງຄ່ອຍໆເປັນກົດເກນທີ່ມີຜົນໃນຖານະກົດໝາຍບ້ານເມືອງ (Positive Law) ໃນປະຈຸບັນການສຶກສາກົດໝາຍລະຫວ່າງຊາດສ່ວນບຸກຄົນໃນປະເທດລາວຈະປະປ່ອຍລະເລີຍບັນຫານີ້ທາງທັ້ງທີ່ມີຄວາມສໍາຄັນຫຼາຍທີ່ສຸດໃນທາງປະຕິບັດ ແຕ່ກໍ່ເກີດຈາກຍັງຂາດອາຈານທີ່ມີຄວາມຮູ້ແລະປະສົບການທີ່ຈະສອນວິຊານີ້ຫຼືອາດຈະສາມາດເວົ້າໄດ້ວ່າມີອາຈານສອນທີ່ຮຽນຈົບຈາກສາຂາວິຊາກົດໝາຍລະຫວ່າງຊາດສ່ວນບຸກຄົນແມ່ນມີຈໍານວນໜ້ອຍທີ່ສຸດໃນປະຈຸບັນ

       ເປົ້າໝາຍຂອງການສຶກສາກົດໝາຍແຕ່ລະລັກສະນະນັ້ນໜ້າຈະຢູ່ທີ່ຄວາມຄົບຖ້ວນຂອງເນື້ອໃນຂອງກົດໝາຍນັ້ນໆ ຄວາມຄົບຖ້ວນຂອງເນື້ອໃນຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນກໍ່ໜ້າຈະເປັນການສຶກສາກົດເກນທີ່ຕອບບັນຫາທຸກແງ່ມຸມກ່ຽວກັບຊີວິດຂອງເອກະຊົນໃນທາງລະຫວ່າງປະເທດນັ້ນເອງ

        ແຕ່ເຖິງແນວໃດກໍ່ຕາມ ກ່ອນທີ່ຈະເລີ່ມຕົ້ນສຶກສາກົດໝາຍແຕ່ລະບັນຫາຊີວິດຂອງເອກະຊົນໃນທາງລະຫວ່າງປະເທດທີ່ຕົກຢູ່ພາຍໃຕ້ກົດໝາຍລະຫວ່າງຊາດສ່ວນບຸກຄົນ ມີຄວາມຈໍາເປັນທີ່ຈະຕ້ອງສຶກສາເຖິງທໍາມະຊາດຂອງກົດໝາຍລັກສະນະນີ້ເສຍກ່ອນ ເຊິ່ງຜູ້ຂຽນຈະໄດ້ສຶກສາເປັນກໍລະນີຄື: ຄວາມຮັບຮູ້ທົ່ວໄປກ່ຽວກັບກົດໝາຍລະຫວ່າງຊາດສ່ວນບຸກຄົນ, ທີ່ມາຂອງກົດໝາຍລະຫວ່າງຊາດສ່ວນບຸກຄົນ, ການຈັດສັນເອກະຊົນຕາມຫຼັກຂອງສັນຊາດແລະພູມລໍາເນົາ,  ສະຖານະຂອງຄົນຄົນຕ່າງດ້າວ, ຄວາມຮັບຮູ້ທົ່ວໄປກ່ຽວກັບກົດໝາຍຂັດກັນ, ຄວາມຮັບຮູ້ທົ່ວໄປກ່ຽວກັບການຂັດກັນແຫ່ງເຂດອຳນາດຂອງສານ, ຕະຫຼອດເຖິງການການຮັບຮອງ ແລະ ການປະຕິບັດຄຳຕັດສິນຂອງສານຕ່າງປະເທດ ໄປຕາມລໍາດັບດັ່ງຕໍ່ໄປນີ້.

คำสำคัญ (Tags): #ພາກສະເໜີ
หมายเลขบันทึก: 435833เขียนเมื่อ 18 เมษายน 2011 17:12 น. ()แก้ไขเมื่อ 29 พฤษภาคม 2012 15:34 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท