ບົດຄວາມ ການພິສູດສັນຊາດ ສຶກສາກໍລະນີ “ນາງ ສົມສີ ວິໄລພອນ ແລະລູກ” ໃນການພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດ


ການພິສູດສັນຊາດ ສຶກສາກໍລະນີ “ນາງ ສົມສີ ວິໄລພອນ ແລະລູກ” ໃນການພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດ

 

ການວິໄຈແລະການພັດທະນາວິທີການພິສູດສັນຊາດລາວໂດຍວິທີທາງການທູດນີ້ແມ່ນກິດຈະກໍາໜຶ່ງເຊິ່ງເກີດຂື້ນຈາກປະສົບການໃນການເຮັດວຽກຂອງທິມນັກວິໄຈແລະ ມວນມິດ ທີ່ເຮັດວຽກຮ່ວມກັນຢ່າງຍາວນານ ຈົນເກີດການຄົ້ນພົບຂໍ້ເທັດຈິງທີ່ປະກົດເປັນຫຼັກຖານທີ່ຊັດເຈນວ່າ ມີຄົນຕ່າງດ້າວໂດຍສະເພາະແມ່ນຄົນລາວທີ່ອາໃສຢູ່ໃນປະເທດໄທ ກຸ່ມໜຶ່ງແມ່ນບໍ່ສາມາດເຂົ້າເຖິງການແກ້ໄຂບັນຫາດ້ານສະຖານະບຸກຄົນໂດຍກົດໝາຍນະໂຍບາຍຂອງລັດໄທໄດ້ ສ່ວນໜຶ່ງກໍ່ຄືຄົນລາວທີ່ເຂົ້າມາເຮັດວຽກໃນປະເທດໄທຢ່າງຜິດກົດໝາຍແລະບໍ່ສາມາດທີ່ຈະເຂົ້າສູ່ຂະບວນການພັດທະນາສະຖານະເປັນຄົນຖືກກົດໝາຍໄດ້ຕາມນະໂຍບາຍການບໍລິຫານຈັດການແຮງງານຕ່າງດ້າວທີ່ລັດໄທພະຍາຍາມດໍາເນີນການມາຕັ້ງແຕ່ປີ ພ.ສ. 2547 ເປັນຕົ້ນມາ

     ທິມນັກວິໄຈຮ່ວມກັບຄະນະທິມງານຂອງໂຄງການໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດແລະສະຖານະບຸກຄົນ ເມືອງແມ່ອາຍ ແຂວງຊຽງໃໝ່ໄລຍະສາມ ຈິ່ງໄດ້ພະຍາຍາມເຮັດການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດຂື້ນໂດຍເນັ້ນໄປທີ່ຂະບວນການພິສູດສັນຊາດລາວ ເພື່ອສຶກສາຄວາມເປັນໄປໄດ້ໃນການແກ້ໄຂບັນຫາສະຖານະບຸກຄົນຂອງກຸ່ມຄົນລາວຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ ໂດຍການສຶກສາທາງເລືອກອື່ນໃນການແກ້ໄຂບັນຫາສະຖານະບຸກຄົນຕໍ່ກຸ່ມຄົນນີ້ ແລະຫວັງເປັນຢ່າງຍິ່ງວ່າຜົນຂອງການວິໄຈໃນຄັ້ງນີ້ຈະສາມາດພັດທະນາຕໍ່ໄປເພື່ອເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດຕິພາບແລະຢືນຍົງໃນລະດັບຕໍ່ໄປໃນທ້າຍທີ່ສຸດ

     ການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດສະບັບນີ້ປະກອບດ້ວຍ 3 ສ່ວນຄື:

     1) ຄວາມເປັນມາຂອງບັນຫາທີ່ນໍາໄປສູ່ການວິໄຈແລະພັດທະນາ ຊຶ່ງຈະກ່າວເຖິງສາເຫດແລະສະພາບບັນຫາສະຖານະບຸກຄົນໃນລາຍລະອຽດຂອງຄົນກຸ່ມເປົ້າໝາຍໃນປະເທດໄທ ທີ່ນໍາມາສູ່ຄວາມພະຍາຍາມໃນການວິໄຈແລະພັດທະນາຂື້ນ

     2) ຂໍ້ຄົ້ນພົບຈາກການວິໄຈແລະສະຫຼຸບວິເຄາະ ຊຶ່ງຈະກ່າວເຖິງ ຂໍ້ເທັດຈິງຂອງນາງ ສົມສີ, ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ ສະຖານະບຸກຄົນຕາມກົດໝາຍລາວຂອງນາງ ສົມສີ, ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ ຄວາມເປັນໄປໄດ້ໃນການຮ້ອງຂໍອອກນອກປະເທດໄທເພື່ອດໍາເນີນການພິສູດສັນຊາດລາວ, ຄວາມເປັນໄປໄດ້ໃນການຮ້ອງຂໍກັບເຂົ້າໃນປະເທດໄທ, ຄວາມເປັນໄປໄດ້ໃນການຮ້ອງຂໍອານຸຍາດເຮັດວຽກໃນປະເທດໄທ ແລະຄວາມເປັນໄປໄດ້ໃນການຮ້ອງຂໍສັນຊາດລາວຂອງທ້າວ ຊາຍທີ່ເປັນສາມີຂອງນາງສົມສີ

     3) ຂັ້ນຕອນໃນການດໍາເນີນການໃຫ້ຄວາມຊ່ວຍເຫຼືອທາງກົດໝາຍທີ່ນໍາໄປສູ່ການພິສູດສັນຊາດລາວໂດຍວິທີທາງການທູດ ທີ່ປະກອບດ້ວຍຂັ້ນຕອນໃນທາງປະຕິບັດຕາມຄວາມເປັນຈິງທີ່ທິມນັກວິໄຈເຮັດການສຶກສາເພື່ອພັດທະນາໃຫ້ຄວາມຊ່ວຍເຫຼືອຕໍ່ກໍລະນີສຶກສາ

    ຜ່ານການລວບລວມທາງພະຍານຫຼັກຖານແລະຜ່ານຈາກການທົດລອງໃນກໍລະນີສຶກສາຄະນະທໍາການວິໄຈຈິ່ງສາມມາດສະຫຼຸບຂັ້ນຕອນໃນການດຳເນີນການໃຫ້ຄວາມຊ່ວຍເຫລືອທາງກົດໝາຍ ທີ່ນຳໄປສູ່ການພິສູດສັນຊາດລາວທີ່ອາໃສໃນປະເທດໄທໂດຍ ວິທີທາງການທູດ ໃນການແກ້ໄຂສະຖານທາງກົດ  ໝາຍໃນກໍລະນີຄອບຄົວຂອງນາງ ສົມສີ ວິໄລພອນ ແລະລູກ ລວມມີທັງໝົດ 14 ຂັິ້ນຕອນດັ່ງຕໍ່ໄປນີ້ 

    1. ການກວດສອບຂໍ້ເທັດຈິງ ແລະ ລວບລວມພະຍານຫລັກຖານຂອງນາງ ສົມສີ ວິໄລພອນໃນປະເທດໄທ

    2. ການກວດສອບຂໍ້ເທັດຈິງ ແລະລວບລວມພະຍານຫລັກຖານຂອງນາງ ສົມສີ ວິໄລພອນໃນປະເທດລາວ

    3. ການຂໍເອກະສານຢັ້ງຢືນ ແລະການຮັບຮອງປື້ມສຳມະໂນຄົວລາວ ເຊິ່ງປະກົດຊື່ຂອງນາງສົມສີວ່າເປັນເອກະສານທີ່ຖືກຕ້ອງ

    4. ການກຳໜົດສະຖານະບຸກຄົນຂອງນາງສົມສີ ຕາມກົດໝາຍໄທ

    5. ການກຳໜົດສະຖານະບຸກຄົນຂອງນາງສົມສີ ຕາມກົດໝາຍລາວ

    6. ການເດີນທາງອອກນອກພື້ນທີ່ ເມືອງແມ່ອາຍ ແຂວງຊຽງໃໝ່ໄປຫາສະຖານທູດລາວທີ່ບາງກອກ

    7. ການຂໍໃບເດີນທາງ (ເຊິ່ງມີອາຍຸ7ວັນ) ຈາກສະຖານທູດລາວ

    8. ການສະ ແດງຕົວຕໍ່ນາຍ ບ້ານ ບ້ານບຶງວະ ປະເທດລາວ ເພື່ອຂໍອອກເອກະສານຢັ້ງຢືນຂໍເຮັດບັດປະຈຳຕົວລາວ

    9. ການເຮັດບັດປະຈຳຕົວລາວ ແບບທຳມະດາ ບໍ່ດ່ວນ

    10. ການເຮັດໜັງສືເດີນທາງ (Passport)

 

    11. ການຂໍອະນຸຍາດເດີນທາງເຂົ້າໄປປະເທດໄທ

    12. ການຂໍອະນຸຍາດເຮັດວຽກໃນປະເທດໄທ

    13. ການຂໍເພີ່ມຊື່ນາງສົມສີໃນທະບຽນຣາຊະດອນໄທ

    14. ການເພີ່ມຊື່ນາງ ສົມສີວີໄລພອນໃນບັນຊີໃນບັນຊີທີ່ຢູ່ພາຍໃຕ້ຄວາມຄຸ້ມຄອງຂອງສະຖານທູດລາວ ແລະການອອກ Consular Card

(ລາຍລະອຽດກາລຸນາອ່ານເພີ່ມເຕີມໃນບົດຄົ້ນຄວ້າລາຍງານການວິໃຈເລື່ອງ: ການພິສູດສັນຊາດ ສຶກສາກໍລະນີ “ນາງ ສົມສີ ວິໄລພອນ ແລະລູກ”)

                                                        ວັນທີ 16 / 03 / 2011                                                  

                                                       ອາຈານ ບຸນມີ ລາດຊະມີໄຊ

คำสำคัญ (Tags): #ການວິໄຈ
หมายเลขบันทึก: 435754เขียนเมื่อ 18 เมษายน 2011 09:58 น. ()แก้ไขเมื่อ 27 พฤษภาคม 2012 20:22 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท